​2010–2019
ມັນ​ກຸ້ມ​ຄ່າ​ບໍ?
ເມສາ 2012


ມັນ​ກຸ້ມ​ຄ່າ​ບໍ?

ການ​ແບ່ງປັນ​ພຣະກິດ​ຕິ​ຄຸນ​ແບບ​ທຳ​ມະ​ຊາດ ​ແລະ ​ປົກກະຕິ​ກັບ​ຄົນ​ທີ່​ເຮົາ​ເປັນ​ຫ່ວງ​ເປັນ​ໄຍ ​ແລະ ຮັກຈະ​ເປັນ​ວຽກ​ງານ ​ແລະ ຄວາມສຸກ​ໃນ​ຊີວິດ​ຂອງ​ເຮົາ. ຂ້າພະ​ເຈົ້າ​ຂໍ​ເລົ່າ​ປະສົບ​ການ​ສອງ​ຢ່າງ​ໃຫ້​ທ່ານ​ຟັງ.

ລະຫວ່າງ​ກອງປະຊຸມນີ້ ​ແລະ ກອງ​ປະຊຸມ​ອື່ນໆ​ໃນ​ບໍ່​ດົນ​ມາ​ນີ້,1 ຫລາຍ​ຄົນ​ພວກ​ເຮົາກໍ​ຢາກ​ຮູ້​ວ່າ ​ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ອຍ​ສ້າງສາສາດສະໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ​ແລະ ຈະ​ໄດ້​ເຫັນ​ຄວາມ​ເຕີບ​ໂຕ​ອັນ​ແທ້ຈິງ​ຢູ່​ໃນ​ບ່ອນ​ທີ່​ເຮົາ​ອາ​ໄສ​ຢູ່?

​ໃນວຽກ​ງານ​ນີ້ ​ແລະ ​ເລື່ອງ​ອື່ນໆທີ່​ສຳຄັນຂອງ​ເຮົາ, ວຽກ​ງານ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ຈະ​ຢູ່​ໃນ​ບ້ານ​ເຮືອນ​​ ແລະ ​ໃນ​ຄອບຄົວຂອງ​ເຮົາ​ເອງສະ​ເໝີ.2 ເປັນ​ເພາະຄອບຄົວ​ນັ້ນ​ເອງ​ທີ່​ສາດສະໜາ​ຈັກ​ໄດ້​ຖືກຈັດ​ຕັ້ງ​ຂຶ້ນ ​ແລະ ​ຄວາມ​ເຕີບ​ໂຕ​ອັນ​ແທ້​ຈິງ​ໄດ້​ເກີດ​ຂຶ້ນ.3 ເຮົາ​ຕ້ອງ​ສອນ​ຫລັກ​ທຳ ​ແລະ ຄຳ​ສອນ​ຂອງ​ພຣະກິດ​ຕິ​ຄຸນ​ໃຫ້​ແກ່​ລູກໆ​ຂອງ​ເຮົາ. ​ເຮົາຕ້ອງ​ຊ່ອຍ​ເຫລືອ​ເຂົາ​ໃຫ້​ມີ​ສັດທາ​ໃນ​ພຣະ​ເຢຊູ​ຄຣິດ ​ແລະ ຕຽມ​ຮັບ​ບັບຕິ​ສະມາ​ເມື່ອ​ເຂົາ​ມີ​ອາຍຸ​ໄດ້​ແປດ​ປີ.4 ​ເຮົາ​ຕ້ອງ​ຊື່ສັດ​ຕໍ່​ຕົນ​ເອງ ​ເພື່ອ​ວ່າ​ເຂົາ​ຈະ​ໄດ້​ເຫັນ​ຈາກ​ຕົວຢ່າງ​ຂອງ​ເຮົາ​ເຖິງ​ຄວາມຮັກ​ທີ່​ເຮົາ​ມີ​ຕໍ່​ພຣະຜູ້​ເປັນ​ເຈົ້າ ​ແລະ ຕໍ່​ສາດສະໜາ​ຈັກ​ຂອງ​ພຣະອົງ. ສິ່ງ​ນີ້​ຈະ​ຊ່ອຍ​ລູກໆ​ຂອງ​ເຮົາ​ໃຫ້​ຊື່ນ​ຊົມ​ກັບ​ການ​ຮັກສາ​ພຣະບັນຍັດ, ມີ​ຄວາມສຸກ​ໃນ​ຄອບຄົວ, ​ແລະ ມີ​ຄວາມ​ກະຕັນຍູ​ໃນ​ການຮັບ​ໃຊ້​ຄົນ​ອື່ນ. ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ, ​ເຮົາ​ຕ້ອງ​ເຮັດ​ຕາມ​ແບບ​ແຜນ​ທີ່​ນີ​ໄຟ​ໄດ້​ມອບ​ໃຫ້ ​ເມື່ອ​ເພິ່ນ​ກ່າວ​ວ່າ:

ເຂົາ​ເຈົ້າ​ເຮັດ​ວຽກ​ງານ​ຢ່າງ​ພາກ​ພຽນ​ທີ່​ຈະ … ​ຊັກ​ຊວນ​ລູກ​ຫລານ​ຂອງ​ເຂົາ​ເຈົ້າ … ໃຫ້​ເຊື່ອ​ໃນ​ພຣະ​ຄຣິດ ແລະ ໃຫ້​ທຳ​ຕົນ​ປອງ​ດອງ​ກັບ​ພຣະ​ເຈົ້າ. …

“… ເຂົາ​ເຈົ້າເວົ້າ​ເຖິງ​ພຣະ​ຄຣິດ, ເຂົາ​ເຈົ້າ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ, ເຂົາ​ເຈົ້າ​ສັ່ງສອນ​ເລື່ອງ​ພຣະ​ຄຣິດ, ເຂົາ​ເຈົ້າ​ທຳນາຍ​ເຖິງ​ພຣະ​ຄຣິດ, ແລະ ເຂົາ​ເຈົ້າ​ບັນທຶກ​ຕາມ​ຄຳ​ທຳນາຍ​ຂອງ​ເຂົາ​ເຈົ້າ ເພື່ອ​ລູກ​ຫລານ​ຂອງ​ເຂົາ​ເຈົ້າຈະ​ໄດ້​ຮູ້​ວ່າ ພວກ​ເຂົາ​ຈະ​ຫລຽວ​ຫາ​ແຫລ່ງ​ໃດ​ເພື່ອ​ການ​ປົດ​ບາບ​ຂອງ​ພວກ​ເຂົາ.”5

​ເຮົາ​ອອກ​ແຮງ​ຢ່າງ​ພາກ​ພຽນ​ເພື່ອ​ນຳ​ພອນ​ເຫລົ່າ​ນີ້​ມາ​ໃຫ້​ລູກໆ​ຂອງ​ເຮົາ​ໂດຍ​ການ​ໄປ​ໂບດກັບ​ເຂົາ, ຈັດການ​ສັງ​ສັນ​ໃນ​ຄອບຄົວ, ​ແລະ ອ່ານ​ພຣະຄຳ​ພີ​ນຳ​ກັນ. ​ເຮົາ​ອະທິຖານທຸກ​ວັນ​ກັບ​ເຂົາ, ຮັບ​ເອົາ​ການ​ເອີ້ນ, ​ໄປ​ຢ້ຽມຢາມ​ຄົນ​ເຈັບ​ປ່ວຍ ​ແລະ ຄົນ​ທີ່​ເປົ່າ​ປ່ຽວ​ດຽວ​ດາຍ, ​ແລະ​ ເຮັດ​ສິ່ງ​ອື່ນໆ​ທີ່​ຊ່ອຍ​ໃຫ້​ລູກໆ​ຮູ້​ວ່າ​ເຮົາ​ຮັກ​ເຂົາ ​ແລະວ່າ​ເຮົາ​ຮັກ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ, ຮັກ​ພຣະບຸດ​ຂອງ​ພຣະອົງ, ​ແລະ ຮັກສາ​ດສະໜາ​ຈັກ​ຂອງ​ພວກ​ພຣະອົງ.

​ເຮົາ​ກ່າວ ​ແລະ ​ທຳນາຍ​ເຖິງ​ພຣະຄຣິດ ​ເມື່ອ​​ເຮົາ​ສອນ​ບົດຮຽນຢູ່​ໃນ​ການ​ສັງ​ສັນ​ໃນ​ຄອບຄົວ ຫລື ນັ່ງ​ຢູ່​ກັບ​ລູກ ​ແລະ ບອກ​ເຂົາ​ວ່າ​ເຮົາ​ຮັກ​ເຂົາ ​ແລະ ກ່າວ​ປະຈັກ​ພະຍານ​ຂອງ​ເຮົາ​ເຖິງພຣະກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່.

​ເຮົາ​ສາມາດ​ຂຽນ​ກ່ຽວ​ກັບ​ພຣະຄຣິດ​ໂດຍ​ການ​ຂຽນ​ຈົດໝາຍ​ຫາ​ຄົນ​ທີ່​ຢູ່​ຫ່າງ​ໄກ​. ຜູ້ຮັບ​ໃຊ້​ເຜີຍ​ແຜ່, ລູກ​ຊາຍ ຫລື ລູກ​ສາວ​ທີ່​ໄປ​ຮັບ​ໃຊ້​ປະ​ເທດ​ຊາດ, ​ແລະ ຄົນ​ທີ່​ເຮົາ​ຮັກ ​ຈະ​ໄດ້​ຮັບ​ພອນ​ເມື່ອ​ເຮົາ​ຂຽນ​ຈົດໝາຍ​ເຖິງ​ເຂົາ​ເຈົ້າ. ຈົດໝາຍ​ຈາກ​ບ້ານບໍ່​ໄດ້​ເປັນ​ພຽງ​ສອງ​ສາມ​ແຖວ​ເທົ່າ​ນັ້ນ. ຈົດໝາຍ​ແທ້ໆ​ຈະ​ເປັນ​ສິ່ງ​ທີ່​ແຕະຕ້ອງ​ໄດ້, ຄິດ​ກ່ຽວ​ກັບ, ​ແລະ ທະນຸ​ຖະໜອມ.

​ເຮົາ​ຊ່ອຍ​ເຫລືອ​ລູກໆ​ຂອງ​ເຮົາ​ເພິ່ງ​ພາ​ອາ​ໄສ​ຕໍ່​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ຮູ້​ຈັກ​ເຖິງການ​ໃຫ້​ອະ​ໄພຂອງ​ພຣະບິດາ​ທີ່​ຊົງ​ຮັກ ​ໂດຍ​ການສະ​ແດງຄວາມ​ຮັກ ​ແລະ ການ​ໃຫ້​ອະ​ໄພ​ໃນ​ການ​ເປັນ​ພໍ່​ແມ່​ຂອງ​ເຮົາ. ຄວາມ​ຮັກ​ ​ແລະ ການ​ໃຫ້​ອະ​ໄພ​ຂອງ​ເຮົາ​ບໍ່​ພຽງ​ແຕ່​ຈະ​ດຶງ​ດູດ​ລູກໆ​ຂອງ​ເຮົາ​ໃຫ້​ເຂົ້າ​ໃກ້​ເຮົາ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ ​ແຕ່​ຈະ​ສ້າງ​ສັດທາ​ໃນ​ການ​ທີ່​ຈະ​ຮູ້ວ່າ​ພຣະບິດາ​ເທິງ​ສະຫວັນ​ຮັກ​ເຂົາ​ນຳ​ອີກ ​ແລະວ່າ​ພຣະອົງ​ຈະອະ​ໄພ​ໃຫ້ແກ່​ເຂົາ ​ເມື່ອ​ເຂົາ​ກັບ​ໃຈ ​ແລະ ພະຍາຍາມ​ເປັນ​ຄົນ​ດີຫລາຍ​ຂຶ້ນ. ​ເຂົາ​ໄວ້​ວາງ​ໃຈ​ໃນຄວາມ​ຈິງ​ນີ້ ​ເພາະ​ເຂົາ​ໄດ້​ມີ​ປະສົບ​ການ​ອັນ​ດຽວ​ກັນ​ນັ້ນ​ຈາກ​ພໍ່​ແມ່​ຢູ່​ໃນ​ໂລກ​ຂອງ​ເຂົາ.

ນອກ​ເໜືອ​ໄປ​ຈາກວຽກ​ງານ​ທີ່​ເຮົາ​ຈະ​ເຮັດ​ຢູ່​ໃນ​ຄອບຄົວ​ຂອງ​ເຮົາ​ເອງ, ນີ​ໄຟ​ໄດ້​ສອນ​ວ່າ ​ເຂົາ​ເຈົ້າ​ເຮັດ​ວຽກ​ງານ​ຢ່າງ​ພາກ​ພຽນ​ທີ່​ຈະ … ​ຊັກ​ຊວນ​ລູກ​ຫລານ​ຂອງ​ເຂົາ​ເຈົ້າ … ໃຫ້​ເຊື່ອ​ໃນ​ພຣະ​ຄຣິດ ແລະ ໃຫ້​ທຳ​ຕົນ​ປອງ​ດອງ​ກັບ​ພຣະ​ເຈົ້າ. …6 ໃນ​ຖານະ​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ​ເຮົາ​ແຕ່ລະຄົນ​ມີ​ພອນ ​ແລະ ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ແບ່ງປັນ​ພຣະກິດ​ຕິ​ຄຸນ. ບາງ​ຄົນ​ທີ່​ຕ້ອງການ​ພຣະກິດ​ຕິ​ຄຸນ​ໃນ​ຊີວິດ​ຂອງ​ເຂົາ ບໍ່​ໄດ້​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ເທື່ອ. ບາງ​ຄົນ​​ເຄີຍ​ຢູ່​ໃນ​ບັນດາ​ພວກ​ເຮົາ ​ແຕ່​ຕອນ​ນີ້​ຢາກ​ຮູ້ສຶກ​ຄວາມສຸກ​ນັ້ນ​ຄືນ​ອີກດັ່ງ​ຕອນທີ່​ເຂົາ​ໄດ້​ຮັບ​ເອົາ​ພຣະກິດ​ຕິ​ຄຸນ​ໃນ​ເມື່ອ​ກ່ອນ.​ ພຣະຜູ້​ເປັນ​ເຈົ້າ​ຮັກ​ທັງ​ຜູ້​ບໍ່​ເຄີຍ​ຮູ້ຈັກ​ພຣະກິດ​ຕິ​ຄຸນ ​ແລະ ຮັກ​ຜູ້​ທີ່​ກັບ​ຄືນ​ມາ​ຫາ​ພຣະອົງ​ອີກ.7 ຕໍ່​ພຣະອົງ ​ແລະ ພວກ​ເຮົາ, ມັນ​ບໍ່​ສຳຄັນ. ມັນ​ເປັນ​ວຽກ​ງານ​ອັນ​ດຽວ​ກັນ. ມັນ​ເປັນ​ວຽກ​ງານ​ຂອງ​ຈິດ​ວິນ​ຍານ, ບໍ່​ວ່າ​ສະພາບ​ການ​ຂອງ​ເຂົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ມັນ​ຈະ​ເປັນ​ສິ່ງ​ຍິ່ງ​ໃຫຍ່​ຕໍ່​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ, ຕໍ່ພຣະບຸດ​ຂອງ​ພຣະອົງ, ​ແລະ ຕໍ່​ເຮົາ.8 ວຽກ​ງານ​ຂອງ​ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະບຸດ​ຂອງ​ພຣະອົງຄື ການ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະມະຕະ ​ແລະ ຊີວິດ​ນິລັນດອນ”9 ແກ່​ລູກໆ​ທັງ​ປວງ​ຂອງ​ພຣະອົງ ບໍ່​ວ່າ​ສະພາບ​ການ​ໃນ​ຕອນ​ນີ້​ຂອງ​ເຂົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ. ພອນ​ຂອງ​ເຮົາ​ຄື​ທີ່​ຈະ​ຊ່ອຍ​ເຫລືອ​ໃນ​ວຽກ​ງານ​ນີ້.

ປະທານ​ທອມ​ມັສ ແອັສ ມອນ​ສັນ ​ໄດ້​ອະທິບາຍ​ເຖິງ​ວິທີ​ທີ່​ເຮົາ​ສາມາດ​ຊ່ອຍ​ເຫລືອ​ໄດ້ ​ເມື່ອ​ເພິ່ນ​ກ່າວ​ວ່າ: “ປະສົບ​ການ​ຂອງ​ເຮົາ​ນຳ​ການ​ເຜີຍ​ແຜ່​ຕ້ອງ​ເປັນ​ໃນ​ເວລາ​ນີ້. ການ​ທີ່​ເຮົາ​ຈະ​ນັ່ງ​ຄິດ​ເຖິງ​ປະສົບ​ການ​ເຜີຍ​ແຜ່​ຂອງ​ເຮົາ​ໃນ​ອາ​ດີດ​ນັ້ນ​ແມ່ນບໍ່​ພຽງພໍ. ​ກ່ອນ​ຈະ​ຮູ້ສຶກ​ເຖິງ​ຄວາມ​ເພິ່ງ​ພໍ​ໃຈ​ໄດ້​ນັ້ນ, ​ເຮົາ​ຕ້ອງ​ແບ່ງປັນ​ພຣະກິດ​ຕິ​ຄຸນ​ແບບ​ທຳ​ມະ​ຊາດ ​ແລະ ​ປົກກະຕິໄປ​ເລື້ອຍໆ.”10

ການ​ແບ່ງປັນ​ພຣະກິດ​ຕິ​ຄຸນ​ແບບ​ທຳ​ມະ​ຊາດ ​ແລະ ​ປົກກະຕິ​ກັບ​ຄົນ​ທີ່​ເຮົາ​ເປັນ​ຫ່ວງ​ເປັນ​ໄຍ ​ແລະ ຮັກຈະ​ເປັນ​ວຽກ​ງານ ​ແລະ ຄວາມສຸກ​ໃນ​ຊີວິດ​ຂອງ​ເຮົາ. ຂ້າພະ​ເຈົ້າ​ຂໍ​ເລົ່າ​ປະສົບ​ການ​ສອງ​ຢ່າງ​ໃຫ້​ທ່ານ​ຟັງ.

ທ້າວ​ເດບ ອໍ​ເຈີດ ​ໄດ້​ເຕີບ​ໂຕ​ຂຶ້ນ​ຢູ່​ເມືອງ​ເຊົາ​ເລັກ, ບ່ອນ​ທີ່​ໝູ່​ເພື່ອນ​ສ່ວນ​ຫລາຍ​ຂອງ​ລາວ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ. ​ເຂົາ​ເຈົ້າ​ໄດ້​ເປັນຕົວຢ່າງ​ທີ່​ດີ​ແກ່​ລາວ. ນອກ​ເໜືອ​ຈາກ​ນັ້ນ, ຜູ້ນຳ​ຂອງ​ສາດສະໜາ​ຈັກ​ທີ່​ເປັນ​ເພື່ອນ​ບ້ານ​ຂອງ​ລາວ ກໍ​ໄດ້​ຊວນ​ລາວ​ໃຫ້​ໄປ​ຮ່ວມ​ກິດຈະກຳ​ໂບດ​ເລື້ອຍໆ. ໝູ່​ເພື່ອນ​ຂອງ​ລາວ​ກໍ​ເຮັດ​ຄື​ກັນ. ​ເຖິງ​ແມ່ນ​ວ່າ ລາວ​ບໍ່​ໄດ້​ເຂົ້າ​ຮ່ວມ​ສາດສະໜາ​ຈັກ​ໃນ​ເວລາ​ນັ້ນ, ​ແຕ່​ເມື່ອ​ລາວ​ໄດ້​ເຕີບ​ໃຫຍ່​ຂຶ້ນ ລາວ​ໄດ້​ຮັບ​ພອນ​ໂດຍ​ຕົວຢ່າງ​ຂອງໝູ່​ເພື່ອນ​ທີ່​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ແລະ ກິດຈະກຳ​ຂອງສາດສະໜາ​ຈັກ. ​ຕອນ​ລາວ​ເຂົ້າ​ໂຮງຮຽນ​ວິທະຍາ​ໄລ, ລາວ​ໄດ້ຍ້າຍ​ບ່ອນຢູ່,​ ແລະ ​ໝູ່​ເພື່ອນ​ສ່ວນ​ຫລາຍ​ຂອງ​ລາວ​ໄດ້​ໄປ​ເຜີຍ​ແຜ່. ລາວ​ຂາດ​ຕົວຢ່າງ​ທີ່​ດີ​ຂອງ​ເຂົາ​ເຈົ້າ​ໃນ​ຊີວິດ​ຂອງ​ລາວ.

​ເພື່ອນ​ຄົນ​ໜຶ່ງ​ຂອງ​ທ້າວ​ເດ​ບບໍ່​ໄດ້​ໄປ​ເຜີຍ​ແຜ່. ​ເພື່ອນ​ຄົນ​ນີ້ໄດ້​ໄປ​ຫາ ອະທິການ​ທຸກ​ອາທິດ​ເພື່ອ​ດັດ​ແປງ​ຊີວິດ​ຂອງ​ລາວ ​ເພື່ອ​ຈະ​ສາມາດ​ໄປ​ຮັບ​ໃຊ້​ເຜີ​ຍ​ແຜ່. ​ແລ້ວລາວກັບ​ທ້າວ​ເດ​ບ​ໄດ້​ອາ​ໄສຢູ່​ຫໍ​ພັກ​ດຽວ​ກັນ​, ຊຶ່ງ​ໂດຍ​ແບບ​ທຳ​ມະ​ຊາດ ​ແລະ ປົກກະຕິ, ​ເຂົາ​ເຈົ້າ​ຈະ​ເວົ້າ​ລົມ​ກັນ​ກ່ຽວກັບ​ວ່າ ​ເປັນ​ຫຍັງ​ລາວ​ຈຶ່ງ​ບໍ່​ສາມາດ​ໄປ​ຮັບ​ໃຊ້ ​ແລະ ​ເປັນ​ຫຍັງ​ລາວ​ຈຶ່ງຕ້ອ​ງ​ໄດ້​ໄປພົບ​ກັບ​ອະທິການ​ເລື້ອຍໆ. ​ເພື່ອນ​ຂອງ​ລາວ​ໄດ້​ສະ​ແດງ​ຄວາມ​ກະຕັນຍູ ​ແລະ ຄວາມ​ນັບຖື​ຕໍ່​ອະທິການ​ຂອງ​ລາວ ​ແລະ ຕໍ່​ໂອກາດ​ທີ່​ຈະ​ກັບ​ໃຈ ​ແລະ ຮັບ​ໃຊ້. ​ແລ້ວ​ລາວ​ໄດ້​ຖາມ​ທ້າວ​ເດ​ບ ຖ້າ​ຫາກ​ວ່າ​ລາວ​ຢາກ​ໄປ​ຫາ​ອະທິການ​ກັບ​ລາວ​ເທື່ອ​ຕໍ່​ໄປ​ຫລື​ບໍ່. ມັນ​ເປັນ​ການ​ເຊື້ອ​ເຊີນທີ່​ດີ​ນໍ! ​ເພາະ​ການ​ເປັນ​ເພື່ອນ ​ແລະ ຕາມສະພາບ​ການ​ຂອງ​ເຂົາ​ເຈົ້າ, ການ​ເຊື້ອ​ເຊີ​ນນັ້ນຈຶ່ງ​ເປັນ​ແບບທຳ​ມະ​ຊາດ ​ແລະ ປົກກະຕິ.

ທ້າວ​ເດບ​ກໍ​ໄດ້​ຕົກລົງ​ໄປ ​ແລະ ບໍ່​ດົນ​ກໍ​ໄດ້​​ໄປ​ພົບ​ກັບ​ອະທິການ. ສິ່ງ​ດັ່ງກ່າວ​ໄດ້​ເຮັດ​ໃຊ້​ທ້າວ​ເດບ​ຕັດສິນ​ໃຈ​ພົບ​ກັບ​ຜູ້​ສອນ​ສາດສະໜາ. ລາວ​ໄດ້​ຮັບ​ປະຈັກ​ພະຍານ​ວ່າ ພຣະກິດ​ຕິ​ຄຸນ​ເປັນ​ສິ່ງ​ແທ້​ຈິງ, ​ແລ້ວບໍ່​ດົນ​ກໍ​ໄດ້​ນັດ​ໝາຍ​ທີ່​ຈະ​ຮັບ​ບັບຕິ​ສະມາ. ທ້າວ​ເດ​ບ​ໄດ້​ຮັບ​ບັບຕິ​ສະມາ​ໂດຍ​ອະທິການ, ​ແລະ ປີ​ໜຶ່ງ​ຈາກ​ນັ້ນ ທ້າວ​ເດບ ອໍ​ເຈີດ ​ແລະ ນາງ​ແຄຕະລິນ ອີ​ແວນ​ສ໌ ​ໄດ້​ແຕ່ງງານ​ກັນ​ຢູ່​ໃນ​ພຣະວິຫານ. ​ເຂົາ​ເຈົ້າ​ມີ​ລູກ​ທີ່​ໜ້າ​ຮັກ​ຫ້າ​ຄົນ. ນາງ​ແຄຕະລິນ​ເປັນ​ນ້ອງ​ສາວ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ມີ​ຄວາມ​ກະຕັນຍູ​ຫລາຍ​ສຳລັບ​ເພື່ອນ​ທີ່​ດີ​ຂອງ​ລາວ,​ ພ້ອມ​ດ້ວຍ​ອະທິການ​ທີ່​ດີ, ​ໄດ້​ພາ​ທ້າວ​ເດບ​ມາ​ເຂົ້າ​ຮ່ວມ​ສາດສະໜາ​ຈັກ.

​ເມື່ອ​ທ້າວ​ເດບ​ໄດ້​ກ່າວ​ເຖິງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ລາວ ​ແລະ ກ່າວ​ປະຈັກ​ພະຍານ​ເຖິງ​ເລື່ອງ​ນີ້, ລາວ​ໄດ້​ຖາມ​ວ່າ, “ມັນ​ກຸ້ມ​ຄ່າ​ບໍ? ຄວາມ​ພະຍາຍາມ​ທັງ​ໝົດ​ຂອງ​ໝູ່​ເພື່ອນ​ຂອງ​ຂ້າພະ​ເຈົ້າ, ທັງ​ຜູ້ນຳ​ກຸ່ມ​ຊາວໜຸ່ມ ​ແລະ ອະທິການ​ຂອງ​ຂ້າພະ​ເຈົ້າຕະຫລອດ​ຫລາຍ​ປີ, ກຸ້ມ​ຄ່າ​ບໍ​ເພື່ອ​ໃຫ້​ຂ້າພະ​ເຈົ້າໄດ້​ຮັບ​ບັບຕິ​ສະມາ?” ​ເມື່ອ​ຊີ້​ໄປ​ຫາ​ນາງ​ແຄ​ຕະລິນ ​ແລະ ລູກ​ຫ້າ​ຄົນ, ລາວ​ເວົ້າ​ວ່າ, “ຢ່າງ​ໜ້ອຍສຳລັບ​ພັນ​ລະ​ຍາ ​ແລະ ລູກ​ຫ້າ​ຄົນ​ຂອງ​ຂ້າພະ​ເຈົ້າ, ມັນ​ກຸ້ມ​ຄ່າ.”

​ເມື່ອ​ໃດ​ກໍ​ຕາມ​ທີ່​ມີ​ການ​ແບ່ງປັນ​ພຣະກິດ​ຕິ​ຄຸນ, ມັນ​ບໍ່​ແມ່ນ​ເພື່ອ “ຄົນ​ດຽວ.” ​ເມື່ອ​ໃດ​ກໍ​ຕາມ​ທີ່​ມີ​ການ​ສົນທະນາ​ກັນ ຫລື ​ເມື່ອ​ບາງ​ຄົນ​ກັບ​ມາ​ຫາ​ພຣະຜູ້​ເປັນ​ເຈົ້າ, ​ແມ່ນ​ຄອບຄົວ​ທີ່​ຖືກຊ່ອຍ​ໃຫ້​ລອດ. ​ເມື່ອ​ລູກໆ​ຂອງ​ທ້າວ​ເດ​ບກັບນາງ​ແຄ​ຕະລິນ​ໄດ້​ເຕີບ​ໂຕ​ຂຶ້ນ ພວກ​ເຂົາ​ກໍ​ໄດ້​ຮັບ​ເອົາ​ພຣະກິດ​ຕິ​ຄຸນ​ຄື​ກັນ. ລູກ​ສາວ​ຄົນ​ໜຶ່ງກັບ​ລູກ​ຊາຍ​ສອງ​ຄົນ​ໄດ້​ໄປຮັບ​ໃຊ້​ເຜີຍ​ແຜ່ ​ແລະ ອີກ​ຄົນ​ໜຶ່ງ​ຫາ​ກໍ​ໄດ້​ຖືກ​ເອີ້ນ​ໃຫ້​ໄປ​ຮັບ​ໃຊ້​ຢູ່ອາພາ​ຍ (Alpine-German-speaking mission) ​ເວົ້າ​ພາສາ​ເຢຍລະ​ມັນ. ລູກ​ຜູ້​ໃຫຍ່​ສອງ​ຄົນ​ໄດ້​ແຕ່ງງານ​ຢູ່​ໃນ​ພຣະວິຫານ, ​ແລະ ລູກ​ຜູ້​ນ້ອຍ​ຕອນ​ນີ້ ຮຽນ​ຢູ່​ອຸດົມ, ຊື່​ສັດ​ໃນ​ທຸກ​ທາງ. ມັນ​ກຸ້ມ​ຄ່າ​ບໍ? ​ໂອ້, ​ແມ່ນ​ແລ້ວ, ມັນ​ກຸ້ມ​ຄ່າ​ແທ້ໆ.

ຊິດ​ສະ​ເຕີ ​ໄອ​ລີນ ​ເຫວດ ກໍ​ໄດ້​ໄປ​ຮ່ວມ​ກອງ​ປະຊຸມ​ສະ​ເຕກນັ້ນ​ຄື​ກັນ​ຕອນ​ທ້າວ​ເດບ ອໍ​ເຈີດ ​ໄດ້​ເລົ່າ​ປະສົບ​ການ​ປ່ຽນ​ໃຈເຫລື້ອມ​ໃສ​ຂອງ​ລາວ. ຕະຫລອດ​ໄລຍະ​ໃນ​ກອງ​ປະຊຸມ​ນັ້ນ ນາງ​ບໍ່​ໄດ້​ຄິດ​ເຖິງ​ເລື່ອງ​ໃດ ນອກຈາກ​ຄອບຄົວ​ຂອງນາງ​ເທົ່າ​ນັ້ນ ​ໂດຍ​ສະ​ເພາະ​ນ້ອງ​ສາວ​ຂອງ​ນາງ​ຊື່ ມິ​ແຊວ, ຜູ້​ໄດ້​ອອກ​ໄປ​ຈາກ​ສາດສະໜາ​ຈັກ​ເປັນ​ເວລາ​ດົນ​ນານ​ແລ້ວ. ນາງ​ມິ​ແຊວ​ເປັນ​ແມ່ຮ້າງ ​ແລະ ພະຍາຍາມລ້ຽງ​ດູ​ລູກ​ສີ່​ຄົນ. ນາງ​ໄອ​ລີ​ນຮູ້ສຶກ​ວ່າ ນາງ​ຄວນ​ສົ່ງ​ປຶ້ມ​ຫົວ​ໜຶ່ງ​ຂອງ​ແອວ​ເດີ ​ເອັມ  ຣະ​ໂຊ ບາ​ເລີດ Our Search for Happiness, ພ້ອມ​ກັບ​ປະຈັກ​ພະຍານ​ຂອງ​ນາງ​ໄປ​ໃຫ້​ນາງ, ຊຶ່ງ​ນາງ​ໄດ້​ເຮັດ. ອາທິດ​ໜຶ່ງ​ຈາກ​ນັ້ນ ໝູ່​ຄົນ​ໜຶ່ງ​ຂອງ​ນາງ​ກໍ​ຮູ້ສຶກ​ວ່າ ຄວນ​ຕິດ​ຕໍ່​ຫາ​ນາງ​ມິ​ແຊວ​ຄື​ກັນ. ໝູ່​ຄົນ​ນັ້ນ​ກໍ​ໄດ້​ຂຽນ​ຈົດໝາຍ​ຫາ​ນາງ​ມິ​​ແຊວ ​ແລະ ​ແບ່ງປັນ​ປະຈັກ​ພະຍານ​ຂອງ​ນາງ​ ແລະ ສະ​ແດງ​ຄວາມ​ຮັກ​ທີ່​ນາງ​ມີຕໍ່​ນາງ​ມິ​ແຊວ. ຊ່າງ​ເປັນ​ເລື່ອງ​ປະຫລາດ​ໃຈ​ຫລາຍ​ນໍ​ກ່ຽວ​ກັບວິທີ​ທີ່​ພຣະວິນ​ຍານ​ທຳ​ງານ​ກັບ​ຜູ້​ຄົນ ​ເພື່ອ​ຊ່ອຍ​ບາງ​ຄົນ​ໃນ​ຍາມຂັດ​ສົນ?

​ເວລາ​ໄດ້​ຜ່ານ​ໄປ. ນາງ​ມິ​ແຊວ​ໄດ້​ໂທ​ຫາ​ນາງ​ໄອ​ລີນ ​ແລະ ຂອບ​ໃຈ​ນາງ​ສຳລັບ​ປຶ້ມ. ນາງ​ເວົ້າ​ວ່າ ນາງ​ເລີ່ມຮູ້ສຶກ​ເຖິງການ​ຂາດ​ພຣະວິນ​ຍານ​ຢູ່​ໃນ​ຊີວິດ​ຂອງ​ນາງ. ນາງ​ໄອ​ລີນ​ໄດ້​ບອກ​ນາງ​ວ່າ ນາງ​ຮູ້​ວ່າຄວາມ​ສະຫງົບ​ທີ່​ນາງສະ​ແຫວງ​ຫາ​ນັ້ນ ​ແມ່ນ​ຢູ່​ໃນ​ພຣະກິດ​ຕິ​ຄຸນ.​ ນາງ​ບອກ​ນາງວ່າ ນາງ​ຮັກ​ນາງ ​ແລະ ຢາກ​ໃຫ້​ນາງ​ມີ​ຄວາມສຸກ. ນາງ​ມິ​ແຊວ​ໄດ້​ເລີ່ມ​ຕົ້ນ​ປ່ຽນ​ແປງ​ຊີວິດ​ຂອງ​ນາງ. ບໍ່ດົນ​ນາງ​ໄດ້​ພົບ​ກັບ​ຊາຍ​ທີ່​ດີ ຜູ້​ເຂັ້ມ​ແຂງ​ຢູ່​ໃນ​ໂບດ. ​ເຂົາ​ເຈົ້າ​ໄດ້​ແຕ່ງງານ ​ແລະ ຜະ​ນຶກ​ເຂົ້າກັນ​ຢູ່​ພຣະວິຫານ​ອອກ​ເດິນ ຢູທາ. ບໍ່​ດົນ​ມາ​ນີ້, ລູກ​ຊາຍ​ຂອງ​ນາງ​ອາຍຸ 24 ປີ ​ໄດ້​ຮັບ​ບັບຕິ​ສະມາ.

ຕໍ່​ຄອບຄົວ​ຄົນ​ອື່ນໆ​ຂອງ​ນາງ​ມິ​ແຊວ, ​ແລະ ຄົນ​ອື່ນໆ​ທີ່ຍັງ​ບໍ່​ຮູ້​ວ່າ​ນີ້​ເປັນ​ສາດສະໜາ​ຈັກ​ທີ່​ແທ້​ຈິງ, ຂ້າ​ພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ພິຈາລະນາ​ດ້ວຍ​ການ​ອະທິຖານ​ວ່າ ນີ້​ເປັນ​ສາດສະໜາ​ຈັກ​ທີ່​ແທ້​ຈິງ​ຫລື​ບໍ່. ຈົ່ງ​ອະນຸຍາດ​ໃຫ້​ຄອບຄົວ ​ແລະ ໝູ່​ເພື່ອນ ​ແລະ ຜູ້​ສອນ​ສາດສະໜາຊ່ອຍ​ເຫລືອ​ທ່ານ. ​ເມື່ອ​ທ່ານ​ຮູ້​ວ່າ​ມັນ​ເປັນຄວາມ​ຈິງ, ​ແລະ ມັນ​ກໍ​ເປັນ​ເຊັ່ນ​ນັ້ນ​ແທ້, ຈົ່ງ​ມາ​ຮ່ວມ​ກັບ​ພວກ​ເຮົາ​ໂດຍ​ການ​ຮັບ​ເອົາ​ຂັ້ນຕອນ​ອັນ​ດຽວ​ກັນນັ້ນ​ໃນ​ຊີວິດ​ຂອງ​ທ່ານ.

ເຮົາ​ຍັງ​ບໍ່​ຮູ້ຕອນ​ຈົບ​ຂອງ​ເລື່ອງ​ນີ້​ເທື່ອ, ​ແຕ່​ພອນ​ໄດ້​ຖືກ​ມອບ​ໃຫ້​ແກ່​ຍິງ​ທີ່​ດີຄົນນີ້ກັບ​ຄອບຄົວ​ຂອງ​ນາງ​ເພາະຄົນ​ທີ່​ຮັກນາງໄດ້​ລົງມື​ທັນທີ​ທີ່​ໄດ້​ຮັບ​ການ​ກະ​ຕຸ້ນ ​ແລະ ​ໃນ​ແບບ​ທຳ​ມະ​ຊາດ ​ແລະ ປົກກະຕິ ​ເພື່ອ​ແບ່ງປັນ​ປະຈັກ​ພະຍານ ​ແລະ ​ເຊື້ອ​ເຊີນ​ໃຫ້​ກັບ​ຄືນ​ມາ.

ຂ້າພະ​ເຈົ້າ​ໄດ້​ຄິດ​ເລື້ອຍໆ​ກ່ຽວ​ກັບ​ປະສົບ​ການ​ສອງ​ຢ່າງ​ນີ້. ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຜູ້​ໄດ້​ພະຍາຍາມ​ປ່ຽນ​ແປງ​ຊີວິດ ​ໄດ້​ຊ່ອຍ​ເຫລືອ​ຊາຍ​ໜຸ່ມ​ອີກ​ຄົນ​ໜຶ່ງ​ໃຫ້​ສະ​ແຫວງ​ຫາ​ຄວາມ​ຈິງ. ຍິງ​ຄົນ​ໜຶ່ງ​ໄດ້​ແບ່ງປັນ​ປະຈັກ​ພະຍານ ​ແລະ ສັດທາ​ຂອງ​ນາງ​ກັບ​ນ້ອງ​ສາວ​ຜູ້​ໄດ້​ຈາກ​ສາດສະໜາ​ຈັກ​ໄປ​ເປັນ​ເວລາ 20 ປີ. ຖ້າ​ຫາກ​ເຮົາ​ຈະ​ອະທິຖານ ​ແລະ ຂໍ​ໃຫ້​ພຣະບິດາ​ເທິງ​ສະຫວັນບອກ​ໃຫ້​ເຮົາ​ຮູ້ ວ່າ​ຄວນ​ຊ່ອຍ​ເຫລືອ​ຜູ້​ໃດ, ​ແລ້ວ​ພຣະອົງ​ຈະ​ຕອບ​ຕໍ່​ຄຳ​ອະທິຖານ​ຂອງ​ເຮົາ ​ແລະ ​ເຮົາ​ຈະ​ກາຍ​ເປັນ​ເຄື່ອງມື​ໃນ​ພຣະຫັດ​ຂອງ​ພຣະອົງ ​ເພື່ອ​ເຮັດ​ວຽກ​ງານ​ຂອງ​ພຣະອົງ. ການ​ກະທຳ​ດ້ວຍ​ຄວາມ​ຮັກ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະວິນ​ຍານ​ບໍລິສຸດ ຈະ​ກາຍ​ເປັນ​ການ​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ​ອັນ​ສຳຄັນ.11

ດັ່ງ​ທີ່​ທ່ານ​ໄດ້​ຍິນປະສົບ​ການ​ແບບ​ທຳ​ມະ​ຊາດ ​ແລະ ປົກກະຕິ ​ເລື່ອງ​ການ​ແບ່ງປັນ​ພຣະກິດ​ຕິ​ຄຸນກັບ​ຄົນ​ທີ່​ທ່ານເປັນ​ຫ່ວງ​ເປັນ​ໄຍ, ຫລາຍ​ຄົນ​ພວກ​ທ່ານ​ອາດ​ເຄີຍ​ມີ​ປະສົບ​ການ​ດັ່ງ​ທີ່​ນາງ​ໄອ​ລີ​ນ ​ເຫວ​ດ ​ເຄີຍ​ມີ. ທ່ານ​ເຄີຍ​ຄິດ​ກ່ຽວ​ກັບ​ບາງ​ຄົນທີ່​ທ່ານ​ຢາກ​ເອື້ອມ​ອອກ​ໄປ​ຫາ ​ແລະ ​ເຊື້ອ​ເຊີນ​ໃຫ້​ກັບ​ມາ ຫລື ​ແບ່ງປັນ​ຄວາມ​ຮູ້ສຶກ​ຂອງ​ທ່ານ​ກ່ຽວ​ກັບ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດກັບ​ເຂົາ. ຂ້າພະ​ເຈົ້າຂໍ​ແນະນຳທ່ານ​ໃຫ້​ລົງມື, ​ໂດຍ​ບໍ່​ຕ້ອງ​ເລື່ອນ​ມື້​ເລື່ອນ​ວັນ, ​ເມື່ອ​ໄດ້​ຮັບ​ການ​ກະ​ຕຸ້ນ. ຈົ່ງ​ເວົ້າລົມ​ກັບ​ໝູ່​ເພື່ອນ ຫລື ຄົນ​ໃນ​ຄອບຄົວ​ຂອງ​ທ່ານ. ​ໃຫ້​ເຮັດ​ແບບ​ທຳ​ມະ​ຊາດ​ ແລະ ປົກກະຕິ. ​ໃຫ້​ເຂົາ​ເຈົ້າຮູ້​ວ່າທ່ານ​ຮັກ​ເຂົາ​ເຈົ້າ ​ແລະ ຮັກ​ພຣະຜູ້​ເປັນ​ເຈົ້າ. ຜູ້​ສອນ​ສາດສະໜາ​ກໍ​ສາມາດ​ຊ່ອຍ​ເຫລືອ​ໄດ້. ຄຳ​ແນະນຳ​ຂອງ​ຂ້າພະ​ເຈົ້າ​ກໍ​ຄື​ກັນ​ກັບ​ຂອງ​ປະທານ​ມອນ​ສັນ ທີ່​ໄດ້​ມອບ​ໃຫ້​ເຮົາ​ຫລາຍ​ເທື່ອ​ຢູ່ທີ່ແທ່ນ​ປາ​ໄສ​ວ່າ, ຢ່າ​ຊັກ​ຊ້າ​ເມື່ອ​ໄດ້​ຮັບ​ການ​ຊົງ​ນຳ.12 ເມື່ອທ່ານ​ກະທຳ​ຕາມ​ການ​ກະ​ຕຸ້ນ ​ແລະ ​ເຮັດ​ດ້ວຍ​ຄວາມ​ຮັກ, ຈົ່ງ​ຄອຍ​ເບິ່ງ​ເວລາພຣະບິດາ​ເທິງ​ສະຫວັນ​ໄດ້​ໃຊ້​ຄວາມ​ເຕັມ​ໃຈ​ຂອງ​ທ່ານ​ເຮັດ​ສິ່ງ​ທີ່​ນຳ​ການ​ມະຫັດສະຈັນ​ມາສູ່​ຊີວິດ​ຂອງ​ທ່ານ ​ແລະ ມາສູ່​ຊີວິດ​ຂອງ​ຄົນ​ທີ່​ທ່ານ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຕໍ່.13

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ​ເຮົາ​ສາມາດ​ສ້າງສາ​ສາດສະໜາ​ຈັກ​ຂອງ​ພຣະອົງ ​ແລະ ​ເຫັນ​ຄວາມ​ເຕີບ​ໂຕ​ອັນ​ແທ້​ຈິງ​ໄດ້ ​ເມື່ອ​ເຮົາ​ເຮັດ​ວຽກ​ງານ​ທີ່​ຈະ​ນຳ​ພອນ​ແຫ່ງ​ພຣະກິດ​ຕິ​ຄຸນ​ມາສູ່​ຄອບຄົວ​ຂອງ​ເຮົາ ​ແລະ ຄົນ​ທີ່​ເຮົາ​ຮັກ. ນີ້​ຄື​ວຽກ​ງານ​ຂອງ​ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະບຸດ​ຂອງ​ພຣະອົງ. ຂ້າພະ​ເຈົ້າຮູ້​ວ່າ ພວກ​ພຣະອົງ​ຊົງ​ພຣະຊົນ​ຢູ່ ​ແລະ​ວ່າພວກ​ພຣະອົງ​ຕອບ​ຄຳ​ອະທິຖານ. ​ເມື່ອ​ເຮົາ​ເຮັດ​ຕາມ​ການ​ກະ​ຕຸ້ນ​ເຫລົ່ານັ້ນ, ​ໂດຍ​ມີ​ສັດທາ​ໃນ​ຄວາມ​ສາມາດ​ຂອງ​ພວກ​ພຣະອົງທີ່​ຈະ​ເຮັດ​ໃຫ້ການ​ມະຫັດສະຈັນ​ເກີດ​ຂຶ້ນ, ​ແລ້ວ​ການ​ມະຫັດສະຈັນ​ຈະ​ເກີດ​ຂຶ້ນ ​ແລະ ຊີວິດ​ຈະ​ປ່ຽນ​ແປງ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

​ແຫລ່ງອ້າງ​ອີງ

  1. ​ເບິ່ງ Worldwide Leadership Training Meeting, Feb. 11, 2012, LDS.org.

  2. ເບິ່ງ Teachings of Presidents of the Church: Harold B. Lee (2000), 134.

  3. ເບິ່ງ Boyd K. Packer, “Priesthood Power in the Home,” Worldwide Leadership Training Meeting, Feb. 11, 2012, LDS.org.

  4. ເບິ່ງ Doctrine and Covenants 68:25–28.

  5. ເບິ່ງ 2 Nephi 25:23, 26.

  6. ເບິ່ງ 2 Nephi 25:23.

  7. ເບິ່ງ ລູກາ 15:4–7.

  8. ​ເບິ່ງ Doctrine and Covenants 18:10.

  9. ເບິ່ງ Moses 1:39.

  10. “Status Report on Missionary Work: A Conversation with Elder Thomas S. Monson, Chairman of the Missionary Committee of the Council of the Twelve,” Ensign, Oct. 1977, 14.

  11. ເບິ່ງ Thomas S. Monson, “Anxiously Engaged,” Liahona and Ensign, Nov. 2004, 56–59; “To the Rescue,” Liahona, July 2001, 57–60; Ensign, May 2001, 48–50; “The Doorway of Love,” Liahona and Ensign, Oct. 1996, 2–7.

  12. ເບິ່ງ Ann M. Dibb, “My Father Is a Prophet” (Brigham Young University–Idaho devotional, Feb. 19, 2008), byui.edu/devotionalsandspeeches; Thomas S. Monson, “Stand in Your Appointed Place,” Liahona and Ensign, May 2003, 54–57; “Peace, Be Still,” Liahona and Ensign, Nov. 2002, 53–56; “Priesthood Power,” Liahona, Jan. 2000, 58–61; Ensign, Nov. 1999, 49–51; “The Spirit Giveth Life,” Ensign, May 1985, 68–70.

  13. ນອກ​ເໜືອ​ໄປ​ຈາກທີ່​ປະທານ​ທອມ​ມັສ ​ແອັສ ມອນ​ສອນ, ສາດສະດາ​ຄົນ​ອື່ນໆ​ກໍ​ໄດ້​ສອນ​ຫລັກ​ທຳ​ດຽວ​ກັນ​ນີ້. ຍົກ​ຕົວຢ່າງ, ປະທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ​ໄດ້​ສອນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ກະທຳ​ຕາມ​ການ​ກະ​ຕຸ້ນ​ທີ່​ໄດ້​ຮັບ​ຈາກພຣະວິນ​ຍານ​ເມື່ອ​ເພິ່ນ​ກ່າວ​ວ່າ: “ພຣະ​ເຈົ້າຮູ້ຈັກ​​ເຮົາ, ​ແລະ ພຣະອົງ​ຄອຍ​ເຝົ້າດູ​ແລ​ເຮົາ. ​ແຕ່​ຕາມ​ປົກກະຕິ​ແລ້ວ ພຣະອົງ​ຈະ​ຕອບ​ສະໜອງ​ເຮົາ​ຜ່ານທາງ​ຄົນ​ອື່ນ. ສະນັ້ນ, ມັນ​ສຳຄັນ​ທີ່​ເຮົາ​ຈະ​ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ​ໃນ​ອານາຈັກ​” (Teachings of Presidents of the Church: Spencer W. Kimball [2006], 82).