​2010–2019
ຄອບຄົວ​ພາຍ​ໃຕ້​ພັນທະ​ສັນຍາ
ເມສາ 2012


ຄອບຄົວ​ພາຍ​ໃຕ້​ພັນທະ​ສັນຍາ

ຈະ​ບໍ່​ມີ​ຫຍັງ​ທີ່​ໄດ້​ເຂົ້າ​ມາ ຫລື ຈະ​ເຂົ້າ​ມາ​ໃນ​ຄອບຄົວ​ຂອງ​ທ່ານ​ທີ່​ຈະ​ສຳຄັນເທົ່າ​ກັບ​ພອນ​ແຫ່ງ​ການ​ຜະ​ນຶກ.

ຂ້າພະເຈົ້າ​ຮູ້ສຶກ​ບຸນຄຸນ​ທີ່​ໄດ້​ມາ​ຊຸມນຸມ​ກັບ​ທ່ານ​ໃນ​ກອງ​ປະຊຸມ​ນີ້​ທີ່​ບັນດາ​ຜູ້​ດຳລົງ​ຖານະ​ປະໂລຫິດ​ຂອງ ພຣະ​ເຈົ້າ​ທຸກໆ​ຄົນ​ຢູ່​ໃນ​ໂລກ​ຖືກ​ຮັບ​ເຊີນ. ພວກ​ເຮົາ​ໄດ້​ຮັບ​ພອນ​ທີ່​ໄດ້​ມີ​ປະທານ​ທອມ​ມັສ ​​ແອັສ ມອນ​ສັນ ເປັນ​ປະທານ. ໃນ​ຖານະ​ປະທານ​ຂອງ​ສາດສະໜາ​ຈັກ, ເພິ່ນ​ເປັນ​ຜູ້​ຊາຍ​ຄົນ​ດຽວ​ທີ່​ຍັງ​ມີ​ຊີວິດ​ຢູ່​ທີ່​ມີ ໜ້າທີ່​ຮັບຜິດຊອບ​ສຳລັບ​ຂໍ​ກະແຈ​ທີ່​ຜະ​ນຶກ​ຄອບຄົວ​ເຂົ້າກັນ ແລະ ພິທີການ​ຂອງ​ຖານະ​ປະໂລຫິດ​ທຸກໆ ຢ່າງ​ທີ່​ຈຳເປັນ​ເພື່ອ​ຈະ​ໄດ້​ຮັບ​ຊີວິດ​ນິລັນດອນ, ຊຶ່ງ​ເປັນ​ຂອງ​ປະທານ​ທີ່​ຍິ່ງ​ໃຫຍ່​ສຸດ​ໃນ​ບັນດາ​ພອນຂອງ​ພຣະ​ເຈົ້າ​ທັງ​ໝົດ.

ມີ​ພໍ່​ຄົນ​ໜຶ່ງ​ທີ່​ຮັບ​ຟັງ​ຢູ່​ໃນ​ຄ່ຳ​ຄືນ​ນີ້ ຜູ້​ທີ່​ໄດ້​ກັບ​ຄືນ​ມາ​ໂບດ​ເພາະວ່າ ລາວ​ຢາກ​ໄດ້​ຄວາມ​ແນ່ນອນ​ຈາກຂອງ​ປະທານ​ແຫ່ງ​ການ​ຜະ​ນຶກ​ນັ້ນ​ດ້ວຍ​ສຸດ​ຫົວໃຈ​ຂອງ​ລາວ. ລາວ ແລະ ພັນ​ລະ​ຍາ​ຮັກ​ລູກນ້ອຍ​ສອງ​ຄົນ, ລູກ​ຊາຍ​ຄົນ​ໜຶ່ງ ແລະ ລູກ​ສາວ​ຄົນ​ໜຶ່ງ​ຂອງ​ເຂົາເຈົ້າ. ເໝືອນ​ດັ່ງ​ພໍ່​ແມ່​ຄົນ​ອື່ນ​ລາວ​ສາມາດ​ເຫັນ​ຄວາມສຸກ​ແຫ່ງ​ສະຫວັນ​ນັ້ນ​ໄດ້​ລ່ວງ​ໜ້າ​ເມື່ອ​ລາວ​ອ່ານ​ຖ້ອຍ​ຄຳ​ທີ່​ຕໍ່​ໄປ​ນີ້​ວ່າ ການ​ຢູ່​ຮ່ວມ​ກັນ​ຢ່າງ​ດຽວ​ກັນ​ນັ້ນ ຊຶ່ງ​ມີ​ຢູ່​ໃນ​ບັນດາ​ພວກ​ເຮົາ​ທີ່​ນີ້​ຈະ​ມີ​ຢູ່​ໃນ​ບັນດາ​ພວກ​ເຮົາ​ທີ່​ນັ້ນ, ແຕ່​ຈະ​ມີ​ລັດສະໝີ​ພາບ​ນິລັນດອນ​ເປັນ​ຄູ່, ຊຶ່ງ​ລັດສະໝີ​ພາບ​ນັ້ນ​ເຮົາ​ບໍ່​ໄດ້​ຮັບ​ຂະນະ​ນີ້.1

ພໍ່​ຄົນ​ນັ້ນ​ທີ່​ກຳລັງ​ຟັງ​ຢູ່​ກັບ​ພວກ​ເຮົາ​ໃນ​ຄ່ຳ​ຄືນ​ນີ້​ຮູ້​ເສັ້ນທາງ​ທີ່​ນຳໄປ​ສູ່​ຈຸດໝາຍ​ທີ່​ຮຸ່ງ​ໂລດ​ນັ້ນ. ມັນ​ບໍ່​ເປັນ ເລື່ອງ​ງ່າຍ. ລາວ​ຮູ້​ເລື່ອງ​ນັ້ນແລ້ວ. ມັນ​ໄດ້​ໃຊ້​ສັດທາ​ໃນ​ພຣະເຢ​ຊູ​ຄຣິດ, ການ​ກັບ​ໃຈ​ທີ່​ເລິກ​ຊຶ້ງ, ແລະ ການ​ປ່ຽນແປງ​ໃນ​ຫົວໃຈ​ຂອງ​ລາວ​ທີ່​ໄດ້​ມາ​ຈາກ​ອະທິການ​ຜູ້​ໃຈດີ​ຄົນ​ໜຶ່ງ​ທີ່​ໄດ້​ຊ່ອຍ​ລາວ​ໃຫ້​ຮູ້ສຶກເຖິງ​ການ​ໃຫ້​ອະໄພ​ທີ່​ມີ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ການ​ປ່ຽນແປງ​ທີ່​ໜ້າ​ອັດສະຈັນ​ໃຈ​ຍັງ​ຄົງ​ຢູ່​ຕໍ່​ໄປ​ເມື່ອ​ລາວ​ໄດ້​ໄປ​ພຣະ​ວິຫານ​ສັກສິດ​ເພື່ອ​ຮັບ​ຂອງ​ປະທານ ສັກສິດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອະທິບາຍ​ຕໍ່​ຜູ້​ຄົນ​ທີ່​ພຣະ​ອົງ​ໄດ້​ປະທານ​ອຳນາດ​ໃຫ້​ໃນ​ພຣະ​ວິຫານ​ຫລັງ​ທຳ​ອິດ ໃນ​ຍຸກ​ສະໄໝ​ນີ້. ມັນ​ໄດ້​ເກີດ​ຂຶ້ນ​ທີ່​ເມືອງ​ເຄີດ​ແລນ ລັດ​ໂອ​ໄຮ​ໂອ. ພຣະ ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ​ເຖິງ​ເລື່ອງ​ນັ້ນ:

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ພຣະ​ບັນຍັດ​ໃຫ້​ແກ່​ເຂົາເຈົ້າ​ວ່າ ເຂົາເຈົ້າ​ຕ້ອງ​ໄປ​ສູ່​ລັດ​ໂອ​ໄຮ​ໂອ; ຢູ່​ທີ່​ນັ້ນ​ພຣະ​ອົງ ຈະ​ມອບ​ກົດ​ຂອງ​ພຣະ​ອົງ​ໃຫ້​ເຂົາເຈົ້າ ແລະ ເຂົາເຈົ້າ​ຈະ​ໄດ້​ຮັບ​ອຳນາດ​ຈາກ​ເບື້ອງບົນ;

ແລະ ຈາກ​ນັ້ນ​ໄປ, ... ເພາະ​ພຣະ​ອົງ​ໄດ້​ມີ​ວຽກ​ງານ​ຍິ່ງ​ໃຫຍ່​ສະ​ສົມ​ໄວ້​ສຳລັບ​ໄພ່​ພົນ​ຂອງ​ພຣະ​ອົງ​ທີ່​ຈະ ຕ້ອງ​ເຮັດ, ເພື່ອ​ອິດ​ສະ​ຣາ​ເອນ​ຈະ​ລອດ, ແລະ ພຣະ​ອົງ​ຈະ​ນຳພາ​ເຂົາເຈົ້າ​ໄປ​ບ່ອນ​ໃດ​ກໍ​ຕາມ​ທີ່ພຣະ​ອົງ​ຕ້ອງການ, ແລະ ຈະ​ບໍ່​ມີ​ອຳນາດ​ໃດ​ຢຸດ​ພຣະ​ຫັດ​ຂອງ​ພຣະ​ອົງ.2

ສຳ​ລັັບ​ເພື່ອນ​ຂອງ​ຂ້າພະເຈົ້າ​ທີ່​ກັບ​ມາ​ໂບດ​ເມື່ອ​ບໍ່​ດົນ​ມາ​ນີ້ ແລະ ສຳລັບ​ຜູ້​ດຳລົງ​ຖານະ​ປະໂລຫິດ​ທຸກໆ​ຄົນ, ວຽກ​ງານ​ຍິ່ງ​ໃຫຍ່​ຢູ່​ຂ້າງ​ໜ້າ​ແມ່ນ​ຈະ​ນຳພາ​ໃນ​ການ​ຊ່ອຍ​ສ່ວນ​ໜຶ່ງ​ຂອງ​ອິດ​ສະ​ຣາ​ເອນ​ໃຫ້​ລອດ​ທີ່​ເຮົາທຸກໆ​ຄົນ​ເຮົາ​ຕ້ອງ​ເຮັດ ຫລື ຈະ​ໄດ້​ຮັບຜິດຊອບ​ຕໍ່, ຊຶ່ງ​ເປັນ​ຄອບຄົວ​ຂອງ​ເຮົາ. ເພື່ອນ​ຂອງ​ຂ້າພະເຈົ້າ ແລະ ພັນ​ລະ​ຍາ​ຂອງ​ລາວ​ໄດ້​ຮູ້​ວ່າການ​ຊ່ອຍ​ໃຫ້​ລອດ​ນັ້ນ​ຮຽກຮ້ອງ​ການ​ຖືກ​ຜະ​ນຶກ​ໂດຍ​ອຳນາດຂອງ​ຖານະ​ປະໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ໃນ​ພຣະ​ວິຫານ​ທີ່​ສັກສິດ​ຂອງ​ພຣະ​ເຈົ້າ.

ພໍ່​ຄົນ​ນັ້ນ​ໄດ້​ຂໍ​ຮ້ອງ​ໃຫ້​ຂ້າພະເຈົ້າ​ເປັນ​ຜູ້​ດຳເນີນ​ການ​ຜະ​ນຶກ​ນັ້ນ. ລາວ ແລະ ພັນ​ລະ​ຍາ​ຢາກ​ສຳເລັດ​ການ ຜະ​ນຶກ​ນັ້ນ​ໄວ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. ແຕ່​ດ້ວຍ​ເວລາ​ທີ່​ຫຍຸ້ງ​ຢູ່​ກັນ​ໜ້າທີ່​ເພາະ​ກອງ​ປະຊຸມ​ໃຫຍ່​ຈະ​ມາ​ເຖິງ, ຂ້າພະເຈົ້າ​ໄດ້​ປະ​ເລື່ອງ​ນີ້​ໄວ້​ກັບ​ຄູ່​ນັ້ນ ແລະ ອະທິການ​ຂອງ​ເຂົາເຈົ້າ​ທີ່​ຈະ​ປະສານ​ງານ​ກັບ​ເລຂາ​ຂອງ ຂ້າພະເຈົ້າ​ເພື່ອ​ຫາ​ວັນ​ທີ​ທີ່​ດີ​ທີ່​ສຸດ.

ຂ້າພະເຈົ້າ​ປະຫລາດ​ໃຈ ແລະ ດີໃຈ​ຫລາຍ​ພຽງ​ໃດ​ເມື່ອ​ພໍ່​ຄົນ​ນັ້ນ​ໄດ້​ບອກ​ຂ້າພະເຈົ້າ​ຢູ່​ໃນ​ໂບດ​ວ່າ ການ​ຜະ​ນຶກ​ນັ້ນ​ຖືກ​ຈັດ​ໄວ້​ສຳລັບ​ວັນ​ທີ​ສາມ​ເດືອນ​ເມສາ​ນີ້. ນັ້ນ​ເປັນ​ວັນ​ທີ​ໃນ​ປີ 1836 ເມື່ອ​ເອ​ລີ​ຢາ, ສາດສະດາ​ຜູ້​ຖືກ​ປ່ຽນ​ພາບ​ແລ້ວ, ຖືກ​ສົ່ງ​ມາ​ທີ່​ພຣະ​ວິ​ຫານ​ເຄີດ​ແລນ ເພື່ອ​ມອບ​ອຳນາດ​ແຫ່ງ ການ​ຜະ​ນຶກ​ໃຫ້​ແກ່​ໂຈ​​ເຊັບ ສະ​ມິດ ແລະ ອໍ​ລິ​ເວີ ຄາວ​ເດີ​ຣີ. ຂໍ​ກະແຈ ເຫລົ່ານັ້ນ​ຍັງ​ຄົງ​ຢູ່​ໃນສາດສະໜາ​ຈັກ​ໃນ​ວັນ​ເວລາ​ນີ້ ແລະ ຈະຄົງ​ຢູ່​ຕໍ່​ໄປ​ຈົນ​ກວ່າ​ທີ່​ສຸດ​ຂອງ​ເວລາ.3

ມັນ​ເປັນ​ສິດ​ອຳນາດ​ແຫ່ງ​ສະຫວັນ​ອັນ​ດຽວ​ກັນ​ນັ້ນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ເປ​ໂຕ​ດັ່ງ​ທີ່​ພຣະ​ອົງໄດ້​ສັນຍາ​ໄວ້​ວ່າ: “ເຮົາ​ຈະ​ມອບ​ຂໍ​ກະແຈ​ແຫ່ງ​ອານາຈັກ​ສະຫວັນ​ໃຫ້​ເຈົ້າ; ສິ່ງ​ໃດ​ທີ່​ພວກ​ເຈົ້າ​ຫ້າມເທິງ​ແຜ່ນດິນ​ໂລກ​ນີ້ ສິ່ງ​ນັ້ນ​ຈະ​ຖືກ​ຫ້າມ​ໃນ​ສະຫວັນ ແລະ ສິ່ງ​ໃດ​ທີ່​ພວກ​ເຈົ້າ​ອະນຸມັດ​ເທິງ​ແຜ່ນດິນ​ໂລກ​ນີ້ ສິ່ງ​ນັ້ນ​ຈະ​ຖືກ​ອະນຸມັດ​ໃນ​ສະຫວັນ.”4

ການ​ກັບ​ມາ​ຂອງ​ເອ​ລີ​ຢາ​ໄດ້​ເປັນ​ພອນ​ໃຫ້​ແກ່​ທຸກ​ຄົນ​ທີ່​ໄດ້​ດຳລົງ​ຖານະ​ປະໂລຫິດ. ແອວ​ເດີ ແຮ​ໂຣນ ບີ ລີ ໄດ້​ອະທິບາຍ​ໃຫ້​ເລື່ອງ​ນີ້​ແຈ້ງ​ຊັດ ເມື່ອ​ເພິ່ນ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ໃຫຍ່, ກ່າວ​ຖ້ອຍ​ຄຳ​ຂອງ​ປະທານ​ໂ​ຈ​ເຊັບ ຟຽວດິງ ສະ​ມິດ ທີ່​ວ່າ: “ຂ້າພະເຈົ້າ​ດຳລົງ​ຖານະ​ປະໂລຫິດ; ທ່ານ​ອ້າຍ​ນ້ອງ​ຢູ່​ທີ່​ກອງ​ປະຊຸມກໍ​ດຳລົງ​ຖານະ​ປະໂລຫິດ; ເຮົາ​ໄດ້​ຮັບ​ຖານະ​ປະໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ—ຊຶ່ງ​ເອ​ລີ​ຢາ​ໄດ້​ດຳລົງ​ຢູ່ ແລະ ສາດສະດາ​ຄົນ​ອື່ນ ແລະ ໂດຍ​ເປ​ໂຕ, ຢາ​ໂກ​ໂບ ແລະ ໂຢ​ຮັນ. ເຖິງ​ແມ່ນ​ວ່າ​ເຮົາ​ມີ​ສິດ​ອຳນາດ​ທີ່​ຈະ​ໃຫ້ ບັບ​ຕິ​ສະ​ມາ, ເຖິງ​ແມ່ນ​ວ່າ​ເຮົາ​ມີ​ສິດ​ອຳນາດ​ທີ່​ຈະ​ວາງ​ມື​ສຳລັບ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ ແລະ ທີ່​ຈະ​ແຕ່ງຕັ້ງ​ຄົນ​ອື່ນ ແລະ ເຮັດ​ທຸກ​ສິ່ງ​ເຫລົ່າ​ນີ້, ປາດ​ສະ​ຈາກ​ອຳນາດ​ແຫ່ງ​ການ​ຜະ​ນຶກ​ເຮົາ​ຈະເຮັດ​ຫຍັງ​ບໍ່​ໄດ້, ເພາະ​ບໍ່​ມີ​ສິດ​ອຳນາດ​ສຳລັບ​ການ​ຜະ​ນຶກ​ທີ່​ເຮົາ​ໄດ້​ເຮັດ​ລົງ​ໄປ.”

ປະທານ​ສະ​ມິດ​ໄດ້​ກ່າວ​ຕື່ມ​ວ່າ:

“ພິທີການ​ສູງ​ເທົ່າໃດ, ພອນ​ແຮ່ງ​ຍິ່ງ​ໃຫຍ່​ເທົ່າ​ນັ້ນ ຊຶ່ງ​ຈຳເປັນ​ຕໍ່​ຄວາມ​ສູງ​ສົ່ງ​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ, ... ແລະ ຊຶ່ງ​ສາມາດ​ໄດ້​ຮັບ​ໃນ​ທີ່​ໃດ​ທີ່​ໜຶ່ງ​ເທົ່າ​ນັ້ນ. ... ບໍ່​ມີ​ຊາຍ​ຄົນ​ໃດ​ມີ​ສິດ​ທີ່​ຈະ​ດຳເນີນ​ພິທີການ​ນັ້ນ ​ເວັ້ນ​ເສຍ​ແຕ່​ຕາມ​ທີ່​ລາວ​ໄດ້​ຮັບ​ສິດ​ອຳນາດ​ທີ່​ຈະ​ເຮັດ​ຈາກ​ຊາຍ​ຄົນ​ໜຶ່ງ​ທີ່​ດຳລົງ​ຂໍ​ກະແຈ​ນັ້ນ. …

ບໍ່​ມີ​ຊາຍ​ຄົນ​ໃດ​ຕະຫລອດ​ທົ່ວ​ແຜ່ນດິນ​ໂລກ​ນີ້​ທີ່​ມີ​ສິດ​ຈະ​ດຳເນີນ​ຕໍ່​ໄປ ແລະ ປະຕິບັດ​ການ​ໃນ​ພິທີການ ໃດໆ​ຂອງ​ພຣະ​ກິດ​ຕິ​ຄຸນ​ເວັ້ນ​ເສຍ​ແຕ່​ປະທານ​ຂອງ​ສາດສະໜາ​ຈັກ, ຜູ້​ທີ່​ດຳລົງ​ຂໍ​ກະແຈ​ນັ້ນ ແລະ ອະນຸມັດ​ສິດ​ນັ້ນ. ເພິ່ນ​ໄດ້​ມອບ​ສິດ​ອຳນາດ​ນັ້ນ​ໃຫ້​ເຮົາ. ເພິ່ນ​ໄດ້​ວາງ​ອຳນາດ​ແຫ່ງ​ການ​ຜະ​ນຶກ​ໄວ້​ໃນຖານະ​ປະໂລຫິດ​ເພາະ​ຄົນ​ທີ່​ດຳລົງ​ຂໍ​ກະແຈ​ເຫລົ່ານັ້ນ.”5

ຄວາມ​ແນ່ນອນ​ອັນ​ດຽວ​ກັນ​ນັ້ນ​ໄດ້​ມາ​ຈາກ​ປະ​ທານ​ບອຍ ເຄ ແພ໊ກເກີ ເມື່ອ​ເພິ່ນ​ໄດ້​ຂຽນ​ກ່ຽວ​ກັບ ອຳນາດ​ແຫ່ງ​ການ​ຜະ​ນຶກ. ເມື່ອ​ໄດ້​ຮູ້​ວ່າ​ຖ້ອຍ​ຄຳ​ເຫລົ່າ​ນີ້​ຈິງ​ກໍ​ເປັນ​ທີ່​ປອບ​ໂຍນ​ແກ່​ຂ້າພະເຈົ້າ, ດັ່ງ​ທີ່​ມັນ​ຈະ​ເປັນ​ສຳລັບ​ຄອບຄົວ​ທີ່​ຂ້າພະເຈົ້າ​ຈະ​ຜະ​ນຶກ​ໃນ​ວັນ​ທີ​ສາມ​ເດືອນ​ເມສາ​ນີ້​ວ່າ: “ເປ​ໂຕ​ຕ້ອງໄດ້​ດຳລົງ​ຖານະ​ປະໂລຫິດ. ເປ​ໂຕ​ຕ້ອງ​ດຳລົງ​ອຳນາດ​ແຫ່ງ​ການ​ຜະ​ນຶກ. ຂໍ​ກະແຈ​ເຫລົ່ານັ້ນ​ເປັນ​ຂອງປະທານ​ຂອງ​ສາດສະໜາ​ຈັກ—ທີ່​ຈະ​ເປັນ​ສາດສະດາ, ຜູ້​ພະຍາກອນ, ແລະ ຜູ້​ເປີດເຜີຍ. ອຳນາດ​ແຫ່ງການ​ຜະ​ນຶກ​ອັນ​ສັກສິດ​ນັ້ນ​ຍົງ​ຄົງ​ຢູ່​ໃນ​ສາດສະໜາ​ຈັກ​ໃນ​ເວລາ​ນີ້. ບໍ່​ມີ​ຫຍັງ​ຖືກ​ນັບຖື​ດ້ວຍ​ຄວາມ​ຄິດ​ທີ່ ສັກສິດ​ຫລາຍ​ກວ່າ​ໂດຍ​ຜູ້​ທີ່​ຮູ້ຈັກ​ຄວາມ​ສຳຄັນ​ຂອງ​ສິດ​ອຳນາດ​ນີ້. ບໍ່​ມີ​ຫຍັງ​ຖືກ​ຮັກສາ​ໄວ້​ຢ່າງ​ໃກ້ຊິດຫລາຍ​ກວ່າ. ມີ​ບຸລຸດ​ນ້ອຍ​ຄົນ​ທີ່​ດຳລົງ​ອຳນາດ​ແຫ່ງ​ການ​ຜະ​ນຶກ​ນີ້​ຢູ່​ເທິງ​ໂລກ​ໃນ​ວັນ​ເວລາ​ໃດ​ໜຶ່ງ—ໃນ​ພຣະ​ວິຫານ​ແຕ່​ລະ​ແຫ່ງ​ກໍ​ມີ​ອ້າຍ​ນ້ອງ​ຜູ້​ທີ່​ໄດ້​ຮັບ​ອຳນາດ​ແຫ່ງ​ການ​ຜະ​ນຶກ. ບໍ່​ມີ​ໃຜ​ຈະ​ໄດ້​ມັນ​ມາ​ເວັ້ນ​ເສຍແຕ່​ຈາກ​ສາດສະດາ, ຜູ້​ພະຍາກອນ ແລະ ຜູ້​ເປີດເຜີຍ ແລະ ສາດສະດາ​ຂອງ​ສາດສະໜາ​ຈັກ​ແຫ່ງ​ໄພ່​ພົນຍຸກ​ສຸດ​ທ້າຍ.”6

ເມື່ອ​ເອ​ລີ​ຢາ​ໄດ້​ກັບ​ມາ​ບໍ່​ມີ​ພຽງ​ແຕ່​ອຳນາດ​ຖືກ​ມອບ​ໃຫ້​ແກ່​ຖານະ​ປະໂລຫິດ ແຕ່​ຫົວໃຈ​ຕ້ອງ​ຖືກ​ຫັນ​ໄປ ດ້ວຍ​ວ່າ: “ພຣະ​ວິນ​ຍານ, ອຳນາດ, ແລະ ການ​ເອີ້ນ​ຂອງ​ເອ​ລີ​ຢາ​ຄື, ທ່ານ​ມີ​ອຳນາດ​ທີ່​ຈະ​ດຳລົງຂໍ​ກະແຈ​ແຫ່ງ​ການ​ເປີດເຜີຍ, ພິທີການ, ຄຳ​ທຳນາຍ, ອຳນາດ ແລະ ຂອງ​ປະທານ​ສັກສິດ​ຂອງຄວາມ​ສົມບູນ​ຂອງ​ຖານະ​ປະໂລຫິດ​ແຫ່ງ​ເມນ​ເຄ​ສີ​ເດັກ ແລະ ແຫ່ງ​ອານາຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງແຜ່ນດິນ​ໂລກ; ແລະ ຈະ​ໄດ້​ຮັບ, ໄດ້​ມີ, ແລະ ໄດ້​ດຳເນີນ​ພິທີການ​ທັງ​ໝົດ​ທີ່​ເປັນ​ຂອງ​ອານາຈັກຂອງ​ພຣະ​ເຈົ້າ, ແມ່ນ​ແຕ່​ຈະ​ເປັນ​ໄປ​ເພື່ອ​ການ​ຫັນ​ຫົວໃຈ​ຂອງ​ພໍ່​ແມ່​ໄປ​ຫາ​ລູກ ແລະ ຫົວໃຈ​ຂອງ​ລູກໄປ​ຫາ​ພໍ່​ແມ່, ແມ່ນ​ແຕ່​ຜູ້​ທີ່ຢູ່​ເທິງ​ສະຫວັນ.”7

ຄວາມ​ຮູ້ສຶກ​ເຖິງ​ການ​ຫັນ​ຫົວໃຈ​ນັ້ນ​ໄດ້​ມາສູ່​ເພື່ອນ​ຂອງ​ຂ້າພະເຈົ້າ ແລະ ຄອບຄົວ​ຂອງ​ລາວ​ແລ້ວ. ມັນ​ອາດ​ໄດ້​ມາສູ່​ທ່ານ​ໃນ​ກອງ​ປະຊຸມ​ນີ້. ທ່ານ​ອາດ​ໄດ້​ເຫັນ​ໃນ​ຄວາມ​ຄິດ​ຂອງ​ທ່ານ, ດັ່ງ​ທີ່​ຂ້າພະເຈົ້າ​ໄດ້ເຫັນ, ໃບ​ໜ້າ​ຂອງ​ພໍ່ ຫລື ແມ່​ຂອງ​ທ່ານ. ໃບ​ໜ້າ​ນັ້ນ​ອາດ​ເປັນ​ເອື້ອຍ ຫລື ນ້ອງ​ສາວ ຫລື ອ້າຍ ຫລື ນ້ອງ​ຊາຍ. ມັນ​ອາດ​ເປັນ​ພາບ​ຂອງ​ລູກ​ສາວ ຫລື ລູກ​ຊາຍ.

ພວກ​ເຂົາ​ອາດ​ຢູ່​ໃນ​ໂລກ​ແຫ່ງ​ວິນ​ຍານ ຫລື ໃນ​ທະວີບ​ອື່ນ​ໃກໆ​ຈາກ​ທ່ານ. ແຕ່​ຄວາມສຸກ​ທີ່​ໄດ້​ມາ​ຈາກ ຄວາມ​ຮູ້ສຶກ​ວ່າຄວາມ​ສຳພັນ​ກັບ​ພວກ​ເຂົາ​ແມ່ນ​ແນ່ນອນ​ເພາະວ່າ​ທ່ານ​ໄດ້​ຜູກ​ມັດ ແລະ ສາມາດ​ຜູກ​ມັດ ກັບ​ພວກ​ເຂົາ​ໄດ້​ໂດຍ​ພິທີການ​ຂອງ​ຖານະ​ປະໂລຫິດ​ທີ່​ພຣະ​ເຈົ້າ​ຈະ​ໃຫ້​ກຽດ.

ຜູ້​ດຳລົງ​ຖານະ​ປະໂລຫິດ​ແຫ່ງ​ເມນ​ເຄ​ສີ​ເດັກ​ທີ່​ເປັນ​ພໍ່​ໃນ​ຄອບຄົວ​ທີ່​ໄດ້​ຜະ​ນຶກ​ເຂົ້າກັນ​ແລ້ວ​ໄດ້​ຮັບ​ການ​ສອນ ເຖິງ​ສິ່ງ​ທີ່​ເຂົາເຈົ້າ​ຕ້ອງ​ເຮັດ. ຈະ​ບໍ່​ມີ​ຫຍັງ​ທີ່​ໄດ້​ເຂົ້າ​ມາ ຫລື ຈະ​ເຂົ້າ​ມາ​ໃນ​ຄອບຄົວ​ຂອງ​ທ່ານ​ທີ່​ຈະ​ສຳຄັນ ເທົ່າ​ກັບ​ພອນ​ແຫ່ງ​ການ​ຜະ​ນຶກ. ບໍ່​ມີ​ຫຍັງ​ສຳຄັນ​ຫລາຍ​ກວ່າ​ການ​ຮັກສາ​ພັນທະ​ສັນຍາ​ຂອງ​ການ​ແຕ່ງງານ ແລະ ຄອບຄົວ​ທີ່​ທ່ານ​ໄດ້​ເຮັດ ຫລື ຈະ​ໄດ້​ເຮັດ​ໃນ​ພຣະ​ວິຫານ​ຂອງ​ພຣະ​ເຈົ້າ.

ເສັ້ນທາງ​ທີ່​ນຳໄປ​ສູ່​ສິ່ງ​ນັ້ນ​ກໍ​ຊັດ​ເຈນ​ດີ. ພຣະ​ວິນ​ຍານ​ອັນ​ສັກສິດ​ແຫ່ງ​ຄຳ​ສັນຍາ, ຜ່ານ​ການ​ເຊື່ອ​ຟັງ ແລະ ການ​ເສຍ​ສະລະ​ຂອງ​ເຮົາ, ຕ້ອງ​ຜະ​ນຶກ​ພັນທະ​ສັນຍາ​ຂອງ​ພຣະ​ວິຫານ​ຂອງ​ເຮົາ​ເພື່ອ​ວ່າ​ມັນ​ຈະ​ບັນລຸ​ຜົນໃນ​ໂລກ​ທີ່​ຈະ​ມາ​ເຖິງ. ປະທານ​ແຮ​ໂຣນ ບີ ລີ ໄດ້​ອະທິບາຍ​ຄວາມ​ໝາຍ​ຂອງ​ການ​ທີ່​ຖືກ​ຜະ​ນຶກ​ໂດຍພຣະ​ວິນ​ຍານ​ອັນ​ສັກສິດ​ແຫ່ງ​ຄຳ​ສັນຍາ​ນຳ​ອີກ, ໂດຍ​ອ້າງ​ເຖິງ​ຖ້ອຍ​ຄຳ​ຂອງ​ແອວ​ເດີ ແມວ​ວິນ{nbເຈ ບາ​ເລີດ ວ່າ: “ເຮົາ​ອາດ​ຫລອກ​ລວງ​ມະນຸດ​ໄດ້​ແຕ່​ເຮົາ​ບໍ່​ສາມາດ​ຫລອດ​ລວງ​ພຣະ​ວິນ​ຍານ​ບໍລິສຸດ​ໄດ້, ແລະ ພອນ​ຂອງ​ເຮົາ​ຈະ​ບໍ່​ເປັນ​ໄປ​ຊົ່ວ​ນິລັນດອນ​ຖ້າ​ຫາ​ກວ່າ​ມັນ​ບໍ່​ໄດ້​ຖືກ​ຜະ​ນຶກ​ໂດຍ​ພຣະ​ວິນ​ຍານ​ອັນ​ສັກສິດແຫ່ງ​ຄຳ​ສັນຍາ​ນັ້ນ. ພຣະ​ວິນ​ຍານ​ບໍລິສຸດ​ເປັນ​ອົງ​ທີ່​ອ່ານ​ຄວາມ​ນຶກ​ຄິດ ແລະ ຫົວໃຈ​ຂອງ​ມະນຸດ ແລະ ປະທານ​ຄວາມ​ເຫັນ​ດີ​ທາງ​ການ​ປະ​ທັບ​ຕາ​ຕໍ່​ພອນ​ຕ່າງໆ​ທີ່​ຖືກ​ປະກາດ​ໃຫ້​ແກ່​ເຂົາເຈົ້າ. ແລ້ວ​ການ​ຜະ​ນຶກ​ນັ້ນຈະ​ຜູກ​ມັດ, ມີ​ຜົນ​ສັກສິດ, ແລະ ເປັນ​ຜົນ​ສັກສິດ​ຄົບ​ຖ້ວນ.”8

ເມື່ອ​ຊິດ​ສະ​ເຕີ​ໄອ​ຣິງ ແລະ ຂ້າພະເຈົ້າ​ໄດ້​ຜະ​ນຶກ​ທີ່​ພຣະ​ວິຫານ​ໂລ​ກັນ ຢູ​ທາ, ຂ້າພະເຈົ້າ​ບໍ່​ໄດ້​ເຂົ້າໃຈ ຄວາມ​ສຳຄັນ​ຂອງ​ຄຳ​ສັນຍາ​ນັ້ນ​ໃນ​ເວລາ​ນັ້ນ. ຂ້າພະເຈົ້າ​ຍັງ​ພະຍາຍາມ​ຈະ​ເຂົ້າໃຈ​ຄວາມ​ໝາຍ​ຂອງ​ມັນ ທັງ​ໝົດ, ແຕ່​ພັນ​ລະ​ຍາ ແລະ ຂ້າພະເຈົ້າ​ໄດ້​ຕັດສິນ​ໃຈ​ຕັ້ງແຕ່​ຕອນ​ເລີ່​ມ​ຕົ້ນ​ຂອງ​ການ​ແຕ່ງງານ​ຂອງ​ພວກ ຂ້າພະເຈົ້າ​ທີ່​ເກືອບ​ເຖິງ 50 ປີ​ແລ້ວ​ວ່າ ຈະ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ບໍລິສຸດ​ເທົ່າ​ທີ່​ພວກ​ຂ້າພະເຈົ້າ​ຈະ​ເຮັດ ໄດ້​ໃຫ້​ເຂົ້າ​ມາ​ສະຖິດ​ຢູ່​ໃນ​ຊີວິດ​ຂອງ​ພວກ​ຂ້າພະເຈົ້າ ແລະ ຂອງ​ຄອບຄົວ​ຂອງ​ພວກ​ຂ້າພະເຈົ້າ.

ຕອນ​ເປັນ​ພໍ່​ໜຸ່ມ​ຄົນ​ໜຶ່ງ, ທີ່​ໄດ້​ຜະ​ນຶກ​ແລ້ວ​ໃນ​ພຣະ​ວິຫານ ແລະ ດ້ວຍ​ຫົວໃຈ​ຂອງ​ຂ້າພະເຈົ້າ​ຖືກ​ຫັນ​ໄປ ຫາ​ພັນ​ລະ​ຍາ​ຂອງ​ຂ້າພະເຈົ້າ ແລະ ຄອບຄົວ​ໜຸ່ມ​ນ້ອຍ, ຂ້າພະເຈົ້າ​ໄດ້​ພົບ​ປະທານ​ໂຈ​ເຊັບ ຟຽວດິງ ສະ​ມິດ ເປັນ​ເທື່ອ​ທຳ​ອິດ. ໃນ​ຫ້ອງ​ສະພາ​ຂອງ​ຝ່າຍ​ປະທານ​ສູງ​ສຸດ, ບ່ອນ​ທີ່​ຂ້າພະເຈົ້າ​ຖືກ​ຮັບ​ເຊີນ, ພະຍານ​ທີ່​ແນ່ນອນ​ແທ້ໆ​ໄດ້​ມາສູ່​ຂ້າພະເຈົ້າ ຂະນະ​ທີ່​ປະທານ​ແຮ​ໂຣນ ບີ ລີ ໄດ້​ຖາມ​ຂ້າພະເຈົ້າ, ໂດຍ​ໝາຍ​ເຖິງ​ປະທານ​ສະ​ມິດ​ຜູ້​ທີ່​ໄດ້​ນັ່ງ​ຢູ່​ທາງ​ຂ້າງ​ເພິ່ນ​ວ່າ, “ເຈົ້າ​ຊື່​ບໍ​ວ່າ​ຜູ້​ຊາຍ​ຄົນ​ນີ້​ສາມາດ​ເປັນສາດສະດາ​ຂອງ​ພຣະ​ເຈົ້າ​ໄດ້?”

ປະທານ​ສະ​ມິດ​ຫາ​ກໍ​ເຂົ້າ​ມາ​ໃນ​ຫ້ອງ​ນັ້ນ ແລະ ຍັງ​ບໍ່​ທັນ​ໄດ້​ເວົ້າ​ຫຍັງ​ເທື່ອ. ຂ້າພະເຈົ້າ​ມີ​ຄວາມ​ກະຕັນຍູ ຊົ່ວ​ນິລັນດອນ​ທີ່​ຂ້າພະເຈົ້າ​ສາມາດ​ຕອບ​ເພິ່ນ​ດ້ວຍ​ຄວາມ​ໝັ້ນ​ໃຈ​ເພາະ​ສິ່ງ​ທີ່​ຂ້າພະເຈົ້າ​ຮູ້ສຶກ​ຢູ່​ໃນ​ໃຈ​ວ່າ: “ຂ້ານ້ອຍ​ຮູ້​ວ່າ​ເພິ່ນ​ເປັນ​ສາດສະດາ.” ແລະ ຂ້າພະເຈົ້າ​ໄດ້​ຮູ້​ຢ່າງ​ແນ່ນອນ​ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ຮູ້​ວ່າ​ຕາເວັນ ໄດ້​ສ່ອງ​ແສງ​ວ່າ​ເພິ່ນ​ໄດ້​ດຳລົງ​ອຳນາດ​ແຫ່ງ​ການ​ຜະ​ນຶກ​ຂອງ​ຖານະ​ປະໂລຫິດ​ສຳລັບ​ແຜ່ນດິນ​ໂລກ​ທັງ​ໝົດ.

ປະສົບ​ການ​ນັ້ນ​ໄດ້​ໃຫ້​ຖ້ອຍ​ຄຳ​ຂອງ​ປະທານ​ສະ​ມິດ ມີ​ພະລັງ​ຫລາຍ​ສຳລັບ​ຂ້າພະເຈົ້າ ແລະ ພັນ​ລະ​ຍາ ຂອງ​ຂ້າພະເຈົ້າ, ໃນ​ພາກ​ກອງ​ປະຊຸມ​ໃນ​ວັນ​ທີ 4 ເດືອນ​ເມສາ ປີ 1972, ເມື່ອ​ປະທານ​ໂຈ​​ເຊັບ ຟຽວດິງ ສະ​ມິດ ໄດ້​ໃຫ້​ຄຳ​ແນ່​ນຳ​ຕໍ່​ໄປ​ນີ້​ວ່າ: “ມັນ​ເປັນ​ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຈະ​ເສີມ​ຄວາມ​ເຂັ້ມແຂງ ແລະ ຮັກສາ​ໜ່ວຍ​ຄອບຄົວ​ເອົາ​ໄວ້. ພວກ​ເຮົາ​ຂໍ​ອ້ອນວອນ​ກັບ​ບັນດາ​ພໍ່​ໃຫ້​ຖື​ໜ້າທີ່​ທີ່​ຖືກຕ້ອງ​ຂອງ​ຕົນໃນ​ຖານະ​ຫົວໜ້າ​ຂອງ​ຄອບຄົວ. ພວກ​ເຮົາ​ຂໍ​ຮ້ອງ​ບັນດາ​ຜູ້​ເປັນ​ແມ່​ໃຫ້​ສະໜັບສະໜູນ ແລະ ຊ່ອຍ​ເຫລືອ​ສາມີ​ຂອງ​ເຂົາເຈົ້າ ແລະ ໃຫ້​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ແກ່​ລູກໆ​ຂອງ​ເຂົາເຈົ້າ.”9

ຂ້າພະເຈົ້າ​ຂໍ​ໃຫ້​ຄຳ​ແນ່​ນຳ​ສີ່​ຢ່າງ​ທີ່​ທ່ານ​ສາມາດ​ເຮັດ​ໄດ້​ໃນ​ຖານະ​ພໍ່​ຜູ້​ດຳລົງ​ຖານະ​ປະໂລຫິດ​ເພື່ອ​ຈະ​ສົ່ງເສີມ ແລະ ນຳພາ​ຄອບຄົວ​ຂອງ​ທ່ານ​ກັບ​ຄືນ​ບ້ານ​ອີກ​ເພື່ອ​ອາໄສ​ຢູ່​ນຳ​ພຣະ​ບິດາ​ເທິງ​ສະຫວັນ ແລະ ພຣະ​ຜູ້ ຊ່ອຍ​ໃຫ້​ລອດ​ອີກ.

ໜຶ່ງ, ຈົ່ງ​ມີ ແລະ ຮັກສາ​ພະຍານ​ທີ່​ແນ່ນອນ​ວ່າ​ຂໍ​ກະແຈ​ຂອງ​ຖານະ​ປະໂລຫິດ​ນັ້ນ​ຢູ່​ນຳ​ເຮົາ ແລະ ດຳລົງ​ຢູ່​ໂດຍ​ປະທານ​ຂອງ​ສາດສະໜາ​ຈັກ. ຈົ່ງ​ອະທິຖານ​ເພື່ອ​ສິ່ງ​ນີ້​ທຸກໆ​ມື້. ຄຳ​ຕອບ​ຈະ​ມາ​ດ້ວຍ ຄວາມ​ຕັ້ງໃຈ​ເພີ່ມ​ຂຶ້ນ​ທີ່​ຈະ​ນຳພາ​ຄອບຄົວ​ຂອງ​ທ່ານ, ໃນ​ຄວາມ​ຮູ້ສຶກ​ຂອງ​ຄວາມ​ຫວັງ​ຂອງ​ທ່ານ, ແລະ ດ້ວຍ​ຄວາມສຸກ​ຫລາຍ​ຂຶ້ນ​ໃນ​ການ​ຮັບ​ໃຊ້​ຂອງ​ທ່ານ. ທ່ານ​ຈະ​ເບີກບານ ແລະ ເບິ່ງ​ໂລກ​ໃນ​ແງ່​ດີ, ທີ່​ຈະ​ເປັນ​ພອນ​ອັນ​ຍິ່ງ​ໃຫຍ່​ສຳລັບ​ພັນ​ລະ​ຍາ ແລະ ຄອບຄົວ​ຂອງ​ທ່ານ.

ຂໍ້​ແນະນຳ​ທີ​ສອງ​ແມ່ນ​ຈົ່ງ​ຮັກ​ພັນ​ລະ​ຍາ​ຂອງ​ທ່ານ. ມັນ​ຈະ​ຕ້ອງ​ໃຊ້​ສັດທາ ແລະ ຄວາມ​ຖ່ອມ​ຕົນ​ທີ່​ຈະ​ເອົາ ຄວາມ​ສົນໃຈ​ຂອງ​ນາງ​ໃຫ້​ສຳຄັນ​ກວ່າ​ຂອງ​ທ່ານ​ເອງ​ໃນ​ການ​ດິ້ນ​ລົນ​ຂອງ​ຊີວິດ. ທ່ານ​ມີໜ້າ​ທີ່​ຮັບຜິດຊອບ​ທີ່ ຈະ​ຈັດ​ຫາ​ໃຫ້ ແລະ ລ້ຽງ​ດູ​ຄອບຄົວ​ກັບ​ນາງ​ຂະນະ​ທີ່​ທ່ານ​ຮັບ​ໃຊ້​ຄົນ​ອື່ນ. ບາງເທື່ອ​ສິ່ງ​ນີ້​ຈະ​ໃຊ້​ກຳລັງ ແລະ ພະລັງ​ທີ່​ທ່ານ​ມີ. ອາຍຸ ແລະ ຄວາມເຈັບ​ປ່ວຍ​ອາດ​ເພີ່ມ​ທະວີ​ຄວາມ​ຕ້ອງການ​ຂອງ​ນາງ. ແມ່ນ​ແຕ່ ໃນ​ເວລາ​ນັ້ນ​ເມື່ອ​ທ່ານ​ເລືອກ​ຈະ​ເອົາ​ຄວາມສຸກ​ຂອງ​ນາງ​ໃຫ້​ສຳຄັນ​ກວ່າ​ຂອງ​ທ່ານ​ເອງ, ຂ້າພະເຈົ້າ​ສັນຍາ ທ່ານ​ວ່າຄວາມ​ຮັກ​ທີ່​ທ່ານ​ມີ​ໃຫ້​ນາງ​ຈະ​ເພີ່ມ​ທະວີ​ຂຶ້ນ​ດ້ວຍ.

ສາມ, ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ທຸກ​ຄົນ​ໃນ​ຄອບຄົວ​ໃຫ້​ຮັກ​ກັນ​ແລະ​ກັນ. ປະ​ທານ​ເອ​ສະ​ລາ ແທັບ ເບັນ​ສັນ ໄດ້​ສອນ​ວ່າ:

“ເມື່ອ​ກ່າວ​ເຖິງ​ນິລັນດອນ​ແລ້ວ, ຄວາມ​ລອດ​ເປັນ​ໜ້າທີ່​ຮັບຜິດຊອບ​ຂອງ​ຄອບຄົວ. …

“ສຳຄັນ​ເໜືອ​ທຸກ​ສິ່ງ​ທັງ​ໝົດ, ເດັກນ້ອຍ​ຕ້ອງ​ຮູ້ ແລະ ຮູ້ສຶກ​ວ່າ​ມີ​ຄົນ​ຮັກ​ພວກ​ເຂົາ, ຕ້ອງການ​ພວກ​ເຂົາ, ແລະ ຮູ້ສຶກ​ບຸນຄຸນ​ຂອງ​ພວກ​ເຂົາ. ພວກ​ເຂົາ​ຕ້ອງ​ໄດ້​ຮັບ​ຄວາມ​ແນ່​ໃຈ​ໃນ​ເລື່ອງ​ນິີ້​ເລື້ອຍໆ. ແນ່ນອນ​ວ່າ, ນີ້​ເປັນ​ບົດບາດ​ທີ່​ພໍ່​ແມ່​ຕ້ອງ​ສຳເລັດ, ແລະ ສ່ວນ​ຫລາຍ​ແລ້ວ​ຜູ້​ເປັນ​ແມ່​ສາມາດ​ເຮັດ​ມັນ​ໄດ້​ດີ​ທີ່​ສຸດ.”10

ແຕ່​ແຫລ່ງ​ທີ່​ຈຳເປັນ​ອີກ​ຢ່າງ​ໜຶ່ງ​ເພື່ອ​ຈະ​ໃຫ້​ຄວາມ​ຮູ້ສຶກ​ວ່າ​ມີ​ຄົນ​ຮັກ​ເຂົາ​ກໍ​ແມ່ນ​ຄວາມ​ຮັກ​ຈາກ​ລູກ​ຄົນ​ອື່ນ ໃນ​ຄອບຄົວ. ຄວາມ​ຫ່ວງ​ໃຍ​ທີ່​ສະ​ໝ່ຳ​ສະເໝີ​ຂອງ​ອ້າຍ​ເອື້ອຍ​ນ້ອງ​ທີ່​ມີ​ໃຫ້​ກັນ​ແລະ​ກັນ​ຈະ​ມີ​ມາ​ດ້ວຍ​ຄວາມ ພະຍາຍາມ​ທີ່​ບໍ່​ລົດ​ລະ​ຂອງ​ພໍ່​ແມ່ ແລະ ຄວາມ​ຊ່ອຍ​ເຫລືອ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ. ທ່ານ​ຮູ້​ວ່າ​ເລື່ອງ​ນີ້​ຈິງ ຈາກ​ປະສົບ​ການ​ໃນ​ຄອບຄົວ​ຂອງ​ທ່ານ​ເອງ. ແລະ ມັນ​ຖືກ​ຢືນຢັນ​ແຕ່​ລະ​ເທື່ອ​ທີ່​ທ່ານ​ອ່ານ​ເຖິງ​ບັນຫາຂອງ​ຄອບຄົວ​ທີ່​ລີ​ໄຮ​ຜູ້​ຊອບ​ທຳ ແລະ ພັນ​ລະ​ຍາ​ຂອງ​ເພິ່ນ, ຊາ​ໄຣ​ຢາ​ໄດ້​ປະ​ເຊີນ​ຢູ່, ໃນ​ບັນທຶກ​ຂອງພຣະ​ຄຳ​ພີ​ມ​ມໍ​ມອນ.

ຄວາມ​ສຳເລັດ​ທີ່​ເຂົາເຈົ້າ​ໄດ້​ບັນລຸ​ກໍ​ໃຫ້ການ​ຊີ້​ນຳ​ແກ່​ເຮົາ. ເຂົາເຈົ້າ​ໄດ້​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ​ໄດ້​ດີ ແລະ ຢ່າງ​ສະ​ໝ່ຳ​ສະເໝີ​ຈົນ​ວ່າ​ລູກໆ ແລະ ແມ່ນ​ແຕ່​ລູກ​ຫລານ​ບາງ​ຄົນ ແລະ ລູກ​ຫລານ​ຂອງ​ເຂົາເຈົ້າ​ຫລາຍໆ​ລຸ້ນ​ຄົນ​ໄດ້​ໃຈ​ອ່ອນ​ລົງ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ກັນ​ແລະ​ກັນ. ຍົກ​ຕົວຢ່າງ, ນີ​ໄຟ ແລະ ຄົນ​ອື່ນໆ​ໄດ້​ຂຽນ ແລະ ເອື້ອມ​ອອກ​ໄປ​ຫາ​ສະມາຊິກ​ໃນ​ຄອບຄົວ​ຜູ້​ທີ່​ໄດ້​ເປັນ​ສັດຕູຂອງ​ເຂົາເຈົ້າ. ບາງ​ເທື່ອ​ພຣະ​ວິນ​ຍານ​ຈະ​ເຮັດ​ໃຫ້​ຫົວໃຈ​ຂອງ​ຫລາຍໆ​ພັນ​ຄົນ​ອ່ອນ​ລົງ ແລະ ຈະ​ເອົາ​ຄວາມ​ຮັກ​ເຂົ້າ​ມາ​ແທນ​ຄວາມ​ກຽດ​ຊັງ.

ວິທີ​ໜຶ່ງ​ທີ່​ທ່ານ​ສາມາດ​ຈະ​ເອົາ​ແບບຢ່າງ​ຄວາມ​ສຳເລັດ​ຂອງ​ພໍ່​ລີ​ໄຮ​ຄື​ວິທີ​ທີ່​ທ່ານ​ນຳພາ​ຄອບຄົວ​ໃນ​ການ​ອະທິຖານ​ເປັນ​ຄອບຄົວ ແລະ ເວລາ​ທີ່​ມີ​ໃຫ້​ຄອບຄົວ, ດັ່ງ​ເຊັ່ນ​ການ​ສັງ​ສັນ​ໃນ​ຄອບຄົວ. ໃຫ້​ລູກໆ​ມີ​ໂອກາດ ອະທິຖານ​ເມື່ອ​ພວກ​ເຂົາ​ເຮັດ​ໄດ້ ເພື່ອ​ກັນ​ໃນ​ຄອບຄົວ​ທີ່​ຕ້ອງການ​ພອນ. ໃຫ້​ຮູ້​ເຫັນ​ໄວໆ​ການ​ເລີ່​ມ​ຕົ້ນ​ຂອງ ຄວາມ​ບໍ່​ປອງ​ດອງ​ກັນ ແລະ ໃຫ້​ຮັບ​ຮູ້​ການ​ຮັບ​ໃຊ້​ທີ່​ບໍ່​ເຫັນແກ່ຕົວ, ໂດຍ​ສະເພາະ​ຕໍ່​ອ້າຍ​ເອື້ອຍ​ນ້ອງ. ເມື່ອ​ພວກ​ເຂົາ​ອະທິຖານ​ເພື່ອ​ກັນ​ແລະ​ກັນ ແລະ ຮັບ​ໃຊ້​ກັນ​ແລະ​ກັນ, ຫົວໃຈ​ຈະ​ອ່ອນ​ລົງ ແລະ ຈະ​ຫັນ​ໄປ​ຫາ​ກັນ​ແລະ​ກັນ ແລະ ຫາ​ພໍ່​ແມ່​ຂອງ​ພວກ​ເຂົາ.

ໂອກາດ​ທີ​ສີ່​ທີ່​ຈະ​ນຳພາ​ຄອບຄົວ​ຂອງ​ທ່່ານ​ໃນ​ວິທີ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປັນ​ມາ​ເມື່ອ​ຕ້ອງ​ມີການ​ລົງໂທດ. ເຮົາ​ສາມາດ​ສະໜອງ​ພັນທະ​ຂອງ​ເຮົາ​ທີ່​ຈະ​ລົງໂທດ​ໃນ​ວິທີ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ນຳພາ​ລູກໆ​ຂອງ​ເຮົາ​ໄປ​ສູ່​ຊີວິດ​ນິລັນດອນ.

ທ່ານ​ຈະ​ຈຳ​ຖ້ອຍ​ຄຳ, ແຕ່​ທ່ານ​ອາດ​ບໍ່​ສາມາດ​ເຫັນ​ອຳນາດ​ຂອງ​ມັນ​ໃນ​ຊີວິດ​ຂອງ​ຜູ້​ດຳລົງ​ຖານະ​ປະໂລຫິດ ແຫ່ງ​ເມນ​ຄີ​ເສ​ເດັກ​ທີ່​ຈະ​ຕຽມ​ຄອບຄົວ​ຂອງ​ລາວ​ສຳລັບ​ຄວາມ​ສຳພັນ​ອັນ​ດຽວ​ກັນ​ນັ້ນ​ທີ່​ເຂົາເຈົ້າ​ຈະ​ມີ​ໃນ ອານາຈັກ​ຊັ້ນ​ສູງ​ວ່າ: ທ່ານ​ຄົງ​ຈື່​ຈຳ​ຖ້ອຍ​ຄຳ​ນີ້​ໄດ້​ທີ່​ວ່າ:

“ບໍ່​ມີ​ອຳນາດ ຫລື ອິດ​ທິ​ພົນ​ໃດ ຈະ ຫລື ຄວນ​ດຳລົງ​ຮັກສາ​ໄວ້​ໄດ້​ໂດຍ​ອາໄສ​ຄຸນ​ນະ​ທຳ​ຂອງ​ຖານະ ປະໂລຫິດ, ນອກຈາກ​ໂດຍ​ການ​ຊັກ​ຊວນ​ໂດຍ​ຄວາມ​ອົດ​ກັ້ນ, ໂດຍ​ຄວາມ​ສຸພາບ ແລະ ຄວາມ​ອ່ອນໂຍນ ແລະ ໂດຍ​ຄວາມ​ຮັກ​ທີ່​ບໍ່​ມີ​ມານ​ຍາ;

“ໂດຍ​ຄວາມ​ກະລຸນາ ແລະ ຄວາມ​ຮູ້​ອັນ​ບໍລິສຸດ ຊຶ່ງ​ຈະ​ຂະຫຍາຍ​ຈິດ​ວິນ​ຍານ​ຢ່າງ​ກວ້າງຂວາງ ໂດຍ​ປາດ​ສະ​ຈາກ​ຄວາມ​ໜ້າ​ຊື່​ໃຈ​ຄົດ, ແລະ ປາດ​ສະ​ຈາກ​ມານ​ຍາ—

“ການ​ວ່າ​ກ່າວ​ໂດຍ​ບໍ່​ຊັກ​ຊ້າ​ດ້ວຍ​ຄວາມ​ສຽບ​ຄົມ, ເມື່ອ​ພຣະ​ວິນ​ຍານ​ບໍລິສຸດ​ຊົງ​ນຳ; ແລະ ແລ້ວ​ຕໍ່​ມາ ສະແດງ​ຄວາມ​ຮັກ​ເພີ່ມ​ຂຶ້ນ​ຕໍ່​ຄົນ​ທີ່​ທ່ານ​ວ່າ​ກ່າວ, ຖ້າ​ບໍ່​ດັ່ງນັ້ນ​ເຂົາ​ຈະ​ຖື​ວ່າ​ທ່ານ​ເປັນ​ສັດຕູ​ຂອງ​ເຂົາ;

“ເພື່ອ​ເຂົາ​ຈະ​ຮູ້​ວ່າຄວາມ​ຊື່ສັດ​ຂອງ​ທ່ານ​ແຂງແຮງ​ກວ່າ​ເຊືອກ​ແຫ່ງ​ຄວາມ​ຕາຍ.”11

ແລະ ຕໍ່​ມາ​ຄຳ​ສັນຍາ​ທີ່​ມີ​ຄຸນຄ່າ​ຍິ່ງ​ໃຫຍ່​ຈະ​ມາ​ຫາ​ເຮົາ​ຜູ້​ເປັນ​ພໍ່​ໃນ​ສີ​ໂອນ​ວ່າ: “ພຣະ​ວິນ​ຍານ​ບໍລິສຸດ​ຈະ​ເປັນ ເພື່ອນ​ຂອງ​ທ່ານ​ສະເໝີ ແລະ ໄມ້ເທົ້າ​ຂອງ​ທ່ານ ໄມ້ເທົ້າ​ແຫ່ງ​ຄວາມ​ຊອບ​ທຳ​ອັນ​ບໍ່​ປ່ຽນແປງ ແລະ ຄວາມ​ຈິງ; ແລະ ການ​ຄອບ​ຄອງ​ຂອງ​ທ່ານ​ຈະ​ເປັນ​ການ​ຄອບ​ຄອງ​ອັນ​ເປັນນິດ ແລະ ໂດຍ​ປາດ​ສະ​ຈາກວິທີ​ບີບຄັ້ນ, ແລະ ຈະ​ໄຫລ​ມາສູ່​ທ່ານ​ຕະຫລອດ​ການ ແລະ ຕະຫລອດ​ໄປ.”12

ນັ້ນ​ເປັນ​ມາດຕະຖານ​ທີ່​ສູງ​ສຳລັບ​ເຮົາ, ແຕ່​ເມື່ອ​ເຮົາ​ຄວບ​ຄຸມ​ອາລົມ ແລະ ເອົາ​ຊະນະ​ຄວາມ​ຈອງຫອງ ຂອງ​ເຮົາ​ດ້ວຍ​ສັດທາ, ພຣະ​ວິນ​ຍານ​ບໍລິສຸດ​ຈະ​ໃຫ້​ຄວາມ​ເຫັນ​ດີ​ຂອງ​ພຣະ​ອົງ, ແລະ ຄຳ​ສັນຍາ ແລະ ພັນທະ​ສັນຍານ​ສັກສິດ​ຈະ​ກາຍ​ເປັນຄວາມ​ແນ່ນອນ.

ທ່ານ​ຈະ​ສຳເລັດ​ຜົນ​ຜ່ານ​ສັດທາ​ຂອງ​ທ່ານ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ​ສົ່ງ​ຂໍ​ກະແຈ​ແຫ່ງ​ຖານະ​ປະໂລຫິດ​ນັ້ນ​ກັບ ຄືນ​ມາ ຊຶ່ງ​ຍັງ​ຢູ່​ນຳ​ເຮົາ​ໃນ​ເວລາ​ນີ້—ດ້ວຍ​ຄວາມ​ຜູກ​ພັນ​ແຫ່ງ​ຄວາມ​ຮັກ​ກັບ​ພັນ​ລະ​ຍາ​ຂອງ​ທ່ານ, ດ້ວຍຄວາມ​ຊ່ອຍ​ເຫລືອ​ຂອງ​ພຣະ​ເຈົ້າ​ໃນ​ການ​ຫັນ​ຫົວໃຈ​ຂອງ​ລູກໆ​ຂອງ​ທ່ານ​ໄປ​ຫາ​ກັນ ແລະ ໄປ​ຫາພໍ່​ແມ່​ຂອງ​ເຂົາເຈົ້າ, ແລະ ດ້ວຍ​ຄວາມ​ຮັກ​ນັ້ນ​ນຳ​ພາໃຫ້​ທ່ານ​ຕີ​ສອນ ແລະ ສັ່ງສອນ​ໃນ​ວິທີ​ທາງ​ທີ່​ຈະເຊື້ອ​ເຊີນ​ພຣະ​ວິນ​ຍານ.

ຂ້າພະເຈົ້າ​ຮູ້​ວ່າ​ພຣະເຢ​ຊູ​ຄຣິດ​ເປັນ​ພຣະຄຣິດ ແລະ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ. ຂ້າພະເຈົ້າ​ເປັນ ພະຍານ​ວ່າ ປະທານ​ທອມ​ມັສ ແອັສ ມອນ​ສັນ, ດຳລົງ ແລະ ນຳ​ໃຊ້​ຂໍ​ກະແຈ​ຂອງ​ຖານະ​ປະໂລຫິດທັງ​ໝົດ​ຢູ່​ເທິງ​ໂລກ​ໃນ​ເວລາ​ນີ້. ຂ້າພະເຈົ້າ​ຮັກ ແລະ ສະໜັບສະໜູນ​ເພິ່ນ. ຂ້າພະເຈົ້າ​ຮັກ ແລະ ອະທິຖານ​ເພື່ອ​ທ່ານ. ໃນ​ພຣະ​ນາມ​ອັນ​ສັກສິດ​ຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.

​ແຫ​ລ່ງອ້າງ​ອີງ

  1. ​ເບິ່ງ Doctrine and Covenants 130:2.

  2. ເບິ່ງ Doctrine and Covenants 38:32–33.

  3. ເບິ່ງ Joseph Fielding Smith, Sealing Power and Salvation, Brigham Young University Speeches of the Year (Jan. 12, 1971), speeches.byu.edu.

  4. ​ມັດ​ທາຍ 16:19.

  5. Joseph Fielding Smith, quoted by Harold B. Lee, in Conference Report, Oct. 1944, 75.

  6. Boyd K. Packer, “The Holy Temple,” Liahona and Ensign, Oct. 2010, 34.

  7. Teaching of Presidents of the Church: Joseph Smith (2007), 11.

  8. Melvin J. Ballard, quoted by Harold B. Lee, in Conference Report, Oct. 1970, 111.

  9. Joseph Fielding Smith, “Counsel to the Saints and to the World,” Ensign, July 1972, 27.

  10. Ezra Taft Benson, “Salvation—a Family Affair,” Tambuli, Nov. 1992, 3, 4; Ensign, July 1992, 2, 4.

  11. ເບິ່ງ Doctrine and Covenants 121:41–44.

  12. ເບິ່ງ Doctrine and Covenants 121:46.