​2010–2019
ການລາຍງານຂອງພະແນກກວດສອບບັນຊີຂອງສາດສະໜາຈັກ, ປີ 2011
ເມສາ 2012


ການ​ລາຍ​ງານ​ຂອງ​ພະ​ແນ​ກ​ກວດ​ສອບ​ບັນຊີ​ຂອງ​ສາດສະໜາ​ຈັກ, ປີ 2011

ຮຽນຝ່າຍປະທານສູງສຸດຂອງສາດສະໜາຈັກຂອງພະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ

ຮຽນ ເຈົ້າ​ໜ້າທີ່​ຊັ້ນ​ຜູ້​ໃຫຍ່. ດັ່ງ​ທີ່​ອະທິບາຍ​ໄວ້​ໂດຍ​ການ​ເປີດເຜີຍ​ໃນ​ພາກ​ທີ 120 ຂອງ Doctrine and Covenants ສະພາ​ຈັດການ​ເລື່ອງ​ເງິນ​ສ່ວນ​ສິບ ມີ​ອຳນາດ​ໃນ​ການ​ໃຊ້​ຈ່າຍ​ເງິນ​ທຶນ​ຂອງ​ສາດສະໜາ​ຈັກ. ສະພາ​ປະກອບ​ດ້ວຍ​ຝ່າຍ​ປະທານ​ສູງ​ສຸດ, ກຸ່ມ​ອັກ​ຄະ​ສາວົກ​ສິບ​ສອງ, ແລະ ຝ່າຍ​ອະທິການ​ຄວບ​ຄຸມ.

ສະພາ​ນີ້​ຈະ​ກຳນົດ​ເງິນ​ທຶນ​ໃຫ້​ພະ​ແນ​ກ​ຕ່າງໆ​ຂອງ​ສາດສະໜາ​ຈັກ ແລະ ການ​ດຳເນີນ​ງານ. ພະ​ແນ​ກ​ຕ່າງໆ ຂອງ​ສາດສະໜາ​ຈັກ​ຈະ​ອະນຸມັດ​ການ​ງົບປະມານ​ສຳລັບ​ການ​ໃຊ້​ຈ່າຍ​ຕາມ​ນະໂຍບາຍ ແລະ ລະບຽບ​ປະຕິບັດ​ການ​ຂອງ​ສາດສະໜາ​ຈັກ.

ພະ​ແນ​ກ​ກວດ​ສອບ​ບັນຊີ​ຂອງ​ສາດສະໜາ​ຈັກ​ໄດ້​ຮັບ​ອະນຸຍາດ​ໃຫ້​ກວດ​ສອບ​ບັນທຶກ​ທຸກ​ຢ່າງ​ທີ່​ຈຳເປັນ ເພື່ອ​ປະ​ເມີນ​ການ​ຄວບ​ຄຸມ​ລາຍ​ໄດ້ ແລະ ລາຍ​ຈ່າຍ​ຂອງ​ເງິນ​ທຶນ ແລະ ປົກ​ປ້ອງ​ດູ​ແລ​ຊັບ​ສິນ​ຂອງ ສາດສະໜາ​ຈັກ. ພະ​ແນ​ກ​ກວດ​ສອບ​ບັນຊີ​ເປັນ​ໜ່ວຍ​ທີ່​ທຳ​ງານ​ຢ່າງ​ອິດ​ສະລະ ໂດຍ​ບໍ່​ຂຶ້ນ​ຢູ່​ກັບ​ພະ​ແນ​ກ ຫລື ໜ່ວຍ​ງານ​ໃດ​ຂອງ​ສາດສະໜາ​ຈັກ. ພະ​ແນ​ກ​ກວດ​ສອບ​ບັນຊີ​ປະກອບ​ດ້ວຍ​ນັກ​ບັນຊີ​ເອກ​ກະ​ຊົນ ທີ່​ມີ​ໃບ​ອະນຸຍາດ. ຜູ້​ກວດ​ສອບ​ບັນຊີ​ພາຍ​ໃນ​ທີ່​ມີ​ໃບ​ອະນຸຍາດ, ຜູ້​ກວດ​ສອບ​ຂໍ້​ມູນ​ທີ່​ມີ​ໃບ​ອະນຸຍາດ ແລະ ເຈົ້າ​ໜ້າທີ່​ອື່ນໆ​ລະດັບ​ມື​ອາຊີບ.

ຕາມ​ການ​ດຳເນີນ​ງານ​ການ​ກວດ​ສອບ, ພະ​ແນ​ກ​ກວດ​ສອບ​ບັນຊີ​ລົງ​ຄວາມ​ເຫັນ​ວ່າ ລາຍ​ໄດ້ ແລະ ລາຍ​ຈ່າຍ​ເງິນ​ບໍລິຈາກ ແລະ ການ​ໃຊ້​ຊັບ​ສິນ​ຂອງ​ສາດສະໜາ​ຈັກ ລະຫວ່າງ​ປີ 2011 ໄດ້​ຮັບ​ການ​ຈັດການ ແລະ ບັນທຶກ​ຕາມ​ແນວທາງ​ທີ່​ປະຕິບັດ​ຕາມ​ລະບົບ​ບັນຊີ ທີ່​ໄດ້​ຮັບ​ອະນຸມັດ ແລະ ຕາມ​ນະໂຍບາຍ ແລະ ລະບຽບ​ປະຕິບັດ​ທີ່​ສາດສະໜາ​ຈັກ​ກຳນົດ​ໄວ້​ທຸກ​ປະການ.

ດ້ວຍ​ຄວາມ​ນັບຖື​ເປັນ​ຢ່າງ​ສູງ,

ພະ​ແນ​ກ​ກວດ​ສອບ​ບັນຊີ​ຂອງ​ສາດສະໜາ​ຈັກ

ຣໍ​ເບີດ ດັບ​ເບ​ິນຢູ ແຄນ​ແວວ

ຫົວໜ້າ​ຜູ້​ຈັດການ