ມີ​ສ່ວນ​ຮ່ວມ​ຢ່າງ​ກະຕືລືລົ້ນ

​ໂດຍ​ ແອວ​ເດີ ​​ເອັມ ຣະ​ໂຊ ບາ​ເລີດ

​ແຫ່ງ​ສະພາ​ອັກຄະ​ສາວົກ​ສິບ​ສອງ


ສິ່ງ​ທີ່​ຍິ່ງ​ໃຫຍ່​ໄດ້​ເກີດ​ຂຶ້ນ ​ແລະ ຄວາມ​ໜັກໜ່ວງ​ໄດ້​ເບົາບາງ​ລົງ​ຜ່ານ​​ຫລາຍ​ໆມືທີ່​ມີ​ຄວາມ​ກະຕືລືລົ້ນ​ໃນ​ອຸດົມ​ການ​ທີ່​ດີ.

​ແອວ​ເດີ ​ແພ​ຣີ, ຂ້າພະ​ເຈົ້າຄິດ​ວ່າ​ທ່ານ​ຄົງ​ເປັນ​ຊາຍ​ອາຍຸ 90 ປີ ທີ່​ແຂງ​ແຮງ​ທີ່​ສຸດ​ຢູ່​ໃນ​ສາດສະໜາ​ຈັກ​ນີ້. ​ທ່ານ​ກໍ​ເຫັນ​ໄດ້​ຕາມ​ທີ່​ເພິ່ນ​ລຸກຂຶ້ນຈາກ​ຕັ່ງນັ່ງ​ຂອງ​ເພິ່ນ.

ອ້າຍ​ເອື້ອຍ​ນ້ອງທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ​, ທຸກ​ເທື່ອ​ທີ່​ຂ້າພະ​ເຈົ້າ​ໄດ້​ກິນ​ໝາກ​ເລັ່ນ​ສຸກ​ທີ່​ປິດ​ຈາກ​ຕົ້ນ, ຫລື ​ໄດ້​ກິນ​ໝາກຄາຍສຸກ​ທີ່​ແຊບ​ຊ້ອຍ​ຈາກ​ຕົ້ນ, ຂ້າພະ​ເຈົ້າ​ໄດ້​ຫວນ​ຄິດ​ເຖິງ 60 ປີກ່ອນ ຕອນ​ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້ເປັນ​ເຈົ້າຂອງ​ສວນ​ໝາກຄາຍ​ຢູ່​​ເມືອງຮໍ​ລີ​ເດ, ລັດ​ຢູທາ. ​ເພິ່ນ​​ໄດ້ລ້ຽງ​ເຜິ້ງນຳ​ອີກ ​ເພື່ອປະສົມ​ເກສອນ​ດອກ​ໄມ້ ​ໃຫ້​​ກາຍ​ເປັນ​ໝາກ​ໜ່ວຍ​ໃຫຍ່ ​ແລະ ​ຫວານແຊບ​ຊ້ອຍ.

ພໍ່​ຂອງ​ຂ້າພະ​ເຈົ້າຮັກ​ຝູງ​ເຜິ້ງຂອງ​ເພິ່ນ ​ແລະ ປະຫລາດ​ໃຈ​ກັບ​ວິທີ​ທີ່​ເຜິ້ງ​ເປັນ​ຈຳນວນ​ຫລາຍ​ພັນ​​ໂຕ​ໄດ້​ທຳ​ງານ​ຮ່ວມ​ກັນ ປ່ຽນ​ນ້ຳຫວານ​ທີ່​ໄດ້​ມາ​ຈາກ​ເກສອນ​ເປັນນ້ຳ​ເຜິ້ງສີ​ທອງ—​ເປັນ​ອາຫານ​ທີ່​ມີຜົນ​ປະ​ໂຫຍ​ດ​ຕໍ່​ຮ່າງກາຍຫລາຍ​ທີ່​ສຸດ. ຕາມ​ຈິງ​ແລ້ວ, ຜູ້​ຊ່ຽວຊານ​ເລື່ອງ​ການ​ບຳລຸງ​ອາຫານບອກ​ເຮົາ​ວ່າ ມັນ​ເປັນ​ອາຫານ​ຢ່າງ​ໜຶ່ງທີ່​ສົມບູນ​ແບບ—ມີ ນ້ຳຍ່ອຍ, ວິ​ຕະມິນ, ທາດ​ເຫລັກ, ​ແລະ ນ້ຳ—ສາມາດ​ຄ້ຳຊູ​ຊີວິດ​ໄດ້.

ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ພະຍາຍາມ​ໃຫ້​ຂ້າພະ​ເຈົ້າຊ່ອຍ​ເຫລືອ​ເພິ່ນ​ດູ​ແລ​ຝູງ​ເຜິ້ງ, ​ແຕ່​ຂ້າພະ​ເຈົ້າຢາກ​ໃຫ້​ເພິ່ນ​ດູ​ແລ​ມັນ​ເອງ. ​​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນັບ​ແຕ່​ນັ້ນມາ, ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ຫລາຍ​ຂຶ້ນກ່ຽວ​ກັບ​ຝູງ​ເຜິ້ງ—ຝູງ​ໃຫຍ່​ມີ​ຈຳ​ນວນ​ເຜິ້ງ 60,000 ​ໂຕ.

ຝູງ​ເຜິ້ງທຳ​ງານ​ຢ່າງ​ຂະຫຍັນເພື່ອ​ດູດ​ເອົາ​ນ້ຳຫວານ, ​ແລະ ປ່ຽນ​ນ້ຳຫວານ​ໃຫ້​ກາຍ​ເປັນນ້ຳ​ເຜິ້ງ. ຄວາມ​ຂະຫຍັນ​ຂອງ​ຝູງເຜິ້ງ​ໄດ້​ຕິດ​ຕົວ​ຂອງມັນ​ມາ​ແຕ່​ເກີດ​ໂດຍ​ພຣະຜູ້​ສ້າງ​ຂອງ​ເຮົາ. ກ່ອນ​ມັນ​ຈະ​ເຮັດ​ນ້ຳ​ເຜິ້ງ​ໄດ້ໜຶ່ງ​ປອນ (​ເຄິ່ງ ກິ​ໂລ), ​ເຜິ້ງ ປະມານ 20,000 ຫາ 60,000 ​ໂຕນັ້ນ ຕ້ອງ​ໄດ້​ໄປ​ເອົາ​ນ້ຳຫວານ​ມາ​ຈາກດອກ​ໄມ້ຫລາຍລ້ານ​ດອກ, ​​ເທົ່າ​ກັບ​ວ່າ​ມັນ​ໄດ້​ບິນ​ອ້ອມ​ໂລກ​ສອງຮອບ. ​ໃນ​ໄລຍະ​ຊີວິດ​ອັນ​ສັ້ນໆ​ຂອງ​ມັນ​ພຽງ​ແຕ່​ສອງ​ສາມອາທິດ ຫາ ສີ່​ເດືອນ, ​ເຜິ້ງ​ແຕ່ລະ​ໂຕ​ໄດ້​ຊ່ອຍ​​ເຮັດ​ນ້ຳ​ເຜິ້ງ​ໄດ້​ພຽງ​ຢອດດຽວ.

​ເຖິງ​ແມ່ນ​ເບິ່ງ​ຄື​ວ່າ​ບໍ່​ສຳຄັນ​ເມື່ອ​ປຽບທຽບ​ໃສ່​ກັບ​ຈຳນວນ​ທັງ​ໝົດ, ​ແຕ່​ນ້ຳ​ເຜິ້ງ​ແຕ່ລະຢອດ​ນັ້ນສຳຄັນ​ຕໍ່​ຮັງ​​ເຜິ້ງຫລາຍ​ທີ່​ສຸດ. ​ເຜິ້ງ​ແຕ່ລະ​ໂຕ​ໄດ້​ເພິ່ງ​ພາ​ອາ​ໄສກັນ. ວຽກ​ງານ​ຈະຫຍຸ້ງຍາກ​ຫລາຍ​ຖ້າ​ຫາກ​ມີ​​ໂຕ​ເຜິ້ງຊ່ອຍ​ພຽງ​ໜ້ອຍ​ດຽວ, ​ແຕ່​ໂດຍ​ມີ​ເຜິ້ງຫລາຍ​ໂຕ​ວຽກ​ງານ​ຈຶ່ງ​ງ່າຍ​ຂຶ້ນ.

ຮັງ​ເຜິ້ງ​ໄດ້​ເປັນ​​ເຄື່ອງໝາຍ​ທີ່​ສຳຄັນ​ຢູ່​ໃນ​ປະຫວັດສາດ​ຂອງ​ສາດສະໜາ​ຈັກ. ​ເຮົາ​ໄດ້​ຮຽນ​ຮູ້​ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ​ວ່າ ຊາວ​ຢາ​​ເຣັດ​ໄດ້​ເອົາ​ໂຕ​ເຜິ້ງມາ​ນຳ (​ເບິ່ງ ອີ​ເທີ 2:3) ​ເມື່ອ​ເຂົາ​ເຈົ້າ​ເດີນທາງ​ມາ​ຫາ​ອາ​ເມຣິກາ​ຫລາຍ​ພັນ​ປີຜ່ານມາ​ແລ້ວ. ທ່ານ​ບຣິກຳ ຢັງ ​ໄດ້​ເລືອກ​ເອົາ​ຮັງ​ເຜິ້ງ​ເປັນ​​ເຄື່ອງໝາຍຂອງການ​ຮ່ວມ​ໄມ້​ຮ່ວມ​ມື​ດ້ວຍຄວາມ​ກ້າຫານ ​ແລະ ດົນ​ໃຈ ຊຶ່ງ​ຈຳ​ເປັນ​ໃນ​ກຸ່ມ​ບຸກ​ເບີກ ​ເພື່ອ​ປ່ຽນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ​ໃຫ້​ກາຍ​ເປັນ​ເມືອງ​ເຊົາ​ເລັກ​ທີ່​ອຸດົມສົມບູນ ດັ່ງ​ທີ່ເຮົາ​​ເຫັນຢູ່​ໃນ​ທຸກ​ວັນ​ນີ້. ​ເຮົາ​ເປັນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ມະ​ໂນ​ພາບ ​ແລະ ຄວາມ​ຂະຫຍັນ​ໝັ່ນ​ພຽນ​ນັ້ນ.

​ເຄື່ອງໝາຍ​ຮູບ​ຮັງ​ເຜິ້ງຈະ​ມີ​ຢູ່​ໃນ​ພຣະວິຫານ​ຂອງ​ພວກ​ເຮົາຫລາຍ​ແຫ່ງ. ​ແທ່ນ​ປາ​ໄສ​ນີ້ ​ແມ່ນ​ເຮັດ​ຈາກ​ຕົ້ນວໍ​ນັດ ທີ່​​ເອົາ​ມາ​ຈາກ​ເດີ່ນບ້ານ​ຂອງ​ປະທານ​ກໍ​ດອນ ບີ ຮິງ​ລີ ​ແລະ ຖືກ​ສະຫລັກ​ໄວ້​ດ້ວຍ​ຮູບ​ຮັງ​ເຜິ້ງ.

​ເຄື່ອງໝາຍ​ທັງ​ໝົດ​ນີ້​ເປັນ​ພະຍານ​ເຖິງ​ຄວາມ​ຈິງ​ຢ່າງ​ດຽວ​ທີ່​ວ່າ: ສິ່ງ​ທີ່​ຍິ່ງ​ໃຫຍ່​ໄດ້​ເກີດ​ຂຶ້ນ ​ແລະ ຄວາມ​ໜັກໜ່ວງ​ໄດ້​ເບົາບາງ​ລົງ​ຜ່ານ​​ຫລາຍ​ໆມືທີ່​ມີ​ຄວາມ​ກະຕືລືລົ້ນ​ໃນ​ອຸດົມ​ການ​ທີ່​ດີ (​ເບິ່ງ D&C 58:27). ​ໃຫ້​​ເຮົາ​ມາ​ຄິດ​ເບິ່ງວ່າ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຈຳນວນ​ຫລາຍ​ລ້ານ​ຄົນຈະ​ສຳ​ເລັດ​ໄດ້​ຫລາຍ​ຂະໜາດ​ໃດຢູ່​ໃນ​ໂລກ​ນີ້ ຖ້າ​ຫາກ​ເຮົາ​ເປັນ​ເໝືອນ​ດັ່ງ​ຝູງ​ເຜິ້ງ, ​ເອົາ​ໃຈ​ໃສ່​ຕໍ່​​​ຄຳ​ໝັ້ນສັນຍາໃນຄຳ​ສອນ​ຂອງອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ.

ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ​ພຣະບັນຍັດ​ຂໍ້​ໃຫຍ່ ​ແລະ ຂໍ້​ຕົ້ນວ່າ​:

“ຈົ່ງ​ຮັກ​ອົງ​ພຣະຜູ້​ເປັນ​ເຈົ້າດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ​ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ. …

“​ແລະ ຂໍ້​ທີ​ສອງ​ກໍ​ເໝືອນ​ກັນ, ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ.

“ພຣະບັນຍັດ​ທັງ​ໝົດ ​ແລະ ບັນດາ​ຖ້ອຍ​ຄຳ​ຂອງ​ສາດສະດາ​ກໍ​ຂຶ້ນກັບ​ພຣະບັນຍັດ​ສອງ​ຂໍ້​ນີ້” (ມັດ​ທາຍ 22:37, 39–40).

ພຣະຄຳ​ຂອງພຣະຜູ້​ຊ່ອຍ​ໃຫ້​ລອດ​ແມ່ນ​ລຽບ​ງ່າຍ, ແຕ່​ມີ​ຄວາມ​ໝາຍ​ອັນ​ເລິກ​ຊຶ້ງ ​ແລະ ສຳຄັນ. ​ເຮົາ​ຕ້ອງ​ຮັກ​ພຣະ​ເຈົ້າ ​ແລະ ຮັກ ​ແລະ ດູ​ແລ​ເພື່ອນ​ບ້ານ​ຂອງ​ເຮົາ ​ຄື​ກັນ​ກັບ​ຕົວ​ເຮົາ​ເອງ. ​ໃຫ້​​ເຮົາ​ຄິດເບິ່ງ​ວ່າ ​ເຮົາ​ຈະ​ສາມາດ​ເຮັດ​ຄວາມ​ດີ​ໄດ້​ຫລາຍ​ຂະໜາດ​ໃດ​ຢູ່​ໃນ​ໂລກ ຖ້າ​ຫາກ​ເຮົາ​ທຸກ​ຄົນ​ຮ່ວມ​ມື​ກັນ ​ໃນ​ຖານະ​ທີ່​ເປັນ​ຜູ້​ຕິດຕາມ​ຂອງ​ພຣະຄຣິດ, ສະໜອງ​ຄວາມ​ຕ້ອງການ​ຂອງ​ຄົນ​ທີ່ຢູ່​ອ້ອມ​ຮອບ​ເຮົາ​ດ້ວຍ​ຄວາມ​ກະ​ຕືລືລົ້ນ—ຄອບຄົວ, ​ໝູ່​ເພື່ອນ, ​ເພື່ອນ​ບ້ານ​​ໃກ້​ຄຽງ, ​ເພື່ອນຮ່ວມ​ຊາດຂອງ​ເຮົາ.

​ໃນສານ​ຂອງ​ຢາ​​ໂກ​ໂບມີ​ກ່າວ​ໄວ້ວ່າ ການ​ຮັບ​ໃຊ້​ໝາຍ​ເຖິງ​ທຳ​ມະ​ທີ່​ບໍລິສຸດ (​ເບິ່ງ ຢາ​ໂກ​ໂບ 1:27).

​​ເຮົາ​​ໄດ້​ອ່ານ​ກ່ຽວ​ກັບ​ການ​ຮັບ​ໃຊ້​ຂອງ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຕະຫລອດ​ທົ່ວ​ໂລກ ​ແລະ ​ໂດຍ​ສະ​ເພາະ​ອົງການ​ຮັບ​ໃຊ້​ມະນຸດສະທຳ ທີ່​ຊ່ອຍ​ເຫລືອ​ຢ່າງ​ທັນ​ດ່ວນ​ໃນ​ຍາມ​ສຸກ​ເສີນ—​ໄຟ​​ໄໝ້, ນ້ຳຖ້ວມ, ພະ​ຍຸ​ເຮີ​ລີ​ເຄນ, ພະຍຸ​ລົມ​ບ້າໝູ. ການ​ຮັບ​ໃຊ້​ໃນ​ຍາມ​ສຸກ​ເສີນ​ນີ້​ຄວນ​ສືບ​ຕໍ່​ໄປ ຊຶ່ງ​ເປັນ​ການ​ຊ່ອຍ​ແບ່ງ​ເບົາ​ພາລະ​ອັນ​ໜັກໜ່ວງ​ຂອງ​ຄົນ​ອື່ນ. ​ແຕ່​ເລື່ອງ​ຊີວິດ​ປະຈຳ​ວັນ​ຂອງ​ເຮົາ​ເດ? ​ແມ່ນ​ຫຍັງ​ຄື​ຜົນ​ຂອງ​ການ​ຮ່ວມ​ມື​ຂອງ​ສະມາຊິກ​ຫລາຍ​ລ້ານ​ຄົນ​ໃນ​ທຸກ​ວັນ ​ເພາະ​ຄວາມ​ຮັກ​ຂອງ​ການ​ເປັນ​ຄົນ​ຄຣິດສະ​ຕຽນ​ຕໍ່​ຄົນ​ອື່ນ? ​ເມື່ອ​ດົນ​ນານ​ໄປ ສິ່ງ​ນີ້​ຈະ​ປ່ຽນ​ລູກໆ​ຂອງ​ພຣະບິດາ​ເທິງ​ສະຫວັນທຸກ​ຄົນ ​ເພາະ​ຄວາມ​ຮັກ​ຂອງ​ພຣະອົງ​ທີ່​ມີ​ຕໍ່ເຂົາ​ເຈົ້າຜ່ານ​ທາງ​ຕົວ​ເຮົາ. ​ໂລກ​ທີ່​ຫຍຸ້ງຍາກ​ຂອງ​ເຮົາ​ຕ້ອງການ​ຄວາມ​ຮັກ​ຂອງ​ພຣະຄຣິດ​ໃນ​ທຸກ​ວັນ​ນີ້​ຫລາຍ​ກວ່າ​ທີ່​ຜ່ານ​ມາ, ​ແລະ ຈະ​ຕ້ອງການ​ຫລາຍ​ກວ່າ​ນີ້​ໃນ​ຫລາຍ​ປີ​ຂ້າງ​ໜ້າ.

ການ​ກະທຳ​ທີ່​ງ່າຍໆ​​ເຫລົ່າ​ນີ້​ໃນ​ທຸກ​ວັນ ​ເບິ່ງ​ຄື​ວ່າ​ບໍ່ມີ​ປະ​ໂຫຍ​ດຫລາຍ, ​ແຕ່​ເມື່ອ​​ຄິດ​ສະ​ເລ່ຍ​ແລ້ວ​ມັນ​ກໍ​ເທົ່າ​ກັບ​ນ້ຳ​ເຜິ້ງ​ແຕ່ລະ​ຢອດ​ທີ່​ຊ່ອຍ​ສ້າງ​ຮັງ​ເຜິ້ງນັ້ນ. ນີ້​ແມ່ນ​ພະລັງ​ໃນ​ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ ​ແລະ ຕໍ່​ລູກ​ໆ​ຂອງ​ພຣະອົງ, ​ແລະ ​ເມື່ອ​ຄວາມ​ຮັກ​ນັ້ນສະ​ແດງ​ອອກ​ມາ​ເປັນ​ຈຳນວນ​ຫລາຍ​ລ້ານ​ຄົນທີ່​ເປັນຊາວຄຣິດສະ​ຕຽນ, ມັນ​ຈະ​ເປັນຄວາມ​ຫວານ ​ແລະ ສິ່ງ​ບຳລຸງ​ລ້ຽງ​​ໂລກ​ດ້ວຍ​ນ້ຳຫວານ​ຂອງ​ເກສອນ​ແຫ່ງ​ສັດທາ, ຄວາມ​ຫວັງ, ​ແລະ ຄວາມ​ໃຈ​ບຸນ.

​ເຮົາ​ຕ້ອງ​ເຮັດ​ສິ່ງ​ໃດ​ເພື່ອ​ຈະ​ໄດ້​ກາຍ​ເປັນ​​ໂຕ​ເຜິ້ງທີ່​ອຸທິດ​ຕົນ ​ແລະ ​ເຮັດ​ໃຫ້ການ​ອຸທິດ​ຕົນ​ນັ້ນກາຍ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ທຳ​ມະ​ຊາດ​ຂອງ​ເຮົາ? ຫລາຍ​ຄົນ​​ໃນພວກ​ເຮົາ​ກໍ​ຫຍຸ້ງ​ຢູ່ກັບ​ການ​ເອີ້ນ​ຢູ່​ໃນ​ໂບດ, ​ແລະ ທຳ​ງານ​ໜັກ​​​ໃນ​ການ​ເອີ້ນນັ້ນ, ​ໂດຍ​ສະ​ເພາະ​ໃນ​ວັນ​ອາທິດ. ສິ່ງ​ນີ້​ເປັນ​ເລື່ອງ​ທີ່​ໜ້າ​ສັນລະ​ເສີນ. ​ແຕ່​ຈິດ​ໃຈ​ຂອງ​ເຮົາ​ກະຕືລືລົ້ນບໍ່ທີ່​ຈະ​ເຮັດ​ວຽກ​ງານ​ດີ​ໃນ​ລະຫວ່າງ​ອາທິດ? ​ເຮົາ​ພຽງ​ເຮັດ​ໄປ​​ແຕ່​ລະ​ມື້​ເທົ່າ​ນັ້ນບໍ ຫລື ​ເຮົາ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ແທ້ໆ​? ​ເຮົາ​ຈະ​ເອົາ​ເມັດພືດ​ແຫ່ງ​ສັດທາ​ຂອງ​ເຮົາທີ່​ຖືກ​ບຳລຸງ​ລ້ຽງ​ໄວ້​ຢູ່​ໃນ​ຈິດ​ໃຈ​ຂອງ​ເຮົາ​ໄປ​ປູກ​ໄວ້​ໃນ​ດິນ​ດີ​ຢູ່​ໃນ​ຈິດ​ວິນ​ຍານ​ຂອງ​ເຮົາ​ໄດ້​ແນວ​ໃດ? ​ເຮົາ​ຈະ​ສ້າງ​ຄວາມ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ​ໃນ​​ໃຈ​ທີ່​ແອວມາ​ໄດ້​ກ່າວ​ວ່າ​ເປັນ​ສິ່ງ​ສຳຄັນ​ຕໍ່​ຄວາມສຸກ ​ແລະ ຄວາມ​ສະຫງົບ​ນິລັນດອນ​ຂອງ​ເຮົາ​​ໄດ້​ແນວ​ໃດ? (​ເບິ່ງ ​ແອວ​ມາ 5:12–21).

ຈົ່ງ​ຈື່​ຈຳ​ໄວ້​ວ່າ, ນ້ຳ​ເຜິ້ງ​ບັນຈຸ​ທຸກ​ສິ່ງ​ທີ່​ສົມບູນ​ແບບ​ສາມາດ​ຄ້ຳຊູ​ຊີວິດ​ໄວ້​ໄດ້. ​ແລະ ຄຳ​ສອນ​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ ກໍ​ເປັນ​ສິ່ງດຽວ​ເທົ່າ​ນັ້ນທີ່​ສາມາດ​ຄ້ຳຊູ​ຊີວິດ​ນິລັນດອນ​ໄວ້​ໄດ້. ພຽງ​ແຕ່​ເມື່ອ​ປະຈັກ​ພະຍານ​ຂອງ​ເຮົາ​​ເລິກ​ຊຶ້ງຢູ່​ໃນ​ຫົວ​ໃຈ​ຂອງ​ເຮົາ​ເທົ່າ​ນັ້ນ ຈຶ່ງ​ຈະ​ສາມາດ​ເຮັດ​ໃຫ້​ຄວາມ​ຮັກ ​ແລະ ການ​ຮັບ​ໃຊ້​ຂອງ​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະຜູ້​ຊ່ອຍ​ໃຫ້ລອດ​ໄດ້. ພຽງ​ແຕ່​​ໃນ​ຕອນ​ນັ້ນ​ເທົ່າ​ນັ້ນ, ​ທີ່​ເຮົາ​ຈະ​ກາຍ​ເປັນສານຸສິດ​ຂອງ​ພຣະຄຣິດ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ແທ້ໆ​ ທີ່​ມີ​ພະລັງ​ໂດຍ​ພຣະວິນ​ຍານ ​ເພື່ອ​ເອື້ອມ​ອອກ​ໄປ​ຫາ​ຫົວ​ໃຈ​ຂອງ​ເພື່ອນມະນຸດ​ດ້ວຍ​ກັນ.

​ເມື່ອ​ຫົວ​ໃຈ​ຂອງ​ເຮົາ​ບໍ່​ໄດ້​ໝົກ​ໝຸ້ນ​ຢູ່​ກັບ​ສິ່ງ​ທີ່​ເປັນ​ຂອງ​ໂລກ, ​ແລ້ວ​ເຮົາ​ຈະ​ບໍ່​ສະ​ແຫວ​ງ​ຫາ​ຄວາມ​ຍ້ອງຍໍ​ຈາກ​ໂລກ​ອີກ​ຕໍ່​ໄປ ຫລື ສະ​ແຫວ​ງຫາ​ຄວາມສຸກ​ໃຫ້​ແກ່​ຄວາມ​ຈອງຫອງ​ຂອງ​ເຮົາ​ເທົ່າ​ນັ້ນ (​ເບິ່ງ D&C 121:35–37). ​ແຕ່​ເຮົາ​ຈະ​ມີ​ຄຸນສົມບັດ​ທີ່​ເປັນ​ເໝືອນ​ດັ່ງ​ພຣະຄຣິດ​ ດັ່ງ​ທີ່​ພຣະ​ເຢຊູ​ໄດ້​ສອນ​ວ່າ:

  1. ​ເຮົາ​ຕ້ອງ​ອ່ອນ​ໂຍນ ​ແລະ ອ່ອນ​ນ້ອມ ​ແລະ ອົດ​ກັ້ນ (​ເບິ່ງ D&C 121:41).
  2. ເຮົາ​ຕ້ອງ​ມີ​ຄວາມ​ກະ​ລຸ​ນາ, ປາດ​ສະ​ຈາກ​ຄວາມ​ໜ້າ​ຊື່​ໃຈ​ຄົດ ຫລື ມານ​ຍາ (​ເບິ່ງ D&C 121:42).
  3. ເຮົາ​ຕ້ອງມີ​ຄວາມ​ໃຈ​ບຸນ​ຕໍ່​ມະນຸດ​ທັງ​ປວງ (​ເບິ່ງ D&C 121:45).
  4. ເຮົາ​ຕ້ອງ​ມີ​ຄຸນ​ນະ​ທຳ​ປະຈຳ​ໃຈສະ​ເໝີ (​ເບິ່ງ D&C 121:45).
  5. ເຮົາ​ບໍ່​ມີ​ໃຈ​ທີ່​ຈະ​ກະທຳ​ຄວາມ​ຊົ່ວ​ອີກ​ຕໍ່​ໄປ (​ເບິ່ງ ​ໂມ​​ໄຊ​ຢາ 5:2).
  6. ພຣະວິນ​ຍານ​ບໍລິສຸດ​ເປັນ​ເພື່ອນ​​ໃກ້ຊິດ, ​ແລະ ຄຳສອນ​ຂອງ​ຖານະ​ປະ​ໂລຫິດຈະ​ກັ່ນ​ລົງ​ມາ​ເທິງ​ຈິດ​ວິນ​ຍານ​ຂອງ​ເຮົາ​ເໝືອນ​ດັ່ງ​ຢາດ​ນ້ຳຄ້າງ​ຈາກ​ສະຫວັນ (​ເບິ່ງ D&C 121:45–46).

ບັດ​ນີ້, ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າບໍ່​ໄດ້ຊຸກຍູ້​​ໃຫ້ບ້າ​ ຫລື ​ໃຫ້​ຫລົງ​ໄຫລ​ນຳສາດສະໜາ. ​ແຕ່​ກົງກັນຂ້າມ! ຂ້າພະ​ເຈົ້າພຽງ​ແຕ່​ແນະນຳ​ວ່າ ​ເຮົາ​ຄວນ​ກ້າວ​ຂຶ້ນ​ໄປ​ຫາ​ຂັ້ນຕອນ​ຕໍ່​ໄປ ​ໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຮົາ​ໃນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະຄຣິດ ​ໂດຍ​ການຮັບ​ເອົາ​ຄຳ​ສອນ​ໄວ້​ໃນ​ສ່ວນ​ເລິກ​ຂອງ​ຫົວ​ໃຈ​ ​ແລະ ຈິດ​ວິນ​ຍານ​ຂອງ​ເຮົາ ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ກະທຳ ​ແລະ ດຳລົງ​ຊີວິດ​ຢ່າງ​ສະ​ໝ່ຳສະ​ເໝີ—ດ້ວຍ​ຄວາມ​ຊື່ສັດ—​ໃນ​ສິ່ງ​ທີ່​ເຮົາ​ເຊື່ອ​ຖື.

ຄວາມ​ຊື່ສັດ​ນີ້​ຈະ​ເຮັດ​ໃຫ້​ຊີວິດ​ຂອງ​ເຮົາງ່າຍ​ຂຶ້ນ ​ແລະ ​ເພີ່ມ​ຄວາມ​ຮູ້ສຶກ​ໄວ​ຂອງ​ເຮົາ​ຕໍ່​ພຣະວິນ​ຍານ ​ແລະ ຕໍ່​ຄວາມ​ຕ້ອງການ​ຂອງ​ຄົນ​ອື່ນ. ມັນ​ຈະ​ນຳ​ຄວາມສຸກ​ມາສູ່​ຊີວິດ​ຂອງ​ເຮົາ ​ແລະ ຄວາມ​ສະຫງົບມາສູ່​ຈິ​ດວິນ​ຍານ​ຂອງ​ເຮົາ—​ເປັນຄວາມ​ສຸກ ​ແລະ ຄວາມ​ສະຫງົບ​ທີ່​ມາ​ເຖິງ​ເຮົາ​ເມື່ອ​ເຮົາ​ກັບ​ໃຈ​ຈາກ​ບາບ​ ​ແລະ ຕິດຕາມ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໂດຍ​ການ​ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ.

​ເຮົາ​ຈະ​ປ່ຽນ​​ແປງ​ໄດ້​ແນວ​ໃດ? ​ເຮົາ​ຈະຝັງ​ຄວາມ​ຮັກ​ຂອງ​ພຣະຄຣິດ​ໄວ້​ໃນ​​ໃຈ​ຂອງ​ເຮົາ​ໄດ້​ແນວ​ໃດ? ມີ​ການ​ປະຕິບັດ​ໃນ​ປະຈຳ​ວັນ​ຢ່າງ​ໜຶ່ງ​ຂອງ​ເຮົາ ທີ່​ສາມາດ​ສ້າງ​ຄວາມ​ແຕກ​ຕ່າງ​ໃຫ້​ສະມາຊິກ​​ທຸກ​ຄົນ​ຂອງ​ສາດສະໜາ​ຈັກ, ຮ່ວມ​ທັງ​ເດັກນ້ອຍ​ຜູ້​ຊາຍ ​ແລະ ຜູ້ຍິງ, ຊາຍ​ໜຸ່ມ ​ແລະ ຍິງ​ໜຸ່ມ, ຜູ້​ໃຫຍ່​​ໂສດ, ​ແລະ ຜູ້​ເປັນ​ພໍ່​ແມ່.

ການ​ປະຕິບັດ​ທີ່​ງ່າຍໆ​ນັ້ນ​ແມ່ນ: ​ໃນ​ການ​ອະທິຖານ​ຕອນ​ເຊົ້າ​ໃນ​ລະຫວ່າງ​ອາທິດ, ​ໃຫ້​ທູນ​ຂໍ​ໃຫ້​ພຣະບິດາ​ເທິງ​ສະຫວັນ​ນຳພາ​ທ່ານ​​​ໃຫ້ຮູ້ຈັກ​ໂອກາດທີ່​ຈະ​ໄດ້​ຮັບ​ໃຊ້​ລູກ​ທີ່​ປະ​ເສີດ​ຄົນ​ໜຶ່ງ​ຂອງ​ພຣະອົງ. ​ແລ້ວ​ໃຫ້​ເຮັດ​ຕາມ​ນັ້ນດ້ວຍ​​ໃຈ​ທີ່​ເຕັມ​ໄປ​ດ້ວຍ​ສັດທາ ​ແລະ ຄວາມ​ຮັກ, ຊອກ​ຫາ​ຄົນ​ທີ່​ຈະ​ຊ່ອຍ​ເຫລືອ. ​ໃຫ້​ເອົາ​ໃຈ​ໃສ່​ໃນ​ເລື່ອງ​ນີ້, ​​ເໝືອນ​ດັ່ງ​ຝູງ​ເຜິ້ງທີ່​ເອົາ​ໃຈ​ໃສ່​ກັບ​ດອກ​ໄມ້​ ຊຶ່ງ​ຈາກ​ດອກ​ໄມ້​ນັ້ນມັນ​ໄດ້​ເຕົ້າ​ໂຮມ​ເອົາ​ນ້ຳຫວານ ​ແລະ ​ເກສອນ. ຖ້າ​ທ່ານ​ເຮັດ​ສິ່ງ​ນີ້, ຄວາມ​ຮູ້ສຶກ​ໄວ​ທາງ​ວິນ​ຍານ​ຂອງ​ທ່ານ​ຈະ​ຂະຫຍາຍ​ອ​ອກກວ້າງ, ​ແລະ ທ່ານ​ຈະ​ມີ​ໂອກາດ​ຮັບ​ໃຊ້​ໃນ​ສິ່ງ​ທີ່​ທ່ານ​ຄິດ​ວ່າ​ເປັນ​ໄປ​ບໍ່​ໄດ້.

ປະທານ​ທອມມັສ ​ແອັສ ມອນ​ສັນ​ ໄດ້​ສອນ​ວ່າ ຫລາຍ​ເທື່ອ​ຄຳ​ຕອບ​​ແບບ​ກະທັນ​ຫັນຂອງ​ພຣະບິດາ​ເທິງ​ສະຫວັນ​ໄດ້​ມາ​​ເຖິງ​ບາງ​ຄົນຜ່ານ​ທາງ​ຕົວ​ເຮົາ—ຜ່ານ​ທາງ​ທ່ານ ​ແລະ ຂ້າພະ​ເຈົ້າ—ຜ່ານ​ວາຈາ​ອັນ​ອ່ອນ​ຫວານ ​ແລະ ການ​ກະທຳ​ຂອງ​ເຮົາ, ຜ່ານ​ການ​ຮັບ​ໃຊ້ທີ່ລຽບ​ງ່າຍ ​ແລະ ຄວາມ​ຮັກ​ຂອງ​ເຮົາ.

​ແລະ ປະທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ​ໄດ້​ກ່າວ​ວ່າ: “ພຣະ​ເຈົ້າຮູ້ຈັກ​ເຮົາ, ​ແລະ ພຣະອົງ​ເຝົ້າດູ​ແລ​ເຮົາ. ​ແຕ່​ສ່ວນ​ຫລາຍ​ແລ້ວ​ຈະ​ຜ່ານ​ທາງ​ຄົນ​ອື່ນ​ທີ່​ພຣະອົງ​ສະໜອງ​ຄວາມ​ຕ້ອງການ​ຂອງ​ເຮົາ. ດັ່ງນັ້ນ ມັນ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ” (Teachings of Presidents of the Church: Spencer W. Kimball [2006], 82).

ຂ້າພະ​ເຈົ້າຮູ້​ວ່າ ຖ້າ​ຫາກ​ເຮົາ​ເຮັດ​ເຊັ່ນ​ນີ້—ຢູ່​ບ້ານ, ຢູ່​ໂຮງຮຽນ, ຢູ່ບ່ອນ​ທຳ​ງານ, ​ແລະ ຢູ່​ໂບດ—​ແລ້ວ​ພຣະວິນ​ຍານ​ບໍລິສຸດ​ຈະ​ນຳພາ​ທ່ານ, ​ແລະ ທ່ານ​ຈະ​ສາມາດ​ຮູ້​ວ່າ​ຄົນ​ໃດ​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ ຊຶ່ງ​ພຽງ​ແຕ່​ທ່ານ​ເທົ່າ​ນັ້ນທີ່​ສາມາດ​​ເຮັດ​ໄດ້. ທ່ານຈະ​​ໄດ້​ຮັບ​ການ​ກະ​ຕຸ້ນ​ໂດຍ​ພຣະວິນ​ຍານ ​ແລະ ຈະ​ຖືກ​ຊັກ​ຊວນ​ໃຫ້​ຊ່ອຍປະສົມ​ເກສອນ​ດອກ​ໄມ້​ຢູ່​​ໃນ​ໂລກ​ດ້ວຍ​ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະຄຣິດ ​ແລະ ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ.

​ແລະ ຈົ່ງ​ຈື່​ຈຳ​ໄວ້​ວ່າ, ​ເໝືອນ​ດັ່ງ​ໂຕ​ເຜິ້ງນ້ອຍໆ​ນັ້ນໄດ້​ຊ່ອຍ​​ເຮັດ​ນ້ຳ​ເຜິ້ງພຽງ​ຢອດດ​ຽວ​ໃຫ້​ຮັງ​ເຜິ້ງ, ຖ້າ​ຫາກ​ເຮົາ​ຮ່ວມ​ມື​ກັນ​ເປັນ​ຫລາຍ​ສິບ​ພັນ​ຄົນ ​ແລະ ​ແມ່ນ​ແຕ່​ຫລາຍ​ລ້ານ​ຄົນ ​ເພື່ອ​ແບ່ງປັນ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ໃຫ້​ແກ່​ລູກໆຂອງ​ພຣະອົງ​ຜ່ານ​ການ​ຮັບ​ໃຊ້​ຂອງ​ຊາວຄຣິດສະ​ຕຽນ​ແລ້ວ, ມັນຈະ​​ເກີດ​ຄວາມ​ດີ​ຢ່າງ​ຫລວງຫລາຍ ຊຶ່ງ​ນຳ​ຄວາມ​ສະຫວ່າງ​ຂອງ​ພຣະຄຣິດມາສູ່​ໂລກ​ທີ່​ມືດ​ມົວ​ນີ້. ​ດ້ວຍ​ຄວາມ​ສາມັກຄີ​ກັນ, ​ເຮົາ​ຈະ​ນຳ​ຄວາມ​ຮັກ ​ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ມາ​ໃຫ້​ຄອບຄົວ​ຂອງ​ເຮົາ​ເອງ ​ແລະ ຄົນ​ທີ່​ເປົ່າ​ປ່ຽວ​ດຽວ​ດາຍ, ຄົນ​ຍາກຈົນ, ຄົນ​ຜິດ​ຫວັງ, ມາ​ໃຫ້​ລູກໆ​ຂອງ​ພຣະບິດາ​ເທິງ​ສະຫວັນຜູ້​ທີ່​ສະ​ແຫວ​ງຫາ​ຄວາມ​ຈິງ ​ແລະ ຄວາມ​ສະຫງົບ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າອະທິຖານ​ດ້ວຍ​ຄວາມ​ຖ່ອມຕົນ​ວ່າ ​ເຮົາ​ຈະ​ທູນ​ຂໍ​ທຸກ​ວັນ​ໃນ​ຄຳ​ອະທິຖານ​ຂອງ​ເຮົາ ​ເພື່ອ​ຈະ​ໄດ້​ຮູ້ຈັກ​ບາງ​ຄົນ​ທີ່​ເຮົາ​ສາມາດ​ຮັບ​ໃຊ້​ໃນ​ທາງ​ທີ່​ມີ​ຄວາມ​ໝາຍ, ຮ່ວມ​ທັງ​ການ​ແບ່ງປັນ​ຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ ​ແລະ ປະຈັກ​ພະຍານຂອງ​ເຮົາ. ​ໃນ​ທ້າຍ​ຂອງ​​ແຕ່​ລະ​ມື້, ຂໍ​ໃຫ້​ເຮົາ​ຈົ່ງ​ສາມາດ​ກ່າວ​ວ່າ “​ແມ່ນ​ແລ້ວ” ​ໃນ​ການ​ຕອບ​ຄຳ​ຖາມ​ທີ່​ວ່າ, “ມື້​ນີ້ເຮົາໄດ້​ເຮັດ​ຄວາມ​ດີ​ຢູ່​ໃນ​ໂລກ​ບໍ? ​​ເຮົາ​ໄດ້​ຊ່ອຍ​ຄົນ​ໃດ​ທີ່​ຂັດ​ສົນ​ບໍ?” (Hymns, no. 223).

ນີ້​ແມ່ນ​ວຽກ​ງານ​ຂອງ​ພຣະ​ເຈົ້າ. ຂໍ​ໃຫ້​ເຮົາ​ຈົ່ງ​ເຮັດ​ວຽກ​ງານ​ຂອງ​ເຮົາ​ເໝືອນ​ດັ່ງ​ຝູງ​ເຜິ້ງທີ່ຫຍຸ້ງ​ຢູ່​ກັບ​ວຽກ​ງານ​ຂອງ​ມັນ, ຂ້າພະ​ເຈົ້າອະທິຖານດ້ວຍ​ຄວາມ​ຖ່ອມຕົນ ​ໃນ​ພຣະນາມຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.