ການ​ກາຍເປັນ​ບິດາ​ມານ​ດາ​ຜູ້​ປະເສີດ

ໂດຍ ແອວ​ເດີ ແອວ ທອມ ແພ​ຣີ

ແຫ່ງ​ສະພາ​ອັກ​ຄະ​ສາວົກ​ສິບ​ສອງ


ມີຫລາຍ​ວິທີ​ທາງທີ່​ບິດາ​ມານ​ດາ​ຜູ້​ປະເສີດ​ສາມາດ​ໄດ້​ຮັບ​ການຊ່ອຍ​ເຫລືອ ແລະ ການ​ສະໜັບສະໜູນ ທີ່​ເຂົາເຈົ້າ​ຕ້ອງການທີ່​ຈະ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນຂອງ​ພຣະເຢ​ຊູ​ຄຣິດໃຫ້​ລູກ​ໆຂອງເຂົາເຈົ້າ.

ຂ້າພະເຈົ້າ​ໄດ້​ບັນລຸ​ເຖິງ​ຈຸດ​ທີ່​ສຳຄັນ​ເມື່ອ​ລະດູ​ຮ້ອນ​ນີ້—ຂ້າພະເຈົ້າໄດ້​ສະຫລອງ​ວັນ​ເກີດ​ຄົບຮອບ 90 ປີ. ເມື່ອ​ເຮົາ​ໄປ​ເຖິງ​ຈຸດ​ສຳຄັນ​ໃນຊີວິດ, ມັນ​ຈະ​ມີ​ຜົນ​ປະໂຫຍດ ແລະ ເປັນ​ບົດຮຽນ​ທີ່​ຈະ​ສະທ້ອນ​ຄິດ​ເຖິງ​ເຫດການ ແລະ ປະສົບ​ການ​ໃນ​ອາ​ດີດ. ທ່ານ​ຜູ້ໜຸ່ມ​ນ້ອຍທີ່​ກຳລັງ​ຮັບ​ຟັງ ຫລື ອ່ານ​ຂ່າວສານ​ນີ້​ຢູ່ ອາດ​ບໍ່​ປະທັບ​ໃຈ​ຫລາຍ​ທີ່​ຄົນ​ຄົນ​ໜຶ່ງ​ມີ​ອາຍຸ 90 ປີ, ແຕ່ຕອນ​ຂ້າພະເຈົ້າເກີດ, ການ​ມີ​ຊີວິດ​ໝັ້ນຍືນ​ຂະໜາດ​ນີ້​ຖືກ​ຖື​ວ່າ​ເປັນຄວາມ​ສຳ​ເລັດທີ່​ຍິ່ງ​ໃຫຍ່​ແທ້. ທຸກໆ​ມື້ ຂ້າພະເຈົ້າ​ມີ​ຄວາມ​ກະຕັນຍູ​ຕໍ່​ພຣະບິດາ​ເທິງ​ສະຫວັນ ທີ່​ອວຍພອນ​ໃຫ້​ຂ້າພະເຈົ້າ​ມີ​ຊີວິດ​ທີ່​ໝັ້ນຍືນ.

ຫລາຍ​ສິ່ງ​ຫລາຍ​ຢ່າງ​ໄດ້​ປ່ຽນ​ໄປ ໃນ​ລະຫວ່າງ​ຊີວິດ​ຂອງ​ຂ້າ​ພະເຈົ້າ. ຂ້າພະເຈົ້າ​ໄດ້​ເຫັນ​ການ​ພັັດ​ທະ​ນາ​ຈາກ​ສັງຄົມ​ກະສິກຳ ມາສູ່​ອຸດສາຫະກຳ ແລະ ຍຸກ​ສະໄໝ​ທີ່​​ເຂົ້າ​ເຖິງ​ຂໍ້​ມູນ​ໄດ້​ຢ່າງ​ທັນທີ ແລະ ສົ່ງ​ຂໍ້​ມູນ​ນັ້ນໄດ້​ຢ່າງ​ງ່າຍດາຍ. ການ​ຜະລິດ​ລົດຍົນ​ທີ່​ຫລວງຫລາຍ, ໂທລະສັບ, ແລະ ເຄື່ອງບິນ​ໄດ້​ເປັນ​ການ​ປ່ຽນແປງ​ທີ່​ຍິ່ງ​ໃຫຍ່ ທີ່​ຖືກ​ສ້າງສັນ​ຂຶ້ນ​ມາ​ຕອນ ຂ້າພະເຈົ້າ​ເກີດ. ໃນ​ວັນ​ເວລາ​ນີ້ ວິທີ​ທີ່​ເຮົາ​ພົບ​ເຫັນ, ແບ່ງປັນ, ແລະ ໃຊ້​ຂໍ້​ມູນ​ກໍ​ປ່ຽນແປງ​ໄປ​ເກືອບ​ທຸກໆ​ມື້. ໃນ​ໄວ​ຂອງ​ຂ້າ​ພະເຈົ້າ ຂ້າພະເຈົ້າ​ປະຫລາດ​ໃຈ​ນຳ​ໂລກ​ທີ່​ເຮົາ​ອາໄສ​ຢູ່ ທີ່​ປ່ຽນແປງ​ໄປ​ຢ່າງ​ວ່ອງໄວ. ການ​ປະດິດ​ຄິດສ້າງ​ຂອງ​ວັນ​ເວລາ​ນີ້ ເຮັດໃຫ້​ຈິນຕະນາການ​ຕື່ນເຕັ້ນ ດ້ວຍ​ຄວາມ​ສາມາດ​ຂອງ​ມັນ​ທີ່ຈະ​ເຮັດ​ໃຫ້​ຊີວິດ​ຂອງ​ເຮົາ​ດີ​ຂຶ້ນ.

ຜ່ານ​ການ​ປ່ຽນແປງ​ຢ່າງ​ວ່ອງໄວ ທີ່​ກຳລັງ​ເກີດ​ຂຶ້ນ​ຢູ່​ອ້ອມ​ຂ້າງເຮົາ, ເຮົາ​ອະທິຖານ ແລະ ເຮັດ​ວຽກ​ຢ່າງ​ພາກ​ພຽນ ເພື່ອ​ໃຫ້ແນ່​ໃຈ​ວ່າ ຫລັກ​ທຳ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດນັ້ນຈະ​ທົນ​ທານ. ດຽວນີ້ ບາງ​ສິ່ງ​ກໍ​ຕົກ​ຢູ່​ໃນຂັ້ນ​ອັນຕະລາຍ​ທີ່​ຈະ​ສູນເສຍ​ໄປ. ທຳ​ອິດ​ໃນ​ລາຍການ​ຂອງຫລັກ​ທຳເຫລົ່າ​ນີ້, ແລະ ເປົ້າ​ໝາຍ​ສຳຄັນ​ຂອງ​ຜູ້​ກົງກັນຂ້າມ, ຄື ຄວາມ​ສັກສິດຂອງ​ການ​ແຕ່ງງານ ແລະ ຄວາມ​ສຳຄັນ​ຂອງ​ຄອບຄົວ. ສິ່ງເຫລົ່າ​ນີ້​ເປັນ​ຫລັກ​ໝັ້ນ ແລະ ຈຸດ​ທີ່​ປອດ​ໄພ​ຂອງ​ບ້ານ​ເຮືອນ ບ່ອນ​ທີ່​ເດັກນ້ອຍ​ທີ່​ຮັກ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ​ແຕ່ລະຄົນ​ສາມາດ​ເປັນ​ອິດ​ທິ​ພົນ​ສຳລັບ​ຄວາມ​ດີງາມ ແລະ ໄດ້​ຮັບຄຸນຄ່ານິລັນດອນອື່ນໆ​ຂອງ​ພວກ​ເຂົາ.

ຄອບຄົວ​ຂອງ​ຂ້າພະເຈົ້າ​ເອງ, ໃນ​ການ​ລໍຄອຍທີ່ຈະ​ສະຫລອງ​ວັນ​​ເກີດ​ຄົບ​ຮອບ 90 ປີ​ຂອງ​ຂ້າພະເຈົ້າ, ໄດ້​​ເລີ່​ມຊ່ອຍ​ໃຫ້​ຂ້າພະເຈົ້າ​ຈົດ​ຈຳ ແລະ ຮູ້​ບຸນຄຸນ​ຂອງ​ປະສົບ​ການຕ່າງໆ​ໃນ​ຊີວິດ​ອັນ​ໝັ້ນຍືນ​ຂອງ​ຂ້າພະເຈົ້າ. ຍົກ​ຕົວຢ່າງ, ຫລານ​ສາວ​ໄດ້​ທ້ອນໂຮມ ແລະ ແບ່ງປັນ​ກັບ​ຂ້າພະເຈົ້າ ຈົດໝາຍ​ຫລາຍ​ສະບັບ ທີ່​ຂ້າພະເຈົ້າ​ໄດ້​ຂຽນ​ຫາ​ພໍ່​ແມ່​ຂອງ​ຂ້າພະ​ເຈົ້າເມື່ອ 70 ກ່ອນ ຕອນ​ຂ້າພະ​ເຈົ້າ​​ເປັນທະຫານ​ເຮືອ​ ປະຈຳການ​ຢູ່​ເກາະ ເຊ​ປານ ໃນ​ເຂດ​ປາ​ຊີ​ຟິກ ​ໃນ​ໄລຍະສົງຄາມ​ໂລກ​ຄັ້ງ​ທີ​ສອງ.

ຂ້າພະ​ເຈົ້າ​ໄດ້​ສົນ​ໃຈ​ກັບຈົດໝາຍ​ສະ​ບັບ​ໜຶ່ງ​ໃນ​ຈຳນວນຈົດໝາຍ​ເຫລົ່າ​ນັ້ນ. ມັນ​ເປັນ​ຈົດໝາຍ​ທີ່​ຂ້າພະເຈົ້າ​ໄດ້​ຂຽນຫາ​ແມ່​ຂອງ​ຂ້າພະເຈົ້າ ເພື່ອ​ໃຫ້​​ເພິ່ນເປີດ ແລະ ອ່ານ​ໃນວັນ​ຂອງ​​ແມ່ຂອງ​ປີ 1945. ຂ້າພະເຈົ້າ​ຢາກ​ຈະ​ແບ່ງປັນບາງ​ສ່ວນ​ກັບ​ທ່ານ ເພື່ອ​ຫວັງ​ວ່າ​ທ່ານ​ຈະ​ໄດ້​ເຫັນວ່າ​ເປັນ​ຫຍັງ ຂ້າພະເຈົ້າຈຶ່ງ​ຮູ້ສຶກ​ບຸນຄຸນ​ຕໍ່​ພໍ່ ແລະ ແມ່​ທີ່​ຮັກ​ຂອງ​ຂ້າພະເຈົ້າ ສຳລັບ​ບົດຮຽນ​ທີ່​ຂ້າພະເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ການ​ສິດສອນ​ຂອງພວກ​ເພິ່ນ​ໃນ​ບ້ານ. ພໍ່​ແມ່​ຂອງ​ຂ້າພະເຈົ້າ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ ທີ່​ຂ້າພະເຈົ້າ​ຈື່​ຈຳ​ໄດ້ ຂອງ​ການ​ເປັນ​ບິດາ​ມານດາຜູ້​ປະເສີດ ຜູ້​ທີ່ໄດ້​ຈັດ​ໃຫ້ການ​ແຕ່ງງານ ແລະ ການ​ລ້ຽງ​ດູ​ລູກໆ​ໃນ​ທາງ​ທີ່​ຖືກຕ້ອງ ໃຫ້​ເປັນ​ລະດັບ​ຄວາມ​ສຳຄັນ​ທີ່​ສູງ​ສຸດ​ຂອງ​ພວກ​ເພິ່ນ.

ຈົດໝາຍ​ວັນ​ແມ່​ຂອງ​ປີ 1945 ໄດ້​​ເລີ່​ມຕົ້ນວ່າ:

“ແມ່​ທີ່​ຮັກແພງ,

“ຕະຫລອດ​ສີ່​ປີ​ທີ່​ຜ່ານ​ມາ ລູກ​ໄດ້​ມີ​ໂຊກ​ຮ້າຍ​ທີ່​ໄດ້​ຢູ່​ໄກ​ຈາກແມ່​ໃນ​ວັນ​ແມ່. ແຕ່​ລະ​ປີ ລູກ​ຢາກ​ຢູ່​ກັບ​ແມ່ ແລະ ບອກ​ແມ່​ວ່າ​ລູກ​ຮັກ​ແມ່​ຫລາຍ​ຂະໜາດ​ໃດ ແລະ ວ່າ​ລູກຄິດເຖິງ​ແມ່​ຫລາຍ​ພຽງ​ໃດ, ແຕ່​ເມື່ອ​ມັນ​ເປັນ​ໄປ​ບໍ່​ໄດ້​, ລູກ​ຈະ​ຕ້ອງ​ເຮັດ​ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ລູກ​ເຮັດ​ໄດ້ ແລະ ສົ່ງ​ຄວາມ​ຄິດເຖິງ​ຂອງ​ລູກ​ຜ່ານ​ທາງ​ໄປສະນີ.

“ປີ​ນີ້ ຫລາຍ​ກວ່າ​ປີ​ອື່ນໆ ລູກ​​ໄດ້ຮຽນ​ຮູ້​ວ່າການ​ມີ​ແມ່​ຜູ້ປະເສີດ​ໄດ້​ອວຍພອນ​ລູກ. ກ່ອນ​ອື່ນ​ໝົດ, ລູກຄິດ​ເຖິງ​ສິ່ງ​ເລັກໆນ້ອຍໆ​ທີ່​ແມ່​ເຄີຍ​ໄດ້​ເຮັດ​ໃຫ້​ລູກ. ເມື່ອ​ໃດ​ກໍ​ຕາມ​ທີ່​ລູກ​ຈາກບ່ອນ​ນອນ​ໃນ​ຕອນ​ເຊົ້າ, ລູກ​ບໍ່​ຈຳເປັນ​ຕ້ອງ​ເປັນ​ຫ່ວງ​ວ່າ​ຈະ​ມີເສື້ອ ແລະ ຖົງ​ເທົ້າ​ສະອາດ​ໃສ່ຫລືບໍ່. ສິ່ງ​ດຽວ​ທີ່​ລູກ​ຕ້ອງເຮັດ​ຄື ເປີດ​ລີ້ນຊັກ, ແລະ ລູກ​ຈະ​ພົບ​ເຫັນ​ມັນ. ໃນ​ເວລາ​ກິນເຂົ້າ ລູກ​ໄດ້​ຮູ້​ຢູ່​ສະເໝີ​ວ່າ​ລູກ​ຈະ​ພົບ​ເຫັນ​ບາງ​ສິ່ງ​ທີ່​ລູກ​ມັກ​ກິນ ທີ່​ຖືກ​ຕຽມ​ໄວ້​ໃຫ້ ໃນ​ທາງ​ທີ່​ດີ​ທີ່​ສຸດ​ທີ່​ເປັນ​ໄປ​ໄດ້. ຕອນ​ກາງຄືນ ລູກ​ຮູ້​ສະເໝີ​ວ່າ​ລູກ​ຈະ​ເຫັນ​ຜ້າ​ປູ​ບ່ອນ​ທີ່​ສະອາດ​ຢູ່​ເທິງ​ຕຽງ ແລະ ມີ​ຜ້າຫົ່ມ​ທີ່​ອຸ່ນ​ພໍດີ​ ທີ່​ຈະ​ຊ່ອຍ​ໃຫ້​ລູກ​ນອນ​ຫລັບ​ສະບາຍ. ການ​ອາໄສ​ຢູ່​ທີ່​ບ້ານ​ໄດ້​ເປັນ​ສິ່ງ​ທີ່​ໃຫ້​ຄວາມ​ເພິ່ງ​ພໍໃຈ​ຫລາຍ.”

ເມື່ອ​ຂ້າພະເຈົ້າ​ໄດ້​ອ່ານ​ສອງ​ວັກ​ທຳ​ອິດ​ໃນ​ຈົດໝາຍ​ນັ້ນ, ຂ້າ​ພະເຈົ້າ​ຕົກໃຈ​ທີ່​ຈົດໝາຍ​ຟັງ​ຄື​ວ່າ ມີ​ຄວາມ​ຮູ້ສຶກ​ເລິກ​ຊຶ້ງ​ຫລາຍ. ບາງທີ​ການ​ທີ່​ໄດ້​ຢູ່​ໃນ​ຜ້າ​ເຕັ້ນ ແລະ ນອນ​ຢູ່​ໃນ​ມຸ້ງ​ເທິງ​ຕຽງນອນ​​ໃນປ່າ​ໄດ້​ເຮັດ​ໃຫ້​ຂ້າພະເຈົ້າ​ຄິດ​ເຖິງ​ບ້ານ​ທີ່​ພິເສດ​ຂອງ​ຂ້າ​ພະເຈົ້າ.

ຈົດໝາຍ​ເຖິງ​ແມ່​ຂອງ​ຂ້າພະເຈົ້າ​ໄດ້​ກ່າວ​ຕໍ່​ໄປ​ວ່າ:

“ແຕ່​ເລິກ​ຊຶ້ງ​ກວ່າ​ນັ້ນ​ຄື​ຄວາມ​ຮູ້ສຶກ​ທີ່​ມີ​ຕໍ່​ແມ່ ເພາະ​ຍ້ອນ​ຕົວຢ່າງ​ທີ່​ແມ່​ໄດ້​ສະແດງ​ໃຫ້​ລູກ​ເຫັນ. ຊີວິດ​ຖືກ​ເຮັດ​ໃຫ້​ເປັນ​ສິ່ງທີ່​ປິ​ຕິ​ຍິນ​ດີ​ສຳລັບ​ພວກ​ລູກ ໃນ​ຖານະ​ຄອບຄົວຈົນ​ວ່າ​ພວກ​ລູກຢາກ​ເຮັດ​ຕາມ​ຕົວຢ່າງ​ຂອງ​ງ​ແມ່, ເພື່ອ​ຈະ​ມີ​ປະສົບ​ການ​ຂອງຄວາມສຸກ ທີ່​ໄດ້​ເປັນ​ຂອງ​ພວກ​ລູກ​ໃນ​ຕອນ​ພວກ​ລູກ​ຍັງ​ນ້ອຍຕໍ່​ໄປ. ແມ່​ໄດ້​ຫາ​ເວລາ​ພາ​ຄອບຄົວ​ໄປ​ທ່ຽວ​ທີ່​ຫ່ອມ​ພູ, ແລະ ພວກ​ລູກ​ສາມາດ​ໄວ້​ວາງໃຈ​ແມ່​ໄດ້ ທີ່​ຈະ​ເຮັດ​ຫຍັງ​ກໍ​ຕາມນັບ ຈາກ​ການ​ປີນ​ພູ ເຖິງ​ການ​ຫລິ້ນ​ບານ​ກັບ​ພວກ​ລູກ. ແມ່ ແລະ ພໍ່​ບໍ່​ເຄີຍ​ໄປ​ທ່ຽວ​ພັກຜ່ອນຕາມ​ລຳພັງ​ຈັກ​ເທື່ອ. ຄອບຄົວ​ໄດ້​ໄປ​ນຳພໍ່​ແມ່​ທຸກ​ເທື່ອ. ບັດ​ນີ້​ເມື່ອ​ລູກ​ຢູ່​ໄກ​ຈາກ​ບ້ານ ລູກ​ມັກ​ຈະ​ກ່າວເຖິງ​ຊີວິດ​ຂອງ​ລູກ​ຕອນ​ຢູ່​ບ້ານ​ສະເໝີ ເພາະ​ມັນ​ໃຫ້​ຄວາມສຸກແກ່​ລູກ​ຫລາຍ. ບັດ​ນີ້ ລູກ​ຈະ​ຫັນ​ໜີ​ໄປ​ຈາກ​ຄຳ​ສອນ​ຂອງ​ແມ່​ບໍ່ໄດ້ ເພາະວ່າ​ການ​ກະທຳ​ຂອງ​ລູກ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ວ່າ​ແມ່​ບໍ່​ໄດ້ລ້ຽງ​ດູ​ລູກ​ເປັນ​ຢ່າງ​ດີ. ຊີວິດ​ເປັນ​ການ​ທ້າ​ທາຍ​ຫລາຍ​ສຳລັບ​ລູກ ທີ່​ຈະ​ໄດ້​ມີຄ່າ​ຄວນ​ພໍ​ທີ່​ຈະ​ຖືກ​ເອີ້ນ​ວ່າ​ເປັຍ​ລູກ​ຊາຍ​ຂອງ​ນາງໂນ​ຣາ ສອນ ແພຣີ. ລູກ​ພາກພູມ​ໃຈ​ຫລາຍ​ກັບ​ນາມມະຍົດ​ນີ້, ແລະ ລູກ​ຫວັງ​ວ່າ​ລູກ​ຈະ​ມີຄ່າ​ຄວນ​ໃນ​ການ​ເປັນ​ລູກ​ຊາຍ​ຂອງແມ່​ຕະຫລອດ​ໄປ.

“ລູກ​ຫວັງ​ວ່າ​ປີໜ້າ​ລູກ​ຈະ​ໄດ້​ຢູ່​ນຳ​ແມ່ ເພື່ອ​ສະແດງ​ໃຫ້​ແມ່​ເຫັນຄວາມສຸກ​ທີ່​ລູກ​ໄດ້​ຕຽມ​ຈະ​ສະແດງ​ໃຫ້​ແມ່​ເຫັນ​ໃນ​ວັນ​​ແມ່ຕະຫລອດ​ສີ່​ປີ​ທີ່​ຜ່ານ​ມາ.

“ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ອວຍພອນ​ແມ່ ສຳລັບ​ທຸກ​ສິ່ງ​ທີ່​ປະເສີດ ທີ່​ແມ່​ໄດ້​ເຮັດ​ເພື່ອ​ໂລກ​ທີ່​ວຸ້ນວາຍ​ນີ້.

“ດ້ວຍ​ຄວາມ​ຮັກ​ຂອງ​ລູກ, ທອມ”1

ເມື່ອ​ຂ້າພະເຈົ້າ​ໄດ້​ອ່ານ​ຈົດ​ໝາ​ຍຂອງ​ຂ້າພະເຈົ້າ​ອີກ, ຂ້າພະເຈົ້າໄດ້​ຄິດ​ກ່ຽວ​ກັບ​ວັດທະນະທຳ​ຂອງ​ຄອບຄົວ, ຫວອດ, ສະ​ເຕກ, ແລະ ຊຸມ​ຊົນ​ໃນ​ບ່ອນ​ທີ່​ຂ້າພະເຈົ້າ​ຖືກ​ລ້ຽງ​ດູ​ມາ.

ວັດທະນະທຳ ຄື​ວິທີ​ທາງ​ຂອງ​ຊີວິດ​ຂອງ​ຜູ້​ຄົນ. ພຣະ​ກິດ​ຕິ​ຄຸນກໍ​ມີ​ວັດທະນະທຳ​ຄື​ກັນ, ເປັນ​ຫລັກ​ທຳ ແລະ ການຄາດໝາຍ ແລະ ການ​ປະ​ຕິ​ບັດ​ການ​ທີ່​ເປັນ​ທີ່​ຮັບ​ຮູ້​ກັນ​ໄປ​ທົ່ວ ຕໍ່​ສະມາຊິກ​ຂອງສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ​ແຫ່ງໄພ່​ພົນ​ຍຸກ​ສຸດ​ທ້າຍ. ວັດທະນະທຳ​ຂອງ​ພຣະ​ກິດ​ຕິ​ຄຸນ, ຫລື​ວ່າ ວິທີ​ທາງ​ຂອງ​ຊີວິດ, ກໍ​ມາ​ຈາກ​ແຜນ​ແຫ່ງ​ຄວາມ​ລອດ, ຈາກ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ, ແລະ ຄຳ​ສອນ​ຂອງ​ສາດສະ​ດາ​ທີ່​ມີ​ຊີວິດ​ຢູ່. ມັນ​ຖືກ​ສະແດງ​ໃຫ້​ເຫັນ​ໃນ​ວິທີ​ທີ່​ເຮົາ​ລ້ຽງ​ດູຄອບຄົວ ແລະ ດຳລົງ​ຊີວິດ​ເປັນ​ສ່ວນ​ບຸກຄົນ​ຂອງ​ເຮົາ.

ຄຳ​ສອນ​ທຳ​ອິດ​ຕໍ່ອາ​ດາມສຳລັບ​ໜ້າທີ່​ຮັບຜິດຊອບ​ມະຕະ​ຂອງເພິ່ນ​ຖືກ​ພົບ​ເຫັນ​ຢູ່​ໃນ ປະຖົມ​ມະ​ການ 2:24 ວ່າ: “ດ້ວຍເຫດ​ນີ້, ຜູ້​ຊາຍ​ຈຶ່ງ​ຈາກ​ພໍ່​ແມ່, ແລະ ໄປ​ຕິດ​ພັນ​ຢູ່​ກັບ​ເມຍ​ຂອງຕົນ: ແລະ ເຂົາ​ທັງ​ສອງ​ກໍ​ກາຍເປັນ​ໜຶ່ງ.”

ການ​ຢູ່​ຮ່ວມ​ກັນ​ຂອງ​ຊາຍ ແລະ ຍິງ ທີ່ໃຫ້​ແຕ່ງງານ​ກັນ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ບໍ່​ພຽງ​ແຕ່​ເປັນ​ການ​ຕຽມ​ພ້ອມ​ສຳລັບ​ຄົນ​ໃນລຸ້ນ​ຕໍ່​ໄປ ທີ່​ຈະ​ໄດ້​ຮັບ​ແຜ່ນດິນ​ໂລກ​ເປັນ​ມູນມໍລະດົກ​ເທົ່າ​ນັ້ນ, ແຕ່​ສິ່ງ​ນີ້​ຈະ​ນຳ​ຄວາມສຸກ ແລະ ຄວາມ​ເພິ່ງ​ພໍໃຈ​ທີ່​ຍິ່ງ​ໃຫຍ່ ທີ່​ສາມາດ​ພົບ​ເຫັນ​ໄດ້​ໃນ​ປະສົບ​ການ​ມະຕະ​ນີ້​ມາ​ໃຫ້ນຳ​ອີກ. ນີ້​ກໍ​ຈິງ ເປັນ​ພິເສດ ເມື່ອ​ອຳນາດ​ແຫ່ງ​ຖານະ​ປະໂລຫິດ​ປະກາດໃຫ້ການ​ແຕ່ງງານ​ນັ້ນ​ເປັນ​ໄປ​ສຳລັບ​ເວລາ ແລະ ສຳລັບຊົ່ວ​ນິລັນດອນ. ລູກໆ​ທີ່​ເກີດ​ມາ​ພາຍ​ໃຕ້​ການ​ແຕ່ງງານ​ດັ່ງກ່າວ​ຈະ​ມີ​ຄວາມ​ປອບໄພ​ທີ່​ຫາ​ບໍ່​ພົບ​ໃນ​ບ່ອນ​ອື່ນ.

ບົດຮຽນ​ທີ່​ຖືກ​ສອນ​ຢູ່​ໃນ​ບ້ານ​ໂດຍ​ບິດາ​ມານ​ດາ​ຜູ້​ປະເສີດ​ແຮ່ງ​ສຳຄັນ​ໃນ​ໂລກ​ຂອງ​ເຮົາ​ໃນ​ວັນ​ເວລາ​ນີ້, ບ່ອນ​ທີ່​ອິດ​ທິ​ພົນ​ຂອງ​ຜູ້​ກົງກັນ​ຂ້າມ​ນັ້ນ​ມີ​ຢູ່​ທົ່ວ​ໄປ. ຕາມ​ທີ່​ເຮົາ​ຮູ້, ມານ​ກຳລັງ​ພະຍາຍາມຈ່ອງ​ດຶງ ແລະ ທຳລາຍ​ພື້ນຖານ​ຂອງ​ສັງຄົມ—ທີ່​ເປັນ​ຄອບຄົວ. ໃນ​ວິທີ​ທາງ​ທີ່​ສະຫລາດ ແລະ ປອມ​ຕົວຢ່າງ​ລະມັດລະວັງ, ມັນ​ກຳລັງ​ໂຈມ​ຕີ​ຄຳ​ໝັ້ນ​ສັນຍາ​ທີ່​ມີ​ຕໍ່​ຊີວິດ​ຂອງ​ຄອບຄົວຕະຫລອດ​ທົ່ວ​ໂລກ ແລະ ວັດທະນະທຳ ແລະ ພັນທະ​ສັນຍາຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຊື່ສັດ. ພໍ່​ແມ່​ຕ້ອງ​ຕັດສິນ​ໃຈ​ວ່າການສັ່ງສອນ​ຢູ່​ໃນ​ບ້ານເປັນ​ໜ້າທີ່​ຮັບຜິດຊອບ​ທີ່​ສັກສິດ ແລະ ສຳຄັນ​ຫລາຍ​ທີ່ສຸດ. ໃນ​ຂະນະ​ທີ່​ສະ​ຖາ​ບັນ​ອື່ນໆ, ດັ່ງ​​ເຊັ່ນ​ໂບດ ແລະ ໂຮງຮຽນ​ສາມາດ​ຊ່ອຍ​ພໍ່​ແມ່​ໃຫ້ “ສັ່ງສອນ​ລູກ​ໃຫ້​ຮູ້​ທາງດຳເນີນ​ຊີວິດ” (ສຸພາສິດ 22:6), ​ແຕ່ໃນ​ທີ່​ສຸດ​ແລ້ວ ໜ້າທີ່​ຮັບ​ຜິດຊອບ​ນີ້​ກໍ​ເປັນ​ຂອງ​ພໍ່​ແມ່​ນັ້ນ​ເອງ. ຕາມ​ແຜນ​ແຫ່ງ​ຄວາມສຸກທີ່​ຍິ່ງ​ໃຫຍ່, ບິດາ​ມານ​ດາ​ຜູ້​ປະເສີດ ໄດ້​ຮັບ​ການ​ໄວ້​ວາງໃຈ​ໃຫ້ຮັບຜິດຊອບ​ຕໍ່​ການ​ດູ​ແລ ແລະ ການ​ພັດທະນາ​ຂອງ​ລູກໆ​ຂອງພຣະ​ບິດາ​ເທິງ​ສະຫວັນ.

ໃນ​ໜ້າທີ່​ຮັບຜິດຊອບ​ອັນ​ສຳຄັນ​ຂອງ​ເຮົາ ໃນ​ການ​ເປັນ​ພໍ່​ແມ່, ມີຫລາຍ​ວິທີ​ທາງທີ່​ບິດາ​ມານ​ດາ​ຜູ້​ປະເສີດ​ສາມາດ​ໄດ້​ຮັບ​ການຊ່ອຍ​ເຫລືອ ແລະ ການ​ສະໜັບສະໜູນ ທີ່​ເຂົາເຈົ້າ​ຕ້ອງການທີ່​ຈະ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນຂອງ​ພຣະເຢ​ຊູ​ຄຣິດໃຫ້​ລູກ​ຂອງເຂົາເຈົ້າ. ຂ້າພະເຈົ້າ​ຂໍ​ແນະນຳ​ຫ້າ​ຂໍ້​ທີ່​ພໍ່​ແມ່​ສາມາດ​ເຮັດ​ໄດ້ ເພື່ອ​ສ້າງ​ສາ​ໃຫ້ວັດທະນະທຳ​ຂອງ​ຄອບຄົວ​ເຂັ້ມແຂງ​ຂຶ້ນ:

ໜຶ່ງ, ພໍ່​ແມ່​ສາມາດ​ອະທິຖານ​ດ້ວຍ​ຄວາມ​ຕັ້ງໃຈ, ທູນ​ຂໍ​ພຣະບິດາ​ນິລັນດອນ​ຂອງ​ເຮົາໃຫ້​ຊ່ອຍ​ເຂົາເຈົ້າ​ຮັກ, ເຂົ້າໃຈ, ແລະ ນຳພາລູກໆ​ທີ່​ພຣະ​ອົງ​ໄດ້​ສົ່ງ​ມາ​ໃຫ້​ເຂົາເຈົ້າ.

ສອງ, ເຂົາເຈົ້າ​ສາມາດ​ມີ​ການ​ອະທິຖານ​ເປັນ​ຄອບຄົວ, ສຶກ​ສາພຣະ​ຄຳ​ພີ, ແລະ ມີ​ການ​ສັງ​ສັນ​ໃນ​ຄອບຄົວ ແລະ ກິນ​ເຂົ້ານຳ​ກັນ​ເລື້ອຍໆເທົ່າ​ທີ່​ເປັນ​ໄປ​ໄດ້, ເຮັດ​ໃຫ້​ອາຫານ​ຄ່ຳ​ເປັນເວລາ​ຂອງ​ການ​ສື່ສານ​ກັນ ແລະ ການສັ່ງສອນ​ຫລັກ​ທຳ​ຕ່າງໆ.

ສາມ, ພໍ່​ແມ່​ສາມາດ​ໄດ້​ຮັບ​ຜົນ​ປະໂຫຍດ​ຈາກ​ແຫລ່ງ​ຊ່ອຍ​ເຫລືອໃນ​ສາດສະໜາ​ຈັກ, ສື່ສານ​ກັບ​ຄູ​ປະຖົມ​ໄວ​ຂອງ​ລູກໆ, ຜູ້ນຳຂອງ​ຊາວ​ໜຸ່ມ, ແລະ ຝ່າຍ​ປະທານ​ຫ້ອງ​ຮຽນ ແລະ ກຸ່ມ​ໂຄຣຳ. ໂດຍການ​ສື່ສານ​ກັບ​ຜູ້​ທີ່​ຖືກ​ເອີ້ນ ແລະ ຖືກ​ແຕ່ງຕັ້ງ​ໃຫ້​ເຮັດ​ວຽກ​ກັບລູກໆ​ຂອງ​ເຂົາເຈົ້າ, ພໍ່​ແມ່​ສາມາດ​ໃຫ້​ຄວາມ​ເຂົ້າໃຈ​ສຳຄັນກ່ຽວ​ກັບ​ຄວາມ​ຕ້ອງການ​ພິເສດ ແລະ ໂດຍ​ສະເພາະ​ຂອງ​​ເດັກ.

ສີ່, ພໍ່​ແມ່​ສາມາດ​ແບ່ງປັນ​ປະຈັກ​ພະຍານ​ຂອງ​ເຂົາເຈົ້າ​ເລື້ອຍໆ ກັບ​ລູກໆ​ຂອງ​ເຂົາເຈົ້າ, ຜູກ​ມັດພວກ​ເຂົາ​ໃຫ້​ຮັກ​ສາ​ພຣະ​ບັນຍັດ​ຂອງພຣະ​ເຈົ້າ, ແລະ ໃຫ້​ສັນຍາ​ກັບ​ພວກ​ເຂົາ​ເຖິງ​ພອນ​ຕ່າງໆ ທີ່​ພຣະ​ບິດາ​ເທິງ​ສະຫວັນ​ສັນຍາ​ຕໍ່​ລູກໆ​ຜູ້​ຊື່ສັດ​ຂອງ​ພຣະ​ອົງ.

ຫ້າ, ເຮົາ​ສາມາດ​ຈັດ​ລະບຽບ​ຄອບຄົວ​ຂອງ​ເຮົາ ອີງ​ຕາມ​ກົດໝາຍ ແລະ ການ​ຄາດ​ຫວັງ​ທີ່​ແຈ່ມ​ແຈ້ງ ແລະ ລຽບ​ງ່າຍຂອງ​ຄອບຄົວ, ປະເພນີ ແລະ ຮິ​ດ​ຄອງ​ຂອງ​ຄອບຄົວ​ທີ່ເປັນ​ປະໂຫຍດ, ແລະ “ເສດຖະກິດ​ຂອງ​ຄອບຄົວ,” ບ່ອນ​ທີ່ລູກໆ​ມີໜ້າ​ທີ່​ຮັບຜິດຊອບ​ໃນ​ບ້ານ​ເຮືອນ ແລະ ສາມາດໄດ້​ຮັບ​ຄ່າ​ຈ້າງເລັກ​ນ້ອຍ ເພື່ອ​ວ່າພວກ​ເຂົາ​ຈະ​ສາມາດ​ຮຽນ​ຮູ້​ທີ່​ຈະ​ງົບປະມານ, ທ້ອນ​ເງິນ, ແລະ ຈ່າຍ​ສ່ວນ​ສິບ​ຈາກ​ເງິນ​ທີ່​​ພວກເຂົາຫາ​ມາ​ໄດ້.

ຂໍ້​ແນະນຳ​ສຳລັບ​ການ​ສ້າງສາ ​​ໃຫ້ວັດທະນະທຳ​ຂອງ​ຄອບຄົວ ​ເຂັ້ມແຂງ​ຂຶ້ນ​ເຫລົ່າ​ນີ້​ແມ່ນ​ສອດຄ່ອງ​ກັບ​ວັດທະນະທຳ​ຂອງ​ສາດສະໜາ​ຈັກ. ວັດທະນະທຳ​ຂອງ​ຄອບຄົວ​ທີ່​ຖືກ​ເສີມ​ສ້າງໃຫ້​ເຂັ້ມແຂງຈະເປັນ​ການ​ປົກ​ປ້ອງ​ສຳລັບ​ລູກໆ​ຂອງ​ເຮົາ ຈາກ “ລູກ​ສອນ​ໄຟ​ຂອງ​ຄູ່​ຕໍ່ສູ້” (1 ນີ​ໄຟ 15:24) ທີ່​ຕິດ​ຢູ່​ໃນ​ວັັດ​ທະນະ​ທຳ ຂອງ​ເພື່ອນໆ​ຂອງພວກ​​ເຂົາ, ໃນ​ການບັນເທິງ ແລະ ວັດ​ທະນະ​ທຳ​ຂອງ​ດາລາ, ວັດທະນະທຳ​ທາງ​ຊື່​ສຽງ ແລະ ການ​ອ້າງສິດ, ແລະ ອິນ​ເຕີ​ແນັດ ແລະ ສື່ສານ​ມວນ​ຊົນ ທີ່​​ພວກເຂົາ​ປະເຊີນ​ໜ້າ​ຢູ່​ຕະຫລອດ​ເວລາ. ວັດທະນະທຳ​ທີ່​ເຂັ້ມ​ແຂງ​ຂອງ​ຄອບຄົວຈະ​ຊ່ອຍ​ໃຫ້​ລູກໆ​ຂອງ​ເຮົາ “ຢູ່​ໃນໂລກ” ແລະ ບໍ່​ກາຍເປັນ “ຂອງ​ໂລກ” (ໂຢຮັນ 15:19).

ປະທານໂຈ​ເຊັບ ຟຽວດິງ ສະ​ມິດ ໄດ້​ສອນ​ວ່າ: “ມັນ​ເປັນ​ໜ້າທີ່​ຂອງ​ພໍ່​ແມ່ທີ່​ຈະ​ສັ່ງສອນ​ຫລັກ​ທຳ​ທີ່​ຊ່ອຍ​ໃຫ້​ລອດຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດໃຫ້​ແກ່​ລູກໆ​ຂອງ​ເຂົາເຈົ້າ, ເພື່ອ​ວ່າພວກ​​ເຂົາ​ຈະ​ຮູ້​ວ່າ​ເປັນ​ຫຍັງ​ພວກເຂົາ​ຈຶ່ງ​ຕ້ອງ​ຮັບບັບ​ຕິ​ສະ​ມາ ແລະ ວ່າ​ພວກ​ເຂົາ​ຈະ​ມີ​ຄວາມ​ປາດ​ຖະ​ໜາ​ໃນ​ຫົວໃຈ​ທີ່​ຈະ​ຮັກ​ສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ​ຕໍ່​ໄປຫລັງ​ຈາກ​ພວກເຂົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ກັບ​ຄືນ​ໄປ​ສູ່ ທີ່​ປະ​ທັບ​ຂອງ​ພຣະ​ອົງ. ອ້າຍ​ເອື້ອຍ​ນ້ອງ​ທີ່​ດີ​ຂອງ​ຂ້າພະເຈົ້າ, ພວກ​ທ່ານ​ຢາກ​ໃຫ້​ຄອບຄົວ​ຂອງ​ທ່ານ, ລູກໆ​ຂອງ​ທ່ານ, ພວກ​ທ່ານ​ຢາກ​ຖືກ​ຜະ​ນຶກ​ເຂົ້າ​ກັບ​ພໍ່ ແລະ ແມ່​ຂອງ​ທ່ານ​ບໍ ... ? ຖ້າ​ດັ່ງນັ້ນ, ແລ້ວທ່ານ​ຕ້ອງ​ເລີ່​ມ​ຕົ້ນ ໂດຍ​ການ​ສັ່ງສອນ​ລູກໆ​ຕັ້ງແຕ່​ຢູ່​ໃນ​ອູ່. ທ່ານ​ຕ້ອງ​ສັ່ງສອນໂດຍ​ການ​ເປັນ​ຕົວຢ່າງ ພ້ອມ​ທັງ​ຄຳ​ສັ່ງສອນ.”2

ການ​ປະກາດ​ຕໍ່​ຄອບຄົວ​ກ່າວ​ວ່າ:

“ສາມີ ແລະ ພັນ​ລະ​ຍາ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ຮັກແພງເອົາກັນ​ແລະ​ກັນ ແລະ ຮັກແພງ​ລູກ​ຂອງ​ຕົນ. ‘ເດັກນ້ອຍ​ຄື ພຣະ​ພອນ​ອັນ​ແທ້​ຈິງ​ມາ​ຈາກ​ພຣະ​ເຈົ້າ’ (ເພງ​ສັນລະເສີນ 127:3). ພໍ່​ແມ່​ມີ​ໜ້າ​ທີ່ອັນ​ສັກສິດ​ທີ່​ຈະ​ລ້ຽງ​ດູ​ລູກໆ​ຂອງ​ຕົນດ້ວຍ​ຄວາມ​ຮັກ ແລະ ດ້ວຍ​ຄວາມ​ຊອບ​ທຳ, ທີ່​ຈະ​ຈັດ​ຫາສິ່ງ​ຈຳເປັນ​ທາງ​ກາຍ ແລະ ທາງ​ວິ​ນຍານ​ໃຫ້​ເຂົາເຈົ້າ, ທີ່​ຈະສອນ​ເຂົາເຈົ້າໃຫ້​ຮັກ ແລະ ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ, ທີ່​ຈະເຊື່ອ​ຟັງ​ພຣະ​ບັນຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເຊື່ອ​ຟັງ​ກົດໝາຍ​ຂອງ​ບ້ານ​ເມືອງ​ໃນ​ບ່ອນ​ທີ່​ເຂົາເຈົ້າ​ອາໄສ​ຢູ່. …

“…  ໃນ​ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ແມ່ນ​ວ່າ ພໍ່​ຈະ​ເປັນ​ຜູ້ນຳພາ​ຄອບຄົວ​ດ້ວຍ​ຄວາມ​ຮັກ ແລະ ດ້ວຍ​ຄວາມ​ຊອບທຳ ແລະ ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ຈັດ​ຫາ​ສິ່ງ​ຈຳເປັນ​ຕ່າງໆ ແລະ ປົກ​ປັກຮັກສາ​ຄອບຄົວ​ຂອງ​ຕົນ. ຜູ້​ເປັນ​ແມ່​ມີໜ້າ​ທີ່​ຮັບຜິດຊອບ​ຕົ້ນຕໍ​ທີ່ຈະ​ລ້ຽງ​ດູ​ລູກເຕົ້າ. ໃນ​ໜ້າທີ່​ຮັບຜິດຊອບ​ອັນ​ສັກສິດ​ນີ້, ພໍ່​ແມ່ ຕ້ອງ​ໄດ້​ຊ່ອຍ​ກັນ​ແລະ​ກັນ ແລະ ເປັນ​ຫຸ້ນ​ສ່ວນ​ທີ່​ເທົ່າ​ທຽມກັນ.”3

ຂ້າພະເຈົ້າ​ເຊື່ອ​ວ່າ ມັນ​ເປັນ​ແຜນ​ຂອງ​ພຣະ​ເຈົ້າ​ທີ່​ບົດບາດຂອງການ​ເປັນ​ແມ່​ເນັ້ນ​ໜັກ​ເຖິງ​ການ​ລ້ຽງ​ດູ ແລະ ການ​ສັ່ງສອນ​ຄົນລຸ້ນຕໍ່​ໄປ. ແຕ່​ມັນ​ກໍ​ເປັນ​ເລື່ອງ​ປະເສີດ​ທີ່​ຈະ​ເຫັນ​ສາມີ ແລະ ພັນລະ​ຍາໄດ້​ເຮັດ​ວຽກ​ຮ່ວມ​ກັນ​ເປັນ​ຫຸ້ນ​ສ່ວນ ບ່ອນ​ທີ່​ເຂົາເຈົ້າ​ລວມ​ອິດ​ທິ​ພົນ​​ເຂົ້ານຳ​ກັນ ແລະ ສື່ສານ​ຢ່າງ​ມີ​ປະສິດທິພາບ ທັງກ່ຽວ​ກັບ​ລູກໆ ແລະ ຕໍ່​ລູກໆ​ຂອງ​ເຂົາເຈົ້າ.

ການ​ໂຈມ​ຕີ​ຢ່າງ​ຮ້າຍ​ແຮງ​ຂອງ​ຄວາມ​ຊົ່ວ​ຮ້າຍ​ທີ່​ມີ​ຕໍ່​ລູກໆ​ຂອງເຮົາ​ແມ່​ນ​ເຫັນ​ໄດ້​ຍາກ ແລະ ອົງອາດ​ຫລາຍ​ກວ່າ​ແຕ່​ເຄີຍ​ເປັນ​ມາ. ການ​ສ້າງສາ​ວັດທະນະທຳ​ຂອງ​ຄອບຄົວ​​ທີ່ເຂັ້ມແຂງ​ຈະ​ເພີ່ມ​ການ​ປ້ອງ​ກັນ​ອີກ​ຊັ້ນ​ໜຶ່ງ​ໃຫ້​ແກ່​ລູກໆ​ຂອງ​ເຮົາ, ປົກ​ປ້ອງ​ພວກເຂົາ​ຈາກ​ອິດ​ທິ​ພົນ​ຂອງ​ໂລກ.

ຂໍ​ພຣະ​ເຈົ້າ​ຈົ່ງ​ອວຍພອນ​ທ່ານ ມານ​ດາ ແລະ ບິດາ​ຜູ້​ປະເສີດໃນ​ສີ​ໂອນ. ພຣະ​ອົງ​​ໄດ້ຝາກຝັງ​ລູກໆ​ນິລັນດອນ​ຂອງ​ພຣະ​ອົງ​ໄວ້ໃນ​ການ​ດູ​ແລ​ຂອງ​ທ່ານ. ໃນ​ຖານະທີ່​ເປັນ​ພໍ່​ແມ່​ ເຮົາ​ເປັນ​ຫຸ້ນ​ສ່ວນ, ແມ່ນ​ແຕ່​ກັບ​ພຣະ​ເຈົ້າ, ໃນ​ການ​ນຳ​ວຽກ​ງານ ແລະ ລັດສະໝີ​ພາບ​ຂອງ​ພຣະ​ອົງ​ມາ​ໃຫ້​ລູກໆ​ຂອງ​ພຣະ​ອົງ. ມັນ​ເປັນ​ໜ້າທີ່​ອັນ​ສັກສິດ​ຂອງ​ເຮົາ​ທີ່​ຈະ​ເຮັດ​ໃຫ້​ດີ​ທີ່​ສຸດ. ຂ້າພະເຈົ້າ​ເປັນ​ພະຍານ​​ເຖິງ​ສິ່ງ​ນີ້ໃນ​ພຣະ​ນາມ​ຂອງ ພຣະເຢ​ຊູ​ຄຣິດ, ອາ​ແມນ.

Mostrar referencias

  1.  

    1. ຈົດໝາຍ​ວັນ​​ແມ່ ຈາກ ແອວ ທອມ ແພຣີ ເຖິງ​ແມ່​ຂອງ​ເພິ່ນ, ສົ່ງ​ຈາກ ​ເຊ​ປານ, ລົງ​ວັນ​ທີ 3 ເດືອນ​ພຶດສະພາ  1945.

  2.  

    2. Joseph Fielding Smith, in Conference Report, Oct. 1948, 153.

  3.  

    3. “ຄອບຄົວ: ການ​ປະກາດ​ຕໍ່​ໂລກ,” Liahona and Ensign, Nov. 2010, 129.