​2010–2019
ການ​ກູ້​ສຳລັບ​ການ​ເຕີບ​ໂຕ​ແທ້ໆ
ເມສາ 2012


ການ​ກູ້​ສຳລັບ​ການ​ເຕີບ​ໂຕ​ແທ້ໆ

ການ​ຊ່ອຍ​ກູ້ຈິດ​ວິນ​ຍານ​ເປັນ​ວຽກ​ງານ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ຊຶ່ງ​ເອີ້ນ​ໃຫ້​ເຮົາ​ທຸກ​ຄົນ​ທີ່​ຈະ​ເຮັດ.

ຫລາຍ​ເດືອນບໍ່​ດົນ​ມາ​ນີ້, ສາດສະໜາ​ຈັກ​ໄດ້​ເນັ້ນໜັກ​​ເລື່ອງ “ຄວາມເຕີບ​​ໂຕ​ແທ້ໆ​” ຂອງ​ສະມາຊິກ​, ​ໃນ​ການ​ນຳ​ຜູ້ຄົນ​​ໃຫ້​ມາ​ຮັບ ​ແລະ ​ຮັກສາ​ພັນທະ​ສັນຍາ ​ແລະ ພິທີການ​ແຫ່ງ​ຄວາມ​ລອດ ​ແລະ ດຳລົງ​ຊີວິດ​ກັບ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ຂອງ​ຫົວ​ໃຈ​ດັ່ງ​ທີ່​ແອວ​ມາ​ໄດ້​ບັນຍາຍ (ເບິ່ງ ແອວມາ 5:14). ວິທີ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ ​ແລະ ສຳຄັນ​ທີ່​ສຸດ​​ໃນ​ການ​ສ້າງຄວາມ​ເຕີບ​ໂຕ​​ໃນ​ສາດສະໜາ​ຈັກ ຄືທີ່​ຈະ​ເອື້ອມ​ອອກ​ໄປ ​ແລະ ຊ່ອຍ​ກູ້ຄົນ​ທີ່​ໄດ້​ຮັບ​ບັບຕິ​ສະມາ​ແລ້ວ ທີ່​ເດີນ​ອອກ​ນອກ​ທາງ​ໄປ​ສູ່​ສະພາບ​ບໍ່​ເຂັ້ມ​ແຂງ​, ​ໂດຍ​ປາດ​ສະ​ຈາກ​ພອນ ​ແລະ ພິທີການ​​ແຫ່ງຄວາມລອດ. ບໍ່​ວ່າການ​ເອີ້ນ​ຂອງ​ເຮົາ​ຈະ​ເປັນ​ອັນ​ໃດ​ກໍ​ຕາມ—​ເປັນ​ຄູ​ສອນ​ປະຈຳ​ບ້ານ ຫລື ຄູຢ້ຽມ​ສອນ, ຄູ​ສອນ​ໂຮງຮຽນ​ວັນ​ອາທິດ, ອະທິການ, ພໍ່, ​ແມ່, ຫລື ​ແມ່ນ​ແຕ່​ເຈົ້າໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່—​ເຮົາ​ທຸກ​ຄົນ​ກໍ​ສາມາດມີ​ສ່ວນ​ຮ່ວມ​ໃນຄວາມ​ພະຍາຍາມທີ່​ມີ​ຄວາມ​ໝາຍ​ໄດ້. ​ເມື່ອ​ຈະ​ເວົ້າ​ແລ້ວ ການ​ນຳ​ທຸກ​ຄົນ—ຄອບຄົວ​ຂອງ​ເຮົາ​, ຄົນ​ບໍ່​ເປັນ​ສະມາຊິກ, ຄົນ​ບໍ່​ເຂັ້ມ​ແຂງ, ຄົນ​ບາບ—ມາສູ່​ພຣະຄຣິດ ​ເພື່ອ​ຮັບ​ພິທີການ​ແຫ່ງ​ຄວາມ​ລອດ ​ເປັນ​ການ​ເອີ້ນອັນ​ສູງ​ສົ່ງ​ທີ່​ເຮົາ​ທຸກ​ຄົນ​ແບ່ງປັນ​ໃຫ້​ກັນ​ໄດ້.

​ໃນ​ມື້​ວັນ​ອາທິດ​ມື້ໜຶ່ງ ປະມານ 30 ປີຜ່ານມາ​ແລ້ວ, ​ໃນ​ຕອນ​ທີ່​ຂ້າພະ​ເຈົ້າ​ໄດ້ຮັບ​ໃຊ້​ຢູ່​ໃນ​ຝ່າຍ​ປະທານ​ສະ​ເຕກ, ພວກ​ເຮົາ​ໄດ້​ຮັບ​ໂທລະສັບ​ຈາກ​ອະທິການ​ທີ່​ຊື່ສັດ​ຄົນ​ໜຶ່ງ. ລາວ​ໄດ້​ອະທິບາຍ​ວ່າ ຫວອດ​ຂອງ​ລາວ​ໄດ້​ເຕີບ​ໂຕ​ຂຶ້ນ​ຢ່າງ​ໄວ ຈົນ​ວ່າ​ລາວ​ບໍ່​ສາມາດຈັດ​ຫາການ​ເອີ້ນ​ທີ່​ມີ​ຄວາມ​ໝາຍ​ໃຫ້​ແກ່​ສະມາຊິກ​ທີ່​ມີຄ່າ​ຄວນ​ທຸກ​ຄົນໄດ້. ລາວ​ໄດ້​ຂໍ​ໃຫ້​ພວກ​ເຮົາ​ແຍກ​ຫວອດ. ​ໃນ​ຂະນະ​ທີ່​ລໍຖ້າ​ການອະນຸມັດ​ນັ້ນ, ພວກ​ເຮົາ​ໃນ​ຖານະ​ທີ່​ເປັນ​ຝ່າຍປະທານ​ສະ​ເຕກ​ໄດ້​ຕັດສິນ​ໃຈ​ໄປ​ຢ້ຽມຢາມຫວອດ​ນັ້ນ ​ແລະ ​ເອີ້ນ​ອ້າຍ​ເອື້ອຍ​ນ້ອງ​ທີ່​ມີຄ່າ​ຄວນ​​ເຫລົ່າ​ນີ້​ທັງ​ໝົດໃຫ້​ເປັນ​ຜູ້​ສອນ​ສາດສະໜາ​ປະຈຳ​ສະ​ເຕກ.

ຄົນທີ​ສາມ​ທີ່​ຂ້າພະ​ເຈົ້າ​ໄດ້​ໄປ​ຢ້ຽມຢາມ ​ແມ່ນ​ຜູ້ຍິງໜຸ່ມ​ຄົນໜຶ່ງ​ທີ່​​ເຂົ້າ​​ໂຮງຮຽນ​ຢູ່​ມະຫາວິທະຍາ​ໄລ​ໃນ​ເມືອງ​ນັ້ນ. ຫລັງ​ຈາກ​ໄດ້​ເວົ້າ​ລົມ​ກັນ​ບໍ່​ດົນ, ຂ້າພະ​ເຈົ້າ​ກໍ​ໄດ້​ສະ​ເໜີ​ການ​ເອີ້ນ​ໃຫ້​ນາງ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດສະໜາ. ນາງ​ມິດ​ງຽບ​ຢູ່​ບຶດໜຶ່ງ. ​ແລ້ວ​ນາງ​ໄດ້​ເວົ້າ​ວ່າ, “ປະທານ, ທ່ານ​ບໍ່​ຮູ້​ບໍ​ວ່າ ຂ້ານ້ອຍ​​ເປັນ​ສະມາຊິກ​ທີ່​ບໍ່​ເຂັ້ມ​ແຂງ?”

ຫລັງ​ຈາກ​ຂ້າພະ​ເຈົ້າ​ມິດ​ງຽບ​ຢູ່​ບຶດໜຶ່ງ, ຂ້າພະ​ເຈົ້າ​ໄດ້​ຕອບ​ວ່າ, “ບໍ່, ຂ້ອຍ​ບໍ່​ຮູ້​ວ່າ ​ເຈົ້າ​ບໍ່​​ເຂັ້ມ​ແຂງ.”

ນາງ​ເວົ້າ​ວ່າ, “ຂ້ານ້ອຍ​ບໍ່​ເຂັ້ມ​ແຂງ​​​ມາໄດ້ຫລາຍ​ປີ​ແລ້ວ.” ​ແລ້ວນາງ​​ເວົ້າ​ວ່າ, “ທ່ານ​ຮູ້​ບໍ​ວ່າ ​ເມື່ອ​ບໍ່​ເຂັ້ມ​ແຂງ​ເປັນ​ເວລາ​ຫລາຍ​ປີ ມັນ​ເປັນ​​ເລື່ອງ​ຍາກ​ທີ່​ຈະ​ກັບ​ຄືນ​ມາ​ເຂັ້ມ​ແຂງ?”

ຂ້າພະ​ເຈົ້າ​ຕອບ​ວ່າ, “ບໍ່, ຂ້ອຍ​ບໍ່​ຮູ້​ແນວ​ນັ້ນ. ຫວອດ​ຂອງ​ເຈົ້າ​ເລີ່​ມຕົ້ນ​ເວລາ 9 ​ໂມງ​ເຊົ້າ. ​​ເມື່ອເຈົ້າໄປ​ໂບດ, ​ເຈົ້າ​ກໍ​ຢູ່​ຮ່ວມ​ກັບ​ພວກ​ເຮົາ​ໂລດ.”

ນາງ​ຕອບ​ວ່າ, “ບໍ່, ມັນ​ບໍ່​ງ່າຍ​ປານ​ນັ້ນ. ​ຂ້ານ້ອຍ​ຈະ​ເປັນ​ຫ່ວງ​ກັບ​ຫລາຍ​ສິ່ງ​ຫລາຍ​ຢ່າງ. ​ຂ້ານ້ອຍຈະ​ເປັນ​ຫ່ວງ​ວ່າມີ​ຄົນ​ມາ​ເວົ້າ​ທັກ​ທາຍ​ບໍ ຫລື ຈະ​ນັ່ງ​ຢູ່​ຄົນ​ດຽວ​ ​ແລະ ບໍ່​ມີ​ໃຜ​ສັງ​ເກດ​ເຫັນ​ຢູ່​ໃນ​ກອງ​ປະຊຸມ​ນັ້ນ. ​ຂ້ານ້ອຍຈະ​ເປັນ​ຫ່ວງ​ວ່າ ​ຂ້ານ້ອຍຈະ​ຖືກ​ຮັບ​ຕ້ອນ​ບໍ່ ຫລື ​ແມ່ນ​ໃຜ​ຈະ​ເປັນ​ເພື່ອນ.”

ນາງ​ເວົ້າ​ຕໍ່​ໄປ​ດ້ວຍ​ນ້ຳຕາ​ໄຫລລົງ​ແກ້ມວ່າ, “ຂ້ານ້ອຍ​ຮູ້​ວ່າ ພໍ່​ແມ່​ຂອງ​ຂ້ານ້ອຍ​ໄດ້​ອະທິຖານ​ເປັນ​ເວລາ​ຫລາຍ​ປີ ​ເພື່ອ​ໃຫ້​ຂ້ານ້ອຍ​ກັບ​ໄປ​ໂບດ.” ​ແລ້ວຫລັງ​ຈາກ​ນາງ​ໄດ້​ມິດ​ງຽບ​ຢູ່​ບຶດໜຶ່ງ, ນາງ​ໄດ້​ເວົ້າ​ວ່າ, “ສອງ​ສາມ​ເດືອ​ນຜ່ານ​ມາ​ນີ້ ຂ້ານ້ອຍ​ໄດ້​ອະທິຖານ​ທູນ​ຂໍ​ຄວາມ​ກ້າຫານ, ພະລັງ, ​ແລະ ວິທີ​ທີ່​ຈະ​ກັບ​ໄປ​ໂບດ.” ​ແລ້ວນາງ​ໄດ້​ຖາມ​ວ່າ, “ປະທານ, ທ່ານ​ຄິດ​ວ່າການ​ເອີ້ນ​ນີ້​ເປັນ​ຄຳ​ຕອບ​​ຕໍ່່​ຄຳ​ອະທິຖານ​ເຫລົ່າ​ນັ້ນ​ບໍ?”

ຂ້າພະ​ເຈົ້າ​ກໍ​ນ້ຳຕາ​ໄຫລ​ໃນ​ຂະນະ​ທີ່​ຕອບ​ນາງ​ວ່າ, “ຂ້ອຍ​ເຊື່ອ​ວ່າ​ພຣະຜູ້​ເປັນ​ເຈົ້າ​ໄດ້​ຕອບ​ຄຳ​ອະທິຖານ​ຂອງ​ເຈົ້າ.”

ນາງ​ບໍ່​ພຽງ​ແຕ່​ໄດ້​ຮັບ​​ເອົາ​ການ​ເອີ້ນ​ເທົ່າ​ນັ້ນ, ​ແຕ່​ນາງ​ໄດ້​ກາຍ​ເປັນ​ຜູ້​ສອນ​ສາດສະໜາ​ທີ່​ດີ​ເລີດ​ນຳ​ອີກ. ຂ້າພະ​ເຈົ້າ​ເຊື່ອ​ວ່າ ນາງບໍ່​ພຽງ​ແຕ່ໄດ້​ນຳ​ຄວາມສຸກ​ມາສູ່​​ຕົນເອງ​ເທົ່າ​ນັ້ນ, ​ແຕ່​ມາສູ່​ພໍ່​ແມ່​ຂອງ​ນາງ ​ແລະ ບາງ​ທີ​ຄົນ​ອື່ນໆ​ໃນ​ຄອບຄົວ​ນຳ​ອີກ.

ມີ​ຫລາຍ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ຮຽນ​ ຫລື ​ໄດ້​ຖືກ​ເຕືອນ​​ໃຈ​ຈາກ​ການ​ສຳພາດ​ນີ້:

  • ຂ້າພະ​ເຈົ້າ​​ຮູ້​ວ່າ ສະມາຊິກ​ທີ່​ບໍ່​ເຂັ້ມ​ແຂງ​ຫລາຍ​ຄົນ​ມີ​ຄົນ​ທີ່​ຮັກເຂົາ​ເຈົ້າ​ ຄຸ​ເຂົ່າ​ອະທິຖານ​ທຸກ​ວັນ​ທູນ​ຂໍ​ໃຫ້​ພຣະຜູ້​ເປັນ​ເຈົ້າ​ຊ່ອຍ​ກູ້​ຄົນ​ທີ່​ເຂົາ​ເຈົ້າ​ຮັກ.

  • ຂ້າພະ​ເຈົ້າ​ຮູ້​ວ່າ ມັນ​ບໍ່​ໄດ້​ເປັນ​​ເລື່ອງງ່າຍ​ສຳລັບ​ສະມາຊິກ​ທີ່​ບໍ່​ເຂັ້ມ​ແຂງ​ຈະ​ກັບ​ຄືນ​ໄປ​ໂບດ. ​ເຂົາ​ເຈົ້າ​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ. ​ເຂົາ​ເຈົ້າ​ຕ້ອງການ​ກຳລັງ​ໃຈ. ​ເຂົາ​ເຈົ້າ​ຕ້ອງການໝູ່​ເພື່ອນ.

  • ຂ້າພະ​ເຈົ້າ​ຮູ້​ວ່າມີ​ສະມາຊິກ​ທີ່​ບໍ່​ເຂັ້ມ​ແຂງ​ຫລາຍ​ຄົນ​ພະຍາຍາມ ​ແລະ ​ເຕັມ​ໃຈ​ທີ່​ຈະ​ຫາ​ທາງ​ກັບ​ຄືນ​ມາ​ໂບດ.

  • ຂ້າພະ​ເຈົ້າ​ຮູ້​ວ່າ ສະມາຊິກ​ທີ່​ບໍ່​ເຂັ້ມ​ແຂງ​ຫລາຍ​ຄົນ​ຈະ​ຮັບ​​ເອົາ​ການ​ເອີ້ນ​ຖ້າ​ຫາກເຂົາ​ເຈົ້າ​ໄດ້​ຮັບ​ການ​ມອບໝາຍ.

  • ຂ້າພະ​ເຈົ້າ​ຮູ້​ວ່າ ສະມາຊິກ​ທີ່​ບໍ່​ເຂັ້ມ​ແຂງ​ຄວນ​ຖືກ​ກະທຳ​ຕໍ່​ຢ່າງ​ສະ​ເໝີ​ພາບ ​ແລະ ຖືກ​ນັບຖື​ວ່າ​ເປັນ​ບຸດ ຫລື ທິດາ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ຮັກ.

ຂ້າພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ການ​ສຳພາດ​ນັ້ນ​ວ່າ​ມັນ​ຄົງ​ເປັນ​ໄປ​ແບບ​ໃດ ຖ້າ​ຫາກ​ຂ້າພະ​ເຈົ້າ​​ນັບຖື​ນາງ​ວ່າ​ເປັນ​ສະມາຊິກ​ທີ່​ບໍ່​ເຂັ້ມ​ແຂງ. ​ໃຫ້​ທ່ານ​ເປັນ​ຄົນ​ຕັດສິນ​ເອງ​.

ການ​​ຊ່ອຍ​ຜູ້​ຄົນໃຫ້ກັບ​ມາ​ເຂັ້ມ​ແຂງ​​ເປັນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ​ຂອງ​ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າສະ​ເໝີ​ມາ. ​ໃນ​ຂະນະ​ທີ່​ການ​ກູ້​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ສະມາຊິກ​ແຕ່ລະຄົນ, ​ແຕ່​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ​ແລະ ​ເມນ​ຄີ​ເສ​ເດັກ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະນຳພາ​ວຽກ​ງານ​ນີ້. ​ເມື່ອ​ຈະ​ເວົ້າ​ແລ້ວ, ການ​ຮັບ​ໃຊ້​ຂອງ​ຖານະ​ປະ​ໂລຫິດ​ແມ່ນ​ກ່ຽວ​ກັບ​ເລື່ອງ​ນີ້​ແຫລະ—ນຳ​ທຸກ​ຄົນ​ມາສູ່​ພັນທະ​ສັນຍາ​ອັນ​ສູງ​ສົ່ງ; ນຳ​ຄວາມ​ສະຫງົບ, ສັນຕິ​ສຸກ, ​ແລະ ຄຸນຄ່າຂອງ​ຕົນ​ເອງ​ມາ​ໃຫ້.

ຈາກ​​ພຣະຄຳ​ພີ​ມໍ​ມອນ, ທ່ານ​ຄົງ​ຈື່​ໄດ້​ດີ ​ເມື່ອ​ແອວ​ມາ​ຜູ້​ເປັນ​ລູກ​ເຫັນ​ວ່າ​ຊາວ​ໂຊ​ລຳ​ໄດ້​ອອກ​ໄປ​ຈາກ​ສາດສະໜາ​ຈັກ, ​ເພິ່ນ​ກໍ​ໄດ້​ຈັດ​ກຸ່ມ​​ຜູ້​ຊ່ອຍ​ກູ້​ໃຫ້​ໄປ​ນຳ​ພວກ​ເຂົາ​ກັບ​ຄືນ​ມາ​. ​ກ່ອນ​ເຂົາ​ເຈົ້າ​ຈະ​ອອກ​ໄປ​ປະຕິບັດ​ງານ, ​​ແອວ​ມາ​ໄດ້​ອ້ອນວອນ​ຕໍ່​ພຣະຜູ້​ເປັນ​ເຈົ້າ​ດ້ວຍ​ຖ້ອຍ​ຄຳ​ດັ່ງ​ຕໍ່​ໄປ​ນີ້:

ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຂໍພຣະ​ອົງ​ຈົ່ງ​ປະທານ​ໃຫ້​ພວກ​ຂ້ານ້ອຍ ເພື່ອ​ພວກ​ຂ້ານ້ອຍ​ຈະ​ມີ​ຄວາມ​ສຳ​ເລັດ​ໃນ​ການ​ນຳພາ​ຜູ້​ຄົນ​ເຫລົ່າ​ນີ້​ມາ​ຫາ​ພຣະ​ອົງ​ໃນ​ພຣະ​ຄຣິດ ອີກ.

ຂໍ​ຈົ່ງ​ທອດ​ພຣະ​ເນດ​ເຖີດ, ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ປະ​ເສີດ ແລະ ຫລາຍ​ຄົນ​ໃນ​ບັນດາ​ພວກ​ເຂົາ​ເປັນ​ພີ່ນ້ອງ​ຂອງ​ພວກ​ຂ້ານ້ອຍ; ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຂໍ​ຈົ່ງ​ໂປດ​ປະທານ​ພະລັງ ແລະ ປັນຍາ​ໃຫ້​ແກ່​ພວກ​ຂ້ານ້ອຍດ້ວຍ​ເຖີດ, ເພື່ອ​ພວກ​ຂ້ານ້ອຍ​ຈະ​ໄດ້​ນຳ​ພວກ​ເຂົາ​ເຫລົ່ານີ້ມາ​ຫາ​ພຣະ​ອົງ​ອີກ. (ເບິ່ງ Alma 31:34–35; ເນັ້ນຄຳເນີ້ງ).

ສອງ​ສາມ​ເດືອ​ນຜ່ານ​ມາ​ນີ້ ຫລັງ​ຈາກ​ໄດ້​ປະຊຸມ​ກັບ​ສະມາຊິກ​ໃໝ່ ​ແລະ ສະມາຊິກ​ທີ່​ບໍ່​ເຂັ້ມ​ແຂງ​ ​ແລະ ຜູ້​ກັບ​ຄືນ​ມາ​ເຂັ້ມ​ແຂງ​ແລ້ວ, ຊາຍ​ຄົນ​ໜຶ່ງ​ອາຍຸ​ລຸ້ນລາວ​ຄາວ​ດຽວ​ກັບ​ຂ້າພະ​ເຈົ້າ​ໄດ້​ມາ​ຫາ​ຂ້າພະ​ເຈົ້າ ​ແລະ ​ເວົ້າ​ວ່າ, “ຂ້ານ້ອຍ​ເປັນ​ຄົນ​ໜຶ່ງ​ທີ່​ບໍ່​ເຂັ້ມ​ແຂງ​ເກືອບ​ຕະຫລອດ​ຊີວິດ​ຂອງ​ຂ້ານ້ອຍ. ບັດ​ນີ້​ຂ້ານ້ອຍ​ໄດ້​ຄືນ​ມາ, ​ແລະ ​ຕອນ​ນີ້​ເປັນ​ພະນັກງານ​ຢູ່​ໃນ​ພຣະວິຫານ​ກັບ​ພັນ​ລະ​ຍາ​ຂອງ​ຂ້ານ້ອຍ.”

ໃນ​ການ​ບອກ​ໃຫ້​ລາວ​ຮູ້​ວ່າ ທຸກ​ສິ່ງ​ດີ, ຂ້າພະ​ເຈົ້າ​ໄດ້​ຕອບ​​ໃນ​ລັກສະນະ​ນີ້: “​ເມື່ອ​ໃນ​ທີ່​ສຸດ​ເປັນ​ໄປ​ດ້ວຍ​ດີ ​ແລ້ວ​ທຸກ​ສິ່ງ​ກໍ​ດີ​ໝົດ.”

ລາວ​ຕອບ​ວ່າ, “ບໍ່, ທຸກ​ສິ່ງ​ຍັງ​ບໍ່​ດີ​ເທື່ອ. ຂ້ານ້ອຍ​ໄດ້​ກັບ​ມາ​ໂບດ. ຂ້ານ້ອຍ​ໄດ້​ສູນ​ເສຍ​ລູກ​ຫລານ​ທຸກ​ຄົນ. ​ແລະ ຕອນ​ນີ້​ຂ້ານ້ອຍ​ເຫັນ​ວ່າ ຈະ​ສູນ​ເສຍ​ເຫ​ລັນ​ຂອງ​ຂ້ານ້ອຍ​ອີກ—ທຸກ​ຄົນ​ບໍ່​ໄດ້​​ເປັນ​ສະມາຊິກຂອງ​ສາດສະໜາ​ຈັກ. ທຸກ​ສິ່ງ​ຍັງ​ບໍ່​ດີ​ເທື່ອ.”

​ໃນ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ ພວກ​ເຮົາ​ມີ​ບັນພະບຸລຸດ​ຄົນ​ໜຶ່ງ​ທີ່​ໄດ້​ເຂົ້າ​ຮ່ວມ​ສາດສະໜາ​ຈັກ​ຢູ່​ຢູ​ໂຣບ​ໃນ​ຕອນ​ສາດສະໜາ​ຈັກ​ເລີ່​ມຕົ້ນ. ລູກ​ຊາຍ​ຄົນ​ໜຶ່ງ​ໄດ້​ກາຍ​ເປັນ​ສະມາຊິກ​ທີ່​ບໍ່​ເຂັ້ມ​ແຂງ. ຊິດ​ສະ​ເຕີ ​ເອດ​ລີ ກັບ​ຂ້າພະ​ເຈົ້າ​ໄດ້​ພະຍາຍາມ​ຄົ້ນ​ຫາ​ລູກທີ່​ບໍ່​ເຂັ້ມ​ແຂງ​ຂອງ​ບັນພະບຸລຸດ​ຄົນ​ນີ້.

ມັນ​ເປັນ​ສິ່ງ​ງ່າຍ​ສຳລັບ​ຂ້າພະ​ເຈົ້າກັບ​ພັນ​ລະ​ຍາ​ທີ່​ຈະ​ສະຫລຸບ​ວ່າ ​ໃນ​​ໄລຍະຫົກ​ລຸ້ນຄົນຕໍ່​ໄປ ​ແລະ ​ດ້ວຍ​ການ​ຕວງ​ຢ່າງ​ມີ​ເຫດຜົນ, ຕອນ​ນີ້​ຄົງ​ມີ​ເຖິງ 3,000 ຄົນ. ບັດ​ນີ້ ​ເມື່ອ​ເພີ່ມສອງ​ລຸ້ນຄົນ​ໃສ່​ຕື່ມ​ອີກ ຄົງ​ຈະ​ເສຍ​ລູກໆ​ຂອງ​ພຣະບິດາ​ເທິງ​ສະຫວັນ​ໄປ​​ເກືອບເຖິງ 20,000 ​ຫາ 30,000 ຄົນ.

ໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ກູ້​ແມ່ນ​ອີງ​ຕໍ່​ຫລັກ​ທຳ​ຂັ້ນພື້ນຖານ​ທີ່​ສຸດຂໍ້ໜຶ່ງຂອງສາດສະໜາຈັກ.

ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ຄຸນຄ່າ​ຂອງ​ວິນ​ຍານ​ແມ່ນ​ຍິ່ງ​ໃຫຍ່​ໃນ​ສາຍພຣະ​ເນ​ດຂອງ​ພຣະ​ເຈົ້າ;

ເພາະ​ພຣະຜູ້​ເປັນ​ເຈົ້າ ພຣະຜູ້​ໄຖ່​ຂອງ​ເຮົາ​ໄດ້​ຮັບ​ຄວາມ​ຕາຍ​ໃນ​ເນື້ອ​ງໜັງ; ດັ່ງ​ນັ້ນ ພຣະອົງ​ຈຶ່ງ​ໄດ້​ຮັບ​ເອົາ​ຄວາມ​ເຈັບ​ປວດ​ຂອງ ມະນຸດທັງປວງ, ເພື່ອວ່າ ມະນຸດ​ທັງ​ປວງ​ຈະ​ໄດ້​ກັບ​ໃຈ ​ແລະ ມາ​ຫາ​ພຣະອົງ. …

ແລະ ຖ້າ​ຫາກ​ພວກ​ເຮົາ​ຕ້ອງ​ອອກ​ແຮງ​ຕະຫລອດ​ເວລາ​ຂອງ​ພວກ​ເຮົາ ​ໃນ​ການ​ປ່າວ​ປະກາດ​ການ​ກັບ​ໃຈ​ແກ່​ຜູ້​ຄົນ​ພວກ​ນີ້ ​ແລະ ນຳ​ຈິດ​ວິນ​ຍານ​ດວງ​ໜຶ່ງ​ມາ​ຫາ​ພຣະອົງ, ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ພວກ​ເຮົາ​ຈະ​ຍິ່ງ​ໃຫຍ່​ພຽງ​ໃດ​ນຳ​ເຂົາ​ໃນ​ອານາຈັກ​ຂອງ​ພຣະບິດາ​ຂອງ​ເຮົາ! (ເບິ່ງ D&C 18:10–11, 15; ເນັ້ນຄຳເນີ້ງ).

ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ຊ່ອຍ​ກູ້​ສະມາຊິກ​ທີ່​ບໍ່​ເຂັ້ມ​ແຂງ​ສອງ​ສາມ​ຄົນ. ບັດ​ນີ້ ​ເມື່ອ​ຂ້າພະ​ເຈົ້າພາ​ຄົນ​ໜຶ່ງ​ກັບ​ມາ​ໂບດ, ຂ້າພະ​ເຈົ້າ​ບໍ່​ໄດ້​ວາດ​ພາບ​ເຫັນ​ແຕ່​ຄົນ​ດຽວ—ຂ້າພະ​ເຈົ້າ​ເຫັນ ຫົກ, ​ເຈັດ, ຫລື ຫລາຍໆ​ລຸ້ນຄົນ​ຈາກ​ນັ້ນ—ຫລາຍ​ພັນ​ຄົນ. ​ແລ້ວ​ຂ້າພະ​ເຈົ້າ​ຈະ​ຄິດ​ກ່ຽວ​ກັບ​ຂໍ້​ພຣະຄຳ​ພີ​ທີ່​ວ່າ ການນຳ​ຈິດ​ວິນ​ຍານ​ດວງ​ໜຶ່ງ​ມາ​ຫາ​ພຣະອົງ, ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ພວກ​ເຮົາ​ຈະ​ຍິ່ງ​ໃຫຍ່​ພຽງ​ໃດ (ເບິ່ງ D&C 18:15).

ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຕໍ່​ພວກ​ອັກຄະ​ສາວົກ​ຂອງ​ພຣະອົງ​ວ່າ, “ພືດ​ຜົນ​ທີ່​ພໍ​ເກັບ​ກ່ຽວ​ກໍ​ຫລາຍ​ແທ້, ​ແຕ່​ຄົນ​ງານ​ຍັງ​ມີ​ໜ້ອຍ​ຢູ່” (ມັດທາຍ 9:37). ຄົນ​ງານບໍ່​ຈຳ​ເປັນ​ຕ້ອງ​ມີ​ໜ້ອຍ. ​ເຮົາ​ມີ​ຜູ້​ດຳລົງ​ຖານະ​ປະ​ໂລຫິດທີ່​ມີ​ຄວາມ​ສາມາດ ​ແລະ ມີຄ່າ​ຄວນ​ຫລາຍ​ພັນ​ຄົນ ​ແລະ ມີ​ສະມາຊິກ​ທີ່​ເອົາ​ໃຈ​ໃສ່​ຫລາຍ​ລ້ານ​ຄົນຂອງ​ສາດສະໜາ​ຈັກ​ຢູ່​ຕະຫລອດ​ທົ່ວ​ໂລກ. ​ເຮົາ​ມີ​ສະພາຫວອດ​ທີ່​ສົມບູນ​ແບບ, ​ໂຄ​ລຳ​ກຸ່ມ​ຖານະ​ປະ​ໂລຫິດ, ສະມາຄົມ​ສະຕີ​ສົງ​ເຄາະ, ​ແລະ ອົງການ​ອື່ນໆ, ທຸກ​ກຸ່ມ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ຊ່ອຍ​ກູ້. ການ​ຊ່ອຍ​ກູ້ຈິດ​ວິນ​ຍານ​ເປັນ​ວຽກ​ງານ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ຊຶ່ງ​ເອີ້ນ​ໃຫ້​ເຮົາ​ທຸກ​ຄົນ​ທີ່​ຈະ​ເຮັດ.

ກ່ອນ​ໜ້າ​ນີ້ ຂ້າພະ​ເຈົ້າ​ໄດ້​ກ່າວ​ເຖິງ​ຄຳອະທິຖານ​ທີ່ແອວ​ມາ​ໄດ້​ກ່າວ ​ໃນ​ຂະນະ​ທີ່​ເພິ່ນ​ກັບເພື່ອນ​ຮ່ວມ​ງານ​ຂອງ​ເພິ່ນ​ໄດ້​ອອກ​ໄປ​ຊ່ອຍ​ກູ້ຊາວ​ໂຊ​ຣຳ. ລະຫວ່າງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ, ທະຫານ​ຂອງສະຫະລັດ​ປະມານ 500 ຄົນ ​ແລະ ປະຊາຊົນ​ໃນ​ທ້ອງ​ຖິ່ນ​ທີ່​​ສົ່ງ​ເສີມ​ຖືກ​ຈັບ​ເຂົ້າ​ຄຸກ. ​ເພາະ​ຄວາມທຸກ​ທໍລະມານ ​ແລະ ​ເປັນ​ຫ່ວງ​ກັບ​ຄວາມ​ປອດ​​ໄພ​ຂອງ​ເຂົາ​ເຈົ້າ, ທະຫານ​ຂອງ​ສະຫະລັດ​ກຸ່ມ​ໜຶ່ງ​ປະມານ 100 ຄົນ ​ໄດ້​ຖືກ​ເລືອກ​ໃຫ້​ໄປ​ກູ້​ຊີວິດ​ນັກ​ໂທດ​ເຫລົ່າ​ນັ້ນ. ​ເມື່ອ​ຜູ້​ອາສາ​ສະໝັກ​ໄດ້​ມາ​ເຕົ້າ​ໂຮມ​ກັນ, ຫົວໜ້າ​ໄດ້​ແນະນຳ​ເຂົາ​ເຈົ້າ​ວ່າ, “​ໃນ​ຄ່ຳຄືນ​ນີ້​ພວກ​ເຈົ້າ​ຈະໄປ​ຊຸມ​ນຸມກັບ​ຜູ້ນຳສາດສະໜາ​ຂອງ​ພວກ​ເຈົ້າ, ພວກ​ເຈົ້າ​ຈະ​ຄຸ​ເຂົ່າ​ລົງ, ​ແລະ ສາບານ​ຕໍ່​ພຣະ​ເຈົ້າ​ວ່າ ຕາບ​ໃດ​ທີ່​ພວກ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່, ພວກ​ເຈົ້າ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້​ຄົນ​ເຫລົ່າ​ນັ້ນ​ຮັບ​ທຸກທໍລະມານອີກ​ຕໍ່​ໄປ​ແມ່ນ​ແຕ່​ໜ້ອຍ​ໜຶ່ງ.” (​ເບິ່ງ Hampton Sides, Ghost Soldiers: The Forgotten Epic Story of World War II’s Most Dramatic Mission [2001], 28–29.) ການ​ກູ້​ທີ່​ປະສົບ​ຜົນສຳ​ເລັດ​ນີ້ ​ແມ່ນ​​ເປັນ​ການ​ກູ້​ຈາກ​ຄວາມທຸກ​ທໍລະມານ​ທາງ​ຮ່າງກາຍ. ​ເຮົາ​ຈະ​ມີຄວາມ​ກ້າຫານ​ໜ້ອຍກວ່າ​ນັ້ນ​ບໍ ​ເມື່ອ​ເຮົາ​ກູ້​ຄົນ​ຈາກ​ຄວາມທຸກ​ທໍລະມານ​ທາງ​ວິນ​ຍານ ​ແລະ ຜົນ​ສະທ້ອນ​ຊົ່ວ​ນິລັນດອນ? ​ເຮົາ​ຈະ​ເຮັດ​ຂໍ​້ຜູກ​ມັດ​ໜ້ອຍ​ກວ່າ​ນັ້ນ​ບໍ​ກັບ​ພຣະຜູ້​ເປັນ​ເຈົ້າ?

ສຸດ​ທ້າຍ​ນີ້, ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ໃນ​ຖານະ​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກທີ່​ແທ້​ຈິງ​ຂອງ​ພຣະຄຣິດ ແມ່ນ​ມາ​ຈາກຄວາມ​ຈິງ​ທີ່​ວ່າພຣະຜູ້​ເປັນ​ເຈົ້າ​ໄດ້​ທົນ​ທຸກທໍລະມານ​ເພື່ອ​ເຮົາ​ທຸກ​ຄົນ—ຜູ້​ບໍ່​ໄດ້​ເປັນ​ສະມາຊິກ, ສະມາຊິກ​ທີ່ບໍ່​ເຂັ້ມ​ແຂງ, ​ແມ່ນ​ແຕ່ຄົນ​ບາບ, ທຸກຄົນ​ໃນ​ຄອບຄົວ​ຂອງ​ເຮົາ. ຂ້າພະ​ເຈົ້າ​ເຊື່ອ​ວ່າ​ເຮົາ​ສາມາດ​ນຳ​ພາຫລາຍ​ພັນ​ຄົນ​ມາສູ່​ຄວາມສຸກ, ຄວາມ​ສະຫງົບ, ​ແລະ ຄວາມ​ຫວານ​ຊື່ນ​ຂອງພຣະກິດ​ຕິ​ຄຸນ, ​ແລ​ະ ຫລາຍລ້ອຍພັນ​ຄົນ, ​ແມ່ນ​ແຕ່​ຫລາຍ​ລ້ານ, ຕໍ່​​ໄປ​ຫລາຍ​ລຸ້ນຄົນ. ຂ້າພະ​ເຈົ້າ​ເຊື່ອ​ວ່າ​ເຮົາ​ສາມາດບັນລຸ​ຄວາມ​ສຳ​ເລັດ​ໄດ້ ​ເພາະ​ນີ້​ແມ່ນ​ສາດສະໜາ​ຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ແລະ ​ໂດຍ​ຄຸນ​ນະ​ທຳ​ຂອງ​ຖານະ​ປະ​ໂລຫິດ ​ແລະ ການ​ເປັນ​ສະມາຊິກ​ຂອງ​ເຮົາ, ​ເຮົາ​ໄດ້​ຖືກ​ເອີ້ນ​ໃຫ້​ບັນລຸ​ຜົນສຳ​ເລັດ. ຂ້າພະ​ເຈົ້າ​ຂໍ​ກ່າວ​ເປັນ​ພະຍານ​​ຕໍ່ທ່ານ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູຄຣິດ, ອາ​ແມນ.