​2010–2019
​ການເສຍ​ສະລະ
ເມສາ 2012


ການເສຍ​ສະລະ

ການ​ຮັບ​ໃຊ້ ​ແລະ ການ​ເສຍ​ສະລະ​ໃນ​ຊີວິດ​ຂອງ​ເຮົາ​ເປັນ​ການສະ​ແດງ​ອອກ​ທີ່​​ເໝາະ​ສົມ​ທີ່ສຸດ​ເຖິງ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ທີ່​ຈະ​ຮັບ​ໃຊ້​ພຣະອາຈານ ​ແລະ ​ເພື່ອນ​ມະນຸດ​ດ້ວຍ​ກັນ.

ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ​ໄດ້​ຖືກ​ເອີ້ນ​ວ່າ “ເຫດການ​ທີ່​ເລີດ​ລ້ຳກວ່າ​ເຫດການ​ໃດໆ​ນັບ​ແຕ່​ການ​ສ້າງ​​ໂລກຈົນ​ເຖິງ​ຕະຫລອດ​ທຸກ​ຍຸກ​ທຸກ​ສະ​ໄໝ​​ເຖິງ​ນິລັນດອນ.”1 ການ​ເສຍ​ສະລະ​ນັ້ນ​ເປັນ​ຂ່າວສານ​ສຳຄັນ​ຂອງ​ສາດສະດາ​ທັງ​ປວງ. ມັນ​ໄດ້​ບອກ​ລ່ວງ​ໜ້າ​ໂດຍ​ການ​ເຜົາ​ຖະຫວາຍ​ສັດ​ຕາມ​ກົດ​ຂອງ​ໂມ​ເຊ. ສາດສະດາ​ໄດ້​ປະກາດ​ວ່າ ທຸກ​ຕອນ “​ຊີ້​ແຈງ​ເຖິງ​ການ​​ເສຍ​ສະລະ​ຄັ້ງ​ຍິ່ງ​ໃຫຍ່ ​ແລະ ສຸດ​ທ້າຍ … ພຣະບຸດ​ຂອງ​ພຣະ​ເຈົ້າ, ​ແທ້​ຈິງ​ແລ້ວ, ບໍ່​ມີ​ຂອບ​ເຂດ ​ແລະ ນິລັນດອນ” (​ແອວ​ມາ 34:14). ພຣະ​ເຢຊູ​ໄດ້​ອົດທົນ​ກັບ​ຄວາມທຸກ​ທໍລະມານ​ອັນ​ບໍ່​ສາມາດ​ຈະ​ເຂົ້າ​ໃຈ​ໄດ້ ​ເພື່ອ​ຖະຫວາຍ​ພຣະອົງ​ເອງ​ສຳລັບ​ບາບຂອງ​ທຸກ​ຄົນ. ການ​ເສຍ​ສະລະ​ນັ້ນ​ໄດ້​ຖະຫວາຍ​ສິ່ງ​ທີ່​ດີ​ສຸດ—ລູກ​ແກະ​ທີ່​ບໍລິສຸດ​ຢ່າງ​ບໍ່​ມີ​ບ່ອນ​ຕຳນິ—​ເພື່ອ​ຄວາມ​ຊົ່ວ​ຮ້າຍ​ຫລາຍ​ທີ່​ສຸດ—ບາບ​ທັງ​ໝົດ​ຂອງໂລກ. ​ໃນ​ຖ້ອຍ​ຄຳ​ທີ່ຊົງ​ຈຳ​ຂອງອີ​ລາຍ​ຊາ  ອາ ສະ​ໂນ ມີ​ຄຳ​ວ່າ:

ພຣະອົງ​ໄດ້​ຫລັ່ງ​ໂລຫິດ​ອັນ​ມີຄ່າ​ຢ່າງ​ເຕັມ​ໃຈ;

ພຣະອົງ​ໄດ້​ປະທານ​ຊີວິດ​ຢ່າງ​ເພິ​່ງພໍ​ໃຈ,

ຜູ້​ປາດ​ສະ​ຈາກ​ບາບ​ໄດ້​ເສຍ​ສະລະ​ສຳລັບຄວາມ​ຜິດ,

ໄດ້​ຊ່ອຍ​ກູ້​ໂລກ​ທີ່​ເສື່ອ​ມ​ໂຊມ.2

ການ​ເສຍ​ສະລະ​ນັ້ນ—ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ—​ເປັນ​ຈຸດ​ສຳຄັນ​ຂອງ​ແຜນ​ແຫ່ງ​ຄວາມ​ລອດ.

ການ​ຮັບ​ທຸກທໍລະມານ​ອັນ​ທີ່​ບໍ່​ອາດ​ເຂົ້າ​ໃຈ​ໄດ້​ຂອງ​ພຣະ​ເຢຊູ​ຄຣິດ ​ໄດ້​ສິ້ນ​ສຸດ​ລົງ​ໂດຍ​ການ​ຫລັ່ງ​ເລືອດ, ​ແຕ່​ມັນ​ບໍ່​ໄດ້​ສິ້ນ​ສຸດ​ຄວາມ​ສຳຄັນ​ຂອງ​ການ​ເສຍ​ສະລະ​ໃນ​ແຜນ​​ແຫ່ງ​ພຣະກິດ​ຕິ​ຄຸນ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ຮຽກຮ້ອງ​​ເຮົາ​ໃຫ້​ຖະຫວາຍ​ເຄື່ອງ​ບູຊາຕໍ່​ໄປ, ​ແຕ່​ການ​ຖະຫວາຍ​​ເຄື່ອງ​ບູຊາທີ່​ພຣະອົງ​ບັນຊາ​ເຮົາ​ໃຫ້​ເຮ​ັດ​ໃນ​ຕອນ​ນີ້​ແມ່ນ​ໃຫ້ຖະຫວາຍ​ໃຈທີ່ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳນຶກ​ຜິດ​ຂອງ​​ເຮົາແກ່​ພຣະອົງ​ເປັນ​ເຄື່ອງ​ບູຊາ (​ເບິ່ງ 3 Nephi 9:20). ພຣະອົງ​ກໍ​ໄດ້​ບັນຊາ​ເຮົາ​ແຕ່ລະຄົນ​ໃຫ້​ຮັກ ​ແລະ ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ​ນຳ​ອີກ—ຕາມ​ຈິງ​ແລ້ວ, ​ເພື່ອ​ມອບ​ພາກສ່ວນ​ເລັກ​ນ້ອຍ​ຂອງ​ການ​ເສຍ​ສະລະ​ຂອງ​ພຣະອົງ ​ໂດຍ​ການ​ເສຍ​ສະລະ​ເວລາ​ ​ແລະ ລຳດັບ​ຄວາມ​ສຳຄັນ​ທີ່​ສຸດ​ຂອງ​ເຮົາ. ​ໃນ​ເພງ​ສວດ​ທີ່​ດົນ​ໃຈ, ​ເຮົາ​ຮ້ອງ​ວ່າ, “ການ​ເສຍ​ສະ​ລະ​ນຳ​ພອນ​ຈາກ​ສະຫວັນ​ມາ​ໃຫ້.”3

ຂ້າພະ​ເຈົ້າ​ຈະ​ກ່າວ​ເຖິງ​ການ​ເສຍ​ສະລະ​ທາງ​ໂລກ​ທີ່​ພຣະຜູ້​ຊ່ອຍໃຫ້​ລອດ​ໄດ້​ຂໍ​ໃຫ້​ເຮົາ​ເຮັດ. ສິ່ງ​ນີ້​ຈະ​ບໍ່​ຮ່ວມ​ທັງ​ການ​ເສຍ​ສະລະ​ທີ່​ເຮົາຮູ້ສຶກ​ຈຳ​ເປັນ​ຕ້ອງເຮັດ ຫລື ການ​ກະທຳ​ທີ່​​ເອົາ​ປຽບຄົນ​ອື່ນ ​ແທນ​ທີ່​ຈະ​ເປັນ​ການ​ຮັບ​ໃຊ້ ຫລື ການ​ເສຍ​ສະລະ (​ເບ​ິ່ງ 2 Nephi 26:29).

I.

ສາດສະໜາ​ຂອງ​ຊາວ​ຄຣິດສະ​ຕຽນ​ມີ​ປະຫວັດ​ສາດ​​ເລື່ອງ​ການ​ເສຍ​ສະລະ, ຮ່ວມ​ທັງ​ການ​ເສຍ​ສະລະ​ອັນ​ສູງ​ສຸດ. ​ໃນ​ຕອນ​ຕົ້ນ​ຂອງ​ຍຸກ​ຄຣິດສະ​ຕຽນ, ກຸງ​ໂຣມ​ໄດ້​ຂ້າ​ຫລາຍ​ພັນ​ຄົນ​ເພາະ​ການ​ເຊື່ອ​ຖື​ພຣະ​ເຢຊູ​ຄຣິດ. ​ໃນ​ສັດຕະວັດ​ຕໍ່ໆ​ມາ, ​ເມື່ອ​ຫລັກ​ຄຳ​ສອນ​ເປັນ​ເຫດ​ໃຫ້​ເກີດ​ການ​ແບ່ງ​ແຍກ​ໃນ​ກຸ່ມ​ຄຣິດສະ​ຕຽນ, ບາງ​ກຸ່ມ​ໄດ້​ຖືກຂູ່​ເຂັນ ​ແມ່ນ​ແຕ່​ຂ້າ​ສະມາຊິກ​ຂອງ​ບາງ​ກຸ່ມ. ຄົນ​ຄຣິດສະ​ຕຽນ​​ໄດ້ຖືກ​ຂ້າ​ໂດຍ​ກຸ່ມ​ຄຣິດສະ​ຕຽນ​ອີກ​ກຸ່ມ​ໜຶ່ງ​ເປັນ​​ການ​ຂ້າ​ທີ່ໜ້າ​ສັງ​ເວດ​ຫລາຍ​ທີ່​ສຸດຂອງ​ສາດສະໜາ​ຄຣິດສະ​ຕຽນ.

ຊາວ​ຄຣິດສະ​ຕຽນ​ຫລາຍ​ຄົນ​ໄດ້​ເຕັມ​ໃຈ​ເສຍ​ສະລະ​ໂດຍ​ສັດທາ​ໃນ​ພຣະຄຣິດ ​ແລະ ມີ​ຄວາມ​ປາຖະໜາ​ທີ່​ຈະ​ຮັບ​ໃຊ້​ພຣະອົງ. ບາງ​ຄົນ​ໄດ້​ເລືອກ​ທີ່​ຈະ​ອຸທິດ​ຊີວິດ​ທັງ​ໝົດຕອນ​ເປັນ​ຜູ​້​ໃຫຍ່ຂອງ​ເຂົາ​ເຈົ້າ​ໃນ​ການ​ຮັບ​ໃຊ້​ພຣະອາຈານ. ກຸ່ມ​ທີ່ສູງ​ສັກ​ນີ້​ແມ່ນ​ຮ່ວມ​ດ້ວຍ​ຜູ້​ຄົນ​ທີ່ຢູ່​ໃນ​ສາດສະໜາກາ​ໂຕ​ລິກ ​ແລະ ຜູ້​ທີ່​ໄດ້​ສະລະ ຕະຫລອດ​ຊີວິດ​ເປັນ​ຜູ້​ສອນ​ສາດສະໜາ​ຂອງ​ນິກາຍ​ໂປ​ເທັດ​ສະ​ຕັງ. ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ເປັນ​ສິ່ງ​ທ້າ​ທາຍ ​ແລະ ​ໃຫ້ການ​ດົນ​ໃຈ, ​ແຕ່​ສ່ວນ​ຫລາຍຜູ້​ເຊື່ອ​​ໃນພຣະຄຣິດບໍ່​ໄດ້​ຖືກ​ຄາດໝາຍ ຫລື ສາມາດ​ອຸທິດ​ຕະຫລອດ​ຊີວິດຂອງ​ຕົນ​ເພື່ອ​ການ​ຮັບ​ໃຊ້​ສາດສະໜາ.

II.

ສຳລັບ​ຜູ້​ຕິດຕາມສ່ວນ​ຫລາຍ​ຂອງ​ພຣະຄຣິດ, ການ​ເສຍ​ສະລະ​ຂອງ​ເຮົາ​​ແມ່ນ​ຮ່ວມ​ດ້ວຍ​ສິ່ງ​ທີ່​ເຮົາ​ສາມາດ​ເຮັດ​ໃນ​ແຕ່​ລະ​ວັນ ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ເຮົາ. ​ໃນ​ປະສົບ​ການ​ນັ້ນ, ຂ້າພະ​ເຈົ້າ​ບໍ່​ຮູ້ຈັກ​​​ກຸ່ມ​ໃດ​ທີ່​ສະມາຊິກ​​ໄດ້​ເສຍ​ສະລະ​ຫລາຍ​ກວ່າ​​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ການ​ເສຍ​ສະລະ​ຂອງ​ເຂົາ​ເຈົ້າ—ການ​ເສຍ​ສະລະ​ຂອງ​ທ່ານ, ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ—​ແມ່ນກົງກັນຂ້າມ​ກັບຄວາມ​ເພິ່ງ​ພໍ​ໃຈ​ສ່ວນ​ຕົວ​ນຳ​ສິ່ງ​ຂອງ​ຝ່າຍ​ໂລກ.

ຕົວຢ່າງ​ທຳ​ອິດ​ຂອງ​ຂ້າພະ​ເຈົ້າ​ແມ່ນ​ກຸ່ມ​ບຸກ​ເບີກ​ຊາວ​ມໍ​ມອນ. ​ເລື່ອງ​ລາວ​ເຖິງ​ການ​​ເສຍ​ສະລະ​ຊີວິດ, ຄວາມ​ສຳພັນ​ໃນ​ຄອບຄົວ, ບ້ານ​ເຮືອນ, ​ແລະ ຄວາມສຸກ​ສະບາຍ ​ເປັນ​ພື້ນຖານ​ຂອງ​ການ​ຟື້ນ​ຟູ​ພຣະກິດ​ຕິ​ຄຸນ. ນາງ​​ແຊຣາ ຣິດຈ໌ ​ໄດ້​ກ່າວ​ເຖິງ​ສິ່ງ​ທີ່​ກະ​ຕຸ້ນ​ກຸ່ມ​ບຸກ​ເບີກ​ເຫລົ່າ​ນີ້ ​ເມື່ອ​ນາງ​ບັນຍາຍ​ເຖິງ​ສາມີ​ຂອງ​ນາງ, ຊາລີ, ​ໄດ້​ຖືກ​ເອີ້ນ​ໃຫ້​ໄປ​​ເຜີຍ​ແຜ່ວ່າ: “ນີ້​ເປັນ​ຕອນທົດສອບ​ແທ້ໆສຳລັບ​ຂ້າພະ​ເຈົ້າ ​ແລະ ສຳລັບ​ສາມີ​ຂອງ​ຂ້າພະ​ເຈົ້າ​ຄື​ກັນ; ​ແຕ່​ໜ້າ​ທີ່​ໄດ້​ຂໍ​ໃຫ້​ພວກ​ເຮົາ​ພັດ​ພາກ​ຈາກ​ກັນ​ຊົ່ວ​ໄລຍະ​ໜຶ່ງ ​ແລະ ​ໂດຍ​ທີ່​ຮູ້​ວ່າ​ພວກ​ເຮົາ​ເຊື່​ອຟັງ​ຕໍ່​ພຣະປະສົງ​ຂອງ​ພຣະຜູ້​ເປັນ​ເຈົ້າ, ພວກ​ເຮົາ​ຈຶ່ງ​ຮູ້ສຶກ​ວ່າ​ຈຳ​ເປັນ​ຕ້ອງ​ເກັບ​ຄວາມ​ຮູ້ສຶກ​ຂອງ​ພວກ​ເຮົາໄວ້ ​ເພື່ອຈະ​ໄດ້​ຊ່ອຍ​​ເຮັດ​ວຽກ​ງານ​ນີ້ … ​ເພື່ອ​ຊ່ອຍ​ສ້າງສາ​ອານາຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນດິນ​ໂລກ.”4

​ໃນ​ປະຈຸ​ບັນ​ນີ້ ພະລັງ​ທີ່​ເຫັນ​ໄດ້​ດີ​ທີ່​ສຸດ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ແມ່ນ​ການ​ຮັບ​ໃຊ້​ທີ່​ບໍ່​ເຫັນ​​ແກ່​ຕົວ ​ແລະ ການ​ເສຍ​ສະລະ​ຂອງ​ສະມາຊິກ. ກ່ອນ​ການ​ອຸທິດ​ພຣະວິຫານ​ແຫ່ງ​ໜຶ່ງ​ຂອງ​ເຮົາ, ຄຸນ​ພໍ່​ຄົນ​ຄຣິດສະ​ຕຽນ​ຄົນ​ໜຶ່ງ​ໄດ້​ຖາມ​ປະທານກໍ​ດອນ ບີ ຮິງ​ລີ​ ວ່າ​ເປັນ​ຫຍັງ ສາດສະໜາ​ຈັກ​ຂອງ​​ເຮົາ​ຈຶ່ງ​ບໍ່​ມີ​ໄມ້​ກາງ​ແຂນ, ຊຶ່ງ​ເປັນ​ເຄື່ອງໝາຍ​ທົ່ວ​ໄປ​ຂອງ​ສາດສະໜາ​ຄຣິດສະ​ຕຽນ. ປະທານ​ຮິງ​ລີ​ໄດ້​ຕອບ​ວ່າ ​ເຄື່ອງໝາຍ​ຂອງ​ສາດສະໜາ​ຄຣິດສະ​ຕຽນ​​ ຂອງ​ພວກ​ເຮົາ ແມ່ນ “ຊີວິດ​ຂອງ​ຜູ້​ຄົນ​ຂອງ​ພວກ​ເຮົາ.”5 ​ແນ່ນອນ, ການ​ຮັບ​ໃຊ້ ​ແລະ ການ​ເສຍ​ສະລະ​ໃນ​ຊີວິດ​ຂອງ​ເຮົາ​ເປັນ​ການສະ​ແດງ​ອອກ​ທີ່​​ເໝາະ​ສົມ​ທີ່ສຸດ​ເຖິງ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ທີ່​ຈະ​ຮັບ​ໃຊ້​ພຣະອາຈານ ​ແລະ ​ເພື່ອນ​ມະນຸດ​ດ້ວຍ​ກັນ.

III.

​ເຮົາ​ບໍ່​ໄດ້​ຮັບ​ການ​ຝຶກ​ຝົນ​ເປັນ​ຜູ້​ຊ່ຽວຊານ ​ແລະ ບໍ່​ໄດ້​ຮັບ​ຄ່າ​ຈ້າງ​ໃນ​ການ​ປະຕິບັດ​ສາດສະໜາ​ກິດ​ຢູ່​ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ນັ້ນຄື ສະມາຊິກ​ທຳ​ມະ​ດາ​ທີ່​ຖືກ​ເອີ້ນ​ໃຫ້​ນຳພາ ​ແລະ ຮັບ​ໃຊ້​ກຸ່ມສະມາຊິກ​ ຈະ​ຕ້ອງ​ຮັບຜິດຊອບ​ການ​ປະຊຸມ​ຕ່າງໆ, ​ໂຄງການ, ​ແລະ ກິດຈະກຳ​ທັງ​ໝົດ. ​ເຂົາ​ເຈົ້າ​ເຮັດ​ແນວ​ນີ້​ໃນ​ກຸ່ມສະມາຊິກ​ຫລາຍ​ກວ່າ 14,000 ​ແຫ່ງ ພຽງ​ແຕ່​ຢູ່​ໃນ​ສະຫະລັດ ​ແລະ ກາ​ນາ​ດາ​ເທົ່າ​ນັ້ນ. ​ແນ່ນອນ, ​ເຮົາ​ບໍ່​ໄດ້​​ເປັນ​ຄົນພິ​ເສດ​ແນວ​ໃດ​ທີ່​ມີສະມາຊິກ​ທຳ​ມະ​ດາຮັບ​ໃຊ້​ເປັນ​ຄູ​ສອນ ​ແລະ ​ເປັນ​ຜູ້ນຳ. ​ແຕ່​ເວລາ​ທີ່​ສະມາຊິກ​ສະລະເວລາເພື່ອ​ຝຶກ​ຝົນ ​ແລະ ປະຕິບັດ​ຕໍ່​ກັນ​ແລະ​ກັນ ​ເປັນ​ສິ່ງ​ພິ​ເສດ​ຫລາຍ. ຄວາມ​ພະຍາຍາມ​ຂອງ​ເຮົາທີ່​ຈະ​ໃຫ້​​ແຕ່​ລະ​ຄອບຄົວ​ໃນ​ສາດສະໜາ​ຈັກ​ມີ​ຄູ​ສອນ​ປະຈຳ​ບ້ານ​ໄປ​ຢ້ຽມຢາມ​ເຂົາ​ເຈົ້າ​ແຕ່ລະ​ເດືອນ ​ແລະ ​ມີ​ສະຕີ​ໄປ​ຢ້ຽມ​ສອນ​ຈາກ​ສະມາຄົມ​ສະຕີ​ສົງ​ເຄາະແຕ່ລະ​ເດືອນກໍ​ເປັນ​ຕົວຢ່າງ​ເຖິງ​​ເລື່ອງ​ນີ້. ​ເຮົາ​ບໍ່​ຮູ້ຈັກ​ການ​ຮັບ​​ໃຊ້​ໃນ​ອົງການ​ໃດໆ​ຢູ່​ໃນ​ໂລກ​ນີ້​ທີ່​​ເທົ່າ​ທຽມ​ກັບ​ການ​ຮັບ​ໃຊ້​ນີ້​ໄດ້.

ຕົວຢ່າງ​ທີ່​ຮູ້ຈັກ​ກັນ​ດີ​ກ່ຽວ​ກັບ​ການ​ຮັບ​ໃຊ້ ​ແລະ ການ​ເສຍ​ສະລະອັນ​ພິ​ເສດ​ຂອງ​ຊາວ​ມໍ​ມອນ ​ແມ່ນ​ວຽກ​ງານ​ຂອງ​ຜູ້​ສອນ​ສາດສະໜາ​ຂອງ​ເຮົາ. ບໍ່​ດົນ​ມານີ້​ມີ​ຊາຍໜຸ່ມ ​ແລະ ຍິງ​ໜຸ່ມ ຫລາຍ​ກວ່າ 50,000 ຄົນ ​ແລະ​ ຜູ້​ໃຫຍ່ຊາຍ​ຍິງ​ຫລາຍ​ກວ່າ 5,000 ຄົນ​ ໄດ້​ອຸທິດ​ເວລາຈາກ​ຫົກ​ເດືອນ ຫາ ສອງ​ປີ ຂອງ​ຊີວິດ​ຂອງ​ເຂົາ​ເຈົ້າ​ເພື່ອ​ສອນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ແລະ ຮັບ​ໃຊ້​ມະນຸດສະທຳ​​ຫລາຍ​ກວ່າ 160 ປະ​ເທດ​ຢູ່​ໃນ​ໂລກ. ວຽກ​ງານ​ຂອງ​ເຂົາ​ເຈົ້າ​ແມ່ນ​ຮ່ວມ​ດ້ວຍ​ການ​ເສຍ​ສະລະ, ຮ່ວມ​ທັງ​ປີ​ທີ່​ເຂົາ​ເຈົ້າ​ມອບ​ໃຫ້​ແກ່​ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ການ​ເສຍ​ສະລະ​ໂດຍ​ການຈັດ​ຫາ​ເງິນ​ທຶນ​ສຳລັບ​ການ​ຊ່ອຍ​ເຫລືອ​ຂອງ​ເຂົາ​ເຈົ້າ.

ຜູ້​ຢູ່​ບ້ານ, ພໍ່​ແມ່ ​ແລະ ຄົນ​ອື່ນໆ​ໃນ​ຄອບຄົວ, ​ກໍ​ໄດ້​ເສຍ​ສະລະ​​ໂອກາດ​ທີ່​ຈະ​ໄດ້​ຢູ່​ນຳ​ກັນ ​ເພື່ອການ​ໄປ​ຮັບ​ໃຊ້​​ເຜີຍ​ແຜ່​ຂອງ​ເຂົາ​ເຈົ້າ. ຍົກ​ຕົວຢ່າງ, ຊາຍໜຸ່ມ​ຊາວບຣາວຊຽວຄົນ​ໜຶ່ງ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ໄປ​ເຜີຍ​ແຜ່​ໃນ​ຂະນະ​ທີ່​ທຳ​ງານ​ຫາລ້ຽງ​ນ້ອງໆ​ຂອງ​ລາວຫລັງ​ຈາກ​ພໍ່​ແມ່ໄດ້​ເສຍ​ຊີວິດ​ໄປ. ​ເຈົ້າ​ໜ້າ​ທີ່​ຊັ້ນຜູ້​ໃຫຍ່​ຄົນ​ໜຶ່ງ​ໄດ້​ບັນຍາຍ​ກ່ຽວ​ກັບ​ເດັກນ້ອຍ​ເຫລົ່ານີ້​ໃນ​ການປະຊຸມ​ສະພາ ​ແລະ ຈື່​ຈຳ​ວ່າ​ພໍ່​​ແມ່ທີ່​ເສຍ​ຊີວິດ​ໄປ​ແລ້ວ​ຂອງ​ເຂົາ​ເຈົ້​າ​ໄດ້​ສອນ​​ເຂົາ​ເຈົ້າ​ວ່າ ​ເຂົາ​ເຈົ້າ​ຄວນ​ຕຽມ​ພ້ອມ​ສະ​ເໝີ​​ເພື່ອ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ. ຊາຍ​ໜຸ່ມ​ໄດ້​ຮັບ​ເອົາ​ການ​ເອີ້ນ​ໄປ​ເຜີຍ​ແຜ່​, ​ແລະ ນ້ອງ​ຊາຍ​ອາຍຸ 16 ປີ ​ໄດ້​ຮັບຜິດຊອບ​ຫາ​ລ້ຽງ​ຄອບຄົວແທນ​ອ້າຍ​.6 ເຮົາ​ສ່ວນ​ຫລາຍ​ຮູ້ຈັກ​ຕົວຢ່າງ​ອື່ນໆ​ເລື່ອງ​ການ​ເສຍ​ສະລະ​​ເພື່ອ​ຮັບ​ໃຊ້​ເຜີຍ​ແຜ່ ຫລື ​ເພື່ອ​ສົ່ງ​ເສີມ​ຜູ້​ສອນ​ສາດສະໜາ. ​ເຮົາ​ບໍ່​ຮູ້ຈັກ​ການ​ຮັບ​ໃຊ້ ​ແລະ ການ​ເສຍ​ສະລະ​ຂອງ​ອົງການ​ອື່ນ​ໃດທີ່​ເປັນ​ແບບ​ນີ້​ຢູ່​ໃນ​ໂລກ.

​ເຮົາ​ມັກ​ຈະ​ຖາມ​ເລື້ອຍໆ​ວ່າ, “​ເຮົາ​ຈະ​ຊັກ​ຊວນ​ຄົນ​ໜຸ່ມ​ຂອງ​ເຮົາ ​ແລະ ສະມາຊິກ​ຄົນ​ອາວຸ​ໂສ​ຂອງ​ເຮົາ​ໃຫ້​ປະ​ໂຮງຮຽນ ຫລື ຈາກ​ການ​ອອກ​ກິນ​ເບ້ຍ​ບຳນານ​ເພື່ອ​​ເສຍ​ສະລະ​ໃນ​ວິທີ​ນີ້?” ຂ້າພະ​ເຈົ້າ​ໄດ້​ຍິນຫລາຍ​ຄົນ​ອະທິບາຍ​ວ່າ: “​ໂດຍ​ທີ່​ຮູ້​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ເຮັດ​ຫຍັງ​​ເພື່ອ​ຂ້າພະ​ເຈົ້າ—ພຣະຄຸນ​ຂອງ​ພຣະອົງ ​ໃນ​ການ​ຮັບ​ທຸກທໍລະມານ​​ເພື່ອ​ບາບ​ຂອງ​ຂ້າພະ​ເຈົ້າ ​ແລະ ​ໃນ​ການ​ເອົາ​ຊະນະ​ຄວາມ​ຕາຍ ​ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ມີ​ຊີວິດ​ອີກ—ຂ້າພະ​ເຈົ້າຮູ້ສຶກ​ວ່າ​​ໄດ້​ຮັບ​ສິດທິ​ພິ​ເສດ​ທີ່​​ໄດ້​ເສຍ​ສະລະ​ອັນ​ເລັກ​ນ້ອຍ ທີ່​ຂ້າພະ​ເຈົ້າ​ໄດ້​ຖືກ​ຂໍ​ໃຫ້​ຮັບ​ໃຊ້. ຂ້າພະ​ເຈົ້າ​ຢາກ​ແບ່ງປັນ​ຄວາມ​ເຂົ້າ​ໃຈ​ທີ່​ພຣະອົງ​​ໄດ້​ມອບ​ໃຫ້​ແກ່​ຂ້າພະ​ເຈົ້າ.” ​ເຮົາ​ຈະ​ຊັກ​ຊວນ​ຜູ້​ຕິດຕາມພຣະຄຣິດ​ເຊັ່ນ​ນັ້ນ​ໃຫ້​ຮັບ​ໃຊ້​ໄດ້​ແນວ​ໃດ? ​ດັ່ງ​ທີ່​ສາດສະດາ​ໄດ້​ອະທິບາຍ​ວ່າ, “​ເຮົາ​ພຽງ​ແຕ່​ຖາມ​ເຂົາ​ເຈົ້າ​ເທົ່າ​ນັ້ນ.”7

ການ​ເສຍ​ສະລະ​ຢ່າງ​ອື່ນ​ໆ​ທີ່ເກີດ​ຈາກ​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດສະໜາ​ເປັນ​ການ​ເສຍ​ສະລະ​ຂອງ​ຄົນ​ທີ່ກະທຳ​ຕາມ​ການ​ສອນຂອງ​ຜູ້​ສອນ​ສາດສະໜາ ​ແລະ ກາຍ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ. ​ສຳລັບ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຫລາຍ​ຄົນ, ການ​ເສຍ​ສະລະ​ເຫລົ່າ​ນີ້​ເປັນ​ສິ່ງ​ສຳຄັນ​ຫລາຍ, ຮ່ວມ​ທັງ​ການ​ສູນ​ເສຍຄວາມ​ສຳພັນ​ກັບໝູ່​ເພື່ອນ ​ແລະ ຄອບຄົວ.

ຫລາຍ​ປີ​ກ່ອນ​ກອງ​ປະຊຸມ​ນີ້​ໄດ້​ຍິນ​​ເລື່ອງ​ຊາຍໜຸ່ມ​ຄົນ​ໜຶ່ງ​ທີ່​​ໄດ້​ພົບ​ພໍ້ພຣະກິດ​ຄິຄຸນທີ່​ຟື້ນ​ຟູ​ຄືນ​ມາ​ໃໝ່ ​ໃນ​ຂະນະ​ທີ່​ລາວ​ສຶກສາ​ຢູ່​ທີ່​ມະຫາວິທະຍາ​ໄລ. ​ໃນ​ຕອນ​ທີ່​ຊາຍ​ຄົນ​ນີ້ພວມ​ຈະ​ກັບ​ໄປ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ລາວ, ປະທານ​ກໍ​ດອນ  ບີ ຮິງ​ລີ ​ໄດ້​ຖາມ​ລາວ​ວ່າ ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ເມື່ອ​ລາວ​ກັບ​ໄປ​ບ້ານ​ໃນ​ຖານະ​ເປັນ​ຄົນຄຣິດສະ​ຕຽນ. “ຄອບຄົວ​ຂອງ​ຂ້ານ້ອຍ​ຈະ​ຜິດ​ຫວັງ​ຫລາຍ,” ຊາຍ​ໜຸ່ມ​ຄົນ​ນັ້ນ​ຕອບ. “​ເຂົາ​ເຈົ້າ​ອາດ​ໄລ່​ຂ້າ​ນ້ອຍ​ໜີ ​ແລະ ຖື​ວ່າ​ຂ້າພະ​ເຈົ້າ​ຕາຍ​ໄປ​ແລ້ວ. ກ່ຽວ​ກັບ​ອະນາຄົດ ​ແລະ ວຽກ​ງານ​ຂອງ​ຂ້ານ້ອຍ, ​ຄົງ​ໝົດ​ໂອກາດ​​ທີ່​ຈະ​ມີ.”

“​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ສູນ​ເສຍ​ທຸກ​ສິ່ງ​ເພື່ອ​ພຣະກິດ​ຕິ​ຄຸນ​ບໍ?” ປະທານ​ຮິງ​ລີ​ໄດ້​ຖາມ.

ຊາຍ​ໜຸ່ມ​ຄົນ​ນັ້ນ​ໄດ້​ຕອບ​ດ້ວຍ​ນ້ຳ​ຕາ​ວ່າ, “​ເປັນ​ແນວ​ນັ້ນ​ແທ້, ບໍ່​ແມ່ນ​ບໍ?” ​ເມື່ອ​ໄດ້​ຮັບ​ຄຳ​ຢືນຢັນ​ວ່າ​​ເປັນ​ແນວ​ນັ້ນ​ແທ້, ​ແລ້ວ​ລາວ​ໄດ້​ຕອບ​ວ່າ, “​ແລ້ວ​ກໍ​ບໍ່​ມີ​ສິ່ງ​ອື່ນ​ທີ່​ສຳຄັນ?”8 ນັ້ນ​ຄື​ການ​ເສຍ​ສະລະ​ໃນ​ບັນດາ​ຜູ້​ເປັນ​ສະມາຊິກ​ໃໝ່.

ຕົວຢ່າງ​ອື່ນ​ອີກ​ກ່ຽວ​ກັບ​ການ​ຮັບ​ໃຊ້ ​ແລະ ການ​ເສຍ​ສະລະແມ່ນປະກົດ​ຢູ່ໃນ​ຊີວິດ​ຂອງ​ສະມາຊິ​ກທີ່​ຊື່ສັດ​ຜູ້​ຮັບ​ໃຊ້​ຢູ່​ໃນ​ພຣະວິຫານ​ຂອງ​ເຮົາ. ການ​ຮັບ​ໃຊ້​ຢູ່​ໃນ​ພຣະວິຫານ​ເປັນ​ສິ່ງ​ພິ​ເສດ​ສຳລັບ​​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ​ແຕ່​ສິ່ງ​ສຳຄັນ​ຂອງ​ການ​ເສຍ​ສະລະ​ເຊັ່ນ​ນັ້ນ​ຄວນ​ເປັນ​ສິ່ງ​ເຂົ້າ​ໃຈດີ​ຕໍ່ຊາວ​ຄຣິດສະ​ຕຽນ​ທຸກ​ຄົນ. ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ບໍ່​ມີປະ​ເພນີ​ຂອງ​ການ​ຮັບ​ໃຊ້​ຢູ່​ໃນ​​ໂບດ​ຂອງ​ສາດສະໜາ​ອື່ນໆ, ​ແຕ່​ເຮົາ​ສາມາດ​ເຂົ້າ​ໃຈ ​ແລະ ​ໃຫ້​ກຽດ​ແກ່​ການ​ເສຍ​ສະລະ​ຂອງຜູ້​ຄົນ​ທີ່​ສາດສະໜາ​ຄຣິດສະ​ຕຽນ​​ໄດ້​ກະ​ຕຸ້ນ​ເຂົາ​ເຈົ້າ​ໃຫ້​ອຸທິດ​ຊີວິດ​ຂອງ​ເຂົາ​ເຈົ້າ​ຕໍ່​ກິດຈະກຳ​ຂອງ​ສາດສະໜາ.

​ໃນ​ກອງ​ປະຊຸມ​ນີ້​ພຽງ​ແຕ່​ປີ​ຜ່ານ​ມາ​ນີ້​ເອງ, ປະທານ​ທອມ​ມັສ ​ແອັສ ມອນ​ສັນ​ ໄດ້​ກ່າວ​ເຖິງ​ຕົວຢ່າງ​ໜຶ່ງ​ເຖິງ​ການ​ເສຍ​ສະລະ ຊຶ່ງ​ກ່ຽວ​ພັນ​ກັບ​ການ​ຮັບ​ໃຊ້​ຢູ່​ໃນ​ພຣະວິຫານ. ພໍ່​ຄົນ​ໜຶ່ງ​ຜູ້​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຊື່ສັດ ຜູ້​ອາ​ໄສ​ຢູ່​ໃນ​​ເກາະ​ຫ່າງ​ໄກ​ແຫ່ງ​ໜຶ່ງຢູ່​ໃນ​ເຂດ​ປາຊີ​ຟິກ ​ໄດ້​ທຳ​ງານ​​ອອກ​ແຮງ​ໜັກຢູ່​ຫ່າງ​ໄກ​ຄອບຄົວ​ເປັນ​ເວລາ​ຫົກ​ປີ ​ເພື່ອຈະ​ໄດ້​ມີ​ເງິນ​ພາ​ພັນ​ລະ​ຍາ​ກັບ​ລູກ 10 ຄົນ​ໄປ​ຜະ​ນຶກ​ເຂົ້າກັນ​​ເປັນ​ຄອບຄົວ​ນິລັນດອນ​ຢູ່​ພຣະວິຫານ​ນິວຊີ​ແລນ. ປະທານ​ມອນ​ສັນ​ໄດ້​ອະທິບາຍ​ວ່າ, “ຜູ້​ທີ່​ເຂົ້າ​ໃຈ​ພອນ​ນິລັນດອນ ຊຶ່ງ​ມາ​ຈາກ​ພຣະວິຫານ​ຮູ້​ວ່າ​ບໍ່​ມີ​ການ​ເສຍ​ສະລະ​ໃດ​ທີ່​ຍິ່ງ​ໃຫຍ່​ກວ່າ​, ບໍ່​ມີ​ສິ່ງ​ໃດ​ທີ່​ມີຄ່າ​ຫລາຍ​ກວ່າ, ບໍ່​ມີ​ການ​ດີ້ນ​ລົນ​ໃດ​ທີ່​ຫຍຸ້ງຍາກ​ກວ່າ ​ເພື່ອ​ຈະ​ໄດ້​ຮັບ​ພອນ​ເຫລົ່າ​ນັ້ນ.”9

ຂ້າພະ​ເຈົ້າ​ມີ​ຄວາມ​ກະຕັນຍູ​ສຳລັບ​ຕົວຢ່າງ​ອັນ​ໜ້າ​ອັດສະຈັນ​ໃຈ​​ແຫ່ງ​ຄວາມ​ຮັກ, ການ​ຮັບ​ໃຊ້, ​ແລະ ການ​ເສຍ​ສະລະ​ຂອງ​ຊາວ​ຄຣິດສະ​ຕຽນ ທີ່​ຂ້າພະ​ເຈົ້າ​ເຫັນ​ໃນ​ບັນດາ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຂ້າພະ​ເຈົ້າ​​ເຫັນ​ທ່ານ​ເຮັດ​ໜ້າ​ທີ່​ການ​ເອີ້ນຂອງ​ທ່ານ, ສ່ວນ​ຫລາຍ​ເປັນ​ການ​ເສຍ​ສະລະ​​ເວລາ ​ແລະ ຊັບ​ສິນ​ຢ່າງ​ຫລວງຫລາຍ. ຂ້າພະ​ເຈົ້າ​ເຫັນ​ທ່ານ​ຮັບ​ໃຊ້​ເຜີຍ​ແຜ່​​ໂດຍ​ໃຊ້​ຊັບ​ສິນ​ຂອງ​ຕົນ​ເອງ. ຂ້າພະ​ເຈົ້າ​ເຫັນ​ທ່ານ​​ໃຊ້​ຄວາມ​ຊຳນານ​ຂອງ​ທ່ານ​ຮັບ​ໃຊ້​​ເພື່ອນ​ມະນຸດ​ດ້ວຍ​ກັນຢ່າງເບີກບານ. ຂ້າພະ​ເຈົ້າ​ເຫັນ​ທ່ານ​ດູ​ແລ​ຄົນ​ຍາກຈົນດ້ວຍ​ຕົນ​ເອງ ​ແລະ ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ໂຄງການ​ສະຫວັດດີ​ການ​ ​ແລະ ການ​ບໍລິຈາກ​ຂອງ​ອົງການ​ຊ່ອຍ​ເຫລືອ​ມະນຸດສະທຳ​ຂອງ​ສາດສະໜາ​ຈັກ.10 ຕົວຢ່າງ​ເຊັ່ນ​ນັ້ນ​ໄດ້​ເປັນ​ພະລັງ​ໃຫ້​ແກ່​ເຮົາ​ທຸກ​ຄົນ. ມີ​ການ​ລາຍ​ງານ​ຈາກ​ການຄົ້ນຄວ້າ​ທົ່ວ​ປະ​ເທດ​ວ່າ ສະມາຊິກ​ທີ່​ເຂັ້ມ​ແຂງ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ “ມັກ​ຈະ​ອາສາ​ສະ​ໝັກ ​ແລະ ບໍລິຈາກ​ຊັບ​ສິນ​ຫລາຍ​ກວ່າ​ຊາວ​ອາ​ເມ​ລິ​ກາ​ໂດຍ​ທົ່ວ​ໄປ ​ແລະ ມີ​ໃຈ​ເພື່ອ​ແຜ່​​ເລື່ອງ​ເວລາ ​ແລະ ​ເງິນ​ຄຳ​ຫລາຍ​ກວ່າ​ຄົນ​ອື່ນໆ​​ 20 ​ເປີ​ເຊັນ ​ໃນ​ອາ​ເມ​ຣິກາ.”11

ຕົວຢ່າງ​ການ​ຮັບ​ໃຊ້ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ​ທຸກ​ຄົນ. ມັນ​ໄດ້​ເຕືອນ​ໃຈ​ພວກ​ເຮົາ​ເຖິງ​ຄຳ​ສອນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ທີ່​ວ່າ:

“ຖ້າ​ຜູ້​ໃດ​ຢາກ​ຕາມ​ເຮົາ​ມາ ​ໃຫ້​ເຂົາ​ເຊົາ​ເຫັນ​ແກ່​ຕົວ​ເອງ. …

“​ເພາະ​ຜູ​້​ໃດ​ຢາກ​ຮັກສາ​ຊີວິດ​ຂອງ​ຕົນ​​ໄວ້​ໃຫ້​ພົ້ນ​ຈະ​ເສຍ​ຊີວິດ, ​ແຕ່​ຜູ້​ໃດ​ທີ່​ຈະ​ເສຍ​ຊີວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ ຜູ້​ນັ້ນ​ຈະ​ໄດ້​ພົບ​ຊີວິດ​ນັ້ນ” (ມັດ​ທາຍ 16:24–25).

IV.

ບາງທີ​ຕົວຢ່າ​ງທີ່​​ເຮົາ​ຮູ້ຈັກ ​ແລະ ສຳຄັນ​ຫລາຍ​ແມ່ນ​ການ​ຮັບ​ໃຊ້ ​ແລະ ການ​ເສຍ​ສະລະ​ທີ່​ບໍ່​ເຫັນ​​ແກ່​ຕົວ​ທີ່​ກະທຳ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ​ເອງ. ​ແມ່​ໄດ້​ອຸທິດ​ຕົນ​ໃນ​ການ​ລ້ຽງ​ດູ ​ແລະ ບຳລຸງ​ລ້ຽງ​ລູກໆ​ຂອງ​ນາງ. ສາມີ​ໄດ້​ຫາ​ລ້ຽງ​ລູກ​ເມຍ. ການ​ເສຍ​ສະລະທີ່​ກ່ຽວ​ພັນ​ກັບການ​ຮັບ​ໃຊ້​ທີ່​ສຳຄັນ​ອັນນິລັນດອນຕໍ່​ຄອບຄົວ​ຂອງ​ເຮົາ​ແມ່ນ​ມີ​ຢ່າງ​ຫລວງຫລາຍທີ່​ຈະ​ກ່າວ​ເຖິງ ​ແລະ ຮູ້ຈັກ​ກັນ​ດີ ​​​ແລະ ບໍ່​ຈຳເປັນ​ທີ່ຈະ​ກ່າວ​ເຖິງ.

ຂ້າພະ​ເຈົ້າ​ຍັງ​ເຫັນ​ສິດທິ​ຊົນ​ຜູ້​ບໍ່​ເຫັນ​ແກ່​ຕົວ​ໄດ້​ຮັບ​ເອົາ​ເດັກນ້ອຍ​ມາ​ລ້ຽງ​​ເປັນ​ລູກນຳ​ອີກ, ຮ່ວມ​ທັງ​ເດັກ​ພິການ, ​ແລະ ​ໄດ້​ເປັນ​ພໍ່​ແມ່ບຸນ​ທຳ​ນຳ​ອີກ ​ແລະ ​ໃຫ້​ຄວາມ​ຫວັງ ​ແລະ ​ໂອກາດ​ທີ່​ເຂົາ​ອາດ​ບໍ່​ສາມາດ​ມີ​ໃນ​ສະພາບກ່ອນ​ໜ້າ​ນັ້ນ​ຂອງ​ເຂົາ. ຂ້າພະ​ເຈົ້າ​ເຫັນ​ທ່ານ​ດູ​ແລ​ຄອບຄົວ ​ແລະ ​ຄົນ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ທ່ານ ຜູ້​ເປັນ​ພະຍາດ​ມາ​ແຕ່​ເກີດ, ຜູ້​​ເຈັບ​ປ່ວຍ​ທາງ​ຈິດ​ໃຈ ​ແລະ ຮ່າງກາຍ, ​ແລະ ຄົນ​ເຖົ້າແກ່. ພຣະຜູ້​ເປັນ​ເຈົ້າ​ກໍ​ເຫັນ​ທ່ານ​ຄື​ກັນ, ​ແລະ ພຣະອົງ​ໄດ້​ບັນຊາ​ໃຫ້​ສາດສະດາ​ຂອງ​ພຣະອົງ​ປະກາດ​ວ່າ “​ເມື່ອ​ພວກທ່ານ​​ເສຍ​ສະລະ​ເພື່ອ​ກັນ​ແລະ​ກັນ ​ແລະ ​ເພື່ອ​ລູກໆ​ຂອງພວກ​ທ່ານ, ​ແລ້ວ​ພຣະຜູ້​ເປັນ​ເຈົ້າຈະ​ປະທານ​ພອນ​ໃຫ້​ແກ່​ພວກທ່ານ.”12

ຂ້າພະ​ເຈົ້າ​ເຊື່ອ​ວ່າ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຜູ້​ໄດ້​ຮັບ​ໃຊ້ ​ແລະ ​ເສຍ​ສະລະ​ຢ່າງ​ບໍ່​ເຫັນ​ແກ່​ຕົວ​ໃນ​ການ​ນະມັດສະການ​ພຣະຜູ້​ຊ່ອຍໃຫ້​ລອດ​ຈາກ​ຕົວຢ່າງ​ຂອງ​ພຣະອົງຈະ​ຍຶດໝັ້ນ​ຄຸນຄ່າ​ນິລັນດອນ​ໄວ້​ໄດ້​ດີ​ຫລາຍ​ກວ່າ​ຜູ້​ຄົນ​ກຸ່ມ​ອື່ນໆ. ​ໄພ່ພົນຍຸກ​ສຸດ​ທ້າຍ​ຖື​ການ​ເສຍ​ສະລະ​ເວລາ ​ແລະ ຊັບ​ສິນ​ຂອງ​ເຂົາ​ເຈົ້າ​ວ່າ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ການຮຽນ​ຮູ້ ​ແລະ ການ​ມີຄ່າ​ຄວນ​ສຳລັບ​ນິລັນດອນ. ນີ້​ຄື​ຄວາມ​ຈິງ​ທີ່​ເປີດ​​ເຜີຍ​ຢູ່​ໃນ​ປຶ້ມ Lectures on Faith, ຊຶ່ງ​ສອນ​ວ່າ “ສາດສະໜາ​​ໃດ​ທີ່​ບໍ່​ຮຽກຮ້ອງ​ການ​ເສຍ​ສະລະ​ທຸກ​ສິ່ງ ຈະ​ບໍ່​ມີ​ພະລັງ​ພຽງພໍ​ທີ່​ຈະ​ສ້າງ​ສັດທາອັນ​ຈຳ​ເປັນ​ໄປ​ສູ່​ຊີວິດ ​ແລະ ຄວາມ​ລອດ. …​ແມ່ນ​ຜ່ານ​ການ​ເສຍ​ສະລະ​ນີ້​ແຫລະ, ​ແລະ ສິ່ງ​ນີ້​ເທົ່າ​ນັ້ນ, ທີ່​ພຣະ​ເຈົ້າ​ໄດ້​ແຕ່ງ​ຕັ້ງ​ໄວ້​ ​ທີ່ມະນຸດຈະ​ມີ​ຄວາມສຸກ​ນິລັນດອນ.” 13

ດັ່ງ​ທີ່​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ​ເປັນ​ຈຸດ​ໃຈກາງ​ຂອງ​ແຜນ​ແຫ່ງ​ຄວາມ​ລອດ, ​ເຮົາ​ຜູ້​ຕິດຕາມ​ພຣະຄຣິດກໍ​ຕ້ອງ​​ເສຍ​ສະລະ​ຄື​ກັນ​ເພື່ອ​ຕຽມສຳລັບເປົ້າໝາຍ​ທີ່​ໄດ້​ຈັດ​ໄວ້​ສຳລັບ​ເຮົາ.

ຂ້າພະ​ເຈົ້າ​ຮູ້​ວ່າ ພຣະ​ເຢຊູ​ຄຣິດ​ເປັນ​ພຣະບຸດ​ທີ່​ຖື​ກຳ​ເນີ​ດອົງ​ດຽວ​ຂອງ​ພຣະ​ເຈົ້າ ພຣະບິດາ​ນິລັນດອນ. ຂ້າພະ​ເຈົ້າ​ຮູ້​ວ່າ ​ເພາະ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະອົງ, ​ເຮົາ​ຈຶ່ງ​ສາມາດ​ແນ່​ໃຈ​ເລື່ອງ​ຄວາມ​​ເປັນ​ອະມະຕະ ​ແລະ ​ໂອກາດ​ສຳລັບ​ຊີວິດ​ນິລັນດອນ. ພຣະອົງ​ເປັນ​ພຣະຜູ້​ເປັນ​ເຈົ້າ​ຂອງ​ເຮົາ, ​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ​ແລະ ​ເປັນ​ພຣະຜູ້​ໄຖ່​ຂອງ​ເຮົາ, ​ແລະ ຂ້າພະ​ເຈົ້າ​ຂໍ​ເປັນ​ພະຍານ​ເຖິງ​ພຣະອົງ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

ແຫ​ລ່ງອ້າງ​ອີງ

  1. Bruce R. McConkie, The Promised Messiah: The First Coming of Christ (1981), 218.

  2. “How Great the Wisdom and the Love,” Hymns, no. 195.

  3. “Praise to the Man,” Hymns, no. 27.

  4. Sarah Rich, in Guinevere Thomas Woolstenhulme, “I Have Seen Many Miracles,” in Richard E. Turley Jr. and Brittany A. Chapman, eds., Women of Faith in the Latter Days: Volume 1, 1775–1820 (2011), 283.

  5. Gordon B. Hinckley, “The Symbol of Our Faith,” Liahona and Ensign, Apr. 2005, 3.

  6. ​ເບິ່ງ Harold G. Hillam, “Sacrifice in the Service,” Ensign, Nov. 1995, 42.

  7. Gordon B. Hinckley, “The Miracle of Faith,” Liahona, July 2001, 84; Ensign, May 2001, 68.

  8. Gordon B. Hinckley, “It’s True, Isn’t It?” Tambuli, Oct. 1993, 3–4; Ensign, July 1993, 2; see also Neil L. Andersen, “It’s True, Isn’t It? Then What Else Matters?” Liahona and Ensign, May 2007, 74.

  9. Thomas S. Monson, “The Holy Temple—a Beacon to the World,” Liahona and Ensign, May 2011, 91–92.

  10. ​ເບິ່ງ, ຍົກ​ຕົວຢ່າງ, Naomi Schaefer Riley, “What the Mormons Know about Welfare,” Wall Street Journal, Feb. 18, 2012, A11.

  11. Ram Cnaan and others, “Called to Serve: The Prosocial Behavior of Active Latter-day Saints” (draft), 16.

  12. Ezra Taft Benson, “To the Single Adult Brethren of the Church,” Ensign, May 1988, 53.

  13. Lectures on Faith (1985), 69.