ຢ່າຫວັ່ນ​ໄຫວ!

​ໂດຍ ອີ​ເລນ ​ແອັສ ດໍ​ຕັນ

ປະທານ​ອົງການ​ຍິງ​ໜຸ່ມ​ສາມັນ


 
ຈົ່ງແນ່​ວ​ແນ່. ຢ່າ​ຫວັ່ນ​ໄຫວ. “ຈົ່ງ​ຍຶດໝັ້ນ​ຢູ່ໃນ​ຄວາມ​ຈິງ ​ແລະ ຄວາມ​ຊອບ​ທຳ.” ຢືນ​ເປັນ​ພະຍານ. ​ເປັນ​ທຸງ​ສັນຍານ​ຕໍ່ໂລກ. ຢືນ​ໃນ​ສະຖານ​ທີ່​ສັກສິດ.

ຄ່ຳ​ຄືນ​ນີ້ ຂ້າພະ​ເຈົ້າຢືນ​ຢູ່​​ໃນ​ສະຖານ​ທີ່​ສັກສິດຢູ່​ແທ່ນ​ປາ​ໄສ​ນີ້, ຢູ່​ຕໍ່ໜ້າ​ສາດສະດາ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ ​ແລະ ທິດາ​ທີ່​ປະ​ເສີດ​ຂອງ​ພຣະ​ເຈົ້າ. ມັນ​ເປັນ​ເວລາ​ທີ່​ດີ​ເລີດ​ທີ່​ມີ​ຊີວິດ​ຢູ່​ໃນ​ໂລກ ​ແລະ ​ເປັນ​ຍິງ​ໜຸ່ມ. ພວກ​ເຈົ້າ​ເປັນ​ທິດາ​ຜູ້​ໄດ້​ຖືກເລືອກ​ໄວ້ຂອງ​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ. ຂ້າພະ​ເຈົ້າຫວັງ​ວ່າ ພວກ​ເຈົ້າຈະ​ຮູ້ສຶກ​ເຖິງ​ເອກະລັກ​ຂອງ​ພວກ​ເຈົ້າ ​ແລະ ​ເຖິງ​ການ​ເປັນ​ທີ່​ຮັກ​ຂອງ​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ. ພຣະອົງ​ຮັກ​ພວກ​ເຈົ້າ​ແຕ່ລະຄົນ ​ແລະ ຂ້າພະ​ເຈົ້າກໍ​ຄື​ກັນ.

ຢູ່​ເທິງ​ໂຕະ​ຢູ່​ໃນ​ຫ້ອງການ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າມີ​ຮູບ​ປັ້ນອັນ​ໜຶ່ງທີ່​ເຮັດ​ດ້ວຍ​ທອງ​​ແດງ ​ເປັນ​ຮູບ​ຂອງ​ຍິງ​ໜຸ່ມຄົນ​ໜຶ່ງ​ຊື່ວ່າ ຄຣິສຕີ​ນາ. ຮູບ​ປັ້ນດັ້ງ​ເດີມ​ເທົ່າ​ກັບ​ຕົວ​ນາງນັ້ນ ຕັ້ງຢູ່​ແຄມ​ທະ​ເລ ​ໃນ​ເມືອງ​ໂຄ​ເປັນ​ຮາ​ເກັນ, ປະ​ເທດ​ເດັນ​ມາກ, ປິ່ນໜ້າ​ໄປ​ທາງ​ທະ​ເລຫາ​ເມືອງ​ສີ​ໂອນ. ການ​ຕັດສິນ​ໃຈ​ຂອງ​ນາງ​ທີ່​ຈະ​ເຂົ້າຮ່ວມ​ສາດສະໜາ​ຈັກ ​ແລະ ໜີ​ຈາກ​ປະ​ເທດ​ຂອງ​ນາງ​ບໍ່​​ໄດ້​ເປັນ​ສິ່ງ​ງ່າຍ​ທີ່​ຈະ​ເຮັດ, ​ແລະ ພວກ​ເຈົ້າກໍ​ເຫັນ​ໄດ້​ວ່າ ນາງ​ໄດ້​ຕ້ານທານກັບ​ລົມ​ພະຍຸ​ຢ່າງ​ໜັກ. ນາງ​ໄດ້​ຢືນ​ຢູ່​ຢ່າງ​ບໍ່​ຫວັ່ນ​ໄຫວ, ​ເຮັດ​ສິ່ງ​ທີ່​ຍາກ​ທີ່​ສຸດ ​ແຕ່​ນາງ​ຮູ້​ວ່າ​ເປັນ​ສິ່ງ​ທີ່​ຖືກຕ້ອງ. ລູກ​ຫລານ​ຂອງ​ນາງ​ໄດ້​ຕັ້ງຮູບ​ປັ້ນ​ໄວ້​ທີ່​ນັ້ນ​ເພື່ອ​ເປັນ​ທີ່​ລະ​ລຶກ​ເຖິງ​ນາງຄຣິສຕີ​ນາ, ​ເພາະ​ການ​ຕັດສິນ​ໃຈ​ຂອງ​ນາງ​ໃນ​ມື້ນັ້ນ​ມີ​ຄວາມ​ສຳຄັນ​ນິລັນດອນ​ຕໍ່​ຫລາຍ​ລຸ້ນຄົນ.

ສຳລັບ​ຂ້າພະ​ເຈົ້າ​ແລ້ວ ຮູບ​ປັ້ນຂອງ​ນາງຄຣິສຕີ​ນາ ​ເປັນ​ຕົວ​ແທນ​ໃຫ້​ແກ່​ເຮົາ​ແຕ່ລະຄົນ. ​ເຊັ່ນ​ດຽວ​ກັບ​ນາງຄຣິສຕີ​ນາ, ພວກ​ເຈົ້າກໍ​ໄດ້​ຢືນ​ຢູ່​ແຄມ​ຝັ່ງ​ຄື​ກັນ ​ເລື່ອງ​ການ​ຕັດສິນ​ໃຈ​ເຮັດ​ສິ່ງ​ສຳຄັນ ​ແລະ ການ​ເລືອກ​​ເຮັດ​ໃນ​ແຕ່​ລະ​ມື້, ບາງ​ອັນ​ກໍ​ຍາກ, ທີ່​ຈະ​ບໍ່​ພຽງ​ແຕ່​ຫລໍ່​ຫລອມ​ອະນາຄົດ​ຂອງ​ພວກ​ເຈົ້າ​ເທົ່າ​ນັ້ນ ​ແຕ່​​ຈຸດ​ເປົ້າໝາຍ​ຂອງ​ຫລາຍ​ລຸ້ນຄົນ​ນຳ​ອີກ. ພວກ​ເຈົ້າກໍ​ພວມ​ປະ​ເຊີນ​ກັບ​ການ​ຕ້ານທານ, ຄວາມທຸກ​ຍາກ​ລຳບາກ, ຄວາມ​ກົດ​ດັນ​ຂອງ​ໝູ່​ເພື່ອນ, ​ແລະ ຄວາມ​ສົກກະປົກ​ກ່ຽວ​ກັບ​ສິນ​ທຳ. ​ແຕ່​ພວກ​ເຈົ້າ​ໄດ້​ຢືນ​ຢູ່​ຢ່າງ​ບໍ່​ຫວັ່ນ​ໄຫວ ​ແລະ ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ ​ປະ​ເຊີນ​ໜ້າ​ກັບ​ພະຍຸ​ຮ້າຍ​ຢູ່​ໃນ​ສັງຄົມ​ຂອງ​ເຮົາ. ​ເຊັ່ນ​ດຽວ​ກັບ​ນາງຄຣິສຕີ​ນາ, ພວກ​ເຈົ້າຖືກ​ນຳພາ​ໄປ​ໂດຍ​ພຣະວິນ​ຍານ​ບໍລິສຸດ. ພວກ​ເຈົ້າ​ໄດ້​ຕັດສິນ​ໃຈ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ພວກ​ເຈົ້າ​ຈົງ​ຮັກ​ພັກດີ ​ແລະ ປະເສີດ.

ຂ້າພະ​ເຈົ້າຄິດ​ວ່າ ຄົງ​ບໍ່ມີ​ຄຳ​ແນະນຳ​ອື່ນ​ໃດ​ຂອງ​ພຣະບິດາ​ເທິງ​ສະຫວັນ​ທີ່​​ແສນ​ຮັກ ທີ່​ສຳຄັນ​​ໄປ​ກວ່າ​ຄຳ​ແນະນຳ​ໃຫ້​ເຮົາຢືນ . . . ​ໃນ​ສະຖານ​ທີ່​ສັກສິດ ​ແລະ ຢ່າຫວັ່ນ​ໄຫວ.1 ພຣະອົງ​ກ່າວວ່າ: ​ຈົ່ງແນ່​ວ​ແນ່. ຢ່າຫວັ່ນ​ໄຫວ.2 ຈົ່ງ​ຍຶດໝັ້ນ​ຢູ່ໃນ​ຄວາມ​ຈິງ ​ແລະ ຄວາມ​ຊອບ​ທຳ.3 ຢືນ​ເປັນ​ພະຍານ.4 ​ເປັນ​ທຸງ​ສັນຍານ​ຕໍ່ໂລກ. ຢືນ​ໃນ​ສະຖານ​ທີ່​ສັກສິດ. ສະນັ້ນ ຂ່າວ​ສານ​ຂອງ​ຂ້າພະ​ເຈົ້າຕໍ່​ພວກ​ເຈົ້າ​ແມ່ນ​ລຽບ​ງ່າຍ​ ນັ້ນຄື—ຢ່າຫວັ່ນ​ໄຫວ.

ທຳ​ອິດ, ຢ່າ​ຫວັ່ນ​ໄຫວ​ໃນ​ການ​ເລືອກ​ສິ່ງ​ທີ່​ຖືກຕ້ອງ. ​ໃນ​ຍຸກ​ສຸດ​ທ້າຍ​ນີ້, ບໍ່​ມີ​ການ​ຕັດສິນ​ໃຈ​ໃດ​ທີ່​ເລັກ​ນ້ອຍ. ການ​​​ເລືອກ​ທີ່​ພວກ​ເຈົ້າ​​ຕັດສິນ​ໃຈ​ເຮັດ​ໃນ​ຕອນ​ນີ້ ​ເປັນ​ສິ່ງ​ສຳຄັນ​ຫລາຍ. ອຳ​ເພີ​ໃຈ, ຫລື ຄວາມ​ສາມາດ​ທີ່​ຈະ​ເລືອກ, ​ເປັນ​ຂອງ​ປະທານ​ຢ່າງ​ໜຶ່ງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຕໍ່ລູກໆ​ຂອງ​ພຣະ​ເຈົ້າ. ມັນ​ເປັນ​ພາກສ່ວນ​ຂອງ​ແຜນ​ແຫ່ງ​ຄວາມສຸກ ທີ່​ພວກ​ເຈົ້າ ​ແລະ ຂ້າພະ​ເຈົ້າ​ໄດ້ເລືອກ ​ແລະ ປົກ​ປ້ອງໃນ​​ໂລກ​ກ່ອນ​ເກີດ. ຈົ່ງ​ດຳລົງ​ຊີວິດ​ໃນ​ວິທີ​ທີ່​ພວກ​ເຈົ້າຈະ​ສາມາດ​ຟັງ ​ແລະ ​ໄດ້​ຍິນ​ສຸລະສຽງ​ຂອງ​ພຣະວິນ​ຍານບໍລິ​ລຸດ ​ແລະ ພຣະອົງ​ຈະ​ຊ່ອຍ​ເຫລືອພວກ​ເຈົ້າຕັດສິນ​ໃຈ​​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ພຣະອົງ​ຈະ “ບອກ​ພວກ​​ເຈົ້າທຸກ​ສິ່ງ​ທີ່​ພວກ​​ເຈົາ​ຄວນ​ເຮັດ.”5

ຫລາຍ​ອາທິດ​ກ່ອນ ຂ້າພະ​ເຈົ້າ​ໄດ້​ກັບ​ໄປ​ຢ້ຽມຢາມ​ໂຮງຮຽນ​ອຸດົມເທື່ອທຳອິດ ​ເປັນ​ເວລາ​ຫລາຍ​ປີ. ຂ້າພະ​ເຈົ້າ​ໄດ້​ໄປ​ຮ່ວມ​ກອງ​ປະຊຸມ​ສະ​ເຕກທີ່​ໄດ້​ຈັດ​ຂຶ້ນ​ໃນ​ຫໍສະ​ໂມ​ສອນ​ຂອງ​ໂຮງຮຽນ​ນັ້ນ. ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າໄດ້ຍ່າງ​ໄປ​ຕາມ​ທາງ​ຍ່າງ​ຢູ່ໃນ​ຕຶກ​ນັ້ນ, ຂ້າພະ​ເຈົ້າຈື່​ໄດ້​ຫລາຍ​ສິ່ງ​ຫລາຍ​ຢ່າງ. ຂ້າພະ​ເຈົ້າໄດ້ຮູ້ສຶກ​ຄື​ກັນ​ກັບ​ຕອນ​ຂ້າພະ​ເຈົ້າ​ໄດ້​ເຂົ້າ​ໂຮງຮຽນ​ຢູ່​ທີ່​ນັ້ນ—ຄິດ​ຢ້ານ, ບໍ່​ແນ່​ໃຈ​ກັບ​ຕົນ​ເອງ, ຮູ້ສຶກ​ໜ້າ​ອາຍ, ​ແລະ ຢາກ​ເຂົ້າຮ່ວມ​ກຸ່ມ. ຂ້າພະ​ເຈົ້າ​ໄດ້​ຍ່າງ​ເຂົ້າ​ໄປ​ໃນ​ຫ້ອງ​ສະ​ໂມ​ສອນ. ອີກ​ເທື່ອ​ໜຶ່ງ ຂ້າພະ​ເຈົ້າ​ໄດ້​ຫວນ​ຄິດ​ເຖິງ​ອາ​ດີດ. ຂ້າພະ​ເຈົ້າຮູ້ຈັກ​ທຸກ​ບ່ອນ​ໃນ​ຫ້ອງ​ສະ​ໂມ​ສອນ​ນັ້ນ. ມີ​ສິ່ງ​ດຽວ​ທີ່​ໄດ້ປ່ຽນ​ໄປ—ຕົວ​ຂ້າພະ​ເຈົ້າ​ເອງ.

​ໃນ​ມື້ນັ້ນ ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ຢືນ​ຢູ່​ທີ່​ແທ່ນ​ປາ​ໄສ ຊຶ່ງ​ຂ້າພະ​ເຈົ້າ​ເຄີຍ​ໄດ້​ເຮັດ​ຫລາຍ​ເທື່ອ​ຕອນ​ເຂົ້າ​ໂຮງຮຽນ ​ໃນ​ຖານະ​ທີ່​ເປັນ​ເຈົ້າໜ້າ​ທີ່​ຄົນ​ໜຶ່ງ​ໃນ​ໂຮງຮຽນ. ຂ້າພະ​ເຈົ້າຍັງ​ໄດ້ເຫັນ​ເພື່ອ​ນນັກຮຽນ​ເກົ່າ​ນັ່ງ​ຢູ່​ໃນ​ກອງ​ປະຊຸມ​ນຳ​ອີກ—ບາງ​ຄົນ​ທີ່​ຂ້າພະ​ເຈົ້າ​ເຄີຍ​​ເປັນ​ແຟນ! ​ແຕ່​ເທື່ອ​ນີ້, ​ແທນ​ທີ່​ຈະ​ແນະນຳ​ການ​ຊຸມນຸມ, ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອກາດ—ຢູ່​ໃນ​ສະ​ໂມ​ສອນ​ຂອງ​ໂຮງຮຽນ​ຂອງ​ຂ້າພະ​ເຈົ້າ—ທີ່​ຈະ “ຢືນ​ເປັນ​ພະຍານ”6 ແລະ ສະ​ແດງ​ປະຈັກ​ພະຍານ​ຂອງ​ຂ້າພະ​ເຈົ້າ​ເຖິງພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ​ພຣະ​ເຢຊູ​ຄຣິດ.

​ເພື່ອນ​ຍິງໜຸ່ມ​ຂອງ​ຂ້າພະ​ເຈົ້າ, ຈົ່ງ​ເຮັດ​ໃຫ້​ຄວາມ​ສຳພັນ​ຂອງ​ພວກ​ເຈົ້າກັບ​ຄົນ​ອື່ນໆ​ເປັນ​ແບບ​ນັ້ນ​ ເພື່ອວ່າ 40 ປີ ຫລັງ​ຈາກ​ນີ້, ພວກ​ເຈົ້າຈະ​ບໍ່​ອາຍ. ບໍ່​ມີ​ຄວາມ​ກົດ​ດັນ​ຂອງ​ໝູ່​ເພື່ອນຄົນ​ໃດ, ບໍ່​ມີ​ການ​ຮັບ​ຮູ້​ໃດ, ບໍ່​ມີ​ຄວາມ​ໂດ່​ງດັງ​ໃດທີ່​ກຸ້ມ​ຄ່າ​ພຽງ​ພໍ​ທີ່​ຈະ​ໃຫ້​ເຮົາ​ລົດ​ມາດຕະຖານ​ລົງ. ອິດ​ທິພົນ​ຂອງ​ພວກ​ເຈົ້າຕໍ່​ຊາຍ​ໜຸ່ມ​ຈະຊ່ອຍ​ເຂົາ​ເຈົ້າ​ໃຫ້ມີຄ່າ​ຄວນ​ຕໍ່​ອຳນາດ​ຖານະ​ປະ​ໂລຫິດ​ຂອງ​ເຂົາ​ເຈົ້າ, ຕໍ່​ພັນທະ​ສັນຍາ​ຂອງ​ພຣະວິຫານ ​ແລະ ຕໍ່​ການ​ຮັບ​ໃຊ້​ເຜີຍ​ແຜ່​. ​ແລະ ​ຄົງ​ບໍ່​ຮູ້, ສີ່​ສິບປີ ຈາກ​ນີ້, ບາງ​ຄົນ​ອາດ​ຍ່າງ​ມາ​ຫາ​ພວກ​ເຈົ້າ, ​ໃນ​ຫ້ອງ​ສະ​ໂມ​ສອນ​ທີ່ໂຮງຮຽນ​ຂອງພວກ​ເຈົ້າ, ​ແລະ ຂອບ​ໃຈ​ພວກ​ເຈົ້າທີ່​ໄດ້​ຊ່ອຍ​ເຂົາ​​ເຈົ້າ​ໃຫ້​ມີຄ່າ​ຄວນ​ສຳລັບ​ໜ້າ​ທີ່​ຖານະ​ປະ​ໂລຫິດ​ຂອງ​ເຂົາ​ເຈົ້າ​ໃນ​ການ​ຮັບ​ໃຊ້​ເຜີຍ​ແຜ່​ຢ່າງ​ມີ​ກຽດ. ​ແລະ ​​ຄົງ​ບໍ່​ຮູ້​, ພວກ​ເຈົ້າອາດ​ໄດ້​ຮັບ​ຈົດໝາຍ​ຈາກ​ພັນ​ລະ​ຍາ​ຂອງ​ເຂົາ​ເຈົ້າ, ຂອບ​ໃຈ ​ພວກ​ເຈົ້າ ທີ່​ໄດ້​ເປັນ​ຕົວຢ່າງ​ທີ່​ດີ​​ໃຫ້​ແກ່​ສາມີ​ ​ແລະ ຄອບຄົວ​ໃນ​ອະນາຄົດ​ຂອງ​ເຂົາ​ເຈົ້າ, ນັບ​​ແຕ່​ຕອນ​ເຂົ້າ​ໂຮງຮຽນ​ອຸດົມ. ການ​ເລືອກ​ຂອງ​ພວກ​ເຈົ້າ​ແມ່ນ​ສຳຄັນ. ການ​ເລືອກ​ຂອງ​ພວກ​ເຈົ້າ​ໃນ​ຕອນ​ນີ້ ບໍ່​ພຽງ​ແຕ່​ສະທ້ອນ​ຕໍ່​ພວກເຈົ້າ​ເທົ່າ​ນັ້ນ, ​ແຕ່​ສະທ້ອນ​ຕໍ່​ຄົນ​ອື່ນ​ນຳ​ອີກ. ມັນ​ເປັນ​ສິ່ງ​ສຳຄັນ​ນິລັນດອນ. ຢ່າຫວັ່ນ​ໄຫວ!

ສອງ, ຢ່າຫວັ່ນ​ໄຫວ​ໃນ​ຄວາມ​ປາດ​ຖະໜາ ​ແລະ​ ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຍຶດໝັ້ນ​ໃນ​ຄຸນ​ນະ​ທຳ ​ແລະ ຄວາມ​ບໍລິສຸດ​ທາງ​ເພດ. ຈົ່ງ​ທະນຸຖະໜອມ​ຄຸນ​ນະ​ທຳ. ຄວາມ​ບໍລິສຸດ​ສ່ວນຕົວຂອງ​ພວກ​ເຈົ້າ​ເປັນ​​ແຫລ່ງພະລັງ​ອັນ​ຍິ່ງ​ໃຫຍ່​ສຸດ​ແຫ​ລ່ງໜຶ່ງ. ຕອນ​ພວກ​ເຈົ້າ​ໄດ້​ມາສູ່​ໂລກ ພວກ​ເຈົ້າ​ໄດ້​ຮັບ​ຮ່າງກາຍ. ຮ່າງກາຍ​ຂອງ​ພວກ​ເຮົາ​ເປັນ​ເຄື່ອງມື​ຂອງ​ຈິດ​ໃຈຂອງ​ພວກ​ເຈົ້າ ​ແລະ ​ເປັນ​ຂອງ​ປະທານ​ອັນ​ສູງ​ສົ່ງ ຊຶ່ງ​ໃຫ້​ພວກ​ເຈົ້າ​ໃຊ້​ອຳ​ເພີ​ໃຈ. ນີ້​ແມ່ນ​ຂອງ​ປະທານ​ທີ່​ຊາຕາ​ນຖືກ​ປະຕິ​ເສດ. ​ແລະ ດັ່ງນັ້ນ ການ​ໂຈມ​ຕີ​ສ່ວນ​ຫລາຍ​ຂອງ​ມັນ​ຈຶ່ງ​ກ່ຽວ​ກັບ​ຮ່າງກາຍ. ມັນ​ຢາກ​ໃຫ້​ພວກ​ເຈົ້າດູ​ຖູ​ກ, ​ໃຊ້​ຜິດ, ​ແລະ ທຳຮ້າຍ​ຮ່າງກາຍ​ຂອງ​ພວກ​ເຈົ້າ. ຄວາມ​ບໍ່​ສຸພາບ, ຮູບ​ພາບ​ລາມົກ, ​ແລະ ຄວາມ​ຂາດ​ສິນ​ທຳ, ການ​ສັກ​ລາຍ ​ແລະ ການ​ບ່ອງ​ຮູ​ໃສ່​ຮ່າງກາຍ, ການ​ໃຊ້​ຢາ​ເສບ​ຕິດ, ​ແລະ ການ​ຕິດ​ແສດ​ທຸກ​ຢ່າງ​ແມ່ນ​ເພື່ອ​ຢາກ​ໄດ້​ຂອງ​ປະທານ​ອັນ​ລ້ຳຄ່າ​ນີ້—ຮ່າງກາຍ​ຂອງ​ພວກ​ເຈົ້າ—ແລະ ​ເຮັດ​ໃຫ້​ຫຍຸ້ງຍາກ​ສຳລັບ​ພວກ​ເຈົ້າທີ່​ຈະ​ໃຊ້​ອຳ​ເພີ​ໃຈ​ຂອງ​ພວກ​ເຈົ້າ. ​ໂປ​ໂລ ຖາມ​ວ່າ: “ພວກ​ເຈົ້າບໍ່​ຮູ້​ບໍ​ວ່າ ພວກ​ເຈົ້າ​ເປັນ​ວິຫານ​ຂອງ​ພຣະ​ເຈົ້າ ​ແລະ ພຣະວິນ​ຍານ​ຂອງ​ພຣະ​ເຈົ້າກໍ​ສະຖິດ​ຢູ່​ໃນ​ພວກ​ເຈົ້າ?”7

ຮ່າງກາຍ​ຂອງ​ພວກ​ເຈົ້າ​ເປັນ​ວິຫານ. ​ເປັນ​ຫຍັງ? ​ເພາະວ່າ​ຮ່າງກາຍ​ບໍ່​ພຽງ​ແຕ່ມີ​ຄວາມ​ສາມາດ​ເປັນ​​ເຮືອນຂອງ​ວິນ​ຍານ​ນິລັນດອນຂອງ​ພວກ​ເຈົ້າ​ເທົ່າ​ນັ້ນ ​ແຕ່ຍັງ​ເປັນ​​ເຮືອນ​ຂອງ​ວິນ​ຍານ​ອື່ນໆ​ອີກ​ທີ່​ຈະ​ມາສູ່​ໂລກ ຊຶ່ງ​ເປັນ​ພາກສ່ວນ​ໃນຄອບຄົວ​ນິລັນດອນ​ຂອງ​ພວກ​ເຈົ້ານຳອີກ. ​ແອວ​ເດີ ດາລິນ ​ເອັຈ ​ໂອກ​ສ໌ ​ໄດ້​ສອນ​ວ່າ, “ອຳນາດ​ທີ່​ຈະ​ໃຫ້​ກຳ​ເນີ​ດ ​ເປັນ​ອຳນາດ​ອັນ​ສູງ​ສົ່ງ.”8 ບົດ​ບາດ​ຂອງ​ພວກ​ເຈົ້າ​ເປັນ​ບົດບາດ​ອັນ​ສູງ​ສົ່ງ. ພຣະ​ເຈົ້າ​ໄດ້ມອບ​ຄວາມ​ໄວ້​ວາງ​ໃຈ​ທີ່​ສັກສິດ​ໃຫ້​ພວກ​ເຈົ້າ! ພວກ​ເຈົ້າພວມ​ຕຽມ​ຕົວ​ເປັນ​ແມ່​ໃນ​ອະນາຄົດ​ຂອງ​ຄົນ​ລຸ້ນ​ໃໝ່. ຈົ່ງ​ຮັກສາ​ຕົນ​ເອງ​ໃຫ້​ບໍລິ​ສຸດ ​ແລະ ມີຄ່າ​ຄວນ ​ແລະ ປົກ​ປ້ອງ “​ອັນ​ເປັນ​ທີ່​ຮັກ ​ແລະ ມີຄ່າ​ທີ່​ສຸດ​ເໜືອກ​ວ່າ​ທຸກ​ສິ່ງ”—ຄຸນ​ນະ​ທຳ ​ແລະ ຄວາມ​ບໍລິສຸດ​ຂອງ​ພວກ​ເຈົ້າ.9 ​ຄຳ​ແນະນຳທີ່​ສະຫລາດ​ຂອງ​ພຣະບິດາ​ເທິງ​ສະຫວັນ​ຕໍ່​ພວກ​ເຈົ້າ​, ທິດາ​ທີ່​​ໄດ້​ຖືກ​ເລືອກ​ໄວ້​ຂອງ​ພຣະອົງ ຄື​ທີ່​ຈະ​ເດີນ​ໄປ​ໃນ​ເສັ້ນທາງ​ແຫ່ງ​ຄຸນນະທຳ.”10

ຄຸນ​ນະ​ທຳ​ເປັນ​ສິ່ງ​ສຳຄັນ​ຫລາຍ​ຕໍ່​ພຣະວິຫານ. ສະນັ້ນ ສາມ, ຢ່າ​ຫວັ່ນ​ໄຫວ​ໃນ​ການ​ເປັນ​ຄົນ​ມີຄ່າ​ຄວນ​ທີ່​ຈະ​ເຮັດ ​ແລະ ຮັກສາ​ພັນທະ​ສັນຍາ​ທີ່​ສັກສິດ. ​ພັນທະ​ສັນຍາທີ່​ພວກ​ເຈົ້າ​ເຮັດ​ໃນ​ຕອນ​ຮັບ​ບັບຕິ​ສະມາ ຈະ​ຊ່ອຍ​ພວກ​ເຈົ້າຢູ່​ໃນ​ເສັ້ນທາງ​ແຫ່ງ​ຄຸນ​ນະ​ທຳ ​ແລະ ມີ​ຄວາມສຸກ ​ເມື່ອ​ພວກ​ເຈົ້າຕໍ່ພັນທະ​ສັນຍານັ້ນ​ທຸກ​ອາທິດ ​ໂດຍ​ການ​ຮັບ​ສ່ວນ​ສິນ​ລະ​ລຶກ. ເມື່ອ​ພວກ​ເຈົ້າຮັກສາພັນທະ​ສັນຍາ​ແຫ່ງ​ການ​ບັບຕິ​ສະມາ​ຂອງ​ພວກ​ເຈົ້າ, ພວກ​ເຈົ້າຈະ​ເບິ່ງ​ແຕກ​ຕ່າງ, ນຸ່ງ​ຖື​ແຕກ​ຕ່າງ, ​ແລະ ປ​ະພຶດ​ແຕກ​ຕ່າງ​ຢູ່​ໃນ​ໂລກ. ການຮັກສາ​ພັນທະ​ສັນຍາ​ນີ້​ຈະ​ຊ່ອຍ​ພວກ​ເຈົ້າ​ໃຫ້​ໄດ້​ຮັບ​ການ​ນຳພາ​ໂດຍ​ພຣະວິນ​ຍານ​ບໍລິສຸດ. ​ຈົ່ງ​ຢືນ​ຢູ່​ໃນ​ສະຖານ​ທີ່​ສັກສິດ ​ແລະ ບໍ່​ຕ້ອງເຂົ້າ​ໃກ້​ສະພາບ​ການ​ເຊັ່ນ​ນັ້ນ ຫລື ຟັງ​ເພງ, ການບັນ​ເທີ​ງ, ຫລື ຄວາມສຳພັນ​ທີ່ຈະ​ເສື່ອ​ມ​ເສຍ​ການ​ເປັນ​​ເພື່ອນ​ຂອງ​ພຣະວິນ​ຍານ​ບໍລິສຸດ.11 ເມື່ອ​ພວກ​ເຈົ້າຮັກສາ​ພັນທະ​ສັນຍາ​ຂອງ​ພວກ​ເຈົ້າ, ພວກ​ເຈົ້າຈະ​ມີຄ່າ​ຄວນຕໍ່​ໄປ ​ແລະ ຕຽມ​ທີ່​ຈະ​ເຂົ້າ​ໄປ​​ໃນ​ພຣະວິຫານ​ທີ່​ສັກສິດ​ຂອງ​ພຣະຜູ້​ເປັນ​ເຈົ້າ.

ສຸດ​ທ້າຍ, ຢ່າ​ຫວັ່ນ​ໄຫວ​ໃນ​ການຍອມຮັບຂອງ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ການ​ຊົດ​ໃຊ້​ແມ່ນ​ສຳລັບ​ພວກ​ເຈົ້າ ​ແລະ ສຳລັບ​ຂ້າພະ​ເຈົ້າ. ມັນ​​ເປັນອຳນາດ​ທີ່​ຊ່ອຍ​​ໃຫ້ເປັນ​ໄປ​ໄດ້ ​ແລະ ​ແຫ່ງ​ການ​ໄຖ່. ຖ້າ​ຫາກ​ພວກ​ເຈົ້າຮູ້ສຶກ​ວ່າ​ບໍ່​ມີຄ່າ​ຄວນທີ່​ຈະ​ຢືນ​ຢູ່​ໃນ​ສະຖານ​ທີ່​ສັກສິດ, ​ຢ່າ​ແບກ​ຫາບ​ຄວາມ​ໜັກໜ່ວງ​ນີ້​ອີກ​ຕໍ່​ໄປ. ​ໃນ​ຄວາມ​​ເປັນ​ມະຕະ, ​ເຮົາ​ທຸກ​ຄົນ​ຈະ​ເຮັດ​ຄວາມ​ຜິດ. ​ໃຫ້ແນ່​ໃຈ​ວ່າພຣະຜູ້​ຊ່ອຍ​ໃຫ້​ລອດ​ຮັກພວກ​ເຈົ້າຫລາຍ ຈົນ​ວ່າ​ພຣະອົງ​ໄດ້​ເຮັດ​ໃຫ້​ມັນ​ເປັນ​ໄປ​ໄດ້​ສຳລັບ​ພວກ​ເຈົ້າທີ່​ຈະ​ປ່ຽນ ​ແລະ ກັບ​ໃຈ ຖ້າ​ຫາກ​ພວກ​ເຈົ້າ​ເຮັດ​ຜິດ. ຊານ​ຕານ​ບໍ່​ຢາກ​ໃຫ້​ພວກ​ເຈົ້າຄິດ​ວ່າ​ພວກ​ເຈົ້າສາມາດ​ປ່ຽນ​ໄດ້.12 ມັນ​ຈະ​ພະຍາຍາມ​ເຮັດ​ໃຫ້​ພວກ​ເຈົ້າຍອມຮັບ​ວ່າ ພວກ​ເຈົ້າ​ໄດ້​ສູນ​ເສຍ​ໄປ​ໝົດ​ແລ້ວ. ນັ້ນ​ເປັນຄວາມ​ຕົວະ. ພວກ​ເຈົ້າສາມາດ​ກັບ​ຄືນ​ມາ. ພວກ​ເຈົ້າສາມາດ​ກັບ​ໃຈ. ພວກ​ເຈົ້າສາມາດ​ບໍ​ລິ​ສຸດ ​ແລະ ສັກສິດ​ໄດ້ ​ເພາະ​ການ​ຊົດ​ໃຊ້​ອັນ​ເປັນນິດ​ຂອງ​ພຣະຜູ້​ຊ່ອຍ​ໃຫ້ລອດ.

ບັດ​ນີ້ ຂ້າພະ​ເຈົ້າຂໍ​ປິດ​ດ້ວຍ​ເລື່ອງລາວ​ກ່ຽວ​ກັບຄວາມ​​ຮັກ​ເລື່ອງ​ໜຶ່ງ​ທີ່​ເຄີຍ​​ໄດ້​ຍິນ​ມາ​ກ່ອນ. ພວກ​ເຈົ້າອາດ​ຖາມ​ວ່າ, “ເລື່ອງ​ລາວ​ກ່ຽວ​ກັບຄວາມ​ຮັກ​ກ່ຽວ​ຂ້ອງ​ກັບ​ການ​ຢືນ​ຢູ່​ໃນ​ສະຖານສັກສິດ​ແນວ​ໃດ?” ມັນ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ການ​ຢືນ​ຢູ່​​ໃນສະຖາ​ນທີ່​ສັກສິດ. ນີ້​ແມ່ນ​ເລື່ອງລາວ​ກ່ຽວ​ກັບ​ຍິງ​ໜຸ່ມ​ຄົນ​ໜຶ່ງ​ຊື່ ​ເລເບກາ.13

ຕາມ​ເລື່ອງ​ນີ້, ອັບ​ຣາຮາມ ​ໄດ້​ສົ່ງ​ຂ້າໃຊ້​ຂອງ​ເພິ່ນ​ໃຫ້​ໄປ​ຊອກ​ຫາ​ຍິງສາວ​ຄົນ​ໜຶ່ງ​ທີ່​ເໝາະສົມ​ມາ​ເປັນ​​ເມຍ​ຂອງ​ອີ​ຊາກ ລູກ​ຊາຍ​ຂອງ​ເພິ່ນ. ນາງ​ຕ້ອງ​ເປັນ​ຜູ້​ເໝາະ​ສົມ​ແທ້ໆ​ສຳລັບ​ການ​ແຕ່ງງານ​ໃນ​ພັນທະ​ສັນຍາ—ມີຄຸນ​ນະ​ທຳ, ບໍລິສຸດ ​ແລະ ມີຄ່າ​ຄວນ. ​ແລະ ສະນັ້ນ ​​ເພິ່ນຈຶ່ງ​ໄດ້​ສົ່ງຂ້າ​ໃຊ້ຂອງ​ເພິ່ນ​ໃຫ້​ເດີນທາງ​ໄປ​ຫາ​ແດນ​ໄກ​ທີ່​ເອີ້ນ​ວ່າ ຮາ​ລານ. ​ເຫດຜົນທີ່​ລາວ​ຕ້ອງ​ໄປ​ແມ່ນ​ແຈ່ມ​ແຈ້ງ—ຊາຍ​ທີ່​ສັກສິດ ຈະ​ຕ້ອງ​ການ​ຍິງ​ທີ່​ສັກສິດ​ຄື​ກັນ​ເພື່ອ​ຢືນ​ຄຽງ​ຂ້າງ. ​​ໃນ​ຂະນະ​ທີ່​ຂ້າ​ໃຊ້​​ເຂົ້າ​ໄປ​ເຖິງ​ເມືອງ​ນາ​ໂຮ, ລາວ​ໄດ້​ໄປ​ຫານ້ຳສ້າງ​ເພື່ອ​ເອົາ​ນ້ຳ​ໃຫ້​​ໂຕ​ອູດ​ກິນ ​ແລະ ລາວ​ໄດ້​ອະທິຖານ​ຂໍ​ໃຫ້​ລາວ​ຖືກ​ພາ​ໄປ​ຫາ​ຍິງ​ສາວ​ຄົນ​ໜຶ່ງ​ທີ່​​ຖືກຕ້ອງ ​​ແລະ​ວ່າລາວ​ຈະ​ຮູ້​ທັນທີ​ໂດຍ​ການສະ​ເໜີ​​ເອົາ​ນ້ຳ​ໃຫ້​ລາວ​ກິນ ​ແລະ ​ເອົາ​ນ້ຳ​ໃຫ້​ໂຕ​ອູດ 10 ​ໂຕ​ຂອງ​ລາວ​ກິນ​ນຳອີກ. ບັດ​ນີ້, ຂ້າພະ​ເຈົ້າ​ເຄີຍ​ຂີ່​ໂຕ​ອູດ, ​ແລະ ຂ້າພະ​ເຈົ້າຮູ້—​ໂຕ​ອູດ​ກິນນ້ຳ ຫລາຍ ​ແທ້ໆ!

​ໃນ​ປະຖົມ​ມະ​ການ​ ​ເຮົາ​ໄດ້​ອ່ານ​ວ່າ ນາງ​ເລ​ເບ​ກາ ບໍ່​ພຽງ​ແຕ່​ລົງ​ໄປ​ຫານ້ຳສ້າງ​​ເພື່ອ​ຕັກ​ນ້ຳ​ເທົ່າ​ນັ້ນ, ​ແຕ່​ນາງ​​ໄດ້ “ຟ້າວ,”14 ຫລື ຮີບ​ຮ້ອນ​ທີ່​ຈະ​​ເຮັດ​ສິ່ງ​ເຫລົ່ານີ້. ຂ້າ​ໃຊ້​ໄດ້​ເອົາ​ສາຍ​ແຂນ ​ແລະ ​ເຄື່ອງ​ເອ້​ສຸບໃສ່​ໃຫ້ນາງ​ເລ​ເບ​ກາ ​ແລະ ​ໄດ້​ຖາມ​ວ່າ ມີ​ບ່ອນ​ໃຫ້​ລາວ​ພັກ​ບໍ່ ຢູ່​ໃນ​ບ້ານ​ຂອງ​ພໍ່​ນາງ. ຂ້າພະ​ເຈົ້າແນ່ໃຈ​ວ່າ ​ຍ້ອນເຄື່ອງ​ເອ້​ນໍ! ພຣະຄຳ​ພີ​ບອກ​ວ່າ, “ຍິງ​ສາວ​ຈຶ່ງ​ຟ້າວ​ແລ່ນ​ເມືອຫາ​ແມ່​ຢູ່​ເຮືອນ ​ແລະ ​ເລົ່າ​ເລື່ອງ​ທັງ​ໝົດ​ສູ່​ຟັງ.”15 ນາງ​ເລ​ເບ​ກາຄົງ​​ເປັນ​ນັກ​ແລ່ນ​ທີ່​​ໄວນໍ!

ຂ້າ​ໃຊ້​ໄດ້​ບອກ​ຄອບຄົວ​ຂອງນາງ​ເລ​ເບ​ກາ​ເຖິງ​ຈຸດປະສົງ​ຂອງ​ການ​ເດີນທາງ​ມາ​ຂອງ​ລາວ ​ແລະ ນາງ​ເລ​ເບ​ກາ​ໄດ້​ຕົກລົງ​ທີ່​ຈະ​ເປັນ​​ເມຍ​ຂອງ​ອີ​ຊາກ. ຂ້າ​ໃຊ້ຢາກ​ອອກ​ເດີນທາງ​ໄປ​ກັບນາງ​ເລ​ເບ​ກາ​ໃນ​ມື້​ຕໍ່​ມາ, ​ແຕ່​ຄອບຄົວ​ຂອງ​ນາງ​ໄດ້​ຂໍ​ໃຫ້​ນາງ​ຢູ່​ກັບ​ຄອບຄົວ​ຂອງ​ນາງ​ຕື່ມ​ອີກ 10 ມື້. ​​​ແລ້ວເຂົາ​ເຈົ້າ​ໄດ້​ຖາມ​ນາງ​ເລ​ເບ​ກາວ່າ ນາງ​ຕ້ອງການ​ເຮັດ​ສິ່ງ​ໃດ, ນາງ​ພຽງ​ແຕ່​ເວົ້າວ່າ “ລູກ​ຈະ​ໄປ.”16 ຄຳ​ຕອບ​ນັ້ນ ຄ້າຍຄື​ຄຳ​ຕອບຂອງ​ຫລາຍ​ພັນ​ຄົນ​ບໍ, “​​ເຮົາຈະ​ໄປ, ​​ເຮົາ​ຈະ​​ເຮັດ”17 ຕອນ​ສາດສະດາຂອງ​ເຮົາ ປະທານ​ທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ປະກາດ​​ກ່ຽວ​ກັບ​ໂອກາດ​ສຳລັບຊາຍ​ໜຸ່ມ ​ແລະ ຍິງ​ໜຸ່ມ ທີ່ບັດ​ນີ້​ຈະສາມາດ​​ໄປ​ຮັບ​ໃຊ້​ເຜີຍ​ແຜ່​ຕອນ​ມີ​ອາຍຸ​ຕ່ຳ​ກວ່າ?

ບັດ​ນີ້ ຄະຕິ​ເຕືອນ​ໃຈ ​ແລະ ຕອນ​ຈົບ​ຂອງ​ເລື່ອງ​ເລົ່າ​ກ່ຽວ​ກັບ​ຄວາມ​ຮັກ​ນີ້: ນາງ​ເລ​ເບ​ກາ​ໄດ້​ຖືກ​ຕຽມ ​ແລະ ມີຄ່າ​ຄວນ​ທີ່​ຈະ​ເຮັດ ​ແລະ ຮັກສາ​ພັນທະ​ສັນຍາ​ທີ່​ສັກສິດ ​ແລະ ກາຍ​ເປັນ​ເມຍ​​ແຫ່ງ​ພັນທະ​ສັນຍາ​ຂອງ​ອີ​ຊາກ. ນາງ​ບໍ່​ຕ້ອງ​ລໍຖ້າ ​ແລະ ຕຽມ​ຕົວ. ກ່ອນ​ນາ​ງ​ໄດ້​ຈາກ​ຄອບຄົວ​ໄປ, ນາງ​ໄດ້​ຮັບ​ພອນ ຊຶ່ງ​ປະ​ທັບ​ໃຈ​ຫລາຍ​ສຳລັບ​ຂ້າພະ​ເຈົ້າ,​ ​ເພາະ​ນາງ​ໄດ້​ຖືກ​ສັນຍາ​ວ່າ ນາງ​ຈະ​ກາຍ​ເປັນ “​ແມ່​ຂອງ​ຄົນ​ຫລາຍ​ແສນ.”18 ​ແຕ່​ສ່ວນ​ທີ່​ປະ​ທັບ​ໃຈ​ທີ່​ສຸດ​ໃນ​ເລື່ອງ​ນີ້ ​ແມ່ນ​ຕອນນາງ​ເລ​ເບ​ກາ ​ໄດ້​ເຫັນ​ອີ​ຊາກ​ເປັນ​ເທື່ອ​ທຳ​ອິດ ​ແລະ ລາວ​ໄດ້​ເຫັນ​ນາງ​ເປັນ​ເທື່ອ​ທຳ​ອິດ. ພຣະຄຣິສຕະທຳ​ຄຳ​ພີ​ບໍ່​ໄດ້​ກ່າວ​ເຖິງ​ຕອນ​ນີ້, ​ແຕ່​ຂ້າພະ​ເຈົ້າຄິດ​ວ່າ ຄົງ​ເປັນຄວາມ​ຮັກ​ໃນ​ແລກ​ພົບ! ​ເພາະຄຸນ​ນະທຳຈະ​ຮັກ​ຄຸນນະທຳ; ​ແລະ ຄວາມ​ສະຫວ່າງ​ຈະ​ແນບ​ສະ​ນິດ​ຢູ່​ກັບ​ຄວາມ​ສະຫວ່າງ.”19 ​ເມື່ອ​ອີ​ຊາກ​ໄດ້​ອອກ​ໄປ​ພົບ​ຂະ​ບວນ​ແຫ່, ນາງ​ເລ​ເບ​ກາ “ກໍ​ລົງ​ຈາກ​ຫລັງ​ອູດ.”20 ​ແລະ ມັນ​ກ່າວ​ຕື່ມ​ວ່າ ​“ແລະ ລາວ​ກໍ​ຮັກ​ນາງ.”21 ນີ້​ຄື​ຕອນ​ທີ່​ຂ້າພະ​ເຈົ້າຫັນ​ໃຈ​​ໃຫຍ່!

ສຳລັບນາງ​ເລ​ເບ​ກາ ​ແລະ ​ນາງຄຣິສຕີ​ນາ, ການທີ່​ຢືນ​ຢູ່​ໃນ​ສະຖານ​ທີ່​ສັກສິດ ບໍ່​ໄດ້​ເປັນ​ສິ່ງ​ງ່າຍ. ການ​ບໍ່​ຫວັ່ນ​ໄຫວ​ບໍ່​ໄດ້​ເປັນ​ສິ່ງ​ງ່າຍ. ລົມ​ພັດ​ມາ​ຢ່າງ​ແຮງ, ນ້ຳ​ໃນ​ສ້າງ​ແມ່ນໜັກ​ຫລາຍ, ​ແລະ ການ​ຈາກ​ບ້ານເຮືອນທີ່ຄຸ້ນເຄີຍ​ ​ແລະ ຈາກ​ຊີວິດ​ເກົ່າ​ບໍ່​ໄດ້​ເປັນ​ສິ່ງ​ງ່າຍ. ​ແຕ່​ເຂົາ​ເຈົ້າ​ໄດ້​ເລືອກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ​ເຂົາ​ເຈົ້າ​ໄດ້​ຖືກ​ນຳພາ​ໂດຍ​ພຣະວິນ​ຍານ​ບໍລິສຸດ. ​ເຂົາ​ເຈົ້າ​ເປັນ​ຄົນ​ມີ​ຄຸນ​ນະ​ທຳ, ​ແລະ ​ເຂົາ​ເຈົ້າ​ໄດ້​ຕຽມ​ຕົວ​ເອງ​ທີ່​ຈະ​ເຮັດ ​ແລະ ຮັກສາ​ພັນທະ​ສັນຍາ. ພຣະຜູ້​ຊ່ອຍ​ໃຫ້ລອດ​ໄດ້​ມາ​ເກີດ​​ໃນ​ຕະກຸນ​ຂອງ​ນາງ​ເລ​ເບ​ກາ​ນີ້. ນາງ​ຮູ້​ວ່າ​ສິ່ງ​ນີ້​ຈະ​ເກີດຂຶ້ນບໍ? ຄົງ​ບໍ່​ຮູ້! ການ​ເລືອກ​ຂອງ​ພວກ​ເຈົ້າສຳຄັນ​ບໍ​ໃນ​ຕອນ​ນີ້? ​ແມ່ນ​ແລ້ວ!

ເພື່ອນ​ຍິງໜຸ່ມ​ທັງຫລາຍ, ຫລາຍ​ລຸ້ນຄົນ​​ເພິ່ງ​ພາການ​ເລືອກ, ​ຄວາມ​ບໍລິສຸດ​, ແລະ ຊີວິດ​ທີ່​ມີຄ່າ​ຄວນ​ຂອງ​ພວກ​ເຈົ້າ. ຢ່າ​ຫວັ່ນ​ໄຫວ! ພວກ​ເຈົ້າມີ​ຈຸດ​ເປົ້າໝາຍ​ທີ່​ຍິ່ງ​ໃຫຍ່​ຢູ່​ທາງ​ໜ້າ​ພວກ​ເຈົ້າ. ນີ້​ແມ່ນ​ໂອກາດ​ຂອງ​ພວກ​ເຈົ້າ! ຂ້າພະ​ເຈົ້າ​ເຊື່ອ​ວ່າ ຍິງ​ໜຸ່ມ​ທີ່​ມີ​ຄຸນ​ນະ​ທຳຄົນ​ໜຶ່ງ, ທີ່​ນຳພາ​ໂດຍ​ພຣະວິນ​ຍານ, ສາມາດ​ປ່ຽນ​ແປງ​ໂລກ​ໄດ້!

​ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດຊົງ​ພຣະຊົນ​ຢູ່! ພຣະອົງ​ຈະສະຖິດ​ຢູ່​ນຳ​ພວກ​ເຈົ້າ. ພຣະອົງ​ຈະ​ຊ່ອຍ​ເຫລືອ​ພວກ​ເຈົ້າ. ​ແລະ “​ໃນ​ເວລາ​ທີ່​ຫຍຸ້ງຍາກ, ​“ເຫລົ່າທູດ [ຈະ] ອ້ອມ​ຮອບ​​ພວກ​ເຈົ້າ​ໄວ້, ​ເພື່ອ​ຄ້ຳ​ຊູ​ພວກ​ເຈົ້າ.”22 ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

ສະ​ແດງ​​​ແຫ​ລ່ງ​ອ້າງ​ອີງ

    ​ແຫ​ລ່ງອ້າງ​ອີງ

  1.  

    1. ​ເບິ່ງ Doctrine and Covenants 87:8.

  2.  

    2. ​ເບິ່ງ Mosiah 5:15.

  3.  

    3. ຄຳ​ຂວັນ​ຂອງ​ກຸ່ມ​ຍິງ​ໜຸ່ມ, ​ໃນ Young Women Personal Progress (booklet, 2009), 2.

  4.  

    4. ​ເບິ່ງ ​ໂມ​ໄຊ​ຢາ 18:9.

  5.  

    5. 2 ນີ​ໄຟ 32:5.

  6.  

    6. ​ເບິ່ງ ​ໂມ​ໄຊ​ຢາ 18:9.

  7.  

    7. 1 ​ໂກຣິນ​ໂທ 3:16.

  8.  

    8. Dallin H. Oaks, “The Great Plan of Happiness,” Ensign, Nov. 1993, 74.

  9.  

    9. ​ໂມ​ໂຣ​ໄນ 9:9.

  10.  

    10. ​​ເບິ່ງ Doctrine and Covenants 25:2.

  11.  

    11. ​ເບິ່ງ 1 ​ໂກຣິນ​ໂທ 6:9; 1 ​ເທ​ຊະ​ໂລ​ນິກ 5:22; 2 ຕີ​ໂມ​ທຽວ 2:22; Doctrine and Covenants 9:13.

  12.  

    12. ເບິ່ງ ສຳລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ (ປຶ້ມນ້ອຍ, 2011), 28–29.

  13.  

    13. ​ເບິ່ງ ປະຖົມ​ມະ​ການ 24.

  14.  

    14. ປະຖົມ​ມະ​ການ 24:20.

  15.  

    15. ປະຖົມ​ມະ​ການ 24:28.

  16.  

    16. ປະຖົມ​ມະ​ການ 24:58.

  17.  

    17. ​ເບິ່ງ 1 ນີ​ໄຟ 3:7.

  18.  

    18. ປະຖົມ​ມະ​ການ 24:60.

  19.  

    19. ​ເບິ່ງ Doctrine and Covenants 88:40.

  20.  

    20. ປ​ະຖົມ​ມະ​ການ 24:64.

  21.  

    21. ປະຖົມ​ມະ​ການ 24:67.

  22.  

    22. ​ເບິ່ງ Doctrine and Covenants 84:88.