​2010–2019
ຄຳ​ສອນ​ຂອງ​ພຣະຄຣິດ
ເມສາ 2012


ຄຳ​ສອນ​ຂອງ​ພຣະຄຣິດ

​ໃນ​ສາດສະໜາ​ຈັກ​ໃນ​ທຸກ​ວັນ​ນີ້, ດັ່ງ​ເຊັ່ນ​ໃນ​ສະ​ໄໝ​ໂບຮານ, ຊຶ່ງ​ໄດ້​ຕັ້ງ​ຄຳ​ສອນ​ຂອງ​ພຣະຄຣິດ ຫລື ການ​ດັດ​ແປງ​ຄຳ​ສອນ​ທີ່​ຜິດ ຄື​ເປົ້າ​ໝາຍ​ຂອງ​ການ​ເປີດ​ເຜີຍ​.

ພວກ​ເຮົາ​ມີ​ຄວາມ​ກະຕັນຍູ​ ​ແລະ ມີ​ຄວາມ​ຮັກ​ແພງຫລາຍຕໍ່​ຊິດ​ສະ​ເຕີ​ແບັກ, ຊິດ​ສະ​ເຕີ​ອອນ​​ເຣດ, ​ແລະ ຊິດ​ສະ​ເຕີທອມ​ສັນ, ພ້ອມ​ດ້ວຍ​ກຳມະການ​ຂອງ​ສະມາຄົມ​ສະຕີ​ສົງ​ເຄາະ​ນຳ​ອີກ.

ບໍ່​ດົນ​ມາ​ນີ້​ເຮົາ​ໄດ້​ເຫັນ​ວ່າ​ສາທາລະນະ​ຊົນ​ມີ​ຄວາມ​ສົນ​ໃຈ​​ໃນ​ຄວາມ​ເຊື່ອ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ນີ້​ຄື​ບາງ​ສິ່ງ​ທີ່​ເຮົາ​ກາຍ​ເປັນ ​ເພາະຫລັງ​ຈາກ​ທຸກ​ສິ່ງ​ທຸກ​ຢ່າ​ງ, ຈຸດປະສົງ​ຂັ້ນຕົ້ນ​ຂອງ​ສາດສະໜາ​ຈັກ​ແມ່ນ​ຈະ​ສອນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູຄຣິດ, ຄຳ​ສອນ​ຂອງ​ພຣະອົງ, ​ໃນ​ໂລກ​ທຸກ​ບ່ອນ (​ເບິ່ງ ມັດ​ທາຍ 28:19–20; D&C 112:28). ແຕ່​ເຮົາ​ຕ້ອງ​ຍອມຮັບ​ວ່າ​ເຄີຍ​ມີ ​ແລະ ຍັງ​ມີ​ຄວາມ​ສັບ​​ສົນ​ຢູ່​ກ່ຽວ​ກັບ​ຄຳ​ສອນ ​ແລະ ​ເຖິງ​ທີ່​ມາ​ຂອງ​ມັນ.​ ນັ້ນ​ຄື​ສິ່ງ​ທີ່​ຂ້າພະ​ເຈົ້າ​ຢາກ​ກ່າວ​ໃນ​ມື້​ນີ້..

ພຣະຜູ້​ຊ່ອຍໃຫ້​ລອດ​​ໄດ້​ສອນ​ພຣະ​ຄຳ​ຂອງ​ພຣະອົງ​ໃນ​ຈຸດ​ສຸດ​ຍອດ​ຂອງ​ເວລາ ​ແລະ ອັກຄະ​ສາວົກ​ຂອງ​ພຣະອົງ​ໄດ້​ດີ້ນ​ລົນ​ຢ່າງ​ໜັກ​ເພື່ອ​ຮັກສາ​ມັນ​ໄວ້ຈາກ​ການ​ໂຈມ​ຕີ​ຂອງ​ປະ​ເພນີ ​ແລະ ປັດ​ຊະ​ຍາທີ່​ບໍ່​ຖືກຕ້ອງ. ຈົດໝາຍ​ຢູ່​ໃນ​ພຣະສັນຍາ​ໃໝ່​ໄດ້​ບອກ​ເຖິງເຫດການ​ຫລາຍ​ຢ່າງ​​ວ່​າການ​ປະ​ຖິ້ມ​ຄວາມ​ເຊື່ອ​ອັນ​ຮ້າຍ​ແຮງ ​ແລະ ມີ​ຢູ່ຢ່າງ​ຫລວງຫລາຍ​ໄດ້​ ເລີ່​ມຕົ້ນ​ແລ້ວ​​​ໃນ​ຊ່ວງ​​ໄລຍະ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ອັກຄະ​ສາວົກ.1

ສັດຕະວັດ​ຕໍ່​ໆ​ມາ​ຫລັງ​ຈາກ​ນັ້ນ​ໄດ້​ຮັບ​ແສງ​ຂອງ​ພຣະກິດ​ຕິ​ຄຸນສ່ອງ​ໃສ່​ເປັນ​ບາງ​ຄັ້ງຈົນ​ເຖິງ​ໃນ​ສັດຕະວັດ​ທີ 19, ​ແສງ​ອາ​ລຸນ​ອັນ​ຮຸ່ງ​ເຫລື້ອມ​ຂອງ​ພຣະກິດ​ຕິ​ຄຸນ​ໄດ້​ເລີ່​ມຕົ້ນ​ຢູ່​ໃນ​ໂລກ ​ແລະ ພຣະກິດ​ຕິ​ຄຸນຂອງ​ພຣະ​ຄຣິດ, ອັນ​ເຕັມ​ປ່ຽມ ​ແລະ ສົມບູນ, ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາສູ່​ໂລກ​ອີກ​. ວັນ​ເວລາ​ອັນ​ຮຸ່ງ​ໂລດ​ນີ້​ໄດ້​ເລີ່​ມຕົ້ນ​ເມື່ອ, ​ເລົາ​ແສງ​ “ທີ່​ແຈ້ງ​ກວ່າ​ແສງຕາ​ເວັນ” (Joseph Smith—History 1:16), ພຣະ​ເຈົ້າ ພຣະບິດາ ​ແລະ ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ​ໄດ້​ມາ​ຢ້ຽມຢາມ​ໂຈ​ເຊັບ ສະ​ມິດ ​ແລະ ​​ໄດ້​ເລີ່​ມຕົ້ນ​ສິ່ງ​ທີ່​ກາຍ​ເປັນ​ການ​ເປີດ​ເຜີຍ​ຢ່າງ​ຫລວງຫລາຍທີ່​ມາ​ກັບ​ອຳນາດ ​ແລະ ສິດ​ອຳນາດ​ນຳ​ອີກ.

​ໃນ​ການ​ເປີດ​ເຜີຍ​​ເຫລົ່ານີ້ ​ເຮົາ​ພົບ​ວ່າ ອາດ​ເປັນ​ສິ່ງ​ທີ່​ເຮົາ​ເອີ້ນ​ວ່າ ຈຸດ​ໃຈກາງ​ຂອງ​ຄຳ​ສອນ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດຖືກ​ຈັດ​ຕັ້ງ​ຂຶ້ນ​ໃໝ່ຢູ່​​​ເທິງ​ແຜ່ນດິນ​ໂລກ. ພຣະ​ເຢຊູ ພຣະອົງ​ເອງ​ໄດ້​ອະທິບາຍ​ວ່າ ຄຳ​ສອນ​ໃນ​ຖ້ອຍ​ຄຳ​ເຫລົ່າ​ນີ້ ທີ່​ມີ​ບັນທຶກ​ໄວ້​ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ: ປະຈັກ​ພະຍານ​ອີກ​ຢ່າງ​ໜຶ່ງ​​ເຖິງ​ພຣະ​ເຢຊູ​ຄຣິດ ​ແມ່ນ:

“ນີ້​ຄື​ຄຳ​ສອນ​ຂອງ​ເຮົາ, ແລະ ມັນ​ເປັນ​ຄຳ​ສອນ ຊຶ່ງພຣະ​ບິດາ​ໄດ້​ປະທານ​ໃຫ້​ແກ່​ເຮົາ, ແລະ ເຮົາ​ເປັນ​ພະຍານ​ເຖິງ​ພຣະ​ບິດາ ແລະ ພຣະ​ບິດາ​ເປັນ​ພະຍານ​ເຖິງ​ເຮົາ, ແລະ ພຣະ​ວິນ​ຍານ​ບໍລິສຸດ​ເປັນ​ພະຍານ​ເຖິງ​ພຣະ​ບິດາ ແລະ ເຖິງ​ເຮົາ, ແລະ ເຮົາ​ເປັນ​ພະຍານ​ວ່າ ພຣະ​ບິດາ​ໄດ້​ບັນຊາ​ໃຫ້​ມະນຸດ​ທັງ​ປວງ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ​ກັບ​ໃຈ ແລະ ເຊື່ອ​ໃນ​ເຮົາ.

“ແລະ ຜູ້​ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ, ແລະ ຮັບ​ບັບຕິ​ສະມາ, ຜູ້ນັ້ນຈະ​ລອດ; ແລະ ເຂົາ​ຈະ​ເປັນ​ຜູ້​ທີ່​ໄດ້​ຮັບ​ອານາຈັກ​ຂອງ​ພຣະ​ເຈົ້າ​ເປັນ​ມູນ​ມໍລະດົກ.

“ແລະ ຜູ້​ໃດ​ກໍ​ຕາມ​ທີ່​ບໍ່​ເຊື່ອ​ໃນ​ເຮົາ, ແລະ ບໍ່​ຮັບ​ບັບຕິ​ສະມາ, ຈະ​ຕ້ອງ​ອັບ​ປະ​ໂຫຍດ.

“… ແລະ ຜູ້​ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ​ຍ່ອມ​ເຊື່ອ​ໃນ​ພຣະ​ບິດາ​ຄື​ກັນ; ແລະ ຕໍ່​ຜູ້ນັ້ນພຣະ​ບິດາ​ຈະ​ເປັນ​ພະຍານ​ເຖິງ​ເຮົາ, ເພາະ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ຢ້ຽມຢາມ​ຜູ້ນັ້ນດ້ວຍ​ໄຟ ແລະ ດ້ວຍ​ພຣະ​ວິນ​ຍານ​ບໍລິສຸດ.  …

“ຕາມ​ຈິງ, ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າ, ວ່າ​ນີ້​ຄື​ຄຳ​ສອນ​ຂອງ​ເຮົາ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ສ້າງ​ຢູ່​ໃນ​ຄຳ​ສອນ​ນີ້​ຍ່ອມ​ສ້າງ​ຢູ່​ເທິງ​ດານ​ຫີນ​ຂອງ​ເຮົາ ແລະ ປະຕູ​ນະລົກ​ຈະ​ເອົາ​ຊະນະ​ເຂົາບໍ່​ໄດ້.” (3 ນີ​ໄຟ 11:32–35, 39).

ນີ້​ຄື​ຂ່າວ​ສານ​ຂອງ​ເຮົາ, ດານ​ຫີນ​ທີ່​ເຮົາ​ສ້າງ​ຂຶ້ນ​ເທິງ​ນັ້ນ, ​ເປັນ​ພື້ນຖານ​ຂອງ​ທຸກ​ສິ່ງ​ໃນ​ສາດສະໜາ​ຈັກ. ​ດັ່ງ​ທີ່​ທຸກ​ສິ່ງ​ທັງ​ປວງ​ມາ​ຈາກພຣະ​ເຈົ້າ, ຄຳ​ສອນ​ນີ້​ບໍລິສຸດ, ມັນ​ແຈ່ມ​ແຈ້ງ, ມັນ​ງ່າຍ​ທີ່​ຈະ​ເຂົ້າ​ໃຈ—​ແມ່ນ​ແຕ່​ເດັກນ້ອຍ​ກໍ​​ເຂົ້າ​ໃຈ. ດ້ວຍ​ໃຈ​ອັນ​ຊື່ນ​ຊົມ, ເຮົາ​​ໄດ້ຂໍ​ເຊີນ​ທຸກ​ຄົນ​ໃຫ້​ຮັບ​ເອົາ.

ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, “ພວກເຮົາເຊື່ອທັງໝົດທີ່ພຣະ​ເຈົ້າໄດ້ ເປີດເຜີຍມາ, ທັງໝົດທີ່ພຣະອົງເປີດເຜີຍຢູ່ໃນຂະນະນີ້ ແລະ ພວກເຮົາເຊື່​ອວ່າ ພຣະອົງຈະເປີດເຜີຍ ເລື່ອງສຳຄັນ ແລະ ຍິ່ງໃຫຍ່ອີກຫລາຍເລື່ອງກ່ຽວກັບອານາຈັກຂອງພຣະ​ເຈົ້າ” (ຫລັກ​ແຫ່ງ​ຄວາມ​ເຊື່ອ 1:9). ນີ້​ໝາຍ​ຄວາມ​ວ່າ ຍັງ​ມີ​ຫລາຍ​ສິ່ງ​ທີ່​ເຮົາ​ບໍ່​ຮູ້​ເທື່ອ, ຄວາມ​ຈິງ ​ແລະ ຄຳ​ສອນ​ທີ່​ເຮົາ​ໄດ້​ຮັບ​ໄດ້​ມາ​​ເຖິງ ​ແລະ ຈະ​ມາ​​ເຖິງ​ສະ​ເໝີ​ຜ່ານ​ການ​​ເປີດ​ເຜີຍ​ຈາກ​ສະຫວັນ. ​ໃນ​ປະ​ເພນີ​ຂອງ​ບາງ​ສາດສະໜາ, ນັກ​ຄົ້ນຄວ້າ​ເລື່ອງ​ສາດສະໜາ​ໄດ້​ປະກາດ​ເຖິງ​ການສອນ​ທີ່​ເທົ່າ​ທຽມ​ກັນຂອງ​ນັກ​ເທດ​ສະໜາ ​ແລະ ຄຳ​ສອນ​ອາດ​ກາຍ​ເປັນຄວາມ​ຄິດ​ຄວາມ​ເຫັນ ຫລື ກາຍ​ເປັນ​ການ​ແຂ່ງຂັນ​ລະຫວ່າງ​ກຸ່ມ​​ເຂົາ​ເຈົ້າ. ບາງ​ກຸ່ມ​ເພິ່ງ​ພາ​ອາ​ໄສ ສະພາ​ຂອງ​ກຸ່ມ​​ໄວ​ກາງຄົນ ​ແລະ ຄຳ​ສອນ​ຂອງ​ພວກ​ເຂົາ. ບາງ​ກຸ່ມ​ໄດ້​ເນັ້ນ​ໜັກຢູ່​ກັບ​ການ​ໃຫ້​ເຫດຜົນ​ຈາກ​ຄຳ​ສອນ​ ຫລື ຈາກ​ພຣະຄຣິສຕະທຳ​ຄຳ​ພີ ​ແລະ ການ​ແປຂອງ​ມັນ. ​ເຮົາ​ກໍສົ່ງ​ເສີມ​ການ​ສຶກສາ​ທີ່​​​ເສີມ​ຄວາມ​ເຂົ້າ​ໃຈ, ​ແຕ່​ໃນ​ສາດສະໜາ​ຈັກ​ໃນ​ທຸກ​ວັນ​ນີ້, ດັ່ງ​ເຊັ່ນ​ໃນ​ສະ​ໄໝ​ໂບຮານ, ຊຶ່ງ​ໄດ້​ຕັ້ງ​ຄຳ​ສອນ​ຂອງ​ພຣະຄຣິດ ຫລື ການ​ດັດ​ແປງ​ຄຳ​ສອນ​ທີ່​ຜິດ ຄື​ເປົ້າ​ໝາຍ​ຂອງ​ການ​ເປີດ​ເຜີຍ​ຈາກ​ສະ​ຫວັນ​ຕໍ່ຜູ້​ຄົນ​ເຫລົ່າ​ນັ້ນ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​​ແຕ່ງ​ຕັ້ງ​ໄວ້​ດ້ວຍ​ສິດ​ອຳນາດ​ຂອງ​ການ​ເປັນ​ອັກຄະ​ສາວົກ.2

ໃນ​ປີ 1954, ປະທານ​ເຈ ຣູ​ເບັນ ຄະລາ​ກ ຈູ​ເນຍ, ຕອນ​ນັ້ນ​ເປັນ​ທີ່​ປຶກສາ​ໃນ​ຝ່າຍ​ປະທານ​ສູງ​ສຸດ, ​​ໄດ້​ອະທິບາຍ​​ກ່ຽວ​ກັບ​ວ່າ ຄຳ​ສອນ​​ໄດ້​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້ຈັກ​ໃນ​ສາດສະໜາ​ຈັກ ​ແລະ ​ເປັນ​ບົດບາດ​ທີ່ສຳຄັນ​ທີ່​ສຸດຂອງ​ປະທານ​ຂອງ​ສາດສະໜາ​ຈັກ. ​​ໃນ​ການ​ກ່າວ​ເຖິງ​ສະມາ​ຊິກຂອງ​ຝ່າຍ​ປະທານ​ສູງ​ສຸດ ​ແລະ ສະພາ​ອັກຄະ​ສາວົກ​ສິບ​ສອງ, ​ເພິ່ນ​ໄດ້​ກ່າວ​ວ່າ: “​ເຮົາ​ຕ້ອງ​ຮັບ​ຮູ້​ວ່າ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ບາງ​ຄົນ​ໄດ້​ຖືກ​ມອບ​ໝາຍ​ການ​ເອີ້ນ​ພິ​ເສດ​ບາງ​ຢ່າງ; ພວກ​ເພິ່ນ​ໄດ້​ຮັບ​ຂອງ​ປະທານ​ພິ​ເສດ; ພວກ​ເພິ່ນ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ສາດສະດາ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ, ຊຶ່ງ​ມອບ​ຂອງ​ປະທານ​ພິ​ເສດທາງ​ວິນ​ຍານທີ່​ກ່ຽວພັນ​ກັບ​ການ​ສອນ​ຜູ້​ຄົນ​ຂອງ​ພວກ​ເພິ່ນ. ພວກ​ເພິ່ນ​ມີ​ສິດ, ມີ​ອຳນາດ, ​ແລະ ມີ​ສິດ​ອຳນາດ​ທີ່​ຈະ​ປະກາດ​ຄວາມ​​ໃນ​ໃຈ ​ແລະ ພຣະປະສົງ​ຂອງ​ພຣະ​ເຈົ້າ​ຕໍ່​ຜູ້​ຄົນ​ຂອງ​ພຣະອົງ, ຂຶ້ນ​ກັບ​ອຳນາດ ​ແລະ ສິດ​ອຳນາດ​ທັງ​ໝົດ​ຂອງ​ປະທານ​ຂອງ​ສາດສະໜາ​ຈັກ. ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ຄົນ​ອື່ນໆ​ບໍ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ​ແລະ ສິດ​ອຳນາດ​ພິ​ເສດ​ນີ້​​ໃນ​ການ​ສອນ​ຂອງ​ພວກ​ເພິ່ນ; ພວກ​ເພິ່ນ​ມີອຳນາດ ​​ແລະ ສິດ​ອຳນາດ​ທີ່​ຈຳກັດ​ໃນ​ການ​ສອນ ຊຶ່ງ​​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ​ຂອງ​ສາດສະໜາ​ຈັກ​ກໍ​ເປັນ​​ເຊັ່ນ​ນີ້​ຄື​ກັນ, ​ເພາະ​ພວກ​ເພິ່ນບໍ່​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ສາດສະດາ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ. ຍິ່ງ​ໄປ​ກວ່າ​ນີ້, ດັ່ງ​ທີ່​ກ່າວ​ມາ​ນັ້ນ, ປະທານ​ຂອງ​ສາດສະໜາ​ຈັກ​ໄດ້​ຖືກ​ແຕ່ງ​ຕັ້ງ​ຫລາຍ​ກວ່າ​ນັ້ນ, ​ເພາະ​ເພິ່ນ​ເປັນ​ສາດສະດາ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍສຳລັບ​ສາດສະໜາ​ຈັກ​ທັງ​ໝົດ.”3

ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ເປີດ​ເຜີຍ​ພຣະປະສົງ ​ແລະ ຄຳ​ສອນ​ຂອງ​ພຣະອົງ​ແກ່​ສາດສະດາ, ຜູ້​ພະຍາກອນ, ​ແລະ ຜູ້​ເປີດ​ເຜີຍ​ໃນ​ທາງ​ໃດ? ພຣະອົງອາດ​ກະທຳ​ໂດຍ​ທາງ​ຜູ້​ສົ່ງ​ຂ່າວ ຫລື ​ໂດຍ​ທາງ​ພຣະອົງ​ເອງ. ພຣະອົງອາດ​ກ່າວ​​ໂດຍ​ສຸລະສຽງ​ຂອງ​ພຣະອົງ​ເອງ ຫລື ​ໂດຍ​ສຸລະສຽງ​ຂອງ​ພຣະວິນ​ຍານ​ບໍລິສຸດ, ການ​ຕິດ​ຕໍ່​ທາງ​ວິນ​ຍານທີ່​ເປັນ​ຖ້ອຍ​ຄຳ ຫລື ​ເປັນຄວາມ​ຮູ້ສຶກ ທີ່​​​ໃຫ້​ຄວາມ​ເຂົ້າ​ໃຈ​ເກີນ​ກວ່າ​ຖ້ອຍ​ຄຳ​ຈະ​ກ່າວ​ໄດ້ (ເບິ່ງ 1 ນີ​ໄຟ 17:45; D&C 9:8). ພຣະອົງ​ອາດ​ກ່າວ​ດ້ວຍ​ພຣະອົງ​ຕໍ່​ຜູ້​ຮັບ​ໃຊ້​ຂອງ​ພຣະອົງ​ເປັນ​ສ່ວນ​ຕົວ ຫລື ​ຕໍ່ສະພາ (​ເບິ່ງ 3 ນີ​ໄຟ 27:1–8).

ຂ້າພະ​ເຈົ້າ​ຈະ​ກ່າວ​ເຖິງ​ສອງ​ເລື່ອງ​ຢູ່​ໃນ​ພຣະສັນຍາ​ໃໝ່.​ ​ເລື່ອງ​ທຳ​ອິດ​ເປັນ​ການ​ເປີດ​ເຜີຍ​ໂດຍ​ຕົງ​ຕໍ່​ຜູ້ນຳ​ຂອງ​ສາດສະໜາ​ຈັກ. ​ໃນ​ຕອນ​ຕົ້ນ​ຂອງ​ພຣະທຳ​ກິດຈະການ, ​ເຮົາ​ເຫັນ​ອັກຄະ​ສາວົກ​ຂອງ​ພຣະຄຣິດ​ປະກາດ​ຂ່າວສານ​ຂອງ​ພຣະກິດ​ຕິ​ຄຸນ​​ແກ່​ຊາວ​ຢິວ​ເທົ່າ​ນັ້ນ,​ ເຮັດ​ຕາມ​ແບບຢ່າງຂອງ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະ​ເຢຊູ (​ເບິ່ງ ມັດ​ທາຍ 15:24), ແຕ່​ບັດ​ນີ້ ໃນ​ເສັ້ນ​ປະ​ຫວັດ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ເວລາ​ໄດ້​ມາ​ເຖິງ​ທີ່​ຈະ​ປ່ຽນ. ​ຕອນ​ຢູ່​​ເມືອງ​ຢົບ​ປາ, ​ເປ​ໂຕ​ໄດ້​ຝັນ​ ຊຶ່ງໃນ​ຄວາມ​ຝັນນັ້ນ ​ເພິ່ນ​ເຫັນ​ສັດ​ຊະນິດ​ຕ່າງໆຈາກ​ສະຫວັນໄດ້​ຖືກຢ່ອນ​​ລົງ​ມາສູ່​ໂລກ​ໃນ “ຜ້າ​ຜືນ​ໃ​ຫຍ່ມີ​ເຊືອກ​ຜູກ​ທັງ​ສີ່​ແຈ” (ກິດຈະກາ​ນ 10:11) ແລະ ​ໄດ້​ຖືກ​ບັນຊາ​ໃຫ້ “ຂ້າ​ກິນ​ເສຍ” (ກິດຈະການ 10:13). ​ເປ​ໂຕ​ບໍ່​ກ້າ​ເຮັດ ​ເພາະ​ສັດ​ບາງ​ຊະນິດ​​ “ບໍ່​ສະອາດ” ອີງ​ຕາມ​ກົດ​ຂອງ​ໂມ​ເຊ, ​ແລະ ​ເປ​ໂຕ​ກໍ​ບໍ່​ເຄີຍ​ລ່ວງ​ລະ​ເມີດ​ພຣະບັນຍັດ​ທີ່​ສັ່ງ​ຫ້າມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສຽງ​ໄດ້​ກ່າວ​ກັບ​ເປ​ໂຕ​ໃນ​ຄວາມ​ຝັນ​ວ່າ, “ສິ່ງ​ທີ່​ພຣະ​ເຈົ້າ​ປະກາດ​ວ່າ​ຖືກ​ຊຳລະ​ແລ້ວ​ຢ່າ​ຖື​ວ່າ​ເປັນ​ສິ່ງ​ຕ້ອງ​ຫ້າມ​ເລີຍ” (ກິດຈະການ 10:15).

ຄວາມ​ໝາຍ​ຂອງ​ຄວາມ​ຝັນ​ນັ້ນ​ໄດ້​ແຈ່ມ​ແຈ້ງ​ຂຶ້ນ ​ເມື່ອ​ບໍ່​ດົນ​ຫລັງ​ຈາກ​ນັ້ນ ຊາຍ​ຫລາຍ​ຄົນ​ໄດ້​ຖືກ​ສົ່ງ​ມາຈາກນາຍຮ້ອຍ​ຄົນ​ໂຣມຊື່​ໂກ​ເນ​ລິ​ໂອ ມາ​ຫາ​ເປ​ໂຕ ຂໍ​ໃຫ້​ເພິ່ນ​ໄປ​ສອນ​ຫົວ​ໜ້າ​ຂອງ​ພວກ​ເຂົາ. ​ໂກ​ເນ​ລິ​ໂອ​ໄດ້​ເຕົ້າ​ໂຮມ​ຜູ້​ຄົນກຸ່ມ​ໃຫຍ່​ສົມຄວນທີ່​ເປັນ​ຍາດຕິ​ພີ່ນ້ອງ ​ແລະ ໝູ່​ເພື່ອນ​ຂອງ​ເພິ່ນ​, ​ແລະ ​ເຫັນ​ເຖິງ​ຄວາມ​ກະຕືລື​ລົ້ນ​ຂອງ​ພວກ​ເຂົາ​ທີ່​ຈະ​ຮັບ​ເອົາ​ຂ່າວສານ​ຂອງ​ເພິ່ນ, ​ເປ​ໂຕ​ໄດ້​ກ່າວ​ວ່າ:

“ພຣະ​ເຈົ້າ​ໄດ້​ໂຜດ​ສະ​ແດງ​ໃຫ້​ຂ້າພະ​ເຈົ້າ​ເຫັນ​ວ່າ​ບໍ່​ຕ້ອງ​ຖື​ຄົນ​ໃດ​ຄົນ​ໜຶ່ງ​ວ່າ​ເປັນ​ຄົນ​ຕ້ອງ​ຫ້າມ ຫລື ​ເປັນ​ມົນທິນ. …

“… ພຣະ​ເຈົ້າ​ເຮັດ​ກັບ​ທຸກ​ຄົນ​ໂດຍ​ບໍ່​ເລືອກ​ໜ້າ​ຜູ້​ໃດ:

“ທຸກ​ຄົນ​ບໍ່​ວ່າ​ຊາດ​ໃດ​ກໍ​ຕາມ ທີ່​ຢຳ​ເກງ​ພຣະ​ເຈົ້າ ​ແລະ ປະຕິບັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ຊອບ​ທຳ​ກໍ​ເປັນ​ທີ່​ພໍ​ໃຈ​ພຣະອົງ.” (ກິດຈະການ 10:28, 34–35; ​ເບິ່ງ ຂໍ້​ທີ 17–24) ນຳອີກ.

“ຂະນະ​ທີ່​ເປ​ໂຕ​ຍັງ​ກ່າວ​ຢູ່​ນັ້ນ ພຣະວິນ​ຍານ​ບໍລິສຸດ​ກໍ​ລົງ​ມາ​ເທິງ​ທຸກ​ຄົນ ທີ່​ກຳລັງ​ຟັງ​ຖ້ອຍ​ຄຳ​ນັ້ນ.

“ສ່ວນ​ຜູ້​ເຊື່ອ ຜູ້​ໄປ​ກັບ​ເປ​ໂຕ ຄື​ຄົນ​ຢິວ ຕ່າງ​ກໍ​ງຶດ​ງໍ້ … ທີ່​ພຣະ​ເຈົ້າ​ໄດ້​ໂຜດ​ປະທານ​ພຣະວິນ​ຍານ​ບໍລິສຸດ​ເຈົ້າ​ໃຫ້​ແກ່​ຄົນ​ຕ່າງ​ຊາດ​ຄື​ກັນ.

“… ແລ້ວ​​ເປ​ໂຕ​ໄດ້​ຕອບ​ວ່າ,

“ຄົນ​ເຫລົ່າ​ນີ້ໄດ້​ຮັບ​ພຣະວິນ​ຍານ​ບໍລິສຸດ​ຄືກັນກັບ​ພວກ​ເຮົາ, ດັ່ງ​ນັ້ນ, ຄົງ​ບໍ່​ມີ​ຜູ້​ໃດ​ຕີ້​ທີ່​ຈະ​ຫ້າມ​ພວກ​ເຂົາ​ບໍ່​ໃຫ້​ຮັບ​ບັບຕິ​ສະມາ​ດ້ວຍ​ນ້ຳ?” (ກິດຈະ​ການ 10:44–47).

​ໂດຍ​ປະສົບ​ການ​ນີ້ ​ແລະ ການ​ເປີດ​ເຜີຍ​ຕໍ່​ເປ​ໂຕ, ພຣະຜູ້​ເປັນ​ເຈົ້າ​ໄດ້​ປັບປຸງ​ການ​ປະຕິບັດ​ຂອງ​ສາດສະໜາ​ຈັກ ​ແລະ ​ໄດ້ເປີດ​ເຜີຍ​ໃຫ້​ສານຸສິດ​ຂອງ​ພຣະອົງ​ເຂົ້າ​ໃຈ​ຄຳ​ສອນ​ຫລາຍ​ຂຶ້ນ. ​ແລະ ສະ​ນັ້ນການ​ສອນ​ພຣະກິດ​ຕິ​ຄຸນ​ຈຶ່ງ​ໄດ້​ຂະຫຍາຍ​ອອກ​ໄປ​ທຸກ​ຫົນ​ທຸກ​ແຫ່ງ.

ຕໍ່​ມາ​ຢູ່​ໃນ​ພຣະຄຳ​ກິດຈະ​ການ, ​ເຮົາ​ພົບ​ເຫັນ​ຕົວຢ່າງ​ທີ່​ຄ້າຍຄື​ກັນ​ນັ້ນ, ​ເທື່ອ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ເປີດ​ເຜີຍ​ເລື່ອງ​ຄຳ​ສອນ ມາ​ເຖິງ​ຕອນ​ປະຊຸມ​ສະພາ. ມີ​ການ​ບໍ່​​ເຂົ້າ​ໃຈກັນ​​ເລື່ອງ​ພິທີ​ຕັດ ວ່າຄວນ​ນັບຖືວ່າ​ເປັນ​ພຣະບັນຍັດ​ຂໍ້​ໜຶ່ງ​ຫລື​ບໍ່​ໃນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດຕາມ​ກົດ​ຂອງ​ໂມ​ເຊ (​ເບິ່ງ ກິດຈະການ 15:1, 5). “ຝ່າຍ​ພວກ​ອັກຄະ​ສາວົກ ​ແລະ ພວກ​ເຖົ້າ​ແກ່ ກໍ​ໄດ້​ປະຊຸມ​ກັນ​ພິຈາລະນາ​ບັນຫາ​ນີ້” (ກິດຈະການ 15:6). ບັນທຶກ​ຂອງ​ເຮົາ​ກ່ຽວ​ກັບ​ການ​ປະຊຸມ​ສະພາ​ນີ້​ບໍ່​ຄົບ​ຖ້ວນ, ​ແຕ່​ພວກ​ເຮົາ​ໄດ້​ຖືກ​ບອກ​ວ່າ​ຫລັງ​ຈາກ “ໄດ້​ຖຽງ​ກັນ​ເປັນ​ເວລາ​ຍືດຍາວ​ແລ້ວ” (ກິດຈະການ 15:7), ​ເປ​ໂຕ, ອັກຄະ​ສາວົກ​ຜູ້​ໃຫຍ່, ​ໄດ້​ລຸກ​ຂຶ້ນ ​ແລະ ປະກາດ​ສິ່ງ​ທີ່​ພຣະວິນ​ຍານ​ບໍລິສຸດ​ໄດ້​ຢືນຢັນ​​ແກ່​ເພິ່ນ. ​ເພິ່ນ​ໄດ້​ເຕືອນ​ສະພາ​ວ່າ ​ເມື່ອ​ພຣະກິດ​ຕິ​ຄຸນ​ເລີ່​ມຖືກ​ສອນ​ໃຫ້​ແກ່​ຄົນ​ຕ່າງ​ຊາດ​ໃນ​ບ້ານ​ຂອງໂກ​ເນ​ລິ​ໂອ, ​ເຂົາ​ເຈົ້າ​ກໍ​ໄດ້​ຮັບ​ພຣະວິນ​ຍານ​ບໍລິສຸດ​ເທົ່າໆ​ກັບ​ຊາວ​ຢິວທີ່​ໄດ້​ຮັບ​ພິທີ​ຕັດ. ​ເພິ່ນ​ເວົ້າ​ວ່າ ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ພຣະອົງ​ບໍ່​ໄດ້​ປະຕິບັດ​ກັບ​ພວກ​ເຮົາ​ແຕກ​ຕ່າງຈາກ​ພວກ​ເຂົາ, ​ໄດ້​ອະ​ໄພ​ບາບກຳ​ຂອງ​ພວກ​ເຂົາ​ດ້ວຍ​ຄວາມ​ເຊື່ອ.

“​ເປັນ​ຫຍັງພວກ​ເຈົ້າ​ຈຶ່ງ​ຢາກ​ທົດ​ລອງ​ພວກ​ເຈົ້າ, ​ໂດຍ​ວາງ​ພາລະ​ອັນ​ໜັກ​ໃສ່​ເທິງ​ຫລັງ​ຂອງ​ພີ່ນ້ອງ?

“​ແຕ່​ພວກ​ເຮົາ​ເຊື່ອ​ວ່າ​ພວກ​ເຮົາ​ພົ້ນ​ດ້ວຍ​ພຣະຄຸນ​ຂອງ​ອົງ​ພຣະ​ເຢຊູ​ເຈົ້າ ຄື​ກັນ​ກັບ​ພວກ​ເຂົາ” (ກິດຈະການ 15:9–11; ​ເບິ່ງ ຂໍ້​ທີ 8) ​ນຳ​ອີກ.

ຫລັງ​ຈາກ​ໂປ​ໂລ, ບາຣະນາ​ບາ, ​ແລະ ບາງ​ເທື່ອ​ຄົນ​ອື່ນໆ​ອີກ​ໄດ້​ກ່າວ​ເພື່ອ​ສະໜັບສະໜູນ​ການ​ປະກາດ​ຂອງ​ເປ​ໂຕ, ຢາ​ໂກ​ໂບ​ໄດ້​ສະ​ເໜີ​ການ​ຕັດສິນ​ໃຈ​ນັ້ນ​ໂດຍ​ການ​ຂຽນ​ຈົດໝາຍ​ໄປ​ເຖິງ​ສາດສະໜາ​ຈັກ, ​ແລະ ສະພາ​​ໄດ້​ຕົກລົງ​ກັນ “​ເຫັນ​ພ້ອມພຽງ​ກັນ” (ກິດຈະການ 15:25; ​ເບິ່ງ​ ຂໍ້​ທີ 12–23) ນຳ​ອີກ. ໃນ​ຈົດໝາຍ​ປະກາດ​ເຖິງ​ການ​ຕັດສິນ​ໃຈ​ຂອງ​ເຂົາ​ເຈົ້າ, ອັກຄະ​ສາວົກ​ໄດ້​ກ່າວ​ວ່າ, “ພຣະວິນ​ຍານ​ບໍລິສຸດ​ເຫັນ​ດີ​ພ້ອມ​ກັບ​ພວກ​​ເຮົາ​ແລ້ວ” (ກິດຈະການ 15:28), ຫລື ອີກ​ປະກາດ​ໜຶ່ງ, ການ​ຕັດສິນ​ໃຈ​ນີ້​ມາ​ເຖິງ​ໂດຍ​ການ​ເປີດ​ເຜີຍ​ຈາກ​ສະຫວັນ​ຜ່ານ​ພຣະວິນ​ຍານ​ບໍ​ລິ​ສຸດ.

ແບບ​ແຜນ​ດຽວ​ກັນ​ນີ້​ຍັງ​ຖືກ​ປະຕິບັດ​ຢູ່​ໃນ​ທຸກ​ວັນ​ນີ້​ໃນ​ສາດສະໜາ​ຈັກຂອງ​ພຣະ​ເຢຊູ​ຄຣິດ​ຟື້ນ​ຟູ​ຄືນ​ມາ​ໃໝ່. ປະທານ​ຂອງ​ສາດສະໜາ​ຈັກ​ອາດ​ປະກາດ ຫລື ​ແປ​ຄຳ​ສອນອີງ​ຕາມ​ການ​ເປີດ​ເຜີຍ​ທີ່​ເພິ່ນ​ໄດ້​ຮັບ (​ເບິ່ງ, ຍົກ​ຕົວຢ່າງ, D&C 138). ການ​ແປ​ຄຳ​ສອນ​ອາດ​ມາ​ເຖິງ​ຜ່ານ​ການ​ປະຊຸມ​ຂອງ​ສະພາ​ຂອງ​ຝ່າຍ​ປະທານ​ສູງ​ສຸດ ​ແລະ ອັກຄະ​ສາວົກ​ສິບ​ສອງ (​ເບິ່ງ, ຍົກ​ຕົວຢ່າງ, Official Declaration 2). ການ​ສົນທະນາ​ຂອງ​ສະພາ​ມັກ​ຈະ​ຮ່ວມ​ດ້ວຍ​ຂໍ້​ອ້າງ​ອີງ​ຈາກ​ພຣະຄຳ​ພີ, ຄຳ​ສອນ​ຂອງ​ຜູ້​ນຳ​ຂອງ​ສາດສະໜາ​ຈັກ ​ແລະ ການ​ປະຕິບັດ. ​ແຕ່​ສຸດ​ທ້າຍ, ​ເຊັ່ນ​ດຽວ​ກັບ​ສາດສະໜາ​ຈັກ​ຢູ່​ໃນ​ພຣະສັນຍາ​ໃໝ່, ຈຸດປະສົງ​ຄື​ບໍ່​ພຽງ​ແຕ່​ເຫັນ​ພ້ອມ​ກັນ​​ໃນບັນດາ​ສະມາຊິກ​ຂອງ​ສະພາ​ເທົ່າ​ນັ້ນ, ​ແຕ່​ໄດ້​ຮັບ​ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ​ນຳ​ອີກ. ມັນ​ເປັນ​ຂັ້ນ​ຕອນ​ທີ່​ຮ່ວມ​ດ້ວຍ​ທັງ​ເຫດຜົນ ​ແລະ ສັດທາ ​ເພື່ອ​ຈະ​ໄດ້​ຮັບພຣະດຳລັດ ​ແລະ ພຣະປະສົງ​ຂອງ​ພຣະຜູ້​ເປັນ​ເຈົ້າ4

​ໃນ​ເວລາ​ດຽວ​ກັນ ​ຄວນ​ຈື່​ຈຳ​ວ່າ ບໍ່​ແມ່ນການ​ຖະ​ແຫລ​ງທຸກ​ຢ່າງ​ຂອງ​ຜູ້ນຳ​ຂອງ​ສາດສະໜາ​ຈັກ, ​ໃນ​ອາ​ດີດ ຫລື ​ໃນ​ປະຈຸ​ບັນ, ​ເປັນ​ຄຳ​ສອນ​ທີ່​ຈຳ​ເປັນ. ມັນ​ເປັນຄວາມ​ເຂົ້າ​ໃຈ​ທົ່ວ​ໄປ​ໃນ​ສາດສະໜາ​ຈັກ​ວ່າ ການ​ຖະ​ແຫລ​ງທີ່​ກ່າວ​ໂດຍ​ຜູ້ນຳ​ຄົນ​ໜຶ່ງ ​ໃນ​ໂອກາດ​ໃດ​ໜຶ່ງ ສ່ວນ​ຫລາຍ​ແລ້ວ​ຈະ​ກ່ຽວ​ພັນ​ກັບ​​ໂອກາດ​ນັ້ນ ​ໂດຍ​ສະ​ເພາະ, ຊຶ່ງ​ໄດ້​ໄຕ່ຕອງ​ຢ່າງ​ຖີ່​ຖ້ວນ, ​ໄດ້​ໃຫ້​ຄວາມ​ຄິດ​ຄວາມ​ເຫັນ, ​ແຕ່​ບໍ່​ໄດ້​ຄາດ​ຫວັງ​ໃຫ້​ເປັນ​ການ​ຖະ​ ແຫລ​ງ​ເປັນ​ທາງ​ການ​ສຳລັບ​ສາດສະໜາ​ຈັກ​ທັງ​ໝົດ. ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ສອນ​ວ່າ “ສາດສະດາ​ເປັນ​ສາດສະດາ​ພຽງ​ແຕ່​ເມື່ອ​ເພິ່ນ​ປະພຶດ​ຕົວ​ເຊັ່ນ​ນັ້ນ.”5 ປະທານຄະລາ​ກ, ​ທີ່​ກ່າວ​ເຖິງ​ຜ່ານ​ມາ ​ໄດ້​ກ່າວ​ວ່າ:

“ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ເລົ່າ​ເລື່ອງ​ໜຶ່ງ​ໃຫ້​ຂ້າພະ​ເຈົ້າ​ຟັງ​ຕອນ​ຍັງ​ນ້ອຍທີ່​ສະ​ແດງ​ໃຫ້​ເຫັນ​ກ່ຽວ​ກັບ​​ເລື່ອງ​ນີ້​. ​​ເລື່ອງ​ທີ່​ເພິ່ນ​ເລົ່າ​ແມ່ນ​ກ່ຽວ​ກັບ​ຄວາມ​ຕື່ນ​ເຕັ້ນ​ຂອງ​ການ​ເດີນທາງ​ມາ​ຂອງ​ກອງທັບ​ຈອນ​ສັນ, ບະ​ລາ​ເດີ ບຣິກຳ ​ໄດ້​ສັ່ງສອນ​ຜູ້​ຄົນ​ໃນ​ກອງປະຊຸມ​ຕອນ​ເຊົ້າຕອນ ທີ່​ຕົກ​ໃຈ​ເລື່ອງ​ການ​ເດີນ​ມາ​ໃກ້​ຂອງ​ກອງທັບ ​ແລະ ປະກາດ​ເຖິງ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຂັບ​ໄລ່​ເຂົາ​ເຈົ້າ​ກັບ​ໄປ. ​ໃນ​ກອງ​ປະຊຸມ​ຕອນ​ບ່າຍ ​ເພິ່ນໄດ້​ລຸກ​ຂຶ້ນ ​ແລະ ກ່າວ​ວ່າ ບຣິກຳ ຢັງ ​ໄດ້​ກ່າວ​ໃນ​ຕອນ​ເຊົ້າ, ​ແຕ່​ພຣະຜູ້​ເປັນ​ເຈົ້າ​ຈະ​ກ່າວ​ໃນ​ຕອນ​ນີ້. ແລ້ວ​ເພິ່ນ​ກໍ​ໄດ້​ກ່າວ, ຊຶ່ງ​ເປັນ​ຖ້ອຍ​ຄຳ​ທີ່​ກົງກັນຂ້າມ​ກັບຕອນ​​ເຊົ້າ​ຂອງ​ມື້​ນັ້ນ. …

“… ສາດສະໜາ​ຈັກ​ຈະ​ຮູ້​ໂດຍ​ປະຈັກ​ພະຍານ​ຂອງ​ພຣະວິນ​ຍານ​ບໍລິສຸດ​ ​ວ່າ​ພວກ​ອ້າຍ​ນ້ອງຜູ້​ທີ່​ກ່າວ​ນັ້ນ ​ໄດ້​ກ່າວ​ຄວາມ​ຄິດ​ຄວາມ​ເຫັນ​ທີ່ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພຣະວິນ​ຍານ​ບໍລິສຸດຫລື​ບໍ່, ​​ແລະ ​ເມື່ອ​ເວລາ​ມາ​ເຖິງ ຄວາມ​ຮູ້​ນັ້ນ​ຈະ​ສະ​ແດງ​ໃຫ້​ປະຈັກ.6

ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ຢືນຢັນ​ບົດບາດ​ອັນ​ສຳຄັນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໃນ​ຄຳ​ສອນ​ຂອງ​ເຮົາ ​ໃນ​ປະ​ໂຫຍ​ດທີ່​ເດັດຂາດ ດັ່ງ​ນີ້: “ຫລັກ​ທຳ​ຂັ້ນ​ພື້ນຖານຂອງ​ສາດສະໜາ​ຂອງ​ເຮົາແມ່ນ​ປະຈັກ​ພະຍານ​ຂອງ​ອັກຄະ​ສາວົກ ​ແລະ ສາດສະດາ ​ກ່ຽວ​ກັບ​ພຣະ​ເຢຊູ​ຄຣິດ, ວ່າ​ພຣະອົງ​ໄດ້​ສິ້ນ​ພຣະຊົນ, ​ໄດ້​ຖືກ​ຝັງ, ​ແລະ ​ໄດ້​​​ຄືນ​ມີ​ຊີວິດ​ໃນ​ມື້​ທີ​ສາມ, ​ແລະ ​ໄດ້​ສະ​ເດັດ​ຂຶ້ນ​ໄປ​ສະຫວັນ; ​ແລະ ທຸກ​ສິ່ງ​ທີ່​ກ່ຽວ​ພັນ​ກັບ​ສາດສະໜາ​ຂອງ​ເຮົາ ພຽງ​ແຕ່​​ເປັນ​ສິ່ງ​ທີ່​ເອົາ​ມາ​ຕື່ມ​ໃສ່​ເທົ່າ​ນັ້ນ.”7 ​ປະຈັກ​ພະຍານ​ຂອງໂຈ​ເຊັບ ສະ​ມິດ​ ເຖິງ​ພຣະ​ເຢຊູ​ຄຣິດ​ແມ່ນ​ວ່າ ພຣະອົງ​ຊົງ​ພຣະຊົນ​ຢູ່, ​ເພາະ​ເພິ່ນ​ໄດ້​ເຫັນ​ພຣະອົງ ແມ​່ນ​ແຕ່​ຢູ່​ເບື້ອງ​ພຣະຫັດ​ຂວາ​ຂອງ​ພຣະ​ເຈົ້າ; ​ແລະ ​​ເພິ່ນ​ໄດ້​ຍິນ​ສຽງ​ກ່າວ​ເປັນ​ປະຈັກ​ພະຍານ​ວ່າ ພຣະອົງ​​ເປັນ​ພຣະອົງ​ອົງ​ດຽວ​ທີ່​ຖື​ກຳ​ເນີ​ດ​ຂອງ​ພຣະບິດາ (​ເບິ່ງ D&C 76:23; ​ເບິ່ງ ຂໍ້​ທີ 22) ນຳ​ອີກ. ຂ້າພະ​ເຈົ້າ​ຂໍ​ແນະນຳ​ທຸກ​ຄົນ ຜູ້​ໄດ້​ຍິນ ຫລື ອ່ານ​ຂ່າວສານ​ນີ້ ​​ໃຫ້​ສະ​ແຫວ​ງຫາ​ຜ່ານ​ການ​ອະທິຖານ ​ແລະ ສຶກສາ​ພຣະຄຳ​ພີ ທີ່​ເປັນພະຍານ​ອັນ​ດຽວ​ກັນ​ນັ້ນ, ​​ລັກສະນະ​ແຫ່ງ​ສະຫວັນ, ການ​ຊົດ​ໃຊ້​, ​ແລະ ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະ​ເຢຊູ​ຄຣິດ. ການຮັບ​​ເອົາ​ຄຳ​ສອນ​ຂອງ​ພຣະອົງໂດຍ​ການ​ກັບ​ໃຈ, ຮັບ​ບັບຕິ​ສະມາ, ຮັບ​ເອົາ​ຂອງ​ປະທານ​ສັກສິດ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ ​ແລະ ​ໃຫ້​ດຳລົງ​ຊີວິດ​ຕາມ​ກົດ ​ແລະ ພັນທະ​ສັນຍາ​​ແຫ່ງ​ພຣະກິດ​ຕິ​ຄຸນຂອງ​ພຣະ​ເຢຊູຄຣິດຕະຫລອດ​ຊີວິດ​ຂອງ​ທ່ານ.

​​ໃນ​ຂະນະ​ທີ່​ບຸນ​ອີດ​ສະ​ເຕີ​ໃກ້​ເຂົ້າ​ມາ​ແລ້ວ, ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ການ​ເປັນ​ພະຍານ​ຂອງ​ຂ້າພະ​ເຈົ້າ​ວ່າ ພຣະ​ເຢຊູ​ແຫ່ງ​ນາ​ຊາ​ເຣັດ​​ເປັນ​ພຣະບຸດ​ຂອງ​ພຣະ​ເຈົ້າ​, ​ເປັນ​ພຣະ​ເມ​ຊີອາ​ທີ່​ທຳນາຍ​ໄວ້​ໃນ​ສະ​ໄໝ​ໂບຮານ. ພຣະອົງ​ເປັນ​ພຣະຄຣິດຜູ້​ໄດ້​ຮັບ​ທຸກທໍລະມານ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ, ​ໄດ້​ສິ້ນ​ພຣະ​ຊົນ​ຢູ່​ເທິງ​ໄມ້​ກາງ​ແຂ​ນ, ​ໄດ້​ຖືກ​ຝັງ​ໄວ້, ​ແລະ ​ໄດ້​ຄືນ​ມີ​ຊີວິດ​ໃນ​ມື້​ທີ​ສາມ​ແທ້ໆ. ພຣະອົງ​​​ເປັນພຣະຜູ້​ເປັນ​ເຈົ້າ​ທີ່ໄດ້ຟື້ນ​ຄືນ​ຊີວິດ​ແລ້ວ, ຊຶ່ງ​ຜ່ານ​ພຣະອົງ​ເຮົາ​ຈະ​ໄດ້​ຟື້ນ​ຄືນ​ຊີວິດ ​ແລະ ຖືກ​ໄຖ່ ​ແລະ ຮັບ​ຄວາມ​ສູງ​ສົ່ງ​ໃນ​ອານາຈັກ​ສະຫວັນ​ຂອງ​ພຣະອົງ. ນີ້​ຄື​ຄຳ​ສອນ​ຂອງ​ເຮົາ, ຢືນຢັນ​ປະຈັກ​ພະຍານ​ທີ່​ຜ່ານ​ມາ​ເຖິງ​ພຣະ​ເຢຊູ​ຄຣິດ ​ແລະ ​ເປັນ​ພະຍານອີກ​ສຳລັບວັນ​ເວລາ​ຂອງ​ເຮົາ. ​ໃນພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

ແຫລ່ງອ້າງ​ອີງ

  1. ​ເບິ່ງ Neal A. Maxwell, “From the Beginning,” Ensign, Nov. 1993, 18–19: “​ຢາ​ໂກ​ໂບ​ໄດ້​ບັນຍາຍ​ກ່ຽວ​ກັບ ‘ການ​ຕໍ່ສູ້ ​ແລະ ຜິດ​ຖຽງ​ກັນໃນ​ບັນດາ’ ສາດສະໜາ​ຈັກ (ຢາ​ໂກ​ໂບ 4:1). ໂປ​ໂລ​ໄດ້ສະ​ແດງ​ຄວາມ​ໂສກ​ເສົ້າກ່ຽວ​ກັບ ‘ຄວາມ​ແຕກ​ແຍກ’ ​ໃນ​ສາດສະໜາ​ຈັກ ​ແລະ ກ່າວ​ວ່າ ‘ຝູງ​ໝາ​ໄນ​ທີ່​ຮ້າຍ​ກາດ’ ຈະ​ບໍ່​ໄວ້​ຊີວິດ ‘ຝູງ​ແກະ’ (1 ​ໂກຣິນ​ໂທ 11:18; ກິດຈະການ 20:29–31). ​ເພິ່ນ​ຮູ້​ວ່າການ​ປະ​ຖິ້ມ​ຄວາມ​ເຊື່ອ​ໄດ້​ມາ​ເຖິງ ​ແລະ ​ໄດ້​ຂຽນ​ເຖິງ​ຊາວ​ເທ​ຊະ​ໂລ​ນິກວ່າ ການສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢຊູ​ຈະ​ບໍ່​ເກີດ​ຂຶ້ນ ‘ຍົກ​ເວັ້ນ​ແຕ່​ຈະ​ມີ​ການ​ຕົກ​ກ່ອນ’; ​ໄດ້​ແນະນຳ​ຕໍ່​ວ່າ ‘ຄວາມ​ຊົ່ວ​ອະທຳ​ກໍ​ດຳ​ເນີນ​ການ​ຢູ່’ (2 ​ເທ​ຊະ​ໂລ​ນິກ 2:3, 7). “​ໃກ້​ຕອນ​ທ້າຍ, ​ໂປ​​ໂລ​ໄດ້​ຮັບ​ຮູ້​​ເຖິງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ​ວ່າ: ທຸກ​ຄົນ​ໃນ​ແຂວງ​ເອ​ເຊຍ​​ໄດ້​ປະ​ຖິ້ມ​ເຮົາ’ (2 ຕີ​ໂມ​ທຽວ 1:15). … “ການ​ຫລິ້ນ​ຊູ້ ​ແລະ ການ​ຂາບ​ໄຫວ້​ພຣະທຽມ​ຢ່າງ​ຫລວງຫລາຍ​​ເຮັດ​ໃຫ້​ກຸ່ມ​ອັກຄະ​ສາວົກ​ມີ​ຄວາມ​ເປັນ​ຫ່ວງ(​ເບິ່ງ 1 ​ໂກ​ຣິນ​ໂທ 5:9; ​ເອ​ເຟ​ໂຊ 5:3; ຢູດາ 1:7). ໂຢຮັນ ​ແລະ ​ໂປ​ໂລ ທັງ​ສອງ​ມີ​ຄວາມ​ໂສກ​ເສົ້າ​ເມື່ອ​ເຫັນ​ວ່າ​ມີ​ອັກຄະ​ສາວົກ​ປອມ​ປະກົດ​ຂຶ້ນ (​ເບິ່ງ 2 ​ໂກຣິນ​ໂທ 11:13; ພຣະນິມິດ 2:2). ສາດສະໜາ​ຈັກ​ຖືກ​ໂຈມ​ຕີ. ບາງ​ຄົນ​ບໍ່​ພຽງ​ແຕ່​ໜີ​ໄປ​ເທົ່າ​ນັ້ນ ​ແຕ່​ໄດ້​ຕໍ່ຕ້ານ​ນຳ​ອີກ. ​ໃນ​​ໂອກາດ​ໜຶ່ງ, ​ໂປ​ໂລ​ໄດ້​ຢືນ​ຢູ່​ຄົນ​ດຽວ ​ແລະ ຮ້ອງທຸກ​ວ່າ ທຸກ​ຄົນ​ປະ​ຖິ້ມ​ເຮົາ’ (2 ຕີ​ໂມ​ທຽວ 4:16). ​ເພິ່ນ​ຍັງ​ໄດ້​ປະນາມ​ຜູ້​ທີ່ ‘ເຮັດ​ໃຫ້​ບັນດາ​ຄອບຄົວ​ທັງ​ໝົດ​ປັ່ນ​ປ່ວນ’ (ຕີ​ໂຕ 1:11). “ຜູ້ນຳບາງ​ຄົນ​ໃນ​ທ້ອງ​ຖິ່ນກະບົດ, ​ເຊັ່ນ​ດຽວ​ກັບ​ຄົນ​ໜຶ່ງທີ່​ຮັກ​ພຣະອາຈານ, ​ແຕ່​ບໍ່​ຍອມຮັບ​ພີ່ນ້ອງ​ຂອງ​ລາວ (​ເບິ່ງ 3 ​ໂຢຮັນ 1:9–10). “No wonder President Brigham Young observed: ‘It is said the Priesthood was taken from the Church, but it is not so, the Church went from the Priesthood’ (in Journal of Discourses, 12:69).” ໃນ​ຊ່ວງ​ໄລຍະ​ຫລາຍ​ປີ, ດັ່ງ​ທີ່​ແອວ​ເດີ ແມ໊ກສະ​ແວວ ​ໄດ້​ກ່າວ, “​ເຫດຜົນ, ປະ​ເພນີ​ທາງ​ປັດ​ຊະ​ຍາຂອງຊາວ​ກະຣິກ, ມີ​ອຳນາດ​​ແລ້ວ​ຖືກ​ປ່ຽນ​ໄປ, ອີງ​ຕໍ່​ການ​ເປີດ​ເຜີຍ, ຊຶ່ງ​​ບາງທີ​​ເປັນ​ເພາະ​ຊາວ​ຄຣິດສະ​ຕຽນ​ທີ່​ຫວັງ​ດີ​ຜູ້ປາຖະໜາ​ທີ່​ຈະ​​ໃຫ້​ຜູ້​ຄົນ​ທົ່ວ​ໄປ​ເຫລື້ອມ​ໃສ​ກັບຄວາມ​ເຊື່ອຖືຂອງ​ພວກ​ເຂົາ. “… Let us [too] be wary about accommodating revealed theology to conventional wisdom” (Ensign, Nov. 1993, 19–20).

  2. ອັກຄະ​ສາວົກ ​ແລະ ສາດສະດາ​ດັ່ງ​ເຊັ່ນ​ໂຈ​ເຊັບ ສະ​ມິດ ປະກາດ​ພຣະຄຳ​ຂອງ​ພຣະ​ເຈົ້າ, ​ແຕ່​ນອກ​ເໜືອ​ຈາກ​ນັ້ນ, ​ເຮົາ​ເຊື່ອ​ຊາຍ ​ແລະ ​ຍິງ​ໂດຍ​ທົ່ວ​ໄປ ​ແລະ ​ແມ່ນ​ແຕ່​ເດັກນ້ອຍສາມາດ​ຮຽນ ​ແລະ ຖືກ​ນຳພາ​ໄດ້ ​ໂດຍ​ການ​ດົນ​ໃຈ​ຈາກ​ສະຫວັນ​ໃນ​ການ​ຕອບ​ຕໍ່​ຄຳ​ອະທິຖານ ​ແລະ ການ​ສຶກສາ​ພຣະຄຳ​ພີ. ​ເຊັ່ນ​ດຽວ​ກັບ​ໃນ​ວັນ​ເວລາ​ຂອງ​ອັກຄະ​ສາວົກ​ໃນ​ສະ​ໄໝ​ໂບຮານ, ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ, ຊຶ່ງ​ເຮັດ​ໃຫ້ການ​ຕິດຕໍ່​ກັບ​ພຣະບິດາ​ເທິງ​ສະຫວັນ​ຂອງ​ພວກ​ເຂົາ​ເປັນ​ໄປ​ໄດ້ ຫລື, ອີກ​ປະການ​ໜຶ່ງ, ການ​ເປີດ​ເຜີຍ​ສ່ວນ​ຕົວ​ເປັນ​ໄປ​ໄດ້ (​ເບິ່ງ ກິດຈະການ 2:37–38). ໃນ​ທາງ​ນີ້, ສາດສະໜາ​ຈັກ​ຈຶ່ງ​ກາຍ​ເປັນ​ກຸ່ມ​ຂອງ​ຜູ້​ຄົນ​ທີ່ຈະ​ເລີ​ນ ​ແລະ ​ເອົາ​ໃຈ​ໃສ່​ທາງ​ວິນ​ຍານ ຜູ້​ຊຶ່ງ​ສັດທາ​ບໍ່​ໄດ້​ມືດ​ມົນ ​ແຕ່​ເຫັນ​ແຈ້ງ—​ໄດ້​ຮັບ ​ແລະ ຖືກ​ຢືນຢັນ​ໂດຍ​ພຣະວິນ​ຍານ​ບໍລິສຸດ. ນີ້​ບໍ່​ໄດ້​ກ່າວ​ວ່າ ສະມາຊິກ​ທຸກ​ຄົນ​ກ່າວ​ແທນ​ສາດສະໜາ​ຈັກ ຫລື ສາມ​າດອະທິບາຍ​ຄຳ​ສອນ​ຂອງ​ສາດສະໜາ​ຈັກ​ໄດ້ ​ແຕ່​ວ່າ​ແຕ່ລະຄົນ​ສາມາດ​ຮັບ​ການ​ຊີ້​ນຳ​ຈາກ​ສະຫວັນ ​ໃນ​ການ​ປະ​ເຊີນ​ກັບ​ການ​ທ້າ​ທາຍ ​ແລະ ​ໂອກາດ​​ໃນ​ຊີວິດ​ຂອງ​ເຂົາ.

  3. J. Reuben Clark Jr., “When Are Church Leaders’ Words Entitled to Claim of Scripture?” Church News, July 31, 1954, 9–10; see also Doctrine and Covenants 28:1–2, 6–7, 11–13.

  4. ເງື່ອນ​ໄຂ​ສຳລັບການ​ຕຽມ​ພ້ອມ​ ​ແລະ ຄວາມ​ເໝາະ​ສົມ​ຂອງ​ສະມາຊິກ​ໃນສະພາ​ແມ່ນ “ຄວາມ​ຊອບ​ທຳ, … ຄວາມ​ບໍລິສຸດ, ​ແລະ ຄວາມ​ຕ່ຳ​ຕ້ອຍ​ໃນ​ໃຈ, ຄວາ​ມອ່ອນ​ໂຍນ ​ແລະ ອົດ​ກັ້ນ​ດົນ​ນານ, … ສັດທາ, ​ແລະ ຄຸນງາມຄວາມດີ, ​ແລະ ຄວາມ​ຮູ້, ຄວາມ​ຢັບຢັ້ງ​ຕົນ, ຄວາມ​ອົດທົນ,​ ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ, ຄວາມ​ກະລຸນາ​ສັນ​ອ້າຍ​ນ້ອງ ​ແລະ ຄວາມ​ໃຈ​ບຸນ; ເພາະຄຳ​ສັນຍາ​ຄື ຖ້າຫາກສິ່ງ​ເຫລົ່າ​ນີ້ມີ​​ຢ່າງ​ຫລວງຫລາຍ​ໃນ​ພວກ​ເຂົາ, ​ແລ້ວ​​ພວກ​ເຂົາຈະ​ບໍ່​ໄຮ້​ຜົນ​ໃນ ຄວາມ​ຮູ້​ເລື່ອງພຣະຜູ້​ເປັນ​ເຈົ້າ. (​ເບິ່ງ Doctrine and Covenants 107:30–31).

  5. Joseph Smith, in History of the Church, 5:265.

  6. J. Reuben Clark Jr., “Church Leaders’ Words,” 10. ກ່ຽວ​ກັບ​ເລື່ອງ​ທີ່​ພໍ່​ເພິ່ນ​ໄດ້​ບອກ​ເພິ່ນ​ກ່ຽວ​ກັບ​ທ່ານ​ບຣິກຳ ຢັງ, ປະທານ​ຄະລາ​ກ​ໄດ້​ຂຽນ​ຕື່ມ​ວ່າ: “​ຂ້າພະ​ເຈົ້າບໍ່​ຮູ້​ວ່າ​ເຄີຍ​ເປັນ​ເຊັ່ນ​ນີ້​ມາ​ກ່ອນ​ຫລືບໍ່, ​ແຕ່​ຂ້າພະ​ເຈົ້າກ່າວ​ວ່າມັນສະ​ແດງ​ໃຫ້​ເຫັນ​ຫລັກ​ທຳ​ວ່າ​ແມ່ນ​ແຕ່​ປະທານ​ຂອງ​ສາດສະໜາ​ຈັກອາດ​ບໍ່​ໄດ້ ‘ຖືກ​ກະຕຸ້ນ​ໂດຍ​ພຣະວິນ​ຍານ​ບໍລິສຸດ,’ ​ເມື່ອ​ເພິ່ນ​ກ່າວ​ກັບ​ຜູ້​ຄົນ. ມັນ​ເຄີຍ​ເກີດ​ຂຶ້ນກ່ຽວກັບ​ເລື່ອງ​ຄຳ​ສອນ (ຕາມ​ປົກກະຕິ​ແລ້ວກັບ​ຄົນ​ທີ່​ສວຍ​ໂອກາດ)ຕອນ​ທີ່​ປະທານຂອງ​ສາດສະໜາ​ຈັກ ​ແລະ ຜູ້​ຄົນຮູ້​ສຶກວ່າ​​ໃນ​ການ​ປະກາດ​ຄຳ​ສອນ​ນັ້ນ, ຜູ້​ປະກາດ​ບໍ່​ໄດ້ ‘ຖືກ​ກະ​ຕຸ້ນ​ໂດຍ​ພຣະວິນ​ຍານ​ບໍລິສຸດ.’ “ສາດສະໜາ​ຈັກ​ຈະ​ຮູ້​ໄດ້​ແນວ​ໃດ​ເມື່ອ​ບັນດາ​ອ້າຍ​ນ້ອງ​ເຫລົ່ານັ້ນ​ເໝາະ​ສົມ​ກັບ​​ເງື່ອນ​ໄຂ​ຂອງ​ຖານະທີ່​ວ່າ ຜູ້​ປະກາດ​ໄດ້​ຮັບ‘ການ​ກະ​ຕຸ້ນ​ຈາກ​ພຣະວິນ​ຍານ​ບໍລິສຸດ’ ຫລືບໍ່? ສາດສະໜາ​ຈັກ​ຈະ​ຮູ້​ໂດຍ​ປະຈັກ​ພະຍານ​ຂອງ​ພຣະວິນ​ຍານ​ບໍລິສຸດ​ໃນ​ກຸ່ມ​ສະມາຊິກ, ວ່າ​ອ້າຍ​ນ້ອງ​ຄົນ​ນັ້ນ​ໄດ້ ‘ຖືກ​ກະ​ຕຸ້ນ​ໂດຍ​ພຣະວິນ​ຍານ​ຫລື​ບໍ່’; ແລະ ​ເມື່ອ​ເວລາ​ມາ​ເຖິງ ຄວາມ​ຮູ້​ນັ້ນຈະ​ສະ​ແດງ​ໃຫ້​ປະຈັກ” (J. Reuben Clark Jr., “Church Leaders’ Words,” 10).

  7. Teachings of Presidents of the Church: Joseph Smith (2007), 49.