ບົດທີ 25
ນີໄຟພາກພູມໃຈໃນຄວາມແຈ່ມແຈ້ງ—ຄຳທຳນາຍຂອງເອຊາຢາຈະເປັນທີ່ເຂົ້າໃຈໃນຍຸກສຸດທ້າຍ—ຊາວຢິວຈະກັບຄືນມາຈາກບາບີໂລນ, ຄຶງພຣະເມຊີອາໄວ້ເທິງໄມ້ກາງແຂນ, ແລະ ກະຈັດກະຈາຍໄປ ແລະ ຖືກຂ້ຽນຕີ—ພວກເຂົາຈະຖືກນຳກັບຄືນມາໃໝ່ເມື່ອພວກເຂົາເຊື່ອໃນພຣະເມຊີອາ—ພຣະອົງຈະສະເດັດມາເປັນຄັ້ງທຳອິດໃນຫົກຮ້ອຍປີຫລັງຈາກລີໄຮໄດ້ອອກຈາກເຢຣູຊາເລັມ—ຊາວນີໄຟຮັກສາກົດຂອງໂມເຊ ແລະ ເຊື່ອໃນພຣະຄຣິດ ຊຶ່ງເປັນພຣະຜູ້ບໍລິສຸດຂອງອິດສະຣາເອນ. ປະມານ 559–545 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ຂ້າພະເຈົ້ານີໄຟຂໍເວົ້າໄວ້ບາງຢ່າງກ່ຽວກັບຄຳເວົ້າທີ່ຂ້າພະເຈົ້າໄດ້ບັນທຶກໄວ້, ຊຶ່ງເວົ້າອອກຈາກປາກຂອງເອຊາຢາ. ເພາະຈົ່ງເບິ່ງ, ເອຊາຢາໄດ້ເວົ້າຫລາຍເລື່ອງຊຶ່ງຍາກທີ່ຈະເຂົ້າໃຈສຳລັບຜູ້ຄົນຢ່າງຫລວງຫລາຍຂອງຂ້າພະເຈົ້າ; ເພາະພວກເຂົາບໍ່ຮູ້ເຖິງວິທີການທຳນາຍໃນບັນດາຊາວຢິວ.
2 ເພາະຂ້າພະເຈົ້ານີໄຟບໍ່ໄດ້ສອນພວກເຂົາຫລາຍເລື່ອງກ່ຽວກັບວິທີຂອງຊາວຢິວ ເພາະວຽກງານຂອງພວກເຂົາເປັນວຽກງານແຫ່ງຄວາມມືດ, ແລະ ການປະຕິບັດຂອງພວກເຂົາເປັນການປະຕິບັດອັນໜ້າກຽດຊັງ.
3 ສະນັ້ນ, ຂ້າພະເຈົ້າຈຶ່ງບັນທຶກເຖິງຜູ້ຄົນຂອງຂ້າພະເຈົ້າ ເຖິງຄົນທັງປວງໃນເວລາຕໍ່ໄປ, ເພື່ອຈະໄດ້ຮັບເລື່ອງເຫລົ່ານີ້ ຊຶ່ງຂ້າພະເຈົ້າໄດ້ບັນທຶກໄວ້, ເພື່ອພວກເຂົາຈະໄດ້ຮູ້ຈັກການພິພາກສາຂອງພຣະເຈົ້າທີ່ຈະມາເຖິງປະຊາຊາດທັງປວງຕາມຄຳເວົ້າທີ່ພຣະອົງໄດ້ກ່າວໄວ້.
4 ສະນັ້ນ, ຈົ່ງຟັງເຖີດ, ໂອ້ ຜູ້ຄົນຂອງຂ້າພະເຈົ້າ ຊຶ່ງເປັນຂອງເຊື້ອສາຍອິດສະຣາເອນ, ແລະ ຈົ່ງຕັ້ງໃຈຟັງຄຳຂອງຂ້າພະເຈົ້າ; ເພາະເນື່ອງຈາກຄຳເວົ້າຂອງເອຊາຢາບໍ່ແຈ່ມແຈ້ງແກ່ທ່ານ, ເຖິງຢ່າງໃດກໍຕາມ, ມັນຍັງແຈ່ມແຈ້ງແກ່ຄົນທັງປວງທີ່ເຕັມໄປດ້ວຍວິນຍານແຫ່ງການທຳນາຍ. ແຕ່ຂ້າພະເຈົ້າໃຫ້ຄຳທຳນາຍແກ່ທ່ານເລື່ອງໜຶ່ງຕາມວິນຍານທີ່ມີຢູ່ກັບຂ້າພະເຈົ້າ; ສະນັ້ນ ຂ້າພະເຈົ້າຈະທຳນາຍໃຫ້ແຈ່ມແຈ້ງຕາມວິນຍານທີ່ມີຢູ່ກັບຂ້າພະເຈົ້າ ນັບຕັ້ງແຕ່ເວລາທີ່ຂ້າພະເຈົ້າໄດ້ອອກຈາກເຢຣູຊາເລັມມາກັບບິດາຂອງຂ້າພະເຈົ້າ; ເພາະຈົ່ງເບິ່ງ, ຈິດວິນຍານຂອງຂ້າພະເຈົ້າເບີກບານໃນຄວາມແຈ່ມແຈ້ງທີ່ມີແກ່ຜູ້ຄົນຂອງຂ້າພະເຈົ້າ, ເພື່ອພວກເຂົາຈະໄດ້ຮຽນຮູ້.
5 ແທ້ຈິງແລ້ວ, ແລະ ຈິດວິນຍານຂອງຂ້າພະເຈົ້າເບີກບານໃນຄຳເວົ້າຂອງເອຊາຢາ, ເພາະຂ້າພະເຈົ້າອອກຈາກເຢຣູຊາເລັມ ແລະ ຕາຂອງຂ້າພະເຈົ້າເຫັນສິ່ງຕ່າງໆຂອງຊາວຢິວ, ແລະ ຂ້າພະເຈົ້າຮູ້ວ່າ ຊາວຢິວເຂົ້າໃຈເລື່ອງຂອງສາດສະດາ, ແລະ ບໍ່ມີຄົນອື່ນໃດທີ່ເຂົ້າໃຈເລື່ອງນີ້ ຊຶ່ງໄດ້ເວົ້າໄວ້ກັບຊາວຢິວເໝືອນກັບພວກເຂົາ, ນອກຈາກພວກເຂົາຈະໄດ້ຮັບການສອນມາຕາມວິທີອັນເປັນເລື່ອງຂອງຊາວຢິວ.
6 ແຕ່ຈົ່ງເບິ່ງ, ຂ້າພະເຈົ້ານີໄຟບໍ່ໄດ້ສອນລູກຫລານຂອງຂ້າພະເຈົ້າຕາມວິທີຂອງຊາວຢິວ; ແຕ່ຈົ່ງເບິ່ງ ຂ້າພະເຈົ້າເອງຢູ່ທີ່ເຢຣູຊາເລັມ, ສະນັ້ນຂ້າພະເຈົ້າຈຶ່ງຮູ້ຈັກກ່ຽວກັບພາກຕ່າງໆໃນແຖບນັ້ນ ແລະ ຂ້າພະເຈົ້າໄດ້ເວົ້າກັບລູກຫລານຂອງຂ້າພະເຈົ້າກ່ຽວກັບການພິພາກສາຂອງພຣະເຈົ້າ ຊຶ່ງໄດ້ເກີດຂຶ້ນແລ້ວກັບບັນດາຊາວຢິວມາເຖິງລູກຫລານຂອງຂ້າພະເຈົ້າຕາມເລື່ອງທັງໝົດທີ່ເອຊາຢາເວົ້າໄວ້ ແລະ ຂ້າພະເຈົ້າບໍ່ໄດ້ບັນທຶກໄວ້.
7 ແຕ່ຈົ່ງເບິ່ງ, ຂ້າພະເຈົ້າເລີ່ມດ້ວຍການທຳນາຍຂອງຂ້າພະເຈົ້າເອງຕາມຄວາມແຈ່ມແຈ້ງຂອງຂ້າພະເຈົ້າ; ຊຶ່ງໃນນັ້ນຂ້າພະເຈົ້າຮູ້ວ່າ ບໍ່ມີໃຜກະທຳຜິດໄດ້; ເຖິງຢ່າງໃດກໍຕາມ, ໃນວັນທີ່ຄຳທຳນາຍຂອງເອຊາຢາຈະເປັນຄວາມຈິງນັ້ນ ມະນຸດຈະຮູ້ຈັກຢ່າງແນ່ນອນເຖິງເວລາເມື່ອມັນຈະບັງເກີດຂຶ້ນ.
8 ສະນັ້ນ, ມັນຈຶ່ງມີຄຸນຄ່າຕໍ່ລູກຫລານມະນຸດ ແລະ ຄົນທີ່ຄິດວ່າມັນບໍ່ມີຄຸນຄ່າ, ສະນັ້ນ ຂ້າພະເຈົ້າຈະເວົ້າກັບພວກເຂົາໂດຍສະເພາະ ແລະ ເຈາະຈົງເຖິງຜູ້ຄົນຂອງຂ້າພະເຈົ້າເອງ; ເພາະຂ້າພະເຈົ້າຮູ້ວ່າມັນຈະມີຄຸນຄ່າໃຫຍ່ຫລວງກັບພວກເຂົາໃນຍຸກສຸດທ້າຍ; ເພາະໃນມື້ນັ້ນພວກເຂົາຈະເຂົ້າໃຈມັນ; ສະນັ້ນ ຂ້າພະເຈົ້າຈຶ່ງບັນທຶກມັນໄວ້ເພື່ອຜົນປະໂຫຍດຂອງພວກເຂົາ.
9 ແລະ ຄືກັນກັບຄົນລຸ້ນໜຶ່ງຖືກທຳລາຍໄປແລ້ວໃນບັນດາຊາວຢິວ ເພາະຄວາມຊົ່ວຮ້າຍ, ດັ່ງນັ້ນ ພວກເຂົາຈຶ່ງຖືກທຳລາຍຈາກຄົນລຸ້ນໜຶ່ງຫາຄົນອີກລຸ້ນໜຶ່ງຕາມຄວາມຊົ່ວຮ້າຍຂອງພວກເຂົາ; ແລະ ບໍ່ມີໃຜພາຍໃນພວກເຂົາເຄີຍຖືກທຳລາຍນອກຈາກສາດສະດາຂອງພຣະຜູ້ເປັນເຈົ້າຈະບອກພວກເຂົາໄວ້ລ່ວງໜ້າ.
10 ສະນັ້ນ ມັນຖືກບອກແກ່ພວກເຂົາແລ້ວກ່ຽວກັບຄວາມພິນາດ ຊຶ່ງຈະເກີດກັບພວກເຂົາໃນທັນທີຫລັງຈາກບິດາຂອງຂ້າພະເຈົ້າອອກຈາກເຢຣູຊາເລັມມາ; ເຖິງຢ່າງໃດກໍຕາມ, ພວກເຂົາຍັງເຮັດໃຈແຂງກະດ້າງ; ແລະ ຕາມການທຳນາຍຂອງຂ້າພະເຈົ້າ, ພວກເຂົາຈຶ່ງຖືກທຳລາຍ, ເວັ້ນເສຍແຕ່ພວກທີ່ຖືກພາໄປເປັນຊະເລີຍໃນບາບີໂລນ.
11 ແລະ ບັດນີ້ຂ້າພະເຈົ້າເວົ້າເລື່ອງນີ້ ເພາະວິນຍານຊຶ່ງຢູ່ໃນຂ້າພະເຈົ້າ. ແລະ ທັງທີ່ພວກເຂົາຖືກພາໄປແລ້ວ ພວກເຂົາກໍຈະກັບມາອີກ ແລະ ເປັນເຈົ້າຂອງແຜ່ນດິນເຢຣູຊາເລັມ; ສະນັ້ນ, ພວກເຂົາຈຶ່ງຈະຖືກນຳກັບຄືນໄປຫາແຜ່ນດິນ ຊຶ່ງເປັນມູນມໍລະດົກຂອງພວກເຂົາອີກ.
12 ແຕ່ຈົ່ງເບິ່ງ, ພວກເຂົາຈະມີສົງຄາມ ແລະ ຂ່າວລືເລື່ອງສົງຄາມ; ແລະ ເມື່ອວັນນັ້ນຈະມາເຖິງທີ່ພຣະບຸດອົງດຽວທີ່ຖືກຳເນີດຈາກພຣະບິດາ, ແທ້ຈິງແລ້ວ, ແມ່ນພຣະບິດາແຫ່ງສະຫວັນ ແລະ ແຫ່ງແຜ່ນດິນໂລກຈະປະກົດຕົວພຣະອົງເອງໃຫ້ພວກເຂົາເຫັນໃນເນື້ອໜັງ, ຈົ່ງເບິ່ງ, ພວກເຂົາຈະປະຕິເສດພຣະອົງເພາະຄວາມຊົ່ວຮ້າຍຂອງພວກເຂົາ ແລະ ຄວາມແຂງກະດ້າງຂອງໃຈຂອງພວກເຂົາ ແລະ ຄວາມແຂງຄໍຂອງພວກເຂົາ.
13 ຈົ່ງເບິ່ງ, ພວກເຂົາຈະຄຶງພຣະອົງໄວ້ເທິງໄມ້ກາງແຂນ; ແລະ ຫລັງຈາກພຣະອົງຖືກວາງໄວ້ໃນອຸບໂມງ ສາມມື້, ພຣະອົງຈະຟື້ນຄືນຈາກຄວາມຕາຍໂດຍອຳນາດແຫ່ງການປິ່ນປົວຂອງພຣະອົງ ແລະ ຄົນທັງປວງທີ່ເຊື່ອໃນພຣະນາມຂອງພຣະອົງຈະລອດໃນອານາຈັກຂອງພຣະເຈົ້າ. ສະນັ້ນ, ຈິດວິນຍານຂອງຂ້າພະເຈົ້າຈຶ່ງເບີກບານທີ່ຈະທຳນາຍກ່ຽວກັບພຣະອົງເພາະວ່າຂ້າພະເຈົ້າເຫັນວັນຂອງພຣະອົງແລ້ວ, ແລະ ໃຈຂອງຂ້າພະເຈົ້າເທີດທູນພຣະນາມອັນສັກສິດຂອງພຣະອົງ.
14 ແລະ ຈົ່ງເບິ່ງ ເຫດການຈະບັງເກີດຂຶ້ນຄື ຫລັງຈາກພຣະເມຊີອາລຸກຂຶ້ນຈາກຄວາມຕາຍແລ້ວ, ແລະ ປະກົດຕົວຕໍ່ຜູ້ຄົນຂອງພຣະອົງ, ແລະ ແກ່ຄົນຫລາຍຕໍ່ຫລາຍທີ່ຈະເຊື່ອໃນພຣະນາມຂອງພຣະອົງແລ້ວ, ຈົ່ງເບິ່ງ, ເຢຣູຊາເລັມຈະຖືກທຳລາຍອີກ; ເພາະວິບັດແກ່ຜູ້ທີ່ຕໍ່ສູ້ກັບພຣະເຈົ້າ ແລະ ຜູ້ຄົນຂອງສາດສະໜາຈັກຂອງພຣະອົງ.
15 ສະນັ້ນ, ຊາວຢິວຈະກະຈັດກະຈາຍໄປໃນບັນດາປະຊາຊາດທັງປວງ; ແທ້ຈິງແລ້ວ, ບາບີໂລນຈະຖືກທຳລາຍຄືກັນ; ດັ່ງນັ້ນ, ຊາວຢິວຈະກະຈັດກະຈາຍໄປຍ້ອນປະຊາຊາດອື່ນໆ.
16 ແລະ ຫລັງຈາກພວກເຂົາຖືກກະຈັດກະຈາຍໄປແລ້ວ ແລະ ອົງພຣະຜູ້ເປັນເຈົ້າໄດ້ຂ້ຽນຕີພວກເຂົາໂດຍປະຊາຊາດອື່ນໆເປັນເວລາຫລາຍຊົ່ວອາຍຸຄົນ, ແທ້ຈິງແລ້ວ, ຈາກຄົນລຸ້ນໜຶ່ງຫາຄົນອີກລຸ້ນໜຶ່ງ ຈົນວ່າພວກເຂົາຈະຖືກຊັກຊວນໃຫ້ເຊື່ອໃນພຣະຄຣິດ, ພຣະບຸດຂອງພຣະເຈົ້າ, ແລະ ການຊົດໃຊ້ທີ່ບໍ່ມີຂອບເຂດເພື່ອມະນຸດຊາດທັງປວງ—ແລະ ມື້ນັ້ນຈະມາເຖິງ ເມື່ອພວກເຂົາຈະເຊື່ອໃນພຣະຄຣິດ, ແລະ ນະມັດສະການພຣະບິດາໃນພຣະນາມຂອງພຣະອົງດ້ວຍໃຈບໍລິສຸດ ແລະ ມືສະອາດ, ແລະ ບໍ່ຊອກຫາພຣະເມຊີອາອົງອື່ນອີກຕໍ່ໄປ, ເມື່ອໃນເວລານັ້ນ ມື້ຈະມາເຖິງທີ່ສົມຄວນເມື່ອພວກເຂົາຈະຕ້ອງເຊື່ອສິ່ງເຫລົ່ານີ້.
17 ແລະ ພຣະຜູ້ເປັນເຈົ້າຈະຍົກພຣະຫັດອີກເປັນຄັ້ງທີສອງເພື່ອນຳເອົາຜູ້ຄົນຂອງພຣະອົງກັບຄືນມາຈາກການຫລົງທາງ ແລະ ສະພາບຂອງການຕົກ. ສະນັ້ນ, ພຣະອົງຈະເລີ່ມທຳງານແປກປະຫລາດ ແລະ ອັດສະຈັນ ແລະ ສິ່ງວິເສດຂຶ້ນໃນບັນດາລູກຫລານມະນຸດ.
18 ສະນັ້ນ, ພຣະອົງຈະນຳເອົາພຣະຄຳຂອງພຣະອົງອອກມາໃຫ້ພວກເຂົາ, ຊຶ່ງພຣະຄຳນັ້ນຈະພິພາກສາພວກເຂົາໃນວັນສຸດທ້າຍ ເພາະຈະປະທານພຣະຄຳໃຫ້ພວກເຂົາດ້ວຍເຈດຕະນາທີ່ຈະໃຫ້ພວກເຂົາຄຳນຶງເຖິງພຣະເມຊີອາອົງແທ້ຈິງ, ຜູ້ທີ່ຖືກພວກເຂົາປະຕິເສດ; ແລະ ເພື່ອໃຫ້ແນ່ໃຈຕໍ່ພວກເຂົາວ່າ ພວກເຂົາບໍ່ຈຳເປັນຕ້ອງຊອກຫາພຣະເມຊີອາທີ່ຈະສະເດັດມາຕໍ່ໄປອີກ, ເພາະຈະບໍ່ມີອົງໃດສະເດັດມານອກຈາກຈະເປັນພຣະເມຊີອາປອມ; ຊຶ່ງຈະຫລອກລວງຜູ້ຄົນເພາະວ່າມີພຣະເມຊີອາອົງດຽວທີ່ສາດສະດາໄດ້ເວົ້າເຖິງ, ແລະ ພຣະເມຊີອາອົງນັ້ນຄື ພຣະອົງຈະຖືກຊາວຢິວປະຕິເສດ.
19 ເພາະຕາມຄຳຂອງສາດສະດາເວົ້າແລ້ວພຣະເມຊີອາຈະສະເດັດມາພາຍໃນຫົກຮ້ອຍປີນັບແຕ່ເວລາທີ່ບິດາຂອງຂ້າພະເຈົ້າໄດ້ໜີອອກຈາກເຢຣູຊາເລັມມາ; ແລະ ຕາມຄຳເວົ້າຂອງສາດສະດາ ແລະ ຄຳເວົ້າຂອງທູດຂອງພຣະເຈົ້າຄືກັນ, ພຣະນາມຂອງພຣະອົງຈະເປັນພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ.
20 ແລະ ບັດນີ້, ພີ່ນ້ອງຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ເວົ້າມາແລ້ວຢ່າງແຈ່ມແຈ້ງ ເພື່ອພວກທ່ານຈະເຂົ້າໃຈຜິດບໍ່ໄດ້, ແລະ ອົງພຣະຜູ້ເປັນເຈົ້າຊົງພຣະຊົນສັນໃດ ຜູ້ຊຶ່ງໄດ້ນຳພາອິດສະຣາເອນອອກຈາກແຜ່ນດິນເອຢິບ ແລະ ປະທານອຳນາດໃຫ້ໂມເຊ ເພື່ອເພິ່ນຈະປິ່ນປົວຜູ້ຄົນເວລາພວກເຂົາຖືກງູພິດຕອດ, ຖ້າພວກເຂົາຫລຽວເບິ່ງງູທີ່ຍົກຂຶ້ນຢູ່ຕໍ່ໜ້າເຂົາ ແລະ ປະທານອຳນາດໃຫ້ເພິ່ນອີກ ເພື່ອເພິ່ນຈະໄດ້ຕີຫີນ ແລະ ນ້ຳໄດ້ໄຫລອອກມາ; ແທ້ຈິງແລ້ວ, ຈົ່ງເບິ່ງ ຂ້າພະເຈົ້າຂໍເວົ້າກັບພວກທ່ານວ່າ ຕາບໃດສິ່ງເຫລົ່ານີ້ເປັນຄວາມຈິງ ແລະ ຕາບໃດອົງພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ ຈະບໍ່ມີນາມອື່ນໃດປະທານໃຫ້ພາຍໃຕ້ສະຫວັນສັນນັ້ນ ນອກຈາກຈະເປັນພຣະເຢຊູຄຣິດອົງນີ້, ອົງທີ່ຂ້າພະເຈົ້າໄດ້ເວົ້າມາແລ້ວ, ຊຶ່ງໂດຍພຣະນາມນີ້ມະນຸດຈະລອດໄດ້.
21 ສະນັ້ນ, ດ້ວຍເຫດນີ້ ອົງພຣະຜູ້ເປັນເຈົ້າຈຶ່ງສັນຍາກັບຂ້າພະເຈົ້າວ່າ ສິ່ງເຫລົ່ານີ້ທີ່ຂ້າພະເຈົ້າບັນທຶກ ຈະຖືກເກັບມ້ຽນ ແລະ ຮັກສາໄວ້, ແລະ ມອບຕໍ່ໆກັນໄປໃຫ້ລູກຫລານຂອງຂ້າພະເຈົ້າຈາກຄົນລຸ້ນໜຶ່ງຫາຄົນອີກລຸ້ນໜຶ່ງ, ເພື່ອຄຳສັນຍາຈະໄດ້ສຳເລັດກັບໂຢເຊັບຄື ລູກຫລານຂອງເພິ່ນຈະບໍ່ຕາຍເລີຍຕາບໃດທີ່ແຜ່ນດິນໂລກຍັງຕັ້ງຢູ່.
22 ສະນັ້ນ, ສິ່ງເຫລົ່ານີ້ຈະໄປຈາກຄົນລຸ້ນໜຶ່ງຫາຄົນອີກລຸ້ນໜຶ່ງ ຕາບໃດແຜ່ນດິນໂລກຍັງຕັ້ງຢູ່ ແລະ ຈະໄປຕາມພຣະປະສົງ ແລະ ຄວາມພໍພຣະໄທຂອງພຣະເຈົ້າ; ແລະ ປະຊາຊາດຜູ້ຈະໄດ້ເປັນເຈົ້າຂອງ ຈະໄດ້ຖືກພິພາກສາຕາມຂໍ້ຄວາມທີ່ໄດ້ບັນທຶກໄວ້.
23 ເພາະພວກເຮົາເຮັດການຢ່າງພາກພຽນທີ່ຈະບັນທຶກ ແລະ ຈະຊັກຊວນລູກຫລານຂອງພວກເຮົາ ແລະ ພີ່ນ້ອງຂອງພວກເຮົາອີກໃຫ້ເຊື່ອໃນພຣະຄຣິດ ແລະ ໃຫ້ທຳຕົນປອງດອງກັບພຣະເຈົ້າ ເພາະພວກເຮົາຮູ້ວ່າ ຫລັງຈາກພວກເຮົາເຮັດທຸກຢ່າງໄດ້ແລ້ວ ໂດຍພຣະຄຸນພວກເຮົາຈຶ່ງລອດ.
24 ແລະ ທັງທີ່ພວກເຮົາເຊື່ອຖືໃນພຣະຄຣິດ, ພວກເຮົາຍັງຮັກສາກົດຂອງໂມເຊ ແລະ ລະນຶກຫາພຣະຄຣິດດ້ວຍຄວາມຕັ້ງໃຈຈົນກວ່າກົດຈະສຳເລັດ.
25 ເພາະວ່າກົດປະທານໃຫ້ເພື່ອຈຸດມຸ້ງໝາຍນີ້; ສະນັ້ນ ກົດຈຶ່ງຕາຍສຳລັບພວກເຮົາ, ແລະ ພວກເຮົາຈະເຮັດໃຫ້ມີຊີວິດໃນພຣະຄຣິດເພາະສັດທາຂອງພວກເຮົາ; ພວກເຮົາກໍຍັງຮັກສາກົດໄວ້ ເພາະພຣະບັນຍັດ.
26 ແລະ ພວກເຮົາເວົ້າເຖິງພຣະຄຣິດ, ພວກເຮົາປິຕິຍິນດີໃນພຣະຄຣິດ, ພວກເຮົາສັ່ງສອນເລື່ອງພຣະຄຣິດ, ພວກເຮົາທຳນາຍເຖິງພຣະຄຣິດ, ແລະ ພວກເຮົາບັນທຶກຕາມຄຳທຳນາຍຂອງພວກເຮົາ ເພື່ອລູກຫລານຂອງພວກເຮົາ ຈະໄດ້ຮູ້ວ່າ ພວກເຂົາຈະຫລຽວຫາແຫລ່ງໃດເພື່ອການປົດບາບຂອງພວກເຂົາ.
27 ສະນັ້ນ, ພວກເຮົາຈຶ່ງເວົ້າກ່ຽວກັບກົດ ເພື່ອລູກຫລານຂອງພວກເຮົາຈະໄດ້ຮູ້ຈັກຄວາມຕາຍຂອງກົດ ແລະ ພວກເຂົາໂດຍທີ່ຮູ້ຈັກຄວາມຕາຍຂອງກົດແລ້ວ, ຈຶ່ງໄດ້ມຸ້ງຫາຊີວິດນັ້ນຊຶ່ງມີຢູ່ໃນພຣະຄຣິດ ແລະ ຮູ້ວ່າມີກົດເພື່ອຈຸດມຸ້ງໝາຍອັນໃດ ແລະ ເພື່ອພວກເຂົາບໍ່ຄວນຈະເຮັດໃຈແຂງກະດ້າງຕໍ່ພຣະອົງ ເມື່ອຄວນຈະຍົກເລີກກົດຫລັງຈາກກົດສຳເລັດໃນພຣະຄຣິດແລ້ວ.
28 ແລະ ບັດນີ້ຈົ່ງເບິ່ງ, ຜູ້ຄົນຂອງຂ້າພະເຈົ້າ, ພວກທ່ານເປັນຄົນແຂງຄໍ; ດັ່ງນັ້ນ, ຂ້າພະເຈົ້າຈຶ່ງໄດ້ເວົ້າກັບພວກທ່ານຢ່າງແຈ່ມແຈ້ງເພື່ອພວກທ່ານຈະເຂົ້າໃຈຜິດບໍ່ໄດ້. ແລະ ຂໍ້ຄວາມຊຶ່ງຂ້າພະເຈົ້າໄດ້ເວົ້າໄວ້ຈະຢືນເປັນປະຈັກພະຍານກ່າວໂທດພວກທ່ານ; ເພາະວ່າມັນພຽງພໍທີ່ຈະສອນທາງທີ່ຖືກຕ້ອງໃຫ້ຜູ້ໃດຜູ້ໜຶ່ງເພາະທາງທີ່ຖືກຕ້ອງຄື ເຊື່ອໃນພຣະຄຣິດ ແລະ ບໍ່ປະຕິເສດພຣະອົງ; ເພາະໂດຍການປະຕິເສດພຣະອົງ ພວກທ່ານກໍປະຕິເສດສາດສະດາ ແລະ ກົດນຳອີກ.
29 ແລະ ບັດນີ້ຈົ່ງເບິ່ງ, ຂ້າພະເຈົ້າຂໍເວົ້າກັບພວກທ່ານວ່າ ທາງທີ່ຖືກຕ້ອງຄື ເຊື່ອໃນພຣະຄຣິດ ແລະ ບໍ່ປະຕິເສດພຣະອົງ; ແລະ ພຣະຄຣິດຄື ພຣະຜູ້ບໍລິສຸດຂອງອິດສະຣາເອນ; ສະນັ້ນ ພວກທ່ານຈຶ່ງຕ້ອງກາບລົງຕໍ່ພຣະພັກຂອງພຣະອົງ ແລະ ນະມັດສະການພຣະອົງດ້ວຍສຸດກຳລັງຂອງຄວາມນຶກຄິດ ແລະ ພະລັງຂອງພວກທ່ານ, ແລະ ທັງຈິດວິນຍານຂອງພວກທ່ານ, ແລະ ຖ້າຫາກພວກທ່ານເຮັດແບບນີ້; ພວກທ່ານຈະບໍ່ມີທາງຖືກຂັບໄລ່ອອກໄປ.
30 ແລະ ຕາບໃດທີ່ມັນຍັງສົມຄວນ, ພວກທ່ານຕ້ອງຮັກສາການປະຕິບັດ ແລະ ພິທີການຕ່າງໆຂອງພຣະເຈົ້າຈົນກວ່າກົດທີ່ປະທານໃຫ້ໂມເຊຈະສຳເລັດ.

