ຈົ່ງແນ່ວແນ່. ຢ່າຫວັ່ນໄຫວ. “ຈົ່ງຍຶດໝັ້ນຢູ່ໃນຄວາມຈິງ ແລະ ຄວາມຊອບທຳ.” ຢືນເປັນພະຍານ. ເປັນທຸງສັນຍານຕໍ່ໂລກ. ຢືນໃນສະຖານທີ່ສັກສິດ.
ຄ່ຳຄືນນີ້ ຂ້າພະເຈົ້າຢືນຢູ່ໃນສະຖານທີ່ສັກສິດຢູ່ແທ່ນປາໄສນີ້, ຢູ່ຕໍ່ໜ້າສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ ແລະ ທິດາທີ່ປະເສີດຂອງພຣະເຈົ້າ. ມັນເປັນເວລາທີ່ດີເລີດທີ່ມີຊີວິດຢູ່ໃນໂລກ ແລະ ເປັນຍິງໜຸ່ມ. ພວກເຈົ້າເປັນທິດາຜູ້ໄດ້ຖືກເລືອກໄວ້ຂອງພຣະບິດາຜູ້ສະຖິດຢູ່ໃນສະຫວັນ. ຂ້າພະເຈົ້າຫວັງວ່າ ພວກເຈົ້າຈະຮູ້ສຶກເຖິງເອກະລັກຂອງພວກເຈົ້າ ແລະ ເຖິງການເປັນທີ່ຮັກຂອງພຣະບິດາຜູ້ສະຖິດຢູ່ໃນສະຫວັນ. ພຣະອົງຮັກພວກເຈົ້າແຕ່ລະຄົນ ແລະ ຂ້າພະເຈົ້າກໍຄືກັນ.
ຢູ່ເທິງໂຕະຢູ່ໃນຫ້ອງການຂອງຂ້າພະເຈົ້າ, ຂ້າພະເຈົ້າມີຮູບປັ້ນອັນໜຶ່ງທີ່ເຮັດດ້ວຍທອງແດງ ເປັນຮູບຂອງຍິງໜຸ່ມຄົນໜຶ່ງຊື່ວ່າ ຄຣິສຕີນາ. ຮູບປັ້ນດັ້ງເດີມເທົ່າກັບຕົວນາງນັ້ນ ຕັ້ງຢູ່ແຄມທະເລ ໃນເມືອງໂຄເປັນຮາເກັນ, ປະເທດເດັນມາກ, ປິ່ນໜ້າໄປທາງທະເລຫາເມືອງສີໂອນ. ການຕັດສິນໃຈຂອງນາງທີ່ຈະເຂົ້າຮ່ວມສາດສະໜາຈັກ ແລະ ໜີຈາກປະເທດຂອງນາງບໍ່ໄດ້ເປັນສິ່ງງ່າຍທີ່ຈະເຮັດ, ແລະ ພວກເຈົ້າກໍເຫັນໄດ້ວ່າ ນາງໄດ້ຕ້ານທານກັບລົມພະຍຸຢ່າງໜັກ. ນາງໄດ້ຢືນຢູ່ຢ່າງບໍ່ຫວັ່ນໄຫວ, ເຮັດສິ່ງທີ່ຍາກທີ່ສຸດ ແຕ່ນາງຮູ້ວ່າເປັນສິ່ງທີ່ຖືກຕ້ອງ. ລູກຫລານຂອງນາງໄດ້ຕັ້ງຮູບປັ້ນໄວ້ທີ່ນັ້ນເພື່ອເປັນທີ່ລະລຶກເຖິງນາງຄຣິສຕີນາ, ເພາະການຕັດສິນໃຈຂອງນາງໃນມື້ນັ້ນມີຄວາມສຳຄັນນິລັນດອນຕໍ່ຫລາຍລຸ້ນຄົນ.
ສຳລັບຂ້າພະເຈົ້າແລ້ວ ຮູບປັ້ນຂອງນາງຄຣິສຕີນາ ເປັນຕົວແທນໃຫ້ແກ່ເຮົາແຕ່ລະຄົນ. ເຊັ່ນດຽວກັບນາງຄຣິສຕີນາ, ພວກເຈົ້າກໍໄດ້ຢືນຢູ່ແຄມຝັ່ງຄືກັນ ເລື່ອງການຕັດສິນໃຈເຮັດສິ່ງສຳຄັນ ແລະ ການເລືອກເຮັດໃນແຕ່ລະມື້, ບາງອັນກໍຍາກ, ທີ່ຈະບໍ່ພຽງແຕ່ຫລໍ່ຫລອມອະນາຄົດຂອງພວກເຈົ້າເທົ່ານັ້ນ ແຕ່ຈຸດເປົ້າໝາຍຂອງຫລາຍລຸ້ນຄົນນຳອີກ. ພວກເຈົ້າກໍພວມປະເຊີນກັບການຕ້ານທານ, ຄວາມທຸກຍາກລຳບາກ, ຄວາມກົດດັນຂອງໝູ່ເພື່ອນ, ແລະ ຄວາມສົກກະປົກກ່ຽວກັບສິນທຳ. ແຕ່ພວກເຈົ້າໄດ້ຢືນຢູ່ຢ່າງບໍ່ຫວັ່ນໄຫວ ແລະ ດຳລົງຊີວິດຕາມພຣະກິດຕິຄຸນ ປະເຊີນໜ້າກັບພະຍຸຮ້າຍຢູ່ໃນສັງຄົມຂອງເຮົາ. ເຊັ່ນດຽວກັບນາງຄຣິສຕີນາ, ພວກເຈົ້າຖືກນຳພາໄປໂດຍພຣະວິນຍານບໍລິສຸດ. ພວກເຈົ້າໄດ້ຕັດສິນໃຈເຮັດສິ່ງທີ່ຖືກຕ້ອງ. ພວກເຈົ້າຈົງຮັກພັກດີ ແລະ ປະເສີດ.
ຂ້າພະເຈົ້າຄິດວ່າ ຄົງບໍ່ມີຄຳແນະນຳອື່ນໃດຂອງພຣະບິດາເທິງສະຫວັນທີ່ແສນຮັກ ທີ່ສຳຄັນໄປກວ່າຄຳແນະນຳໃຫ້ເຮົາຢືນ . . . ໃນສະຖານທີ່ສັກສິດ ແລະ ຢ່າຫວັ່ນໄຫວ.1 ພຣະອົງກ່າວວ່າ: ຈົ່ງແນ່ວແນ່. ຢ່າຫວັ່ນໄຫວ.2 ຈົ່ງຍຶດໝັ້ນຢູ່ໃນຄວາມຈິງ ແລະ ຄວາມຊອບທຳ.3 ຢືນເປັນພະຍານ.4 ເປັນທຸງສັນຍານຕໍ່ໂລກ. ຢືນໃນສະຖານທີ່ສັກສິດ. ສະນັ້ນ ຂ່າວສານຂອງຂ້າພະເຈົ້າຕໍ່ພວກເຈົ້າແມ່ນລຽບງ່າຍ ນັ້ນຄື—ຢ່າຫວັ່ນໄຫວ.
ທຳອິດ, ຢ່າຫວັ່ນໄຫວໃນການເລືອກສິ່ງທີ່ຖືກຕ້ອງ. ໃນຍຸກສຸດທ້າຍນີ້, ບໍ່ມີການຕັດສິນໃຈໃດທີ່ເລັກນ້ອຍ. ການເລືອກທີ່ພວກເຈົ້າຕັດສິນໃຈເຮັດໃນຕອນນີ້ ເປັນສິ່ງສຳຄັນຫລາຍ. ອຳເພີໃຈ, ຫລື ຄວາມສາມາດທີ່ຈະເລືອກ, ເປັນຂອງປະທານຢ່າງໜຶ່ງທີ່ຍິ່ງໃຫຍ່ທີ່ສຸດຕໍ່ລູກໆຂອງພຣະເຈົ້າ. ມັນເປັນພາກສ່ວນຂອງແຜນແຫ່ງຄວາມສຸກ ທີ່ພວກເຈົ້າ ແລະ ຂ້າພະເຈົ້າໄດ້ເລືອກ ແລະ ປົກປ້ອງໃນໂລກກ່ອນເກີດ. ຈົ່ງດຳລົງຊີວິດໃນວິທີທີ່ພວກເຈົ້າຈະສາມາດຟັງ ແລະ ໄດ້ຍິນສຸລະສຽງຂອງພຣະວິນຍານບໍລິລຸດ ແລະ ພຣະອົງຈະຊ່ອຍເຫລືອພວກເຈົ້າຕັດສິນໃຈເຮັດສິ່ງທີ່ຖືກຕ້ອງ. ພຣະອົງຈະ “ບອກພວກເຈົ້າທຸກສິ່ງທີ່ພວກເຈົາຄວນເຮັດ.”5
ຫລາຍອາທິດກ່ອນ ຂ້າພະເຈົ້າໄດ້ກັບໄປຢ້ຽມຢາມໂຮງຮຽນອຸດົມເທື່ອທຳອິດ ເປັນເວລາຫລາຍປີ. ຂ້າພະເຈົ້າໄດ້ໄປຮ່ວມກອງປະຊຸມສະເຕກທີ່ໄດ້ຈັດຂຶ້ນໃນຫໍສະໂມສອນຂອງໂຮງຮຽນນັ້ນ. ໃນຂະນະທີ່ຂ້າພະເຈົ້າໄດ້ຍ່າງໄປຕາມທາງຍ່າງຢູ່ໃນຕຶກນັ້ນ, ຂ້າພະເຈົ້າຈື່ໄດ້ຫລາຍສິ່ງຫລາຍຢ່າງ. ຂ້າພະເຈົ້າໄດ້ຮູ້ສຶກຄືກັນກັບຕອນຂ້າພະເຈົ້າໄດ້ເຂົ້າໂຮງຮຽນຢູ່ທີ່ນັ້ນ—ຄິດຢ້ານ, ບໍ່ແນ່ໃຈກັບຕົນເອງ, ຮູ້ສຶກໜ້າອາຍ, ແລະ ຢາກເຂົ້າຮ່ວມກຸ່ມ. ຂ້າພະເຈົ້າໄດ້ຍ່າງເຂົ້າໄປໃນຫ້ອງສະໂມສອນ. ອີກເທື່ອໜຶ່ງ ຂ້າພະເຈົ້າໄດ້ຫວນຄິດເຖິງອາດີດ. ຂ້າພະເຈົ້າຮູ້ຈັກທຸກບ່ອນໃນຫ້ອງສະໂມສອນນັ້ນ. ມີສິ່ງດຽວທີ່ໄດ້ປ່ຽນໄປ—ຕົວຂ້າພະເຈົ້າເອງ.
ໃນມື້ນັ້ນ ຂ້າພະເຈົ້າໄດ້ມີໂອກາດຢືນຢູ່ທີ່ແທ່ນປາໄສ ຊຶ່ງຂ້າພະເຈົ້າເຄີຍໄດ້ເຮັດຫລາຍເທື່ອຕອນເຂົ້າໂຮງຮຽນ ໃນຖານະທີ່ເປັນເຈົ້າໜ້າທີ່ຄົນໜຶ່ງໃນໂຮງຮຽນ. ຂ້າພະເຈົ້າຍັງໄດ້ເຫັນເພື່ອນນັກຮຽນເກົ່ານັ່ງຢູ່ໃນກອງປະຊຸມນຳອີກ—ບາງຄົນທີ່ຂ້າພະເຈົ້າເຄີຍເປັນແຟນ! ແຕ່ເທື່ອນີ້, ແທນທີ່ຈະແນະນຳການຊຸມນຸມ, ຂ້າພະເຈົ້າໄດ້ມີໂອກາດ—ຢູ່ໃນສະໂມສອນຂອງໂຮງຮຽນຂອງຂ້າພະເຈົ້າ—ທີ່ຈະ “ຢືນເປັນພະຍານ”6 ແລະ ສະແດງປະຈັກພະຍານຂອງຂ້າພະເຈົ້າເຖິງພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ.
ເພື່ອນຍິງໜຸ່ມຂອງຂ້າພະເຈົ້າ, ຈົ່ງເຮັດໃຫ້ຄວາມສຳພັນຂອງພວກເຈົ້າກັບຄົນອື່ນໆເປັນແບບນັ້ນ ເພື່ອວ່າ 40 ປີ ຫລັງຈາກນີ້, ພວກເຈົ້າຈະບໍ່ອາຍ. ບໍ່ມີຄວາມກົດດັນຂອງໝູ່ເພື່ອນຄົນໃດ, ບໍ່ມີການຮັບຮູ້ໃດ, ບໍ່ມີຄວາມໂດ່ງດັງໃດທີ່ກຸ້ມຄ່າພຽງພໍທີ່ຈະໃຫ້ເຮົາລົດມາດຕະຖານລົງ. ອິດທິພົນຂອງພວກເຈົ້າຕໍ່ຊາຍໜຸ່ມຈະຊ່ອຍເຂົາເຈົ້າໃຫ້ມີຄ່າຄວນຕໍ່ອຳນາດຖານະປະໂລຫິດຂອງເຂົາເຈົ້າ, ຕໍ່ພັນທະສັນຍາຂອງພຣະວິຫານ ແລະ ຕໍ່ການຮັບໃຊ້ເຜີຍແຜ່. ແລະ ຄົງບໍ່ຮູ້, ສີ່ສິບປີ ຈາກນີ້, ບາງຄົນອາດຍ່າງມາຫາພວກເຈົ້າ, ໃນຫ້ອງສະໂມສອນທີ່ໂຮງຮຽນຂອງພວກເຈົ້າ, ແລະ ຂອບໃຈພວກເຈົ້າທີ່ໄດ້ຊ່ອຍເຂົາເຈົ້າໃຫ້ມີຄ່າຄວນສຳລັບໜ້າທີ່ຖານະປະໂລຫິດຂອງເຂົາເຈົ້າໃນການຮັບໃຊ້ເຜີຍແຜ່ຢ່າງມີກຽດ. ແລະ ຄົງບໍ່ຮູ້, ພວກເຈົ້າອາດໄດ້ຮັບຈົດໝາຍຈາກພັນລະຍາຂອງເຂົາເຈົ້າ, ຂອບໃຈ ພວກເຈົ້າ ທີ່ໄດ້ເປັນຕົວຢ່າງທີ່ດີໃຫ້ແກ່ສາມີ ແລະ ຄອບຄົວໃນອະນາຄົດຂອງເຂົາເຈົ້າ, ນັບແຕ່ຕອນເຂົ້າໂຮງຮຽນອຸດົມ. ການເລືອກຂອງພວກເຈົ້າແມ່ນສຳຄັນ. ການເລືອກຂອງພວກເຈົ້າໃນຕອນນີ້ ບໍ່ພຽງແຕ່ສະທ້ອນຕໍ່ພວກເຈົ້າເທົ່ານັ້ນ, ແຕ່ສະທ້ອນຕໍ່ຄົນອື່ນນຳອີກ. ມັນເປັນສິ່ງສຳຄັນນິລັນດອນ. ຢ່າຫວັ່ນໄຫວ!
ສອງ, ຢ່າຫວັ່ນໄຫວໃນຄວາມປາດຖະໜາ ແລະ ຄວາມຕັ້ງໃຈທີ່ຈະຍຶດໝັ້ນໃນຄຸນນະທຳ ແລະ ຄວາມບໍລິສຸດທາງເພດ. ຈົ່ງທະນຸຖະໜອມຄຸນນະທຳ. ຄວາມບໍລິສຸດສ່ວນຕົວຂອງພວກເຈົ້າເປັນແຫລ່ງພະລັງອັນຍິ່ງໃຫຍ່ສຸດແຫລ່ງໜຶ່ງ. ຕອນພວກເຈົ້າໄດ້ມາສູ່ໂລກ ພວກເຈົ້າໄດ້ຮັບຮ່າງກາຍ. ຮ່າງກາຍຂອງພວກເຮົາເປັນເຄື່ອງມືຂອງຈິດໃຈຂອງພວກເຈົ້າ ແລະ ເປັນຂອງປະທານອັນສູງສົ່ງ ຊຶ່ງໃຫ້ພວກເຈົ້າໃຊ້ອຳເພີໃຈ. ນີ້ແມ່ນຂອງປະທານທີ່ຊາຕານຖືກປະຕິເສດ. ແລະ ດັ່ງນັ້ນ ການໂຈມຕີສ່ວນຫລາຍຂອງມັນຈຶ່ງກ່ຽວກັບຮ່າງກາຍ. ມັນຢາກໃຫ້ພວກເຈົ້າດູຖູກ, ໃຊ້ຜິດ, ແລະ ທຳຮ້າຍຮ່າງກາຍຂອງພວກເຈົ້າ. ຄວາມບໍ່ສຸພາບ, ຮູບພາບລາມົກ, ແລະ ຄວາມຂາດສິນທຳ, ການສັກລາຍ ແລະ ການບ່ອງຮູໃສ່ຮ່າງກາຍ, ການໃຊ້ຢາເສບຕິດ, ແລະ ການຕິດແສດທຸກຢ່າງແມ່ນເພື່ອຢາກໄດ້ຂອງປະທານອັນລ້ຳຄ່ານີ້—ຮ່າງກາຍຂອງພວກເຈົ້າ—ແລະ ເຮັດໃຫ້ຫຍຸ້ງຍາກສຳລັບພວກເຈົ້າທີ່ຈະໃຊ້ອຳເພີໃຈຂອງພວກເຈົ້າ. ໂປໂລ ຖາມວ່າ: “ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າເປັນວິຫານຂອງພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າກໍສະຖິດຢູ່ໃນພວກເຈົ້າ?”7
ຮ່າງກາຍຂອງພວກເຈົ້າເປັນວິຫານ. ເປັນຫຍັງ? ເພາະວ່າຮ່າງກາຍບໍ່ພຽງແຕ່ມີຄວາມສາມາດເປັນເຮືອນຂອງວິນຍານນິລັນດອນຂອງພວກເຈົ້າເທົ່ານັ້ນ ແຕ່ຍັງເປັນເຮືອນຂອງວິນຍານອື່ນໆອີກທີ່ຈະມາສູ່ໂລກ ຊຶ່ງເປັນພາກສ່ວນໃນຄອບຄົວນິລັນດອນຂອງພວກເຈົ້ານຳອີກ. ແອວເດີ ດາລິນ ເອັຈ ໂອກສ໌ ໄດ້ສອນວ່າ, “ອຳນາດທີ່ຈະໃຫ້ກຳເນີດ ເປັນອຳນາດອັນສູງສົ່ງ.”8 ບົດບາດຂອງພວກເຈົ້າເປັນບົດບາດອັນສູງສົ່ງ. ພຣະເຈົ້າໄດ້ມອບຄວາມໄວ້ວາງໃຈທີ່ສັກສິດໃຫ້ພວກເຈົ້າ! ພວກເຈົ້າພວມຕຽມຕົວເປັນແມ່ໃນອະນາຄົດຂອງຄົນລຸ້ນໃໝ່. ຈົ່ງຮັກສາຕົນເອງໃຫ້ບໍລິສຸດ ແລະ ມີຄ່າຄວນ ແລະ ປົກປ້ອງ “ອັນເປັນທີ່ຮັກ ແລະ ມີຄ່າທີ່ສຸດເໜືອກວ່າທຸກສິ່ງ”—ຄຸນນະທຳ ແລະ ຄວາມບໍລິສຸດຂອງພວກເຈົ້າ.9 ຄຳແນະນຳທີ່ສະຫລາດຂອງພຣະບິດາເທິງສະຫວັນຕໍ່ພວກເຈົ້າ, ທິດາທີ່ໄດ້ຖືກເລືອກໄວ້ຂອງພຣະອົງ ຄືທີ່ຈະເດີນໄປໃນເສັ້ນທາງແຫ່ງຄຸນນະທຳ.”10
ຄຸນນະທຳເປັນສິ່ງສຳຄັນຫລາຍຕໍ່ພຣະວິຫານ. ສະນັ້ນ ສາມ, ຢ່າຫວັ່ນໄຫວໃນການເປັນຄົນມີຄ່າຄວນທີ່ຈະເຮັດ ແລະ ຮັກສາພັນທະສັນຍາທີ່ສັກສິດ. ພັນທະສັນຍາທີ່ພວກເຈົ້າເຮັດໃນຕອນຮັບບັບຕິສະມາ ຈະຊ່ອຍພວກເຈົ້າຢູ່ໃນເສັ້ນທາງແຫ່ງຄຸນນະທຳ ແລະ ມີຄວາມສຸກ ເມື່ອພວກເຈົ້າຕໍ່ພັນທະສັນຍານັ້ນທຸກອາທິດ ໂດຍການຮັບສ່ວນສິນລະລຶກ. ເມື່ອພວກເຈົ້າຮັກສາພັນທະສັນຍາແຫ່ງການບັບຕິສະມາຂອງພວກເຈົ້າ, ພວກເຈົ້າຈະເບິ່ງແຕກຕ່າງ, ນຸ່ງຖືແຕກຕ່າງ, ແລະ ປະພຶດແຕກຕ່າງຢູ່ໃນໂລກ. ການຮັກສາພັນທະສັນຍານີ້ຈະຊ່ອຍພວກເຈົ້າໃຫ້ໄດ້ຮັບການນຳພາໂດຍພຣະວິນຍານບໍລິສຸດ. ຈົ່ງຢືນຢູ່ໃນສະຖານທີ່ສັກສິດ ແລະ ບໍ່ຕ້ອງເຂົ້າໃກ້ສະພາບການເຊັ່ນນັ້ນ ຫລື ຟັງເພງ, ການບັນເທີງ, ຫລື ຄວາມສຳພັນທີ່ຈະເສື່ອມເສຍການເປັນເພື່ອນຂອງພຣະວິນຍານບໍລິສຸດ.11 ເມື່ອພວກເຈົ້າຮັກສາພັນທະສັນຍາຂອງພວກເຈົ້າ, ພວກເຈົ້າຈະມີຄ່າຄວນຕໍ່ໄປ ແລະ ຕຽມທີ່ຈະເຂົ້າໄປໃນພຣະວິຫານທີ່ສັກສິດຂອງພຣະຜູ້ເປັນເຈົ້າ.
ສຸດທ້າຍ, ຢ່າຫວັ່ນໄຫວໃນການຍອມຮັບຂອງການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ. ການຊົດໃຊ້ແມ່ນສຳລັບພວກເຈົ້າ ແລະ ສຳລັບຂ້າພະເຈົ້າ. ມັນເປັນອຳນາດທີ່ຊ່ອຍໃຫ້ເປັນໄປໄດ້ ແລະ ແຫ່ງການໄຖ່. ຖ້າຫາກພວກເຈົ້າຮູ້ສຶກວ່າບໍ່ມີຄ່າຄວນທີ່ຈະຢືນຢູ່ໃນສະຖານທີ່ສັກສິດ, ຢ່າແບກຫາບຄວາມໜັກໜ່ວງນີ້ອີກຕໍ່ໄປ. ໃນຄວາມເປັນມະຕະ, ເຮົາທຸກຄົນຈະເຮັດຄວາມຜິດ. ໃຫ້ແນ່ໃຈວ່າພຣະຜູ້ຊ່ອຍໃຫ້ລອດຮັກພວກເຈົ້າຫລາຍ ຈົນວ່າພຣະອົງໄດ້ເຮັດໃຫ້ມັນເປັນໄປໄດ້ສຳລັບພວກເຈົ້າທີ່ຈະປ່ຽນ ແລະ ກັບໃຈ ຖ້າຫາກພວກເຈົ້າເຮັດຜິດ. ຊານຕານບໍ່ຢາກໃຫ້ພວກເຈົ້າຄິດວ່າພວກເຈົ້າສາມາດປ່ຽນໄດ້.12 ມັນຈະພະຍາຍາມເຮັດໃຫ້ພວກເຈົ້າຍອມຮັບວ່າ ພວກເຈົ້າໄດ້ສູນເສຍໄປໝົດແລ້ວ. ນັ້ນເປັນຄວາມຕົວະ. ພວກເຈົ້າສາມາດກັບຄືນມາ. ພວກເຈົ້າສາມາດກັບໃຈ. ພວກເຈົ້າສາມາດບໍລິສຸດ ແລະ ສັກສິດໄດ້ ເພາະການຊົດໃຊ້ອັນເປັນນິດຂອງພຣະຜູ້ຊ່ອຍໃຫ້ລອດ.
ບັດນີ້ ຂ້າພະເຈົ້າຂໍປິດດ້ວຍເລື່ອງລາວກ່ຽວກັບຄວາມຮັກເລື່ອງໜຶ່ງທີ່ເຄີຍໄດ້ຍິນມາກ່ອນ. ພວກເຈົ້າອາດຖາມວ່າ, “ເລື່ອງລາວກ່ຽວກັບຄວາມຮັກກ່ຽວຂ້ອງກັບການຢືນຢູ່ໃນສະຖານສັກສິດແນວໃດ?” ມັນມີສ່ວນກ່ຽວຂ້ອງກັບການຢືນຢູ່ໃນສະຖານທີ່ສັກສິດ. ນີ້ແມ່ນເລື່ອງລາວກ່ຽວກັບຍິງໜຸ່ມຄົນໜຶ່ງຊື່ ເລເບກາ.13
ຕາມເລື່ອງນີ້, ອັບຣາຮາມ ໄດ້ສົ່ງຂ້າໃຊ້ຂອງເພິ່ນໃຫ້ໄປຊອກຫາຍິງສາວຄົນໜຶ່ງທີ່ເໝາະສົມມາເປັນເມຍຂອງອີຊາກ ລູກຊາຍຂອງເພິ່ນ. ນາງຕ້ອງເປັນຜູ້ເໝາະສົມແທ້ໆສຳລັບການແຕ່ງງານໃນພັນທະສັນຍາ—ມີຄຸນນະທຳ, ບໍລິສຸດ ແລະ ມີຄ່າຄວນ. ແລະ ສະນັ້ນ ເພິ່ນຈຶ່ງໄດ້ສົ່ງຂ້າໃຊ້ຂອງເພິ່ນໃຫ້ເດີນທາງໄປຫາແດນໄກທີ່ເອີ້ນວ່າ ຮາລານ. ເຫດຜົນທີ່ລາວຕ້ອງໄປແມ່ນແຈ່ມແຈ້ງ—ຊາຍທີ່ສັກສິດ ຈະຕ້ອງການຍິງທີ່ສັກສິດຄືກັນເພື່ອຢືນຄຽງຂ້າງ. ໃນຂະນະທີ່ຂ້າໃຊ້ເຂົ້າໄປເຖິງເມືອງນາໂຮ, ລາວໄດ້ໄປຫານ້ຳສ້າງເພື່ອເອົານ້ຳໃຫ້ໂຕອູດກິນ ແລະ ລາວໄດ້ອະທິຖານຂໍໃຫ້ລາວຖືກພາໄປຫາຍິງສາວຄົນໜຶ່ງທີ່ຖືກຕ້ອງ ແລະວ່າລາວຈະຮູ້ທັນທີໂດຍການສະເໜີເອົານ້ຳໃຫ້ລາວກິນ ແລະ ເອົານ້ຳໃຫ້ໂຕອູດ 10 ໂຕຂອງລາວກິນນຳອີກ. ບັດນີ້, ຂ້າພະເຈົ້າເຄີຍຂີ່ໂຕອູດ, ແລະ ຂ້າພະເຈົ້າຮູ້—ໂຕອູດກິນນ້ຳ ຫລາຍ ແທ້ໆ!
ໃນປະຖົມມະການ ເຮົາໄດ້ອ່ານວ່າ ນາງເລເບກາ ບໍ່ພຽງແຕ່ລົງໄປຫານ້ຳສ້າງເພື່ອຕັກນ້ຳເທົ່ານັ້ນ, ແຕ່ນາງໄດ້ “ຟ້າວ,”14 ຫລື ຮີບຮ້ອນທີ່ຈະເຮັດສິ່ງເຫລົ່ານີ້. ຂ້າໃຊ້ໄດ້ເອົາສາຍແຂນ ແລະ ເຄື່ອງເອ້ສຸບໃສ່ໃຫ້ນາງເລເບກາ ແລະ ໄດ້ຖາມວ່າ ມີບ່ອນໃຫ້ລາວພັກບໍ່ ຢູ່ໃນບ້ານຂອງພໍ່ນາງ. ຂ້າພະເຈົ້າແນ່ໃຈວ່າ ຍ້ອນເຄື່ອງເອ້ນໍ! ພຣະຄຳພີບອກວ່າ, “ຍິງສາວຈຶ່ງຟ້າວແລ່ນເມືອຫາແມ່ຢູ່ເຮືອນ ແລະ ເລົ່າເລື່ອງທັງໝົດສູ່ຟັງ.”15 ນາງເລເບກາຄົງເປັນນັກແລ່ນທີ່ໄວນໍ!
ຂ້າໃຊ້ໄດ້ບອກຄອບຄົວຂອງນາງເລເບກາເຖິງຈຸດປະສົງຂອງການເດີນທາງມາຂອງລາວ ແລະ ນາງເລເບກາໄດ້ຕົກລົງທີ່ຈະເປັນເມຍຂອງອີຊາກ. ຂ້າໃຊ້ຢາກອອກເດີນທາງໄປກັບນາງເລເບກາໃນມື້ຕໍ່ມາ, ແຕ່ຄອບຄົວຂອງນາງໄດ້ຂໍໃຫ້ນາງຢູ່ກັບຄອບຄົວຂອງນາງຕື່ມອີກ 10 ມື້. ແລ້ວເຂົາເຈົ້າໄດ້ຖາມນາງເລເບກາວ່າ ນາງຕ້ອງການເຮັດສິ່ງໃດ, ນາງພຽງແຕ່ເວົ້າວ່າ “ລູກຈະໄປ.”16 ຄຳຕອບນັ້ນ ຄ້າຍຄືຄຳຕອບຂອງຫລາຍພັນຄົນບໍ, “ເຮົາຈະໄປ, ເຮົາຈະເຮັດ”17 ຕອນສາດສະດາຂອງເຮົາ ປະທານທອມມັສ ແອັສ ມອນສັນ ໄດ້ປະກາດກ່ຽວກັບໂອກາດສຳລັບຊາຍໜຸ່ມ ແລະ ຍິງໜຸ່ມ ທີ່ບັດນີ້ຈະສາມາດໄປຮັບໃຊ້ເຜີຍແຜ່ຕອນມີອາຍຸຕ່ຳກວ່າ?
ບັດນີ້ ຄະຕິເຕືອນໃຈ ແລະ ຕອນຈົບຂອງເລື່ອງເລົ່າກ່ຽວກັບຄວາມຮັກນີ້: ນາງເລເບກາໄດ້ຖືກຕຽມ ແລະ ມີຄ່າຄວນທີ່ຈະເຮັດ ແລະ ຮັກສາພັນທະສັນຍາທີ່ສັກສິດ ແລະ ກາຍເປັນເມຍແຫ່ງພັນທະສັນຍາຂອງອີຊາກ. ນາງບໍ່ຕ້ອງລໍຖ້າ ແລະ ຕຽມຕົວ. ກ່ອນນາງໄດ້ຈາກຄອບຄົວໄປ, ນາງໄດ້ຮັບພອນ ຊຶ່ງປະທັບໃຈຫລາຍສຳລັບຂ້າພະເຈົ້າ, ເພາະນາງໄດ້ຖືກສັນຍາວ່າ ນາງຈະກາຍເປັນ “ແມ່ຂອງຄົນຫລາຍແສນ.”18 ແຕ່ສ່ວນທີ່ປະທັບໃຈທີ່ສຸດໃນເລື່ອງນີ້ ແມ່ນຕອນນາງເລເບກາ ໄດ້ເຫັນອີຊາກເປັນເທື່ອທຳອິດ ແລະ ລາວໄດ້ເຫັນນາງເປັນເທື່ອທຳອິດ. ພຣະຄຣິສຕະທຳຄຳພີບໍ່ໄດ້ກ່າວເຖິງຕອນນີ້, ແຕ່ຂ້າພະເຈົ້າຄິດວ່າ ຄົງເປັນຄວາມຮັກໃນແລກພົບ! ເພາະຄຸນນະທຳຈະຮັກຄຸນນະທຳ; ແລະ ຄວາມສະຫວ່າງຈະແນບສະນິດຢູ່ກັບຄວາມສະຫວ່າງ.”19 ເມື່ອອີຊາກໄດ້ອອກໄປພົບຂະບວນແຫ່, ນາງເລເບກາ “ກໍລົງຈາກຫລັງອູດ.”20 ແລະ ມັນກ່າວຕື່ມວ່າ “ແລະ ລາວກໍຮັກນາງ.”21 ນີ້ຄືຕອນທີ່ຂ້າພະເຈົ້າຫັນໃຈໃຫຍ່!
ສຳລັບນາງເລເບກາ ແລະ ນາງຄຣິສຕີນາ, ການທີ່ຢືນຢູ່ໃນສະຖານທີ່ສັກສິດ ບໍ່ໄດ້ເປັນສິ່ງງ່າຍ. ການບໍ່ຫວັ່ນໄຫວບໍ່ໄດ້ເປັນສິ່ງງ່າຍ. ລົມພັດມາຢ່າງແຮງ, ນ້ຳໃນສ້າງແມ່ນໜັກຫລາຍ, ແລະ ການຈາກບ້ານເຮືອນທີ່ຄຸ້ນເຄີຍ ແລະ ຈາກຊີວິດເກົ່າບໍ່ໄດ້ເປັນສິ່ງງ່າຍ. ແຕ່ເຂົາເຈົ້າໄດ້ເລືອກເຮັດສິ່ງທີ່ຖືກຕ້ອງ. ເຂົາເຈົ້າໄດ້ຖືກນຳພາໂດຍພຣະວິນຍານບໍລິສຸດ. ເຂົາເຈົ້າເປັນຄົນມີຄຸນນະທຳ, ແລະ ເຂົາເຈົ້າໄດ້ຕຽມຕົວເອງທີ່ຈະເຮັດ ແລະ ຮັກສາພັນທະສັນຍາ. ພຣະຜູ້ຊ່ອຍໃຫ້ລອດໄດ້ມາເກີດໃນຕະກຸນຂອງນາງເລເບການີ້. ນາງຮູ້ວ່າສິ່ງນີ້ຈະເກີດຂຶ້ນບໍ? ຄົງບໍ່ຮູ້! ການເລືອກຂອງພວກເຈົ້າສຳຄັນບໍໃນຕອນນີ້? ແມ່ນແລ້ວ!
ເພື່ອນຍິງໜຸ່ມທັງຫລາຍ, ຫລາຍລຸ້ນຄົນເພິ່ງພາການເລືອກ, ຄວາມບໍລິສຸດ, ແລະ ຊີວິດທີ່ມີຄ່າຄວນຂອງພວກເຈົ້າ. ຢ່າຫວັ່ນໄຫວ! ພວກເຈົ້າມີຈຸດເປົ້າໝາຍທີ່ຍິ່ງໃຫຍ່ຢູ່ທາງໜ້າພວກເຈົ້າ. ນີ້ແມ່ນໂອກາດຂອງພວກເຈົ້າ! ຂ້າພະເຈົ້າເຊື່ອວ່າ ຍິງໜຸ່ມທີ່ມີຄຸນນະທຳຄົນໜຶ່ງ, ທີ່ນຳພາໂດຍພຣະວິນຍານ, ສາມາດປ່ຽນແປງໂລກໄດ້!
ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ຊ່ອຍໃຫ້ລອດຊົງພຣະຊົນຢູ່! ພຣະອົງຈະສະຖິດຢູ່ນຳພວກເຈົ້າ. ພຣະອົງຈະຊ່ອຍເຫລືອພວກເຈົ້າ. ແລະ “ໃນເວລາທີ່ຫຍຸ້ງຍາກ, “ເຫລົ່າທູດ [ຈະ] ອ້ອມຮອບພວກເຈົ້າໄວ້, ເພື່ອຄ້ຳຊູພວກເຈົ້າ.”22 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.
ສະແດງແຫລ່ງອ້າງອີງ
-
1. ເບິ່ງ Doctrine and Covenants 87:8.
-
2. ເບິ່ງ Mosiah 5:15.
-
3. ຄຳຂວັນຂອງກຸ່ມຍິງໜຸ່ມ, ໃນ Young Women Personal Progress (booklet, 2009), 2.
-
4. ເບິ່ງ ໂມໄຊຢາ 18:9.
-
5. 2 ນີໄຟ 32:5.
-
6. ເບິ່ງ ໂມໄຊຢາ 18:9.
-
7. 1 ໂກຣິນໂທ 3:16.
-
8. Dallin H. Oaks, “The Great Plan of Happiness,” Ensign, Nov. 1993, 74.
-
9. ໂມໂຣໄນ 9:9.
-
10. ເບິ່ງ Doctrine and Covenants 25:2.
-
11. ເບິ່ງ 1 ໂກຣິນໂທ 6:9; 1 ເທຊະໂລນິກ 5:22; 2 ຕີໂມທຽວ 2:22; Doctrine and Covenants 9:13.
-
12. ເບິ່ງ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ (ປຶ້ມນ້ອຍ, 2011), 28–29.
-
13. ເບິ່ງ ປະຖົມມະການ 24.
-
14. ປະຖົມມະການ 24:20.
-
15. ປະຖົມມະການ 24:28.
-
16. ປະຖົມມະການ 24:58.
-
17. ເບິ່ງ 1 ນີໄຟ 3:7.
-
18. ປະຖົມມະການ 24:60.
-
19. ເບິ່ງ Doctrine and Covenants 88:40.
-
20. ປະຖົມມະການ 24:64.
-
21. ປະຖົມມະການ 24:67.
-
22. ເບິ່ງ Doctrine and Covenants 84:88.