​2010–2019
ພຣະຄຣິດ​ຄິດ​ຢ່າງໃດ​ກ່ຽວ​ກັບ​ເຮົາ?
ເມສາ 2012


ພຣະຄຣິດ​ຄິດ​ຢ່າງໃດ​ກ່ຽວ​ກັບ​ເຮົາ?

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ​ເມື່ອ​ທ່ານ​ຮັກ​ພຣະ​ອົງ, ໄວ້ໃຈ​ໃນ​ພຣະ​ອົງ, ເຊື່ອ​ຟັງ​ພຣະ​ອົງ, ແລະ ເຮັດ​ຕາມ​ພຣະ​ອົງ, ທ່ານ​ຈະ​ຮູ້ສຶກ​ເຖິງ​ຄວາມ​ຮັກ ແລະ ຄວາມ​ເຫັນ​ພ້ອມ​ຂອງ​ພຣະ​ອົງ.

ນັກ​ຂ່າວ​ຜູ້​ໜຶ່ງ​ຈາກ​ວາລະສານ​ທີ່​ສຳຄັນ​ຢູ່​ປະ​ເທດ​ບຣາ​ຊິນ ໄດ້​ສຶກ​ສາ​ກ່ຽວ​ກັບ​ສາດສະໜາ​ຈັກ​ເພື່ອ​ຈະ​ຕຽມ​ເລື່ອງ ຂ່າວສານ​ອັນ​ຍິ່ງ​ໃຫຍ່.1 ລາວ​ໄດ້​ສຶກ​ສາ​ເຖິງ​ຄຳ​ສອນ​ຂອງ​ພວກ​ເຮົາ ແລະ ຢ້ຽມຢາມ​ສູນ​ກາງ​ສຳລັບ​ຝຶກ​ຝົນຜູ້​ສອນ​ສາດສະໜາ ແລະ ສູນ​ກາງ​ທາງ​ດ້ານ​ໃຈ​ບຸນ​ຕໍ່​ມະນຸດ. ລາວ​ໄດ້​ເວົ້າ​ນຳ​ໝູ່​ເພື່ອນ​ຂອງ​ສາດສະໜາ​ຈັກ ແລະ ເວົ້າ​ນຳ​ຄົນ​ທີ່​ບໍ່​ມັກ​ສາດສະໜາ​ຈັກ​ປານໃດ. ໃນ​ການ​ສຳພາດ​ນຳ​ຂ້າພະເຈົ້າ, ນັກ​ຂ່າວ​ຜູ້​ນີ້​ຄື​ວ່າ​ງົງ​ຂະນະ​ທີ່​ລາວ​ໄດ້ ຖາມ​ຂ້າພະເຈົ້າ​ວ່າ, “ເປັນ​ຫຍັງ​ຜູ້​ຄົນ​ຄິດ​ວ່າ​ຊາວ​ມໍ​ມອນ​ບໍ່​ເປັນ​ຊາວ​ຄຣິດ​ສະ​ຕຽນ?” ຂ້າພະເຈົ້າ​ຮູ້​ວ່າ​ລາວ​ໄດ້​ເວົ້າ​ເຖິງສາດສະໜາ​ຈັກ, ແຕ່​ຂ້າພະເຈົ້າ​ຮູ້ສຶກ​ວ່າ​ມີ​ຄວາມ​ໝາຍ​ສ່ວນ​ຕົວ​ຕໍ່​ຂ້າພະເຈົ້າ, ແລະ ຂ້າພະເຈົ້າ​ຄິດ​ໃນ​ໃຈ​ຂອງຂ້າພະເຈົ້າ​ວ່າ, “ໃນ​ຊີວິດ​ຂອງ​ຂ້າພະເຈົ້າ​ໄດ້​ສະແດງ​ຄວາມ​ຮັກ ແລະ ຄວາມ​ອຸທິດ​ຕົນ​ທີ່​ຂ້າພະເຈົ້າ​ມີ​ຕໍ່​ພຣະ​ຜູ້​ຊ່ອຍ ໃຫ້​ລອດ​ບໍ່?”

ພຣະເຢ​ຊູ​ໄດ້​ຖາມ​ພວກ​ຟາ​ລີ​ຊາຍ​ວ່າ, “ພວກ​ທ່ານ​ຄິດ​ຢ່າງໃດ​ກ່ຽວ​ກັບ​ພຣະຄຣິດ?”2 ໃນ​ການ​ທົດ​ສອບ​ຂັ້ນ​ສຸດ​ທ້າຍ, ຄວາມ​ເປັນ​ສານຸສິດ​ຂອງ​ເຮົາ​ສ່ວນ​ຕົວ​ຈະ​ບໍ່​ຖືກ​ພິພາກສາ​ໂດຍ​ໝູ່​ເພື່ອນ ຫລື ສັດຕູ. ແທ້ໆ​ແລ້ວ, ເໝືອນ​ກັບ​ໂປໂລໄດ້​ກ່າວ​ວ່າ, “ພວກ​ເຮົາ​ທຸກ​ຄົນ​ຈະ​ຢືນ​ຢູ່​ໜ້າ​ພຣະ​ຜູ້​ເປັນ​ເຈົ້າ​ຖືກ​ພິພາກສາ​ຈາກ​ພຣະ​ອົງ.”3 ໃນ​ວັນ​ນັ້ນ​ຄຳ​ຖາມ​ອັນສຳຄັນ​ສຳລັບ​ເຮົາ​ທຸກ​ຄົນ​ຈະ​ແມ່ນ: “ພຣະຄຣິດ​ຄິດ​ຢ່າງໃດ​ກ່ຽວ​ກັບ​ເຮົາ?”

ເຖິງ​ແມ່ນ​ວ່າ​ພຣະ​ອົງ​ມີ​ຄວາມ​ຮັກ​ຕໍ່​ມະນຸດ​ໂລກ​ທັງ​ປວງ, ພຣະເຢ​ຊູ​ຕິຕຽນ​ບາງ​ຄົນ​ໂດຍ​ເອີ້ນ​ເຂົາ​ເປັນ​ຄົນ​ໜ້າ​ຊື່ ໃຈ​ຄົດ, 4 ຄົນ​ໂງ່​ຈ້າ,5 ແລະ ຄົນ​ທີ່​ເຮັດ​ການ​ຊົ່ວ​ຮ້າຍ.6 ພຣະ​ອົງ​ໄດ້​ເອີ້ນ​ດ້ວຍ​ຄວາມ​ເຫັນ​ພ້ອມ​ວ່າ​ບາງ​ຄົນ​ເປັນ ປະຊາຊົນ​ຜູ້​ທີ່​ເປັນ​ຂອງ​ອານາຈັກ​ຂອງ​ພຣະ​ເຈົ້າ7 ແລະ ຄວາມ​ແສງ​ສະຫວ່າງ​ສຳລັບ​ໂລກ​ນີ້.8 ພຣະ​ອົງ​ບໍ່​ພໍໃຈຕໍ່​ບາງ​ຄົນ​ທີ່​ເຮັດ​ໃຫ້​ຕົນ​ເອງ​ເປັນ​ຄົນ​ຕາບອດ9 ແລະ ຄົນ​ທີ່​ບໍ່​ເປັນ​ປະໂຫຍດ.10 ພຣະ​ອົງ​ໄດ້​ຍົກຍ້ອງ​ຄົນ​ອື່ນ​ວ່າ ເຂົາ​ມີ​ຈິດໃຈ​ບໍລິສຸດ11 ແລະ ເປັນ​ຄົນ​ທີ່​ຊອກ ຫາ​ຄວາມ​ຊອບ​ທຳ.12 ພຣະ​ອົງ​ໄດ້​ສະແດງ​ຄວາມ​ໂສກເສົ້າ​ເສຍ​ໃຈ​ວ່າ ບາງ​ຄົນ​ບໍ່​ມີ​ສັດທາ13 ແລະ ເປັນ​ຄົນທາງ​ໂລກ,14 ແຕ່​ພຣະ​ອົງ​ໃຫ້​ກຽດ​ຕໍ່​ບາງ​ຄົນ​ທີ່​ເປັນ​ຄົນ​ຖືກ​ເລືອກ,15 ເປັນ​ສານຸສິດ,16 ເປັນ​ໝູ່​ເພື່ອນ.17 ເພາະສະນັ້ນ​ພວກ​ເຮົາ​ແຕ່ລະຄົນ​ຖາມ​ຕົວ​ເອງ​ວ່າ, “ພຣະຄຣິດ​ຄິດ​ຢ່າງໃດ​ກ່ຽວ​ກັບ​ເຮົາ?”

ປະທານ​ທອມ​ມັສ ແອັສ ມອນ​ສັນ ໄດ້​ບັນຍາຍ​ເຖິງ​ເວລາ​ໃນ​ປະຈຸ​ບັນ​ນີ້​ຂອງ​ເຮົາ​ວ່າ​ເຮົາ​ຫ່າງ​ອອກ​ໄປ​ຈາກ ຝ່າຍ​ວິນ​ຍານ ... ດ້ວຍ​ມີ​ລົມ​ຂອງ​ການ​ປ່ຽນແປງ​ຢູ່​ຮອບ​ຂ້າງ​ພວກ​ເຮົາ ແລະ ສິນ​ທຳ​ຂອງ​ສັງຄົມ​ກຳລັງຖືກ​ທຳລາຍ​ຕໍ່ໜ້າ​ຕໍ່​ຕາ​ພວກ​ເຮົາ.18 ປະຈຸ​ບັນ​ນີ້​ເປັນ​ເວລາ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ບໍ່​ເຊື່ອ​ຖື ແລະ ບໍ່​ມີ​ຄວາມນັບຖື​ຕໍ່​ພຣະຄຣິດ ແລະ ການ​ສອນ​ຂອງ​ພຣະ​ອົງ.

ໃນ​ຊ່ວງ​ເວລາ​ອັນ​ວຸ້ນວາຍ​ນີ້, ເຮົາ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຕໍ່​ການ​ເປັນ​ສານຸສິດ​ຂອງ​ພຣະເຢ​ຊູ​ຄຣິດ. ເຮົາ​ເຫັນ​ພຣະ​ຫັດຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອ້ອມ​ພວກ​ເຮົາ. ຈຸດໝາຍ​ປາຍທາງ​ຖືກ​ສະແດງ​ອອກ​ຢ່າງ​ສວຍ​ງາມ​ຕໍ່ໜ້າ​ພວກ​ເຮົາ. ພຣະເຢ​ຊູ​ໄດ້​ອະທິຖານ​ວ່າ, “ນີ້​ແມ່ນ​ຊີວິດ​ອັນ​ຕະຫລອດ​ໄປ​ເປັນນິດ ຄື​ທີ່​ພວກ​ເຂົາ​ຮູ້​ຈັກ​ພຣະ​ອົງ​ຜູ້​ເປັນ ພຣະ​ເຈົ້າ​ທ່ຽງ​ແທ້​ແຕ່​ອົງ​ດຽວ ແລະ ຮູ້​ຈັກ​ພຣະເຢ​ຊູ​ຄຣິດ ຜູ້​ທີ່​ພຣະ​ອົງ​ໄດ້​ໃຊ້​ມາ.”19 ຄວາມ​ເປັນ​ສານຸສິດ ໃນ​ຊ່ວງ​ເວລາ​ອັນ​ສຳຄັນ​ນີ້​ຈະ​ເປັນ​ກຽດຕິຍົດ​ຕໍ່​ເຮົາ​ຕະຫລອດ​ຊົ່ວ​ນິລັນດອນ.

ຂ່າວສານ​ຕ່າງໆ​ທີ່​ເຮົາ​ໄດ້​ຍິນ​ລະຫວ່າງ​ກອງ​ປະຊຸມ​ນີ້​ເປັນ​ເຄື່ອງໝາຍ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ນຳພາ​ເຮົາ​ໃນ​ການເດີນທາງ​ແຫ່ງ​ຄວາມ​ເປັນ​ສານຸສິດ. ຂະນະ​ທີ່​ເຮົາ​ໄດ້​ຟັງ​ລະຫວ່າງ​ສອງ​ມື້​ຜ່ານ​ມາ​ນີ້, ດ້ວຍ​ການ​ອະທິຖານ​ເພື່ອ​ການນຳພາ​ທາງ​ດ້ານ​ວິນ​ຍານ, ແລະ ເມື່ອ​ເຮົາ​ສຶກ​ສາ ແລະ ອະທິຖານ​ກ່ຽວ​ກັບ​ຂ່າວສານ​ເຫລົ່າ​ນີ້​ໃນ​ວັນ​ຂ້າງ​ໜ້າ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳພາ​ເຮົາ​ເປັນ​ການ​ສ່ວນ​ຕົວ​ຜ່ານ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ. ຄວາມ​ຮູ້ສຶກເຫລົ່າ​ນີ້​ນຳ​ເຮົາ​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ, ການ​ກັບ​ໃຈ, ການ​ເຊື່ອ​ຟັງ, ຄວາມ​ເຊື່ອ, ແລະ ການ​ໄວ້​ວາງໃຈ. ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຕອບ​ສະໜອງ​ຕໍ່​ການ​ມີ​ສັດທາ​ຂອງ​ເຮົາ. “ຜູ້​ໃດ​ກໍ​ຕາມ​ທີ່​ຮັກ​ເຮົາ​ກໍ​ຈະ​ປະຕິບັດ​ຕາມ​ຄຳ​ສັ່ງສອນຂອງ​ເຮົາ ແລະ ພຣະ​ບິດາ​ຂອງ​ເຮົາ​ຈະ​ຮັກ​ຜູ້​ນັ້ນ ແລະ ພຣະ​ບິດາ​ກັບ​ເຮົາ​ຈະ​ມາ​ທີ່​ນັ້ນ ແລະ ເຮົາ​ຈະ​ຕັ້ງຢູ່​ກັບ​ເຂົາ.”20

ພຣະເຢ​ຊູ​ວ່າ “ແລ້ວ​ຈົ່ງ​ຕາມ​ເຮົາ​ມາ”21 ບໍ່​ພຽງ​ແຕ່​ຜູ້​ຄົນ​ທີ່​ມີ​ຄວາມ​ເຂັ້ມແຂງ​ທາງ​ວິນ​ຍານ​ເທົ່າ​ນັ້ນ. ແທ້​ຈິງ​ແລ້ວ, ຄວາມ​ເປັນ​ສານຸສິດ​ບໍ່​ແມ່ນ​ການ​ແຂ່ງຂັນ​ເລີຍ, ແຕ່​ເປັນ​ການ​ເຊື້ອ​ເຊີນ​ຕໍ່​ທຸກໆ​ຄົນ. ການ​ເດີນທາງ​ເປັນ​ສານຸສິດ ບໍ່​ແມ່ນ​ການ​ແລ່ນ​ອັນ​ສັ້ນໆ ຫລື ແມ່ນ​ການ​ແລ່ນ​ແຂ່ງຂັນ​ອັນ​ຍາວ​ນານ. ໃນ​ຄວາມ​ຈິງ​ແລ້ວ, ມັນ​ເປັນ​ການເດີນທາງ​ຕະຫລອດ​ຊີວິດ​ຂອງ​ເຮົາ​ໄປ​ສູ່​ໂລກ​ຊັ້ນ​ສູງ​ກວ່າ​ໂລກ​ນີ້.

ການ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ​ເປັນ​ການ​ເອີ້ນ​ໃຫ້​ເຮັດ​ພາລະ​ໜ້າທີ່​ແຕ່​ລະ​ວັນ. ພຣະເຢ​ຊູ​ໄດ້​ກ່າວ​ວ່າ: “ຖ້າ​ພວກ​ທ່ານຮັກ​ເຮົາ, ຈົ່ງ​ຮັກ​ສາ​ພຣະ​ບັນຍັດ​ຂອງ​ເຮົາ. “ຖ້າ​ພວກ​ທ່ານ​ຮັກ​ເຮົາ​ພວກ​ທ່ານ​ກໍ​ຈະ​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຂອງ​ເຮົາ.”22 “ຖ້າ​ຜູ້​ໃດ​ຜູ້​ໜຶ່ງ​ຕ້ອງການ​ມາ​ນຳ​ເຮົາ​ໃຫ້​ເຊົາ​ເຫັນແກ່ຕົວ​ເອງ​ແບກ​ໄມ້​ກາງ​ແຂນ​ຂອງ​ຕົນ​ທຸກໆ​ມື້ ແລະ ຕາມ​ເຮົາ​ໄປ.”23 ບາງເທື່ອ​ເຮົາ​ອາດ​ຈະ​ເຮັດ​ບໍ່​ດີ​ເທົ່າ​ທີ່​ເຮົາ​ຈະ​ເຮັດ​ໄດ້, ແຕ່​ຖ້າວ່າ​ເຮົາ​ກຳລັງ​ພະຍາຍາມ, ການ​ເຊື້ອ​ເຊີນ​ຂອງ​ພຣະເຢ​ຊູ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຊຸກຍູ້ ແລະ ຄວາມ​ຫວັງ: “ຈົ່ງ​ມາ​ຫາ​ເຮົາ​ທຸກ​ຄົນ​ທີ່ອິດເມື່ອຍ​ຈາກ​ການ​ແບກ​ພາລະ​ໜັກ ແລະ ເຮົາ​ຈະ​ໃຫ້​ພວກ​ທ່ານ​ໄດ້​ພັກຜ່ອນ.”24

ໃນ​ເວລາ​ໃດ​ກໍ​ຕາມ​ໃນ​ເສັ້ນທາງ​ແຫ່ງ​ຄວາມ​ເປັນ​ສານຸສິດ​ທີ່​ທ່ານ​ຢູ່​ປະຈຸ​ບັນ​ນີ້, ທ່ານ​ຢູ່​ໃນ​ເສັ້ນທາງ​ທີ່​ຖືກຕ້ອງ​ແລ້ວ, ເສັ້ນທາງ​ແຫ່ງ​ຊີວິດ​ນິລັນດອນ. ຮ່ວມ​ກັນ​ເຮົາ​ຈະ​ຍົກ​ກັນ​ແລະ​ກັນ​ໃຫ້​ເຂັ້ມແຂງ​ຂື້ນ​ຕາມ​ວິທີ​ອັນ​ຍິ່ງ​ໃຫຍ່ ແລະ ວັນ​ອັນ​ສຳຄັນ​ທີ່​ຈະ​ມາ​ເຖິງ. ບໍ່​ວ່າ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ອັນ​ໃດ, ຄວາມ​ອ່ອນແອ​ຢ່າງໃດ​ກໍ​ຕາມ​ທີ່​ຂັດຂວາງ​ເຮົາ, ຫລື ສິ່ງ​ທີ່​ບໍ່​ສາມາດ​ຈະ​ເປັນ​ໄປ​ໄດ້​ຢູ່​ອ້ອມ​ຮອບ​ເຮົາ, ຂໍ​ໃຫ້​ເຮົາ​ມີ​ສັດທາ​ຕໍ່​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ອົງ​ທີ່​ໄດ້​ປະກາດ​ວ່າ, “ທຸກໆ​ຢ່າງ​ເປັນ​ໄປ​ໄດ້​ສຳລັບ​ຜູ້​ທີ່​ມີ​ຄວາມ​ເຊື່ອ.”25

ຂໍ​ໃຫ້​ເຮົາ​ຍົກ​ຕົວຢ່າງ​ກ່ຽວ​ກັບ​ຄວາມ​ເປັນ​ສານຸສິດ​ທີ່​ໄດ້​ປະຕິບັດ​ໜ້າທີ່. ເລື່ອງ​ທຳ​ອິດ​ແມ່ນ​ມາ​ຈາກ​ຊີວິດ​ຂອງ ປະທານ​ທອມ​ມັສ ແອັສ​ ມອນ​ສັນ, ທີ່​ໄດ້​ສະແດງ​ອຳນາດ​ອັນ​ລຽບ​ງ່າຍ​ຂອງ​ຄວາມ​ໃຈ​ບຸນ ແລະ ການ​ສັ່ງສອນ​ຂອງພຣະເຢ​ຊູ​ຄຣິດ, “ຜູ້​ເປັນ​ໃຫຍ່​ທີ່​ສຸດ​ໃນ​ພວກ​ທ່ານ​ຕ້ອງ​ເປັນ​ຜູ້​ຮັບ​ໃຊ້​ພວກ​ທ່ານ.26

ເກືອບ 20 ປີຜ່ານມາ​ແລ້ວ ປະທານ​ມອນ​ສັນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ກ່ຽວ​ກັບ​ຍິງ​ໜຸ່ມ​ຜູ້​ໜຶ່ງ​ອາຍຸ 12 ປີ ຜູ້​ທີ່​ເປັນ​ໂຣກ​ມະເລັງ. ເພິ່ນ​ໄດ້​ກ່າວ​ເຖິງ​ຄວາມ​ກ້າຫານ​ຂອງ​ນາງ ແລະ ຄວາມ​ໃຈ​ບຸນ​ຂອງ​ໝູ່​ເພື່ອນ​ຂອງ​ນາງທີ່​ໄດ້​ອູ້ມ​ນາງ​ຂຶ້ນ​ຊົມ​ພູ ທິມ​ພະ​ໂນ​ກັສ ຢູ່​ພາກ​ກາງຂອງ​ລັດ​ຢູ​ທາ.

ສອງ​ສາມ​ປີຜ່ານມາ ຂ້າພະເຈົ້າ​ໄດ້​ພົບ​ນາງ​ຈາ​ມີ ພາ​ລະເມີ ບຣິນ​ທັນ ແລະ ໄດ້​ຍິນ​ເລື່ອງ​ລາວ​ຂອງນາງ​ຈາກ​ທັດສະນະ​ອີກ​ຢ່າງ​ໜຶ່ງ—ເລື່ອງ​ລາວ​ທີ່​ປະທານ​ມອນ​ສັນ​ໄດ້​ເຮັດ​ເພື່ອ​ນາງ.

ຈາ​ມີ​ໄດ້​ພົບ​ປະທານ​ມອນ​ສັນ ໃນ​ເດືອນ​ມິ​ນາ ປີ 1993, ມື້ໜຶ່ງ ຕໍ່​ມາ​ຫລັງ​ຈາກ​ທ່ານໝໍ​ບອກ​ນາງ​ວ່ານາງ​ເປັນ​ໂລກ​ມະ​ເລງ​ທີ່​ຮ້າຍ​ແຮງ​ໃນ​ກະດູກ​ຂາ​ເບື້ອງ​ຂວາ​ໃກ້ໆ​ຫົວເຂົ່າ​ຂອງ​ນາງ. ພໍ່​ຂອງ​ນາງ​ຊ່ອຍ​ປະທານ​ມອນ​ສັນ ມອບ​ພອນ​ຖານະ​ປະໂລຫິດ, ແລະ ເພິ່ນ​ໄດ້​ກ່າວ​ສັນຍາ​ຕໍ່​ນາງ​ວ່າ, “ພຣະເຢ​ຊູ​ຈະ​ຢູ່​ທາງ​ຂວາ ແລະ ທາງ​ຊ້າຍ​ຂອງ​ເຈົ້າ​ເພື່ອ​ຍົກ​ເຈົ້າ​ຂຶ້ນ.”

ຂະນະ​ທີ່​ຈະ​ອອກ​ຈາກ​ຫ້ອງການ​ຂອງ​ເພິ່ນ​ໃນ​ວັນ​ນັ້ນ, ຈາ​ມີ​ໄດ້​ເວົ້າ​ວ່າ, “ຂ້ອຍ​ເອົາ​ໝາກ​ປຸມ​ເປົ້າ​ທີ່​ມັດຢູ່​ເທິງ​ຕັ່ງ​ອີງ​ຂອງ​ຂ້ອຍ​ໃຫ້​ເພິ່ນ. ໝາກ​ປຸມ​ເປົ້າ​ມີ​ຄຳ​ຂຽນ​ໃສ່​ວ່າ ‘ເຈົ້າ​ເປັນ​ຄົນ​ດີ​ທີ່​ສຸດ’ ຂຽນ​ເປັນ​ຕົວ​ອັກສອນທີ່​ແຈ່ມ​ໃສ.”

ຜ່ານ​ການ​ຮັກສາ​ໂລກ​ມະເລັງ​ທາງ​ຢາ ແລະ ການຜ່າຕັດ​ຂອງ​ນາງ​ເພື່ອ​ຮັກສາ​ຂາ​ໄວ້, ປະທານ​ມອນ​ສັນບໍ່​ເຄີຍ​ລືມ​ນາງ. ຈາ​ມີ​ໄດ້​ເວົ້າ​ວ່າ, “ປະທານ​ມອນ​ສັນ​ເປັນ​ຕົວຢ່າງ​ຂອງ​ຄວາມ​ໝາຍ​ແຫ່ງ​ຄວາມ​ເປັນສານຸສິດ​ຢ່າງ​ແທ້​ຈິງ​ຂອງ​ພຣະຄຣິດ. ເພິ່ນ​ໄດ້​ຍົກ​ຂ້ອຍ​ຂຶ້ນ​ຈາກ​ຄວາມ​ເສົ້າ​ເສຍ​ໃຈ ກາຍ​ເປັນຄວາມ​ຫວັງ​ອັນ​ຍິ່ງ​ໃຫຍ່ ແລະ ຍາວ​ນານ. ສາມ​ປີ​ຕໍ່​ມາ​ຫລັງ​ຈາກ​ການ​ພົບ​ຄັ້ງ​ທຳ​ອິດ, ຈາ​ມີ​ໄດ້​ນັ່ງ​ຢູ່​ຫ້ອງການ​ຂອງ​ປະທານ​ມອນ​ສັນ. ເມື່ອ​ການ​ຢ້ຽມຢາມ​ເກືອບ​ຈະ​ຈົບ​ລົງ, ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຈາ​ມີ​ຈະ​ບໍ່​ເຄີຍ​ລືມ​ເລີຍ. ມັນ​ຊ່າງ​ເປັນ​ນິ​ໃສ​ອັນ​ທຳ​ມະ​ດາ, ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນໃຈ​ຂອງ​ເພິ່ນ​ແທ້ໆ, ເພິ່ນ​ໄດ້​ເຮັດ​ໃຫ້​ນາງ​ຕົກ​ຕະລຶງ​ເມື່ອ​ເພິ່ນ​ເອົາ​ໝາກ​ປຸມ​ເປົ້າອັນ​ດຽວ​ກັນ​ທີ່​ນາງ​ໄດ້​ໃຫ້​ເພິ່ນ​ສາມ​ປີ​ທີ່​ຜ່ານ​ມາ​ແລ້ວ​ນັ້ນ​ຄືນ​ໃຫ້​ນາງ. ໝາກ​ປຸມ​ເປົ້າ​ປະກາດ​ວ່າ “ເຈົ້າ​ເປັນ​ຄົນດີ​ທີ່​ສຸດ.” ເພິ່ນ​ໄດ້​ຮັກສາ​ມັນ​ໄວ້​ເພາະ​ເພິ່ນ​ຮູ້​ວ່າ​ນາງ​ຈະ​ກັບ​ມາ​ຫ້ອງການ​ເພິ່ນ​ອີກ​ເມື່ອ​ນາງ​ຫາຍ​ຈາກ​ໂລກ​ມະເລັງຢ່າງ​ສົມບູນ. ສິບ​ສີ່​ປີ​ຫລັງ​ຈາກ​ການ​ພົບ​ຈາ​ມີ​ຄັ້ງ​ທຳ​ອິດ, ປະທານ​ມອນ​ສັນ​ເປັນ​ຜູ້​ປະກອບ​ພິທີ​ແຕ່ງງານ​ໃຫ້​ຈາ​ມີ ພໍ​ລະເມີ ແລະ ເຈ​ສັນ ບຣິນ​ທັນ ຢູ່​ໃນ​ພຣະ​ວິຫານ​ເຊົາ​ເລັກ.27

ເຮົາ​ສາມາດ​ຮຽນ​ຮູ້​ຫລາຍ​ສິ່ງ​ຈາກ​ຄວາມ​ເປັນ​ສານຸ​ນິດ​ຂອງ​ປະທານ​ມອນ​ສັນ. ເພິ່ນ​ເຕືອນ​ບັນດາ​ຜູ້ນຳ​ຊັ້ນ​ຜູ້​ໃຫຍ່ ສະເໝີ​ວ່າ​ໃຫ້​ຈື່​ຈຳ​ຄຳ​ຖາມ​ງ່າຍໆ​ນີ້​ວ່າ: “ພຣະເຢ​ຊູ​ຈະ​ກະທຳ​ຢ່າງໃດ?”

ພຣະເຢ​ຊູ​ໄດ້​ບອກ​ຜູ້ນຳ​ຂອງ​ສາລາ​ທຳ​ວ່າ, “ຢ່າ​ວິຕົກ​ເລີຍ ຈົ່ງ​ເຊື່ອ​ເທົ່າ​ນັ້ນ.”28 ຄວາມ​ເປັນ​ສານຸສິດ​ປະກອບ​ດ້ວຍ ຄວາມ​ເຊື່ອ​ໃນ​ພຣະ​ອົງ​ໃນ​ຊ່ວງ​ເວລາ​ແຫ່ງ​ຄວາມ​ສະຫງົບ ແລະ ເຊື່ອ​ໃນ​ພຣະ​ອົງ​ໃນ​ຊ່ວງ​ເວລາ​ແຫ່ງ​ຄວາມຫຍຸ້ງຍາກ, ເພາະ​ຄວາມເຈັບ​ປວດ ແລະ ຄວາມ​ຢ້ານ​ກົວ​ຂອງ​ເຮົາ​ຈະ​ສະຫງົບ​ລົງ​ດ້ວຍ​ມີ​ຄວາມ​ໝັ້ນ​ໃຈ​ພຽງ​ວ່າ ພຣະ​ອົງ​ຮັກ​ເຮົາ ແລະ ຮັກສາ​ຄຳ​ສັນຍາ​ຂອງ​ພຣະ​ອົງ.

ບໍ່​ດົນ​ມາ​ນີ້​ຂ້າພະເຈົ້າ​ໄດ້​ພົບ​ຄອບຄົວ​ໜຶ່ງ​ທີ່​ເປັນ​ຕົວຢ່າງ​ອັນ​ດີງາມ​ເຖິງ​ວິທີ​ທີ່​ເຮົາ​ເຊື່ອ​ໃນ​ພຣະ​ອົງ. ໂອ​ລະ​ກັນ ແລະ ໂສ​ລິນ ແສນ​ເທ​ລັສ ທີ່​ມາ​ຈາກ​ເມືອງ ພອດ ໂອ ແພ​ຣນສ໌, ປະເທດ ເຮ​ທີ, ໄດ້​ເລົ່າ​ເລື່ອງ​ຂອງ​ເຂົາເຈົ້າ​ໃຫ້ຂ້າພະເຈົ້າ​ຟັງ​ດັ່ງນີ້.

ໃນ​ວັນ​ທີ 12 ເດືອນ​ມັງກອນ ປີ 2010, ໂອ​ລະ​ກັນ ກຳລັງ​ເຮັດ​ວຽກ ແລະ ໂສ​ລິນ ຢູ່​ໂບດ​ເມື່ອ​ເກີດ​ແຜ່ນດິນ ໄຫວ​ອັນ​ຮ້າຍ​ແຮງ​ຢູ່​ປະເທດ ເຮ​ທີ. ລູກ​ສາມ​ຄົນ​ຂອງ​ເຂົາເຈົ້າ, ການ​ຈີ—ມີ​ອາຍຸ​ໄດ້​ຫ້າ​ປີ, ແອນ​ຈີ​ມີ​ອາຍຸ​ໄດ້​ສາມ​ປີ, ແລະ ການ​ສະ​ລີ—ມີ​ອາຍຸ​ໄດ້​ໜຶ່ງ​ປີ, ຢູ່​ເຮືອນ​ຫ້ອງ​ແຖວ​ກັບ​ໝູ່​ເພື່ອນ​ຂອງ​ເຂົາ.

ຄວາມ​ເພພັງ​ເກີດ​ຂຶ້ນ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ. ຕາມ​ທີ່​ພວກ​ທ່ານ​ຮູ້, ຫລາຍ​ສິບ​ພັນ​ຄົນ​ໄດ້​ເສຍ​ຊີວິດ​ໃນ​ເດືອນ​ມັງກອນ​ນັ້ນຢູ່​ປະເທດ​ເຮ​ທີ. ໂອ​ລະ​ກັນ ແລະ ໂສ​ລິນ ໄດ້​ແລ່ນ​ໄປ​ຫາ​ເຮືອນ​ຫ້ອງ​ແຖວ​ເພື່ອ​ຊອກ​ຫາ​ລູກ. ເຮືອນ​ຫ້ອງ​ແຖວ​ທີ່​ຄອບຄົວ​ແສນ​ເທ​ລັສ​ຢູ່​ນັ້ນ​ຖືກ​ພັງ​ພິນາດ.

ລູກ​ຂອງ​ເຂົາເຈົ້າ​ຫາ​ທາງ​ຫລົບໜີ​ບໍ່​ໄດ້. ອາຄານ​ນັ້ນ​ຖືກ​ທຳລາຍ​ຢ່າງ​ບໍ່​ມີ​ຫຍັງ​ເຫລືອ. ຄວາມ​ພະຍາຍາມ​ທີ່​ຈະ ຊ່ອຍ​ເຫລືອ​ເບິ່ງ​ຄື​ວ່າ​ຈະ​ບໍ່​ມີ​ຄວາມ​ໝາຍ.

ໂອ​ລະ​ກັນ ແລະ ໂສ​ລິນ ແສນ​ເທ​ລັສ ທັງ​ສອງ​ຄົນ​ໄດ້​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດສະໜາ ແລະ ໄດ້​ແຕ່ງງານ ໃນ​ພຣະ​ວິຫານ. ເຂົາເຈົ້າ​ເຊື່ອ​ໃນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ໃນ​ຄຳ​ສັນຍາ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຂົາເຈົ້າ. ແຕ່​ວ່າ​ເຂົາເຈົ້າ​ຮູ້ສຶກ​ໂສກເສົ້າ​ເສຍ​ໃຈ. ເຂົາເຈົ້າ​ໄດ້​ຮ້ອງໄຫ້​ຢ່າງ​ບໍ່​ຢຸດ​ຢັ້ງ.

ໂອ​ລະ​ກັນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ ຕອນ​ລາວ​ຕົກ​ຢູ່​ໃນ​ຄວາມ​ມືດ​ທີ່​ສຸດ ລາວ​ໄດ້​ເລີ່ມ​ຕົ້ນ​ອະທິຖານ. “ພຣະ​ບິດາ​ເທິງສະຫວັນ, ຂໍ​ໃຫ້​ເປັນ​ໄປ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ອົງ, ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ລູກ​ຄົນ​ໜຶ່ງ​ມີ​ຊີວິດ​ຢູ່​ລອດ​ແດ່ທ້ອນ. ຂໍ​ໃຫ້​ພຣະ​ອົງ​ຊ່ອຍ​ເຫລືອ​ພວກ​ຂ້າ​ພຣະ​ອົງ​ເຖີດ.” ລາວ​ໄດ້​ຍ່າງ​ລອບ​ອາຄານ​ນັ້ນ​ຫລາຍ​ລອບ, ອະທິຖານ​ເພື່ອຈະ​ໄດ້​ຮັບ​ການ​ດົນ​ໃຈ. ຄົນ​ຂ້າງ​ບ້ານ​ພະຍາຍາມ​ປອບ​ໃຈ​ລາວ ແລະ ຊ່ອຍ​ລາວ​ໃຫ້​ຍອມຮັບ​ວ່າ​ລາວ​ໄດ້​ເສຍ​ລູກໆໄປ​ແລ້ວ. ໂອ​ລະ​ກັນ​ຍ່າງ​ລອບໆ​ຕໍ່​ໄປ​ໃກ້​ເສດ​ດິນຈີ່​ຂອງ​ອາຄານ​ດ້ວຍ​ຄວາມ​ຫວັງ ແລະ ການ​ອະທິຖານ. ແລ້ວ​ເກີດ​ສິ່ງ​ມະຫັດສະຈັນ​ຂຶ້ນ. ໂອ​ລະ​ກັນ​ໄດ້​ຍິນ​ສຽງ​ເດັນ​ນ້ອຍ​ໄຫ້​ຢ່າງ​ງຽບໆ. ສຽງ​ໄຫ້​ນັ້ນ​ແມ່ນ​ສຽງຂອງ​ລູກນ້ອຍ​ຂອງ​ລາວ.

ເພື່ອນ​ບ້ານ​ຂຸດ​ຄົ້ນ​ຢ່າງ​ວຸ້ນວາຍ​ຫລາຍໆ​ຊົ່ວໂມງ, ສ່ຽງ​ຊີວິດ​ຂອງ​ເຂົາເຈົ້າ. ໃນ​ຄວາມ​ມືດ​ຂອງ​ກາງຄືນ, ທ່າມກາງ​ສຽງ​ຕອກ ແລະ ສຽງ​ສິ່ວ, ກຸ່ມ​ຊ່ອຍ​ເຫລືອ​ໄດ້​ຍິນ​ສຽງ​ອີກ​ສຽງ​ໜຶ່ງ. ເຂົາເຈົ້າ​ຢຸດ​ຕອກ​ເພື່ອ​ຟັງ. ເຂົາເຈົ້າ​ບໍ່​ສາມາດ​ເຊື່ອ​ສິ່ງ​ທີ່​ເຂົາເຈົ້າ​ໄດ້​ຍິນ. ມັນ​ເປັນ​ສຽງ​ຂອງ​ເດັກນ້ອຍ—ແລະ ເດັນ​ນ້ອຍ​ນັ້ນ​ກຳລັງ​ຮ້ອງເພງ. ການ​ຈີ ຜູ້​ທີ່​ມີ​ອາຍຸ​ໄດ້​ຫ້າ​ປີ ເລົ່າ​ເລື່ອງ​ວ່າ​ລາວ​ຮູ້​ວ່າ​ພໍ່​ຂອງ​ລາວ​ຈະ​ຍິນ​ສຽງ​ຂອງ​ລາວ ຖ້າ​ລາວ​ຮ້ອງເພງ. ຍ້ອນ​ວ່າ​ກ້ອນ​ຫີນ​ສີ​ມັງ​ອັນ​ໜັກ​ທັບ​ແຂນ​ລາວ. ແຂນ​ຂອງ​ລາວ​ຕ້ອງ​ໄດ້​ຖືກ​ຕັດ​ອອກ, ການ​ຈີ​ໄດ້​ຮ້ອຍ​ເພງທີ່​ລາວ​ມັກ​ຫລາຍ​ທີ່​ສຸດ​ຊຶ່ງ​ແມ່ນ​ເພງ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.”29

ເມື່ອ​ຫລາຍ​ຊົ່ວໂມງ​ຜ່ານ​ໄປ, ທ່າມກາງ​ຄວາມ​ມືດ, ຄວາມ​ຕາຍ, ແລະ ຄວາມ​ໝົດ​ຫວັງ​ຂອງ​ລູກ​ຫລານ​ອັນ​ລ້ຳ​ຄ່າຫລາຍໆ​ຄົນ​ຂອງ​ພຣະ​ເຈົ້າ​ຢູ່​ປະເທດ​ເຮ​ທີ, ຄອບຄົວ​ແສນ​ເທ​ລັສ​ປະສົບ​ສິ່ງ​ມະຫັດສະຈັນ. ການ​ຈີ, ແອນ​ຈີ ແລະ ການ​ສະ​ລີ ທຸກ​ຄົນ​ມີ​ຊີວິດ​ລອດ​ກ້ອງ​ອາຄານ​ທີ່​ພັງ​ພິນາດ​ນັ້ນ.30

ສິ່ງ​ມະຫັດສະຈັນ​ບໍ່ເກີດ​ຂຶ້ນ​ໃນ​ທັນທີ​ສະເໝີ. ບາງເທື່ອ​ເຮົາ​ອາດ​ສົງໄສ​ວ່າ​ເປັນ​ຫຍັງ​ສິ່ງ​ມະຫັດສະຈັນ​ທີ່​ເຮົາ​ໄດ້​ອະທິຖານ​ດ້ວຍ​ຄວາມ​ຈິງ​ໃຈ​ຍັງ​ບໍ່ເກີດ​ຂຶ້ນ​ເທື່ອ​ໃນ​ຕອນ​ນີ້. ແຕ່​ເມື່ອ​ເຮົາ​ວາງໃຈ​ໃນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ສິ່ງ​ມະຫັດສະຈັນ​ຈະ​ເກີດ​ຂຶ້ນ. ບໍ່​ວ່າ​ຈະ​ເກີດ​ຂຶ້ນ​ໃນ​ຊີວິດ​ນີ້ ຫລື ຊີວິດ​ຕໍ່​ໄປ​ກໍ​ຕາມ, ທຸກ​ສິ່ງ​ທຸກ​ຢ່າງ​ຈະເຮັດ​ໃຫ້​ຖືກຕ້ອງ. ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຊົງ​ປະກາດ​ວ່າ: “ຢ່າ​ກັງວົນ ແລະ ເປັນ​ທຸກ​ໃຈ; ແລະ ຢ່າ​ສູ່​ຢ້ານ.”31 “ໂລກ​ຈະ​ເຮັດ​ໃຫ້​ພວກ​ທ່ານ​ທົນ​ທຸກທໍລະມານ. ແຕ່​ຈົ່ງ​ມີໃຈ​ກ້າ​ເຖີດ! ເຮົາ​ໄດ້​ຊະນະ​ໂລກ​ແລ້ວ.”32

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ​ເມື່ອ​ທ່ານ​ຮັກ​ພຣະ​ອົງ, ໄວ້ໃຈ​ໃນ​ພຣະ​ອົງ, ເຊື່ອ​ຟັງ​ພຣະ​ອົງ, ແລະ ເຮັດ​ຕາມ​ພຣະ​ອົງ, ທ່ານ​ຈະ​ຮູ້ສຶກ​ເຖິງ​ຄວາມ​ຮັກ ແລະ ຄວາມ​ເຫັນ​ພ້ອມ​ຂອງ​ພຣະ​ອົງ. ເມື່ອ​ທ່ານ​ຖາມ​ວ່າ, “ພຣະຄຣິດ​ຄິດ​ຢ່າງໃດກ່ຽວ​ກັບ​ເຮົາ?” ທ່ານ​ຈະ​ຮູ້​ວ່າ​ທ່ານ​ເປັນ​ສານຸສິດ​ຂອງ​ພຣະ​ອົງ; ທ່ານ​ເປັນ​ໝູ່​ເພື່ອນ​ຂອງ​ພຣະ​ອົງ. ໂດຍ​ພຣະ​ຄຸນຂອງ​ພຣະ​ອົງ, ພຣະ​ອົງ​ຈະ​ກະທຳ​ສິ່ງ​ທີ່​ທ່ານ​ບໍ່​ສາມາດ​ເຮັດ​ສຳລັບ​ຕົວ​ເອງ.

ເຮົາ​ກຳລັງ​ລໍຖ້າ​ຄຳ​ສະຫລຸບ​ຂອງ​ການ​ປາ​ໄສ ຈາກ​ສາດສະດາ ຜູ້​ແສນ​ຮັກ​ຂອງ​ເຮົາ​ຢ່າງ​ກະ​ຕື​ລື​ລົ້ນ. ປະທານ​ທອມ​ມັສ  ແອັສ​ ມອນ​ສັນ ໄດ້​ຮັບ​ຕຳແໜ່ງ​ເປັນ​ອັກ​ຄະ​ສາວົກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະເຢ​ຊູ​ຄຣິດ ຕອນ​ຂ້າພະເຈົ້າ​ມີ​ອາຍຸໄດ້​ແຕ່ 12 ປີ. ຫລາຍ​ກວ່າ 48 ປີ ເຮົາ​ໄດ້​ຮັບ​ພອນ​ທີ່​ໄດ້​ມີ​ໂອກາດ​ຟັງ​ເພິ່ນ ສະແດງ​ປະຈັກ​ພະຍານ​ເຖິງ​ພຣະເຢ​ຊູ​ຄຣິດ. ຂ້າພະເຈົ້າ​ເປັນ​ພະຍານ​ວ່າ​ເພິ່ນ​ມີ​ບົດບາດ​ເປັນ​ອັກ​ຄະ​ສາວົກ ຜູ້​ຊັ້ນ​ສູງ​ສຸດ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຢູ່​ເທິງ​ແຜ່ນດິນ​ໂລກ​ໃນ​ປະຈຸ​ບັນ​ນີ້.

ດ້ວຍ​ຄວາມ​ຮັກ ແລະ ການ​ຍົກຍ້ອງ​ຕໍ່​ສານຸສິດ​ຫລາຍໆ​ຄົນ​ຂອງ​ພຣະເຢ​ຊູ​ຄຣິດ​ຜູ້​ທີ່​ບໍ່​ເປັນ​ສະມາຊິກ​ຂອງ ສາດສະໜາ​ຈັກ​ນີ້, ເຮົາ​ປະກາດ​ດ້ວຍ​ຄວາມ​ຖ່ອມຕົວ​ວ່າ​ທູດ​ສະຫວັນ​ໄດ້​ກັບ​ມາ​ແຜ່ນດິນ​ໂລກ​ໃນ​ວັນ​ເວລາ​ຂອງ​ເຮົາ. ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ກໍ​ຄື​ກັນ​ກັບ​ພຣະ​ອົງ​ໄດ້​ຈັດ​ຕັ້ງ​ໃນ​ສະໄໝ​ໂບຮານໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່, ດ້ວຍ​ອຳນາດ, ພິທີການ, ແລະ ພອນ​ແຫ່ງ​ສະຫວັນ. ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ປະຈັກພະຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະເຢ​ຊູ​ຄຣິດ.

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ​ພຣະເຢ​ຊູ​ເປັນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ໂລກ, ພຣະ​ອົງ​ໄດ້​ທົນ​ທຸກ ແລະ ເສຍ​ຊີວິດເພື່ອ​ບາບ​ຂອງ​ເຮົາ ແລະ ໄດ້​ລຸກຂຶ້ນ​ໃນ​ມື້​ທີ​ສາມ. ພຣະ​ອົງ​ໄດ້​ຟື້ນ​ຄືນ​ຊີວິດ. ໃນ​ວັນ​ຕໍ່​ມາ, ທຸກ​ຄົນ​ຈະ​ຄຸເຂົ່າ​ລົງຕໍ່​ໜ້າ​ພຣະ​ອົງ ແລະ ກໍ​ຈະ​ຮັບ​ວ່າ​ພຣະເຢ​ຊູ​ຄື​ພຣະຄຣິດ.33 ໃນ​ວັນ​ນັ້ນ, ເຮົາ​ຈະ​ບໍ່​ເປັນ​ຫ່ວງ​ວ່າ “ຄົນ​ອື່ນໆ​ຖື​ວ່າ ເຮົາ​ເປັນ​ຄົນ​ຄຣິດ​ຕຽນ​ຫລື​ບໍ?” ໃນ​ເວລາ​ນັ້ນ, ເຮົາ​ຈະ​ຕັ້ງໃຈ​ຟັງ​ພຣະ​ອົງ, ແລະ ຈິດ​ວິນ​ຍານ​ຂອງ​ເຮົາ​ຈະ​ປະ​ທັບ​ໃຈ ຕໍ່​ຄຳ​ຖາມ​ທີ່​ວ່າ, “ພຣະຄຣິດ​ຄິດ​ຢ່າງໃດ​ກ່ຽວ​ກັບ​ເຮົາ?” ພຣະ​ອົງ​ມີ​ຊີວິດ​ຢູ່. ຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່າ​ນີ້ ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.