​2010–2019
ຂໍຖະຫວາຍຄວາມຂອບພຣະໄທແດ່ພຣະເຈົ້າ
ເມສາ 2012


ຂໍ​ຖະຫວາຍ​ຄວາມ​ຂອບ​ພຣະ​ໄທ​ແດ່​ພຣະ​ເຈົ້າ

ມັນ​ຈະ​ດີ​ກວ່າ​ຫລາຍ​ເທົ່າໃດ ຖ້າ​ເຮົາ​ທຸກ​ຄົນ​ຈະ​ມີ​ຄວາມ​ຮູ້ສຶກ​ຕົວ​ຫລາຍ​ຂຶ້ນ​ເຖິງ​ອຳນາດ ແລະ ຄວາມ​ຮັກ​ອັນ​ສູງ​ສົ່ງ​ຂອງ​ພຣະ​ເຈົ້າ ແລະ ສະແດງ​ຄວາມ​ກະຕັນຍູ​ນັ້ນ​ຕໍ່​ພຣະ​ອົງ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກແພງ​ທັງຫລາຍ, ພວກ​ເຮົາ​ຂໍ​ຂອບໃຈ​ທ່ານ​ສຳລັບ​ການ​ສະໜັບສະໜູນ ແລະ ການ​ອຸທິດ​ຕົນ​ຂອງ​ທ່ານ. ພວກ​ເຮົາ​ຂໍ​ສະແດງ​ຄວາມ​ກະຕັນຍູ ແລະ ຄວາມ​ຮັກ​ຂອງ​ເຮົາ​ມາ​ຍັງ ພວກ​ທ່ານ​ແຕ່ລະຄົນ.

ເມື່ອ​ບໍ່​ດົນ​ມາ​ນີ້, ຊິດ​ສະ​ເຕີ​ແນວ​ສັນ ແລະ ຂ້າພະເຈົ້າ​ໄດ້​ຊື່ນ​ຊົມ​ຄວາມ​ສວຍ​ງາມ​ຂອງ​ປາ​ໃນ​ເຂດ​ຮ້ອນ ໃນ​ບ່ອນ​ລ້ຽງ​ປາ​ນ້ອຍໆ​ເອກະ​ຊົນ​ແຫ່ງ​ໜຶ່ງ. ປາ​ທີ່​ມີ​ສີສັນ​ອັນ​ເຈີດ​ຈ້າ ແລະ ຮູບ​ຮ່າງ ແລະ ຂະໜາດ​ທີ່​ແຕກ ຕ່າງ​ກັນ​ໄດ້​ລອຍ​ໄປ​ລອຍ​ມາ​ຢ່າງ​ວ່ອງໄວ. ຂ້າພະເຈົ້າ​ໄດ້​ຖາມ​ຜູ້​ດູ​ແລ​ທີ່ຢູ່​ໃກ້ໆ​ວ່າ, “ໃຜ​ເປັນ​ຜູ້​ໃຫ້​ອາຫານ ປາ​ທີ່​ສວຍ​ງາມ​ເຫລົ່າ​ນີ້​ກິນ?”

ນາງ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ເອງ.”

ແລ້ວ ຂ້າພະເຈົ້າ​ໄດ້​ຖາມ​ນາງ​ວ່າ, “ພວກ​ມັນ​ໄດ້​ເຄີຍ​ຂອບໃຈ​ເຈົ້າ​ບໍ?”

ນາງ​ໄດ້​ຕອບ​ວ່າ, “ຍັງ​ບໍ່​ເທື່ອ!”

ຂ້າພະເຈົ້າ​ໄດ້​ຄິດ​ເຖິງ​ຄົນ​ບາງ​ຄົນ​ທີ່​ຂ້າພະເຈົ້າ​ຮູ້ຈັກ​ຜູ້​ທີ່​ບໍ່​ຮູ້ສຶກ​ຕົວ​ເຖິງ​ພຣະ​ຜູ້​ສ້າງ ແລະ ເຂົ້າຈີ່​ແຫ່ງ​ຊີວິດ ທີ່ແທ້​ຈິງ​ຂອງ​ເຂົາເຈົ້າ​ຄື​ກັນ.1 ເຂົາເຈົ້າ​ມີ​ຊີວິດ​ຢູ່​ແຕ່​ລະ​ມື້​ປາດ​ສະ​ຈາກ​ຄວາມ​ຮູ້ສຶກ​ຕົວ​ເຖິງ​ພຣະ​ເຈົ້າ ແລະ ຄຸນ​ຄວາມ​ດີ​ຂອງ​ພຣະ​ອົງ​ທີ່​ມີ​ໃຫ້​ເຂົາເຈົ້າ.

ມັນ​ຈະ​ດີ​ກວ່າ​ຫລາຍ​ເທົ່າໃດ ຖ້າ​ເຮົາ​ທຸກ​ຄົນ​ຈະ​ມີ​ຄວາມ​ຮູ້ສຶກ​ຕົວ​ຫລາຍ​ຂຶ້ນ​ເຖິງ​ອຳນາດ ແລະ ຄວາມ​ຮັກ​ອັນ​ສູງ​ສົ່ງ​ຂອງ​ພຣະ​ເຈົ້າ ແລະ ສະແດງ​ຄວາມ​ກະຕັນຍູ​ນັ້ນ​ຕໍ່​ພຣະ​ອົງ. ອຳ​ໂມນ​ໄດ້​ສອນ​ວ່າ, ຂໍ​ໃຫ້​ເຮົາ​ຖະຫວາຍ​ຄວາມ​ຂອບ​ພຣະ​ໄທ​ແດ່ [ພຣະ​ເຈົ້າ], ເພາະ​ພຣະ​ອົງ​ໄດ້​ເຮັດ​ງານ​ຊອບ​ທຳ ຕະຫລອດ​ການ.2 ລະດັບ​ຄວາມ​ກະຕັນຍູ​ຂອງ​ເຮົາ​ສະແດງ​ໃຫ້​ເຫັນ​ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ໃຫ້​ພຣະ​ອົງ.

ພຣະ​ເຈົ້າ​ເປັນ​ພຣະ​ບິດາ​ຂອງ​ວິນ​ຍານ​ຂອງ​ເຮົາ.3 ພຣະ​ອົງ​ມີ​ຮ່າງກາຍ​ເປັນ​ເນື້ອ​ໜັງ ແລະ ກະດູກ​ທີ່​ຮຸ່ງ​ໂລດ ແລະ ດີ​ພ້ອມ​ທຸກ​ຢ່າງ. 4 ເຮົາ​ໄດ້​ດຳລົງ​ຢູ່​ກັບ​ພຣະ​ອົງ​ໃນ​ສະຫວັນ​ກ່ອນ​ເຮົາ​ໄດ້​ມາ​ເກີດ.5 ແລະ ເມື່ອ ພຣະ​ອົງ​ໄດ້​ສ້າງ​ເຮົາ​ທາງ​ຮ່າງກາຍ, ເຮົາ​ຖືກ​ສ້າງ​ຕາມ​ຮູບ​ລັກສະນະ​ຂອງ​ພຣະ​ເຈົ້າ, ແຕ່ລະຄົນ​ດ້ວຍ ຮ່າງກາຍ​ສ່ວນ​ຕົວ​ຂອງ​ເຮົາ.6

ຂໍ​ໃຫ້​ຄິດ​ເຖິງ​ການ​ບຳລຸງ​ລ້ຽງ​ທາງ​ຮ່າງກາຍ​ຂອງ​ເຮົາ. ມັນ​ຖືກ​ສົ່ງ​ມາ​ຈາກ​ສະຫວັນ​ແທ້ໆ. ຄວາມ​ຕ້ອງການ ລົມ​ຫາຍໃຈ, ອາຫານ, ແລະ ນ້ຳ​ທັງ​ໝົດ​ເປັນ​ຂອງ​ປະທານ​ໃຫ້​ເຮົາ​ຈາກ​ພຣະ​ບິດາ​ເທິງ​ສະຫວັນ. ໂລກ​ຖືກ ສ້າງ​ເພື່ອ​ລ້ຽງ​ດູ​ເຮົາ​ໃນ​ການ​ເດີນທາງ​ສັ້ນໆ​ຂອງ​ເຮົາ​ຢູ່​ໃນ​ຊີວິດ​ມະຕະ​ນີ້.7 ເຮົາ​ໄດ້​ເກີດ​ມາ​ພ້ອມ​ກັບ​ຄວາມ ສາມາດ​ທີ່​ຈະ​ເຕີບ​ໂຕ, ທີ່​ຈະ​ຮັກ, ແຕ່ງງານ, ແລະ ສ້າງ​ຄອບຄົວ.

ການ​ແຕ່ງງານ ແລະ ຄອບຄົວ​ຖືກ​ແຕ່ງຕັ້ງ​ຈາກ​ພຣະ​ເຈົ້າ. ຄອບຄົວ​ເປັນ​ໜ່ວຍ​ຂອງ​ສັງຄົມ​ທີ່​ສຳຄັນທີ່​ສຸດ​ໃນ​ການ​ເວລາ ແລະ ໃນ​ນິລັນດອນ. ພາຍ​ໃຕ້​ແຜນ​ແຫ່ງ​ຄວາມສຸກ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ, ຄອບຄົວ​ສາມາດ​ໄດ້​ຮັບ​ການ​ຜະ​ນຶກ​ໃນ​ພຣະ​ວິຫານ ແລະ ຖືກ​ຕຽມ​ພ້ອມ​ທີ່​ຈະ​ກັບ​ຄືນ​ໄປ​ອາໄສ​ຢູ່​ໃນ​ທີ່​ປະ​ທັບທີ່​ສັກສິດ​ຂອງ​ພຣະ​ອົງ​ຕະຫລອດ​ໄປ. ນັ້ນ​ຄື​ຊີວິດ​ນິລັນດອນ! ມັນ​ສະໜອງ​ຄວາມ​ປາຖະໜາ​ອັນ​ເລິກ​ຊຶ້ງຂອງ​ຈິດ​ວິນ​ຍານ​ຂອງ​ມະນຸດ—ຄວາມ​ປາຖະໜາ​ທຳ​ມະ​ຊາດ​ເພື່ອ​ຄວາມ​ສຳພັນ​ທີ່​ເປັນນິດ​ກັບ​ສະມາຊິກທີ່​ຮັກ​ໃນ​ຄອບຄົວ​ຂອງ​ເຮົາ.

ເຮົາ​ເປັນ​ພາກສ່ວນ​ຂອງ​ຈຸດປະສົງ​ອັນ​ສູງ​ສົ່ງ​ຂອງ​ພຣະ​ອົງ. ພຣະ​ບິດາ​ເທິງ​ສະຫວັນ​ໄດ້​ກ່າວ​ວ່າ​ນັ້ນ ເປັນ​ວຽກ​ງານ ແລະ ລັດສະໝີ​ພາບ​ຂອງ​ພຣະ​ອົງ​ທີ່​ຈະ​ກໍ່ໃຫ້ເກີດ​ຄວາມ​ເປັນ​ອະມະຕະ ແລະ ຊີວິດ​ນິລັນດອນ​ຂອງ​ມະນຸດ.8 ເພື່ອ​ຈະ​ໄດ້​ສຳເລັດ​ເປົ້າ​ໝາຍ​ເຫລົ່ານັ້ນ, “ເພາະ​ພຣະ​ເຈົ້າ​ຮັກ​ໂລກຫລາຍ​ແທ້, ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ ເພື່ອ​ວ່າ​ທຸກໆ​ຄົນ​ທີ່​ເຊື່ອ​ໃນ​ພຣະ​ບຸດ​ນັ້ນ ຈະ​ບໍ່​ຕາຍ, ແຕ່​ມີ​ຊີວິດ​ອັນ​ຕະຫລອດ​ໄປ​ເປັນນິດ.”9 ການ​ກະທຳ​ນັ້ນ​ເປັນ​ການສະແດງ​ໃຫ້​ປະຈັກ​ທີ່ສູງ​ສົ່ງ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. “ດ້ວຍ​ວ່າ [ພຣະ​ອົງ] ໄດ້​ໃຊ້​ພຣະ​ບຸດ​ເຂົ້າ​ມາ​ໃນ​ໂລກ ບໍ່​ແມ່ນ​ເພື່ອ​ຕັດສິນ​ລົງໂທດ​ມະນຸດ; ແຕ່​ມາ​ເປັນ​ພຣະ​ຜູ້​ໂຜດ​ຊ່ອຍ​ໂລກ.”10

ໃນ​ຈຸດ​ໃຈ​ກາງຂອງ​ແຜນ​ນິລັນດອນ​ຂອງ​ພຣະ​ເຈົ້າ ແມ່ນ​ພາລະກິດ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະເຢ​ຊູ​ຄຣິດ.11 ພຣະ​ອົງ​ໄດ້​ສະເດັດ​ມາ​ໄຖ່​ບາບ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ.12 ເພາະ​ຍ້ອນ​ການ​ຊົດ​ໃຊ້ ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ການ​ຟື້ນ​ຄືນ​ຊີວິດ (ຫລື ຄວາມ​ເປັນ​ອະມະຕະ) ຈຶ່ງ​ໄດ້​ກາຍ​ເປັນຄວາມ​ຈິງ. 13 ເປັນ​ເພາະ​ການ​ຊົດ​ໃຊ້, ຊີວິດ​ນິລັນດອນ​ກໍ​ເປັນ​ໄປ​ໄດ້​ສຳລັບ​ທຸກ​ຄົນ​ທີ່​ຈະ​ມີ​ສິດ. ພຣະເຢ​ຊູ​ໄດ້​ອະທິບາຍ​ວ່າ:

“ເຮົາ​ນີ້​ແຫລະ​ຄື​ຄວາມ​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ ຊີວິດ: ຜູ້​ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ​ຈະ​ຍັງ​ມີ​ຊີວິດ​ຢູ່, ເຖິງ​ແມ່ນ​ວ່າ​ລາວ​ຕາຍ​ແລ້ວ​ກໍ​ຕາມ:

“ຜູ້​ໃດ​ກໍ​ຕາມ​ທີ່​ຍັງ​ມີ​ຊີວິດ​ຢູ່ ແລະ ເຊື່ອ​ໃນ​ເຮົາ​ຈະ​ບໍ່​ຕາຍ​ຈັກ​ເທື່ອ.”14

ສຳລັບ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຂອງ​ປະທານ​ແຫ່ງ​ການ​ຟື້ນ​ຄືນ​ຊີວິດ—ສຳລັບ​ຂ່າວສານ​ແຫ່ງ​ເທດສະການ​ອີດ​ສະ​ເຕີ​ທີ່​ສູງ​ສົ່ງ​ນີ້—ຂໍ​ຖະຫວາຍ​ຄວາມ​ຂອບ​ພຣະ​ໄທ​ແດ່​ພຣະ​ເຈົ້າ!

ຂອງ​ປະທານ​ທາງ​ຮ່າງກາຍ

ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ຮັກ​ລູກໆ​ຂອງ​ພຣະ​ອົງ.15 ພຣະ​ອົງ​ໄດ້​ປະທານ​ພອນ​ໃຫ້​ແຕ່ລະຄົນດ້ວຍ​ຂອງ​ປະທານ​ທາງ​ຮ່າງກາຍ ແລະ ທາງ​ວິນ​ຍານ. ຂ້າພະເຈົ້າ​ຂໍ​ກ່່າວ​ກ່ຽວ​ກັບ​ແຕ່​ລະ​ສ່ວນ. ເມື່ອ​ທ່ານ​ຮ້ອງເພງ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ,” ຂໍ​ໃຫ້​ຄິດ​ເຖິງ​ຂອງ​ປະທານ​ທີ່​ພຣະ​ອົງ​ປະທານ​ໃຫ້​ທ່ານ ຊຶ່ງ​ເປັນ​ຮ່າງກາຍ​ຂອງ​ທ່ານ​ເອງ. ຄຸນ​ລັກສະນະ​ມະຫັດສະຈັນ​ຂອງ​ຮ່າງກາຍ​ຂອງ​ທ່ານ​ຢືນຢັນ​ເທິງ “ລັກສະນະ​ແຫ່ງ​ສະຫວັນ” ຂອງ​ທ່ານ​ເອງ.16

ອະ​ໄວ​ຍະ​ວະ​ແຕ່​ລະ​ສ່ວນ​ໃນ​ຮ່າງກາຍ​ຂອງ​ທ່ານ​ເປັນ​ຂອງ​ປະທານ​ທີ່​ອັດສະຈັນ​ໃຈ​ຈາກ​ພຣະ​ເຈົ້າ. ຕາ​ແຕ່​ລະ​ໜ່ວຍ​ກໍ​ມີ​ສິ່ງ​ທີ່​ເຮັດ​ໃຫ້​ເຫັນ​ແຈ້ງ​ໂດຍ​ອັດຕະນຸມັດ. ເສັ້ນປະສາດ ແລະ ກ້າມ​ເນື້ອ​ຄວບ​ຄຸມຕາ​ສອງ​ໜ່ວຍ​ທີ່​ຈະ​ເຮັດ​ໃຫ້​ເຫັນ​ຮູບ​ສາມຫລ່ຽມ​ໄດ້. ຕາກໍ​ຕິດ​ກັບ​ສະໝອງ, ທີ່​ບັນທຶກ​ພາບ​ທີ່​ຫລຽວ​ເຫັນ.

ຫົວໃຈ​ຂອງ​ທ່ານ​ເປັນ​ປ້ຳ​ທີ່​ເຫລືອ​ເຊື່ອ​ແທ້.17 ມັນ​ມີ​ລີ້ນ​ສູບ​ລະອຽດ​ອ່ອນ​ສີ່​ອັນ​ທີ່​ບັງຄັບ​ເສັ້ນທາງ​ໄຫລຂອງ​ເລືອດ. ລີ້ນ​ສູບ​ເຫລົ່າ​ນີ້​ເປີດ ແລະ ປິດ​ຫລາຍ​ກວ່າ 100,000 ເທື່ອ​ແຕ່​ລະ​ມື້—36 ລ້ານ​ເທື່ອ​ແຕ່ ລະ​ປີ. ແຕ່, ເວັ້ນ​ເສຍ​ແຕ່​ຖືກ​ປ່ຽນແປງ​ໂດຍ​ພະຍາດ, ມັນ​ສາມາດ​ທົນ​ຕໍ່​ຄວາມ​ກົດ​ດັນ​ດັ່ງກ່າວ​ໄດ້​ເກືອບບໍ່​ມີ​ບ່ອນ​ສິ້ນ​ສຸດ.

ໃຫ້​ຄິດ​ເຖິງ​ລະບົບ​ການ​ປ້ອງ​ກັນ​ຂອງ​ຮ່າງກາຍ. ເພື່ອ​ປົກ​ປ້ອງ​ມັນ​ຈາກ​ການ​ໄພ​ອັນຕະລາຍ, ມັນ​ຮັບ​ຮູ້​ຄວາມເຈັບ​ປວດ​ໄດ້. ມັນ​ໂຕ້​ຕອບ​ຕໍ່​ການ​ຕິດເຊື້ອ​ພະຍາດ​ໄດ້, ມັນ​ຜະລິດ​ສານ​ຕໍ່ຕ້ານ​ເຊື້ອພະຍາດ​ໄດ້. ຜິວໜັງ​ໃຫ້ການ​ປົກ​ປ້ອງ. ມັນ​ເຕືອນ​ເຖິງ​ບາດແຜ​ທີ່​ຄວາມ​ຮ້ອນ ຫລື ເຢັນ​ເກີນໄປ​ອາດ​ກໍ່ໃຫ້ເກີດ​ຂຶ້ນ.

ຮ່າງກາຍ​ສ້າງ​ແຊວ​ໃໝ່​ເມື່ອ​ແຊວ​ເກົ່າ​ໃຊ້​ການ​ບໍ່​ໄດ້​ແລ້ວ ແລະ ຄວບ​ຄຸມ​ລະດັບ​ຂອງ​ສ່ວນ​ປະກອບ​ທີ່ ຈຳເປັນ​ຂອງ​ມັນ​ໄດ້. ຮ່າງກາຍ​ປິ່ນປົວ​ຮອຍ​ບາດ, ຮອຍ​ຊ້ຳ ແລະ ກະດູກ​ທີ່​ແຕກ​ຫັກ​ຂອງ​ມັນ​ເອງ​ໄດ້. ຄວາມ​ສາມາດ​ຂອງ​ມັນ​ໃນ​ການ​ສືບ​ພັນ​ກໍ​ເປັນ​ຂອງ​ປະທານ​ສັກສິດ​ອີກ​ຢ່າງ​ໜຶ່ງ​ຈາກ​ພຣະ​ເຈົ້າ.

ເຮົາ​ຕ້ອງ​ຖືກ​ເຕືອນ​ວ່າ​ຮ່າງກາຍ​ທີ່​ສົມບູນ​ແບບ​ບໍ່​ໄດ້​ຈຳເປັນ​ໃນ​ການ​ບັນລຸ​ຈຸດໝາຍ​ປາຍທາງ​ອັນ​ສູງ​ສົ່ງ​ຂອງ ເຮົາ. ແທ້​ຈິງ​ແລ້ວ, ວິນ​ຍານ​ທີ່​ອ່ອນ​ຫວານ​ທີ່​ສຸດ​ບາງ​ດວງ​ກໍ​ອາໄສ​ຢູ່​ໃນ​ຮ່າງກາຍ​ທີ່​ອ່ອນແອ ຫລື ສົມບູນ ແບບ. ພະລັງ​ທາງ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່​ສ່ວນ​ຫລາຍ​ຈະ​ຖືກ​ພັດທະນາ ໂດຍ​ຜູ້​ຄົນ​ທີ່​ມີ​ການ​ທ້າ​ທາຍທາງ​ຮ່າງກາຍ, ເພາະວ່າ​ມັນ​ຍາກ​ລຳບາກ​ຢ່າງ​ແນ່ນອນ.

ຄົນ​ທີ່​ສຶກ​ສາ​ວິທີ​ເຮັດ​ວຽກ​ຂອງ​ຮ່າງກາຍ​ຂອງ​ມະນຸດ​ໄດ້ “ເຫັນ​ພຣະ​ເຈົ້າ​ເຄື່ອນ​ໄຫວ​ຢູ່​ໃນ​ຄວາມ​ສະຫງ່າ​ງາມ ແລະ ອຳນາດ​ຂອງ​ພຣະ​ອົງ.”18 ເພາະວ່າ​ຮ່າງກາຍ​ຖືກ​ຄວບ​ຄຸມ​ໂດຍ​ກົດ​ແຫ່ງ​ສະຫວັນ, ການ​ຫາຍ​ດີ​ຈະມາ​ໂດຍ​ການ​ເຊື່ອ​ຟັງ​ຕໍ່​ກົດ​ນັ້ນ ຊຶ່ງ​ໃນ​ນັ້ນ​ພອນ​ຖືກ​ກຳນົດ​ໄວ້.19

ແຕ່​ຄົນ​ບາງ​ຄົນ​ຍັງ​ຄິດ​ຜິດໆ​ໄປ​ວ່າ​ຄຸນສົມບັດ​ມະຫັດສະຈັນ​ທາງ​ຮ່າງກາຍ​ເຫລົ່າ​ນີ້​ໄດ້​ເກີດ​ຂື້ນ​ໂດຍ​ບັງເອີນ ຫລື ເປັນ​ຜົນ​ຈາກ​ທິດ​ສະ​ດີ​ວິທະຍາສາດ​ວ່າ​ໂລກ​ຖືກ​ສ້າງ​ຂຶ້ນ​ມາ​ແນວໃດ. ຈົ່ງ​ຖາມ​ຕົວ​ທ່ານ​ເອງ​ວ່າ, “ລະເບີດ​ໃນ​ຮ້ານ​ພິມ​ໜັງສື​ຈະ​ຜະລິດ​ສ້າງ​ວັດຈະນານຸກົມ​ໄດ້​ບໍ?” ຄວາມ​ເປັນ​ໄປ​ໄດ້ ເກືອບຈະ ບໍ່ມີເລີຍ. ແຕ່​ຖ້າ​ຫາກ​ເປັນ​ໄປ​ໄດ້, ມັນ​ຈະ​ປິ່ນປົວ​ໜ້າທີ່​ຂາດ​ໄປ ຫລື ແຜ່ພັນ​ສະບັບ​ໃໝ່​ຂອງ​ມັນ​ເອງ​ບໍ່​ໄດ້​ຈັກ​ເທື່ອ!

ຖ້າ​ຫາກ​ຄວາມ​ສາມາດ​ຂອງ​ຮ່າງກາຍ​ສຳລັບ​ກິດຈະກຳ​ທຳ​ມະ​ດາ, ການ​ປ້ອງ​ກັນ, ການ​ສ້ອມແປງ, ການ​ຄວບ​ຄຸມ, ແລະ ການ​ໃຫ້​ຊີວິດ​ໃໝ່​ຈະ​ໄດ້​ມີ​ຕໍ່​ໄປ​ປາດ​ສະ​ຈາກ​ຂໍ້​ກຳນົດ, ຊີວິດ​ຢູ່​ເທິງ​ໂລກ​ຈະເປັນ​ຢູ່​ຕໍ່​ໄປ​ຕະຫລອດ​ການ. ແນ່ນອນ​ວ່າ, ເຮົາ​ຈະ​ຕົກ​ຄ້າງ​ຢູ່​ແຜ່ນດິນ​ໂລກ​ນີ້​ແທ້ໆ! ເພື່ອ​ເປັນຄວາມເມດ​ຕາ​ໃຫ້​ແກ່​ເຮົາ, ພຣະ​ຜູ້​ສ້າງ​ຂອງ​ເຮົາ​ໄດ້​ຈັດ​ໃຫ້​ມີ​ການ​ເຖົ້າ​ການ​ແກ່ ແລະ ຂັ້ນ​ຕອນ​ອື່ນໆ​ທີ່​ຈະເຮັດ​ໃຫ້ການ​ຕາຍ​ທາງ​ຮ່າງກາຍ​ເກີດ​ຂຶ້ນ​ໃນ​ທີ່​ສຸດ. ການ​ຕາຍ, ເໝືອນ​ດັ່ງ​ການ​ເກີດ, ກໍ​ເປັນ​ພາກສ່ວນຂອງ​ຊີວິດ. ຂໍ້​ພຣະ​ຄຳ​ພີ​ສອນ​ວ່າ “ບໍ່​ສົມຄວນ​ທີ່​ຈະ​ເອີ້ນ​ມະນຸດ​ຄືນ​ຈາກ​ຄວາມ​ຕາຍ​ທາງ​ໂລກ, ເພາະ​ນັ້ນ​ຈະ​ທຳລາຍ​ແຜນ​ແຫ່ງ​ຄວາມສຸກ​ອັນ​ຍິ່ງ​ໃຫຍ່.”20 ການ​ກັບ​ຄືນ​ໄປ​ຫາ​ພຣະ​ເຈົ້າ​ຜ່ານ​ປະຕູ ທີ່​ເຮົາ​ເອີ້ນ​ວ່າຄວາມ​ຕາຍ​ເປັນຄວາມ​ປິ​ຕິ​ຍິນ​ດີ​ສຳລັບ​ຜູ້​ທີ່​ຮັກ​ພຣະ​ອົງ ແລະ ຕຽມ​ພ້ອມ​ແລ້ວ​ທີ່​ຈະພົບ​ພຣະ​ອົງ.21 ໃນ​ທີ່​ສຸດ​ເວລາ​ຈະ​ມາ​ເຖິງ ເມື່ອ “ວິນ​ຍານ​ກັບ​ຮ່າງກາຍ​ຈະ​ຮວມ​ກັນ​ອີກ​ໃນ​ຮູບ​ລັກສະນະອັນ​ບໍລິບູນ​ຂອງ​ມັນ; ທັງ​ແຂນ​ຂາ ແລະ ຂໍ້​ຕໍ່​ຈະ​ກັບ​ຄືນ​ສູ່​ໂຄງ​ຮ່າງ​ອັນ​ຖືກຕ້ອງ​ຂອງ​ມັນ”22 ບໍ່​ແຍກ​ຈາກກັນ​ອີກ​ຈັກ​ເທື່ອ. ສຳລັບ​ຂອງ​ປະທານ​ທາງ​ຮ່າງກາຍ​ເຫລົ່າ​ນີ້, ຂໍ​ຖະຫວາຍ​ຄວາມ​ຂອບ​ພຣະ​ໄທ​ແດ່​ພຣະ​ເຈົ້າ!

ຂອງ​ປະທານ​ທາງ​ວິນ​ຍານ

ເພາະວ່າ​ຮ່າງກາຍ​ນີ້​ສຳຄັນ, ມັນ​ເປັນ​ສະຖານທີ່​ສຳລັບ​ວິນ​ຍານ​ນິລັນດອນ​ຂອງ​ຄົນ​ເຮົາ. ວິນ​ຍານ​ຂອງ​ເຮົາ ເປັນ​ຢູ່​ໃນ​ອານາຈັກ​ກ່ອນ​ໂລກ​ມະຕະ23 ແລະ ຈະ​ເປັນ​ຢູ່​ຕໍ່​ໄປ​ຫລັງ​ຈາກ​ຮ່າງກາຍ​ຕາຍ.24 ວິນ​ຍານ​ຈັດ​ໃຫ້​ຮ່າງກາຍ​ມີ​ການເຄື່ອນໄຫວ ແລະ ລັກສະນະ​ສະເພາະ​ຕົວ.25 ໃນ​ຊີວິດ​ນີ້ ແລະ ໃນ​ຊີວິດ​ຕໍ່​ໄປ, ວິນ​ຍານ ແລະ ຮ່າງກາຍ, ເມື່ອ​ຮ່ວມ​ເຂົ້າກັນ, ຈະ​ກາຍເປັນ​ຈິດ​ວິນ​ຍານ​ທີ່​ມີ​ຄຸນຄ່າອັນ​ສູງ​ສົ່ງ.

ເພາະວ່າ​ວິນ​ຍານ​ຂອງ​ເຮົາ​ສຳຄັນ​ຫລາຍ, ການ​ພັດທະນາ​ຂອງ​ມັນ​ກໍ​ມີ​ຄວາມ​ສຳຄັນ​ຊົ່ວ​ນິລັນດອນ. ມັນ​ຖືກ​ເຮັດ​ໃຫ້​ເຂັ້ມແຂງ​ຂຶ້ນ​ເມື່ອ​ເຮົາ​ສື່ສານ​ດ້ວຍ​ການ​ອະທິຖານ​ທີ່​ຖ່ອມ​ຕົນ​ກັບ​ພຣະ​ບິດາ​ເທິງສະຫວັນ​ທີ່​ຮັກ​ຂອງ​ເຮົາ.26

ຄຸນສົມບັດ​ຊຶ່ງ​ເຮົາ​ຈະ​ຖືກ​ພິພາກສາ​ໃນ​ມື້ໜຶ່ງ​ຈະ​ເປັນ​ທາງ​ວິນ​ຍານ​ທັງ​ໝົດ.27 ສິ່ງ​ເຫລົ່າ​ນີ້​ຮວມ​ທັງ ຄວາມ​ຮັກ, ຄວາມ​ບໍລິສຸດ, ຄວາມ​ຊື່ສັດ, ຄວາມ​ເມດ​ຕາ, ແລະ ການ​ຮັບ​ໃຊ້​ຕໍ່​ຄົນ​ອື່ນ.28 ວິນ​ຍານ​ຂອງ​ທ່ານ, ທີ່​ຮ່ວມ​ດ້ວຍ ແລະ ຖືກ​ອາໄສ​ຢູ່​ໃນ​ຮ່າງກາຍ​ຂອງ​ທ່ານ, ສາມາດ​ພັດທະນາ ແລະ ປະກົດ​ໃຫ້​ເຫັນ​ຄຸນສົມບັດ​ເຫລົ່າ​ນີ້​ໃນ​ວິທີ​ທາງ​ທີ່​ຈຳເປັນ​ຕໍ່​ຄວາມ​ກ້າວໜ້າ​ນິລັນດອນ​ຂອງ​ທ່ານ.29 ຈະ​ບັນລຸ​ຄວາມ​ກ້າວໜ້າ​ທາງ​ວິນ​ຍານ​ໄດ້​ຜ່ານ​ບາດກ້າວ​ຂອງ​ສັດທາ, ການ​ກັບ​ໃຈ, ບັບ​ຕິ​ສະ​ມາ, ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ, ແລະ ການ​ອົດທົນ​ຈົນ​ເຖິງ​ທີ່​ສຸດ, ຮວມ​ທັງ​ພິທີການ​ສັກສິດ ແລະ ການ​ຜະ​ນຶກ​ໃນ​ພຣະ​ວິຫານ​ທີ່​ສັກສິດ.30

ດັ່ງ​ທີ່​ຮ່າງກາຍ​ຕ້ອງການ​ອາຫານ​ທຸກໆ​ວັນ​ເພື່ອ​ຄວາມ​ຢູ່​ລອດ, ວິນ​ຍານ​ກໍ​ຕ້ອງການ​ການ​ບຳລຸງ​ຄື​ກັນ. ວິນ​ຍານ​ຖືກ​ບຳລຸງ​ລ້ຽງ​ໂດຍ​ຄວາມ​ຈິງ​ນິລັນດອນ. ປີ​ທີ່​ຜ່ານ​ມາ​ນີ້​ເຮົາ​ໄດ້​ສະຫລອງ​ວັນ​ຄົບຮອບ 400 ປີ ຂອງ​ພຣະຄຣິສຕະ​ທຳ​ຄຳ​ພີ ສະບັບ​ການ​ແປ​ຂອງ​ຄິງ​ເຈ​ມສ໌. ແລະ ເຮົາ​ກໍ​ໄດ້​ມີ​ພຣະ​ຄຳ​ພີ​ມໍ​ມອນ​ເກືອບ 200 ປີ​ແລ້ວ. ໃນ​ເວລາ​ນີ້​ມັນ​ຖືກ​ແປ​ເປັນ 107 ພາສາ​ແລ້ວ​ທັງ​ໝົດ​ເຫລັ້ມ ຫລື ບາງ​ສ່ວນ. ເປັນ​ເພາະ​ພຣະ​ຄຳ​ພີ ເຫລົ່າ​ນີ້ ແລະ ພຣະ​ຄຳ​ພີ​ທີ່​ລ້ຳ​ຄ່າ​ອື່ນໆ, ເຮົາ​ຮູ້​ວ່າ​ພຣະ​ເຈົ້າ​ເປັນ​ພຣະ​ບິດາ​ນິລັນດອນ​ຂອງ​ເຮົາ ແລະ ວ່າ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະເຢ​ຊູ​ຄຣິດ, ເປັນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ. ສຳລັບ​ຂອງ​ປະທານ​ທາງ​ວິນ​ຍານ​ເຫລົ່າ​ນີ້, ຂໍ​ຖະຫວາຍ​ຄວາມ​ຂອບ​ພຣະ​ໄທ​ແດ່​ພຣະ​ເຈົ້າ!

ຂອງ​ປະທານ​ແຫ່ງ​ພຣະ​ກິດ​ຕິ​ຄຸນ

ເຮົາ​ຮູ້​ວ່າ​ສາດສະດາ​ຂອງ​ຫລາຍໆ​ຍຸກ​ສະໄໝ, ດັ່ງ​ເຊັ່ນ ອາ​ດາມ, ໂນ​ອາ, ໂມ​ເຊ, ແລະ ອັບ​ລາ​ຮາມ, ທຸກ​ທ່ານ​ໄດ້​ສອນ​ເຖິງ​ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ ແລະ ພຣະເຢ​ຊູ​ຄຣິດ. ຍຸກ​ສະໄໝ​ຂອງ​ເຮົາ​ຖືກ​ແນະນຳ​ໂດຍ​ພຣະ​ບິດາ​ເທິງ​ສະຫວັນ ແລະ ພຣະເຢ​ຊູ​ຄຣິດ​ເມື່ອ​ພວກ​ພຣະ​ອົງ​ໄດ້​ປະກົດ​ໃຫ້ ສາດສະດາ​ໂຈ​ເຊັບ ສະ​ມິດ ເຫັນ​ໃນ​ປີ 1820. ສາດສະໜາ​ຈັກ​ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ປີ 1830. ໃນ​ເວລາ​ນີ້, 182 ປີ​ຕໍ່​ມາ, ເຮົາ​ຍັງ​ຄົງ​ຢູ່​ພາຍ​ໃຕ້​ພັນທະ​ສັນຍາ​ທີ່​ຈະ​ນຳ​ເອົາ​ພຣະ​ກິດ​ຕິ​ຄຸນ​ໄປ​ສູ່​ທຸກ “ປະຊາ​ຊາດ, ຕະກຸນ, ພາສາ, ແລະ ຜູ້​ຄົນ.”31 ເມື່ອ​ເຮົາ​ເຮັດ​ສິ່ງ​ນີ້, ທັງ​ຜູ້​ໃຫ້ ແລະ ຜູ້​ໄດ້​ຮັບ​ຈະ​ໄດ້​ຮັບ​ພອນ.

ເຮົາ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ສອນ​ລູກໆ​ຂອງ​ພຣະ​ອົງ ແລະ ປຸກ​ເຂົາເຈົ້າ​ໃຫ້​ຕື່ນ​ມີ​ຄວາມ​ຮູ້ສຶກ​ຕົວ​ເຖິງ ພຣະ​ເຈົ້າ. ດົນ​ນານ​ມາ​ແລ້ວ, ກະສັດ​ເບັນ​ຢາ​ມິນ​ໄດ້​ກ່າວ​ວ່າ:

“ຈົ່ງ​ເຊື່ອ​ໃນ​ພຣະ​ເຈົ້າ; ຈົ່ງ​ເຊື່ອ​ວ່າ​ພຣະ​ອົງ​ຊົງ​ເປັນ​ຢູ່, ແລະ​ວ່າ​ພຣະ​ອົງ​ຊົງ​ສ້າງ​ທຸກ​ສິ່ງ, ທັງ​ໃນ​ສະຫວັນ ແລະ ໃນ​ແຜ່ນດິນ​ໂລກ; ຈົ່ງ​ເຊື່ອ​ວ່າ​ພຣະ​ອົງ​ຊົງ​ມີ​ປີ​ຊາ​ຍານ​ທັງ​ໝົດ, ແລະ ອຳນາດ​ທັງ​ໝົດ, ທັງ​ໃນ​ສະ ຫວັນ ແລະ ໃນ​ແຜ່ນດິນ​ໂລກ; …

“… ຈົ່ງ​ເຊື່ອ​ວ່າ​ທ່ານ​ຕ້ອງ​ກັບ​ໃຈ​ຈາກ​ບາບ​ຂອງ​ທ່ານ ແລະ ປະ​ຖິ້ມ​ມັນ, ແລະ ຖ່ອມ​ຕົນ​ຕໍ່​ພຣະ​ພັກ ພຣະ​ຜູ້​ເປັນ​ເຈົ້າ; ແລະ ທູນ​ຂໍ​ດ້ວຍ​ໃຈ​ຈິງ​ໃຫ້​ພຣະ​ອົງ​ຊົງ​ອະໄພ​ທ່ານ; ແລະ ບັດ​ນີ້, ຫາກ​ທ່ານ​ເຊື່ອ​ສິ່ງທັງ​ໝົດ​ນີ້ ເບິ່ງ​ວ່າ​ທ່ານ​ເຮັດ​ຕາມ​ນັ້ນ.”32

ພຣະ​ເຈົ້າ​ຊົງ​ເປັນ​ຢ່າງ​ດຽວ​ກັນ​ມື້ວານ​ນີ້, ມື້ນີ້, ແລະ ຕະຫລອດ​ໄປ, ແຕ່​ເຮົາ​ບໍ່​ເປັນ​ດັ່ງນັ້ນ. ແຕ່​ລະ​ມື້, ການ​ທ້າ​ທາຍ​ຂອງ​ເຮົາ​ແມ່ນ​ຈະ​ເຂົ້າ​ເຖິງ​ອຳນາດ​ແຫ່ງ​ການ​ຊົດ​ໃຊ້​ເພື່ອ​ວ່າ​ເຮົາ​ຈະ​ສາມາດ​ປ່ຽນແປງ​ໄດ້​ແທ້ໆ, ກາຍເປັນ​ເໝືອນ​ດັ່ງ​ພຣະຄຣິດ​ຫລາຍ​ຂຶ້ນ, ແລະ ມີ​ສິດ​ຈະ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ຄວາມ​ສູງ​ສົ່ງ ແລະ ມີ​ຊີວິດ​ຢູ່​ກັບ​ພຣະ​ເຈົ້າ, ພຣະເຢ​ຊູ​ຄຣິດ ແລະ ຄອບຄົວ​ຂອງ​ເຮົາ​ຊົ່ວ​ນິລັນດອນ.33 ສຳລັບ​ອຳນາດ, ສິດທິ​ພິເສດ, ແລະ ຂອງ​ປະທານ​ຂອງ​ພຣະ​ກິດ​ຕິ​ຄຸນ​ເຫລົ່າ​ນີ້, ຂໍ​ຖະຫວາຍ​ຄວາມ​ຂອບ​ພຣະ​ໄທ ແດ່​ພຣະ​ເຈົ້າ!

ຂ້າພະເຈົ້າ​ຂໍ​ເປັນ​ພະຍານ​ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ, ນັ້ນ​ຄື​ພຣະເຢ​ຊູ​ຄຣິດ, ແລະ​ວ່າ​ນີ້​ເປັນ​ສາດສະໜາ​ຈັກ ຂອງ​ພຣະ​ອົງ, ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ຄືນ​ມາ​ໃໝ່​ໃນ​ວັນ​ເວລາ​ສຸດ​ທ້າຍ​ນີ້​ເພື່ອ​ສຳເລັດ​ຈຸດໝາຍ​ປາຍທາງ​ແຫ່ງ​ສະຫວັນ​ຂອງ​ມັນ. ເຮົາ​ຖືກ​ນຳພາ​ໃນ​ວັນ​ເວລາ​ນີ້​ໂດຍ​ປະທານ​ທອມ​ມັສ ແອັສ ມອນ​ສັນ, ຜູ້​ທີ່​ເຮົາ​ຮັກ ແລະ ສະໜັບສະໜູນ​ດ້ວຍ​ສຸດ​ຫົວໃຈ​ຂອງ​ເຮົາ, ດັ່ງ​ທີ່​ເຮົາ​ສະໜັບສະໜູນ​ທີ່​ປຶກສາ​ຂອງ​ເພິ່ນ ແລະ ອັກ​ຄະ​ສາວົກ​ສິບ​ສອງ​ວ່າ​ເປັນ​ສາດສະດາ, ຜູ້​ພະຍາກອນ ແລະ ຜູ້​ເປີດເຜີຍ​ດ້ວຍ. ຂ້າພະເຈົ້າ​ຂໍ​ເປັນພະຍານ​ໃນ​ພຣະ​ນາມ​ອັນ​ສັກສິດ​ຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.