​2010–2019
ລະ​ວັງ​ກ່ຽວ​ກັບ​ຕົນ​ເອງ
ຕຸລາ 2012


ລະ​ວັງ​ກ່ຽວ​ກັບ​ຕົນ​ເອງ

ໃຫ້​ຍຶດໝັ້ນຢູ່​ໃນ​ເສັ້ນທາງ​ຂອງ​ຖານະ​ປະ​ໂລຫິດ ​ໂດຍການ​ປ່ຽນ​ໃຈ​ເຫລື້ອມ​ໃສຢ່າງ​ເລິກ​ຊຶ້ງ ​ແລະ ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບຄົວຂອງ​ທ່ານ. … ຫລີກ​ເວັ້ນຈາກ​ຄວາມ​ໂສກ​ເສົ້າ​ໂດຍ​ການ​ເຊື່ອ​ຟັງ​ຕໍ່​ປ້າຍ “ໃຫ້​ລະວັງ” ທາງ​ວິນ​ຍານ​ທີ່​ພຣະ​ເຈົ້າ ​ແລະ ສາດສະດາ​ໄດ້​ຕິດ​ໄວ້​ຕາມ​ເສັ້ນທາງຂອງ​ເຮົາ.

ຕອນ​ຂ້າພະ​ເຈົ້າຍັງນ້ອຍ, ຄອບຄົວ​ຂອງ​ຂ້າພະ​ເຈົ້າ​ໄດ້​ຂັບ​ລົດ​ພາ​ຄອບຄົວ​ຂ້າມ​ພູຣ໊ອກກີ້ ​ເພື່ອ​ໄປ​ຢ້ຽມຢາມ​ພໍ່​ຕູ້​ແມ່ຕູ້​. ​​ເສັ້ນທາງ​ໃນ​ຕອນ​ຕົ້ນກໍ​ຮາບ​ພຽງ, ​ແຕ່​ຢູ່​ໄກໆ ພວກ​ເຮົາ​ໄດ້​ຫລຽວ​ເຫັນ​ຄ້ອຍ​ສູງ ທີ່​ເຕັມ​ໄປ​ດ້ວຍ​ຕົ້ນ​ແປກ, ​ແລະ ຈາກ​ນັ້ນ​ເປັນ​ປ່າຂອງຕົ້ນອັສ​ເປັນ ​ແລະ ຈອມ​ພູ​ທີ່​ພວກ​ເຮົາ​ສາມາດ​ຫລຽວ​ເຫັນ​ຈົນ​ສຸດ​ສາຍຕາ.

​ແຕ່​ເສັ້ນທາງ​ທີ່​ສວຍ​ງາມ​ນີ້ ບໍ່​ໄດ້​ເປັນ​ເສັ້ນທາງ​ທີ່​ປອດ​ໄພຕະຫລອດ. ສ່ວນ​ຫລາຍ​ຈະ​ເປັນ​ບ່ອນ​ມີເຫວ​ຊັນ. ​ໃນ​ການ​ປ້ອງ​ກັນ​ຄົນ​ເດີນທາງ, ຜູ້​ສ້າງ​ທາງ​ໄດ້​​​ໃຊ້ຮາວ​ເຫລັກ​ກັນ​ໄວ້ ​ແລະ ຕິດ​ປ້າຍ​ບອກ​ວ່າ, “​ໃຫ້​ລະວັງ: ກ້ອນ​ຫີນ​ເຈື່ອນ.” ພວກ​ເຮົາ​ໄດ້​ເຫັນ​​ເຫດຜົນ​ຫລາຍ​ຢ່າງ​ສຳລັບ​ການ​ເຕືອນ​ເຫລົ່ານັ້ນ. ກ້ອນ​ຫີນ​ນ້ອຍ ​ແລະ ກ້ອນ​ຫີນ​ໃຫຍ່​​ໄດ້​ຢາຍ​ຢູ່​ໃກ້​ແຄມ​ນ້ຳຢູ່​ຂ້າງ​ລຸ່ມ​ໃກ້​ທາງ. ບາງ​ເທື່ອ, ພວກ​ເຮົາກໍ​ເຄີຍ​ເຫັນ​ລົດ​ທີ່​ຕົກລົງ​ເຫວ, ​ເປັນ​​ເພາະການ​ຂັບ​ລົດ​ແບບ​ບໍ່​ລະວັງ.

ຄຳ​ສາບານ ​ແລະ ພັນທະ​ສັນຍາ​ຂອງ​ຖານະ​ປ​ະ​ໂລຫິດ

ອ້າຍ​ນ້ອງ​ທັງຫລາຍ, ທ່ານ​ແຕ່ລະຄົນ​​ໄດ້​ເຮັດ, ຫລື ບໍ່​ດົນ​​ຈະ​ໄດ້​​​ເຮັດ​ຄຳ​ສາບານ ​ແລະ ​ເຮັດ​ພັນທະ​ສັນຍາ​ຂອງ​ຖານະ​ປະ​ໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.1 ​ໃນ​ພັນທະ​ສັນຍານັ້ນ​ແມ່ນ​ຮ່ວມ​ດ້ວຍ​ການ​ເດີນທາງ​ທີ່​ຮຸ່ງ​ເຫລື້ອມ ຊຶ່ງ​ເລີ່ມຕົ້ນດ້ວຍ​ການ​ຮັບ​ເອົາ​ຖານະ​ປະ​ໂລຫິດ​ທີ່​ຕ່ຳ​ກວ່າ ​ແລະ ສູງ​ກວ່າ, ກ້າວໜ້າ​ຜ່ານ​ການ​ຂະຫຍາຍ​ການ​ເອີ້ນ​ຂອງ​ເຮົາ, ​ແລະ ປີນ​ຂຶ້ນສູງ​​ເຖິງທິວ​ທັດ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ພຣະ​ເຈົ້າ ຈົນ​ວ່າ​​ເຮົາ​ໄດ້​ຮັບທຸກ​ສິ່ງ​ທີ່ພຣະບິດາ​ມີ.”2

ຜູ້​ອອກ​ແບບ​ທີ່​ສະຫລາດ​ຂອງ​ເສັ້ນທາງ​ຊັ້ນສູງ​ນັ້ນ ​ໄດ້​ຕິດ​ປ້າຍ​ໄວ້​ໃນ​ເສັ້ນທາງ​ຂອງ​ເຮົາ. ຄຳ​ສາບານ ​ແລະ ພັນທະ​ສັນຍາ​ຂອງ​ຖານະ​ປະ​ໂລຫິດ​ບັນ​ຈຸ​ຄຳ​ເຕືອນ​ຂອງ​ພຣະຜູ້​ເປັນ​ເຈົ້າວ່າ ພຣະອົງໄດ້ມອບພຣະບັນຍັດຂໍ້​ໜຶ່ງ​ໃຫ້​ແກ່​​ເຮົາ ​ເພື່ອ​ໃຫ້​ລະວັງ​ກ່ຽວ​ກັບຕົນ​ເອງ.”3

​ເປັນ​ຫຍັງ​ພຣະ​ເຈົ້າຈຶ່ງບັນຊາ​ເຮົາ​ໃຫ້​ລະວັງ? ພຣະອົງ​ຮູ້​ວ່າ ຊາຕາ​ນ​ມີ​ຈິງ4 ຜູ້​ພະຍາຍາມ​ທີ່​ຈະແກ່​​ເຮົາລົງ​ໄປ​ຫາ​ເຫວ​ເລິກ​ແຫ່ງ​ຄວາມ​ທຸກ​ທໍລະມານ.5 ພຣະ​ເຈົ້າກໍ​ຮູ້​ອີກ​ວ່າ ການລີ້​ຕົວ​ຢູ່​ໃນ​ການ​ດຳລົງຖານະ​ປະ​ໂລຫິດ​ເປັນ “ທຳ​ມະ​ຊາດ​ຂອງ​ມະນຸດ”6 “ມັກ​ຈະ​ຫລົງ​ທາງ​ໄປ.”7 ດັ່ງນັ້ນ, ສາດສະດາຈຶ່ງ​ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້ “ຖອດ​ຖິ້ມ​ສະພາບ​ມະນຸດ​ເກົ່າ”8 ​ແລະ “ສວມ​ຊີວິດ​ຂອງ​ພຣະຄຣິດ”9 ຜ່ານ​ສັດທາ, ການ​ກັບ​ໃຈ, ພິທີການ​ແຫ່ງ​ຄວາມ​ລອດ, ​ແລະ ການ​ດຳລົງ​ຊີວິດ​ຕາມພຣະກິດ​ຕິ​ຄຸນ​ໄປ​ແຕ່​ລະ​ວັນ.

ການ​ຫລີກ​ເວັ້ນຈາກ​ຄວາມ​ໂສກ​ເສົ້າ

​ໃນ​ຂະນະ​ທີ່​ເດີນທາງ​ໄປ​ໃນ​ເສັ້ນທາງ​ຂອງ​ຖານະ​ປະ​ໂລຫິດ, ຜູ້ຊາຍ​ທັງນ້ອຍ ຫລື ​ໃຫຍ່​ທຸກ​ຄົນ​ສາມາດ​ຖືກ​ດຶງ​ລົງ ຖ້າ​ຫາກ​ເຂົາ​ບໍ່​ລະວັງ​ຕົວ. ທ່ານ​ເຄີຍ​ຕົກ​​ຕະລຶງ ​ແລະ ​​ເສຍ​ໃຈ​ຫລາຍກັບ​ການ​ຕົກ​ຂອງ​ຊາຍ​ໜຸ່ມ​ທີ່​ດີ​ເດັ່ນ, ຜູ້​ສອນ​ສາດສະໜາ​ທີ່​ຫາ​ກໍ​ກັບ​ມາ, ຜູ້ນຳ​ຖານ​ະປະ​ໂລຫິດ​ທີ່​ໜ້າ​ນັບຖື, ຫລື ຄົນ​ໃນ​ຄອບຄົວ​ທີ່​ທ່ານ​ຮັກ​ບໍ?

​ພຣະສັນຍາ​ເດີມ​ໄດ້​ບອກ​ເລື່ອງ​ລາວ​ກ່ຽວ​ກັບ​ດາ​ວິດ​ ຊຶ່ງ​ເປັນ​ຕົວຢ່າງ​​ເຖິງການ​ຖິ້ມ​ຖານະ​ປະ​ໂລຫິດ​ໄປ​ລ້າໆ. ​ເຖິງ​ແມ່ນ​ວ່າ​ເພິ່ນ​ໄດ້​ເອົາ​ຊະນະ​ໂກ​ລີ​ອາດ​ຕອນ​ຍັງ​ນ້ອຍ ​ແລະ ​ໄດ້​ດຳລົງ​ຊີວິດ​ຢ່າງ​ຊອບ​ທຳ​ເປັນ​ເວລາ​ຫລາຍສິບ​ປີ,10 ​ແຕ່​ກະສັດ​ດາ​ວິດ​ຍັງມີ​ຈຸດ​ອ່ອນ​ທາງ​ວິນ​ຍານ. ​ໃນ​ຊ່ວງ​ເວລາ​ທີ່​ສຳຄັນ​ນັ້ນ, ​ຕອນ​ເພິ່ນ​ຢືນ​ຢູ່​ເທິງ​ຫລັງຄາເພິ່ນ​ໄດ້​ຫລຽວ​ເຫັນ​ນາງ​ບັດ​ຊີ​ບາທີ່​ສວຍ​ສົດ​ງົດ​ງາມ​ອາບນ້ຳຢູ່, ບໍ່​ມີຜູ້ອາ​ລັກຂາ​ເອີ້ນ​ເຕືອນ, “ຈົ່ງ​ລະວັງ, ພຣະອົງດາ​ວິດ, ທ່ານ​ຕົກ​ໂງ່!” ຄວາມ​ອ່ອນ​ແອ​ທີ່​ຈະ​ເຕືອນ​ຕົນ​ເອງ11 ​ແລະ ​ບໍ່​ໄດ້​ເຮັດ​ຕາມ​ການ​ກະຕຸ້ນ​ຂອງ​ພຣະວິນ​ຍານ12 ​ໄດ້​ເຮັດ​ໃຫ້​ເພິ່ນສູນ​ເສຍ​ຄອບຄົວ​ນິລັນດອນ​ຂອງ​​ເພິ່ນ​ໄປ.13

ອ້າຍ​ນ້ອງ​ທັງຫລາຍ, ຖ້າ​ຫາກ​ວ່າ ​ແມ່ນ​ແຕ່​ດາ​ວິດ​ຜູ້​ຍິ່ງ​ໃຫຍ່​ຍັງ​ຖືກ​ກວາດ​ລົງຈາກ​ເສັ້ນທາງ​ແຫ່ງ​ຄວາມ​ສູງ​ສົ່ງ, ​ເຮົາ​ຈະ​ສາມາດ​ຫລີກ​ເວັ້ນຈາກຊາຕາກຳ​ທີ່​ຄ້າຍຄື​ກັນນັ້ນ​ໄດ້​ແນວ​ໃດ?

ຮາວ​​ເຫລັກປ້ອງ​ກັນ​ສອງ​ຢ່າງ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ​ແລະ ຄວາມ​ສຳພັນ​ອັນ​ແໜ້ນ​ແຟ້ນຂອງ​ຄອບຄົວ​ຈະ​ຊ່ອຍ​ເຫລືອ​ເຮົາ​ໃຫ້​ຢູ່​ໃນ​ເສັ້ນທາງ​ແຫ່ງ​ສະ​ຫວັນ​ໄດ້.

​ໂດຍ​ທີ່​ຮູ້ຈັກ​ແນວ​ນີ້, ຊາຕາ​ນຈຶ່ງ​​ໄດ້​ວາງ​ກ້ອນ​ຫີນ​ຂະໜາດ​ໃຫຍ່​ໄວ້​ໃນ​ເສັ້ນທາງຂອງ​ຖານະ​ປະ​ໂລຫິດ​ແຫ່ງການ​ປ່ຽນ​ໃຈ​ເຫ​ລື້​ອມ​ໃສ ​ແລະ ການ​ຜູກ​ມັດ​ຂອງ​ຄອບຄົວ. ​​ໂຊກ​ດີ​ທີ່​ພຣະ​ເຢຊູ​ຄຣິດ ​ແລະ ສາດສະດາ​ຂອງ​ພຣະອົງ​ໄດ້​ຕິດ​ປ້າຍ “​ໃຫ້ລະວັງ” ​ໄວ້​ຕາມ​ເສັ້ນທາງນັ້ນ. ພວກ​ເພິ່ນ​ໄດ້​ເຕືອນ​ເຮົາ​ສະ​ເໝີ​ກ່ຽວ​ກັບ​ຄວາມ​ຈອງຫອງ14 ​ແລະ ບາບ​ເຊັ່ນ ຄວາມ​ໂມ​ໂຫ, ຄວາມ​ໂລບ​ມາກ, ​ແລະ ຕັນຫາ​ລາມົກ.

ດົນ​ນານ​ມາ​ແລ້ວ ​ໂມ​ເຊ​ໄດ້​ແນະນຳ​ວ່າ, “ຈົ່ງ​ແນ່​ໃຈ​ວ່າ​ພວກ​ເຈົ້າບໍ່​ໄດ້​ລືມ​ໄລ​ພຣະຜູ້​ເປັນ​ເຈົ້າ.”15 ຢູ່​ໃນ​ໂລກ​ທີ່​ດຳ​ເນີນ​ໄປ​ຢ່າງ​ໄວ ​ແລະ ການບັນ​ເທີ​ງ​ຂະຫຍາຍ​ໄປທົ່ວ​ໂລກ, ມະນຸດ​ຈະມັກ “​ຫລົງ​ລືມ​ພຣະຜູ້​ເປັນ​ເຈົ້າ​, ... ​ກະທຳ​ຄວາມ​ຊົ່ວ​, ແລະ ຖືກຊັກ​ຊວນ​ໄປ​ຫາ​ມານ​ຮ້າຍ​.”16

ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ເລິກ​ຊຶ້ງ ​ແລະ ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບຄົວ

​ໃນ​ການ​ຢູ່​ໃນ​ເສັ້ນທາງ​ຂອງ​ຖານະ​ປະ​ໂລຫິດ​ຢ່າງ​ປອດ​ໄພ​ໃນ​ທ່າມກາງ​ກ້ອນ​ຫີນຂອງການລໍ້ລວງ​ທີ່​​ເຈື່ອນ​ລົງ​ມາ, ຂ້າພະ​ເຈົ້າຂໍ​ເຕືອນ​ທ່ານ​ດ້ວຍ​ຫລັກ​ທຳ​ຂັ້ນພື້ນຖານ​ຫົກ​ຂໍ້ທີ່​ເຮັດ​ໃຫ້ການ​ປ່ຽນ​ໃຈ​ເຫລື້ອ​ມ​ໃສ​ເລິກ​ຊຶ້ງ ​ແລະ ​​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບຄົວ.

ທຳ​ອິດ, ການອະທິຖານສະ​ເໝີຈະ​ເປີດ​ປະຕູ​ສຳລັບ​ຄວາມ​ຊ່ອຍ​ເຫລືອ​ຈາ​ກສະຫວັນ​ເພື່ອ “​ເອົາ​ຊະນະ​ຊາຕານ.”17 ທຸກ​ເທື່ອ​ທີ່​ພຣະ​ເຢຊູ​ໄດ້​ເຕືອນ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ “​ໃຫ້​ລະວັງ, ​ເພາະວ່າ​ຊາຕານປາຖະໜາ​ທີ່​ຈະຝັດ [ພວກ​ທ່ານ],” ພຣະອົງ​ໄດ້ສັ່ງ​ວ່າ ການ​ອະທິຖານ​ເປັນການ​ກະທຳ​ປ້ອງ​ກັນ​ຈາກ​ການ​ລໍ້​ລວງ.18 ປະທານ​ທອມ​ມັສ ແອັສ ມອນ​ສັນ ​ໄດ້​ສອນ​ວ່າ: “ຖ້າ​ຄົນ​ໃດ​ໃນ​ພວກ​ເຮົາ​ຊັກ​ຊ້າ​ໃນ​ການ​ເຊື່ອ​ຟັງ​ຕໍ່​ຄຳ​ແນະນຳ​ທີ່​ຈະ​ອະທິຖານ​ສະ​ເໝີ, ບໍ່​ມີ​ເວລາ​ໃດ​ອີກ​ທີ່​ເໝາະ​ສົມ​ໄປ​ກວ່າ​ເວລາ​ນີ້ ທີ່​ຈະ​ເລີ່​ມຕົ້ນ​ອະທິຖານ. … ບໍ່​ມີ​ຊາຍ​ຄົນ​ໃດ​ທີ່​ສູງ​​ໄປກວ່າຕອນລາວ​ນັ່ງ​ຄຸ​ເຂົ່າ.”19

ສອງ, ການ​ສຶກສາ​ພຣະຄຳ​ພີ​​ເດີມ ​ແລະ ຂອງ​ສະ​ໄໝ​ປະຈຸ​ບັນ ຕິດ​ຕໍ່​ເຮົາ​ໃສ່​ກັບ​ພຣະ​ເຈົ້າ. ພຣະຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ສະມາຊິກຂອງ​ສາດສະໜາ​ຈັກໃຫ້ລະວັງກັບ​ວິທີ​ທີ່​ພວກ​ເຂົານັບຖື​ [ສາດສະດາ] ຖ້າ​ບໍ່​ດັ່ງນັ້ນພວກ​ເຂົາ​ຈະ​ນັບຖື​ວ່າ​ເປັນ​ເລື່ອງ​ເລັກ​ນ້ອຍ, ​ແລະ ຈະ​ຖືກ​ນຳ​ມາ​ຢູ່​ພາ​ຍ​ໃຕ້​ການ​ກ່າວ​ໂທດ​​ເພາະການ​ນັ້ນ, ​ແລະ ສະດຸດ ​ແລະ ລົ້ມ.”20 ​ໃນ​ການ​ຫລີກ​ເວັ້ນຈາກ​ການກ່າວ​​ໂທດ​ອັນໜັກໜ່ວງ​ນັ້ນ, ​ເຮົາ​ຄວນ​ອ່ານ​ພຣະຄຳ​ພີ​ຢ່າງ​ພາກ​ພຽນ, ​ເຊັ່ນ​ດຽວ​ກັບ​ວາລະສານ​ຂອງ​ສາດສະໜາ​ຈັກ ​ແລະ ​ເວ​ບ​ໄຊ້ທີ່​ຊ່ອຍ​ເຮົາ​ໃຫ້​ໄດ້​ຮັບ “ຄຳ​ແນະນຳ​ໃນ​ທາງ​ທີ່​ສູງ​ສຸດ ​ແລະ ​ເປັນ​ສ່ວນ​ຕົວ ຈາກ​ສາດ​ສະ​ດາ​ທີ່ [ພຣະຜູ້​ເປັນ​ເຈົ້າ] ​ໄດ້​ເລືອກ​ໄວ້.”21

ສາມ, ການ​ມີ​ສ່ວນ​ຮ່ວມ​ໃນ​ພິທີການ​ຢ່າງ​ມີຄ່າ​ຄວນ ຈະ​ຕຽມ​ເຮົາ​ໃຫ້ຮັບເອົາພຣະວິນ​ຍານ​ສັກສິດ​ເພື່ອ​ການ​ນຳພາ.”22 ​ເມື່ອ​ພຣະຜູ້​ຊ່ອຍ​ໃຫ້ລອດໄດ້​ເຕືອນ​ວ່າ, ​ໃຫ້ລະວັງ ຖ້າ​ບໍ່​ດັ່ງນັ້ນ​ເຈົ້າຈະ​ຖືກ​ຫລອກ​ລວງ,” ພຣະອົງ​ໄດ້​ສັນຍາ​ເຮົາ​ວ່າ ​ເຮົາ​ຈະ​ບໍ່​ເປັນ​ເຊັ່ນ​ນັ້ນ ຖ້າ​ຫາກ​ເຮົາສະ​ແຫວ​ງຫາ​ … ຂອງ​ປະທານ​ທີ່​ດີ​ທີ່​ສຸດ​ຢ່າງ​ຕັ້ງ​ໃຈຂອງ​ພຣະວິນ​ຍານ.23 ການ​ຮັບ​ສ່ວນ​ສິນ​ລະ​ລຶກຢ່າງ​ມີຄ່າ​ຄວນ​ແຕ່​ລະອາ​ທິດ ຈະ​ຊ່ອຍ​ສະມາຊິກ​ໃຫ້ “ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ດ້ວຍ​ຕະຫລອດ​ເວລາ.”24 ຢູ່​ໃນ​ການ​ນະມັດສະການ​​ໃນ​ພຣະວິຫານ ​ເຮົາ​ຈະໄດ້​ຮັບ​ຄວາມ​ສົມບູນ​​​ແຫ່ງພຣະວິນ​ຍານ​ບໍລິສຸດ.”25

ສີ່, ການສະ​ແດງ​ຄວາມ​ຮັກ​ທີ່​ຈິງ​ຈັງ ​ເປັນ​ຫລັກ​ທຳ​ທີ່​ສຳຄັ​ນທີ່​ສຸດ​ໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ​ແລະ ຄວາມ​ສຳພັນ​​ໃນ​ຄອບຄົວ. ກະສັດ​ເບັນ​ຢາ​ມິນ​ໄດ້​ແນະນຳ​ວ່າ, “ຈົ່ງ​ລະວັງ ​ເພາະ​ຢ້ານ​ວ່າມັນ​ຈະ​ເກີດ​ມີ​ການ​ຂັດ​ແຍ້ງກັນ​ຂຶ້ນ​ໃນ​ບັນດາ​ພວກ​ທ່ານ.”26 ຢ່າ​ລືມ​ວ່າ ຊາຕາ​ນ​ເປັນ “ບິດາ​ຂອງ​ການ​ຂັດ​ແຍ້ງ”27 ​ແລະ ຢາກ​ໃຫ້​ຄອບຄົວ “ຕໍ່ສູ້ ​ແລະ ຜິດ​ຖຽງ​ກັນ.”28 ອ້າຍ​ນ້ອງ​ທັງຫລາຍ ຖ້າ​ຫາກ​ເຮົາ​ທຳຮ້າຍ​ຄົນ​ໃດຢູ່​ໃນ​ຄອບຄົວ​ຂອງ​​ເຮົາບໍ່​ວ່າ​ຈະ​ເປັນທາງ​ຄວາມ​ຮູ້ສຶກ ຫລື ຂົ່ມ​ເຫັງ​ຄົນ​ອື່ນ, ​ແລ້ວ​ເຮົາ​​ຈະ​ສູນ​ເສຍ​ອຳນາດ​ຖານະ​ປະ​ໂລຫິດ​ໄປ.29 ຈົ່ງ​ເລືອກ​ທີ່​ຈະ​ຄວບ​ຄຸມ​ຄວາມ​ໂມ​ໂຫ. ຄົນ​ໃນ​ຄອບຄົວ​ຄວນ​ໄດ້​ຍິນ​ຄຳສັນລະ​ເສີນ ​ບໍ່​ແມ່ນຄຳ​ປ້ອຍ​ດ່າຂອງ​ເຮົາ. ​ເຮົາ​ຕ້ອງ​ເປັນ​ຕົວຢ່າງ​​​​ໃຫ້​ແກ່​ຄົນ​ອື່ນໂດຍການ​ຊັກ​ຊວນ, ອົດກັ້ນ, ອ່ອນ​ໂຍນ, ອ່ອນ​ນ້ອມ, ​ຮັກ​ແບບບໍ່​ແກ້ງ​ເຮັດ, ມີ​ເມດ​ຕາ, ​ແລະ ໃຈ​ບຸນ​ເທົ່າ​ນັ້ນ.30

ຫ້າ, ​ການ​ເຊື່ອ​ຟັງ​ກົດ​ສ່ວນ​ສິບ ​ເປັນ​ສິ່ງ​ສຳຄັນ​ຫລາຍ​ຕໍ່​ສັດທາ​ ​ແລະ ຄວາມ​ເປັນ​ໜຶ່ງ​ໃນ​ຄອບຄົວ. ​ເພາະວ່າ​ຊາຕາ​ນຈະ​ໃຊ້​ຄວາມ​ໂລບ ​ແລະ ການສະ​ແຫ​ວງຫາ​ສິ່ງ​ຂອງ​ເປັນ​ສິ່ງ​ຊຸກຄອບຄົວ​​ໃຫ້​ຕົກ​ຈາກ​ທາງຊັ້ນສູງ, ພຣະ​ເຢຊູ​ຈຶ່ງ​ໄດ້​ເຕືອນ​ວ່າ, “ຈົ່ງ​ລະວັງ​ຈາກ​ຄວາມ​ໂລບ.”31 ຄວາມ​ໂລບຈະ​ຖືກຢັບຢັ້ງ​ເມື່ອ​ເຮົາ​ວາງ​ແຜນ​ເລື່ອງ​ການ​ເງິນ​, ຈ່າຍ​ສ່ວນ​ສິບ​ຢ່າງ​ຊື່ສັດ ​ແລະ ​ເພື່ອ​ແຜ່​​ໃນ​ການ​ຈ່າຍ​ເງິນ​ບໍລິຈາກ, ງົບປະມານ​ການ​ໃຊ້​ຈ່າຍ, ຫລີກ​ເວັ້ນຈາກ​ໜີ້​ສິນທີ່​ບໍ່​ຈຳ​ເປັນ, ​ເກັບ​ທ້ອນ​ສຳລັບ​ຄວາມ​ຈຳ​ເປັນ​ໃນ​ອະນາຄົດ, ​ແລະ ກາຍ​ເປັນ​ຄົນ​ກຸ້ມ​ຕົນ​ເອງ​ທາງ​ໂລກ. ພຣະ​ເຈົ້າ​ໄດ້​ສັນຍາ​ກັບ​ເຮົາ​ວ່າ​​ “ຈົ່ງສະ​ແຫວງ​ຫາ​ລາຊາ​ອານາຈັກ​ຂອງ​ພຣະ​ເຈົ້າ ແລະ ຄວາມ​ຊອບ​ທຳ​ຂອງ​ພຣະ​ອົງ​ເສຍ​ກ່ອນ, ແລ້ວ​ພຣະ​ອົງ​ຈະ​ເພີ່ມ​ສິ່ງ​ເຫລົ່າ​ນີ້​ໃຫ້​ແກ່​​​ເຈົ້າ.”32

ຫົກ, ດຳລົງ​ຊີວິດ​ຕາມ​ກົດ​ພົມມະຈັນ​ຢ່າງ​ເຄັ່ງ​ຄັດ ຍຶດໝັ້ນຢູ່​ໃນ​ຄວາມ​ແນ່ນອນ​ໃຈ​ທີ່​ຈະ​ສາມາດ​ຢືນ​ຢູ່​ໃນທີ່​ປະ​ທັບຂອງພຣະ​ເຈົ້າ ​ໂດຍ​ມີ​ພຣະວິນ​ຍານ​ບໍລິສຸດ​ເປັນເພື່ອນຂອງ​ທ່ານສະ​ເໝີ.”33 ຊາຕາ​ນພວມ​ໂຈມ​ຕີ​ຄຸນ​ນະ​ທຳ ​ແລະ ການ​ແຕ່ງງານ​ດ້ວຍສິ່ງ​ລາມົກ​ຢ່າງ​ຫລວງຫລາຍ. ​ເມື່ອ​ພຣະຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ຄົນ​ຫລິ້ນ​ຊູ້​ໃຫ້ລະວັງ ​ແລະ ກັບ​ໃຈຢ່າງ​ໄວ, ຄຳ​ເຕືອນ​ຂອງ​ພຣະອົງ​ບໍ່​ແມ່ນ​ແຕ່​ສຳລັບການ​ຫລິ້ນ​ຊູ້​ທາງ​ຮ່າງກາຍ​ເທົ່າ​ນັ້ນ ​ແຕ່​ສຳລັບ​ການ​ຫລິ້ນ​ຊູ້​ທາງ​ໃຈ​ນຳ​ອີກ34 ສາດສະດາ​​ໃນ​ສະ​ໄໝ​ໃໝ່ ​ແລະ ອັກຄະ​ສາວົກ​ໄດ້​ກ່າວ​ເລື້ອຍໆ​ຢ່າງ​ແຈ່ມ​ແຈ້ງ​ກ່ຽວ​ກັບ​ໂລກລະບາດ​ຂອງ​ຮູບ​ພາບ​ລາມົກ. ປະ​ທານ​ກໍ​ດອນ ບີ ຮິງ​ລີ ​ໄດ້​ສອນ​ວ່າ: “[ຮູບ​ພາບ​ລາມົກ] ​​ເປັນ​​ເໝືອນ​ດັ່ງ​ລົມ​ພະຍຸ​ທີ່​ຮ້າຍ​ແຮງ, ທຳລາຍ​ບາງ​ຄົນ ​ແລະ ຄອບຄົວ, ທຳລາຍ​ສິ່ງ​ທີ່​​ເຄີຍ​ດີງາມ​ຈົນ​ໝົົດສິ້ນ.​ .​.​. ວັນ​ເວລາ​ໄດ້​ມາ​ເຖິງ​ແລ້​ວສຳລັບ​ເຮົາ​ທຸກ​ຄົນ​ຜູ້ຢາກປີນ​ຂຶ້ນຈາກບຶງ.”35 ຖ້າ​ຫາກ​ທ່ານ​ຖືກ​ລໍ້​ລວງໃຫ້​ລະ​ເມີດ​ກົດ​ພົມມະຈັນ ບໍ່​ວ່າ​ຈະ​ເປັນ​ໃນ​ຮູບ​ແບບ​ໃດ​ກໍ​ຕາມ, ຈົ່​ງ​ເຮັດ​ຕາມ​ຕົວຢ່າງ​ຂອງ​ໂຢ​ເຊັບ​ໃນ​ເອຢິບ, ຜູ້​ໄດ້ “ຫລົບໜີ, ​ແລະ ​ແລ່ນ​ອອກ​ໄປ​ຂ້າງນອກ.”36

ຫລັກ​ທຳ​ຂັ້ນພື້ນຖານ​ຫົກ​ຂໍ້​ນີ້ ຈະ​ຊ່ອຍ​ເຫລືອ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ໃຫ້​ດຳ​ເນີນ​ຕໍ່​ໄປ​ໃນ​​ເສັ້ນທາງ ຮັກສາ​ຕົນ​ໃຫ້​ຢູ່​ລະຫວ່າງ​ຮາວ​ເຫລັກ​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ​ແລະ ຄວາມ​ສຳພັນ​ຂອງຄອບຄົວ. ຊາຍ​ໜຸ່ມ​ທັງຫລາຍ, ການ​ເຊື່ອ​ຫລັກ​ທຳ​ເຫລົ່າ​ນີ້​ຈະ​ຕຽມ​ພວກ​ເຈົ້າສຳລັບ​ພຣະວິຫານ, ​ເປັນ​ຜູ້​ສອນ​ສາດ​ສະໜາ​ເຕັມ​ເວລາ, ​ແລະ ​ແຕ່ງງານ​ຊົ່ວ​ນິລັນດອນ. ສາມີ ​ແລະ ​ພໍ່​ທັງຫລາຍ, ການ​ດຳລົງ​ຊີວິດ​ຕາມ​ຫລັກ​ທຳ​ເຫລົ່າ​ນີ້ ຈະ​ເຮັດ​ໃຫ້​ທ່ານ​ປົກຄອງ​ຄອບຄົວ​ດ້ວຍ​ຄວາມ​ຊອບ​ທຳ, ຮັບ​ໃຊ້​ເປັນ​ຜູ້ນຳ​ທາງ​ວິນ​ຍານ​ໃນ​ຄອບຄົວ​ຂອງ​ທ່ານ, ​ໂດຍ​ມີ​ພັນ​ລະ​ຍາ​ຂອງ​ທ່ານ​ເປັນ​ຫຸ້ນ​ສ່ວນ​ທີ່​ເທົ່າ​ທຽມ​ກັນ.37 ​ເສັ້ນທາງ​ຂອງ​ຖານະ​ປະ​ໂລຫິດ ​ເປັນ​ການ​ເດີນທາງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມສຸກ.

ການ​ຢູ່​ໃນ​ເສັ້ນທາງ​ຂອງ​ຖານະ​ປະ​ໂລຫິດ

ຫັນ​ຄືນ​ກັບ​ໄປ​ກ່າວ​ກ່ຽວ​ກັບ​ປະສົບ​ການ​ຂອງ​ຂ້າພະ​ເຈົ້າຕອນ​ຍັງ​ນ້ອຍ, ຂ້າພະ​ເຈົ້າຈື່​ໄດ້​ວ່າ ​ເທື່ອ​ໜຶ່ງ​ຂ້າພະ​ເຈົ້າໄດ້​ຂ້າມ​ພູຣ໊ອກກີ້​ໄປ​. ຫລັງ​ຈາກ​ໄດ້​ເດີນ​ຜ່ານປ້າຍ “​ໃຫ້​ລະວັງ: ກ້ອນ​ຫີນ​ເຈື່ອນ”, ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ຫີນ​ກ້ອນ​ນ້ອຍໆ​ຢາຍ​ຢູ່​ຕາມ​ຫົນທາງ​ຢູ່​ທາງ​ໜ້າ​ຂອງ​ພວກ​ເຮົາ. ​ເພິ່ນ​ໄດ້​ຜ່ອນ​ລົດ​ລົງ​ເກືອບ​ຢຸດ ​ໃນ​ຂະນະ​ທີ່​ຫີນ​ກ້ອນ​ໜຶ່ງ​​ເທົ່າ​ກັບ​ໜ່ວຍ​ໝາກບານ​ໄດ້​ຕົກລົງ​ມາ​ຢູ່​ທາງ​ໜ້າພວກ​ເຮົາ. ​ເພິ່ນ​ໄດ້​ລໍຖ້າ​ໃຫ້​ຫີນ​ກ້ອນ​ນັ້ນກິ້ງ​ໜີ​ ​ແລ້ວ​ຈຶ່ງ​ໄດ້​ຂັບ​ລົດ​​ຕໍ່​ໄປ. ການ​ມີ​ສະຕິ​ລະ​ວັງ​ຕົວ​ຂອງ​ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ຊ່ອຍ​ໃຫ້​ຄອບຄົວ​ຂອງ​​ເພິ່ນ​ປອດ​ໄພ ​ແລະ ​ໄປ​ເຖິງ​ຈຸດໝາຍ​ປາຍທາງ.

ອ້າຍ​ນ້ອງ​ທັງຫລາຍ, ຊາຕາ​ນສະ​ແຫວ​ງຫາທີ່ຈະທຳລາຍ​ຈິດ​ວິນ​ຍານ​ຂອງມະນຸດ.”38 ຖ້າ​ຫາກ​ຈິດ​ວິນ​ຍານ​ຂອງ​ທ່ານ​ເລື່ອນ​ໄປ​ໃກ້​ເຫວ​ຊັນ​ແລ້ວ, ຈົ່ງ​ຢຸດ​ກ່ອນ​ມັນ​ຈະ​ຕົກລົງ​ໄປ, ​ແລະ ​ໃຫ້​ຖອຍ​ກັບ​ຄືນ​ໄປ​ຫາ​ເສັ້ນທາງ.39 ຖ້າ​ຫາກ​ທ່ານ​ຮູ້ສຶກ​ວ່າ ຈິດ​ວິນ​ຍານ​ຂອງ​ທ່ານ​​ໄດ້​ຕົກລົງ​ໄປ​ ​ແລະ ​ເພພັງ​ຢູ່​ພື້ນ​​ເຫວ ​ແທນ​ທີ່​ຈະ​ຢູ່​ໃນ​ເສັ້ນທາງ​ຂອງ​ຖານະ​ປ​ະ​ໂລຫິດ​ເພາະ​ຂາດ​ການ​ເອົາ​ໃຈ​ໃສ່​ຕໍ່​ປ້າຍ “​ໃຫ້ລະວັງ” ​ແລະ ​ໄດ້​ເຮັດ​ບາບ, ​ແລ້ວ​ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ວ່າ ຜ່ານ​ການ​ກັບ​ໃ​ຈທີ່​ຈິງ​ໃຈ ​ແລະ ອຳນາດ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ, ທ່ານ​ຈະ​ສາມາດ​ຖືກ​ຍົກ​ຂຶ້ນມາ ​ຫາ​ເສັ້ນທາງ​ສະຫວັນ​ຂອງ​ພຣະ​ເຈົ້າ​ໄດ້.40

ພຣະ​ເຢຊູ​ໄດ້​ສອນ​ວ່າ, “ຈົ່ງ​ລະວັງ​ຄວາມ … ໜ້າ​ຊື່​ໃຈ​ຄົດ.”41 ຖ້າ​ຫາກ​ທ່ານ​ບໍ່​ມີ​ຄ່າຄວນ​ພໍ​ທີ່​ຈະ​ໃຊ້​ຖານະ​ປະ​ໂລຫິດ, ຈົ່ງ​ໄປ​ພົບ​ກັບ​ອະທິການ​ຂອງ​ທ່ານ, ຜູ້​ສາມາດ​ຊ່ອຍ​ເ​ຫລື​ອທ່ານ​ໃຫ້​ກັບ​ໃຈ. ຈົ່ງ​ກ້າຫານ ​ເຖິງ​ແມ່ນ​ພຣະຜູ້​ຊ່ອຍ​ໃຫ້​ລອດ​​ໄດ້​ກ່າວ​ວ່າ, “​ຈົ່ງ​ລະວັງ, … ​ແລະ ຫລີກ​ເວັ້ນຈາກ​ບາບ,”42 ​ແຕ່​ພຣະອົງ​ກໍ​ໄດ້​ສັນຍາ​ອີກ​ວ່າ, ເຮົາ, ພຣະຜູ້​ເປັນ​ເຈົ້າ, ຈະ​ໃຫ້ອະ​ໄພ​​ແກ່ເຈົ້າ … ຈົ່ງ​ໄປຕາມ​ທາງ​ຂອງ​ເຈົ້າ ​ແລະ ຢ່າ​ເຮັດ​ບາບ​ອີກ​ຕໍ່​ໄປ.”43

ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ຜູ້ຊາຍ​ທັງ​ນ້ອຍ​ ​ແລະ ​ໃຫຍ່ ​ໃຫ້​ຍຶດໝັ້ນຢູ່​ໃນ​ເສັ້ນທາງ​ຂອງ​ຖານະ​ປະ​ໂລຫິດ ​ໂດຍການ​ປ່ຽນ​ໃຈ​ເຫລື້ອມ​ໃສຢ່າງ​ເລິກ​ຊຶ້ງ ​ແລະ ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບຄົວຂອງ​ທ່ານ. ການ​ອະທິຖານ, ພຣະຄຳ​ພີ, ​ແລະ ພິທີການ ຈະ​ຊ່ອຍ​ໃຫ້​ການປ່ຽນ​ໃຈ​ເຫລື້ອມ​ໃສ​ເລິ​ກຊຶ້ງຫລາຍ​ຂຶ້ນ. ຄວາມ​ຮັກ, ສ່ວນ​ສິບ, ​ແລະ ຄວາມ​​ໃຈ​ບຸນ ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບຄົວ. ຫລີກ​ເວັ້ນຈາກ​ຄວາມ​ໂສກ​ເສົ້າ​ໂດຍ​ການ​ເຊື່ອ​ຟັງ​ຕໍ່​ປ້າຍ “​ໃຫ້​ລະວັງ” ທາງ​ວິນ​ຍານ ​ທີ່​ພຣະ​ເຈົ້າ ​ແລະ ສາດສະດາ​ໄດ້​ຕິດ​ໄວ້​ຕາມ​ເສັ້ນທາງຂອງ​ເຮົາ. ຈົ່ງ​ພະຍາຍາມ​ເຮັດ​ຕາມ​ຕົວຢ່າງອັນ​ດີ​ພ້ອມ​ທຸກ​ຢ່າງ​ຂອງ​ພຣະ​ເຢຊູ​ຄຣິດ, ຜູ້​ໄດ້​ທົນ​ກັບການ​ລໍ້​ລວງຕ່າງໆ​ນາງໆ ​ແຕ່ບໍ່​ໄດ້​​​ເອົາ​ໃຈ​ໃສ່ກັບມັນ.”44

ຂ້າພະ​ເຈົ້າສັນຍາ​ວ່າ ຖ້າ​ຫາກ​​ຜູ້​ຊາຍ​ຮັກສາ​ພັນທະ​ສັນຍາ​ຂອງ​ຖານະ​ປະ​ໂລຫິດ​ທີ່​ໃຫ້ລະວັງ​ກ່ຽວ​ກັບຕົນ​ເອງ,”45 ​ແລ້ວ​ເຮົາ ​ແລະ ຄອບຄົວ​ຂອງ​ເຮົາ​ຈະ​ສາມາດ​ແນ່​​ໃຈ​ໄດ້​ວ່າ ​ເຮົາ​ຈະ​ໄປ​ເຖິງ​ຈຸດ​ໝາຍ​ປາຍທາງ​ຂອງ​ເຮົາ​ດ້ວຍ​ຄວາມ​ປອດ​ໄພ ​ແລະ ປິ​ຕິ​ຍິນ​ດີ ​ໃນ​ອານາຈັກ​ຊັ້ນສູງ​. ຂ້າພະ​ເຈົ້າ​ເປັນ​ພະຍານ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.