​2010–2019
ສະ​ແຫວ​ງຫາ​ການ​ຮຽນ​ຮູ້: ທ່ານ​ມີ​ວຽກ​ງານ​ທີ່​ຈະ​ເຮັດ
ເມສາ 2012


ສະ​ແຫວງ​ຫາ​ການ​ຮຽນ​ຮູ້: ທ່ານ​ມີ​ວຽກ​ງານ​ທີ່​ຈະ​ເຮັດ

​ຈົ່ງ​ເປັນ​ພອນ​ໃຫ້​ແກ່​ລູກໆ ​ແລະ ຄອບຄົວ​ໃນ​ອະນາຄົດ​ຂອງ​ພວກ​ເຈົ້າ ​ໂດຍ​ການ​ຮຽນ​ຮູ້​ໃຫ້​ຫລາຍ​ເທົ່າ​ທີ່​ພວກ​ເຈົ້າ​ຈະສາມາດ​ເຮັດ​ໄດ້.

ຍິງ​ໜຸ່ມທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ພວກ​ເຮົາ​ຮັກ​ພວກ​ເຈົ້າ​ທຸກ​ຄົນ. ພວກ​ເຮົາ​ເຫັນ​ພວກ​ເຈົ້າ​ລຸກ​ຂຶ້ນ ​ແລະ ສ່ອງ​ແສງ​ອອກ​ໄປ​ດ້ວຍ​ຄວາມ​ກ້າ​ຫານ ດ້ວຍ​ຄວາ​ມສະຫວ່າງ​ຢູ່​ໃນ​ໂລກ​ບ່ອນ​ທີ່​ມີ​ການ​ທ້າ​ທາຍ ​ແລະ ​ໂອກາດ​ອັນ​ຫລວງ​ຫລາຍຄຽງ​ຄູ່​ກັນ​ໄປ. ສິ່ງ​ນີ້​ອາດ​ເຮັດ​ໃຫ້​ພວກ​ເຈົ້າ​ສົງ​ໄສ​ວ່າ, ອະນາຄົດ​ຂອງ​ພວກ​ເຈົ້າ​ຈະ​ເປັນ​​ແນວ​ໃດ? ຂ້າພະ​ເຈົ້າ​ຢາກ​ໃຫ້​ພວກ​ເຈົ້າ​ແນ່​ໃຈ​ໄດ້​ວ່າ ​ໃນ​ຖານະ​ທີ່​ພວກ​ເຈົ້າເປັນ​ທິດາ​ຜູ້​ມີ​ຄຸນງາມ ຄວາມດີ​ຂອງ​ພຣະ​ເຈົ້າ, ອະນາຄົດ​ຂອງ​ພວກ​ເຈົ້າ​ຈະ​ແຈ່ມ​ໃສ! ພວກ​ເຈົ້າ​ມີ​ຊີວິດ​ຢູ່​ໃນ​ຊ່ວງ​ເວລາ​ທີ່​ຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່, ​ແລະ ຄວາມ​ຈິງ​ເຫລົ່າ​ນີ້​ສາມາດ​ພົບ​ເຫັນ​ໄດ້​ຢູ່​ໃນ​ພຣະຄຳ​ພີ​ຂອງ​ພວກ​ເຈົ້າ. ພວກ​ເຈົ້າ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ​ຕອນ​ພວກ​ເຈົ້າ​ຮັບ​ບັບຕິ​ສະມາ, ​ແລະ ພຣະວິນ​ຍານ​ບໍລິສຸດ​ຈະ​ສອນ​ພວກ​ເຈົ້າ​ເຖິງ​ຄວາມ​ຈິງ ​ແລະ ຕຽມ​ພວກ​ເຈົ້າ​ສຳລັບ​ການ​ທ້າ​ທາຍ​ໃນ​ຊີວິດ​.

ພຣະ​ເຈົ້າ​ໄດ້​ປະທານ​ອຳ​ເພີ​ໃຈ​ທາງ​ສິນ​ທຳ ​ແລະ ​ໂອກາດ​ໃຫ້​ພວກ​ເຈົ້າ​ເພື່ອ​ຈະ​ໄດ້​ຮຽນ​ໃນ​ຂະນະ​ທີ່ຢູ່​ເທິງ​ແຜ່ນດິນ​ໂລກ, ​ແລະ ພຣະອົງ​ມີ​ວຽກ​ງານ​ໃຫ້​ພວກ​ເຈົ້າ​ເຮັດ. ​ໃນ​ການ​ບັນລຸ​ວຽກ​ງານ​ນີ້, ພວກ​ເຈົ້າ​ມີໜ້າ​ທີ່​ຮັບຜິດຊອບ​ສ່ວນ​ຕົວ​ທີ່​ຈະ​ສະ​ແຫວງ​ຫາ​ການ​ຮຽນ​ຮູ້. ສິ່ງ​ສຳຄັນ​ຕໍ່​ອະນາຄົດ​ຂອງ​ພວກ​ເຈົ້າ, “ຄວາມ​ສະຫວ່າງ​ທີ່​ໃຫ້​ຄວາມ​ຫວັງ,” ຂອງ​ພວກ​ເຈົ້າ1 ສາມາດ​ພົບ​ເຫັນ​ໄດ້ຢູ່​ໃນ​ປຶ້ມ ສຳລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ພາຍ​ໃຕ້​ມາດຕະຖານ​ຂອງ​ການ​ສຶກສາ ​ແລະ ຄຸນຄ່າ​ແຫ່ງ​ຄວາມ​ຮູ້​ຂອງ​ຍິງ​ໜຸ່ມ.

“ການ​ສຶກສາ … ຈະ​ເປີດ​ໂອກາດ.”2 ເມື່ອ​ພວກ​ເຈົ້າ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພຣະຜູ້​ເປັນ​ເຈົ້າ​ທີ່​ວ່າ ຈົ່ງ​ສະ​ແຫວງ​ຫາ​ການ​ຮຽນ​ຮູ້, ​ແມ່ນ​ແຕ່​ໂດຍ​ການ​ສຶກສາ ​ແລະ ​ໂດຍ​ສັດທາ​ນຳ​ອີກ,3 ພວກ​ເຈົ້າ​ບໍ່​ພຽງ​ແຕ່​ໄດ້​ຮັບ​ຄວາມ​ຮູ້​ຈາກ​ການ​ສຶກສາ​ເທົ່າ​ນັ້ນ ​ແຕ່​ຍັງ​ໄດ້​ຮັບ​ຄວາມ​ສະຫວ່າງນຳ​ອີກ ​ເມື່ອ​ພວກ​ເຈົ້າ​ຮຽນ​ໂດຍ​ສັດທາ.

ຈົ່ງ​ສະ​ແຫວງ​ຫາ​ການ​ຮຽນ​ຮູ້​ໂດຍ​ການ​ສຶກສາ​ຢ່າ​ງພາກ​ພຽນ. ໜ້ອຍ​ໜັກ​ໜ້ອຍ​ໜາ ພວກ​ເຈົ້າ​ຈະ​ມີ​ເວລາ​ໄດ້​ຮັບ​ການສຶກສາ​ເທົ່າ​ກັບ​ພວກ​ເຈົ້າ​ສາມາດ​ເຮັດ​ໃນ​ຕອນ​ນີ້. ປະທານ​ກໍ​ດອນ  ບີ ຮິງ​ລີ ​ໄດ້​ແນະນຳ​ຢ່າງ​ສະຫລາດ​ຕໍ່​ຊາວ​ໜຸ່ມ​ຂອງ​ສາດສະໜາ​ຈັກ​ວ່າ: “​ແບບ​ແຜນ​ຂອງ​ການ​ສຶກສາ​ທີ່​ພວກ​ເຈົ້າ​ໄດ້​ກໍ່ສ້າງ​ໃນ​ໄລຍະທີ່​ພວກ​ເຈົ້າ​ສຶກສາ ຈະ​ມີ​ຜົນ​ກະທົບ​ຕໍ່ຄວາມ​ຢາກ​ມີ​ຄວາມ​ຮູ້​ຂອງ​ພວກ​ເຈົ້າ​ໄປ​ຕະຫລອດ​ຊີວິດ.”4 “ພວກ​ເຈົ້າ​ຕ້ອງ​ຮັບ​ເອົາ​ການ​ສຶກສາ​ເທົ່າ​ທີ່​ພວກ​ເຈົ້າ​ສາມາດ​ເຮັດ​ໄດ້. … ​ໃຫ້​ເສຍ​ສະລະ​ແມ່ນ​ຫຍັງ​ກໍ​ຕາມ​ເມື່ອ​ຈຳ​ເປັນ ​ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ເຮັດ​ວຽກ​ງານ​ຢູ່​ໃນ​ໂລກ​ນີ້. … ​ໃຫ້​ຝຶກ​ຝົນ​ມັນສະໝອງ ​ແລະ ມື​ຂອງ​ພວກ​ເຈົ້າໃຫ້​ເຮັດ​ສິ່ງ​ທີ່​ດີ ​ເມື່ອ​ພວກ​ເຈົ້າ​ດຳ​ເນີນ​ໄປ​ໃນ​ຊີວິດ​ຂອງ​ພວກ​ເຈົ້າ.”5

ໃນ​ການ​ກ່າວ​ກັບ​ກຸ່ມ​ສະ​ຕີ ປະທານ​ທອມ​ມັສ ​ແອັສ ມອນ​ສັນ ​ໄດ້​ກ່າວ​ວ່າ: “ສ່ວນ​ຫລາຍ​ແລ້ວ ​ເຮົາ​ບໍ່​ຮູ້​ວ່າ​ອະນາຄົດ​ຈະ​ເປັນ​ແນວ​ໃດ; ສະ​ນັ້ນ, ​ເຮົາ​ຈຶ່ງ​ຈຳ​ເປັນ​ຕ້ອງ​ຕຽມ​ສຳລັບ​ຄວາມ​ບໍ່​ແນ່ນອນ. … ຂ້າພະ​ເຈົ້າ​ຂໍ​ໃຫ້​ພວກ​ເຈົ້າ​ຈົ່ງ​ສະ​ແຫວງ​ຫາ​ການ​ສຶກສາ ​ແລະ ຮຽນ​ເອົາ​ວິຊາ​ຄວາມ​ຮູ້​ທີ່​ມີຄ່າ ​ເພື່ອ​ວ່າ​ຖ້າ​ຫາກ​ສະພາບ​ການ​ເຊັ່ນ​ນັ້ນ​ເກີດ​ຂຶ້ນ, ​ແລ້ວ​ພວກ​ເຈົ້າ​ກໍ​ຈະ​ຕຽມ​ພ້ອມ​ແລ້ວ​ທີ່​ຈະ​ຈັດ​ຫາ.”6

ຍິງ​ໜຸ່ມ​ທັງຫລາຍ, ຈົ່ງ​ເຮັດຕາມ​ຄຳ​ແນະນຳ​ຂອງ​ສາດສະດາ​ທີ່​ສະຫລາດ ​ແລະ ​ໃຫ້ການ​ດົນ​ໃຈ​ເຫລົ່າ​ນີ້. ຈົ່ງ​ເປັນ​ນັກຮຽນ​ທີ່​ດີ. ຈົ່ງ​ລຸກ​ຂຶ້ນ ​ແລະ ສ່ອງ​ແສງ​ອອກ​ໄປ ຢູ່​ໃນ​ໂຮງຮຽນ​ຂອງ​ພວກ​ເຈົ້າ​ດ້ວຍ​ຄວາມ​ຂະຫຍັນ, ຊື່ສັດ, ​ແລະ ດ້ວຍ​ຄຸນ​ນະ​ທຳ. ຖ້າ​ຫາກ​ພວກ​ເຈົ້າ​ມີ​ບັນຫາ ຫລື ທໍ້ຖອຍ​ໃຈ​ນຳ​ການ​ຮ່ຳຮຽນ, ​ໃຫ້​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພໍ່​ແມ່​ຂອງ​ພວກ​ເຈົ້າ, ຄູ​ສອນ, ​ແລະ ສະມາຊິກ​ໃນ​ໂບດ. ຢ່າ​ຍອມ​ແພ້​ເດີ້!

​ໃຫ້​ຂຽນ​ສິ່ງ​ທີ່​ພວກ​ເຈົ້າ​ຢາ​ກຮຽນ​ລົງ​ໄວ້, ​ແລ້ວ “​ໃຫ້​ບອກ​ເປົ້າ​ໝາຍ​ການ​ສຶກສາ​ຂອງ​ພວກ​ເຈົ້າ​ກັບ​ຄອບຄົວ, ໝູ່​ເພື່ອນ, ​ແລະ ຜູ້ນຳ​ຂອງ​ພວກ​ເຈົ້າ ​ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ສົ່ງ​ເສີມ ​ແລະ ຊຸກຍູ້​ພວກ​ເຈົ້າ.”7 ນີ້​ຄື​ແບບ​ແຜນ​ຂອງ​ຄວາມ​ກ້າວໜ້າ​ສ່ວນ​ຕົວ.

ໂດຍ​ທີ່​ມີ​ເທັກ​ໂນ​ໂລ​ຈີ, ພວກ​ເຈົ້າ​ກໍ​ໄດ້​ເຫັນ​ເປັນ​ພະຍານ​ເຖິງ​ຄວາມ​ຮູ້ອັນ​ຫລວງຫລາຍ. ພວກ​ເຈົ້າ​ປະສົບ​ກັບ​ສຽງ, ວິ​ດີ​ໂອ, ​ແລະ ຄ່າຍ​ເຄືອ​ຢູ່​ໃນ​ຄອມ​ພິວ​ເຕີ​ຢູ່​ຕະຫລອດ​ເວລາ. ຈົ່ງ​ເລືອກ​ໃຊ້ ​ແລະ ຢ່າ​ປ່ອຍ​ໃຫ້​ຂໍ້​ມູນ​ອັນ​ຫລວງ​ຫລາຍ​ນີ້ມາ​ລົບ​ກວນ ຫລື ຢັບຢັ້ງ​ພວກ​ເຈົ້າ​ໄວ້​ຈາກ​ຄວາມ​ກ້າວໜ້າ. ຈົ່ງ​ລຸກ​ຂຶ້ນ, ຍິງ​ໜຸ່ມ​ທັງຫລາຍ! ພວກ​ເຈົ້າ ເປັນ​ຜູ້​ກຳນົດ​ຈຸດ​ເປົ້າ​ໝາຍ​ຂອງ​ພວກ​ເຈົ້າ. ພວກ​ເຈົ້າ ເປັນ​ຜູ້​ຕັດສິນ​ເອງ​ວ່າ​ຈະ​ໃຫ້​ສິ່ງ​ໃດ​ເຂົ້າ​ໄປ​ໃນ​ຈິດ​ໃຈ​ຂອງ​ພວກ​ເຈົ້າ.

ການ​ຮຽນຮູ້​ທີ່​ສຳຄັນ​ທີ່​ສຸດບາງ​ຢ່າງ ຈະ​ຢູ່​ນອກ​ຫ້ອງ​ຮຽນ. ຈົ່ງ​ພົວພັນ​ກັບ​ກຸ່ມ​ຍິງ​ໜຸ່ມ​ຜູ້​ເປັນ​ຕົວຢ່າງ​ທີ່​ດີ ຜູ້​ສາມາດ​ສອນຄວາມ​ຊຳນານ​ໃຫ້​ພວກ​ເຈົ້າ ​ເລື່ອງ​ການ​ເປັນ​ແມ່​ບ້ານ, ສິລະ​ປະ, ດົນຕີ, ປະຫວັດ​ຄອບຄົວ, ກິລາ, ການ​ຂຽນ, ຫລື ການ​ປາກ​ເວົ້າ. ​ໃຫ້​ຜູກ​ມິດ​ກັບ​ເຂົາ​ເຈົ້າ ​ແລະ ຂໍ​ໃຫ້​ເຂົາ​ເຈົ້າ​ເປັນ​ຜູ້​ຊ່ອຍ​ເຫລືອ​ພວກ​ເຈົ້າ. ​ເມື່ອ​ພວກ​ເຈົ້າ​ໄດ້​ຮຽນ​ຮູ້​ສິ່ງ​ໃໝ່​ບາງ​ສິ່ງ, ຈົ່ງ​ສອນ​ມັນ​ຕໍ່​ໃຫ້​ກັບ​ຄົນ​ອື່ນ ຫລື ກາຍ​ເປັນ​ຜູ້​ຊ່ອຍ​ເຫລືອ​​ຍິງ​ໜຸ່ມ​ຄົນ​ອື່ນ ຊຶ່ງ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ຂໍ້​ຮຽກຮ້ອງສຳລັບ Honor Bee ຂອງ​ພວກ​ເຈົ້າ.

ນອກ​ເໜືອ​ໄປ​ຈາກ​ແມ່​ທີ່​ປະ​ເສີດ​ຂອງ​ຂ້າພະ​ເຈົ້າ​ແລ້ວ, ຂ້າພະ​ເຈົ້າ​ກໍ​ມີ​ຫລາຍ​ຄົນ​ທີ່​ຊ່ອຍ​ເຫລືອ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ໄດ້​ຮູ້ຈັກ​ຜູ້​ຊ່ອຍ​ເຫລືອ​ຂ້າພະ​ເຈົ້າ​ຄົນ​ທຳ​ອິດ​ຕອນ​ຂ້າພະ​ເຈົ້າມີ​ອາຍຸ​ໄດ້​ເກົ້າ​ປີ. ​ຄູ​ສອນ​ຢູ່​ຊັ້ນ​ປະ​ຖົມ​ໄວຂອງ​ຂ້າພະ​ເຈົ້າ​ໄດ້​ສອນ​ຂ້າພະ​ເຈົ້າ​ແສ່ວ​ຄຳ​ວ່າ “ຂ້າພະ​ເຈົ້າ​ຈະ​ນຳ​ຄວາມ​ສະຫວ່າງ​ຂອງ​ພຣະກິດ​ຕິ​ຄຸນ​ມາສູ່​ບ້ານ​ເຮືອນ​ຂອງ​ຂ້າພະ​ເຈົ້າ,” ​ແລ້ວ​ແຂວນ​ຮູບ​ແຜ່ນ​ນັ້ນ​ໄວ້​ເທິງ​ຝາ​ຢູ່​ຫ້ອງ​ນອນ​ຂອງ​ຂ້າພະ​ເຈົ້າ ຕອນ​ຂ້າພະ​ເຈົ້າ​ເປັນ​ສາວ. ຄູ​ສອນ​ຂອງ​ຂ້າພະ​ເຈົ້າໄດ້​ນຳພາ​ຂ້າພະ​ເຈົ້າ, ​ຕັກ​ເຕືອນຂ້າພະ​ເຈົ້າ, ​ແລະ ຊຸກຍູ້​ຂ້າພະ​ເຈົ້າ​ສະ​ເໝີ. ​ແລ້ວ​ກໍ​ມີ​ຄົນ​ອື່ນ​ອີກທີ່​ຊ່ອຍ​ເຫລືອ. ຊ່າງ​ຫຍິບ​ເຄື່ອງ​ສອງ​ຄົນ​ຢູ່​ໃນ​ຫວອດ​ຂອງ​ຂ້າພະ​ເຈົ້າ​ໄດ້​ສອນ​ຂ້າພະ​ເຈົ້າ​ຫຍິບ​ເຄື່ອງ. ດ້ວຍ​ການ​ນຳພາ, ຄວາມ​ອົດທົນ, ​ແລະ ການ​ຊຸກ​ຍູ້​ຂອງ​ເຂົາ​ເຈົ້າ, ຂ້າພະ​ເຈົ້າ​ຈຶ່ງ​ໄດ້​ສົ່ງ​ກະ​ໂປງ​ໂຕ​ໜຶ່ງ​ທີ່​ຂ້າພະ​ເຈົ້າ​ຫຍິບ​ເອງ​ໄປ​​ແຂ່ງຂັນ ຕອນ​ຂ້າພະ​ເຈົ້າ​ມີ​ອາຍຸ​ໄດ້ 14 ປີ ​ແລະ ​ຂ້າພະ​ເຈົ້າໄດ້​ຮັບ​ລາງວັນ​ຊະນະ​ເລີດ! ຂັ້ນ​ຕອນ​ດັ່ງກ່າວ​ໄດ້​ເພີ່ມຄວາມ​ຢາກ​ມີ​ຄວາມ​ຮູ້​ຫລາຍ​ຂຶ້ນ ​ແລະ ຄວາມ​ຊຳນານ​ໃນ​ຝ່າຍ​ອື່ນໆ​ນຳ​ອີກ.

ການ​ຮັບ​ເອົາ​ຄວາມ​ຮູ້​ໃນ​ຕອນ​ນີ້ ຈະ​ມີຄ່າ​ຫລາຍ​ເມື່ອ​ພວກ​ເຈົ້າ​ກາຍ​ເປັນ​ແມ່. “ລະດັບການ​ສຶກສາ​ຂອງ​ແມ່ ​ແມ່ນ​ມີ​ອິດ​ທິພົນ​ຫລາຍ​ຕໍ່​ການ​ເລືອກ​ການ​ສຶກສາ​ຂອງ [​ລູກໆ​] ຂອງ​ນາງ​.”8 ການ​ສຶກສາ​ຂອງ​ແມ່​ສາມາດ “ເປັນ​ສິ່ງຊ່ອຍ​ໃຫ້​ຄອບຄົວ​ພົ້ນຈາກ​ຄວາມທຸກ​ຍາກ​ໄດ້.”9 ຜູ້ຍິງ​ທີ່​ມີ​ການ​ສຶກສາ​ສູງ … “ມັກ​ຈະ: ​ເກີດ​ລູກ​ທີ່​ມີ​ສຸຂະພາບ​ດີກ​ວ່າ, ມີ​ລູກ​ທີ່​ມີ​ສຸຂະພາບ​ແຂງ​ແຮງ​ກວ່າ, ມີ​ຄວາມ​ເຊື່ອ​ໝັ້ນ​ຫລາຍ​ກວ່າ, ຕັ້ງ​ຕົວ​ໄດ້​ດີ ​ແລະ ຮູ້ຈັກ​ຄິດ ​ແລະ ຕັດສິນ​ໃຈ.”10

​ເຮົາ​ໄດ້​ຮຽນ​ຢູ່​ໃນ “​ໃບ​ຄອບຄົວ: ການ​ປະກາດ​ຕໍ່​ໂລກ” ວ່າ “ຜູ້​ເປັນ​ແມ່​ມີໜ້າ​ທີ່​ຮັບຜິດຊອບ​ຕົ້ນຕໍ​ທີ່​ຈະ​ລ້ຽງ​ດູ​ລູກ​ເຕົ້າ.”11 ການຈັດ​ຫາ​ການ​ສຶກສາ​ໃຫ້​ລູກໆ​ຂອງ​ພວກ​ເຈົ້າ ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ການ​ລ້ຽງ​ດູ​ນັ້ນ, ​ແລະ ​ເປັນ​ໜ້າ​ທີ່​ຮັບຜິດຊອບ​ອັນ​ສັກສິດ​ຂອງ​ພວກ​ເຈົ້າ. ​ເຊັ່ນ​ດຽວ​ກັບ​ນັກຮົບ​ໜຸ່ມ​ສອງ​ພັນ​ຄົນ, ຜູ້ “ໄດ້​ຮັບ​ການ​ສິດສອນ​ຈາກ​ແມ່​ຂອງ​ພວກ​ເຂົາ,”12 ພວກ​​ເຈົ້າ​ຈະ​ເປັນ​ຄູ​ສອນ​ທີ່​ສຳຄັນ​ຂອງ​ລູກໆ, ສະ​ນັ້ນ​ຈົ່ງ​ເລືອກ​ຮຽນ​ຢ່າງ​ລະມັດລະວັງ. ​ຈົ່ງ​ເປັນ​ພອນ​ໃຫ້​ແກ່​ລູກໆ ​ແລະ ຄອບຄົວ​ໃນ​ອະນາຄົດ​ຂອງ​ພວກ​ເຈົ້າ ​ໂດຍ​ການ​ຮຽນ​ຮູ້​ໃຫ້​ຫລາຍ​ເທົ່າ​ທີ່​ພວກ​ເຈົ້າ​ຈະສາມາດ​ເຮັດ​ໄດ້.

ຈົ່ງ​ສະ​ແຫວງ​ການ​ຮຽນ​ຮູ້​ໂດຍ​ສັດທາ. ​ເຮົາ​ຮຽນ​ໂດຍ​ສັດທາ​ເມື່ອ​ເຮົາ​ໄດ້​ຮັບ​ຄວາມ​ຮູ້​ທາງ​ວິນ​ຍານ​ຜ່ານ​ການ​ອະທິຖານ, ການ​ສຶກສາ​ພຣະຄຳ​ພີ, ​ແລະ ການ​ເຊື່ອ​ຟັງ ​ແລະ ​ເມື່ອ​ເຮົາ​ສະ​ແຫວງ​ຫາ​ການ​ຊົງ​ນຳ​ຂອງ​ພຣະວິນ​ຍານ​ບໍລິສຸດ, ຜູ້​ເປັນ​ພະຍານ​ເຖິງ​ຄວາມ​ຈິງ​ທັງ​ໝົດ. ຖ້າ​ຫາກ​ພວກ​ເຈົ້າ​ເຮັດ​ພາກສ່ວນ​ຂອງ​ພວກ​ເຈົ້າ​ເພື່ອ​ຮັບ​ເອົາ​ຄວາມ​ຮູ້, ​ແລ້ວ​ພຣະວິນ​ຍານ​ບໍລິສຸດ​ຈະ​ໃຫ້​ຄວາມ​ຮູ້​ແກ່​ຈິດ​ໃຈ​ຂອງ​ພວກ​ເຈົ້າ. ​ເມື່ອ​ພວກ​ເຈົ້າ​ພະຍາຍາມຮັກສາ​ຕົນ​ໃຫ້​ມີຄ່າ​ຄວນ, ​ແລ້ວ​ພຣະວິນ​ຍານ​ບໍລິສຸດ​ຈະ​ໃຫ້ການ​ຊົງ​ນຳ ​ແລະ ​ເພີ່ມ​ຄວາມ​ຮູ້​ໃຫ້​ພວກ​ເຈົ້າ.

ຕອນ​ຂ້າພະ​ເຈົ້າ​ຍັງ​ໜຸ່ມ, ຂ້າພະ​ເຈົ້າ​ໄດ້​ຢືມ​ໄມ້​ຍ່າງ​ໃນ​ຫິມະ​ທີ່​ຍາວ​ເກີນຕົວ, ​ເກີບ​ທີ່​ໃຫຍ່​ເກີນ​ຕີນ, ​ແລະ ​ເພື່ອນ​ຄົນ​ໜຶ່ງ​ໄດ້​ສອນ​ຂ້າພະ​ເຈົ້າຫລິ້ນ​ສະ​ກີ! ພວກ​ເຮົາ​ໄດ້​ໄປ​ຫລິ້ນ​ໃນ​ຍາມ​ລະດູ​ໃບ​ໄມ້​ປົ່ງ​ ​ໃນ​ມື້​ທີ່​ສວຍ​ງາມ, ຫິມະ​ກໍ​ພໍດີ, ​ແລະ ທ້ອງຟ້າ​ກໍແຈ່ມ​ໃສ, ​ເປັນ​ສີ​ຄາມ. ​ເພາະ​ຄວາມ​ຢ້ານ​ຄ້ອຍ​ຊັນ ຈຶ່ງ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ເຊົາ​ຕື່ນ​ເຕັ້ນ​ຕອນ​ຮຽນ. ​ແລະ ​ເຖິງ​ແມ່ນ​ວ່າ ຂ້າພະ​ເຈົ້າ​ໄດ້​ລົ້ມ​ຫລາຍ​ເທື່ອກັບ​ໄມ້​ຍ່າງ​ນັ້ນ, ​ແຕ່​ຂ້າພະ​ເຈົ້າ​ກໍ​ໄດ້​ລຸກ​ຂຶ້ນ​ ​ແລະ ຂ້າພະ​ເຈົ້າ​ໄດ້ພະຍາຍາມ​ໃໝ່. ຂ້າພະ​ເຈົ້າ​ໄດ້​ຮຽນ​ມັກ​ກິລາ!

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍ່​ດົນ​ຂ້າພະ​ເຈົ້າ​ໄດ້​ພົບ​ວ່າ ອາກາດ​ສຳລັບມື້​ໄປ​ຫລິ້ນ​ສະ​ກີ ຈະ​ບໍ່​ເປັນ​ແບບ​ນັ້ນ​ທຸກ​ມື້. ​ໃນ​ມື້​ທີ່​ມືດ​ຄຶ້ມ, ພວກ​ເຮົາ​ໄດ້​ຫລິ້ນ​ສະ​ກີ​ໃນ​ສະພາບ​ທີ່​ເອີ້ນ​ວ່າ “ຄວາ​ມສະຫວ່າງທີ່ຮາບ​ພຽງ.” ຄວາມ​ສະຫວ່າງທີ່​ຮາບ​ພຽງ​ຈະ​ເກີດ​ຂຶ້ນ​ເມື່ອ​ແສງຕາ​ເວັນ​ກະຈາຍ​ໄປ​ທົ່ວ​ຫິມະ, ທ່ານ​ຈະ​ພົບ​ວ່າຍາກ​ທີ່​ຈະ​ສັງ​ເກດ​ເຫັນ, ​ແລະ ກໍ​ຍາກ​ທີ່​ຈະ​ຮູ້​ວ່າ​ບ່ອນ​ໃດ​ຊັນ ຫລື ​ບ່ອນ​ໃດຫລຸບ​ໂນນ​ຢູ່​ຕາມ​ຄ້ອຍ​ພູ​.

ຍິງ​ໜຸ່ມ​ທັງຫລາຍ, ພວກ​ເຈົ້າ​ອາດ​ຢາກ​ເຫັນ​ອະນາຄົດ​ຂອງ​ພວກ​ເຈົ້າ ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ຄ້ອຍ​ພູ​ຊັນ​ຕອນ​ໄປ​ຫລິ້ນ​ສະ​ກີ​ນັ້ນ. ບາງ​ເທື່ອ​ພວ​ກ​ເຈົ້າ​ອາດ​ຮູ້ສຶກ​ວ່າ ພວກ​ເຈົ້າ​ດຳລົງ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ​ທີ່ ຮາບ​ພຽງ, ບໍ່​ສາມາດ​ເຫັນ​ສິ່ງ​ທີ່​ຢູ່​ຂ້າງ​ໜ້າ. ການ​ຮຽນ​ຮູ້​ໂດຍ​ສັດທາຈະ​ນຳ​ຄວາມ​ເຊື່ອ​ໝັ້ນ​ມາ​ໃຫ້​ພວກ​ເຈົ້າ ​ແລະ ຈະ​ຊ່ອຍ​ເຫລືອ​ພວກ​ເຈົ້າ​ໃຫ້ຮູ້ຈັກ​ເດີນ​ໄປ​​ໃນ​ເສັ້ນທາງ​ຜ່ານ​ວັນ​ເວລາ​ທີ່​ບໍ່​ແນ່ນອນ​ນີ້.

​ໃນ​ບົດ​ທີ 25 ຂອງ​ມັດ​ທາຍ, ຄຳ​ອຸປະມາ​ເລື່ອງ​ຍິງ​ສາວ​ສະຫລາດ​ສິບ​ຄົນ ສອນ​ເຮົາ​ວ່າ​ການ​ຕຽມ​ພ້ອມ​ທາງ​ວິນ​ຍານ​ເປັນ​ສິ່ງ​ສຳຄັນ​ຫລາຍ ​ແລະ ຕ້ອງ​ບັນລຸ​ດ້ວຍ​ຕົນ​ເອງ. ພວກ​ເຈົ້າ​ຄົງ​ຈື່​ໄດ້​ວ່າ ຍິງ​ສາວ​ທັງ​ສິບ​ຄົນ​ນັ້ນ​ໄດ້​ຖືກ​ເຊີນ​ໄປ​ງານກິນ​ລ້ຽງ​ຮ່ວມກັບ​ເຈົ້າ​ບ່າວ, ​ແຕ່​ຍິງ​ສາວ​ຫ້າ​ຄົນ​ເທົ່າ​ນັ້ນ​ທີ່​ຕຽມ​ພ້ອມ​​ໂດຍ​ເອົານ້ຳມັນ​ໄປເພື່ອ.

“​ແລ້ວ​ພວກ​ຄົນ​ໂງ່​ກໍ​ເວົ້າ​ກັບ​ພວກ​ຄົນ​ສະຫລາດ​ວ່າ ຂໍ​ປັນ​ນ້ຳມັນ​ຂອງ​ພວກ​ເຈົ້າ​ໃຫ້​ພວກ​ຂ້ອຍ​ແດ່ ​ເພາະ​ໂຄມ​ໄຟ​ຂອງ​ພວກ​ຂ້ອຍ​ໃກ້​ຈະ​ມອດແລ້ວ.

“​ແຕ່​ພວກ​ຄົນ​ສະຫລາດ​ຕອບ​ວ່າ ບໍ່​ໄດ້​ດອກ​ນ້ຳມັນ​ບໍ່​ມີ​ພຽງພໍ​ສຳລັບ​ພວກ​ຂ້ອຍ ​ແລະ ພວກ​ເຈົ້າຈົ່ງ​ໄປ​ຫາ​ຄົນຂາຍ​ນ້ຳມັນ ​ແລະ ຊື້​ເອົາ​ສຳລັບ​ພວກ​ເຈົ້າ​ສາ.

“​ແລະ ​ໃນ​ຂະນະ​ທີ່​ພວກ​ເຂົາ​ກຳລັງ​ອອກ​ໄປ​ນັ້ນ, ​ເຈົ້າບ່າວ​ກໍ​ມາ​ຮອດ ​ແລະ ຜູ້​ທີ່​ຕຽມພ້ອມ​ຢູ່​ແລ້ວ​ກໍ​ເຂົ້າ​ໄປ​ກັບ​ເຈົ້າ​ບ່າວ​ໃນ​ງານ​ກິນ​ລ້ຽງ​ສົມ​ຣົດ ​ແລະ ປະຕູ​ກໍ​ອັດ.”13

ພວກ​ເຈົ້າ​ອາດ​ຄິດ​ວ່າ ຍິງ​ສາວ​ຫ້າ​ຄົນ​ນັ້ນ​ເປັນ​ຄົນ​ເຫັນ​ແກ່​ຕົວ ທີ່​ບໍ່​ໄດ້​ແບ່ງປັນ​ນ້ຳມັນ​ຂອງ​ພວກ​ເຂົາ, ​ແຕ່​ມັນ​ເປັນ​ໄປ​ບໍ່​ໄດ້. ການ​ຕຽມ​ພ້ອມ​ທາງ​ວິນ​ຍານ​ຕ້ອງ​ເຮັດ​ດ້ວຍ​ຕົນ​ເອງ​, ​ເທື່ອ​ລະ​ຢາດ, ​ແລະ ບໍ່​ສາມາດ​ແບ່ງປັນ​ໃຫ້​ກັບ​ຄົນ​ອື່ນ.

ມັນ​ເຖິງ​ເວລາ​ແລ້ວ​ສຳລັບ​ພວກ​ເຈົ້າ​ທີ່​ຫາ​ຄວາມ​ຮູ້​ທາງ​ວິນ​ຍານ​ໃຫ້ຕົນ​ເອງ​, ​ເທື່ອ​ລະ​ຢາດ, ຜ່ານ​ການ​ອະທິຖານ, ການ​ສຶກສາ​ພຣະຄຳ​ພີ, ​ແລະ ການ​ເຊື່ອ​ຟັງ. ມັນ​ເຖິງເວລາ​ແລ້ວທີ່​ຈະ​ສະ​ແຫວງຫາການ​ສຶກສາ​ຂອງ​ພວກ​ເຈົ້າ—​ເທື່ອ​ລະ​ຢາດ. ຄວາມ​ຄິດ ​ແລະ ການ​ກະທຳ​ທີ່ບໍ​ລິ​ສຸດ​ແຕ່ລະເທື່ອ ຈະ​ຕື່ມ​ນ້ຳມັນໃສ່​ຕະກຽງ​ຂອງພວກ​ເຈົ້າ, ຈະ​ໃຫ້​ເຮັດ​ພວກ​ເຈົ້າ​ເໝາະ​ສົມ​ສຳລັບ​ການ​ຊົງ​ນຳ​ຂອງ​ພຣະວິນ​ຍານ​ບໍລິສຸດ, ຜູ້​ເປັນຄູ​ສອນ​ແຫ່ງ​ສະຫວັນ​ຂອງ​ເຮົາ.

ພຣະວິນ​ຍານ​ບໍລິສຸ​ດຈະ​ນຳພາ​ພວກ​ເຈົ້າ​ເດີນ​ໄປ​ໃນ​ເສັ້ນທາງຢູ່​ໃນ​ໂລກ​ມະຕະ​ນີ້, ​ເຖິງ​ແມ່ນ​ໃນ​ຕອນ​ທີ່​ພວກ​ເຈົ້າ​ຮູ້ສຶກ​ວ່າ​ພວກ​ເຈົ້າ​ຢູ່​ໃນ​ຄວາມ​ສະຫວ່າງ​ທີ່​ຮາບ​ພຽງ​ກໍ​ຕາມ, ບໍ່​ຮູ້​ວ່າ​ມີ​ຫຍັງ​ຢູ່ຂ້າງ​ໜ້າ. ພວກ​ເຈົ້າ​ບໍ່​ຕ້ອງ​ຢ້ານ. ​ເມື່ອ​ພວກ​ເຈົ້າ​ຢູ່​ໃນ​ເສັ້ນທາງ​ທີ່​ພາ​ພວກ​ເຈົ້າ​ໄປ​ສູ່​ຊີວິດ​ນິລັນດອນ, ​ແລ້ວ​ພຣະວິນ​ຍານ​ບໍລິສຸດ​ຈະ​ນຳພາ​ພວກ​ເຈົ້າ​ໃນ​ການ​ຕັດສິນ​ໃຈ​ຂອງ​ພວກ​ເຈົ້າ ​ແລະ ​ໃນ​ການ​ຮຽນ​ຮູ້​ຂອງ​ພວກ​ເຈົ້າ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ຈາກ​ປະສົບ​ການ​ສ່ວນ​ຕົວ​ວ່າ ຖ້າ​ຫາກ​ພວກ​ເຈົ້າ​ຈະ​ສະ​ແຫວງ​ຫາ​ການ​ຮຽນ​ຮູ້ ບໍ່​ພຽງ​ແຕ່​ໂດຍ​ການ​ສຶກສາ​ເທົ່າ​ນັ້ນ ​ແຕ່​ໂດຍ​ສັດທາ​ນຳ​ອີກ, ​ແລ້ວ​ພວກ​ເຈົ້າ ຈະ ຖືກ​ນຳ​ພາ​ໃນ​ສິ່ງ​ທີ່ “ພຣະຜູ້​ເປັນ​ເຈົ້າ … ຈະ​ປະສົງ​ໃຫ້​ພວກ​ເຈົ້າ​ເຮັດ ​ແລະ ສິ່ງ​ທີ່​ພວກ​ເຈົ້າ​ຈະ​ຕ້ອງ​ຮູ້.”14

ຂ້າພະ​ເຈົ້າ​ໄດ້​ຮັບ​ໃບ​ປິຕຸ​ພອນ​ຂອງ​ຂ້າພະ​ເຈົ້າ​ຕອນ​ຂ້າພະ​ເຈົ້າ​ເປັນ​ສາວ ​ແລະ ​ໄດ້​ຖືກ​ແນະນຳ​ໃຫ້​ຕຽມຕົວ​ເອງ​ດ້ວຍ​ການ​ສຶກສາ ​ແລະ ​ໃຫ້​ຮຽນ​ຮູ້​ຄຸນງາມຄວາມດີ​ຕອນ​ຍັງ​ນ້ອຍ ​ເລື່ອງ​ການ​ເປັນ​ແມ່​ບ້ານ ​ແລະ ລ້ຽງ​ດູ​ລູກ​ເຕົ້າ. ຂ້າພະ​ເຈົ້າ​ກໍ​ຢາກ​ໄດ້​ພອນ​ຂອງ​ການ​ມີ​ຄອບຄົວ​ຫລາຍ; ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ແຕ່​ຂ້າພະ​ເຈົ້າ​ບໍ່​ໄດ້​ຮັບ​ພອນ​ນັ້ນ​ຈົນ​ວ່າ​ຂ້າພະ​ເຈົ້າ​ມີ​ອາຍຸ​ໄດ້ 37 ປີ, ຕອນ​ຂ້າພະ​ເຈົ້າ​ໄດ້​ແຕ່ງງານ. ສາມີ​ຂອງ​ຂ້າພະ​ເຈົ້າ​​ເປັນ​ພໍ່ໝ້າຍ, ​ສະ​ນັ້ນ ​ໃນ​ມື້​ທີ່​ພວກ​ເຮົາ​ໄດ້​ຜະ​ນຶກ​ເຂົ້າກັນ​ຢູ່​ໃນ​ພຣະວິຫານ, ຂ້າພະ​ເຈົ້າ​​ໄດ້​ຮັບ​ພອນ​ນັ້ນ​ແທ້ໆ​ ບ່ອນ​ແມ່ນ​ແຕ່​ສາມີ​ເທົ່າ​ນັ້ນ, ​ແຕ່​ຄອບຄົວ​ພ້ອມດ້ວຍ​ລູກ​ສີ່​ຄົນນຳ​ອີກ.

ກ່ອນ​ໜ້າ​ນັ້ນ, ມີ​ຫລາຍ​ເທື່ອ​ທີ່​ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ ຂ້າພະ​ເຈົ້າ​ໄດ້​ຫລິ້ນ​ສະ​ກີ​ຢູ່​ໃນ​ຄວາມ​ສະຫວ່າງ​ທີ່​ຮາບ​ພຽງ, ​ໂດຍຖາມ​ວ່າ, “ອະນາຄົດ​ຂອງ​ຂ້າພະ​ເຈົ້າຈະ​ເປັນ​ແນວ​ໃດ?” ຂ້າພະ​ເຈົ້າ​ພະຍາຍາມ​ເຮັດ​ຕາມ​ຄຳ​ແນະນຳ​ຢູ່​ໃນ​ໃບ​ປິຕຸ​ພອນ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ໄດ້​ສຶກສາ​ຢ່າງ​ພາກ​ພຽນ ​ແລະ ​ໄດ້​ກາຍ​ເປັນ​ນາຍຄູ ​ແລະ ​ໄດ້​ຮຽນ​ຕໍ່ ​ແລະ ​ໄດ້​ກາຍ​ເປັນ​ຜູ້ອຳນວຍການຢູ່​ໂຮງຮຽນປະຖົມ. ຂ້າພະ​ເຈົ້າ​ໄດ້​ອະທິຖານ​ຫາ​ພຣະບິດາ​ເທິງ​ສະຫວັນ ​ແລະ ສະ​ແຫວງ​ຫາ​ການ​ຊົງ​ນຳ​ຂອງ​ພຣະວິນ​ຍານ​ບໍລິສຸດ. ຂ້າພະ​ເຈົ້າ​ເຊື່ອ​ແທ້ໆ​​ໃນ​ຄຳ​ສັນຍາ​ຂອງ​ສາດສະດາ ຜູ້​ໃຫ້​ຄວາມ​ແນ່ນອນ​ໃຈ​ແກ່​ຂ້າພະ​ເຈົ້າ​ວ່າ ຖ້າ​ຫາກ​ຂ້າພະ​ເຈົ້າ “ສືບ​ຕໍ່​ໃນ​ຄວາມ​ຈິງ ​ແລະ ຊື່ສັດ, ຮັກສາ​ພັນທະ​ສັນຍາ [ຂອງ​ຂ້າພະ​ເຈົ້າ], ຮັບ​ໃຊ້​ພຣະ​ເຈົ້າ, ​ແລະ ຮັກ​ພຣະບິດາ​ເທິ​ງ ສະຫວັນ ​ແລະ ອົງ​ພຣະ​ເຢຊູ​ຄຣິດ [ຂອງ​ຂ້າພະ​ເຈົ້າ], ​ແລ້ວ [ຂ້າພະ​ເຈົ້າ] ຈະ​ບໍ່​ຖືກ​ປະຕິ​ເສດ​ຈາກ​ພອນ​ນິລັນດອນ​ໃດໆ ທີ່​ພຣະບິດາ​ເທິງ​ສະຫວັນ​ມີ​ໄວ້​ໃຫ້​ສຳລັບ​ລູກໆ​ທີ່​ຊື່ສັດ​ຂອງ​ພຣະອົງ.”15

ຂ້າພະ​ເຈົ້າ​ຮູ້​ວ່າການ​ສຶກສາ​ຂອງ​ຂ້າພະ​ເຈົ້າ​ໄດ້​ຕຽມ​ຂ້າພະ​ເຈົ້າ​ສຳລັບ​ຊີວິດທີ່​ບໍ່​ໄດ້​ເປັນ​ດັ່ງ​ທີ່​ຂ້າພະ​ເຈົ້າ​ວາດ​ພາບ​ໄວ້​ຕອນ​ຄາວ​ເປັນ​ສາວ. ຂ້າພະ​ເຈົ້າ​ຄິດ​ວ່າ ຂ້າພະ​ເຈົ້າ​ໄດ້​ສຶກສາ​ເພື່ອ​​ເປັນ​ນາຍຄູ ​ແລະ ​ເພື່ອ​ສອນ​ລູກໆ​ຂອງ​ຂ້າພະ​ເຈົ້າ​ໃນ​ອະນາຄົດ​, ​ແຕ່​ຂ້າພະ​ເຈົ້າ​ບໍ່​ຮູ້​ວ່າ ພຣະຜູ້​ເປັນ​ເຈົ້າໄດ້​ຕຽມ​ຂ້າພະ​ເຈົ້າ​ເພື່ອ​ສອນ​ພາສາ​ອັງກິດ​ຢູ່​ປະ​ເທດ​ມົງ​ໂກ​ລີນຳ​ອີກ​ຕອນ​ເປັນ​ຜູ້​ສອນ​ສາດສະໜາ​ກັບ​ສາມີ​ຂອງ​ຂ້າພະ​ເຈົ້າ ​ແລະ ​ເພື່ອ​ສອນ​ຍິງ​ໜຸ່ມ​ຢູ່​ໃນ​ສາດສະໜາ​ຈັກຕະຫລອດ​ທົ່ວ​ໂລກ ​ແລະ ສອນ​ຫລານ​ຂອງ​ຂ້າພະ​ເຈົ້າ​ເຖິງ​ຄຸນຄ່າ​ຂອງ​ຄວາມ​ຮູ້—​ເປັນ​ພອນ​ທີ່​ປະ​ເສີດ​ລ້ຳ​ເກີນ​ກວ່າ​ທີ່​ຂ້າພະ​ເຈົ້າ​ໄດ້​ວາດ​ພາບ​ໄວ້.

ຂ້າພະ​ເຈົ້າ​ຂໍ​ເປັນ​ພະຍານ​ວ່າ ພຣະບິດາ​ເທິງ​ສະຫວັນ​ຮູ້ ​ແລະ ຮັກ​ພວກ​ເຈົ້າ. ພຣະອົງ​ໄວ້​ວາງ​ໃຈ​ພວກ​ເຈົ້າ ​ແລະ ມີ​ວຽກ​ງານ​ໃຫ້​ພວກ​ເຈົ້າ​ເຮັດ ຊຶ່ງ​ເປັນ​ວຽກ​ງານ​ທີ່ ພວກ​ເຈົ້າ ​ເທົ່າ​ນັ້ນ​ທີ່​ສາມາດ​ເຮັດ​ໄດ້. ຂ້າພະ​ເຈົ້າ​ຢາກ​ໃຫ້​ພວກ​ເຈົ້າ​ແນ່​ໃຈ​ວ່າ ພວກ​ເຈົ້າ ຈະ ຕຽມ​ພ້ອມສຳລັບ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່ ຖ້າ​ຫາກ​ພວກ​ເຈົ້າ​ສະ​ແຫວງ​ຫາ​ການ​ຮຽນ​ຮູ້​ໂດຍ​ການ​ສຶກສາ ​ແລະ ​ໂດຍ​ສັດທາ. ຂ້າພະ​ເຈົ້າ​ຂໍ​ເປັນ​ພະຍານ​ເຖິງ​ສິ່ງນີ້ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູຄຣິດ, ອາ​ແມນ.

​ແຫລ່ງອ້າງ​ອີງ

  1. Gordon B. Hinckley, “Reaching Down to Lift Another,” Liahona, Jan. 2002, 67; Ensign, Nov. 2001, 54.

  2. ສຳລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ (ປຶ້ມ​ນ້ອຍ, 2011), 9.

  3. ​ເບິ່ງ Doctrine and Covenants 88:118.

  4. Gordon B. Hinckley, Way to Be! Nine Ways to Be Happy and Make Something of Your Life (2002), 28.

  5. Gordon B. Hinckley, “Seek Learning,” New Era, Sept. 2007, 2, 4.

  6. Thomas S. Monson, “If Ye Are Prepared Ye Shall Not Fear,” Liahona and Ensign, Nov. 2004, 116.

  7. ສຳລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ, 9.

  8. Cheryl Hanewicz and Susan R. Madsen, “The Influence of a Mother on a Daughter’s College Decision,” Utah Women and Education Project Research Snapshots, no. 3 (Jan. 2011): 1.

  9. Marjorie Cortez, “Mom’s Education Key to Halt Poverty Cycle,” Deseret News, Sept. 23, 2011, A1.

  10. Olene Walker, “More Utah Women Need to Finish College,” Salt Lake Tribune, Oct. 30, 2011, O4.

  11. “The Family: A Proclamation to the World,” Liahona and Ensign, Nov. 2010, 129.

  12. ​ເບິ່ງ Alma 56:47.

  13. ມັດ​ທາຍ 25:8–10.

  14. Henry B. Eyring, “Education for Real Life,” Ensign, Oct. 2002, 18.

  15. M. Russell Ballard, “Preparing for the Future,” Ensign, Sept. 2011, 27.