ບົດທີ 15
ພຣະຜູ້ເປັນເຈົ້າລົງໂທດຊາວນີໄຟເພາະພຣະອົງຮັກພວກເຂົາ—ຊາວເລມັນທີ່ປ່ຽນໃຈເຫລື້ອມໃສມີສັດທາອັນໝັ້ນຄົງ ແລະ ແນ່ວແນ່—ພຣະຜູ້ເປັນເຈົ້າຈະເມດຕາຊາວເລມັນໃນຍຸກສຸດທ້າຍ. ປະມານ 6 ປີ ກ່ອນ ຄ.ສ.
1 ແລະ ບັດນີ້, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຈົ່ງເບິ່ງ, ຂ້າພະເຈົ້າຂໍປະກາດກັບພວກທ່ານວ່າ ຖ້າຫາກພວກທ່ານບໍ່ກັບໃຈ ແລ້ວບ້ານເຮືອນຂອງພວກທ່ານຈະຖືກປະຖິ້ມໃຫ້ຮົກຮ້າງ.
2 ແທ້ຈິງແລ້ວ, ຖ້າຫາກພວກທ່ານບໍ່ກັບໃຈ ເຫດຮ້າຍອັນໃຫຍ່ຫລວງນັ້ນຈະເຮັດໃຫ້ພວກຜູ້ຍິງຂອງພວກທ່ານເປັນທຸກໃນມື້ທີ່ນາງຍັງເປັນແມ່ລູກອ່ອນຢູ່; ເພາະວ່າພວກທ່ານຈະພະຍາຍາມໜີໄປ ແລະ ຈະບໍ່ມີບ່ອນພັກພາອາໄສ; ແທ້ຈິງແລ້ວ, ແລະ ວິບັດແກ່ນາງຜູ້ທີ່ຖືພາ ເພາະນາງຈະໜັກທ້ອງ ແລະ ໜີໄປບໍ່ໄດ້; ດັ່ງນັ້ນ, ນາງຈຶ່ງຈະຖືກຢຽບຍ່ຳ ແລະ ຖືກປະຖິ້ມໃຫ້ຕາຍໄປ.
3 ແທ້ຈິງແລ້ວ, ວິບັດແກ່ຜູ້ຄົນພວກນີ້ຜູ້ມີຊື່ວ່າຜູ້ຄົນຂອງນີໄຟ ຖ້າຫາກພວກເຂົາບໍ່ກັບໃຈໃນເວລາທີ່ພວກເຂົາໄດ້ເຫັນເຄື່ອງໝາຍ ແລະ ການແປກປະຫລາດທັງໝົດນີ້ ຊຶ່ງຈະສະແດງແກ່ພວກເຂົາ; ເພາະຈົ່ງເບິ່ງ, ພວກເຂົາເປັນຜູ້ຄົນທີ່ພຣະຜູ້ເປັນເຈົ້າເລືອກໄວ້; ແທ້ຈິງແລ້ວ, ພຣະອົງຮັກຜູ້ຄົນຂອງນີໄຟ ແລະ ພຣະອົງໄດ້ລົງໂທດພວກເຂົາໃນເວລາທີ່ພວກເຂົາກະທຳຄວາມຊົ່ວຮ້າຍ ເພາະພຣະອົງຮັກພວກເຂົາ.
4 ແຕ່ຈົ່ງເບິ່ງ ພີ່ນ້ອງຂອງຂ້າພະເຈົ້າ, ພຣະອົງກຽດຊັງຊາວເລມັນ ເພາະວ່າພວກເຂົາກະທຳຄວາມຊົ່ວຢູ່ຕະຫລອດເວລາ, ແລະ ມັນເປັນຍ້ອນຄວາມຊົ່ວຮ້າຍຂອງຮີດຄອງປະເພນີຂອງບັນພະບຸລຸດຂອງພວກເຂົາ. ແຕ່ຈົ່ງເບິ່ງ, ຄວາມລອດໄດ້ມາເຖິງພວກເຂົາແລ້ວ ໂດຍທາງການສິດສອນຂອງຊາວນີໄຟ; ແລະ ດ້ວຍເຈດຕະນານີ້ ພຣະຜູ້ເປັນເຈົ້າຈຶ່ງເຮັດໃຫ້ວັນເວລາຂອງພວກເຂົາຍືດຍາວອອກໄປ.
5 ແລະ ຂ້າພະເຈົ້າຢາກໃຫ້ພວກທ່ານເຫັນວ່າ ພວກເຂົາສ່ວນຫລາຍກະທຳໃນສິ່ງທີ່ພວກເຂົາຄວນກະທຳ, ແລະ ພວກເຂົາເດີນໄປຢ່າງຮອບຄອບຕໍ່ພຣະພັກຂອງພຣະເຈົ້າ, ແລະ ພວກເຂົາໄດ້ຕັ້ງໃຈຮັກສາພຣະບັນຍັດ ແລະ ຮັກສາກົດ ແລະ ຮັກສາການພິພາກສາຂອງພຣະອົງຕາມກົດຂອງໂມເຊ.
6 ແທ້ຈິງແລ້ວ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ພວກເຂົາສ່ວນຫລາຍກຳລັງກະທຳຢ່າງນີ້, ແລະ ພວກເຂົາກຳລັງພະຍາຍາມດ້ວຍຄວາມພາກພຽນອັນບໍ່ຮູ້ອິດເມື່ອຍທີ່ຈະນຳພາພີ່ນ້ອງທີ່ເຫລືອຢູ່ຂອງພວກເຂົາມາສູ່ຄວາມຮູ້ເລື່ອງຄວາມຈິງ; ດັ່ງນັ້ນ ທຸກໆມື້ພວກເຂົາຈຶ່ງມີຄົນມາເພີ່ມຫລາຍຂຶ້ນ.
7 ແລະ ຈົ່ງເບິ່ງ, ພວກທ່ານໄດ້ຮູ້ດ້ວຍຕົວເອງແລ້ວ, ເພາະພວກທ່ານໄດ້ເຫັນມາແລ້ວ, ວ່າຫລາຍຕໍ່ຫລາຍຄົນໄດ້ຖືກນຳມາສູ່ຄວາມຮູ້ເລື່ອງຄວາມຈິງ, ແລະ ໃຫ້ຮູ້ເລື່ອງຮີດຄອງປະເພນີອັນຊົ່ວຮ້າຍ ແລະ ໜ້າກຽດຊັງຂອງບັນພະບຸລຸດຂອງພວກເຂົາ, ແລະ ຖືກຊັກຊວນໃຫ້ມາເຊື່ອພຣະຄຳພີອັນສັກສິດ, ແທ້ຈິງແລ້ວ, ໃຫ້ມາເຊື່ອຄຳທຳນາຍຂອງສາດສະດາຜູ້ບໍລິສຸດ ຊຶ່ງມີຂຽນໄວ້ ຊຶ່ງໄດ້ຊັກຊວນໃຫ້ພວກເຂົາມີສັດທາໃນພຣະຜູ້ເປັນເຈົ້າ, ແລະ ມາສູ່ການກັບໃຈ, ຊຶ່ງສັດທາ ແລະ ການກັບໃຈນັ້ນໄດ້ນຳການປ່ຽນແປງມາສູ່ໃຈຂອງພວກເຂົາ—
8 ດັ່ງນັ້ນ, ພວກທ່ານຈຶ່ງຮູ້ດ້ວຍຕົວເອງວ່າ, ຫລາຍຕໍ່ຫລາຍຄົນທີ່ໄດ້ມາເຖິງຈຸດນີ້ຍ່ອມໝັ້ນຄົງ ແລະ ແນ່ວແນ່ຢູ່ໃນສັດທາ, ແລະ ຢູ່ໃນສິ່ງທີ່ເຮັດໃຫ້ພວກເຂົາເປັນອິດສະລະ.
9 ແລະ ພວກທ່ານກໍຮູ້ອີກວ່າ ພວກເຂົາໄດ້ຝັງອາວຸດແຫ່ງສົງຄາມຂອງພວກເຂົາໄວ້, ແລະ ພວກເຂົາຢ້ານທີ່ຈະເອົາມັນຂຶ້ນມາເພາະຢ້ານວ່າໃນທາງໃດທາງໜຶ່ງ ພວກເຂົາຈະເຮັດບາບ; ແທ້ຈິງແລ້ວ, ພວກທ່ານເຫັນໄດ້ວ່າ ພວກເຂົາຢ້ານທີ່ຈະເຮັດບາບ—ເພາະຈົ່ງເບິ່ງ ພວກເຂົາຈະຍອມຕົວໃຫ້ສັດຕູຂອງພວກເຂົາຢຽບຍ່ຳ ແລະ ຂ້າຖິ້ມ, ແລະ ຈະບໍ່ຍອມຍົກດາບຂອງພວກເຂົາຂຶ້ນເພື່ອຕໍ່ສູ້ພວກເຂົາ, ແລະ ນີ້ກໍເປັນເພາະສັດທາຂອງພວກເຂົາໃນພຣະຄຣິດ.
10 ແລະ ບັດນີ້, ເປັນຍ້ອນຄວາມແນວແນ່ຂອງພວກເຂົາໃນສິ່ງທີ່ພວກເຂົາໄດ້ເຊື່ອຖື, ແລະ ເປັນຍ້ອນຄວາມໝັ້ນຄົງຂອງພວກເຂົາ ເວລາພວກເຂົາໄດ້ຮັບແສງສະຫວ່າງມາແລ້ວເທື່ອໜຶ່ງ, ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າຈະປະທານພອນໃຫ້ແກ່ພວກເຂົາ ແລະ ຈະເຮັດໃຫ້ວັນເວລາຂອງພວກເຂົາຍືດຍາວອອກໄປ, ທັງໆທີ່ພວກເຂົາເຄີຍສ້າງຄວາມຊົ່ວຮ້າຍມາກ່ອນ—
11 ແທ້ຈິງແລ້ວ, ເຖິງແມ່ນວ່າພວກເຂົາຈະເສື່ອມໂຊມລົງສູ່ຄວາມບໍ່ເຊື່ອຖື ພຣະຜູ້ເປັນເຈົ້າກໍຍັງຈະເຮັດໃຫ້ວັນເວລາຂອງພວກເຂົາຍືດຍາວອອກໄປ, ຈົນເຖິງເວລາທີ່ກ່າວໄວ້ໂດຍບັນພະບຸລຸດຂອງພວກເຮົາ, ແລະ ໂດຍສາດສະດາຊີນັດ ແລະ ສາດສະດາຄົນອື່ນໆອີກຫລາຍທ່ານກ່ຽວກັບການນຳພີ່ນ້ອງຊາວເລມັນຂອງພວກເຮົາກັບຄືນມາສູ່ຄວາມຮູ້ເລື່ອງຄວາມຈິງອີກ—
12 ແທ້ຈິງແລ້ວ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ຄຳສັນຍາຂອງພຣະຜູ້ເປັນເຈົ້າຈະຖືກມອບໃຫ້ແກ່ຊາວເລມັນຜູ້ເປັນພີ່ນ້ອງຂອງພວກເຂົາໃນຍຸກສຸດທ້າຍ; ແລະ ເຖິງແມ່ນວ່າພວກເຂົາຈະໄດ້ຮັບຄວາມທຸກທໍລະມານຫລາຍປານໃດກໍຕາມ, ແລະ ເຖິງແມ່ນວ່າພວກເຂົາຈະຖືກຂັບໄລ່ໄປມາທົ່ວຜືນແຜ່ນດິນໂລກ, ແລະ ຈະຖືກຕາມລ້າ, ແລະ ຈະຖືກທຸບຕີ, ແລະ ຈະແຕກກະຈັດກະຈາຍໄປ, ແລະ ບໍ່ມີບ່ອນພັກພາອາໄສກໍຕາມ, ແຕ່ພຣະຜູ້ເປັນເຈົ້າຍັງຈະເມດຕາພວກເຂົາຢູ່.
13 ແລະ ຈະເປັນເຊັ່ນນີ້ຕາມຄຳທຳນາຍ, ເພື່ອພວກເຂົາຈະມາສູ່ຄວາມຮູ້ທີ່ແທ້ຈິງ, ຊຶ່ງເປັນຄວາມຮູ້ເຖິງພຣະຜູ້ໄຖ່ ແລະ ຜູ້ລ້ຽງແກະຜູ້ຍິ່ງໃຫຍ່ ແລະ ແທ້ຈິງຂອງພວກເຂົາ, ແລະ ຖືກນັບເຂົ້າຢູ່ໃນບັນດາຝູງແກະຂອງພຣະອົງ.
14 ດັ່ງນັ້ນ ຂ້າພະເຈົ້າກ່າວກັບພວກທ່ານວ່າ, ມັນຈະເປັນສິ່ງດີສຳລັບພວກເຂົາຫລາຍກວ່າພວກທ່ານ ຖ້າຫາກພວກທ່ານບໍ່ກັບໃຈ.
15 ເພາະຈົ່ງເບິ່ງ, ວຽກງານອັນຍິ່ງໃຫຍ່ຖືກສະແດງແກ່ພວກເຂົາຄືກັນກັບທີ່ໄດ້ຖືກສະແດງແກ່ພວກທ່ານ, ແທ້ຈິງແລ້ວ, ມັນໄດ້ຖືກສະແດງແກ່ຜູ້ທີ່ເສື່ອມໂຊມຢູ່ໃນຄວາມບໍ່ເຊື່ອຖື ເພາະຮີດຄອງປະເພນີຂອງບັນພະບຸລຸດຂອງພວກເຂົາ, ພວກທ່ານໄດ້ເຫັນມາດ້ວຍຕົວພວກທ່ານແລ້ວວ່າ ພວກເຂົາຈະບໍ່ເສື່ອມໂຊມຢູ່ໃນຄວາມບໍ່ເຊື່ອຖືຕໍ່ໄປອີກແລ້ວ.
16 ດັ່ງນັ້ນ, ພຣະຜູ້ເປັນເຈົ້າໄດ້ກ່າວວ່າ: ເຮົາຈະບໍ່ທຳລາຍພວກເຂົາຈົນໝົດສິ້ນ, ແຕ່ເຮົາຈະເຮັດໃຫ້ພວກເຂົາກັບມາຫາເຮົາອີກ ໃນວັນແຫ່ງຄວາມສະຫລຽວສະຫລາດຂອງເຮົາ, ພຣະຜູ້ເປັນເຈົ້າກ່າວ.
17 ແລະ ບັດນີ້ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າກ່າວ, ກ່ຽວກັບຜູ້ຄົນຂອງຊາວນີໄຟ: ຖ້າຫາກພວກເຂົາຈະບໍ່ກັບໃຈ ແລະ ບໍ່ຕັ້ງໃຈທີ່ຈະເຮັດຕາມພຣະປະສົງຂອງເຮົາແລ້ວ, ເຮົາຈະທຳລາຍພວກເຂົາໃຫ້ໝົດສິ້ນໄປ, ພຣະຜູ້ເປັນເຈົ້າກ່າວ, ເພາະຄວາມບໍ່ເຊື່ອຖືຂອງພວກເຂົາ ທັງໆທີ່ເຮົາໄດ້ກະທຳວຽກງານອັນຍິ່ງໃຫຍ່ຫລາຍຢ່າງໃນບັນດາພວກເຂົາ; ແລະ ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ຢ່າງແນ່ນອນສັນໃດ, ສິ່ງເຫລົ່ານີ້ຈະເປັນໄປສັນນັ້ນ, ພຣະຜູ້ເປັນເຈົ້າກ່າວ.

