​2010–2019
ເມື່ອ​ເຮົາ​ມາ​ພົບ​ກັນ​ອີກ
ເມສາ 2012


ເມື່ອ​ເຮົາ​ມາ​ພົບ​ກັນ​ອີກ

ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ຮູ້ຈັກ​ເຮົາ ​ແລະ ຮູ້ຈັກຄວາມ​ຕ້ອງການ​ຂອງ​ເຮົາ. ຂໍ​ໃຫ້​ເຮົາ​ຈົ່ງ​ເຕັມ​ໄປ​ດ້ວຍ​ພຣະວິນ​ຍານຂອງ​ພຣະອົງ ​ເມື່ອ​ເຮົາ​ຮັບ​ຊົມ​ຮັບ​ຟັງ​ກອງ​ປະຊຸມ​ນີ້.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ​ເມື່ອ​ເຮົາ​ມາ​ເຕົ້າ​ໂຮມ​ກັນ​ອີກ​ເທື່ອ​ໜຶ່ງ​ໃນ​ກອງ​ປະຊຸມ​ຂອງ​ສາດສະໜາ​ຈັກ​ນີ້, ຂ້າພະ​ເຈົ້າຂໍ​ຕ້ອນຮັບ​ທ່ານ ​ແລະ ຂໍ​ສະ​ແດງ​ຄວາມ​ຮັກ​ຕໍ່​ທ່ານ​ທຸກ​ຄົນ. ​ເຮົາ​ໄດ້​ມາ​ພົບ​ກັນ​ແຕ່​ລະ​ຫົກ​ເດືອນ​ເພື່ອ​​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັນ, ​ໃຫ້​ກຳລັງ​ໃຈ​ກັນ, ​ແລະ ປອບ​ໂຍນ​ກັນ, ​ແລະ ​ເສີມ​ສ້າງ​ສັດທາ. ​ເຮົາ​ມາ​ນີ້​ເພື່ອ​ຮ່ຳຮຽນ. ພວກ​ທ່ານ​ບາງ​ຄົນ​ອາດ​ຢາກ​ໄດ້​ຄຳ​ຕອບ​ຕໍ່​ຄຳ​ຖາມ ​ແລະ ການ​ທ້າ​ທາຍ​ທີ່​ທ່ານ​ປະ​ເຊີນ​ຢູ່​ໃນ​ຊີວິດ. ບາງ​ຄົນ​ກໍ​ກຳລັງ​ດີ້ນ​ລົນ​ກັບ​ຄວາມ​ຜິດ​ຫວັງ ຫລື ການ​ສູນ​ເສຍ. ​ແຕ່ລະຄົນ​ສາມາດ​ໃຫ້​ຄວາມ​ສະຫວ່າງ ​ແລະ ສົ່ງ​ເສີມ ​ແລະ ປອບ​ໃຈ​ກັນ​ໄດ້ ​ເມື່ອ​ໄດ້​ຮັບ​ການ​ສຳ​ພັດ​ຈາກ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ.

ຖ້າ​ຫາກ​ມີ​ສິ່ງ​​ໃດ​ທີ່​ຕ້ອງ​ປັບປຸງ​ໃນ​ຊີວິດ​ຂອງ​ທ່ານ, ຂໍ​ໃຫ້​ທ່ານ​ຈົ່ງ​ມີ​ເຫດຜົນ ​ແລະ ມີ​ຄວາມ​ກ້າຫານ​ທີ່​ຈະ​ເຮັດ ​ໃນ​ຂະນະ​ທີ່​ທ່ານ​ຟັງ​ຖ້ອຍຄຳ​ທີ່ດົນ​ໃຈ ຊຶ່ງ​ຈະ​ກ່າວ. ຂໍ​ໃຫ້​ເຮົາ​ຈົ່ງ​ຕັ້ງ​ໃຈ​ໃໝ່ ທີ່​ຈະ​ດຳລົງ​ຊີວິດ​ໃຫ້​ສົມ​ກັບ​ເປັນບຸດ ​ແລະ ທິດາ​ຂອງ​ພຣະບິດາ​ເທິງ​ສະຫວັນ. ຂໍ​ໃຫ້​ເຮົາ​ຈົ່ງ​ສືບ​ຕໍ່​ຕ້ານທານ​ກັບ​ສິ່ງ​ທີ່ຊົ່ວ​ຮ້າຍ ​ເມື່ອ​ເຮົາ​ພົບ​ເຫັນ​ມັນ​ຢູ່​ໃນ​ບ່ອນ​ໃດ​ກໍ​ຕາມ.

​ເຮົາ​ໄດ້​ຮັບ​ພອນ​ຫລາຍ​ຂະໜາດ​ໃດ​ທີ່​ໄດ້​ມາສູ່​ໂລກ​ໃນ​ວັນ​ເວລາ​ເຊັ່ນ​ນີ້—​ເປັນ​ເວລາ​ທີ່​ປະ​ເສີດ​ລ້ຳ​ໃນ​ປະຫວັດສາດ​ຂອງ​ໂລກ. ​ເຮົາ​ບໍ່​ສາມາດ​ມາ​ເຕົ້າ​ໂຮມ​​ຢູ່​ໃນ​ສະຖານ​ທີ່​​ດຽວ​ກັນ, ​ແຕ່​ຕອນ​ນີ້​ເຮົາ​ສາມາດ​ຮັບ​ຊົມ​ຮັບ​ຟັງ​ກອງ​ປະຊຸມ​ນີ້​ຕະຫລອດ​ທົ່ວ​ໂລກ ຜ່ານ​ທາງ​ໂທລະທັດ, ວິທະຍຸ, ​ເຄ​ໂບ, ​ແລະ ດາວ​ທຽມ—​ແມ່ນ​ແຕ່​ທາງ​ໂທລະສັບ​ມື​ຖືນຳ​ອີກ. ​ເຮົາ​ມາ​​ເຕົ້າ​ໂຮມ​ກັນ​ເປັນ​ໜຶ່ງ, ກ່າວ​ໃນ​ຫລາຍ​ພາສາ, ອາ​ໄສ​ຢູ່​ໃນ​ຫລາຍ​ປະ​ເທດ, ​ແຕ່​ເຮົາ​ທຸກ​ຄົນ​ມີ​ສັດທາ​ ​ແລະ ຈຸດປະສົງ​ອັນ​ດຽວ​ກັນ.

ຈາກ​ການ​ເລີ່​ມຕົ້ນອັນ​ນ້ອຍໆ 182 ປີ​ກ່ອນ, ບັດ​ນີ້​​ເຮົາ​ໄດ້​ຂະຫຍາຍ​ໄປ​ທົ່ວ​ໂລກ. ອຸດົມ​ການ​ທີ່​ຍິ່ງ​ໃຫຍ່​ຊຶ່ງ​ເຮົາ​ມີ​ສ່ວນ​ຮ່ວມ ຈະ​ຂະຫຍາຍ​ອອກ​ໄປ​ເລື້ອຍໆ, ປ່ຽນ​ແປງ ​ແລະ ​ໃຫ້​ພອນ​ແກ່​ຊີວິດ​ດັ່ງ​ທີ່​ເປັນ​ມາ. ບໍ່​ມີ​ອຸດົມ​ການ​ອື່ນ​ໃດ, ບໍ່​ມີ​ພະລັງ​ອື່ນ​ໃດ​ຢູ່​ໃນ​ໂລກ​ນີ້​ຈະ​ສາມາດ​ຢຸດ​ຢັ້ງວຽກ​ງານ​ຂອງ​ພຣະ​ເຈົ້າ​ໄດ້. ​ເຖິງ​ແມ່ນ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ, ວຽກ​ງານ​ນີ້​ຈະ​ດຳ​ເນີນ​ໄປ​ໜ້າ. ທ່ານຄົງ​ຈື່​ຈຳຖ້ອຍ​ຄຳ​ຂອງ​ສາດສະດາ​ໂຈ​ເຊັບ ​ສະ​ມິດ ​ໄດ້​ທີ່​ວ່າ: “ບໍ່​ມີ​ມື​​ໃດ​ທີ່​ສາມາດ​ຢຸດ​ຢັ້ງວຽກ​ງານ​ນີ້​; ອາດ​ມີ​ການຂົ່ມ​ເຫັງ, ສັດຕູ​ອາດ​ລວມຫົວ​ກັນ, ກອງທັບ​ອາດ​​ເຕົ້າ​ໂຮມ​ກັນ, ການ​ໃສ່​ຮ້າຍ​ປ້າຍ​ສີອາດ​ເກີດ​ຂຶ້ນ, ​ແຕ່​ຄວາມ​ຈິງ​ຂອງ​ພຣະ​ເຈົ້າຈະ​ດຳ​ເນີນ​ໄປໜ້າຢ່າງ​ອາດ​ຫານ, ຢ່າງ​ມີ​ກຽດ, ​ແລະ ຢ່າງ​ເປັນອິດ​ສະລະ​, ຈົນ​ກວ່າ​ມັນ​ຈະ​ມີ​ຢູ່​​ໃນ​ທຸກ​ທະວີບ, ​ໃນ​ທຸກ​ເຂດ​ແດນ, ​ໃນ​ທຸກ​ປະ​ເທດ, ​ແລະ ທຸກຫູ​ຈະ​ໄດ້​ຍິນ, ຈົນ​ກວ່າ​ຈຸດປະສົງ​ຂອງ​ພຣະ​ເຈົ້າຈະສຳ​ເລັດ​ຄົບ​ຖ້ວນ, ​ແລະ ພຣະ​ເຢ​ໂຮ​ວາ​ຜູ້​ຍິ່ງ​ໃຫຍ່​ຈະ​ກ່າວ​ວ່າ ວຽກ​ງານ​ສຳ​ເລັດ​ແລ້ວ.”1

ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ຫຍຸ້ງຍາກ ​ແລະ ທ້າ​ທາຍ​ຫລາຍ​ຢູ່​ໃນ​ໂລກ​ທຸກ​ວັນ​ນີ້, ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ແຕ່​ກໍ​ມີ​ສິ່ງ​ດີ ​ແລະ ​ເສີມສ້າງ​ຄື​ກັນ. ດັ່ງ​ທີ່​ເຮົາ​ປະກາດ​ຢູ່​ໃນ​ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ສິບ​ສາມ, ວ່າ “ຫາກມີສິ່ງໃດທີ່ເປັນຄຸນນະທຳ, ສວຍງາມ, ຫລື ຄວນສັນລະເສີນ ພວກເຮົາສະແຫວງຫາສິ່ງເຫລົ່ານີ້.” ຂໍ​ໃຫ້​ເຮົາ​ຈົ່ງ​​ເຮັດ​ແນວ​ນັ້ນຕໍ່​ໄປ.

ຂ້າພະ​ເຈົ້າຂໍ​ຂອບ​ໃຈ​ທ່ານ​ສຳລັບ​ສັດທາ ​ແລະ ການ​ອຸທິດ​ຕົນຂອງ​ທ່ານ​ຕໍ່​ພຣະກິດ​ຕິ​ຄຸ​ນ. ຂໍ​ຂອບ​ໃຈ​ທ່ານ​ສຳລັບຄວາມ​ຮັກ ​ແລະ ຄວາມ​ເປ​ັນຫ່ວງທີ່​ມີ​ຕໍ່​ກັນ​ແລະ​ກັນ​. ຂໍ​ຂອບ​ໃຈ​ທ່ານ​ສຳລັບການ​ຮັບ​ໃຊ້​ຢູ່​ໃນ​ຫວອດ ​ແລະ ສາຂາ​ຂອງ​ທ່ານ ​ແລະ ​ໃນ​ສະ​ເຕກ ​ແລະ ​ທ້ອງ​ຖິ່ນ​ຂອງ​ທ່ານ. ​ເປັນ​ເພາະ​ການ​ຮັບ​ໃຊ້​ນັ້ນ ພຣະຜູ້​ເປັນ​ເຈົ້າຈຶ່ງ​ສາມາດ​ບັນລຸ​ຈຸດປະສົງ​ຂອງ​ພຣະອົງຢູ່​ໃນ​ໂລກ​ນີ້.

ຂ້າພະ​ເຈົ້າຂໍ​ຂອບ​ໃຈ​ທ່ານ​ສຳລັບ​ຄວາມ​ເມດ​ຕາຂອງ​ທ່ານ​ທີ່​ມີ​ຕໍ່ຂ້າພະ​ເຈົ້າບໍ່​ວ່າ​ຂ້າພະ​ເຈົ້າຈະ​ໄປ​ຫາ​ບ່ອນ​​ໃດ​ກໍ​ຕາມ. ຂໍ​ຂອບ​ໃຈ​ທ່ານທີ່​ໄດ້​ອະທິຖານ​ເພື່ອ​ຂ້າພະ​​ເຈົ້າ. ຂ້າພະ​ເຈົ້າຮູ້ສຶກ​​ເຖິງ​ຄຳ​ອະທິຖານ​ເຫລົ່ານັ້ນ ​ແລະ ມີ​ຄວາມ​ກະຕັນຍູຫລາຍ.

ບັດ​ນີ້, ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ, ​ເຮົາ​ໄດ້​ມາ​ນີ້​ເພື່ອ​ຈະ​ໄດ້​ຮັບ​ການ​ສິດສອນ ​ແລະ ດົນ​ໃຈ. ​ເຮົາ​ຈະ​ໄດ້​ຍິນຂ່າວສານ​ຕ່າງໆ​ໃນ​ລະຫວ່າງສອງ​ມື້​ນີ້. ຂ້າພະ​ເຈົ້າ​ຂໍ​ໃຫ້​ທ່ານ​ແນ່​ໃຈໄດ້​ວ່າ ຜູ້​ຈະ​ກ່າວ​ປາ​ໄສ​​ໄດ້​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ສະຫວັນ ​ໃນ​ຂະນະ​ທີ່ພວກ​ເພິ່ນ​ຕຽມຂ່າວສານ​ຂອງ​ພວກ​ເພິ່ນ. ພວກ​ເພິ່ນ​ໄດ້​ຮັບ​ການ​ດົນ​ໃຈ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເພິ່ນ​ຈະ​ກ່າວ​ກັບ​​ເຮົາ.

ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ຮູ້ຈັກ​ເຮົາ ​ແລະ ຮູ້ຈັກຄວາມ​ຕ້ອງການ​ຂອງ​ເຮົາ. ຂໍ​ໃຫ້​ເຮົາ​ຈົ່ງ​ເຕັມ​ໄປ​ດ້ວຍ​ພຣະວິນ​ຍານຂອງ​ພຣະອົງ ​ເມື່ອ​ເຮົາ​ຮັບ​ຊົມ​ຮັບ​ຟັງ​ກອງ​ປະຊຸມ​ນີ້. ນີ້​ຄື​ຄຳ​ອະທິຖານ​ອັນ​ຈິງ​ໃຈ​ຂອງ​ຂ້າພະ​ເຈົ້າ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

ແຫ​ລ່ງອ້າງ​ອີງ

  1. Teachings of Presidents of the Church: Joseph Smith (2007), 444.