ບົດທີ 32
ແອວມາສິດສອນຄົນຍາກຈົນຜູ້ຊຶ່ງຄວາມທຸກທໍລະມານເຮັດໃຫ້ພວກເຂົາຖ່ອມຕົວ—ສັດທາແມ່ນຄວາມຫວັງໃນສິ່ງທີ່ບໍ່ເຄີຍເຫັນ ຊຶ່ງເປັນຄວາມຈິງ—ແອວມາໃຫ້ຖ້ອຍຄຳວ່າ ເຫລົ່າທູດປະຕິບັດສາດສະໜາກິດແກ່ຜູ້ຊາຍ, ຜູ້ຍິງ, ແລະ ເດັກນ້ອຍ—ແອວມາປຽບທຽບພຣະທຳໃສ່ກັບເມັດພືດ—ມັນຕ້ອງຖືກເອົາໄປປູກ ແລະ ບຳລຸງລ້ຽງ—ແລ້ວມັນຈະເຕີບໂຕເປັນກົກໃຫຍ່ ເພື່ອຈະໄດ້ປິດເອົາໝາກໄມ້ນິລັນດອນຈາກຕົ້ນນັ້ນ. ປະມານ 74 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເພິ່ນໄດ້ອອກໄປ, ແລະ ເລີ່ມຕົ້ນສອນພຣະຄຳຂອງພຣະເຈົ້າໃຫ້ແກ່ຜູ້ຄົນ, ໂດຍເຂົ້າໄປໃນທຳມະສາລາ ແລະ ໃນບ້ານເຮືອນຂອງພວກເຂົາ; ແທ້ຈິງແລ້ວ, ແລະ ພວກເພິ່ນໄດ້ສິດສອນພຣະຄຳເຖິງແມ່ນຕາມຖະໜົນຫົນທາງຂອງພວກເຂົານຳອີກ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກທີ່ໄດ້ທຳງານຢ່າງພາກພຽນໃນບັນດາພວກເຂົາ, ພວກເພິ່ນກໍເລີ່ມມີຄວາມສຳເລັດໃນບັນດາຄົນຍາກຈົນ; ເພາະຈົ່ງເບິ່ງ, ພວກເຂົາໄດ້ຖືກຂັບໄລ່ອອກຈາກທຳມະສາລາ ເພາະເສື້ອຜ້າລຸງລັງຂອງພວກເຂົາ—
3 ສະນັ້ນ ພວກເຂົາຈຶ່ງຖືກຫ້າມບໍ່ໃຫ້ເຂົ້າໄປໃນທຳມະສາລາຂອງພວກເຂົາເພື່ອນະມັດສະການພຣະເຈົ້າ, ເພາະຖືວ່າເປັນຄວາມສົກກະປົກ; ດັ່ງນັ້ນ ພວກເຂົາຈຶ່ງຍາກຈົນ; ແທ້ຈິງແລ້ວ, ພວກເຂົາຖືກພີ່ນ້ອງຂອງພວກເຂົາຖືວ່າ ພວກເຂົາບໍ່ມີຄຸນຄ່າ; ດັ່ງນັ້ນ ພວກເຂົາຈຶ່ງຍາກຈົນທາງໂລກ ແລະ ຍາກຈົນໃນໃຈນຳອີກ.
4 ບັດນີ້, ຂະນະທີ່ແອວມາກຳລັງສິດສອນ ແລະ ເວົ້າກັບຜູ້ຄົນຢູ່ເທິງເນີນພູໂອໄນດາ, ມີຝູງຄົນເປັນຈຳນວນຫລວງຫລາຍມາຫາເພິ່ນ, ຊຶ່ງຄືຄົນທີ່ພວກເຮົາກຳລັງເວົ້າເຖິງຢູ່, ຜູ້ຍາກຈົນໃນໃຈ, ເພາະຄວາມຍາກຈົນຂອງພວກເຂົາກ່ຽວກັບສິ່ງຂອງທາງໂລກ.
5 ແລະ ພວກເຂົາໄດ້ເຂົ້າມາຫາແອວມາ; ແລະ ຄົນໜຶ່ງຊຶ່ງເດັ່ນທີ່ສຸດໃນບັນດາພວກເຂົາກ່າວກັບເພິ່ນວ່າ: ຈົ່ງເບິ່ງ, ພີ່ນ້ອງພວກນີ້ຂອງຂ້າພະເຈົ້າຈະເຮັດແນວໃດ ເພາະພວກເຂົາຖືກຄົນທັງປວງໝິ່ນປະໝາດເພາະຄວາມຍາກຈົນຂອງພວກເຂົາ, ແທ້ຈິງແລ້ວ, ໂດຍສະເພາະແມ່ນພວກປະໂລຫິດຂອງພວກເຮົາ; ເພາະພວກເຂົາໄດ້ຂັບໄລ່ພວກເຮົາອອກຈາກທຳມະສາລາຂອງພວກເຮົາ ຊຶ່ງພວກເຮົາໄດ້ລົງແຮງໄວ້ຢ່າງຫລວງຫລາຍ ແລະ ໄດ້ສ້າງດ້ວຍມືຂອງພວກເຮົາເອງ; ພວກເຂົາໄດ້ໄລ່ພວກເຮົາໜີ ເພາະຄວາມຍາກຈົນຂອງພວກເຮົາ ແລະ ພວກເຮົາບໍ່ມີບ່ອນທີ່ຈະນະມັດສະການພຣະເຈົ້າຂອງພວກເຮົາ; ແລະ ຈົ່ງເບິ່ງ, ພວກເຮົາຈະເຮັດແນວໃດດີ?
6 ແລະ ບັດນີ້ເມື່ອແອວມາໄດ້ຍິນເລື່ອງນີ້ແລ້ວ, ເພິ່ນກໍໄດ້ຫັນຕົວມາ ແລະ ເບິ່ງໜ້າຂອງຄົນນັ້ນທັນທີ; ແລະ ເພິ່ນໄດ້ເບິ່ງດ້ວຍຄວາມປິຕິຍິນດີອັນໃຫຍ່ຫລວງ; ເພາະເພິ່ນເຫັນວ່າຄວາມທຸກທໍລະມານຂອງພວກເຂົາເຮັດໃຫ້ພວກເຂົາຖ່ອມຕົວລົງ, ແລະ ພວກເຂົາຈະຢູ່ໃນການຕຽມພ້ອມທີ່ຈະຟັງພຣະຄຳ.
7 ດັ່ງນັ້ນ ເພິ່ນຈຶ່ງບໍ່ໄດ້ກ່າວອັນໃດອີກກັບຝູງຊົນ; ແຕ່ເພິ່ນໄດ້ຍື່ນມືອອກໄປ ແລະ ຮ້ອງປ່າວຕໍ່ຄົນທີ່ເພິ່ນເຫັນ, ຊຶ່ງເປັນຜູ້ສຳນຶກຜິດຢ່າງຈິງໃຈ, ແລະ ກ່າວກັບພວກເຂົາວ່າ:
8 ຂ້າພະເຈົ້າເຫັນວ່າ ພວກທ່ານຕ່ຳຕ້ອຍໃນໃຈ; ແລະ ຖ້າພວກທ່ານເປັນດັ່ງນັ້ນ, ພວກທ່ານຍ່ອມເປັນສຸກແລ້ວ.
9 ຈົ່ງເບິ່ງ ພີ່ນ້ອງຂອງພວກທ່ານໄດ້ກ່າວວ່າ ພວກເຮົາຈະເຮັດແນວໃດດີ?—ເພາະພວກເຮົາໄດ້ຖືກຂັບໄລ່ອອກຈາກທຳມະສາລາຂອງພວກເຮົາ, ສະນັ້ນ ພວກເຮົາຈຶ່ງນະມັດສະການພຣະເຈົ້າຂອງພວກເຮົາບໍ່ໄດ້.
10 ຈົ່ງເບິ່ງ ຂ້າພະເຈົ້າກ່າວກັບພວກທ່ານວ່າ ພວກທ່ານຄິດບໍວ່າ ພວກທ່ານຈະນະມັດສະການພຣະເຈົ້າບໍ່ໄດ້ ນອກຈາກຈະຢູ່ໃນທຳມະສາລາຂອງພວກທ່ານເທົ່ານັ້ນ?
11 ແລະ ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າຈະຖາມວ່າ, ພວກທ່ານຄິດວ່າພວກທ່ານບໍ່ຄວນນະມັດສະການພຣະເຈົ້ານອກຈາກອາທິດລະເທື່ອເທົ່ານັ້ນບໍ?
12 ຂ້າພະເຈົ້າກ່າວກັບພວກທ່ານວ່າ, ມັນເປັນການດີທີ່ພວກທ່ານໄດ້ຖືກຂັບໄລ່ອອກຈາກທຳມະສາລາຂອງພວກທ່ານ, ເພື່ອພວກທ່ານຈະໄດ້ຖ່ອມຕົວ, ແລະ ເພື່ອພວກທ່ານຈະໄດ້ຮຽນຮູ້ປັນຍາ; ເພາະມັນຈຳເປັນທີ່ພວກທ່ານຈະຮຽນຮູ້ປັນຍາ; ເພາະມັນເປັນດ້ວຍວ່າ ພວກທ່ານຖືກຂັບໄລ່, ວ່າພີ່ນ້ອງຂອງພວກທ່ານໝິ່ນປະໝາດພວກທ່ານ ເພາະຄວາມຍາກຈົນຫລາຍຂອງພວກທ່ານ, ຈຶ່ງນຳພວກທ່ານມາຫາຄວາມຕ່ຳຕ້ອຍທີ່ສຸດແຫ່ງໃຈ; ເພາະພວກທ່ານຈຳຕ້ອງຖືກນຳມາໃຫ້ຖ່ອມຕົວ.
13 ແລະ ບັດນີ້, ເພາະພວກທ່ານຖືກບັງຄັບໃຫ້ຖ່ອມຕົວ ພວກທ່ານຈຶ່ງເປັນສຸກ; ເພາະວ່າບາງຄັ້ງຖ້າຫາກມະນຸດຖືກບັງຄັບໃຫ້ຖ່ອມຕົວ, ເຂົາຈະສະແຫວງຫາການກັບໃຈ; ແລະ ບັດນີ້ຜູ້ໃດກໍຕາມທີ່ກັບໃຈ, ຜູ້ນັ້ນຈະພົບຄວາມເມດຕາຢ່າງແນ່ນອນ; ແລະ ຜູ້ທີ່ພົບຄວາມເມດຕາ ແລະ ອົດທົນຈົນເຖິງທີ່ສຸດ ຜູ້ນັ້ນກໍຈະລອດ.
14 ແລະ ບັດນີ້, ດັ່ງທີ່ຂ້າພະເຈົ້າໄດ້ເວົ້າກັບພວກທ່ານມາແລ້ວວ່າ ເພາະພວກທ່ານຖືກບັງຄັບໃຫ້ຖ່ອມຕົວ, ພວກທ່ານຈຶ່ງໄດ້ຮັບພອນ. ພວກທ່ານຄິດບໍວ່າ ຄົນທີ່ຖ່ອມຕົວໂດຍແທ້ເພາະພຣະຄຳ ຜູ້ນັ້ນຈະໄດ້ຮັບພອນຫລາຍກວ່າ?
15 ແທ້ຈິງແລ້ວ, ຜູ້ທີ່ຖ່ອມຕົວດ້ວຍຄວາມຈິງໃຈ ແລະ ກັບໃຈຈາກບາບຂອງຕົນ, ແລະ ອົດທົນຈົນເຖິງທີ່ສຸດ, ຜູ້ນັ້ນຈະໄດ້ຮັບພອນ—ແທ້ຈິງແລ້ວ, ຜູ້ນັ້ນຈະໄດ້ຮັບພອນຫລາຍກວ່າຜູ້ທີ່ຖືກບັງຄັບໃຫ້ຖ່ອມຕົວ ເພາະຄວາມຍາກຈົນຢ່າງຍິ່ງຂອງຕົນ.
16 ສະນັ້ນ, ຄົນທີ່ຖ່ອມຕົວໂດຍບໍ່ໄດ້ຖືກບັງຄັບໃຫ້ຖ່ອມຕົວຍ່ອມເປັນສຸກ; ຫລື ໝາຍຄວາມວ່າ ຄົນທີ່ເຊື່ອຖືໃນພຣະຄຳຂອງພຣະເຈົ້າ ແລະ ຮັບບັບຕິສະມາໂດຍບໍ່ດື້ດ້ານໃຈຍ່ອມເປັນສຸກ, ແທ້ຈິງແລ້ວ, ໂດຍບໍ່ໄດ້ຖືກນຳມາໃຫ້ຮູ້ຈັກພຣະຄຳ, ຫລື ຖືກບັງຄັບໃຫ້ຮູ້ຈັກກ່ອນທີ່ເຂົາຈະເຊື່ອ.
17 ແທ້ຈິງແລ້ວ, ມີຢູ່ຫລາຍຄົນທີ່ເວົ້າວ່າ: ຖ້າຫາກທ່ານຈະສະແດງເຄື່ອງໝາຍຈາກສະຫວັນແກ່ພວກເຮົາແລ້ວ, ພວກເຮົາຈຶ່ງຈະຮູ້ເຖິງຄວາມແນ່ນອນ; ເມື່ອນັ້ນພວກເຮົາຈຶ່ງຈະເຊື່ອ.
18 ບັດນີ້ຂ້າພະເຈົ້າຂໍຖາມວ່າ ນີ້ແມ່ນສັດທາບໍ? ຈົ່ງເບິ່ງ, ຂ້າພະເຈົ້າເວົ້າກັບພວກທ່ານວ່າ, ບໍ່ເລີຍ; ເພາະຖ້າຫາກ ລາວຮູ້ສິ່ງນັ້ນແລ້ວ ລາວກໍບໍ່ມີເຫດຜົນທີ່ຈະຕ້ອງເຊື່ອ, ເພາະລາວຮູ້ມັນແລ້ວ.
19 ແລະ ບັດນີ້ຄົນທີ່ຮູ້ພຣະປະສົງຂອງພຣະເຈົ້າແລ້ວບໍ່ປະຕິບັດຕາມຈະຖືກສາບແຊ່ງຫລາຍປານໃດກວ່າຄົນທີ່ພຽງແຕ່ເຊື່ອ ຫລື ພຽງມີເຫດຜົນທີ່ຈະເຊື່ອ ແລະ ຕົກຢູ່ໃນການລ່ວງລະເມີດ?
20 ບັດນີ້ພວກທ່ານຄວນຕັດສິນກ່ຽວກັບເລື່ອງນີ້. ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ມັນເປັນທາງໜຶ່ງ ແມ່ນດັ່ງທີ່ມັນເປັນອີກທາງໜຶ່ງ; ແລະ ມັນຈະເປັນກັບມະນຸດທຸກຄົນຕາມວຽກງານຂອງເຂົາ.
21 ແລະ ບັດນີ້ດັ່ງທີ່ຂ້າພະເຈົ້າໄດ້ເວົ້າມາແລ້ວກ່ຽວກັບສັດທາ—ສັດທາບໍ່ແມ່ນການມີຄວາມຮູ້ອັນສົມບູນເຖິງເລື່ອງຕ່າງໆ; ດັ່ງນັ້ນ ຖ້າຫາກພວກທ່ານມີສັດທາ ພວກທ່ານກໍຫວັງໃນສິ່ງທີ່ບໍ່ເຄີຍເຫັນ, ຊຶ່ງເປັນຄວາມຈິງ.
22 ແລະ ບັດນີ້, ຈົ່ງເບິ່ງຂ້າພະເຈົ້າເວົ້າກັບພວກທ່ານ, ແລະ ຢາກໃຫ້ພວກທ່ານຈຳໄວ້, ວ່າພຣະເຈົ້າມີຄວາມເມດຕາຕໍ່ຄົນທັງປວງທີ່ເຊື່ອໃນພຣະນາມຂອງພຣະອົງ; ດັ່ງນັ້ນ ພຣະອົງຈຶ່ງປາຖະໜາໃນປະການທຳອິດໃຫ້ທ່ານເຊື່ອໃນພຣະຄຳຂອງພຣະອົງ.
23 ແລະ ບັດນີ້, ພຣະອົງໄດ້ໃຫ້ພຣະຄຳຂອງພຣະອົງແກ່ມະນຸດຈາກເຫລົ່າທູດ, ແທ້ຈິງແລ້ວ, ບໍ່ແມ່ນແຕ່ໃຫ້ຜູ້ຊາຍເທົ່ານັ້ນ ແຕ່ໃຫ້ແກ່ຜູ້ຍິງນຳອີກ. ບັດນີ້ຍັງບໍ່ໝົດ; ເດັກນ້ອຍໆກໍໄດ້ຮັບພຣະຄຳມາສູ່ຕົນເອງຫລາຍເທື່ອ, ຈົນວ່າຈະເຮັດໃຫ້ຄົນທີ່ມີປັນຍາ ແລະ ຄົນທີ່ມີການສຶກສາຍອມຈຳນົນ.
24 ແລະ ບັດນີ້, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ເນື່ອງຈາກວ່າພວກທ່ານປາຖະໜາຢາກຮູ້ຈາກຂ້າພະເຈົ້າວ່າພວກທ່ານຄວນຈະເຮັດແນວໃດດີ ເພາະພວກທ່ານມີທຸກ ແລະ ໄດ້ຖືກຂັບໄລ່ອອກມາ—ບັດນີ້ຂ້າພະເຈົ້າບໍ່ຢາກໃຫ້ພວກທ່ານຄິດວ່າ ຂ້າພະເຈົ້າຕັ້ງໃຈຕັດສິນພວກທ່ານນອກຈາກມັນເປັນໄປຕາມສິ່ງທີ່ມີຈິງເທົ່ານັ້ນ—
25 ເພາະຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າ ພວກທ່ານທຸກຄົນໄດ້ຖືກບັງຄັບໃຫ້ຖ່ອມຕົວ ເພາະຂ້າພະເຈົ້າເຊື່ອແທ້ໆວ່າ ມີບາງຄົນໃນບັນດາພວກທ່ານທີ່ຈະຖ່ອມຕົວ ບໍ່ວ່າພວກເຂົາຈະຢູ່ໃນສະພາບແບບໃດກໍຕາມ.
26 ບັດນີ້, ດັ່ງທີ່ຂ້າພະເຈົ້າໄດ້ເວົ້າໄວ້ກ່ຽວກັບສັດທາ—ວ່າມັນບໍ່ແມ່ນຄວາມຮູ້ອັນສົມບູນ—ຄຳເວົ້າຂອງຂ້າພະເຈົ້າກໍເໝືອນກັນ. ທຳອິດພວກທ່ານຈະຮູ້ເຖິງຄວາມແນ່ນອນຂອງມັນຈົນສົມບູນບໍ່ໄດ້, ເຊັ່ນດຽວກັນກັບສັດທາທີ່ບໍ່ແມ່ນຄວາມຮູ້ອັນສົມບູນ.
27 ແຕ່ຈົ່ງເບິ່ງ, ຖ້າຫາກພວກທ່ານຈະຕື່ນ ແລະ ປຸກຄວາມສາມາດຂອງພວກທ່ານ ຈົນມາຫາການທົດລອງຄຳເວົ້າຂອງຂ້າພະເຈົ້າ ແລະ ໃຊ້ສັດທາຈັກໜ້ອຍໜຶ່ງ, ແທ້ຈິງແລ້ວ, ຖ້າຫາກພວກທ່ານເຮັດບໍ່ໄດ້ຫລາຍໄປກວ່າຄວາມປາຖະໜາທີ່ຈະເຊື່ອ, ກໍຂໍໃຫ້ຄວາມປາຖະໜານີ້ເກີດຜົນໃນພວກທ່ານ ຈົນວ່າພວກທ່ານຈະໃຫ້ບ່ອນສຳລັບຄຳສ່ວນໜຶ່ງຂອງຂ້າພະເຈົ້າໄດ້.
28 ບັດນີ້ພວກເຮົາຈະປຽບທຽບພຣະຄຳໃສ່ກັບເມັດພືດ. ບັດນີ້ຖ້າຫາກພວກທ່ານໃຫ້ບ່ອນເພື່ອຈະປູກເມັດພືດໃນໃຈຂອງພວກທ່ານ, ຈົ່ງເບິ່ງ, ຖ້າຫາກເປັນເມັດພືດທີ່ແທ້ຈິງ ຫລື ເມັດທີ່ດີ, ຖ້າຫາກພວກທ່ານບໍ່ໂຍນມັນຖິ້ມໂດຍຄວາມບໍ່ເຊື່ອຖືຂອງພວກທ່ານ, ວ່າພວກທ່ານຈະຕໍ່ຕ້ານພຣະວິນຍານຂອງພຣະຜູ້ເປັນເຈົ້າແລ້ວ, ຈົ່ງເບິ່ງ, ມັນຈະເລີ່ມພອງຢູ່ໃນເອິກຂອງພວກທ່ານ, ແລະ ເມື່ອພວກທ່ານຮູ້ສຶກເຖິງການພອງນີ້, ພວກທ່ານຈະເລີ່ມກ່າວຢູ່ພາຍໃນຕົວເອງວ່າ—ມັນຕ້ອງເປັນເມັດດີ ຫລືວ່າພຣະຄຳນີ້ດີ ເພາະມັນເລີ່ມເຮັດໃຫ້ຈິດວິນຍານຂອງເຮົາຂະຫຍາຍອອກ; ແທ້ຈິງແລ້ວ, ມັນເລີ່ມເຮັດໃຫ້ຄວາມເຂົ້າໃຈຂອງເຮົາແຈ້ງອອກ, ແທ້ຈິງແລ້ວ, ມັນເລີ່ມມີລົດແຊບສຳລັບເຮົາ.
29 ບັດນີ້ຈົ່ງເບິ່ງ, ສິ່ງນີ້ຈະບໍ່ເພີ່ມສັດທາຂອງພວກທ່ານບໍ? ຂ້າພະເຈົ້າເວົ້າກັບພວກທ່ານວ່າ, ແນ່ນອນ; ປານນັ້ນມັນຍັງບໍ່ເຕີບໂຕເປັນຄວາມຮູ້ອັນສົມບູນ.
30 ແຕ່ຈົ່ງເບິ່ງ, ເມື່ອເມັດນັ້ນພອງ, ແລະ ງອກ, ແລະ ເລີ່ມເຕີບໂຕຂຶ້ນ, ເມື່ອນັ້ນພວກທ່ານຕ້ອງເວົ້າວ່າ ມັນແມ່ນເມັດດີ; ເພາະຈົ່ງເບິ່ງ ມັນພອງ, ແລະ ງອກ, ແລະ ເລີ່ມເຕີບໂຕຂຶ້ນ. ແລະ ບັດນີ້, ຈົ່ງເບິ່ງສິ່ງນີ້ຈະບໍ່ເຮັດໃຫ້ສັດທາຂອງພວກທ່ານເຂັ້ມແຂງຂຶ້ນບໍ? ແທ້ຈິງແລ້ວ, ມັນຈະເຮັດໃຫ້ສັດທາຂອງພວກທ່ານເຂັ້ມແຂງຂຶ້ນ: ເພາະພວກທ່ານຈະເວົ້າວ່າ ເຮົາຮູ້ແລ້ວວ່າມັນແມ່ນເມັດດີ; ເພາະຈົ່ງເບິ່ງ ມັນງອກ ແລະ ເລີ່ມເຕີບໂຕຂຶ້ນ.
31 ແລະ ບັດນີ້, ຈົ່ງເບິ່ງພວກທ່ານແນ່ໃຈບໍວ່ານີ້ຄືເມັດດີ? ຂ້າພະເຈົ້າກ່າວກັບພວກທ່ານວ່າ, ແມ່ນແລ້ວ; ເພາະທຸກເມັດໄດ້ອອກຜົນໃນລັກສະນະຂອງມັນເອງ.
32 ສະນັ້ນ, ຖ້າຫາກເມັດໃດເຕີບໂຕ ມັນກໍຈະຕ້ອງເປັນເມັດດີ, ແຕ່ຖ້າຫາກມັນບໍ່ເຕີບໂຕ, ຈົ່ງເບິ່ງ ມັນກໍຕ້ອງເປັນເມັດບໍ່ດີ, ສະນັ້ນ ມັນຈຶ່ງຖືກໂຍນຖິ້ມໄປ.
33 ແລະ ບັດນີ້, ຈົ່ງເບິ່ງເພາະພວກທ່ານໄດ້ພິສູດການທົດລອງ, ແລະ ໄດ້ປູກເມັດນັ້ນ, ແລະ ມັນໄດ້ພອງ, ແລະ ງອກ, ແລະ ເລີ່ມເຕີບໂຕຂຶ້ນ, ພວກທ່ານກໍຕ້ອງຮູ້ວ່າ ມັນແມ່ນເມັດດີ.
34 ແລະ ບັດນີ້, ຈົ່ງເບິ່ງຄວາມຮູ້ຂອງພວກທ່ານສົມບູນບໍ? ແທ້ຈິງແລ້ວ, ຄວາມຮູ້ຂອງພວກທ່ານສົມບູນໃນເລື່ອງນັ້ນ, ແລະ ສັດທາຂອງພວກທ່ານຄົງທີ່; ແລະ ເປັນຍ້ອນພວກທ່ານຮູ້ ຊຶ່ງພວກທ່ານຮູ້ວ່າພຣະຄຳເຮັດໃຫ້ຈິດວິນຍານຂອງພວກທ່ານພອງຂຶ້ນ, ແລະ ພວກທ່ານຮູ້ອີກວ່າມັນງອກຂຶ້ນ, ແລະ ຄວາມເຂົ້າໃຈຂອງພວກທ່ານເລີ່ມແຈ້ງອອກ ແລະ ຈິດໃຈຂອງພວກທ່ານເລີ່ມຂະຫຍາຍອອກ.
35 ໂອ້ ດັ່ງນັ້ນແລ້ວ, ນີ້ບໍ່ແມ່ນຄວາມຈິງບໍ? ຂ້າພະເຈົ້າກ່າວກັບພວກທ່ານວ່າ, ຖືກແລ້ວ, ເພາະມັນຄືຄວາມສະຫວ່າງ; ແລະ ອັນໃດກໍຕາມທີ່ເປັນຄວາມສະຫວ່າງຍ່ອມດີ, ເພາະຫລຽວເຫັນໄດ້, ດັ່ງນັ້ນ ພວກທ່ານຕ້ອງຮູ້ວ່າມັນດີ; ແລະ ບັດນີ້ຈົ່ງເບິ່ງ, ຫລັງຈາກພວກທ່ານໄດ້ຊີມຄວາມສະຫວ່າງນີ້ແລ້ວ, ຄວາມຮູ້ຂອງພວກທ່ານສົມບູນແລ້ວບໍ?
36 ຈົ່ງເບິ່ງ ຂ້າພະເຈົ້າກ່າວກັບພວກທ່ານວ່າ, ບໍ່ເລີຍ, ພວກທ່ານບໍ່ຄວນປະຖິ້ມສັດທາຂອງພວກທ່ານ, ເພາະພວກທ່ານພຽງແຕ່ໃຊ້ສັດທາຂອງພວກທ່ານເພື່ອປູກເມັດ ເພື່ອພວກທ່ານຈະໄດ້ພິສູດການທົດລອງໃຫ້ຮູ້ຖ້າຫາກມັນເປັນເມັດດີ.
37 ແລະ ຈົ່ງເບິ່ງ, ເມື່ອຕົ້ນເລີ່ມເຕີບໂຕຂຶ້ນ, ພວກທ່ານຈະເວົ້າວ່າ: ຈົ່ງໃຫ້ພວກເຮົາບຳລຸງລ້ຽງມັນດ້ວຍຄວາມເອົາໃຈໃສ່, ເພື່ອມັນຈະແຕກຮາກ, ເພື່ອມັນຈະເຕີບໂຕຂຶ້ນ, ແລະ ອອກຜົນໃຫ້ແກ່ພວກເຮົາ. ແລະ ບັດນີ້ຈົ່ງເບິ່ງ, ຖ້າຫາກພວກທ່ານບຳລຸງລ້ຽງມັນດ້ວຍຄວາມເອົາໃຈໃສ່, ມັນກໍຈະແຕກຮາກ, ແລະ ເຕີບໂຕຂຶ້ນ, ແລະ ອອກຜົນ.
38 ແຕ່ຖ້າຫາກພວກທ່ານຈະລະເລີຍຕົ້ນນັ້ນ, ແລະ ບໍ່ຄິດເຖິງການບຳລຸງລ້ຽງມັນ, ຈົ່ງເບິ່ງ ມັນກໍຈະບໍ່ແຕກຮາກເລີຍ; ແລະ ເມື່ອຄວາມຮ້ອນຂອງດວງຕາເວັນມາເຖິງ ແລະ ເຜົາມັນ, ເມື່ອມັນບໍ່ມີຮາກ ມັນຍ່ອມຫ່ຽວແຫ້ງໄປ, ແລະ ພວກທ່ານກໍຈະຖອນມັນຂຶ້ນ ແລະ ໂຍນມັນຖິ້ມໄປ.
39 ບັດນີ້, ມັນບໍ່ແມ່ນວ່າ ເພາະເມັດບໍ່ດີ, ທັງບໍ່ແມ່ນວ່າຜົນຂອງມັນບໍ່ເປັນທີ່ປາຖະໜາ; ແຕ່ເປັນເພາະດິນຂອງພວກທ່ານແຫ້ງແລ້ງ, ແລະ ພວກທ່ານບໍ່ຍອມບຳລຸງລ້ຽງຕົ້ນນັ້ນ, ສະນັ້ນ ພວກທ່ານຈຶ່ງບໍ່ໄດ້ຮັບຜົນຈາກມັນ.
40 ແລະ ດ້ວຍເຫດນີ້, ຖ້າຫາກພວກທ່ານບໍ່ບຳລຸງລ້ຽງພຣະຄຳ, ໂດຍຄອງຄອຍໝາກຂອງຕົ້ນດ້ວຍຕາແຫ່ງສັດທາ, ແລ້ວພວກທ່ານຈະເກັບໝາກຂອງຕົ້ນໄມ້ແຫ່ງຊີວິດບໍ່ໄດ້ເລີຍ.
41 ແຕ່ຖ້າຫາກພວກທ່ານຈະບຳລຸງລ້ຽງພຣະຄຳ, ແທ້ຈິງແລ້ວ, ບຳລຸງລ້ຽງຕົ້ນເມື່ອມັນເລີ່ມເຕີບໂຕໂດຍສັດທາຂອງພວກທ່ານດ້ວຍຄວາມພາກພຽນ, ແລະ ດ້ວຍຄວາມອົດທົນ, ໂດຍຄອງຄອຍຜົນຈາກຕົ້ນນັ້ນ, ແລ້ວມັນຈະແຕກຮາກ; ແລະ ຈົ່ງເບິ່ງ ມັນຈະເປັນຕົ້ນທີ່ງອກງາມໄປສູ່ຊີວິດອັນເປັນນິດ.
42 ແລະ ເພາະຄວາມພາກພຽນຂອງພວກທ່ານ ແລະ ສັດທາຂອງພວກທ່ານ ແລະ ດ້ວຍຄວາມອົດທົນຂອງພວກທ່ານໃນການບຳລຸງລ້ຽງພຣະຄຳ, ເພື່ອມັນຈະໄດ້ແຕກຮາກຢູ່ໃນພວກທ່ານ, ຈົ່ງເບິ່ງ, ໃນບໍ່ຊ້ານີ້ພວກທ່ານຈະເກັບໝາກຂອງມັນໄດ້ ຊຶ່ງມີຄ່າທີ່ສຸດ, ຊຶ່ງຫວານເໜືອກວ່າທຸກສິ່ງທີ່ຫວານ, ແລະ ຂາວເໜືອກວ່າທຸກສິ່ງທີ່ຂາວ, ແທ້ຈິງແລ້ວ, ແລະ ບໍລິສຸດເໜືອກວ່າທຸກສິ່ງທີ່ບໍລິສຸດ; ແລະ ພວກທ່ານຈະອີ່ມໜຳສຳລານດ້ວຍໝາກໄມ້ນີ້ ເພື່ອພວກທ່ານຈະບໍ່ຫິວທັງບໍ່ກະຫາຍ.
43 ເມື່ອນັ້ນພີ່ນ້ອງຂອງຂ້າພະເຈົ້າ, ພວກທ່ານຈະເກັບກ່ຽວລາງວັນແຫ່ງສັດທາ ແລະ ຄວາມພາກພຽນ, ແລະ ຄວາມອົດທົນ, ແລະ ຄວາມອົດກັ້ນຂອງພວກທ່ານ ໂດຍໄດ້ຄອຍຖ້າໃຫ້ຕົ້ນໄມ້ອອກຜົນໃຫ້ພວກທ່ານ.

