ການ​ເດີນທາງ​ກັບ​ບ້ານ​ດ້ວຍ​ຄວາມສຸກ​ສັນ​ຂອງ​ພວກ​ເຈົ້າ

​ໂດຍ​ ປະທານດີ​ເດີ ​ແອັຟ ອຸກ​ດອບ

ທີ່​ປຶກສາ​ທີ​ສອງ​ໃນ​ຝ່າຍ​ປະທານ​ສູງ​ສຸດ


​ດີ​ເດີ ​ແອັຟ ອຸກ​ດອບ
ເມື່ອ​ພວກ​ເຈົ້າ​ໃຊ້​ແຜນ​ທີ່ຂອງ​ພຣະບິດາ​ທີ່​ແສນ​ຮັກ​ດ້ວຍ​ຄວາມ​ຊື່ນ​ຊົມ ຊຶ່ງ​ໄດ້​ຕຽມ​ໄວ້​ສຳລັບ​ການ​ເດີນທາງ​ຂອງ​ພວກ​ເຈົ້າ, ມັນຈະນຳພາພວກເຈົ້າໄປຫາສະຖານທີ່ສັກສິດ ແລະ ​ແລ້ວ​ພວກ​ເຈົ້າຈະ​ຂຶ້ນ​ເຖິງ​ຈຸດ​ສູງ​ສຸດ​ຂອງ​ພວກ​​ເຈົ້າ.

ຖື​ວ່າ​ເປັນ​ກຽດ​ຢ່າງ​ຍິ່ງ​ໃນ​ຄ່ຳຄືນ​ນີ້ ທີ່ປະທານທອມ​ມັສ ​ແອັສ ມອນ​ສັນ, ສາດສະດາ​ທີ່​ຮັກ​ຂອງ​ເຮົາ ​ໄດ້​ມາ​ຮ່ວມ​ນຳ​ພວກ​ເຮົາ. ປະທານມອນ​ສັນ, ພວກ​ເຮົາ​ໄດ້​ອະທິຖານ​ເພື່ອ​ທ່ານ​ສະ​ເໝີ.

​ເພື່ອນ​ໜຸ່ມ​ທັງຫລາຍ, ຂອບ​ໃຈ​ຫລາຍໆ​ສຳລັບ​ສຽງ​ເພງ ​ແລະ ຖ້ອຍ​ຄຳ​ທີ່​ໄດ້​ກ່າວ​ໄປ​ນັ້ນ. ​ທັງ​ໝົດດົນ​ໃຈ ​ແລະ ​ເໝາະ​ສົມ​ສຳລັບ​ວັນ​ອິດສະ​ເຕີ, ​ເປັນ​ເທດສະການ​ທີ່​ສັກສິດ ຊຶ່ງ​ເຮົາ​ສະ​ເຫລີມສະຫລອງ​ໃນ​ອາທິດ​ນີ້.

​ຂ້າພະ​ເຈົ້າດີ​ໃຈ​ຫລາຍ​ທີ່​ໄດ້​ມາ​ຮ່ວມ​ນຳ​ພວກ​ເຈົ້າ, ນຳ​ແມ່ ​ແລະ ຜູ້ນຳ​ທີ່​ປະ​ເສີດ​ຂອງ​ພວກ​ເຈົ້າ. ພວກ​ເຈົ້າມີ​ວິນ​ຍານ​ທີ່​ຮຸ່ງ​ເຫລື້ອມ ​ແລະ ຮອຍ​ຍິ້ມ​ທີ່​ປະ​ທັບ​ໃຈ​. ພຣະຜູ້​ເປັນ​ເຈົ້າຮູ້ຈັກ ​ແລະ ຄົງຫລຽວ​ເບິ່ງ​ພວກ​ເຈົ້າດ້ວຍ​ຄວາມ​ພໍພຣະ​ໄທ​ຈາກ​ສະຫວັນ​ຢ່າງ​ແນ່ນອນ.

ຂ້າພະ​ເຈົ້າ​ໄດ້​ເຕີບ​ໂຕ​ຂຶ້ນຢູ່​​ເມືອງສະ​ວິກກາ, ອາ​ດີດ​ເຢຍລະ​ມັນ​ຕາ​ເວັນ​ອອກ. ຕອນ​ຂ້າພະ​ເຈົ້າມີ​ອາຍຸ​ໄດ້ 11 ປີ, ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ຖືກ​ກ່າວ​ຫາວ່າ​ເປັນ​ຄົນ​ຕໍ່ຕ້ານ​ປະ​ເທດ​ຊາດ, ​ແລະ ພໍ່​ແມ່​ຂອງ​ຂ້າພະ​ເຈົ້າຮູ້ສຶກ​ວ່າ ສິ່ງ​ທີ່​ດີ​ທີ່​ສຸດ​ສຳລັບ​ຄອບຄົວ​ແມ່ນ​ຕ້ອງ​ໄດ້​​ໂຕນໜີ​ໄປ​ຫາ​ເຢຍລະ​ມັນ​ຕາ​ເວັນ​ຕົກ. ພວກ​ເຮົາ​ໄດ້​ຕົກລົງ​ກັນ​ວ່າ ຕ້ອງ​ໄດ້​ໜີ​ໄປ​ຄົນ​ລະ​ເທື່ອ ​ແລະ ​ໄປ​ຄົນ​ລະ​ທາງ, ປະ​ຖິ້ມຊັບ​ສິນ​ທັງ​ໝົດ​ໄວ້​ຂ້າງ​ຫລັງ.

​ໂດຍ​ທີ່​ພໍ່​ຂອງ​ຂ້າພະ​ເຈົ້າຕ້ອງ​ສ່ຽງ​ໄພທີ່​ສຸດ, ​ເພິ່ນຈຶ່ງ​ໄດ້​ເດີນ​ລັດ​ຜ່ານ​ເມືອງ​​ເບີ​ລິນໄປ. ພວກອ້າຍ​ຂອງຂ້າພະ​ເຈົ້າ​ໄດ້​​ຂຶ້ນ​ໄປ​ທາງ​ເໜືອ, ​ແລະ ທຸກ​ຄົນ​ກໍ​ໄດ້​ຊອກ​ຫາ​ທາງ​ໄປ​ຫາ​​ເຢຍລະ​ມັນຕາ​ເວັນ​ຕົກ​ດ້ວຍ​ຕົນ​ເອງ. ເອື້ອຍ​ຂອງ​ຂ້າພະ​ເຈົ້າ—ຜູ້​ອາດ​ມີ​ອາຍຸ​ເທົ່າ​ກັນ​ກັບ​ຫລາຍ​ຄົນ​​ໃນ​ພວກ​ເຈົ້າ—ພ້ອມ​ດ້ວຍ ແຮ​ວກາ ຟາ​ສະມັນ, ຄູ​ສອນ​ຢູ່​ຊັ້ນຍິງ​ໜຸ່ມ​ຂອງ​ນາງ, ​ແລະ ຄົນ​ອື່ນໆ​ໄດ້​ຂຶ້ນລົດ​ໄຟ​ທີ່​ເດີນ​ຜ່ານຈຸດ​ນ້ອຍ​ໜຶ່ງ​ຂອງ​​ເຂດ​ເຢຍລະ​ມັນ​ຕາ​ເວັນ​ຕົກ​ໄປ​. ​ເຂົາ​ເຈົ້າ​ໄດ້​ຈ້າງ​ພະນັກງານ​ລົດ​ໄຟ​ໃຫ້​ເປີດ​ລ໊ອກປະຕູ​ໃຫ້​​ເຂົາ​ເຈົ້າ, ຕອນ​ລົດ​ໄຟ​ຜ່ານ​ໄປ​ໃນ​ເຂດ​ເຢຍລະ​ມັນ​ຕາ​ເວັນ​ຕົກ, ​ແລະ ​ເຂົາ​ເຈົ້າ​ໄດ້​ໂດດ​ລົງ​ຈາກ​ລົດ​ໄຟ​ທີ່​ກຳລັງ​ແລ່ນ​ໄປ. ຂ້າພະ​ເຈົ້າຍ້ອງຍໍ​​ເອື້ອຍ​ຂອງ​ຂ້າພະ​ເຈົ້າ​​ເພາະຄວາມ​ກ້າຫານ​ຂອງ​ນາງ.

ຂ້າພະ​ເຈົ້າ​ເປັນ​ລູກ​ຫລ້າ, ​ແລະ ​ແມ່​ຂອງ​ຂ້າພະ​ເຈົ້າ​ໄດ້​ຕັດສິນ​ໃຈ​ວ່າ ​ເພິ່ນກັບ​ຂ້າພະ​ເຈົ້າຄວນ​ຍ່າງ​​ໄປ​ຕາມ​ພູ​ທີ່​ຂັ້ນລະຫວ່າງສອງ​ປະ​ເທດ. ຂ້າພະ​ເຈົ້າຈື່​ໄດ້​ວ່າ ​ເພິ່ນ​ໄດ້​ຫໍ່​ເອົາ​ຂອງ​ກິນ​ຄື​ກັນ​ກັບ​ວ່າ​ພວກ​ເຮົາ​ຈະ​ໄປ​ກິນ​ເຂົ້າປ່າ​ນີ້​ແຫລະ.

ພວກ​ເຮົາ​ໄດ້​ຂີ່​ລົດ​ໄຟ​ໄປ​​ໄກໆ​ເທົ່າທີ່​ພວກ​ເຮົາ​ສາມາດ​ໄປ​ໄດ້ ​ແລ້ວ​ໄດ້​ພາກັນ​ຍ່າງ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ, ມຸ້ງ​ໜ້າ​ໄປ​ຫາ​ເຂດ​ເຢຍລະ​ມັນ​ຕາ​ເວັນ​ຕົກ. ​ທັງ​ສອງ​​ເຂດໄດ້​ຖືກ​ຍາມ​ໄວ້​ຢ່າງ​ແໜ້ນໜາ, ​ແຕ່​ພວກ​ເຮົາ​ມີ​ແຜນ​ທີ່ ​ແລະ ຮູ້ຈັກ​ເວລາ ​ແລະ ສະຖານ​ທີ່​ຂ້າມ​​​ເຂດ​ບ່ອນ​ທີ່​ປອດ​ໄພ. ຂ້າພະ​ເຈົ້າ​ເຫັນ​ໄດ້​ວ່າ ​ແມ່​ຂອງ​ຂ້າພະ​ເຈົ້າມີ​ຄວາມກັງວົນ​ຫລາຍ. ​ເພິ່ນ​ໄດ້​ສັງ​ເກດ​ເບິ່ງ​ແຖວ​ນັ້ນຢ່າງ​ລະມັດລະວັງ ​ເພື່ອ​ເບິ່ງ​ວ່າມີ​ຄົນ​ຕິດຕາມ​ພວກ​ເຮົາ​​ມາຫລື​ບໍ່. ​​ແຕ່​ລະບາດ​ກ້າວຂອງ​ເພິ່ນ​ໄດ້ສະ​ແດງ​ບອກ​ວ່າ ​ເພິ່ນ​ອິດ​ເມື່ອຍ​ຫລາຍ. ຂ້າພະ​ເຈົ້າ​ໄດ້​ຊ່ອຍຫິ້ວ​ຖົງໜັກ​ຂອງ​ເພິ່ນທີ່​​ເຕັມ​ໄປ​​ດ້ວຍອາຫານ, ທັງ​ເອກະສານ​ທີ່​ສຳຄັນ, ​ແລະ ຮູບ​ຂອງ​ຄອບຄົວ ​​ໃນ​ຂະນະ​ທີ່ພວກ​ເຮົາ​ຍ່າງ​ຂຶ້ນຄ້ອຍ​ພູ​ໜ່ວຍ​ສຸດ​ທ້າຍ. ​​ເພິ່ນ​ຄິດ​ວ່າ​ພວກ​ເຮົາ​ໄດ້​ຍ່າງ​ຂ້າມ​​ເຂດ​ໄປ​ແລ້ວ. ​ເມື່ອ​ເພິ່ນຮູ້ສຶກ​ວ່າ​ປອດ​ໄພ​, ພວກ​ເຮົາ​ໄດ້​ນັ່ງ​ລົງ ​ແລະ ​ເລີ່​ມຕົ້ນກິນ​ເຂົ້າທ່ຽງ. ​ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ເປັນ​ເທື່ອ​ທຳ​ອິດ​ໃນ​ມື້ນັ້ນທີ່​ແມ່​ຂອງ​ຂ້າພະ​ເຈົ້າສາມາດ​ຫັນ​ໃຈ​ສະ​ບາຍ.

​ແລ້ວ​ພວກ​ເຮົາ​ໄດ້​ຫລຽວ​ເຫັນ​ປ້າຍ​ໝາຍ​ເຂດ. ມັນ​ຍັງ​ຢູ່​ໄກ​ຈາກບ່ອນ​ພວກ​ເຮົາ​ນັ່ງ! ພວກ​ເຮົາ​ໄດ້​ນັ່ງ​ກິນ​ເຂົ້າຢູ່​ຜິດ​ເຂດ. ພວກ​ເຮົາ​ຍັງ​ຢູ່​ໃນ​ເຂດ​ເຢຍລະ​ມັນ​ຕາ​ເວັນ​ອອກ!

​ແລະ ທະຫານ​ຍາມ​ອາດ​ມາ​​ເຫັນ​ພວກ​ເຮົາ​ໃນ​ຕອນ​ນັ້ນ!

​ແມ່​ຂອງ​ຂ້າພະ​ເຈົ້າ​ໄດ້​ຟ້າວ​ຫຸບ​​ເອົາ​ຫໍ່​ເຂົ້າ​ທັນທີ, ​ແລະ ພວກ​ເຮົາ​ໄດ້​ຍ່າງ​ຂຶ້ນພູ​ໄປ​ອີກ​ຢ່າງ​ໄວ. ​ເທື່ອ​ນີ້​ພວກ​ເຮົາ​ບໍ່​ໄດ້​ຢຸດ​ຈົນ​ກວ່າ​ພວກ​ເຮົາ​ຮູ້​ຄັກ​ແນ່​ວ່າ ພວກ​ເຮົາ​ໄດ້​ໄປ​ເຖິງ​ເຂດ​ຂອງ​ເຢຍລະ​ມັນ​ຕາ​ເວັນ​ຕົກທີ່​ປອດ​ໄພ​ແລ້ວ.

​ເຖິງ​ແມ່ນ​ວ່າ ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ​ໄດ້​ລັກ​ໜີ​ໄປ​ໃນ​ທິດ​ທາງ​ທີ່​ແຕກ​ຕ່າງ​ກັນ ​ແລະ ​ໄດ້​ປະ​ເຊີນ​ກັບ​ບັນຫາ​ທີ່​ຫຍຸ້ງຍາກ​ໃນ​ລະຫວ່າງ​ການ​​ເດີນທາງ, ​ແຕ່​ໃນ​ທີ່​ສຸດ​ພວກ​ເຮົາ​ທຸກ​ຄົນ​ກໍໄດ້​ໄປ​ເຖິງ​ຢ່າງ​ປອດ​ໄພ ​ແລະ ຢູ່​ຮ່ວມ​ກັນ​ອີກ​ເປັນ​ຄອບຄົວ. ມັນ​ເປັນ​ວັນ​ທີ່ຊື່ນ​ຊົມ​ຫລາຍ​ທີ່​ສຸດ!

​​ເລື່ອງ​ເລົ່າ​ກ່ຽວ​ກັບ​ການ​ເດີນທາງ

ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ເລົ່າ​ໃຫ້​ພວກ​ເຈົ້າ​ຟັງ ​ແມ່ນ​ປະສົບ​ການ​ຊີວິດ ຊຶ່ງ​ເປັນ​ການ​ເດີນທາງ​ທີ່ລ້ຳຄ່າ​ທີ່​ສຸດ​ສຳລັບ​ຂ້າພະ​ເຈົ້າ. ​ເມື່ອ​ຂ້າພະ​ເຈົ້າຫວນ​ຄິດ​ຄືນຫລັງ, ຂ້າພະ​ເຈົ້າຍັງຈື່ “ການ​ເດີນທາງ” ​ເຊັ່ນ​ນັ້ນຂອງ​ຂ້າພະ​ເຈົ້າຫລາຍໆ​ເທື່ອ​​ໄດ້ຢູ່. ບໍ່​ແມ່ນທັງ​ໝົດທີ່ກ່ຽວ​ກັບ​ການ​ເດີນ​ທາງຂ້າມພູ ຫລື ຂ້າມ​ເຂດ​ດ່ານ; ບາງ​ຢ່າງ​ແມ່ນ​ກ່ຽວ​ກັບ​ການ​ເອົາ​ຊະນະ​ການ​ທົດ​ລອງ ຫລື ການ​ເຕີ​ບ​ໂຕ​ທາງ​ວິນ​ຍານ. ​ແຕ່​ທຸກ​ຢ່າງ​ກໍ​ເປັນ​ການ​ເດີນທາງ​ທັງ​ນັ້ນ. ຂ້າພະ​ເຈົ້າ​ເຊື່ອ​ວ່າ ຊີວິດນີ້​ເປັນ “​ເລື່ອງ​ເລົ່າ​ກ່ຽວ​ກັບການ​ເດີນທາງ” ຂອງ​ແຕ່ລະຄົນ.

ຂ້າພະ​ເຈົ້າ​ເຊື່ອ​ວ່າ ພວກ​ເຈົ້າກໍ​ຮູ້​ວ່າທຸກໆ​ວັດທະນະທຳ​ຈະ​ເຕັມ​ໄປ​ດ້ວຍ​ເລື່ອງ​ເລົ່າ​ກ່ຽວ​ກັບ​ການ​ເດີນທາງ. ຕົວຢ່າງ, ພວກ​ເຈົ້າອາດ​ຈື່​​ເລື່ອງນາງດໍ​ລໍ​ຕີ ກັບ​ໝາ​ຂອງ​ນາງຊື່ ໂຕ​ໂຕ ​ໄດ້, ​ໃນ​ເລື່ອງ The Wizard of Oz. ນາງດໍ​ລໍ​ຕີ ກັບ ໂຕ​ໂຕ ​ໄດ້​ຖືກລົມ​ບ້າໝູ​ພັດ​ຂຶ້ນ ​ແລະ ສົ່ງ​ໄປ​ຫາ​ນະຄອນ ​ໂອສ໌. ຢູ່​ທີ່​ນັ້ນ, ນາງດໍ​ລໍ​ຕີ​ໄດ້​ພົບ​ເຫັນ​​ເສັ້ນທາງ​ລາດ​ດ້ວຍ​ດິນ​ຈີ່ສີ​ເຫລືອງ ຊຶ່ງ​ເປັນ​ທາງ​ທີ່ພາ​ນາງ​ກັບ​ບ້ານ.

​ແລ້ວ​ກໍ​ມີ​ເລື່ອງ​ກ່ຽວ​ກັບທ່ານ ອີ​ບີ​ນີ​ເຊີ ສະກຣູຈ໌, ​ຢູ່​ໃນ​ປຶ້ມຂອງທ່ານ ຊາລ ດິກ​ເກັນ​ສ໌ ຊຶ່ງ​ການ​ເດີນທາງ​ຂອງ​ລາວ​ບໍ່​ແມ່ນ​ຈາກ​ບ່ອນໜຶ່ງ ​ໄປ​ຫາ​ອີກ​ບ່ອນ​ໜຶ່ງ, ​ແຕ່​ຈາກ​ເວລາ​ໜຶ່ງ ​ໄປ​ຫາ​ອີກ​ເວລາ​ໜຶ່ງ. ມັນ​ເປັນ​ການ​ເດີນທາງ​ຢູ່​ໃນ​ໃຈ​ຂອງ​ລາວ​ເອງ, ​ແລະ ມັນ​ຊ່ອຍ​ລາວ​ໃຫ້​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ຈຶ່ງ​ກາຍ​ເປັນ​ຄົນ​ທີ່​ລາວ​​ເປັນຢູ່​ໃນ​ຕອນ​ນັ້ນ ​ແລະ ຈະ​ມີ​ຫຍັງ​ເກີດ​ຂຶ້ນຖ້າ​ຫາກ​ລາວ​​ສືບ​ຕໍ່​ເດີນທາງ​ຕໍ່​ໄປ​ຢູ່​ໃນ​ຄວາມ​ຂີ້​ຖີ່, ​ເຫັນ​ແກ່​ຕົວ, ​ແລະ ອະກະຕັນຍູ​ຂອງ​ລາວ.1

​ປຶ້ມ​ເຫລັ້ມໜຶ່ງໃນ​ຈຳນວນ​ປຶ້ມ​​ເລື່ອງ​ທີ່​ເດັ່ນຂອງ​ຄົນຈີນ​ກ່ຽວ​ກັບ​ການ​ເດີນທາງ ​​ແມ່ນ Journey to the West. ​​ແຕ່ງ​ຂຶ້ນ​ໃນ​ສັດຕະວັດ​ທີ 16, ​ໄດ້​ບອກ​ກ່ຽວ​ກັບ​ການ​ເດີນທາງ​ຂອງ​ຄູບາ​ອົງ​ໜຶ່ງ, ຜູ້​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ຈາກ​ໝູ່​ເພື່ອນ​ທີ່​ດີ​ສີ່​ຄົນ, ​​ໃນ​ການ​ເດີນທາງ​ໄປສູ່ຄວາມ​ເຂົ້າ​ໃຈ​ທາງ​ວິນ​ຍານ.

​ແລະ ກໍ​ມີ​ເລື່ອງ​ໜຶ່ງ​ອີກ​ກ່ຽວ​ກັບ​ທ້າວບຽວ​ໂບ ​ແບກ​ກິນ​ສ໌, ​ເປັນ​ຊາວຮອບ​ບິດ ທີ່​ຖ່ອມ​ຕົນ ຜູ້​ມັກ​ຢູ່​ບ້ານ ​ແລະ ກິນ​ແກງ​ຂອງ​ລາວ. ​ແຕ່​ຫລັງ​ຈາກມີ​ຄົນ​ມາ​ເຄາະ​ປະຕູ​ເຮືອນ​ຂອງ​ລາວ, ລາວ​ຄິດ​ຢາກ​ເຫັນ​ບ່ອນ​ທີ່​ລາວ​ບໍ່​ເຄີຍ​ເຫັນ​ມາ​ກ່ອນ ​ແລະ ​ໄດ້​ອອກ​​ເດີນທາງ​ໄປ​ກັບພໍ່​ມົດ ​ແລະ ກຸ່ມ​ຄົນ​​​ເຕ້ຍ ​ເພື່ອ​ບັນລຸ​ພາລະກິດ​ທີ່ອັນຕະລາຍ ​ແຕ່​ສຳຄັນ​ທີ່​ສຸດ.2

​ເລື່ອງ​ເລົ່າ​ສຳລັບ​ທຸກ​ຄົນ

​ເຮົາ​ມັກ​​ເລື່ອງ​ເລົ່າ​ກ່ຽວ​ກັບການ​ເດີນທາງ​ເຫລົ່າ​ນີ້ບໍ່ ເພາະວ່າ​ເຮົາ​ເຫັນ​ຕົນ​ເອງ​ຢູ່​ໃນ​ຕົວ​ຂອງ​ຄົນ​ເດີນທາງ​ເຫລົ່ານັ້ນ? ຄວາມ​ສຳ​ເລັດ​ຜົນ ​ແລະ ຄວາມ​ລົ້ມ​ເຫ​ລວຂອງ​ເຂົາ​ເຈົ້າສາມາດ​ຊ່ອຍ​ເຮົາພົບ​ເຫັນ​ເສັ້ນທາງ​ໃນ​ຊີວິດ​ຂອງ​ເຮົາ​ໄດ້. ວິ​ດີ​ໂອ​ທີ່​ເຮົາ​ຫາ​ກໍ​ໄດ້​ເບິ່ງ ບອກ​ເຖິງ​ການ​ເດີນທາງ​ທີ່​ດີ​ເລີດ​ຄື​ກັນ. ບາງທີ​​ເຂົາ​ເຈົ້າຍັງ​ເຕືອນ​ເຮົາ​ອີກ​ກ່ຽວ​ກັບ​ເລື່ອງ​ເລົ່າ​ທີ່​ເຮົາ​ຮູ້ຈັກ​ດີ—​ເລື່ອງ​ທີ່​ເຮົາ​ເປັນ​ພາກສ່ວນ​ທີ່​ສຳຄັນ.

​ເລື່ອງ​ນີ້​ໄດ້​ເລີ່​ມຕົ້ນດົນ​ນານ​ມາ​ແລ້ວ. ດົນ​ນານ​ກ່ອນ​ໂລກ​ນີ້​ໄດ້​ໝຸນ​ວຽນ​ຢູ່​ໃນ​ວົງ​​ໂຄຈອນ​ຂອງ​ມັນ, ດົນ​ນານ​ກວ່າ​ດວງ​ຕາ​ເວັນ​ເລີ່ມ​ຕົ້ນສົ່ງ​ຄວາມ​ຮ້ອນ​ຂອງ​ມັນ​ອອກ​ໄປ​ຫາ​ບ່ອນ​ໜາວ​ເຢັນ, ດົນ​ນານ​ກວ່າ​ສັດສາ​ວາ​ສິ່ງ​ທັງ​ນ້ອຍ​ ​ແລະ ​ໃຫຍ່ ປະກົດຂຶ້ນຢູ່​ໃນ​ໂລກ​ນີ້. ​ໃນຕອນຕົ້ນ​ຂອງ​ເລື່ອງ​ນີ້, ພວກ​ເຈົ້າ​​ເຄີຍ​ໄດ້​ຢູ່​ໃນ​​ແດນ​ໄກທີ່​ສວຍ​ງາມບ່ອນ​ໜຶ່ງ.

​ເຮົາ​ບໍ່​ຮູ້​ຈັກ​ລາຍ​ລະອຽດ​ກ່ຽວ​ກັບ​ຊີວິດ​ກ່ອນ​ເກີດ, ​ແຕ່​ເຮົາ​ຮູ້​ບາງຢ່າງ—ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ໄດ້​ເປີດ​ເຜີຍ​ຕໍ່​ເຮົາ​ໃຫ້​ຮູ້​ວ່າພຣະອົງ​ເປັນ​ໃຜ, ​ເຮົາ​ເປັນ​ໃຜ, ​ແລະ ​ເຮົາ​ສາມາດ​ກາຍ​ເປັນຄົນ​ແບບ​ໃດ.

ຢູ່​ໃນ​ສະພາວະ​ທຳ​ອິດ​ນັ້ນ, ພວກ​ເຈົ້າຮູ້ຢ່າງ​ແນ່ນອນ​ວ່າ ພຣະ​ເຈົ້າມີ​ຈິງ ​ເພາະ​ພວກ​ເຈົ້າ​ໄດ້​ເຫັນ ​ແລະ ​ໄດ້​ຍິນ​ພຣະອົງ. ພວກ​ເຈົ້າຮູ້ຈັກ​ພຣະ​ເຢຊູ​ຄຣິດ, ຜູ້​ຈະ​ກາຍ​ເປັນ​ລູກ​ແກະ​ຂອງ​ພຣະ​ເຈົ້າ. ພວກ​ເຈົ້າມີ​ສັດທາ​ໃນ​ພຣະອົງ. ​ແລະ ພວກ​ເຈົ້າຮູ້​ວ່າວິຖີ​ຊີວິດ​ຂອງ​ພວກ​ເຈົ້າ ບໍ່​ແມ່ນ​ຕ້ອງ​ຢູ່​ໃນ​ບ່ອນ​ປອດ​ໄພ​ໃນ​ໂລກ​ກ່ອນ​ເກີດ​ນັ້ນຕະຫລອດ​ໄປ. ​ເຖິງ​ແມ່ນ​ພວກ​ເຈົ້າມັກ​ສະພາວະ​ນິລັນດອນ​ນັ້ນກໍ​ຕາມ, ​ແຕ່ພວກ​ເຈົ້າຮູ້​ວ່າ ພວກ​ເຈົ້າຢາກ ​ແລະ ຕ້ອງ​ໄດ້​ອອກ​ເດີນທາງ. ພວກ​ເຈົ້າຕ້ອງ​ໄດ້​ຈາກ​ອ້ອມ​​ແຂນ​ຂອງ​ພຣະບິດາ​ຂອງ​ພວກ​ເຈົ້າ, ຜ່ານ​ຜ້າ​ມ່ານ​ແຫ່ງ​ຄວາມຫລົງ​ລືມ, ມາ​ຮັບ​ເອົາ​ຊີວິດ​ມະຕະ, ​ແລະ ມາ​ຮຽນ​ຮູ້ ​ແລະ ປະສົບ​ກັບ​ສິ່ງ​ທີ່​ຈະ​ຊ່ອຍ​ເຫລືອ​ພວກ​ເຈົ້າ​ໃຫ້​ເຕີບ​ໂຕ ​ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ຫລາຍ​ຂຶ້ນ ​ແລະ ກັບ​ໄປ​ສູ່​ທີ່​ປະ​ທັບ​ຂອງ​ພຣະອົງ.

​ໃນ​ສະຖານ​ທີ່​ສັກສິດ​ນັ້ນ, ອ້ອມ​ຮອບ​ໄປ​ດ້ວຍ​ຄົນ​ທີ່​ພວກ​ເຈົ້າຮູ້ຈັກ ​ແລະ ຮັກ​ແພງ, ຄຳ​ຖາມ​ທີ່ສຳຄັນຂອງ​ພວກ​ເຈົ້າອາດ​ເປັນ​ວ່າ “​ເຮົາ​ຈະ​ສາມາດ​​ກັບ​ຄືນ​​ໄປ​ຫາ​ບ້ານ​ສະຫວັນຂອງ​ເຮົາ​ດ້ວຍ​ຄວາມ​ປອດ​ໄພ​​ໄດ້​ແນວ​ໃດ?”

ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ເກີນ​ກວ່າ​ພວກ​ເຈົ້າຈະ​ຄວບ​ຄຸມ​ໄດ້. ຊີວິດ​ມະຕະ​ຈະ​ຫຍຸ້ງຍາກ, ​ເຕັມ​ໄປ​ດ້ວຍ​ປະສົບ​ການທີ່​ບໍ່​ຄາດ​ຄິດ​ໃນເສັ້ນທາງ​ເປັນ​ບາງ​ຄັ້ງ​ ​ເຊັ່ນ: ຄວາມ​ເຈັບ​ປ່ວຍ, ​ເຈັບ​ປວດ​ໃຈ, ອຸປະຕິ​ເຫດ, ຄວາມ​ຂັດ​ແຍ້​ງ.

​ໂດຍ​ທີ່​ລືມ​ຊີວິດ​ກ່ອນ​ເກີດ—ບໍ່​ຈື່​ຈຳ​ວ່າ​ພວກ​ເຈົ້າ​ເຄີຍ​ຢູ່​ນຳພຣະບິດາ​ຢູ່​ໃນ​ສະຫວັນ—ພວກ​ເຈົ້າຈະ​ຈື່​ສຸລະສຽງ​ຂອງ​ພຣະອົງ​​ໄດ້ຢູ່​ບໍ ​ໃນ​ທ່າມກາງ​ສຽງອຶກ​ກະ​ທຶກ ​ແລະ ສິ່ງ​ລົບ​ກວນ​ທັງ​ໝົດ​ໃນ​ຊີວິດ​ມະຕະ​ນີ້?

​ເສັ້ນທາງ​ຢູ່​ຂ້າງ​ໜ້າ​ເບິ່ງ​ຄື​ວ່າ​ຍາວ​​ໄກ ​ແລະ ບໍ່​ແນ່ນອນ—​ເຕັມ​ໄປ​ດ້ວຍ​ການ​ສ່ຽງ​ໄພ.

ມັນ​ບໍ່​ເປັນ​ສິ່ງ​ງ່າຍ, ​ແຕ່​ພວກ​ເຈົ້າຮູ້​ວ່າ​ມັນ​ກຸ້ມ​ຄ່າ.

ສະນັ້ນ, ຢູ່​ທີ່​ນັ້ນພວກ​ເຈົ້າ​ໄດ້ຢືນ​ຢູ່​ຕົ້ນທາງ​ນິລັນດອນ​ຂອງ​ພວກ​ເຈົ້າ, ຕຽມ​ພ້ອມດ້ວຍ​ຄວາມ​ຕື່ນ​ເຕັ້ນ ​ແລະ ຄວາມ​ຫວັງ​ຈົນ​ເວົ້າບໍ່​ອອກ—​ແລະ ຂ້າພະ​ເຈົ້າກໍ​ຄິດ​ວ່າ, ຄົງ​ມີຄວາມ​ຮູ້ສຶກ​​ເປັນ​ຫ່ວງ ​ແລະ ຢ້ານ​ກົວ​ນຳ​ອີກ.

​ໃນ​ທີ່​ສຸດ, ພວກ​ເຈົ້າຮູ້​ວ່າ​ພຣະ​ເຈົ້າຍຸດຕິ​ທຳ—ວ່າຄວາມ​ດີ​ຂອງ​ພຣະອົງ​ຈະ​​ຊະນະ. ພວກ​ເຈົ້າ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ສະພາ​​ໃຫຍ່​ຂອງ​ສະຫວັນ ​ແລະ ຮູ້​ວ່າ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ ​ແລະ ພຣະຜູ້​ໄຖ່, ພຣະ​ເຢຊູ​ຄຣິດຂອງ​ພວກ​ເຈົ້າ, ຈະ​ຈັດ​ຫາ​ວິທີ​ໄວ້ໃຫ້​ພວກ​ເຈົ້າ​ເພື່ອ​ຈະ​ໄດ້​ຊຳລະ​ລ້າງ​ຈາກ​ບາບ ​ແລະ ຊ່ອຍ​ກູ້​ຈາກ​ຄວາມ​ຕາຍ​ທາງ​ຮ່າງກາຍ. ພວກ​ເຈົ້າ​ມີ​ສັດທາ​ວ່າ, ​ໃນ​ທີ່​ສຸດ, ພວກ​ເຈົ້າຈະ​ຊື່ນ​ຊົມ ​ແລະ ​ເປັ່ງສຽງ​ຮ່ວມ​ກັບ​ເຫລົ່າ​ທູດ​ສະຫວັນ​ຮ້ອງ​ເພງສັນລະ​ເສີນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະອົງ.

​ແລະ ສະນັ້ນ, ພວກ​ເຈົ້າຈຶ່ງ​ໄດ້​ຫັນ​ໃຈ​​​ໃຫຍ່ ...

​ແລະ ​ໄດ້​ກ້າວ​ອອກ​ໄປ ...

​ແລະ ພວກ​ເຈົ້າກໍ​ໄດ້​ມາ​ຢູ່​ນີ້!

ພວກ​ເຈົ້າ​ແຕ່ລະຄົນ​ໄດ້​ອອກ​ເດີນທາງ​ທີ່​ສຳຄັນ​ຂອງ​ພວກ​ເຈົ້າກັບ​ຄືນ​ໄປ​ຫາ​ບ້ານ​ສະຫວັນ​ຂອງ​ພວກ​ເຈົ້າ!

​ແຜນ​ທີ່​ຂອງ​ພວກ​ເຈົ້າ

ບັດ​ນີ້ ພວກ​ເຈົ້າ​ໄດ້​ມາ​ຢູ່​ໃນ​ໂລກ​ນີ້, ອາດ​ເປັນ​ສິ່ງ​ສະຫລາດ​ທີ່​ຈະ​ຖາມ​ຕົນ​ເອງ​ວ່າ ການ​ເດີນທາງ​ຂອງ​ພວກ​ເຈົ້າ​ເປັນ​ຈັ່ງ​ໃດ? ພວກ​ເຈົ້າຢູ່​ໃນ​ເສັ້ນທາງ​ທີ່​ຖືກຕ້ອງ​ຫລື​ບໍ່? ພວກ​ເຈົ້າກາຍ​ເປັນ​ຄົນ​ທີ່​ພວກ​ເຈົ້າ​ໄດ້​ຖືກ​ອອກ​ແບບ​ໄວ້​ໃຫ້​ເປັນ ​ແລະ ຢາກ​ໃຫ້​ເປັນ​ຫລື​ບໍ່? ພວກ​ເຈົ້າ​ໄດ້​ເລືອກ​ເຮັດ​ສິ່ງ​ທີ່​ຈະ​ຊ່ອຍ​ເຫລືອພວກ​ເຈົ້າ​ໃຫ້​ກັບ​ໄປ​ຫາ​ພຣະບິດາ​ເທິງ​ສະຫວັນ​ຂອງ​ພວກ​ເຈົ້າຫລື​ບໍ່?

ພຣະອົງ​ບໍ່​ໄດ້ສົ່ງ​ພວກ​ເຈົ້າ​ມາ​ເພື່ອ​ໃຫ້​ພວກ​ເຈົ້າ​ເດີນທາງ​ໄປ​​ແບບ​ບໍ່​ຮູ້​ທິດ​ບໍ່ຮູ້​ທາງ. ພຣະອົງ​ຢາກ​ໃຫ້​ພວກ​ເຈົ້າກັບ​ໄປ​ຫາ​ພຣະອົງ. ພຣະອົງ​ໄດ້​ມອບພໍ່​ແມ່​ທີ່​ແສນ​ດີ ​ແລະ ຜູ້ນຳ​ໃນ​ສາດສະໜາ​ຈັກ​ທີ່​ຊື່ສັດ​ໃຫ້​ພວກ​ເຈົ້າ, ພ້ອມ​ດ້ວຍ​ແຜນ​ທີ່​ ​ບອກ​ໃຫ້​ຮູ້ກ່ຽວ​ກັບ​ພື້ນ​ທີ່ ​ແລະ ສິ່ງ​ອັນຕະລາຍທີ່​ຫລຽວ​ເຫັນ​ຍາກ; ​ແຜນ​ທີ່ບອກ​ໃຫ້​ພວກເຈົ້າຮູ້​ວ່າ ຈະ​ພົບ​ຄວາມ​ສະຫງົບ ​ແລະ ສັນຕິ​ສຸກ​ໄດ້​ຢູ່​ບ່ອນ​ໃດ ​ແລະ ຈະ​ຊ່ອຍ​ພວກ​ເຈົ້າຈັດວາງ​ແຜນການ​ທີ່​ຈະ​ກັບ​ຄືນ​ໄປ​ບ້ານ.

​ບັດ​ນີ້, ພວກ​ເຈົ້າຈະ​ຊອກ​ຫາແຜນ​ທີ່​ນີ້​ໄດ້​ຢູ່​​ໃສ?

  1. ໃນພຣະຄຳ​ພີ​ທີ່ສັກສິດ.
  2. ​ໃນ​ຖ້ອຍ​ຄຳ​ຂອງ​ສາດສະດາ ​ແລະ ອັກຄະ​ສາວົກ.
  3. ​ແລະ ຜ່ານ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ຈາກ​ພຣະວິນ​ຍານ​ບໍລິສຸດ.

​​ແຜນ​ທີ່​ນີ້​​ແມ່ນພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ, ຂ່າວ​ປະ​ເສີດ, ​ແລະ​ວິທີ​ທີ່​ມີ​ຄວາມສຸກ​ຂອງ​ສານຸສິດ​ຂອງ​ພຣະຄຣິດ. ມັນ​ແມ່ນ​ພຣະບັນຍັດ ​ແລະ ຕົວຢ່າງ​ທີ່​ພຣະຜູ້​ເປັນກາງ ​ແລະ ພຣະອາຈານ​ໄດ້​ປະທານ​ໃຫ້​ເຮົາ, ຜູ້​ທີ່ຮູ້ຈັກ​​ເສັ້ນທາ​ງ ​ເພາະວ່າ​ພຣະອົງ ​ຄື ທາງນັ້ນ.3

​ແນ່ນອນວ່າ ການ​ທີ່​ມີ​ແຜນ​ທີ່​ເທົ່າ​ນັ້ນ​ແມ່ນ​ບໍ່​ມີ​ຜົນ​ປະ​ໂຫຍ​ດ​ແນວ​ໃດ ຖ້າ​ຫາກ​ພວກເຈົ້າ​ບໍ່​ສຶກສາມັນ ​ແລະ ​ໃຊ້​ມັນ​ເພື່ອ​ນຳພາ​ຊີວິດ​ຂອງ​ພວກ​ເຈົ້າ. ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ພວກ​ເຈົ້າ​ໃຫ້​​ເອົາ​ໃຈ​ໃສ່​ໃນ​ການສຶກສາ ​ແລະ ນຳ​ໃຊ້​ພຣະຄຳ​ຂອງ​ພຣະ​ເຈົ້າ. ຈົ່ງ​ເປີດ​ຫົວ​ໃຈ​ຕໍ່​ພຣະວິນ​ຍານ​ບໍລິສຸດ ​ເພື່ອ​ວ່າ​ພຣະອົງ​ຈະ​ໄດ້​ນຳພາ​ພວກ​ເຈົ້າ​​​​ໃນ​ການ​ເດີນທາງ​ໃນ​ຊີວິດ​ຂອງ​ພວກ​ເຈົ້າ.

​​ແຜນ​ທີ່​ຂອງ​ພວກ​ເຈົ້າ​ເຕັມ​ໄປ​ດ້ວຍ​ການ​ຊຸກຍູ້ ​ແລະ ຄຳ​ແນະນຳ​ຈາກ​ພຣະບິດາ​ເທິງ​ສະຫວັນ​ຂອງ​ພວກ​ເຈົ້າ ​ແລະ ພຣະບຸດ​ຂອງ​ພຣະອົງ ພຣະ​ເຢຊູ​ຄຣິດ. ​ບັດນີ້​ຂ້າພະ​ເຈົ້າຢາກ​ແ​ບ່ງປັນ​ຂ່າວສານ​ສາມ​ຢ່າງ​ກັບ​ພວກ​ເຈົ້າ ທີ່​ຈະ​ຊ່ອຍ​ພວກ​ເຈົ້າ​ໃຫ້​ບັນລຸ​ຄວາມ​ສຳ​ເລັດ​ໃນ​ການ​ເດີນທາງ ກັບ​ຄືນ​ສູ່​ບ້ານ​ໃນ​ສະຫວັນ​​ຂອງ​ພວກ​ເຈົ້າ.

ຂ່າວສານ​ທຳ​ອິດ: ຢ່າ​ສູ່ຢ້ານ​, ເພາະ​ພຣະຜູ້​ເປັນ​ເຈົ້າຢູ່​ກັບ​ພວກເຈົ້າ.”4

ພວກ​ເຈົ້າບໍ່​ໄດ້​​ເດີນທາງ​ໄປຄົນ​ດຽວ. ພຣະບິດາ​ເທິງ​ສະຫວັນ​ຮູ້ຈັກ​ພວກ​ເຈົ້າ. ​ເຖິງ​ແມ່ນ​ໃນ​ຕອນ​ທີ່​ບໍ່​ມີ​ຄົນ​ໃດ​ໄດ້​ຍິນ​ພວກ​ເຈົ້າ, ພຣະອົງ​ໄດ້​ຍິນ​ພວກ​ເຈົ້າ. ​ເມື່ອ​ພວກ​ເຈົ້າຊື່ນ​ຊົມ​ຢູ່​ໃນ​ຄວາມ​ຊອບ​ທຳ, ພຣະອົງ​ຊື່ນ​ຊົມ​ກັບ​ພວກ​ເຈົ້າ. ​ເມື່ອ​ພວກ​ເຈົ້າ​ເຕັມ​ໄປ​ດ້ວຍ​ການ​ທົດ​ລອງ, ພຣະອົງ​ໂສກ​ເສົ້ານຳ​ພວກ​ເຈົ້າ.

ຄວາມ​ສົນ​ໃຈ​ຂອງ​ພຣະບິດາ​ເທິງ​ສະຫວັນ​ໃນ​ຕົວ​ພວກ​ເຈົ້າ ບໍ່​ໄດ້​ຂຶ້ນຢູ່​ກັບ​ວ່າ​ພວກ​ເຈົ້າລ້ຳລວຍ ຫລື ສວຍ​ງາມ ຫລື ​ແຂງ​ແຮງ ຫລື ສະຫລາດ​ຫລາຍ​ຂະໜາດ​ໃດ. ພຣະອົງ​ບໍ່​ໄດ້​ເບິ່ງ​ພວກ​ເຈົ້າດັ່ງ​ໂລກ​ເບິ່ງ​ພວກ​ເຈົ້າ; ພຣະອົງ​ເບິ່ງ​ຕົວ​ແທ້​ຂອງ​ພວກ​ເຈົ້າ. ພຣະອົງ​ເບິ່ງ​ໃຈ​ຂອງ​ພວກ​ເຈົ້າ.5 ພຣະອົງ​ຮັກ​ພວກ​ເຈົ້າ6 ​ເພາະວ່າ​ພວກ​ເຈົ້າ​ເປັນ​ລູກໆ​ຂອງ​ພຣະອົງ.

​ເພື່ອນ​ໜຸ່ມ​ທີ່​ຮັກ​ແພງ, ຈົ່ງ​ສະ​ແຫວ​ງຫາ​ພຣະອົງ​ຢ່າງ​ຕັ້ງ​ໃຈ, ​ແລ້ວ​ພວກ​ເຈົ້າຈະ​ພົບພຣະອົງ.7

ຂ້າພະ​ເຈົ້າສັນຍາ​ກັບ​ພວກ​ເຈົ້າວ່າ ພວກ​ເຈົ້າບໍ່​ໄດ້​ຢູ່​ຄົນ​ດຽວ.

ບັດ​ນີ້, ຂ້າພະ​ເຈົ້າຂໍ​ໃຫ້​ພວກ​ເຈົ້າຫລຽວ​ເບິ່ງ​ຮອບໆ. ບາງ​ຄົນ​ອາດ​ເປັນ​ຜູ້ນຳ​, ​ເປັນ​ໝູ່​ເພື່ອນ, ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ພວກ​ເຈົ້າ. ບາງ​ຄົນ​ອາດ​​ເປັນ​ຄົນ​ແປກ​ໜ້າ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທຸກ​ຄົນ​ທີ່​ຢູ່​ອ້ອມ​ຮອບ​ພວກ​ເຈົ້າ—ຢູ່​ໃນ​ກອງ​ປະຊຸມ​ນີ້ ຫລື ຢູ່​ບ່ອນ​ອື່ນໆ, ​ໃນ​ມື້​ນີ້ ຫລື ​ໃນ​ເວລາ​ອື່ນ—​ແມ່ນ​ກ້າຫານ​ທັງ​ນັ້ນຢູ່​ໃນ​ໂລກ​ກ່ອນ​ເກີດ. ບຸກຄົນ​ທີ່​ເບິ່ງ​ຄື​ວ່າບໍ່​ວາງທ່າ ​ແລະ ທຳ​ມະ​ດາ ທີ່​ນັ່ງ​ຢູ່​ທາງ​ຂ້າງ​ພວກ​ເຈົ້າ ອາດ​ເປັນ​ບຸກຄົນ​ທີ່​ສຳຄັນ​ຜູ້​ໜຶ່ງ​ທີ່​ພວກ​ເຈົ້າ​ເຄີຍຮັກ ​ແລະ ຍ້ອງຍໍ​ຢູ່​ໃນ​ໂລກ​ກ່ອນ​ເກີດ. ພວກ​ເຈົ້າອາດ​ເປັນ​ຄົນ​ເຊັ່ນ​ນັ້ນຄື​ກັນ!

ສິ່ງ​ໜຶ່ງ​ທີ່​ພວກ​ເຈົ້າສາມາດ​ແນ່ນອນ​ໃຈ​ໄດ້​ຄື: ທຸກ​ຄົນ​ທີ່​ພວກ​ເຈົ້າ​ເຫັນ—ບໍ່​ວ່າ​ຈະ​ເປັນ​ເຊື້ອ​ຊາດ​ໃດ, ນັບຖື​ສາດສະໜາ​ໃດ, ​ເຊື່ອ​ລະບົບ​ການ​ປົກຄອງ​ແບບ​ໃດ, ມີ​ຮ່າງກາຍ​ແບບ​ໃດ, ຫລື ການ​ປະກົດ​ຕົວ​ແບບ​ໃດ​ກໍ​ຕາມ—​ກໍເປັນ​ຄອບຄົວ​ດຽວ​ກັນ. ຍິງ​ໜຸ່ມ​ທີ່​ພວກ​ເຈົ້າຫລຽວ​ເບິ່ງ​ກໍ​ມີ​ພຣະບິດາ​ເທິງ​ສະຫວັນ​ຜູ້​ດຽວ​ກັນ​ກັບ​ພວກ​ເຈົ້າ, ​ແລະ ນາງ​ໄດ້​ຈາກ​ທີ່​ປະ​ທັບ​ຂອງ​ພຣະອົງ​ມາ​ເຊັ່ນ​ດຽວ​ກັນ​ກັບ​ພວກ​ເຈົ້າ, ຕື່ນ​ເຕັ້ນທີ່​ຈະ​ມາສູ່​ໂລກ ​ແລະ ດຳລົງ​ຊີວິດ ​ເພື່ອ​ວ່າ​ນາງ​ຈະ​ສາມາດ​ກັບ​ຄືນ​ໄປ​ຫາ​ພຣະອົງ​ອີກ​ໃນ​ມື້ໜຶ່ງ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນາງ​ອາດ​ຮູ້ສຶກ​ເປົ່າ​ປ່ຽວ​ດຽວ​ດາຍ, ​ເຊັ່ນ​ດຽວ​ກັບ​ພວກ​ເຈົ້າຮູ້ສຶກ​ໃນ​ບາງ​ຄັ້ງ. ບາງ​ເທື່ອ​ນາງ​ອາດ​ລືມ​ຈຸດປະສົງ​ຂອງ​ການ​ເດີນທາງ​ຂອງ​ນາງ. ຈົ່ງ​ເຕືອນ​ນາງ, ຜ່ານ​ຖ້ອຍ​ຄຳ​ ​ແລະ ການ​ກະທຳ​ຂອງ​ພວກ​ເຈົ້າ, ວ່າ​ນາງ​ບໍ່​ໄດ້​ຢູ່​ຄົນ​ດຽວ. ​ເຮົາ​ມາ​ຢູ່​ນີ້​ເພື່ອ​ຊ່ອຍ​ເຫລືອ​ຊຶ່ງ​ກັນ​ແລະ​ກັນ.

ຊີວິດ​ອາດ​ຫຍຸ້ງຍາກ, ​ແລະ ມັນ​ອາດ​ເຮັດ​ໃຫ້​ໃຈ​ແຂງ​ກະດ້າງ ຈົນ​ເຖິງ​ຂັ້ນທີ່​ເຮົາ​ບໍ່​ສາມາດ​​ເຂົ້າ​​ເຖິງ​ບາງ​ຄົນ​ໄດ້. ບາງ​ຄົນ​ອາດ​ເຕັມ​ໄປ​ດ້ວຍ​ຄວາມ​ຄຽດ​ແຄ້ນ. ບາງ​ຄົນ​ອາດ​ເວົ້າ​ເຍາະ​ເຍີ້​ຍ ​ແລະ ຫົວຂວັນ​ຜູ້​ທີ່​ເຊື່ອ​ໃນ​ພຣະ​ເຈົ້າທີ່​ແສນ​ຮັກ. ​ແຕ່​ຈົ່ງ​ພິຈາລະນາ​ດັ່ງ​ຕໍ່​ໄປນີ້: ​ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າຈື່​ຈຳ​ບໍ່​ໄດ້, ​ແຕ່​ເຂົາ​ເຈົ້າກໍ​ຢາກ​ກັບ​ຄືນ​ໄປ​ຫາ​ພຣະບິດາ​ຢູ່​ໃນ​ສະຫວັນ​ຄື​ກັນ.

ມັນ​ບໍ່​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ພວກ​ເຈົ້າທີ່​ຈະ​ເຮັດ​ໃຫ້​ຄົນ​ໃດ​ປ່ຽນ​ໃຈ​ເຫລື້ອມ​ໃສ. ນີ້​ແມ່ນ​ວຽກ​ງານ​ຂອງ​ພຣະວິນ​ຍານ​ບໍລິສຸດ. ໜ້າ​ທີ່​ຂອງ​ພວກ​ເຈົ້າຄື​ທີ່​ຈະ​ແບ່ງປັນ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ ​ແລະ ບໍ່​ໃຫ້​ຢ້ານ​ກົວ. ຈົ່ງ​ເປັນ​ເພື່ອນ​ກັບ​ທຸກ​ຄົນ, ​ແຕ່​ຢ່າ​ລົດ​ມາດຕະຖານ​ຂອງ​ພວກ​ເຈົ້າລົງ. ຈົ່ງ​ຍຶດໝັ້ນຢູ່​ກັບ​ຄວາມ​ແນ່​ວ​ແນ່ ​ແລະ ສັດທາ​ຂອງ​ພວກ​ເຈົ້າ. ຈົ່ງ​ກ້າຫານ, ​ເພາະວ່າ​ພວກ​ເຈົ້າ​ເປັນ​ທິດາ​ຂອງ​ພຣະ​ເຈົ້າ, ​ແລະ ພຣະອົງ​ຈະ​ຢູ່​ກັບ​ພວກ​ເຈົ້າ!

ຂ່າວສານ​ທີ​ສອງ: “ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ, ດັ່ງ​ທີ່​ເຮົາ​ຮັກ​ພວກ​ເຈົ້າ.”8

ພວກ​ເຈົ້າ​ເຄີຍ​ໄດ້​ສົງ​​ໃສ​ບໍ່​ວ່າ ​ເຮົາ​ເຄີຍ​ເວົ້າພາ​ສາ​ໃດ​ຕອນ​​ເຮົາ​ໄດ້​ອາ​ໄສ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ? ຂ້າພະ​ເຈົ້າສົງ​ໄສ​ວ່າ ​​​ແມ່ນ​ພາສາ​ເຢຍລະ​ມັນ, ​ແຕ່​ຄົງ​ບໍ່​ມີ​ໃຜ​ຮູ້ຈັກ​ແນ່​ນອນນໍ (ເວົ້າຕະຫລົກ). ​ແຕ່​ຂ້າພະ​ເຈົ້າຮູ້​ວ່າ ​ໃນ​ຊີວິດ​ກ່ອນ​ເກີດ​ຂອງ​ເຮົາ, ​ເຮົາ​ໄດ້​ຮຽນ​ພາສາ​ສາກົນ​ຈາກ​ພຣະບິດາ​​ແຫ່ງ​ວິນ​ຍານ​ຂອງ​ເຮົາ—​ເປັນ​ພາສາ​ທີ່​ເອົາ​ຊະນະ​ທາງຄວາມ​ຮູ້ສຶກ, ທາງ​ຮ່າງກາຍ, ​ແລະ ທາງ​ວິນ​ຍານ.

ພາສາ​ນັ້ນ​ເປັນຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະ​ເຢຊູ​ຄຣິດ.

ມັນ​ເປັນ​ພາສາ​ທີ່​ມີ​ພະລັງ​ຫລາຍ​ຢູ່​ໃນ​ໂລກ​ນີ້.

ຄວາມ​ຮັກ​ຂອງ​ພຣະຄຣິດບໍ່​ໄດ້​ເປັນຄວາມ​ຮັກ​​ແບບ​ທຳທ່າ​ເຮັດ. ມັນ​ບໍ່​ໄດ້​ເປັນຄວາມ​ຮັກ​ທີ່​ພົບ​ເຫັນ​ຢູ່​ໃນ​ໃບ​ປົດ​ສະ​ຄາດ. ມັນ​ບໍ່​ໄດ້​ເປັນຄວາມ​ຮັກທີ່​ຮ້ອງ​ເປັນເພງ ຫລື ຢູ່​ໃນ​ຮູບ​ເງົາສິເນມາ.

ຄວາມ​ຮັກ​ນີ້​ຈະ​ປ່ຽນ​ແປງ​ຜູ້​ຄົນ. ມັນ​ສາມາດ​ເອົາ​ຊະນະ​ຄວາມ​ກຽດ​ຊັງ ​ແລະ ກຳຈັດຄວາມ​ອິດສາ​ບັງ​ບຽດ. ມັນ​ສາມາດ​ປິ່ນປົວ​ຄວາມ​ແຄ້ນ​ໃຈ ​ແລະ ຄວາມ​ຂົມ​ຂື່ນ​. ມັນ​ສາ​ມາດ​ສ້າງ​ຄວາມ​ມະຫັດສະຈັນ​ໄດ້.

​ເຮົາ​ໄດ້​ຮັບ​ບົດຮຽນ​ທຳ​ອິດ9 ​ໃນ​ພາສາ​ແຫ່ງ​ຄວາມ​ຮັກ​ນີ້ຕອນ​ເຮົາ​ເປັນວິນ​ຍານ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ, ​ແລະ ຢູ່​ໃນ​ໂລກ​ນີ້ ​ເຮົາ​ມີ​ໂອກາດ​ທີ່​ຈະ​ຝຶກ​ຝົນ​ມັນ ​ແລະ ກ່າວ​ຢ່າງຄ່ອງ​ແຄ້ວ. ພວກ​ເຈົ້າສາມາດ​ຮູ້ ຖ້າ​ຫາກ​ວ່າ​ພວກ​ເຈົ້າກຳລັງ​ຮຽນ​ພາສາ​ແຫ່ງ​ຄວາມ​ຮັກນີ້​ຫລື​ບໍ່​ ໂດຍ​ການ​ປະ​ເມີນ​ເບິ່ງ​ວ່າ​ແມ່ນ​ຫຍັງ​ເປັນ​ສິ່ງ​ກະ​ຕຸ້ນ​ແນວ​ຄິດ ​ແລະ ການ​ກະທຳ​ຂອງ​ພວກ​ເຈົ້າ.

​ເມື່ອ​ຄວາມ​ຄິດ​ຂອງ​ພວກ​ເຈົ້າ​ເຈາະ​ຈົງ​ຢູ່​ກັບ​ສິ່ງ​ທີ່ຈະ​ເປັນ​ຜົນ​ປະ​ໂຫຍ​ດ​ແກ່​ພວກ​ເຈົ້າ​ເທົ່າ​ນັ້ນ, ​ແລ້ວພວກ​ເຈົ້າຈະ​ກາຍ​ເປັນ​ຄົນ​ເຫັນ​ແກ່​ຕົວ ​ແລະ ບໍ່​ເລິກ​ຊຶ້ງ. ນັ້ນບໍ່​ແມ່ນ​ພາສາ​ທີ່​ພວກ​ເຈົ້າຢາກ​ຮຽນ​ຮູ້.

​ແຕ່​ເມື່ອ​ຄວາ​ມຄິດ​ ​ແລະ ການ​ປະພຶດຂອງ​ພວກ​ເຈົ້າ​ເຈາະ​ຈົງ​ຢູ່​ກັບການ​ຮັບ​ໃຊ້​ພຣະ​ເຈົ້າ ​ແລະ ຄົນ​ອື່ນໆ—​​ເມື່ອ​ພວກ​ເຈົ້າມີ​ຄວາມ​ປາດ​ຖະໜາ​ແທ້ໆ ທີ່​ຈະ​ເປັນ​ພອນ ​ແລະ ສົ່ງ​ເສີມ​ຄົນ​ອື່ນ—​ແລ້ວ​ອຳນາດ​ແຫ່ງ​ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະຄຣິດຈະ​ສາມາດ​ທຳ​ງານ​ຢູ່​ໃນ​ໃຈ ​ແລະ ຊີວິດ​ຂອງ​ພວກ​ເຈົ້າ. ນັ້ນຄື​ພາສາ​ທີ່​ພວກ​ເຈົ້າຢາກ​ຮຽນ​ຮູ້.

​ເມື່ອ​ພວກ​ເຈົ້າຄ່ອງ​ແຄ້ວ​ໃນ​ພາສາ​ນີ້ ​ແລະ ​ໃຊ້​ມັນ​ໃນ​ການ​ພົບ​ປະ​ສັງ​ສັນ​ກັບ​ຄົນ​ອື່ນ, ​ແລ້ວ​​ເຂົາ​ເຈົ້າຈະ​​ເຫັນ​ບາງ​ສິ່ງ​ຢູ່​ໃນ​ຊີວິດ​ຂອງ​ພວກ​ເຈົ້າ ຊຶ່ງ​ອາດ​ປຸກ​ຄວາມ​ຮູ້ສຶກ​ຂອງ​ເຂົາ​ເຈົ້າ​ໃຫ້​ສະ​ແຫວງຫາ​ທາງ​ທີ່​ຖືກຕ້ອງ ​ເພື່ອ​ກັບ​ຄືນ​ໄປ​ບ້ານ​ສະຫວັນ​ຂອງ​ເຂົາ​ເຈົ້າ. ​ສະຫລຸບ​ແລ້ວ, ພາສາ​ແຫ່ງ​ຄວາມ​ຮັກ​ກໍ​ເປັນ​ພາສາ​ດັ້ງ​ເດີມ​ຂອງ​ເຂົາ​ເຈົ້າຄື​ກັນ.

ອິດ​ທິພົນ​ອັນ​ເລິກ​ຊຶ້ງ ​ແລະ ຜູກ​ມັດ​ນີ້ ​ເປັນ​ພາສາ​ທີ່​​ເຂົ້າ​ເຖິງ​ຈິດ​ວິນ​ຍານ​ທຸກ​ດວງ. ມັນ​ເປັນ​ພາສາ​ແຫ່ງ​ຄວາມ​ເຂົ້າ​ໃຈ, ພາສາ​ແຫ່ງ​ການ​ຮັບ​ໃຊ້, ພາສາ​ທີ່​ສົ່ງ​ເສີມ ​ແລະ ຊື່ນ​ຊົມ ​ແລະ ປອບ​ໂຍນ.

ຈົ່ງຮຽນ​​ໃຊ້​ພາສາ​ສາກົນ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະຄຣິດ.

ຂ່າວສານ​ທີ​ສາມ: “ຈົ່ງ​ເບີກບານ​ເຖີດ.”10

ບາງ​ເທື່ອ​ເຮົາ​ອາດ​ຂາດ​ຄວາມ​ອົດທົນ​ກັບ​ຈຸດ​ທີ່​ເຮົາ​ຢູ່​ໃນ​ເສັ້ນທາງ, ​ແມ່ນ​ບໍ? ຖ້າ​ຫາກ​ພວກ​ເຈົ້າມີ​ອາຍຸ​ໄດ້ 12 ປີ, ພວກ​ເຈົ້າອາດ​ຢາກ​ມີ​ອາຍຸ 14 ປີ. ​ເມື່ອ​ເຖິງ 14 ປີ, ພວກ​ເຈົ້າຢາກ​ມີ​ອາຍຸ 18 ປີ. ​ແລະ ​ເມື່ອ​ເຖິງ 18 ປີ, ບາງ​ເທື່ອ​ພວກ​ເຈົ້າຢາກ​ມີ​ອາຍຸ 12 ປີ ຄືນ​ອີກ ​ແລະ ຢາກ​ເລີ່ມຕົ້ນ​​ໃໝ່.

ຈະ​ມີ​ບາງສິ່ງ​ທີ່​​ໃຫ້​ເຮົາ​ເວົ້າຈົ່ມ​ຢູ່​ສະ​ເໝີ—ສິ່ງ​ທີ່​ເບິ່ງ​ວ່າ ບໍ່​ເປັນຕາ​ມທີ່​ເຮົາ​ຄາດ​ຄິດ. ພວກ​ເຈົ້າສາມາດ​ໃຊ້​ໝົດ​ມື້ ​ກັບ​ຄວາມ​ໂສກ​ເສົ້າ, ​ເປົ່າ​ປ່ຽວ, ​ເຂົ້າ​ໃຈ​ຜິດ, ຫລື ບໍ່​ຕ້ອງການ. ​ແຕ່​ນັ້ນບໍ່​ໄດ້​ເປັນ​ການ​ເດີນທາງ​ທີ່​ພວກ​ເຈົ້າຄາດ​ຫວັງ, ​ແລະ ມັນ​ບໍ່​ໄດ້​ເປັນ​ການ​ເດີນທາງ​ທີ່​ພຣະບິດາ​ເທິງ​ສະຫວັນ​ຢາກ​ໃຫ້ພວກ​ເຈົ້າ​ເດີນ​ໄປ. ຈົ່ງ​ຈື່​ຈຳ​ໄວ້​ວ່າ, ພວກ​ເຈົ້າ​ເປັນ​ທິດາ​ທີ່​ແທ້​ຈິງ​ຂອງ​ພຣະ​ເຈົ້າ!

​ໂດຍ​ທີ່​ຮູ້ຈັກ​ສິ່ງ​ນີ້, ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ພວກ​ເຈົ້າ​ໃຫ້​ເດີນ​ໄປ​ດ້ວຍ​ຄວາມ​ໝັ້ນ​ໃຈ ​ແລະ ຊື່ນ​ຊົມ. ​ແມ່ນ​ແລ້ວ, ​ເສັ້ນທາງ​ຈະ​ມີ​ຂຸມ ​ແລະ ມີ​ທາງອ້ອມ ​ແລະ ​ແມ່ນ​ແຕ່​ສິ່ງ​ອັນຕະລາຍ. ​ແຕ່​ຢ່າ​ເອົາ​ໃຈ​ໃສ່​ກັບ​ສິ່ງ​ເຫລົ່ານັ້ນ. ຈົ່ງ​ສະ​ແຫວ​ງຫາ​ຄວາມສຸກ​ທີ່​ພຣະບິດາ​ເທິງ​ສະຫວັນ​ໄດ້​ຕຽມ​ໄວ້​ສຳລັບ​ພວກ​ເຈົ້າຢູ່​ໃນ​ທຸກ​ບາດກ້າວ​ໃນ​ການ​ເດີນທາງ​ຂອງ​ພວກ​ເຈົ້າ. ຄວາມສຸກ​ຄື​ຈຸດ​ເປົ້າໝາຍ, ​ແຕ່​ກໍ​ເປັນ​ເສັ້ນທາງ​ຄື​ກັນ. ສັນຕິ​ສຸກ​ໃນ​ໂລກ​ນີ້ ​ແລະ ຊີວິດ​ນິລັນດອນ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ ຄື​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.11 ສະນັ້ນ​ແລ້ວ ພຣະອົງ​ຈຶ່ງ​ບັນຊາ​ເຮົາ​ວ່າ “ຈົ່ງ​ເບີກບານ​ເຖີດ.”

​ເມື່ອ​ພວກ​ເຈົ້າ​ໃຊ້​ແຜນ​ທີ່ຂອງ​ພຣະບິດາ​ທີ່​ແສນ​ຮັກ​ດ້ວຍ​ຄວາມ​ຊື່ນ​ຊົມ ຊຶ່ງ​ໄດ້​ຕຽມ​ໄວ້​ສຳລັບ​ການ​ເດີນທາງ​ຂອງ​ພວກ​ເຈົ້າ, ມັນ​ຈະ​ນຳພາ​ພວກ​ເຈົ້າ​ໄປ​ຫາ​ສະຖານ​ທີ່​ສັກສິດ ​​ແລະ ແລ້ວ​ພວກ​ເຈົ້າຈະ​ຂຶ້ນ​ເຖິງ​ຈຸດ​ສູງ​ສຸດ​ຂອງ​ພວກ​​ເຈົ້າ. ພວກ​ເຈົ້າຈະ​ເຕີບ​ໂຕ​​ເປັນ​ທິດາ​ຂອງ​ພຣະ​ເຈົ້າດັ່ງ​ທີ່​ພວກ​ເຈົ້າຫວັງ​ທີ່​ຈະ​ກາຍ​ເປັນ.

​​ເອື້ອຍ​ນ້ອງ​ທັງຫລາຍ, ຍິງ​ໜຸ່ມ​ທີ່​ຮັກ​ແພງ​ຂອງ​ສາດສະໜາ​ຈັກ, ​ເພື່ອນ​ໜຸ່ມ​​ໃນ​ທຸກ​ທົ່ວ​ໜ້າ, ​ໃນ​ຖານະ​ທີ່​ເປັນ​ອັກຄະ​ສາວົກ​ຂອງ​ພຣະຜູ້​ເປັນ​ເຈົ້າ ຂ້າພະ​ເຈົ້າຂໍ​ປະທານ​ພອນ​ໃຫ້​ພວກ​ເຈົ້າ ວ່າ​ພວກ​ເຈົ້າຈະ​ເຫັນ​ທາງ​ຂອງ​ພວກ​ເຈົ້າ​ໃນ​ການ​ເດີນທາງ​ກັບ​ໄປ​ບ້ານ ​ແລະ​ວ່າ​ພວກ​ເຈົ້າຈະ​ຊ່ອຍ​ດົນ​ໃຈ​​ເພື່ອນ​ຮ່ວມ​ເດີນທາງ​ດ້ວຍ​ກັນ. ຂ້າພະ​ເຈົ້າສັນຍາ ​ແລະ ອະທິຖານ​ວ່າ ​ເມື່ອ​ພວກ​ເຈົ້າ​ໃຫ້​ກຽດ ​ແລະ ດຳ​ລົງ​ຊີວິດ​ຢ່າງຈິງ​ຈັງ​ຕໍ່​ພັນທະ​ສັນຍາ, ຕໍ່​ຫລັກ​ທຳ, ​ແລະ ຕໍ່​ຄຸນຄ່າ​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູຄຣິດ, ​ແລ້ວ​ໃນ​ທ້າຍ​ຂອງ​ການ​ເດີນທາງ​ຂອງ​ພວກ​ເຈົ້າ ພຣະບິດາ​ເທິງ​ສະຫວັນ​ຈະ​ຢູ່​ທີ່​ນັ້ນ. ພຣະອົງ​ຈະ​ໂອບ​ກອດ​ພວກ​ເຈົ້າ, ​ແລະ ພວກ​ເຈົ້າຈະ​ຮູ້​ຢ່າງ​ຄັກ​ແນ່​ວ່າ ພວກ​ເຈົ້າ​ໄດ້​ກັບ​ຄືນ​ເຖິງບ້ານ​ດ້ວຍ​ຄວາມ​ປອດ​ໄພ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

Show References

    ​ແຫ​ລ່ງອ້າງ​ອີງ

  1.  

    1. ​ເບິ່ງ Charles Dickens, A Christmas Carol.

  2.  

    2. ​ເບິ່ງ J. R. R. Tolkien, The Hobbit.

  3.  

    3. ​ເບິ່ງ ​​ໂຢຮັນ 14:6.

  4.  

    4. ​​ເບິ່ງ Doctrine and Covenants 68:6; ​ເບິ່ງ ​ເອຊາ​ຢາ 41:10; ໂຢຮັນ 14:18 ນຳອີກ.

  5.  

    5. ​ເບິ່ງ 1 ຊາ​ມູ​ເອນ 16:7.

  6.  

    6. ​ເບິ່ງ 1 ​ເປ​ໂຕ 5:6–7.

  7.  

    7. ​ເບິ່ງ ເຢ​ເລ​ມີ​ຢາ 29:13.​

  8.  

    8. ​ໂຢຮັນ 15:12; ​ເບິ່ງ ​ໂຢຮັນ 13:34; ​ໂມ​ໂຣ​ໄນ 7:45–48 ນຳອີກ.

  9.  

    9. ​ເບິ່ງ Doctrine and Covenants 138:56.

  10.  

    10. ເບິ່ງ Doctrine and Covenants 78:18; ເບິ່ງ ​​ໂຢຮັນ 16:33; 3 ນີ​ໄຟ 1:13 ນຳ​ອີກ.

  11.  

    11. ​ເບິ່ງ Doctrine and Covenants 59:23.