ຈົ່ງ​ຕື່ນ​ຂຶ້ນສູ່​ໜ້າ​ທີ່​ຂອງ​ເຮົາ

​ໂດຍ ແຄ​ໂຣ ​ເອັມ ສະ​ເຕັບ​ເຟັນສ໌

ທີ່ປຶກສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະທານ​ສະມາຄົມ​ສະຕີ​ສົງ​ເຄາະ​ສາມັນ


 
ແຄ​ໂຣ ​ເອັມ ສະ​ເຕັບ​ເຟັນສ໌
​ເຮົາ​ຕ້ອງ​ຕື່ນ​ຂຶ້ນສູ່​ໜ້າ​ທີ່ຂອງ​ເຮົາ ​ແລະ ດຳ​ເນີນ​ຕໍ່​ໄປ​ໃນ​ສັດທາ ​ເມື່ອ​ເຮົາ​ເພິ່ງ​ພາ​ອາ​ໄສ​ອຳນາດ​ແຫ່ງການ​ປອບ​ໂຍນ, ຄວາມ​ເຂັ້ມ​ແຂງ, ຄວາມ​ສາມາດ, ການ​ປິ່ນປົວຂອງ​ການ​ຊົດ​ໃຊ້.

ຫລັງ​ຈາກ​ຂ້າພະ​ເຈົ້າ​ໄດ້​ຖືກ​ເອີ້ນ​​ໃຫ້​ເປັນ​ຝ່າຍ​ປະທານ​ສະມາຄົມ​ສະຕີ​ສົງ​ເຄາະ​ສາມັນ, ຂ້າພະ​ເຈົ້າຮູ້ສຶກ​ມີ​ຄວາມ​ປາຖະໜາ​ຢາກ​ຮູ້​ຫລາຍ​ຂຶ້ນກ່ຽວ​ກັບ​ສະຕີ​ທີ່​ໄດ້​ຮັບ​ໃຊ້​ກ່ອນ​ຂ້າພະ​ເຈົ້າ​. ຂ້າພະ​ເຈົ້າມີ​ຄວາມ​ປະ​ທັບ​ໃຈ​ຫລາຍ​ຈາກ​ການຄຳ​ສອນ​ຂອງ​ຊິດ​ສະ​ເຕີ ຊີ​ນາ ດີ​ ຢັງ, ​ທີ່​ປຶກສາ​ທີ​ໜຶ່ງ​ໃນ​ສະມາຄົມ​ສະຕີ​ສົງ​ເຄາະ​ສາມັນ. ​ເພິ່ນ​ໄດ້​ກ່າວ​ວ່າ, “​ເອື້ອຍ​ນ້ອງ​ທັງຫລາຍ, ​​ເຮົາ​ຕ້ອງ​ຕື່ນ​ຂຶ້ນ​ເພື່ອ​ຮັບ​ເອົາໜ້າ​ທີ່​ຂອງ​ເຮົາ.”1 ຂ້າພະ​ເຈົ້າ​ໄດ້​ໄຕ່ຕອງ​ກ່ຽວ​ກັບ​ຄຳ​ວ່າ ຕື່ນ​ຂຶ້ນ ​ແລະ ໜ້າທີ່ ​ແລະ ກໍ​ໄດ້​ຄົ້ນຄວ້າ​ຕື່ມ​ອີກ​ຢູ່​ໃນ​ພຣະຄຳ​ພີ.

​​ໃນ​ພຣະສັນຍາ​ໃໝ່, ​ໂປ​ໂລ​ໄດ້​ສອນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​​​ເຖິງ​ວັນ​ເວລາ​ຂອງ​ລາວ​ວ່າ:

“ບັດ​ນີ້​ເຖິງ​ເວລາ​ແລ້ວ​ທີ່​ພວກ​ເຈົ້າຄວນ​ຈະ​ຕື່ນ​ຈາກ​ຫລັບ, ດ້ວຍ​ວ່າ​ເວລາ​ທີ່​ພວກ​ເຮົາ​ຈະ​ພົ້ນນັ້ນ ກໍ​ໃກ້​ກວ່າ​ເວລາ​. …

“ກາງຄືນ​ກໍ​ລ່ວງ​ໄປ​ຫລາຍ​ແລ້ວ, ​ແລະ ກາງ​ເວັນ​ກໍ​​ໃກ້​ເຂົ້າມາ​ແລ້ວ: … ຈົ່ງ​ປະກອບ​ຕົວ​ດ້ວຍ​ອາວຸດ​ແຫ່ງ​ຄວາມ​ສະຫວ່າງ.”2

​ໃນ​ພຣະຄຳ​ພີ​ມໍ​ມອນ ​ແອວ​ມາ​ໄດ້​ສອນ​ຜູ້​ຄົນ​ຂອງ​ເພິ່ນກ່ຽວ​ກັບ​ໜ້າ​ທີ່​ອັນ​ສັກສິດ​ຂອງ​ຄົນ​ທີ່​ເຂົ້າ​ເຮັດ​ພັນທະ​ສັນຍາ​ນຳພຣະ​ເຈົ້າ ດັ່ງ​ນີ້:

“ແລະ ບັດ​ນີ້, ຍ້ອນ​ວ່າ​ພວກ​ທ່ານ​ປາ​ຖະໜາ​ຈະ​ເຂົ້າ​ມາ​ຫາ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ, ແລະ ມີ​ຊື່​ວ່າ​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ເຕັມ​ໃຈ​ຈະ​ແບກ​ຫາບ​ພາລະ​ຂອງ​ກັນ​ແລະ​ກັນ, ເພື່ອ​ຈະ​ໄດ້​ແບ່ງ​ເບົາ;

“ແທ້​ຈິງ​ແລ້ວ, ແລະ ເຕັມ​ໃຈ​ທີ່​ຈະ​ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ; ແທ້​ຈິງ​ແລ້ວ, ຈະ​ປອບ​ໃຈ​ຄົນ​ທີ່​ຕ້ອງການ​ຄວາມ​ປອບ​ໃຈ, ແລະ ຈະ​ຢືນ​ເປັນ​ພະຍານ​ຂອງ​ພຣະ​ເຈົ້າໃນທຸກ​ເວລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ​. …

“ບັດ​ນີ້​ຂ້າພະ​ເຈົ້າກ່າວ​ກັບ​ພວກ​ທ່ານ​ວ່າ, ຖ້າ​ຫາກ​ສິ່ງ​ນີ້​ເປັນຄວາມ​ປາ​ຖະໜາ​ຂອງ​ໃຈ​ຂອງພວກ​ທ່ານແລ້ວ, ພວກ​ທ່ານ​ມີ​ຫຍັງ​ແດ່​ຂັດຂ້ອງ​ທີ່​ຈະ​ຮັບ​ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ພຣະຜູ້ເປັນ​ເຈົ້າ, ເພື່ອ​ຈະ​ເປັນ​ພະຍານ​ຕໍ່​ພຣະ​ອົງ, ວ່າ​ພວກ​ທ່ານໄດ້​ເຂົ້າເຮັດພັນທະ​ສັນຍາ​ກັບ​ພຣະອົງ, ວ່າ​ພວກ​ທ່ານ​ຈະ​ຮັບ​ໃຊ້​ພຣະ​ອົງ ແລະ ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ, ເພື່ອ​ພຣະ​ອົງ​ຈະ​ໄດ້​ທຸ້ມ​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ພວກ​ທ່ານ​ຢ່າງ​ຫລວງຫລາຍ​ຍິ່ງ​ຂຶ້ນ?

“ແລະ ບັດ​ນີ້​ເມື່ອ​ຜູ້​ຄົນ​ໄດ້​ຍິນ​ຂໍ້ຄວາມ​ນີ້​ແລ້ວ, ພວກ​ເຂົາ​ຕົບມື​ດ້ວຍ​ຄວາມສຸກ ແລະ ຮ້ອງ​ອອກ​ມາ​ວ່າ: ນີ້​ຄື​ຄວາມ​ປາ​ຖະໜາຂອງ​ໃຈ​ຂອງ​ພວກ​ເຮົາ.3

ຖ້ອຍ​ຄຳ​ຂອງ​ຊິດ​ສະ​ເຕີ​ຢັງ ​ແລະ ຂໍ້ພຣະຄຳ​ພີ​ເຫລົ່ານັ້ນ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າຄິດ​ກ່ຽວ​ກັບ “ໜ້າ​ທີ່” ​ເຮົາ​ຈະ​ຕ້ອງ​ຕື່ນ​ຂຶ້ນ​ໃນ​ວັນ​ເວລາ​ຂອງ​ເຮົາ.

ຕອນ​ເຮົາ​ຮັບ​ບັບຕິ​ສະມາ, ​ເຮົາ​ໄດ້​ເຂົ້າ​ເຮັດ​ພັນທະ​ສັນຍາ. ​ແອວ​ເດີ ຣໍ​ເບີດ ດີ ​ແຮ​ວ ​ໄດ້​ສອນ​ວ່າ, “ເມື່ອ​ເຮົາ​ເຮັດ​ ​ແລະ ຮັກສາ​ພັນທະ​ສັນຍາ, ​ເຮົາ​ໄດ້​ອອກ​ຈາກ​ໂລກ ​ແລະ ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ.”4

​ເຮົາ​ໄດ້​ປ່ຽນ​ໄປ. ​ເຮົາ​ເບິ່ງ​ ​ແລະ ​​ປະພຶດ​ບໍ່​ຄື​ເກົ່າ. ສິ່ງ​ທີ່​ເຮົາ​ຟັງ ​ແລະ ອ່ານ ​ແລະ ກ່າວ​ກໍ​ແຕກ​ຕ່າງ, ​ແລະ ສິ່ງ​ທີ່​ເຮົາ​ນຸ່ງ​ຖື​ກໍ​ແຕກ​ຕ່າງ ​ເພາະ​ເຮົາ​ໄດ້​ກາຍ​ເປັນ​ທິດາ​ຂອງ​ພຣະ​ເຈົ້າ, ຜູກ​ມັດ​​ໄວ້​ກັບ​ພຣະອົງ​ໂດຍ​ພັນທະ​ສັນຍາ.

ເມື່ອ​ເຮົາ​ໄດ້​ຮັບ​ການ​ຢືນຢັນ, ​ເຮົາ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ, ສິດ​ທີ່​ຈະ​ມີ​ອິດ​ທິພົນ​ຂອງ​ສະມາຊິກ​ໃນ​ຝ່າຍພຣະ​ເຈົ້າ​ຢູ່​ນຳ​ຕະຫລອດ​ເວລາ​ເພື່ອ​ນຳພາ​ເຮົາ, ​ປອບ​ໂຍນ​ເຮົາ, ​ແລະ ປົກ​ປ້ອງ​ເຮົາ. ພຣະອົງ​ເຕືອນ​ເຮົາ​ຕອນ​ເຮົາ​ຖືກ​ລໍ້​ລວງ​ໃຫ້​ຍ່າງ​ໜີ​ຈາກ​ພັນທະ​ສັນຍາ​ຂອງ​ເຮົາ ​ແລະ ກັບ​ຄືນ​ໄປ​ສູ່​ໂລກ. ປະທານ​ບອຍ ເຄ ​ແພ໊ກ​ເກີ ​ສອນ​ວ່າ ບໍ່​ມີ​ໃຜ​​ໃນ​ພວກ​ເຮົາ “ຈະ​ເຮັດ​ຄວາມ​ຜິດ​ອັນ​ຮ້າຍ​ແຮງ​ປາດ​ສະ​ຈາກ​ການ​ໄດ້​ຮັບ​ຄຳ​ຕັກ​ເຕືອນ​ກ່ອນ ​ໂດຍ​ການ​ກະ​ຕຸ້ນ​ຈາກ​ພຣະວິນ​ຍານ​ບໍລິສຸດ.”5

ກ່ອນ​ຈະ​ໄດ້​ຮັບ​ຂອງ​ປະທານ​ນີ້ ​ແລະ ມີ​ພຣະວິນ​ຍານ​ສະຖິດ​ຢູ່​ນຳ​ຕະຫລອດ​ເວລາ, ​ເຮົາ​ຕ້ອງ​ມີຄ່າ​ຄວນ ​ແລະ ລະມັດລະວັງ​ກ່ຽວ​ກັບ​ການ​ກວດກາ​ເບິ່ງ​ສະພາບ​ຂອງ​​ໃຈ​ເຮົາ. ​ໃຈ​ເຮົາ​ອ່ອນ​ບໍ? ​ເຮົາ​ມີ​ໃຈ​ທີ່​ຖ່ອມ​ບໍ, ​ໃຈທີ່​ສອນ​ງ່າຍ​ບໍ? ​ແລະ ອ່ອນ​ນ້ອມ​ບໍ? ຫລື ​​​ໃຈ​ຂອງ​ເຮົາ​ເລີ່​ມແຂງ​ກະດ້າງຂຶ້ນ​ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ ​ເມື່ອ​ເຮົາ​ປ່ອຍ​ໃຫ້​ສຽງ​ຂອງ​ໂລກ​ກີດ​ກັນ​ເຮົາ​ຈາກ​ສຽງ​ທີ່​ກະ​ຕຸ້ນ​ອັນ​ແຜ່​ວ​ເບົາ​ທີ່​ມາ​ຈາກ​ພຣະວິນຍານ?

ຕອນ​ເຮົາ​ຮັບ​ບັບຕິ​ສະມາ, ຫົວ​ໃຈ​ຂອງ​ເຮົາ​ໄດ້​ປ່ຽນ​ໄປ ​ແລະ ຕື່ນ​ຂຶ້ນຫາ​ພຣະ​ເຈົ້າ. ​​ໃນ​ຂະນະ​ທີ່ກ້າວ​ໄປ​ໜ້າ​ໃນ​ເສັ້ນທາງ​ຊີວິດ​ມະຕະ​ຂອງ​ເຮົາ, ​ເຮົາ​ຕ້ອງ​ໄດ້​ຖາມ​ຕົວ​ເອງ​ເປັນ​ບາງ​ຄັ້ງວ່າ, “ຖ້າ​ຫາກ​ [​ເຮົາ] ​ເຄີຍ​ປະສົບ​ກັບ​ການ​ປ່ຽນ​ແປງ​ໃນ​ໃຈ, … ​ແລ້ວ [ເຮົາ] ​ຮູ້ສຶກ​ເຊັ່ນ​ນັ້ນບໍ່​ໃນ​ຂະນະ​ນີ້?”6 ແລະ, ຖ້າ​ບໍ່​ດັ່ງນັ້ນ, ວ່າ​ເປັນ​ຫຍັງ?

ໄພ່​ພົນ​ຂອງ​ພຣະ​ເຈົ້າລຸ້ນທຳ​ອິດ​ຫລາຍ​ຄົນ “​ເຄີຍ​ປະສົບການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ນີ້​ໃນ​ໃຈ​ຂອງ​ [ເຂົາ​ເຈົ້າ] ແລ້ວ​ບໍ?”7 ມັນ​ໄດ້​ປຸກ​ໃຫ້​​ເຂົາ​​ເຈົ້າຕື່ນ​ຂຶ້ນ​ເພື່ອ​ຮັບ​ເອົາ​ພອນ​ຂອງ​ພຣະວິຫານ ທີ່ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການປະຕິບັດ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ. ​ໄພ່​ພົນ​ຂອງ​ພຣະ​ເຈົ້າລຸ້ນທຳ​ອິດ​ຢູ່​ໃນ​ເມືອງ​ນາ​ວູ​ໄດ້​ໄປ “ພຣະວິຫານ​ໝົດ​ມື້ ​ແລະ ຈົນ​ເຖິງ​ຕອນ​ເດິກ”8 ​ເພື່ອ​ຮັບ​ເອົາ​ພິທີການ ​ແລະ ​ເຮັດ​ພັນທະ​ສັນຍາ​​ກ່ອນ​ເຂົາ​ເຈົ້າ​ເລີ່ມ​ຕົ້ນການ​ເດີນທາງ​ມາ​ຫາ​ພາກ​ຕາ​ເວັນ​ຕົກ​ນີ້.

ນາງ​ຊາຣາ ຣິດຈ໌, ​ເອື້ອຍ​ນ້ອງ​ໃນ​ສະມາຄົມ​ສະຕີ​ສົງ​ເຄາະ​ຄົນ​ໜຶ່ງ​ຢູ່​ໃນ​ເມືອງ​ນາ​ວູ, ​ໄດ້​ກ່າວດັ່ງ​ນີ້: “ພອນ​ທີ່​ພວກ​ເຮົາ​ໄດ້​ຮັບ​ນັ້ນ ​ແມ່ນ​ຫລວງຫລາຍ ຢູ່​ໃນ​ບ້ານ​ຂອງ​ພຣະຜູ້​ເປັນ​ເຈົ້າ, ຊຶ່ງ​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ສຸກ​ຫລາຍ ​ແລະ ​ໄດ້​ຮັບ​ການ​ປອບ​ໂຍນ​ໃນ​ທ່າມກາງ​ຄວາມ​ໂສກ​ເສົ້າຂອງ​ພວກ​ເຮົາ ​ແລະ ຊ່ອຍ​ໃຫ້​ພວກ​ເຮົາມີ​ສັດທາ​​ໃນ​ພຣະ​ເຈົ້າ, ​ໂດຍ​ທີ່​ຮູ້​ວ່າ ພຣະອົງ​ຈະ​ນຳພາພວກ​ເຮົາ​ໃນ​ການ​ເດີນທາງ​ໄປ​ຫາ​ບ່ອນ​ທີ່​ບໍ່​ຮູ້ຈັກ ຊຶ່ງ​ຢູ່​ຂ້າງ​ໜ້າ​ພວກ​ເຮົາ.”9

ດ້ວຍ​ຫົວ​ໃຈ​ທີ່​ປ່ຽນ​ແປງ​ຜ່ານ​ສັດທາ​ໃນ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ​ເພິ່ງອຳນາດ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະອົງ​ໃຫ້​ຄ້ຳຊູ, ​ເຂົາ​ເຈົ້າ​ໄດ້​ຕື່ນ​ຂຶ້ນສູ່​ການ​ປະຕິບັດ. ​ເຂົາ​ເຈົ້າຮູ້ຢ່າງ​ເລິກ​ຊຶ້ງ​ໃນ​ໃຈ​ວ່າ ມີ—ພຣະຜູ້​ຊ່ອຍ​ໃຫ້​ລອດ​ອົງ​ໜຶ່ງ—ຜູ້​ເຂົ້າ​ໃຈຄວາມ​ທຸກ​ຍາກ​ລຳບາກ​ຂອງ​ເຂົາ​ເຈົ້າ ​ເພາະ​ພຣະອົງ​ໄດ້​ຮັບ​ທຸກທໍລະມານ​ແທນ​ເຂົາ​ເຈົ້າຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ. ພຣະອົງ​ຮູ້ສຶກ​ເຖິງ​ຄວາມ​ຢ້ານ​ກົວ​ຂອງ​ເຂົາ​ເຈົ້າ, ຄວາມ​ສົງ​​ໃສ, ຄວາມ​ເຈັບ​ປວດ, ​ແລະ ຄວາມ​ເປົ່າ​ປ່ຽວ​ດຽວ​ດາຍ​ຂອງ​​ເຂົາ​ເຈົ້າ. ພຣະອົງ​ໄດ້​ຮັບທຸກ​ທໍລະມານ​ແທນຄວາມ​ໂສກ​ເສົ້າຂອງ​ເຂົາ​ເຈົ້າ, ນຳ​ການ​ຖືກ​ຂົ່ມ​ເຫັງຂອງ​​ເຂົາ​ເຈົ້າ, ນຳ​ການ​ຫິວ​ໂຫຍ, ​ອ່ອນ​ເພຍ, ການ​ສູນ​ເສຍ​ຂອງ​ເຂົາ​ເຈົ້າ. ​ແລະ ​ເພາະວ່າ​ພຣະອົງ​ໄດ້​ຮັບ​ທຸກທໍລະມານ​ແທນ​ທຸກ​ສິ່ງ​ທັງ​ປວງ, ພຣະອົງ​ຈຶ່ງ​ສາມາດ​ກ່າວ​ໄດ້​ວ່າ, “ບັນດາຜູ້​ຄົນ​ທີ່ເຮັດ​ການ​ໜັກໜ່ວງ​ຈົ່ງ​ມາ​ຫາ​ເຮົາ ​ແລະ ​ເຮົາຈະ​ໃຫ້​ພວກ​​ເຈົ້າ​ໄດ້​ຮັບ​ຄວາມ​ເຊົາ​ເມື່ອຍ.”10

​ແລະ​ ​ເຂົາ​ເຈົ້າ​ໄດ້​ມາ. ​ເຂົາ​ເຈົ້າ​ໄດ້​ໄວ້​ວາງ​ໃຈ ​ແລະ ​ໄດ້​ຕິດຕາມ​ສາດສະດາ. ​ເຂົາ​ເຈົ້າຮູ້​ວ່າການ​ເດີນທາງ​ຈະ​ຍາວ​ນານ, ໜ້າ​ທີ່​ຈະ​ຫຍຸ້ງຍາກ. ​ເຂົາ​ເຈົ້າຮູ້​ວ່າຕ້ອງ​ໄດ້​ເສຍ​ສະລະ, ​ແຕ່​ໄດ້​ຮັບ​ການຄ້ຳຊູ​ໂດຍ​ສັດທາ​ຂອງ​ເຂົາ​ເຈົ້າ ​ແລະ ​ແນບສະ​ນິດ​ຢູ່​ກັບ​ພັນທະ​ສັນຍາຂອງ​ເຂົາ​ເຈົ້າ, ​ເຂົາ​ເຈົ້າຈຶ່ງ​ຕຽມ​ພ້ອມ​ທາງ​ວິນ​ຍານ.

ກ່ອນ​ໜີ​ຈາກ​ເມືອງ​ນາ​ວູ ​ໄພ່​ພົນ​ຂອງ​ພຣະ​ເຈົ້າກຸ່ມ​ໜຶ່ງ​ໄດ້​ຂຽນ​ຂໍ້ຄວາມ​ໄວ້​ຢູ່​ໃນ​ຫ້ອງ​ປະຊຸມ​ຢູ່​ໃນ​ພຣະວິຫານ​ທີ່​ເຂົາ​ເຈົ້າຖືກ​ບັງ​ຄັບ​ໃຫ້​ປະ​ຖິ້ມ. ​ເຂົາ​ເຈົ້າ​ໄດ້​ຂຽນ​ວ່າ, “ພຣະຜູ້​ເປັນ​ເຈົ້າ​ໄດ້​ເຫັນ​ການ​ເສຍ​ສະລະ​ຂອງ​ພວກ​ເຮົາ: ມາ​ກັບ​ພວກ​ເຮົາ.”11

ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ໄປ​ຮ່ວມ​ການ​​ເດີນທາງ​ແບບກຸ່ມ​ບຸກ​ເບີກຮ່ວມ​ກັບ​ກຸ່ມ​ຊາວ​ໜຸ່ມ​ຂອງ​ຫວອດ​ພວກ​ເຮົາ. ​ແຕ່ລະ​ເຊົ້າ ຂ້າພະ​ເຈົ້າ​ໄດ້​ຖາມ​ຕົນ​ເອງ​ວ່າ, “​ເຮົາ​ໄດ້​​ເສຍ​ສະລະ​ຫຍັງ​ແດ່? ​ເຮົາ​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ກຸ່ມ​ບຸກ​ເບີກ​ໄດ້​ແນວ​ໃດ?”

ໃນ​ມື້​ທີ​ສອງ​ຂອງ​ການ​ເດີນທາງ, ພວກ​ເຮົາ​ໄດ້​ຍູ້​ລໍ້​ຂອງ​ພວກ​ເຮົາ​​ເປັນ​ລະຍະ​ທາງ​ແປດ​ໄມ (13 ກິ​ໂລ​ແມັດ) ຕອນ​ພວກ​ເຮົາ​ໄດ້​ໄປ​ເຖິງ​ບ່ອນ​ໜຶ່ງ​ທີ່​ເອີ້ນ​ວ່າ “​ບ່ອນຜູ້ຍິງ​ຍູ້.” ກຸ່ມ​ຜູ້​ຊາຍ ​ແລະ ຜູ້ຍິງ​ໄດ້​ຖືກແຍກ​ອອກ​ຈາກ​ກັນ, ​ແລະ ພວກ​ຜູ້​ຊາຍ​ໄດ້​ຖືກ​ສົ່ງ​ຂຶ້ນ​ຄ້ອຍໄປ​ກ່ອນ, ​ແລະ ພວກ​ຜູ້ຍິງ​ໄດ້​​ເຕົ້າ​ໂຮມ​ກັນ​ຢູ່​ໃກ້​ລໍ້. ​ໃນ​ຂະນະ​ທີ່​ພວກ​ເຮົາ​ພວມ​ຍູ້​ ​ແລະ ດຶງ​ລໍ້​ຂອງ​ພວກ​ເຮົາ, ຂ້າພະ​ເຈົ້າ​ໄດ້​ຫລຽວ​ຂຶ້ນ​ເຫັນ​ພວກ​ອ້າຍ​ນ້ອງ​ຖານະ​ປະ​ໂລຫິດ​ຂອງ​ພວກ​ເຮົາ, ທັງ​ໜຸ່ມ​ ​ແລະ ​ແກ່, ​ໄດ້​ຢືນ​ລຽນ​ແຖວ​ທັງ​ສອງ​ຟາກ​ຂອງ​ເສັ້ນທາງ, ​ເປັນ​ກຳລັງ​ໃຈ​ໃຫ້​ກຸ່ມ​ຜູ້ຍິງ.

ທຳ​ອິດມັນ​ກໍ​ບໍ່​ຍາກ​ປານ​ໃດ, ​ແຕ່​ບໍ່​ດົນ​ພວກ​ເຮົາ​ໄດ້​ໄປ​ເຖິງ​ບ່ອນ​ມີ​ດິນຊາຍ, ​ແລະ ຄ້ອຍ​ກໍ​ຊັນ. ຂ້າພະ​ເຈົ້າ​ໄດ້​ກົ້ມໜ້າຍູ້​ລໍ້​ຂຶ້ນຈົນ​ສຸດ​ແຮງ ​​ແລ້ວຂ້າພະ​ເຈົ້າຮູ້ສຶກວ່າ​ມີ​ຄົນ​ມາ​ດຶງ​ລໍ້​ຂຶ້ນ ​ແລະ ​ເມື່ອ​ຂ້າພະ​ເຈົ້າ​ເງີຍໜ້າ​ຂຶ້ນກໍ​ເຫັນ ​ແລັກ​ຊີ, ຍິງໜຸ່ມຄົນ​ໜຶ່ງ ​ແລະ ​ເພື່ອນ​ບ້ານ​ຂອງ​ຂ້າພະ​ເຈົ້າ. ນາງ​ໄດ້​ດຶງ​ລໍ້​ຂອງ​ນາງ​ຂຶ້ນ​ຫວິດ​ຄ້ອຍ, ​ເມື່ອ​ເຫັນ​ວ່າ​ພວກ​ເຮົາ​ມີ​ບັນຫາ, ນາງ​ກໍ​ໄດ້​ແລ່ນ​ລົງ​ມາ​ຊ່ອຍ​ເຫລືອ. ​ເມື່ອ​ພວກ​ເຮົາ​ຂຶ້ນ​ຫວິດ​ຄ້ອຍ​ແລ້ວ, ຂ້າພະ​ເຈົ້າກໍ​ຢາກ​ແລ່ນ​ລົງ​ໄປ​ຊ່ອຍ​ເຫລືອ​ຄົນ​ອື່ນໆ, ​ແຕ່​ຂ້າພະ​ເຈົ້າຫັນ​ໃຈ​ຢ່າງ​ແຮງ, ​ແລະ ຫົວ​ໃຈ​ຂອງ​ຂ້າພະ​ເຈົ້າກໍ​ເຕັ້ນຢ່າງ​​ໄວ ຈົນ​ຂ້າພະ​ເຈົ້າຄິດ​ວ່າຈະ ຫົວ​ໃຈ​ວາຍ​ຕາຍ! ຂ້າພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ດ້ວຍ​ຄວາມ​ກະຕັນຍູ ​ໃນ​ຂະນະ​ທີ່​ກຸ່ມ​ຜູ້ຍິງ​ໄດ້​ວາງ​ລໍ້​ຂອງ​ຕົນ​ໄວ້ ​ແລ້ວ​ໄດ້​ແລ່ນ​ລົງ​ກັບ​ໄປ​ຊ່ອຍ​ເຫລືອ​.

​ເມື່ອທຸກ​ຄົນ​ໄດ້​ຂຶ້ນ​ຫວິດ​ຄ້ອຍ​ແລ້ວ, ພວກ​ເຮົາ​ໄດ້​ໃຊ້​ເວລາ​ໜ້ອຍ​ໜຶ່ງ​​ເພື່ອ​ບັນທຶກ​ຄວາມ​ຮູ້ສຶກ​ຂອງ​ພວກ​ເຮົາ​ກ່ຽວ​ກັບ​ການ​ເດີນທາງ​ນັ້ນ. ຂ້າພະ​ເຈົ້າ​ໄດ້​ຂຽນ​ວ່າ: “ຂ້າພະ​ເຈົ້າບໍ່​ໄດ້​ຕຽມ​ພ້ອມ​ດີ​ພໍ​ທາງ​ຮ່າງກາຍ ສະນັ້ນຂ້າພະ​ເຈົ້າຈຶ່ງ​ບໍ່​ສາມາດ​ຊ່ອຍ​ເຫລືອ​ຄົນ​ທີ່ຢູ່​ຂ້າງ​ຫລັງ. ຂ້າພະ​ເຈົ້າອາດບໍ່​ເຄີຍ​ຍູ້​ລໍ້​ອີກຈັກ​ເທື່ອ, ​ແຕ່​ຂ້າພະ​ເຈົ້າບໍ່​ເຄີຍ​ຄິດ​ທີ່​ຈະ​ດຶງ​ຄວາມ​ຮູ້ສຶກ​ທາງ​ວິນ​ຍານ​ຂອງ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າລົງ!”

ມັນ​ເປັນ​ປະສົບ​ການ​ທີ່​ສັກສິດ ທີ່​ເຮັດ​ໃຫ້​ຂ້າພະ​ເຈົ້າຕື່ນ​ຂຶ້ນທາງ​ວິນ​ຍານ​ສູ່​ໜ້າ​ທີ່ຂອງ​ຂ້າພະ​ເຈົ້າ ຕໍ່​ຄອບຄົວ​ຂອງ​ຂ້າພະ​ເຈົ້າ ​ແລະ ຄົນ​ອື່ນໆ. ​​ຕະຫລອດ​​ໄລຍະ​ໃນ​ການ​ເດີນທາງ​ຕໍ່​ໄປ​ໃນ​ເສັ້ນທາງ​​ແຫ່ງຊີວິດ, ຂ້າພະ​ເຈົ້າ​ໄດ້​ໄຕ່ຕອງ​ກ່ຽວ​ກັບ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ຮຽນ.

ທຳ​ອິດ ຂ້າພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ, ຜູ້​ ​ໄດ້ ຍູ້ລໍ້ ​ແລະ ຜູ້​ທີ່​ຍູ້​ລໍ້​ຂອງ​ເຂົາ​​ເຈົ້າ ໄປ​ຕໍ່ຢູ່​ທຸກ​ວັນ​ນີ້ ດ້ວຍ​ຕົວ​ຄົນ​ດຽ​ວ. ຜູ້ຍິງປະມານ 20 ​ເປີ​ເຊັນ​ຢູ່​ໃນ​ບັນດາ​ຂະ​ບວນລໍ້​ເຫລົ່ານັ້ນ​ໄດ້​ຍູ້​ລໍ້​ດ້ວຍ​ຕົວ​ຄົນ​ດຽວ ຢ່າງ​ໜ້ອຍ​ພາກສ່ວນ​ໜຶ່ງ​ຂອງ​ການ​ເດີນທາງ. ມີ​ຜູ້​ຍິງ​ທີ່​ຍັງ​ບໍ່​ໄດ້​ແຕ່ງງານ, ບາງ​ຄົນ​ເປັນ​ແມ່ຮ້າງ​ແມ່ໝ້າຍ, ​ແລະ ຫລາຍ​ຄົນ​​ເປັນ​ແມ່​ທີ່​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ.12 ​ເຂົາ​ເຈົ້າທຸກ​ຄົນ​ໄດ້ຍູ້​ລໍ້​ໄປ​ນຳ​ກັນ—ທິດາ​ແຫ່ງ​ພັນທະ​ສັນຍາ, ທັງ​ໜຸ່ມ​ ​ແລະ ​ແກ່, ​ໃນ​ສະພາບ​ການ​ຊີວິດ​ທີ່​ແຕກ​ຕ່າງ​ກັນ, ​ໃນ​ເສັ້ນທາງ​ເດີນ​ອັນ​ດຽວ​ກັນ, ດ້ວຍ​ຈຸດປະສົງ​ອັນ​ດຽວ​ກັນ.

ຄົນ​ທີ່​ໄດ້​ແລ່ນ​ໄປ​ຊ່ອຍ​ເຫລືອ​ເອື້ອຍ​ນ້ອງ​ຄົນ​ອື່ນໆ ​​ໄດ້​ເຕືອນ​ຂ້າພະ​ເຈົ້າ​ເຖິງ​ຜູ້​ຊ່ອຍ​ກູ້​ຊີວິດ, ທັງ​ສາມາດ​ຫລຽວ​ເຫັນ ​ແລະ ບໍ່​ສາມາດ​ຫລຽວ​ເຫັນ, ຜູ້​ສັງ​ເກດ​ເຫັນ​ໄວ, ​ເຫັນ​ຄວາມ​ຕ້ອງການ, ​ແລະ ກະທຳ.

ຂ້າພະ​ເຈົ້າ​ໄດ້​ຄິດ​ເຖິງ​ພຣະຄຳ​ຂອງ​ພຣະຜູ້​ເປັນ​ເຈົ້າທີ່​ວ່າ: “ແລະ ຜູ້​ໃດກໍ​ຕາມ​ທີ່​ຮັບເອົາພວກ​​ເຈົ້າ, ທີ່​ນັ້ນເຮົາຈະ​ຢູ່​ນຳ​ຄື​ກັນ, ​ເພາະ​ເຮົາ​ຈະ​ອອກ​ໜ້າພວກ​​ເຈົ້າ. ​ເຮົາຈະ​ຢູ່​ທາງ​ຂວາ​ມື​ພວກເຈົ້າ ​ແລະ ທາງ​ຊ້າຍ​ມື​ພວກເຈົ້າ, ​ແລະ ວິນ​ຍານ​ຂອງ​ເຮົາ​ຈະ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ, ​ແລະ ທູດ​ຂອງ​ເຮົາ​ຈະ​ອ້ອມ​ຮອບ​ພວກເຈົ້າ​ໄວ້, ​ເພື່ອຄ້ຳຊູ​ພວກເຈົ້າ​.”13

ຢູ່​ສອງ​ຟາກ​ທາງ​​ໄດ້​ມີ​ກຸ່ມ​ຜູ້​ຊາຍ​ທີ່​ຊື່ສັດ, ​ເຊື່ອ​ຟັງ, ​ແລະ ຮັກສາ​ພຣະບັນຍັດ​ຢືນ​ລຽນ​ແຖວ​ຢູ່. ອຳນາດ​ຖານະ​ປະ​ໂລຫິດ​ຂອງ​ເຂົາ​ເຈົ້າ—ອຳນາດ​ທີ່​ພຣະ​ເຈົ້າ​ໄດ້​ໃຊ້​ເພື່ອ​ອວຍພອນ​ລູກໆ​ທຸກ​ຄົນ​ຂອງ​ພຣະອົງ—ຍົກ​ລະດັບ, ​ເພີ່ມ​ຄວາມ​ເຂັ້ມ​ແຂງ, ​ແລະ ສົ່ງ​ເສີມ​ພວກ​ເຮົາ. ​ເຂົາ​ເຈົ້າ​ໄດ້​ເຕືອນ​ພວກ​ເຮົາ​ວ່າ ພວກ​ເຮົາ​ບໍ່​ໄດ້​ຢູ່​ຕາມ​ລຳພັງ. ພວກ​ເຮົາ​ມີ​ອຳນາດ​ນີ້​ຢູ່​ກັບ​ພວກ​ເຮົາ​ຕະຫລອດ​ເວລາ ​​ເມື່ອ​ພວກເຮົາ​ຮັກສາ​ພຣະບັນຍັດ​ຂອງ​ພວກ​ເຮົາ.

ຂ້າພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ພວກ​ຜູ້​ຊາຍ​ທີ່​ໄດ້​ແຍກ​ອອກ​ຈາກ​ຄອບຄົວ​, ປະ​ໃຫ້​ລູກ​ເມຍ​ຍູ້​ລໍ້​ໄປ​ຕາມ​ລຳພັງ​. ຜູ້​ຊາຍ​ຫລາຍ​ຄົນ​ໄດ້​ຕາຍ​ໄປ​ໃນ​ລະຫວ່າງ​ການ​ເດີນທາງ. ລູກ​ຊາຍ​ບາງ​ຄົນ​ໄດ້​ຢູ່​ຂ້າງ​ຫລັງ​ເພື່ອ​ຮັບ​ໃຊ້​ເຜີຍ​ແຜ່​ຢູ່​ໃນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເຂົາ​ເຈົ້າ. ບາງ​ຄົນ​ໄດ້​ອົບ​ພະຍົບ​ໄປ​ກ່ອນ​ເພື່ອຕຽມ​ສຳລັບ​ຄອບຄົວ​ທີ່​ຈະ​ມາ​ເຖິງ​ຫ່ອມພູ​ເຊົາ​ເລັກ. ຊາຍບາງ​ຄົນ​ບໍ່​ໄດ້​ຢູ່​ນຳ​ເພາະການ​ເລືອກ​ບໍ່​ຮັກສາ​ພັນທະ​ສັນຍາ​ຂອງ​ເຂົາ​ເຈົ້າ.

ເຊັ່ນ​ດຽວ​ກັບ​ຄົນ​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ, ຫລາຍ​ຄົນ​ໃນ​ທຸກ​ວັນ​ນີ້​​ໄດ້​ດຳລົງ​ຊີວິດ​ໃນ​ທາງ​ທີ່​ບໍ່​ເປັນ​ອຸດົມ​ການ. ​ເຮົາ​ໄດ້​ສອນ ​ແລະ ພະຍາຍາມ​ຕໍ່​ໄປ​ໃນ​ອຸດົມ​ການ ​ເພາະ​​ເຮົາ​ຮູ້​ວ່າ ການ​ພະຍາຍາມ​ຕໍ່​ໄປຈະ​ຊ່ອຍ​​ເຮົາ​ໃຫ້​ກ້າວ​ໄປ​ໜ້າ​ໃນ​ເສັ້ນທາງ ​ແລະ ຕຽມ​​ເຮົາ​ສຳລັບ​​ໂອກາດ​ທີ່​ຈະ​ໄດ້​ຮັບ​ພອນ​ທຸກ​ປະການທີ່​ໄດ້​ສັນ​ຍາໄວ້​ ​ເມື່ອ​​ເຮົາ “ປົງ​ໃຈ​ຂໍ​ໃຫ້​ພຣະຜູ້​ເປັນ​ເຈົ້າຊ່ອຍ​ເຫລືອ.”14

​ເຮົາ​ແຕ່ລະຄົນ​ໄດ້​ມີ ​ແລະ ຈະ​ມີ​ຄວາມທຸກ​ຍາກ​ລຳບາກ​ຢູ່​ໃນ​ຊີວິດ​ຂອງເຮົາ. ຊີວິດ​ມະຕະ​ນີ້​ເປັນ​ເວລາ​ແຫ່ງ​ການ​ທົດ​ລອງ, ​ແລະ ເຮົາ​ຈະ​ມີ​ໂອກາດ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຮົາ​ເພື່ອ​ເລືອກ​ເຮັດ​ສິ່ງ​ທີ່​ເຮົາ​ຈະ​ຮຽນ​ຈາກ​ຄວາມທຸກ​ຍາກ​ລຳບາກ ຊຶ່ງຈະ​ມາ​ເຖິງ​ຢ່າງ​ແນ່ນອນ.

ໃນ​ຖານະ​ທີ່​ເປັນ​ທິດາ​ຂອງ​ພຣະ​ເຈົ້າ, ​ເຮົາ​ໄດ້​ດຳ​ເນີນ​ຕໍ່​ໄປ​ໃນ​ເສັ້ນທາງ​ດ້ວຍ​ສັດທາ, ​ເພາະວ່າ​ເຮົາຮັບ​ຮູ້​ຄຳ​ສອນຂອງ​ປະທານ​ທອມ​ມັສ ແອັສ ມອນ​ສັນ​ ທີ່​ວ່າ: “ພິທີການ​ຊ່ອຍ​ກູ້​ຊີວິດ​ຢູ່​ໃນ​ພຣະວິຫານ ອະນຸຍາດ​ເຮົາ​ໃຫ້​ສາມາດ​ກັບ​ຄືນ​ໄປ​ຫາ​ພຣະບິດາ​ເທິງ​ສະຫວັນ ​ໃນ​ຄວາມ​ສຳພັນ​ນິລັນດອນ​ນຳ​ຄອບຄົວ ​ແລະ ​ໄດ້​ຮັບ​ພອນ ​ແລະ ອຳນາດ​ຈາກ​ເບື້ອງບົນ ຊຶ່ງ​ກຸ້ມ​ຄ່າ​ທີ່​ຈະ​ເສຍ​ສະລະ ​ແລະ ​ໃຊ້​ຄວາມ​ພະຍາຍາມ​ທັງ​ໝົດ​ເພື່ອ.” 15

ການ​ເດີນທາງ​ໄປ​ເທົ່າ​ນັ້ນ​ແມ່ນ​ບໍ່​ພຽງພໍ; ​ເຮົາ​ຕ້ອງ​ຕື່ນ​ຂຶ້ນສູ່​ໜ້າ​ທີ່ຂອງ​ເຮົາ ​ແລະ ດຳ​ເນີນ​ຕໍ່​ໄປ​ໃນ​ສັດທາ ​ເມື່ອ​ເຮົາ​ເພິ່ງ​ພາ​ອາ​ໄສ​ອຳນາດ​ແຫ່ງການ​ປອບ​ໂຍນ, ຄວາມ​ເຂັ້ມ​ແຂງ, ຄວາມ​ສາມາດ, ການ​ປິ່ນປົວຂອງ​ການ​ຊົດ​ໃຊ້.

ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າຮັກ​ທ່ານ. ຂ້າພະ​ເຈົ້າບໍ່​ຮູ້ຈັກ​ຫລາຍ​ຄົນ​ໃນພວກ​ທ່ານ​ເປັນ​ສ່ວນ​ຕົວ, ​ແຕ່​ຂ້າພະ​ເຈົ້າຮູ້​ວ່າ​ທ່ານ​ເປັນ​ໃຜ! ​ເຮົາ​ເປັນ​ທິດາ​ຜູ້​ຮັກສາ​ພັນທະ​ສັນຍາ​ໃນ​ອານາຈັກ​ຂອງ​ພຣະອົງ, ​ແລະ ​ໄດ້​ຮັບ​ອຳນາດ​ຜ່ານ​ພັນທະ​ສັນຍາ​ຂອງ​ເຮົາ, ​ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ເຮັດ​ວຽກ​ງານ​ຂອງ​ເຮົາ.

ສະມາຄົມ​ສະຕີ​ສົງ​ເຄາະ​ຕຽມ​ສະຕີ​ສຳລັບ​ພອນ​ແຫ່ງ​ຊີວິດ​ນິລັນດອນ​ໂດຍ​ປຸກ​ໃຫ້​ເຮົາ​ຕື່ນ​ຂຶ້ນທາງ​ວິນ​ຍານ ​ເພື່ອ​ເພີ່ມ​ສັດທາ ​ແລະ ຄວາມ​ຊອບ​ທຳ​ສ່ວນ​ຕົວ. ຂໍ​ໃຫ້​ເຮົາ​ຈົ່ງ​​ເປັນ​ຜູ້ເລີ່​ມຕົ້ນກ່ອນ. ຂໍ​ໃຫ້​ເຮົາ​ເລີ່​ມຕົ້ນຈາກ​ຈຸດ​ຂອງ​ເຮົາ​ກ່ອນ. ຂໍ​ໃຫ້​ເຮົາ​ເລີ່​ມຕົ້ນ​ໃນ​ມື້​ນີ້. ​ເມື່ອ​ເຮົາ​ຕື່ນ​ຂຶ້ນທາງ​ວິນ​ຍານ, ​ເຮົາ​ຈະ​ສາມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບຄົວ ​ແລະ ບ້ານ​ເຮືອນ ​ແລະ ຊ່ອຍ​ເຫລືອ​ຄົນ​ອື່ນ​ໄດ້​ດີ​ກວ່າ​ເກົ່າ.

ນີ້​ຄື​ວຽກ​ງານ​ແຫ່ງ​ຄວາມ​ລອດ, ​ແລະ ອຳນາດ​ແຫ່ງ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ ​ແລະ ຄວາມ​ສາມາດ​​ແຫ່ງ​ການ​ຊົດ​ໃຊ້​ຈະ​ເຮັດ​ໃຫ້​​ເປັນ​ໄປ​ໄດ້. ຈົ່ງ​ຕື່ນ​ຂຶ້ນມາ​ຮູ້​ວ່າ​ເຮົາ​ເປັນ​ໃຜ. ຈົ່ງ​ຕື່ນ​ຂຶ້ນສູ່​ໜ້າ​ທີ່​ຂອງ​ເຮົາ.​ ​ເຮົາ​ເປັນ​ທິດາ​ຂອງ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ, ຜູ້​ຮັກ​ເຮົາ. ຂ້າພະ​ເຈົ້າຂໍ​ເປັນ​ພະ​ຍານ​ເຖິງ​ເລື່ອງ​ນີ້ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

Mostrar las referencias

    ​ແຫ​ລ່ງອ້າງ​ອີງ

  1.  

    1. Zina D. Young, in Woman’s Exponent, Oct. 15, 1877, 74.

  2.  

    2.  ​ໂຣມ 13:11–12.

  3.  

    3.  ​ໂມ​ໄຊ​ຢາ 18:8–11.

  4.  

    4. Robert D. Hales, “Modesty: Reverence for the Lord,” Liahona, Aug. 2008, 21; Ensign, Aug. 2008, 36.

  5.  

    5. Boyd K. Packer, “How to Survive in Enemy Territory,” Liahona, Oct. 2012, 35; New Era, Apr. 2012, 3.

  6.  

    6.  ​ແອວ​ມາ 5:26.

  7.  

    7.  ​ແອວ​ມາ 5:14.

  8.  

    8.  Daughters in My Kingdom: The History and Work of Relief Society (2011), 29.

  9.  

    9. Sarah Rich, in Daughters in My Kingdom, 30.

  10.  

    10.  ມັດ​ທາຍ 11:28.

  11.  

    11. In Daughters in My Kingdom, 30.

  12.  

    12. Research conducted by Jolene S. Allphin from stories and company rosters; see Tell My Story, Too, 8th ed. (2012).

  13.  

    13. ​​ເບິ່ງ Doctrine and Covenants 84:88.

  14.  

    14.  ​ເອຊາ​ຢາ 40:31.

  15.  

    15. Thomas S. Monson, “The Holy Temple—a Beacon to the World,” Liahona and Ensign, May 2011, 92.