​2010–2019
ການ​ເປັນ​ຄົນ​ຄຣິດ​ສະ​ຕຽນ​ທີ່​ເໝືອນ​ດັ່ງ​ພຣະຄຣິດ​ຫລາຍ​ຂຶ້ນ
ຕຸລາ 2012


ການ​ເປັນ​ຄົນ​ຄຣິດ​ສະ​ຕຽນ​ທີ່​ເໝືອນ​ດັ່ງ​ພຣະຄຣິດ​ຫລາຍ​ຂຶ້ນ

ນີ້​ຄື​ການ​ຮຽກຮ້ອງ​ຂອງ​ພຣະຄຣິດ​ຕໍ່​ຄົນ​ຄຣິດ​ສະ​ຕຽນ​ທຸກ​ຄົນ​ໃນ​ທຸກ​ວັນ​ນີ້: “ຈົ່ງ​ລ້ຽງ​ແກະ​ໜຸ່ມ​ຂອງ​ເຮົາ​ເດີ. ... ຈົ່ງ​ລ້ຽງ​ແກະ​ຂອງ​ເຮົາ​ເດີ.”

ການເປັນ​ຄົນ​ຄຣິດ​ສະ​ຕຽນ​ໝາຍ​ຄວາມ​ວ່າ​ຫຍັງ?

ຄົນ​ຄຣິດ​ສະ​ຕຽນ​ມີ​ສັດທາ​ໃນ​ອົງ​ພຣະເຢ​ຊູ​ຄຣິດ​ເຈົ້າ ວ່າ​ພຣະ​ອົງ​ເປັນ​ພຣະ​ບຸດ​ອົງແທ້​ຈິງ​ຂອງ​ພຣະ​ເຈົ້າ ທີ່​ຖືກ​ສົ່ງ​ມາ​ໂດຍ​ພຣະບິດາ​ຂອງ​ພຣະອົງ ​ເພື່ອ​ທົນ​ທຸກທໍລະມານ​ແທນ​ບາບ​ຂອງ​ພວກ​ເຮົາ​ໃນ​ການ​ກະທຳ​ແຫ່ງ​ຄວາມ​ຮັກ​ອັນ​ສຸດ​ຍອດ ຊຶ່ງ​ພວກ​ເຮົາ​ຮັບ​ຮູ້​ກັນວ່າ ການ​ຊົດ​ໃຊ້.

ຄົນ​ຄຣິດ​ສະ​ຕຽນ​ເຊື່ອ​ວ່າ ໂດຍ​ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ພຣະ​ບິດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ ພຣະເຢ​ຊູ​ຄຣິດ, ພວກ​ເຮົາ​ສາມາດ​ກັບ​ໃຈ, ໃຫ້​ອະໄພ​ຄົນ​ອື່ນ, ຮັກ​ສາ​ພຣະ​ບັນຍັດ ແລະ ຮັບ​ຊີວິດ​ນິລັນດອນ.

ຄຳ​ວ່າ ຄຣິດ​ສະ​ຕຽນ ໝາຍ​ເຖິງ​ການ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະຄຣິດ. ພວກ​ເຮົາ​ເຮັດສິ່ງ​ນີ້​​ໄດ້ໂດຍ​ການ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຮັບ​​ເອົາຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ​ໂດຍ​ທາງ​ການ​ວາງ​ມື​ໂດຍ​ຄົນ​ທີ່​ມີ​ສິດອຳນາດ​ຂອງຖານະ​ປະໂລຫິດ​ຂອງ​ພຣະ​ອົງ.

ຄົນ​ຄຣິດ​ສະ​ຕຽນ​ຮູ້​ວ່າ​ຕະຫລອດ​ປະຫວັດສາດ, ສາດສະດາ​ຂອງ​ພຣະ​ເຈົ້າ​​ໄດ້ເປັນ​ພະຍານ​ເຖິງ​ພຣະເຢ​ຊູ​ຄຣິດ. ພຣະຄຣິດ​ອົງ​ດຽວ​ກັນ​ນີ້ ພ້ອມ​ດ້ວຍ​ພຣະ​ບິດາ​ເທິງ​ສະຫວັນ ໄດ້​ປະກົດ​ຕໍ່​ສາດສະດາ​ໂຈ​ເຊັບ ສະ​ມິດ ໃນ​ປີ 1820 ແລະ ໄດ້​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ ແລະ ລະບຽບ​ການຈັດຕັ້ງ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ອົງຂຶ້ນ.

ໂດຍ​ຜ່ານ​ທາງ​ພຣະ​ຄຳ​ພີ ແລະ ປະຈັກ​ພະຍານ​ຂອງ​ໂຈ​ເຊັບ ສະ​ມິດ ພວກ​ເຮົາ​ຮູ້​ວ່າ​ພຣະ​ເຈົ້າ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ ມີ​ຮ່າງກາຍ​ອັນ​ສົມບູນ​ທີ່​ມີ​ເນື້ອ​ໜັງ ແລະ ກະດູກ. ພຣະເຢ​ຊູ​ຄຣິດ​ເປັນ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​​ຂອງ​ພຣະ​ອົງ​ໃນ​ເນື້ອ​ໜັງ. ພຣະ​ວິນ​ຍານ​ບໍລິສຸດ​ເປັນວິນ​ຍານ​ທີ່​ມີໜ້າ​ທີ່​ເປັນ​ພະຍານ​ເຖິງ​ພຣະ​ບິດາ ແລະ ພຣະ​ບຸດ. ຝ່າຍ​ພຣະ​ເຈົ້າ​ປະ​ກອດ​ດ້ວຍ​ສາມ​ອົງ​ດັ່ງກ່າວ​ທີ່​​ແຕກ​ຕ່າງ​ກັນ ແຕ່​ມີ​ຈຸດປະສົງ​ອັນ​ດຽວ​ກັນ.

ຖ້າ​ຫາກ​ຫລັກ​ທຳ​ດັ່ງກ່າວ​ນີ້​ເປັນ​ຮາກ​ຖານ​ຂອງ​ຄວາມ​ເຊື່ອ​ຂອງ​ພວກ​ເຮົາ ແລ້ວ​ຈະ​ມີ​ການ​ສົງໄສ ຫລື ການ​ໂຕ້​ຖຽງ​ກັນ​ວ່າ​ເຮົາ, ​ໃນ​ຖານະ​ທີ່​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ເປັນ​ຄົນ​ຄຣິດ​ສະ​ຕຽນ​ໄດ້​ຢ່າງໃດ? ແຕ່​ສຳລັບ​ຄົນ​ຄຣິດ​ສະ​ຕຽນ​ທຸກ​ຄົນ​ມີ​ຄຳ​ຖາມ​ງ່າຍໆ​ທີ່​ເຫລືອ​ຢູ່ ຄື​ວ່າ: ເຮົາ​ເປັນ​ຄົນ​ຄຣິດ​ສະ​ຕຽນ​ແບບ​ໃດ? ອີກ​ປະການ​ໜຶ່ງ ເຮົາ​ຈະ​ເຮັດ​ຈັ່ງ​ໃດ​ໃນ​ການ​ພະຍາຍາມ​ຂອງ​ເຮົາ​ທີ່​ຈະ​ຕິດ​ຕາມ​ພຣະຄຣິດ?

ຂໍ​ໃຫ້​ພິຈາລະນາ​ນຳ​ຂ້າພະເຈົ້າ​ເຖິງ​ປະສົບ​ການ​ຂອງ​ສານຸສິດ​ຄົນ​ຄຣິດ​ສະ​ຕຽນ​ສອງ​ຄົນ:

“ໃນ​ຂະນະ​ທີ່​ພຣະເຢ​ຊູ​ພວມ​ຍ່າງ​ໄປ​ຕາມ​ແຄມ​ທະເລສາບ​ຄາ​ລີ​ເລ​ນັ້ນ ພຣະ​ອົງ​ກໍ​ເຫັນ​ສອງອ້າຍນ້ອງ​ທີ່​ເປັນ​ຄົນຫາປາ. ຜູ້​ໜຶ່ງ​ຊື່ວ່າ​ຊີ​ໂມນ ຍັງ​ມີ​ຊື່​ອີກວ່າ​ເປ​ໂຕ ແລະ ນ້ອງຊາຍ​ຂອງ​ລາວ​ຊື່ວ່າ ອັນ​ເດ​ອາ; ພວກ​ເຂົາ​ພວມ​ໃຊ້​ມອງ​ຫາ​ປາ​ຢູ່​ໃນ​ທະເລສາບ.

“ພຣະເຢ​ຊູ​ກ່າວ​ແກ່​ພວກ​ເຂົາ​ວ່າ ຈົ່ງ​ໄປ​ກັບ​ເຮົາ ແລະ ເຮົາ​ຈະ​ສິດສອນ​ພວກ​ທ່ານ​ໃຫ້​ເປັນ​ຜູ້​ຫາ​ຄົນ.

“ໃນ​ທັນໃດ​ນັ້ນ ພວກ​ເຂົາ​ກໍ​ປະ​ມອງ​ໄວ້ ແລະ ໄປ​ກັບ​ພຣະ​ອົງ.”1

ໃນ​ຖານະທີ່​ເປັນ​ຄົນ​ຄຣິດ​ສະ​ຕຽນ ພວກ​ເຮົາ​ມີ​ໂອກາດ​ທີ່​ຈະ​ເຮັດ​ທັນທີ​ດ້ວຍ​ຄວາມ​ໝັ້ນ​ໃຈ​ເໝືອນ​ທີ່​ເປ​ໂຕ ແລະ ອັນ​ເດ​ອາ​ໄດ້​ເຮັດ​ຄື “ກໍ​ປະ​ມອງ​ຂອງ​ຕົນ ແລະ ຕາມ​ພຣະ​ອົງ​ໄປ.”2 ເຊັ່ນ​ດຽວ​ກັນ​ນັ້ນ​ພວກ​ເຮົາ​ກໍ​ຖືກ​ເອີ້ນ​ໃຫ້​ປະ​ມອງ​ຂອງ​ພວກ​ເຮົາ ຄື​ປະ​ຖິ້ມ​ນິໄສ​ປະເພນີ ແລະ ວັດທະນະທຳ​ທາງ​ໂລກ. ອີກ​ຢ່າງ​ພວກ​ເຮົາ​ກໍ​ຖືກ​ເອີ້ນ​ໃຫ້​ປະ​ຖິ້ມ​ບາບ​ຂອງ​ພວກ​ເຮົາ. “ແລ້ວ​ພຣະເຢ​ຊູ​ກໍ​ເອີ້ນ​ຝູງ​ຊົນ ... ແລະ ກ່າວ​ວ່າ ຖ້າ​ຜູ້​ໃດ​ຜູ້​ໜຶ່ງ​ຕ້ອງການ​ມາ​ນຳ​ເຮົາ ໃຫ້​ລາວ​ເຊົາ​ເຫັນແກ່ຕົວ​ ແບກ​ໄມ້​ກາງ​ແຂນ​ຂອງ​ຕົນ​ ແລະ ຕາມ​ເຮົາ​ໄປ.”3 ການ​ປະຕິເສດ​ການ​ກະທຳ​ທີ່​ບໍ່​ເໝືອນ​ພຣະ​ເຈົ້າ​ຈຶ່ງ​ແມ່ນ​ສ່ວນ​ເລີ່ມ​ຕົ້ນ​ຂອງ​ການ​ກັບ​ໃຈ ຊຶ່ງ​ນຳ​ເອົາ​ການ​ປ່ຽນ​ໃຈ​ໃຫຍ່​ຍິ່ງ​ຈົນ​ກວ່າ​ພວກ​ເຮົາ “ບໍ່​ມີໃຈ​ທີ່​ຈະ​ກະທຳຄວາມ​ຊົ່ວ​ອີກຕໍ່​ໄປ.”4

ການ​ປ່ຽນ​ໃຈ​ດັ່ງກ່າວ ຊຶ່ງ​ເອີ້ນ​ວ່າການ​ປ່ຽນ​ໃຈ​ເຫລື້ອມ​ໃສ ເປັນ​ໄປ​ໄດ້​ໂດຍ​ທາງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເທົ່າ​ນັ້ນ. ພຣະເຢ​ຊູ​ໄດ້​ສັນຍາ​ວ່າ “ຖ້າ​ຫາກ​ມະນຸດ​ມາ​ຫາ​ເຮົາ ເຮົາ​ຈະ​ສະແດງ​ໃຫ້​ພວກ​ເຂົາ​ເຫັນ​ຄວາມ​ອ່ອນແອ​ຂອງ​​ເຂົາ. ... ແລະ​ພຣະ​ຄຸນ​ຂອງ​ເຮົາ​ມີພຽງພໍ​ສຳລັບ​ຄົນ​ທັງ​ປວງ​ທີ່​ຖ່ອມຕົວ​ຕໍ່ໜ້າ​ເຮົາ; ເພາະ​ຖ້າ​ຫາກ​ເຂົາ​ ​ຖ່ອມ​ຕົວຕໍ່ໜ້າ​ເຮົາ ແລະ ມີ​ສັດທາ​ໃນ​ເຮົາ ​ເວລານັ້ນ ​ເຮົາ ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ອ່ອນແອນັ້ນ​ກັບ​ມາເຂັ້ມແຂງ ສຳລັບ ເຂົາ.”5 ເມື່ອ​ພວກ​ເຮົາຖືກ​ເຮັດ​ໃຫ້ ​ເປັນ​ຄົນ​ໃໝ່ ​ໃນ​ພຣະຄຣິດ, ແມ່ນ​ແຕ່​ສັນດານ​ຂອງ​ພວກ​ເຮົາ​ກໍ​ຈະ​ປ່ຽນ​ໄປ ແລະ ພວກ​ເຮົາ​ຈະ​ບໍ່​ຢາກ​ຫັນ​ກັບ​ຄືນ​ສູ່​ນິໄສ​ອັນ​ເກົ່າ​ຂອງ​ພວກ​ເຮົາ​ອີກ.

ເຖິງ​ຢ່າງໃດ​ກໍ​ຕາມ ຄົນ​ຄຣິດ​ສະ​ຕຽນ​ທີ່​ຈົງ​ຮັກ​ພັກດີ​ຈະ​​ໄດ້​ຮັບພອນ​ເລື້ອຍໆ​​ເພື່ອປະສົບ​ກັບ​ຄວາມ​ຫຍຸ້ງຍາກ ແລະ ຄວາມ​ຜິດ​ຫວັງ. ເມື່ອ​ໃດ​ທີ່​ມີ​ການ​ທ້າ​ທາຍ​​ໃຫ້ປັບປຸງ​ຕົວ​ດັ່ງກ່າວ​ນີ້ ພວກ​ເຮົາ​ອາດ​ຖືກ​ລໍ້​ລວງ​ໃຫ້​ຄຶດ​ຢາກ​ຫັນ​ກັບ​ຄືນ​ສູ່​ນິໄສ​ເກົ່າ. ຫລັງ​ຈາກ​ການ​ຄຶງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ພຣະ​ອົງ​ໄດ້​ປະກົດ​ຕົວ​ຕໍ່ພວກ​ຜູ້ຍິງ​ແລະ ບອກ​ເຂົາເຈົ້າ​ວ່າ ພວກ​ອ້າຍ​ນ້ອງ​ສາມາດ​ພົບ​ພຣະ​ອົງ​ທີ່​ຄາ​ລີ​ເລ. ເມື່ອ​ເປ​ໂຕ ຜູ້​ເປັນ​ເອກ​ອັກ​ຄະ​ສາວົກ ໄດ້​ກັບ​ໄປ​ຄາ​ລີ​ເລ ເພິ່ນ​ໄດ້​ກັບ​ໄປ​ສູ່​ສິ່ງ​ທີ່​ເພິ່ນ​ຮູ້ຈັກ​ດີ—ສິ່ງ​ທີ່​ເພິ່ນ​ເຮັດ​ຢ່າງ​ສະບາຍ. “ຂ້ອຍ​ຈະ​ໄປ​ຫາ​ປາ,”6 ເພິ່ນ​ໄດ້​ເວົ້າ ແລະ ພາ​ສານຸສິດ​ຫລາຍ​ຄົນ​ໄປ​ນຳ​ເພິ່ນ.

ທີ່​ຈິງ​ເປ​ໂຕ ແລະ ຄົນ​ອື່ນໆ​ໄດ້​ຫາ​ປາ​ທັງ​ຄືນ​ແຕ່​ບໍ່​ໄດ້​ປາ​ຈັກ​ໂຕ. ເຊົ້າ​ມື້​ຕໍ່​ມາ​ພຣະເຢ​ຊູ​ໄດ້​ສະເດັດ​ໄປ​ທີ່​ຝັ່ງ​ທະເລ ແລະ ເອີ້ນ​ໃສ່​ເຂົາເຈົ້າ “ຈົ່ງ​ຖິ້ມ​ມອງ​ລົງ​ເບື້ອງ​ຂວາ​ເຮືອ.” ພວກ​ສານຸສິດ​ທີ່​​ຢູ່​ໃນ​ເຮືອ​ໄດ້​ເຮັດ​ຕາມ​ພຣະ​ອົງ​ບອກ​ຢ່າງ​ໄວ ໂດຍ​ການ​ມະຫັດສະຈັນ ມອງ​ກໍ​ເຕັມ​ໄປ​ດ້ວຍ​ປາ. ໂຢ​ຮັນ​ຈື່​ສຽງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ທັນທີ ແລະ ທັນໃດ​ນັ້ນ​ຝ່າຍ​ເປ​ໂຕ​ກະໂດດ​ລົງ​ນ້ຳ ລອຍ​ໄປ​ຫາ​ຝັ່ງ.7

ສຳ​ຫລັບ​ຄົນ​ຄຣິດ​ສະ​ຕຽນ​ທີ່​ຫັນ​ກັບ​ຄືນ​ສູ່​ນິໄສ​ເກົ່າ​ທີ່​ບໍ່​ສັດຊື່ ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ສັດທາ​ອັນ​ເຕັມ​ປ່ຽມ​ຂອງ​ເປ​ໂຕ. ບໍ່​ຕ້ອງ​ເລື່ອນ​ໄປ. ຂໍ​ໃຫ້​ມາ​ຟັງ ແລະ ຈື່​ສຽງ​ຂອງ​ພຣະ​ອາຈານ​ທີ່​ເອີ້ນ. ແລ້ວ​ໃຫ້​ກັບ​ມາ​ຫາ​ພຣະ​ອົງ ແລະ ຮັບ​ເອົາ​ພອນ​ທີ່​ເຫລືອ​ລົ້ນ​ຂອງ​ພຣະ​ອົງ​ອີກ​ເທື່ອ​ໜຶ່ງ.

ເມື່ອ​ພວກ​ອ້າຍ​ນ້ອງ​ໄປ​ຮອດ​ຝັ່ງ​ທະເລ ​ເຂົາເຈົ້າ​​ໄດ້​ເຫັນປາປີ້ງ​ຈຳນວນ​ຫລາຍ ແລະ ເຂົ້າຈີ່. “ຈົ່ງ​ພາກັນ​ມາ​ກິນ​ເຂົ້າ​ສາ,”8 ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ເຊີນ. ຂະນະ​ທີ່​ພຣະ​ອົງ​ລ້ຽງ​ເຂົ້າ​ເຂົາເຈົ້າ ພຣະ​ອົງ​ໄດ້​ຖາມ​ເປ​ໂຕ​ສາມ​ເທື່ອ​ວ່າ “ຊີ​ໂມນ​ລູກ​ຂອງ​ໂຢ​ຮັນ​ເອີຍ ເຈົ້າ​ຮັກ​ເຮົາ​ບໍ?” ຫລັງ​ຈາກ​ເປ​ໂຕ​ບອກ​ວ່າ​ຮັກ​ພຣະ​ອົງ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ “ຈົ່ງ​ລ້ຽງ​ແກະ​ໜຸ່ມ​ຂອງ​ເຮົາ​ເດີ. ... ຈົ່ງ​ລ້ຽງ​ແກະ​ຂອງ​ເຮົາ​ເດີ.”9

ນີ້​ຄືການ​ຮຽກຮ້ອງ​ຂອງ​ພຣະຄຣິດ​ຕໍ່​ຄົນ​ຄຣິດ​ສະ​ຕຽນ​ທຸກ​ຄົນ​ໃນ​ທຸກ​ວັນ​ນີ້: “ຈົ່ງ​ລ້ຽງ​ແກະ​ໜຸ່ມ​ຂອງ​ເຮົາ​ເດີ​. ... ຈົ່ງ​ລ້ຽງ​ແກະ​ຂອງ​ເຮົາ​ເດີ”—ຈົ່ງ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ນຳ​ຄົນ​ໜຸ່ມ​ຄົນ​ແກ່ ໂດຍ​ການຄ້ຳຈູ​ນ, ໃຫ້​ພອນ, ປອບ​ໂຍນ, ຊຸກຍູ້, ແລະ ສົ່ງເສີມ​ຄົນ​ອື່ນໆ ໂດຍ​ສະເພາະ​ຄົນ​ທີ່​ຄິດ ແລະ ເຊື່ອ​ບໍ່​ຄື​ກັນ​ກັບ​ພວກ​ເຮົາ. ພວກ​ເຮົາ​ລ້ຽງ​ແກະ​ໜຸ່ມ​ຂອງ​ພຣະ​ອົງ​ໃນ​ບ້ານ​ຂອງ​ພວກ​ເຮົາ​ໂດຍ​ທາງ​ການ​ປະຕິ​ບັດ​ຕາມພຣະ​ກິດ​ຕິ​ຄຸນ: ການ​ຮັກ​ສາ​ພຣະ​ບັນຍັດ, ອະທິຖານ, ສຶກ​ສາ​ພຣະ​ຄຳ​ພີ, ແລະ ການ​ເຮັດ​ຕາມ​ຕົວຢ່າງ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ອົງ. ພວກ​ເຮົາ​ລ້ຽງ​ແກະ​ຂອງ​ພຣະ​ອົງ​ຕອນ​ທີ່​ພວກ​ເຮົາຮັບ​ໃຊ້​ໃນ​ກຸ່ມ​ຖານະ​ປະໂລຫິດ ແລະ ອົງການ​ອື່ນໆ. ແລະ ພວກ​ເຮົາ​ລ້ຽງ​ແກະ​ຂອງ​ພຣະ​ອົງ​ທົ່ວ​ໂລກ​ໂດຍ​ການ​ເປັນ​ເພື່ອນ​ບ້ານທີ່​ດີ​ຕາມ​ແນວທາງ​ຂອງຄົນ​ຄຣິດ​ສະ​ຕຽນ ຄື​ທີ່​ຈະປະຕິບັດ​ສາດສະໜາ​ບໍລິສຸດ​ໂດຍ​ການຢ້ຽມຢາມ ແລະ ຮັບ​ໃຊ້​ແມ່ໝ້າຍ, ຄົນ​ກຳພ້າ, ຄົນ​ຍາກຈົນ, ແລະ ທຸກ​ຄົນ​ທີ່​ຂັດ​ສົນ.

ສຳລັບ​ຫລາຍ​ຄົນ ການ​ເອີ້ນ​ໃຫ້​ເປັນ​ຄົນ​ຄຣິດ​ສະ​ຕຽນ​ອາດ​ຄື​ເປັນ​ສິ່ງ​ຫຍຸ້ງ ຫລື ຖ້ວມ​ໃຈ. ແຕ່​ພວກ​ເຮົາ​ບໍ່​ຕ້ອງ​ຢ້ານ ບໍ່​ຕ້ອງ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ພຽບ​ພ້ອມ. ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເຄີຍ​​ໄດ້ສັນຍາ​ວ່າ​ພຣະ​ອົງ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ສົມ​ກັບ​ວຽກ​ງານ​ຂອງ​ພຣະ​ອົງ. “ຈົ່ງ​ໄປ​ກັບ​ເຮົາ” ພຣະ​ອົງ​ກ່າວ “ແລະ ​ເຮົາ ​ຈະ​ສິດສອນ​ທ່ານ​ໃຫ້​ເປັນ​ຜູ້​ຫາ​ຄົນ.”10 ເມື່ອ​ພວກ​ເຮົາ​ຕາມ​ພຣະ​ອົງ​ໄປ ພຣະ​ອົງ​ຈະ​ອວຍພອນ​ພວກ​ເຮົາ​ໃຫ້​ມີ​ຄວາມ​ສາມາດ ແລະ ມີ​ກຳລັງ​ທີ່​ເຮັດ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ອົງ ຊຶ່ງ​ຍອມ​ໃຫ້​ພວກ​ເຮົາ​ເຮັດ​ເກີນ​ກວ່າ​ຄວາມ​ສະດວກ​ຂອງ​ພວກ​ເຮົາ ແລະ ເຮັດ​ສິ່ງ​ທີ່​​ພວກເຮົາຄິດວ່າ​​ເປັນ​ໄປ​ບໍ່​ໄດ້. ອັນ​ນີ້​ອາດ​ໝາຍ​ຄວາມ​ວ່າ ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ນຳ​ເພື່ອນ​ບ້ານ, ການ​ຊ່ອຍ​ຊີວິດ​ຄົນ​ທີ່​ຫລົງ​ຕົວ​ທາງ​ວິນ​ຍານ, ການ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດສະໜາ​ເຕັມ​ເວລາ, ການ​ຮັບ​ໃຊ້​ໃນ​ພຣະ​ວິຫານ, ການ​ລ້ຽງ​ລູກ​ທີ່​ມີ​ຄວາມ​ຕ້ອງການ​ພິເສດ, ການ​ຮັກ​ລູກ​ທີ່​ເສຍ​ໄປ, ການ​ຮັບ​ໃຊ້​ຄູ່​ຮັກ​ທີ່​ປ່ວຍ​ໂຊ, ການ​ອົດທົນ​ຕໍ່ຄວາມ​ເຂົ້າໃຈ​ຜິດ​ກັນ, ຫລື​ ການ​ທົນ​ທຸກທໍລະມານ. ມັນ​ໝາຍ​ຄວາມ​ວ່າ​ພວກ​ເຮົາ​ຕຽມ​ຕົວ​ທີ່​ຈະ​ຕອບ​ການ​ເອີ້ນ​ຂອງ​ພຣະ​ອົງ​ໂດຍ​ບອກ​ວ່າ: “ຂ້າ​ຈະ​ໄປ​​ທີ່​ພຣະ​ອົງ​ບັນຊາ; ຂ້າ​ຈະ​ເວົ້າ​ສິ່ງພຣະ​ອົງ​ບັນຊາ; ຂ້າ​ຈະ​ເຮັດດັ່ງ​ພຣະອົງ​ບັນຊາ; ຂ້າ​ຈະ​ເປັນ​ດັ່ງ​ພຣະອົງ​ບັນຊາ.”11

ເພື່ອ​ຈະ​ເປັນ​ຄົນ​ທີ່​ພຣະ​ບິດາ​ເທິງ​ສະຫວັນ​ຕ້ອງການ​ໃຫ້​ພວກ​ເຮົາ​ເປັນ, ພວກ​ເຮົາ​ຕິດ​ຕາມ​ພຣະເຢ​ຊູ​ຄຣິດ. ຂ້າພະເຈົ້າ​ຂໍ​ເປັນ​ພະຍານ​ວ່າ ພຣະ​ອົງ​ໄດ້​ຮຽກຮ້ອງ​ເລື້ອຍໆ ໃຫ້​ພວກ​ເຮົາ​ຕິດ​ຕາມ​ພຣະ​ອົງ​ໄປ. ຖ້າ​ທ່ານ​ຫາ​ກໍ​ໄດ້​ຮຽນ​ກ່ຽວ​ກັບ​ຄວາມ​ຜູກ​ມັດ​ທາງ​ຄຣິດ​ສະ​ຕຽນ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຫລື ຖ້າ​ທ່ານ​ບໍ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ສາດສະໜາ​ຈັກຢ່າງ​ເຕັມທີ່ ແລະ ຢາກ​ຕິດ​ຕາມ​ພຣະ​ອົງ​ໄປ​ອີກ—ຢ່າ​ສູ່​ຢ້ານ​ເດີ້! ພວກ​ສານຸສິດ​ກຸ່ມ​ທຳ​ອິດ​ຂອງ​ພຣະ​ຜູ້​​ເປັນ​ເຈົ້າ​ກໍ​ແມ່ນ​ສະມາຊິກ​ໃໝ່​ຂອງ​ສາດສະໜາ​ຈັກ​ໝົດ​ທຸກ​ຄົນ ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ​ເຂົ້າ​ສູ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ພຣະເຢ​ຊູ​ໄດ້​ສອນ​ໝົດ​ທຸກ​ຄົນ​ດ້ວຍຄວາມ​ອົດທົນ. ພຣະ​ອົງ​ໄດ້​ຊ່ອຍ​ເຂົາເຈົ້າ​ບັນລຸ​ໜ້າ​ທີ່ຮັບຜິດຊອບ​ຂອງ​ເຂົາເຈົ້າ. ພຣະ​ອົງ​ໄດ້​ເອີ້ນ​ເຂົາເຈົ້າ​ວ່າ​ໝູ່​ເພື່ອນ​ຂອງ​ພຣະ​ອົງ ແລະ ໄດ້​ມອບ​ຊີວິດ​ຂອງ​ພຣະ​ອົງ​ເພື່ອ​ເຂົາເຈົ້າ. ແລະ ພຣະ​ອົງ​ຈະ​ເຮັດ​ແບບ​ດຽວ​ກັນ​ນີ້​ສຳລັບ​ທ່ານ ແລະ ຂ້າພະເຈົ້າ.

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ໂດຍ​ທາງ​ຄວາມ​ຮັກ ແລະ ພຣະ​ຄຸນ​ທີ່​ບໍ່​ມີ​ທີ່ສິ້ນ​ສຸດ​ຂອງ​ພຣະ​ອົງ, ພວກ​ເຮົາ​ສາມາດ​ເປັນ​ຄົນ​ຄຣິດ​ສະ​ຕຽນ​ທີ່​ເໝືອນ​ດັ່ງ​ພຣະຄຣິດ​ຫລາຍ​ຂຶ້ນ​ໄດ້. ຈົ່ງ​ພິຈາລະນາ​ຄຸນສົມບັດ​ທາງ​ພຣະຄຣິດ​ດັ່ງ​ຕໍ່​ໄປ​ນີ້. ພວກ​ເຮົາ​ກຳລັງ​ເຮັດ​ຈັ່ງ​ໃດ​ໃນ​ການ​ເສີມ​ສ້າງ​ສິ່ງ​ນີ້​ໃນ​ຕົວ​ພວກ​ເຮົາ​ເອງ?

ຄວາມ​ຮັກ​​ເໝືອນ​ດັ່ງພຣະຄຣິດ. ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເຫັນ​ຄຸນຄ່າ​ໃນ​ທຸກ​ຄົນ. ພຣະ​ອົງ​ໃຈດີ ແລະ ມີ​ເມດ​ຕາ​ຕໍ່​ທຸກ​ຄົນ ພຣະ​ອົງ​ໄດ້​ປະ​ແກະ​ເກົ້າ​ສິບ​ເກົ້າ​ໂຕ​ເພື່ອ​ໄປ​ຫາ​ໂຕ​ທີ່​ຫາຍ​ໄປ,12 ເພາະ “ແມ່ນ​ແຕ່​ຜົມ​ທຸກ​ເສັ້ນ​ທີ່​ຫົວ​ຂອງ [ເຮົາ] ກໍ​ຖືກ​ນັບ​ໄວ້​ໝົດ​ແລ້ວ”13 ສຳ​ລັບ​ພຣະ​ອົງ.

ສັດທາ​ເໝືອນ​ດັ່ງ​ພຣະຄຣິດ. ເຖິງ​ແມ່ນ​ຕ້ອງ​ຜ່ານ​ການ​ລໍ້​ລວງ​ການ​ທົດ​ສອບ ແລະ ການ​ຂົ່ມ​ເຫັງ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຍັງ​ໄວ້​ວາງໃຈ​ນຳ​ພຣະ​ບິດາ​ເທິງ​ສະຫວັນ ແລະ ໄດ້​ເລືອກ​ທີ່​ຈະ​ຊື່ສັດ ແລະ ເຊື່ອ​ຟັງ​ພຣະ​ບັນຍັດ​ຂອງ​ພຣະ​ບິດາ.

ການ​ເສຍ​ສະລະ​ເໝືອນ​ດັ່ງ​ພຣະຄຣິດ. ຕະຫລອດ​ຊີວິດ​ຂອງ​ພຣະ​ອົງ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ມອບ​ເວລາ​ຂອງ​ພຣະ​ອົງ, ມອບ​ກຳລັງ​ຂອງ​ພຣະ​ອົງ, ແລະ ໃນ​ທີ່​ສຸດ​ໂດຍ​ຜ່ານ​ການ​ຊົດ​ໃຊ້, ພຣະ​ອົງ​ໄດ້​ມອບ​ຕົວ​ຂອງພຣະ​ອົງ​ເອງ ​ເພື່ອ​ລູກໆ​ຂອງ​ພຣະ​ເຈົ້າ​ໝົດ​ທຸກ​ຄົນ​ຈະ​ສາມາດ​ຟື້ນ​ຄືນ​ຊີວິດ ແລະ ມີ​ໂອກາດ​ຮັບ​ເອົາ​ຊີວິດ​ນິລັນດອນ​ເປັນ​ມູນ​ມໍລະດົກ.

ຄວາມ​ເປັນ​ຫ່ວງ​​ເໝືອນ​ດັ່ງພຣະຄຣິດ. ຄື​ກັນ​ກັບ​ໄທ​ຊາ​ມາ​ເລຍ​ທີ່​​ໃຈດີ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຍື່ນ​ພຣະ​ຫັດ​ອອກ​ໄປ​ຊ່ອຍ​ກູ້​, ​ຮັກ​, ແລະ​ບົວລະບັດ​ຄົນທີ່​ຢູ່​ໃກ້​ພຣະ​ອົງ, ບໍ່​ວ່າວັດທະນະທຳ, ສາດສະໜາ, ຫລື ສະພາບ​ການ​ຂອງ​ເຂົາ​ຈະ​ເປັນ​​ແບບ​ໃດ​ກໍ​ຕາມ.

ການ​ຮັບ​ໃຊ້​​ເໝືອນ​ດັ່ງ​ພຣະຄຣິດ. ບໍ່​ວ່າ​ໄດ້​ຕັກ​ນ້ຳ​ຂຶ້ນ​ຈາກ​ນ້ຳສ້າງ, ປີ້ງ​ປາ​ໃຫ້​ກິນ, ຫລື ລ້າງ​ຕີນ​ເປື້ອນ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ໃຊ້​ວັນ​ເວລາ​ຂອງ​ພຣະ​ອົງ​ໃນ​ການ​ຮັບ​ໃຊ້​ຄົນ​ອື່ນ—ໄດ້​ຊ່ອຍ​ຄົນ​ອ່ອນເພຍ ແລະ ໃຫ້​ກຳລັງ​ແກ່​ຄົນ​ທີ່​ອ່ອນແອ.

ຄວາມ​ອົດທົນ​​ເໝືອນ​ດັ່ງພຣະຄຣິດ. ໃນ​ຄວາມ​ເສົ້າ​ໂສກ ແລະ​ ຄວາມ​ທຸກທໍລະມານ​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ລໍ​ຖ້າ​ພຣະ​ບິດາ​ຂອງ​ພຣະ​ອົງ. ໂດຍ​ມີ​ຄວາມ​ອົດທົນ​ກັບພວກ​ເຮົາ, ພຣະ​ອົງ​ໄດ້​ລໍຖ້າ​ພວກ​ເຮົາ​ໃຫ້​ຮູ້ຈັກ​ສິ່ງ​ທີ່​ຖືກຕ້ອງ​ແລ້ວ​ກັບ​ໄປ​ຫາ​ພຣະ​ອົງ.

ຄວາມ​ສະຫງົບ​​ເໝືອນ​ດັ່ງພຣະຄຣິດ. ຕະຫລອດ​ເວລາ​ໃນ​ການ​ສິດສອນ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ຂໍ​ໃຫ້​ມີ​ຄວາມ​ເຂົ້າໃຈ ແລະ ໄດ້​ປະກາດ​ຄວາມ​ສະຫງົບ. ໂດຍ​ສະເພາະ​ນຳ​ສານຸສິດ​ຂອງ​ພຣະ​ອົງ​ເອງ, ພຣະ​ອົງ​ໄດ້​ສອນ​ວ່າ ຄົນ​ຄຣິດ​ສະ​ຕຽນ​ບໍ່​ຄວນ​ໂຕ້​ຖຽງ​ນຳ​ຊາວ​ຄຣິດ​ສະ​ຕຽນ​ຄົນ​ອື່ນໆ ບໍ່​ວ່າ​ເຂົາເຈົ້າ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຢ່າງໃດ​ກໍ​ຕາມ.

ການ​ໃຫ້​ອະໄພ​​ເໝືອນ​ດັ່ງພຣະຄຣິດ. ພຣະ​ອົງ​ໄດ້​ສອນ​ພວກ​ເຮົາ​ໃຫ້​ອ້ອນວອນ​ເພື່ອ​ຜູ້​ທີ່​ຂົ່ມ​ເຫັງ​ພວກ​ເຮົາ ແລະ ໄດ້​ສະແດງ​ຕົວຢ່າງ​ໂດຍ​ໄດ້​ອະທິຖານ​ເພື່ອ​ຄົນ​ທີ່​ໄດ້​ຄຶງ​ພຣະ​ອົງ ເພື່ອ​ເຂົາ​ຈະ​ໄດ້​ຮັບ​ການ​​ໃຫ້ອະໄພ.

ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​​ເໝືອນ​ດັ່ງ​ພຣະຄຣິດ. ເໝືອນ​ດັ່ງ​ເປ​ໂຕ ແລະ ​ອັນ​ດາ​ເອ, ມີ​ຫລາຍ​ຄົນ​ທີ່​ຮູ້ຈັກ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ທັນທີ​ທີ່​ໄດ້​ຍິນ. ຄົນ​ແບບ​ນີ້​ກໍ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທັນທີ. ສຳລັບ​ຄົນ​ອື່ນ​ອາດ​ຈະ​ຕ້ອງ​ເປັນ​ເວລາ​ຍາວ​ນານ​ກວ່າ​ນັ້ນ. ໃນ​ການ​ເປີດເຜີຍ​ທີ່​ມອບ​ໃຫ້​ຜ່ານ​ສາດສະດາ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ​ວ່າ ສິ່ງ​ທີ່​ມາ​ຈາກ​ພຣະ​ເຈົ້າ​ເປັນຄວາມ​ສະຫວ່າງ, ແລະ ຄົນ​ທີ່​ຮັບ​ຄວາມ​ສະຫວ່າງ ແລະ ດຳເນີນ​ຢູ່​ກັບ​ພຣະ​ເຈົ້າ​, ຈະ​ໄດ້​ຮັບ​ຄວາມ​ສະຫວ່າງ​ຫລາຍ​ຂຶ້ນ; ແລະ ຄວາມ​ສະຫວ່າງ​ນັ້ນ​ຈະ​ຮຸ່ງ​ແຈ້ງ​ຫລາຍ​ຂຶ້ນ​ໄປ​ເລື້ອຍໆຈົນ​ເຖິງ​ວັນ​ທີ່​ສົມບູນ,14 ວັນ​ຂອງການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ສົມບູນຂອງ​ເຮົາ. ພຣະເຢ​ຊູ​ຄຣິດ​ເປັນ​ຄວາມ​ສະຫວ່າງ ແລະ ພຣະ​ຜູ້​ໄຖ່​ຂອງ​ໂລກ; ເປັນ​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ.15

ການ​ອົດທົນ​ຈົນ​ເຖິງ​ທີ່​ສຸດ​​ເໝືອນ​ດັ່ງ​ພຣະຄຣິດ. ຕະຫລອດ​ທົ່ວ​ຊີວິດ​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ບໍ່​ເຄີຍ​ຢຸດ​ເຮັດ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ບິດາ​ຂອງ​ພຣະ​ອົງ ແຕ່​ໄດ້​ເຮັດ​ຕໍ່​ໄປ​ຕາມ​ຄວາມ​ຊອບ​ທຳ, ຄຸນ​ຄວາມ​ດີ, ຄວາມເມດ​ຕາ, ແລະ ຄວາມ​ຈິງ ຈົນ​ເຖິງ​ບັ້ນ​ທ້າຍ​ຊີວິດ​ມະຕະ​ຂອງ​ພຣະ​ອົງ.

ສິ່ງ​ເຫລົ່າ​ນີ້​ແມ່ນ​ຄຸນລັກສະນະຂອງ​ຄົນ​ທີ່​ໄດ້​ຍິນ ແລະ ເຮັດ​ຕາມສຸລະ​ສຽງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ໃນ​ຖານະ​ທີ່​ເປັນ​ພະຍານ​ພິເສດ​ຄົນ​ໜຶ່ງ​ຂອງ​ພຣະ​ອົງ​ໃນ​ໂລກ​ນີ້, ຂ້າພະເຈົ້າ​ຂໍ​ກ່າວ​ປະຈັກ​ພະຍານ​ຂອງ​ການ​ເປັນ​ຄົນ​ຄຣິດ​ສະ​ຕຽນ​ຂອງ​ຂ້າພະເຈົ້າ​ວ່າ ພຣະ​ອົງ​ໄດ້​ເອີ້ນ​ທ່ານ​ທຸກ​ມື້ ວ່າ “ຈົ່ງ​ຕາມ​ເຮົາ​ມາ.”16 ຈົ່ງ​ມາ​ຍ່າງ​ຕາມ​ທາງ​ທີ່​ນຳໄປ​ສູ່​ຄວາມສຸກ, ຄວາມ​ມ່ວນຊື່ນ​ອັນ​ນິລັນດອນ, ແລະ ມີຊີວິດ​ນິລັນດອນໃນ​ອານາຈັກ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ເຖີດ. ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ ແລະ ພຣະ​ຜູ້​ໄຖ່​ຂອງ​ພວກເຮົາ, ອາແມນ.