​ເມື່ອພວກ​ທ່ານຊ່ອຍ​ກູ້​ຍິງໜຸ່ມ​ຄົນ​ໜຶ່ງ, ພວກ​ທ່ານ​ໄດ້​ຊ່ອຍ​ກູ້​ຫລາຍ​ລຸ້ນຄົນ

​ໂດຍ ​ແມ​ຣີ ​ແອນ ຄຸກ

ທີ່​ປຶກສາ​ທີ​ໜຶ່ງ​ໃນ​ຝ່າຍ​ອົງການ​ຍິງ​ໜຸ່ມ​ສາມັນ


 
​ແມຣີ ​ເອັນ ຄຸກ
​ຊີວິດ​ທີ່​ມີ​ຄຸນ​ນະ​ທຳ​ຂອງ​ພວກ​ເຈົ້າຈະ​ເປັນ​ພອນ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກ​ເຈົ້າ, ຄອບຄົວ​ຂອງ​ພວກ​ເຈົ້າ​ໃນ​ຕອນ​ນີ້, ​ແລະ ຄອບຄົ​ວ​ໃນ​ອະນາຄົດ.

ຖື​ວ່າ​ເປັນ​ກຽດ​ຢ່າງ​ຍິ່ງ​ສຳລັບ​ຂ້າພະ​ເຈົ້າທີ່​ຈະ​ໄດ້​ກ່າວ​ກັບ​ກຸ່ມ​ຍິງ​ໜຸ່ມ​ທີ່​ກ້າຫານຂອງ​ສາດສະໜາ​ຈັກ. ພວກ​ເຮົາ​ເຫັນ​ຄວາມ​ກ້າວ​ໜ້າ​ຂອງ​ຄົນ​ທີ່​ໃຫ້​ກຽດ​​ແກ່ພັນທະ​ສັນຍາ​ຂອງ​ເຂົາ​ເຈົ້າ, ​ແລະ ພວກ​ເຮົາ​ຮູ້​ວ່າ​ຊີວິດ​ທີ່​ມີ​ຄຸນ​ນະ​ທຳ​ຂອງ​ພວກ​ເຈົ້າຈະ​ເປັນ​ພອນ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກ​ເຈົ້າ, ຄອບຄົວ​ຂອງ​ພວກ​ເຈົ້າ​ໃນ​ຕອນ​ນີ້, ​ແລະ ຄອບຄົ​ວ​ໃນ​ອະນາຄົດ, ​ເພາະ​ປະທານ​ກໍ​ດອນ ບີ ຮິງ​ລີ ​ໄດ້​ກ່າວ​ວ່າ, “ເມື່ອພວກ​ທ່ານຊ່ອຍ​ກູ້​ຍິງ​ໜຸ່ມຄົນ​ໜຶ່ງ, ພວກ​ທ່ານໄດ້ຊ່ອຍ​ກູ້​ຫລາຍ​ລຸ້ນຄົນ.”1

ພັນທະ​ສັນຍາ​ຂອງ​ພວກ​ເຈົ້າໄດ້​ເລີ່​ມຕົ້ນຕອນ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ບັບຕິສະມາ ​ແລະ ​ໄດ້​ຮັບ​ເອົາ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ. ມັນ​ສືບ​ຕໍ່​ໃນ​ທຸກ​ອາທິດ​ໃນ​ກອງ​ປະຊຸມ​ສິນ​ລະ​ລຶກ, ສະຖານ​ທີ່​ສັກສິດ ບ່ອນ​ທີ່​ພວກ​ເຈົ້າຕໍ່​ພັນທະ​ສັນຍາ​ຂອງ​ພວກ​ເຈົ້າ. ບັດນີ້ ​ເປັນ​ເວລາ​ສຳລັບ​ພວກ​ເຈົ້າທີ່​ຈະ​ຕຽມ​ເຮັດ​ພັນທະ​ສັນຍາຂອງ​ພຣະວິຫານ. “ພິທີການ ​ແລະ ພັນທະ​ສັນຍາ​ທີ່​ສັກສິດ ມີ​ຢູ່​ໃນ​ພຣະວິຫານ ​ເຮັດໃຫ້​ເປັນ​ໄປ​ໄດ້​ສຳລັບ [​ເຮົາ] ທີ່​ຈະ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ​ແລະ ສຳລັບ​ຄອບຄົວ​ [ຂອງ​ເຮົາ] ​ເພື່ອ​ຈະ​ໄດ້​ຢູ່​ນຳ​ກັນ​ອີກ​ຊົ່ວ​ນິລັນດອນ.”2

ຈົ່ງ​ຢືນ​ຢູ່​ໃນ​ສະຖານ​ທີ່​ສັກສິດ​ສຳລັບ​ບັນ​ພະ​ບຸລຸດ​ຂອງ​ພວກ​ເຈົ້າ. “ມະນຸດ​ທຸກ​ຄົນ​ທີ່​ມາສູ່​ໂລກ​ນີ້ ​ຄືລູກ​ຫລານ​ຫລາຍລຸ້ນຂອງ​ພໍ່​ແມ່. ​ເຮົາ​ມີຄວາມ​ໄຝ່ຝັນທີ່​ຈະ​ຕິດ​ຕໍ່​ກັບ​ບັນພະບຸລຸດ​ຂອງ​ເຮົາ.”3 ​ເມື່ອ​ພວກ​ເຈົ້າມີ​ສ່ວນ​ຮ່ວມ​ໃນ​ການ​ສືບ​ປະຫວັດ​ຄອບຄົວ ​ແລະ ວຽກ​ງານ​ຂອງ​ພຣະວິຫານ, ພວກ​ເຈົ້າ​ໄດ້​ຜູກ​ມັດ​ຊີວິດຂອງ​ພວກ​ເຈົ້າ​ເຂົ້າ​ກັບ​ຊີວິດ​ຂອງ​ບັນພະບຸລຸດ​ຂອງ​ພວກ​ເຈົ້າ ​ໂດຍ​ການ​ເຮັດ​ພິທີການ​ຊ່ອຍ​​ໃຫ້​ລອດ​ສຳລັບ​ເຂົາ​ເຈົ້າ.

ຈົ່ງ​ຢືນ​ຢູ່​ໃນ​ສະຖານ​ທີ່​ສັກສິດ​ສຳລັບ​ຕົວ​ພວກ​ເຈົ້າ​ເອງ ​ແລະ ສຳລັບ​ຄອບຄົວ. ຕົວຢ່າງ​ທີ່​ຊອບ​ທຳ​ຂອງ​ພວກ​ເຈົ້າຈະ​ເປັນ​ແຫ​ລ່ງ​​ແຫ່ງ​ຄວາມສຸກທີ່​ຍິ່ງ​ໃຫຍ່, ບໍ່​ວ່າ​ສະພາບ​ການ​ໃນ​ຄອບຄົວ​ຂອງ​ພວກ​ເຈົ້າຈະ​ເປັນ​ແນວ​ໃດ​ກໍ​ຕາມ. ການ​ເລືອກ​ທີ່​ຊອບ​ທຳ​ຂອງ​ພວກ​ເຈົ້າຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເໝາະ​ສົມ​ທີ່​ຈະ​ເຮັດ ​ແລະ ຮັກສາ​ພັນທະ​ສັນຍາທີ່​ສັກສິດຊຶ່ງຜູກ​ມັດ​ຄອບຄົວ​​ເຂົ້າກັນ​ຊົ່ວ​ນິລັນດອນ.

ຈົ່ງ​ຢືນ​ຢູ່​ໃນ​ສະຖານ​ທີ່​ສັກສິດ​ສຳລັບຄອບຄົວ​​ໃນ​ອະນາຄົດ​ຂອງ​ພວກ​ເຈົ້າ. ຈົ່ງ​ຕັ້ງ​ໃຈ​ທີ່​ຈະ​ຜູກ​ມັດ​ເຂົ້າກັບ​ສາມີ​ຂອງ​ພວກ​ເຈົ້າ ​ໂດຍຖານະ​ປະ​ໂລຫິດ​ທີ່​ສັກສິດ​ຢູ່​ໃນ​ພຣະວິຫານ ​ເມື່ອ​ພວກ​ເຈົ້າ​​ເລີ່​ມຕົ້ນສ້າງ​ຄອບຄົວ​ນິລັນດອນຂອງ​ພວກ​ເຈົ້າ. ລູກໆ​ຂອງ​ພວກ​ເຈົ້າຈະ​ໄດ້​ຮັບ​ພອນ​ດ້ວຍ​ຄວາມ​ຈິງ ​ໃນ​ຂະນະ​ທີ່​ພວກ​ເຈົ້າຊ່ອຍ​ໃຫ້​ປະຈັກ​ພະຍານ​ທີ່​ມີ​ຄຸນ​ນະ​ທຳ ​ແລະ ບໍ່​ຫວັ່ນ​ໄຫວຂອງ​ພວກ​ເຈົ້າ​​ເຂົ້າ​ໄປ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ ​ແລະ ສະ​ແດງ​ໃຫ້​ເຂົາ​ເຈົ້າ​ເຫັນ​​ເສັ້ນທາງ​ແຫ່ງ​ພັນທະ​ສັນຍາ​.

ຂ້າພະ​ເຈົ້າ​ເຫັນ​ຫລັກ​ທຳ​ນິລັນດອນ​ເຫລົ່າ​ນີ້​ສະ​ແດງ​ຢູ່​ໃນ​ການ​ແຂ່ງ​ຂັນ​ສິນລະປະນາໆຊາດຂອງ​ຊາວ​ໜຸ່ມ​ໃນ​ບໍ່​ດົນ​ມາ​ນີ້. ນາງ​ເມ​​​ເກັນ ວອນ​​ເນີ ​ເທ​ເລີ ​ໄດ້​ຮວບ​ຮວມຮູບ​ພາບ​ໄວ້​ໃນ​ວິ​ດີ​ໂອ, ​ໂດຍ​ທີ່​ໃຊ້​ຄຳ​ອຸປະມາ​ຂອງ​ພຣະຄຣິດມາ​ໃຊ້​ກັບ​ຮູບ​ພາບ​ເຫລົ່ານັ້ນກ່ຽວ​ກັບ​ຍິງ​ບໍລິສຸດ​ສິບ​ຄົນ.4 ຂ້າພະ​ເຈົ້າ​ໄດ້​ພົບ​ກັບ​ນາງ​ເມ​ເກັນ, ​ແລະ ນາງ​ໄດ້​ອະທິບາຍ​ເຄື່ອງໝາຍ​ຂອງ​ຍິງ​ບໍລິສຸດ​ສິບ​ຄົນ, ຜູ້​ທີ່​ນາງ​ໄດ້​ອະທິບາຍ​ວ່າ​ເປັນ​ຍິງ​ໜຸ່ມ​ຄົນ​ໜຶ່ງ ທີ່​ມີ​ຄຸນ​ນະ​ທຳ ​ແລະ ມີສັດທາ ຕຽມ​ທີ່​ຈະ​ເຮັດ ​ແລະ ຮັກສາ​ພັນທະ​ສັນຍາ​ຂອງ​ພຣະວິຫານທີ່ສັກສິດ. ​ເຊັ່ນ​ດຽວ​ກັບ​ຍິງ​ບໍລິສຸດ​ສິບ​ຄົນ, ການ​ຕຽມ​ພ້ອມ​ຂອງ​ນາງ​ໄດ້​ມາ​ເຖິງ​​ໃນ​ຂະນະ​ທີ່​ນາງຕື່ມ​ນ້ຳມັນ​ໃສ່ຕະກຽງ​ຂອງ​ນາງ, ​ເທື່ອ​ລະ​ຢອດ, ​ໂດຍ​ການ​ດຳລົງ​ຊີວິດ​ທີ່​ຊອບ​ທຳ​ສະ​ເໝີ​ມາ. ຂ້າພະ​ເຈົ້າ​ໄດ້​ຫລຽວ​ເຫັນ​ຜົມ​​ເປຍ​ທີ່​ສວຍ​ງາມ​ຂອງ​ນາງ. ນາງ​ເມ​​ເກັນ​ໄດ້​ອະທິບາຍ​ວ່າ ຜົມ​ເປຍ​ຂອງ​ນາງ​ໄດ້​ເປັນ​ຕົວ​ແທນ​ໃຫ້​ແກ່​ຄຸນ​ນະ​ທຳ​ຂອງ​ຍິງ​ໜຸ່ມ​ໃນ​ຫລາຍ​ລຸ້ນຄົນ ຈົນນັບ​ບໍ່​ຖ້ວນ. ​ຜົມ​ເປຍ​ສ່ວນ​ທຳ​ອິດ​ເປັນ​ຕົວ​ແທນ​ໃຫ້​ແກ່​ຄວາມ​ຮັກ​ຂອງ​ນາງ ​ແລະ ຄວາມ​ນັບຖື​ຕໍ່​ບັນພະບຸລຸດ​ຂອງ​ນາງ, ຜົມ​ເປຍ​ສ່ວນ​ທີສອງ​ເປັນ​ອິດ​ທິພົນ​ທີ່​ຊອບ​ທຳ​ຂອງ​ນາງ​ຕໍ່ຄອບຄົວ​ໃນ​ປະຈຸ​ບັນ​ຂອງ​ນາງ, ​ແລະ ​ຜົມ​ເປຍ​ສ່ວນ​ທີ​ສາມ​​ເປັນ​ຕົວ​ແທນ​ໃຫ້​ແກ່​ການ​ຕຽມ​ຊີວິດ​ສຳລັບ​ຄົນ​ລຸ້ນທີ່​ຈະ​ມາ​ເຖິງ.

ຂ້າພະ​ເຈົ້າ​ໄດ້​ພົບ​ກັບ​ຍິງ​ໜຸ່ມ​ອີກ​ຄົນ​ໜຶ່ງ ຜູ້​ໄດ້​ຕຽມ​ທາງ​ວິນ​ຍານ​ທີ່​ຈະ​ຜູກ​ມັດ​ຄວາມ​ຊອບ​ທຳ​ເຂົ້າກັບ​ຫລາຍ​ລຸ້ນຄົນ.

​ໃນ​ຕອນ​ບ່າຍ ຂອງ​ເດືອນ​ກັນຍາ​ທີ່​ສວຍ​ງາມ​ມື້​ໜຶ່ງ, ສາມີ​ຂອງ​ຂ້າພະ​ເຈົ້າກັບ​ຂ້າ​ພະ​ເຈົ້າ​ໄດ້​ນັ່ງ​ຢູ່​ຫ້ອງ​ຮັບ​ແຂກ​ຢູ່​ໃນ​ພຣະວິຫານ ​ເພື່ອ​ລໍຖ້າ​ໄປ​​ເຮັດ​ພິທີການ​. ທ້າວຄຣິສ, ​ເພື່ອນຂອງ​ພວກ​ເຮົາ​ໄດ້​ຍ່າງ​ເຂົ້າມາ​ໃນ​ຫ້ອງ. ​ພວກ​ເຮົາ​ດີ​ໃຈ​ຫລາຍ​ທີ່​ໄດ້​ເຫັນ​ລາວ ຜູ້​ຫາ​ກໍ​ກັບ​ມາ​ຈາກ​ການ​ສອນ​ສາດສະໜາ​ຢູ່​ປະ​ເທດ​ລັດ​ເຊຍ.

​ເມື່ອ​ພິທີການ​ເລີ່​ມຕົ້ນ, ມີຍິງ​ສາວ​ທີ່​ສວຍ​ງາມ​ຄົນ​ໜຶ່ງ​ມາ​ນັ່ງ​ໃກ້​ຂ້າພະ​ເຈົ້າ. ນາງ​ສົດ​​ໃສ, ຍິ້ມ​ແຍ້ມ, ​ແລະ ​ເຕັມ​ໄປ​ດ້ວຍ​ພຣະວິນ​ຍານ. ຂ້າພະ​ເຈົ້າຢາກ​ຮູ້ຈັກ​ນາງ, ສະນັ້ນຂ້າພະ​ເຈົ້າຈຶ່ງ​ໄດ້​ແນະນຳ​ຕົວຢ່າງ​ຄ່ອຍໆ. ນາງ​ໄດ້ບອກ​ຊື່​ຢ່າງຄ່ອຍໆ​ວ່າ ​ເຄດ, ​ແລະ ຂ້າພະ​ເຈົ້າຈື່​ນາມສະກຸນ​ຂອງ​ນາງ ວ່າ​ເຄີຍ​ຮູ້ຈັກ​ນາມສະກຸນ​ນັ້ນຕອນ​ຂ້າພະ​ເຈົ້າ​ເຄີຍ​ອາ​ໄສ​ຢູ່​ລັດ​ມີ​ຊີ​ແກນ. ນາງ​ເຄດ​ເປັນ​ລູກ​ສາວ​ຄົນ​ໜຶ່ງ​ຂອງ​ຄອບຄົວ​ນັ້ນ, ຜູ້​ຫາ​ກໍ​ໄດ້​ກັບ​ມາ​ຈາກ​ການ​ສອນ​ສາດສະໜາຫ້າ​ອາທິດ​ຜ່ານ​ມານັ້ນຢູ່​ເຢຍລະ​ມັນ.

​ໃນ​ລະຫວ່າງ​ພິທີການ​ນັ້ນ ຂ້າພະ​ເຈົ້າ​​ຄິດ​ວ່າຄວນ “​ແນະນຳນາງ​ເຄດ​ໃຫ້​ຮູ້ຈັກ​ກັບທ້າວ​ຄຣິສ.” ຂ້າພະ​ເຈົ້າ​ໄດ້ຄິດ​ວ່າ, “ຕອນ​ໃດ, ​ຢູ່​ໃສ, ດ້ວຍ​ວິທີ​ໃດ?” ​ໃນຂະນະ​ທີ່​ພວກ​ເຮົາ​ກຳລັງ​ຈະ​ກັບ​ບ້ານ, ທ້າວ​ຄຣິສ​ໄດ້​ມາ​ສັ່ງ​ລາ ​ແລະ ຂ້າພະ​ເຈົ້າກໍ​ໄດ້​ສວຍ​ໂອກາດ​ນັ້ນ. ຂ້າພະ​ເຈົ້າ​ໄດ້​ດຶງ​ນາງ​ເຄດມາ​ຫາ ​ແລະ ​ໄດ້​​ເວົ້າກັບ​ນາງ​ຄ່ອຍໆ​ວ່າ, “ພວກ​ເຈົ້າສອງ​ຄົນ​ທີ່​ດີ ​ຄວນ​ຮູ້ຈັກ​ກັນ.” ຂ້າພະ​ເຈົ້າ​ໄດ້​ອອກ​ຈາກ​ພຣະວິຫານ​ດ້ວຍ​ຄວາມ​​ເພິ່ງ​ພໍ​ໃຈ ທີ່​ຂ້າພະ​ເຈົ້າ​ໄດ້​ເຮັດ​ຕາມ​ການ​ກະ​ຕຸ້ນ.

ຕອນ​ພວກ​ເຮົາ​​ເດີນທາງ​ກັບ​ບ້ານ, ສາມີ​ຂອງ​ຂ້າພະ​ເຈົ້າກັບ​ຂ້າພະ​ເຈົ້າ​ໄດ້​ເວົ້າລົມ​ກັນ​ກ່ຽວ​ກັບ​ການ​ທ້າ​ທາຍ​ຕ່າງໆ​ທີ່​ຄອບຄົວ​ຂອງ​ນາງ​ເຄດ​ໄດ້​ຮັບ. ຫລັງ​ຈາກ​ນັ້ນມາ ຂ້າພະ​ເຈົ້າ​ໄດ້​ຮູ້ຈັກ​ນາງ​ເຄດຫລາຍ​ຂຶ້ນກວ່າ​ເກົ່າ, ​ແລະ ນາງ​ໄດ້​ຊ່ອຍ​ຂ້າພະ​ເຈົ້າ​ໃຫ້​ເຂົ້າ​ໃຈ​ເຫດຜົນ​ທີ່​​ໃບ​ໜ້າ​ຂອງ​ນາງ​ແຈ່ມ​​ໃສ​ຢູ່​ໃນ​ພຣະວິຫານ​ມື້ນັ້ນ.

ນາງ​ເຄດ​ໄດ້​ພະຍາຍາມ​ຍຶດໝັ້ນຢູ່​ໃນ​ພັນທະ​ສັນຍາ​ຂອງ​ນາງສະ​ເໝີ​ມາ ​ໂດຍ​ການສະ​ແຫ​ວງຫາ​ສະຖານ​ທີ່​ສັກສິດ. ນາງ​ໄດ້​ເຕີບ​​ໃຫຍ່​ຂຶ້ນ​ຢູ່​ໃນ​ບ້ານ​ບ່ອນ​ທີ່​ມີ​ການ​ສັງ​ສັນ​ໃນ​ຄອບຄົວ, ອະທິຖານ​ ​ແລະ ສຶກສາ​ພຣະຄຳ​ພີ​ນຳ​ກັນ ທີ່​ເຮັດ​ໃຫ້​ບ້ານ​ເປັນ​ສະຖານ​ທີ່​ສັກສິດ. ຕອນ​ນາງ​ຍັງ​ນ້ອຍ, ນາງ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະວິຫານ, ​ແລະ ​​ເພງ​ຊື່ວ່າ “I Love to See the Temple” ໝາຍ​ຄວາມ​ວ່າ “​ເຮົາ​ຢາກ​ເຫັນ​ພຣະວິຫານ” ​ເປັນ​ເພງ​ທີ່​ຄອບຄົວ​ມັກ​ຮ້ອງ​ສຳລັບການ​ສັງ​ສັນ​ໃນ​ຄອບຄົວ.5 ຕອນ​ນາງ​ຍັງ​ນ້ອຍ, ນາງ​ໄດ້​​ເຮັດ​ຕາມ​ຕົວຢ່າງ​ຂອງ​ພໍ່​ແມ່ ​ໃນ​ການສະ​ແຫວ​ງຫາ​ສະຖານ​ທີ່​ສັກສິດ ​ເມື່ອ​ເຂົາ​ເຈົ້າ​ໄປ​ພຣະວິຫານ​ໃນ​ທ້າຍ​ອາທິດ ​ແທນ​ທີ່​ຈະ​ໄປ​ເບິ່ງ​ໜັງ ຫລື ອອກ​ໄປ​ກິນ​ເຂົ້າ.

ນາງ​ຮັກ​ພໍ່​ຂອງ​ນາງ​ຫລາຍ, ​ແລະ ພໍ່​ຂອງ​ນາງ​ໄດ້​ໃຊ້​ສິດອຳນາດ​ຖານະ​ປະ​ໂລຫິດ​ເພື່ອ​ຊ່ອຍ​ເຫລືອ​ນາງ​ໃຫ້​ເຮັດພັນທະ​ສັນຍາອັນ​ທຳ​ອິດ​ແຫ່ງ​ການ​ບັບຕິ​ສະມາຂອງ​ນາງ. ​ແລ້ວ​ນາງ​ໄດ້​ຮັບພຣະວິນ​ຍານ​ບໍລິສຸດ​ໂດຍ​ການວາງ​ມື. ນາງ​ເຄດ​ໄດ້​ກ່າວ​ວ່າ, “ຂ້ານ້ອຍ​ດີ​ໃຈ​ຫລາຍ​ທີ່​ໄດ້​ຮັບ​ພຣະວິນ​ຍານບໍ​ລິ​ສຸດ, ​ແລະ ຂ້ານ້ອຍ​ຮູ້​ວ່າ ພຣະວິນ​ຍານບໍລິສຸດ​ຈະ​ຊ່ອຍ​ເຫລືອ​ຂ້ານ້ອຍ​ຢູ່​ໃນ​ເສັ້ນທາງ​ໄປ​ສູ່​ຊີວິດ​ນິລັນດອນ.”

ຊີວິດ​ໄດ້​ດຳ​ເນີນ​ຕໍ່​ໄປ​ສຳລັບ​ນາງ​ເຄດ ​ໃນ​ທາງ​ທີ່​ໄດ້​ຮັບ​ພອນ ​ແລະ ມີ​ຄວາມສຸກ​ຫລາຍ. ຕອນ​ນາງ​ມີ​ອາຍຸ​ໄດ້ 14 ປີ, ນາງ​ໄດ້​ເຂົ້າ​ໂຮງຮຽນ​ອຸດົມ ​ແລະ ກໍ​ມັກ​ໄປ​ຫ້ອງ​ຮຽນ​ສາດສະໜາ, ອີກ​ບ່ອນ​ໜຶ່ງ​ທີ່​ຮຽນ​ກ່ຽວ​ກັບ​ພຣະກິດ​ຕິ​ຄຸນ. ມື້ໜຶ່ງ​ຄູ​ສອນ​ຂອງ​ນາງ​ໄດ້​ສອນ​ກ່ຽວກັບ​ການ​ທົດ​ລອງ ​ແລະ ວ່າ​ທຸກ​ຄົນ​ຈະ​ປະ​ເຊີນ​ກັບ​ມັນ​. ນາງ​ໄດ້​ເວົ້າກັບ​ຕົນ​ເອງ​ວ່າ, “​ເຮົາ​ບໍ່​ຢາກ​ປະ​ເຊີນ​ກັບ​ການ​ທົດ​ລອງ; ​ເຮົາ​ບໍ່​ຢາກ​ໄດ້​ຍິນ​ກ່ຽວ​ກັບ​ເລື່ອງ​ນີ້.”

ພຽງ​ແຕ່​ສອງ​ສາມ​ອາທິດ​ຫລັງ​ຈາກ​ນັ້ນ ພໍ່​ຂອງ​ນາງ​ໄດ້​ລົ້ມປ່ວຍ​ເປັນ​ພະຍາດ​ຮ້າຍ​ແຮງ​ໃນ​ວັນ​ອິດສະ​ເຕີ. ນາງ​ເຄດ​ໄດ້​ເວົ້າວ່າ: “ພໍ່​ຂອງ​ຂ້ານ້ອຍ​ເປັນ​ຄົນ​ແຂງ​ແຮງ​ດີ; ​ເພິ່ນ​ເຄີຍ​ແລ່ນ​ແຂ່ງຂັນ. ​ແມ່​ຂອງ​ຂ້ານ້ອຍ​ມີ​ຄວາມ​ເປັນ​ຫ່ວງ​ຫລາຍ ຈຶ່ງ​ໄດ້​ພາ​ເພິ່ນ​​​ໄປໂຮງ​ໝໍ. ພາຍ​ໃນ 36 ຊົ່ວ​ໂມງ ​​ເພິ່ນ​​ເໜັງ​ຕີງ​ບໍ່​ໄດ້​ເລີຍ. ​ເພິ່ນ​ພຽງພິບ​ຕາ​​ໄດ້​ເທົ່າ​ນັ້ນ. ຂ້ານ້ອຍ​ຈື່​ຕອນ​ຂ້ານ້ອຍ​ຫລຽວ​ເຫັນ​ພໍ່ ​ແລະ ຄິດ​ວ່າ, ‘ໂອ້ຍ, ຕາຍ​ແລ້ວ. ມັນ​ໄດ້​ເກີດ​ຂຶ້ນ​ແທ້ໆ. ຄູ​ສອນ​​ເວົ້າຖືກ. ​ເຮົາ​ກຳລັງ​ປະ​ເຊີນ​ກັບ​ການ​ທົດ​ລອງ.’” ພາຍ​ໃນ​ສອງ​ສາມ​ມື້​ຈາກ​ນັ້ນ ພໍ່​ຂອງ​ນາງ​​ເຄດກໍ​ໄດ້​ສິ້ນ​ຊີວິດ​ໄປ.

ນາງ​ເຄດ​ໄດ້​ກ່າວ​ຕໍ່​ວ່າ: “​ເປັນ​ເວລາ​ທີ່​ຍາກ​ຫລາຍ. ຂ້ານ້ອຍ​ບໍ່​ຢາກ​ສູນ​ເສຍຜູ້​ກ້າຫານ​ຂອງ​ຂ້ານ້ອຍ​ໄປ. ຂ້ານ້ອຍຮູ້​ວ່າ ຂ້ານ້ອຍ​ສາມາດ​ໃຫ້​ສິ່ງ​ນັ້ນຊ່ອຍ​ຂ້ານ້ອຍ​ເຕີບ​ໂຕ ຫລື ຢຸດ​ຢັ້ງຂ້ານ້ອຍ​ໄວ້. ຂ້ານ້ອຍ​ບໍ່​ຢາກ​ໃຫ້​ມັນ​ທຳລາຍ​ຊີວິດ​ຂອງ​ຂ້ານ້ອຍ ​ເພາະວ່າ​ຂ້ານ້ອຍ​ພຽງ​ແຕ່ 14 ປີ​ເທົ່າ​ນັ້ນ. ຂ້ານ້ອຍ​ພະຍາຍາມ​ຢູ່​ໃກ້​ພຣະບິດາ​ເທິງ​ສະຫວັນ​ເທົ່າ​ທີ່ຈະ​ເປັນ​ໄປ​ໄດ້. ຂ້ານ້ອຍ​ໄດ້​ອ່ານ​ພຣະຄຳ​ພີສະ​ເໝີ. ​ແອວ​ມາ ບົດ​ທີ 40 ​ໄດ້​ຢືນຢັນ​ກັບ​ຂ້ານ້ອຍວ່າ ການ​ຟື້ນ​ຄືນ​ຊີວິດ​ມີ​ຈິງ ​ແລະ ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະຄຣິດ ຂ້ານ້ອຍ​ຈະ​ສາມາດ​ໄດ້​ຢູ່​ນຳ​ພໍ່​ຂອງ​ຂ້ານ້ອຍ​ອີກ. ຂ້ານ້ອຍ​ໄດ້​ອະທິຖານ​ສະ​ເໝີ. ຂ້ານ້ອຍ​ໄດ້​ຂຽນ​ປຶ້ມບັນທຶກ​ສ່ວນ​ຕົວ​ເລື້ອຍໆ​ເທົ່າ​ທີ່​ຂ້ານ້ອຍ​ສາມາດ. ຂ້ານ້ອຍ​ໄດ້​ຮັກສາ​ປະຈັກ​ພະຍານ​ຂອງ​ຂ້ານ້ອຍ​ໃຫ້​ເຂັ້ມ​ແຂງ ​ໂດຍ​ການ​ຂຽນ​ມັນ​ໄວ້. ຂ້າ​ນ້ອຍ​ໄດ້​ໄປ​ໂບດ ​ແລະ ​ໄປ​ຫ້ອງ​ຮຽນ​ກຸ່ມ​ຍິງ​ໜຸ່ມ​ທຸກ​ອາທິດ​. ຂ້ານ້ອຍ​ມີ​ໝູ່​ເພື່ອນ​ທີ່​ດີ. ຂ້ານ້ອຍ​ໄດ້​​​ໃກ້ຊິດ​ກັບ​ຍາດ​ພີ່ນ້ອງ ​ແລະ ​ໂດຍ​ສະ​ເພາະ​ແມ່​ຂອງ​ຂ້າ​ນ້ອຍ, ຜູ້​ເປັນ​ແຫລ່ງ​ໃຫ້​ພະລັງ​ແກ່​ຄອບຄົວ​ຂອງ​ຂ້ານ້ອຍ. ຂ້ານ້ອຍ​ໄດ້​ສະ​ແຫວ​ງຫາ​ພອນ​ຂອງຖານະ​ປະ​ໂລຫິດ​ຈາກ​ພໍ່​ຕູ້ ​ແລະ ຈາກ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ຄົນ​ອື່ນໆ.”

ການ​ເລືອກ​ທີ່​ຖືກຕ້ອງ​ເຫລົ່ານັ້ນ, ​ເຊັ່ນ​ດຽວ​ກັບ​ຍິງ​ບໍລິສຸດ​ເຫລົ່ານັ້ນ, ​ໄດ້​ຕື່ມ​ນ້ຳມັນ​ໃສ່​ຕະກຽງ​ຂອງ​ນາງ​ເຄດ. ນາງ​ໄດ້​ມີ​ກຳລັງ​ໃຈ​ຂຶ້ນດ້ວຍ​ຄວາມ​ປາດ​ຖະໜາທີ່​ຈະ​ຢູ່​ນຳ​ພໍ່​ຂອງ​ນາງ​ອີກ. ນາງ​ເຄດຮູ້​ວ່າ ພໍ່​ຂອງ​ນາງ​ຮູ້​ກ່ຽວ​ກັບ​ການ​ເລືອກ​ຂອງ​ນາງ ​ແລະ ນາງ​ບໍ່​ຢາກ​ເຮັດ​ໃຫ້​ພໍ່​ຜິດ​ຫວັງ. ນາງ​ຢາກ​ມີ​ຄວາມ​ສຳພັນ​ນິລັນດອນ​ກັບ​ເພິ່ນ, ​ແລະ ນາງ​ເຂົ້າ​ໃຈ​ວ່າ ການ​ຍຶດໝັ້ນຢູ່​ໃນ​​ເສັ້ນທາງ​​ແຫ່ງ​ພັນທະ​ສັນຍາ​ຂອງ​ນາງ ຈະ​ຜູກ​ມັດ​ຊີວິດ​ນາງ​ໄວ້​ກັບ​ເພິ່ນ​ຢ່າງແໜ້ນ​ແຟ້ນກວ່າ​ເກົ່າ.

ການ​ທົດ​ລອງ​ບໍ່​ໄດ້​ສິ້ນ​ສຸດ​ລົງ​ເທົ່າ​ນັ້ນ. ຕອນ​ນາງ​ເຄດມີ​ອາຍຸ​ໄດ້ 21 ປີ ​ແລະ ​ໄດ້​ສົ່ງ​ໃບ​ສະໝັກ​ໄປ​ເຜີຍ​ແຜ່ສາດສະໜາ, ​ໝໍ​ບອກ​ວ່າ​ແມ່​ຂອງ​ນາງ​ເປັນ​ມະ​ເລັງ. ນາງ​ເຄດຕ້ອງ​ໄດ້​ຕັດສິນ​ໃຈ​ອັນ​ສຳຄັນ​​ໃນ​ຊີວິດ​ຂອງ​ນາງ. ນາງ​ຄວນ​ຢູ່​ບ້ານ ​ແລະ ດູ​ແລ​ແມ່​ຂອງ​ນາງ​ບໍ ຫລື ​ໄປ​ເຜີຍ​ແຜ່​ສາດສະໜາ? ​ແມ່​ຂອງ​ນາງ​ໄດ້​ຮັບ​ພອນ​ຂອງ​ຖານະ​ປະ​ໂລຫິດ ​ແລະ ​ໄດ້​ຖືກ​ສັນຍາ​ວ່າ ​ແມ່​ຂອງ​ນາງ​ຈະ​ມີ​ຊີວິດ​ຢູ່​ຕໍ່​ໄປ. ດ້ວຍ​ຄຳ​ສັນຍານັ້ນ, ນາງ​ເຄດຈຶ່ງ​ໄດ້​ຕັດສິນ​ໃຈ​ດ້ວຍ​ສັດທາ ​ແລະ ​ໄດ້​ວາງ​ແຜນ​ທີ່​ຈະ​ໄປຮັບ​ໃຊ້​ເຜີຍ​ແຜ່.

ນາງ​ເຄດ​ໄດ້​ກ່າວ​ວ່າ: “ຄື​ກັນ​ກັບ​​ໄດ້​ກ້າວ​ອອກ​ໄປ​ໃນ​ຄວາມ​ມືດ, ​ແຕ່​ໃນ​ໄລຍະ​ທີ່​ເຜີຍ​ແຜ່, ຄວາມ​ສະຫວ່າງ​ໄດ້​ມາ​ເຖິງ​ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ ​ແລະ ຂ້ານ້ອຍ​ໄດ້​ຮັບ​ຂ່າວ​ກ່ຽວ​ກັບ​ແມ່ ວ່າ​ເປັນ​ດັ່ງ​ທີ່​ໄດ້​ຮັບພອນ. ຂ້ານ້ອຍ​ດີ​ໃຈ​ຫລາຍ​ທີ່​ບໍ່​ໄດ້​ໂຈະ​ການ​ໄປ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າ. ​ເມື່ອ​ຄວາມ​ຫຍຸ້ງຍາກ​ມາ​ເຖິງ, ຂ້ານ້ອຍ​ຄິດ​ວ່າ ມັນ​ເປັນ​ສິ່ງ​ງ່າຍ​ທີ່​ຈະຢຸດ​ຢູ່ ​ແລະ ບໍ່​ຢາກ​ກ້າວ​ເດີນ​ຕໍ່​ໄປ, ​ແຕ່​ຖ້າ​ຫາກ​ທ່ານ​ໃຫ້​ພຣະຜູ້​ເປັນ​ເຈົ້າມາ​ກ່ອນ, ​ແລ້ວ​ຄວາມ​ຫຍຸ້ງ​ຍາກ​ນັ້ນສາມາດ​ນຳພາ​ໄປ​ຫາ​ພອນ​ທີ່​ສວຍ​ງາມ​ໄດ້. ທ່ານ​ສາມາດ​ເຫັນ​ພຣະຫັດ​ຂອງ​ພຣະອົງ ​ແລະ ​ເປັນ​ພະຍານ​ເຖິງ​ຄວາມ​ມະຫັດສະຈັນ​ໄດ້.” ນາງ​ເຄດ​ໄດ້​ປະສົບ​ການ​ກັບ​ຄວາມ​ຈິງ​ແທ້​ຂອງ​ຖ້ອຍ​ຄຳ​ຂອງ​ປະທານ​ທອມ​ມັສ ​ແອັສ ມອນ​ສັນ ທີ່​ວ່າ: “​ໂອກາດ​ທີ່​ສຳຄັນ​ທີ່​ສຸດ​ຈະ​ຖືກ​ພົບ​ເຫັນ​ໃນ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ.”6

ນາງ​ເຄດມີ​ສັດທາ​ເຊັ່ນ​ນັ້ນ ​ເພາະວ່າ​ນາງ​ເຂົ້າ​ໃຈ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ລອດ. ນາງ​ຮູ້​ວ່າ ນາງ​ໄດ້​ມີ​ຊີວິດ​ມາ​ກ່ອນ, ວ່າ​ໂລກ​ນີ້​ເປັນຊ່ວງ​ໄລຍະ​ທົດ​ສອບ, ​ແລະ​ວ່າ​ເຮົາ​ຈະ​ມີ​ຊີວິດ​ອີກ. ນາງ​ມີ​ສັດທາ​ວ່າ​ແມ່ຂອງ​ນາງ​ຈະ​ໄດ້ຮັບພອນ, ​ແຕ່​ຈາກ​ປະສົບ​ການ​ນຳ​ພໍ່​ຂອງ​ນາງ, ນາງ​ຮູ້​ວ່າ​ຖ້າ​ຫາກ​ແມ່​ຂອງ​ນາງ​ຈະ​ເສຍ​ຊີວິດ​ໄປ, ນາງ​ກໍ​ຈະ​ບໍ່​ເປັນ​ຫຍັງ. ນາງ​ໄດ້​ກ່າວ​ວ່າ: “ຂ້ານ້ອຍ​ບໍ່​ພຽງ​ແຕ່ລອດ​​ຈາກ​ການ​ຕາຍ​ຂອງ​ພໍ່​ຂອງ​ຂ້ານ້ອຍ​ເທົ່າ​ນັ້ນ, ​ແຕ່​ມັນ​ໄດ້​ກາຍ​ເປັນ​ລັກສະນະ​ອັນ​ແທ້​ຈິງ​​ໃນ​ທາງ​ດີຂອງ​ຂ້ານ້ອຍນຳ​ອີກ, ​ແລະ ຖ້າ​ຫາກ​ແມ່​ຂອງ​ຂ້ານ້ອຍ​ຖືກ​ເອົາ​ໄປ, ມັນ​ຄົງ​ເປັນ​ໃນ​ວິທີ​ດຽວ​ກັນ. ມັນ​ຈະ​ເປັນ​ສາຍ​ຜູກ​ມັດ​ທີ່​​ແໜ້ນ​ແຟ້ນຫລາຍ​ກວ່າ​ເກົ່າ​ໃນ​ຊີວິດ​ຂອງ​ຂ້ານ້ອຍ.”7

ນາງ​​ເຄດ​ໄດ້​ສະ​ແຫວ​ງຫາ​ສະຖານ​ທີ່​ສັກສິດ​ໃນ​ມື້​ທີ່​ຂ້າພະ​ເຈົ້າ​ໄດ້​ພົບ​ເຫັນ​ນາງ​ຢູ່​ໃນ​ພຣະວິຫານ. ​ໃນ​ຄວາມ​ປາດ​ຖະໜາ​ທີ່​ຈະ​ຜູກ​ມັດສາ​ຍສຳພັນ​ນິລັນດອນ​ໃຫ້​ແໜ້ນ​ແຟ້ນທີ່​ມາ​ເຖິງ​ຜ່ານ​ທາງ​ການ​ຮັບ​ໃຊ້​ໃນ​ພຣະວິຫານ, ນາງ​ຈຶ່ງ​ໄດ້​ເຮັດ​ຕາມ​ແບບ​ແຜນ​ທີ່​ພໍ່​ແມ່​ຂອງ​ນາງ​ໄດ້​ຕັ້ງ​ໄວ້​ໃຫ້​ນາງເລື່ອງ​ການ​ໄປ​ເຮັດ​ພິທີການ​ຂອງ​ພຣະວິຫານ​ເປັນ​ປະຈຳ.

ບໍ່​ມີ​ສິ່ງ​ໃດເກີດ​ຂຶ້ນ​ໃນຄືນ​ທີ່​ຂ້າພະ​ເຈົ້າ​ໄດ້​ແນະນຳ​ນາງ​ເຄດ​ໃຫ້​ຮູ້ຈັກ​ກັບທ້າວ​ຄຣິສ, ​ແຕ່​ໃນ​ການ​ສະ​ແຫວ​ງຫາ​ສະຖານ​ທີ່​ສັກສິດ​ໃນ​ວັນ​ອາທິດ​ຕໍ່​ໄປ​ນັ້ນ, ນາງ​ເຄດ​ໄດ້​ເຫັນ​ທ້າວ​ຄຣິສຢູ່​ໃນ​ກອງ​ປະຊຸມ​ຜູ້​ໃຫຍ່​ໂສດ. ຢູ່​ທີ່​ນັ້ນ​ເຂົາ​ເຈົ້າ​ໄດ້​ຮູ້ຈັກ​ກັນ​ຕື່ມ​ອີກ. ສອງ​ສາມ​ອາທິດ​ຈາກ​ນັ້ນ, ທ້າວ​ຄຣິສ​ໄດ້​ຊວນ​ນາງ​ໄປ​ຮ່ວມກອງ​ປະຊຸມ​ໃຫຍ່​ສາມັນ​ກັບ​ລາວ. ​ເຂົາ​ເຈົ້າ​ໄດ້​ສະ​ແຫວ​ງຫາ​ສະຖານ​ທີ່​ສັກສິດ​ຕໍ່​ໄປ​​ໃນ​ຂະນະ​ທີ່​ເຂົາ​ເຈົ້າອອກ​ໄປ​ທ່ຽວ​ນຳ​ກັນ ​ແລະ ​ໃນ​ທີ່​ສຸດ​ໄດ້​ຜະ​ນຶກ​ເຂົ້າກັນ​ຢູ່​ໃນ​ພຣະວິຫານ, ສະຖານ​ທີ່​ສັກສິດ​ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ຖືກ​ແນະນຳ​ໃຫ້​ຮູ້ຈັກ​ກັນ. ບັດ​ນີ້ ທັງ​ສອງ​ໄດ້​ບັນລຸ​ໜ້າ​ທີ່​ຮັບຜິດຊອບ​ອັນ​ສັກສິດ​ຂອງ​ການ​ເປັນ​ພໍ່​ແມ່, ຜູກ​ມັດ​ປະຈັກ​ພະຍານ​ຂອງ​ເຂົາ​ເຈົ້າ​ໃນ​ແຜນ​ແຫ່ງ​ຄວາມ​ລອດ​ເຂົ້າກັບ​ລູກ​ຊາຍ​ນ້ອຍສາມ​ຄົນ, ສະ​ແດງ​ເສັ້ນທາງ​ແຫ່ງ​ພັນທະ​ສັນຍາ​ໃຫ້​ເຂົາ​ເຈົ້າ​ເຫັນ.

“ເມື່ອພວກ​ທ່ານຊ່ອຍ​ກູ້​ຍິງ​ໜຸ່ມຄົນ​ໜຶ່ງ, ພວກ​ທ່ານ​​ໄດ້ຊ່ອຍ​ກູ້​ຫລາຍ​ລຸ້ນຄົນ.”7 ການ​ຕັດສິນ​ໃຈ​ຂອງ​ນາງ​ເຄດຕອນ​ນາງ​ມີ​ອາຍຸ​ໄດ້ 14 ປີ ​ທີ່​ຈະຢູ່​ໃນ​ເສັ້ນທາງ, ​ໄດ້​ຕື່ມ​ນ້ຳມັນ​ໃສ່​ຕະກຽງ​ຂອງນາງ, ​ແລະ ຍຶດໝັ້ນຢູ່​ໃນ​ສະຖານ​ທີ່​ສັກສິດ ​​ໄດ້​ ຊ່ອຍ ​ແລະ ຈະ ຊ່ອຍ​ກູ້​ຫລາຍ​ລຸ້ນຄົນ. ການ​ຄົ້ນຫາ​ບັນພະບຸລຸດ​ຂອງ​ນາງ ​ແລະ ຮັບ​ໃຊ້​ເຂົາ​ເຈົ້າຢູ່​ໃນ​ພຣະວິຫານ ​ໄດ້​ຜູກ​ມັດຫົວ​ໃຈ​ຂອງ​ນາງ​ເຂົ້າກັບ​ເຂົາ​ເຈົ້າ. ການ​ມີ​ສ່ວນ​ຮ່ວມ​ໃນ​ການ​ສືບ​ປະຫວັດ​ຄອບຄົວ ​ແລະ ວຽກ​ງານ​ຂອງ​ພຣະວິຫານ ກໍ​ຈະ​ຜູກ​ມັດ​ຫົວ​ໃຈ​ຂອງ​ພວກ​ເຈົ້າ​ເຂົ້າກັນ​ ​​ແລະ ​ໃຫ້​ໂອກາດ​ບັນພະບຸລຸດ​ຂອງ​ພວກ​ເຈົ້າທີ່​ຈະ​ໄດ້​ມີ​ຊີວິດ​ນິລັນດອນຄື​ກັນ.

ການ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ​ໃນ​ບ້ານ​ເຮືອນ​ຂອງ​ພວກ​ເຈົ້າ ຈະ​ຕື່ມ​ນ້ຳມັນ​ໃສ່​ຕະກຽງຂອງ​ພວກ​ເຈົ້າ ​ແລະ ຈະ​ຜູກ​ມັດ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ຂອງ​ພວກ​ເຈົ້າ​​ໃສ່​ກັບ​ຄອບຄົວ​ຂອງ​ພວກ​ເຈົ້າ​ໃນ​ຕອນ​ນີ້ ​ແລະ ​ເປັນ​ພອນ​ໃຫ້​ແກ່​ຄອບຄົວ​ຂອງ​ພວກ​ເຈົ້າ​ໃນ​ອະນາຄົດ​ໃນ​ຫລາຍ​ວິທີ​ຈົນ​ນັບ​ບໍ່​ຖ້ວນ. ​ແລະ ຍິ່ງ​ໄປ​ກວ່າ​ນັ້ນ, ດັ່ງ​ທີ່​ແອວ​ເດີ ​ຣໍ​ເບີດ ດີ ​​ເຮວ​ສ໌ ​ໄດ້​ກ່າວ​ໄວ້​ວ່າ, “ຖ້າ​ຫາກ​ຕົວຢ່າງ​ທີ່​ເຮົາ​ໄດ້​ຮັບ​ຈາກ​ພໍ່​ແມ່​ຂອງ​ເຮົາ​​ເປັນ​ສິ່ງ​ທີ່​ບໍ່​ດີ, ມັນ​ເປັນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ເຮົາທີ່​ຈະ​ເຊົາ​ເຮັດ​ຕາມ ... ​ແລະ ສອນ​ປະ​ເພນີ​ທີ່​ຖືກຕ້ອງ​ໃຫ້​ແກ່​ຄົນ​ລຸ້ນຫລັງ.”8

ຈົ່ງ​ຕັດສິນ​ໃຈ​ໃນ​ຕອນ​ນີ້​ທີ່​ຈະ​ພະຍາ​ຍາມ​ຈົນ​ສຸດ​ຄວາມ​ສາມາດ ​ເພື່ອ​ຕື່ມ​ນ້ຳມັນ​ໃສ່​ຕະກຽງ​ຂອງ​ພວກ​ເຈົ້າ, ​ເພື່ອ​ວ່າ​ປະຈັກ​ພະຍານທີ່​ເຂັ້ມ​ແຂງ ​ແລະ ຕົວຢ່າງ​ຂອງ​ພວກ​ເຈົ້າຈະ​ຜູກ​ມັດ​ເຂົ້າກັບ​ຊີວິດ​ຂອງຫລາຍ​ລຸ້ນຄົນ, ​ໃນ​ອາ​ດີດ, ​ໃນ​ປະຈຸ​ບັນ, ​ແລະ ​ໃນ​ອະນາຄົດ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ວ່າ ຊີວິດ​ໃນ​ຄຸນ​ນະ​ທຳ​ຂອງ​ພວກ​ເຈົ້າບໍ່​ພຽງ​ແຕ່​ຊ່ອຍ​ກູ້​ຫລາຍ​ລຸ້ນຄົນ​ເທົ່າ​ນັ້ນ, ​ແຕ່​ຈະ​ຊ່ອຍ​ກູ້​ຊີວິດ​ນິລັນດອນຂອງ ພວກ​ເຈົ້າ ​ນຳ​ອີກ, ​ເພາະ​ມັນ​ເປັນ​ພຽງ​ທາງ​ດຽວ​ເທົ່າ​ນັ້ນ ທີ່​ຈະ​ກັບ​ຄືນ​ໄປ​ຫາ​ພຣະບິດາ​ຜູ້​ສະຖິດ​ຢູ່ໃນ​ສະຫວັນ ​ແລະ ພົບ​ຄວາມສຸກ​ໃນ​ຕອນ​ນີ້ ​ແລະ ຕະຫລອດ​ຊົ່ວ​ນິລັນດອນ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູຄຣິດ, ອາແມນ.

Mostrar las referencias

    ​ແຫລ່ງອ້າງ​ອີງ

  1.  

    1. Gordon B. Hinckley, “Standing Strong and Immovable,” Worldwide Leadership Training Meeting, Jan. 10, 2004, 20; see also Gordon B. Hinckley, “Our Responsibility to Our Young Women,” Ensign, Sept. 1988, 10.

  2.  

    2. “ຄອບຄົ​ວ: ການ​ປະກາດ​ຕໍ່​ໂລກ,” Ensign or Liahona, Nov. 2010, 129.

  3.  

    3. Russell M. Nelson, “Generations Linked in Love,” Ensign or Liahona, May 2010, 92.

  4.  

    4. ​ເບິ່ງ ມັດ​ທາຍ 25:1–13.

  5.  

    5. ​​ເບິ່ງ “I Love to See the Temple,” Children’s Songbook, 95.

  6.  

    6. Thomas S. Monson, “Meeting Your Goliath,” New Era, June 2008, 7.

  7.  

    7. ການ​ສຳພາດ​ນຳ​ຜູ້​ຂຽນ​, 2013.

  8.  

    8. Robert D. Hales, “How Will Our Children Remember Us?” Ensign, Nov. 1993, 10.