​2010–2019
ອຳນາດຂອງສະຫວັນ
ເມສາ 2012


ອຳນາດ​ຂອງ​ສະຫວັນ

ຜູ້​ດຳລົງ​ຖານະ​ປະໂລຫິດ​ທັງ​ຊາຍ​ໜຸ່ມ ແລະ ຊາຍ​ແກ່​ຕ້ອງ​ມີ​ທັງ​ສິດ​ອຳນາດ ແລະ ອຳນາດ—ຊຶ່ງ​ແມ່ນ​ການ​ອະນຸຍາດ​ອັນ​ຈຳເປັນ​ພ້ອມ​ດ້ວຍ​ຄວາມ​ສາມາດ​ທາງ​ດ້ານ​ວິນ​ຍານ​ເພື່ອ​ເປັນ ຕົວ​ແທນ​ຂອງ​ພຣະ​ເຈົ້າ​ໃນ​ວຽກ​ງານ​ຂອງ​ຄວາມ​ລອດ.

ອ້າຍ​ນ້ອງ​ທີ່​ຮັກແພງ​ຂອງ​ຂ້າພະເຈົ້າ, ຂ້າພະເຈົ້າ​ຮູ້​ບຸນຄຸນ​ທີ່​ເຮົາ ຜູ້​ທີ່​ຖື​ຖານະ​ປະໂລຫິດ​ສາມາດ​ນະ​ມັດ ສະການ​ຮ່ວມ​ກັນ​ເປັນ​ກຸ່ມ​ໃຫຍ່. ຂ້າພະເຈົ້າ​ຮັກ ແລະ ຍ້ອງຍໍ​ສັນລະເສີນ​ໃນ​ຄວາມ​ມີຄ່າ​ຄວນ​ຂອງ​ທ່ານ ແລະ ອິດ​ທິ​ພົນ​ອັນ​ດີງາມ​ທີ່​ມີ​ໃນ​ທົ່ວ​ໂລກ​ຂອງ​ທ່ານ.

ຂ້າພະເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ແຕ່ລະຄົນ​ໃຫ້​ໄຕ່ຕອງ​ເຖິງ​ວິທີ​ທີ່​ທ່ານ​ຈະ​ຕອບ​ໂຕ້​ຕໍ່​ຄຳ​ຖາມ​ທີ່​ປະທານ​ເດ​ວິດ ໂອ ມິ​ກເຄ ໄດ້​ປະກາດ​ຕໍ່​ສາ​ມາ​ຊິກ​ຂອງ​ສາດສະໜາ​ຈັກ​ຫລາຍ​ປີຜ່ານມາ​ແລ້ວ​ວ່າ: “ຖ້າ​ໃນ​ເວລາ​ນີ້​ທ່ານ ແຕ່ລະຄົນ​ຖືກ​ຖາມ​ໃຫ້​ກ່າວ​ຂໍ້​ດຽວ ຫລື ຄຳ​ດຽວ​ເຖິງ​ຈຸດ​ເດັ່ນ​ຂອງ​ສາດສະໜາ​ຈັກ, ທ່ານ​ຈະ​ຕອບ​ວ່າ ແນວໃດ?” (“The Mission of the Church and Its Members,” Improvement Era, Nov. 1956, 781).

ປະທານ​ມິ​ກເຄ​ໄດ້​ຕອບ​ຕໍ່​ຄຳ​ຖາມ​ຂອງ​ເພິ່ນ​ເອງ​ວ່າ, “ສິດ​ອຳນາດ​ອັນ​ສັກສິດ” ຂອງ​ຖານະ​ປະໂລຫິດ. ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ແຕກ​ຕ່າງ​ຈາກ​ສາດສະໜາ​ຈັກ​ອື່ນໆ​ທີ່ ປະກາດ​ວ່າ​ສິດ​ອຳນາດ​ຂອງ​ເຂົາເຈົ້າ​ໄດ້​ສືບ​ເຄົ້າ​ມາ​ຈາກ​ປະຫວັດສາດ​ກ່ຽວຂ້ອງ​ກັບ​ການ​ດຳລົງ​ຕຳແໜ່ງ​ຕໍ່, ຈາກ​ພຣະ​ຄຳ​ພີ, ຫລື ຈາກ​ການ​ຝຶກ​ຝົນ​ທາງ​ວິຊາ​ການ​ສາດສະໜາ. ເຮົາ​ປະກາດ​ຢ່າງ​ພິເສດ​ວ່າ​ສິດ ອຳນາດ​ຂອງ​ຖານະ​ປະໂລຫິດ​ໄດ້​ຖືກ​ມອບ​ໃຫ້​ດ້ວຍ​ການ​ວາງ​ມື​ໂດຍ​ກົງ​ຈາກ​ທູດ​ແຫ່ງ​ສະຫວັນ ມອບ​ໃຫ້​ສາດສະດາ​ໂຈ​ເຊັບ ສະ​ມິດ.

ຂ່າວສານ​ຂອງ​ຂ້າພະເຈົ້າ​ຈະ​ເນັ້ນໜັກ​ເຖິງ​ຖານະ​ປະໂລຫິດ​ອັນ​ສັກສິດ​ນີ້ ແລະ ອຳນາດ​ຂອງ​ສະຫວັນ. ຂ້າພະເຈົ້າ​ອະທິຖານ​ຢ່າງ​ຈິງ​ຈັງ​ສຳລັບ​ການ​ຊ່ອຍ​ເຫລືອ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂະນະ​ທີ່ ເຮົາ​ຮຽນ​ຮູ້​ຮ່ວມ​ກັນ​ກ່ຽວ​ກັບ​ຄວາມ​ຈິງ​ອັນ​ສຳຄັນ​ເຫລົ່າ​ນີ້.

ສິດ​ອຳນາດ ແລະ ອຳນາດ​ຂອງ​ຖານະ​ປະໂລຫິດ

ຖານະ​ປະໂລຫິດ​ແມ່ນ​ສິດ​ອຳນາດ​ຂອງ​ພຣະ​ເຈົ້າ​ທີ່​ໄດ້​ຖືກ​ມອມ​ໃຫ້​ແກ່​ມະນຸດ​ໃນ​ໂລກ​ເພື່ອ​ກະທຳ​ໃນທຸກ​ຢ່າງ​ສຳລັບ​ການ​ລອດ​ຂອງ​ມະນຸດ (ເບິ່ງ Spencer W. Kimball, “The Example of Abraham,” Ensign, June 1975, 3). ຖານະ​ປະໂລຫິດ​ເປັນ​ວິທີ​ທາງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ກະທຳ​ຜ່ານ​ມະນຸດ​ເພື່ອ​ຮັກສາ​ຈິດ​ວິນ​ຍານ. ລັກສະນະ​ອັນ​ໜຶ່ງ​ທີ່​ດີເດັ່ນ​ຂອງ​ສາດສະໜາ​ຈັກ​ຂອງ ພຣະເຢ​ຊູ​ຄຣິດ, ທັງ​ໃນ​ສະໄໝ​ໂບຮານ ແລະ ໃນ​ສະ​ໄໜ​ນີ້, ກໍ​ຄື​ອຳນາດ​ຂອງ​ພຣະ​ອົງ. ຈະ​ບໍ່​ມີສາດສະໜາ​ຈັກ​ອັນ​ແທ້​ຈິງ​ຖ້າ​ປາດສະຈາກ​ສິດ​ອຳນາດ​ອັນ​ສັກສິດ.

ມະນຸດ​ທຳ​ມະ​ດາ​ໄດ້​ຮັບ​ສິດ​ອຳນາດ​ຂອງ​ຖານະ​ປະໂລຫິດ. ຄຸນສົມບັດ​ເພື່ອ​ຮັບ​ຕຳແໜ່ງ​ຂອງ​ຖານະ ປະໂລຫິດ​ແມ່ນ​ການ​ມີຄ່າ​ຄວນ ແລະ ຄວາມ​ເຕັມ​ໃຈ—ບໍ່​ຈຳເປັນ​ຕ້ອງ​ມີ​ປະສົບ​ການ, ຄວາມ​ຊ່ຽວຊານ ຫລື ມີ​ຄວາມ​ຮູ້.

ແບບແຜນ​ເພື່ອ​ຈະ​ໄດ້​ຮັບ​ສິດ​ອຳນາດ​ຂອງ​ຖານະ​ປະໂລຫິດ​ໄດ້​ບັນ​ຍາຍ​ໃວ້​ໃນ​ຫລັກ​ທຳ​ແຫ່ງ​ຄວາມ​ເຊື່ອ ຂໍ້​ທີ​ຫ້າ​ວ່າ: “ພວກ​ເຮົາ​ເຊື່ອ​ວ່າ​ມະນຸດ​ຕ້ອງ​ໄດ້​ຮັບ​ການ​ຮຽກຮ້ອງ​ຈາກ​ພຣະ​ເຈົ້າ​ໂດຍ​ການ​ພະຍາກອນ ແລະ ໂດຍ​ການ​ວາງ​ມື​ໂດຍ​ຜູ້​ມີ​ສິດ​ອຳນາດ ເພື່ອ​ໃຫ້​ສອນ​ພຣະ​ກິດ​ຕິ​ຄຸນ ແລະ ປະຕິບັດ​ພິທີການ​ຕາມ​ມັນ.” ເພາະສະນັ້ນ​ຊາຍ​ໜຸ່ມ ຫລື ຊາຍ​ຄົນ​ໜຶ່ງ​ຈະ​ໄດ້​ຮັບ​ສິດ​ອຳນາດ​ຂອງ​ຖານະ​ປະໂລຫິດ ແລະ ຮັບ​ຕຳແໜ່ງ​ອັນ​ສະເພາະ​ໂດຍ​ຜູ້​ທີ່​ຖື​ຖານະ​ປະໂລຫິດ​ແລ້ວ ແລະ ໄດ້​ຮັບ​ອະນຸຍາດ​ຈາກ​ຜູ້ນຳ​ຄົນ​ໜຶ່ງ ທີ່​ມີ​ຂໍ​ກະແຈ​ແຫ່ງ​ຖານະ​ປະໂລຫິດ​ອັນ​ຈຳເປັນ.

ຜູ້​ທີ່​ຖື​ຖານະ​ປະໂລຫິດ​ຖືກ​ຄາດ​ຫວັງ​ທີ່​ຈະ​ໃຊ້​ສິດ​ອຳນາດ​ອັນ​ສັກສິດ​ນີ້​ຕາມ​ຄວາມ​ນຶກ​ຄິດ, ຄວາມ​ປະສົງ ແລະ ເປົ້າ​ໝາຍ​ຂອງ​ພຣະ​ເຈົ້າ. ທຸກ​ສິ່ງ​ທີ່​ກ່ຽວຂ້ອງ​ກັບ​ຖານະ​ປະໂລຫິດ​ບໍ່​ແມ່ນ​ຄວາມ​ເຫັນແກ່ຕົວ. ຖານະ​ປະໂລຫິດ​ແມ່ນ​ໃຊ້​ເພື່ອ​ການ​ຮັບ​ໃຊ້​ສະເໝີ, ການ​ໃຫ້​ພອນ, ແລະ ເຮັດ​ໃຫ້​ຄົນ​ອື່ນ​ເຂັ້ມແຂງ​ຂຶ້ນ.

ຖານະ​ປະໂລຫິດ​ອັນ​ສູງ​ກວ່າ​ຈະ​ໄດ້​ຮັບ​ໂດຍ​ພັນທະ​ສັນຍາ​ຢ່າງ​ຈິງ​ຈັງ​ຊຶ່ງ​ຮ່ວມ​ດ້ວຍ​ຂໍ້​ຜູກ​ມັດ​ທີ່​ຈະ​ປະຕິບັດ ໂດຍ​ສິດ​ອຳນາດ (ເບິ່ງ D&C 68:8) ແລະ ຕາມ​ຕຳແໜ່ງ (ເບິ່ງ D&C 107:99) ທີ່​ຜູ້​ນັ້ນ​ໄດ້​ຮັບ. ໃນ​ຖານະ​ທີ່​ເປັນ​ຜູ້​ຖື​ສິດ​ອຳນາດ​ອັນ​ສັກສິດ​ຂອງ​ພຣະ​ເຈົ້າ, ເຮົາ​ເປັນ​ຕົວ​ແທນ​ເພື່ອ​ໃຫ້​ປະຕິບັດ ແລະ ບໍ່​ແມ່ນ​ຜູ້​ລໍຖ້າ​ຮັບ​ການ​ປະຕິບັດ​ຕໍ່ (ເບິ່ງ 2 Nephi 2:26). ລັກສະນະ​ອັນ​ແທ້​ຈິງ​ຂອງ​ຖານະ​ປະໂລຫິດ ຕ້ອງ​ມີ​ຄວາມ​ຫ້າວຫັນ​ບໍ່​ແມ່ນ​ຢູ່​ລ້າໆ.

ປະ​ທານ​ເອ​ສະ​ລາ ແທັບ ເບັນ​ສັນ ໄດ້​ສອນ​ວ່າ:

“ບໍ່​ພຽງພໍ​ທີ່​ຈະ​ໄດ້​ຮັບ​ຖານະ​ປະໂລຫິດ​ແລ້ວ​ຢູ່​ລ້າໆ ແລະ ລໍຖ້າ​ຜູ້​ໜຶ່ງ​ບັງຄັບ​ເຮົາ​ໃຫ້​ໃຊ້​ມັນ. ເມື່ອ​ເຮົາ​ໄດ້​ຮັບ​ຖານະ​ປະໂລຫິດ, ເຮົາ​ມີ​ຂໍ້​ຜູກ​ມັດ​ທີ່​ຈະ​ສົ່ງເສີມ​ຈຸດ ມຸ້ງ​ໝາຍ​ຂອງ​ຄວາມ​ຊອບ​ທຳ​ໃນ​ໂລກ​ຢ່າງ​ມີ​ພະລັງ ແລະ ດ້ວຍ​ຄວາມ​ຕັ້ງໃຈ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ຊົງ​ກ່າວ​ວ່າ

“‘… ຄົນ​ທີ່​ບໍ່​ເຮັດ​ສິ່ງ​ໃດ​ເລີຍ​ຈົນ​ກວ່າ​ເຂົາ​ຈະ​ຖືກ​ສັ່ງ, ແລະ ຮັບ​ເອົາ​ຄຳ​ສັ່ງ​ດ້ວຍ​ໃຈ​ສົງ​ໃສ ແລະ ຮັກສາ​ມັນ​ດ້ວຍ​ຄວາມ​ກຽດຄ້ານ, ຄົນ​ນັ້ນ​ຕ້ອງ​ອັບ​ປະໂຫຍດ [ເບິ່ງ D&C 58:29]” (So Shall Ye Reap [1960], 21).

ປະທານ​ສະ​ເປັນ​ເຊີ ດັບ​ເບິນຢູ ຄິມໂບ ກໍ​ໄດ້​ເນັ້ນ​ໜັກ​ເຖິງ​ລັກສະນະ​ອັນ​ມີ​ກຳລັງ​ຂອງ​ຖານະ​ປະໂລຫິດ​ວ່າ. “ຄົນ​ໃດ​ຄົນ​ໜຶ່ງ​ອາດ​ຈະ​ລະເມີດ​ພັນທະ​ສັນຍາ​ແຫ່ງ​ຖານະ​ປະໂລຫິດ​ໂດຍ​ການ​ຝ່າ​ຝືນ​ພຣະ​ບັນຍັດ ແລະ ເຊັ່ນດຽວ​ກັນ​ໂດຍ​ບໍ່​ປະຕິບັດ​ໜ້າທີ່​ຂອງ​ເຂົາ​ໃຫ້​ຖືກຕ້ອງ. ສະນັ້ນ, ຄົນ​ນັ້ນ​ກໍ​ບໍ່​ເຮັດ​ຫຍັງ​ເລີຍ ເພື່ອຈະ​ລະເມີດ​ພັນທະ​ສັນຍາ​ນີ້.” ” (The Miracle of Forgiveness [1969], 96).

ເມື່ອ​ເຮົາ​ເຮັດ​ໜ້າທີ່​ຮັບຜິດຊອບ​ແຫ່ງ​ຖານະ​ປະໂລຫິດ​ຂອງ​ເຮົາ​ຢ່າງ​ເຕັມ​ໃຈ, ເຮົາ​ສາມາດ​ໄດ້​ຮັບ​ພອນ ດ້ວຍ​ອຳນາດ​ຂອງ​ຖານະ​ປະໂລຫິດ. ອຳນາດ​ຂອງ​ຖານະ​ປະໂລຫິດ​ແມ່ນ​ອຳນາດ​ຂອງ​ພຣະ​ເຈົ້າ​ທີ່ກະທຳ​ຜ່ານ​ຊາຍ ແລະ ຊາຍ​ໜຸ່ມ ແລະ ມັນ​ຮຽກຮ້ອງ​ຄວາມ​ສັດຊື່, ການ​ເຊື່ອ​ຟັງ, ແລະ ຄວາມ​ພະຍາຍາມ. ຊາຍ​ໜຸ່ມ ຫລື ຊາຍ​ຜູ້​ໃຫຍ່​ຄົນ​ໜຶ່ງ​ອາດ​ຈະ​ໄດ້​ຮັບ​ສິດ​ອຳນາດ​ຂອງ​ຖານະປະໂລຫິດ​ໂດຍ​ການ​ວາງ​ມື ແຕ່​ຈະ​ບໍ່​ມີ​ອຳນາດ​ຖານະ​ປະໂລຫິດ​ຖ້າ​ເຂົາ​ບໍ່​ເຊື່ອ​ຟັງ, ບໍ່​ມີຄ່າ​ຄວນ, ແລະ ບໍ່​ເຕັມ​ໃຈ​ທີ່​ຈະ​ຮັບ​ໃຊ້.

“ສິດທິ​ຂອງ​ຖານະ​ປະໂລຫິດ​ກ່ຽວຂ້ອງ​ກັບ​ອຳນາດ​ຂອງ​ສະຫວັນ​ຢ່າງ​ບໍ່​ສາມາດ​ແຍກ​ກັນ​ໄດ້ ແລະ ... ວ່າ ອຳນາດ​ ​ຂອງ​ສະຫວັນ ຈະ​ຖືກ​ບັງຄັບ ຫລື ຄວບ​ຄຸມ​ບໍ່​ໄດ້ ນອກຈາກ​ຕາມ​ຫລັກ​ແຫ່ງ​ຄວາມ​ຊອບ​ທຳເທົ່າ​ນັ້ນ.

ຄື​ອຳນາດ​ເຫລົ່ານັ້ນ​ຈະ​ຖືກ​ມອບ​ໃຫ້​ເຮົາ​ກໍ​ຈິງ; ແຕ່​ເມື່ອ​ເຮົາ​ພະຍາຍາມ​ປົກ​ປິດ​ບາບ​ຂອງ​ເຮົາ ຫລື ເຮັດ​ໃຫ້​ສົມ​ກັບ​ຄວາມ​ຈອງຫອງ​ຂອງ​ເຮົາ​ຄວາມ​ທະ​ເຍີ​ທະຍານ​ອັນ​ບໍ່​ມີ​ປະໂຫຍດ​ໃດ ຈົ່ງ​ເບິ່ງ, ສະຫວັນ​ຈະ​ຖອນ​ຕົວ; ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໂສກເສົ້າ; ແລະ ເມື່ອ​ຖືກ​ຖອນ​ຕົວ, ອາ​ແມນ​ຕໍ່​ຖານະ​ປະໂລຫິດ ຫລື ສິດ​ອຳນາດ​ຂອງ​ຊາຍ​ຄົນ​ນັ້ນ (ເບິ່ງ D&C 121:36–37; ເນັ້ນຄຳເນີ້ງ).

ອ້າຍ​ນ້ອງ​ທັງຫລາຍ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຍອມຮັບ​ເດັກ​ຊາຍ ຫລື ຊາຍ​ຜູ້​ໃຫຍ່​ຄົນ​ໜຶ່ງ ຜູ້​ທີ່​ຮັບ​ສິດ​ອຳນາດ ຂອງ​ຖານະ​ປະໂລຫິດ ແລ້ວ​ບໍ່​ສົນໃຈ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຈຳເປັນ​ເພື່ອ​ມີ​ຄຸນສົມບັດ​ທີ່​ຈະ​ໄດ້​ຮັບ​ອຳນາດ​ຂອງ ຖານະ​ປະໂລຫິດ. ຜູ້​ດຳລົງ​ຖານະ​ປະໂລຫິດ​ທັງ​ຊາຍ​ໜຸ່ມ ແລະ ຊາຍ​ແກ່​ຕ້ອງ​ມີ​ທັງ​ສິດ​ອຳນາດ ແລະ ອຳນາດ—ຊຶ່ງ​ແມ່ນ​ການ​ອະນຸຍາດ​ອັນ​ຈຳເປັນ​ພ້ອມ​ດ້ວຍ​ຄວາມ​ສາມາດ​ທາງ​ດ້ານ​ວິນ​ຍານ​ເພື່ອ​ເປັນຕົວ​ແທນ​ຂອງ​ພຣະ​ເຈົ້າ​ໃນ​ວຽກ​ງານ​ຂອງ​ຄວາມ​ລອດ.

ບົດຮຽນ​ຈາກ​ພໍ່​ຂອງ​ຂ້າພະເຈົ້າ

ຂ້າພະເຈົ້າ​ຖືກ​ລ້ຽງ​ດູ​ໃນ​ບ້ານ​ດ້ວຍ​ແມ່​ຜູ້​ທີ່​ມີ​ຄວາມ​ສັດຊື່ ແລະ ພໍ່​ຜູ້​ທີ່​ດີເລີດ. ແມ່​ຂອງ​ຂ້າພະເຈົ້າ​ເປັນລູກ​ຫລານ​ຂອງ​ຜູ້​ບຸກເບີກ ຜູ້​ທີ່​ໄດ້​ເສຍ​ສະລະ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ສາດສະໜາ​ຈັກ ແລະ ອານາຈັກ​ຂອງພຣະ​ເຈົ້າ. ພໍ່​ຂອງ​ຂ້າພະເຈົ້າ​ບໍ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ ແລະ ຕອນ​ເປັນ​ໜຸ່ມ​ເພິ່ນ​ປາຖະໜາທີ່​ຈະ​ເປັນ​ຄຸນ​ພໍ່​ຂອງ​ສາດສະໜາ​ກາໂຕລິກ. ໃນ​ທີ່​ສຸດ​ເພິ່ນ​ເລືອກ​ທີ່​ຈະ​ບໍ່​ເຂົ້າ​ຮ່ວມ​ການ​ຝຶກ​ຝົນ​ວິຊາ​ການສາດສະໜາ ແລະ ເລືອກ​ອາຊີບ​ເປັນ​ຜູ້​ເຮັດ​ເຄື່ອງມື.

ສ່ວນ​ໃຫຍ່​ໃນ​ຊີວິດ​ການ​ແຕ່ງງານ​ຂອງ​ເພິ່ນ, ພໍ່​ຂອງ​ຂ້າພະເຈົ້າ ຮ່ວມ​ການ​ປະຊຸມ​ຂອງ​ສາດສະໜາ​ຈັກ​ຂອງ ພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ນຳ​ຄອບຄົວ​ຂອງ​ເຮົາ. ທີ່​ຈິງ​ແລ້ວ, ຫລາຍ​ຄົນ​ໃນ​ຫວອດ​ຂອງ​ເຮົາ ບໍ່​ຮູ້​ວ່າ​ພໍ່​ຂອງ​ຂ້າພະເຈົ້າ​ບໍ່​ແມ່ນ​ສະມາຊິກ. ເພິ່ນ​ຫລິ້ນ ແລະ ເປັນ​ຄູ​ຝຶກ softball (ສອຟບອລ) ໃນ​ທີ​ມ ຂອງ​ຫວອດ, ຊ່ອຍ​ເຫລືອ​ນຳ​ກິດຈະກຳ​ຕ່າງໆ​ຂອງ​ລູກ​ເສືອ, ແລະ ອູ້ມຊູ​ແມ່​ຂອງ​ຂ້າພະເຈົ້າ​ໃນ​ການ​ເອີ້ນ ແລະ ໜ້າທີ່​ຮັບຜິດຊອບ​ຕ່າງໆ​ຂອງ​ເພິ່ນ. ຂ້າພະເຈົ້າ​ຢາກ​ຈະ​ບອກ​ທ່ານ​ກ່ຽວ​ກັບ​ບົດຮຽນ​ອັນ​ຍິ່ງ​ໃຫຍ່ ບົດໜຶ່ງ​ທີ່​ຂ້າພະເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ພໍ່​ຂອງ​ຂ້າພະເຈົ້າ​ກ່ຽວ​ກັບ​ສິດ​ອຳນາດ ແລະ ອຳນາດ​ຂອງຖານະ​ປະໂລຫິດ

ຕອນ​ຂ້າພະເຈົ້າ​ຍັງ​ນ້ອຍ ຂ້າພະເຈົ້າ​ຖາມ​ພໍ່​ອາທິດ​ລະ​ຫລາຍ​ຄັ້ງ​ວ່າ​ເມື່ອ​ໃດ​ພໍ່​ຈະ​ຮັບ​ບັບ​ຕິ​ສະ​ມາ. ແຕ່​ລະ​ຄັ້ງ​ເພິ່ນ​ຕອບ​ດ້ວຍ​ຄວາມ​ຮັກ ແລະ ດ້ວຍ​ຄວາມ​ໜັກ​ແໜ້ນ​ເມື່ອ​ຂ້າພະເຈົ້າ​ຈູ້ຈີ້​ເພິ່ນ: “ເດ​ວິດ, ພໍ່​ຈະ​ບໍ່​ເຂົ້າ​ຮ່ວມ​ສາດສະໜາ​ຈັກ​ຍ້ອນ​ແມ່​ຂອງ​ລູກ, ຍ້ອນ​ລູກ, ຫລື ຍ້ອນ​ຄົນ​ອື່ນໆ. ພໍ່​ຈະ​ເຂົ້າຮ່ວມ​ສາດສະໜາ​ຈັກ ເມື່ອ​ພໍ່​ຮູ້​ວ່າ​ເປັນ​ສິ່ງ​ທີ່​ຖືກຕ້ອງ​ທີ່​ຈະ​ເຮັດ.”

ຂ້າພະເຈົ້າ​ຄິດ​ວ່າ​ຂ້າພະເຈົ້າ​ເລີ່ມ​ເປັນ​ໄວ​ລຸ້ນ ຕອນ​ຂ້າພະເຈົ້າ​ໄດ້​ສົນທະນາ​ນຳ​ພໍ່​ຂອງ​ຂ້າພະເຈົ້າ​ດັ່ງ​ຕໍ່​ໄປ​ນີ້. ພວກ​ເຮົາ​ຫາ​ກໍ​ກັບ​ຈາກ​ເຂົ້າ​ຮ່ວມ​ການ​ປະຊຸມ​ວັນ​ອາທິດ​ຂອງ​ເຮົາ, ແລ້ວ​ຂ້າພະເຈົ້າ​ຖາມ​ພໍ່​ວ່າ​ເມື່ອ​ໃດ ພໍ່​ຈະ​ຮັບ​ບັບ​ຕິ​ສະ​ມາ. ເພິ່ນ​ຍິ້ມ ແລະ ຕອບ​ວ່າ, “ລູກ​ເປັນ​ຜູ້​ຖາມ​ພໍ່​ສະເໝີ​ກ່ຽວ​ກັບ​ການ​ຮັບ​ບັບ​ຕິ​ສະ​ມາ. ມື້ນີ້​ພໍ່​ມີ​ຄຳ​ຖາມ​ທີ່​ຈະ​ຖາມ​ລູກ.” ຂ້າພະເຈົ້າ​ສະຫລຸບ​ຢ່າງ​ໄວ ແລະ ຕື່ນເຕັ້ນ​ວ່າ ບັດ​ນີ້​ເຮົາ​ກ້າວໜ້າ​ຂຶ້ນ​ແລ້ວ!

ພໍ່​ຂອງ​ຂ້າພະເຈົ້າ​ກ່າວ​ຕໍ່​ໄປ​ວ່າ, “ເດ​ວິດ, ສາດສະໜາ​ຂອງ​ລູກ​ສອນ​ວ່າ​ຖານະ​ປະໂລຫິດ​ໄດ້​ຖືກ ເອົາ​ຄືນ​ໄປ​ຈາກ​ໂລກ​ຕອນ​ສະໄໝ​ໂບຮານ ແລະ ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ໂດຍ​ທູດ​ສະຫວັນ​ມອບ​ໃຫ້​ແກ່ສາດສະດາ​ໂຈ​ເຊັບ ສະ​ມິດ ແມ່ນ​ບໍ?” ຂ້າພະເຈົ້າ​ຕອບ​ວ່າ​ຂໍ້ຄວາມ​ຂອງ​ເພິ່ນ​ຖືກຕ້ອງ. ແລ້ວ​ເພິ່ນ​ເວົ້າ​ວ່າ, “ນີ້​ຄື​ຄຳ​ຖາມ​ຂອງ​ພໍ່. ແຕ່​ລະ​ອາທິດ​ໃນ​ການ​ປະຊຸມ​ຖານະ​ປະໂລຫິດ ພໍ່​ຟັງ​ອະທິການ ແລະ ຜູ້ນຳ​ຖານະປະໂລຫິດ​ຄົນ​ອື່ນໆ​ຕັກເຕືອນ, ຮ້ອງ​ຂໍ, ແລະ ອ້ອນວອນ​ກັບ​ຊາຍ​ທັງຫລາຍ​ເຮັດ​ການ​ສອນ​ປະຈຳ​ບ້ານ ແລະ ປະຕິບັດ​ໜ້າທີ່​ທາງ​ດ້ານ​ຖານະ​ປະໂລຫິດ​ຂອງ​ເຂົາເຈົ້າ. ຖ້າ​ສາດສະໜາ​ຈັກ​ຂອງ​ລູກ​ມີ​ຖານະປະໂລຫິດ​ທີ່​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ຢ່າງ​ແທ້​ຈິງ, ເປັນ​ຫຍັງ​ຜູ້​ຊາຍ​ຫລາຍ​ຄົນ​ໃນ​ສາດສະໜາ​ຈັກຂອງ​ລູກ​ຈຶ່ງ​ບໍ່​ແຕກ​ຕ່າງ​ຫຍັງ​ເລີຍ​ກັບ​ຜູ້​ຊາຍ​ໃນ​ສາດສະໜາ​ຈັກ​ຂອງ​ພໍ່​ກ່ຽວ​ກັບ​ການ​ເຮັດ​ໜ້າທີ່​ທາງ​ດ້ານສາດສະໜາ​ຂອງ​ເຂົາເຈົ້າ?” ໃນ​ທັນທີ, ສະໝອງ​ໜຸ່ມ​ຂອງ​ຂ້າພະເຈົ້າ​ຄິດ​ຫຍັງ​ບໍ່​ອອກ. ຂ້າພະເຈົ້າບໍ່​ມີ​ຄຳ​ຕອບ​ທີ່​ເໝາະ​ສົມ​ໃຫ້​ພໍ່​ຂອງ​ຂ້າພະເຈົ້າ.

ຂ້າພະເຈົ້າ​ເຊື່ອ​ວ່າ​ພໍ່​ຂອງ​ຂ້າພະເຈົ້າ​ບໍ່​ຖືກຕ້ອງ​ທີ່​ວິຈານ​ການ​ປະກາດ​ກ່ຽວ​ກັບ​ອຳນາດ​ແຫ່ງ​ສະຫວັນ​ອັນແທ້​ຈິງ​ຂອງ​ສາດສະໜາ​ຈັກ​ໂດຍ​ທີ່​ເພິ່ນ​ຄົບ​ຄ້າ​ສະມາຄົມ​ນຳ​ຊາຍ​ທີ່​ມີ​ຂໍ້​ບົກພ່ອງ​ໃນ​ຫວອດ​ຂອງ​ເຮົາ. ແຕ່​ສຳລັບ​ຂ້າພະເຈົ້າ​ໃນ​ຄຳ​ຖາມ​ຂອງ​ເພິ່ນ​ຝັງ​ດ້ວຍ​ຄວາມ​ຄິດ​ອັນ​ຖືກຕ້ອງ​ທີ່​ວ່າ​ຊາຍ​ຜູ້​ທີ່​ຖື​ຖານະປະໂລຫິດ​ອັນ​ສັກສິດ​ຂອງ​ພຣະ​ເຈົ້າ​ຄວນ​ແຕກ​ຕ່າງ​ຈາກ​ຊາຍ​ຄົນ​ອື່ນໆ. ຊາຍ​ທີ່​ຖື​ຖານະ​ປະໂລຫິດ​ໂດຍທຳ​ມະ​ຊາດ​ແລ້ວ​ຈະ​ດີ​ກວ່າ​ຊາຍ​ທັງ​ປວງ, ແຕ່​ເຂົາເຈົ້າ​ຕ້ອງ​ປະຕິບັດ​ແຕກ​ຕ່າງ. ຊາຍ​ຜູ້​ທີ່​ຖື​ຖານະປະໂລຫິດ​ບໍ່​ພຽງ​ແຕ່​ໄດ້​ຮັບ​ສິດ​ອຳນາດ​ຖານະ​ປະໂລຫິດ​ເທົ່າ​ນັ້ນ ແຕ່​ຕ້ອງ​ມີຄ່າ​ຄວນ ແລະ ເປັນ​ເຄື່ອງມື​ຂອງ​ອຳນາດ​ຂອງ​ພຣະ​ເຈົ້າ. ຈົ່ງ​ສະອາດ​ເຈົ້າ​ທີ່​ຖືພາ​ສະ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ D&C 38:42).

ຂ້າພະເຈົ້າ​ບໍ່​ເຄີຍ​ລືມ​ບົດຮຽນ​ກ່ຽວ​ກັບ​ສິດ​ອຳນາດ ແລະ ອຳນາດ​ຂອງ​ຖານະ​ປະໂລຫິດ​ທີ່​ຂ້າພະເຈົ້າໄດ້​ຮຽນ​ຮູ້​ຈາກ​ພໍ່​ຂອງ​ຂ້າພະເຈົ້າ, ຊາຍ​ທີ່​ດີ​ຜູ້​ທີ່​ບໍ່​ມີ​ຄວາມ​ເຊື່ອ​ຄື​ກັນ​ກັບ​ເຮົາ, ຜູ້​ທີ່​ຄາດ​ຫວັງ​ຫລາຍ​ກວ່າ ຈາກ​ຜູ້​ຊາຍ​ທີ່​ອ້າງ​ວ່າ​ຖື​ຖານະ​ປະໂລຫິດ​ຂອງ​ພຣະ​ເຈົ້າ. ການ​ເວົ້າ​ລົມ​ນຳ​ພໍ່​ຂອງ​ຂ້າພະເຈົ້າ​ໃນ​ວັນ​ອາທິດຕອນ​ສວຍ​ອັນ​ດົນ​ນານ​ຜ່ານ​ມາ​ນັ້ນ​ເຮັດ​ໃຫ້​ຂ້າພະເຈົ້າ​ປາຖະໜາ​ທີ່​ຈະ​ເປັນ “ເດັກ​ດີ.” ຂ້າພະເຈົ້າ​ບໍ່​ຢາກເປັນ​ຕົວຢ່າງ​ທີ່​ບໍ່​ດີ ແລະ ເປັນ​ອຸປະສັກ​ໃນ​ຄວາມ​ກ້າວໜ້າ​ຂອງ​ພໍ່​ໃນ​ການ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ ທີ່​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່. ຂ້າພະເຈົ້າ​ພຽງ​ແຕ່​ຢາກ​ເປັນ​ເດັກ​ດີ​ເທົ່າ​ນັ້ນ. ພຣະ​ຜູ້​ເປັນ​ເຈົ້າ​ປະສົງ​ໃຫ້ເຮົາ​ທຸກ​ຄົນ​ຜູ້​ທີ່​ຖື​ສິດ​ອຳນາດ​ຂອງ​ພຣະ​ອົງ​ມີ​ກຽດຕິຍົດ, ມີ​ຄວາມ​ດີງາມ, ແລະ ເປັນ​ເດັກ​ຊາຍ​ທີ່​ດີຕະຫລອດ​ເວລາ ແລະ ທຸກ​ຫົນ​ທຸກ​ແຫ່ງ.

ທ່ານ​ອາດ​ຈະ​ສົນໃຈ​ທີ່​ຮູ້​ວ່າ​ຫລາຍ​ປີ​ຕໍ່​ມາ, ພໍ່​ຂອງ​ຂ້າພະເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ແລະ ໃນ​ເວລາ​ອັນເໝາະ​ສົມ, ຂ້າພະເຈົ້າ​ມີ​ໂອກາດ​ໄດ້​ມອບ​ຖານະ​ປະໂລຫິດ​ແຫ່ງ​ອາ​ໂຣນ ແລະ ຖານະ​ປະໂລຫິດແຫ່ງ​ເມນ​ຄີ​ເສ​ເດັກ​ໃຫ້​ແກ່​ເພິ່ນ. ປະສົບ​ການ​ອັນ​ໜຶ່ງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ຊີວິດ​ຂອງ​ຂ້າພະເຈົ້າ​ແມ່ນໄດ້​ເຫັນ​ພໍ່​ຂອງ​ຂ້າພະເຈົ້າ​ຮັບ​ເອົາ​ສິດ​ອຳນາດ ແລະ ໃນ​ທີ່​ສຸດ, ອຳນາດ​ຂອງ​ຖານະ​ປະໂລຫິດ.

ຂ້າພະເຈົ້າ​ແບ່ງ​ບັນ​ບົດຮຽນ​ອັນ​ສຳຄັນ​ທີ່​ໄດ້​ຮຽນ​ຮູ້​ຈາກ​ພໍ່​ຂອງ​ຂ້າພະເຈົ້າ​ເພື່ອ​ເນັ້ນ​ໜັກ​ເຖິງ​ຄວາມ​ຈິງອັນ​ລຽບ​ງ່າຍ. ການ​ຮັບ​ເອົາ​ສິດ​ອຳນາດ​ຂອງ​ຖານະ​ປະໂລຫິດ​ໂດຍ​ການ​ວາງ​ມື​ເປັນ​ການ​ເລີ່ມ​ຕົ້ນ​ອັນ​ສຳຄັນ, ແຕ່​ມັນ​ກໍ​ບໍ່​ພຽງພໍ. ພິທີ​ແຕ່ງຕັ້ງ​ເປັນ​ສິ່ງ​ທີ່​ມອບ​ສິດ​ອຳນາດ, ແຕ່​ຄວາມ​ຊອບ​ທຳ​ເປັນ​ສິ່ງ​ທີ່​ຈຳເປັນ​ເພື່ອປະຕິບັດ​ດ້ວຍ​ອຳນາດ​ເມື່ອ​ເຮົາ​ພະຍາຍາມ​ຍົກ​ຈິດ​ວິນ​ຍານ​ຂຶ້ນ, ໃຫ້ການ​ສອນ ແລະ ເປັນ​ພະຍານ, ໃຫ້​ພອນ ແລະ ໃຫ້ການ​ປຶກສາ, ແລະ ເຮັດ​ວຽກ​ງານ​ແຫ່ງ​ຄວາມ​ລອດ​ໃຫ້​ກ້າວໜ້າ.

ໃນ​ຊ່ວງ​ເວລາ​ນີ້​ໃນ​ປະຫວັດສາດ​ຂອງ​ໂລກ, ທ່ານ ແລະ ຂ້າພະເຈົ້າ​ຜູ້​ຖື​ຖານະ​ປະໂລຫິດ​ຕ້ອງ​ມີ​ຄວາມ ຊອບ​ທຳ ແລະ ເປັນ​ເຄື່ອງມື​ທີ່​ມີ​ປະສິດທິພາບ​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ. ເຮົາ​ຕ້ອງ​ຢືນ​ຂຶ້ນ​ສູງ​ເປັນຊາຍ​ຂອງ​ພຣະ​ເຈົ້າ. ຈະ​ເປັນ​ສິ່ງ​ດີ​ທີ່​ທ່ານ ແລະ ຂ້າພະເຈົ້າ​ຮຽນ​ຮູ້​ຈາກ ແລະ ເຮັດ​ຕາມ​ຕົວຢ່າງ​ຂອງນີ​ໄຟ, ຜູ້​ເປັນ​ຫລານ​ຊາຍ​ຂອງ​ຮີ​ລາມັນ ແລະ ເປັນ​ຜູ້​ທຳ​ອິດ​ໃນ​ບັນດາ​ສານຸສິດ​ສິບ​ສອງ​ທີ່​ໄດ້​ຖືກ​ເອີ້ນໂດຍ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໃນ​ຕອນ​ເລີ່ມ​ຕົ້ນ​ຂອງ​ພາລະກິດ​ຂອງ​ພຣະ​ອົງ​ຕໍ່​ຊາວ​ນີ​ໄຟ. ແລະ ນີ​ໄຟ​ໄດ້ປະຕິບັດ​ຫລາຍ​ຢ່າງ​ແກ່​ເຂົາ; ... ແລະ ນີ​ໄຟ​ໄດ້​ປະຕິບັດ​ດ້ວຍ​ພະລັງ ແລະ ສິດ​ອຳນາດ​ອັນ​ຍິ່ງ​ໃຫຍ່ (ເບິ່ງ 3 Nephi 7:17).

ກະລຸນາ​ຊ່ອຍ​ສາມີ​ຂອງ​ຂ້າພະເຈົ້າ​ໃຫ້​ເຂົ້າໃຈ

ຂະນະ​ທີ່​ຂ້າພະເຈົ້າ​ເຮັດ​ການ​ສຳພາດ​ເພື່ອ​ຮັບ​ບັດ​ເຂົ້າ​ພຣະ​ວິຫານ​ຕອນ​ຂ້າພະເຈົ້າ​ເປັນ​ອະທິການ ແລະ ປະທານ​ສະ​ເຕກ, ຂ້າພະເຈົ້າ​ໄດ້​ຖາມ​ເອື້ອຍ​ນ້ອງ​ທັງຫລາຍ​ຜູ້​ທີ່​ແຕ່ງງານແລ້ວ​ວ່າ ຂ້າພະເຈົ້າ​ອາດ​ຈະ​ຮັບ ໃຊ້​ເຂົາເຈົ້າ ແລະ ຄອບຄົວ​ຂອງ​ເຂົາເຈົ້າ​ຢ່າງ​ດີ​ທີ່​ສຸດ​ໄດ້​ແນວໃດ. ຄຳ​ຕອບ​ທີ່​ຂ້າພະເຈົ້າ​ໄດ້​ຮັບ​ຈາກ​ຍິງ ຜູ້​ທີ່​ສັດຊື່​ເຫລົ່ານັ້ນ ແມ່ນ​ທັງ​ໃຫ້​ຄວາມ​ຮູ້ ແລະ ເປັນຕາ​ວິຕົກ. ເອື້ອຍ​ນ້ອງ​ບໍ່​ຈົ່ມ​ວ່າ ຫລື ຕິ​ຊົມ​ປານໃດ, ແຕ່​ເຂົາເຈົ້າ​ຈະ​ຕອບ​ເລື້ອຍໆ​ດັ່ງ​ຕໍ່​ໄປ​ນີ້. “ກະລຸນາ​ຊ່ອຍ​ສາມີ​ຂອງ​ຂ້ອຍ​ໃຫ້​ເຂົ້າໃຈ​ເຖິງ​ໜ້າທີ່​ຮັບຜິດຊອບທີ່​ລາວ​ມີ​ໃນ​ຖານະ​ທີ່​ເປັນ​ຜູ້ນຳ​ໃນ​ບ້ານ​ຂອງ​ເຮົາ. ຂ້ອຍ​ຍິນ​ດີ​ທີ່​ຈະ​ເປັນ​ຜູ້ນຳ​ໃນ​ການ​ສຶກ​ສາ​ພະ​ຄຳ​ພີ, ການ​ອະທິຖານ​ປະຈຳ​ຄອບຄົວ, ແລະ ການ​ສັງ​ສັນ​ໃນ​ຄອບຄົວ, ແລະ ຂ້ອຍ​ຈະ​ເຮັດ​ຕໍ່​ໄປ​ດັ່ງນັ້ນ. ແຕ່​ຂ້ອຍ​ປາຖະໜາ​ທີ່​ຈະ​ໃຫ້​ສາມີ​ຂອງ​ຂ້ອຍ​ເປັນ​ຄູ່​ທີ່​ເທົ່າ​ທຽມ​ກັນ ແລະ ໃຫ້​ເປັນ​ຜູ້ນຳ​ທີ່​ຖື​ຖານະປະໂລຫິດ​ອັນ​ເຂັ້ມແຂງ​ເທົ່າ​ທີ່​ລາວ​ສາມາດ​ເຮັດ​ໄດ້. ກະລຸນາ​ຊ່ອຍ​ສາມີ​ຂອງ​ຂ້ອຍ​ຮຽນ​ຮູ້​ວິທີທີ່​ຈະ​ກາຍເປັນ​ປິຕຸ ແລະ ຜູ້ນຳ​ຖານະ​ປະໂລຫິດ​ໃນ​ບ້ານ​ຂອງ​ເຮົາ​ຜູ້​ທີ່​ຈະ​ນຳພາ ແລະ ປົກ​ປ້ອງ.”

ຂ້າພະເຈົ້າ​ຄິດ​ເຖິງ​ເລື້ອຍໆ​ກ່ຽວ​ກັບ​ຄວາມ​ຈິງ​ໃຈ​ຂອງ​ເອື້ອຍ​ນ້ອງ​ເຫລົ່ານັ້ນ ແລະ ຄວາມ​ຮ້ອງ​ຂໍ​ຂອງ ເຂົາເຈົ້າ. ຜູ້ນຳ​ຂອງ​ຖານະ​ປະໂລຫິດ​ກໍ​ໄດ້​ຍິນ​ຄວາມ​ເປັນ​ຫວ່ງ​ເປັນ​ໃຍ​ອັນ​ດຽວ​ກັນ​ໃນ​ປະຈຸ​ບັນ​ນີ້. ພັນ​ລະ​ຍາ​ຫລາຍໆ​ຄົນ​ວິ​ງ​ວອນ​ເພື່ອ​ສາມີ​ຂອງ​ເຂົາເຈົ້າ​ຜູ້​ທີ່​ບໍ່​ມີ​ພຽງ​ແຕ່​ສິດ​ອຳນາດ​ຂອງ​ຖານະ​ປະໂລຫິດ ແຕ່​ກໍ​ມີ​ອຳນາດ​ຂອງ​ຖານະ​ປະໂລຫິດ​ນຳ​ອີກ. ເຂົາ​ປາຖະໜາ​ທີ່​ຈະ​ເປັນ​ຜູ້​ຮ່ວມ​ມື​ທີ່​ເທົ່າ​ທຽມ​ກັນ​ນຳ​ສາມີ ຜູ້​ທີ່​ສັດຊື່ ແລະ ຜູ້​ດຳລົງ​ຖານະ​ປະໂລຫິດ​ໃນ​ວຽກ​ງານ​ທາງ​ດ້ານ​ການ​ເສີມ​ສ້າງ​ບ້ານ​ເຮືອນ​ທີ່​ມີ​ພຣະຄຣິດ ເປັນ​ຈຸດ​ກາງ ແລະ ພຣະ​ກິດ​ຕິ​ຄຸນ​ເປັນ​ຈຸດ​ສຳຄັນ​ໃນ​ບ້ານ.

ອ້າຍ​ນ້ອງ​ທັງຫລາຍ, ຂ້າພະເຈົ້າ​ສັນຍາ​ກັບ​ທ່ານ​ວ່າ ຖ້າ​ຫາກ​ທ່ານ ແລະ ຂ້າພະເຈົ້າ​ຈະ​ໄຕ່ຕອງ​ຄວາມ ຮ້ອງ​ຂໍ​ຂອງ​ເອື້ອຍ​ນ້ອງ​ເຫລົ່າ​ນີ້​ດ້ວຍ​ການ​ອະທິຖານ, ພຣະ​ວິນ​ຍານ​ບໍລິສຸດ​ຈະ​ຊ່ອຍ​ໃຫ້​ເຮົາ​ເຫັນ​ຕົວເຮົາ​ດັ່ງ​ທີ່​ເຮົາ​ເປັນ​ຢູ່ (ເບິ່ງ D&C 93:24) ແລະ ຊ່ອຍ​ເຮົາ​ໃຫ້​ເຫັນ​ສິ່ງ​ທີ່​ເຮົາ​ຕ້ອງ​ປ່ຽນແປງ ແລະ ເຮັດ​ໃຫ້​ດີ​ຂຶ້ນ. ແລະ ເວລາ​ທີ່​ຈະ​ປະຕິບັດ​ສິ່ງ​ເຫລົ່າ​ນີ້​ກໍ​ຄື​ດຽວນີ້!

ຈົ່ງ​ເປັນ​ຕົວຢ່າງ​ຂອງ​ຄວາມ​ຊອບ​ທຳ

ຄືນ​ນີ້ ຂ້າພະເຈົ້າ​ກ່າວ​ຊ້ຳ​ການ​ສອນ​ຂອງ​ປະທານ​ທອມ​ມັສ ແອັສ ມອນ​ສັນ ຜູ້​ທີ່​ໄດ້​ເຊື້ອ​ເຊີນ​ເຮົາ​ໃນ​ຖານະ​ທີ່​ເປັນ​ຜູ້​ດຳລົງ​ຖານະ​ປະໂລຫິດ​ໃຫ້​ເປັນ “ຕົວຢ່າງ​ຂອງ​ຄວາມ​ຊອບ​ທຳ.” ເພິ່ນ​ໄດ້​ເຕືອນ​ເຮົາ​ເປັນ​ປະຈຳ​ວ່າ ເຮົາ​ເຮັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ມີ​ສິດ​ທີ່​ຈະ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ອົງ​ຂຶ້ນ ຕາມ​ຄວາມ​ມີຄ່າ​ຄວນ​ຂອງ​ເຮົາ (ເບິ່ງ “Examples of Righteousness,” Liahona and Ensign, May 2008, 65–68). ທ່ານ ແລະ ຂ້າພະເຈົ້າ​ຖື​ສິດ​ອຳນາດ​ຂອງ​ຖານະ​ປະໂລຫິດ ຊຶ່ງ​ໄດ້​ກັບ​ຄືນ​ສູ່​ໂລກໃນ​ສະໄໝ​ນີ້ ຜ່ານ​ທູດ​ສະຫວັນ, ຄື ໂຢ​ຮັນ​ບັບ​ຕິ​ສະ​ໂຕ, ແລະ ເປ​ໂຕ, ຢາ​ໂກ​ໂບ ແລະ ໂຢ​ຮັນ. ແລະ ເພາະສະນັ້ນ ຊາຍ​ທຸກ​ຄົນ​ທີ່​ໄດ້​ຮັບ​ຖານະ​ປະໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ສາມາດ​ສືບ​ເຊື້ອສາຍ​ເລີ່ມຕົ້ນ​ທາງຖານະ​ປະໂລຫິດ​ຂອງ​ເຂົາເຈົ້າ​ໂດຍ​ກົງ​ສູ່​ພຣະ​ຜູ້​ເປັນ​ເຈົ້າ ພຣະເຢ​ຊູ​ຄຣິດ. ຂ້າພະເຈົ້າ​ຫວັງ​ວ່າ​ເຮົາ​ຮູ້​ບຸນຄຸນສຳລັບ​ພອນ​ອັນ​ດີເລີດ​ນີ້. ຂ້າພະເຈົ້າ​ອະທິຖານ​ວ່າ​ເຮົາ​ຈະ​ມີ​ຄວາມ​ບໍລິສຸດ ແລະ ມີຄ່າ​ຄວນ​ທີ່​ຈະ​ເປັນຕົວ​ແທນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຂະນະ​ທີ່​ເຮົາ​ໃຊ້​ສິດ​ອຳນາດ​ອັນ​ສັກສິດ​ຂອງ​ພຣະ​ອົງ. ຂໍ​ໃຫ້​ເຮົາ​ແຕ່ລະຄົນມີ​ຄຸນສົມບັດ​ສຳລັບ​ການ​ຮັບ​ອຳນາດ​ຂອງ​ຖານະ​ປະໂລຫິດ.

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ​ຖານະ​ປະໂລຫິດ​ອັນ​ສັກສິດ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ຢ່າງ​ແນ່ນອນ​ຕໍ່​ໂລກ​ໃນຍຸກ​ສຸດ​ທ້າຍ​ນີ້ ແລະ ມີ​ຢູ່​ໃນ​ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຂ້າພະເຈົ້າເປັນ​ພະຍານ​ອີ​ກວ່າ ປະທານ​ທອມ​ມັສ ແອັສ ມອນ​ສັນ ເປັນ​ມະຫາ​ປະໂລຫິດ​ສູງ​ຜູ້​ເປັນ​ປະທານ​ຂອງຖານະ​ປະໂລຫິດ​ຂອງ​ສາດສະໜາ​ຈັກ ແອັສ ມອນ​ສັນ ເປັນ​ມະຫາ​ປະໂລຫິດ​ສູງ​ຜູ້​ເປັນ​ປະທານ​ຂອງຖານະ​ປະໂລຫິດ​ຂອງ​ສາດສະໜາ​ຈັກ (see D&C 107:9, 22, 65–66, 91–92) ແລະ ເປັນ​ຜູ້​ດຽວ ເທົ່າ​ນັ້ນ​ໃນ​ໂລກ ຜູ້​ທີ່​ຖື ແລະ ໄດ້​ຮັບ​ອະນຸຍາດ​ໃຫ້​ໃຊ້​ຂໍ​ກະແຈ​ທັງ​ໝົດ​ຂອງ​ຖານະ​ປະໂລຫິດ. ຂ້າພະເຈົ້າ​ຂໍ ສະແດງ​ພະຍານ​ຢ່າງ​ຈິງ​ຈັງ​ເຖິງ​ຄວາມ​ຈິງ​ເຫລົ່າ​ນີ້​ໃນ​ພຣະ​ນາມ​ອັນ​ສັກສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ພຣະເຢ​ຊູ​ຄຣິດ, ອາ​ແມນ.