​2010–2019
ເພື່ອວ່າ​ຄົນ​ທີ່​ຫລົງ​ໄປ​ຈະ​ຖືກ​ພົບ​ເຫັນ
ເມສາ 2012


​ເພື່ອວ່າ​ຄົນ​ທີ່​ຫລົງ​ໄປ​ຈະ​ຖືກ​ພົບ​ເຫັນ

ເມື່ອ​ທ່ານ​ສະ​ແຫວ​ງຫາທີ່​ຈະ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ ​ແລະ ຄຳ​ສອນ​ຂອງ​ພຣະຄຣິດ, ​ແລ້ວ​ພຣະວິນ​ຍານ​ບໍລິສຸດ​ຈະ​ນຳພາ​ທ່ານ ​ແລະ ຄອບຄົວ​ຂອງ​ທ່ານ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ອີງ​ຕາມ​ພຣະຄຳ​ພີ, ​ເລຍ​ໂຮ​ນາ ​ເປັນ “ລູກກົມອັນ​ມີ​ຝີ​ມື​ແປກ​ປະຫລາດ​” ມີ​ເຂັມ​ສອງ​ເຫລັ້ມ, ​ເຂັມ​ດວງໜຶ່ງ​ຊີ້​ບອກ​ໃຫ້​ຄອບຄົວ​ຂອງ​ພໍ່​ລີ​ໄຮ​ຮູ້​ທາງ​ທີ່​ຈະ​ເດີນ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ (1 ນີ​ໄຟ 16:10).

ຂ້າພະ​ເຈົ້າ​ຮູ້​ວ່າ ​ເປັນ​ຫຍັງ​ລີ​ໄຮ​ຈຶ່ງ​ແປກ​ປະຫລາດ​ໃຈ​ຫລາຍ ​ເມື່ອ​ເພິ່ນ​ເຫັນ​ມັນ ​ເພາະ​ຂ້າພະ​ເຈົ້າ​ຈື່​ໄດ້​ວ່າ ຂ້າພະ​ເຈົ້າ​ມີ​ຄວາມ​ປະຫລາດ​ໃຈ​ຫລາຍ​ຂະໜາດ​ໃດ​ເມື່ອຂ້າພະ​ເຈົ້າ​ໄດ້​ເຫັນ GPS ​ເທື່ອ​ທຳ​ອິດ. ຂ້າພະ​ເຈົ້າ​ຄິດ​ວ່າ ມັນ​ເປັນ​ເຄື່ອງ​​ໃຊ້ຂອງ​ປະຈຸ​ບັນ “ທີ່​ມີ​ຝີ​ມື​ແປກ​ປະຫລາດ.” ບາງ​ເທື່ອ​ຂ້າພະ​ເຈົ້າ​ກໍ​ປະຫລາດ​ໃຈ​ຫລາຍ​ທີ່​ຮູ້​ວ່າ​ເຄື່ອງມື​ອັນ​ນ້ອຍໆ​ນັ້ນ ຢູ່​ໃນ​​ໂທລະສັບ​ມື​ຖື​ຂອງ​ຂ້າພະ​ເຈົ້າ ສາມາດ​ຊີ້​ບອກ​ທາງ, ບອກ​ໄດ້​ວ່າ​ຂ້າພະ​ເຈົ້າ​ຢູ່​ບ່ອນ​ໃດ ​ແລະ ບອກ​ທິດ​ທາງ​ທີ່​ຂ້າພ​ະ​ເຈົ້າ​ຕ້ອງການຈະ​ໄປ​ຫາ.

ສຳລັບ​ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ​, ບາ​ບາ​ຣາ, ​ແລະ ຂ້າພະ​ເຈົ້າ, GPS ​ເປັນ​ພອນ​ຢ່າງ​ໜຶ່ງ. ​ສຳລັບບາ​ບາຣາ ນັ້ນ​ໝາຍ​ຄວາມ​ວ່າ ນາງ​ບໍ່​ຈຳ​ເປັນ​ບອກ​ຂ້າພະ​ເຈົ້າ​ໃຫ້​ຈອດ​ລົດ​ ​ແລະ ຖາມ​ຜູ້​ຄົນ; ​ແລະ ສຳລັບ​ຂ້າພະ​ເຈົ້າ ນັ້ນໝາຍ​ຄວາມ​ວ່າ ​ຂ້າພະ​ເຈົ້າ​ເວົ້າ​ຖືກ ​ເມື່ອ​ຂ້າພະ​ເຈົ້າ​ເວົ້າວ່າ, “ອ້າຍ​ບໍ່​ຕ້ອງ​ຖາມ​ໃຜ. ອ້າຍ​ຮູ້​ວ່າ​ອ້າຍ​ຊິ​ໄປ​ທາງ​ໃດ.”

ບັດ​ນີ້, ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ເຮົາ​ມີ​ເຄື່ອງມື​ຫລາຍ​ຢ່າງ ​ແມ່ນ​ແຕ່​ເປັນ​ໜ້າ​ແປກ​ປະຫລາດ​ຫລາຍ​ກວ່າ GPS ຊະນິດ​ທີ່​ດີ​ທີ່​ສຸດ. ທຸກ​ຄົນ​ຈະ​​ເຄີຍຫລົງ​ທາງ​, ບໍ່​ຫລາຍ​ກໍ​ໜ້ອຍ​. ​ແມ່ນ​ຜ່ານ​ການ​ກະ​ຕຸ້ນ​ຂອງ​ພຣະວິນ​ຍານ​ບໍລິສຸດ​ທີ່​ເຮົາ​ຈະ​ສາມາດ​ຖືກ​ພາ​ກັບ​ຄືນ​ມາສູ່​​ເສັ້ນທາງ​ທີ່​ຖືກຕ້ອງ; ​ແລະ ​ເປັນ​ເພາະ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ທີ່​ນຳ​ເຮົາ​ກັບ​ບ້ານ.

ການ​ຫລົງ​ທາງ​ນີ້​ສາມາດ​ເປັນ​ໄດ້​ທັງ​ກຸ່ມ​ສັງ​ຄົມ ຫລື ​ເປັນ​ສ່ວນ​ບຸກຄົນ. ທຸກ​ວັນ​ນີ້​ເຮົາ​ມີ​ຊີວິດ​ຢູ່​ໃນ​ວັນ​ເວລາ​ເມື່ອ​ໂລກ​ນີ້​ໄດ້ຫລົງ​ທາງ​ໄປ, ​ໂດຍ​ສະ​ເພາະ​ກ່ຽວ​ກັບ​ຄຸນຄ່າ ​ແລະ ລຳດັບ​ຄວາມ​ສຳຄັນ​ພາຍ​ໃນ​ບ້ານ​ເຮືອນ​ຂອງ​ເຮົາ.

ໜຶ່ງ​ຮ້ອຍ​ປີ​ກ່ອນ ປະທານ​ໂຈ​ເຊັບ ແອັຟ ສະ​ມິດ ​ໄດ້ຕໍ່ຄວາມ​ສຳພັນ​ຂອງ​ຄວາມ​ສຸກ​​ເຂົ້າກັບ​ຄອບຄົວ ​ແລະ ​ແນະນຳ​ເຮົາ​ໃຫ້​ພະຍາຍາມ​ໃຫ້​ມີ​ຄວາມສຸກ​ຢູ່ໃນ​ບ້ານ. ​ເພິ່ນ​ໄດ້​ກ່າວ​ວ່າ: “ຈະ​ບໍ່​ມີ​ຄວາມສຸກ​ທີ່​ແທ້​ຈິງຖ້າແຍກ​ອອກຈາກ​ບ້ານ​ເຮືອນ. … ຈະ​ບໍ່​ມີ​ຄວາມສຸກ​ຖ້າ​ບໍ່​ມີການ​ຮັບ​ໃຊ້, ​ແລະ ຈະ​ບໍ່​ມີ​ການ​ຮັບ​ໃຊ້​ໃດ​ທີ່​ຍິ່ງ​ໃຫຍ່​ໄປ​ກວ່າ​ອັນ​ທີ່​ປ່ຽນ​ບ້ານ​ເຮືອນ​ເປັນ​ສະ​ຖາ​ບັນ​ແຫ່ງ​ສະຫວັນ ທີ່​ເສີມ​ສ້າງ ​ແລະ ຮັກສາ​ຊີວິດ​ຂອງ​ຄອບຄົວ.​ … ​ເຮົາ​ຕ້ອງ​ເສີມ​ສ້າງ​ບ້ານ​ເຮືອນ” (Teachings of Presidents of the Church: Joseph F. Smith [1998], 382, 384).

ແມ່ນ​ບ້ານ​ເຮືອນ ​ແລະ ຄອບຄົວ​ຂອງ​ເຮົາ​ນີ້​ແຫລະ ທີ່​ຕ້ອງການ​ການ​ປ່ຽນ​ແປງ ຢູ່​ໃນ​ໂລກ​ທີ່​ເຫັນ​ແກ່​ເງິນ ​ແລະ ສິ່ງ​ຂອງ. ຕົວຢ່າງ​ໜຶ່ງ​ທີ່​ໜ້າ​ວິຕົກ​ຄື​ການ​ບໍ່​ສົນ​ໃຈ​ກັບ​ເລື່ອງ​ແຕ່ງງານ​ຢູ່​ໃນ​ສະຫະລັດ​. ​ໃນ​ຕົ້ນ​ປີ​ນີ້ New York Times ໄດ້​ລາຍ​ງານ​ວ່າ “ຈຳນວນ​ເດັກນ້ອຍ​ທີ່​ເກີດ​ມານອກ​ການ​ແຕ່ງງານ​ງານ​ແມ່ນ​ມີ​ຫລາຍ​ກວ່າ​ແຕ່​ກ່ອນ: ມີ​ເດັກ​ຫລາຍ​ກວ່າ​ຫ້າ​ສິບ​ເປີ​ເຊັນ​ທີ່​ເກີດ​ນຳຜູ້ຍິງ​ທີ່​ມີ​ອາຍຸຕ່ຳ​ກວ່າ 30 ປີ ນອກ​ການ​ແຕ່ງງານ” (Jason DeParle and Sabrina Tavernise, “Unwed Mothers Now a Majority Before Age of 30,” New York Times, Feb. 18, 2012, A1).

​ແລະ ​​ເຮົາ​ກໍ​ຮູ້​ວ່າ ໃນ​ບັນດາ​ຄູ່​ແຕ່ງງານ​ຢູ່​ໃນ​ສະຫະລັດ, ​ເກືອບ​ເຄິ່ງໜຶ່ງ​ທີ່​​ໄດ້​ຢ່າ​ຮ້າງ. ​ເຖິງ​ແມ່ນ​ຜູ້​ທີ່​ແຕ່ງງານ​ຢູ່​ກໍ​ຍັງ​ຫລົງ​ທາງ​ໄປ ​ໂດຍ​ປ່ອຍ​ໃຫ້​ສິ່ງ​ອື່ນ​ໆ​ເຂົ້າ​ມາ​ແຊກ​ແຊງ​ຄວາມ​ສຳພັນ​ໃນຄອບຄົວ​ຂອງ​ພວກ​ເຂົາ.

ພ້ອມ​ນີ້ ກໍ​ມີ​ສິ່ງ​ໜຶ່ງ​ອີກ​ທີ່​ໜ້າ​ເປັນ​ຫ່ວງ​ຄື ຊ່ອງ​ວ່າງ​ລະຫວ່າງ​ຄົນ​ຮັ່ງມີ ​ແລະ ຄົນ​ຍາກຈົນ ​ແລະ ລະຫວ່າງ​ຄົນ​ທີ່​ພະຍາຍາມ​ຮັກສາ​ຄອບຄົວ ​ແລະ ຄຸນຄ່າ ​ກັບຄົນ​ທີ່​ຍົກ​ເລີກ​ທຸກ​ສິ່ງນັບ​ມື້​ນັບ​ໄກ​ກັນ​ຫລາຍ. ຕາມ​ສະຖິຕິ, ຄົນ​ທີ່​ມີ​ການ​ສຶກສາ​ໜ້ອຍ ​ແລະ ມີ​ລາຍ​ໄດ້​ໜ້ອຍ ສ່ວນ​ໜ້ອຍ​ຈະ​ແຕ່ງງານ ​ແລະ ​ໄປ​ໂບດ ​ແລະ ສ່ວນ​ຫລາຍ​ຈະ​ຮ່ວມ​ເຮັດ​ເລື່ອງ​ບໍ່​ດີ ​ແລະ ຈະ​ມີ​ລູກ​ນອກ​ການ​ແຕ່ງງານ. ​ເລື່ອງ​ນີ້​ກໍ​ມີ​ຢູ່​ທົ່ວ​ໄປ​ໃນ​ໂລກ. (ເບິ່ງ W. Bradford Wilcox and others, “No Money, No Honey, No Church: The Deinstitutionalization of Religious Life among the White Working Class,” available at www.virginia.edu/marriageproject/pdfs/Religion_WorkingPaper.pdf.)

ກົງກັນຂ້າມ​ກັບ​ຄວາມ​ຄິດ​ຂອງ​ຫລາຍ​ຄົນ, ຄວາມ​ຈະ​ເລີ​ນກ້າວໜ້າ ​ແລະ ການ​ສຶກສາ ​ເບິ່ງ​ຄື​ວ່າ​ກ່ຽວພັນ​ກັບ​ຄອບຄົວ ​ແລະ ຄຸນຄ່າ.

ຄຳ​ຖາມ​ແທ້​ຈິງ ​ແມ່ນ​ກ່ຽວ​ກັບ ສາ​ເຫດ ​ແລະ ຜົນ​ສະທ້ອນ. ສັງຄົມ​ບາງ​ບ່ອນ​ມີຄຸນຄ່າ ​ແລະ ມີ​ຄອບຄົວ​ດີກ​ວ່າ ​ເພາະ ມີ​ການ​ສຶກສາ ​ແລະ ຈະ​ເລີນ​ກ້າວໜ້າ​ບໍ ຫລື ຖ້າ​ຫາກ​ວ່າ​ເຂົາ​ເຈົ້າ​ຈະ​ເລີ​ນກ້າວໜ້າ ​ແລະ ມີ​ການ​ສຶກສາ​ ​ເພາະ ເຂົາ​ເຈົ້າ​ມີ​ຄຸນຄ່າ ​ແລະ ຄອບຄົວ​ດີບໍ? ​ໃນ​ສາດສະໜາ​ຈັກ​ທີ່​ຂະຫຍາຍ​ໄປ​ທົ່ວ​ໂລກ​ນີ້ ​ເຮົາ​ຮູ້​ວ່າ ມັນ​ແມ່ນ​ຄຳ​ຖາມ​ອັນ​ທີ​ສອງ. ​ເມື່ອ​ຜູ້​ຄົນ​ຈິງ​ຈັງ​ກັບຄອບຄົວ ​ແລະ ສາດສະໜາ ​ເຮັດ​ຕາມຫລັກ​ທຳພຣະກິດ​ຕິ​ຄຸນ, ​ແລ້ວພວກ​ເຂົາ​ຈະ​ດີ​ຂຶ້ນ​ທາງ​ວິນ​ຍານ ​ແລະ ສ່ວນ​ຫລາຍ​ທາງ​ໂລກ​ນຳ​ອີກ.

ແລະ ​ແນ່ນອນ, ​ສັງຄົມ​ທົ່ວ​ໄປ​ກໍ​ຈະ​ເຂັ້ມ​ແຂງ​ຂຶ້ນ ​ເມື່ອ​ຄອບຄົວ ເຂັ້ມ​ແຂງ​ຂຶ້ນ​ກວ່າ​ເກົ່າ.​ ຄວາມ​ຈິງ​ຈັງ​ຕໍ່ຄອບຄົວ ​ແລະ ຄຸນຄ່າ​ເປັນ ສາ​ເຫດ ຕົ້ນຕໍ. ເກືອບ​ທຸກ​ສິ່ງ​ນອກຈາກ​ນັ້ນ​ຈະ​ເປັນ ຜົນ​ສະ​ທ້ອນ. ​ເມື່ອ​ຊາຍ​ຍິງ​ແຕ່ງງານ​ກັນ ​ພວກ​ເຂົາ​ໄດ້​ເຮັດ​ຂໍ້​ຜູກ​ມັດ​ຕໍ່​ກັນ, ພວກ​ເຂົາ​ຫວັງ​ຈະ​ສ້າງສາ​ນຳ​ກັນ.​ ​ເມື່ອ​ລູກ​ເກີດ​ມາພາຍ​ໃນ​ການ​ແຕ່ງງານ ​ແລະ ມີ​ທັງ​ພໍ່​ແມ່, ​ໂອກາດຈະ​ມີ​ຫລາຍ ​ແລະ ວິຊາ​ຄວາມ​ຮູ້​ຂອງ​ເຂົາ​ຈະ​ສູງ​ຂຶ້ນ. ​ແລະ ​ເມື່ອ​ຄອບຄົວ​ທຳ​ງານ ​ແລະ ຫລິ້ນ​ນຳ​ກັນ, ​ເພື່ອນ​ບ້ານ ​ແລະ ຊຸມ​ຊົນ​ຈະ​ກ້າວໜ້າ, ​ເສດຖະກິດ​ຈະ​ດີ​ຂຶ້ນ, ​ແລະ ບໍ່​ຈຳ​ເປັນ​ຕ້ອງ​ເພິ່ງ​ລັດຖະບານ ​ໃຫ້ “ຕັ້ງ​ໂຄງການຕ່າງໆ​ເພື່ອ​ຊ່ອຍ​ເຫລືອ.”

ສະ​ນັ້ນ ຂ່າວ​ຮ້າຍ​ຄື ​ເມື່ອ​ຄອບຄົວ​ແຕກ​ລ້າວ, ຈະ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ສັງຄົມ ​ແລະ ​ເສດຖະກິດ. ​ແຕ່​ຂ່າວ​ດີ​ກໍ​ຄື ​ເຊັ່ນ​ດຽວ​ກັບສາ​ເຫດ ​ແລະ ຜົນ​ສະທ້ອນ, ຜົນ​ຮ້າຍ​ນັ້ນສາມາດ​ປ່ຽນ​ເປັນ​ຜົນ​ດີ​ໄດ້. ຄວາມ​ບໍ່​ຍຸດຕິ​ທຳ​ສາມາດ​ແກ້​ໄຂ​ໄດ້ ​ໂດຍ​ການ​ດຳລົງ​ຊີວິດ​ຕາມ​ຫລັກ​ທຳ ​ແລະ ຄຸນຄ່າ. ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ ສາ​ເຫດ ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຮົາ​​ແມ່ນ​ຄອບຄົວ​ຂອງ​ເຮົາ. ຖ້າ​ຫາກ​ເຮົາ​ອຸທິດ​ຕົນ​ກັບ​ສາ​ເຫດ​ນີ້, ​ແລ້ວ​ເຮົາ​ຈະ​ພັດທະນາ​ຢ່າງ​ອື່ນ​ໄດ້​ໃນ​ຊີວິດ​ຂອງ​ເຮົາ ​ແລະ ຈະ​ກາຍ​ເປັນ​ຕົວຢ່າງທີ່​ດີ ​​ເປັນ​ສ່ວນ​ຕົວ ​ແລະ ​ເປັນ​ທັງ​ສາດສະໜາ​ຈັກ ​ເປັນແສງ​ເຍືອງ​ທາງ​ໃຫ້​ແກ່​ຜູ້​ຄົນ​ທັງ​ປວງ​ຢູ່​ໃນ​ໂລກ​ນີ້.

ແຕ່​ມັນ​ບໍ່​ໄດ້​ເປັນ​ເລື່ອງ​ງ່າຍ​ຢູ່​ໃນ​ໂລກ​ທີ່​ຫົວ​ໃຈ​ຫັນ​ໄປ​ຫາ​ຫລາຍ​ສິ່ງ​ຫລາຍ​ຢ່າງ, ​ແລະ ​ໂລກ​ທັງ​ໂລກ​ໝຸນ​ວຽນ​ປ່ຽນ​ໄປ​ຢ່າງ​​ໄວວາ. ບໍ່​ມີ​ສິ່ງ​ໃດ​ຄົງ​ຢູ່​ບ່ອນ​ເກົ່າ​ໄດ້​ດົນ. ​ແບບ​ແຜນ, ​ແນວທາງ, ຄວາມ​ນິຍົມ​ຊົມ​ຊອບ, ຄວາມ​ຖືກຕ້ອງ​ທາງ​ການ​ເມືອງ, ​ແລະ ​ແມ່ນ​ແຕ່​ຄວາມ​ຄິດ​ເລື່ອງ​ຄວາມ​ດີ ​ແລະ ຄວາມ​ຊົ່ວ ກໍ​ຍ້າຍ ​ແລະ ​ປ່ຽນ​ແປງ. ດັ່ງ​ທີ່​ສາດສະດາ​ເອຊາ​ຢາ​ໄດ້​ບອກ​ໄວ້ວ່າ ສິ່ງ​ຊົ່ວ​ຈະ​ຖືກ​ເອີ້ນ​ວ່າ​ດີ, ​ແລະ ສິ່ງ​ດີ​ຈະ​ຖືກ​ເອີ້ນ​ວ່າ​ຊົ່ວ (​ເບິ່ງ ​ເອຊາ​ຢາ 5:20).

ທາງ​ວິນ​ຍານ​ກໍ​ໄກ​ອອກ​ໄປ​ເລື້ອຍໆ ​ເມື່ອ​ມານ​ຮ້າຍ​ນັບ​ມື້​ນັບຫລອກ​ລວງ, ​ໃຊ້​ເລ້​ຫລ່ຽມ, ​ແລະ ດຶງ​ຜູ້​ຄົນ​ໄປ​ຫາ​ມັນ​ຫລາຍ​ກວ່າ​ເກົ່າ ຄືກັນ​ກັບ​ແມ່​ເຫລັກ​ໃນ​ຄວາມ​ມືດ—​ແມ່ນ​ແຕ່​ໃນ​ຕອນ​ທີ່​ພຣະກິດ​ຕິ​ຄຸນ​ແຫ່ງ​ຄວາມ​ຈິງ ​ແລະ ຄວາມ​ສະຫວ່າງດຶງ​ດູດ​ຫົວ​ໃຈ​ຜູ້ທີ່​ຊື່ສັດ ​ແລະ ຜູ້​ມີ​ກຽດ​ຢູ່​ໃນ​ໂລກ​ນີ້​ ຜູ້​ສະ​ແຫວງ​ຫາສິນ​ທຳ ​ແລະ ຄວາມ​ດີກໍ​ຕາມ.

​ເຮົາ​ອາດ​ເປັນ​ຈຳນວນ​ນ້ອຍ, ​ແຕ່​ໃນ​ຖານະ​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ ​ເຮົາ​ສາມາດ​ເອື້ອມ​ອອກ​ໄປ​ຫາ​ຊ່ອງ​ວ່າງ​ອັນ​ກວ້າງ​ໄກ​ນີ້​ໄດ້. ​ເຮົາ​ຮູ້​ວ່າ​ພະລັງ​ຂອງ​ການ​ຮັບ​ໃຊ້​ຢ່າງ​ພຣະຄຣິດ ຈະ​ນຳ​ລູກໆ​ຂອງ​ພຣະ​ເຈົ້າ​ມາ​ຫາ​ກັນ ບໍ່​ວ່າ​ສະພາບ​ທາງ​ວິນ​ຍານ ​ແລະ ​ເສດຖະກິດ​ຂອງ​ເຂົາ​ເຈົ້າ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ. ປີຜ່ານມາ​ນີ້ ຝ່າຍ​ປະທານ​ສູງ​ສຸດ​ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຮັບ​ໃຊ້ ​ເພື່ອ​ສະ​ເຫລີມ​ສະຫລອງ ວັນ​ຄົບຮອບ 75 ປີ ຂອງ​ໂຄງການ​ສະຫວັດດີ​ການ​ ​ເພື່ອ​ຊ່ອຍ​ເຫລືອ​ຜູ້​ຄົນ​ໃຫ້​ກາຍ​ເປັນ​ຄົນ​ກຸ້ມ​ຕົນ​ເອງຫລາຍ​ຂຶ້ນ. ສະມາຊິກ​ໄດ້​ເສຍ​ສະລະ​ເຫື່ອ​ແຮງຫລາຍ​ລ້ານ​ຊົ່ວ​ໂມງ​ຕະຫລອດ​ທົ່ວ​ໂລກ.

ສາດສະໜາ​ຈັກ​ເປັນ​ບ່ອນ​​ເພິ່ງ​ທີ່​ປອດ​ໄພ​ໃນ​ທະ​ເລ​ທີ່ມີ​ພະຍຸ​ຮ້າຍ​ແຮງ, ​ເປັນ​ສະໝໍ​​ໃນ​ນ້ຳ​ທີ່ປັ່ນ​ປ່ວນ, ປ່ຽນ​ແປງ, ​ແລະ ​ແຍກ​ຍ້າຍ, ​ແລະ ​ເຍືອງ​ທາງ​ຜູ້​ທີ່​ເຫັນຄຸນຄ່າ ​ແລະ ສະ​ແຫວງ​ຫາ​ຄວາມ​ຊອບ​ທຳ. ພຣະຜູ້​ເປັນ​ເຈົ້າ​ໄດ້​ໃຊ້​ສາດສະໜາ​ຈັກ​ນີ້​ເປັນ​ເຄື່ອງມື​ໃນ​ການ​ດຶງ​ເອົາ​ລູກໆ​ຂອງ​ພຣະອົງ​ຕະຫລອດ​ທົ່ວ​ໂລກ ​ໃຫ້​ມາສູ່​ພຣະກິດ​ຕິ​ຄຸນ​ທີ່​ປົກ​ປ້ອງ​ຂອງ​ພຣະອົງ.

ລິດ​ອຳນາດ​ຂອງ​ເອລີ​ຢາ, ຊຶ່ງ​ບໍ່​ມີ​ຂອບ​ເຂດ, ກໍ​ເປັນ​ອຳນາດ​ທີ່​ຍິ່ງ​ໃຫຍ່​ຄື​ກັນ ​ໃນ​ຈຸດປະສົງ​ຂອງ​ພຣະຜູ້​ເປັນ​ເຈົ້າຈຸດ​ເປົ້າ​ໝາຍ​ນິລັນດອນ​ຂອງ​ລູກໆ​ຂອງ​ພຣະອົງ. ​ໃນ​ຖ້ອຍ​ຄຳ​ຂອງ​ມາລາ​ກີ, ລິດ​ອຳນາດ​ຂອງ​ພຣະວິນ​ຍານ​ບໍລິສຸດ “ຈະ​ນຳ​ພໍ່​ກັບ​ລູກ​ມາ​ພົບ​ກັນ​ອີກ” (ມາລາ​ກີ 4:6).

ສາດສະໜາ​ຈັກ​ຕັ້ງ​ຢູ່​ເປັນ​ຕົວຢ່າງ​ຂອງ​ການ​ຫັນ​ຫົວ​ໃຈ ​ແລະ ​ເປັນ​ພະຫາ​ນະ​ພາ​ໄປ​ຫາສິ່ງ​ດີ​ຢູ່​ໃນ​ໂລກ. ​ໃນ​ບັນດາ​ສະມາຊິກ​ຂອງ​ສາດສະໜາ​ຈັກຜູ້​ໄດ້​ແຕ່ງງານ​ຢູ່​ໃນ​ພຣະວິຫານ ​ແລະ ຜູ້​ໄປ​ໂບດ​ໃນ​ວັນ​ອາທິດ​ເປັນ​ປະ​ຈຳ;​ຈຳນວນ​ປະ​ຮ້າງ​ແມ່ນ​ມີ​ໜ້ອຍ​ກວ່າ​ໂລກ ​ແລະ ຄອບຄົວ​ກໍ​ໃກ້ຊິດ​ກັນ ​ແລະ ​ຕິດ​ຕໍ່​ຫາ​ກັນ​ເລື້ອຍໆ.​ ສຸຂະພາບ​ໃນ​ຄອບຄົວ​ກໍ​ດີກ​ວ່າ, ​ແລະ ​ເຮົາ​ກໍ​ມີ​ຊີວິດ​ຍືນ​ຍາວ​ກວ່າ​ປະຊາຊົນ​ໂດຍ​ທົ່ວ​ໄປ. ​ເຮົາ​ໄດ້​ບໍ​ລິ​ຈາກ​ເງິນ ​ແລະ ການ​ຮັບ​ໃຊ້​ຫລາຍ​ກວ່າ ​ເພື່ອ​ຊ່ອຍ​ເຫລືອ​ຄົນ​ຂັດ​ສົນ, ​ແລະ ​ສ່ວນ​ຫລາຍ​ແລ້ວ​ເຮົາ​ຈະ​ສະ ​ແຫວງຫາ​ການ​ສຶກສາ​ສູງ. ຂ້າພະ​ເຈົ້າ​ກ່າວ​ສິ່ງ​ເຫລົ່າ​ນີ້ ບໍ່​ແມ່ນ​ເພື່ອ​ໂອ້​ອວດ​ແນວ​ໃດ, ​ແຕ່​​ເປັນ​ພະຍານ​ວ່າ ຊີວິດ​ຈະ​ດີ​ກວ່າ (​ແລະ ມີ​ຄວາມສຸກ​ກວ່າ) ​ເມື່ອ​ຫົວ​ໃຈ​ຖືກ​ຫັນ​ກັບ​ຄືນ​ໄປ​ຫາ​ຄອບຄົວ ​ແລະ ​ເມື່ອ​ຄອບຄົວ​ດຳລົງ​ຊີວິດ​ໃນ​ຄວາມ​ສະຫວ່າງ​ແຫ່ງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະຄຣິດ.

ສະ​ນັ້ນ ​ເຮົາ​ຈະ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ສາມາດ​ຫລີກ​ເວັ້ນຈາກ​ການ​ຫລົງ​ທາງ​ໄປ? ທຳ​ອິດ, ຂ້າພະ​ເຈົ້າ​ຂໍ​ແນະນຳ​​ໃຫ້​ເຮົາ​ຈັດ ດຳ​ລັບ​ຄວາມ​ສຳຄັນ. ໃຫ້ທຸກ​ສິ່ງ​ທີ່ຢູ່​ນອກ​ບ້ານ​ມີ​ຄວາມ​ສຳຄັນ​ຕ່ຳ​ກວ່າ​ສິ່ງ​ທີ່ຢູ່​ໃນ​ບ້ານ​. ປະທານ​ແຮ​ໂຣນ ບີ ລີ ​ໄດ້​ແນະນຳ​ວ່າ “ວຽກ​ງານ​ທີ່ … ສຳຄັນ​ທີ່​ສຸດ​ທີ່​ທ່ານ​ເຮັດ ​ແມ່ນຢູ່​ພາຍ​ໃນ​​ບ້ານ​ຂອງ​ທ່ານ” (Teachings of Presidents of the Church: Harold B. Lee [2000], 134) ​ແລະ ປະທານ​ເດ​ວິດ ໂອ ມິກ​ເຄ ​ໄດ້ກ່າວ​ວ່າ “ບໍ່​ມີ​ຄວາມ​ສຳ​ເລັດ​ໃດ​ທີ່​ສາມາດ​ທົດ​ແທນ​ຄວາມ​ລົ້ມ​ເຫລວ​ຢູ່​ໃນ​ບ້ານ​ໄດ້” (quoted from J. E. McCulloch, Home: The Savior of Civilization [1924], 42; in Conference Report, Apr. 1935, 116).

ຈົ່ງ​ຈັດ​ລະບຽບ​ຊີວິດ​ສ່ວນ​ຕົວ​ຂອງ​ທ່ານ ​ເພື່ອ​ຈັດ​ເວລາ​ສຳລັບ​ການ​ອະທິຖານ ​ແລະ ກາ​ນສຶກສາພຣະຄຳ​ພີ ​ແລະ ​ເຮັດ​ກິດຈະກຳ​ເປັນ​ຄອບຄົວ. ຈົ່ງ​ມອບ​ໜ້າ​ທີ່​ໃຫ້​ລູກໆ​ທີ່​ຈະ​ເຮັດ​ຢູ່​ບ້ານ​ ​ເພື່ອ​ເຂົາ​ຈະ​ຮຽນ​ເຮັດ​ວຽກ. ຈົ່ງ​ສອນ​ເຂົາ​ວ່າ ການ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ​ຈະ​ນຳພາ​ເຂົາ​ໃຫ້​ຫ່າງ​ໄກ​ຈາກ​ຄວາມ​ສົກກະປົກ, ຄວາມ​ບໍ່​ເປັນ​ລະບຽບ, ​ແລະ ຄວາມ​ຮ້າຍ​ແຮງ​ຢູ່​ໃນ​ອິນ​ເຕີ​ແນັດ, ​ໃນ​ທາງ​ສື່ສານ, ​ແລະ ​ໃນ​ວິ​ດີ​ໂອ​ເກມ. ​ເຂົາ​ຈະ​ບໍ່​ຫລົງ​ທາງ​ໄປ, ​ແລະ ​ເຂົາ​ຈະ​ຕຽມ​ຕົວ​ທີ່​ຈະ​ຮັບ​ເອົາໜ້າ​ທີ່​ຮັບຜິດຊອບ​ເມື່ອ​ມັນ​ຖືກ​ມອບ​ໃຫ້​ເຂົາ.

ສອງ, ​ເຮົາ​ຕ້ອງ​ເຮັດ​ທຸກ​ສິ່ງ​ຕາມ ລຳດັບ​ທີ່​ຖືກຕ້ອງ! ການ​ແຕ່ງງານ​ກ່ອນ, ​ແລ້ວຄອບຄົວ. ຫລາຍຄົນ​ຢູ່​ໃນ​ໂລກລືມ​ລຳດັບ​ທີ່​ຖືກຕ້ອງ​ນີ້ ​ແລະ ຄິດ​ວ່າ​ເຂົາ​ສາມາດ​ປ່ຽນ​ມັນ ຫລື ປີ້ນ​ມັນ. ຈົ່ງກຳ​ຈັດ​ທຸກ​ສິ່ງ​ທີ່​ທ່ານ​ຢ້ານ​ກົວ​ດ້ວຍ​ສັດທາ. ຈົ່ງ​ໄວ້​ວາງ​ໃຈ​ໃນ​ອຳນາດ​ຂອງ​ພຣະ​ເຈົ້າ​ເພື່ອ​ໃຫ້​ນຳພາ​ທ່ານ.

ຕໍ່​ທ່ານ​ທີ່​ຍັງ​ບໍ່​ໄດ້​ແຕ່ງງານ​ເທື່ອ, ຈົ່ງ​ຊອກ​ຫາ​ຄູ່​ຄອງ​ນິລັນດອນ​ຂອງ​ທ່ານ​ຢ່າງ​ລະມັດລະວັງ. ຊາຍ​ໜຸ່ມ​ທັງຫລາຍ, ຈົ່ງ​ຈື່​ຈຳ​ຖ້ອຍ​ຄຳ​ຂອງ​ປະທານ​ໂຈ​​ເຊັບ ແອັຟ ສະ​ມິດ ທີ່​ວ່າ: “ການເປັນ​ໂສດ … ​ເຮັດ​ໃຫ້​ຜູ້​ຄົນ​ຄິດ​ວ່າເປັນ​ສິ່ງ​ທີ່​ໜ້າ​ປາຖະໜາ ​ເພາະ​ມີ​ໜ້າ​ທີ່​ຮັບຜິດຊອບ​ໜ້ອຍ. ຄວາມ​ຜິດ​ແມ່ນ​ຢູ່​ທີ່​ຊາຍ​ໜຸ່ມ. ອາຍຸ​ອັນ​ໜຸ່ມ​ນ້ອຍ​ຂອງ​ເຂົາ​ເຈົ້າ ​ໄດ້​ພາ​ເຂົາ​ເຈົ້າ​ເດີນ​ໄປ​ໃນ​ເສັ້ນທາງ​ທີ່​ຫ່າງ​ຈາກ​ໜ້າ​ທີ່ ​ແລະ ຄວາມ​ຮັບຜິດຊອບ. … ສ່ວນ​ຍິງ​ໜຸ່ມ​ເປັນ​ຜູ້​ຮັບ​​ເຄາະ .​.​. ​ເຂົາ​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ແຕ່ງງານ​ຖ້າ​ເປັນ​ໄປ​ໄດ້ ​ແລະ ຮັບ​ເອົາໜ້າ​ທີ່​ຮັບຜິດຊອບ​ດ້ວຍ​ຄວາມ​ພາກພູມ​ໃຈ.” (Gospel Doctrine, 5th ed. [1939], 281).

​ແລະ ຕໍ່​ພວກ​ເຈົ້າຍິງ​ໜຸ່ມ​ທັງຫລາຍ, ຂ້າພະ​ເຈົ້າ​ຂໍ​ກ່າວ​ວ່າ ຢ່າ​ລືມ​ໜ້າ​ທີ່​ຮັບຜິດຊອບ​ນີ້​ເດີ້. ບໍ່​ມີ​ອາຊີບ​ໃດ​ທີ່​ສາມາດ​ນຳ​ຄວາມ​ເພິ່ງ​ພໍ​ໃຈ​ມາ​ໃຫ້​ຫລາຍ​ກວ່າ​ການ​ລ້ຽງ​ດູ​ຄອບຄົວ. ​ແລະ ​ເມື່ອ​ພວກ​ເຈົ້າ​ມີ​ອາຍຸ​ເທົ່າ​ກັບຂ້າພະ​ເຈົ້າ, ພວກ​ເຈົ້າ​ຈະ​ຮູ້ສຶກຫລາຍ​ກວ່າ​ນັ້ນ.

ສາມ, ສາມີ ​ແລະ ພັນ​ລະ​ຍາ, ທ່ານ​ຄວນ​ເປັນ ຫຸ້ນ​ສ່ວນ​ທີ່​ເທົ່າ​ທຽມ​ກັນ ໃນ​ການ​ແຕ່ງງານ​ຂອງ​ທ່ານ. ຈົ່ງ​ອ່ານ​ ​ແລະ ​ເຂົ້າ​ໃຈ​ໃບປະກາດ​ເລື່ອງ​ຄອບຄົວ​ເລື້ອຍໆ ​ແລະ ​ເຮັດ​ຕາມ​ນັ້ນ.​ ຈົ່ງ​ຫລີກ​ເວັ້ນຈາກ​ການໃຊ້​ອຳນາດ​ປົກຄອງ​ທີ່​ບໍ່​ຊອບ​ທຳ ບໍ່​ວ່າ​ຈະ​ເປັນ​ໃນທາງໃດ​ກໍ​ຕາມ. ບໍ່​ມີ​ໃຜ​ເປັນ​ເຈົ້າ​ຂອງ​ຄູ່​ຄອງ ຫລື ລູກໆ​; ພຣະ​ເຈົ້າ​ເປັນ​ພຣະບິດາ​ຂອງ​ເຮົາທຸກ​ຄົນ ​ແລະ ​ໄດ້​ມອບ​ສິດທິ​ພິ​ເສດ​ໃຫ້​ເຮົາ​ເພື່ອ​ມີ​ຄອບຄົວ, ຊຶ່ງ​ເປັນ​ຂອງ​ພຣະອົງ​ມາ​ກ່ອນ​ແລ້ວ, ​ເພື່ອ​ຊ່ອຍ​ເຫລືອ​ເຮົາ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະອົງ​ຫລາຍ​ຂຶ້ນ. ​ໃນ​ຖານະ​ທີ່​ເປັນ​ລູກໆ​ຂອງ​ພຣະອົງ, ​ເຮົາ​ຄວນ​ຮຽນ​ຢູ່​ໃນ​ບ້ານ​ທີ່​ຈະ​ຮັກ​ພຣະ​ເຈົ້າ ​ແລະ ​ທີ່​ຈະ​ຮູ້​ວ່າ ​ເຮົາ​ສາມາດ​ທູນ​ຕໍ່​ພຣະອົງ​ເພື່ອ​ຂໍ​ຄວາມ​ຊ່ອຍ​ເຫລືອ​ໃນ​ສິ່ງ​ທີ່​ເຮົາ​ຕ້ອງການ. ທຸກ​ຄົນ, ​ແຕ່ງ​ງານ ຫລື ​ເປັນ​ໂສດ, ສາມາດ​ມີ​ຄວາມສຸກ​ໄດ້ ​ແລະ ສົ່ງ​ເສີມ​ຄອບຄົວ​ທີ່​ທ່ານ​ມີ.

ແລະ ສຸດ​ທ້າຍ, ຈົ່ງ​ໃຊ້ ແຫລ່ງ​ສຳລັບຄອບຄົວ ຂອງ​ສາດສະໜາ​ຈັກ. ​ໃນ​ການ​ລ້ຽງ​ດູ​ລູກໆ, ຄອບຄົວ​ສາມາດ​ຫາ​ຄວາມ​ຊ່ອຍ​ເຫລືອ​ຈາກ​ຫວອດ. ຈົ່ງ​ສົ່ງ​ເສີມ ​ແລະ ​ເຮັດ​ວຽກ​ງານ​ຮ່ວມ​ກັບ​ຜູ້ນຳຖານະ​ປະ​ໂລຫິດ ​ແລະ ຜູ້ນຳ​ຊ່ອຍ​ເຫລືອ ​ແລະ ສວຍ​ໂອກາດ​ໃຊ້​ໂຄງການ​ສຳລັບ​ຊາວ​ໜຸ່ມ ​ແລະ ຄອບຄົວ. ​ໃຫ້​ຈື່​ຈຳ​ຖ້ອຍ​ຄຳ​ຂອງ​ປະທານ​ລີ ທີ່​ວ່າ—ສາດສະໜາ​ຈັກ​ເປັນ​ພື້ນຖານ​ທີ່​ເຮົາ​ສ້າງ​ຄອບຄົວ​ນິລັນດອນ​ຂອງ​ເຮົາ​ໄວ້ເທິງ​ນັ້ນ (​ເບິ່ງ Teachings of Presidents of the Church: Harold B. Lee [2000], 148).

ບັດ​ນີ້, ຖ້າ​ຫາກ​ວ່າ​ມີບຸກຄົນ​ໃດ ຫລື ຄອບຄົວ​ໃດ ​ໄດ້​ຫລົງ​ທາງ​ໄປ, ​ແລ້ວ​ໃຫ້ທ່ານ​ພຽງ​ແຕ່​ນຳ​ໃຊ້​ຄຳ​ສອນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຈາກ ພຣະທຳ​ລູກາ ບົດ​ທີ 15 ​ເພື່ອ​ດັດ​ແປງ​ເສັ້ນທາງ​ຂອງ​ທ່ານ. ຢູ່​ໃນ​ບົດ​ນີ້ ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ບອກ​ເຖິງ​ຄວາມ​ພະຍາຍາມ​ຂອງ​ຜູ້​ລ້ຽງ​ດູ​ແກະ ​ເພື່ອ​ໄປ​ຊອກ​ຫາ​ໂຕ​ແກະ​ທີ່​ເສຍ​ໄປຂອງ​ລາວ, ​ເລື່ອງການ​ຕ້ອນ​ຮັບລູກ​ທີ່​ເສຍ​ໄປຜູ້​ໄດ້​ກັບ​ຄືນ​ມາ​ບ້ານ.​ ​ເປັນ​ຫຍັງ​ພຣະ​ເຢຊູ​ຈຶ່ງ​ສອນ​ຄຳ​ອຸປະມາ​ເຫລົ່າ​ນັ້ນ? ພຣະອົງ​ຢາກ​ໃຫ້​ເຮົາ​ຮູ້ວ່າ ບໍ່​ມີ​ຄົນ​ໃດ​ໃນ​ພວກ​ເຮົາຈະ​ຫລົງ​ທາງ​ຈົນ​ວ່າ​ເຮົາ​ບໍ່​ສາມາດ​ຊອກຫາ​ທາງ​ກັບ​ໄດ້​ຜ່ານ​ການ​ຊົດ​ໃຊ້ ​ແລະ ຄຳ​ສອນ​ຂອງ​ພຣະອົງ.

​ເມື່ອ​ທ່ານ​ສະ​ແຫວງ​ຫາທີ່​ຈະ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ ​ແລະ ຄຳ​ສອນ​ຂອງ​ພຣະຄຣິດ, ​ແລ້ວ​ພຣະວິນ​ຍານ​ບໍລິສຸດ​ຈະ​ນຳພາ​ທ່ານ ​ແລະ ຄອບຄົວ​ຂອງ​ທ່ານ. ທ່ານ​ຈະ​ໄດ້​ຮັບ GPS ທາງ​ວິນ​ຍານ ທີ່​ຈະ​ບອກ​ໃຫ້​ທ່ານ​ຮູ້​ວ່າ ທ່ານ​ຢູ່​ບ່ອນ​ໃດ ​ແລະ ທ່ານ​ຈະ​ໄປ​ຫາ​ບ່ອນ​ໃດ. ຂ້າພະ​ເຈົ້າ​ຂໍ​ເປັນ​ພະຍານ​ວ່າ ພຣະຜູ້​ໄຖ່​ຂອງ​ມະນຸດຊາດຜູ້​ໄດ້ຟື້ນ​ຄືນ​ຊີວິດ​ແລ້ວຮັກ​ເຮົາທຸກ​ຄົນ​ ແລະ ພຣະອົງ​ໄດ້​ສັນຍາ​ວ່າ ຖ້າ​ຫາກ​ເຮົາ​ຕິດຕາມ​ພຣະອົງ, ພຣະອົງ​ຈະ​ນຳພາ​ເຮົາກັບ​ຄືນ​ໄປ​ດ້ວຍ​ຄວາມ​ປອດ​ໄພ​ສູ່​ທີ່​ປະ​ທັບ​ຂອງ​ພຣະບິດາ​ເທິງ​ສະຫວັນ. ຂ້າພະ​ເຈົ້າ​ຂໍ​ເປັນ​ພະຍານ​ເຖິງ​ສິ່ງ​ນີ້ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.