ບົດທີ 18
ແອວມາສັ່ງສອນຢ່າງງຽບໆ—ເພິ່ນໄດ້ຕັ້ງພັນທະສັນຍາຂອງການບັບຕິສະມາ ແລະ ບັບຕິສະມາໃນນ້ຳມໍມອນ—ເພິ່ນໄດ້ສ້າງຕັ້ງສາດສະໜາຈັກຂອງພຣະຄຣິດ ແລະ ແຕ່ງຕັ້ງປະໂລຫິດ—ພວກເຂົາທຳງານລ້ຽງຕົວເອງ ແລະ ສອນຜູ້ຄົນ—ແອວມາກັບຜູ້ຄົນຂອງເພິ່ນຫລົບໜີຈາກກະສັດໂນອາ ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ. ປະມານ 147–145 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ແອວມາ, ໄດ້ຫລົບໜີຈາກພວກຄົນໃຊ້ຂອງກະສັດໂນອາ, ໄດ້ກັບໃຈຈາກບາບ ແລະ ຄວາມຊົ່ວຮ້າຍຂອງເພິ່ນ, ແລະ ທ່ອງທ່ຽວໄປໃນບັນດາຜູ້ຄົນຢ່າງງຽບໆ, ແລະ ເລີ່ມສອນຄຳຂອງອະບີນາໄດ—
2 ແທ້ຈິງແລ້ວ, ກ່ຽວກັບສິ່ງທີ່ຈະມາເຖິງ, ແລະ ກ່ຽວກັບການຟື້ນຄືນຊີວິດຂອງຄົນຕາຍນຳອີກ, ແລະ ການໄຖ່ຜູ້ຄົນ, ຊຶ່ງຈະຖືກເຮັດໃຫ້ເກີດຂຶ້ນໂດຍອຳນາດ, ແລະ ຄວາມທຸກເວດທະນາ, ແລະ ໂດຍການສິ້ນພຣະຊົນຂອງພຣະຄຣິດ, ແລະ ການຟື້ນຄືນຊີວິດ ແລະ ການສະເດັດຂຶ້ນໄປສະຫວັນຂອງພຣະອົງ.
3 ແລະ ເພິ່ນໄດ້ສອນຄົນເປັນຈຳນວນຫລວງຫລາຍທີ່ຍອມຟັງຄຳເວົ້າຂອງເພິ່ນ. ແລະ ເພິ່ນໄດ້ສອນພວກເຂົາຢ່າງງຽບໆເພື່ອກະສັດຈະບໍ່ຮູ້ເຖິງເລື່ອງນີ້. ແລະ ຫລາຍຄົນໄດ້ເຊື່ອຄຳເວົ້າຂອງເພິ່ນ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ຄົນຫລາຍຕໍ່ຫລາຍທີ່ເຊື່ອເພິ່ນໄດ້ອອກໄປຫາບ່ອນໜຶ່ງຊຶ່ງເອີ້ນວ່າ ມໍມອນ, ຊຶ່ງກະສັດໄດ້ຕັ້ງຊື່ໃຫ້, ໂດຍທີ່ຢູ່ຊາຍແດນຂອງແຜ່ນດິນ ມັນຈຶ່ງມີສັດປ່າຢູ່ຢ່າງຫລວງຫລາຍບາງເວລາ ຫລື ຕາມລະດູການ.
5 ບັດນີ້, ທີ່ມໍມອນນັ້ນມີອ່າງນ້ຳບໍລິສຸດຢູ່ແຫ່ງໜຶ່ງ, ແລະ ແອວມາໄດ້ໄປຫາບ່ອນນັ້ນ, ມັນມີສຸມໄມ້ນ້ອຍທີ່ໜາແໜ້ນຢູ່ໃກ້ນ້ຳ, ຊຶ່ງເພິ່ນໄດ້ຊ່ອນຕົວຢູ່ໃນເວລາກາງເວັນໃຫ້ພົ້ນຈາກການຄົ້ນຫາຂອງກະສັດ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ຄົນເປັນຈຳນວນຫລວງຫລາຍທີ່ເຊື່ອເພິ່ນໄດ້ໄປບ່ອນນັ້ນ ເພື່ອຟັງຄຳເວົ້າຂອງເພິ່ນ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກຫລາຍມື້ ມັນມີຄົນເປັນຈຳນວນບໍ່ນ້ອຍໄປເຕົ້າໂຮມກັນຢູ່ທີ່ມໍມອນເພື່ອຟັງຄຳເວົ້າຂອງແອວມາ. ແທ້ຈິງແລ້ວ, ຄົນທັງໝົດທີ່ເຊື່ອໃນຄຳເວົ້າຂອງເພິ່ນກໍໄດ້ມາເຕົ້າໂຮມກັນເພື່ອຟັງເພິ່ນ. ແລະ ເພິ່ນໄດ້ສັ່ງສອນພວກເຂົາ, ແລະ ໄດ້ສັ່ງສອນເຖິງການກັບໃຈ, ແລະ ການໄຖ່, ແລະ ການມີສັດທາໃນພຣະຜູ້ເປັນເຈົ້າ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ເວົ້າກັບພວກເຂົາວ່າ: ຈົ່ງເບິ່ງ, ນີ້ຄືນ້ຳມໍມອນ (ເພາະເອີ້ນຊື່ມັນແບບນັ້ນ) ແລະ ບັດນີ້, ຍ້ອນວ່າພວກທ່ານປາຖະໜາຈະເຂົ້າມາຫາຝູງຊົນຂອງພຣະເຈົ້າ, ແລະ ມີຊື່ວ່າຜູ້ຄົນຂອງພຣະອົງ, ແລະ ເຕັມໃຈຈະແບກຫາບພາລະຂອງກັນແລະກັນ, ເພື່ອຈະໄດ້ແບ່ງເບົາ;
9 ແທ້ຈິງແລ້ວ, ແລະ ເຕັມໃຈທີ່ຈະເປັນທຸກກັບຄົນທີ່ເປັນທຸກ; ແທ້ຈິງແລ້ວ, ຈະປອບໃຈຄົນທີ່ຕ້ອງການຄວາມປອບໃຈ, ແລະ ຈະຢືນເປັນພະຍານຂອງພຣະເຈົ້າໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນທີ່ພວກທ່ານຢູ່, ເຖິງແມ່ນຈົນເຖິງຄວາມຕາຍ, ເພື່ອພວກທ່ານຈະຖືກໄຖ່ໂດຍພຣະເຈົ້າ, ແລະ ຖືກນັບເຂົ້າຢູ່ກັບບັນດາຜູ້ຄົນຂອງການຟື້ນຄືນຊີວິດຄັ້ງທຳອິດ, ເພື່ອພວກທ່ານຈະມີຊີວິດນິລັນດອນ—
10 ບັດນີ້ຂ້າພະເຈົ້າກ່າວກັບພວກທ່ານວ່າ, ຖ້າຫາກສິ່ງນີ້ເປັນຄວາມປາຖະໜາຂອງໃຈຂອງພວກທ່ານແລ້ວ, ພວກທ່ານມີຫຍັງແດ່ຂັດຂ້ອງທີ່ຈະຮັບບັບຕິສະມາໃນພຣະນາມຂອງພຣະຜູ້ເປັນເຈົ້າ, ເພື່ອຈະເປັນພະຍານຕໍ່ພຣະອົງ, ວ່າພວກທ່ານໄດ້ເຂົ້າເຮັດພັນທະສັນຍາກັບພຣະອົງ, ວ່າພວກທ່ານຈະຮັບໃຊ້ພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ, ເພື່ອພຣະອົງຈະໄດ້ທຸ້ມເທພຣະວິນຍານຂອງພຣະອົງລົງມາເທິງພວກທ່ານຢ່າງຫລວງຫລາຍຍິ່ງຂຶ້ນ?
11 ແລະ ບັດນີ້ເມື່ອຜູ້ຄົນໄດ້ຍິນຂໍ້ຄວາມນີ້ແລ້ວ, ພວກເຂົາຕົບມືດ້ວຍຄວາມສຸກ ແລະ ຮ້ອງອອກມາວ່າ: ນີ້ຄືຄວາມປາຖະໜາຂອງໃຈຂອງພວກເຮົາ.
12 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ແອວມາໄດ້ພາເຮລາມ, ຊຶ່ງເປັນຄົນໜຶ່ງໃນກຸ່ມທຳອິດ, ແລະ ອອກໄປຢືນຢູ່ໃນນ້ຳ, ແລະ ຮ້ອງວ່າ: ໂອ້ ພຣະອົງເຈົ້າເອີຍ, ຂໍຈົ່ງໂປດທຸ້ມເທພຣະວິນຍານຂອງພຣະອົງລົງມາເທິງຜູ້ຮັບໃຊ້ຂອງພຣະອົງດ້ວຍເທີ້ນ, ເພື່ອລາວຈະໄດ້ກະທຳການນີ້ດ້ວຍໃຈອັນບໍລິສຸດ.
13 ແລະ ເມື່ອເພິ່ນກ່າວຂໍ້ຄວາມນີ້ແລ້ວ, ພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ມາສະຖິດຢູ່ກັບເພິ່ນ, ແລະ ເພິ່ນໄດ້ກ່າວວ່າ: ເຮລາມ, ຂ້າພະເຈົ້າໃຫ້ບັບຕິສະມາທ່ານ ໂດຍສິດອຳນາດຂອງພຣະເຈົ້າອົງຊົງລິດອຳນາດຍິ່ງໃຫຍ່, ຊຶ່ງເປັນປະຈັກພະຍານວ່າ ທ່ານໄດ້ເຂົ້າເຮັດພັນທະສັນຍາທີ່ຈະຮັບໃຊ້ພຣະອົງຈົນກວ່າທ່ານຈະຕາຍທາງຮ່າງກາຍທີ່ເປັນມະຕະ; ແລະ ຂໍໃຫ້ພຣະວິນຍານຂອງພຣະຜູ້ເປັນເຈົ້າຫລັ່ງລົງມາເທິງທ່ານ; ແລະ ຂໍໃຫ້ພຣະອົງປະທານຊີວິດນິລັນດອນໃຫ້ແກ່ທ່ານໂດຍການໄຖ່ຂອງພຣະຄຣິດ, ຜູ້ທີ່ພຣະອົງຕຽມໄວ້ຕັ້ງແຕ່ການວາງຮາກຖານຂອງແຜ່ນດິນໂລກດ້ວຍເທີ້ນ.
14 ແລະ ຫລັງຈາກແອວມາກ່າວຂໍ້ຄວາມນີ້ແລ້ວ, ທັງແອວມາ ແລະ ເຮລາມ ກໍຝັງຕົວຢູ່ໃນນ້ຳ; ແລະ ທັງສອງລຸກຂຶ້ນ ແລະ ອອກມາຈາກນ້ຳດ້ວຍຄວາມຊື່ນຊົມ, ເຕັມໄປດ້ວຍພຣະວິນຍານ.
15 ແລະ ແອວມາໄດ້ພາຄົນໜຶ່ງອອກໄປໃນນ້ຳອີກເປັນຄັ້ງທີສອງ, ແລະ ໃຫ້ບັບຕິສະມາເຂົາຕາມແບບຢ່າງເໝືອນຄັ້ງທຳອິດ, ພຽງແຕ່ເພິ່ນບໍ່ໄດ້ຝັງຕົວຂອງເພິ່ນໃນນ້ຳອີກ.
16 ແລະ ຕາມວິທີນີ້ ເພິ່ນໄດ້ໃຫ້ບັບຕິສະມາແກ່ທຸກຄົນທີ່ອອກໄປຍັງບ່ອນມໍມອນ; ແລະ ພວກເຂົາມີຈຳນວນຢູ່ສອງຮ້ອຍສີ່ຄົນ; ແທ້ຈິງແລ້ວ, ແລະ ພວກເຂົາໄດ້ຮັບບັບຕິສະມາໃນນ້ຳມໍມອນ, ແລະ ເຕັມໄປດ້ວຍພຣະຄຸນຂອງພຣະເຈົ້າ.
17 ແລະ ພວກເຂົາຖືກເອີ້ນວ່າສາດສະໜາຈັກຂອງພຣະເຈົ້າ, ຫລື ສາດສະໜາຈັກຂອງພຣະຄຣິດ, ຕັ້ງແຕ່ເວລານັ້ນມາ. ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ໃດກໍຕາມທີ່ໄດ້ຮັບບັບຕິສະມາໂດຍອຳນາດ ແລະ ສິດອຳນາດຂອງພຣະເຈົ້າກໍໄດ້ຖືກຮວມເຂົ້າໃນສາດສະໜາຈັກຂອງພຣະອົງ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄືແອວມາ, ໂດຍໄດ້ຮັບສິດອຳນາດຈາກພຣະເຈົ້າໃຫ້ແຕ່ງຕັ້ງປະໂລຫິດ; ເຖິງແມ່ນໄດ້ແຕ່ງຕັ້ງປະໂລຫິດຄົນໜຶ່ງຕໍ່ທຸກຈຳນວນຫ້າສິບຄົນຂອງພວກເຂົາ, ເພື່ອສັ່ງສອນພວກເຂົາ ແລະ ເພື່ອສອນຄົນເຫລົ່ານັ້ນເຖິງສິ່ງທີ່ກ່ຽວກັບອານາຈັກຂອງພຣະເຈົ້າ.
19 ແລະ ເພິ່ນໄດ້ສັ່ງພວກເຂົາວ່າ ບໍ່ໃຫ້ສອນສິ່ງອື່ນນອກຈາກເປັນສິ່ງທີ່ເພິ່ນສອນໄວ້, ແລະ ໄດ້ເວົ້າຈາກປາກຂອງສາດສະດາຜູ້ບໍລິສຸດ.
20 ແທ້ຈິງແລ້ວ, ເພິ່ນໄດ້ສັ່ງພວກເຂົາວ່າ ບໍ່ໃຫ້ສັ່ງສອນສິ່ງອື່ນນອກຈາກຈະເປັນເລື່ອງຂອງການກັບໃຈ ແລະ ມີສັດທາໃນພຣະຜູ້ເປັນເຈົ້າ, ຜູ້ໄດ້ໄຖ່ຜູ້ຄົນຂອງພຣະອົງ.
21 ແລະ ເພິ່ນໄດ້ສັ່ງພວກເຂົາວ່າ ບໍ່ຄວນມີການຂັດແຍ້ງກັນແຕ່ໃຫ້ຄວນມຸ້ງຫາດ້ວຍຕາດຽວກັນ ໂດຍມີສັດທາ ແລະ ບັບຕິສະມາດຽວ, ໂດຍໃຫ້ໃຈຂອງພວກເຂົາຜູກພັນກັນໄວ້ໃນຄວາມເປັນອັນໜຶ່ງອັນດຽວ ແລະ ໃນຄວາມຮັກທີ່ມີຕໍ່ກັນ.
22 ແລະ ເພິ່ນໄດ້ສັ່ງພວກເຂົາໃຫ້ສັ່ງສອນເຊັ່ນນັ້ນ. ແລະ ໂດຍວິທີນັ້ນພວກເຂົາຈຶ່ງຈະກາຍເປັນລູກຂອງພຣະເຈົ້າ.
23 ແລະ ເພິ່ນໄດ້ສັ່ງພວກເຂົາວ່າ ພວກເຂົາຄວນຖືວັນຊະບາໂຕ, ແລະ ຮັກສາມັນໃຫ້ສັກສິດ, ແລະ ທຸກໆມື້ພວກເຂົາຄວນຖະຫວາຍຄວາມຂອບຄຸນແດ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ.
24 ແລະ ເພິ່ນໄດ້ສັ່ງພວກເຂົາອີກວ່າ ປະໂລຫິດຜູ້ທີ່ເພິ່ນແຕ່ງຕັ້ງໄວ້ຄວນທຳງານລ້ຽງຕົວເອງດ້ວຍມືຂອງຕົນ.
25 ແລະ ທຸກອາທິດມີມື້ໜຶ່ງທີ່ຕັ້ງໄວ້ເພື່ອພວກເຂົາຈະມາຮ່ວມກັນເພື່ອສອນຜູ້ຄົນ, ແລະ ເພື່ອນະມັດສະການພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ແລະ ໃຫ້ມາຊຸມນຸມກັນເລື້ອຍໆເທົ່າທີ່ຈະເຮັດໄດ້.
26 ແລະ ປະໂລຫິດຈະບໍ່ອາໄສຜູ້ຄົນໃຫ້ມາຄ້ຳຈູນຕົນ; ແຕ່ດ້ວຍການທຳງານຂອງພວກເຂົາ, ພວກເຂົາຈະໄດ້ຮັບພຣະຄຸນຂອງພຣະເຈົ້າ, ເພື່ອພວກເຂົາຈະໄດ້ໝັ້ນຄົງຂຶ້ນໃນພຣະວິນຍານ, ໂດຍມີຄວາມຮູ້ເຖິງພຣະເຈົ້າ, ເພື່ອວ່າພວກເຂົາຈະໄດ້ສອນດ້ວຍອຳນາດ ແລະ ສິດອຳນາດຈາກພຣະເຈົ້າ.
27 ແລະ ອີກຢ່າງໜຶ່ງ ແອວມາສັ່ງວ່າ ຜູ້ຄົນຂອງສາດສະໜາຈັກຄວນໃຫ້ເຂົ້າຂອງຂອງຕົນຕາມທີ່ເຂົາມີ; ຖ້າຫາກເຂົາມີຫລາຍກໍຄວນໃຫ້ຫລາຍ; ແລະ ສຳລັບຜູ້ທີ່ມີໜ້ອຍກໍຄວນໃຫ້ໜ້ອຍ; ແລະ ສຳລັບຜູ້ທີ່ບໍ່ມີ ຄວນເອົາໃຫ້ເຂົາ.
28 ແລະ ໂດຍວິທີນີ້ເຂົາຄວນໃຫ້ເຂົ້າຂອງຂອງເຂົາດ້ວຍຄວາມສະໝັກໃຈ ແລະ ດ້ວຍຄວາມປາຖະໜາດີ ຕໍ່ພຣະເຈົ້າ, ແລະ ກັບປະໂລຫິດເຫລົ່ານີ້ຊຶ່ງຂັດສົນ, ແທ້ຈິງແລ້ວ, ສຳລັບທຸກຄົນທີ່ຂັດສົນ, ແລະ ເປືອຍເປົ່າ.
29 ແລະ ຕາມນີ້ເພິ່ນໄດ້ເວົ້າກັບພວກເຂົາໂດຍໄດ້ຮັບບັນຊາຈາກພຣະເຈົ້າ; ແລະ ພວກເຂົາໄດ້ເດີນໄປຢ່າງພາກພູມໃຈຕໍ່ພຣະພັກຂອງພຣະເຈົ້າ, ໂດຍແຈກຢາຍໃຫ້ກັນຕາມຄວາມຈຳເປັນ ແລະ ຄວາມຕ້ອງການຂອງເຂົາທາງໂລກ ແລະ ທາງວິນຍານ.
30 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ທັງໝົດນີ້ໄດ້ເຮັດຢູ່ໃນມໍມອນ, ແທ້ຈິງແລ້ວ, ຢູ່ຂ້າງນ້ຳມໍມອນ ໃນປ່າທີ່ຢູ່ໃກ້ນ້ຳມໍມອນ; ແທ້ຈິງແລ້ວ, ບ່ອນມໍມອນ, ນ້ຳມໍມອນ, ປ່າມໍມອນນັ້ນສວຍງາມພຽງໃດໃນສາຍຕາຂອງພວກເຂົາ ຜູ້ມາຫາຄວາມຮູ້ເລື່ອງພຣະຜູ້ໄຖ່ຂອງພວກເຂົາ; ແທ້ຈິງແລ້ວ, ແລະ ພວກເຂົາເປັນສຸກພຽງໃດ, ເພາະພວກເຂົາຈະຮ້ອງເພງສັນລະເສີນພຣະອົງຕະຫລອດໄປ.
31 ແລະ ສິ່ງເຫລົ່ານີ້ເປັນໄປທີ່ຊາຍແດນຂອງແຜ່ນດິນ ເພື່ອກະສັດຈະບໍ່ໄດ້ຮູ້ເລື່ອງຂອງພວກເຂົາ.
32 ແຕ່ຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄື ເມື່ອກະສັດຮູ້ວ່າມີການເຄື່ອນໄຫວໃນບັນດາຜູ້ຄົນ ຈຶ່ງໄດ້ສັ່ງຄົນໃຊ້ຂອງເພິ່ນອອກໄປຕິດຕາມເບິ່ງຄົນເຫລົ່ານັ້ນ. ສະນັ້ນ ໃນມື້ທີ່ພວກເຂົາກຳລັງຮ່ວມຊຸມນຸມກັນເພື່ອຟັງພຣະຄຳຂອງພຣະຜູ້ເປັນເຈົ້າຢູ່ນັ້ນມັນຈຶ່ງລ່ວງຮູ້ເຖິງກະສັດ.
33 ແລະ ບັດນີ້ກະສັດເວົ້າວ່າ ແອວມາກຳລັງຍຸຍົງຜູ້ຄົນໃຫ້ກະບົດຕໍ່ເພິ່ນ; ສະນັ້ນ ເພິ່ນຈຶ່ງສັ່ງກອງທັບຂອງເພິ່ນໃຫ້ໄປທຳລາຍພວກນັ້ນເສຍ.
34 ແລະ ເຫດການໄດ້ບັງເກີດຂຶ້ນຄື ແອວມາ ແລະ ຜູ້ຄົນຂອງພຣະຜູ້ເປັນເຈົ້າໄດ້ຮັບການເຕືອນເຖິງການມາຂອງກອງທັບຂອງກະສັດ; ສະນັ້ນ ພວກເຂົາຈຶ່ງເອົາຜ້າເຕັ້ນ ແລະ ພາຄອບຄົວຂອງພວກເຂົາອອກໄປ ໃນຖິ່ນແຫ້ງແລ້ງກັນດານ.

