ພຣະ​ຜູ້​ເປັນ​ເຈົ້າບໍ່​ເຄີຍ​ລືມ​ທ່ານ

​ໂດຍ ລິນ​ດາ ​ແອັສ ຣະອີ​ບສ໌

ທີ່​ປຶກສາ​ທີ​ສອງ​ໃນ​ຝ່າຍ​ປະທານ​ສະມາຄົມ​ສະຕີ​ສົງ​ເຄາະສາມັນ


ລິນ​ດາ ​ແອັສ ຣະອີ​ບສ໌
ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ, ຮູ້​ ​ແລະ ຮັກ​ເຮົາ. ... ເຮົາ​ສາມາດ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພວກ​ພຣະອົງ ​ແລະ ຄວາມ​ອີ​ດູ​ຕົນ​​ໃນ​ຄວາມທຸກ​ທໍລະມານ​ຂອງ​ເຮົາ.

​ເມື່ອພວກ​ເຮົາ​​ໄດ້​ພົບ​ກັບ​ເອື້ອຍ​ນ້ອງ​ຂອງ​ພວກເຮົາຕະຫລອດ​ທົ່ວ​ໂລກ, ພວກ​ເຮົາ​ມີ​ຄວາມ​ປະຫລາດ​ໃຈ​ຫລາຍ​ກັບ​ຄວາມ​ເຂັ້ມ​ແຂງ​ຂອງ​ປະຈັກ​ພະຍານ​ຂອງທ່ານ​. ບາງ​ຄົນ​ໃນ​ພວກ​ທ່ານ​ເປັນ​ສະມາຊິກ​ລຸ້ນທີ​ໜຶ່ງ ຫລື ລຸ້ນທີ​ສອງ ​ໃນ​ສາດສະໜາ​ຈັກ. ພວກ​ເຮົາ​ໄດ້​ເຫັນ​ເອື້ອຍ​ນ້ອງ​ຮັບ​ໃຊ້​ໃນ​ການ​ເອີ້ນ​ຫລາຍ​ຢ່າງ, ​ໄດ້​ເດີນທາງ​ໄກ​ໄປ​ໂບດ, ​ແລະ ສະລະ​ເພື່ອ​ຈະ​ໄດ້​ເຮັດ ​ແລະ ຮັກສາ​ພັນທະ​ສັນຍາ​ຂອງ​ພຣະວິຫານ. ພວກ​ເຮົາ​ໃຫ້​ກຽດ​ແກ່ທ່ານ. ທ່ານ​ເປັນ​ຜູ້​ບຸກ​ເບີດ​ໃນ​ປະຈຸ​ບັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ!

ບໍ່​ດົນ​ມາ​ນີ້ ສາມີ​ຂອງ​ຂ້າພະ​ເຈົ້າ, ​ເມ​ວ, ​ແລະ ຂ້າພະ​ເຈົ້າ​ໄດ້​ພົບ​ກັບ​ຜູ້​ອາສາ​ສະໝັກນຳ​ທ່ຽວຊົມ​ຄົນ​ໜຶ່ງຊື່ ​ໂມລີ ​ເລັນ​ໂທ ຕອນ​ພວກ​ເຮົາ​ໄປ​ຢ້ຽມ ຫໍພິພິດທະພັນ​ຢູ່​ໃນ​ອົດ​ສະ​ຕາ​ລີ. ພວກ​ເຮົາ​ໄດ້​ຮູ້​ວ່າ​ປ້າ​ໂມລີ​ເປັນ​ຄົນ​ໜ້າ​ຮັກອາຍຸ 70 ປີ, ບໍ່​ມີ​ລູກ​ ​ແລະ ບໍ່​ເຄີຍ​ແຕ່ງງານ. ລາວ​ເປັນ​ລູກຄົນ​ດຽວ, ​ແລະ ພໍ່​ແມ່ຂອງ​ລາວ​ໄດ້​ເສຍ​ຊີວິດ​ໄປ​ໄດ້​ດົນ​ແລ້​ວ. ພີ່​ນ້ອງ​ທີ່​ໃກ້ຊິດ​ທີ່​ສຸດ​ແມ່ນ​ລູກ​ພີ່ນ້ອງ ຜູ້​ອາ​ໄສ​ຢູ່​ໃນ​ທະວີບ​ອື່ນ. ທັນ​ໃດ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ເຕັມ​ໄປ​ດ້ວຍ​ພຣະວິນ​ຍານ ​ເປັນ​ພະຍານ​ຕໍ່​ຂ້າພະ​ເຈົ້າ ຄື​ກັບ​ວ່າ​ພຣະບິດາ​ເທິງ​ສະຫວັນ​ໄດ້​ກ່າວ​ກັບ​ຂ້າພະ​ເຈົ້າວ່າ: “​ໂມລີ ບໍ່​ໄດ້ ຢູ່​ຄົນ​ດຽວ! ​ໂມຣີ​ເປັນ​ລູກ​ ຂອງ​ເຮົາ! ​ເຮົາ​ເປັນ​ພຣະບິດາ​ຂອງ​ນາງ! ນາງ​ເປັນ​ທິດາ​ທີ່​ສຳຄັນ​ຫລາຍ​ໃນ​ຄອບຄົວ ຂອງ​ເຮົາ! ​ແລະ ນາງ​ບໍ່​ ​ເຄີຍ​ຢູ່​ຄົນ​ດຽວ!

​ເລື່ອງ​ໜຶ່ງ​ທີ່​ຂ້າພະ​ເຈົ້າມັກ​ຫລາຍ​ຈາກ​ຊີວິດ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ແມ່ນ​ກ່ຽວ​ກັບ​ລາຊະ​ໂຣ. ພຣະຄຳ​ພີ​ບອ​ກ​ເຮົາ​ວ່າ “ພຣະ​ເຢຊູ​ຮັກ​ມາ​ທາ, … ນ້ອງ​ສາວຂອງ​ນາງ​ [​ມາຣີ], ​ແລະ [ນ້ອງ​ຊາຍ​ຂອງ​ນາງ] ລາຊະ​ໂຣ.”1 ມີ​ຄົນ​ຖືກ​ສົ່ງ​ໄປ​ບອກ​ພຣະ​ເຢຊູ​ວ່າ ລາຊະ​ໂຣປ່ວຍ​ໜັກ, ​ແຕ່​ພຣະ​ເຢຊູ​ບໍ່​ໄດ້​ໄປ​ທັນທີ; ສອງ​ມື້​ຈາກ​ນັ້ນພຣະອົງ​ຈຶ່ງ​ໄປ ​ໂດຍ​ທີ່​ກ່າວ​ວ່າ “ການ​ປ່ວຍ​ໂຊ​ນີ້ … ກໍ​ເພື່ອ​ນຳ​ກຽດຕິ​ຍົດ​ມາ​ໃຫ້ພຣະ​ເຈົ້າ, ​ແລະ ​ໃຫ້​ພຣະບຸດ​ຂອງ​ພຣະອົງ​ໄດ້​ຮັບ​ກຽດຕິຍົດ​ເພາະ​ການ​ປ່ວຍ​ນີ້.”2

​ເມື່ອ​ໄດ້​ຍິນ​ວ່າ ພຣະ​ເຢຊູ​ພວມ​ສະ​ເດັດ​ມາ, ນາງ​ມາ​ທາ​ໄດ້ “ອອກ​ໄປ​ຮັບ​ຕ້ອນ​ພຣະອົງ,”3 ບອກ​ພຣະອົງ​​ໃຫ້​ຮູ້​​ເຖິງ​ເລື່ອງ​ທີ່​ໄດ້​ເກີດ​ຂຶ້ນ. ລາຊະ​ໂຣ​ໄດ້ “ຢູ່​ໃນ​ອຸບ​ມຸງ​ຝັງ​ສົບ​ໄດ້​ສີ່​ວັນ​ແລ້ວ.”4 ດ້ວຍ​ຄວາມ​ໂສກ​ເສົ້າ, ນາງມາ​ທາ​ໄດ້​ກັບ​ຄືນ​ເຂົ້າ​ໄປ​ເຮືອນ​ເອີ້ນ​ບອກນາງມາຣີ ນ້ອງ​ສາວ​ຂອງ​ຕົນ​ວ່າ​ພຣະຜູ້​ເປັນ​ເຈົ້າ​ໄດ້​ສະ​ເດັດ​ມາ​ແລ້ວ.5 ດ້ວຍ​ຄວາມ​ໂສກ​ເສົ້າຢ່າງ​ໜັກ, ນາງມາຣີ​ໄດ້​ແລ່ນ​ໄປ​ຫາ​ພຣະ​ເຢຊູ, ກົ້ມກາບ​ລົງ​ທີ່​ພຣະບາດ​ຂອງ​ພຣະອົງ, ​ແລະ ຮ້ອງ​ໄຫ້.6

ພວກ​ເຮົາ​ຖືກ​ບອກ​ວ່າ “​ເມື່ອ​ພຣະ​ເຢຊູ​ເຫັນ​ນາງ​ [ມາ​ຣີ] ຮ້ອງ​ໄຫ້, ... ພຣະອົງ​ຈຶ່ງ​ສະ​ເທືອ​ນ​ໃຈ​ກັບ​ເຫດການ​ນັ້ນ,” ​ແລະ ​ໄດ້​ຖາມ​ວ່າ ​ເຂົາ​ເຈົ້າ​ໄດ້​ເອົາ​ລາຊະ​ໂຣ​​ໄປ​ໄວ້​ຢູ່​ບ່ອນ​ໃດ.

“ພວກ​ເຂົາ​ຕອບ​ວ່າ, ​ເຊີນ​ມາ​ເບິ່ງ, ພຣະອາຈານ​ເອີຍ.”7

ແລ້ວ​ເຮົາ​ໄດ້​ອ່ານ​ຕື່ມ​ອີກ​ກ່ຽວ​ກັບ​ຄວາມ​ອີ​ດູ​ຕົນ, ຖ້ອຍ​ຄຳ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກວ່າ: “ພຣະ​ເຢຊູ​ກໍ​ຮ້ອງ​ໄຫ້.”8

ອັກ​ຄະ​ສາວົກ​ເຈ​ມ ອີ ທາ​ເມດ ​ໄດ້​ຂຽນ​ວ່າ “ພາບ​ຂອງ​ຜູ້ຍິງ​ສອງ​ຄົນ​ທີ່​ມີ​ຄວາມ​ໂສກ​ເສົ້າຫລາຍ​ທີ່​ສຸດ ຈົນ​ວ່າ​ພຣະ​ເຢຊູ​ກໍ​ໂສກ​ເສົ້າ [ກັບ​ເຂົາ​ເຈົ້າ], ຈົນ​ວ່າ​ພຣະອົງ​ໄດ້​ຮ້ອງ​ຄວນ​ຄາງ​ໃນ​ພຣະວິນ​ຍານ ​ແລະ ສະ​ເທືອນ​ໃຈ​ຫລາຍ​ທີ່​ສຸດ.”9 ປະສົບ​ການ​ນັ້ນ​ເປັນ​ພະຍານ​ເຖິງ​ຄວາມ​ອີ​ດູ​ຕົນ, ຄວາມ​ຮູ້ສຶກ​ໂສກ​ເສົ້ານຳ, ​ແລະ ຄວາມ​ຮັກ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ​ແລະ ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ຮູ້ສຶກ​ສຳລັບ​ເຮົາ​ແຕ່ລະຄົນ ທຸກ​ເທື່ອ​ທີ່​ເຮົາມີ​ຄວາມ​ເຈັບ​ປວດ, ​ມີ​ບາບ, ມີ​ຄວາມທຸກ​ຍາກ​ລຳບາກ, ​ແລະ ມີ​ຄວາມ​ເຈັບ​ປວດ​ໃນຊີວິດ.

​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ, ຮູ້​ຈັກ​ເຮົາ ​ແລະ ຮັກ​ເຮົາ. ພວກ​ພຣະອົງ​ຮູ້ຈັກ​ຕອນ​ເຮົາ​ເຈັບ​ປວດ ຫລື ທຸກທໍລະມານ ບໍ່​ວ່າ​ຈະ​ເປັນ​ໃນ​ທາງ​ໃດ​ກໍ​ຕາມ. ພວກ​ພຣະອົງ​ບໍ່​ໄດ້​ກ່າວ​ວ່າ, “ບໍ່​ເປັນ​ຫຍັງ​ດອກ​ທີ່​ເຈົ້າມີ​ຄວາມ​ເຈັບ​ປວດ​ຢູ່​ໃນ​ຕອນ​ນີ້ ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ເປັນ​ໄປ​ດ້ວຍ​ດີ.​ ​ເຈົ້າຈະ​ໄດ້​ຮັບ​ການ​ປິ່ນປົວ, ຫລື ສາມີ​ຂອງ​ເຈົ້າຈະ​ຊອກ​ຫາ​ລ້າ​ການ​ໄດ້, ຫລື ລູກ​ທີ່​ເດີນ​ອອກ​ນອກ​ທາງ​ຈະ​ກັບ​ຄືນ​ມາ.” ພວກ​ພຣະອົງ​ຮູ້ສຶກ​ເຖິງ​ຄວາມທຸກ​ທໍລະມານ​ຂອງ​ເຮົາ, ​ແລະ ​ເຮົາ​ສາມາດ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພວກ​ພຣະອົງ ​ແລະ ຄວາມ​ອີ​ດູ​ຕົນ​ທີ່​ພວກພຣະອົງມີໃນ​ຄວາມທຸກ​ທໍລະມານ​ຂອງ​ເຮົາ.

​ແອວ​ມາໄດ້​ເປັນ​ພະຍານ​ວ່າ:

“ແລະ ພຣະ​ອົງ​ຈະ​ສະ​ເດັດ​ອອກ​ໄປ, ທົນ​ຕໍ່​ຄວາມ​ເຈັບ​ປວດ ແລະ ຄວາມທຸກ​ທໍລະມານ ແລະ ການ​ລໍ້​ລວງ​ທຸກ​ຢ່າງ; ແລະ ນີ້​ກໍ​ເພື່ອ​ຄຳ​ເວົ້າຈະ​ໄດ້​ສຳ​ເລັດຊຶ່ງ​ໄດ້​ກ່າວ​ໄວ້​ວ່າ ພຣະ​ອົງ​ຈະ​ຮັບ​ເອົາ​ຄວາມ​ເຈັບ​ປວດ ແລະ ຄວາມ​ປ່ວຍ​ໄຂ້​ຂອງ​ຜູ້ຄົນ​ຂອງ​ພຣະ​ອົງ.

ແລະ ພຣະ​ອົງ​ຈະ​ຮັບ​ເອົາ​ …​ ຄວາມ​ບົກພ່ອງ​ຂອງ​ພວກ​ເຂົາ ເພື່ອ​ອຸທອນ​ຂອງ​ພຣະ​ອົງ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ ເພື່ອ​ພຣະ​ອົງ​ຈະ​ຮູ້ຈັກ … ​ຊ່ອຍ​ເຫລືອ​ຜູ້ຄົນ​ຂອງ​ພຣະ​ອົງ​ຕາມ​ຄວາມ​ບົກພ່ອງ​ຂອງ​ພວກ​ເຂົາ​ໄດ້​ແນວ​ໃດ.”10

​ເມື່ອ​ເຮົາ​ໄດ້​ຮັບ​ບາດ​ເຈັບ ຖ້າ ​ເຮົາ​ຮູ້​ວ່າພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະບິດາ​ເທິງ​ສະຫວັນຂອງ​ເຮົາ ຫລື ພວກ​ພຣະອົງ​ຮູ້ ດີ​ຫລາຍ​ປານ​ໃດ ​ກ່ຽວ​ກັບ​ເຮົາ​ເປັນ​ສ່ວນ​ຕົວ, ​ແລ້ວ​ເຮົາ​ຈະ​ຈື່​ພຣະຄຳ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ກັບ ອໍ​ລີ​ເວີ ຄາວ​ເດີ​ຣີ ວ່າ:

ຖ້າ​ເພິ່ນປາຖະໜາ​ການ​ເປັນ​ພະຍານ​ຕື່ມ​ອີກ, ​ໃຫ້​ເພິ່ນນຶກ​ເຖິງ​ຄືນ ທີ່ ເພິ່ນໄດ້​ເອີ້ນ​ຫາ​ພຣະອົງຢູ່​ໃນ​ໃຈ​ຂອງ​​ເພິ່ນ, ​ເພື່ອວ່າ​​ເພິ່ນຈະ​ຮູ້ກ່ຽວ​ກັບຄວາມ​ຈິງຂອງສິ່ງ​ເຫລົ່າ​ນີ້.11

ກ່ອນ​ໜ້ານັ້ນພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າ​ວວ່າ ບໍ່​ມີ​ຄົນ​ໃດ​ເລີຍ​ນອກຈາກພຣະ​ເຈົ້າທີ່​ຮູ້ຈັກ​ຄວາມນຶກ​ຄິດ​ຂອງ​​ເພິ່ນ ​ແລະ ຄວາມ​​ເຈດ​ຕະນາ​ຂອງ​ໃຈ​​ເພິ່ນ.”12

ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ເຕືອນ​ອໍ​ລີ​ເວີວ່າ ພຣະອົງ​​ໄດ້​ຍິນ​ຄຳ​ອະທິຖານ​ທີ່​ອ້ອນວອນຂອງ​ເພິ່ນ​ທຸກ​ຄຳ—​ແລະ ຈື່​ຈຳ—ວ່າ​ເປັນ​ເວລາ​ໃດ, ຄືນ​ໃດ.

ຫລາຍ​ປີ​ກ່ອນ​ ສາມີ​ຂອງ​ຂ້າພະ​ເຈົ້າ​ໄດ້ລົ້ມປ່ວຍ​ໜັກ​ດ້ວຍ​ພະຍາດທີ່​ບໍ່​ຄ່ອຍ​ເກີດ. ​ເມື່ອ​ຫລາຍ​ອາທິດ​ຜ່ານ​ໄປ ​ແລະ ລາວ​ເລີ່​ມປ່ວຍໜັກ​ຂຶ້ນ​ເລື້ອຍໆ, ຂ້າພະ​ເຈົ້າກໍ​ເລີ່​ມຄິດ​ວ່າ​ລາວ​ຈະ​ຕາຍ​ປະ. ຂ້າພະ​ເຈົ້າບໍ່​ໄດ້​ບອກ​ຜູ້​ໃດ​ກ່ຽວ​ກັບ​ຄວາມ​ຢ້ານ​ກົວ​ຂອງ​ຂ້າພະ​ເຈົ້າ. ພວກ​ເຮົາ​ມີ​ຄອບຄົວ​ໃຫຍ່ ​ແລະ ລູກ​ກໍ​ຍັງ​ນ້ອຍ​ຢູ່ ​ແລະ ຜົວ​ເມຍ​ກໍມີ​ຄວາມ​ຮັກ​ຕໍ່​ກັນ​ຫລາຍ, ​ແລະ ການ​ຄິດ​ກ່ຽວ​ກັບ​ການ​ສູນ​ເສຍ​ສາມີ ​ແລະ ຕ້ອງ​​ໄດ້​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ເປົ່າ​ປ່ຽວ​ດຽວ​ດາຍ, ສິ້ນ​ຫວັງ, ​ແລະ ​ໃຈ​ຮ້າຍ. ຂ້າພະ​ເຈົ້າອາຍ​ທີ່​ຈະ​​ເວົ້າວ່າ ຂ້າພະ​ເຈົ້າ​ໄດ້​ອອກ​ຫ່າງ​ຈາກ​ພຣະບິດາ​ເທິງ​ສະຫວັນ. ​ເປັນ​ເວລາ​ຫລາຍ​ມື້, ຂ້າພະ​ເຈົ້າ​ໄດ້​ເຊົາ​ອະທິຖານ. ຂ້າພະ​ເຈົ້າ​ເຊົາ​ວາງ​ແຜນ; ຂ້າພະ​ເຈົ້າຮ້ອງ​ໄຫ້. ​ໃນ​ທີ່​ສຸດ ຂ້າພະ​ເຈົ້າ​ໄດ້​ຮູ້ຈັກ​ວ່າ ຂ້າພະ​ເຈົ້າບໍ່​ສາມາດ​ເຮັດ​ສິ່ງ​ນັ້ນດ້ວຍ​ຕົນ​ເອງ.

​​ເປັນ​​ເທື່ອ​ທຳ​ອິດ​ໃນ​ຫລາຍ​ມື້, ຂ້າພະ​ເຈົ້າ​ໄດ້​ຄຸ​ເຂົ່າ​ລົງ ​ແລະ ​ຖອກ​ເທ​​ໃຈ​ຂອງ​ຂ້າພະ​ເຈົ້າຕໍ່​ພຣະບິດາ​ເທິງ​ສະຫວັນ, ອ້ອນວອນຂໍ​ໃຫ້​ພຣະອົງ​ອະ​ໄພ​ໃຫ້​ຂ້າພະ​ເຈົ້າທີ່​ໄດ້​ຫັນ​ໜີ​​ໄປ​ຈາກ​ພຣະອົງ, ​ໄດ້​ບອກ​ພຣະອົງ​ເຖິງ​ຄວາມ​ຮູ້ສຶກ​​​ໃນ​ໃຈ​ຂອງ​ຂ້າພະ​ເຈົ້າ, ​ແລະ ​ໃນ​ທີ່​ສຸດ​ໄດ້​ບອກ​ວ່າ ຖ້າ​ຫາກ​ສິ່ງ​ນີ້​ເປັນ​ສິ່ງ​ທີ່​ພຣະອົງ​ປະສົງ​ໃຫ້​ຂ້າພະ​ເຈົ້າ​ເຮັດ, ​ແລ້ວ​ຂ້າ​ພະເຈົ້າກໍ​ຈະ​ເຮັດ. ຂ້າພະ​ເຈົ້າຮູ້​ວ່າ​ພຣະອົງ​ຄົງ​ມີແຜນ​ສຳລັບ​ຊີວິດ​ຂອງ​ຂ້າພະ​ເ​ຈົ້າ.

​ເມື່ອ​ຂ້າພະ​ເຈົ້າ​ຄຸ​ເຂົ່າ​ຢູ່​ຕໍ່​ໄປ ​ແລະ ຖອກ​ເທ​ໃຈ​ຂອງ​ຂ້າພະ​ເຈົ້າອອກ​ມາ, ຄວາມ​ຫວານ​ທີ່​ສຸດ, ຄວາມ​ສະຫງົບ​ທີ່​ສຸດ, ​ຄວາມ​ຮັກຫລາຍ​ທີ່​ສຸດ ​ໄດ້​ມາສູ່​ຂ້າພະ​ເຈົ້າ. ຄື​ກັບ​ວ່າ​ມີ​ຜ້າ​ຫົ່ມ​ຜືນ​ໜຶ່ງ ຖືກ​ເອົາ​ມາ​ຕູ້ມ​ຂ້າພະ​ເຈົ້າ​ໄວ້. ​ຄື​ກັບ​ວ່າ ຂ້າພະ​ເຈົ້າສາມາດ​ຮູ້ສຶກ​ໄດ້​ຍິນ​ພຣະບິດາ​ເທິງ​ສະຫວັນ​ກ່າວ​ວ່າ, “ນັ້ນຄື​ສິ່ງ​ທີ່​ຂ້າພະ​ເຈົ້າຕ້ອງການ​ຢາກ​ຮູ້.” ຂ້າພະ​ເຈົ້າ​ໄດ້​ຕັ້ງ​ໃຈ​ວ່າ ຈະ​ບໍ່​ຫັນ​ໜີ​ຈາກ​ພຣະອົງ​ອີກ​ຈັກ​ເທື່ອ. ​ແລ້ວ​ສາມີ​ຂອງ​ຂ້າພະ​ເຈົ້າ​ໄດ້​ເລີ່ມ​ໄຄຂຶ້ນ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ ຈົນ​ວ່າ​ໄດ້​ຫາຍ​ດີ​ເປັນ​ປົກກະຕິ.

ຫລາຍ​ປີ​ຈາກ​ນັ້ນ ສາມີ​ຂອງ​ຂ້າພະ​ເຈົ້າ ​ແລະ ຂ້າພະ​ເຈົ້າ​ໄດ້​ຄຸ​ເຂົ່າ​ລົງ​ຄຽງ​ຂ້າງ​ລູກ​ສາວ​ອາຍຸ 17 ປີ ​ແລະ ອ້ອນວອນ​ສຳລັບ​ຊີວິດ​ຂອງ​ນາງ. ​ເທື່ອ​ນີ້​ບໍ່​​ໄດ້ເປັນ​ດັ່ງ​ຄຳ​ອະທິຖານ, ​ແຕ່​ຄວາມ​ຮູ້ສຶກ​ເຖິງ​ຄວາມ​ຮັກ ​ແລະ ຄວາມ​ສະຫງົບທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ສັນຍາ​ມີ​ພະລັງ​ຫລາຍ, ​​ແລະ ​ພວກ​ເຮົາ​ຮູ້​ວ່າ ​ເຖິງ​ແມ່ນ​ພຣະບິດາ​ເທິງ​ສະຫວັນ​ເອີ້ນ​ນາງ​ກັບ​ບ້ານ, ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ເປັນ​ໄປ​ດ້ວຍ​ດີ. ພວກ​ເຮົາ​ຮູ້​ວ່າ ການ​ມອບ​ຄວາມ​ໜັກໜ່ວງ​ໃຫ້​ແກ່​ພຣະຜູ້​ເປັນ​ເຈົ້າໝາຍ​ຄວາມ​ວ່າ​ແນວ​ໃດ, ທີ່​ຮູ້​ວ່າ​ພຣະອົງ​ຮັກ​ເຮົາ, ​ແລະ ມີ​ຄວາມ​ອີ​ດູ​ຕົນ​ເຮົາ​​ໃນ​ຄວາມ​ໂສກ​ເສົ້າ ​ແລະ ຄວາມ​ເຈັບ​ປວດ​ຂອງ​ເຮົາ.

ເລື່ອງທີ່​ຫວານ​ຊື່ນທີ່​ສຸດ​ເລື່ອງ​ໜຶ່ງລະຫວ່າງ​ບິດາ​ກັບ​ລູກ​ຊາຍ ມີ​ຢູ່​​ໃນພຣະຄຳ​ພີ​ມໍ​ມອນ​ຄື ຕອນ​ທີ່​ແອວ​ມາ​ຜູ້​ເປັນ​ລູກ​ໄດ້​ສະ​ແດງ​ປະຈັກ​ພະຍານ​ຕໍ່​ຮີ​ລາມັນລູກ​ຊາຍ​ຂອງ​ເພິ່ນ. ​ແອວ​ມາ​ໄດ້​ບັນຍາຍ​ວ່າ​ ​ເພິ່ນ​ຮູ້ສຶກ​ມີ “ຄວາມ​ຢ້ານ​ກົວ​ຢ່າງ​ບໍ່​ອາດ​ສາມາດ​ຈະ​ວັດ​ແທກ​ໄດ້” ໃນ​ຂະນະ​ທີ່​ເພິ່ນ​ວາດ​ພາບ​ເຫັນ​ການ​ເຂົ້າ​ໄປ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ​ແລະ ຖືກ​ພິພາກສາ​ກ່ຽວ​ກັບ​ການ​ລ່ວງ​ລະ​ເມີດ​ຂອງ​ເພິ່ນ. ຫລັງ​ຈາກ​​ໄດ້​ຮູ້ສຶກ​ເຖິງ​ຄວາມ​ໜັກໜ່ວງ​ຂອງ​ບາບ​ຂອງ​ເພິ່ນ​ເປັນ​ເວລາ​ສາມ​ມື້ ​ແລະ ​ສາມ​ຄືນ​ແລ້ວ, ​ເພິ່ນ​ໄດ້​ກັບ​ໃຈ ​ແລະ ​ໄດ້​ອ້ອນວອນ​ຕໍ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໃຫ້​ມີ​ຄວາມ​ເມດມາ​ຕໍ່​ເພິ່ນ. ​ເພິ່ນ​ໄດ້​ບັນຍາຍ​ໃຫ້​ຮີ​ລາມັນ​ຟັງ​ວ່າ ຄວາມສຸກ​ທີ່ “ງົດ​ງາມ ແລະ ຫວານ​ຊື່ນ” ​​ໄດ້​ມາເຖິງ ​ແລະ ​ການ​ຈື່​ຈຳ​ຄວາມ​ເຈັບ​ປວດ​ຂອງ​​ເພິ່ນ “ບໍ່​ມີ​ອີກຕໍ່​ໄປ.” ​ແຕ່​ຄວາມ​ຮູ້ສຶກ “​ຢ້ານ​ກົວ​ຢ່າງ​ບໍ່​ອາດ​ສາມາດ​ຈະ​ວັດ​ແທກ​ໄດ້” ​ໃນ​ການ​ເຂົ້າ​ໄປ​ຢູ່​ຕໍ່ໜ້າ​ພຣະບັນລັງ​ຂອງ​ພຣະ​ເຈົ້າ, ​ແອວ​ມາ​ໄດ້​ເຫັນ​ພາບ​ນິມິດ​ວ່າ “ພຣະ​ເຈົ້າປະ​ທັບ​ຢູ່​ເທິງ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ອົງ” ​ແລະ ​ເພິ່ນ​ໄດ້​ປະກາດ​ວ່າ, “ຈິດ​ວິນ​ຍານ​ຂອງ​ພໍ່ ຢາກ ຈະ​ຢູ່​ບ່ອນ​ນັ້ນ.”13

ນັ້ນບໍ່​ແມ່ນ​ຄວາມ​ຮູ້ສຶກ​ຂອງ​ເຮົາ​ບໍ, ​ເອື້ອຍ​ນ້ອງ​ທັງຫລາຍ, ​ເມື່ອ​ເຮົາ​ກັບ​ໃຈ ​ແລະ ​ໄຕ່ຕອງ​ກ່ຽວ​ກັບ​ຄວາມ​ຮັກ, ຄວາມ​ເມດ​ຕາ, ​ແລະ ຄວາມ​ກະຕັນຍູ ທີ່​ເຮົາ​ຮູ້ສຶກ​ສຳລັບ​ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດຂອງ​ເຮົາ—​ເຮົາ​ກໍ​ຄື​ກັນ “ຢາກ​ຈະ​ຢູ່​ບ່ອນ​ນັ້ນ,” ​ເພື່ອ​ຈະ​ໄດ້ຖືກ​​ໂອບ​ກອດ​ໂດຍ​ອ້ອມ​ແຂນ​ທີ່​ຮັກ​ອີກ​ເທື່ອ​ໜຶ່ງ?

ເຊັ່ນ​ດຽວ​ກັບ​ພຣະຜູ້​ເປັນ​ເຈົ້າ​ໄດ້​ເປັນ​ພະຍານ​ຕໍ່​ຂ້າພະ​ເຈົ້າວ່າ ພຣະອົງ​ບໍ່​ໄດ້​ລືມ​ທິດາ​ອັນ​ລ້ຳຄ່າ​ຂອງ​ພຣະອົງ​ຊື່ ​ໂມລີ ​ເລັນ​ໂທ, ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ວ່າ ພຣະອົງ​ກໍ ບໍ່​ໄດ້​ລືມ​ທ່ານຄື​ກັນ! ບາບ ຫລື ຄວາມ​ອ່ອນ​ແອ​ໃດໆ​ກໍ​ຕາມ ຫລື ຄວາມ​ເຈັບ​ປວດ, ການ​ທົດ​ລອງ ຫລື ການ​ດີ້ນ​ລົນ​ໃດໆ​ກໍ​ຕາມ​ທີ່​ທ່ານ​ມີ, ພຣະອົງ​ຮູ້ຈັກ ​ແລະ ​ເຂົ້າ​ໃຈ​ຊ່ວງ​ເວລາ​ນັ້ນ. ພຣະອົງ​ຮັກ​ທ່ານ! ​ແລະ ພຣະອົງ​ຈະ​ຊ່ອຍ​ທ່ານ​ຜ່ານ​ຜ່າ​ຊ່ວງ​ເວລາ​ນັ້ນ​ໄປ, ດັ່ງ​ທີ່​ພຣະອົງ​ໄດ້​ກະທຳ​ກັບ​ນາງ​ມາຣີ ​ແລະ ນາງ​ມາ​ທາ. ພຣະອົງ​ໄດ້​ຈ່າຍ​ຄ່າ​​ເພື່ອ​ວ່າ​ພຣະອົງ​ຈະ​ໄດ້​ຮູ້​ວິທີ​ຊ່ອຍ​ເຫລືອ​ທ່ານ. ຈົ່ງ​ມອບ​ຄວາມ​ໜັກໜ່ວງ​​ໄວ້​ກັບພຣະອົງ. ຈົ່ງ​ບອກ​ພຣະບິດາ​​ເທິງ​ສະຫວັນ​ໃຫ້​ຮູ້ຈັກ​ຄວາມ​ຮູ້ສຶກ​ຂອງ​ທ່ານ. ຈົ່ງ​ບອກ​ພຣະອົງ​ກ່ຽວ​ກັບ​ຄວາມ​ເຈັບ​ປວດ ​ແລະ ຄວາມທຸກ​ຍາກ​ລຳບາກ​ຂອງ​ທ່ານ ​ແລ້ວ​ມອບ​ມັນ​ໄວ້​ກັບ​ພຣະອົງ. ຈົ່ງ​ຄົ້ນຄວ້າ​ພຣະຄຳ​ພີ ທຸກ​ວັນ. ​ໃນ​ນັ້ນທ່ານ​ຈະ​ພົບ​ການ​ປອບ​ໂຍນ ​ແລະ ຄວາມ​ຊ່ອຍ​ເຫລືອ.

ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຖາມ​ວ່າ:

“ຜູ້ຍິງ​ຈະ​ລືມ​ລູກ​ທີ່​ຍັງ​ກິນ​ນົມ​ຂອງ​ນາງ ແລະ ຈະ​ບໍ່​ມີ​ເມດ​ຕາ​ສົງສານ​ລູກ​ທີ່​ເກີດ​ຈາກ​ອຸທອນ​ຂອງ​ນາງ​ບໍ? ແທ້​ຈິງ​ແລ້ວ, ນາງ​ອາດ​ລືມ​ໄດ້, ​ແຕ່​ເຮົາ​ຈະ​ບໍ່​ລືມ​ເຈົ້າ. …

“… ເຮົາ​ຈາລຶກ​ເຈົ້າ​ໄວ້​ໃນ​ຝາ​ມື​ຂອງ​ເຮົາ​ແລ້ວ.”14

“ເຮົາ​ບໍ່​ໄດ້​ສັ່ງ​ໃຫ້​ ຜູ້​ໃດ ໃນ​ພວກ​ເຈົ້າອອກ​ໄປ, ແຕ່​ໄດ້​ສັ່ງ​ໃຫ້​ເຈົ້າ​ເຂົ້າມາ​ຫາ​ເຮົາ, ເພື່ອ​ເຈົ້າຈະ​ໄດ້​ສຳ​ພັດ ແລະ ເຫັນ; ເຖິງ​ແມ່ນເຊັ່ນ​ນັ້ນ​ເຈົ້າຈົ່ງ​ປະຕິບັດ​ຕໍ່​ໂລກ.”15

ນີ້​ຄື​ໜ້າ​ທີ່​ຂອງ​ເຮົາ. ​ເຮົາ​ຕ້ອງ​ຮູ້ສຶກ ​ແລະ ​ເຫັນ​ດ້ວຍ​ຕົນ​ເອງ ​ແລ້ວ​ຊ່ອຍ​ເຫລືອ​ລູກໆ​ຂອງ​ພຣະບິດາ​ເທິງ​ສະຫວັນທຸກ​ຄົນ ​ເພື່ອ​ໃຫ້​ຮູ້ສຶກ ​ແລະ ​ເຫັນ ​ແລະ ຮູ້​ວ່າ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາໄດ້​ຮັບ​ເອົາ​ໄວ້​ດ້ວຍ​ຕົນ​ເອງ ບໍ່​ພຽງ​ແຕ່​ບາບ​ຂອງ​ເຮົາ​ເທົ່າ​ນັ້ນ ​ແຕ່​ຄວາມ​ເຈັບ​ປວດ​ຂອງ​ເຮົາ ​ແລະ ຄວາມທຸກ​ຍາກ​ລຳ​ບາບ​ຂອງ​ເຮົາ​ນຳ​ອີກ ​ເພື່ອ​ວ່າພຣະອົງ​ຈະ​​ຮູ້ສຶກສິ່ງ​ທີ່​ເຮົາ​ຮູ້ສຶກ ​ແລະ ຮູ້ຈັກ​ວິທີ​ປອບ​ໂຍນ​ເຮົາ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ພຣະອົງ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

Show References

    ​ແຫ​ລ່ງອ້າງ​ອີງ

  1.  

    1.  ​ໂຢຮັນ 11:5.

  2.  

    2.  ​ໂຢຮັນ 11:4.

  3.  

    3.  ​ໂຢຮັນ 11:20.

  4.  

    4.  ​ໂຢຮັນ 11:17.

  5.  

    5. ​ເບິ່ງ ​ໂຢຮັນ 11:28.

  6.  

    6. ​ເບິ່ງ ​ໂຢຮັນ 11:32.

  7.  

    7.  ​ໂຢຮັນ 11:33–34.

  8.  

    8.  ​ໂຢຮັນ 11:35.

  9.  

    9. James E. Talmage, Jesus the Christ, 3rd ed. (1916), 493.

  10.  

    10.  ​ແອວ​ມາ 7:11–12.

  11.  

    11. ​​ເບິ່ງ Doctrine and Covenants 6:22.

  12.  

    12. ​ເບິ່ງ Doctrine and Covenants 6:16.

  13.  

    13. ​ເບິ່ງ ​ແອວ​ມາ 36:14–22; ​ເນັ້ນຄຳ​ເນີ້ງ.

  14.  

    14.  1 ນີ​ໄຟ 21:15–16.

  15.  

    15.  3 ນີ​ໄຟ 18:25; ​ເນັ້ນຄຳ​ເນີ້ງ.