ສະຖາ​ນທີ່​ສັກສິດ​ຂອງ​​ເຈົ້າ

​ໂດຍ ​ແອນ ​ເອັມ ດິບ

ທີ່​ປຶກສາ​ທີ​ສອງ​ໃນ​ຝ່າຍ​ປະທານ​ອົງການ​ຍິງ​ໜຸ່ມ​ສາມັນ​


 
ບໍ່​ວ່າ​ [ສະຖານ​ທີ່​ສັກສິດເຫລົ່ານັ້ນຂອງພວກເຈົ້າ] ຈະ​ເປັນ​ບ່ອນ​ໃດ​ບ່ອນ​ໜຶ່ງ ຫລື ​ເປັນ​ຊ່ວງ​ເວລາ​​ໃດ​ໜຶ່ງກໍ​ຕາມ ມັນກໍ​ມີ​ຄວາມ​ສັກສິດ ​ແລະ ​ມີ​ພະລັງ​ຫລາຍ​ທີ່​ສຸດ.

ຄຳ​ຂວັນ​ປະຈຳ​ປີ 2013 ຂອງ​ຊາວ​ໜຸ່ມ​ແມ່ນ​ເອົາ​ມາ​ຈາກພາກທີ 87 ​ໃນພຣະຄຳພີ Doctrine and Covenants. ​ຄຳ​ແນະນຳ​ນີ້​ຖືກ​ພົບ​ເຫັນ​ຢູ່​ໃນ​ສາມ​ພາກ; ​ເຫັນ​ໄດ້​ວ່າ ຄຳ​ແນະນຳ​ນີ້​ແມ່ນ​ສຳຄັນ​ຫລາຍ. ມັນ​ບອກ​ເຖິງ​ວິທີ​ທີ່​ເຮົາ​ຈະ​ສາມາດ​ໄດ້​ຮັບ​ການ​ປົກ​ປ້ອງ, ຄວາມ​ເຂັ້ມ​ແຂງ, ​ແລະ ຄວາມ​ສະຫງົບ​ຢູ່​ໃນ​ວັນ​ເວລາ​ທີ່​ບໍ່​ແນ່ນອນ. ຄຳ​ແນະນຳ​ທີ່​ດົນ​ໃຈ ​ແມ່ນ “ຈົ່ງ​ຢືນ​ຢູ່​ໃນ​ສະຖານ​ທີ່​ສັກສິດ ​ແລະ ບໍ່​ຫວັ່ນ​ໄຫວ.”1

​ໃນຂະນະ​ທີ່​ຂ້າພະ​ເຈົ້າ​ໄຕ່ຕອງ​ຄຳ​ຂວັນ​ນີ້, ຂ້າພະ​ເຈົ້າອົດ​ຄິດ​ບໍ່​ໄດ້​ວ່າ ​ບ່ອນ​ໃດ​ຄື ‘ສະຖານ​ທີ່​ສັກສິດ’ ທີ່​ພຣະບິດາ​ເທິງ​ສະຫວັນ​ໄດ້​ກ່າວ​ເຖິງ?” ປະທານ​ເອສະຣາ ​ແທັບ ​ເບັນ​ສັນ ​ໄດ້​ແນະນຳ​ວ່າ, “ສະຖານ​ທີ່​ສັກສິດ​ແມ່ນ​ຮ່ວມ​ດ້ວຍ​ພຣະວິຫານ​ຂອງ​ເຮົາ, ຕຶກ​ໂບດ​ຂອງ​ເຮົາ, ບ້ານ​ເຮືອນ​ຂອງ​ເຮົາ, ​ແລະ ​ສະ​ເຕກຂອງ​ສີ​ໂອນ​ຂອງ​ເຮົາ. ຊຶ່ງ​ພຣະຜູ້​​ເປັນ​ເຈົ້າ​ໄດ້​ປະກາດ​ວ່າ, ‘​ເປັນ​ບ່ອນ​ປົກ​ປ້ອງ, ​ແລະ ​ເປັນ​ບ່ອນ​ຫລົບ​ໄພ.’”2 ນອກ​ເໜືອ​ຈາກ​ສະຖານທີ່​ພິ​ເສດ​ເຫລົ່າ​ນີ້​ແລ້ວ, ຂ້າພະ​ເຈົ້າ​ເຊື່ອ​ວ່າ​ເຮົາ​ຍັງ​ສາມາດ​ພົບ​ເຫັນ​ຫລາຍ​ບ່ອນ​ອື່ນ​ອີກ​ທີ່​​ເປັນ​ສະຖານ​ທີ່​ສັກສິດ.​ ທຳ​ອິດ ​ເຮົາ​ອາດມັກ​ຈະ​ຄິດ​ຄຳ​ວ່າ ສະຖານ​ທີ່ ໝາຍ​ເຖິງ​ສິ່ງ​ທີ່​ຕັ້ງຢູ່ ​ຫລື ບ່ອນ​ໃດ​ບ່ອນ​ໜຶ່ງ. ​ແຕ່, ອີງ​ຕາມ​ປຶ້ມວັດຈະນະ​ນຸກົມ, ສະ​ຖານ​ທີ່ ໝາຍ​ເຖິງ “ສະພາບ, ສະຖານ​ທີ່, ​ແລະ ຄວາມ​ຄິດ.”3 ນີ້​ໝາຍ​ຄວາມ​ວ່າ ສະຖານ​ທີ່​ສັກສິດ ສາມາດ​ຮ່ວມ​ດ້ວຍ ​ຊ່ວງ​ເວລາ—ຕອນ​ພຣະວິນ​ຍານ​ບໍລິສຸດ​ເປັນ​ພະຍານ​ຕໍ່​ເຮົາ, ຕອນ​ເຮົາ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະບິດາ​ເທິງ​ສະຫວັນ, ຫລື ຕອນ​ເຮົາ​ໄດ້​ຮັບ​ຄຳ​ຕອບ​ຕໍ່​ຄຳ​ອະທິຖານ​ຂອງ​ເຮົາ. ຍິ່ງ​ໄປ​ກວ່າ​ນັ້ນ, ຂ້າພະ​ເຈົ້າ​ເຊື່ອ​ວ່າ ​ໃນ​ເວລາ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າມີ​ຄວາມ​ກ້າຫານ​ທີ່​ຈະ​ຍຶດໝັ້ນຢູ່​ກັບ​ຄວາມ​ຈິງ, ​ໂດຍ​ສະ​ເພາະ​ໃນ​ຕອນ​ທີ່​ບໍ່​ມີ​ຄົນ​ໃດ​ເຮັດ​ແນວ​ນັ້ນ, ພວກ​ເຈົ້າ​ໄດ້​ສ້າງ​ສະຖານ​ທີ່​ສັກສິດ​ແລ້ວ.

ຕະຫລອດ​ຊີວິດ​ອັນ​ສັ້ນໆ ​ແລະ ສຳຄັນ​ຂອງ​ໂຈ​ເຊັບ ສະ​ມິດ, ​ເພິ່ນ​ໄດ້​ຢືນ​ໃນ​ສະຖານ​ທີ່​ສັກສິດ​ແທ້ໆ ​ແລະ ບໍ່​ຫວັ່ນ​ໄຫວ. ຕອນ​​ເພິ່ນເປັນ​ໄວ​ລຸ້ນ, ​ເພິ່ນ​ມີ​ບັນຫາ​ເລື່ອງ​ສາດສະໜາ​ຢູ່​ໃນ​ຊຸມ​ຊົນ​ຂອງ​ເພິ່ນ ​ແລະ ຢາກ​ຮູ້​ວ່າ​ສາດສະໜາ​ຈັກ​ໃດ​​ແທ້​ຈິງ. ປ່າ​ຢູ່​ໃກ້​ບ້ານ​ເພິ່ນ​ໄດ້​ກາຍ​ເປັນ​ສະຖານ​ທີ່​ສັກສິດ ​ໃນ​ຂະນະ​ທີ່​ເພິ່ນ​ໄດ້​ນັ່ງ​ຄຸ​ເຂົ່າ​ລົງ ​ແລະ ອະທິຖານ​​ເປັນ​ເທື່ອ​ທຳ​ອິດ​ອອກສຽງຫາ​ພຣະບິດາຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ. ຄຳ​ຖາມ​ຂອງ​ເພິ່ນ​ໄດ້​ຮັບ​ຄຳ​ຕອບ, ​ແລະ ​ໃນ​ເວລາ​ນີ້​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​​ເອີ້ນປ່າ​ບ່ອນ​ນັ້ນວ່າ ປ່າ​ສັກສິດ.

ຍິງ​ໜຸ່ມ​ຫລາຍ​ຄົນ​ຕະຫລອດ​ທົ່ວ​ໂລກ​​ໄດ້​ຢືນ​ຢູ່​ໃນ​ສະຖານ​ທີ່​ສັກສິດ​ຢູ່​ນອກ​ບ້ານ, ​ແລະ ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ກ່າວ​ເຖິງ​ປະສົບ​ການດັ່ງກ່າວ​ວ່າ ການ​ໄປ​ນອນ​ຄ້າຍ​ຂອງ​ກຸ່ມ​ຍິງ​ໜຸ່ມ. ຜູ້ນຳ​ຄົນ​ໜຶ່ງຂອງກຸ່ມຍິງ​ໜຸ່ມ​​ໄດ້​​ເລົ່າ​​ເລື່ອງ​ໜຶ່ງ​ໃຫ້​ຂ້າພະ​ເຈົ້າຟັງ​ກ່ຽວ​ກັບ​ປະສົບ​ການ​ຂອງຍິງ​ໜຸ່ມ​ຄົນ​ໜຶ່ງຢູ່​​ໃນຄ້າຍ. ຍິງ​ຄົນ​ນັ້ນ​ເປັນ​ສະມາຊິກ​ທີ່​ບໍ່​ເຂັ້ມ​ແຂງ, ​ແລະ ນາງ​ມີ​ຄວາມ​ສົງ​ໄສ​ກ່ຽວ​ກັບ​ປະສົບ​ການ​ທາງ​ວິນ​ຍານ​ຢູ່​​ໃນ​ປ່າ. ຫລັງ​ຈາກ​ມື້​ທຳ​ອິດ, ນາງ​ໄດ້​ລາຍ​ງານ​ຜູ້ນຳ​ຂອງ​ນາງວ່າ, “ຂ້ອຍ​ມີ​ຄວາມ​ມ່ວນ​ຊື່ນ​ຫລາຍ, ​ແຕ່​ຂໍບໍ່ໃຫ້​ພວກ​ເຮົາ​​ເວົ້າ​ກ່ຽວ​ກັບ​ພຣະວິນ​ຍານ​ໄດ້​ບໍ? ຂ້ອຍ​ມາ​ນອນ​ຄ້າຍ, ມາ​ຊົມ​ປ່າ, ​ມາ​ຫລິ້ນນຳ​ໝູ່, ແລະ ​​ມາ​ມ່ວນ​ຊື່ນ!” ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ທ້າຍ​ການ​ໄປ​ນອນ​ຄ້າຍ, ​ເຂົາ​ເຈົ້າ​​ໄດ້​ປະຊຸມ​ກ່າວ​ປະຈັກ​ພະຍານ. ​ໃນ​ທ້າຍການ​ປະຊຸມ​ນັ້ນ, ນາງ​ໄດ້​ຍອມຮັບ​ດ້ວຍ​ນ້ຳຕາ​ວ່າ, “ຂ້ອຍ​ບໍ່​ຢາກ​ກັບ​ບ້ານ. ຂ້ອຍ​ບໍ່​ເຊື່ອ​ວ່າ​ພຣະວິນ​ຍານ​ສະຖິດ​ຢູ່​ນຳຂ້ອຍ​ຕະຫລອດ​ເວລາ​ໄດ້​ແນວ​ໃດ?” ນາງໄດ້​ພົບ​ເຫັນ​ສະຖານ​ທີ່​ສັກສິດ.

ສະຖານ​ທີ່​ສັກສິດ​ອີກ​ບ່ອນ​ໜຶ່ງ​​ໃນ​ຊີວິດ​ຂອງ​ໂຈ​ເຊັບ ສະ​ມິດ ​ແມ່ນ​ຫ້ອງ​ນອນ​ຂອງ​ເພິ່ນ​ເອງ. ສິ່ງ​ນີ້​ອາດຍາກທີ່​ຈະ​ເຊື່ອ, ​ເພາະ​ເຊັ່ນ​ດຽວ​ກັບ​ຫລາຍ​ຄົນ​ໃນ​ພວກ​ເຈົ້າ, ​ເພິ່ນ​ໄດ້​ນອນ​ຢູ່​ຫ້ອງ​ດຽວ​ກັນ​ກັບ​ອ້າຍ​ນ້ອງ​ຂອງ​​ເພິ່ນ. ມັນ​ໄດ້​ກາຍ​ເປັນ​ສະຖານ​ທີ່​ສັກສິດ​ເມື່ອ​ເພິ່ນ​ໄດ້​​ອະທິຖານ​ດ້ວຍ​ສັດທາ​ອັນ​ຍິ່ງ​ໃຫຍ່, ຖ່ອມ​ຕົນ, ​ແລະ ​ດ້ວຍ​ຄວາມ​ຕ້ອງການ. ​ເພິ່ນ​ໄດ້​ອະທິບາຍ​ວ່າ, ຫລັງ​ຈາກ​​ເພິ່ນໄດ້​ເຂົ້ານອນ​ແລ້ວ, ​ເພິ່ນໄດ້​ນ້ອມ​ຕົວ​ລົງ ​ແລະ ອະທິຖານ​ຫາ​ພຣະ​ເຈົ້າ ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່ ​ເພື່ອ​ຂໍ​ການ​ອະ​ໄພ​ໂທດ​ໃຫ້​ແກ່​ຄວາມ​ຜິດ​ບາບ ​ແລະ ຄວາມ​ຜິດພາດ​ທັງ​ປວງ​ຂອງ​​ເພິ່ນ.”4 ​ໃນ​ຊ່ວງ​ໄລຍະສາມ​ປີ​​ນັບ​ແຕ່​ໂຈ​ເຊັບ ສະ​ມິດ ​ໄດ້​ເຫັນ​ພາບນິມິດ​ຢູ່​ໃນ​ປ່າ​ສັກສິດບໍ່​ໄດ້​ເປັນ​ສິ່ງ​ງ່າຍ. ​ໂຈ​ເຊັບ ຜູ້​ອາຍຸ​ສິບ​ເຈັດ​ປີ ​ໄດ້​ອົດທົນ​ຕໍ່​ການ​ເຍາະ​ເຍີ້ຍ, ດູ​ຖູ​ກ, ​ແລະ ຂົ່ມ​ເຫັງ. ​ແຕ່​ໃນ​ຄືນ​ນັ້ນ​ໃນ​ບ່ອນ​ນອນຂອງ​ໂຈ​ເຊັບ, ທູດ​ໂມ​ໂຣ​ໄນ​ໄດ້​ມາປະກົດ​ ​​ໃນ​ການ​ຕອບ​ຄຳ​ອະທິຖານ​ຂອງ​ເພິ່ນ. ​ໂຈເຊັບ​ໄດ້​ຮັບ​ຄວາມ​ຮູ້​ແຈ້ງ ​ແລະ ການ​ປອບ​ໂຍນ. ​ໃນ​ຄືນ​ນັ້ນ, ​ຫ້ອງ​ນອນ​ຂອງ​​​ເພິ່ນໄດ້​ກາຍ​ເປັນ​ສະຖານ​ທີ່​ສັກສິດ.

​ໃນ​ຂະນະ​ທີ່​ເບິ່ງ​ວິ​ດີ​ໂອ​ກ່ຽວ​ກັບ​ຊາວ​ໜຸ່ມ ​ເລື່ອງ “ພອນ​ຂອງ​ພຣະວິຫານ​ໃນ ​ແອວ ຊາວ​ວາດໍ,” ຂ້າພ​ະ​ເຈົ້າ​ໄດ້​ເຫັນ​ຫ້ອງ​ນອນ​ບ່ອນ​ໜຶ່ງ​ອີກ​ທີ່​ກາຍ​ເປັນ​ສະຖານ​ທີ່​ສັກສິດ. ຢູ່​ໃນ​ວິ​ດີ​ໂອນັ້ນ ນາ​ງອິງ​ກຣິດ ​ແດ​ວກາ​ໂດ, ຍິງ​ໜຸ່ມ​ຈາກປະເທດ ​ແຊນ ຊາວ​ວາ​ດໍ, ​ໄດ້​​ເລົ່າ​ຄວາມ​ຮູ້ສຶກ​ຂອງ​ນາງ​ກ່ຽວ​ກັບ​ພຣະວິຫານ. ນາງ​ກ່າວ​ວ່າ, “ເປັນ​ສິ່ງ​ດີ​ຫລາຍ​ທີ່​ເຮົາ​ມີ​ສະຖານ​ທີ່​ໄປ​ຫາ ໜີ​ຈາກ​ສິ່ງ​ທີ່​ເປັນ​ຂອງ​ໂລກ ​ແລະ ຮັບ​ເອົາ​ພິທີການ​ທີ່​ສັກສິດ ​ແລະ ຊ່ອຍ​ເຫລືອ​ຜູ້​ທີ່​ບໍ່​ສາມາດ​ຮັບ​ເອົາ​ມັນ​ໃນ​ຊີວິດ​ນີ້.” ​ໃນ​ຂະນະ​ທີ່​ນາງ​ເວົ້າ, ວິ​ດີ​ໂອ​ໄດ້​ສາຍຕອນ​ນາງອິງ​ກຣິດ ພວມ​ນັ່ງ​ອ່ານ​ພຣະຄຳ​ພີ​ຢູ່​ໃນ​ຫ້ອງ​ນອນ​ຂອງ​ນາງ, ທີ່​ມີ​​ໂປດ​ສະ​ເຕີ​ຕິດ​ຢູ່​ເຕັມ, ທັງບົດ​ຄວາມ, ທັງ​ຄວາມ​ກ້າວໜ້າ​ສ່ວນ​ຕົວ, ຮູບ​ຄອບຄົວ, ​ແລະ ພຣະວິຫານ, ​ແລະ ​ແມ່ນ​ແລ້ວ, ​ໂຕ​ກະຕຸ​ນທີ່​ນາງ​ຮັກ.5 ບາງທີ ​​ໂດຍ​ທີ່​ບໍ່​ຮູ້ສຶກຕົວ, ນາງ​ໄດ້​ສ້າງ​ສະຖານ​ທີ່​ສັກສິດໃຫ້​ຕົນ​ເອງ​ແລ້ວ ບ່ອນ​ທີ່​ນາງ​ສາມາດ​ໜີ​ໄປ​ຈາກ​ສິ່ງ​ທີ່​ເປັນ​ຂອງ​ໂລກ. ຂ້າພະ​ເຈົ້າຢາກ​ຮູ້​ວ່າ ນາງອິງ​ກຣິດ​ໄດ້​ອ່ານ​ພຣະຄຳ​ພີ​, ຮູ້ສຶກ​ເຖິງ​ພຣະວິນ​ຍານ, ອະທິຖານ, ​ແລະ ​ໄດ້​ຮັບ​ຄຳ​ຕອບຕໍ່​ຄຳ​ອະທິຖານ​​​ໃນ​ສະຖານທີ່​ສັກສິດ​ທີ່​ນາງ​ໄດ້​ສ້າງ​ເລື້ອຍ​ປານ​ໃດ.

ມີ​ສະຖານ​ທີ່​ສັກສິດ​ບ່ອນໜຶ່ງ​ອີກ​ທີ່​ບໍ່​ຄາດຄິດ​ໃນ​ຊີວິດ​ຂອງ​ໂຈ​ເຊັບ ສະ​ມິດ ນັ້ນຄື ຄຸກລີ​ເບີ​ຕີ. ​​​ແອວ​ເດີ ​​ແຈັບ​ຟະຣີ ອາ ຮໍ​ແລນ ​ໄດ້​ກ່າວ​ວ່າ, “ບໍ່​ເຄີຍ​ມີ​ຊ່ວ​ງ​ໄລຍະ​ໃດ​ໃນ​ຊີວິດ​ຂອງ​ໂຈ​ເຊັບ ສະ​ມິດ ທີ່​ໜັກໜ່ວງ, ​ໂຫດຮ້າຍ, ຜິດ​ກົດໝາຍ, ​ແລະ ຖືກ​ຄຸມ​ຂັງ​ຢ່າງບໍ່​ຍຸດຕິ​ທຳ​ເຊັ່ນ​​ໃນ​ຕອນ​ນັ້ນ.” ​ແຕ່​ແອວ​ເດີ ​ຮໍແລນ ໄດ້ ອະທິບາຍວ່າ ນັບ​ແຕ່​ນັ້ນມາ​ ຄຸກ​ລີ​ເບີ​ຕີ​ໄດ້​ຖືກ​ກ່າວ​ເຖິງ​ວ່າ​ເປັນ “ຄຸກ​ພຣະວິຫານ” ​ເພາະ​ປະສົບ​ການ ສັກສິດ​ທີ່​ໂຈ​ເຊັບ ສະ​ມິດ ​ໄດ້​ມີ​ໃນ​ຂະນະ​ທີ່​ເພິ່ນ​ຮັບ​ທຸກທໍລະມານຢູ່​ທີ່​ນັ້ນ.6

ອາດ​ມີ​ຍິງ​ໜຸ່ມ​ບາງ​ຄົນ​ທີ່​ຟັງ​​ໃນ​ຄ່ຳ​ຄືນ​ນີ້ ຜູ້​ຢູ່​ໃນ​ຄຸກ​ລີ​ເບີ​ຕີ​ຂອງ​ຕົນ​ເອງ, ບ່ອນ​ທີ່​ພວກ​ເຈົ້າປະ​ເຊີນ​ກັບ​ຄວາມ​ອັບອາຍ, ບ່ອນທີ່​ພວກ​ເຈົ້າຮູ້ສຶກ​ວ່າ​ບໍ່​ໄດ້​ຮັບ​ຄວາມ​​ເມດ​ຕາ, ບ່ອນ​ທີ່​ພວກ​ເຈົ້າຖືກ​ເຍາະ​ເຍີ້​ຍ, ຂົ່ມ​ເຫັງ, ​ເຈັບ​ປວດ, ຫລື ບາງ​ທີ ອາດ​ຖືກຂົ່ມ​ເຫັງ​ທາງ​ຮ່າງກາຍ. ຕໍ່​ພວກ​ເຈົ້າ ຍິງ​ໜຸ່ມ​ທັງຫລາຍ, ຂ້າພະ​ເຈົ້າຂໍອ້າງ​ເຖິງ​ຖ້ອຍຄຳ​ຂອງ​ແອວ​​ເດີຮໍ​ແລນ ທີ່​ວ່າ, “ພວກ​ເຈົ້າສາມາດ​ມີ​ປະສົບ​ການ​ທີ່​ສັກສິດ, ​ເປັນ​ການ​ເປີດ​ເຜີຍ, ເປັນຄຳ​ແນະນຳ​ທີ່​ເລິກ​ຊຶ້ງນຳພຣະຜູ້​ເປັນ​ເຈົ້າ ​ໃນ​ປະສົບ​ການ​ທີ່ລຳບາກ​ຫລາຍ​ທີ່ສຸດ​ໃນ​ຊີວິດ​ຂອງ​ພວກ​ເຈົ້າ … , ໃນ​ກໍລະນີ​ທີ່​ຮ້າຍ​ແຮງ​ທີ່​ສຸດ, ​ໃນ​ຂະນະ​ທີ່​ອົດທົນ​ກັບ​ຄວາມ​ບໍ່​ຍຸດຕິ​ທຳ​ດ້ວຍ​ຄວາມ​ເຈັບ​ປວດ, ​ເມື່ອ​ປະ​ເຊີນ​ກັບ​ສະຖານະ​ການ​ທີ່​ຄິດ​ວ່າ​ເປັນ​ໄປ​ບໍ່​ໄດ້.”7 ​ໃນ​ອີກ​ປະການ​ໜຶ່ງ, ​ເຊັ່ນ​ດຽວ​ກັບສາ​ດສະ​ດາ​​ໂຈ​ເຊັບ ສະ​ມິດ, ພວກ​ເຈົ້າ ສາມາດ​ສ້າງ ​ແລະ ຢືນ​ຢູ່ໃນ “ສະຖານ​ທີ່​ສັກສິດ” ​ແລະ ຍຶດໝັ້ນຢູ່​ໃນ​ນັ້ນ, ​ແມ່ນ​ແຕ່​ໃນ​ເວລາ​ທີ່ຫຍຸ້ງຍາກ​ທີ່​ສຸດ.

ຍິ່ງ​ໜຸ່ມ​ຄົນ​ໜຶ່ງ​ຊື່, ​ເຄີດ​ສະ​ເຕັນ, ​ໄດ້​​ເລົ່າ​ປະສົບ​ການ​ທີ່​ເຈັບ​ປວດ​ໃຫ້​ຂ້າພະ​ເຈົ້າຟັງ. ​ໂຮງຮຽນ​ອຸດົມ​ຂອງ​ນາງ​ໄດ້​ເປັນ​ຄືຄຸກ​ລີ​ເບີ​ຕີ​ຂອງນາງ. ​ໂຊກ​ດີ​ທີ່ຫ້ອງ​ດົນຕີ​​ໄດ້​ຊ່ອຍ​ນາງ​ໃຫ້​ຮູ້ສຶກ​ສະບາຍ​ໃຈ. ​ນາງ​ໄດ້​ກ່າວ​ວ່າ: “ຕອນ​ຂ້ານ້ອຍ​ຍ່າງ​ເຂົ້າ​ໄປ​ໃນ​ຫ້ອງ​ນັ້ນ, ຂ້ານ້ອຍ​ຮູ້ສຶກ​ວ່າ​ໄດ້​ຢູ່​ໃນ​ບ່ອນ​ທີ່​ປອດ​ໄພ. ບໍ່​ເຄີຍ​ໄດ້​ຍິນ​ຄຳ​ເຍາະ​ເຍີ້​ຍ ຫລື ດູຖູກ, ບໍ່ມີຄຳຫຍາບຄາຍຢູ່​ໃນນັ້ນ. ມີ​ແຕ່​ຄຳ​ໃຫ້​ກຳລັງ​ໃຈ ​ແລະ ຄວາມ​ຮັກ.​ ພວກ​ເຮົາ​​ດີ​ຕໍ່​ກັນ​ແລະ​ກັນ. ມັນ​ເປັນ​ສະຖານ​ທີ່​ມ່ວນ​ຊື່ນ. ຫ້ອງ​ດົນ​ຕີ​​ໄດ້ເຕັມ​ໄປ​ດ້ວຍ​ພຣະວິນ​ຍານ ​ໃນຂະນະ​ທີ່​ພວກ​ເຮົາ​ຝຶກ ​ແລະ ສະ​ແດງ​ດົນຕີ. ຫ້ອງ​ດົນຕີ​ເປັນ​ແນວ​ນັ້ນ ​ເພາະ​ຕົວຢ່າງ​ຂອງ​ນາຍຄູ. ​ເພິ່ນ​​ເປັນຄົນ​ຄຣິດສະ​ຕຽນ​ທີ່​ດີ. ​​ເມື່ອ​ຫວນ​ຄິດ​ຄືນ​ຫລັງ, ​ໂຮງຮຽນ​ອຸດົມ​ໄດ້​ເປັນ​ສະຖານ​ທີ່​ຫລໍ່​ຫລອມ. ມັນ​ເປັນ​ຊ່ວງ​ໄລຍະ​ທີ່​ຫຍຸ້ງຍາກ, ​ແຕ່​ຂ້ານ້ອຍໄດ້​ຮຽນ​ຕອບ​ຮັບ​ມັນ​ດ້ວຍ​ການ​ເບິ່ງ​ໃນ​ແງ່​ດີ. ຂ້ານ້ອຍ​ມີ​ຄວາມ​ກະຕັນຍູ​ຕະຫລອດໄປຕໍ່​ບ່ອນ​ຫລົບ​ໄພ​ຂອງ​ຂ້ານ້ອຍ, ສະຖານ​ທີ່​ສັກສິດ​ຂອງ​ຂ້ານ້ອຍ, ຫ້ອງ​ດົນຕີ​ຂອງ​ຂ້ານ້ອຍ.”8

ໃນຄ່ຳ​ຄືນ​ນີ້, ພວກ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ສະຖານ​ທີ່​ສັກສິດ​ຂອງ​ພວກ​ເຈົ້າບໍ່​? ຂ້າພະ​ເຈົ້າ​ໄດ້​ຂໍ​ໃຫ້​ຍິງ​ໜຸ່ມ​ຫລາຍຮ້ອຍ​ຄົນ​ໃຫ້​​ບອກ​ກ່ຽວ​ກັບ “ສະຖານ​ທີ່​ສັກສິດ” ຂອງ​ເຂົາ​ເຈົ້າ​ໃຫ້​ຂ້າພະ​ເຈົ້າຟັງ. ບໍ່​ວ່າ​ສະຖານ​ທີ່​ເຫລົ່ານັ້ນຈະ​ເປັນ​ບ່ອນ​ໃດ​ບ່ອນ​ໜຶ່ງ ຫລື ​ເປັນ​ຊ່ວງ​ເວລາ​​ໃດ​ໜຶ່ງກໍ​ຕາມ ມັນກໍມີ​ຄວາມ​ສັກສິດ ​ແລະ ​ມີ​ພະລັງ​ຫລາຍ​ທີ່​ສຸດ. ຕໍ່​ໄປ​ນີ້​ຄື​ຄຳ​ຕອບ​​ເກົ້າຂໍ້:

  1. ໜຶ່ງ: “​ແມ່ນ​ຢູ່​ໂຮງໝໍ ຕອນ​ຂ້ານ້ອຍ​ອູ້ມ​ນ້ອງ​ຊາຍ​ນ້ອຍ​ຂອງ​ຂ້ານ້ອຍ.”
  2. ສອງ: “ທຸກ​ເທື່ອ​ທີ່​ຂ້ານ້ອຍ​ອ່ານ​ໃບ​ປິຕຸ​ພອນ, ຂ້ານ້ອຍ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະບິດາ​ເທິງ​ສະຫວັນ.”
  3. ສາມ: “ມື້​ຄົບຮອບ​ວັນ​ເກີດ​ສິບ​ສອງ​ປີ​ຂອງ​ຂ້ານ້ອຍ, ກຸ່ມ​ຍິງ​ໜຸ່ມ​ຢູ່​ໃນ​ຫວອດ​ໄດ້​ມາ​​ເອ້​ປະຕູ​ຫ້ອງ​ຂ້ານ້ອຍ​ດ້ວຍ​ເຈ້ຍ​ຮູບ​ຫົວ​ໃຈ.9 ຂ້ານ້ອຍ​ຮູ້ສຶກ​ໄດ້​ຮັບ​ຄວາມ​ຮັກ, ຖືກ​ຮັບ​ຮູ້, ​ແລະ ດີ​ໃຈ​ຫລາຍ!”
  4. ສີ່: “ຕອນ​ຂ້ານ້ອຍ​ອ່ານ​ພຣະຄຳ​ພີ​ໃນ​ມື້ໜຶ່ງ, ຂ້ານ້ອຍ​ໄດ້​ອ່ານ​ ‘ຂໍ້ຄວາມ​ໜຶ່ງ’ ຊຶ່ງ​ເປັນ​ຄຳ​ຕອບ​ໃຫ້​ແກ່​ຄຳ​ອະທິຖານ​ຂອງ​ຂ້ານ້ອຍ.”
  5. ຫ້າ: “ຂ້ານ້ອຍ​ໄດ້​ຍ່າງ​ເຂົ້າ​ໄປ​ໃນ​ງານກິນລ້ຽງ ບ່ອນ​ທີ່​ມີ​ເຫລົ້າ​ເບຍ ​ແລະ ​ໄດ້​ຮ່ວມ​ເຮັດ​ບາງ​ສິ່ງ​ທີ່​ບໍ່​ເໝາະ​ສົມ. ພຣະວິນ​ຍານ​ໄດ້​ບອກ​ຂ້ານ້ອຍ​ໃຫ້​​ເມືອ​ບ້ານ. ຂ້ານ້ອຍ​ໄດ້​ເຮັດ​ຕາມ, ​ເຖິງ​ແມ່ນ​ຮູ້​ວ່າ ການ​ເຮັດ​ເຊັ່ນ​ນັ້ນ ຈະ​ສະທ້ອນ​ຕໍ່ ‘ຄວາມ​ສຳພັນ​ໃນ​ສັງຄົມ’ ຂອງ​ຂ້ານ້ອຍ​ກໍ​ຕາມ. ​ໃນ​ເວລາ​ນັ້ນ​ເອງ​ ຂ້ານ້ອຍ​​ໄດ້ໝັ້ນ​ໃຈ​ວ່າ ຂ້ານ້ອຍ​ສາມາດ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ​.”
  6. ຫົກ: “​ໃນ​ລະຫວ່າງ​ສິນ​ລະ​ລຶກ​ໃນ​ວັນ​ອາທິດ​ໜຶ່ງ, ຂ້ານ້ອຍ​ໄດ້​ຄິດ​ກ່ຽວ​ກັບ​ການ​ຊົດ​ໃຊ້, ຂ້ານ້ອຍ​ຮູ້​ວ່າ​ຂ້ານ້ອຍ​ຕ້ອງ​ໃຫ້​ອະ​ໄພ​ບາງ​ຄົນ​ທີ່​ຂ້ານ້ອຍ​ໃຈ​ຮ້າຍ​ໃຫ້. ການ​ເລືອກ​ທີ່​ຈະ​ໃຫ້​ອະ​ໄພ ​ເປັນ​ການ​ກະທຳ​​ໃນ​ທາງດີ ຊຶ່ງ​ຈະ​ນຳ​ການ​ຊົດ​ໃຊ້​ມາສູ່​ຊີວິດ​ປະຈຳ​ວັນ​ຂອງ​ຂ້າ​ນ້ອຍ.”
  7. ​ເ​ຈັດ: “ຫລັງ​ຈາກ​ໄດ້​ໄປ​ປະຊຸມ​ ການ​ເລີ່​ມຕົ້ນ​​ໃໝ່ ນຳ​ແມ່​ຂອງ​ຂ້ານ້ອຍ, ​ເພິ່ນ​ໄດ້​ເຂົ້າມາ​ຫ້ອງ​ນອນ​ຂອງ​ຂ້ານ້ອຍ, ​ໄດ້​ຈູບ​ແກ້ມ, ​ແລະ ບອກ​ວ່າ​ເພິ່ນ​ຮັກ​ຂ້ານ້ອຍ. ​ນີ້ເປັນ​ເທື່ອ​ທຳ​ອິດ​ທີ່​​ເພິ່ນ​ໄດ້​ເຮັດ​ແນວ​ນັ້ນກັບຂ້ານ້ອຍ​​.”
  8. ​ແປດ: “​ດ້ວຍຄຳ​ສັນ​ຍາ​ຂອງ​ອະທິການ, ຂ້ານ້ອຍ​ຮູ້​ວ່າ ຄຳ​ສັນຍາ​ໃນ​ພຣະຄຳ​ພີ​ເປັນຄວາມ​ຈິງ ທີ່​ວ່າ: ​‘ເຖິງ​ແມ່ນ​ບາບ​ຂອງ​ເຈົ້າຈະ​ແດງ​ເຂັ້ມ, ​ມັນ​ຈະ​ຖືກ​ເຮັດ​ໃຫ້​ຂາວ​ດັ່ງ​ນວນ​ຝ້າຍ.’10 ຂ້ານ້ອຍ​ມີ​ຄວາມ​ຫວັງ​ຂຶ້ນ ​ແລະ ຮູ້​ວ່າ​ຂ້ານ້ອຍ​ສາມາດ​ເລີ່ມຕົ້ນຂັ້ນຕອນ​ການ​ກັບ​ໃຈ​ທີ່​ຍາວ​ນານ​ຂອງ​ຂ້ານ້ອຍໄດ້.”
  9. ສຸດ​ທ້າຍ: “ຄືນ​ໜຶ່ງ, ຂ້ານ້ອຍ​ໄດ້​ຮວບ​ຮວມຄວາມ​ກ້າຫານ ​ເພື່ອ​ຈະ​ໄດ້​ແບ່ງປັນ​ພຣະກິດ​ຕິ​ຄຸນ ​ແລະ ພຣະຄຳ​ພີ​ມໍ​ມອນ​ນຳ​ເພື່ອນ​ຮັກ​ຂອງ​ຂ້ານ້ອຍ. ນາງ​ໄດ້​ຮັບ​ເອົາ​ພຣະຄຳ​ພີ. ຕໍ່​ມາ, ຂ້ານ້ອຍ​ໄດ້​ໄປ​ຮ່ວມ​ການ​ຮັບ​ບັບຕິສະມາ​ຂອງ​ນາງ. ຕອນ​ນີ້​ພວກ​ເຮົາ​ໄດ້​ໄປ​ໂບດ​ນຳ​ກັນ.”

ຂ້າພະ​ເຈົ້າຈະເລົ່າກ່ຽວ​ກັບ​ສະຖານ​ທີ່​ສັກສິດ​ບ່ອນ​ໜຶ່ງ​ຂອງ​ຂ້າພະ​ເຈົ້າ​ໃຫ້​ພວກ​ເຈົ້າຟັງ. ຕອນຂ້າພະ​ເຈົ້າຮູ້ສຶກ​ກຸ້ມ​ໃຈ, ຢ້ານ​ກົວ, ​ແລະ ຢູ່​ຄົນ​ດຽວ. ​ຂ້າພະ​ເຈົ້າ​ໄດ້​ອະທິຖານ​ຢູ່​ໃນ​ໃຈ​ວ່​າ, “​ໂອ້, ພຣະບິດາ​ເທິງ​ສະຫວັນ, ຂ້ານ້ອຍ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ. ຂໍ​ໃຫ້​ພຣະອົງ​ຊ່ອຍ​ເຫລືອ​ຂ້ານ້ອຍ​ແດ່ທ້ອນ!” ບໍ່ດົນ, ມີ​ຄົນ​ໜຶ່ງ​ໄດ້​ຍ່າງ​ມາ​ຫາ​ຂ້າພະ​ເຈົ້າ, ​ໄດ້​ວາງ​ມື​ໃສ່​ບ່າ​ໄຫລ່​ຂອງ​ຂ້າພະ​ເຈົ້າ, ​ແລະ ​ໄດ້​ເວົ້າລົມ​ໃຫ້​ກຳລັງ​ໃຈ​ຂ້າພະ​ເຈົ້າ. ​ໃນ​ເວລາ​ນັ້ນ​ເອງ, ຂ້າພະ​ເຈົ້າຮູ້ສຶກ​ສະຫງົບ. ຂ້າພະ​ເຈົ້າ​ໄດ້​ຮັບ​ຄວາມ​ຮູ້​ແຈ້ງ. ທຸກ​ສິ່ງ​ໄດ້​ປ່ຽນ​ໄປ. ຖ້ອຍ​ຄຳ​ຂອງ​ປະທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ​ໄດ້​ເຂົ້າມາ​ໃນ​ຈິດ​ໃຈ​ຂອງ​ຂ້າພະ​ເຈົ້າ ທີ່​ວ່າ, “ພຣະ​ເຈົ້າຮູ້ຈັກ​ເຮົາ, ​ແລະ ພຣະອົງ​ດູ​ແລ​ເຮົາ. ​ແຕ່​ສ່ວນ​ຫລາຍ​ແລ້ວ ​ແມ່ນ​ຜ່ານ​ທາງ​ຄົນ​ອື່ນທີ່​ພຣະອົງ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ເຮົາ.”11 ​ສຳລັບ​ຂ້າພະ​ເຈົ້າ​ແລ້ວ, ​ໃນ​ເວລາ​ນັ້ນ​ເອງ, ບ່ອນ​ນັ້ນ​ໄດ້​ກາຍ​ເປັນ​ສະຖານ​ທີ່​ສັກສິດ.

​ເພື່ອນ​ໜຸ່ມ​ທີ່​ຮັກ​ແພງ, ມີ​ສະຖານ​ທີ່​ສັກສິດ​ຈົນ​ນັບ​ບໍ່​ຖ້ວນ ຊຶ່ງຂ້າພະ​ເຈົ້າບໍ່​ມີ​ເວລາ​ບອກ​ໃຫ້​ພວກ​ເຈົ້າຮູ້ຈັກ​ໃນ​ຄ່ຳ​ຄືນ​ນີ້. ​ເມື່ອພວກ​ເຈົ້າກັບ​ເມືອ​ບ້ານມື້​ແລງ​ນີ້, ຂ້າພະ​ເຈົ້າຂໍ​ໃຫ້​ພວກ​ເຈົ້າບັນທຶກ​ສະຖານ​ທີ່​ຕ່າງໆ​ທີ່​ພວກ​ເຈົ້າຮູ້ຈັກ​ໄວ້​ໃນ​ປຶ້ມບັນທຶກ​ສ່ວນ​ຕົວ. ມັນ​ແຈ່ມ​ແຈ້ງ​ຕໍ່​ຂ້າພະ​ເຈົ້າວ່າ​ຫລາຍ​ພັນ​ຄົນ​ ພວກ​ເຈົ້າ ກຳລັງ​ຢືນ​ຢູ່​ໃນ​ສະຖານ​ທີ່​ສັກສິດ. ສະຖານ​ທີ່​ເຫລົ່ານັ້ນ​ເປັນ​ບ່ອນ​ປົກ​ປ້ອງ, ​​ເພີ່ມ​ຄວາມ​ເຂັ້ມ​ແຂງ, ​ແລະ ​ໃຫ້​ຄວາມ​ສະຫງົບ​ໃນ​ເວລາ​ທີ່​ບໍ່​ແນ່ນອນ​ໄດ້. ປະຈັກ​ພະຍານ​ຂອງ​ເຈົ້າກຳລັງ​ເຕີບ​ໂຕ ​ແລະ ​ເຂັ້​ມ​ແຂງ​ຂຶ້ນ ​ເພາະວ່າ​ພວກ​ເຈົ້າຍຶດໝັ້ນຢູ່​ໃນ​ຄວາມ​ຈິງ ​ແລະ ຄວາມ​ຊອບ​ທຳ ​ໃນ​ວິທີ​ທີ່​ສະຫງ່າງາມ.

ພວກ​ເຈົ້າທັງຫລາຍ, ຊາວ​ໜຸ່ມທີ່​ມີ​ກຽດ​ຂອງ​ສາດສະໜາ​ຈັກ, ຄືຜູ້​ກ້າຫານ​ຂອງ​ຂ້າພ​ະ​ເຈົ້າ. ຂ້າພະ​ເຈົ້າຮັກ​ພວກ​ເຈົ້າ. ຂ້າພະ​ເຈົ້າຮູ້ສຶກ​ເຖິງ​ຄວາມ​ຮັກ​ອັນ​ໜ້າ​ປະຫລາດ​ໃຈ​ຂອງ​ພຣະບິດາ​ເທິງ​ສະຫວັນ​ທີ່ມີຕໍ່​ພວກ​ເຈົ້າ, ​ແລະ ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ວ່າ ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ເປັນຄວາມ​ຈິງ. ພຣະອົງ​ລໍຖ້າ​ຢູ່, ພ້ອມ​ແລ້ວ​ທີ່​ຈະ​ຍົກພວກ​ເຈົ້າຂຶ້ນ ​ໃຫ້ “ຢືນ … ຢູ່​ໃນ​ສະຖານ​ທີ່​ສັກສິດ, ​ແລະ ບໍ່​ຫວັ່ນ​ໄຫວ.” ຂ້າພະ​ເຈົ້າຮັກ ​ແລະ ສະໜັບສະໜູນ​ປະທານ​ທອມ​ມັສ ​ແອັສ ມອນ​ສັນ, ສາດສະດາ​ທີ່​ແທ້​ຈິງ ​ແລະ ​​ເປັນກຳລັງ​ໃຈ​ຂອງ​​ເຮົາ. ຂ້າພະ​ເຈົ້າກ່າວ​ສິ່ງ​ເຫລົ່າ​ນີ້​ມາ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

ສະ​ແດງ​​​ແຫ​ລ່ງ​ອ້າງ​ອີງ

    ​ແຫ​ລ່ງອ້າງ​ອີງ

  1.  

    1. ​ເບິ່ງ Doctrine and Covenants 87:8; ເບິ່ງ Doctrine and Covenants 45:32; 101:22 ນຳ​ອີກ.

  2.  

    2. Ezra Taft Benson, “Prepare Yourself for the Great Day of the Lord,” New Era, May 1982, 50; see also Doctrine and Covenants 115:6.

  3.  

    3. Merriam-Webster Online, “place,” merriam-webster.com/dictionary/place.

  4.  

    4. Joseph Smith—History 1:29.

  5.  

    5. ​ເບິ່ງ “Practice, Celebration, Dedication: Temple Blessings in El Salvador,” lds.org/youth/video.

  6.  

    6. Jeffrey R. Holland, “Lessons from Liberty Jail,” Ensign, Sept. 2009, 26, 28.

  7.  

    7. Jeffrey R. Holland, “Lessons from Liberty Jail,” 28.

  8.  

    8. ການ​ສົນທະນາ​ສ່ວນ​ຕົວ​ນຳ​ຜູ້​ຂຽນ.

  9.  

    9. ບາງ​ເທື່ອຢູ່​ອະ​ເມຣິກາ ​ການ​ເຮັດສິ່ງ​ນີ້​ຖືກ​ກ່າວ​​ເຖິງ​ວ່າ “ຫົວ​ໃຈ​ວາຍ.”

  10.  

    10. ​​ເອຊາ​ຢາ 1:18.

  11.  

    11. Spencer W. Kimball, “The Abundant Life,” Ensign, July 1978, 4;Tambuli, June 1979, 3.