​2010–2019
ບົດຮຽນ​ພິເສດ
ເມສາ 2012


ບົດຮຽນ​ພິເສດ

ຂ້າພະເຈົ້າ​ຫວັງ ແລະ ອະທິຖານ​ວ່າ ພວກ​ເຮົາ​ຈະ​ຮັບ​ເອົາ​ພາລະກິດຢ່າງ​ສະຫງ່າ​ງາມ ແລະ ຊ່ອຍ​ຄົນ​ໃນ​ບັນດາ​ພວກ​ເຮົາ​ທີ່​ເປັນ​ທຸກ.

ໃນ 20 ເດືອນ​ທີ່​ຜ່ານ​ມາ ຄອບຄົວ​ຂອງ​ຂ້າພະເຈົ້າ​ໄດ້​ຮັບ​ພອນ​ພິເສດ​ທີ່​ໄດ້​ມີ​ຫລານ​ນ້ອຍ​ຜູ້​ພິເສດ.

ທ້າວ​ແພັກ​ສະ​ຕັນ ຫລານ​ຊາຍ​ນ້ອຍ​ຂອງ​ພວກ​ເຮົາ​ໄດ້​ເກີດ​ມາ​ພ້ອມ​ກັບ​ພະຍາດ​ໂຄ​ໂມ​ໂຊມ​ທີ່​ຜິດ​ປົກກະຕິ ເປັນ​ພະຍາດ​ທີ່​ໃຫ້​ລາວ​ບໍ່​ຄື​ຄົນ​ຫລາຍ​ກວ່າ​ຮ້ອຍ​ລ້ານ. ສຳລັບ​ລູກ​ສາວ​ຂອງ​ພວກ​ເຮົາ ແລະ ສາມີ​ຂອງ​ນາງ ການ​ເກີດ​ຂອງ​ທ້າວ​ແພັກ​ສະ​ຕັນ​ກໍ່ໃຫ້ເກີດ​ປະສົບ​ການ​ທີ່​ປຽນ​ແປງ​ຊີວິດ​ຂອງ​ພວກ​ເຂົາ. ປະສົບ​ການ ດັ່ງກ່າວ​ເປັນ​ການ​ທົດ​ລອງ​ອັນ​ຫຍຸ້ງຍາກ​ທີ່​ຈະ​ຮຽນ​ບົດຮຽນ​ພິເສດ​ທີ່​ຜູກ​ພັນ​ກັບ​ນິລັນດອນ.

ແອວ​ເດີ ຣະ​ໂຊ ເອັມ ແນວ​ສັນ ທີ່​ເຄົາລົບ, ຜູ້​ຫາ​ກໍ​ໄດ້​ກ່າວ​ກັບ​ເຮົາ, ໄດ້​ສອນ​ວ່າ:

“ເພາະ​ເຫດ​ທີ່​ທຳ​ມະ​ດາ​ບໍ່​ມີ​ຜູ້​ໃດ​ຮູ້ ບາງ​ຄົນ​ເກີດ​ມາ​ມີ​ຄວາມ​ຈຳກັດ​ທາງ​ຮ່າງກາຍ. ສ່ວນ​ສະເພາະ​ຂອງຕົວ​ຮ່າງກາຍ​ອາດ​ບໍ່​ຄື​ທຳ​ມະ​ດາ. ສ່ວນ​ລະບົບ​ຮັກສາ​ຕົວ​ອາດ​ບໍ່​ເຮັດ​ວຽກ​ງານ​ຕາມ​ສົມຄວນ ແລະ ຮ່າງກາຍ​ຂອງ​ທຸກ​ຄົນ​ເປັນໄຂ້​ບໍ່​ສະບາຍ​ໄດ້ ແລະ ຈະ​ຕາຍ. ແຕ່​ຢ່າງໃດ​ກໍ​ຕາມ​ຂອງ​ປະທານ​ທີ່​ມີຮ່າງກາຍ​ເປັນ​ຂອງ​ປະທານ​ອັນ​ລ້ຳ​ຄ່າ. …

“ເຮົາ​ບໍ່​ຕ້ອງ​ມີ​ຮ່າງກາຍ​ທີ່​ສົມບູນ​ເພື່ອ​ຮັບ​ການ​ສູງ​ສົ່ງ. ຕາມ​ຈິງ​ແລ້ວ, ວິນ​ຍານ​ທີ່​ດີເລີດ​ກໍ​ຢູ່​ໃນ​ຮ່າງກາຍທີ່​ອ່ອນແອ. …

“ຈະ​ມີ​ເວລາ​ທີ່ ‘ວິນ​ຍານ​ກັບ​ຮ່າງກາຍ​ຈະ​ຮວມ​ກັນ​ອີກ​ໃນ​ຮູບ​ລັກສະນະ​ອັນ​ບໍ​ລິ​ບຸນ​ຂອງ​ມັນ ທັງ​ແຂນ​ຂາ ແລະ ຂໍ້​ຕໍ່​ຈະ​ກັບ​ຄືນ​ສູ່​ໂຄງ​ຮ່າງ​ອັນ​ຖືກຕ້ອງ​ຂອງ​ມັນ’ (ແອວມາ 11:43). ແລ້ວ​ຍ້ອນ​ການ​ຊົດ​ໃຊ້ ຂອງ​ພຣະເຢ​ຊູ​ຄຣິດ ພວກ​ເຮົາ​ຈຶ່ງ​ສາມາດ​ກາຍເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ.”1

ສຳລັບ​ທ່ານ​ທຸກ​ຄົນ​ທີ່​ມີ​ຄວາມ​ຍາກ​ລຳບາກ ມີ​ຄວາມ​ກັງວົນ, ມີ​ຄວາມ​ອຸກ​ໃຈ; ຫລື ມີ​ຄວາມເຈັບ​ຊ້ຳ​ໃຈ ຍ້ອນ​ຄົນ​ທີ່​ທ່ານ​ຮັກ ຂໍ​ໃຫ້​ຮູ້​ວ່າ: ໂດຍ​ທາງ​ຄວາມ​ຮັກ​ທີ່​ບໍ່​ມີ​ສິ້ນ​ສຸດ ແລະ ຄວາມ​ເມດ​ຕາ​ອັນ​ຕະຫລອດໄປ​ເປັນນິດ ພຣະ​ເຈົ້າ​ພຣະ​ບິດາ​ຈຶ່ງ​ຮັກ​ຄົນ​ທີ່​ທຸກ​ຍາກ​ລຳບາກ ແລະ ພຣະ​ອົງ​ຮັກ​ທ່ານ​ຄື​ກັນ​ຢ່າງ​ແນ່ນອນ!

ຕອນ​ທີ່​ເກີດ​ຄວາມ​ທຸກທໍລະມານ​ດັ່ງກ່າວ​ຈະ​ມີ​ບາງ​ຄົນ​ທີ່​ຖາມ​ວ່າ ເປັນ​ຫຍັງ​ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳນາດຈຶ່ງ​ຍອມ​ໃຫ້​ສິ່ງ​ນີ້​ເກີດ​ຂຶ້ນ? ແລ້ວ​ມີ​ອີກ​ຄຳ​ຖາມ​ໜຶ່ງ​ວ່າ ເປັນ​ຫຍັງ​ມັນ​ເກີດ​ນຳ​ຂ້ານ້ອຍ? ເປັນ​ຫຍັງ​ເຮົາຕ້ອງ​ປະສົບ​ກັບ​ໂລກ​ພະຍາດ ແລະ ສິ່ງ​ທີ່​ເຮັດ​ໃຫ້​ພິການ ຫລື ເອົາ​ຊີວິດ​ຂອງ​ຄອບຄົວ​ກ່ອນ​ເຖົ້າ ຫລື ໃຫ້​ປະສົບ​ກັບ​ຄວາມເຈັບ​ປວດ​ຫລາຍ​ປີ? ເປັນ​ຫຍັງ​ຕ້ອງ​ມີ​ຄວາມເຈັບ​ຊ້ຳ​ໃຈ?

ໃນ​ໄລຍະ​ດັ່ງກ່າວ​ນີ້ ພວກ​ເຮົາ​ສາມາດ​ມອງ​ເຫັນ​ແຜນ​ແຫ່ງ​ຄວາມສຸກ​ທີ່​ພຣະ​ບິດາ​ເທິງ​ສະຫວັນ​ໄດ້​ປະທານ​ໃຫ້. ໃນ​ຊີວິດ​ກ່ອນ​ເກີດ ເມື່ອ​ໄດ້​ສະເໜີ​ແຜນ​ດັ່ງກ່າວ​ພວກ​ເຮົາ​ທຸກ​ຄົນ​ໄດ້​ໂຮ​ຮ້ອງ​ດ້ວຍ​ຄວາມສຸກ.2 ເວົ້າ​ງ່າຍໆ ຊີວິດ​ນີ້​ເປັນ​ການ​ຝຶກ​ອົບ​ລົມ​ເພື່ອ​ຄວາມ​ສູງ​ສົ່ງ​ອັນ​ນິລັນດອນ ແລະ ນັ້ນ​ໝາຍ​ຄວາມ​ວ່າ ຈະ​ມີ​ການ​ທົດ​ລອງ. ກໍ​ເປັນ​ຈັ່ງ​ຊີ້​ຕະຫລອດ​ການ ແລະ ບໍ່​ມີ​ຜູ້​ໃດ​ຫລີກເວັ້ນ​ມັນ​ໄດ້.

ການ​ໄວ້​ວາງໃຈ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ ເປັນ​ສ່ວນ​ສຳຄັນ​ຂອງ​ຄວາມ​ເປັນ​ມະຕະ​ຂອງ​ພວກ​ເຮົາ. ໂດຍ​ມີ​ສັດທາ​ໃນ​ພຣະ​ອົງ ພວກ​ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ອຳນາດ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະຄຣິດ​ຕອນທີ່​ພວກ​ເຮົາ​ມີ​ຄຳ​ຖາມ​ຫລາຍ, ແຕ່​ຄຳ​ຕອບ​ບໍ່​ມີ​ເລີຍ.

ຫລັງ​ຈາກ​ພຣະ​ອົງ​ໄດ້​ຟື້ນ​ຄືນ​ຊີວິດ​ແລ້ວ ແລະ ໄດ້​ມາ​ຢ້ຽມຢາມ​ທະວີບ​ອະ​ເມ​ຣິ​ກາ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ຂອງ​ພວກ​ເຮົາພຣະເຢ​ຊູ​ຄຣິດ​ໄດ້​ໃຫ້​ຄຳ​ສະເໜີ​ແກ່​ທຸກ​ຄົນ​ວ່າ:

“ມີ​ຄົນ​ໃດ​ທີ່​ເຈັບ​ປ່ວຍ​ຢູ່​ໃນ​ບັນດາ​ພວກ​ເຈົ້າ​ບໍ? ຈົ່ງ​ນຳ​ເຂົາ​ມາ​ທີ່​ນີ້ ມີ​ຄົນ​ໃດ​ທີ່​ເປັນ​ລ່ອຍ ຫລື ຕາບອດ ຫລື ຂາ​ເສຍ ຫລື ພິການ ຫລື ເປັນ​ຂີ້ທູດ ຫລື ທີ່​ຫ່ຽວແຫ້ງ ຫລື ທີ່​ຫູໜວກ ຫລື ມີ​ທຸກ​ໃດໆ​ບໍ? ຈົ່ງ​ນຳ​ເຂົາ​ມາ ທີ່​ນີ້ ແລະ ເຮົາ​ຈະ​ຮັກສາ​ເຂົາ ເພາະ​ເຮົາ​ມີ​ຄວາມ​ເມດ​ຕາ​ສົງສານ​ເຈົ້າອຸທອນ​ຂອງ​ເຮົາ​ເຕັມ​ໄປດ້ວຍ​ຄວາມ​ເມດ​ຕາ. …

“ແລະ​ເຫດການ​ໄດ້​ບັງເກີດ​ຂຶ້ນ​ຄື ເມື່ອ​ພຣະ​ອົງ​ຮັບ​ສັ່ງ​ດັ່ງນັ້ນ ແລ້ວ​ຝູງ​ຊົນ​ທັງ​ໝົດ​ໄດ້​ອອກ​ໄປ​ພ້ອມ​ກັນ ພ້ອມ​ດ້ວຍ​ຄົນ​ເຈັບ​ຂອງ​ເຂົາ ແລະ ຄົນ​ມີ​ທຸກ​ຂອງ​ເຂົາ ແລະ ຄົນ​ເປັນ​ເປ້ຍ​ລ່ອຍ​ຂອງ​ເຂົາ ແລະ ພ້ອມ​ດ້ວຍ​ຄົນ​ຕາບອດ​ຂອງ​ເຂົາ ແລະ ພ້ອມ​ດ້ວຍ​ຄົນ​ໃບ້​ຂອງ​ເຂົາ ແລະ ພ້ອມ​ດ້ວຍ​ທຸກ​ຄົນ​ທີ່​ມີ​ທຸກ​ໃດໆ ແລະ ພຣະ​ອົງ​ໄດ້​ຮັກສາ​ເຂົາ​ທຸກ​ຄົນ ເພື່ອ​ນຳ​ເອົາ​ມາ​ເຝົ້າ​ພຣະ​ອົງ.”3

ກໍ​ມີ​ອຳນາດ​ຫລາຍ​ໃນ​ຄຳ​ວ່າ ຝູງ​ຊົນ​ທັງ​ໝົດ​ໄດ້​ອອກ​ໄປ ພ້ອມ​ກັນ”—ທັງໝົດ, ອ້າຍ​ເອື້ອຍ​ນ້ອງ. ພວກ​ເຮົາ ທຸກຄົນ ມີ​ຄວາມ​ຍາກ​ລຳບາກ. ແລ້ວ​ຄຳ​ວ່າ: “ຄົນ​ທີ່​ເປັນ​ທຸກ​ໃດໆ.” ພວກ​ເຮົາ​ທຸກ​ຄົນ​ເຂົ້າໃຈ​ຄຳ​ນີ້ ບໍ່​ແມ່ນ​ຫວາ?

ບໍ່​ດົນ​ມາ​ຫລັງ​ຈາກ​ທ້າວ​ແພັກ​ສະ​ຕັນ​ໄດ້​ເກີດ​ມາ ພວກ​ເຮົາ​ກໍ​ຮູ້​ວ່າ ພຣະ​ບິດາ​ເທິງ​ສະຫວັນ​ຈະ​ອວຍພອນ ພວກ​ເຮົາ ແລະ ສອນ​ພວກ​ເຮົາ​ເຖິງ​ບົດຮຽນ​ພິເສດ. ຂະນະ​ທີ​ພໍ່​ລາວ​ພ້ອມ​ກັບ​ຂ້າພະເຈົ້າ​ໄດ້​ວາງ​ມື​ໃສ່​ເທິງ​ຫົວ​ນ້ອຍໆ ມອບ​ພອນ​ຖານະ​ປະໂລຫິດ​ໃຫ້​ລາວ​ເປັນ​ເທື່ອ​ທຳ​ອິດ ກໍ​ມີ​ຄຳ​ເຂົ້າ​ຄວາມ​ຄິດ ຂ້າພະເຈົ້າທີ່​ມາ​ຈາກ​ພຣະ​ທຳ​ໂຢ​ຮັນ ບົດ​ທີ​ເກົ້າ​ວ່າ: “ເພື່ອ​ໃຫ້​ພາລະກິດ​ຂອງ​ພຣະ​ເຈົ້າ​ປະກົດ​ໃນ​ຕົວ​ລາວ.”4

ວຽກ​ງານ​ຂອງ​ພຣະ​ເຈົ້າ​ກຳລັງ​ສະແດງ​ອອກ​ໂດຍ​ທາງ​ທ້າວ​ແພັກສະ​ຕັນ.

ພວກ​ເຮົາ​ກຳລັງ​ຮຽນ​ຄວາມ​ອົດທົນ, ສັດທາ, ແລະ ຄວາມ​ກະຕັນຍູ ໂດຍ​ຜ່ານ​ທາງ​ອຳນາດ​ການຮັບ​ໃຊ້​ຄວາມ​ຮູ້ສຶກ​ທີ່​ແຮງ​ກ້າ​ຫລາຍ​ຊົ່ວໂມງ, ນ້ຳ​ຕາ​ແຫ່ງ​ເມດ​ຕາ ແລະ ການ​ອະທິຖານ ແລະ ການສະແດງ​ຄວາມ​ຮັກ​ສຳລັບ​ຄົນທີ່ຮັກ​ກັນ ໂດຍ​ສະເພາະ​ທ້າວ​ແພັກ​ສະ​ຕັນ​ພ້ອມ​ກັບ​ພໍ່​ແມ່​ຂອງ​ລາວ.

ປະທານ​ເຈ​ມ ອີ ອີ ຟາ​ວ, ອາ​ດີດ​ປະທານ​ສະ​ເຕກ​ຕອນ​ຂ້າພະເຈົ້າ​ຍັງ​ນ້ອຍ, ເຄີຍ​ບອກ​ວ່າ: “ຂ້າພະເຈົ້າ​ກໍ​ຮູ້​ສຳນຶກ​ບຸນຄຸນ​ສຳລັບ​ພໍ່​ແມ່​ທີ່​ໂດຍ​ຄວາມ​ກ້າຫານ​ຮັບ​ເອົາ ແລະ ເອົາ​ຊະນະ​ຄວາມເຈັບ​ຊ້ຳ​ໃຈ ແລະ ຄວາມ​ເສົ້າ​ໂສກ​ເພື່ອ​ລູກ ທີ່​ເກີດ​ມາ ຫລື ມີ​ຄວາມ​ພິການ​ໜັກ​ດ້ານ​ຈິດໃຈ ຫລື ຮ່າງກາຍ. ຄວາມເຈັບ​ຊ້ຳ​ໃຈ​ດັ່ງກ່າວ​ນີ້ ຫລາຍ​ເທື່ອ​ກໍ​ມີ​ທຸກ​ວັນ​ບໍ່​ຮູ້​ຈົບ​ໃນ​ຊີວິດ​ຂອງ​ພໍ່​ແມ່ ຫລື ລູກ​ຄົນ​ນັ້ນ. ຫລາຍໆ​ເທື່ອ ພໍ່​ແມ່​ຈຳ​ຕ້ອງ​ໃຫ້ການ​ບົວລະບັດ​ຢ່າງ​ເຫລືອ​ຫລາຍ ຊຶ່ງ​ບໍ່​ມີ​ການ​ສິ້ນ​ສຸດ ບໍ່​ວ່າ​ເປັນກາງ​ເວັນ ຫລື ກາງຄືນ. ມີ​ແມ່​ຫລາຍ​ຄົນ​ທີ່​ປວດ​ແຂນ, ປວດ​ໃຈ​ເປັນ​ເວລາ​ຫລາຍ​ປີ ໂດຍ​ທີ່​ປອບ​ໂຍນ ແລະ ຮັກສາ​ການ​ເຈັບ​ທໍລະມານ​ຂອງ​ລູກ​ຄົນ​ພິເສດ.”5

ດັ່ງ​ທີ່​ອະທິບາຍ​ໃນ​ໜັງສື​ໂມ​ໄຊ​ຢາ ພວກ​ເຮົາ​ເປັນ​ພະຍານ​ເຫັນ​ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະ​ຜູ້​ຊ່ອຍໃຫ້​ລອດ​ທີ່​ໃຫ້​ແກ່​ຄອບຄົວ​ຂອງ​ທ້າວ​ແພັກ​ສະ​ຕັນ ຊຶ່ງ​ຄວາມ​ຮັກ​ດັ່ງກ່າວ​ກໍ​ມີ​ໃຫ້​ທຸກ​ຄົນ: ພາລະ​ໜັກໜ່ວງທີ່​ມອບ​ໃຫ້​ແອວ​ມາ ແລະ ພີ່ນ້ອງ​ຂອງ​ເພິ່ນ​ໄດ້​ເບົາບາງ​ລົງ ແທ້​ຈິງ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເພີ່ມ​ກຳລັງໃຫ້​ພວກ​ເຂົາ ເພື່ອ​ພວກ​ເຂົາ​ຈະ​ສາມາດ​ທົນ​ແບກ​ຫາບ​ພາລະ​ໄດ້​ໂດຍ​ງ່າຍ ແລະ ພວກ​ເຂົາ​ຍອມຮັບຢ່າງ​ຊື່ນ​ບານ ແລະ ດ້ວຍ​ຄວາມ​ອົນ​ທົນ​ຕໍ່​ພຣະ​ປະສົງ​ທັງ​ໝົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”6

ມີ​ຄືນ​ໜຶ່ງ​ຕອນ​ທ້າວ​ແພ​ັກ​ສະ​ຕັນ​ຍັງ​ນ້ອຍໆ, ພວກ​ເຮົາ​ໄດ້​ນັ່ງ​ຢູ່​ໃນ​ຫ້ອງ​ພະ​ແນ​ກ​ພິເສດ​ສຳລັບ​ເດັກ​ເກີດ​ໃໝ່ ໃນ​ໂຮງໝໍ Primary Childrens’ Medical Center ຢູ່​ເມືອງ​ເຊົາ​ເລັກ, ລັດ​ຢູ​ທາ ແລະ ຮູ້ສຶກ ອັດສະຈັນ​ໃຈ ໂດຍ​ເຫັນ​ການ​ເອົາໃຈໃສ່​ຢ່າງ​ລະອຽດ​ຂອງ​ພວກ​ແພດ​ພະຍາບານ ແລະ ເຈົ້າ​ໜ້າທີ່​ອື່ນໆ. ຂ້າພະເຈົ້າ​ຖາມ​ລູກ​ສາວ​ວ່າ ຈະ​ຈ່າຍ​ຄ່າ​ໄດ້​ຢ່າງໃດ ແລ້ວ​ເດົາ​ອອກ​ວ່າ​ຄ່າ​ໂຮງໝໍ​ອາດ​ຫລາຍ​ເທົ່າໃດ. ໝໍ​ຄົນ​ໜຶ່ງ​ທີ່ຢູ່​ໃກ້ໆ​ໄດ້​ບອກ​ຂ້າພະເຈົ້າ​ວ່າ “ເດົາ​ຕ່ຳ​ໂພດ” ແລະ​ວ່າ​ຄ່າ​ການ​ບົວລະບັດ​ຂອງ​ທ້າວ​ແພັກ​ສະ​ຕັນ​ຈະ​ຫລາຍ​ກວ່າ​ຂ້າພະເຈົ້າ​ປະ​ເມີນ​ຫລາຍ​ເທົ່າ. ເຮົາ​ກໍ​ໄດ້​ຮຽນ​ວ່າ ຄ່າ​ການ​ບົວລະບັດ​ສ່ວນ​ຫລາຍ​ໃນໂຮງໝໍ​ນັ້ນ​ກໍ​ຈ່າຍ​ດ້ວຍ​ການ​ບໍລິຈາກ​ເວລາ ແລະ ເງິນ​ຢ່າງ​ເອື້ອເຟື້ອ​ເພື່ອ​ແຜ່​ຈາກ​ຄົນ​ຕ່າງໆ. ຄຳ​ເວົ້າ​ຂອງໝໍ​ຄົນ​ນັ້ນ ເຮັດ​ໃຫ້​ຂ້າພະເຈົ້າ​ຮູ້ສຶກ​ຖ່ອມຕົວ ຂະນະ​ທີ່​ຄິດ​ເຖິງ​ຄ່າ​ຂອງ​ຈິດ​ວິນ​ຍານ​ຕົວ​ນ້ອຍ​ນັ້ນສຳລັບ​ຄົນ​ທີ່​ໄດ້​ໃຫ້ການ​ບົວລະບັດ​ແກ່​ລາວ.

ຂ້າພະເຈົ້າ​ໄດ້​ນຶກ​ເຖິງ​ຂໍ້​ພຣະ​ຄຳ​ພີ​ທີ່​ຜູ້​ສອນ​ສາດສະໜາ​ຫລາຍ​ຄົນຮູ້ ແລ້ວ​ມີ​ຄວາມ​ໝາຍ​ອີກ​ຢ່າງ​ໜຶ່ງ​ຄື ພວກ​ເຮົາ​ຕ້ອງ​ຈື່​ຈຳ​ຄ່າ​ຂອງ​ຈິດ​ວິນ​ຍານ​ວ່າ​ມັນ​ຍິ່ງ​ໃຫຍ່​ໃນ​ສາຍ​ພຣະ​ເນ​ດ​ຂອງ​ພຣະ​ເຈົ້າ​ຫລາຍ​ພຽງ​ໃດ.7

ຂ້າພະເຈົ້າ​ໄດ້​ຮ້ອງໄຫ້​ຂະນະ​ທີ່​ພິຈາລະນາ​ຄວາມ​ຮັກ​ທີ່​ບໍ່​ມີ​ສິ້ນ​ສຸດ​ຊຶ່ງ​ພຣະ​ບິດາ​ເທິງ​ສະຫວັນ ແລະ ພຣະ​ບຸດ​ທີ່​ຊົງ​ຮັກ​ຂອງ​ພຣະ​ອົງ ພຣະເຢ​ຊູ​ຄຣິດ​ມີ​ໃຫ້​ພວກ​ເຮົາ​ໝົດ​ທຸກ​ຄົນ ພ້ອມ​ດ້ວຍ​ໄດ້​ຮຽນກ່ຽວ​ກັບ​ຄຸນຄ່າ​ຂອງ​ຈິດ​ວິນ​ຍານ​ສຳ​ລັບ​ພຣະ​ເຈົ້າ​ທັງ​ທາງ​ຮ່າງກາຍ ແລະ ທາງ​ວິນ​ຍານ​ນຳ​ອີກ.

ຄອບຄົວ​ແພ​ັກ​ສະ​ຕັນ​ກໍ​ຮຽນ​ວ່າ ມີ​ທູດ​ສະຫວັນ ແລະ ທູດ​ຢູ່​ໃນ​ໂລກ​ຫລາຍໆ​ຄົນ​ຢູ່​ອ້ອມ​ຮອບ​ຕົວ​ລາວ​ຕະຫລອດ​ເວລາ. ມີ​ບາງ​ຄົນ​ທີ່​ແອບ​ເຂົ້າ​ມາ​ຊ່ອຍ​ເມື່ອ​ຕ້ອງການ​ແລ້ວ​ແອບ​ອອກ​ໄປ. ມີ​ອີກ​ຄົນ​ໜຶ່ງ​ທີ່​ເອົາ​ອາຫານ​ມາ​ໃຫ້, ຊ່ອຍ​ຊັກ​ເສື້ອ​ຜ້າ, ຮັບ​ເອົາ​ພວກ​ອ້າຍ​ເອື້ອຍ, ໂທ​ມາ​ຊ່ອຍສະໜັບສະໜູນ, ແລະ ໂດຍ​ສະເພາະ​ອະທິຖານ​ເພື່ອ​ທ້າວ​ແພັກ​ສະ​ຕັນ. ດັ່ງນັ້ນ​ມີ​ບົດຮຽນ​ອີກ​ບົດ​ໜຶ່ງ​ຄື: ຖ້າ​ຫາກ​ທ່ານ​ເຫັນ​ຄົນ​ທີ່​ກຳລັງ​ຈົມ​ນ້ຳ​ຕາຍ ທ່ານ​ຈະ​ຖາມ​ລາວ​ຢາກ​ໃຫ້​ຊ່ອຍ​ຫລື​ບໍ່—ຫລື ຈະ​ດີ​ກວ່າ​ທີ່​ຈະກະໂດດ​ລົງ​ໄປ​ຊ່ອຍ​ຊີວິດ​ລາວ​ທັນທີ? ເຖິງ​ແມ່ນ​ການ​ຂໍ​ຖາມ​ອາດ​ມີ​ເຈດ​ຕະ​ນາ​ທີ່​ດີ ທີ່​ບອກ​ວ່າ “ບອກ​ຂ້ອຍ​ເດີ້​ຖ້າ​ຢາກ​ໃຫ້​ຂ້ອຍ​ຊ່ອຍ​ຫຍັງ​ແດ່” ທີ່​ຈິງ​ແລ້ວ, ບໍ່​ຊ່ອຍ​ດອກ.

ພວກ​ເຮົາ​ຮຽນ​ຕະຫລອດ​ເຖິງ​ຄວາມ​ສຳຄັນ​ທີ່​ເອົາໃຈໃສ່ ແລະ ເປັນ​ຫ່ວງ​ຊີວິດ​ຂອງ​ຄົນ​ທີ່ຢູ່​ໃກ້​ກັບ​ພວກ​ເຮົາ ຮຽນ​ຄວາມ​ສຳຄັນ ທີ່​ໃຫ້​ຄວາມ​ຊ່ອຍ​ເຫລືອ​ພ້ອມ​ດ້ວຍ​ຄວາມສຸກ​ອັນ​ເຫລືອ​ລົ້ນ​ທີ່​ມີ​ໃນ​ການ​ຊ່ອຍ​ຄົນ​ອື່ນ.

ປະທານ​ທອມ​ມັສ ແອັສ ມອນ​ສັນ ທີ່​ເຄົາລົບ​ຜູ້​ທີ່​ເປັນ​ຕົວຢ່າງ​ດີເລີດ ເຖິງ​ການ​ຊ່ອຍ​ຄົນ​ທີ່​ເປັນ​ທຸກເຄີຍ​ເວົ້າ​ວ່າ: “ຂໍ​ໃຫ້​ພຣະ​ເຈົ້າ​ອວຍພອນ​ແກ່​ທຸກ​ຄົນ​ທີ່​ພະຍາຍາມ​ເຝົ້າ​ຮັກສາ​ພີ່ນ້ອງ ເພື່ອ​ຊ່ອຍ​ບັນເທົາຄວາມ​ທຸກທໍລະມານ​ທີ່​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ທີ່​ຈະ​ເຮັດ​ໃຫ້​ໂລກ​ດີ​ຂຶ້ນ. ທ່ານ​ເຄີຍ​ເຫັນ​ບໍ​ວ່າ ຄົນ​ດັ່ງກ່າວ​ຍິ້ມ​ຄື ມີ​ຄວາມສຸກ​ຫລາຍ? ເຂົາເຈົ້າ​ຍ່າງ​ໄປ​ດ້ວຍ​ຄວາມ​ໝັ້ນ​ໃຈ. ເຂົາເຈົ້າ​ຄື​ຄົນ​ພໍ​ຈິດພໍໃຈ​ແລ້ວ ເພາະ​ຄົນ​ທີ່​ອອກ​ໄປ​ຊ່ອຍ​ຄົນ​ອື່ນ​ຍອມ​ຈະ​ຮັບ​ເອົາ​ພອນ​ໃຫ້​ຕົວ​ເອງ​ຢ່າງ​ແນ່ນອນ​ດ້ວຍ.”8

ເຖິງ​ແມ່ນ​ພວກ​ເຮົາ​ທຸກ​ຄົນ​ຈະ​ມີ​ການ​ທົດ​ລອງ, ມີ​ຄວາມ​ລຳບາກ, ມີ​ການ​ພິການ, ມີ​ຄວາມເຈັບ​ຊ້ຳ​ໃຈ, ແລະ ຄວາມ​ເປັນ​ທຸກ​ຫລາຍ​ຊະນິດ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ທີ່​ຊົງ​ຮັກ​ພວກ​ເຮົາຈະ​ຢູ່​ນຳ​ພວກ​ເຮົາ​ຕະຫລອດ​ເວລາ. ພຣະ​ອົງ​ສັນຍາ​ວ່າ:

“ເມື່ອ​ເຮົາ​ໄປ ພວກ​ທ່ານ​ຈະ​ບໍ່​ຖືກ​ປະ​ໄວ້​ໃຫ້​ເປັນ​ກຳພ້າ: ເຮົາ​ຈະ​ມາ​ຫາ​ພວກ​ທ່ານ. …

“ເຮົາ​ຂໍ​ມອບ​ສັນຕິ​ສຸກ​ໄວ້​ກັບ​ພວກ​ທ່ານ ເປັນ​ສັນຕິ​ສຸກ​ຂອງ​ເຮົາ​ເອງ ທີ່​ເຮົາ​ມອບ​ໃຫ້​ພວກ​ທ່ານ. ສັນຕິ​ສຸກ​ທີ່​ເຮົາ​ໃຫ້​ບໍ່​ຄື​ສັນຕິ​ສຸກ​ທີ່​ໂລກ​ໃຫ້. ຢ່າ​ກັງວົນ ແລະ ເປັນ​ທຸກ​ໃຈ, ແລະ ຢ່າ​ສູ່​ຢ້ານ.”9

ພວກ​ເຮົາ​ກໍ​ມີ​ຄວາມ​ກະຕັນຍູ​ຕໍ່​ພຣະ​ບິດາ​ເທິງ​ສະຫວັນ​ຫລາຍ​ພຽງ​ໃດ ສຳລັບ​ທ້າວ​ແພັກ​ສະ​ຕັນ​ຄົນ​ປະເສີດ. ໂດຍ​ທາງ​ລາວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະແດງ​ວຽກ​ງານ​ຂອງ​ພຣະ​ອົງ ແລະ ຍັງ​ສອນ​ບົດຮຽນ​ທີ່​ມີ​ຄຸນຄ່າອັນ​ສັກສິດ ແລະ ພິເສດ​ນຳ​ອີກ.

ຂ້າພະເຈົ້າ​ຂໍ​ຈົບ​ໂດຍ​ອ້າງ​ຄຳ​ຈາກ​ເພງ​ສັນລະເສີນ​ທີ່​ມັກ​ຫລາຍ:

ເຮົາ​ຕ້ອງ​ຖືກ​ເກນ​ຈົນ​ການ​ສູ້​ຮົບ​ຈົບ​ຢຸດ

ເຮົາ​ແສນ​ຍິນ​ດີ! ເຮົາ​ແສນ​ຍິນ​ດີ!

ມີ​ມົງ​ກຸດ​ຜຸດ​ຜ່ອງ​ລໍ​ທະຫານ​ໃນ​ທັບ​ຊົງ​ສີ;

ເຮົາ​ຈະ​ມີ​ໄຊ ແລະ ໃສ່​ມັນ​ບໍ່​ຊ້າ.10

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະເຈົ້າ​ຫວັງ ແລະ ອະທິຖານ​ວ່າ ພວກ​ເຮົາ​ຈະ​ຮັບ​ເອົາ​ພາລະກິດຢ່າງ​ສະຫງ່າ​ງາມ ແລະ ຊ່ອຍ​ຄົນ​ໃນ​ບັນດາ​ພວກ​ເຮົາ​ທີ່​ເປັນ​ທຸກ ແລະ ຕ້ອງການ​ຄວາມ​ຊ່ອຍ​ເຫລືອ ແລະ ກຳລັງ​ໃຈ. ຂໍ​ໃຫ້​ພວກ​ເຮົາ​ທຸກ​ຄົນ​ຂອບ​ພຣະ​ໄທ​ພຣະ​ເຈົ້າ​ສຳລັບ​ພອນ​ຂອງ​ພຣະ​ອົງ ແລະ ມີ​ຄວາມ​ຕັ້ງໃຈ ໃໝ່​ນຳ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ ແລະ ເປັນ​ຄົນ​ຮັບ​ໃຊ້​ຢ່າງ​ຖ່ອມ​ຕົນ​ໃຫ້​ລູກ​ພຣະ​ອົງ, ໃນ​ພຣະ​ນາມ ຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.