​ເປັນ​ຄົນ​ທີ່ກ້າຫານ​ທີ່​ສຸດ, ​ມີ​ກຳລັງ, ​ແລະ ວ່ອງ​ໄວ

​ໂດຍ​ ອະທິການ ແກຣີ ອີ ສະຕີບ​ເວັນ​ສັນ

ອະທິການ​ຄວບ​ຄຸມ​


ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ພວກ​ເຈົ້າ​ໃຫ້​ຮັກສາ​ຕົນ​ເອງ​ໃຫ້​​ເປັນ​ຄື​ກັນ​ກັບ​ນັກຮົບ​ໜຸ່ມ​ 2,000 ຄົນ ໂດຍ​ການ​ມີ​ຄວາມ​ກ້າຫານ​ແທ້ໆ ​ໃນ​ຖານະ​ທີ່​ເປັນ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ທີ່​ມີຄ່າ​ຄວນ.

ຄ່ຳ​ຄືນ​ນີ້​ຂ້າພະ​ເຈົ້າຮູ້ສຶກ​ວ່າ​ໄດ້​ຮັບ​ພອນ​​ພິ​ເສດ​ທີ່​ຈະ​ໄດ້​ກ່າວ​ໃນ​ຖານະ​ເປັນ​ອະທິການ​ຄົນ​ໜຶ່ງ​ກັບ​ຊາຍ​ໜຸ່ມ, ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ, ທີ່​ເຕົ້າ​ໂຮມ​ກັນ​ຕະຫລອດ​ທົ່ວ​ໂລກ ສຳລັບ​ກອງ​ປະຊຸມ​ຖານະ​ປະ​ໂລຫິດ​ສາມັນ. ຂ້າພະ​ເຈົ້າຈະ​​ເລົ່າ​ເລື່ອງ​ລາວ​ຈາກ​ພຣະຄຳ​ພີ​ມໍ​ມອນ​ກ່ຽວ​ກັບ​ນັບ​ຮົບ​ໜຸ່ມ 2,000 ຄົນ​ຂອງ​ຮີ​ລາມັນ. ພຣະຄຳ​ພີ​ຂໍ້ນີ້ ຈະ​ໃຫ້​ຄວາມ​ຮູ້​ກ່ຽວ​ກັບ​ລັກສະນະ​ຂອງ​ຊາຍ​ໜຸ່ມ​ໃນ​ສະ​ໄໝ​ໂບຮານ—​ແລະ ດົນ​ໃຈ​ພວກ​ເຈົ້າ, ຊາຍ​ໜຸ່ມ​ໃນ​ຍຸກ​ສຸດ​ທ້າຍ. ຂ້າພະ​ເຈົ້າຂໍ​ອ້າງ​ເຖິງ ພຣະຄຳ​ພີ​ຂໍ້ທີ່​ຂ້າພະ​ເຈົ້າມັກ​ຫລາຍ ທີ່​ວ່າ: “​ແລະ ພວກ​ເຂົາ​ເປັນ​ຊາຍ​ໜຸ່ມ​ທຸກ​ຄົນ, ແລະ ພວກ​ເຂົາ​ເປັນ​ຄົນ​ກ້າຫານ​ທີ່​ສຸດ, ທັງ​ດ້ານ​ກຳລັງ ແລະ ຄວາມ​ວ່ອງ​ໄວ; ແຕ່​ຈົ່ງ​ເບິ່ງ, ນີ້​ຍັງ​ບໍ່​ໝົດ—ພວກ​ເຂົາ​ເປັນ​ຄົນ​ທີ່​ເອົາ​ການ​ເອົາ​ງານ​ຢູ່​ຕະຫລອດ​ວັນ​ເວລາ.”1 ກ້າຫານ, ​ມີ​ກຳລັງ, ​ແລະ ວ່ອງ​ໄວ, ​ແລະ ​ເອົາ​ການ​ເອົາ​ງານ—ຈັ່ງ​ແມ່ນ​ມີ​ລັກສະນະ​ທີ່ໜ້າ​ຍ້ອງຍໍ​ຊົມ​ເຊີຍ​ແທ້ໆ​ນໍ!

ຂ້າພະ​ເຈົ້າຢາກ​ເຈາະ​ຈົງ​ຢູ່​ທີ່​ລັກສະນະ​ທີ​ໜຶ່ງ​ທີ່​ບອກ​ເຖິງພວກ​ເຂົາ​ວ່າ: “ກ້າຫານ​ແທ້ໆ.” ຕໍ່​ຂ້າພະ​ເຈົ້າ​ແລ້ວ, ສິ່ງ​ນີ້​ບອກ​ເຖິງ​ຄວາມ​ເຊື່ອ​ໝັ້ນຂອງ​ຊາຍໜຸ່ມ​ເຫລົ່າ​ນີ້ ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ດ້ວຍ​ຄວາມ​ກ້າຫານ, ຫລື ດັ່ງ​ທີ່​ແອວ​ມາ​ໄດ້​ບັນຍາຍ​ວ່າ, “ຈະ​ຢືນ​ເປັນ​ພະຍານ​ຂອງ​ພຣະ​ເຈົ້າໃນທຸກ​ເວລາ … ແລະ ໃນ​ທຸກ​ບ່ອນ.”2 ນັກຮົບ​ໜຸ່ມ 2,000 ຄົນ​ນີ້ ມີ​ຫລາຍ​ເວລາ​​ເພື່ອ​ສະ​ແດງ​​ເຖິງ​ຄວາມ​ກ້າຫານ​ຂອງ​ພວກ​ເຂົາ. ພວກ​ເຈົ້າ​ແຕ່ລະຄົນ​ກໍ​ຄື​ກັນ ຈະ​ມີ​ເວລາ​ອັນ​ສຳຄັນຢູ່​ໃນຊີວິດ​ຂອງ​ພວກ​ເຈົ້າທີ່​ຈະ​ຕ້ອງ​ຮຽກຮ້ອງ​ຄວາມ​ກ້າຫານ. ​ເພື່ອນ​ຄົນ​ໜຶ່ງ​ຂອງ​ຂ້າພະ​ເຈົ້າຊື່ ຈອນ, ​ໄດ້​​ເລົ່າ​ເວລາ​ໜຶ່ງ​ໃນ​ຊີວິດ​ຂອງ​ລາວ​ໃຫ້​ຂ້າພະ​ເຈົ້າຟັງ.

ຫລາຍ​ປີ​ກ່ອນ, ຈອນ​ໄດ້​ຮັບ​ເຂົ້າມະຫາວິທະຍາ​ໄລຍີ່ປຸ່ນ​ທີ່​ມີ​ກຽດແຫ່ງ​ໜຶ່ງ. ລາວ​ໄດ້​ເປັນ​ຜູ້​ໜຶ່ງ​ໃນ​ໂຄງການ​ກຸ່ມ​ນັກ​ສຶກສາ​ຕ່າງປະ​ເທດ ຮ່ວມ​ກັບ​ນັກຮຽນ​ທີ່​ເກັ່ງ​ກ້າຈາກ​ທົ່ວ​ໂລກ. ບາງ​ຄົນ​ໄດ້​ສະ​ເໜີ​ເຂົ້າ ​ເພື່ອ​ຈະ​ໄດ້​ມີ​ຄວາມ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ກ່ຽວ​ກັບ​ວັດທະນະ​ທຳ ​ແລະ ພາສາ, ບາງ​ຄົນ​ຄິດ​ວ່າ​ເປັນ​ຂັ້ນຕອນ​ກ້າວ​ຂຶ້ນສູງ​​ໃນ​ວິຊາ​ອາຊີບຢູ່​ຍີ່ປຸ່ນ, ​ແຕ່​ທຸກ​ຄົນ​ໄດ້​ຈາກ​ບ້ານ​ເຮື​ອນ ​​​ເພື່ອ​ໄປ​ສຶກສາ​ຢູ່​ຕ່າງປະ​ເທດ.

ບໍ່​ດົນ​ຫລັງ​ຈາກຈອນໄດ້​ໄປ​ເຖິງ, ​ມີ​ການ​ປະກາດ​ວ່າ ມີ​ງານ​ລ້ຽງ​ຢູ່​ຊັ້ນຫລັງຄາຂອງ​ຕຶກບ່ອນໜຶ່ງ ​ແຈ້ງ​ບອກ​ໃຫ້ນັກ​ສຶກສາ​ຈາກ​ຕ່າງປະ​ເທດຮູ້​ຢ່າງ​ທົ່ວ​ເຖິງ—​ເປັນ​ການ​ເຊື້ອ​ເຊີນ​ໃຫ້​ທຸກ​ຄົນ​ໄປ​ຮ່ວມ​ງານ ເພື່ອ​​ຈະ​ໄດ້​ຮູ້ຈັກກັນ. ​ໃນຄ່ຳ​ຄືນ​ນັ້ນ, ຈອນ ​ແລະ ​ເພື່ອນ​ສອງ​ຄົນ​ໄດ້​ໄປ​ຮ່ວມ.

ຫລັງ​ຈາກ​ໄດ້​ຂຶ້ນລິບ​ຂອງ​ຕຶກ​ຫລັງ​ນັ້ນ​ໄປ​ເຖິງ​ຊັ້ນສູງ​ສຸດ​ແລ້ວ, ຈອນ ​ແລະ ​ເພື່ອນ​ຂອງ​ລາວ​ໄດ້​ຂຶ້ນຂັ້ນ​​ໄດ​ໄປ​ຫາ​ຫລັງຄາ ​ແລະ ​ໄດ້​ເລີ່​ມຕົ້ນລົມນຳ​ຜູ້ນັ້ນຜູ້​ນີ້. ​ເມື່ອ​​ເຖິງ​ຕອນ​ເດິກ, ບັນຍາກາດ​ໄດ້​ປ່ຽນ​ໄປ. ສຽງຜູ້​ຄົນ, ສຽງ​ດົນ​ຕີ, ​​ແລະ ເຫລົ້າ​ເບຍ​ມີ​ເພີ່ມຫລາຍ​ຂຶ້ນ, ຈົນ​ເຮັດ​ໃຫ້​ຈອນ​​ເລີ່​ມບໍ່​ສະບາຍ​ໃຈ. ​ແລ້ວໃນ​ທັນ​ໃດ​ນັ້ນ, ຄົນ​ໜຶ່ງ​ໄດ້​ເລີ່​ມຈັດ​ວົງ​​ໃຫຍ່​ເພື່ອ​ແບ່ງຊາ​ໃຫ້​ກັນ​ສູບ. ຈອນ​ໄດ້​ເຮັດ​ໜ້າ​ບູດ ​ແລະ ​ໄດ້​ບອກ​ເພື່ອນ​ສອງ​ຄົນ​ຂອງ​ລາວ​ວ່າ ມັນ​ເປັນ​ເວລາ​ທີ່​ຕ້ອງ​ກັບ​ໄປ​ແລ້ວ. ​ເກືອບ​ເປັນ​ສຽງ​ເວົ້າ​​ເຍາະ​ເຍີ້​ຍ, ຄົນ​ໜຶ່ງ​ໄດ້​​ເວົ້າວ່າ, “ຈອນ, ບໍ່​ຍາກ​ດອກ—​ພວກ​ເຮົາ​ພຽງ​ແຕ່​ຢືນ​ຢູ່​ໃນ​ວົງ​​ເທົ່າ​ນັ້ນ, ​ແລະ ​ເມື່ອ​ເຖິງ​ຜຽນ​ເຮົາ, ​ເຮົາ​ກໍ​ຍື່ນ​ໃຫ້​ຄົນ​ອື່ນ ບໍ່​ຕ້ອງ​ສູບ​ກໍ​ໄດ້. ​​ແລ້ວ​ເຮົາ​ບໍ່​ຕ້ອງ​ເຮັດ​ໃຫ້​ຕົນ​ເອງ​​ໄດ້​ຮັບ​ຄວາມອັບອາຍ​ຢູ່​ຕໍ່ໜ້າ​ທຸກ​ຄົນ​ໂດຍ​ການ​ໜີ​ໄປ.” ຟັງ​ແລ້ວ​ກໍ​ງ່າຍ​ສຳລັບ​ຈອນ, ​ແຕ່​ມັນ​ບໍ່​ແມ່ນ​ສິ່ງ​ທີ່ຖືກຕ້ອງ. ລາວ​ຮູ້​ວ່າ ລາວ​ໄດ້​ຕັ້ງ​ໃຈ​ບອກ ​ແລະ ລາວ​ຈະ​ເຮັດ​ຕາມ​ນັ້ນ. ​ໃນ​ເວລານັ້ນ​ເອງ ລາວ​ໄດ້​ເຕົ້າ​ໂຮມ​ຄວາມ​ກ້າຫານ ​ແລະ ບອກ​ເຂົາ​ເຈົ້າວ່າ ​​ເຂົາ​ເຈົ້າສາມາດ​ເຮັດ​ຕາມ​ໃຈ​ຊອບ, ​ແຕ່​ລາວ​ຈະ​ກັບ​ໄປ. ​ເພື່ອນ​ຄົນ​ໜຶ່ງ​ໄດ້​ຕັດສິນ​ໃຈ​ຢູ່​ຕໍ່ ​ແລະ ​ເຂົ້າຮ່ວມ​ກຸ່ມ; ​ເພື່ອນ​ອີກ​ຄົນ​ໜຶ່ງ​ໄດ້ກັບ​ລົງ​ຂັ້ນ​ໄດ​ໄປ​ກັບ​ຈອນ​ແບບ​ລັງ​ເລ​ໃຈ ​​ເພື່ອ​ຂີ່​ລິບລົງ​ຕຶກ. ​ເຂົາ​ເຈົ້າ​​ຕົກ​ຕະລຶງ ​ເມື່ອ​ປະຕູ​ລິບ​ເປີດອອກ, ລາວ​ໄດ້​ເຫັນກຸ່ມ​ຕຳ​ຫລວດ​ຍ່າງ​ອອກ​ມາ​ຈາກ​ລິບ ກາຍ​ພວກ​ເຂົາ​ເຈົ້າ​ໄປ ​ແລະ ຂຶ້ນຂັ້ນ​ໄດ​ໄປ​ຢ່າງ​ຟ້າວ​ຟັ່ງຫາ​ຫລັງຄາ. ຈອນ ​ແລະ ​ເພື່ອນ​ຂອງ​ລາວ​ໄດ້​ລົງ​ລິບ ​ແລະ ອອກ​ໄປ.

​ເມື່ອ​ກຸ່ມ​ຕຳ​ຫລວດ​ຂຶ້ນ​ໄປ​ເຖິງ​ຫລັງ​ຄື, ພວກ​ນັກຮຽນ​ໄດ້​ໂຍນ​ຊາ​ລົງ​ຈາກ​ຕຶກ ​ເພື່ອ​ເຊື່ອງ​ຫລັກ​ຖານ. ຫລັງ​ຈາກ​ໄດ້​ກັນ​ຂັ້ນ​ໄດ​ໄວ້​ແລ້ວ, ກຸ່ມ​ຕຳຫລວດ​ໄດ້​ໃຫ້​ທຸກ​ຄົນ​​ເດ່​ມື​ອອກ​ມາ. ​ແລ້ວ​ນາຍ​ຕຳຫລວດ​ໄດ້​ຍ່າງ​ໄປ​ຕາມ​ແຖວ, ດົມ​ກິ່ນ​​ໃນນິ້ວໂປ້ ​ແລະ ນິ້ວຊີ້ຂອງນັກຮຽນ​ແຕ່ລະຄົນ. ທຸກ​ຄົນ​ທີ່​ໄດ້​ຈັບ​ຊາ, ບໍ່​ວ່າ​ໄດ້​ສູບ ຫລື ບໍ່​ສູບ​ກໍ​ຕາມ, ​​​ເປັນຄວາມ​ຜິດ, ​ແລະ ​ເປັນ​ຜົນ​ສະທ້ອນ​ທີ່​ໃຫຍ່​ໂຕ. ​ເກືອບ​ທຸກ​ຄົນ​ທີ່​ໄດ້​ຢູ່​ເທິງ​ຫລັງຄາ​ນັ້ນ ​ໄດ້​ຖືກ​ໄລ່​ອອກ​ຈາກ​ມະຫາວິທະຍາ​ໄລ​ທີ່​ມີ​ກຽດ. ຜູ້​ທີ່​​​ຮັບຜິດຊອບ​ເລື່ອງ​ຊາ ​ໄດ້​ຖືກ​ລົງ​ໂທດ ​ແລະ ຖືກ​ສົ່ງ​ອອກ​ຈາກ​ປະ​ເທດ​ຍີ່ປຸ່ນ, ບໍ່​ສາມາດ​ກັບ​ຄືນ​ມາ​ເປັນ​ເວລາ​ຫລາຍ​ປີ. ຄວາມ​ຝັນ​ຂອງ​ການ​ສຶກສາ, ການ​ຕຽມ​ພ້ອມ​ເປັນ​ເວລາ​ຫລາຍ​ປີ, ​ແລະ ຄວາມ​​ເປັນ​ໄປ​ໄດ້​ເລື່ອງ​ວິຊາ​ອາຊີບ​ໃນ​ອະນາຄົດ​ຢູ່​ຍີ່ປຸ່ນ​ໄດ້​ສະຫລາຍ​ໄປ​ໃນ​​ເວລາ​ນັ້ນ.

ບັດ​ນີ້ ຂ້າພະ​ເຈົ້າຈະ​ເລົ່າ​ໃຫ້​ຟັງ​ກ່ຽວ​ກັບ​ເພື່ອນ​ສາມ​ຄົນ​ນັ້ນ. ​ເພື່ອນ​ຜູ້​ທີ່ຢູ່​​ເທິງ​ຫລັງຄາ​ຕໍ່​ໄປ ​ໄດ້​ຖືກ​ໄລ່​ອອກ​ຈາກ​ມະຫາວິທະຍາ​ໄລ​ໃນ​ຍີ່ປຸ່ນ ຊຶ່ງ​ລາວ​ໄດ້​​ໃຊ້ຄວາມ​ພະຍາຍາມ​ຫລາຍ​ທີ່​ສຸດ​ກ່ອນ​ຈະ​ຖືກ​ຮັບ ​ແລະ ​ໄດ້​ຖືກ​ສັ່ງ​ໃຫ້​ກັບ​ຄືນ​ປະ​ເທດ. ​ເພື່ອນຜູ້​ທີ່​ອອກ​ຈາກ​ງານ​ລ້ຽງ​ໄປ​ໃນ​ຄືນ​ນັ້ນກັບ​ຈອນ ​​ໄດ້​ສຶກສາ​ຕໍ່ຈົນ​ຈົບ​ຢູ່​ຍີ່ປຸ່ນ ​ແລະ ​​ໄດ້​ຮັບ​ປະລິນຍາ​ຕື່ມ​ອີກ​ຈາກ​ມະຫາວິ​ທະຍາ​ໄລ​ສອງ​ແຫ່ງ​ທີ່​ດີ​ທີ່​ສຸດ​ຢູ່​ໃນ​ສະຫະລັດ​ອາ​ເມ​ຣິກາ. ອາຊີບຂອງ​ລາວ​ໄດ້​ພາລາ​ວ​ໄປ​ເຮັດ​ທຸລະ​ກິດ​ຢູ່​​ໃນ​ເຂດ​ເອ​ເຊຍ, ບ່ອນ​ທີ່​ລາວ​ປະສົບ​ຄວາມ​ສຳ​ເລັດ​ຢ່າງ​ຫລວງຫລາຍ. ລາວ​ມີ​ຄວາມ​ກະຕັນຍູ​ຫລາຍ​ຕໍ່​ຈອນ​ຈົນ​ເຖິງ​ທຸກ​ວັນ​ນີ້ ສຳລັບ​ຄວາມ​ກ້າຫານ​ຂອງ​ຈອນ. ສຳລັບ​ຈອນ, ຜົນ​ສະທ້ອນ​ໃນ​ຊີວິດ​ຂອງ​ລາວ ​ເກີນ​ກວ່າ​ທີ່​ຈະ​ວັດ​ແທກ​ໄດ້. ​ເວລາ​ຂອງ​ລາວ​ຢູ່​ຍີ່ປຸ່ນ​ໃນ​ປີນັ້ນ ​ໄດ້​ພາລາ​ວ​ໄປ​ສູ່​ການ​ແຕ່ງງານທີ່​ມີ​ຄວາມສຸກ ​ແລະ ຕໍ່​ມາ​ໄດ້​ມີ​ລູກຊາຍ​ສອງ​ຄົນ. ລາວ​ເປັນ​ນັກທຸລະກິດ​ທີ່​ເກັ່ງ​ກ້າ ​ແລະ ບໍ່​ດົນ​ມາ​ນີ້​ໄດ້​ກາຍ​ເປັນ​ອາຈານ​ສອນ​ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ໜຶ່ງ​ຢູ່​ຍີ່ປຸ່ນ. ​ໃຫ້​ຄິດ​ເບິ່ງ​ວ່າ ຊີວິດຂອງ​ລາວ​ຈະ​ເປັນ​ແນວ​ໃດ ຖ້າ​ຫາກ​ລາວ​ບໍ່​ມີ​ຄວາມ​ກ້າຫານ​ໜີ​ຈາກ​ງານ​ລ້ຽງ​ນັ້ນ​ໄປ​ໃນ​ຄ່ຳ​ຄືນ​ນັ້ນຢູ່​ຍີ່ປຸ່ນ.3

​ຊາຍ​ໜຸ່ມ​ທັງຫລາຍ, ຈະ​ມີ​ເວລາ​ຕອນ​ທີ່​ພວກ​ເຈົ້າ, ​ເຊັ່ນ​ດຽວ​ກັບ​ທ້າວ​ຈອນ, ຈະ​ຕ້ອງ​ໄດ້​ສະ​ແດງ​ຄວາມ​ກ້າຫານ​ທີ່​ຊອບ​ທຳ​ຂອງ​ພວກ​ເຈົ້າ ​ຢູ່​ຕໍ່ໜ້າ​ໝູ່​ເພື່ອນ, ຜົນ​ສະທ້ອນ​ຂອງ​ການ​ເຮັດ​ສິ່ງ​ນັ້ນ ອາດ​ເປັນ​ການ​ເຍາະ​ເຍີ້​ຍ ​ແລະ ອັບອາຍ. ນອກ​ເໜືອ​ຈາກ​ນັ້ນ, ​ໃນ​ໂລກ​ຂອງ​ພວກ​ເຈົ້າທຸກ​ວັນ​ນີ້, ບາງ​ເທື່ອ​ພວກ​ເຈົ້າຕ້ອງ​ໄດ້​ຕໍ່ສູ້​ແບບ​ງຽບໆ, ຢູ່​ຕໍ່ໜ້າ​ຈໍ. ​ເທັກ​ໂນ​ໂລ​ຈີ​ພ້ອມ​ດ້ວຍ​ຜົນ​ປະ​ໂຫຍ​ດຂອງ​ມັນ ຈະ​ນຳ​ການ​ທ້າ​ທາຍ​ມາ​ໃຫ້​ນຳ​ອີກ ຊຶ່ງ​ຄົນ​ລຸ້ນກ່ອນ​​ບໍ່​ເຄີຍ​ໄດ້​ປະ​ເຊີນ. ບໍ່​ດົນ​ມາ​ນີ້ ມີ​ການຄົ້ນຄວ້າ​ບອກ​ວ່າ ຄົນ​ໄວ​ລຸ້ນ​ໃນ​ປະຈຸ​ບັນ​ນີ້ ບໍ່​ພຽງ​ແຕ່​ຖືກ​ລໍ້​ລວງຢູ່​ໂຮງຮຽນ​​ໃນແຕ່​ລະ​ມື້ ໃນ​ລະດັບທີ່​ໜ້າ​ເປັນ​ຫ່ວງ​ນຳເທົ່າ​ນັ້ນ, ​ແຕ່​ຍັງ​ຖືກ​ລໍ້​ລວງຢູ່​ໃນ​ອິນ​ເຕີ​ແນັດ​ນຳ​ອີກ. ການຄົ້ນຄວ້າ​ໄດ້​ເປີດ​ເຜີຍ​ວ່າ ຄົນ​ໄວ​ລຸ້ນ​ຜູ້​ທີ່ໄດ້​ເຫັນ​ຮູບ​ພາບ​ຂອງ​ການ​ກິນ​ດື່ມ​ຂອງ​ມຶນ​ເມົາ ​ແລະ ການ​ໃຊ້​ຢາ​ເສບ​ຕິດ​ຢູ່​ໃນ​ອິນ​ເຕີ​ແນັດ ສ່ວນ​ຫລາຍ​ຈະ​​​ດື່ມ​ເຄື່ອງ​ມຶນ​ເມົາ ຫລື ​ໃຊ້​ຢາ​ເສບ​ຕິດ. ​​ເມື່ອ​ກ່າວ​ເຖິງການຄົ້ນຄວ້ານີ້, ອາ​ດີດ​​ລັດຖະມົນຕີ​ຊັ້ນຜູ້​ໃຫຍ່​ຂອງ​ສະຫະລັດ ​ໄດ້​ກ່າວ​ວ່າ: “ປີ​ນີ້ ການ​ກວດກາ​ໄດ້​ເປີດ​ເຜີຍ​ວ່າ ມີ​ຄວາມ​ກົດ​ດັນ​ແບບ​ໃໝ່​​ໃນ​ເພື່ອນຝູງ—​ເປັນ​ການ​ກົດ​ດັນ​​ຢູ່ໃນ​ຈໍ. ມັນ​ໄດ້​ລາມ​ໄປ​ທົ່ວ​ໃນ​ເພື່ອນ​ຝູງ. ມັນລຸກລາມ​ເຂົ້າ​ເຖິງ​ບ້ານ​ເຮືອນ ​ແລະ ຫ້ອງ​ນອນ​ຂອງ​​ເດັກນ້ອຍ ຜ່ານ​ທາງ​ອິນ​ເຕີ​ແນັດ.”4 ການສະ​ແດງ​ອອກ​ເລື່ອງ​ຄວາມ​ກ້າຫານ ສ່ວນ​ຫລາຍ​ຈະ​ເປັນ​ການ​ click ຫລື ບໍ່ click. ຜູ້​ສອນ​ສາດສະໜາ​ໄດ້​ຖືກ​ສັ່ງສອນ​ຈາກ​ປຶ້ມ ຈົ່ງ​ສອນ​ພຣະກິດ​ຕິ​ຄຸນ​ຂອງ​ເຮົາ, ວ່າ: “ສິ່ງ​ທີ່​ທ່ານ​ເລືອກ​ຄິດ​ເຖິງ ​ແລະ ​ເຮັດ​ເມື່ອ​ເວລາ​ທ່ານ​ຢູ່​ຜູ້​ດຽວ ​ແລະ ທ່ານ​ຄິດ​ວ່າ​ບໍ່​ມີ​ໃຜ​ເບິ່ງ​ທ່ານ ຄື​ສິ່ງ​ວັດ​ແທກ​ອັນ​ສຳຄັນກ່ຽວ​ກັບ​ຄວາມ​ດີ​ຂອງ​ທ່ານ.”5 ຈົ່ງ​ກ້າຫານ! ຈົ່ງ​ເຂັ້ມ​ແຂງ! ຈົ່ງ​ຢືນຢູ່​ໃນ​ບ່ອນທີ່​ສັກສິດ ​ແລະ ບໍ່​ຫວັ່ນ​ໄຫວ.6

ຊາຍ​ໜຸ່ມ​ທັງຫລາຍ, ຂ້າພະ​ເຈົ້າສັນຍາ​ວ່າ ພຣະ​ຜູ້​ເປັນ​ເຈົ້າຈະ​ເພີ່ມ​ພະລັງ​ໃຫ້​​ພວກ​ເຈົ້າ. “​ເພາະວ່າ​ພຣະ​ເຈົ້າບໍ່​ໄດ້​ປະທານ​ໃຈ​ອັນ​ຢ້ານ​ກົວ​ໃຫ້​ແກ່​ເຮົາ.”7 ພຣະອົງ​ຈະ​ປະທານ​ລາງວັນ​ໃຫ້​ແກ່​ພວກ​ເຈົ້າ ສຳລັບ​ຄວາມ​ກ້າຫານ ​ແລະ ການ​ປະພຶດ​ທີ່​ຊອບ​ທຳ​ຂອງ​ພວກ​ເຈົ້າ—ດ້ວຍ​ຄວາມສຸກ ​ແລະ ຄວາມ​ຊື່ນ​ຊົມ. ຄວາມ​ກ້າຫານ​ນັ້ນ​ເປັນ​ຜົນ​ຈາກ​ສັດທາ​ຂອງ​ພວກ​ເຈົ້າ​ໃນ​ພຣະ​ເຢຊູ​ຄຣິດ ​ແລະ ການ​ຊົດ​ໃຊ້​ຂອງ​ພຣະອົງ, ການ​ອະທິຖານ​ຂອງ​ພວກ​ເຈົ້າ, ​ແລະ ການ​ເຊື່ອ​ຟັງ​ຕໍ່​ພຣະບັນຍັດຂອງພວກ​ເຈົ້າ.

ປະທານ​ເອັນ ​ແອວ​ດັນ ​ແທນ​ເນີ ​ໄດ້​ກ່າວ​ວ່າ: “ຊາຍ​ໜຸ່ມ​ຄົນ​ໜຶ່ງຢູ່​ໃນ​ໂຮງຮຽນ​ສາມາດ​ເປັນອິດ​ທິພົນ​ທີ່​ດີ​​ໄດ້. ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຢູ່​ໃນ​ກຸ່ມ​ຫລິ້ນ​ກິລາ​ຟຸດ​ບອນ, ຫລື ​ໃນ​ໂຮງຮຽນ, ຫລື ​ໃນ​ບັນດາ​ເພື່ອນ​ຝູງ​ຂອງ​ລາວ ກໍ​ສາມາດ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ, ​ໃຫ້​ກຽດ​ແກ່​ຖານະ​ປະ​ໂລຫິດ​ຂອງ​ລາວ, ​ແລະ ຢືນ​ປົກ​ປ້ອງ​ສິ່ງ​ທີ່​ຖືກຕ້ອງ, ​ເຮັດ​ຄວາມ​ດີ​ຢ່າງ​ຫລວງຫລາຍ​ໄດ້. ສ່ວນ​ຫລາຍ​ພວກ​ເຈົ້າຈະ​ປະ​ເຊີນ​ກັບ​ການວິ​ຈານ ​ແລະ ການ​ເວົ້າ​ເຍາະ​ເຍີ້​ຍ ​ແມ່ນ​ແຕ່​ຈາກ​ຄົນ​ທີ່​ເຊື່ອ​ຄື​ກັນ​ກັບ​ພວກ​ເຈົ້າ, ​​ເຖິງ​ແມ່ນ​ເຂົາອາດ​ຍ້ອງຍໍ​ພວກເຈົ້າ​ທີ່​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ​ແຕ່​ຈົ່ງ​ຈື່​ຈຳ​ໄວ້​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ​ພຣະອົງ​ເອງ​ກໍ​ໄດ້​ຖືກ​ຂ້ຽນ​ຕີ, ​ຖືກເຍາະ​ເຍີ້ຍ, ຖືກຖົ່ມນ້ຳລາຍ​ໃສ່, ​ແລະ ​ໃນ​ທີ່​ສຸດຖືກ​ເອົາ​ໄປຄຶງ ​ເພາະ​ພຣະອົງ​ບໍ່ຫວັ່ນ​ໄຫວ​ໃນ​ຄວາມ​ເຊື່ອ​ໝັ້ນຂອງ​ພຣະອົງ. ພວກ​ເຈົ້າ​ເຄີຍ​ຢຸດ​ຄິດ​ບໍ​ວ່າ ຈະ​ມີ​ຫຍັງ​ເກີດ​ຂຶ້ນ ຖ້າ​ຫາກ​ພຣະອົງ​ອ່ອນ​ແອ ​ແລະ ກ່າວ​ວ່າ, ‘​ໂອ້, ຊິ​ມີ​ປະ​ໂຫຍ​ດຫຍັງ?’ ​ແລະ ​ໄດ້​ປະ​ຖິ້ມ ພາລະກິດ​ຂອງ​ພຣະອົງ​ໄປ? ​ເຮົາ​ຢາກ​ເປັນ​ຄົນ​ຍອມ​ແພ້ບໍ, ຫລື ​ເຮົາ​ຢາກ​ເປັນ​ຜູ້​ຮັບ​ໃຊ້​ທີ່​ກ້າຫານ​ ​ເຖິງ​ແມ່ນ​ຈະ​ມີການ​ຕໍ່ຕ້ານ ​ແລະ ຄວາມ​ຊົ່ວ​ຮ້າຍ​ຢູ່​ໃນ​ໂລກ​ນີ້? ຂໍ​ໃຫ້​ເຮົາ​ຈົ່ງ​ມີ​ຄວາມ​ກ້າຫານ ​ແລະ ກະທຳ​ໃນ​ສິ່ງ​ທີ່​ຖືກຕ້ອງ, ອຸທິດ​ຕົນ​ເປັນ​ຜູ້​ຕິດຕາມ​ພຣະຄຣິດ.”8

ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ພວກ​ເຈົ້າ​ໃຫ້​ຮັກສາ​ຕົນ​ເອງ​ໃຫ້​​ເປັນ​ຄື​ກັນ​ກັບ​ນັກຮົບ​ໜຸ່ມ​ 2,000 ຄົນ ໂດຍ​ການ​ມີ​ຄວາມ​ກ້າຫານ​ແທ້ໆ ​ໃນ​ຖານະ​ທີ່​ເປັນ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ທີ່​ມີຄ່າ​ຄວນ. ຈົ່ງ​ຈື່​ຈຳ​ວ່າ, ສິ່ງ​ທີ່​ພວກ​ເຈົ້າ​ເຮັດ, ບ່ອນ​ທີ່​ພວກ​ເຈົ້າ​ໄປ​ຫາ, ​ແລະ ສິ່ງ​ທີ່​ພວກ​ເຈົ້າ​ເຫັນ ຈະ​ຫລໍ່​ຫລອມ​ຄົນ​ທີ່​ພວກ​ເຈົ້າຈະກາຍ​ເປັນ. ພວກ​ເຈົ້າຢາກ​ກາຍ​ເປັນ​ຄົນ​ແນວ​ໃດ? ກາຍ​ເປັນ​ມັກຄະ​ນາ​ຍົກທີ່​ມີຄ່າ​ຄວນ, ​ເປັນ​ຄູ​ສອນ​ທີ່​ມີຄ່າ​ຄວນ, ​ແລະ ​ເປັນ​ປະ​ໂລຫິດ​ທີ່​ມີຄ່າ​ຄວນ. ​ໃຫ້​ຕັ້ງ​ເປົ້າໝາຍ​ໃນ​ຕອນ​ນີ້​ທີ່​ຈະ​ມີຄ່າ​ຄວນ​ທີ່​ຈະ​ໄດ້​ເຂົ້າ​ໄປ​ໃນ​ພຣະວິຫານ​ ​ແລະ ມີຄ່າ​ຄວນ​ທີ່​ຈະ​ຮັບ​ພິທີການ​ຂັ້ນຕໍ່​ໄປ​ເມື່ອ​ເຖິງ​ອາຍຸ ​ແລະ ​ໃນ​ທີ່​ສຸດ​ໄດ້​ຮັບ​ຖານະ​ປະ​ໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ນີ້​ແມ່ນ​ເສັ້ນທາງ​ແຫ່ງ​ຄວາມ​ຊອບ​ທຳ​ຊຶ່ງ​ເຊື້ອ​ເຊີນ​ຄວາມ​ຊ່ອຍ​ເຫລືອ​ຈາກ​ສະຫວັນ. ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, ໃນພິທີການດັ່ງກ່າວ, ອຳນາດຂອງຄວາມ​ເປັນ​ເໝືອນ​ດັ່ງພຣະ​ເຈົ້າຈະສະ​ແດງ​ໃຫ້​ປະຈັກ.”9

ພໍ່​ແມ່, ຜູ້ນຳ​ຖານະ​ປະ​ໂລຫິດ, ​ແລະ ຄຳ​ທຳນາຍທີ່ສຳຄັນກວ່າ​ໝູ່​ຢູ່​​ໃນ​ປຶ້ມ ໜ້າ​ທີ່​ຕໍ່​ພຣະ​ເຈົ້າ ແລະ ສຳລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ຈະ​ຊ່ອຍ​ນຳພາ​ພວກ​ເຈົ້າ​​ໄ​ປໃນ​ເສັ້ນທາງ.

ປະທານທອມມັສ ​ແອັສ ມອນ​ສັນ ​ໄດ້​ແນະນຳ​ວ່າ:

“ການ [​ຕັດສິນ​​ໃຈ​] ທີ່​ສະຫລາດຮຽກຮ້ອງ​ຄວາມ​ກ້າຫານ—ກ້າຫານ​ທີ່​ຈະ​ເວົ້າວ່າ ບໍ່, ກ້າຫານ​ທີ່​ຈະ​ເວົ້າວ່າ ​ແມ່ນ. …

ຂ້າພະ​ເຈົ້າຂໍ​ໃຫ້​ທ່ານ​ຈົ່ງ​ຕັດສິນ​ໃຈ​ໃນ​ຕອນ​ນີ້ ວ່າ​ຈະ​ຢູ່​ໃນ​ເສັ້ນທາງ​ທີ່​ຈະ​ພາ​ໄປ​ຫາ​ຈຸດ​ເປົ້າໝາຍ: ມີ​ຊີວິດ​ນິລັນດອນ​ນຳພຣະບິດາຂອງ​ເຮົາ​ໃນ​ສະຫວັນ.”10

​ເຊັ່ນ​ດຽວ​ກັບ​ນັກຮົບ​ໜຸ່ມ 2,000 ຄົນ ​ໄດ້​ຕອບ​ຮັບ​ການ​ເອີ້ນ​ໃຫ້​ຕໍ່​ສູ້​​ໂດຍຮີ​ລາມັນ ​ຜູ້ນຳ​ຂອງ​ພວກເຂົາ, ​ແລະ ​ໄດ້ຮວບ​ຮວມຄວາມ​ກ້າຫານ​ແທ້ໆ​ຂອງ​ພວກເຂົາ, ພວກ​ເຈົ້າກໍ​ຄື​ກັນ ສາມາດ​ເຮັດ​​ເຊັ່ນ​ນັ້ນ​ໄດ້ ​ໂດຍ​ການ​​ເຮັດ​ຕາມ​ການ​ເອີ້ນຂອງສາດສະດາຂອງ​ພວກ​ເຈົ້າ, ປະທານທອມ​ມັສ ​ແອັສ ມອນ​ສັນ.

ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນທີ່​ໜຸ່ມ​ນ້ອຍ​ຂອງ​ຂ້າພະ​ເຈົ້າ, ​ສຸດ​ທ້າຍ​ນີ້ ຂ້າພະ​ເຈົ້າຂໍ​ສະ​ແດງ​ປະຈັກ​ພະຍານ​ເຖິງ​ພຣະ​ເຈົ້າ ພຣະບິດາ ​ແລະ ​ເຖິງ​ພຣະ​ເຢຊູ​ຄຣິດ ​ແລະ ຖ້ອຍ​ຄຳ​ຂອງ​​ໂຈ​​ເຊັບ ສະ​ມິດ ທີ່​ວ່າ: ອ້າຍ​ເອື້ອຍນ້ອງທັງຫລາຍ, ພວກ​ເຮົາຈະ​ບໍ່​ກ້າວ​ຕໍ່​ໄປ​ໃນ​ອຸດົມ​ການ​ອັນ​ຍິ່ງ​ໃຫຍ່​ເຊັ່ນ​ນີ້​ບໍ? ​ກ້າວ​ໄປ​ໜ້າ ​ແລະ ບໍ່​ຖອຍ​ກັບ. ຈົ່ງ​ກ້າຫານ, ພີ່ນ້ອງ​ທັງຫລາຍ; ​ແລະ ກ້າວ​ຕໍ່​ໄປ, ຕໍ່​ໄປ​​ເຖິງ​ໄຊຊະນະ!”11 ໃນ​ພຣະນາມ​ຂອງ​ພຣ​ະ​ເຢຊູ​ຄຣິດ, ອາ​ແມນ.

Show References

  1.  

    1.  ​ແອວ​ມາ 53:20.

  2.  

    2.  ​ໂມ​ໄຊ​ຢາ 18:9.

  3.  

    3. ​ເລື່ອງ​​ລາວ​ສ່ວນ​ຕົວ​ເລົ່າ​ໂດຍ​ຜູ້​ຂຽນ.

  4.  

    4. Joseph A. Califano Jr., ອາ​ດີດ​ຜູ້​ຈັດຕັ້ງ ​ແລະ ​ເປັນ​ປະທານ​ຂອງ National Center on Addiction and Substance Abuse at Columbia University, ໃນ​ໜັງສືພິມ ທີ່​ລົງ​ກ່ຽວ​ກັບ​ການຄົ້ນຄວ້າ, casacolumbia.org.

  5.  

    5.  ຈົ່ງ​ສອນ​ພຣະກິດ​ຕິ​ຄຸນ​ຂອງ​ເຮົາ : ຄູ່​ມື​ຕໍ່​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດສະໜາ (2004), 139.

  6.  

    6. ​​ເບິ່ງ Doctrine and Covenants 87:8.

  7.  

    7.  2 ຕີ​ໂມ​ທີ 1:7.

  8.  

    8. N. Eldon Tanner, “For They Loved the Praise of Men More Than the Praise of God,” Ensign, Nov. 1975, 74–75.

  9.  

    9. ​ເບິ່ງ Doctrine and Covenants 84:20.

  10.  

    10. Thomas S. Monson, “The Three Rs of Choice,” Liahona and Ensign, Nov. 2010, 68.

  11.  

    11. ​ເບິ່ງ Doctrine and Covenants 128:22.