​2010–2019
ຂອງ​ປະທານ​ທີ່​ບໍ່​ອາດ​ຈະ​ກ່າວ​ເຖິງ​ໄດ້​ຈາກ​ພຣະ​ເຈົ້າ
ຕຸລາ 2012


ຂອງ​ປະທານ​ທີ່​ບໍ່​ອາດ​ຈະ​ກ່າວ​ເຖິງ​ໄດ້​ຈາກ​ພຣະ​ເຈົ້າ

ພຣະ​ວິນ​ຍານ​ບໍລິສຸດ​ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ສົມບູນ​ແບບ​ກັບ​ພຣະ​ບິດາ​ເທິງ​ສະຫວັນ ແລະ ພຣະເຢ​ຊູ​ຄຣິດ, ໃນ​ການ​ສຳເລັດບົດບາດ​ທີ່​ສຳຄັນ​ທັງຫລາຍ ແລະ ໜ້າທີ່​ຮັບຜິດຊອບ​ທີ່​ແຕກຕ່າງ​ກັນ.

ໃນ​ປີ 1994, ປະທານຮາວ​​ເວີ​ດ ດັບ​​ເບິນຢູ ຮັນ​ເທີ ໄດ້​ເຊື້ອເຊີນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ໃຫ້ “ຈັດ​ຕັ້ງ​ພຣະ​ວິຫານ ... ໃຫ້​ເປັນ​ສັນຍາ​ລັກ​ທີ່​ສຳຄັນ​ຂອງ​ການ​ເປັນ​ສະມາຊິກ​ຂອງ​ເຮົາ.”1 ຕໍ່​ມາ​ໃນ​ປີ​ດຽວ​ກັນ​ນັ້ນ, ການ​ກໍ່​ສ້າງ​ພຣະ​ວິຫານ​ທີ່​ເມືອງບາ​ວ​ທີ​ຟູ​ນ ລັດຢູ​ທາ ກໍ​ໄດ້​ສຳເລັດ​ລົງ. ເໝືອນ​ດັ່ງ​ຄົນ​ທັງຫລາຍ, ພວກ​ຂ້າພະເຈົ້າ​ກໍ​ຕື່ນ​ເຕັ້ນ​ທີ່​ຈະ​ໄດ້​ພາ​ຄອບຄົວ​ທີ່​ມີລູກນ້ອຍ​ໄປ​ທ່ຽວ​ຊົມກ່ອນ​ການ​ອຸທິດ​ຖະຫວາຍ. ພວກ​ຂ້າພະເຈົ້າ​ໄດ້​ຊ່ອຍ​ຕຽມ​ລູກໆ​ຢ່າງ​ພາກ​ພຽນ​ທີ່​ຈະ​ເຂົ້າ​ໄປໃນ​ພຣະ​ວິຫານ, ໄດ້​ອະທິຖານ​ຢ່າງ​ຕັ້ງໃຈ​ວ່າ​ລູກໆ​ຈະ​ມີ​ປະສົບການ​ທາງ​ວິນ​ຍານ ເພື່ອ​ວ່າ​ພຣະ​ວິຫານ​ຈະ​ໄດ້​ກາຍ​ມາ​ເປັນພາກສ່ວນ​ທີ່​ສຳຄັນ​ຫລາຍ​ໃນ​ຊີວິດ​ຂອງ​ພວກ​ເຂົາ.

ຂະນະ​ທີ່​ພວກ​ຂ້າພະເຈົ້າ​ໄດ້​ຍ່າງ​ຊົມ​ພຣະ​ວິຫານ​ຢ່າງ​ຄາລະວະ, ຂ້າພະເຈົ້າ​ໄດ້​ເຫັນ​ຕົວ​ເອງ​ຊື່ນ​ຊົມ​ຢູ່​ກັບ​ວຽກ​ງານ​ສະ​ຖາ​ປັດ​ຍະ​ກຳ​ທີ່​ຫລູ​ຫລາ, ການ​ກໍ່ສ້າງ​ທີ່​ສະຫງ່າ​ງາມ, ແສງ​ສະຫວ່າງ​ທີ່​ສ່ອງແສງ​ເຂົ້າ​ມາ​ຜ່ານ​ປ່ອງຢ້ຽມ​ສູງໆ​ນັ້ນ, ແລະ ຮູບແຕ້ມ​ທີ່​ດົນ​ໃຈ​ທັງຫລາຍ. ທຸກໆ​ພາກສ່ວນ​ຂອງ​ອາຄານ​ທີ່​ສັກສິດ​ນີ້​​ແມ່ນງົດ​ງາມ ຫລາຍ​ແທ້ໆ.

ເມື່ອ​ໄດ້​ກ້າວ​ເຂົ້າ​ໄປ​ໃນ​ຫ້ອງ​ອານາຈັກ​ຊັ້ນສູງ, ໃນ​ທັນໃດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ວ່າທ້າວ ເບັນ, ລູກ​ຊາຍ​ຫລ້າ ອາຍຸ​ຫົກປີ ກຳລັງ​ກອດ​ຂາ​ຂອງ​ຂ້າພະເຈົ້າ​ຢູ່. ລາວ​ປະກົດ​ວ່າ​ກັງວົນ​ໃຈ—ບາງທີ​ແມ່ນ​​ແຕ່ຢ້ານ​ໜ້ອຍ​ໜຶ່ງ.

ຂ້າພະເຈົ້າ​ໄດ້​ກະຊິບ​ວ່າ “ເປັນ​ຫຍັງລູກ?”

ລາວ​ໄດ້​ຕອບ​ວ່າ, “ພໍ່, ແມ່ນ​ຫຍັງ​ກຳລັງ​ເກີດຂື້ນ​ຢູ່​ທີ່​ນີ້? ລູກ​ບໍ່​ເຄີຍ​ຮູ້ສຶກ​ແບບ​ນີ້​ມາ​ກ່ອນ.”

ເມື່ອ​ໄດ້​ຮູ້​ວ່າ​ນັ້ນ​ອາດ​ເປັນ​ເທື່ອ​ທຳ​ອິດທີ່​ລູກ​ຊາຍ​ນ້ອຍ​ຂອງ​ພວກຂ້າພະເຈົ້າ​ໄດ້​ຮູ້ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍລິສຸດໃນທາງ​ທີ່​ມີ​ພະລັງ, ຂ້າພະເຈົ້າ​ໄດ້​ຄຸເຂົ່າ​ລົງ​ທີ່​ພື້ນ​ຄຽງ​ຂ້າງ​ລາວ. ໃນ​ຂະນະ​ທີ່​ຜູ້​ທ່ຽວ​ຊົມ​ຄົນ​ອື່ນ​ຍ່າງ​ອ້ອມ​ພວກ​ຂ້າພະເຈົ້າ​ໄປ, ທ້າວ ເບັນ ແລະ ຂ້າພະເຈົ້າ​ໄດ້​ໃຊ້​ເວລາ​ຫລາຍ​ນາທີ, ນັ່ງຄຽງ​ຂ້າງ​ກັນ, ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ວິນ​ຍານ​ບໍລິສຸດ​ນຳ​ກັນ. ຂ້າພະເຈົ້າ​ໄດ້​ປະຫລາດ​ໃຈ​ທີ່​ມັນ​ງ່າຍ​ແບບ​ນັ້ນ​ທີ່ພວກ​ຂ້າ​ພະ ເຈົ້າ​ສາມາດ​ສົນທະນາ​ເຖິງ​ຄວາມ​ຮູ້ສຶກ​ອັນ​ສັກສິດ​ຂອງ​ລາວ​ໄດ້. ຂະນະ​ທີ່​ພວກ​ຂ້າພະເຈົ້າ​ຍ່າງ​ຕໍ່​ໄປ, ມັນ​ກໍ​ແຈ່ມ​ແຈ້ງ​ດີ​ວ່າ ສິ່ງ​ທີ່ໜ້າ​ດົນ​ໃຈ​ຫລາຍ​ທີ່​ສຸດ​ສຳລັບທ້າວ ເບັນ ບໍ່​ໄດ້​ເປັນ​ສິ່ງ​ທີ່​ລາວ ໄດ້​ເຫັນ ແຕ່​ເປັນ​ສິ່ງ​ທີ່​ລາວ ໄດ້​ຮູ້ສຶກ—ບໍ່​ແມ່ນ​ຄວາມ​ສວຍ​ງາມພາຍ​ນອກ​ທີ່ຢູ່​ອ້ອມ​ຂ້າງ​ພວກ​ຂ້າພະເຈົ້າ ແຕ່​ເປັນ​ສຸລະສຽງ​ອັນ​ແຜ່​ວ​ເບົາ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າພາຍ​ໃນ​ຫົວໃຈ​ຂອງ​ລາວ. ຂ້າພະເຈົ້າ​ໄດ້​ແບ່ງປັນ​ໃຫ້​ລາວ​ຮູ້​ເຖິງ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ຮຽນຮູ້​ຈາກ​ປະສົບ​ການ​ຂອງ​ຂ້າພະເຈົ້າ​ເອງ, ແມ່ນ​ແຕ່​ຂະນະ​ທີ່ຄວາມ​ປະຫລາດ​ໃຈ​ຂອງ​ເດັກນ້ອຍ​ດັ່ງ​ລາວ ກໍ​ໄດ້​ເຮັດ​ໃຫ້​ຫົວໃຈຂອງ​ຂ້າພະເຈົ້າ​ມີ​ຄວາມ​ຮູ້ສຶກ​ທີ່​ເລິກ​ຊຶ້ງ​ອີກ ເຖິງ​ຄວາມ​ກະຕັນຍູສຳລັບ​ຂອງ​ປະທານທີ່​ບໍ່​ອາດ​ຈະ​ກ່າວ​ເຖິງ​ໄດ້ຈາກ​ພຣະ​ເຈົ້າ—ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ.2

ໃຜ​ຄື​ພຣະ​ວິນ​ຍານ​ບໍລິສຸດ?

ພຣະ​ວິນ​ຍານ​ບໍລິສຸດ​ຄື​ອົງ​ທີ​ສາມ​ໃນ​ຝ່າຍ​ພຣະ​ເຈົ້າ, ແລະ ເພາະສະນັ້ນ, ເໝືອນ​ດັ່ງ​ພຣະ​ເຈົ້າ ພຣະ​ບິດາ ແລະ ພຣະເຢ​ຊູ​ຄຣິດ, ພຣະ​ອົງ​ຈຶ່ງ​ຮູ້​ຄວາມ​ຄິດ ແລະ ເຈດ​ຕະ​ນາ​ຂອງ​ໃຈ​ເຮົາ.3 ພຣະວິນ​ຍານ​ບໍລິສຸດ​ຮັກ​ເຮົາ ແລະ ປະສົງ​ໃຫ້​ເຮົາ​ມີ​ຄວາມສຸກ. ເພາະ​ວ່າ​ພຣະ​ອົງ​ຮູ້​ການ​ທ້າ​ທາຍ​ທີ່​ເຮົາ​ຈະ​ໄດ້​ປະ​ເຊີນ, ພຣະ​ອົງ ສາມາດ​ນຳພາ​ເຮົາ ແລະ ສອນ​ເຮົາ​ທຸກ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອຈະ​ໄດ້​ກັບ​ຄືນ​ໄປ ແລະ ອາໄສ​ຢູ່​ກັບ​ພຣະ​ບິດາ​ເທິງ​ສະຫວັນ​ຂອງເຮົາ​ອີກ​ຄັ້ງ.4

ແຕກ​ຕ່າງ​ຈາກ​ພຣະ​ບິດາ​ເທິງ​ສະຫວັນ ແລະ ພຣະເຢ​ຊູ​ຄຣິດ, ພຣະອົງ​ຜູ້ຊົງ​ມີ​ພຣະ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະດູກ​ທີ່​ສົມບູນ​ແລ້ວ, ພຣະ​ວິນ​ຍານ​ບໍລິສຸດ​ເປັນ​ອົງ​ທີ່​ເປັນວິນ​ຍານ ຜູ້​ຊຶ່ງ​ສື່ສານ​ກັບ​ວິນຍານ​ຂອງ​ເຮົາ​ຜ່ານ​ຄວາມ​ຮູ້ສຶກ ແລະ ການ​ປະ​ທັບ​ໃຈ.5 ເພາະພຣະ​ອົງ​ເປັນວິນ​ຍານ, ພຣະ​ອົງ​ມີໜ້າ​ທີ່​ຮັບຜິດຊອບ​ສະເພາະ​ຕົວ ຂອງ​ການ​ເປັນ​ເຄື່ອງມື ຜ່ານ​ທາງ​ທີ່​ການ​ເປີດເຜີຍ​ສ່ວນ​ຕົວ​ຈຶ່ງຖືກ​ໄດ້​ຮັບ. ໃນ​ພຣະ​ຄຳ​ພີ, ສ່ວນ​ຫລາຍ​ແລ້ວ ພຣະ​ວິນ​ຍານບໍລິສຸດ​ຖືກ​ເອີ້ນ​ວ່າ​ພຣະ​ວິນ​ຍານ​ສັກສິດ, ພຣະ​ວິນ​ຍານ​ຂອງພຣະ​ຜູ້​ເປັນ​ເຈົ້າ, ພຣະ​ວິນ​ຍານ​ສັກສິດ​ແຫ່ງ​ຄຳ​ສັນຍາ, ຫລື ແບບ​ງ່າຍໆ​ວ່າພຣະ​ວິນ​ຍານ.6

ແມ່ນ​ຫຍັງ​ຄື​ພາລະກິດ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ?

ພຣະ​ວິນ​ຍານ​ບໍລິສຸດ​ເຮັດ​ວຽກ​ຢ່າງ​ສົມບູນ​ແບບ​ຮ່ວມ​​ກັບ​ພຣະ​ບິດາ​ເທິງ​ສະຫວັນ ແລະ ພຣະເຢ​ຊູ​ຄຣິດ, ໃນ​ການ​ສຳເລັດບົດບາດ​ທີ່​ສຳຄັນ​ທັງຫລາຍ ແລະ ໜ້າທີ່​ຮັບຜິດຊອບ​ທີ່​ແຕກຕ່າງ​ກັນ. ຈຸດປະສົງ​ຕົ້ນຕໍ​ຂອງ ພຣະ​ວິນ​ຍານ​ບໍລິສຸດ​ຄື ທີ່​ຈະເປັນ​ພະຍານ​ເຖິງ​ພຣະ​ເຈົ້າ ພຣະ​ບິດາ ແລະ ພຣະ​ບຸດ​ຂອງພຣະ​ອົງ, ພຣະເຢ​ຊູ​ຄຣິດ,7 ແລະ ສອນ​ເຮົາ​ເຖິງ​ຄວາມ​ຈິງ​ຂອງທຸກ​ເລື່ອງ.8 ພະຍານ​ທີ່​ແນ່ນອນ​ຈາກ​ພຣະ​ວິນ​ຍານ​ບໍລິສຸດ ສະແດງ​ໃຫ້​ເຫັນ​ຄວາມ​ແນ່ນອນ​ຫລາຍ​ກວ່າ​ພະຍານ​ທີ່​ມາ​ຈາກແຫລ່ງອື່ນໆ. ປະທານ​ໂຈ​ເຊັບ ຟຽວດິງ ສະ​ມິດ ໄດ້​ສອນ​ວ່າ “ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າທີ່​ກ່າວ​ຕໍ່​ວິນ​ຍານ​ຂອງ​ມະນຸດ ມີ​ພະລັງ​ທີ່​ຈະ​ສື່ສານ​ຄວາມ​ຈິງ ດ້ວຍ​ຜົນ​ສະທ້ອນ ແລະ ຄວາມເຂົ້າໃຈ​ຫລາຍ​ກວ່າ​ຄວາມ​ຈິງ​ທີ່ຖືກ​ສື່ສານ​ໂດຍ​ຜູ້​ຕິດຕໍ່​ສ່ວນ​ຕົວ ແມ່ນ​ແຕ່​ກັບ​ອົງ​ຈາກ​ສະຫວັນ.”9

ພຣະ​ວິນ​ຍານ​ບໍລິສຸດ​ກໍ​ຖືກ​ຮັບ​ຮູ້​ອີ​ກວ່າ ພຣະ​ຜູ້​ປອບ​ໂຍນ.10 ໃນ​ຊ່ວງ​ເວລາ​ທີ່​ມີ​ບັນຫາ ຫລື ຄວາມ​ສິ້ນ​ຫວັງ ຫລື ເມື່ອ​ເຮົາຈຳເປັນ​ຈະ​ຮູ້​ວ່າ​ພຣະ​ເຈົ້າ​ປະ​ທັບ​ຢູ່​ໃກ້, ພຣະ​ວິນ​ຍານ​ບໍລິສຸດ ສາມາດ​ເຊີດ​ຊູ​ຈິດ​ໃຈ​ຂອງ​ເຮົາ, ໃຫ້​ເຮົາ​ມີ​ຄວາມ​ຫວັງ, ແລະ ສອນ​ເຮົາ​ເຖິງ “ສິ່ງ​ທີ່​ເປັນຄວາມ​ສັນຕິ​ສຸກ​ຂອງ​ອານາຈັກ,”11 ແລະ ຊ່ອຍ​ໃຫ້​ເຮົາ​ຮູ້ສຶກ​ເຖິງ “ສັນຕິ​ສຸກ​ທີ່​ມາ​ຈາກ​ພຣະ​ເຈົ້າ ຊຶ່ງ​ເກີນ​ຄວາມ​ເຂົ້າໃຈ​ຂອງ​ມະນຸດ.”12

ເມື່ອ​ຫລາຍ​ປີ​ກ່ອນ ເມື່ອ​ຍາດ​ພີ່ນ້ອງ​ຂອງ​ພວກ​ຂ້າພະເຈົ້າ ໄດ້ເຕົ້າໂຮມ​ກັນ​ເພື່ອ​ຮັບ​ປະທານ​ອາຫານ​ຄ່ຳ​ຕອນ​ວັນ​ພັກ, ພໍ່​ຂອງຂ້າພະເຈົ້າ​ໄດ້​ເລີ່​ມ​ຫລິ້ນ​ເກ​ມ​ກັບ​ຫລານໆ​ຂອງ​ເພິ່ນ. ໃນ​ທັນໃດນັ້ນ ແລະ ໂດຍ​ບໍ່​ມີ​ການ​ເຕືອນ, ພໍ່​ໄດ້​ລົ້ມ​ລົງ ແລະ ໄດ້​ເສຍ​ຊີວິດ​ໄປ​ຢ່າງ​ກະທັ​ນຫັນ. ເຫດການ​ທີ່​ບໍ່​ໄດ້​ຄາດ​ຄິດ​ນີ້​ສາມາດ​ເປັນ​ເລື່ອງ​ທີ່ເສົ້າ​ເສຍ​ໃຈ, ໂດຍ​ສະເພາະ​ສຳລັບ​ຫລານໆ​ຂອງ​ພໍ່, ທີ່​ໄດ້​ກໍ່​ໃຫ້ມີ​ຄຳ​ຖາມ​ທີ່​ຈະ​ຕອບ​ໄດ້​ຍາກ. ເຖິງ​ຢ່າງໃດ​ກໍ​ຕາມ, ເມື່ອ​ພວກ​ຂ້າພະ​ເຈົ້າ​ໄດ້​ເຕົ້າໂຮມ​ລູກໆ​ຢູ່​ອ້ອມ, ເມື່ອ​ພວກ​ຂ້າພະເຈົ້າ​ໄດ້​ອະທິຖານ ແລະ ອ່ານ​ຖ້ອຍ​ຄຳ​ຂອງ​ສາດສະດາ​ໃນ​ພຣະ​ຄຳ​ພີ​ມໍ​ມອນກ່ຽວ​ກັບ​ຈຸດປະສົງ​ຂອງ​ຊີວິດ, ພຣະ​ວິນ​ຍານ​ບໍລິສຸດໄດ້​ປອບໂຍນ​ພວກ​ຂ້າພະເຈົ້າ​ແຕ່ລະຄົນ​ເປັນ​ສ່ວນ​ຕົວ. ໃນ​ວິທີ​ທາງ​ທີ່ຍາກ​ຈະ​ອະທິບາຍ​ດ້ວຍ​ຄຳ​ເວົ້າ, ຄຳ​ຕອບ​ທີ່​ພວກ​ຂ້າພະເຈົ້າ​ໄດ້ສະແຫວງຫາ​ໄດ້​ເຂົ້າ​ມາສູ່​ຫົວໃຈ​ຂອງ​ພວກ​ຂ້າພະເຈົ້າ​ຢ່າງ​ແຈ້ງ​ຊັດ. ພວກ​ຂ້າພະເຈົ້າ​ໄດ້​ຮູ້ສຶກ​ຄວາມ​ສະຫງົບ​ສຸກ​ໃນ​ມື້​ນັ້ນ ທີ່ເກີນ​ກວ່າ​ຄວາມ​ເຂົ້າໃຈ​ຂອງພວກ​ຂ້າພະເຈົ້າແທ້ໆ, ແຕ່​ພະຍານ ຈາກ​ພຣະ​ວິນ​ຍານ​ບໍລິສຸດ​ແມ່ນ​ແນ່ນອນ, ປະຕິເສດ​ບໍ່​ໄດ້, ແລະ ຈິງ​ແທ້.

ພຣະ​ວິນ​ຍານ​ບໍລິສຸດ​ເປັນ​ຄູ ແລະ ຜູ້​ເປີດເຜີຍ.13 ເມື່ອ​ເຮົາ​ສຶກສາ, ໄຕ່ຕອງ, ແລະ ອະທິຖານ​ກ່ຽວ​ກັບ​ຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ, ພຣະ​ວິນ​ຍານ​ບໍລິສຸດ​ຈະ​ເຮັດ​ໃຫ້​ຄວາມ​ຄິດ​ຂອງ​ເຮົາສະຫວ່າງ ແລະ ຄວາມ​ເຂົ້າໃຈ​ຂອງ​ເຮົາ​ວ່ອງໄວ.14 ພຣະ​ອົງຈະ​ເຮັດ​ໃຫ້​ຄວາມ​ຈິງ​ຖືກ​ບັນທຶກ​ໄວ້​ຢ່າງ​ຖາວອນ​ໃນ​ຈິດ​ວິນ​ຍານຂອງ​ເຮົາ ແລະ ສາມາດ​ເຮັດ​ໃຫ້​ມີ​ການ​ປ່ຽນແປງ​ອັນ​ໃຫຍ່​ຍິ່ງ​ໃນໃຈ​ຂອງ​ເຮົາ. ເມື່ອ​ພວກ​ຂ້າພະເຈົ້າ​ໄດ້​ແບ່ງປັນ​ຄວາມ​ຈິງ​ເຫລົ່າ​ນີ້ກັບ​ຄອບຄົວ, ກັບ​ເພື່ອນ​ສະມາຊິກ​ໃນ​ສາດສະໜາ​ຈັກ, ແລະ ກັບ​ໝູ່​ເພື່ອນ ແລະ ເພື່ອນ​ໃກ້​ບ້ານ​ໃນ​ຊຸມ​ຊົນ, ພຣະ​ວິນ​ຍານບໍລິສຸດ​ກໍ​ກາຍເປັນ​ຄູ​ສອນ​ຂອງ​ເຂົາເຈົ້າ​ຄື​ກັນ, ເພາະ​ພຣະ​ອົງນຳ​ຂ່າວສານ​ຂອງ​ພຣະ​ກິດ​ຕິ​ຄຸນ “ໄປ​ສູ່​ຈິດໃຈ​ຂອງ​ລູກ​ຫລານມະນຸດ.”15

ພຣະ​ວິນ​ຍານ​ບໍລິສຸດ​ດົນ​ໃຈ​ໃຫ້​ເຮົາ​ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ​ໃນ​ການ​ຮັບ​ໃຊ້. ສຳລັບ​ຂ້າພະເຈົ້າ, ຕົວຢ່າງ​ທີ່​ຊົງ​ຈຳ​ທີ່​ດີ​ທີ່​ສຸດ​ຂອງການ​ເຊື່ອ​ຟັງ​ການ​ກະ​ຕຸ້ນ​ເຕືອນ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ​ໃນການ​ຮັບ​ໃຊ້​ຄົນ​ອື່ນ​ກໍ​ມາ​ຈາກ​ຊີວິດ ແລະ ການ​ປະຕິບັດ​ສາດ​ສະໜາ​ກິດ​ຂອງປະທານ​ທອມ​ມັສ ແອັສ ມອນ​ສັນ, ຜູ້​ທີ່​ໄດ້​ກ່າວວ່າ: “ໃນ​ການ​ປະຕິບັດ​ໜ້າທີ່​ຮັບຜິດຊອບ​ຂອງ​ເຮົາ, ຂ້າພະເຈົ້າໄດ້​ຮຽນ​ຮູ້​ວ່າ ເມື່ອ​ເຮົາ​ປະຕິບັດ​ຕາມ​ການ​ກະ​ຕຸ້ນ​ເຕືອນ​ແບບງຽບໆ ແລະ ລົງມື​ເຮັດ​ໂດຍ​ບໍ່​ລັງ​ເລ​ໃຈ, ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ຈະ​ນຳພາ​ບາດກ້າວ​ຂອງ​ເຮົາ ແລະ ໃຫ້​ພອນ​ຊີວິດ​ຂອງ​ເຮົາ ແລະ ຊີວິດ​ຂອງ​ຄົນ​ອື່ນ. ຂ້າພະເຈົ້າ​ບໍ່​ຮູ້​ປະສົບການ​ອື່ນ​ໃດ​ທີ່​ຫວານ​ຊື່ນ​ຫລາຍ​ກວ່າ ຫລື ຄວາມ​ຮູ້ສຶກ​ທີ່​ລ້ຳ​ຄ່າ ຫລາຍ​ກວ່າທີ່​ຈະ​ປະຕິບັດ​ຕາມ​ການ​ກະ​ຕຸ້ນ​ເຕືອນ ແລ້ວຈະ​ໄດ້ພົບ​ເຫັນ​ວ່າ​ພຣະ​ຜູ້ເປັນ​ເຈົ້າ​​ໄດ້​ຕອບ​ຄຳ​ອະທິຖານ​ຂອງ​ຄົນອື່ນ​ຜ່ານ​ທ່ານ​ແລ້ວ.”16

ຂ້າພະເຈົ້າ​ຂໍ​ແບ່ງປັນ​ປະສົບ​ການ​ໜຶ່ງ​ທີ່​ຫວານ​ຊື່ນ. ຕອນປະທານມອນ​ສັນກຳລັງ​ໄດ້​ຮັບ​ໃຊ້​ເປັນ​ອະທິການ, ເພິ່ນ​ໄດ້​ຮຽນ​ຮູ້ວ່າ​ສະມາຊິກ​ຄົນ​ໜຶ່ງ​ໃນ​ຫວອດ​ຂອງ​ເພິ່ນ, ນາງ ແມ​ຣີ ວອດ​ສັນ, ໄດ້​ເຂົ້າ​ໂຮງໝໍ. ເມື່ອ​ເພິ່ນ​ໄດ້​ໄປ​ຢ້ຽມ​ນາງ, ເພິ່ນ​ໄດ້ຮຽນ​ຮູ້​ວ່າ​ນາງ​ໄດ້​ພັກ​ຢູ່​ໃນ​ຫ້ອງ​ທີ່​ກວ້າງ​ໃຫຍ່​ກັບ​ຄົນ​ໄຂ້​ຄົນ​ອື່ນຫລາຍ​ຄົນ. ເມື່ອ​ເພິ່ນ​ໄດ້​ເຂົ້າ​ໄປ​ໃກ້ຊິດ​ສະ​ເຕີ ວອດ​ສັນ, ເພິ່ນໄດ້​ສັງເກດ​ເຫັນ​ຄົນ​ໄຂ້​ຄົນ​ໜຶ່ງ​ທີ່ຢູ່​ໃກ້​ຕຽງ​ໄດ້​ເອົາ​ຜ້າ​ປູ​ບ່ອນ​ປົກຫົວ​ຂອງ​ນາງ​ໄວໆ.

ຫລັງ​ຈາກປະທານມອນ​ສັນໄດ້​ເວົ້າ​ລົມ​ກັບຊິດ​ສະ​ເຕີ ວອດ​ສັນ ແລະ ໄດ້​ໃຫ້​ພອນ​ຖານະ​ປະໂລຫິດ​ແກ່​ນາງ​ແລ້ວ, ເພິ່ນ​ໄດ້​ຈັບ​ມືນາງ, ໄດ້​ກ່າວ​ອຳ​ລາ, ແລະ ຕຽມ​ທີ່​ຈະ​ອອກ​ໄປ. ແລ້ວສິ່ງ​ທີ່​ລຽບ​ງ່າຍ ແຕ່​ອັດສະຈັນ​ໃຈ​ໄດ້​ເກີດ​ຂຶ້ນ. ຂ້າພະເຈົ້າຂໍ​ກ່າວ​ອ້າງ​ອີງ​ຄວາມ​ຊົງ​ຈຳ​ຂອງ​ປະສົບ​ການ​ຂອງປະທານມອນ​ສັນ​ເອງ​ວ່າ:

“ຂ້າພະເຈົ້າ​ໄປ​ຈາກ​ນາງ​ບໍ່​ໄດ້. ປະກົດ​ວ່າ​ມີ​ມື​ທີ່​ຫລຽວ​ບໍ່​ເຫັນ ມາວາງ​ຢູ່​ເທິງ​ບ່າ​ໄຫລ່​ຂອງ​ຂ້າພະເຈົ້າ, ແລະ ຂ້າພະເຈົ້າໄດ້​ຮູ້ສຶກ​ພາຍ​ໃນ​ຈິດ​ວິນ​ຍານ​ຂອງ​ຂ້າພະເຈົ້າ​ວ່າ ຂ້າພະເຈົ້າ​ໄດ້ຍິນ​ຖ້ອຍ​ຄຳ​ເຫລົ່າ​ນີ້​ວ່າ: ‘ໄປ​ຕຽງ​ຖັດ​ນັ້ນ ບ່ອນ​ທີ່​ຜູ້ຍິງ​ຕົວນ້ອຍໆ​ໄດ້​ເອົາ​ຜ້າຫົ່ມ​ປົກ​ໜ້າ​ຂອງ​ນາງ ຕອນ​ເຈົ້າ​ໄດ້​ເຂົ້າ​ມາ.’ ຂ້າພະເຈົ້າ​ໄດ້​ເຮັດ​ດັ່ງນັ້ນ. ...

“ຂ້າພະເຈົ້າ​ໄດ້​ເຂົ້າ​ໄປ​ໃກ້​ຕຽງ​ຂອງ​ຄົນ​ໄຂ້​ຄົນ​ນັ້ນ, ໄດ້​ຕົບ​ບ່າໄຫລ່​ຂອງ​ນາງ​ຄ່ອຍໆ ແລະ ໄດ້​ດຶງ​ເອົາ​ຜ້າ​ປູ​ບ່ອນ​ທີ່ປົກ​ໜ້າຂອງ​ນາງ​ອອກ​ຢ່າງ​ລະມັດລະວັງ. ໂອ້​ນໍ! ນາງ​ກໍ​ໄດ້​ເປັນ​ສະ​ມາຊິກ​ໃນ​ຫວອດ​ຂອງ​ຂ້າພະເຈົ້າ​ຄື​ກັນ. ຂ້າພະເຈົ້າ​ບໍ່​ໄດ້​ຮູ້​ເລີຍວ່າ​ນາງ​ກໍ​ໄດ້​ເປັນ​ຄົນ​ໄຂ້​ໃນ​ໂຮງໝໍ. ຊື່​ຂອງ​ນາງ​ຄື ແຄ​ດຕະ​ລີ​ນ ມັກ​ກີ. ເມື່ອ​ພວກ​ຂ້າພະເຈົ້າ​ໄດ້​ຫລຽວ​ເບິ່ງ​ກັນ, ນາງ​ໄດ້​ເວົ້າ​ຂື້ນ​ດ້ວຍ​ນ້ຳ​ຕາ​ວ່າ, ‘ໂອ້, ອະທິການ​ເອີຍ, ເມື່ອ​​ເຈົ້າໄດ້​ເຂົ້າປະຕູ​ມາ, ຂ້ອຍໄດ້​ຮູ້ສຶກ​ວ່າ​ເຈົ້າໄດ້​ມາ​ໃຫ້​ພອນ​ຂ້ອຍ ທີ່​ເປັນ​ຄຳຕອບ​ຂອງ​ຄຳ​ອະທິຖານ​ຂອງ​ຂ້ອຍ. ຂ້ອຍດີໃຈ​ຫລາຍ​ໃນ​ໃຈ ເມື່ອ​ຄິດ​ວ່າ​ເຈົ້າໄດ້​ຮູ້​ວ່າ​ຂ້ອຍ​ຢູ່​ທີ່​ນີ້, ແຕ່​ເມື່ອ​ເຈົ້າໄດ້​ຢຸດ​ຢູ່​ທີ່ຕຽງ​ອື່ນ, ຂ້ອຍ​ເລີຍ​ເສົ້າ​ເສຍ​ໃຈ, ແລະ ຂ້ອຍ​ໄດ້​ຮູ້​ວ່າ​​ເຈົ້າ​ບໍ່​ໄດ້​ມາຢ້ຽມ​ຂ້ອຍ.’

“ຂ້າພະເຈົ້າ​ໄດ້​ບອກ [ຊິດ​ສະ​ເຕີ] ມັກ​ກີ​ ວ່າ: ‘ມັນ​ບໍ່​ສຳຄັນ​ທີ່​ຂ້ອຍບໍ່​ໄດ້​ຮູ້​ວ່າ​ເຈົ້າ​ຢູ່​ນີ້. ແຕ່ມັນ​ສຳຄັນທີ່​ພຣະ​ບິດາ​ເທິງ​ສະຫວັນ​ຮູ້ ແລະ ວ່າ​ເຈົ້າ​ໄດ້​ອະທິຖານ​ຢ່າງ​ງຽບໆ ເພື່ອ​ທູນ​ຂໍ​ພອນຂອງ​ຖານະ​ປະໂລຫິດ. ເປັນ​ພຣະ​ອົງ​ເອງ​ທີ່​ໄດ້​ກະ​ຕຸ້ນ​ເຕືອນໃຫ້​ຂ້ອຍ​ມາ​ຫາ​ເຈົ້າ.’”17

ພຣະ​ວິນ​ຍານ​ບໍລິສຸດ​ກ່າວ​ກັບ​ເຮົາ​ແນວໃດ?

ເຮົາ​ທຸກ​ຄົນ​ມີ​ປະສົບ​ການ​ກັບ​ພຣະ​ວິນ​ຍານ​ບໍລິສຸດ, ເຖິງ​ແມ່ນ​ວ່າ ເຮົາ​ບໍ່​ໄດ້​ຮັບ​ຮູ້​ມັນ​ສະເໝີ​ກໍ​ຕາມ. ເມື່ອ​ຄວາມ​ຄິດ​ທີ່​ດົນ​ໃຈ​ໄດ້ເຂົ້າ​ມາສູ່​ຈິດໃຈ​ຂອງ​ເຮົາ, ເຮົາ​ຮູ້​ວ່າ​ມັນ​ຈິງ​ໂດຍ​ຄວາມ​ຮູ້ສຶກທາງ​ພຣະ​ວິນ​ຍານ ທີ່​ເຂົ້າ​ມາສູ່​ຫົວໃຈ​ຂອງ​ເຮົາ. ປະທານບອຍ ເຄ ​ແພ໊ກ​ເກີ ໄດ້​ສອນ​ວ່າ: “ພຣະ​ວິນ​ຍານ​ບໍລິສຸດ​ກ່າວ​ດ້ວຍ ສຸລະສຽງ​ທີ່​ທ່ານ ຮູ້ສຶກ ຫລາຍ​ກວ່າ​ທີ່​ທ່ານໄດ້​ ຍິນ. … ເມື່ອ​ເຮົາກ່າວ​ເຖິງ ‘ການ​ຟັງສຽງ​ກະຊິບ​ຂອງ​ພຣະ​ວິນ​ຍານ, ສ່ວນ​ຫລາຍແລ້ວ​ເຮົາ​ຈະ​ບັນຍາຍ​ການ​ກະ​ຕຸ້ນ​ເຕືອນ​ທາງ​ວິນ​ຍານ​ໂດຍ​ກ່າວວ່າ, ຂ້ອຍ​ໄດ້​ມີ ຄວາມ​ຮູ້ສຶກ ...’.”18 ຜ່ານ​ຄວາມ​ຮູ້ສຶກ​ທີ່​ສັກສິດ​ເຫລົ່າ​ນີ້ ທີ່​ມາ​ຈາກ​ພຣະ​ວິນ​ຍານ​ບໍລິສຸດ ເຮົາ​ຈະ​ຮູ້​ສິ່ງ​ທີ່​ພຣະ ເຈົ້າ​ປະສົງ​ໃຫ້​ເຮົາ​ເຮັດ, ເພາະ​ສິ່ງ​ນີ້, ດັ່ງ​ທີ່​ໄດ້​ກ່າວ​ໄວ້​ໃນພຣະ​ຄຳ​ພີວ່າ, “ເປັນວິນ​ຍານ​ແຫ່ງ​ການ​ເປີດເຜີຍ.”19

ການ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ​ໝາຍ​ຄວາມ​ວ່າ​ຫຍັງ?

ໃນ​ການ​ສອນທ້າວ ເບັນ, ລູກ​ຊາຍ​ອາຍຸ​ຫົກ​ປີ, ຂ້າພະເຈົ້າ​ໄດ້ຄິດ​ວ່າ​ມັນ​ສຳຄັນທີ່​ຈະ​ແບ່ງ​ແຍກ​ລະຫວ່າງ​ສິ່ງ​ທີ່​ລາວ​ໄດ້​ຮູ້ສຶກ, ຊຶ່ງ​ເປັນ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ, ແລະ ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ, ທີ່​ລາວ​ຈະ​ໄດ້​ຮັບ​ຫລັງ​ຈາກການ​ບັບ​ຕິ​ສະ​ມາ. ກ່ອນ​ການ​ບັບ​ຕິ​ສະ​ມາ, ຄົນ​ທີ່​ສະແຫວງຫາຄວາມ​ຈິງ ຜູ້​ສັດຊື່ ແລະ ຈິງ​ໃຈ​ທຸກ​ຄົນ​ສາມາດ​ຮູ້ສຶກ​ເຖິງ​ອິດ​ທິພົນ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ​ເປັນ​ບາງ​ຄັ້ງ​ບາງ​ຄາວ. ແຕ່​ຢ່າງໃດ​ກໍ​ຕາມ, ໂອກາດ​ທີ່​ຈະ​ໄດ້​ຮັບຄວາມ​ເປັນ​ເພື່ອນ​ສະເໝີ​ໄປຂອງ​ພຣະ​ວິນ​ຍານ​ບໍລິສຸດ ແລະ ຄວາມ​ສົມບູນ ຂອງ​ພອນ​ຕ່າງໆທີ່​ກ່ຽວຂ້ອງ​ກໍ​ມີ​ໄວ້​ໃຫ້​ພຽງ​ແຕ່​ສະມາຊິກ​ທີ່​ມີຄ່າ​ຄວນ​ທີ່​ໄດ້​ຮັບບັບ​ຕິ​ສະ​ມາ​ແລ້ວ ຜູ້​ທີ່​ຈະ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານບໍລິສຸດ ໂດຍ​ການ​ວາງ​ມື ຜ່ານ​ຜູ້​ທີ່​ດຳລົງ​ສິດ​ອຳນາດ​ຂອງ​ຖານະ​ປະໂລຫິດ​ຂອງ​ພຣະ​ເຈົ້າ.

ຜ່ານ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ, ເຮົາ​ຈະ​ໄດ້​ຮັບຄວາມ​ສາມາດ ແລະ ຂອງ​ປະທານ​ທາງ​ວິນ​ຍານ​ເພີ່ມ​ອີກ, ການເປີດເຜີຍ ແລະ ການ​ປົກ​ປ້ອງ​ຫລາຍ​ຂຶ້ນ, ການ​ຊີ້​ນຳ ແລະ ການ​ນຳພາ​ທີ່​ສະ​ໝ່ຳ​ສະເໝີ, ແລະ ພອນ​ແຫ່ງ​ການ​ຊຳລະ​ໃຫ້ສະອາດ ແລະ ຄວາມ​ສູງ​ສົ່ງ​ໃນ​ອານາຈັກ​ຊັ້ນ​ສູງທີ່​ຖືກ​ສັນຍາໄວ້. ພອນ​ທັງ​ໝົດ​ເຫລົ່າ​ນີ້​ຖືກ​ປະທານ​ໃຫ້ ເພາະ​ເປັນ​ຜົນຂອງ​ຄວາມ​ປາຖະ​ໜາ​ສ່ວນ​ຕົວຂອງ​ເຮົາ​ທີ່​ຈະ​ໄດ້​ຮັບ​ມັນ ແລະ ມັນ​ຈະ​ເກີດ​ຂຶ້ນ​ເມື່ອ​ເຮົາ​ເຮັດ​ໃຫ້​ຊີວິດ​ຂອງ​ເຮົາ​ສອດຄ່ອງກັບ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ ແລະ ສະແຫວງຫາ​ການ​ນຳພາທີ່​ສະ​ໝ່ຳ​ສະເໝີ​ຂອງ​ພຣະ​ອົງ.

ເມື່ອ​ຂ້າພະເຈົ້າ​ຄິດ​ເຖິງ​ປະສົບ​ການ​ຂອງ​ຂ້າພະເຈົ້າ​ກັບທ້າວ ເບັນ ໃນ​ພຣະ​ວິຫານບາ​ວ​ທີຟູ​ນ, ຂ້າພະເຈົ້າ​ມີ​ຄວາມ​ຮູ້ສຶກ ແລະ ຄວາມ​ປະ​ທັບ​ໃຈ​ທີ່​ຫວານ​ຊື່ນ​ຫລາຍ​ຢ່າງ. ຄວາມ​ຊົງ​ຈຳ​ທີ່ແຈ່ມ​ແຈ້ງ​ຢ່າງ​ໜຶ່ງ​ຄື​ວ່າ ເມື່ອ​ຂ້າພະເຈົ້າ​ເອົາໃຈໃສ່​ແຕ່​ຄວາມ​ສະຫງ່າ​ງາມ​ຂອງ​ສິ່ງ​ທີ່​ຂ້າພະເຈົ້າ​ສາມາດ​ເຫັນ​ໄດ້, ເດັກນ້ອຍ​ຄົນໜຶ່ງໃກ້​ຂ້າງ​ຂອງ​ຂ້າພະເຈົ້າ​ໄດ້​ຮັບ​ຮູ້​ຄວາມ​ຮູ້ສຶກ​ທີ່​ມີ​ພະລັງ​ໃນໃຈ​ຂອງ​ລາວ. ດ້ວຍ​ຄວາມ​ຕັກເຕືອນ​ທີ່​ອ່ອນ​ນ້ອມ, ຂ້າພະເຈົ້າຖືກ​ເຊື້ອ​ເຊີນ ບໍ່​ພຽງ​ແຕ່​ໃຫ້​ຢຸດ ແລະ ຄຸເຂົ່າ​ລົງ ແຕ່​ໃຫ້​ເຮັດຕາມ​ການ​ເອີ້ນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ໃຫ້​ກາຍເປັນ​ເໝືອນດັ່ງ​ເດັກນ້ອຍ-ຖ່ອມ​ຕົນ, ອ່ອນ​ນ້ອມ, ແລະ ພ້ອມ​ທີ່​ຈະ​ໄດ້​ຍິນ​ສຸລະສຽງ​ອັນແຜ່ວ​ເບົາຂອງ​ພຣະ​ວິນ​ຍານ.

ຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ຄວາມ​ເປັນ​ຈິງ​ທີ່​ດຳລົງ​ຢູ່ ແລະ ພາລະກິດ​ແຫ່ງ​ສະຫວັນ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ ແລະວ່າຜ່ານ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ ເຮົາ​ຈະ​ຮູ້​ຄວາມ​ຈິງຂອງ​ທຸກ​ເລື່ອງ. ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ຂອງ​ປະທານແຫ່ງ​ພຣະ​ວິນ​ຍານ​ບໍລິສຸດເປັນ​ຂອງ​ປະທານ​ອັນ​ລ້ຳ​ຄ່າ ແລະ ທີ່​ບໍ່​ອາດ​ຈະ​ກ່າວ​ເຖິງ​ໄດ້ຂອງ​ພຣະ​ບິດາ​ເທິງ​ສະຫວັນ ທີ່​ມີໃຫ້​ທຸກໆ​ຄົນຜູ້​ທີ່​ຈະ​ເຂົ້າ​ມາ​ສູ່​ພຣະ​ບຸດ​ຂອງ​ພຣະ​ອົງ, ຮັບ​ບັບ​ຕິສະ​ມາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ແລະ ຮັບ​ເອົາ​ພຣະ​ວິນ​ຍານບໍລິສຸດຜ່ານ​ການ​ຢືນຢັນ​ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ອົງ. ເຖິງຄວາມ​ຈິງ​ເຫລົ່າ​ນີ້ ຂ້າພະເຈົ້າ​ເປັນ​ພະຍານ​ສ່ວນ​ຕົວ ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.