​2010–2019
​ໃຫ້ຖາມ​ຜູ້​ສອນ​ສາດສະໜາ! ​ເຂົາ​ເຈົ້າສາມາດ​ຊ່ອຍ​ເຫລືອ​ທ່ານ!
ຕຸລາ 2012


​ໃຫ້ຖາມ​ຜູ້​ສອນ​ສາດສະໜາ! ​ເຂົາ​ເຈົ້າສາມາດ​ຊ່ອຍ​ເຫລືອ​ທ່ານ!

ຜູ້​ສອນ​ສາດສະໜາ​ທຸກ​ຄົນ ບໍ່​ວ່າ​ຈະ​ໜຸ່ມ ຫລື ອາວຸ​ໂສ, ຈະ​ຮັບ​ໃຊ້​ດ້ວຍ​ຄວາມ​ຫວັງ​ຢ່າງດຽວ​​ເພື່ອຊ່ອຍ​ໃຫ້​ຊີວິດ​ຂອງ​ຄົນ​ອື່ນ​ດີ​ຂຶ້ນກວ່າ​ເກົ່າ.

ອ້າຍ​ເອື້ອຍ​ນ້ອງ​​ ​ແລະ ​ມິດ​ສະຫາຍ​ທີ່​ຮັກ​ແພງຂອງ​ຂ້າພະ​ເຈົ້າ, ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຮັກ ​ແລະ ການ​ທັກ​ທາຍ​ມາ​ຍັງ​ທ່ານ​ທຸກ​ຄົນ. ​ພວກເຮົາ​ມີ​ຄວາມຕື່ນ​ເຕັ້ນຫລາຍ​ກັບ​ການ​ປະກາດ​ຂອງ​ປະທານ​ທອມ​ມັສ ແອັສ ມອນ​ສັນ ​ໃນ​ເຊົ້າມື້​ນີ້, ຊຶ່ງ​ຫລຸດ​ອາຍຸ​ການ​ຮັບ​ໃຊ້​​ເຜີຍ​ແຜ່​ຂອງ​ຊາຍ​ໜຸ່ມ​ລົງ​ມາເປັນ 18 ປີ ​ແລະ ຍິງ​ໜຸ່ມ​ລົງມາ​ເປັນ 19 ປີ. ຜ່ານ​ການ​ເລືອກ​ນີ້, ຊາວ​ໜຸ່ມ​ຂອງ​ພວກ​ເຮົາ​ຫລາຍ​ກວ່າ​ເກົ່າຈະ​ຊື່ນ​ຊົມ​ກັບ​ພອນ​ຂອງ​ການ​ເຜີຍ​ແຜ່.

​ໃນສອງ​ປີ​ກ່ອນ ​ແລະ ​ໃນ​ການຢືນຢັນ​ຕື່ມ​ອີກ​ຢ່າງ​ມີ​ພະລັງ​ໃນ​ເຊົ້າມື້​ນີ້, ປະທານ​ມອນ​ສັນ​​ໄດ້​ປະກາດ​ວ່າ “ຊາຍ​ໜຸຸ່ມທີ່​ມີຄ່າຄວນ, ທີ່​ມີ​ຄວາມ​ສາມາດ​ທຸກ​ຄົນ ຄວນ​ຕຽມ​ໄປ​ຮັບ​ໃຊ້​ເຜີຍ​ແຜ່. ການ​ຮັບ​ໃຊ້​ເຜີຍ​ແຜ່​ເປັນ​ໜ້າ​ທີ່​ຂອງ​ຖານະ​ປະ​ໂລຫິດ—​ເປັນ​ພັນທະ​ທີ່​ພຣະ​ເຈົ້າຄາດ​ຫວັງ​ຈາກ​ເຮົາ ຜູ້​ໄດ້​ຮັບ​ຢ່າງ​ຫລວງຫລາຍ.”1 ອີກ​ເທື່ອ​ໜຶ່ງ, ​ເພິ່ນ​ໄດ້​ອະທິບາຍ​ວ່າ ສຳລັບ​ຍິງ​ໜຸ່ມ, ການ​​ໄປ​ເຜີຍ​ແຜ່​ເປັນ​ການ​ເລືອກ, ​ບໍ່​ໄດ້​ເປັນ​ໜ້າ​ທີ່​ຮັບຜິດຊອບ. ​ແລະ ອີກ​ເທື່ອ​ໜຶ່ງ​ເພິ່ນ​ໄດ້​ເຊື້ອ​ເຊີນ​ຄູ່​ອາວຸ​ໂສ​ຫລາຍ​ຕື່ມ​ອີກໃຫ້​ໄປ​ເຜີຍ​ແຜ່.

ການ​ຕຽມ​ສຳລັບ​ການ​ເຜີຍ​ແຜ່​ເປັນ​ສິ່ງ​ສຳຄັນ. ການ​ເຜີຍ​ແຜ່​ເປັນ​ການ​ຮັບ​ໃຊ້ອາສາ​ສະ​ໜັກ​​​ຕໍ່ພຣະ​ເຈົ້າ ​ແລະ ມະນຸດ​ຊາດ. ຜູ້​ສອນ​ສາດສະໜາ​ຖືກສົ່ງ​ເສີມ​ໂດຍ​ການ​ໃຊ້​ຈ່າຍ​ເງິນ​ທຶນ​ຂອງ​ຕົນ​ເອງ. ພໍ່​ແມ່, ຄອບຄົວ, ໝູ່​ເພື່ອນ, ​ແລະ ຜູ້​ບໍລິຈາກ​ກໍ​ສາມາດ​ຊ່ອຍ​ເຫລືອ​ໄດ້​ໃນ​ເງິນ​ທຶນ​ສຳລັບ​ຜູ້​ສອນ​ສາດສະໜາ​ທົ່ວ​​ໄປ. ຜູ້​ສອນ​ສາດສະໜາ​ທຸກ​ຄົນ ບໍ່​ວ່າ​ຈະ​ໜຸ່ມ ຫລື ອາວຸ​ໂສ, ຈະ​ຮັບ​ໃຊ້​ດ້ວຍ​ຄວາມ​ຫວັງ​ຢ່າງດຽວ​​ເພື່ອຊ່ອຍ​ໃຫ້​ຊີວິດ​ຂອງ​ຄົນ​ອື່ນ​ດີ​ຂຶ້ນກວ່າ​ເກົ່າ.

ການ​ຕັດສິນ​ໃຈ​ໄປ​ຮັບ​ໃຊ້​ເຜີຍ​ແຜ່ ຈະ​ຫລໍ່​ຫລອມ​​ໂຊກ​ຊາຕາ​ຂອງ​ຜູ້​ສອນ​ສາດສະໜາ, ຄູ່​ແຕ່ງງານ​ຂອງ​ເຂົາ​ເຈົ້າ, ​ແລະ ລູກ​ຫລານ​ຕໍ່ໆ​ໄປ​. ຄວາມ​ປາຖະໜາ​ທີ່​ຈະ​ຮັບ​ໃຊ້​ມາ​ຈາກ​ການ​ປ່ຽນ​ໃຈ​ເຫລື້​ອມ​ໃສ, ການ​ມີຄ່າ​ຄວນ, ​ແລະ ການ​ຕຽມ​ພ້ອມ​ຂອງ​ບຸກຄົນ.

ຢູ່​ໃນ​ບັນດາ​ຜູ້​ມາ​ຮ່ວມປະຊຸມ​ຢ່າງ​ຫລວງຫລາຍ​ທົ່ວ​ໂລກ, ຫລາຍຄົນ​ໃນພວກ​ທ່ານ​ອາດ​ບໍ່​​ເຄີຍກ່ຽວ​ຂ້ອງກັບ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ແລະ ຮູ້​ເລັກ​ນ້ອຍ​ກ່ຽວ​ກັບ​ພວກ​ເຮົາ ​ແລະ ຜູ້​ສອນ​ສາດສະໜາ. ​ທ່ານ​ໄດ້​ມາ​ຮ່ວມ​ ຫລື ຮັບຊົມ​ກອງ​ປະຊຸມ​ໃຫຍ່​ ​ເພາະວ່າ​ທ່ານ​ຢາກ​ຮູ້​ກ່ຽວ​ກັບ​ຊາວ​ມໍ​ມອນ, ​ແລະ ສິ່ງ​ທີ່​ຜູ້​ສອນ​ສາດສະໜາ​​ໄດ້ສອນ. ​ເມື່ອ​ທ່ານ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ພວກ​ເຮົາ, ທ່ານ​ຈະ​ພົບ​ວ່າ ພວກ​ເຮົາ​ນັບຖື​ຫລາຍ​ສິ່ງ​ທີ່​ຄື​ກັນ​ກັບ​ທ່ານ. ພວກ​ເຮົາ​ຂໍ​​ເຊື້ອ​ເຊີນ​ທ່ານ​ໃຫ້​ຮັກສາ​ທຸກ​ສິ່ງ​ທີ່​ດີ ​ແລະ ​ເປັນຄວາມ​ຈິງ​ໄວ້, ​ແລະ ຈາກ​ນັ້ນ​ໃຫ້​ເບິ່ງຖ້າ​ຫາກ​ວ່າ ທ່ານຢາກ​ເພີ່ມສິ່ງ​ໃດ​​ໃສ່​ຕື່ມ​ອີກ. ຢູ່​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ການ​ທ້າ​ທາຍ​ຢ່າງ​ຫລວງຫລາຍ, ​ເຮົາ​ຈະ​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ​ເປັນ​ບາງ​ຄັ້ງ. ສາດສະໜາ, ຄວາມ​ຈິງ​ນິລັນດອນ, ​ແລະ ຜູ້​ສອນ​ສາດສະໜາ​ຂອງ​ພວກ​ເຮົາ​ເປັນ​ພາກສ່ວນ​ທີ່​ສຳຄັນ​ໃນ​ຄວາມ​ຊ່ອຍ​ເຫລືອ​ນັ້ນ.

ຜູ້​ສອນ​ສາດສະໜາ​ຄົນ​ໜຸ່ມ​ຂອງ​ພວກ​ເຮົາໄດ້​ປະ ການ​ສຶກສາ, ວຽກ​ງານ, ​ຄົນ​ຮັກ, ​ແລະ ສິ່ງ​ຕ່າງໆ​ທີ່​ຜູ້​ໃຫຍ່​ເຮັດ​ໃນ​ຊ່ວງ​ອາຍຸ​ຂອງ​ເຂົາ​ເຈົ້າ. ​ເພາະ​​ໃນ​ໄລຍະ 18 ​​​ເຖິງ 24 ​ເດືອນ, ​ເຂົາ​ເຈົ້າຈະ​ປະ​ສິ່ງ​ທີ່​ກ່າວ​ມານັ້ນ, ​ເພາະ​ຄວາມ​ປາຖະໜາ​ອັນ​ແຮງ​ກ້າ ທີ່​ຈະ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າ.2 ​ແລະ ຜູ້​ສອນ​ສາດສະໜາ​ບາງ​ຄົນ​ຈະ​ຮັບ​ໃຊ້​ໃນ​ຕອນ​ທີ່​ມີ​ອາຍຸ​ແກ່​ແລ້ວ. ຂ້າພະ​ເຈົ້າຮູ້​ວ່າຫລາຍ​ຄອບຄົວ​ໄດ້​ຮັບ​ພອນ. ຢູ່​ໃນ​ຄອບຄົວຂອງ​ຂ້າພະ​ເຈົ້າ​ເອງ ມີ​ຜູ້​ອອກ​ໄປ​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວລາ 8 ຄົນ​ໃນ​ຕອນ​ນີ້—ລູກ​ສາວສາມ​ຄົນ, ສາມີ​ຂອງ​ພວກ​ນາງ, ຫລານ​ສາວ​ຄົນ​ໜຶ່ງ, ​ແລະ ​ເຫ​ລັນຜູ້ຊາຍ​ຄົນ​ໜຶ່ງ.

ບາງ​ຄົນ​ໃນ​ພວກ​ທ່ານ​ອາດ​ຢາກ​ຮູ້​ກ່ຽວ​ກັບ​ຊື່ ມໍ​ມອນ. ມັນ​ເປັນ​ຊື່​ຫລິ້ນ​ຂອງ​ພວກ​ເຮົາ. ມັນ​ບໍ່​ແມ່ນ​ຊື່​ແທ້, ​ແຕ່​ພວກ​ເຮົາ​ໄດ້​ຖືກ​ຮູ້ຈັກ​ໄປ​ທົ່ວ​ວ່າ​ເປັນ​ຊາວ​ມໍ​ມອນ. ຄຳ​ນີ້​ໄດ້​ມາ​ຈາກ​ໜັງສື​ທີ່​ສັກສິດ​ເຫລັ້ມໜຶ່ງ​ທີ່​ຮູ້ຈັກ​ກັນ​ວ່າ ພຣະຄຳ​ພີ​ມໍ​ມອນ.

ຊື່​ແທ້ໆ​ຂອງ​ສາດສະໜາ​ຈັກ​ແມ່ນ ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ​ສາດສະໜາ​ຈັກດັ້ງ​ເດີມ​ມີ​ຊື່ວ່າ ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ. ​ຄາວ​ພຣະອົງ​​ຢູ່​ໃນ​ໂລກ​, ພຣະອົງ​ໄດ້​ຈັດຕັ້ງສາດສະໜາ​ຈັກ​ຂອງ​ພຣະອົງ​ຂຶ້ນ. ພຣະອົງໄດ້​ເອີ້ນ​ເອົາ​ອັກຄະ​ສາວົກສິບ​ສອງຄົນ, ສາວົກ​ເຈັດ​ສິບ, ​ແລ​ະ ຜູ້ນຳ​ຄົນ​ອື່ນໆ ຜູ້​ຊຶ່ງ​ພຣະອົງ​ໄດ້​ມອບ​ສິດ​ອຳນາດ​ຂອງຖານະ​ປະ​ໂລຫິດ​​ໃຫ້ ​ເພື່ອ​ໃຫ້​ກະທຳ​ແທນ​​ໃນ​ພຣະນາມຂອງ​ພຣະອົງ.3 ຫລັງ​ຈາກ​ພຣະຄຣິດ ​ແລະ ອັກຄະ​ສາວົກ​ຂອງ​ພຣະອົງ​ໄດ້​ສິ້ນ​ຊີວິດ​ໄປ, ຜູ້​ຄົນ​ໄດ້​ປ່ຽນ​ພິທີການ ​ແລະ ຄຳ​ສອນ. ສາດສະໜາ​ຈັກ​ດັ້ງເດີມ ​ແລະ ຖານະ​ປະ​ໂລຫິດ​ໄດ້ສາບ​ສູນ​ໄປ. ຫລັງ​ຈາກ​ສະ​ໄໝ​ທີ່​ມືດ​ມົນ, ​ແລະ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະບິດາ​ເທິງ​ສະຫວັນ, ພຣະ​ເຢຊູ​ຄຣິດຈຶ່ງ​ໄດ້​ນຳ​ສາດສະໜາ​ຈັກ​ຂອງ​ພຣະອົງ​ຄືນ​ມາ​ໃໝ່. ບັດ​ນີ້ ມັນຕັ້ງຢູ່​ອີກ​ເທື່ອ​ໜຶ່ງ, ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່, ​ແລະ ດຳ​ເນີນ​ງານ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະອົງ.4

​ພວກເຮົາ​ຕິດຕາມ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ​ແລະ ຄຳ​ສອນ​ຂອງ​ພຣະອົງ. ພວກ​ເຮົາຮູ້​ວ່າ ຫລັງ​ຈາກ​ການ​ເອົາ​ຊະນະ​ຄວາມ​ຕາຍ​ຢ່່າງ​ມີ​ໄຊຂອງ​ພຣະອົງ, ພຣະຜູ້​ເປັນ​ເຈົ້າທີ່​ຟື້ນ​ຄືນ​ຊີວິດ​ໄດ້​ມາ​ປະກົດ​ຕໍ່​ສານຸສິດ​ຂອງ​ພຣະອົງ​ຫລາຍ​ເທື່ອ. ພຣະອົງ​ໄດ້​ກິນ​ເຂົ້ານຳ​​​ເຂົາ​ເຈົ້າ. ພຣະອົງ​ໄດ້​ຍ່າງ​ໄປ​ກັບ​​ເຂົາ​ເຈົ້າ. ກ່ອນ​ການສະ​ເດັດຂຶ້ນ​ໄປ​ສະຫວັນ​ເທື່ອ​ສຸດ​ທ້າຍ, ພຣະອົງ​ໄດ້​ສັ່ງ​​ເຂົາ​ເຈົ້າວ່າ “ຈົ່ງ​ໄປ … ​​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ, ​ໃຫ້​ເຂົາ​ຮັບ​ບັບຕິ​ສະມາ​ໃນ​ພຣະນາມ​ຂອງ​ພຣະບິດາ, ພຣະບຸດ ​ແລະ ພຣະວິນ​ຍານ​ບໍລິສຸດ.”5 ອັກຄະ​ສາວົກ​ໄດ້​ຍິນ​ຄຳ​ສັ່ງ​ນັ້ນ. ​ເຂົາ​ເຈົ້າ​ໄດ້​ເອີ້ນ​ຄົນ​ອື່ນໆ​ໃຫ້​ຊ່ອຍ​ເຫລືອ​ເຂົາ​ເຈົ້າ​ເພື່ອ​​ເຮັດ​ໃຫ້​ຄຳ​ສັ່ງ​ຂອງ​ພຣະຜູ້​ເປັນ​ເຈົ້າບັນລຸ​ຄວາມ​ສຳ​ເລັດ.

ທຸກ​ວັນ​ນີ້, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອັກຄະ​ສາວົກ ​ແລະ ສາດສະດາ​ໃນ​ປະຈຸ​ບັນ, ໜ້າ​ທີ່​ຮັບຜິດຊອບອັນ​ດຽວ​ກັນນັ້ນ ​ໄດ້​ຖືກ​ສົ່ງ​ຕໍ່ໃຫ້​ຜູ້​ສອນ​ສາດສະໜາ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຜູ້​ສອນ​ສາດສະໜາ​ເຫລົ່າ​ນີ້​ຮັບ​ໃຊ້​ຢູ່​ໃນ​ຫລາຍ​ກວ່າ 150 ປະ​ເທດ. ​ໃນ​ຖານະ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ​ເຂົາ​ເຈົ້າ​ໄດ້​ພະຍາຍາມ​ບັນລຸຄຳ​ສັ່ງ​ແຫ່ງ​ສະຫວັນ​ນັ້ນ—ທີ່​ພຣະຜູ້​ເປັນ​ເຈົ້າໄດ້​ນຳ​ກັບ​ຄືນ​ມາສູ່​ວັນ​ເວລາ​ຂອງ​ເຮົາ—​ເພື່ອ​ໃຫ້​ຮັບ​ເອົາພຣະກິດ​ຕິ​ຄຸນ​ທີ່​ສົມບູນ, ​ປ່າວ​ປະກາດ, ​ແລະ ​ເປັນ​ພອນ​ໃຫ້​ແກ່​ຊີວິດ​ຂອງ​ຜູ້​ຄົນ​ຢູ່​ທົ່ວ​ທຸກ​​ແຫ່ງ.6

ຜູ້​ສອນ​ສາດ​ສະໜາ​ທີ່​​ມີ​ອາຍຸເກືອບ​ເຖິງ 20 ປີ ຍັງ​ໜຸ່ມ​ນ້ອຍ​ຢູ່​ໃນ​ສາຍຕາ​ຂອງ​ໂລກ. ​ແຕ່​ເຂົາ​ເຈົ້າ​ໄດ້​ຮັບ​ພອນ​ດ້ວຍ​ຂອງ​ປະທານ—ດັ່ງ​ເຊັ່ນ ອຳນາດ​ຂອງ​ພຣະວິນ​ຍານ​ບໍລິສຸດ, ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ​ແລະ ປະຈັກ​ພະຍານ​ເຖິງ​ຄວາມ​ຈິງ—ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ເປັນ​ອັກ​ຄະທູດທີ່​ມີ​ພະລັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ​ເຂົາ​ເຈົ້າ​ແບ່ງປັນ​ຂ່າວ​ປະ​ເສີດ​​ເລື່ອ​ງພຣະກິດ​ຕິ​ຄຸນ​ທີ່​ຈະ​ນຳ​ຄວາມ​ຊື່ນ​ຊົມ​ທີ່​ແທ້​ຈິງ ​ແລະ ຄວາມສຸກອັນ​ເປັນນິດ​ມາສູ່​ທຸກ​ຄົນ​ທີ່​ຟັງ​ຂ່າວສານ​ຂອງ​ເຂົາ​ເຈົ້າ. ​ແລະ ​ໃນ​ຫລາຍ​ກໍລະນີ, ​ເຂົາ​ເຈົ້າ​ໄດ້​ເຮັດ​ສິ່ງ​ນັ້ນ​ໃນ​ປະ​ເທດ ​ແລະ ​ໃນ​ພາສາ​ທີ່​ແປກໆ​ສຳລັບ​ເຂົາ​ເຈົ້າ.

ຜູ້​ສອນ​ສາດສະໜາ​ພະຍາຍາມ​ຕິດຕາມ​ພຣະ​ເຢຊູ​ຄຣິດທັງ​ໃນ​ວາຈາ ​ແລະ ການ​ກະທຳ. ​ເຂົາ​ເຈົ້າສອນ​ເລື່ອງ​ພຣະ​ເຢຊູ​ຄຣິດ ​ແລະ ການ​ຊົດ​ໃຊ້​ຂອງ​ພຣະອົງ.7 ​ເຂົາ​ເຈົ້າສອນ​ເລື່ອງ​ການ​ຟື້ນ​ຟູ​ສາດສະໜາ​ຈັກ​ໃນ​ສະ​ໄໝ​ໂບຮານ​ຜ່ານ​ໂຈ​ເຊັບ ສະ​ມິດ ສາດ​ສະ​ດາ​ຄົນ​ທຳ​ອິດ​ຢູ່​ໃນ​ຍຸກ​ສຸດ​ທ້າຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ທ່ານ​ອາດ​ເຄີຍ​ພົບ​ເຫັນ​ເຂົາ​ເຈົ້າມາ​ກ່ອນ​ແລ້ວ, ຫລື ​ແມ່ນ​ແຕ່​ບໍ່​ສົນ​ໃຈ​ກັບ​ຜູ້​ສອນ​ສາດສະໜາ​ຂອງ​ພວກ​ເຮົາ. ຄວາມ​ຫວັງ​ຂອງ​ຂ້າພະ​ເຈົ້າ​ແມ່ນວ່າ ທ່ານ​ບໍ່​ຕ້ອງ​ຢ້ານ​ເຂົາ​ເຈົ້າ ​ແຕ່​ໃຫ້​ຮຽນ​ຮູ້​ຈາກ​ເຂົາ​ເຈົ້າ. ​ເຂົາ​ເຈົ້າສາມາດ​ເປັນ​ແຫ​ລ່ງຈາກ​ສະຫວັນ​ທີ່​ຖືກ​ສົ່ງ​ມາ​ຫາ​ທ່ານ.

ສິ່ງ​ນັ້ນ​ໄດ້​ເກີດ​ກັບ​ທ່ານ​ແຈຣີ, ຊາຍ​ອາຍຸ 60 ປາຍປີ ທີ່​ດີ​ຄົນ​ໜຶ່ງ​ຂອງ​ໂບດໂປ​ເຕັດ​ສະ​ຕັງ, ຜູ້​ອາ​ໄສ​ຢູ່​ເມືອງ​ເມສາ, ລັດ​ອາຣິ​ໂຊ​ນາ. ພໍ່​ຂອງ​ທ່ານ​ແຈຣີ​ເຄີຍ​ເປັນ​ນັກ​ເທດ​ສະໜາຂອງ​ໂບດບັບຕິດ; ​ແມ່​ຂອງ​ເພິ່ນ​ເປັນ​ນັກ​ເທດ​ສະໜາຂອງ​ໂບດ​ເມ​ໂທ​ດິດ. ມື້ໜຶ່ງ​ ນາງພຣິຊີ​ລາ ເພື່ອນ​ຄົນ​ໜຶ່ງ​ຂອງ​ທ່ານ​ແຈຣີ ​ໄດ້​ບອກ​ລາວ​ເຖິງ​ຄວາມ​ເຈັບ​ປວດ​ທີ່​ນາງ​ໄດ້​ຮັບ​ຈາກ​ການ​ສູນ​ເສຍ​ລູກ​ຄົນ​ໜຶ່ງ​ໄປ​ລະຫວ່າງ​ຄອດ​ລູກ ​ແລະ ​ເຖິງ​ການ​ຢ່າ​ຮ້າງ​ອັນຂົມ​ຂື່ນ​ຂອງ​ນາງ ທີ່​ເກີດ​ຂຶ້ນບໍ່​ດົນ​ຈາກ​ນັ້ນ. ຄວາມຫຍຸ້ງ​ຍາກ​ຂອງ​ການ​ເປັນ​ແມ່​ທີ່​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ, ມີ​ລູກ​ສາວ​ສາມ​ຄົນ ​ແລະ ລູກ​ຊາຍ​ຄົນ​ໜຶ່ງ. ​ເມື່ອ​ນາງ​ໄດ້​ເປີດ​ຄວາມ​ໃນ​ໃຈ​​ໃຫ້ທ່ານ​ແຈ​ຣີຟັງ, ນາງ​ໄດ້​ສາລະພາບ​ວ່າ ນາງ​ຄິດ​ຢາກ​ຂ້າ​ໂຕ​ຕາຍ. ດ້ວຍ​ພະລັງ ​ແລະ ຄວາມ​ຮັກທັງ​ໝົດ​ທີ່​ທ່ານ​ແຈຣີມີຕໍ່​ນາງ, ລາວ​ໄດ້​ພະຍາຍາມ​ຊ່ອຍ​ເຫລືອ​ນາງ​ໃຫ້​ເຂົ້າ​ໃຈ​ວ່າຊີວິດ​ຂອງ​ນາງ​ມີຄ່າ. ​ລາວ​ໄດ້​ເຊື້ອ​ເຊີນ​ນາງ​ໃຫ້​ໄປ​ຮ່ວມ​ໂບດ​ຂອງ​ລາວ, ​ແຕ່ນາງພຣິຊີ​ລາ​ໄດ້​ເວົ້າວ່າ​ນາງ​ບໍ່​ເຊື່ອ​ພຣະ​ເຈົ້າອີກ​ແລ້ວ.

ທ່ານ​ແຈຣີບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ​ດີ. ຕໍ່​ມາ, ​ໃນ​ຂະນະ​ທີ່​ລາວ​ພວມຫົດ​ຕົ້ນ​ໄມ້​ຢູ່​ໜ້າ​ບ້ານ, ຊາຍ​ທີ່​ມີ​ສັດທາ​ຄົນ​ນີ້​ຂອງ​ພຣະ​ເຈົ້າ​ໄດ້​ອະທິຖານ​​ເພື່ອ​ການ​ນຳພາ. ​ໃນ​ຂະນະ​ທີ່​ລາວ​ອະທິຖານ​ຢູ່​ນັ້ນ, ລາວ​ໄດ້​ຍິນ​ສຽງ​ຢູ່​ໃນ​ໃຈ​ຂອງ​ລາວ​ເວົ້າວ່າ, “​ໃຫ້​ຢຸດ​ພວກ​ຊາຍ​ໜຸ່ມທີ່​ຂີ່​ລົດຖີບ​ຜ່ານມາ.” ທ່ານ​ແຈຣີກໍ​ງົງ​ງັນ​ບໍ່​ເຂົ້າ​ໃຈວ່າ​ນັ້ນໝາຍ​ຄວາມ​ວ່າ​ແນວ​ໃດ. ​ເມື່ອ​ລາວ​ໄດ້​ຄິດ​ກ່ຽວ​ກັບ​ສຽງ​ນັ້ນຄືນ​ໃໝ່​, ລາວ​ໄດ້​ຫລຽວ​​ເບິ່ງຫົນ​ທາງ, ​ແລະ ​ໄດ້​ເຫັນ​ຜູ້​ຊາຍ​ສອງ​ຄົນນຸ່ງ​ເສື້ອ​ສີ​ຂາວ ມັດ​ກາລະວັດ ພວມ​ຂີ່​ລົດຖີບ​ມາ​ທາງ​ເຮືອນ​ຂອງລາວ. ​ໂດຍ​ທີ່​ຍັງ​ຕົກ​ຕະລຶງຢູ່​ “ກັບ​ເຫດການ​ບັງ​ເອີນ” ນັ້ນ, ລາວຈຶ່ງ​ປ່ອຍ​ໃຫ້​ເຂົາ​ເຈົ້າຂີ່ລົດຖີບ​ຜ່ານ​ລາວໄປ. ​ແລ້ວ, ລາວ​ນຶກ​ໄດ້ວ່າ ລາວ​ຕ້ອງ​ເຮັດ​ແນວ​ໃດ​ແນວ​ໜຶ່ງ, ລາວ​ຈຶ່ງ​ໄດ້​ຮ້ອງ​ຂຶ້ນວ່າ, “ພວກ​ເຈົ້າ​ສອງ​ຄົນ, ຢຸດ​ກ່ອນ! ຂ້ອຍ​ຕ້ອງ​ໄດ້​ເວົ້າລົມ​ນຳ​ພວກ​ເຈົ້າ!”

​ໂດຍ​ທີ່ງົງ​ງັນ ​ແຕ່ຕື່ນ​ເຕັ້ນ, ຊາຍ​ທັງ​ສອງ​ໄດ້​ຢຸດ. ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ເຂົ້າ​ໄປ​ຫາ​ລາວ, ທ່ານ​ແຈ​ຣີ​ໄດ້​ສັງ​ເກດ​ເຫັນ​ວ່າ ​ເຂົາ​ເຈົ້າມີ​ນາມບັດ​ຕິດຢູ່​ເສື້ອ​ ທີ່​ບອກ​ວ່າ​ເຂົາ​ເຈົ້າ​ເປັນ​ຜູ້​ສອນ​ສາດສະໜາ​ຂອງ​ສາດສະໜາ​ຈັກ​ຂອງພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ​ທ່ານແຈຣີ​ໄດ້​ຫລຽວ​ເບິ່ງ​ເຂົາ​ເຈົ້າ ​ແລະ ​ເວົ້າວ່າ, “ມັນ​ເປັນ​ສິ່ງ​​ແປກ​ຫລາຍ, ​ແຕ່​ມື້​ກີ້​ນີ້​ຂ້ອຍ​ໄດ້​ອະທິຖານ ​ແລະ ​ໄດ້​ຍິນ​ສຽງ​ບອກ​ວ່າ ​ໃຫ້​ຂ້ອຍ ‘ຢຸດ​ຊາຍ​ໜຸ່ມ​ທີ່​ຂີ່​ລົດຖີບມາ.’ ຂ້ອຍ​ໄດ້​ຫລຽວ​ເບິ່ງຫົນ​ທາງ, ​ແລະ ​ເຫັນ​ພວກ​ເຈົ້າຂີ່​ລົດຖີບ​ມາ. ພວກ​ເຈົ້າຊ່ອຍ​ເຫລືອ​ຂ້ອຍ​ໄດ້​ບໍ?”

ຜູ້​ສອນ​ສາດສະໜາ​ໄດ້​ຍິ້ມ​ ​ແລະ ​ຄົນ​ໜຶ່ງເວົ້າວ່າ, “​ແນ່ນອນ, ພວກ​ເຮົາ​ຊ່ອຍ​​ເຫລືອໄດ້.”

ທ່ານ​ແຈ​ຣີ​ໄດ້​ບອກ​ເຖິງ​ຄວາມ​ເປັນ​ຫ່ວງ​ເປັນ​​ໃຍຂອງ​ລາວ​ກ່ຽວກັບ​ນາງປຣິຊີ​ລາ. ບໍ່​ດົນ​ຜູ້​ສອນ​ສາດສະໜາ​ກໍ​ໄດ້​ໄປ​ພົບ​ກັບ ປຣິຊີ​ລາ, ລູກໆ​ຂອງ​ນາງ, ​ແລະ ​ທ່ານ​ແຈຣີ. ​ເຂົາ​ເຈົ້າ​ໄດ້​ສົນທະນາ​ກ່ຽວ​ກັບ​ຈຸດປະສົງ​ຂອງ​ຊີວິດ ​ແລະ ​ແຜນ​ນິລັນດອນ​ຂອງ​ພຣະ​ເຈົ້າສຳລັບ​​ເຂົາ​ເຈົ້າ. ທ່ານ​ແຈຣີ, ປຣິຊີ​ລາ, ​ແລະ ລູກໆ​ຂອງ​ນາງ ​ໄດ້​ມີ​ສັດທາ​ຫລາຍ​ຂຶ້ນຜ່ານ​ການ​ອະທິຖານ​ທີ່​ຈິງ​​ໃຈ, ຜ່ານ​ການ​ສຶກສາ​ພຣະຄຳ​ພີ​ມໍ​ມອນ, ​ແລະ ຜ່ານ​ການ​ຜູກ​ມິດ​ຂອງ​ສະມາຊິກ​ຂອງ​ສາດສະໜາ​ຈັກ. ທ່ານ​ແຈຣີ ຜູ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມ​ແຂງ​​ຢູ່​ແລ້ວໃນ​ພຣະ​ເຢຊູ​ຄຣິດ​ຈຶ່ງມີ​ຄວາມ​ເຂັ້ມ​ແຂງ​ຫລາຍ​ຂຶ້ນ. ຄວາມ​ສົງ​ໄສ​ຂອງ​ນາງປຣິຊີ​ລາ ​ແລະ ຄວາ​ມຄິດ​ທີ່​ຢາກ​ຂ້າ​ໂຕ​ຕາຍ ​ໄດ້​ກາຍ​ເປັນຄວາມ​ຫວັງ ​ແລະ ຄວາມສຸກ. ​ເຂົາ​ເຈົ້າ​ໄດ້​ຮັບ​ບັບຕິ​ສະມາ ​ແລະ ກາຍ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ທີ່​ຟື້ນ​ຟູ​ຄືນ​ມາ​ໃໝ່.8

​ແມ່ນ​ແລ້ວ, ຜູ້​ສອນ​ສາດສະໜາ​ສາມາດ​ຊ່ອຍ​ເຫລືອ​ໃນ​ຫລາຍ​ວິທີ​ທາງ. ຍົກ​ຕົວຢ່າງ, ບາງຄົນຢາກ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ບັນ​ພະ​ບຸລຸດຂອງ​ທ່ານ. ທ່ານ​ອາດ​ຮູ້​ຊື່​ຂອງ​ພໍ່​ແມ່​ຂອງ​ທ່ານ ​ແລະ ບັນພະບຸລຸດ​ສີ່​ລຸ້ນຄົນ​ຜ່ານ​ມາ, ​ແຕ່​ບັນພະບຸລຸດ​ລຸ້ນທີແປດ​​ເດ້? ທ່ານ​ຢາກ​ຮູ້​ກ່ຽວ​ກັບ​​ເຂົາ​ເຈົ້າຢູ່ບໍ? ​ໃຫ້​ຖາມ​ຜູ້​ສອນ​ສາດສະໜາ! ​ເຂົາ​ເຈົ້າສາມາດ​ຊ່ອຍ​ເຫລືອ​ທ່ານ!9 ​ເຂົາ​ເຈົ້າສາມາດ​ຊ່ອຍ​​​ກ່ຽວ​ກັບ​ບັນທຶກ​ປະຫວັດ​ຄອບຄົວ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ບາງ​ຄົນ​​ໃນພວກ​ທ່ານ​​ໄດ້​ເປັນ​ສະມາຊິກ, ​ແຕ່​ບໍ່​ໄດ້​ມາ​ໂບດ​ຕອນ​ນີ້. ທ່ານ​ຮັກ​ພຣະຜູ້​ເປັນ​ເຈົ້າ ​ແລະ ​ໄດ້​ຄິດຢູ່​ເລື້ອຍໆ​ຢາກ​ກັບ​ຄືນ​ມາ​ຫາ​ຝູງຂອງ​ພຣະອົງ​ອີກ. ​ແຕ່​ທ່ານ​ບໍ່​ຮູ້​ວ່າ​ຈະ​ເລີ່​ມຕົ້ນ​ແບບ​ໃດ. ຂ້າພະ​ເຈົ້າຂໍ​ແນະນຳ​ວ່າ ​ໃຫ້​ຖາມ​ຜູ້​ສອນ​ສາດສະໜາ!10 ​ເຂົາ​ເຈົ້າສາມາດ​ຊ່ອຍ​ເຫລືອ​ທ່ານ​! ​ເຂົາ​ເຈົ້າສາມາດ​ຊ່ອຍ​ເຫລືອ​ທ່ານ​ໂດຍ​ການ​ສິດສອນ​ຄົນ​ທີ່​ທ່ານ​ຮັກ. ພວກ​ເຮົາ ​ແລະ ຜູ້​ສອນ​ສາດສະໜາ​ຮັກ​ທ່ານ ​ແລະ ປາຖະໜາ​ຢາກ​ນຳ​ຄວາມສຸກ ​ແລະ ຄວາມ​ສະຫວ່າງ​ຂອງ​ພຣະກິດ​ຕິ​ຄຸນ​ຄືນ​ມາ​ໃຫ້​ຊີວິດ​ຂອງ​ທ່ານ.

ບາງ​ເທື່ອ​ທ່ານ​ອາດ​ຢາກ​ຮູ້​ວິທີ​ເອົາ​ຊະນະ​ການ​ຕິດ​ແສດ ຫລື ມີ​ຊີວິດ​ຢູ່​ດົນ​ນານ ​ແລະ ມີ​ສຸຂະພາບ​ທີ່​ດີກ​ວ່າ​ເກົ່າ. ​ໃຫ້​ຖາມ​ຜູ້​ສອນ​ສາດສະໜາ! ​ເຂົາ​ເຈົ້າສາມາດ​ຊ່ອຍ​ເຫລືອ​ທ່າ​ນ! ຝ່າຍສຶກສາ​ໂດຍ​ທົ່ວ​ໄປໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ເມື່ອສະ​ເລ່ຍ​ແລ້ວ ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸ​ດທ້າຍ​ມີ​ສຸຂະພາບ​ແຂງ​ແຮງ​ກວ່າຄົນ​ອື່ນ. ຈຳນວນ​ການ​ຕາຍ​ກໍ​ມີ​ໜ້ອຍ ​ແລະ ຜູ້​ອາຍຸ​ຍືນ​ກໍ​ມີ​ຫລາຍ ຊຶ່ງ​ໄດ້ສັງ​ເກດ​​​​ມາ​ເປັນ​ເວລາ​ດົນ​ນານຢູ່​ໃນ​ສະຫະລັດ​ອາ​ເມຣິກາ.11

ບາງ​ຄົນ​​ໃນພວກ​ທ່ານ​ອາດ​ຮູ້ສຶກ​ວ່າ ຊີວິດ​ນີ້​ຫຍຸ້ງຍາກ​ ​ແລະ ຕື່ນ​ເຕັ້ນຫລາຍ, ​ແຕ່​ໃນ​ສ່ວນ​ເລິກ​ຂອງ​ຫົວ​ໃຈ​ຂອງ​ທ່ານ, ທ່ານ​ຮູ້ສຶກ​ວ່າ​​ເປົ່າປ່ຽວ​ດຽວ​ດາຍດ້ວຍ​ຄວາມ​ເຈັບ​ປວດ, ​ໂດຍ​ບໍ່​ຮູ້​ຈັກ​ທິດ​ທາງ ຫລື ຈຸດປະສົງ. ​ໃຫ້​ຖາມ​ຜູ້​ສອນ​ສາດສະໜາ! ​ເຂົາ​ເຈົ້າສາມາດ​ຊ່ອຍ​​ເຫລືອທ່ານ! ​ເຂົາ​ເຈົ້າສາມາດ​ຊ່ອຍ​ທ່ານ​ໃຫ້​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຈຸດປະສົງ​ທີ່​ແທ້​ຈິງ​ຂອງ​ຊີວິດ—​ເປັນ​ຫຍັງ​ທ່ານ​ຈຶ່ງ​ມາ​ຢູ່​ໃນ​ໂລກນີ້ ​ແລະ ​ທ່ານ​ຈະ​ໄປ​ໃສ​ຫລັງ​ຈາກຄວາມ​ຕາຍ. ທ່ານ​ສາມາດ​ຮຽນ​ຮູ້​ວ່າພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ທີ່ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ຈະ​ເປັນ​ພອນ​ໃຫ້​ແກ່​ຊີວິດ​ຂອງ​ທ່ານ​ໄດ້​ແນວ​ໃດ​​ເກີນ​ກວ່າ​ທີ່​ທ່ານ​ຈະສາມາດວາດ​ພາບ​ໄດ້.

ຖ້າ​ຫາກ​ທ່ານ​ເປັນ​ຫ່ວງ​ເປັນ​​ໃຍກັບ​ຄອບຄົວ​ຂອງ​ທ່ານ, ​ໃຫ້​ຖາມ​ຜູ້​ສອນ​ສາດສະໜາ! ​ເຂົາ​ເຈົ້າສາມາດ​ຊ່ອຍ​​ເຫລືອທ່ານ! ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ແຕ່ງງານ ​ແລະ ຄອບຄົວ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຄອບຄົວ​ສາມາດ​ຢູ່​ນຳ​ກັນ​ຕະຫລອດ​ການ. ​ໃຫ້​ທ່ານຂໍ​ໃຫ້ຜູ້​ສອນ​ສາດສະໜາສອນ​ທ່ານ​ເຖິງ​ວິທີ​ທີ່​ສິ່ງ​ນີ້​ຈະເປັນ​ໄປ​ໄດ້​​ແນວ​ໃດສຳລັບຄອບຄົວ​ຂອງ​ທ່ານ.

ຜູ້​ສອນ​ສາດສະໜາ​ຍັງ​ສາມາດ​ຊ່ອຍ​ເຫລືອ​ທ່ານ​ຕື່ມ​ອີກ​ກ່ຽວ​ກັບ​ຄວາມ​ຮູ້​ແຈ້ງ​ທີ່​ທ່ານ​ຢາກ​ຮູ້​ຫລາຍ​ກວ່າ​ເກົ່າ. ວິນ​ຍານ​ຂອງ​ມະນຸດ​ຢາກ​ໄດ້​ຄວາມ​ສະຫວ່າງ​ຕື່ມ​ອີກ. ບໍ່​ວ່າຄວາມ​ຈິງ​ນັ້ນມາ​ຈາກ​ຫ້ອງ​ວິ​ໄຈ​ຝ່າຍ​ວິທະຍາ​ສາດ ຫລື ມາ​ຈາກ​ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າກໍ​ຕາມ, ​ເຮົາ​ຈະ​ສະ​ແຫວ​ງຫາ​ສິ່ງ​ນັ້ນ. ລັດສະໝີ​ພາບ​ຂອງ​ພຣະ​ເຈົ້າ​ແມ່ນສະຕິ​ປັນຍາ.12

ການຮຽນ​ຮູ້​ເພີ່ມ​ເຕີມ​ແມ່ນ​ຮ່ວມ​ທັງ​ທາງ​ວິນ​ຍານ ​​​ແລະ ຄວາມ​ຮູ້​ແຈ້ງ​ທາງ​ໂລກ. ​ພວກ​ເຮົາ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເຂົ້າ​ໃຈ​ພຣະຄຳ​ພີ​ທີ່​ສັກສິດ. ບໍ່​ດົນ​ມາ​ນີ້ຝ່າຍ​ສຶກສາ​​ໂດຍ​ທົ່ວ​ໄປ​ໄດ້​ພົບ​ເຫັນ​ວ່າ​ໄພ່​ພົນ​ຍຸກ​ສຸດທ້າຍ​ສ່ວນ​ຫລາຍ​ມີ​ຄວາມ​ຮູ້​ຫລາຍ​ກວ່າ​ໝູ່​​ເລື່ອງສາດສະໜາ​ຂອງ​ຄົນຄຣິດສະ​ຕຽນ ​ແລະ ພຣະຄຳ​ພີ.13 ຖ້າ​ຫາກ​ທ່ານ​ຢາກ​ເຂົ້າ​ໃຈ​ພຣະຄຳ​ພີ​ຫລາຍ​ກວ່າ​ເກົ່າ, ຢາກ​ເຂົ້າ​ໃຈ​ພຣະຄຳ​ພີ​ມໍ​ມອນ​ຫລາຍ​ກວ່າ​ເກົ່າ, ​ແລະ ມີຄວາມ​ຮູ້​ກ່ຽວ​ກັບ​ການ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ກັນ​ຫລາຍ​ກວ່າ​ເກົ່າ ​ແລະ ຢາກ​ຮູ້ກ່ຽວ​ກັບ​​ພຣະ​ເຈົ້າ ພຣະບິດາ​ຫລາຍ​ກວ່າ​ເກົ່າ, ​ໃຫ້​ຖາມ​ຜູ້​ສອນ​ສາດສະໜາ! ​ເຂົາ​ເຈົ້າສາມາດ​ຊ່ອຍ​ເຫລືອ​ທ່ານ.

ຫລາຍ​ຄົນ​​ໃນພວກ​ທ່ານ​ມີ​ຄວາມ​ປາຖະໜາ​ຢາກ​ຊ່ອຍ​ເຫລືອ​ຜູ້​ຄົນ​ທີ່​ຂັດ​ສົນ. ​ເພາະວ່າ​ພວກ​ເຮົາ​ຕິດຕາມ​ພຣະຄຣິດ, ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຈຶ່ງມີ​ຄວາມ​ປະສົງ​ອັນ​ດຽວ​ກັນ​ນີ້.14 ທຸກ​ຄົນ​ກໍ​ສາມາດມາ​ເຂົ້າມາ​ຮ່ວມ​ກັບ​ພວກ​ເຮົາ​ໄດ້ ​ໃນ​ການ​ຊ່ອຍ​ເຫລືອ​ຄົນ​ຂັດ​ສົນ ​ແລະ ຊ່ອຍ​ສົງ​ເຄາະ​ຜູ້​ໄດ້​ຮັບ​​ເຄາະ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ ​ໃນ​ບ່ອນ​ໃດ​ກໍ​ຕາມຢູ່​ໃນ​ໂລກ. ຖ້າ​ຫາກ​ທ່ານ​ຢາກ​ມີ​ສ່ວນ​ຮ່ວມ, ​ໃຫ້​ຖາມ​ຜູ້​ສອນ​ສາດສະໜາ! ​ເຂົາ​ເຈົ້າສາມາດ​ຊ່ອຍ​ເຫລືອ​ທ່ານ​!

​ແລະ ຖ້າ​ຫາກ​ທ່ານ​ຢາກ​ຮູ້​ຕື່ມ​ອີກ​ກ່ຽວ​ຊີວິດ​ຫລັງຈາກ​ຄວາມ​ຕາຍ, ກ່ຽວ​ກັບ​ສະຫວັນ, ກ່ຽວ​ກັບ​ແຜນ​ຂອງ​ພຣະ​ເຈົ້າສຳລັບ​ທ່ານ; ຖ້າ​ຫາກ​ທ່ານ​ຢາກ​ຮູ້​ກ່ຽວ​ກັບ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ການ​ຊົດ​ໃຊ້​ຂອງ​ພຣະອົງ, ​ແລະ ການ​ຟື້ນ​ຟູ​ສາດສະໜາ​ຈັກ​ຂອງ​ພຣະອົງ ​ເໝືອນ​ດັ່ງ​ໃນ​ສະ​ໄໝ​ໂບຮານ, ​ໃຫ້​ຖາມ​ຜູ້​ສອນ​ສາດສະໜາ! ​ເຂົາ​ເຈົ້າສາມາດ​ຊ່ອຍ​ເຫລືອ​ທ່ານ!

ຂ້າພະ​ເຈົ້າຮູ້​ວ່າ ພຣະ​ເຈົ້າຊົງ​ພຣະຊົນ​ຢູ່. ພຣະ​ເຢຊູ​ຄື​ພຣະຄຣິດ. ສາດສະໜາ​ຈັກ​ຂອງ​ພຣະອົງ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ແລ້ວ. ຂ້າພະ​ເຈົ້າຂໍ​ອະທິຖານ​ຢ່າງ​ແຮງ​ກ້າ​ຂໍ​ໃຫ້​ພຣະ​ເຈົ້າຈົ່ງ​ອວຍພອນ​ທ່ານ​ແຕ່ລະຄົນ ​ແລະ ຜູ້​ສອນ​ສາດສະໜາ​ທຸກ​ຄົນ​ຂອງ​ພວກ​ເຮົາ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

​ແຫ​ລ່ງອ້າງ​ອີງ

  1. Thomas S. Monson, “As We Meet Together Again,” Liahona, Nov. 2010, 5–6.

  2. ​ເບິ່ງ Doctrine and Covenants 4:3.

  3. ​ເບິ່ງ ມັດ​ທາຍ 10:1; ລູກາ 6:13; 10:1; ​ເອ​ເຟ​ໂຊ 4:11–12.

  4. ​ເບິ່ງ Doctrine and Covenants 1:30.

  5. ມັດ​ທາຍ 28:19.

  6. ​ເບິ່ງ Doctrine and Covenants 68:8; 84:62; 112:28.

  7. ​ເບິ່ງ 1 ​ໂກຣິນ​ໂທ 2:2; 2 ນີ​ໄຟ 25:26.

  8. ການ​ສື່ສານ​ສ່ວນ​ຕົວ​ຈາກ ດັບ​ເບິນ​ຢູ ທະ​ເຣ​ຊີ ວັດ​ເຊິ​ນ, ອາ​ດີດ​ປະທານ​ເຜີຍ​ແຜ່​ອາຣິ​ໂຊ​ນາ ​ເມສາ.

  9. ​ເມື່ອ​ຂ້າພະ​ເຈົ້າ​ໃຊ້​ຄຳ​ວ່າ “​ໃຫ້​ຖາມ​ຜູ້​ສອນ​ສາດສະໜາ,” ທ່ານ​ສາມາດ​ຂໍ​ໃຫ້ໝູ່​ເພື່ອນ​ຜູ້​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຊ່ອຍ​ເຫລືອ​ໄດ້​ຄື​ກັນ.

  10. ​ຍາດ​ພີ່ນ້ອງ, ໝູ່​ເພື່ອນ, ​ແລະ ຜູ້​ນຳ​ໃນ​ສາດສະໜາ​ຈັກກໍ​ເຕັມ​ໃຈຊ່ອຍ​ເຫລືອ​ຄື​ກັນ.

  11. ​ເບິ່ງ James E. Enstrom and Lester Breslow, “Lifestyle and Reduced Mortality among Active California Mormons, 1980–2004,” Preventive Medicine, vol. 46 (2008), 135.

  12. ​ເບິ່ງ Doctrine and Covenants 93:36.

  13. ​ເບິ່ງ U.S. Religious Knowledge Survey (Pew Forum on Religion and Public Life, Sept. 28, 2010), 7.

  14. ​ເບິ່ງ Ram Cnaan, Van Evans, and Daniel W. Curtis, Called to Serve: The Prosocial Behavior of Active Latter-day Saints (University of Pennsylvania School of Social Policy and Practice, 2012); “Mormon Volunteerism Highlighted in New Study” (Mar. 16, 2012), http://www.mormonnewsroom.org/article/mormon-volunteerism-report; Mormons in America: Certain in Their Beliefs, Uncertain of Their Place in Society (Pew Forum on Religion and Public Life, Jan. 12, 2012), 43; Robert D. Putnam and David E. Campbell, American Grace: How Religion Divides and Unites Us (2010), 444–54.