ບົດທີ 26
ອຳໂມນພາກພູມໃຈໃນພຣະຜູ້ເປັນເຈົ້າ—ສັດທາໄດ້ເຂັ້ມແຂງຂຶ້ນໂດຍພຣະຜູ້ເປັນເຈົ້າ ແລະ ໄດ້ຮັບຄວາມຮູ້—ໂດຍສັດທາມະນຸດຈະຊ່ອຍນຳເອົາຈິດວິນຍານຫລາຍພັນດວງມາສູ່ການກັບໃຈ—ພຣະເຈົ້າມີອຳນາດ ແລະ ເຂົ້າໃຈທຸກສິ່ງທຸກຢ່າງ. ປະມານ 90–77 ປີ ກ່ອນ ຄ.ສ.
1 ແລະ ບັດນີ້, ນີ້ຄືຄຳເວົ້າຂອງອຳໂມນທີ່ລາວໄດ້ເວົ້າກັບພີ່ນ້ອງຂອງລາວ, ມີຄວາມວ່າດັ່ງນີ້: ພີ່ນ້ອງ ແລະ ໝູ່ເພື່ອນຂອງຂ້າພະເຈົ້າ, ຈົ່ງເບິ່ງ ຂ້າພະເຈົ້າກ່າວກັບພວກທ່ານວ່າ ພວກເຮົາມີເຫດຜົນທີ່ຈະມີຄວາມປິຕິຍິນດີຫລາຍຂະໜາດໃດ; ເພາະພວກເຮົາຄິດໄດ້ບໍ່ວ່າ ເວລາພວກເຮົາໄດ້ອອກຈາກແຜ່ນດິນເຊລາເຮັມລາມາ ພຣະເຈົ້າຈະປະທານພອນອັນຍິ່ງໃຫຍ່ແບບນີ້ໃຫ້ແກ່ພວກເຮົາ?
2 ແລະ ບັດນີ້, ຂ້າພະເຈົ້າຖາມວ່າ, ພອນອັນຍິ່ງໃຫຍ່ອັນໃດທີ່ພຣະອົງໄດ້ປະທານໃຫ້ແກ່ພວກເຮົາ? ພວກທ່ານບອກໄດ້ບໍ່?
3 ຈົ່ງເບິ່ງ, ຂ້າພະເຈົ້າຈະຕອບແທນພວກທ່ານ, ເພາະວ່າຊາວເລມັນ ຜູ້ເປັນພີ່ນ້ອງຂອງພວກເຮົາໄດ້ຢູ່ໃນຄວາມມືດ, ແທ້ຈິງແລ້ວ, ແມ່ນຢູ່ໃນເຫວເລິກທີ່ມືດທີ່ສຸດ, ແຕ່ຈົ່ງເບິ່ງ, ມີຫລາຍຄົນປານໃດໃນພວກເຂົາທີ່ຖືກນຳມາໃຫ້ເຫັນຄວາມແຈ້ງອັນໜ້າອັດສະຈັນຂອງພຣະເຈົ້າ! ແລະ ນີ້ຄືພອນຊຶ່ງພຣະອົງໄດ້ປະທານໃຫ້ແກ່ພວກເຮົາ, ຊຶ່ງເຮັດໃຫ້ພວກເຮົາເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າ ເພື່ອນຳເອົາຜົນງານອັນຍິ່ງໃຫຍ່ນີ້ມາ.
4 ຈົ່ງເບິ່ງ ພວກເຂົາເປັນພັນໆຄົນມີຄວາມປິຕິຍິນດີ ແລະ ຖືກນຳມາເຂົ້າຄອກຂອງພຣະເຈົ້າ.
5 ຈົ່ງເບິ່ງ, ເຂົ້າຢູ່ໃນທົ່ງສຸກແລ້ວ ແລະ ພວກທ່ານເປັນສຸກແລ້ວ, ເພາະພວກທ່ານໄດ້ອອກແຮງງານດ້ວຍກ່ຽວ ແລະ ໄດ້ເກັບກ່ຽວດ້ວຍສຸດກຳລັງຂອງພວກທ່ານ, ແທ້ຈິງແລ້ວ, ພວກທ່ານໄດ້ອອກແຮງງານໝົດມື້; ແລະ ຈົ່ງເບິ່ງ, ຈຳນວນຝ່ອນເຂົ້າຂອງພວກທ່ານ! ແລະ ມັນຈະຖືກເກັບກ່ຽວໄວ້ໃນສາງເພື່ອມັນຈະບໍ່ເສຍຫາຍໄປ.
6 ແທ້ຈິງແລ້ວ, ມັນຈະບໍ່ຖືກລົມພາຍຸພັດໄປໃນວັນສຸດທ້າຍ; ແທ້ຈິງແລ້ວ, ມັນກໍຈະບໍ່ຖືກລົມບ້າໝູພັດຫອບໄປ, ແຕ່ເມື່ອລົມພາຍຸມາ ມັນຈະຖືກຮວບຮວມຕົວໄວ້ນຳກັນຢູ່ໃນບ່ອນຂອງມັນ, ເພື່ອລົມພາຍຸຈະເຂົ້າເຖິງມັນບໍ່ໄດ້; ແທ້ຈິງແລ້ວ, ມັນຈະບໍ່ຖືກພາຍຸຮ້າຍພັດໄປບ່ອນໃດທີ່ສັດຕູຕ້ອງການຈະພາມັນໄປ.
7 ແຕ່ຈົ່ງເບິ່ງ, ມັນຢູ່ໃນພຣະຫັດຂອງພຣະຜູ້ເປັນເຈົ້າ ແລະ ໃນລະດູຂອງການເກັບກ່ຽວ, ແລະ ມັນເປັນຂອງພຣະອົງ; ແລະ ພຣະອົງຈະຍົກມັນຂຶ້ນໃນວັນສຸດທ້າຍ.
8 ຂໍພຣະນາມຂອງພຣະເຈົ້າຂອງພວກເຮົາຈົ່ງຊົງພຣະກະເສີມສຳລານເຖີດ, ຈົ່ງຂໍໃຫ້ພວກເຮົາຮ້ອງເພງສັນລະເສີນພຣະອົງເຖີດ, ແທ້ຈິງແລ້ວ, ຂໍໃຫ້ພວກເຮົາຖະຫວາຍຄວາມຂອບພຣະໄທແດ່ພຣະນາມອັນສັກສິດຂອງພຣະອົງເຖີດ, ເພາະວ່າພຣະອົງໄດ້ເຮັດວຽກງານອັນຊອບທຳຕະຫລອດການ.
9 ຖ້າຫາກ ພວກເຮົາບໍ່ໄດ້ຈາກແຜ່ນດິນເຊລາເຮັມລາແລ້ວ, ພີ່ນ້ອງທີ່ຮັກຂອງພວກເຮົາເຫລົ່ານີ້ ຜູ້ຊຶ່ງຮັກພວກເຮົາທີ່ສຸດ ຈະຍັງຄົງທຸກທໍລະມານຢູ່ດ້ວຍຄວາມກຽດຊັງພວກເຮົາ, ແທ້ຈິງແລ້ວ, ພວກເຂົາຈະເປັນຄົນແປກໜ້າຕໍ່ພຣະເຈົ້າ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອອຳໂມນກ່າວຂໍ້ຄວາມນີ້ແລ້ວ, ອາໂຣນນ້ອງຊາຍຂອງລາວກໍຕິຕຽນລາວ, ໂດຍເວົ້າວ່າ: ອຳໂມນ, ຂ້ອຍຢ້ານວ່າຄວາມປິຕິຍິນດີຂອງເຈົ້າໄດ້ພາໃຫ້ເຈົ້າໄປຫາການອວດອ້າງເສຍແລ້ວ.
11 ແຕ່ອຳໂມນໄດ້ເວົ້າກັບລາວວ່າ: ຂ້ອຍບໍ່ໄດ້ອວດອ້າງໃນພະລັງຂອງຕົນເອງ ຫລື ໃນປັນຍາຂອງຕົນເອງ; ແຕ່ຈົ່ງເບິ່ງ, ຄວາມສຸກຂອງຂ້ອຍເຕັມປ່ຽມ, ແທ້ຈິງແລ້ວ, ໃຈຂອງຂ້ອຍເຕັມໄປດ້ວຍຄວາມສຸກ, ແລະ ຂ້ອຍຈະປິຕິຍິນດີໃນພຣະເຈົ້າຂອງຂ້ອຍ.
12 ແທ້ຈິງແລ້ວ, ຂ້ອຍຮູ້ວ່າ ຂ້ອຍບໍ່ໄດ້ມີຄຸນຄ່າຫຍັງໝົດ; ຖ້າອາໄສພະລັງຂອງຂ້ອຍເອງ ຂ້ອຍກໍອ່ອນແອ; ດັ່ງນັ້ນ ຂ້ອຍຈະບໍ່ອວດອ້າງເຖິງເລື່ອງຕົວເອງ, ແຕ່ຂ້ອຍຈະອວດອ້າງພຣະເຈົ້າຂອງຂ້ອຍ, ເພາະໃນພະລັງຂອງພຣະອົງ; ຂ້ອຍສາມາດເຮັດໄດ້ທຸກສິ່ງທຸກຢ່າງ; ແທ້ຈິງແລ້ວ, ຈົ່ງເບິ່ງ, ພວກເຮົາໄດ້ເຮັດສິ່ງມະຫັດສະຈັນອັນຍິ່ງໃຫຍ່ຫລາຍຢ່າງມາແລ້ວໃນແຜ່ນດິນນີ້, ຊຶ່ງພວກເຮົາຈະສັນລະເສີນພຣະນາມຂອງພຣະອົງຕະຫລອດການ.
13 ຈົ່ງເບິ່ງ, ພີ່ນ້ອງຂອງພວກເຮົາມີຈັກພັນຄົນແລ້ວທີ່ພຣະອົງໄດ້ປົດປ່ອຍອອກຈາກຄວາມເຈັບປວດແຫ່ງນະລົກ ແລະ ນຳມາຮ້ອງສັນລະເສີນຕໍ່ຄວາມຮັກທີ່ໄຖ່, ແລະ ນີ້ເປັນເພາະອຳນາດຂອງພຣະຄຳຂອງພຣະອົງ ຊຶ່ງຢູ່ກັບພວກເຮົາ, ດັ່ງນັ້ນ ພວກເຮົາບໍ່ມີເຫດຜົນອັນຍິ່ງໃຫຍ່ທີ່ຈະປິຕິຍິນດີບໍ?
14 ແທ້ຈິງແລ້ວ, ພວກເຮົາມີເຫດຜົນທີ່ຈະສັນລະເສີນພຣະອົງຕະຫລອດໄປ, ເພາະພຣະອົງເປັນພຣະເຈົ້າສູງສຸດ, ແລະ ໄດ້ປົດປ່ອຍພີ່ນ້ອງຂອງພວກເຮົາອອກຈາກໂສ້ແຫ່ງນະລົກ.
15 ແທ້ຈິງແລ້ວ, ພວກເຂົາຖືກປິດລ້ອມດ້ວຍຄວາມພິນາດ ແລະ ຄວາມມືດອັນເປັນນິດ; ແຕ່ຈົ່ງເບິ່ງ, ພຣະອົງໄດ້ນຳເອົາພວກເຂົາມາຫາຄວາມສະຫວ່າງອັນເປັນນິດຂອງພຣະອົງ, ແທ້ຈິງແລ້ວ, ມາຫາຄວາມລອດອັນເປັນນິດ; ແລະ ພວກເຂົາຖືກປິດລ້ອມດ້ວຍຄວາມຮັກອັນລົ້ນເຫລືອຂອງພຣະອົງ ຊຶ່ງຫາອັນປຽບບໍ່ໄດ້; ແທ້ຈິງແລ້ວ, ແລະ ພວກເຮົາໄດ້ເປັນເຄື່ອງມືໃນພຣະຫັດຂອງພຣະອົງໃນການເຮັດສິ່ງທີ່ຍິ່ງໃຫຍ່ ແລະ ໜ້າອັດສະຈັນນີ້.
16 ດັ່ງນັ້ນ, ຂໍໃຫ້ພວກເຮົາຈົ່ງປາບປື້ມເຖີດ, ແທ້ຈິງແລ້ວ, ພວກເຮົາຈະປາບປື້ມໃນພຣະຜູ້ເປັນເຈົ້າ; ແທ້ຈິງແລ້ວ, ພວກເຮົາຈະປິຕິຍິນດີ ເພາະວ່າຄວາມຜາສຸກຂອງພວກເຮົາເຕັມປ່ຽມ; ແທ້ຈິງແລ້ວ, ພວກເຮົາຈະສັນລະເສີນພຣະເຈົ້າຂອງພວກເຮົາຕະຫລອດໄປ. ຈົ່ງເບິ່ງ, ຜູ້ໃດຈະປາບປື້ມໃນພຣະຜູ້ເປັນເຈົ້າໄດ້ຫລາຍເກີນໄປ? ແທ້ຈິງແລ້ວ, ຜູ້ໃດຈະໄດ້ເວົ້າຫລາຍເກີນໄປເຖິງອຳນາດອັນຍິ່ງໃຫຍ່ຂອງພຣະອົງ, ແລະ ເຖິງຄວາມເມດຕາປານີ, ແລະ ເຖິງຄວາມອົດກັ້ນຂອງພຣະອົງທີ່ມີຕໍ່ລູກຫລານມະນຸດທັງປວງ? ຈົ່ງເບິ່ງ, ຂ້າພະເຈົ້າເວົ້າກັບພວກທ່ານວ່າ ຂ້າພະເຈົ້າບໍ່ສາມາດເວົ້າແມ່ນແຕ່ສ່ວນນ້ອຍໜຶ່ງຂອງຄວາມຮູ້ສຶກຂອງຂ້າພະເຈົ້າ.
17 ແລະ ຜູ້ໃດຈະຄິດວ່າພຣະເຈົ້າຂອງພວກເຮົາຈະເມດຕາປານີຫລາຍປານນີ້ ເຖິງກັບວ່າພຣະອົງຍາດເອົາພວກເຮົາອອກຈາກສະພາບອັນເປັນຕາຢ້ານ ແລະ ເຕັມໄປດ້ວຍບາບ ແລະ ຄວາມເປິະເປື້ອນຂອງພວກເຮົາ?
18 ຈົ່ງເບິ່ງ, ພວກເຮົາໄດ້ອອກໄປໃນຄວາມໂມໂຫ, ດ້ວຍການຄຸກຄາມຢ່າງໜັກທີ່ຈະທຳລາຍສາດສະໜາຈັກຂອງພຣະອົງ.
19 ໂອ້ ແລ້ວເປັນຫຍັງພຣະອົງຈຶ່ງບໍ່ສົ່ງພວກເຮົາໄປສູ່ຄວາມພິນາດອັນເປັນຕາຢ້ານນັ້ນ, ແທ້ຈິງແລ້ວ, ເປັນຫຍັງພຣະອົງຈຶ່ງບໍ່ປ່ອຍດາບແຫ່ງຄວາມຍຸດຕິທຳຂອງພຣະອົງຕົກລົງມາໃສ່ພວກເຮົາ, ແລະ ກຳນົດໃຫ້ພວກເຮົາໄປຫາຄວາມໝົດຫວັງຊົ່ວນິລັນດອນ?
20 ໂອ້ ຈິດວິນຍານຂອງຂ້າພະເຈົ້າເອີຍ, ມັນເກືອບຈະໜີໄປເມື່ອຄິດໄປແລ້ວ. ຈົ່ງເບິ່ງ, ພຣະອົງບໍ່ໄດ້ໃຊ້ຄວາມຍຸດຕິທຳຂອງພຣະອົງກັບພວກເຮົາ, ແຕ່ໃນພຣະເມດຕາປານີອັນຍິ່ງໃຫຍ່ຂອງພຣະອົງ, ພຣະອົງໄດ້ນຳພາພວກເຮົາອອກຈາກເຫວເລິກແຫ່ງຄວາມຕາຍ, ແລະ ຄວາມທຸກທໍລະມານອັນເປັນນິດ, ຈົນກະທັ້ງມາສູ່ຄວາມລອດຂອງຈິດວິນຍານຂອງພວກເຮົາ.
21 ແລະ ບັດນີ້ຈົ່ງເບິ່ງ, ພີ່ນ້ອງຂອງຂ້າພະເຈົ້າ, ມີມະນຸດທຳມະດາສາມັນຜູ້ໃດທີ່ຈະຮູ້ຈັກເລື່ອງເຫລົ່ານີ້? ຂ້າພະເຈົ້າກ່າວກັບພວກເຈົ້າວ່າ, ບໍ່ມີເລີຍ, ບໍ່ມີຜູ້ໃດທີ່ຈະຮູ້ຈັກເລື່ອງເຫລົ່ານີ້, ນອກຈາກຄົນທີ່ສຳນຶກຜິດແລ້ວ.
22 ແທ້ຈິງແລ້ວ, ຜູ້ທີ່ກັບໃຈ ແລະ ສະແດງສັດທາ, ແລະ ນຳເອົາວຽກງານດີອອກມາ, ແລະ ອະທິຖານສະໝ່ຳສະເໝີຢ່າງບໍ່ທໍ້ຖອຍ—ແລ້ວພຣະເຈົ້າຈະເຮັດໃຫ້ຄົນເຊັ່ນນັ້ນຮູ້ເຖິງຄວາມລຶກລັບຂອງພຣະເຈົ້າ; ແທ້ຈິງແລ້ວ, ພຣະອົງຈະມອບການເປີດເຜີຍເຖິງສິ່ງທີ່ບໍ່ເຄີຍເປີດເຜີຍມາກ່ອນໃຫ້ແກ່ຄົນແບບນັ້ນ; ແທ້ຈິງແລ້ວ, ພຣະອົງຈະປະທານໃຫ້ແກ່ຄົນແບບນັ້ນ ເພື່ອຈະໄດ້ນຳພາຄົນເປັນຈຳນວນພັນໆມາສູ່ການກັບໃຈ, ເໝືອນດັ່ງພຣະອົງເຄີຍໄດ້ປະທານໃຫ້ແກ່ພວກເຮົາມາແລ້ວ ເພື່ອນຳພາພີ່ນ້ອງເຫລົ່ານີ້ຂອງພວກເຮົາມາສູ່ການກັບໃຈ.
23 ບັດນີ້ພີ່ນ້ອງຂອງຂ້າພະເຈົ້າເອີຍ, ພວກທ່ານຈື່ໄດ້ບໍ່ວ່າ ພວກເຮົາໄດ້ເວົ້າກັບພີ່ນ້ອງຂອງພວກເຮົາຜູ້ທີ່ອາໄສຢູ່ໃນແຜ່ນດິນເຊລາເຮັມລາວ່າ, ພວກເຮົາຈະຂຶ້ນໄປຫາແຜ່ນດິນນີໄຟ ເພື່ອສິດສອນຊາວເລມັນຜູ້ເປັນພີ່ນ້ອງຂອງພວກເຮົາແລ້ວ ພວກເຂົາກໍຫົວເຍາະເຍີ້ຍພວກເຮົາ?
24 ພວກເຂົາໄດ້ເວົ້າກັບພວກເຮົາວ່າ: ພວກເຈົ້າຄິດບໍ່ວ່າ ພວກເຈົ້າຈະນຳເອົາຊາວເລມັນມາຫາຄວາມຮູ້ເລື່ອງຄວາມຈິງໄດ້? ພວກເຈົ້າຄິດບໍ່ວ່າພວກເຈົ້າຈະເຮັດໃຫ້ຊາວເລມັນສຳນຶກເຖິງຄວາມບໍ່ຖືກຕ້ອງຂອງຮີດຄອງປະເພນີຂອງບັນພະບຸລຸດຂອງພວກເຂົາໄດ້ ເພາະວ່າພວກເຂົາເປັນຄົນແຂງຄໍ; ຊຶ່ງໃຈຂອງພວກເຂົາຊື່ນຊົມໃນການນອງເລືອດ; ຊຶ່ງເວລາຂອງພວກເຂົາຖືກໃຊ້ມົ້ວສຸມຢູ່ກັບຄວາມຊົ່ວຮ້າຍທີ່ສຸດ; ຊຶ່ງທາງຂອງພວກເຂົາເປັນທາງຂອງຄົນລ່ວງລະເມີດມາແຕ່ຕົ້ນ? ບັດນີ້ພີ່ນ້ອງຂອງຂ້າພະເຈົ້າ, ພວກທ່ານຈົ່ງຈື່ຈຳໄວ້ວ່າ ນີ້ຄືຄຳເວົ້າຂອງພວກເຂົາ.
25 ແລະ ຍິ່ງໄປກວ່ານັ້ນ ພວກເຂົາໄດ້ເວົ້າວ່າ: ໃຫ້ພວກເຮົາຈັບອາວຸດຂຶ້ນສູ້ຮົບກັບພວກເຂົາເທາະ, ເພື່ອພວກເຮົາຈະໄດ້ທຳລາຍພວກເຂົາ ແລະ ທຳລາຍຄວາມຊົ່ວຮ້າຍຂອງພວກເຂົາອອກໄປຈາກແຜ່ນດິນນີ້, ຖ້າບໍ່ດັ່ງນັ້ນ ພວກເຂົາຈະມາຢຽບຍ່ຳ ແລະ ທຳລາຍພວກເຮົາ.
26 ແຕ່ ຈົ່ງເບິ່ງ, ພີ່ນ້ອງທີ່ຮັກຂອງຂ້າພະເຈົ້າເອີຍ, ພວກເຮົາໄດ້ເຂົ້າມາໃນຖິ່ນແຫ້ງແລ້ງກັນດານ ບໍ່ແມ່ນມີເຈດຕະນາທີ່ຈະທຳລາຍພີ່ນ້ອງຂອງພວກເຮົາ, ແຕ່ມີເຈດຕະນາວ່າ ບາງທີພວກເຮົາອາດຈະໄດ້ຊ່ອຍເຫລືອຄົນບາງຄົນໃຫ້ລອດພົ້ນ.
27 ບັດນີ້ເມື່ອໃຈຂອງພວກເຮົາທໍ້ຖອຍ ແລະ ພວກເຮົາເກືອບຈະກັບຄືນໄປ, ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າ ໄດ້ປອບໃຈພວກເຮົາ, ແລະ ກ່າວວ່າ: ຈົ່ງອອກໄປໃນບັນດາຊາວເລມັນ, ພີ່ນ້ອງຂອງພວກເຂົາ, ຈົ່ງຮັບເອົາຄວາມທຸກທໍລະມານຂອງພວກເຈົ້າດ້ວຍຄວາມອົດທົນ, ແລະ ເຮົາຈະມອບຄວາມສຳເລັດໃຫ້ແກ່ພວກເຈົ້າ.
28 ແລະ ບັດນີ້ຈົ່ງເບິ່ງ, ພວກເຮົາໄດ້ມາ ແລະ ອອກໄປຢູ່ໃນບັນດາພວກເຂົາ ແລະ ພວກເຮົາໄດ້ອົນທົນໃນຄວາມທຸກທໍລະມານຂອງພວກເຮົາ, ແລະ ພວກເຮົາໄດ້ອົດທົນຕໍ່ຄວາມຂາດແຄນທຸກຢ່າງ; ແທ້ຈິງແລ້ວ, ພວກເຮົາເດີນທາງໄປຫາເຮືອນນີ້ເຮືອນນັ້ນ, ໄວ້ວາງໃຈຕາມຄວາມເມດຕາປານີຂອງໂລກ—ບໍ່ພຽງແຕ່ຄວາມເມດຕາປານີທາງໂລກເທົ່ານັ້ນ ແຕ່ໃນພຣະເມດຕາປານີຂອງພຣະເຈົ້ານຳອີກ.
29 ແລະ ພວກເຮົາໄດ້ເຂົ້າໄປໃນເຮືອນຂອງພວກເຂົາ ແລະ ໄດ້ສິດສອນພວກເຂົາ, ແລະ ພວກເຮົາໄດ້ສິດສອນພວກເຂົາຕາມຖະໜົນຫົນທາງ; ແທ້ຈິງແລ້ວ, ພວກເຮົາໄດ້ສິດສອນພວກເຂົາຢູ່ເທິງເນີນພູ ແລະ ໄດ້ເຂົ້າໄປໃນພຣະວິຫານ ແລະ ທຳມະສາລາເພື່ອສິດສອນພວກເຂົາ; ແລະ ພວກເຮົາໄດ້ຖືກຂັບໄລ່ໜີ ແລະ ໄດ້ຖືກເຍາະເຍີ້ຍຫົວຂວັນ, ແລະ ໄດ້ຖືກຖົ່ມນ້ຳລາຍໃສ່, ແລະ ໄດ້ຖືກຕົບໜ້າ, ແລະ ໄດ້ຖືກແກວ່ງກ້ອນຫີນໃສ່, ແລະໄດ້ຖືກຈັບ, ແລະ ໄດ້ຖືກມັດດ້ວຍເຊືອກໝັ້ນ, ແລະ ໄດ້ຖືກເອົາໄປເຂົ້າຄຸກ, ແຕ່ໂດຍອຳນາດ ແລະ ຄວາມສະຫລຽວສະຫລາດຂອງພຣະເຈົ້າ ພວກເຮົາຈຶ່ງໄດ້ຮັບການປົດປ່ອຍ.
30 ພວກເຮົາໄດ້ຮັບຄວາມທຸກທໍລະມານຕ່າງໆນາໆ, ແລະ ທັງໝົດນີ້ເພື່ອບາງທີ່ພວກເຮົາອາດຈະໄດ້ເປັນຫົນທາງຊ່ອຍເຫລືອຈິດວິນຍານດວງໜຶ່ງໃຫ້ລອດ; ແລະ ພວກເຂົາຄິດວ່າພວກເຮົາຈະເຕັມໄປດ້ວຍຄວາມສຸກ ຖ້າຫາກພວກເຮົາສາມາດເປັນຫົນທາງຊ່ອຍເຫລືອຜູ້ໃດຜູ້ໜຶ່ງໃຫ້ລອດໄດ້.
31 ບັດນີ້ຈົ່ງເບິ່ງ, ພວກເຮົາສາມາດເບິ່ງໄປ ແລະ ເຫັນຜົນຂອງວຽກງານຂອງພວກເຮົາໄດ້; ແລະ ມັນມີໜ້ອຍບໍ່? ຂ້າພະເຈົ້າກ່າວກັບພວກທ່ານວ່າ ບໍ່ເລີຍ, ມັນມີຫລາຍ; ແທ້ຈິງແລ້ວ, ແລະ ພວກເຮົາສາມາດເປັນພະຍານໄດ້ເຖິງຄວາມຈິງໃຈຂອງພວກເຂົາ, ຍ້ອນວ່າຄວາມຮັກຂອງພວກເຂົາທີ່ມີຕໍ່ພີ່ນ້ອງຂອງພວກເຂົາ ແລະ ຄວາມຮັກທີ່ມີຕໍ່ພວກເຮົານຳອີກ.
32 ເພາະຈົ່ງເບິ່ງ, ພວກເຂົາຍອມເສຍສະລະຊີວິດຕົວເອງ ແທນທີ່ຈະເອົາຊີວິດຂອງສັດຕູຂອງພວກເຂົາ; ແລະ ພວກເຂົາໄດ້ຝັງອາວຸດແຫ່ງສົງຄາມຂອງພວກເຂົາໄວ້ເລິກໃນດິນ, ຍ້ອນວ່າພວກເຂົາມີຄວາມຮັກຕໍ່ພີ່ນ້ອງຂອງພວກເຂົາ.
33 ແລະ ບັດນີ້ຈົ່ງເບິ່ງ ຂ້າພະເຈົ້າເວົ້າກັບພວກທ່ານວ່າ ມັນເຄີຍມີຄວາມຮັກອັນຍິ່ງໃຫຍ່ແບບນີ້ຢູ່ໃນແຜ່ນດິນທົ່ວໄປບໍ? ຈົ່ງເບິ່ງ, ຂ້າພະເຈົ້າເວົ້າກັບພວກທ່ານວ່າ, ບໍ່ມີເລີຍ, ທັງໆທີ່ຢູ່ໃນບັນດາຊາວນີໄຟ ກໍບໍ່ເຄີຍມີເລີຍ.
34 ເພາະຈົ່ງເບິ່ງ, ຊາວນີໄຟຈະຈັບອາວຸດຂຶ້ນຕໍ່ສູ້ພີ່ນ້ອງຂອງພວກເຂົາ; ພວກເຂົາຈະບໍ່ຍອມໃຫ້ຕົນເອງຖືກຂ້າຕາຍເລີຍ. ແຕ່ຈົ່ງເບິ່ງ, ມີຫລາຍຄົນໃນພວກນີ້ທີ່ຍອມສະລະຊີວິດຂອງຕົນ ແລະ ພວກເຮົາຮູ້ວ່າ ພວກເຂົາໄປເຝົ້າພຣະເຈົ້າຂອງພວກເຂົາແລ້ວ, ເພາະຄວາມຮັກຂອງພວກເຂົາ ແລະ ຄວາມກຽດຊັງບາບຂອງພວກເຂົາ.
35 ບັດນີ້ພວກເຮົາມີເຫດຜົນທີ່ຈະປິຕິຍິນດີບໍ? ແທ້ຈິງແລ້ວ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ຕັ້ງແຕ່ໂລກນີ້ເລີ່ມຕົ້ນ ບໍ່ເຄີຍມີຜູ້ໃດຈະມີເຫດຜົນຫລາຍແບບນີ້ທີ່ຈະປິຕິຍິນດີຄືກັນກັບພວກເຮົາ; ແທ້ຈິງແລ້ວ, ຄວາມຜາສຸກຂອງຂ້າພະເຈົ້າຖືກພາໄປຈົນເຖິງການອວດອ້າງພຣະເຈົ້າຂອງຂ້າພະເຈົ້າ; ເພາະພຣະອົງມີອຳນາດທຸກຢ່າງ, ມີຄວາມສະຫລຽວສະຫລາດທຸກຢ່າງ, ແລະ ມີຄວາມເຂົ້າໃຈທຸກຢ່າງ, ແລະ ພຣະອົງເຂົ້າໃຈ ແລະ ມີຄວາມເມດຕາປານີຈົນເຖິງຂັ້ນທີ່ມອບຄວາມລອດໃຫ້ແກ່ຜູ້ທີ່ກັບໃຈ ແລະ ເຊື່ອໃນພຣະນາມຂອງພຣະອົງ.
36 ບັດນີ້ຖ້າຫາກສິ່ງນີ້ເປັນການອວດອ້າງແລ້ວ, ຂ້າພະເຈົ້າຈະອວດອ້າງມັນ; ເພາະວ່ານີ້ຄືຊີວິດ ແລະ ຄວາມສະຫວ່າງຂອງຂ້າພະເຈົ້າ, ຄວາມຜາສຸກ ແລະ ຄວາມລອດຂອງຂ້າພະເຈົ້າ, ແລະ ການໄຖ່ຂອງຂ້າພະເຈົ້າອອກຈາກຄວາມຈິບຫາຍຕະຫລອດໄປ. ແທ້ຈິງແລ້ວ, ຂໍໃຫ້ພຣະນາມຂອງພຣະເຈົ້າຂອງຂ້າພະເຈົ້າ ຈົ່ງພຣະກະເສີມສຳລານເຖີດ, ພຣະຜູ້ທີ່ເປັນຫ່ວງຜູ້ຄົນພວກນີ້, ຜູ້ທີ່ເປັນກິ່ງງ່າຂອງຕົ້ນອິດສະຣາເອນ, ຊຶ່ງຫລົງຈາກຕົ້ນຂອງມັນເຂົ້າໄປໃນແຜ່ນດິນໃໝ່; ແທ້ຈິງແລ້ວ, ຂ້າພະເຈົ້າເວົ້າວ່າ, ຂໍພຣະນາມຂອງພຣະເຈົ້າຈົ່ງພຣະກະເສີມສຳລານເຖີດ, ພຣະອົງເປັນຫ່ວງພວກເຮົາ, ຄົນທີ່ຊັດເຊພະເນຈອນໄປໃນແຜ່ນດິນໃໝ່.
37 ບັດນີ້ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ ພວກເຮົາເຫັນວ່າ ພຣະເຈົ້າເປັນຫ່ວງນຳທຸກຄົນ ບໍ່ວ່າພວກເຂົາຈະຢູ່ໃນແຜ່ນດິນໃດກໍຕາມ; ແທ້ຈິງແລ້ວ, ພຣະອົງນັບຜູ້ຄົນຂອງພຣະອົງ ແລະ ອຸທອນກ້ອນເລືອດແຫ່ງພຣະເມດຕາປານີຂອງພຣະອົງທີ່ມີຢູ່ເທິງແຜ່ນດິນໂລກທັງໝົດ. ບັດນີ້ ນີ້ຄືຄວາມຜາສຸກຂອງຂ້າພະເຈົ້າ, ແລະ ການຖະຫວາຍຂອບພຣະໄທອັນລົ້ນເຫລືອຂອງຂ້າພະເຈົ້າ; ແທ້ຈິງແລ້ວ, ແລະ ຂ້າພະເຈົ້າຈະຖະຫວາຍຄວາມຂອບພຣະໄທແດ່ພຣະເຈົ້າຂອງຂ້າພະເຈົ້າຕະຫລອດໄປ. ອາແມນ.

