​ລັກ​ສະ​ນະ​ຂອງ​​ເຄື່ອງ​ສາຍ


​ລັກ​ສະ​ນະ​ຂອງ​​ເຄື່ອງ​ສາຍວິ​ດີ​ໂອ

  1. ຂໍ້​ມູນ​ກ່ຽວ​ກັບ​ວິ​ດີ​ໂອ
    ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ວິ​ດີ​ໂອ​ທີ່​ກຳ​ລັງ​ຖືກ​ສາຍ​ຢູ່.
  2. Share (ແບ່ງ​ປັນ)
    ​ອະ​ນຸ​ຍາດ​ໃຫ້​ທ່ານ​ແບ່ງ​ປັນ​ວິ​ດີ​ໂອ​ໂດຍ​ການ​ກ໊ອບ​ປີ້​ link (ສາຍ​​ປະ​ສານ) ແລະ ແບ່ງ​ປັນ​ຜ່ານ​ອີ​ເມວ ຫລື IM. ທ່ານ​ອາດ​ສາ​ມາດ​ແບ່ງ​ປັນ​ໂດຍ​ການ​ໃຊ້ Facebook ຫລື Twitte ນຳ​ອີກ.
  3. Link (ສາຍ​ປະ​ສານ)
    ອະ​ນຸ​ຍາດ​ໃຫ້​ທ່ານກ໊ອບ​ປີ້ ແລະ ແບ່ງ​ປັນ link (ສາຍ​ປະ​ສານ).
  4. ​Embed (ທີ່​ຝັງ​ຢູ່​ໃນ)
    ອະ​ນຸ​ຍາດ​ໃຫ້​ທ່ານກ໊ອບ​ປີ້​ລະ​ຫັດ​ຂອງ​​ເຄື່ອງ​ສາຍ​ທີ່​ຝັງ​ຢູ່​ໃນ ແລະ ຕື່ມ​​ເຄື່ອງ​ສາຍ​ໃສ່​ກັບ web site (​ເວບ​ໄຊ້) ຫລື blog (ບະ​ລອກ).
  5. ປຸ່ມ​ສາຍ/ປຸ່ມ​ຢຸດ​​ບຶດ​ໜຶ່ງ
  6. ເຄື່ອງ​ຊີ້ນຳ​
    ​ເຄື່ອງ​ຊີ້ນຳ​ຈະ​ສະ​ແດງ​ໃຫ້​ທ່ານ​ເຫັນ​ລະ​ຫັດ​ເວ​ລາ​ຂອງວິ​ດີ​ໂອ ແລະ ອະ​ນຸ​ຍາດ​ໃຫ້​ທ່າ​ນ​ຍ້າຍ​ໄປ​ເຖິງ​ຈຸດ​ໃດ​ໜຶ່ງ​ໃນ​ວິ​ດີ​ໂອ​ໂດຍ​ການ​ດຶງເຄື່ອງ​ໝາຍ​ເວ​ລາ​ກັບ​ຫລັງ ແລະ ໄປ​ໜ້າ.
  7. ປຸ່ມ DVR ທີ່​ຖ່າຍ​ທອດ​ສົດ
    ​ຂະ​ນະ​ທີ່​ເບິ່ງ​ວິ​ດີ​ໂອ​ທີ່​ຖ່າຍ​ທອດ​ສົດ ທ່ານ​ສາ​ມາດ​ດຶງ​ເຄື່ອງ​ໝາຍ​ເວ​ລາ​ໄປ​ຫາ​ຈຸດ​ທີ່​ຜ່ານ​ມາ​ໃນ​ວິ​ດີ​ໂອ ຫລື ຍັ່ນ​ປຸ່ມ​ຢຸດ​ບຶດ​ໜຶ່ງ, ແລ້ວ ປຸ່ມ​ຖ່າຍ​ທອດ​ສົດ​ຈະ​ມອດ​ໄປ. ການ​ກົດ​ປຸ່ມ​ວິ​ດີ​ໂອ​ທີ່​ຖ່າຍ​ທອດ​ສົດ​ຄືນ​ອີກ​ຈະ​ເຮັດ​ໃຫ້​ວິ​ດີ​ໂອ​ກັບ​ມາ​ຖ່າຍ​ທອດ​ສົດ​ອີກ ແລະ ປຸ່ມນັ້ນ​ກໍ​ຈະ​ກັບ​ມາ​ເປັນ​ສີ​ຂຽວ​ເມື່ອ​ວິ​ດີ​ໂອ​ທີ່​ຖ່າຍ​ທອດ​ສົດ​ຖືກ​ເບິ່ງ​ອີກ. (ເມື່ອ​ເບິ່ງ​ວິ​ດີ​ໂອ​ທີ່​ເລືອກ​ຕາມ​ໃຈ, ປຸ່ມ​ຖ່າຍ​ທອດ​ສົດ​ຈະ​ໃຊ້​ການບໍ່​ໄດ້ ແລະ ທ່ານ​ຈ​ະ​ສາ​ມາດ​ດຶງ​ມັນ​ໄປ​ຫາ​ຈຸດ​ໃດ​ກໍ​ໄດ້​ໃນ​ວິ​ດີ​ໂອ).
  8. ຂໍ້​ຄຳ​ອະ​ທິ​ບາຍ​ສຳ​ລັບ​ຄົນ​ຫູ​ໜວກ
    ຍັ່ນ​ປຸ່ມນີ້​ເພື່ອ​ເບິ່ງ​ວິ​ດີ​ໂອດ້ວຍ​ຂໍ້​ຄຳ​ອະ​ທິ​ບາຍ​ສຳ​ລັບ​ຄົນ​ຫູ​ໜວກ. ເພື່ອ​ຈະ​ເບິ່ງ​ຂໍ້​ຄຳ​ອະ​ທິ​ບາຍ​ສຳ​ລັບ​ຄົນ​ຫູ​ໜວກ​ຜ່ານ​ເຄື່ອງ iOS ໃຫ້​ເຮັດຕາມ​ຄຳ​ແນະ​ນຳ​ດັ່ງ​ຕໍ່​ໄປ​ນີ້:

    • ຍັ່ນ “Settings”
    • ຍັ່ນ “Videos”
    • ປ່ຽ​ນ “Closed Captioning” ໄປ​ເປັນ “On”
  9. ເຕັມ​ຈໍ
    ​ຍັ່ນ​ປຸ່ມນີ້​ເພື່ອ​ເບິ່ງ​ວິ​ດີ​ໂອ​ໃຫ້​ເຕັມ​ຈໍ.

  10. ສຽງ
    ​ຍັ່ນ​ປຸ່ມນີ້​ເພື່ອ​​ຄວບ​ຄຸມ​ສຽງ.