​2010–2019
ການ​ກາຍເປັນ​ສານຸສິດ​ທີ່ແທ້​ຈິງ
ຕຸລາ 2012


ການ​ກາຍເປັນ​ສານຸສິດ​ທີ່ແທ້​ຈິງ

ຂະນະ​ທີ່​ເຮົາ​ເຊື່ອ​ຟັງ​ພຣະ​ບັນຍັດຂອງ​ພຣະອົງ ແລະ ຮັບ​ໃຊ້ເພື່ອນ​ມະນຸດ​ຂອງ​ເຮົາ, ເຮົາ​ຈະ​ກາຍເປັນ​ສານຸສິດ​ທີ່​ດີ​ຂຶ້ນຂອງ​ພຣະເຢ​ຊູ​ຄຣິດ.

ພວກ​ເຮົາ​ທີ່​ໄດ້​ເຂົ້າ​ສູ່​ນ້ຳ​ແຫ່ງ​ການ​ບັບ​ຕິ​ສະ​ມາ ແລະ ໄດ້ຮັບ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ​ແລ້ວ ກໍ​ໄດ້​ເຮັດພັນທະ​ສັນຍາ​ວ່າ ເຮົາ​ເຕັມ​ໃຈ​ຮັບ​ພຣະ​ນາມ​ຂອງ​ພຣະເຢ​ຊູຄຣິດ, ຫລື ອີກ​ໃນ​ຄຳ​ໜຶ່ງວ່າ, ເຮົາ​ປະກາດ​ວ່າ​ເຮົາ​ເປັນສານຸສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ຕໍ່​ພັນທະ​ສັນຍາ​ນັ້ນ ແຕ່​ລະ​ອາທິດ ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ, ແລະ ເຮົາ​ສະແດງ​ການ​ເປັນ​ສານຸສິດ​ນັ້ນ ໂດຍ​ວິທີ​ທີ່​ເຮົາ​ດຳລົງ​ຊີວິດ​ຂອງເຮົາ. ການ​ເປັນ​ສານຸສິດ​ດັ່ງກ່າວ ຖືກ​ສະແດງ​ໃຫ້​ເຫັນ​ຢ່າງສວຍ​ງາມ​ໃນ​ເຫດການ​ທີ່​ເກີດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້​ໃນ​ປະເທດ​​ແມັກຊີ​ໂກ.

ມັນ​ເປັນ​ລະດູ​ໃບ​ໄມ້​ປົ່ງ​ທີ່​ສວຍ​ງາມ​ສຳລັບ​ຊຸມ​ຊົນທີ່​ປູກ​ຜົນລະ​ໄມ້​ໃນ​ເຂດ​ເໜືອ​ຂອງ​ປະເທດ​​ແມັກ​ຊີ​ໂກ. ຕົ້ນ​ຜົນ​ລະ​ໄມ້ໄດ້​ເຕັມ​ໄປ​ດ້ວຍ​ດອກ, ແລະ ໄດ້​ມີ​ຄວາມ​ຄາດ​ຫວັງ​ສູງສຳລັບ​ການ​ເກັບ​ກ່ຽວ​ຢ່າງ​ຫລວງຫລາຍ. ໄດ້​ມີ​ການ​ວາງ​ແຜນທີ່​ຈະ​ຊຳລະ​ເງິນ​ກູ້, ຊື້​ເຄື່ອງ​ຈັກ​ໃໝ່​ທີ່​ຈຳເປັນ​ມາ​ແທນ​ເຄື່ອງ​ເກົ່າ ແລະ ໄຮ່​ທີ່​ເກົ່າ​ແກ່, ແລະ ຈ່າຍ​ຄ່າ​ພັນທະ​ທີ່​ຈຳເປັນ​ສ່ວນຕົວ ດັ່ງ​​ເຊັ່ນ​ຈ່າຍ​ຄ່າ​ໂຮງຮຽນ​ໃຫ້​ສະມາຊິກ​ໃນ​ຄອບຄົວ. ແມ່ນ​ແຕ່​ໄດ້​ມີ​ການ​ວາງ​ແຜນ​ໄປ​ທ່ຽວ​ພັກຜ່ອນ​ກັນ​ເປັນ​ຄອບຄົວ. ໄດ້​ມີ​ທ່າ​ທີ​ການ​ມອງ​ໂລກ​ໃນ​ແງ່​ດີ​ທົ່ວ​ໄປ. ແຕ່​ແລ້ວ, ໃນ​ຕອນ​ບ່າຍ​ວັນ​ຈັນ ໃນ​ທ້າຍ​ເດືອນ​ມິນາ, ໄດ້​ມີ​ພະຍຸ​ຂອງລະດູ​ໜາວ​ເກີດ​ຂຶ້ນ, ແລະ ຫິມະ​ໄດ້​​ເລີ່ມ​ຕົກລົງ​ມາ. ຫິມະໄດ້​ຕົກ​ຈົນ​ຮອດ​ສາມ​ໂມງ​ເຊົ້າ. ແລ້ວ, ເມື່ອ​ເມກ​ກະຈາຍອອກ​ໄປ, ອຸນຫະພູມ​ໄດ້​ເຢັນ​ລົງ​ຢ່າງ​ໄວ. ຕະຫລອດ​ທັງຄືນ ແລະ ຕອນ​ເຊົ້າໆ, ໄດ້​ມີ​ຄວາມ​ພະຍາຍາມ​ຢ່າງ​ໃຫຍ່ ທີ່​ຈະ​ຮັກສາ​ສ່ວນ​ໜຶ່ງ​ຂອງ​ຜົນ​ລະ​ໄມ້​ນັ້ນ​ໄວ້. ມັນ​ບໍ່​ໄດ້​ເກີດຜົນ​ປະໂຫຍດ​ອັນ​ໃດ. ອາກາດ​ໜາວ​ຫລາຍ​ໂພດ, ແລະ ຜົນລະປູກ​ນັ້ນ​ເຢັນ​ເປັນ​ນ້ຳ​ແຂງ​ໄປ​ໝົດ. ຈະ​ບໍ່​ມີ​ຜົນ​ລະ​ໄມ້ໃຫ້​ເກັບ​ກ່ຽວ ແລະ ຂາຍ​ໃນ​ປີ​ນີ້. ວັນ​ອັງຄານ​ໄດ້​ຮຸ່ງ​ຂຶ້ນ ດ້ວຍ​ຄວາມ​ສູນ​ເສຍ​ທີ່​ໜ້າ​ໂສກ​ເສົ້າ​ເສຍ​ໃຈ​ຕໍ່​ແຜນການ, ຄວາມ​ຄາດ​ຫວັງ, ແລະ ຄວາມ​ຝັນ​ອັນ​ປະເສີດ​ຂອງ​ວັນ ທີ່​ຜ່ານ​ມາ​ນັ້ນ​ເອງ.

ຂ້າພະເຈົ້າ​ໄດ້​ຮັບ​​ສານອີ​ເມ​ວ​ກ່ຽວ​ກັບຕອນ​ເຊົ້າ​ທີ່​ບໍ່​ດີ​ຂອງວັນ​ອັງຄານ​ນັ້ນ​ຈາກ​ ​ແຊນ​ດຣາ ​ແຮັຈ, ພັນ​ລະ​ຍາ​​ຂອງ ຈອນ ​ແຮັຈ, ທີ່​ປຶກສາທີ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ພຣະ​ວິຫານໂຄ​ໂລ​ນ​ເຍຍ ຮ​ວາ​ເຣສ ຈີວາ​ວາ. ຂ້າ​ພະເຈົ້າ​ຂໍ​ອ້າງ​ເຖິງ​ພາກສ່ວນ​ຂອງ​ອີ​ເມ​ວ​ນັ້ນ​ວ່າ: “ອ້າຍ​ຈອນໄດ້​ລຸກ​​ແຕ່​ເຊົ້າປະມານ 6 ​ໂມງ​ເຄິ່ງ—ເພື່ອ​ຂຶ້ນ​ໄປ​ທີ່​ພຣະ​ວິຫານ ເພື່ອ​ກວດເບິ່ງ​ວ່າ​ພວກ​ເຮົາ​ຄວນ​ຍົກເລີກ​ພິທີ​ພຣະ​ວິຫານ​ພາກ​ເຊົ້າ​ຫລື​ບໍ່. ລາວ​ໄດ້​ກັບ​ມາ​ບອກ​ວ່າ ບ່ອນ​ຈອດ​ລົດ ແລະ ຖະໜົນ​ບໍ່​ມີ​ຫິມະ, ສະນັ້ນ​ພວກ​ເຮົາ​ຈຶ່ງ​ໄດ້​ຕັດສິນ​ໃຈດຳເນີນ​ຕໍ່​ໄປ. ພວກ​ເຮົາ​ໄດ້​ຄິດ​ວ່າ ບາງທີຄົນ​ງານ​ທີ່​ບໍ່​ມີ​ໄຮ່ຈະ​ມາ, ແລະ ພວກ​ເຮົາ​ຈະ​ໃຫ້​ຄົນ​ງານ​ທຸກ​ຄົນ​ເຂົ້າ​ຮ່ວມໃນ​ພິທີ. ... ໜ້າ​ດົນ​ໃຈ​ຫລາຍ​ທີ່​ໄດ້​ເຫັນ​ບັນດາ​ຜູ້​ຊາຍເຂົ້າ​ມາ, ຕິດຕາມ​ກັນ. ເຂົາເຈົ້າ​ໄດ້​ມາ​ທີ່​ນັ້ນ, ຫລັງ​ຈາກ​ບໍ່ໄດ້​ຫລັບ​ໄດ້​ນອນ​ເລີຍ, ແລະ ຄິດ​ວ່າ​ຜົນລະປູກ​ຂອງ​ເຂົາເຈົ້າ​ເສຍ​ຫາຍ​ໄປ​ໝົດ. ... ຂ້າພະເຈົ້າ​ໄດ້​ສັງເກດ​ເບິ່ງເຂົາເຈົ້າ​ໃນລະຫວ່າງ​ການ​ປະຊຸມ​ຕຽມ​ຕົວ, ແລະ ເຂົາເຈົ້າໄດ້​ພະຍາຍາມ​ທີ່​ຈະ​ບໍ່​ເຫງົານອນ. ແຕ່ແທນ​ທີ່​ຈະ​ມີ​ຂໍ້​ແກ້ຕົວ ບໍ່​ມາ​ພຣະ​ວິຫານ, ເຂົາເຈົ້າ​ໄດ້​ມາ​ທີ່​ນັ້ນ. ໄດ້​ມີ 38 ຄົນ​ໃນ​ພາກ​ພິທີ​ນັ້ນ (ເຕັມ​ຫ້ອງ​ໝົດ​ເລີຍ)! ນັ້ນ​ເປັນ​ເຊົ້າ ທີ່​ໜ້າ​ເບີກບານ​ສຳລັບ​ພວກ​ເຮົາ, ແລະ ພວກ​ເຮົາ​ໄດ້​ຂອບພຣະ​ໄທ​ພຣະ​ບິດາ​ເທີ​ງ​ສະຫວັນ​ສຳລັບ​ຜູ້​ຄົນ​ດີໆ ທີ່​ເຮັດ​ໜ້າທີ່​ມອບ​ໝາຍ​ຂອງ​ເຂົາເຈົ້າ, ບໍ່​ວ່າ​ຈະ​ເກີດ​ອັນ​ໃດ​ຂຶ້ນ​ກໍ​ຕາມ. ຂ້າພະເຈົ້າ​ໄດ້​ຮູ້ສຶກ​ເຖິງ​ພຣະ​ວິນ​ຍານ​ພິເສດ​ໃນ​ເຊົ້າ​ມື້ນີ້. ຂ້າພະເຈົ້າ​ແນ່​ໃຈ​ວ່າ​ພຣະ​ອົງ​ພໍ​ພຣະ​ໄທ​ທີ່​ໄດ້​ຮູ້​ວ່າ​ພວກ​ເຮົາ​ຮັກ​ບ້ານ​ຂອງ​ພຣະ​ອົງ ແລະ ໄດ້​ຮູ້ສຶກ​ວ່າ ນັ້ນ​ເປັນ​ບ່ອນ​ທີ່ດີທີ່​ຈະ​ໄປ​ໃນ​ຕອນ​ເຊົ້າ​ທີ່​ຍາກ​ລຳບາກ​ຫລາຍ​ດັ່ງນັ້ນ.”

ເລື່ອງ​ລາວ​ບໍ່​ໄດ້​ຈົບ​ລົງ​ເທົ່າ​ນີ້ ​ແລະ ຕາມ​ຈິງ​ແລ້ວ ມັນ​ຍັງ​ເປັນ​ຢູ່​ໃນ​ທຸກ​ວັນ​ນີ້.

ຄົນ​ສ່ວນ​ຫລາຍ​ທີ່​ໄດ້​ສູນ​ເສຍຜົນລະ​ໄມ້​ຂອງ​ເຂົາເຈົ້າ​ກໍ​ໄດ້ມີ​ທີ່​ດິນ​ເຫລືອ​ຢູ່​ບ່ອນ​ທີ່​ເຂົາເຈົ້າ​ສາມາດ​ປູກ​ພືດ​ພັນຢ່າງອື່ນສຳລັບ​ລະດູ​ນັ້ນ, ດັ່ງ​ໝາກເຜັດ ຫລື ໝາກຖົ່ວ. ຜົນລະ​ປູກ​ເຫລົ່າ​ນີ້​ສາມາດ​ໃຫ້​ມີ​ລາຍ​ໄດ້​ສ່ວນ​ນ້ອຍ, ທີ່​ພໍ​ຈະຊ່ອຍ​ໃຫ້​ຢູ່​ລອດ​ໄດ້​ຈົນ​ໄດ້​ຮັບ​ຜົນລະປູກ​ໃນ​ປີ​ຕໍ່​ໄປ. ເຖິງຢ່າງໃດ​ກໍ​ຕາມ, ໄດ້​ມີ​ອ້າຍ​ນ້ອງ​ທີ່​ດີ​ຄົນ​ໜຶ່ງ​ທີ່​ມີ​ຄອບຄົວ​ທີ່​ລູກຍັງນ້ອຍຢູ່ ຜູ້​ທີ່​ບໍ່​ມີ​ທີ່​ດິນ​ເພີ່ມ ແລະ ຈະ​ໄດ້​ປະ​ເຊີນ​ໜ້າ​ກັບປີ​ທີ່​ຈະ​ບໍ່​ມີ​ລາຍ​ໄດ້​ເລີຍ. ຄົນ​ອື່ນ​ໃນ​ຊຸມ​ຊົນ​ໄດ້​ເຫັນ​ສະພາບທີ່​ໂສກເສົ້າ​ຂອງ​ອ້າຍ​ນ້ອງ​ຄົນ​ນີ້ ແລະ ໄດ້​ຕັດສິນ​ໃຈ​ເອົາເອງ ແລະ ໄດ້​ບໍລິຈາກ​ເງິນ​ເພື່ອ​ຊ່ອຍ​ເຫລືອ, ໄດ້​ພາກັນຫາ​ທີ່​ດິນ, ໃຊ້​ເຄື່ອງມື​ຂອງ​ເຂົາເຈົ້າ​ເອງ​ຕຽມ​ທີ່​ດິນ ແລະ ເອົາ​ເບ້ຍ​ໝາກເຜັດ​ໃຫ້​ລາວ​ປູກ.

ຂ້າພະເຈົ້າ​ຮູ້ຈັກ​ຜູ້​ຊາຍ​ທີ່​ຂ້າພະເຈົ້າ​ໄດ້​ກ່າວ​ເຖິງ. ໂດຍ​ທີ່​ຮູ້ຈັກ​ເຂົາເຈົ້າ ຂ້າພະເຈົ້າ​ກໍ​ບໍ່​ໄດ້​ປະຫລາດ​ໃຈ​ເລີຍ​ໃນ​ສິ່ງ​ທີ່​ເຂົາເຈົ້າ​ໄດ້​ເຮັດ​ລົງ​ໄປ. ແຕ່ຄົນ​ທີ່​ບໍ່​ຮູ້ຈັກ​ເຂົາເຈົ້າ​ອາດ​ຈະຖາມ​ຄຳ​ຖາມ​ສອງ​ຂໍ້, ທັງ​ສອງ​ຈະ​​ເລີ່ມດ້ວຍ​ຄຳ​ທີ່​ວ່າ ເພາະເຫດ​ໃດ. ເພາະ​ເຫດ​ໃດ​ເຂົາເຈົ້າ​ຈຶ່ງ​ຈະ​ມາ​ພຣະ​ວິຫານ ເພື່ອເຮັດ​ໜ້າທີ່​ຂອງ​ເຂົາເຈົ້າ ແລະ ຮັບ​ໃຊ້​ຫລັງ​ຈາກ​ບໍ່​ໄດ້ນອນໝົດ​ທັງ​ຄືນ, ພຽງ​ແຕ່ໄດ້​ຮູ້​ວ່າ​ເຂົາເຈົ້າ​ໄດ້​ສູນ​ເສຍ​ລາຍ​ໄດ້ສ່ວນ​ໃຫຍ່​ຂອງ​ເຂົາເຈົ້າ​ໄປ​ໝົດ​ທັງ​ປີ? ເພາະ​ເຫດ​ໃດ​ເຂົາເຈົ້າ​ຈຶ່ງ​ໃຊ້​ຊັບພະຍາກອນ​ທີ່​ຂາດແຄນ ແລະ ລ້ຳ​ຄ່າ​ຫລາຍ ເພື່ອ​ຊ່ອຍ​ຄົນ​ອື່ນ​ທີ່​ມີ​ຄວາມ​ຂັດ​ສົນ​ຫລາຍ ເມື່ອ​ຕົວ​ເຂົາເຈົ້າເອງ​ກໍ​ໄດ້​ຢູ່​ໃນ​ສະພາບ​ທີ່​ຂັດ​ສົນ​ທາງ​ການ​ເງິນ​ຫລາຍ​ຄືກັນ?

ຖ້າ​ທ່ານ​ເຂົ້າໃຈ​ວ່າການ​ເປັນ​ສານຸສິດ​ຂອງ​ພຣະເຢ​ຊູ​ຄຣິດນັ້ນ​ມີ​ຄວາມ​ໝາຍ​ຫຍັງ​ແດ່, ແລ້ວ​ທ່ານ​ຈະ​ຮູ້​ຄຳ​ຕອບ​ຕໍ່​ຄຳຖາມ​ສອງ​ຂໍ້​ເຫລົ່າ​ນີ້.

ການ​ເຮັດ​ພັນທະ​ສັນຍາທີ່​ຈະ​ເປັນ​ສານຸສິດ​ຂອງ​ພຣະຄຣິດ ຄື​ການ​​ເລີ່ມ​ຕົ້ນ​ໃນ​ການ​ເດີນທາງ​ຂອງ​ຊີວິດ, ແລະ ເສັ້ນທາງ​ນັ້ນ​ຈະ​ບໍ່​ງ່າຍ​ສະເໝີ​ໄປ. ເມື່ອ​ເຮົາ​ກັບ​ໃຈ​ຈາກ​ບາບຂອງ​ເຮົາ ແລະ ພະຍາຍາມ​ທີ່​ຈະ​ເຮັດ​ສິ່ງ​ທີ່​ພຣະ​ອົງ​ປະສົງໃຫ້​ເຮົາ​ເຮັດ ແລະ ຮັບ​ໃຊ້​ເພື່ອນ​ມະນຸດ​ຂອງ​ເຮົາ ເໝືອນ ດັ່ງ​ທີ່​ຣະ​ອົງ​ຈະ​ຮັບ​ໃຊ້​ເຂົາເຈົ້າ, ແນ່ນອນ​ວ່າ​ເຮົາ​ຈະ​ກາຍເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ. ການ​ກາຍເປັນ​ເໝືອນດັ່ງ​ພຣະ​ອົງ ແລະ ການ​ເປັນ​ໜຶ່ງ​ກັບ​ພຣະ​ອົງ ຄື​ເປົ້າ​ໝາຍ ແລະ ຈຸດປະສົງ​ທີ່​ຍິ່ງ​ໃຫຍ່​ສຸດ—ແລະ ແທ້ໆ​ແລ້ວ ນີ້​ເປັນຄວາມ​ໝາຍ​ຂອງ​ການ​ເປັນ​ສານຸສິດ​ທີ່ແທ້​ຈິງ.

ເມື່ອ​ພຣະ​ອົງ​ໄດ້​ມາ​ຢ້ຽມຢາມ​ທະວີບ​ອາ​ເມ​ຣິ​ກາ ພຣະ​ຜູ້ຊ່ອຍ​ໃຫ້​ລອດ​​ໄດ້​ຖາມ​ສານຸສິດ​ຂອງ​ພຣະ​ອົງ​ວ່າ, “ສະນັ້ນ ເຈົ້າ​ຄວນ​ເປັນ​ຄົນ​ແນວໃດ?” ແລະ ແລ້ວໃນ​ການຕອບ​ຄຳ​ຖາມ​ຂອງ​ພຣະ​ອົງ​ເອງ, ພຣະ​ອົງ​​ໄດ້​ກ່າວ​ວ່າ, “ເຮົາ​ກ່າວ​ກັບ​ເຈົ້າ​ຕາມ​ຈິງ​ວ່າ, ຄື​ກັນ​ກັບ​ທີ່​ເຮົາ​ເປັນ” (3 ນີ​ໄຟ 27:27).

ການ​ກາຍເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ບໍ່​ເປັນ​ເລື່ອງງ່າຍ, ໂດຍ​ສະເພາະ​ໃນ​ໂລກ​ທີ່​ເຮົາ​ອາໄສ​ຢູ່. ພວກ​ເຮົາປະ​ເຊີນ​ອຸບປະສັກ ແລະ ຄວາມ​ຍາກ​ລຳບາກ​ເກືອບ​ທຸກໆມື້​ໃນ​ຊີວິດ​ຂອງ​ເຮົາ. ສິ່ງ​ນີ້​ກໍ​ມີ​ເຫດຜົນ​ຂອງ​ມັນ, ແລະ ມັນເປັນ​ຈຸດປະສົງ​ຕົ້ນຕໍ​ຂອງ​ຄວາມ​ເປັນ​ມະຕະ. ດັ່ງ​ທີ່​ເຮົາ​ໄດ້ ອ່ານ​ຢູ່​ໃນ Abraham 3:25 ວ່າ, ແລະ ພຣະອົງ​ຈະ​ພິ​ສຸດ​​ເຮົາ​ທີ່​ນີ້, ເພື່ອ​ຈະ​ເຫັນຖ້າ​ຫາ​ກວ່າ ​ເຮົາ​ຈະ​ເຮັດ​ທຸກ​ສິ່ງ ບໍ່​ວ່າ​ສິ່ງ​ໃດ​ກໍ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ເປັນ​ພຣະ​ເຈົ້າ​ຂອງ​​ເຮົາ​ຈະ​ບັນຊາ​​ເຮົາ​ຫລື​ບໍ່.

ການ​ທົດ​ສອບ ຫລື ການ​ທົດ​ລອງ​ເຫລົ່າ​ນີ້​ແຕກ​ຕ່າງ​ກັນ​ໃນສະພາບ​ການ ແລະ ຄວາມ​ຮຸນ​ແຮງ. ແຕ່ບໍ່​ມີ​ຄົນ​ໃດ​ຈະຈາກ​ໂລກ​ມະຕະ​ນີ້​​ໄປໂດຍ​ບໍ່​ໄດ້​ຜ່ານ​ຜ່າ​ມັນ. ສ່ວນ​ຫລາຍແລ້ວ, ເຮົາ​ຈະ​ເຫັນ​ການ​ທົດ​ລອງ​ນີ້ ເປັນ​ດັ່ງ​ການ​ສູນ​ເສຍຜົນລະປູກ ຫລື ວຽກ​ງານ, ການ​ຕາຍ​ຂອງ​ຄົນ​ທີ່​ເຮົາ​ຮັກ, ຄວາມເຈັບ​ປ່ວຍ, ຄວາມ​ບໍ່​ສາມາດ​ຈະ​ດຳລົງ​ຊີວິດ​ຢ່າງ​ປົກກະຕິ​ທາງ​ຮ່າງກາຍ, ທາງ​ຈິດໃຈ ຫລື ທາງ​ອາລົມ, ຄວາມຍາກຈົນ, ຫລື ການ​ສູນ​ເສຍ​ໝູ່​ເພື່ອນ. ເຖິງ​ຢ່າງໃດ​ກໍ​ຕາມ, ແມ່ນ​ແຕ່​ຄວາມ​ສຳເລັດ​ທີ່​ປະກົດ​ວ່າ ເປັນ​ຈຸດປະສົງ​ທີ່​ມີ​ຄຸນຄ່າ ກໍ​ສາມາດ​ນຳ​ອັນຕະລາຍ​ຂອງ​ຄວາມ​ຈອງຫອງ​ທີ່​ບໍ່ຊ່ອຍ​ຫຍັງ​ຂອງ​ມັນ​ເອງ​ມາ, ຈົນ​ວ່າ​ເຮົາ​ຕ້ອງການ​ກຽດຕິຍົດຂອງ​ມະນຸດ ຫລາຍ​ກວ່າ​ຄວາມ​ເຫັນ​ຊອບ​ຂອງ​ສະຫວັນ. ສິ່ງ​ເຫລົ່າ​ນີ້​ອາດ​ຮ່ວມ​ທັງ​ຊື່​ສຽງ​​ອັນ​ໂດ່ງດັງ, ການ​ຮັບ​ຮູ້​ຂອງ​ມວນຊົນ, ຄວາມ​ສາມາດ​ທາງ​ຮ່າງກາຍ, ພອນ​ສະຫວັນທາງສິນລະປະ ຫລື ທາງ​ກິລາ, ຄວາມ​ຮັ່ງມີ, ແລະ ຄວາມ​ລ້ຳລວຍ. ກ່ຽວ​ກັບ​ການ​ທົດ​ລອງ​ເຫລົ່າ​ນີ້, ເຮົາ​ບາງ​ຄົນ​ອາດ​ມີຄວາມ​ຮູ້ສຶກ​ທີ່​ຄ້າຍຄື​ກັນ​ທີ່ ແທັບ​ວີ ໄດ້​ສະແດງ​ອອກ​ໃນເລື່ອງ Fiddler on the Roof ວ່າ: “ຖ້າ​ຫາກ​ຄວາມ​ລ້ຳລວຍ​ເປັນ​ການ​ສາບ​ແຊ່ງ, ຂໍ​ໃຫ້​ [ພຣະ​ເຈົ້າ] ​ຈົ່ງ​ລົງໂທດ​ຂ້າພະ​ອົງ​ດ້ວຍ​ມັນ​ເຖີດ. ແລະ ຂໍ​ຢ່າ​ໃຫ້​ຂ້າ​ພະ​ອົງ​​ຄືນ​ດີ​ເລີຍເຖີດ!”1

ແຕ່​ການ​ທົດ​ລອງ​ສຸດ​ທ້າຍ​ເຫລົ່າ​ນີ້​ອາດ​ເປັນ​ທີ່​ໜ້າຢ້ານ​ກົວ ແລະ ອັນຕະລາຍ​ຫລາຍ​ກວ່າ ແລະ ຈະ​ເອົາຊະນະ​ໄດ້​ຢາກ​ກວ່າ​ການ​ທົດ​ລອງ​ກ່ອນ​ນັ້ນ. ການ​ເປັນ​ສານຸສິດ​ຂອງ​ເຮົາ​ຈະ​ຖືກ​ພັດທະນາ ແລະ ພິສູດບໍ່​ແມ່ນ​ໂດຍປະເພດ​ຂອງ​ການ​ທົດ​ລອງ​ທີ່​ເຮົາ​ປະ​ເຊີນ​ຢູ່ ແຕ່​ຜ່ານ​ວິທີ​ທີ່ເຮົາ​ອົດທົນ​ຕໍ່​ມັນ​ແນວໃດ. ດັ່ງ​ທີ່​ເຮົາ​ໄດ້​ຮັບ​ການ​ສິດສອນຈາກປະທານ​​ເຮັນຣີ ບີ ໄອ​ຣິງ ​ວ່າ: “ສະນັ້ນ, ການ​ທົດ​ສອບ​ທີ່​ຍິ່ງໃຫຍ່​ຂອງ​ຊີວິດ​ຄື​ທີ່​ຈະ​ເຫັນຖ້າວ່າ​ເຮົາ​ຈະ​ເຮັດ​ຕາມ ແລະ ເຊື່ອ​ຟັງ​ພຣະ​ບັນຍັດຂອງ​ພຣະ​ເຈົ້າ​ຫລື​ບໍ່ ໃນ​ທ່າມກາງຄວາມ​ຍາກ​ລຳບາກ​ຂອງ​ຊີວິດ. ການ​ທົດ​ສອບ​ບໍ່​ແມ່​ນທີ່​ຈະອົດທົນ​ຕໍ່​ຄວາມ​ຍາກ​ລຳບາກ​ເທົ່າ​ນັ້ນ, ແຕ່ທີ່​ຈະ​ເລືອກ​ສິ່ງ​ດີຂະນະ​ທີ່​ມັນ​ເກີດ​ຂຶ້ນນຳ​ອີກ. ແລະ ຄວາມ​ໂສກເສົ້າ​ຂອງ​ຊີວິດ ຄື​ທີ່ຈະ​ລົ້ມ​ເຫ​ລວ​ໃນ​ການ​ທົດ​ສອບ​ນັ້ນ ແລະ ບໍ່​ມີ​ສິດ​ທີ່​ຈະໄດ້​ກັບ​ຄືນ​ດ້ວຍ​ລັດສະໝີ​ພາບ​ໄປ​ສູ່​ບ້ານ​ແຫ່ງ​ສະຫວັນ​ຂອງ​ເຮົາ” (“Spiritual Preparedness: Start Early and Be Steady,” Liahona, Nov. 2005, 38).

ຂ້າພະເຈົ້າ​ເປັນ​ພໍ່​ຕູ້​ທີ່​ພາກພູມ​ໃຈ​ຂອງ​ຫລານໆ 23 ຄົນ. ພວກ​ເຂົາ​ເຮັດ​ໃຫ້​ຂ້າພະເຈົ້າ​ປະຫລາດ​ໃຈ​ຕະຫລອດ ດ້ວຍຄວາມ​ເຂົ້າໃຈ​ຂອງ​ພວກ​ເຂົາ​ກ່ຽວ​ກັບ​ຄວາມ​ຈິງ​ນິລັນດອນ, ແມ່ນ​ແຕ່​ໃນ​ໄວ​ທີ່​ໜຸ່ມ​ນ້ອຍ​ຂອງ​ພວກ​ເຂົາ. ຂະນະ​ທີ່​ຂ້າ​ພະເຈົ້າ​ກະຕຽມ​ສຳລັບ​ຄຳ​ປາ​ໄສ​ນີ້, ຂ້າພະເຈົ້າ​ໄດ້​ຂໍ​ໃຫ້​ພວກເຂົາ​ແຕ່ລະຄົນ​ສົ່ງຄວາມ​ໝາຍ​ສັ້ນໆ​ຂອງ​ພວກ​ເຂົາ ວ່າການ​ເປັນ​ສານຸສິດ ຫລື ​ເປັນຜູ້​ຕິດຕາມ​ຂອງ​ພຣະເຢ​ຊູ​ຄຣິດມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ພວກ​ເຂົາ. ຂ້າພະເຈົ້າ​ໄດ້​ຮັບ​ຄຳ​ຕອບທີ່​ດີ​ຈາກ​ທຸກ​ຄົນ. ​ແຕ່​ຂ້າພະ​ເຈົ້າຢາກ​ແບ່ງປັນ​ຄຳ​ຕອບ​ຈາກທ້າວ​ເບັນ​ຈາ​ມິນ ອາຍຸ​ແປດ​ປີ​ວ່າ: “ການ​ເປັນ​ສານຸສິດ​ຂອງ​ພຣະເຢ​ຊູ​ຄຣິດ ຄື​ການ​ເປັນ​ຜູ້​ສອນ​ສາດສະໜາ. ມັນ​ໝາຍ​ຄວາມ​ວ່າ ຈະຮັບ​ໃຊ້​ຄົນ​ອື່ນ. ມັນ​ໝາຍ​ຄວາມ​ວ່າ​ເຮົາ​ອ່ານ​ພຣະ​ຄຳ​ພີ ແລະ ກ່າວ​ຄຳ​ອະທິຖານ. ມັນ​ໝາຍ​ຄວາມ​ວ່າ ເຮົາ​ຮັກສາວັນ​ຊະບາ​ໂຕ​ໃຫ້​ສັກສິດ. ມັນ​ໝາຍ​ຄວາມ​ວ່າ​ເຮົາ​ຮັບ​ຟັງການ​ກະ​ຕຸ້ນ​ເຕືອນ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ. ມັນ​ໝາຍ​ຄວາມ​ວ່າ ການ​ໄປ​ໂບດ ແລະ ໄປ​ພຣະ​ວິຫານ.”

ຂ້າພະເຈົ້າ​ເຫັນ​ດ້ວຍ​ກັບທ້າວ​ເບັນ​ຈາ​ມິນ. ການ​ເປັນ​ສານຸ​ສິດຄືສິ່ງ​ທີ່​ເຮົາ​ເຮັດ ແລະ ສິ່ງ​ທີ່​ເຮົາ​ກຳລັງ​ຈະ​ກາຍເປັນ. ຂະນະ​ທີ່​ເຮົາ​ເຊື່ອ​ຟັງ​ພຣະ​ບັນຍັດຂອງ​ພຣະອົງ ແລະ ຮັບ​ໃຊ້ເພື່ອນ​ມະນຸດ​ຂອງ​ເຮົາ, ເຮົາ​ຈະ​ກາຍເປັນ​ສານຸສິດ​ທີ່​ດີ​ຂຶ້ນຂອງ​ພຣະເຢ​ຊູ​ຄຣິດ. ການ​ເຊື່ອ​ຟັງ ແລະ ການ​ຍອມຮັບຕໍ່​ພຣະ​ປະສົງ​ຂອງ​ພຣະ​ອົງຈະ​ນຳ​ຄວາມ​ເປັນ​ເພື່ອນ​ຂອງພຣະ​ວິນ​ຍານ​ບໍລິສຸດ​ມາສູ່, ພ້ອມ​ທັງ​ພອນ​ແຫ່ງ​ຄວາມ​ສັນຕິ​ສຸກ, ຄວາມ​ປິ​ຕິ​ຍິນ​ດີ, ແລະ ຄວາມ​ປອດ​ໄພທີ່​ມາ​ເປັນຄູ່​ກັບ​ສະມາຊິກ​ອົງ​ທີ​ສາມ​ຂອງ​ຝ່າຍ​ພຣະ​ເຈົ້າ​ສະເໝີ. ​ແລະ ພອນ​ເຫລົ່ານັ້ນ​ຈະ​ມາ​ຜ່ານ​ທາງ​ອື່ນ​ບໍ່​ໄດ້. ໃນ​ທີ່​ສຸດ, ໂດຍ​ການ​ຍອມຮັບ​ຢ່າງ​ເຕັມທີ່ຕໍ່​ພຣະ​ປະສົງ​ຂອງ​ພຣະ​ອົງ​ນັ້ນ​ເອງ ທີ່​ຈະຊ່ອຍ​ເຮົາ​ໃຫ້​ກາຍເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ອີກເທື່ອ​ໜຶ່ງ, ການ​ກາຍເປັນ​ເໝືອນ​ດັ່ງ​ພຣະ​ອົງ ແລະ ການເປັນ​ໜຶ່ງ​ກັບ​ພຣະ​ອົງ ຄື​ເປົ້າ​ໝາຍ ແລະ ຈຸດປະສົງ​ທີ່​ຍິ່ງໃຫຍ່​ສຸດ—ແລະ ໃນ​ທີ່​ສຸດ ນີ້​ຄື​ຄວາມ​ໝາຍ​ຂອງ​ການເປັນ​ສານຸສິດ​ທີ່ແທ້​ຈິງ.

ການ​ເປັນ​ສານຸສິດ ຄື​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ຖືກ​ປະຕິບັດ​ຢູ່​ໃນ​ພຣະ​ວິຫານ ໂຄ​ໂລ​ເຍຍ ຮ​ວາ​ເຣສ ແລະ ໃນ​ໄຮ່ສວນ​ຢູ່​ໃກ້ໆ​ນັ້ນ ເມື່ອ​ອ້າຍ​ເອື້ອຍ​ນ້ອງ​ຈາກ​ສາດສະໜາ​ຈັກ ໄດ້​ຢືນຢັນ​ອີກ​ເທື່ອ​ໜຶ່່ງ ເຖິງ​ຄຳ​ໝັ້ນ​ສັນຍາທີ່​ເຂົາເຈົ້າ​ມີຕໍ່​ພຣະ​ເຈົ້າ ແລະ ຕໍ່​ກັນ​ແລະ​ກັນ ເຖິງ​ແມ່ນ​ໃນ​ເວລາທີ່​ແສນ​ຍາກ​ລຳບາກ​ທີ່​ສຸດ.

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ເມື່ອ​ເຮົາ​ຮັກ​ສາ​ພຣະ​ບັນຍັດຂອງ​ພຣະ​ອົງ, ຮັບ​ໃຊ້​ຄົນ​ອື່ນ, ແລະ ຍອມ​ຮັບ​ພຣະ​ປະສົງຂອງ​ພຣະ​ອົງ, ແນ່ນອນ​ວ່າ, ເຮົາ​ຈະ​ກາຍເປັນ​ສານຸສິດທີ່​ແທ້​​ຈິງ​ຂອງ​ພຣະ​ອົງ. ຂ້າພະເຈົ້າ​ເປັນ​ພະຍານ​ໃນ​ພຣະນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.

​​ແຫ​ລ່ງອ້າງ​ອີງ

  1. ​ເບິ່ງ Joseph Stein, Jerry Bock, Sheldon Harnick, Fiddler on the Roof (1964), 61.