​2010–2019
ເປັນ​ຫຍັງຈຶ່ງ​ຮັບ​ໃຊ້​ໃນ​ຖານະ​ປະໂລຫິດ
ເມສາ 2012


ເປັນ​ຫຍັງ ຈຶ່ງ​ຮັບ​ໃຊ້​ໃນ​ຖານະ​ປະໂລຫິດ

ເມື່ອ​ເຮົາ​ເຂົ້າໃຈ​ຄຳ​ວ່າ ​ເປັນ​ຫຍັງ ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ​ເປັນ​ຫຍັງ ຂອງ​ຖານະ​ປະໂລຫິດ ມັນ​ຈະ​ຊ່ອຍ​ໃຫ້​ເຮົາ​ເຫັນ​ຈຸດປະສົງ​ອັນ​ສູງ​ສົ່ງ​ຂອງ​ທຸກ​ສິ່ງ​ເຫລົ່າ​ນີ້.

ຂ້າພະເຈົ້າ​ຖະໜຸຖະໜອມ​ໂອກາດ​ອັນ​ປະເສີດ​ນີ້​ທີ່​ໄດ້​ມາ​ຮ່ວມ​ປະຊຸມ​ນຳ​ບັນດາ​ອ້າຍ​ນ້ອງ​ແຫ່ງ​ຖານະ ປະໂລຫິດ ແລະ ຊື່ນ​ຊົມ​ນຳ​ທ່ານ​ໃນ​ຄວາມ​ອັດສະຈັນ​ໃຈ ແລະ ຄວາມ​ສວຍ​ງາມ​ຂອງ​ພຣະ​ກິດ​ຕິ​ຄຸນຂອງ​ພຣະເຢ​ຊູ​ຄຣິດ. ຂ້າພະເຈົ້າ​ຂໍ​ສັນລະເສີນ​ທ່ານ​ສຳລັບ​ສັດທາ, ວຽກ​ງານ​ດີ, ແລະ ຄວາມ​ຊອບ​ທຳ​ທີ່​ຍືນ​ຍົງ​ຂອງ​ທ່ານ.

ພວກ​ເຮົາ​ມີ​ຄວາມ​ຜຸ​ກ​ພັນ​ກັນ​ໃນ​ຄວາມ​ຈິງ​ທີ່​ວ່າ​ເຮົາ​ທຸກ​ຄົນ​ໄດ້​ຮັບ​ການ​ແຕ່ງຕັ້ງ​ສູ່​ຖານະ​ປະໂລຫິດ​ຂອງພຣະ​ເຈົ້າ​ຈາກ​ຜູ້​ທີ່​ຖືກ​ໄວ້​ວາງໃຈ​ດ້ວຍ​ສິດ​ອຳນາດ ແລະ ອຳນາດ​ຂອງ​ຖານະ​ປະໂລຫິດ​ທີ່​ສັກສິດ. ນີ້​ເປັນ​ພອນ​ອັນ​ຍິ່ງ​ໃຫຍ່. ມັນ​ເປັນ​ໜ້າທີ່​ຮັບຜິດຊອບ​ອັນ​ສັກສິດ.

ພະລັງ​ຂອງ​ຄຳ​ທີ່​ວ່າ ເປັນຫຍັງ

ເມື່ອ​ບໍ່​ດົນ​ມາ​ນີ້​ຂ້າພະເຈົ້າ​ໄດ້​ຄິດ​ໄຕ່ຕອງ​ເຖິງ​ການ​ເອີ້ນ​ທີ່​ສຳຄັນ​ສອງ​ຢ່າງ​ທີ່​ຂ້າພະເຈົ້າ​ໄດ້​ຮັບ​ໃນ​ຖານະຜູ້​ດຳ​ລົົງ​ຖານະ​ປະໂລຫິດ​ໃນ​ສາດສະໜາ​ຈັກ.

ໜຶ່ງ​ໃນ​ການ​ເອີ້ນ​ເຫລົ່າ​ນີ້​ໄດ້​ເກີດ​ຂຶ້ນ​ຕອນ​ຂ້າພະເຈົ້າ​ເປັນ​ມັກຄະ​ນາຍົກ. ຂ້າພະເຈົ້າ​ກັບ​ຄອບຄົວ​ໄດ້​ໄປ ຮ່ວມ​ນຳ​ສາຂາ​ຂອງ​ສາດສະໜາ​ຈັກ​ໃນ​ເມືອງ​ຟະ​ແຣງ​ເຝີ​ດ ປະ​ເທດ​ເຢຍ​ລະ​ມັນ. ພວກ​ຂ້າພະເຈົ້າ​ໄດ້​ຮັບ ພອນ​ທີ່​ມີ​ຜູ້​ຄົນ​ທີ່​ປະເສີດ​ຫລາຍ​ຄົນ​ໃນ​ສາຂາ​ນ້ອຍໆ​ຂອງ​ເຮົາ. ຄົນ​ໜຶ່ງ​ໃນ​ນັ້ນ​ກໍ​ແມ່ນ​ປະທານ​ສາຂາຂອງ​ເຮົາ, ບະ​ລາ​ເດີ ແລນ​ໂຊ​ສ. ຂ້າພະເຈົ້າ​ນັບຖື​ເພິ່ນ​ຫລາຍ, ເຖິງ​ແມ່ນ​ວ່າ​ເພິ່ນ​ເບິ່ງ​ຄື​ວ່າ​ເອົາ​ຈິງ​ເອົາ​ຈັງ ສະເໝີ, ສຸ​ພາບ​ຮຽບ​ຮ້ອຍ​ຫລາຍ, ແລະ ສ່ວນ​ຫລາຍ​ແລ້ວ​ກໍ​ມັກ​ໃສ່​ແຕ່​ຊຸດ​ສີດຳ. ຂ້າພະເຈົ້າ​ຈຳ​ໄດ້​ວ່າ ຕອນ​ເປັນ​ຊາຍ​ໜຸ່ມ​ຂ້າພະເຈົ້າ​ມັກ​ເວົ້າ​ຢອກ​ກັນ​ຫລິ້ນ​ກັບ​ໝູ່​ເພື່ອນ​ຂອງ​ຂ້າພະເຈົ້າ​ວ່າ​ປະທານ​ສາຂາ​ຂອງ ພວກ​ຂ້າພະເຈົ້າ​ເປັນ​ຄົນ​ໂບຮານ​ລ້າ​ສະໄໝ.

ມັນ​ເຮັດ​ໃຫ້​ຂ້າພະເຈົ້າ​ຫົວ​ເມື່ອ​ຄິດ​ເຖິງ​ເລື່ອງ​ນີ້​ໃນ​ເວລາ​ນີ້ ເພາະວ່າ​ມັນ​ກໍ​ເປັນ​ໄປ​ໄດ້​ແນ່​ວ່າ ຄົນ​ໜຸ່ມ​ສາວ ຂອງ​ສາດສະໜາ​ຈັກ​ໃນ​ສະໄໝ​ນີ້​ກໍ​ເຫັນ​ຂ້າພະເຈົ້າ​ໃນ​ລັກສະນະ​ດຽວ​ກັນ​ນັ້ນ.

ວັນ​ອາທິດ​ວັນ​ໜຶ່ງ, ປະທານ​ແລນ​ໂຊ​ສ ໄດ້​ຂໍ​ລົມ​ກັບ​ຂ້າພະເຈົ້າ. ຄວາມ​ຄິດ​ທຳ​ອິດ​ຂອງ​ຂ້າພະເຈົ້າ​ຄື​ວ່າ, “ເຮົາ​ໄດ້​ເຮັດ​ຫຍັງ​ຜິດ?” ຂ້າພະເຈົ້າ​ໄດ້​ຄິດ​ເຖິງ​ຫລາຍ​ສິ່ງຫລາຍ​ຢ່າງ​ທີ່​ຂ້າພະເຈົ້າ​ອາດ​ໄດ້​ເຮັດ​ທີ່​ໄດ້​ດົນ​ໃຈ​ໃຫ້​ມີ​ການ​ເວົ້າ​ລົມ​ລະຫວ່າງ​ປະທານ​ສາຂາ ແລະ ມັກຄະ​ນາຍົກ​ຄັ້ງ​ນີ້.

ປະທານ​ແລນ​ໂຊ​ສ ເຊີນ​ຂ້າພະເຈົ້າ​ເຂົ້າ​ໄປ​ໃນ​ຫ້ອງ​ນ້ອຍ​ຫ້ອງ​ໜຶ່ງ—ຕຶກ​ໂບດ​ຂອງ​ເຮົາ​ບໍ່​ມີ​ຫ້ອງການ​ສຳລັບ ປະທານ​ສາຂາ—ແລະ ໃນ​ທີ່​ເພິ່ນ​ໄດ້​ເຊື້ອ​ເຊີນ​ໃຫ້​ຂ້າພະເຈົ້າ​ເປັນ​ປະທານ​ຂອງ​ກຸ່ມ​ມັກຄະ​ນາຍົກ.

ເພິ່ນ​ໄດ້​ກ່າວ​ວ່າ “ນີ້​ເປັນ​ຕຳແໜ່ງ​ທີ່​ສຳຄັນ, ແລະ​ແລ້ວ​ເພິ່ນ​ໄດ້​ໃຊ້​ເວລາ ແລະ ໄດ້​ບັນຍາຍ​ວ່າ​ເປັນ​ຫຍັງ. ເພິ່ນໄດ້​ອະທິບາຍ​ວ່າ​ເພິ່ນ ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຄາດ​ຫວັງ​ຫຍັງ​ແດ່​ຈາກ​ຂ້າພະເຈົ້າ ແລະ​ວ່າ ຂ້າພະເຈົ້າ​ຈະ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ນັ້ນ​ແນວໃດ.

ຂ້າພະເຈົ້າ​ຈຳ​ບໍ່​ໄດ້​ວ່າ​ເພິ່ນ​ໄດ້​ເວົ້າ​ຫຍັງ​ແດ່, ແຕ່​ຂ້າພະເຈົ້າ​ຈຳ​ໄດ້​ດີ​ວ່າ​ຂ້າພະເຈົ້າ​ໄດ້​ຮູ້ສຶກ​ແນວໃດ. ວິນ​ຍານ​ທີ່​ສັກສິດ, ທີ່​ສູງ​ສົ່ງ​ໄດ້​ເຂົ້າ​ມາສູ່​ຈິດໃຈ​ຂອງ​ຂ້າພະເຈົ້າ​ຂະນະ​ທີ່​ເພິ່ນ​ໄດ້​ເວົ້າ​ຢູ່​ນັ້ນ. ຂ້າພະເຈົ້າ​ສາມາດ​ຮູ້ສຶກ​ໄດ້​ວ່າ​ນີ້​ເປັນ​ສາດສະໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ແລະ ຂ້າພະເຈົ້າ​ໄດ້​ຮູ້ສຶກ​ວ່າການ​ເອີ້ນທີ່​ເພິ່ນ​ໄດ້​ສະເໜີ​ໃຫ້​ນັ້ນ​ກໍ​ຖືກ​ໃຈ​ໂດຍ​ພຣະ​ວິນ​ຍານ​ບໍລິສຸດ. ຂ້າພະເຈົ້າ​ຈຳ​ໄດ້​ວ່າ​ໄດ້​ຍ່າງ​ອອກ​ຈາກ​ຫ້ອງນ້ອຍໆ​ນັ້ນ​ດ້ວຍ​ຮູ້ສຶກ​ວ່າ​ສູງ​ຂຶ້ນ​ກວ່າ​ແຕ່​ກ່ອນ.

ເກືອບ 60 ປີ ໄດ້​ຜ່ານ​ໄປ​ຕັ້ງແຕ່​ມື້​ນັ້ນ, ແລະ ຂ້າພະເຈົ້າ​ທະນຸ​ຖະໜອມ​ຄວາມ​ຮູ້ສຶກ​ຂອງ​ຄວາມ​ໄວ້​ວາງໃຈ ແລະ ຄວາມ​ຮັກ​ເຫລົ່າ​ນີ້​ຢູ່.

ເມື່ອ​ຂ້າພະເຈົ້າ​ໄດ້​ຫວນ​ຄິດ​ເຖິງ​ປະສົບ​ການ​ນີ້, ຂ້າພະເຈົ້າ​ໄດ້​ພະຍາຍາມ​ຈື່​ຈຳ​ວ່າ​ມີ​ມັກຄະ​ນາຍົກຈັກ​ຄົນ​ໃນ​ສາຂາ​ຂອງ​ພວກ​ເຮົາ​ໃນ​ເວລາ​ນັ້ນ. ຕາມ​ຄວາມ​ຊົງ​ຈຳ​ຂອງ​ຂ້າພະເຈົ້າ, ຂ້າພະເຈົ້າ​ເຊື່ອ​ວ່າ​ມີສອງ​ຄົນ. ເຖິງ​ຢ່າງໃດ​ກໍ​ຕາມ, ບາງທີ​ມີ​ແຕ່​ຜູ້​ດຽວ.

ແຕ່​ນັ້ນ​ບໍ່​ສຳຄັນ​ຖ້າ​ຫາ​ກວ່າ​ໄດ້​ມີ​ມັກຄະ​ນາຍົກ​ໜຶ່ງ​ຄົນ ຫລື ໜຶ່ງ​ໂຫລ, ຂ້າພະເຈົ້າ​ໄດ້​ຮູ້ສຶກ​ວ່າ​ເປັນ​ກຽດ, ແລະ ຂ້າພະເຈົ້າ​ຢາກ​ຮັບ​ໃຊ້​ສຸດ​ຄວາມ​ສາມາດ​ຂອງ​ຕົນ ແລະ ບໍ່​ຢາກ​ເຮັດ​ໃຫ້​ປະທານ​ສາຂາ​ຂອງ​ຂ້າພະ​ເຈົ້າ ຫລື ພຣະ​ຜູ້​ເປັນ​ເຈົ້າ​ຜິດ​ຫວັງ.

ໃນ​ເວລາ​ນີ້​ຂ້າພະເຈົ້າ​ຮູ້​ວ່າ​ປະທານ​ສາຂາ​ອາດ​ບໍ່​ໄດ້​ໃຊ້​ຄວາມ​ຄິດ​ໄຕ່ຕອງ​ເມື່ອ​ເພິ່ນ​ໄດ້​ເອີ້ນ​ໃຫ້​ຂ້າພະເຈົ້າ ຮັບ​ຕຳແໜ່ງ​ນີ້. ເພິ່ນ​ສາມາດ​ບອກ​ຂ້າພະເຈົ້າ​ໄດ້​ງ່າຍໆ​ໃນ​ທາງ​ຍ່າງ​ໃນ​ໂບດ ຫລື ໃນ​ຫ້ອງ​ປະຊຸມ​ຖານະ ປະໂລຫິດ​ຂອງ​ເຮົາ​ວ່າ​ຂ້າພະເຈົ້າ​ເປັນ​ປະທານ​ຄົນ​ໃໝ່​ຂອງ​ກຸ່ມ​ມັກຄະ​ນາຍົກ​ກໍ​ໄດ້.

ແທນ​ທີ່, ເພິ່ນ​ໄດ້​ໃຊ້​ເວລາ​ນຳ​ຂ້າພະເຈົ້າ ແລະ ໄດ້​ຊ່ອຍ​ໃຫ້​ຂ້າພະເຈົ້າ​ເຂົ້າໃຈ​ບໍ່​ພຽງ​ແຕ່​ຄວາມ​ໝາຍ​ຂອງ​ຄຳ​ວ່າ ແມ່ນຫຍັງ ແລະ ໜ້າທີ່​ຮັບຜິດຊອບ​ໃໝ່ ແຕ່​ສຳຄັນ​ກວ່າ​ນັ້ນ, ໃຫ້​ເຂົ້າໃຈ​ຄຳ​ວ່າ ເປັນຫຍັງ ກ່ຽວ​ກັບ​ໜ້າທີ່​ມອບ​ໝາຍ​ຂອງ​ຂ້າພະເຈົ້າ​ນຳ​ອີກ.

ນັ້ນ​ເປັນ​ສິ່ງ​ທີ່​ຂ້າພະເຈົ້າ​ຈະ​ບໍ່​ມີ​ວັນ​ລືມ​ເລີຍ.

ຈຸດ​ສຳຄັນ​ຂອງ​ເລື່ອງ​ນີ້​ກໍ​ບໍ່​ພຽງ​ແຕ່​ຈະ​ບັນຍາຍ​ເຖິງ​ວິທີ​ທີ່​ຈະ​ສະເໜີ​ການ​ເອີ້ນ​ໃນ​ສາດສະໜາ​ຈັກ (ເຖິງ​ແມ່ນ​ວ່າ​ນີ້​ໄດ້​ເປັນ​ຕົວຢ່າງ​ທີ່​ປະເສີດ​ສຳລັບ​ຂ້າພະເຈົ້າ​ໃນ​ວິທີ​ທາງ​ທີ່​ເໝາະ​ສົມ​ທີ່​ຈະ​ເຮັດ). ນີ້​ເປັນ​ບົດຮຽນ​ກ່ຽວ​ກັບ​ອຳນາດ​ທີ່​ກະ​ຕຸ້ນ​ຂອງ​ຝ່າຍ​ຜູ້ນຳ​ແຫ່ງ​ຖານະ​ປະໂລຫິດ​ທີ່​ຈະ​ເຮັດ​ໃຫ້​ຄົນ​ໃດ ໜຶ່ງ​ມີ​ຊີວິດ​ຊີວາ​ຂຶ້ນ ແລະ ດົນ​ໃຈ​ການ​ກະທຳ.

ເຮົາ​ຕ້ອງ​ໄດ້​ຮັບ​ການ​ຕັກເຕືອນ​ຢູ່​ສະເໝີ​ເຖິງ​ເຫດຜົນ​ນິລັນດອນ​ທີ່ຢູ່​ເບື້ອງ​ຫລັງ​ຂອງ​ທຸກ​ສິ່ງ​ທີ່​ເຮົາ​ຖືກ​ບັນຊາ ໃຫ້​ເຮັດ. ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂັ້ນ​ພື້ນຖານ​ຕ້ອງ​ເປັນ​ພາກສ່ວນ​ຂອງ​ຊີວິດ​ເຮົາ, ແມ່ນ​ແຕ່​ຖ້າ​ຫາກ​ເຮົາ​ຕ້ອງ ຮຽນ​ຮູ້​ມັນ​ເທື່ອ​ແລ້ວ​ເທື່ອ​ອີກ. ຂະ​ບວນ​ການ​ນີ້​ບໍ່​ຄວນ​ເຮັດ​ໄປ​ແບບ​ບໍ່​ມີ​ຄວາມ​ຊື່ນ​ບານ ຫລື ເປັນ​ທີ່​ໜ້າ​ເບື່ອ. ແທນ​ທີ່, ເມື່ອ​ເຮົາ​ສອນ​ຫລັກ​ທຳ​ຂັ້ນ​ພື້ນຖານ​ໃນ​ບ້ານ​ເຮືອນ​ຂອງ​ເຮົາ ຫລື ໃນ​ໂບດ, ປ່ອຍ​ໃຫ້​ຄວາມ​ຕື່ນ ເຕັ້ນ​ສຳລັບ​ການ​ດຳລົງ​ຊີວິດ​ຕາມ​ພຣະ​ກິດ​ຕິ​ຄຸນ ແລະ ອຳນາດ​ແຫ່ງ​ປະຈັກ​ພະຍານ​ນຳ​ຄວາມ​ຮູ້, ຄວາມ​ສະຫງົບ, ແລະ ຄວາມສຸກ​ມາສູ່​ຈິດໃຈ​ຂອງ​ຜູ້​ຄົນ​ທີ່​ເຮົາ​ສອນ.

ຈາກ​ມັກຄະ​ນາຍົກ​ທີ່​ຫາ​ກໍ​ຖືກ​ແຕ່ງຕັ້ງ​ໄປ​ເຖິງ​ມະຫາ​ປະໂລຫິດ​ຜູ້​ອາວຸໂສ, ເຮົາ​ທຸກ​ຄົນ​ມີ​ລາຍການ​ຂອງ ສິ່ງທີ່ ເຮົາ​ສາມາດ​ເຮັດ ແລະ ຄວນ​ເຮັດ​ໃນ​ໜ້າທີ່​ຮັບຜິດຊອບ​ຂອງ​ຖານະ​ປະໂລຫິດ​ຂອງ​ເຮົາ ສິ່ງທີ່ ຕ້ອງ ເຮັດກໍ​ສຳຄັນ​ໃນ​ວຽກ​ງານ​ຂອງ​ເຮົາ, ແລະ ເຮົາ​ຕ້ອງ​ເອົາໃຈໃສ່​ມັນ. ແຕ່​ຢູ່​ໃນ​ຄຳ​ວ່າ ເປັນຫຍັງ ແຫ່ງ​ການ​ຮັບ​ໃຊ້​ຂອງ​ຖານະ​ປະໂລຫິດ​ທີ່​ເຮົາ​ຈະ​ໄດ້​ພົບ​ຄວາມ​ກະ​ຕື​ລື​ລົ້ນ, ຄວາມ​ຮັກ ແລະ ອຳນາດ​ຂອງ​ຖານະ​ປະໂລຫິດ.

ຄຳວ່າ ແມ່ນຫຍັງ ແຫ່ງ​ການ​ຮັບ​ໃຊ້​ຂອງ​ຖານະ​ປະໂລຫິດ​ສອນ​ເຮົາ​ວ່າ​ຕ້ອງ​ເຮັດ​ຫຍັງ. ຄຳ​ວ່າ ເປັນຫຍັງ ດົນ​ໃຈ​ຈິດ​ວິນ​ຍານ.

ຄຳວ່າ ແມ່ນຫຍັງ ບອກວ່າຕ້ອງເຮັດສິ່ງໃດ, ແຕ່ຄຳວ່າ ເປັນຫຍັງ ​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ.

ມີ “ສິ່ງ​ດີໆ” ອັນ​ລົ້ນ​ເຫລືອ​ທີ່​ຕ້ອງ​ເຮັດ

ການ​ເອີ້ນ​ຂອງ​ຖານະ​ປະໂລຫິດ​ທີ່​ຂ້າພະເຈົ້າ​ໄດ້​ຄິດ​ໄຕ່ຕອງ​ກໍ​ຖືກ​ມອບ​ໃຫ້​ເມື່ອ​ຫລາຍ​ປີ​ກ່ອນ​ຕອນ ຂ້າພະເຈົ້າ​ໄດ້​ມີ​ຄອບຄົວ​ຂອງ​ຕົນ​ເອງ. ພວກ​ຂ້າພະເຈົ້າ​ໄດ້​ຍ້າຍ​ກັບ​ເມືອ​ເມືອງ​ຟະ​ແຣງ​ເຝີ​ດ ປະເທດ ເຢຍ​ລະ​ມັນ, ແລະ ຂ້າພະເຈົ້າ​ຫາ​ກໍ​ໄດ້​ເລື່ອນ​ຕຳແໜ່ງ​ໃນ​ວຽກ​ງານ​ທີ່​ຈະ​ຮຽກຮ້ອງ​ເວລາ ແລະ ຄວາມ​ເອົາໃຈໃສ່​ຈາກ​ຂ້າພະເຈົ້າ​ຫລາຍ. ໃນ​ລະດູ​ການ​ແຫ່ງ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ​ຂອງ​ຂ້າພະເຈົ້າ, ແອວ​ເດີ​ໂຈ​ເຊັບ ບີ ເວີ​ດລິນ ໄດ້​ສະເໜີ​ການ​ເອີ້ນ​ຕໍ່​ຂ້າພະເຈົ້າ​ໃຫ້​ຮັບ​ໃຊ້​ໃນ​ຖານະ​ປະທານ​ສະ​ເຕກ.

ຕອນ​ສຳພາດ​ກັບ​ເພິ່ນ, ຄວາມ​ຄິດ​ຫລາຍ​ຢ່າງ​ໄດ້​ຜ່ານ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ຂ້າພະເຈົ້າ, ບໍ່​ແມ່ນ​ຢ່າງ​ນ້ອຍ ທີ່​ສຸດ​ນັ້ນ ຄື​ຄວາມ​ຫ່ວງ​ໃຍ​ທີ່​ລົບ​ກວນ​ທີ່​ວ່າ​ຂ້າພະເຈົ້າ​ອາດ​ບໍ່​ມີ​ເວລາ​ພໍ​ທີ່​ການ​ເອີ້ນ​ນີ້​ຈະ​ຮຽກຮ້ອງ. ເຖິງ ແມ່ນ​ວ່າການ​ເອີ້ນ​ໄດ້​ເຮັດ​ໃຫ້​ຂ້າພະເຈົ້າ​ຮູ້ສຶກ​ຖ່ອມ​ຕົນ ແລະ ໄດ້​ຮັບ​ກຽດ, ແຕ່​ຂ້າພະເຈົ້າ​ຍັງ​ໄດ້​ຄິດ​ນ້ອຍ ໜຶ່ງ​ວ່າ​ຂ້າພະເຈົ້າ​ຈະ​ຮັບ​ມັນ​ໄດ້​ບໍ. ແຕ່​ນັ້ນ​ກໍ​ເປັນ​ພຽງ​ແຕ່​ຄວາມ​ຄິດ​ທີ່​ຫາຍ​ໄປ​ໄວໆ ເພາະ​ຂ້າພະເຈົ້າໄດ້​ຮູ້​ວ່າ ແອວ​ເດີ ເວີ​ດລິນ ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ ແລະ ວ່າ​ເພິ່ນ​ກຳລັງ​ເຮັດ​ວຽກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່. ຂ້າພະເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ນອກຈາກ​ວ່າ​ຕ້ອງ​ຮັບ​ການ​ເອີ້ນ​ນັ້ນ.

ມີ​ບາງ​ເວລາ​ທີ່​ເຮົາ​ຕ້ອງ​ກ້າວ​ເຂົ້າ​ໄປ​ສູ່​ຄວາມ​ມືດ​ດ້ວຍ​ສັດທາ, ໂດຍ​ໝັ້ນ​ໃຈ​ວ່າ​ພຣະ​ເຈົ້າ​ຈະ​ປະທານ ຄຳ​ຕອບ​ໃຫ້​ເຮົາ ເມື່ອ​ເຮົາ​ກ້າວ​ໄປ​ໜ້າ​ດ້ວຍ​ສັດທາ. ສະນັ້ນ​ຂ້າພະເຈົ້າ​ຈຶ່ງ​ໄດ້​ຮັບ​ການ​ເອີ້ນ​ດ້ວຍຄວາມ​ຊື່ນ​ໃຈ, ໂດຍ​ຮູ້​ວ່າ​ພຣະ​ເຈົ້າ​ຈະ​ຈັດ​ຫາ​ໃຫ້.

ໃນ​ຕອນ​ຕົ້ນ​ຂອງ​ໜ້າທີ່​ມອບ​ໝາຍ​ນີ້, ພວກ​ຂ້າພະເຈົ້າ​ໄດ້​ຮັບ​ສິດທິ​ພິເສດ​ໃນ​ຖານະ​ສະ​ເຕກ​ທີ່​ໄດ້ ຮັບ​ການ​ອົບ​ລົມ​ຈາກ​ບັນດາ​ຄູ ແລະ ຜູ້ນຳ​ທີ່​ຍິ່ງ​ໃຫຍ່​ໃນ​ສາດສະໜາ​ຈັກ—ບັນດາ​ບຸລຸດ​ດັ່ງ​ເຊັ່ນ​ແອວ​ເດີ ຣະ​ໂຊ ເອັມ ແນວ​ສັນ ແລະ ປະທານ​ທອມ​ມັສ ແອັສ ມອນ​ສັນ ໄດ້​ມາ​ຫາ​ເຂດ​ຂອງ​ພວກ​ເຮົາ. ຄຳ​ສັ່ງສອນ​ຂອງ​ພວກ​ເພິ່ນ​ກໍ​ເປັນ​ເໝືອນ​ດັ່ງ​ນ້ຳ​ຄ້າງ​ຈາກ​ສະຫວັນ ແລະ ເປັນ​ການ​ດົນ​ໃຈ​ໃຫ້​ພວກ ຂ້າພະເຈົ້າ. ຂ້າພະເຈົ້າ​ຍັງ​ມີ​ບັນທຶກ​ທີ່​ຂ້າພະເຈົ້າ​ໄດ້​ຈົດ​ລົງ​ໄວ້​ໃນ​ພາກ​ການ​ອົບ​ລົມ​ເຫລົ່ານັ້ນ. ບັນດາ ອ້າຍ​ນ້ອງ​ເຫລົ່າ​ນີ້​ໄດ້​ມອບຄວາມ​ເຂົ້າ​ໃຈ​ໃຫ້​ພວກ​ເຮົາ ​ເຫັນ ​ຄວາມ​ໝາຍ​ຂອງ​ການຈັດຕັ້ງ​ອານາຈັກ​ຂອງ ພຣະ​ເຈົ້າ, ໂດຍ​ການ​ສ້າງ​ປະຈັກ​ພະຍານ​ສ່ວນ​ຕົວ ແລະ ເພີ່ມ​ຄວາມ​ເຂັ້ມແຂງ​ໃຫ້​ແກ່​ຄອບຄົວ. ພວກ​ເພິ່ນ​ໄດ້​ຊ່ອຍ​ໃຫ້​ພວກ​ຂ້າພະເຈົ້າ​ເຫັນ​ວິທີ​ທີ່​ຈະ​ນຳ​ໃຊ້​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ຫລັກ​ທຳ​ນັ້ນ​ໃນ​ສະພາບ​ການ ແລະ ເວລາ​ຂອງ​ເຮົາ​ໂດຍ​ສະເພາະ. ເວົ້າ​ອີກ​ຢ່າງ​ໜຶ່ງ​ກໍ​ຄື​ວ່າ, ຜູ້ນຳ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ໄດ້​ຊ່ອຍ​ໃຫ້​ພວກ​ເຮົາ​ເຫັນ​ວ່າຄວາມ​ໝາຍ​ຂອງ​ຄຳ​ວ່າ ​ເປັນ​ຫຍັງ ຂອງ​ພຣະ​ກິດ​ຕິ​ຄຸນ, ແລະ ພວກ​ເຮົາ​ຕ້ອງ​ໄດ້​ກໍ້​ແຂນ​ເສື້ອ​ຂຶ້ນ ແລະ ລົງມື​ເຮັດ​ວຽກ.

ບໍ່​ດົນ​ຈາກ​ນັ້ນ​ພວກ​ເຮົາ​ກໍ​ໄດ້​ຮຽນ​ຮູ້​ວ່າ​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ຝ່າຍ​ປະທານ​ສະ​ເຕກ​ສາມາດ​ເຮັດ​ໄດ້—ມີ​ຫລາຍ​ມາກ​ມາຍ, ແທ້​ຈິງ​ແລ້ວ, ຖ້າ​ຫາກ​ພວກ​ເຮົາ​ບໍ່​ໄດ້​ຈັດ​ລຳດັບ​ຄວາມ​ສຳຄັນ​ທີ່​ຖືກ​ດົນ​ໃຈ, ພວກ​ເຮົາ​ອາດ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ສຳຄັນ​ເລີຍ. ລຳດັບ​ຄວາມ​ສຳຄັນ​ຫລາຍ​ຢ່າງ​ໄດ້​ເລີ່​ມມີ​ຂຶ້ນ​ມາ, ທີ່​ໄດ້​ຍາດ ເອົາ​ຄວາມ​ເອົາໃຈໃສ່​ຂອງ​ເຮົາ​ຈາກ​ຄວາມ​ເຂົ້າໃຈ​ທີ່​ບັນດາ​ອ້າຍ​ນ້ອງ​ຜູ້ນຳ​ໄດ້​ແບ່ງປັນ​ກັບ​ພວກ​ຂ້າພະເຈົ້າ. ມີຫລາຍ​ສິ່ງ “ດີໆ” ທີ່​ຕ້ອງ​ເຮັດ, ແຕ່​ບໍ່​ແມ່ນ​ທຸກ​ສິ່ງ​ຈະ​ສຳຄັນ​ທີ່​ສຸດ.

ພວກ​ເຮົາ​ໄດ້​ຮຽນ​ຮູ້​ບົດຮຽນ​ສຳຄັນ​ບົດ​ໜຶ່ງ: ຄວາມ​ຈິງ​ທີ່​ວ່າ​ບາງ​ສິ່ງ​ທີ່​ດີ​ບໍ່​ໄດ້​ໃຫ້​ເຫດຜົນ​ພໍ​ທີ່​ຈະ​ມາ​ດຶງເອົາ​ເວລາ ແລະ ກຳລັງ​ວັດຖຸ​ຂອງ​ເຮົາ​ໄປ. ກິດຈະກຳ, ການ​ຕັດສິນ​ໃຈ, ແລະ ແຜນການ​ຕ່າງໆ​ຂອງ​ເຮົາ ຄວນ​ໄດ້​ຮັບ​ການ​ດົນ​ໃຈ​ໂດຍ​ພື້ນຖານ​ຂອງ​ຄວາມ​ວ່າ ​ເປັນ​ຫຍັງ ເຮົາ​ຈຶ່ງ​ຮັບ​ໃຊ້​ໃນ​ຖານະ​ປະໂລຫິດ​ຂອງ​ເຮົາ ແລະ ບໍ່​ແມ່ນ​ເພາະ​ຄວາມ​ນິຍົມ​ຊົມ​ຊອບ ຫລື ຄວາມ​ສົນໃຈ​ໃນ​ປະຈຸ​ບັນ. ຖ້າ​ມັນ​ບໍ່​ເປັນ​ດັ່ງນັ້ນ, ມັນ ສາມາດ​ລົບ​ກວນ​ຄວາມ​ພະຍາຍາມ​ຂອງ​ເຮົາ, ເຮັດ​ໃຫ້​ກຳລັງ​ຂອງ​ເຮົາ​ອ່ອນແອ, ແລະ ໃຫ້​ເຮົາ​ຕັ້ງໃຈໃສ່​ພຽງ​ແຕ່​ຄວາມ​ສົນໃຈ​ເລື່ອງ​ຂອງ​ຕົນ​ເອງ, ບໍ່​ວ່າ​ຈະ​ເປັນ​ຝ່າຍ​ວິນ​ຍານ ຫລື ຝ່າຍ​ໂລກ, ທີ່​ບໍ່​ຢູ່​ໃນ​ຈຸດ​ໃຈກາງຂອງ​ຄວາມ​ເປັນ​ສານຸສິດ.

ອ້າຍ​ນ້ອງ​ທັງຫລາຍ, ເຮົາ​ທຸກ​ຄົນ​ກໍ​ຮູ້​ວ່າ​ນີ້​ຕ້ອງ​ໃຊ້​ການ​ຄວບ​ຄຸມ​ຕົວ​ທີ່​ຈະ​ຄົງ​ເອົາໃຈໃສ່​ສິ່ງ​ທີ່ຢູ່​ກັບ​ເລື່ອງ​ທີ່​ມີ​ພະລັງ​ຫລາຍ​ທີ່​ສຸດ​ທີ່​ຈະ​ເພີ່ມ​ທະວີ​ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ໃຫ້​ພຣະ​ເຈົ້າ ແລະ ເພື່ອນ​ມະນຸດ, ເຮັດ​ໃຫ້ການ​ແຕ່ງງານ​ລາບ​ລື້​ນ, ເພີ່ມ​ຄວາມ​ເຂັ້ມແຂງ​ໃຫ້​ຄອບຄົວ, ແລະ ເສີມ​ສ້າງ​ອານາຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນດິນ​ໂລກ. ເໝືອນ​ດັ່ງ​ຕົ້ນ​ໝາກ​ໄມ້​ທີ່​ມີ​ງ່າ ແລະ ໃບຢ່າງ​ຫລວງຫລາຍ, ຊີວິດ​ຂອງ​ເຮົາ​ກໍ ຕ້ອງການ​ການ​ຈັດ​ແຕ່ງ​ເປັນ​ປະຈຳ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ເຮົາ​ໃຊ້​ກຳລັງ ແລະ ເວລາ​ຂອງ​ເຮົາ​ເພື່ອ​ຈະສຳເລັດ​ຈຸດປະສົງ​ທີ່ແທ້​ຈິງ​ຂອງ​ເຮົາ “ເພື່ອ​ນຳ​ໝາກຜົນ​ອັນ​ດີງາມ​ອອກ​ມາ”!1

ທ່ານ​ບໍ່​ໄດ້​ຢູ່​ຄົນ​ດຽວ

ສະນັ້ນ​ເຮົາ​ຈະ​ຮູ້​ໄດ້​ແນວໃດ​ວ່າ​ຈະ​ເລືອກ​ຫຍັງ​ແດ່? ເຮົາ​ແຕ່ລະຄົນ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ຕັດສິນ​ໃຈ​ເລື່ອງ ນີ້​ເພື່ອ​ຕົນ​ເອງ. ເຖິງ​ຢ່າງໃດ​ກໍ​ດີ, ເຮົາ​ຖືກ​ບັນຊາ​ໃຫ້​ສຶກ​ສາ​ພຣະ​ຄຳ​ພີ​ຢ່າງ​ພາກ​ພຽນ, ເຊື່ອ​ຟັງ​ຖ້ອຍ​ຄຳ​ຂອງ​ສາດສະດາ, ແລະ ອະທິຖານ​ດ້ວຍ​ສັດທາ​ທີ່​ຈິງ​ຈັງ ແລະ ອຸທິດ​ຕົນ.

ອ້າຍ​ນ້ອງ​ທັງຫລາຍ, ພຣະ​ເຈົ້າ​ຊົງ​ຊື່ສັດ. ຜ່ານ​ພຣະ​ວິນ​ຍານ​ບໍລິສຸດ, ພຣະ​ອົງ​ຈະ​ກ່າວ​ຕໍ່​ຄວາມ​ຄິດ ແລະ ຈິດໃຈ​ຂອງ​ເຮົາ​ກ່ຽວ​ກັບ​ເສັ້ນທາງ​ທີ່​ເຮົາ​ຄວນ​ຕິດຕາມ​ໄປ​ໃນ​ແຕ່​ໄລຍະ​ໃນ​ຊີວິດ​ຂອງ​ເຮົາ.

ຖ້າ​ຈິດໃຈ​ຂອງ​ເຮົາ​ບໍລິສຸດ—ຖ້າ​ເຮົາ​ບໍ່​ສະແຫວງຫາ​ລັດສະໝີ​ພາບ​ຂອງ​ເຮົາ​ເອງ ແຕ່​ຂອງ​ພຣະ​ເຈົ້າ​ຜູ້​ຊົງລິດ​ທະນຸ​ພາບ, ຖ້າ​ເຮົາ​ສະແຫວງຫາ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ອົງ, ຖ້າ​ເຮົາ​ປາຖະໜາ​ທີ່​ເປັນ​ພອນ​ໃຫ້​ແກ່​ຂອງ​ຄອບຄົວ ແລະ ເພື່ອນ​ມະນຸດ​ຂອງ​ເຮົາ—ເຮົາ​ຈະ​ບໍ່​ຖືກ​ປະປ່ອຍ​ໄວ້​ໃຫ້​ຢູ່​ຄົນ​ດຽວ. ດັ່ງ​ທີ່ ປະທານ​ມອນ​ສັນ​ໄດ້​ເຕືອນ​ເຮົາ​ຢູ່​ເລື້ອຍໆ​ວ່າ, “ເມື່ອ​ເຮົາ​ດຳລົງ​ຢູ່​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ, ເຮົາ​ມິ​ສິດຈະ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພຣະ​ອົງ.”2

ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ທ່ານ “ຈະ​ອອກ​ໜ້າ​ທ່່ານ. [ພຣະ​ອົງ] ຈະ​ຢູ່​ທາງ​ຂວາ​ມື​ຂອງ​ທ່ານ ແລະ ທາງ​ຊ້າຍ​ຂອງ​ທ່ານ, ແລະ ພຣະ​ວິນ​ຍານ [ຂອງ​ພຣະ​ອົງ] ຈະ​ຢູ່​ໃນ​ໃຈ​ຂອງ​ທ່ານ, ແລະ ທູດ​ສະຫວັນ [ຂອງ​ພຣະ​ອົງ] ຈະ​ຢູ່​ອ້ອມ​ຮອບ​ທ່ານ, ເພື່ອ​ເປັນ​ກຳລັງ​ໃຈ​ໃຫ້​ທ່ານ.”3

ອຳນາດ​ແຫ່ງ​ການ​ກະທຳ

ອ້າຍ​ນ້ອງ​ທີ່​ຮັກ​ທັງຫລາຍ, ພອນ​ອັນ​ສູງ​ສົ່ງ​ສຳລັບ​ການ​ຮັບ​ໃຊ້​ຂອງ​ຖານະ​ປະໂລຫິດ​ຈະ​ຖືກ​ກະ​ຕຸ້ນ ໂດຍ​ຄວາມ​ພາກ​ພຽນ​ພະຍາຍາມ​ຂອງ​ເຮົາ, ຄວາມ​ເຕັມ​ໃຈ​ຂອງ​ເຮົາ​ທີ່​ຈະ​ເສຍ​ສະລະ, ແລະ ຄວາມ​ປາຖະໜາ​ຂອງ​ເຮົາ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ຂໍ​ໃຫ້​ເຮົາ​ເປັນ​ຜູ້​ທີ່​ກະທຳ ແລະ ບໍ່​ແມ່ນ​ຖືກ​ກະທຳ​ຕໍ່. ການ​ສັ່ງສອນ​ກໍ​ດີ, ແຕ່​ການ​ເທດ​ສະໜາ​ທີ່​ບໍ່​ນຳໄປ​ສູ່​ການ​ກະທຳ​ກໍ​ເໝືອນ​ກັບໄຟ​ທີ່​ບໍ່​ມີ​ຄວາມ​ຮ້ອນ ຫລື ນ້ຳ​ທີ່​ບໍ່​ສາມາດ​ກຳ​ຈັດການ​ກະຫາຍ​ໄດ້.

ເມື່ອ​ເຮົາ​ນຳ​ໃຊ້​ຄຳ​ສອນ, ພະລັງ​ທີ່​ຊຳລະ​ໃຫ້​ບໍລິສຸດ​ຂອງ​ພຣະ​ກິດ​ຕິ​ຄຸນ​ຈະ​ເຕີບ​ໂຕ ແລະ ອຳນາດ​ຂອງ​ຖານະ​ປະໂລຫິດ​ຈະ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ​ຕື່ນເຕັ້ນ.

ທອມ​ມັສ ແອດີສັນ, ຜູ້​ທີ່​ໄດ້​ສ້າງ​ດອກໄຟ​ໄດ້​ກ່າວ​ວ່າ “ຄຸນຄ່າ​ຂອງ​ຄວາມ​ຄິດ​ນັ້ນ​ຢູ່​ໃນ​ການ​ນຳ​ໃຊ້.”4 ໃນ​ທາງ​ທີ່​ຄ້າຍຄື​ກັນ​ນີ້, ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຈະ​ກາຍ​ມາ​ມີ​ຄຸນຄ່າ​ຫລາຍ​ຂຶ້ນ​ເມື່ອ​ມັນ​ຖືກ​ນຳ​ມາ​ໃຊ້.

ເຮົາ​ບໍ່​ຕ້ອງ​ປ່ອຍ​ໃຫ້​ຄຳ​ສອນ​ຂອງ​ຖານະ​ປະໂລຫິດ​ຄົງ​ຢູ່​ຊື່ໆ​ໃນ​ຈິດໃຈ​ຂອງ​ເຮົາ ແລະ ບໍ່​ນຳ​ໃຊ້​ມັນ​ໃນຊີວິດ​ຂອງ​ເຮົາ. ຖ້າ​ມີ​ການ​ແຕ່ງງານ ຫລື ຄອບຄົວ​ໃດ​ໜຶ່ງ​ທີ່​ຕ້ອງການ​ການ​ຊ່ອຍ​ຊີວິດ​ເອົາ​ໄວ້—ບາງທີ​ແມ່ນ​ແຕ່​ຂອງ​ເຮົາ​ເອງ—ຢ່າ​ຊັກ​ຊ້າ ແລະ ຖ້າ​ເບິ່ງ​ຊື່ໆ. ແທນ​ທີ່, ຂໍ​ໃຫ້​ເຮົາ​ຈົ່ງ​ຂອບ​ພຣະ​ໄທ​ພຣະ​ເຈົ້າ​ສຳລັບ​ແຜນ​ແຫ່ງ​ຄວາມສຸກ​ທີ່​ຮວມ​ດ້ວຍ​ສັດທາ, ການ​ກັບ​ໃຈ, ການ​ໃຫ້​ອະໄພ, ແລະ ການ​ເລີ່​ມ​ຕົ້ນ​ໃໝ່. ການ​ນຳ​ໃຊ້​ຄຳ​ສອນ​ຂອງ​ຖານະ​ປະໂລຫິດ​ຈະ​ເຮັດ​ໃຫ້​ເຮົາ​ໃນ​ຖານະ​ສາມີ, ພໍ່, ແລະ ລູກ​ຊາຍ ຜູ້​ທີ່​ເຂົ້າໃຈ​ຄວາມ​ໝາຍ​ຂອງ​ຄຳ​ວ່າ ​ເປັນ​ຫຍັງ ຂອງ​ຖານະ​ປະໂລຫິດ ແລະ ອຳນາດ​ຂອງ​ມັນ​ທີ່​ຈະ​ກອບ​ກູ້ ແລະ ເຮັດ​ໃຫ້​ຄວາມ​ສວຍງາມ ແລະ ຄວາມ​ສັກສິດ​ຂອງ​ຄອບຄົວ​ນິລັນດອນ​ນັ້ນ​ແນ່ນອນ.

ກອງ​ປະຊຸມ​ໃຫຍ່​ເປັນ​ເວລາ​ທີ່​ດີ​ສຳລັບ​ການ​ໄດ້​ຍິນ ແລະ ໄດ້​ເຮັດ. ສະນັ້ນ, ຂໍ​ໃຫ້​ເຮົາ​ຈົ່ງ​ບໍ່ “ພຽງ​ແຕ່​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ, ແຕ່​ຈົ່ງ​ປະຕິບັດ​ຕາມ​ພຣະ​ຄຳ​ນັ້ນ​ອີ່ຫລີ.”5 ອ້າຍ​ນ້ອງ​ທັງ ຫລາຍ, ຂ້າພະເຈົ້າ​ຂໍ​ເຊື້ອ​ເຊີນ​ໃຫ້​ທ່ານ​ພິຈາລະນາ​ຖ້ອຍ​ຄຳ​ທີ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ໄດ້​ກ່າວ​ໃນ​ວັນ​ເສົາວັນ​ອາທິດ​ນີ້. ແລ້ວ​ໃຫ້​ທ່ານ​ຄຸເຂົ່າ​ລົງ. ໃຫ້​ທູນ​ຂໍ​ພຣະ​ເຈົ້າ, ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ, ເຮັດ​ໃຫ້ຄວາມ​ຄິດ​ຂອງ​ທ່ານ​ປ່ອງ​ໃສ ແລະ ປອບ​ໂຍນ​ຈິດໃຈ​ຂອງ​ທ່ານ. ຈົ່ງ​ອ້ອນວອນ​ທູນ​ຂໍ​ການ​ຊີ້​ນຳ​ຈາກ ພຣະ​ອົງ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ທ່ານ​ໃນ​ໜ້າທີ່​ຮັບຜິດຊອບ​ຂອງ​ທ່ານ​ໃນ​ສາດສະໜາ​ຈັກ, ແລະ ໃນ​ການ​ທ້າ​ທາຍ​ສະເພາະ​ຂອງ​ທ່ານ​ໃນ​ຕອນ​ນີ້. ຈົ່ງ​ເຮັດ​ຕາມ​ການ​ກະ​ຕຸ້ນ​ເຕືອນ​ຂອງ​ພຣະ​ວິນ​ຍານ. ຢ່າ​ຊັກ​ຊ້າ​ເລີຍ. ຖ້າ​ທ່ານ​ເຮັດ​ທຸກ​ສິ່ງ​ນີ້, ຂ້າພະເຈົ້າ​ສັນ​ຍາ​ທ່່ານ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ປະປ່ອຍ​ໃຫ້​ທ່ານ​ຍ່າງ​ຢູ່​ຄົນ​ດຽວ.

ດຳເນີນ​ຕໍ່​ໄປ​ໃນ​ຄວາມ​ອົດທົນ

ເຮົາຮູ້ວ່າ​ແມ່ນ​ແຕ່​ດ້ວຍ​ຄວາມ​ຕັ້ງໃຈ​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ, ບາງ​ສິ່ງ​ຈະ​ບໍ່​ເປັນ​ໄປ​ຕາມ​ແຜນການ. ເຮົາ​ເຮັດ ຜິດພາດ​ໃນ​ຊີວິດ ແລະ ໃນ​ການ​ຮັບ​ໃຊ້​ຂອງ​ຖານະ​ປະໂລຫິດ​ຂອງ​ເຮົາ. ບາງ​ຄັ້ງ​ບາງ​ຄາວ​ເຮົາ​ສະດຸດ ແລະ ບໍ່​ສຳເລັດ​ຜົນ.

ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ແນະນຳ​ໃຫ້​ເຮົາ “ດຳເນີນ​ຕໍ່​ໄປ​ໃນ​ຄວາມ​ອົດທົນ​ຈົນ​ກວ່າ [ເຮົາ] ຈະ​ດີ​ພ້ອມ,”6 ພຣະ​ອົງ​ກໍ​ໃຫ້​ຄວາມ​ເຂົ້າໃຈ​ວ່າ​ສິ່ງ​ນີ້​ໃຊ້​ເວລາ ແລະ ຄວາມ​ພາກ​ພຽນ. ເມື່ອ​ເຮົາ​ເຂົ້າໃຈ​ຄຳ​ວ່າ ​ເປັນ​ຫຍັງ ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ​ເປັນ​ຫຍັງ ຂອງ​ຖານະ​ປະໂລຫິດ ມັນ​ຈະ​ຊ່ອຍ​ໃຫ້​ເຮົາ​ເຫັນ​ຈຸດປະສົງ​ອັນ​ສູງ​ສົ່ງ​ຂອງ​ທຸກ​ສິ່ງ​ເຫລົ່າ​ນີ້. ມັນ​ຈະ​ໃຫ້​ເຮົາ​ມີ​ຄວາມ​ຕັ້ງໃຈ ແລະ ມີ​ພະລັງ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ, ແມ່ນ​ແຕ່​ເມື່ອ​ມັນ​ຈະ​ຍາກ​ກໍ​ຕາມ. ເມື່ອ​ເຮົາ​ຕັ້ງໃຈ​ໃສ່​ຫລັກ​ທຳ​ພື້ນຖານ​ຂອງ​ການ​ດຳລົງ​ຊີວິດ​ຕາມ​ພຣະ​ກິດ​ຕິ​ຄຸນ ມັນ​ຈະ​ເປັນ​ພອນ​ໃຫ້​ແກ່​ເຮົາ​ດ້ວຍ​ຄວາມ​ແຈ່ມ​ແຈ້ງ, ດ້ວຍ​ປັນຍາ ແລະ ດ້ວຍ​ການ​ຊີ້​ນຳ.

“ເຮົາ​ຈະ​ບໍ່​ກ້າວ​ຕໍ່​ໄປ​ໃນ​ອຸດົມ​ການ​ຍິ່ງ​ໃຫຍ່​ນີ້​ບໍ?”7 ອ້າຍ​ນ້ອງ​ທັງຫລາຍ, ແນ່ນອນ​ວ່າ​ເຮົາ​ຈະ​ກ້າວ​ຕໍ່​ໄປ!

ໂດຍ​ຖືກ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ​ບໍລິສຸດ, ເຮົາ​ຈະ​ຮຽນ​ຮູ້​ຈາກ​ຄວາມ​ຜິດພາດ​ຂອງ​ເຮົາ. ຖ້າ​ເຮົາ​ສະດຸດ​ລົ້ມ, ເຮົາ​ຈະ​ລຸກຂຶ້ນ. ຖ້າ​ເຮົາ​ລັງ​ເລ, ເຮົາ​ຈະ​ກ້າວ​ຕໍ່​ໄປ. ເຮົາ​ຈະ​ບໍ່​ຫວັ່ນໄຫວ; ເຮົາ​ຈະ​ບໍ່​ທໍ້ຖອຍ.

ໃນ​ຖານະ​ອ້າຍ​ນ້ອງ​ທີ່​ມີ​ພະລັງ​ແຫ່ງ​ຖານະ​ປະໂລຫິດ​ອັນ​ເປັນນິດ​ຂອງ​ພຣະ​ເຈົ້າ, ເຮົາ​ຈະ​ຢືນ​ຢູ່​ດ້ວຍ​ກັນ, ບ່າ​ໄຫລ່​ຄຽງ​ຂ້າງ​ກັນ, ເອົາໃຈໃສ່​ຫລັກ​ທຳ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ຂອງ​ພຣະເຢ​ຊູ​ຄຣິດ ແລະ ຮັບ​ໃຊ້​ພຣະ​ເຈົ້າ ແລະ ເພື່ອນ​ມະນຸດ​ຂອງ​ເຮົາ​ດ້້ວຍ​ການ​ອຸທິດ​ຕົນ ແລະ ດ້ວຍ​ຄວາມ​ຮັກ.

ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່!

ອ້າຍ​ນ້ອງ​ທີ່​ຮັກແພງ, ຂ້າພະເຈົ້າ​ເປັນ​ພະຍານ​ຕໍ່​ທ່ານ​ໃນ​ມື້ນີ້​ວ່າ ພຣະ​ເຈົ້າ​ພຣະ​ບິດາ ແລະ ພຣະ​ບຸດ​ຂອງ ພຣະ​ອົງ, ພຣະເຢ​ຊູ​ຄຣິດ, ພຣະ​ຊົນ​ຢູ່. ພວກ​ພຣະ​ອົງ​ເປັນ​ຈິງ! ພວກ​ພຣະ​ອົງ​ຊົງ​ເປັນ​ຢູ່!

ທ່ານ​ບໍ່​ໄດ້​ຢູ່​ຄົນ​ດຽວ. ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ທ່ານ​ຫ່ວງ​ໃຍ​ທ່ານ ແລະ ປະສົງ​ຈະ​ໃຫ້​ພອນ​ທ່ານ ແລະ ຄ້ຳ​ຊູ​ທ່ານ​ໃນ​ຄວາມ​ຊອບ​ທຳ.

ໃຫ້​ແນ່​ໃຈ​ວ່າ​ພຣະ​ເຈົ້າ​ກ່າວ​ກັບ​ມະນຸດ​ໃນ​ວັນ​ເວລາ​ຂອງ​ເຮົາ. ພຣະ​ອົງ​ຈະ​ກ່າວ​ກັບ​ທ່ານ!

ສາດສະດາ​ໂຈ​ເຊ​ັບ ສະ​ມິດ ໄດ້​ເຫັນ​ສິ່ງ​ທີ່​ເພິ່ນ​ໄດ້​ກ່າວ​ວ່າ​ເພິ່ນ​ເຫັນ. ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ຮັບ​ການ​ຟື້ນ​ຟູ​ຄືນ​ມາ​ໃໝ່​ຢູ່​ເທິງ​ໂລກໂດຍ​ອຳນາດ ແລະ ສິດ​ອຳນາດ​ຂອງ​ພຣະ ເຈົ້າ​ຜູ້​ລິດ​ທະນຸ​ພາບ.

ຂ້າພະເຈົ້າ​ອະທິຖານ​ວ່າ ໃນ​ຖານະ​ຜູ້​ດຳລົງ​ຖານະ​ປະໂລຫິດ, ເຮົາ​ຈະ​ປະຕິບັດ​ທຸກ​ສິ່ງ​ໃຫ້​ສອດຄ່ອງ​ກັບຄຳ​ວ່າ ​ເປັນ​ຫຍັງ ຂອງ​ການ​ຮັບ​ໃຊ້​ຂອງ​ຖານະ​ປະໂລຫິດ ແລະ ນຳ​ໃຊ້​ຫລັກ​ທຳ​ຂອງ​ພຣະ​ກິດ​ຕິ​ຄຸນ ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ເພື່ອ​ປ່ຽນແປງ​ຊີວິດ​ຂອງ​ເຮົາ ແລະ ຊີວິດ​ຂອງ​ຜູ້​ຄົນ​ທີ່​ເຮົາ​ຮັບ​ໃຊ້.

ເມື່ອເຮົາ​ເຮັດ​ດັ່ງນີ້, ອຳນາດ​ແຫ່ງ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ນັ້ນ ຈະ​ຊຳລະ​ລ້າງ, ເຮັດ​ໃຫ້​ສະອາດ, ແລະ ເຮັດ​ໃຫ້​ວິນ​ຍານ ແລະ ອຸປະ​ນິໄສ​ຂອງ​ເຮົາ​ບໍລິສຸດ​ຈົນ​ກວ່າ​ເຮົາ​ຈະ​ກາຍເປັນ​ຜູ້​ຄົນ​ທີ່​ເຮົາ​ຕ້ອງ​ເປັນ. ເຖິງ​ສິ່ງ​ນີ້​ຂ້າພະເຈົ້າ​ຂໍ​ເປັນ​ພະຍານ​ໃນ​ພຣະ​ນາມ​ອັນ​ສັກສິດ​ຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.