​2010–2019
ຜູ້​ມີໃຈ​ກະລຸນາ​ຈະ​ໄດ້​ຮັບ​ຄວາມ​ກະລຸນາ​ຕອບ​ແທນ
ເມສາ 2012


ຜູ້​ມີໃຈ​ກະລຸນາ​ຈະ​ໄດ້​ຮັບ​ຄວາມ​ກະລຸນາ​ຕອບ​ແທນ

ເມື່ອ​ໃຈ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ແລ້ວ​ບາງ​ສິ່ງ​ທີ່​ດີ ແລະ ບໍລິສຸດ​ຈະ​ເກີດ​ຂຶ້ນ​ກັບ​ເຮົາ. ເຮົາ “ຈະ​ຮັກ​ສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ: ແລະ ພຣະ​ບັນຍັດ​ຂອງ​ພຣະ​ອົງ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ໂສກເສົ້າ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກແພງ​ຂອງ​ຂ້າພະເຈົ້າ, ບໍ່​ດົນ​ມາ​ນີ້ ຂ້າພະເຈົ້າ​ໄດ້​ຮັບ​ຈົດໝາຍ​ສະບັບ​ໜຶ່ງ​ຈາກແມ່​ຜູ້​ເປັນ​ຫ່ວງ​ທີ່​ໄດ້​ຂໍ​ໃຫ້​ກ່າວ​ຢູ່​ໃນ​ກອງ​ປະຊຸມ​ໃຫຍ່ ໃນ​ຫົວຂໍ້​ທີ່​ເປັນ​ປະໂຫຍດ​ແກ່​ລູກໆ​ຂອງ​ນາງ. ເຂົາເຈົ້າ​ໄດ້​ຫ່າງ​ເຫີ​ນ​ຈາກ​ກັນ, ແລະ ເຂົາເຈົ້າ​ໄດ້​ເຊົາ​ເວົ້າ​ນຳ​ກັນ. ຜູ້​ເປັນ​ແມ່​ກໍ​ມີ​ຄວາມເຈັບ​ປວດ​ໃຈ​ຫລາຍ. ໃນ​ຈົດໝາຍ​ສະບັບ​ນັ້ນ ນາງ​ຄິດ​ວ່າ​ຂ່າວສານ​ທີ່​ຂ້າພະເຈົ້າ​ກ່າວ​ໃນ​ກອງ​ປະຊຸມ​ໃຫຍ່​ນີ້ ອາດ​ຊ່ອຍ​ໃຫ້ເຂົາເຈົ້າ​ຄືນ​ດີ​ກັນ, ແລະ ທຸກ​ສິ່ງ​ທຸກ​ຢ່າງ​ເປັນ​ໄປ​ດ້ວຍ​ດີ.

ຄຳ​ຂໍ​ຮ້ອງ​ດ້ວຍ​ຄວາມ​ຈິງ​ໃຈ​ຂອງ​ແມ່​ຄົນ​ນີ້​ໄດ້​ເປັນ​ການ​ກະ​ຕຸ້ນ​ຮ່ວມ​ໃສ່​ກັບ​ການ​ກະ​ຕຸ້ນ​ຫລາຍ​ເທື່ອ​ທີ່​ຂ້າພະເຈົ້າ ໄດ້​ຮັບ​ໃນ​ຫລາຍ​ເດືອນ​ຜ່ານ​ມາ​ນີ້ ວ່າ​ຂ້າພະເຈົ້າ​ຄວນ​ກ່າວ​ບາງ​ຢ່າງ​ໃນ​ມື້ນີ້​ກ່ຽວ​ກັບ​ຫົວຂໍ້​ທີ່​ໜ້າ​ເປັນ​ຫ່ວງຫລາຍ—ບໍ່​ພຽງ​ແຕ່​ສຳລັບ​ແມ່​ຜູ້​ກ້າຫານ​ເທົ່າ​ນັ້ນ, ແຕ່​ສຳລັບ​ຫລາຍ​ຄົນ​ໃນ​ສາດສະໜາ​ຈັກ, ແລະ ສຳລັບ​ຊາວ​ໂລກ​ນຳ​ອີກ.

ຂ້າພະເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຫລາຍ​ກັບ​ສັດທາ​ຂອງ​ແມ່​ຜູ້​ມີ​ຄວາມ​ຮັກ​ນີ້ ທີ່​ຄິດ​ວ່າ​ຄຳ​ປາ​ໄສ​ຂອງ​ກອງ ປະຊຸມ​ໃຫຍ່​ຈະ​ຊ່ອຍແກ້​ໄຂ​ບັນຫາ​ລະຫວ່າງ​ລູກໆ​ຂອງ​ນາງ. ຂ້າພະເຈົ້າ​ແນ່​ໃຈ​ວ່າ ນາງ​ບໍ່​ໄດ້​ໝັ້ນ​ໃຈ​ກັບ ຜູ້​ກ່າວ​ປາ​ໄສ, ແຕ່​ນາງ​ໝັ້ນ​ໃຈ​ກັບ “ຄວາມ​ບໍລິສຸດ​ຂອງ​ຖ້ອຍ​ຄຳ​ຂອງ​ພຣະ​ເຈົ້າ,” ຫລາຍ​ກວ່າ ຊຶ່ງ​ມັນ​ໄດ້​ໃຫ້ ຜົນ​ທີ່​ມີ​ອຳນາດ​ແກ່​ຈິດໃຈ​ຂອງ​ຜູ້​ຄົນ​ຍິ່ງ​ກວ່າ … ສິ່ງ​ໃດໆ.1 ນາງ​ເອີຍ, ຂ້າພະເຈົ້າ​ຫວັງ​ວ່າ​ພຣະ​ວິນ​ຍານ​ຈະສຳ​ພັດ​ຫົວໃຈ​ຂອງ​ລູກໆ​ຂອງ​ທ່ານ​ເດີ້.

ເມື່ອ​ຄວາມ​ສຳພັນ​ຂາດ​ໄປ

ຄວາມ​ສຳພັນ​ທີ່​ເຄັ່ງ​ຄຽດ ແລະ ແຕກ​ລ້າວ​ມີ​ມາ​ແຕ່​ດຶກ​ດຳ​ບັນ. ກາ​ອິນ​ໃນ​ສະໄໝ​ໂບຮານ​ເປັນ​ຄົນ​ທຳ​ອິດທີ່​ປ່ອຍ​ໃຫ້​ຄວາມ​ຂົມຂື່ນ ແລະ ຄວາມ​ເຈດ​ຕະ​ນາ​ຮ້າຍ​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ລາວ. ລາວ​ໄດ້​ເກັບ​ຄວາມ​ອິດສາ ບັງ​ບຽດ ແລະ ຄວາມ​ກຽດ​ຊັງ​ໄວ້​ໃນ​ໃຈ​ຂອງ​ລາວ ແລະ ປ່ອຍ​ໃຫ້​ຄວາມ​ຮູ້ສຶກ​ເຫລົ່າ​ນີ້​ກອງ​ກັນ​ຂຶ້ນ ຈົນ​ວ່າ​ລາວ​ໄດ້​ເຮັດ​ສິ່ງ​ທີ່​ບໍ່​ຄາດ​ຄິດ—ໄດ້​ຂ້າ​ນ້ອງ​ຊາຍ​ຂອງ​ລາວ​ເອງ ແລະ ໄດ້​ກາຍເປັນ​ບິດາ​ຂອງ​ຄວາມ​ຕົວະ.2

ນັບ​ຕັ້ງແຕ່​ໂບຮານ​ນະ​ການ​ເປັນຕົ້ນ​ມາ, ຄວາມ​ຮູ້ສຶກ​ອິດສາ ແລະ ຄວາມ​ກຽດ​ຊັງ​ໄດ້​ພາ​ໄປ​ສູ່​ເລື່ອງ​ລາວ​ອັນ​ໜ້າໂສກເສົ້າ​ຫລາຍ​ທີ່​ສຸດ​ໃນ​ປະຫວັດສາດ. ມັນ​ໄດ້​ເຮັດ​ໃຫ້​ຊາ​ອູ​ນ​ຕໍ່ຕ້ານ​ກັບ​ດາ​ວິດ, ແລະ ພວກ​ລູກ​ຊາຍ​ຂອງຢາ​ໂຄບ​ຕໍ່ຕ້ານ​ກັບ​ໂຢ​ເຊັບນ້ອງ​ຊາຍ​ຂອງ​ຕົນ, ເລ​ມັນ ແລະ ເລ​ມູ​ເອນ​ຕໍ່ຕ້ານ​ກັບ​ນີ​ໄຟ, ແລະ ອາມາລີ​ໄຄ​ຢາຕໍ່ຕ້ານ​ກັບ​ໂມ​ໂຣ​ໄນ.

ຂ້າພະເຈົ້າ​ຄິດ​ວ່າ​ທຸກ​ຄົນ​ຢູ່​ໃນ​ໂລກ​ນີ້​ກໍ​ເຄີຍ​ປະ​ເຊີນ​ກັບ​ຄວາມ​ຮູ້ສຶກ ອັນ​ພິນາດ​ຂອງ​ການ​ຂັດ​ແຍ້​ງ, ຄວາມ​ແຄ້ນ​ໃຈ, ແລະ ການ​ແກ້ແຄ້ນ. ບາງທີ​ຈະ​ມີ​ບາງ​ເວລາ​ທີ່​ເຮົາ​ຈະ​ຮູ້ສຶກ​ວ່າ ເປັນ​ແນວ​ນັ້ນ. ເມື່ອ​ເຮົາ​ຮູ້ສຶກ​ເຈັບ​ປວດ, ໃຈ​ຮ້າຍ, ຫລື ອິດສາ, ເຮົາ​ມັກ​ຈະ​ກ່າວ​ໂທດ​ຄົນ​ອື່ນ, ສ່ວນ​ຫລາຍ​ແລ້ວ ມັກ​ຈະ​ຄິດ​ວ່າ ເຂົາ​ເປັນ​ຝ່າຍ​ຜິດ ເພື່ອ​ປອບ​ໃຈ​ຕົນ​ເອງ​ກັບ​ຄວາມ​ບໍ່​ພໍໃຈ.

ຄຳ​ສອນ

ແນ່ນອນ, ເຮົາ​ຮູ້​ວ່າ​ມັນ​ເປັນ​ສິ່ງ​ບໍ່​ຖືກຕ້ອງ. ຄຳ​ສອນ​ແມ່ນ​ແຈ່ມ​ແຈ້ງ. ເຮົາ​ທຸກ​ຄົນ​ເພິ່ງ​ພາ​ອາ​ໄສ​ພຣະ​ຜູ້ ຊ່ອຍ​ໃຫ້​ລອດ, ບໍ່​ມີ​ຄົນ​ໃດ​ສາມາດໄດ້​ຮັບ​ຄວາມ​ລອດ​ປາດ​ສະ​ຈາກ​ພຣະ​ອົງ. ການ​ຊົດ​ໃຊ້​ຂອງ​ພຣະຄຣິດ ແມ່ນ​ເປັນນິດ ແລະ ນິລັນດອນ. ການ​ໃຫ້​ອະໄພ​ສຳລັບ​ບາບ ຂອງ​ເຮົາ ມາ​ເຖິງ​ພ້ອມ​ກັບ​ເງື່ອນໄຂ. ເຮົາ​ຕ້ອງ ກັບ​ໃຈ, ແລະ ເຮົາ​ຕ້ອງ​ເຕັມ​ໃຈ​ທີ່​ຈະ​ໃຫ້​ອະໄພ​ຄົນ​ອື່ນ. ພຣະເຢຊູໄດ້​ສອນ​ວ່າ ຈົ່ງ​ອະໄພ​ໃຫ້​ກັນ​ແລະ​ກັນ; ເພາະ​ຄົນ​ທີ່​ບໍ່​ໃຫ້​ອະໄພ … ຈະ​ຖືກ​ກ່າວ​ໂທດ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ເພາະ​ບາບ​ທີ່​ຮ້າຍ​ແຮງ​ກວ່າຈະ​ຄົງ​ຢູ່​ກັບ​ເຂົາ3 ແລະ “ຜູ້​ມີໃຈ​ກະລຸນາ​ກໍ​ເປັນ​ສຸກ: ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບ​ພຣະ​ກະລຸນາ​ຕອບ​ແທນ.”4

ແນ່ນອນ, ຖ້ອຍ​ຄຳ​ເຫລົ່າ​ນີ້​ເບິ່ງ​ຄື​ວ່າ​ສົມ​ເຫດ​ສົມ​ຜົນ—ເມື່ອ​ໃຊ້​ກັບ​ຄົນ​ອື່ນ. ເຮົາ​ສາມາດ​ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງ ແລະ ງ່າຍດາຍ​ວ່າ ມັນ​ເປັນ​ສິ່ງ​ອັນຕະລາຍ​ເມື່ອ ຄົນ​ອື່ນ ກ່າວ​ໂທດ ແລະ ຄຽດ​ແຄ້ນ​ຢູ່. ແລະ ເຮົາ​ບໍ່​ມັກ​ທີ່​ຄົນ​ອື່ນ ມາ​ກ່າວ​ໂທດ​ເຮົາ.

ແຕ່​ເມື່ອ​ກ່າວ​ເຖິງ​ອະຄະຕິ ແລະ ຄວາມ​ບໍ່​ພໍໃຈ​ຂອງ​ເຮົາ, ສ່ວນ​ຫລາຍ​ເຮົາ​ຈະ​ຄິດ​ວ່າ ຄວາມ​ຄຽດ​ແຄ້ນ ແລະ ການ​ກ່າວ​ໂທດ​ຂອງ​ເຮົາ​ແມ່ນ​ຖືກຕ້ອງ ແລະ ເໝາະ​ສົມ. ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ສາມາດ​ຫລຽວ​ເຫັນໃຈ​ຂອງ​ຄົນ​ອື່ນ, ແຕ່​ເຮົາ​ມັກ​ຈະ​ຄິດ​ວ່າ ເຮົາ​ຮູ້ຈັກ​ວ່າ​ຜູ້​ໃດ​ມີ​ເຈດ​ຕະ​ນາ​ຮ້າຍ, ແມ່ນ​ແຕ່​ຮູ້ຈັກ​ວ່າ​ຜູ້​ໃດ​ບໍ່​ດີ. ເຮົາ​ມັກ​ຈະ​ຍົກເວັ້ນ​ເມື່ອ​ກ່າວ ເຖິງ​ຄວາມ​ຂົມຂື່ນ​ຂອງ​ເຮົາ ເພາະ​ເຮົາ​ຮູ້ສຶກ​ວ່າ, ໃນ​ກໍລະນີ​ຂອງ​ເຮົາ, ເຮົາ​ມີ​ຂໍ້​ມູນ​ທັງ​ໝົດ​ທີ່​ເຮົາ​ຕ້ອງການ ເພື່ອ​ດູ​ຖູ​ກ​ຄົນ​ອື່ນ.

ໃນ​ຈົດໝາຍ​ທີ່​ອັກ​ຄະ​ສາວົກ​ໂປໂລ​ຂຽນ​ເຖິງ​ຊາວ​ໂຣມ ເພິ່ນ​ກ່າວ​ວ່າ ຜູ້​ທີ່​ກ່າວ​ໂທດ​ໃສ່​ຄົນ​ອື່ນ “ບໍ່​ມີ​ຂໍ້​ທີ່​ຈະ ແກ້​ຕົວ.” ທັນທີ​ທີ່​ເຮົາ​ກ່າວ​ໂທດ​ໃສ່​ຄົນ​ອື່ນ, ເພິ່ນ​ໄດ້​ອະທິບາຍ, ເຮົາ​ກໍ​ກ່າວ​ໂທດ​ໃສ່​ຕົນ​ເອງ, ເພາະ​ບໍ່​ມີ​ຄົນ​ໃດ ປາດ​ສະ​ຈາກ​ບາບ.5 ການ​ປະຕິເສດ​ບໍ່​ໃຫ້​ອະໄພ ເປັນ​ບາບ​ທີ່​ຮ້າຍ​ແຮງ—ອັນ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ເຕືອນບໍ່​ໃຫ້​ເຮັດ. ສາ​ນຸດ​ສິດ​ແທ້ໆ​ຂອງ​ພຣະເຢຊູໄດ້​ຫາ​ໂອກາດ​ຕໍ່ຕ້ານ​ກັນ ແລະ ບໍ່​ໄດ້​ໃຫ້​ອະໄພ​ແກ່​ກັນ​ໃນ​ໃຈ​ຂອງພວກ​ເຂົາ; ແລະ ເພາະ​ຄວາມ​ຊົ່ວ​ຮ້າຍ​ນີ້ ພວກ​ເຂົາ​ຈຶ່ງ​ທຸກທໍລະມານ ແລະ ຖືກ​ຕີ​ສອນ​ຢ່າງ​ຮຸນ​ແຮງ.6

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ກ່າວ​ຢ່າງ​ແຈ່ມ​ແຈ້ງ​ກ່ຽວ​ກັບ​ເລື່ອງ​ນີ້​ວ່າ ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ເຂົ້າໃຈ​ຜິດ​ກັບ​ສິ່ງ​ທີ່ພຣະ​ອົງ​ໄດ້​ກ່າວ​ໄປ​ນັ້ນ. ພຣະ​ອົງ​ຈະ​ໃຫ້​ອະໄພ​ຜູ້​ທີ່​ພຣະ​ອົງ​ຈະ​ໃຫ້​ອະໄພ, ແຕ່​ເຮົາ​ ຖືກ​ຮຽກຮ້ອງ ຮຽກຮ້ອງໃຫ້​ອະໄພມະນຸດ ທັງ​ປວງ.”7

ຂໍ​ໃຫ້​ຂ້າພະເຈົ້າ​ຕື່ມ​ຄຳ​ອະທິບາຍ​ເລັກ​ນ້ອຍ​ໃສ່​ນຳຊິ​ໄດ້​ບໍ? ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຮຽກຮ້ອງ​ເຮົາ​ໃຫ້​ອະໄພ​ມະນຸດ ທັງ​ປວງ—ນັ້ນ​ໝາຍ​ຄວາມ​ວ່າ ຕ້ອງ​ອະໄພ​ໃຫ້​ເຮົາ​ເອງ​ຄື​ກັນ. ບາງເທື່ອ, ໃນ​ບັນດາ​ຜູ້​ຄົນ​ຢູ່​ໃນ​ໂລກ​ນີ້, ຕົວ​ເຮົາ​ເອງ​ຄື​ຜູ້​ທີ່​ຍາກ​ທີ່​ຈະ​ໃຫ້​ອະໄພ​ຫລາຍ​ກວ່າ​ໝູ່​ໝົດ—ບາງທີ​ເທົ່າໆ​ກັບ​ຄົນ​ທີ່​ລໍຖ້າ​ໃຫ້​ເຮົາ​ອະໄພ​ໃຫ້​ເຂົາ—ຄື​ຄົນ​ທີ່​ເຮົາ​ຫລຽວ​ເຫັນ​ຢູ່​ໃນ​ແວ່ນ​ແຍງ.

ຈຸດ​ສຳຄັນ

ຫົວຂໍ້​ເລື່ອງ​ການ​ກ່າວ​ໂທດ​ຄົນ​ອື່ນ​ນີ້ ສາມາດ​ນຳໄປ​ສອນ​ໄດ້ ດ້ວຍ​ຖ້ອຍ​ຄຳ​ສອງ​ຄຳ. ເມື່ອ​ກ່າວ​ເຖິງ​ຄວາມ ກຽດ​ຊັງ, ການ​ເວົ້າ​ຂວັນ​ນິນທາ, ການ​ບໍ່​ຄຳນຶງ, ການ​ຫົວ​ເຍາະ​ເຍີ້​ຍ, ການ​ຄຽດ​ແຄ້ນ, ຫລື ການ​ຢາກ​ສ້າງ ຄວາມເຈັບ​ປວດ—ຂໍ​ໃຫ້​ນຳ​ໃຊ້​ຄຳ​ແນະນຳ ດັ່ງ​ຕໍ່​ໄປ​ນີ້:

ຢຸດ​ເຮັດ!

ມັນ​ງ່າຍ​ແທ້ໆ. ເຮົາ​ພຽງ​ແຕ່​ຢຸດ​ກ່າວ​ໂທດ​ຄົນ​ອື່ນ ແລະ ປ່ຽນ​ຄວາມ​ຄິດ​ທີ່​ກ່າວ​ໂທດ ແລະ ມີ​ແຕ່​ຄວາມ​ຮູ້ສຶກ ດ້ວຍ​ຫົວໃຈ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ ແລະ ລູກໆ​ຂອງ​ພຣະ​ອົງ. ພຣະ​ເຈົ້າ​ເປັນ​ພຣະ​ບິດາ​ຂອງ​ເຮົາ. ເຮົາ​ເປັນ​ລູກໆ​ຂອງ​ພຣະ​ອົງ. ເຮົາ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ກັນ. ຂ້າພະເຈົ້າ​ບໍ່​ຮູ້ຈັກ​ວ່າ​ຈະ​ເອົາ​ຄຳ​ໃດ​ມາ​ກ່າວ​ໃຫ້ ແຈ່ມ​ແຈ້ງ, ອ່ອນໂຍນ, ຊັກ​ຊວນ​ຫລາຍ​ໄປ​ກວ່າ​ຄຳ​ວ່າ ຢ່າ​ກ່າວ​ໂທດ​ຄົນ​ອື່ນ ເພື່ອ​ເຮົາ​ຈະ​ຈື່​ມັນ​ໄປ​ຕະຫລອດ. ຂ້າພະເຈົ້າ​ສາມາດ​ຈື່​ຂໍ້​ພຣະ​ຄຳ​ພີ, ຂ້າພະເຈົ້າ​ສາມາດ​ພະຍາຍາມ​ອະທິບາຍ​ຄຳ​ສອນ, ແລະ ຂ້າພະເຈົ້າສາມາດ​ຈື່​ຖ້ອຍ​ຄຳ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ຕິດ​ຢູ່​ທ້າຍ​ລົດ​ໃນ​ບໍ່​ດົນ​ນີ້​ນຳ​ອີກ. ມັນ​ຕິດ​ຢູ່​ທ້າຍ​ລົດ​ຄັນ​ສີດຳ ແລະ ຜູ້​ຂັບ​ກໍ​ເບິ່ງ​ຄື​ວ່າ​ເປັນ​ຄົນ​ແຂງ​ກະດ້າງ, ແຕ່​ຖ້ອຍ​ຄຳ​ທີ່​ຕິດ​ຢູ່​ໃນ​ທ້າຍ​ລົດ​ຂອງ​ລາວ​ໄດ້​ສອນ​ບົດຮຽນ​ອັນ​ສຳຄັນ ທີ່​ວ່າ, “ຢ່າ​ກ່າວ​ໂທດ​ຂ້ອຍ ເພາະ​ຂ້ອຍ​ໄດ້​ເຮັດ​ບາບ​ທີ່​ແຕກ​ຕ່າງ​ຈາກ​ເຈົ້າ.”

ເຮົາ​ຄວນ​ຮັບ​ຮູ້​ວ່າ ເຮົາ​ທຸກ​ຄົນ​ບໍ່​ໄດ້​ດີ​ພ້ອມ​ທຸກ​ຢ່າງ—ວ່າ​ເຮົາ​ທຸກ​ຄົນ​ເປັນ​ຄົນ​ຂໍທານ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ. ເຮົາ​ທຸກ​ຄົນ​ບໍ່​ໄດ້​ເປັນ​ແນວ​ນັ້ນ​ບໍ, ບໍ່​ວ່າ​ເວລາ​ໃດ​ກໍ​ເວລາ​ໜຶ່ງ, ທີ່​ເຮົາ​ໄດ້​ເຂົ້າ​ຫາ​ພຣະ​ເຈົ້າ​ດ້ວຍ​ຄວາມ​ຖ່ອມ​ຕົນ ທູນ​ຂໍ​ພຣະ​ຄຸນ? ເຮົາ​ບໍ່​ໄດ້​ປາຖະໜາ​ຈົນ​ສຸດ​ພະລັງ​ຂອງ​ຈິດ​ວິນ​ຍານ​ບໍ​ສຳລັບ​ຄວາມ​ກະລຸນາ—ເພື່ອ​ຂໍ​ການ​ໃຫ້ອະໄພ​ສຳລັບ​ຄວາມ​ຜິດພາດ​ທີ່​ເຮົາ​ໄດ້​ເຮັດ ແລະ ບາບ​ທີ່​ເຮົາ​ໄດ້​ກະທຳ?

ເພາະ​ເຮົາ​ທຸກ​ຄົນ​ອາໄສ​ໄພ​ເພິ່ງ​ພຣະ​ກະລຸນາ​ຂອງ​ພຣະ​ເຈົ້າ, ແລ້ວ​ເຮົາ​ຈະ​ປະຕິເສດ​ບໍ່​ໃຫ້​ຄົນ​ອື່ນ​ໄດ້​ຮັບ ຄວາມ​ກະລຸນາ​ໄດ້​ແນວໃດ ຊຶ່ງ​ຕົວ​ເຮົາ​ເອງ​ກໍ​ພະຍາຍາມ​ຈົນ​ສຸດ​ຂີດ​ເພື່ອ​ຈະ​ໄດ້​ຮັບ​ມັນ? ອ້າຍ​ເອື້ອຍ​ນ້ອງ​ທີ່ ຮັກແພງ​ຂອງ​ຂ້າພະເຈົ້າ, ເຮົາ​ຈະ​ບໍ່​ໃຫ້​ອະໄພ​ຄົນ​ອື່ນ​ບໍ, ຊຶ່ງ​ຕົວ​ເຮົາ​ເອງ​ກໍ​ພະຍາຍາມ​ຢາກ​ໄດ້​ຮັບ​ການ ໃຫ້​ອະໄພ​ນັ້ນ?

ຄວາມ​ຮັກ​ຂອງ​ພຣະ​ເຈົ້າ

ມັນ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຮັດ​ບໍ?

ແນ່ນອນ.

ການ​ໃຫ້​ອະໄພ​ຕົນ​ເອງ ແລະ ຄົນ​ອື່ນ​ບໍ່​ໄດ້​ເປັນ​ເລື່ອງ​ງ່າຍ. ຕາມ​ຈິງ​ແລ້ວ, ສຳລັບ​ເຮົາ​ສ່ວນ​ຫລາຍ ມັນ​ຮຽກຮ້ອງການ​ປ່ຽນແປງ​ອັນ​ໃຫຍ່​ຫລວງ ໃນ​ການ​ປະພຶດ ແລະ ໃນ​ຄວາມ​ຄິດ​ຂອງ​ເຮົາ—ແມ່ນ​ແຕ່​ການ​ປ່ຽນແປງ​ຈິດໃຈ. ແຕ່​ເປັນ​ຂ່າວ​ດີ. “ການ​ປ່ຽນແປງ​ອັນ​ໃຫຍ່​ຫລວງ”8 ຂອງ​ຈິດໃຈ​ນີ້​ແຫລະ ຄື​ສິ່ງ​ທີ່​ພຣະ​ກິດ​ຕິ​ຄຸນ​ຂອງພຣະເຢຊູຄຣິດ​ຢາກ​ນຳ​ມາສູ່​ຊີວິດ​ຂອງ​ເຮົາ.

ຈະ​ເຮັດ​ໄດ້​ແນວໃດ? ແມ່ນ​ຜ່ານ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ.

ເມື່ອ​ໃຈ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ແລ້ວ​ບາງ​ສິ່ງ​ທີ່​ດີ ແລະ ບໍລິສຸດ​ຈະ​ເກີດ​ຂຶ້ນ​ກັບ​ເຮົາ. ເຮົາ “ຈະ​ຮັກ​ສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ: ແລະ ພຣະ​ບັນຍັດ​ຂອງ​ພຣະ​ອົງ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ໂສກເສົ້າ. “ເພາະ​ທຸກ​ຄົນ​ທີ່​ເກີດ​ຈາກ​ພຣະ​ເຈົ້າ​ກໍ​ມີ​ໄຊ​ຕໍ່​ໂລກ.”9

ເມື່ອ​ເຮົາ​ປ່ອຍ​ໃຫ້​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ຄວບ​ຄຸມ​ຄວາມ​ຄິດ ແລະ ຄວາມ​ຮູ້ສຶກ​ຂອງ​ເຮົາ​ຫລາຍ​ຂຶ້ນ​ເທົ່າໃດ—ແລ້ວ​ເຮົາ​ຈະ​ປ່ອຍ​ໃຫ້​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ບິດາ​ເທິງ​ສະຫວັນ​ເຕີບ​ໂຕ​ຢູ່​ໃນ​ໃຈ​ຂອງ​ເຮົາ​ຫລາຍ ຂຶ້ນ​ເທົ່າ​ນັ້ນ—ງ່າຍ​ຂຶ້ນ​ທີ່​ຈະ​ຮັກ​ຄົນ​ອື່ນ ດ້ວຍ​ຄວາມ​ບໍລິສຸດ​ຂອງ​ພຣະຄຣິດ. ເມື່ອ​ເຮົາ​ເປີດ​ໃຈ​ຂອງ​ເຮົາຕໍ່​ແສງ​ອາ​ລຸນ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ແລ້ວ​ຄວາມ​ມືດ ແລະ ຄວາມ​ເຍືອກ​ເຢັນ​ຈະ​ສະຫລາຍ​ໄປ ແລະ ຄວາມ​ອິດສາ​ບັງ​ບຽດ​ຈະ​ລັບ​ເລືອນ​ໄປ.

ພຣະຄຣິດ​ໄດ້​ເປັນ​ແບບຢ່າງ​ໃຫ້​ເຮົາ​ສະເໝີ​ມາ. ໃນ​ຖ້ອຍ​ຄຳ​ຂອງ​ພຣະ​ອົງ​ເທົ່າໆ​ກັບ​ໃນ​ຊີວິດ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ສະແດງ​ໃຫ້​ເຮົາ​ເຫັນ​ເສັ້ນທາງ. ພຣະ​ອົງ​ໄດ້​ໃຫ້​ອະໄພ​ແກ່​ຄົນ​ຊົ່ວ​ຮ້າຍ, ຄົນ​ຫຍາ​ຍ​ຄາຍ, ແລະ ຄົນ​ທີ່​ຊອກ​ທຳຮ້າຍ ແລະ ເພື່ອ​ນຳ​ຄວາມເຈັບ​ປວດ​ມາ​ໃຫ້​ພຣະ​ອົງ.

ພຣະເຢຊູໄດ້​ກ່າວ​ວ່າ ມັນ​ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ຮັກ​ຄົນ​ທີ່​ຮັກ​ເຮົາ; ແມ່ນ​ແຕ່​ຄົນ​ຊົ່ວ​ຮ້າຍ​ກໍ​ສາມາດ​ເຮັດ ສິ່ງ​ນັ້ນ​ ​ໄດ້. ແຕ່​ພຣະເຢຊູຄຣິດ​ໄດ້​ສອນ​ກົດ​ທີ່​ສູງ​ກວ່າ​ນັ້ນ. ຖ້ອຍ​ຄຳ​ຂອງ​ພຣະ​ອົງ​ຍັງ​ດັງ​ກ້ອງ​ຢູ່ ເປັນ​ເວລາ​ຫລາຍ​ສັດຕະວັດ ແລະ ມັນ​ແມ່ນ​ສຳລັບ​ເຮົາ​ໃນ​ທຸກ​ວັນ​ນີ້. ມັນ​ແມ່ນ​ສຳລັບ​ທຸກ​ຄົນ​ທີ່​ຢາກ​ເປັນ​ສານຸສິດ​ຂອງ​ພຣະ​ອົງ. ມັນ​ແມ່ນສຳລັບ​ທ່ານ ແລະ ຂ້າພະເຈົ້າ ທີ່​ວ່າ: “ຈົ່ງ​ຮັກ​ສັດຕູ​ຂອງ​ເຈົ້າ ແລະ ອະທິຖານ​ເພື່ອ​ຜູ້​ທີ່​ຂົ່ມ​ເຫັງ​ເຈົ້າ.”10

ເມື່ອ​ໃຈ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ແລ້ວ​ເຮົາ​ຈະ​ກາຍເປັນ​ຄົນ​ທີ່ “ມີໃຈ​ເມດ​ຕາ ແລະ ເອັນດູ​ຕໍ່​ກັນ, ຈົ່ງ​ຍົກໂທດ​ໃຫ້​ກັນ ແລະ ກັນ​ດັ່ງ​ທີ່​ພຣະ​ເຈົ້າ​ໄດ້​ຍົກໂທດ​ໃຫ້​ທ່ານ​ໃນ​ພຣະຄຣິດ​ນັ້ນ.”11

ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະຄຣິດ​ສາມາດ​ເອົາ​ຄວາມ​ແຄ້ນ​ໃຈ ແລະ ຄວາມ​ຄຽດ​ແຄ້ນ​ໄປ​ຈາກ​ຕາ​ຂອງ​ເຮົາ​ໄດ້, ປ່ອຍ​ໃຫ້​ເຮົາເຫັນ​ຄົນ​ອື່ນ​ໃນ​ທາງ​ທີ່​ພຣະ​ບິດາ​ເທິງ​ສະຫວັນ​ເຫັນ​ເຮົາ: ວ່າ​ເຮົາ​ມີ​ຄວາມ​ບົກພ່ອງ ແລະ ບໍ່​ດີ​ພ້ອມຜູ້​ມີ​ຄວາມ​ສາມາດ ແລະ ມີຄ່າ​ຫລາຍ​ກວ່າ​ທີ່​ເຮົາ​ສາມາດ​ຫລິງ​ເຫັນ​ໄດ້. ເພາະ​ພຣະ​ເຈົ້າ​ຮັກ​ເຮົາ​ຫລາຍ​ແທ້ໆ, ເຮົາ​ຈຶ່ງ​ຄວນ​ຮັກ ແລະ ໃຫ້​ອະໄພ​ແກ່​ຄົນ​ອື່ນ​ຄື​ກັນ.

ວິທີ​ຂອງ​ສານຸສິດ

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກແພງ​ຂອງ​ຂ້າພະເຈົ້າ, ຈົ່ງ​ໄຕ່ຕອງ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້ ເພື່ອ​ສຳ​ຫ​ລວດ​ກວດກາ​ຕົວ​ທ່ານ:

ທ່ານ​ເກັບ​ຄວາມ​ເຄືອງ​ແຄ້ນ​ຄົນ​ອື່ນ​ໄວ້​ຢູ່​ບໍ່​ຕອນ​ນີ້?

ທ່ານ​ເວົ້າ​ຂວັນ​ນິນທາ​ບໍ, ເຖິງ​ແມ່ນ​ວ່າ​ສິ່ງ​ທີ່​ທ່ານ​ກ່າວ​ນັ້ນ ເປັນຄວາມ​ຈິງ​ກໍ​ຕາມ?

ທ່ານ​ກີດ​ກັນ, ເອົາ​ຕົວ​ອອກ​ຫ່າງ, ຫລື ລົງໂທດ​ຄົນ​ອື່ນ​ບໍ ເພາະ​ສິ່ງ​ທີ່​ເຂົາ​ໄດ້​ເຮັດ?

ທ່ານ​ລັກ​ອິດສາ​ບັງ​ບຽດ​ຄົນ​ອື່ນ​ບໍ?

ທ່ານ​ຢາກ​ສ້າງ​ຄວາມເຈັບ​ປວດ​ໃຫ້​ບາງ​ຄົນ​ບໍ?

ຖ້າ​ທ່ານ​ຕອບ​ວ່າ ແມ່ນກັບ​ຄຳ​ຖາມ​ຂໍ້​ໃດ​ຂໍ້​ໜຶ່ງ​ທີ່​ກ່າວ​ມາ​ນັ້ນ, ທ່ານ​ຄວນ​ນຳ​ໃຊ້​ຄຳ​ແນະນຳ​ສອງ​ຄຳ​ທີ່​ວ່າ: ຢຸດ​ເຮັດ!

ຢູ່​ໃນ​ໂລກ​ທີ່​ກ່າວ​ຫາ ແລະ ບໍ່​ເປັນ​ມິດ​ນີ້, ມັນ​ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ເກັບ​ເອົາ​ກ້ອນ​ຫີນ ແລະ ແກວ່ງ​ໃສ່​ຄົນ​ອື່ນ. ແຕ່​ກ່ອນ​ທີ່​ເຮົາ​ຈະ​ເຮັດ, ຂໍ​ໃຫ້​ເຮົາ​ຈື່​ຈຳ​ຄຳ​ເວົ້າ​ຂອງ​ຄົນ​ໜຶ່ງ​ຜູ້​ເປັນ​ພຣະ​ອາຈານ ແລະ ເປັນ​ແບບຢ່າງ​ແກ່​ເຮົາ​ວ່າ: “ມີ​ຄົນ​ໃດ​ແດ່​ໃນ​ພວກ​ເຈົ້າ​ທີ່​ບໍ່​ໄດ້​ເຮັດ​ບາບ, ໃຫ້​ຜູ້​ນັ້ນ​ເປັນ​ຜູ້​ທຳ​ອິດ​ແກວ່ງ​ກ້ອນ​ຫີນ​ໃສ່”.12

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂໍ​ໃຫ້​ເຮົາ​ຈົ່ງ​ຖິ້ມ​ກ້ອນ​ຫີນ​ຂອງ​ເຮົາ​ລົງ.

ຂໍ​ໃຫ້​ເຮົາ​ອ່ອມ​ໂຍນ.

ຂໍ​ໃຫ້​ເຮົາ​ໃຫ້​ອະໄພ.

ຂໍ​ໃຫ້​ເຮົາ​ເວົ້າ​ນຳ​ກັນ​ຢ່າງ​ສັນຕິ.

ຂໍ​ໃຫ້​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ເຕັມ​ຢູ່​ໃນ​ໃຈ​ເຮົາ.

“ຈົ່ງ​ເຮັດ​ດີ​ແກ່​ທຸກ​ຄົນ.”13

ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສັນຍາ​ວ່າ: “ຈົ່ງ​ໃຫ້​ເຂົາ, ແລະ ພຣະ​ເຈົ້າ​ຈະ​ໃຫ້​ເຈົ້າ ແລະ ໃນ​ຕັກ​ຂອງ​ເຈົ້າ​ຈະ​ໄດ້​ຮັບຕວງ​ດ້ວຍ​ເຄື່ອງ​ຜອງ​ຍັດ​ສັ່ນ​ລົງ​ແໜ້ນ​ເຕັມ​ລົ້ນ, ເພາະວ່າ​ພວກ​ເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງ​ຜອງ​ອັນ​ໃດ ພຣະ​ເຈົ້າ​ຈະ​ຕວງ​ໃຫ້​ພວກ​ເຈົ້າ​ດ້ວຍ​ເຄື່ອງ​ຜອງ​ອັນ​ນັ້ນ.”14

ຄຳ​ສັນຍາ​ນີ້​ພຽງ​ພໍແລ້ວ​ບໍ ເພື່ອ​ໃຫ້​ເຮົາ​ເອົາໃຈໃສ່​ກັບ​ການ​ກະທຳ​ດ້ວຍ​ຄວາມ​ອ່ອນໂຍນ, ໃຫ້​ອະໄພ, ແລະ ມີ​ຄວາມ​ໃຈ​ບຸນ ແທນ​ທີ່​ຈະ​ປະພຶດ​ໃນ​ທາງ​ກົງກັນຂ້າມ?

ຂໍ​ໃຫ້​ເຮົາ, ໃນ​ຖານະ​ທີ່​ເປັນ​ສານຸສິດ​ຂອງ​ພຣະເຢຊູຄຣິດ, ຢ່າ​ແກ້ແຄ້ນ​ຜູ້​ທີ່​ເຮັດ​ຜິດ​ຕໍ່​​ເຮົາ.15 ຂໍ​ໃຫ້​ເຮົາ​ບໍ່​ຊອກ​ຫາແກ້ແຄ້ນ ຫລື ປ່ອຍ​ໃຫ້​ຄວາມ​ຄຽດ​ແຄ້ນ​ເອົາ​ຊະນະ​ເຮົາ.

“ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ການ​ແກ້ແຄ້ນ​ເປັນ​ທຸລະ​ຂອງ​ເຮົາ; ເຮົາ​ເອງ​ຈະ​ເປັນ​ຜູ້​ຕອບ​ແທນ.

“ຖ້າ​ສັດຕູ​ຂອງ​ເຈົ້າ​ຢາກ​ເຂົ້າ ຈົ່ງ​ເອົາ​ໃຫ້​ລາວ​ກິນ; ຖ້າ​ລາວ​ຢາກ​ດື່ມນ້ຳ ຈົ່ງ​ເອົາ​ໃຫ້​ລາວ​ດື່ມ. …

“ຢ່າ​ໃຫ້​ຄວາມ​ຊົ່ວ​ຊະນະ​ເຈົ້າ, ແຕ່​ຈົ່ງ​ຊະນະ​ຄວາມ​ຊົ່ວ​ດ້ວຍ​ຄວາມ​ດີ.”16

ຈົ່ງ​ຈື່​ຈຳ​ໄວ້​ວ່າ: ໃນ​ທີ່​ສຸດ, ຜູ້​ມີໃຈ​ກະລຸນາ​ຈະ​ໄດ້​ຮັບ​ພຣະ​ກະລຸນາ​ຕອບ​ແທນ.17

ໃນ​ຖານະ​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະເຢຊູຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ບໍ່​ວ່າ​ເຮົາ​ຈະ​ຢູ່ ໃສ​ກໍ​ຕາມ, ຂໍ​ໃຫ້​ເຮົາ​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ ເປັນ​ຜູ້​ຄົນ​ທີ່ “ຮັກ​ຊຶ່ງ​ກັນ​ແລະ​ກັນ.”18

ຮັກ​ຊຶ່ງ​ກັນ​ແລະ​ກັນ

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ມັນ​ມີ​ຄວາມ​ກຸ້ມ​ໃຈ ແລະ ຄວາມ​ໂສກເສົ້າ​ຫລາຍ​ພໍ​ຢູ່​ແລ້ວ​ໃນ​ຊີວິດ​ນີ້ ຊຶ່ງ​ເຮົາ​ບໍ່ ຈຳເປັນ​ນຳ​ເອົາ​ມາ​ໃສ່​ຕື່ມ​ຈາກ​ຄວາມ​ດື້​ດຶງ, ຄວາມ​ຂົມຂື່ນ, ແລະ ຄວາມ​ເຄືອງ​ແຄ້ນ​ຂອງ​ເຮົາ.

ເຮົາ​ບໍ່​ໄດ້​ດີ​ພ້ອມ​ທຸກ​ຢ່າງ.

ທຸກ​ຄົນ​ທີ່ຢູ່​ອ້ອມ​ຂ້າງ​ເຮົາ​ບໍ່​ໄດ້​ດີ​ພ້ອມ​ທຸກ​ຢ່າງ.19 ຜູ້​ຄົນ​ຈະ​ເຮັດ​ສິ່ງ​ທີ່​ລົບ​ກວນ​ໃຈ, ໃຫ້​ຜິດ​ຫວັງ, ແລະ ໃຫ້​ໃຈ​ຮ້າຍ. ໃນ​ຊີວິດ​ມະຕະ​ນີ້ ມັນ​ຈະ​ເປັນ​ແບບ​ນັ້ນ​ສະເໝີ.

ເຖິງ​ຢ່າງໃດ​ກໍ​ຕາມ, ເຮົາ​ຕ້ອງ​ປ່ອຍ​ຄວາມ​ບໍ່​ພໍໃຈ​ຂອງ​ເຮົາ​ໄປ. ພາກສ່ວນ​ໜຶ່ງ​ໃນ​ຈຸດປະສົງ​ຂອງ​ຄວາມ ເປັນ​ມະຕະ​ຄື ທີ່​ຈະ​ຮຽນ​ຮູ້​ວິທີ​ທີ່​ຈະ​ປ່ອຍ​ສິ່ງ​ເຊັ່ນນັ້ນ​ໄປ. ນັ້ນ​ຄື​ວິທີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຈົ່ງ​ຈື່​ຈຳ​ໄວ້​ວ່າ, ສະຫວັນ​ເຕັມ​ໄປ​ດ້ວຍ​ຜູ້​ທີ່​ມີ​ສິ່ງ​ນີ້​ນຳ​ກັນ: ເຂົາເຈົ້າ​ໄດ້​ຮັບ​ການ​ໃຫ້​ອະໄພ. ແລະ ເຂົາເຈົ້າ​ໃຫ້​ອະໄພ.

ຈົ່ງ​ວາງ​ພາລະ​ອັນ​ໜັກໜ່ວງ​ຂອງ​ທ່ານ​ໄວ້​ທີ່​ພຣະ​ບາດ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ຈົ່ງ​ປ່ອຍ​ການ​ກ່າວ​ໂທດ ຄົນ​ອື່ນ​ໄປ. ຈົ່ງ​ປ່ອຍ​ໃຫ້ການ​ຊົດ​ໃຊ້​ຂອງ​ພຣະຄຣິດ​ປ່ຽນ ແລະ ປິ່ນປົວ​ໃຈ​ຂອງ​ທ່ານ. ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ. ຈົ່ງ​ໃຫ້​ອະໄພ​ແກ່​ກັນ​ແລະ​ກັນ.

ຜູ້​ມີໃຈ​ກະລຸນາ​ຈະ​ໄດ້​ຮັບ​ຄວາມ​ກະລຸນາ​ຕອບ​ແທນ.

ຂ້າພະເຈົ້າ​ຂໍ​ເປັນ​ພະຍານ​ເຖິງ​ສິ່ງ​ນີ້​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ຜູ້​ຮັກ​ຫລາຍ​ທີ່​ສຸດ​ຈົນ​ວ່າ​ພຣະ​ອົງ​ໄດ້​ເສຍ​ສະລະຊີວິດ​ຂອງ​ພຣະ​ອົງ​ເພື່ອ​ເຮົາ, ເພື່ອ​ເພື່ອນ​ຂອງ​ພຣະ​ອົງ, ໃນ​ພຣະ​ນາມ​ອັນ​ສັກສິດ​ຂອງ​ພຣະເຢຊູຄຣິດ, ອາ​ແມນ.