-
ເລື່ອງລາວກ່ຽວກັບການມໍລະນະກຳຂອງລີໄຮ. ພວກອ້າຍຂອງນີໄຟກະບົດຕໍ່ເພິ່ນ. ພຣະຜູ້ເປັນເຈົ້າໄດ້ເຕືອນນີໄຟໃຫ້ອອກໄປໃນຖິ່ນແຫ້ງແລ້ງກັນດານ. ການເດີນທາງຂອງນີໄຟໃນຖິ່ນແຫ້ງແລ້ງກັນດານ, ແລະ ອື່ນໆ.
-
ບົດທີ 1
ລີໄຮທຳນາຍກ່ຽວກັບແຜ່ນດິນແຫ່ງເສລີພາບ—ລູກຫລານຂອງເພິ່ນຈະກະຈັດກະຈາຍໄປ ແລະ ຈະຖືກລົງທັນຖ້າຫາກວ່າພວກເຂົາປະຕິເສດພຣະຜູ້ບໍລິສຸດຂອງອິດສະຣາເອນ—ເພິ່ນຊັກຊວນພວກລູກຊາຍຂອງເພິ່ນ ໃຫ້ຖືອາວຸດແຫ່ງຄວາມຊອບທຳ. ປະມານ 588–570 ປີ ກ່ອນ ຄ.ສ.
-
ບົດທີ 2
ການໄຖ່ມາເຖິງໂດຍຜ່ານທາງພຣະເມຊີອາຜູ້ບໍລິສຸດ—ອິດສະລະພາບໃນການເລືອກ (ອຳເພີໃຈ) ເປັນສິ່ງສຳຄັນຫລາຍທີ່ມີຢູ່ ແລະ ດຳເນີນຕໍ່ໄປ—ອາດາມຕົກເພື່ອມະນຸດຈະໄດ້ເປັນຢູ່—ມະນຸດມີສິດທີ່ຈະເລືອກເສລີພາບ ແລະ ຊີວິດນິລັນດອນ. ປະມານ 588–570 ປີ ກ່ອນ ຄ.ສ.
-
ບົດທີ 3
ໂຢເຊັບໃນເອຢິບເຫັນຊາວນີໄຟໃນພາບນິມິດ—ເພິ່ນໄດ້ທຳນາຍເຖິງໂຈເຊັບ ສະມິດ, ຜູ້ພະຍາກອນຍຸກສຸດທ້າຍ; ແລະ ເຖິງໂມເຊຜູ້ທີ່ໄດ້ນຳພາຊາວອິດສະຣາເອນອອກໄປ; ແລະ ເຖິງການອອກມາຂອງພຣະຄຳພີມໍມອນ. ປະມານ 588–570 ປີ ກ່ອນ ຄ.ສ.
-
ບົດທີ 4
ລີໄຮແນະນຳ ແລະ ໃຫ້ພອນແກ່ຜູ້ຄົນຂອງເພິ່ນ—ເພິ່ນໄດ້ເສຍຊີວິດໄປ ແລະ ໄດ້ຖືກຝັງໄວ້—ນີໄຟພາກພູມໃຈໃນພຣະກະລຸນາທິຄຸນຂອງພຣະເຈົ້າ—ນີໄຟມອບຄວາມໄວ້ວາງໃຈຂອງເພິ່ນໄວ້ກັບພຣະຜູ້ເປັນເຈົ້າຕະຫລອດໄປ. ປະມານ 588–570 ປີ ກ່ອນ ຄ.ສ.
-
ບົດທີ 5
ຊາວນີໄຟແຍກຕົວຂອງພວກເຂົາອອກຈາກຊາວເລມັນ, ພວກເຂົາຮັກສາກົດຂອງໂມເຊ ແລະ ສ້າງພຣະວິຫານ—ຍ້ອນຄວາມບໍ່ເຊື່ອຖືຂອງພວກເຂົາ, ຊາວເລມັນຈຶ່ງຖືກຕັດອອກ ຖືກສາບແຊ່ງ ແລະ ກາຍເປັນໄພພິບັດຕໍ່ຊາວນີໄຟ. ປະມານ 588–559 ປີ ກ່ອນ ຄ.ສ.
-
ບົດທີ 6
ຢາໂຄບເລົ່າປະຫວັດສາດຂອງຊາວຢິວ: ການເປັນຊະເລີຍໃນບາບີໂລນ ແລະ ການກັບຄືນ; ການປະຕິບັດສາດສະໜາກິດ ແລະ ການຄຶງໄວ້ເທິງໄມ້ກາງແຂນຂອງພຣະຜູ້ບໍລິສຸດແຫ່ງອິດສະຣາເອນ; ຄວາມຊ່ອຍເຫລືອທີ່ໄດ້ຮັບຈາກຄົນຕ່າງຊາດ; ການຟື້ນຟູໃນຍຸກສຸດທ້າຍຂອງຊາວຢິວເມື່ອພວກເຂົາເຊື່ອຖືໃນພຣະເມຊີອາ. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 7
ເອຊາຢາເວົ້າໃນພຣະນາມຂອງພຣະເມຊີອາ—ພຣະເມຊີອາຈະມີລີ້ນຂອງນັກປາດ—ພຣະອົງຈະຫັນຫລັງໃຫ້ຜູ້ຂ້ຽນຕີ—ພຣະອົງຈະບໍ່ຍອມຈຳນົນ—ປຽບທຽບກັບເອຊາຢາ 50. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 8
ໃນຍຸກສຸດທ້າຍພຣະຜູ້ເປັນເຈົ້າຈະປອບໃຈສີໂອນ ແລະ ເຕົ້າໂຮມອິດສະຣາເອນ—ຜູ້ທີ່ຖືກໄຖ່ຈະມາຫາສີໂອນໃນທ່າມກາງຄວາມປິຕິຍິນດີຢ່າງຍິ່ງ—ປຽບທຽບກັບເອຊາຢາ 51 ແລະ 52:1–2. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 9
ຊາວຢິວຈະໄດ້ເຕົ້າໂຮມທົ່ວແຜ່ນດິນແຫ່ງຄຳສັນຍາຂອງພວກເຂົາ—ການຊົດໃຊ້ໄຖ່ມະນຸດຈາກການຕົກ—ຮ່າງກາຍຂອງຄົນຕາຍຈະອອກມາຈາກຫລຸມສົບ, ແລະ ວິນຍານຂອງພວກເຂົາຈະອອກມາຈາກນະລົກ ແລະ ຈາກທີ່ສຸຂະເສີມ—ພວກເຂົາຈະຖືກພິພາກສາ—ການຊົດໃຊ້ຊ່ອຍໃຫ້ລອດຈາກຄວາມຕາຍ, ຈາກນະລົກ, ຄວາມຊົ່ວຮ້າຍ, ແລະ ຄວາມທໍລະມານຢ່າງບໍ່ມີວັນສິ້ນສຸດ—ຄົນທີ່ຊອບທຳຈະລອດຢູ່ໃນອານາຈັກຂອງພຣະເຈົ້າ—ການທຳໂທດສຳລັບບາບໄດ້ຕັ້ງຂຶ້ນ—ພຣະຜູ້ບໍລິສຸດຂອງອິດສະຣາເອນເປັນຜູ້ຮັກສາປະຕູ. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 10
ຊາວຢິວຈະຄຶງພຣະເຈົ້າຂອງພວກເຂົາໄວ້ເທິງໄມ້ກາງແຂນ—ພວກເຂົາຈະກະຈັດກະຈາຍໄປຈົນກວ່າວ່າ ພວກເຂົາເລີ່ມເຊື່ອຖືໃນພຣະອົງ—ອາເມຣິກາຈະເປັນແຜ່ນດິນແຫ່ງເສລີພາບທີ່ຈະບໍ່ມີກະສັດປົກຄອງ—ທຳຕົນເຂົ້າກັບພຣະເຈົ້າ ແລະ ຮັບຄວາມລອດທາງພຣະຄຸນຂອງພຣະອົງ. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 11
ຢາໂຄບໄດ້ເຫັນພຣະຜູ້ໄຖ່ຂອງລາວ—ກົດຂອງໂມເຊສະແດງເຖິງພຣະຄຣິດ ແລະ ພິສູດວ່າ ພຣະອົງຈະສະເດັດມາ. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 12
ເອຊາຢາເຫັນພຣະວິຫານໃນຍຸກສຸດທ້າຍ, ການເຕົ້າໂຮມຂອງອິດສະຣາເອນ, ການຕັດສິນໃນພັນປີ ແລະ ຄວາມສະຫງົບສຸກ—ຄົນອວດດີກັບຄົນຊົ່ວຈະຖືກນຳລົງຕ່ຳໃນການສະເດັດມາຄັ້ງທີສອງ—ປຽບທຽບກັບເອຊາຢາ 2. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 13
ຢູດາ ແລະ ເຢຣູຊາເລັມຈະຖືກທຳລາຍເພາະການບໍ່ເຊື່ອຟັງຂອງພວກເຂົາ—ພຣະຜູ້ເປັນເຈົ້າອ້ອນວອນເພື່ອ ແລະ ພິພາກສາຜູ້ຄົນຂອງພຣະອົງ—ທິດາຂອງສີໂອນຖືກສາບແຊ່ງ ແລະ ທໍລະມານເພາະຄວາມເປັນຢູ່ທາງໂລກຂອງພວກເຂົາ—ປຽບທຽບກັບເອຊາຢາ 3. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 14
ສີໂອນ ແລະ ທິດາຂອງມັນຈະຖືກໄຖ່ ແລະ ເຮັດໃຫ້ສະອາດພາຍໃນພັນປີ—ປຽບທຽບກັບເອຊາຢາ 4. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 15
ສວນອະງຸ່ນຂອງພຣະຜູ້ເປັນເຈົ້າ (ອິດສະຣາເອນ) ຈະເປົ່າແປນ, ແລະ ຜູ້ຄົນຂອງພຣະອົງຈະກະຈັດກະຈາຍໄປ—ວິບັດຈະມາເຖິງພວກເຂົາໃນສະພາບທີ່ຫລົງຜິດ ແລະ ການກະຈັດກະຈາຍໄປຂອງພວກເຂົາ—ພຣະຜູ້ເປັນເຈົ້າຈະຍົກເຄື່ອງສັນຍານຂຶ້ນ ແລະ ເຕົ້າໂຮມອິດສະຣາເອນ—ປຽບທຽບກັບເອຊາຢາ 5. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 16
ເອຊາຢາເຫັນພຣະຜູ້ເປັນເຈົ້າ—ບາບຂອງເອຊາຢາໄດ້ຮັບການອະໄພໂທດ—ເພິ່ນຖືກເອີ້ນໃຫ້ທຳນາຍ—ເພິ່ນທຳນາຍເຖິງການປະຕິເສດຄຳສອນຂອງພຣະຄຣິດຂອງຊາວຢິວ—ຜູ້ທີ່ເຫລືອຢູ່ຈະກັບຄືນມາ—ປຽບທຽບກັບເອຊາຢາ 6. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 17
ເອຟະຣາອີມ ແລະ ຊີເຣຍປະກາດສົງຄາມຕໍ່ຕ້ານຢູດາ—ພຣະຄຣິດຈະມາກຳເນີດກັບຍິງທີ່ບໍລິສຸດ—ປຽບທຽບກັບເອຊາຢາ 7. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 18
ພຣະຄຣິດຈະເປັນເໝືອນຫີນທີ່ຕຳຕີນ ແລະ ເປັນເໝືອນແຮ້ວທີ່ຫ້າງໄວ້—ຈົ່ງສະແຫວງຫາພຣະຜູ້ເປັນເຈົ້າບໍ່ແມ່ນໝໍດູທີ່ເວົ້າພ່ຳ—ຈົ່ງກັບມາຫາກົດ ແລະ ປະຈັກພະຍານເພື່ອເປັນການຊີ້ນຳ—ປຽບທຽບກັບເອຊາຢາ 8. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 19
ເອຊາຢາເວົ້າໃນພຣະນາມຂອງພຣະເມຊີອາ—ຜູ້ຄົນໃນຄວາມມືດຈະເຫັນແສງສະຫວ່າງອັນຍິ່ງໃຫຍ່—ເດັກນ້ອຍຜູ້ໜຶ່ງໄດ້ເກີດມາໃຫ້ແກ່ພວກເຮົາແລ້ວ—ເພິ່ນຈະເປັນເຈົ້າຊາຍແຫ່ງສັນຕິສຸກ ແລະ ຈະປົກຄອງລາຊາບັນລັງຂອງດາວິດ—ປຽບທຽບກັບເອຊາຢາ 9. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 20
ຄວາມພິນາດຂອງອັດຊີເຣຍເປັນລັກສະນະຂອງຄວາມພິນາດຂອງຄົນຊົ່ວໃນການສະເດັດມາຄັ້ງທີສອງ—ຫລັງຈາກພຣະອົງໄດ້ສະເດັດກັບຄືນມາ ມັນຈະມີຄົນພຽງເລັກໜ້ອຍເຫລືອຢູ່—ຜູ້ທີ່ເຫລືອຢູ່ຂອງຢາໂຄບຈະກັບມາໃນມື້ນັ້ນ—ປຽບທຽບກັບເອຊາຢາ 10. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 21
ຍາດວົງຂອງເຢຊີ (ພຣະຄຣິດ) ຈະຕັດສິນດ້ວຍຄວາມຊອບທຳ—ຄວາມຮູ້ຂອງພຣະເຈົ້າຈະປົກຄຸມແຜ່ນດິນໂລກພາຍໃນພັນປີ—ພຣະຜູ້ເປັນເຈົ້າຈະຍົກເຄື່ອງສັນຍານຂຶ້ນ ແລະ ເຕົ້າໂຮມອິດສະຣາເອນ—ປຽບທຽບກັບເອຊາຢາ 11. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 22
ພາຍໃນພັນປີມະນຸດທຸກຄົນຈະສັນລະເສີນພຣະຜູ້ເປັນເຈົ້າ—ພຣະອົງຈະຢູ່ໃນບັນດາພວກເຂົາ—ປຽບທຽບກັບເອຊາຢາ 12. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 23
ຄວາມພິນາດຂອງບາບີໂລນເປັນລັກສະນະຂອງຄວາມພິນາດໃນການສະເດັດມາຄັ້ງທີສອງ—ມັນຈະເປັນວັນແຫ່ງພຣະພິໂລດ ແລະ ການແກ້ແຄ້ນ—ບາບີໂລນ (ໂລກມະນຸດ) ຈະຕົກຕະຫລອດໄປ—ປຽບທຽບກັບເອຊາຢາ 13. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 24
ອິດສະຣາເອນຈະເຕົ້າໂຮມກັນ ແລະ ຈະຊື່ນຊົມກັບການພັກຜ່ອນໃນພັນປີ—ລູຊິເຟີໄດ້ຖືກຂັບໄລ່ອອກຈາກສະຫວັນຍ້ອນການກະບົດ—ອິດສະຣາເອນຈະເອົາຊະນະບາບີໂລນ (ແຜ່ນດິນໂລກ)—ປຽບທຽບກັບເອຊາຢາ 14. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 25
ນີໄຟພາກພູມໃຈໃນຄວາມແຈ່ມແຈ້ງ—ຄຳທຳນາຍຂອງເອຊາຢາຈະເປັນທີ່ເຂົ້າໃຈໃນຍຸກສຸດທ້າຍ—ຊາວຢິວຈະກັບຄືນມາຈາກບາບີໂລນ, ຄຶງພຣະເມຊີອາໄວ້ເທິງໄມ້ກາງແຂນ, ແລະ ກະຈັດກະຈາຍໄປ ແລະ ຖືກຂ້ຽນຕີ—ພວກເຂົາຈະຖືກນຳກັບຄືນມາໃໝ່ເມື່ອພວກເຂົາເຊື່ອໃນພຣະເມຊີອາ—ພຣະອົງຈະສະເດັດມາເປັນຄັ້ງທຳອິດໃນຫົກຮ້ອຍປີຫລັງຈາກລີໄຮໄດ້ອອກຈາກເຢຣູຊາເລັມ—ຊາວນີໄຟຮັກສາກົດຂອງໂມເຊ ແລະ ເຊື່ອໃນພຣະຄຣິດ ຊຶ່ງເປັນພຣະຜູ້ບໍລິສຸດຂອງອິດສະຣາເອນ. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 26
ພຣະຄຣິດຈະປະຕິບັດສາດສະໜາກິດແກ່ຊາວນີໄຟ—ນີໄຟເຫັນລ່ວງໜ້າເຖິງຄວາມພິນາດຂອງຜູ້ຄົນຂອງເພິ່ນ—ພວກເຂົາຈະເວົ້າອອກຈາກພື້ນດິນ—ຄົນຕ່າງຊາດຈະສ້າງສາດສະໜາຈັກທີ່ບໍ່ຖືກຕ້ອງ ແລະ ການມົ້ວສຸມລັບຂຶ້ນ—ພຣະຜູ້ເປັນເຈົ້າຫ້າມຜູ້ຄົນບໍ່ໃຫ້ປະຕິບັດໂດຍອຳນາດຈອມປອມ. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 27
ຄວາມມືດ ແລະ ການຫລົງຜິດຈະປົກຄຸມແຜ່ນດິນໂລກໃນຍຸກສຸດທ້າຍ—ພຣະຄຳພີມໍມອນຈະອອກມາ—ພະຍານສາມຄົນຈະເປັນພະຍານເຖິງພຣະຄຳພີນີ້—ຜູ້ທີ່ມີການສຶກສາຈະເວົ້າວ່າລາວບໍ່ສາມາດອ່ານພຣະຄຳພີ ຊຶ່ງຜະນຶກໄວ້ນີ້—ພຣະຜູ້ເປັນເຈົ້າຈະທຳງານແປກປະຫລາດ ແລະ ອັດສະຈັນ—ປຽບທຽບກັບເອຊາຢາ 29. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 28
ສາດສະໜາຈັກທີ່ບໍ່ຖືກຕ້ອງຈະຖືກສະຖາປະນາຂຶ້ນໃນຍຸກສຸດທ້າຍ—ພວກເຂົາຈະສອນຄຳສອນທີ່ຜິດ, ບໍ່ມີປະໂຫຍດ, ແລະ ໂງ່ຈ້າ—ຈະມີການຫລົງຜິດຢູ່ທົ່ວໄປຍ້ອນຜູ້ສອນປອມ—ມານຈະເຮັດໃຫ້ໃຈຂອງຄົນໂຫດຮ້າຍ—ມັນຈະສອນຄຳສອນທີ່ຜິດໃນທຸກວິທີທາງ. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 29
ຄົນຕ່າງຊາດຢ່າງຫລວງຫລາຍຈະປະຕິເສດພຣະຄຳພີມໍມອນ—ພວກເຂົາຈະເວົ້າວ່າ, ພວກເຮົາບໍ່ຕ້ອງການພຣະຄຣິສຕະທຳຄຳພີເຫລັ້ມອື່ນອີກ—ພຣະຜູ້ເປັນເຈົ້າໄດ້ກ່າວກັບຫລາຍປະຊາຊາດ—ພຣະອົງຈະພິພາກສາໂລກມະນຸດຕາມສິ່ງທີ່ຈະມີຂຽນໄວ້ໃນປຶ້ມ. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 30
ຄົນຕ່າງຊາດທີ່ປ່ຽນໃຈເຫລື້ອມໃສຈະຖືກນັບເຂົ້າຢູ່ກັບຜູ້ຄົນແຫ່ງພັນທະສັນຍາ—ຊາວເລມັນກັບຊາວຢິວ ເປັນຈຳນວນຫລວງຫລາຍຈະເຊື່ອຖືພຣະຄຳ ແລະ ຈະກັບກາຍເປັນຜູ້ຄົນທີ່ໜ້າຊົມ—ອິດສະຣາເອນຈະຖືກນຳກັບຄືນ ແລະ ຄົນຊົ່ວຈະຖືກທຳລາຍ. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 31
ນີໄຟເວົ້າວ່າເປັນດ້ວຍເຫດໃດພຣະຄຣິດຈຶ່ງຮັບບັບຕິສະມາ—ມະນຸດຄວນຕິດຕາມພຣະຄຣິດ, ຮັບບັບຕິສະມາ, ຮັບເອົາພຣະວິນຍານບໍລິສຸດ, ແລະ ອົດທົນຈົນເຖິງທີ່ສຸດເພື່ອຄວາມລອດ—ການກັບໃຈ ແລະ ການບັບຕິສະມາແມ່ນປະຕູທີ່ຈະນຳໄປເຖິງທາງຄັບ ແລະ ແຄບ—ຊີວິດນິລັນດອນມາເຖິງຜູ້ທີ່ຮັກສາພຣະບັນຍັດຫລັງຈາກບັບຕິສະມາ. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 32
ທູດກ່າວໂດຍອຳນາດຂອງພຣະວິນຍານບໍລິສຸດ—ມະນຸດຄວນອະທິຖານ ແລະ ຮັບຄວາມຮູ້ເພີ່ມເຕີມເພື່ອຕົວເອງຈາກພຣະວິນຍານບໍລິສຸດ. ປະມານ 559–545 ປີ ກ່ອນ ຄ.ສ.
-
ບົດທີ 33
ຄຳເວົ້າຂອງນີໄຟເປັນຄວາມຈິງ—ມັນເປັນພະຍານເຖິງພຣະຄຣິດ—ຜູ້ທີ່ເຊື່ອໃນພຣະຄຣິດຈະເຊື່ອຖ້ອຍຄຳຂອງນີໄຟ, ຊຶ່ງຈະຢືນເປັນພະຍານຕໍ່ໜ້າບັນລັງພິພາກສາ. ປະມານ 559–545 ປີ ກ່ອນ ຄ.ສ.