​ວິ​ທີ​ເບິ່ງ


LDS Media Player (ວິ​ດີ​ໂອ)

​ຈຳ​ເປັນ​ຕ້ອງ​ໃຊ້​ລະ​ບົບ​ໃດ​ເພື່ອ​ຈະ​ເບິ່ງ​​ຂໍ້​ຄວາມ​ຂອງວິ​ດີ​ໂອ​ດ້ວຍ LDS Media Player?

ທ່ານ​ຄວນ​ມີ browsers ຂອງ​ອິນ​ເຕີ​ແນັດ ແລະ Flash ດັ່ງ​ຕໍ່​ໄປ​ນີ້ຕິດ​ຕັ້ງ​ຢູ່​ໃນ​ຄອມ​ພິວ​ເຕີ​ ຂ​ອງ​ທ່ານ.

ໝາຍ​ເຫດ: ຖ້າ​ວ່າ flash ຂອງ​ທ່ານມັກ​ຈະ​ຕາຍ​ເລື້ອຍໆ, ກະ​ລຸ​ນາ​ໃຫ້​ຢຸດ​ flash hardware acceleration (ເຄື່ອງ​ສ້າງ​ຄວາມ​ໄວ). ສິ່ງນີ້​ຄວນ​ຢຸດ​ການ​ຕາຍນັ້ນ ແລະ ເຮັດ​ໃຫ້​ການ​ສາຍວິ​ດີ​ໂອ​ຄືນ​​ດຳເນີນ​ຕໍ່​ໄປ. ​ກະ​ລຸ​ນາໃຫ້ ເບິ່ງ​ຄຳ​ແນະ​ນຳ ​ເຖິງວິ​ທີ​ທີ່​ຈະ​ເຮັດ​ສິ່ງນີ້.

 

Windows PC

Mac

Browser

  • Chrome
  • Firefox 3.0.1 ຫລື ສູງກວ່າ
  • Internet Explorer 6 SP1
  • Internet Explorer 7
  • Internet Explorer 8
  • Safari 3.2.2 ຫລື ສູງກວ່າ
  • Safari 4 ຫລື ສູງກວ່າ
  • Chrome
  • Firefox 3.0.1 ຫລື ສູງ​ກວ່າ
  • Safari 3.2.1 ຫລື ສູງກວ່າ
  • Safari 4 ຫລື ສູງກວ່າ

 

 

Flash

  • Flash Player 10
  • Flash Player 10

ໝາຍ​ເຫດ: Flash ລຸ້ນ 10.1.85.3 ກໍ​ມີ​ບັນ​ຫາ​ທີ່​ຮູ້​ກັນ​ໄປ​ທົ່ວ. ກະ​ລຸ​ນາ​ໃຫ້​ຕິດ​ຕັ້ງ​ Flash ລຸ້ນ​ທີ່​ລ່າ​ສຸດ ຖ້າ​ຫາກ​ທ່ານ​ມີ​ບັນ​ຫາ​ໃນ​ການ​ເບິ່ງ​ວິ​ດີ​ໂອ ຜ່ານ LDS Media Player.

ພວກ​ເຮົາ​ໄດ້​ສັງ​ເກດ​ເຫັນ​ບັນ​ຫາ​ນຳ iOS 4.3x ນຳ​ອີກ. ຫລັງ​ຈາກ​ກົດ​ປຸ່ມ​ສາຍ, ກະ​ລຸ​ນາໃຫ້​ລໍຖ້າ​ຈັກ​ສອງສາມ​​ວິ​ນາ​ທີ ຂະ​ນະ​ທີ່​ມັນ​ຕຽມ​ສາຍ ແລະ ແລ້ວ​ມັນ​ຄວນ​ຈະ​ສາຍອອກ​ມາ. ຂະ​ນະ​ທີ່​ມັນ​​ຕຽມ​ສາຍ, ກະ​ລຸ​ນາ​ບໍ່​ໃຫ້​ກົດ​ປຸ່ມ​ສາຍ​ທາງ​ກາງ​ອີກ ຫລື ປຸ່ມ​ທີ່​ຈະປະກົດ​ຂຶ້ນຢູ່​ທາງ​ແຈ. ສິ່ງນີ້​ຈະ​ເກີດ​ຂຶ້ນ​ກັບ 4.3x ເທົ່າ​ນັ້ນ​.


ເປັນ​ຫ​ຍັງ​ວິ​ດີ​ໂອ​ບາງ​ເທື່ອ​​ກໍຄ້າງ ຫລື ຢຸດ​ບຶດ​ໜຶ່ງ​ຕອນ​ສາຍ​​ກັບຄືນ?

​ວິ​ດີ​ໂອ​ອາດ​ຄ້າງ ຫລື ຢຸດ​ບຶດ​ໜຶ່ງ​ຕອນ​ສາຍ​ກັບ​ຄືນ ຖ້າ​ຫາກ​ການ​ຕິດ​ຕັ້ງ​ສາຍອິນ​ເຕີ​ແນັດຂອງ​ທ່ານບໍ່​ໄວ​ພໍ​ສົມ​ຄວນ ຫລື ຖ້າ​ຫາກ​ຄອມ​ພິວ​ເຕີ​ຂອງ​ທ່ານ​ມີ processor (​ເຄື່ອງ​ດຳ​ເນີນ​ງານ) ​ທີ່​ຊ້າ ຫລື ມີ RAM (ຂະ​ໜາດ​ບັນ​ທຶກ) ນ້ອຍ. ແມ່ນ​ແຕ່​ໃນ​ການ​ຕິດ​ຕັ້ງທາງ broadband, ການ​ຕັນ ຫລື ​ການຕິດ​ຂັດທາງ​ອິນ​ເຕີ​ແນັດ​ກໍ​ສາ​ມາດ​ເຮັດ​ໃຫ້​ການ​ສາຍ​ຄືນ​ຕິດ​ໆຂ​າດໆ ຫລື ສາຍບໍ່​ອອກ​ຊ້ຳ​ໆ​ໄປ.

​ເຮົາ​ຈະ​ສາ​ມາດ​ແບ່ງ​ປັນ​ link ໄປ​ຫາ​ວິ​ດີ​ໂອ​ໃດ​ໜຶ່ງ​ໂດຍ​ສະ​ເພາະ​ໄດ້​ແນວ​ໃດ?

ໃຫ້​​ເລືອກໃຊ້ Shared Video ​ຫລື Get Link ຈາກ​ປຸ່ມ​ລາຍ​ການ rollover ​ຢູ່​ໃນ​​ເຄື່ອງ​ສາຍ. ທ່ານ​​ສາ​ມາດກ໊ອບ​ປີ້​ link ແລະ ຕິດ​ມັນ​ໃສ່​ນຳ​ຂໍ້​ຄວາມ​ທາງ​ອີ​ເມວ ຫລື ໜ້າ​ web.

ປຸ່​ມ “Get Code” ເຮັດ​ຫ​ຍັງ​ແດ່?

ປຸ່ມ Get Code ​ອະ​ນຸ​ຍາດ​ໃຫ້​ທ່ານກ໊ອບ​ປີ້ລະ​ຫັດ​ຂອງ HTML ​ທີ່​ຝັງ​ຢູ່​ສຳລັບ​​ເຄື່ອງ​ສາຍ ແລະ ຕິດ​ມັນ​ໃສ່​ໜ້າ web ຂອງ​ທ່ານ. ທ່ານ​ສາ​ມາດ​ໃຊ້​ທາງ​ເລືອກນີ້​ເພື່ອ​ເຮັດ​ໃຫ້ LDS Media Player ເປັນ​ພາກ​ສ່ວນ​ຂອງ​ໜ້າ web ຂອງ​ທ່ານ.

LDS Media Player ກຳ​ລັງສະ​ແດງ​ຄຳ​ເຕືອນ​ວ່າ​ໃຫ້​ເຮົາ​ upgrade (ປັບ​ປຸງ) Flash Player. ເຮົາຈະ upgrade (ປັບ​ປຸງ) ​ມັນ​ໄດ້​ແນວ​ໃດ?

​​ເຄື່ອງ​ສາຍ​ຈະ​ສະ​ແດງ​ຂໍ້​ຄວາມ​ທີ່​ປະກົດ​ອອກ​ດັ່ງ​ຕໍ່​ໄປ​ນີ້:

ທ່ານ​ສາ​ມາດ​ຍັ່ນ​ຂໍ້​ຄວາມນີ້ ເພື່ອ ​ຫາ​ເອົາ​ Flash Player ລຸ້ນທີ່​ລ່າ​ສຸດ​ຈາກ Adobe.

LDS Media Player ບໍ່​ສະ​ແດງ​ອອກ​ຢ່າງ​ຖືກ​ຕ້ອງ ຫລື ກຳ​ລັງ​ສະ​ແດງວິ​ດີ​ໂອ​ທີ່​ຜິດ. ເຮົາ​ຈະ​​ແກ້​ໄຂ​ມັນ​ໄດ້​ແນວ​ໃດ?

​ເວບ browser ຂອງ​ທ່ານອາດ​ສະ​ແດງ cached (ຫລື ຂໍ້​ມູນ​ເກົ່າ). ເພື່ອ​ຈະ​ລຶບ​ລ້າງຂໍ້ມູນເກົ່າໃນ browser ແລະ ເຫັນ​ໃບ​ທີ່​ລ່າ​ສຸດ​ຂອງ​ໜ້າ​ທີ່​ທ່ານເບິ່ງ​ຢູ່, ໃຫ້ ຍັ່ນ CTRL + F5 ສຳ​ລັບ Windows ຫລື COMMAND + SHIFT + R ສຳ​ລັບ Mac.

Windows Media Player (ວິ​ດີ​ໂອ ຫລື ສຽງ​ເທົ່າ​ນັ້ນ)

ChurchofJesusChrist.org ໃຊ້ Windows Media Player ຈາກ Microsoft ເພື່ອ​ໃຫ້​ເບິ່ງ​ວິ​ດີ​ໂອ ແລະ ​ຟັງສຽງ. ເພື່ອ​ຈະ​ເບິ່ງ ຫລື ຟັງ​ວິ​ດີ​ໂອ ຫລື ສາຍສຽງ​ທີ່​ຖ່າຍ​ທອດ​ທາງ​ອິນ​ເຕີ​ແນັດ, ທ່ານ​ຕ້ອງ​ມີ Windows Media Player ຕິດ​ຕັ້ງ​ຢູ່​ໃນ​ຄອມ​ພິວ​ເຕີ​ຂອງ​ທ່ານ ຖ້າ​ຫາກ​ທ່ານ​ຍັງ​ບໍ່​ມີ​ມັນ​ເທື່ອ.

ເພື່ອ​ຈະ​ທົດ​ລອງ​ເບິ່ງ​ວ່າ​ທ່ານ​ມີ ຫລື ບໍ່​ມີ Windows Media Player ຢູ່​ໃນ​ຄອມ​ພິວ​ເຕີ​ຂອງ​ທ່ານ, ໃຫ້ຍັ່ນ Windows Media Player test. ຖ້າ​ຫາກ​ຈໍ​ນ້ອຍ​ເປີດ​ຂຶ້​ນ​ມາ ແລະ ທ່ານ​ໄດ້​ຍິນ​ສຽງ, ທ່ານ​ກໍ​ມີ​​ເຄື່ອງ​ສາຍນັ້ນ​ແລ້ວ. ຖ້າ​ຫາກ browser ​ຂອງ​ທ່ານຊີ້ບອກວ່າ​ທ່ານບໍ່​ມີ​ necessary plug-in ຫລື helper application, ກໍໝາຍຄວາມວ່າທ່ານຕ້ອງ ດາວ​ໂຫລດ Windows Media Player ແຕ່ບໍ່​ຕ້ອງ​ຈ່າຍ​ຄ່າ.