​2010–2019
ພອນ​ຂອງ​ສິນ​ລະ​ລຶກ
ຕຸລາ 2012


ພອນ​ຂອງ​ສິນ​ລະ​ລຶກ

ເຮົາ​ຈະ​ໄດ້​ຮັບ​ພອນ​ເມື່ອ​ເຮົາ​ຮູ້ສຶກ​ເຖິງ​ຄວາມ​ກະຕັນຍູ​ສຳລັບ​ການ​ຊົດ​ໃຊ້​ຂອງ​ພຣ​ະ​ເຢຊູ​ຄຣິດ, ຕໍ່​ພັນທະ​ສັນຍາ​ແຫ່ງ​ການ​ຮັບ​ບັບຕິ​ສະມາ​, ຮູ້ສຶກ​​ເຖິງ​ການ​ໃຫ້​ອະ​ໄພ, ​ແລະ ຮັບ​ເອົາ​ການ​ດົນ​ໃຈ​ຈາກ​ພຣະວິນ​ຍານ​ບໍລິສຸດ.

ຂ້າພະ​ເຈົ້າ​ໄດ້​ເຕີບ​​ໂຕ​ຂຶ້ນຢູ່​ເມືອງແຣັກສະ​ເບີກ, ລັດ​ໄອ​ດາ​ໂຮ, ບ່ອນ​ທີ່ຂ້າພະ​ເຈົ້າ​ໄດ້​ຮຽນ​ເອົາ​ແບບຢ່າງ ​ແລະ ​ໄດ້​ຮັບ​ການ​ສິດສອນ​ໂດຍ​ຄອບຄົວ​, ໝູ່​ເພື່ອນ, ຄູ​ສອນ, ​ແລະ ຜູ້ນຳ​ທີ່​ດີ. ມີ​ປະສົບ​ການ​ພິ​ເສດຫລາຍ​ຢ່າງ​ຢູ່​ໃນ​ຊີວິດ​ຂອງ​ເຮົາ​ທຸກ​ຄົນ​ທີ່​ສຳ​ພັດ​ກັບ​ຈິດ​ວິນ​ຍານ​ຂອງ​ເຮົາ ​ແລະ ສ້າງ​ຄວາມ​ແຕກ​ຕ່າງ​ໄປ​ຕະຫລອດ​ການ. ປະສົບ​ການ​ຢ່າງ​ໜຶ່ງ​ເຊັ່ນ​ນັ້ນ​ໄດ້​ເກີດ​ຂຶ້ນຕອນ​ຂ້າພະ​ເຈົ້າ​ເປັນ​ໄວ​ລຸ້ນ. ປະສົບ​ການ​ດັ່ງກ່າວ​ໄດ້​ປ່ຽນ​ຊີວິດ​ຂອງ​ຂ້າພະ​ເຈົ້າ.

ຂ້າພະ​ເຈົ້າ​ໄດ້​ເຂັ້ມ​ແຂງ​ຢູ່​ໃນ​ສາດສະໜາ​ຈັກ​ຕະຫລອດ​ມາ ​ແລະ ​ໄດ້​ກ້າວໜ້າ​ຜ່ານ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ. ຕອນ​ຂ້າພະ​ເຈົ້າ​ເປັນ​ໄວ​ລຸ້ນ, ບະ​ລາ​ເດີ ​ເຈ​ກັບສ໌, ຄູ​ສອນ​ຂອງ​ຂ້າພະ​ເຈົ້າ, ​ໄດ້​ຂໍ​ໃຫ້​ພວກ​ເຮົາ​ຂຽນ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ຄິດ​​ໃນ​ລະຫວ່າງ​ກອງ​ປະຊຸມ​ສິນ​ລະ​ລຶກ​ລົງ​ໃນ​ເຈ້ຍນ້ອຍ. ຂ້າພະ​ເຈົ້າ​ໄດ້​ຈັບ​ເອົາ​ເຈ້ຍ ​ແລະ ​ເລີ່ມຕົ້ນຂຽນ. ສິ່ງ​ທຳ​ອິດ​ທີ່ຂ້າພະ​ເຈົ້າ​ໄດ້ຂຽນ​ລົງ ​ແມ່ນ​ກ່ຽວ​ກັບ​ການ​ຫລິ້ນ​ບານ​ບ້ວງ​ທີ່​ພວກ​ເຮົາ​ຊະນະ​ໃນ​ຄືນ​ກ່ອນ. ​ແລ້ວ​ການ​ອອກ​ທ່ຽວ​ຫລິ້ນ​ຫລັງ​ຈາກ​ເກ​ມ, ​ແລະ ຢ່າງ​ອື່ນໆ. ຢູ່ບ່ອນ​ໄກ​ສຸດ ​ແລະ ​ເປັນ​ໂຕ​ນ້ອຍໆ ​ແມ່ນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ.

ທຸກ​ວັນ​ອາທິດ ພວກ​ເຮົາ​ໄດ້​ຂຽນ​​ໃສ່​ໃນ​ເຈ້ຍ. ສຳລັບ​ຜູ້​ດຳລົງຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນທີ່​ໜຸ່ມ​ນ້ອຍ, ສິນ​ລະ​ລຶກ ​ແລະ ກອງ​ປະຊຸມ​ໄດ້​ມີ​ຄວາມ​ໝາຍ​ໃໝ່, ຂະຫຍາຍ​ອອກ​ກວ້າງ, ​ແລະ ​ເປັນ​ທາງ​ວິນ​ຍານ. ຂ້າພະ​ເຈົ້າ​ໄດ້​ລໍຖ້າ​ວັນ​ອາທິດ​ໃຫ້​ມາ​ເຖິງ​ໄວໆ ​​ເພື່ອ​ຈະ​ໄດ້​ມີ​ໂອກາດ​ຮັບ​ສິນ​ລະ​ລຶກ, ​ແລະ ການ​ເຂົ້າ​ໃຈ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ປ່ຽນ​​ແປງ​ຂ້າພະ​ເຈົ້າ. ທຸກ​ວັນ​ອາທິດ​ຈົນ​ເຖິງ​ທຸກ​ວັນ​ນີ້, ​​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າຮັບ​ສິນ​ລະ​ລຶກ, ຂ້າພະ​ເຈົ້າຍັງ​ສາມາດ​ຫລຽວ​ເຫັນ​ເຈ້ຍ​ຂອງ​ຂ້າພະ​ເຈົ້າຢູ່. ຢູ່​ໃນ​ເຈ້ຍ​ຂອງ​ຂ້າພະ​ເຈົ້ານັ້ນ, ທຳ​ອິດ​ມີ​ຂຽນ​ໄວ້​ວ່າ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ໂລກ.

ຢູ່​ໃນ​ພັນທະ​ສັນຍາ​ໃໝ່ ​ເຮົາ​​ໄດ້ອ່ານ​ກ່ຽວ​ກັບ​ເວລາ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ອັກຄະ​ສາວົກ​ຂອງ​ພຣະອົງ​ເຕົ້າ​ໂຮມ​ກັນ​ຢູ່​ຫ້ອງ​ຊັ້ນ​ເທິງ​ສຳລັບ​ງານ​ລ້ຽງ​ປັດ​ສະ​ຄາ.

“ແລ້ວ​ພຣະອົງ​ກໍ​ໄດ້​ຈັບ​ເອົາ​ເຂົ້າຈີ່​ຂຶ້ນມາ​ໂມທະນາ​ຂອບ​ພຣະຄຸນ, ​ໂດຍ​ຫັກ​ເຂົ້າຈີ່ນັ້ນ​ແລ້ວ ຈຶ່ງ​ຍື່ນ​ໃຫ້​ພວກ​ສາວົກ ​ແລະ ກ່າວ​ວ່າ: ນີ້​ແຫລະ​ແມ່ນ​ກາຍ​ຂອງ​ເຮົາ ຊຶ່ງ​ເປັນ​ທີ່​ປະທານ​ໃຫ້​ສຳລັບ​ເຈົ້າທັງຫລາຍ, ຈົ່ງ​ເຮັດ​ຢ່າງ​ນີ້​ໃຫ້​ເປັນ​ທີ່​ລະນຶກ​ເຖິງ​ເຮົາ.

“​ພຣະອົງ​ກໍ​ຈັບ​ເອົາ​ຈອກ​ຂຶ້ນມາ ​ແລະ ​ເຮັດ​ຢ່າງ​ດຽວ​ກັນ ​ໂດຍ​ກ່າວ​ວ່າ, ຈາກ​ນີ້​​ເປັນ​ພັນທະ​ສັນຍາ​ໃໝ່​ໃນ​ເລືອດ​ຂອງ​ເຮົາ ​ທີ່​ຖອກ​ອອກ​ສຳລັບ​ເຈົ້າທັງຫລາຍ.1

ພຣະ​ເຢຊູ​ຍັງ​ໄດ້​ຈັດຕັ້ງພິທີການ​ຂອງ​ສິນ​ລະ​ລຶກນຳ​ອີກ ຕອນ​ພຣະອົງ​ໄດ້​ມາ​ຢ້ຽມຢາມ​ຊາວ​ນີ​ໄຟ.2 ຂ້າພະ​ເຈົ້າ​ໄດ້​ມາ​ຮູ້ຈັກ​ເຖິງ​ຄວາມ​ສຳຄັນ​ຂອງ​ເຫດການ​ສອງ​ເທື່ອ​ນັ້ນ.

ປະທານ​ເດ​ວິດ ໂອ ມິກ​ເຄ ​ໄດ້​ກ່າວ​ວ່າ, “ຂ້າພະ​ເຈົ້າຮູ້ສຶກ​ວ່າຕ້ອງ​ເນັ້ນໜັກ​ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ລະບຸ​ໄວ້ວ່າ ກອງ​ປະຊຸມ​ໃດ​ທີ່​ສຳຄັນ​ກວ່າ​ໝູ່​ໝົດ​ຢູ່​ໃນ​ສາດສະໜາ​ຈັກ ​ແລະ​ວ່າ​ມັນ​​ແມ່ນ​ກ​ອງ ປະຊຸມ​ສິນລະ​ລຶກ.”3 ຖ້າ​ຫາກ​ເຮົາ​ຕຽມ​ຢ່າງ​ຖືກຕ້ອງ​ສຳລັບ​ສິນ​ລະ​ລຶກ, ມັນ​ສາມາດ​ປ່ຽນ​ຊີວິດ​ຂອງເຮົາ​ໄດ້. ຂ້າພະ​ເຈົ້າຢາກ​ແນະນຳ​ຫລັກ​ທຳ​ຫ້າ​ຂໍ້​ທີ່​ສາມາດ​ເປັນ​ພອນ​ໃຫ້​ແກ່​ຊີວິດ​ຂອງ​ເຮົາ ​ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກຢ່າງ​ມີຄ່າ​ຄວນ.

I. ມີ​ຄວາມ​ຮູ້ສຶກ​ກະຕັນຍູ​ສຳລັບ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ

ຫລັກ​ທຳ​ຂໍ້​ທຳອິດ​ຄືການ​ມີ​ຄວາມ​ຮູ້ສຶກ​ກະຕັນຍູ​ຕໍ່ພຣະບິດາ​ເທິງ​ສະຫວັນ​ໃນ​ລະຫວ່າງ​ພິທີສິນ​ລະ​ລຶກສຳລັບ​ການ​ຊົດ​ໃຊ້​ຂອງ​ພຣະບຸດ​ຂອງ​ພຣະອົງ. ​ເລື່ອງ​ດັ່ງ​ຕໍ່​ໄປ​ນີ້ ​ແມ່ນ​ກ່ຽວ​ກັບ​ການ​ຢາຍ​ສິນ​ລະ​ລຶກ.

“ສິນ​ລະ​ລຶກບໍ່​ໄດ້​ມີ​ຄວາມ​ໝາຍ​ຫລາຍ​ເທົ່າ​ໃດ​ສຳລັບ​ຂ້າພະ​ເຈົ້າ ຈົນ​ກວ່າ​ວັນ​ອາທິດ​ມື້ໜຶ່ງ​ຕອນ​ຂ້າພະ​ເຈົ້າ​ໄດ້​ຖືກ​ແຕ່ງຕັ້ງ​ເປັນ​ມັກຄະ​ນາຍົກ. ຕອນບ່າຍ​ມື້ນັ້ນ ຂ້າພະ​ເຈົ້າ​ໄດ້​ຢາຍ​ສິນ​ລະ​ລຶກ​ເປັນ​ເທື່ອ​ທຳ​ອິດ. ກ່ອນ​ໜ້ານັ້ນ, ມັກຄະ​ນາຍົກ​ຄົນ​ໜຶ່ງ​ໄດ້​ເຕືອນຂ້າພະ​ເຈົ້າວ່າ, ‘ລະວັງ​ບະ​ລາ​ເດີ ​ເຊີ​ມິດ ​ເດີ້. ບາງ​ເທື່ອ​ເຈົ້າຕ້ອງ​ໄດ້​ປຸກ​ລາວ!’ ​ໃນ​ທີ່​ສຸດ ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ຢາຍ​ສິນ​ລະ​ລຶກ. ຂ້າພະ​ເຈົ້າ​ໄດ້​ເຮັດ​ດີ​ຫລາຍ​ສົມຄວນ​ໃນ​ຈຳນວນ​ຫົກ​ແຖວ​ທຳ​ອິດ. ​ເດັກນ້ອຍ ​ແລະ ຜູ້​ໃຫຍ່​ກໍ​ໄດ້​ຮັບ​ສ່ວນ​ສິນ​ລະ​ລຶກ​ເປັນ​ຢ່າງ​ດີ ​ເບິ່ງ​ບໍ່​ມີ​ບັນຫາ. ​ແລ້ວ​ຂ້າພະ​ເຈົ້າ​ໄດ້​ໄປ​ເຖິງ​ແຖວ​ທີ​ເຈັດ, ​ແຖວ​ບ່ອນ​ທີ່​ບະ​ລາ​ເດີ ​ເຊີ​ມິດ ມັກນັ່ງ​ເປັນ​ປະຈຳ. ​ແຕ່​ຂ້າພະ​ເຈົ້າ​ແປກ​ໃຈ. ​ແທນທີ່​ລາວ​ຈະ​ຫລັບ​ຢູ່, ລາວ​ຍັງ​ມືນ​ຕາ​ຢູ່. ບໍ່​ຄື​ຄົນ​ອື່ນໆ​ທີ່​ຂ້າພະ​ເຈົ້າ​ໄດ້​ຢາຍ​ສິນ​ລະ​ລຶກ​ໃຫ້, ລາວ​ໄດ້​ຮັບ​ເອົາ​ດ້ວຍຄວາມ​ນັບຖື ​ແລະ ຄວາມ​ຄາລະວະ.

“ສອງ​ສາມ​ນາທີ​ຈາກ​ນັ້ນ ຂ້າພະ​ເຈົ້າ​ໄດ້​ກັບ​ຄືນ​ໄປ​ຫາ​ແຖວ​ທີ​ເຈັດ​ອີກ​ພ້ອມ​ດ້ວຍ​ນ້ຳ. ​ເທື່ອ​ນີ້​ໝູ່​ເພື່ອນຂອງ​ຂ້າພະ​ເຈົ້າ​ເວົ້າ​ຖືກ. ບະ​ລາ​ເດີ ​ເຊີ​ມິດ ​ໄດ້​ນັ່ງ​ກົ້ມຫົວ​ຢູ່ ​ແລະ ຕາ​ເຢຍລະ​ມັນດ​ວງ​ໃຫຍ່​ຂອງ​ລາວປິດ​ຢູ່. ​ເບິ່ງ​ແລ້ວ ລາວ​ນອນ​ຫລັບ​ຢູ່​ແທ້ໆ. ຂ້າພະ​ເຈົ້າຈະ​ເຮັດ ​ຫລື ​ເວົ້າ​ແນວ​ໃດ? ຂ້າພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ໜ້າຜາກ​ຂອງ​ລາວ​ບຶດໜຶ່ງ, ​​ຫ່ຽວ​​ຍານ ​ແລະ ​ເມື່ອຍ​ລ້າ ຈາກ​ວຽກ​ງານ​ໜັກ​ເປັນ​ເວລາ​ຫລາຍ​ປີ. ລາວ​ໄດ້​ເຂົ້າຮ່ວມ​ສາດສະໜາ​ຈັກ​ຕອນ​ລາວ​ເປັນ​ໄວ​ລຸ້ນ ​ແລະ ​​ເຄີຍໄດ້​ປະສົບ​ກັບ​ການ​ຂົ່ມ​ເຫັງ​ຫລາຍ​ຕອນ​ລາວ​ອາ​ໄສ​ຢູ່​ໝູ່​ບ້ານ​ນ້ອຍແຫ່ງ​ໜຶ່ງ​ຢູ່​ປະ​ເທດ​ເຢຍລະ​ມັນ. ຂ້າພະ​ເຈົ້າ​ໄດ້​ຍິນ​ລາວ​ເລົ່າ​ເລື່ອງ​ໃຫ້​ຟັງ​ຫລາຍ​ເທື່ອ​ຢູ່​ໃນ​ກອງ​ປະຊຸມ​ສະ​ແດງ​ປະຈັກ​ພະຍານ. ​ໃນ​ທີ່​ສຸດ​ຂ້າພະ​ເຈົ້າ​ໄດ້​ຕັດສິນ​ໃຈວ່າ​ຈະ​​ແຕະ​ບ່າ​ໄຫລ່​ຂອງ​ລາວ ຫວັງ​ວ່າ​ລາວ​ຈະ​ຕື່ນ​ຂຶ້ນ. ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າຍື່ນ​ມື​ອອກ​ໄປ, ຫົວ​ຂອງ​ລາວ​ໄດ້​ຄ່ອຍໆ​ຍົກ​ຂຶ້ນ. ນ້ຳຕາ​​ໄດ້​ໄຫລ​ລົງ​ແກ້ມ​ຂອງ​ລາວ ​ແລະ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າຫລຽ​ວ​ເບິ່ງ​ໜ້າ​ຂອງ​ລາວ ຂ້າພະ​ເຈົ້າ​ເຫັນ​ຄວາມ​ຮັກ ​ແລະ ຄວາມ​ຊື່ນ​ຊົມ. ລາວ​ໄດ້​ຄ່ອຍໆ​ຍື່ນ​ມື​ອອກ​ມາ​ຈັບ​ເອົາ​ຈອກນ້ຳ. ​ເຖິງ​ແມ່​ນວ່າ​ຂ້າພະ​ເຈົ້າ​ມີ​ອາຍຸ​ພຽງສິບ​ສອງ​ປີ​ໃນ​ຕອນ​ນັ້ນ, ​ແຕ່​ຂ້າພະ​ເຈົ້າຍັງ​ຈື່​ຈຳ​ຄວາມ​ຮູ້ສຶກ​ທີ່​ຂ້າພະ​ເຈົ້າມີ​ຕອນ​ຫລຽວ​ເບິ່ງ​ຊາຍ​ຊະລາ​ທີ່​ແຂງ​ແຮງ​ຄົນ​ນັ້ນຮັບ​ສິນ​ລະ​ລຶກ. ຂ້າພະ​ເຈົ້າຮູ້​ຢ່າງ​ບໍ່​ສົງ​ໄສ​ວ່າ ລາວ​ຮູ້ສຶກ​ເຖິງ​ບາງ​ສິ່ງ​ກ່ຽວ​ກັບ​ສິນລະ​ລຶກ ຊຶ່ງ​ຂ້າພະ​ເຈົ້າບໍ່​ເຄີຍ​ຮູ້ສຶກ. ນັບ​ແຕ່ນັ້ນມາ ຂ້າພະ​ເຈົ້າ​ໄດ້​ຕັ້ງ​ໃຈ ​ເພື່ອ​ຈະ​ໄດ້​ຮູ້ສຶກ​ດັ່ງ​ທີ່​ລາວ​ຮູ້ສຶກ.”4

ບະ​ລາ​ເດີ ​ເຊີ​ມິດ ​ໄດ້ຕິດ​ຕໍ່ກັບ​ສະ​ຫວັນ, ​ແລະ ສະ​ຫວັນ​ກໍ​ໄດ້​ຕິດ​ຕໍ່ກັບ​ລາວ.

II. ຈື່​ຈຳ​ວ່າ ​ເຮົາ​ຕໍ່​ພັນທະ​ສັນຍາ​​ແຫ່ງ​ການຮັບ​ບັບຕິ​ສະມາ​ຂອງ​ເຮົາ

ຫລັກ​ທຳ​ຂໍ້​ທີ​ສອງ​ຄື​ການ​ຈື່​ຈຳ​ວ່າ ​ເຮົາ​ໄດ້​ຕໍ່​ພັນທະ​ສັນຍາ​ແຫ່ງ​ການ​ຮັບບັບຕິ​ສະມາ​ຂອງ​ເຮົາ ​ເມື່ອ​ເຮົາຮັບ​ສິນ​ລະ​ລຶກ. ຄຳ​ສັນຍາ​ບາງ​ຢ່າງ​ທີ່​ເຮົາ​ໄດ້​ເຮັດ​ດັ່ງ​ທີ່​ມີ​ບັນທຶກ​ຢູ່​ໃນ​ພຣະຄຳ​ພີ ​ແມ່ນ​ຮ່ວມ​ທັງ:

“ເຂົ້າ​ມາ​ຫາ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ, ແລະ ມີ​ຊື່​ວ່າ​ຜູ້​ຄົນ​ຂອງ​ພຣະ​ອົງ, … ​ແບກ​ຫາບ​ພາລະ​ຂອງ​ກັນ​ແລະ​ກັນ, … ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ … , ຢືນ​ເປັນ​ພະຍານ​ຂອງ​ພຣະ​ເຈົ້າ.”5

ມາດ້ວຍຫົວ​ໃຈທີ່​ຊອກ​ຊ້ຳ ​ແລະ ວິນ​ຍານ​ທີ່​ສຳນຶກ​ຜິດ, … ເຕັມ​ໃຈທີ່​ຈະ​ຮັບ​ເອົາ​ພຣະນາມ​ຂອງ​ພຣະ​ເຢຊູຄຣິດ​ໄວ້​ກັບ​ເຂົາ, ​ໂດຍ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຮັບ​ໃຊ້​ພຣະອົງ​ຈົນ​ເຖິງ​ທີ່​ສຸດ,6 ແລະ ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ ລະນຶກ​ເຖິງ​ພຣະ​ອົງ​ຕະຫລອດ​ເວລາ.7

ຄຳ​ອະທິຖານ​ສຳລັບ​ສິນ​ລະ​ລຶກ​ເປັນ​ສິ່ງ​ເຕືອນ​ເຮົາ​ເຖິງ​ພັນທະ​ສັນຍາ​ເຫລົ່າ​ນີ້. ​ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ​ເຮົາ​ໄດ້​ຕໍ່​ຄຳ​ສັນຍາ​ຂອງ​ເຮົາ​ທີ່​ຈະ​ດຳລົງ​ຊີວິດ​ໃຫ້​ສົມ​ກັບ​ພັນທະ​ສັນຍາ​ເຫລົ່າ​ນີ້. ຂ້າພະ​ເຈົ້າ​ເຊື່ອ​ວ່າ ມັນ​ສົມຄວນ​ທີ່​ເຮົາ​ຈະ​ທ່ອງ​ຈຳ​ຄຳ​ອະທິຖານ​ສຳລັບ​ສິນ​ລະ​ລຶກ​ຢູ່​ໃນຈິດ​ໃຈ​ຂອງ​ເຮົາ. ສິ່ງ​ນີ້​ຈະ​ຊ່ອຍ​ເຫລືອ​ເຮົາ​ໃຫ້​ເອົາ​ໃຈ​ໃສ່​ກັບ​ການ​ຕໍ່​ພັນທະ​ສັນຍາ​ແຫ່ງ​ການຮັບ​ບັບຕິ​ສະມາ​ຂອງ​ເຮົາ. ບໍ່​ວ່າ​ເຮົາ​ຈະ​ມີ​ອາຍຸ​ໄດ້ 8 ປີ ຫລື 80 ປີ ກໍ​ຕາມ ຕອນ​ເຮົາ​ຮັບ​ບັບຕິ​ສະມາ, ​ແຕ່​ຂ້າພະ​ເຈົ້າຫວັງ​ວ່າ ​ເຮົາ​ຈະ​ບໍ່​ເຄີຍ​ລືມ​ມື້ນັ້ນ ​ແລະ ພັນທະ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ.

III. ລະຫວ່າງ​ສິນ​ລະ​ລຶກ ​ເຮົາ​ສາມາດ​ຮູ້ສຶກ​ເຖິງ​ການ​ໃຫ້​ອະ​ໄພ​​ແກ່ບາບ​ຂອງ​ເຮົາ

ທີ​ສາມ, ລະຫວ່າງ​ພິທີ​ສິນ​ລະ​ລຶກ ​ເຮົາ​ສາມາດ​ຮູ້ສຶກ​ເຖິງ​ການ​ໃຫ້​ອະ​ໄພ​ແກ່​ບາບ​ຂອງ​ເຮົາ. ຖ້າ​ຫາກ​ເຮົາ​ໄດ້​ໃຊ້​ເວລາ​ກ່ອນ​ກອງ​ປະຊຸມ​ສິນ​ລະ​ລຶກ​ເພື່ອ​ກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ ​ແລ້ວ​ເຮົາ​ຈະ​ສາມາດ​ອອກ​ຈາກ​ກອງ​ປະຊຸມ​ສິນ​ລະ​ລຶກ​ໄປ​ດ້ວຍ​ຄວາມ​ຮູ້ສຶກ​ທີ່​ສະອາດ ​ແລະ ບໍລິສຸດ. ປະທານ​ແພ໊ກ​ເກີ ​ໄດ້​ກ່າວ​ວ່າ: “ສິນ​ລະ​ລຶກ​ໄດ້​ຕໍ່​ຂັ້ນຕອນ​ຂອງ​ການ​​ໃຫ້​ອະ​ໄພ. … ທຸກໆ​ວັນ​ອາທິດ ​ເມື່ອ​ຮັບ​ສ່ວນ​ສິບ​ລະ​ລຶກ, ນັ້ນຄື​ພິທີ​ການ​ຕໍ່​ຂັ້ນຕອນ​ຂອງ​ການ​ໃຫ້​ອະ​ໄພ. ທຸກໆ​ວັນ​ອາທິດ​ທ່ານ​ໄດ້​ຊຳລະ​ລ້າງ​ຕົວ​ເອງ ​ເພື່ອ​ວ່າ​ເມື່ອ​ເວລາ​ມາ​ເຖິງ, ຕອນ​ທ່ານ​ເສຍ​ຊີວິດ​ໄປ ວິນ​ຍານ​ຂອງ​ທ່ານ​ຈະ​ສະອາດ.”8 ການ​ຮັບ​ສິນ​ລະ​ລຶກຢ່າງ​ມີຄ່າ​ຄວນ ສາມາດ​ຊ່ອຍ​ເຫລືອ​ເຮົາ​ໃຫ້​ຮູ້ສຶກ​ເໝືອນດັ່ງ​ຜູ້​ຄົນ​ຂອງ​ກະສັດ​ເບັນ​ຢາ​ມິນ​ໄດ້ຮູ້ສຶກ, ຜູ້ ເຕັມ​ໄປ​ດ້ວຍ​ຄວາມສຸກ, ໂດຍ​ທີ່​ໄດ້​ຮັບ​ ການ​ປົດ​ບາບ​ຂອງ​ພວກ​ເຂົາ, ແລະ ໂດຍ​ຄວາມ​ສະຫງົບ​ໃນ​ຈິດ​ສຳນຶກ.9

IV. ເຮົາ​ສາມາດ​ຮັບ​ການ​ດົນ​ໃຈ​​ເພື່ອ​ຮັບ​ຄຳ​ຕອບ​ໃຫ້​ແກ່​ບັນຫາ​ຂອງ​ເຮົາ

ຫລັກ​ທຳ​ຂໍ້​ທີ​ສີ່ຄື​ເຮົາ​ສາມາດ​ຮັບ​​ການ​ດົນ​ໃຈ​​ເພື່ອຮັບ​ຄຳ​ຕອບ​ໃຫ້​ແກ່​ບັນຫາ​ຂອງ​ເຮົາ​ໃນ​ລະຫວ່າງ​ກອງ​ປະຊຸມ​ສິນ​ລະ​ລຶກ. ຕອນ​ຂ້າພະ​ເຈົ້າ​ເປັນ​ປະທານ​ເຜີຍ​ແຜ່​ຢູ່ປະ​ເທດ​ໂບລີ​ເວຍ, ​ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ ແມ​ຣີ ​ແອນ ​ແລະ ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ໄປ​ຮ່ວມ​ສຳ​ມະ​ນາ​ສຳລັບ​ປະທານ​ເຜີຍ​ແຜ່​ນຳ​ປະທານ​ເຮັນຣີ ບີ ໄອຣິງ. ​ໃນ​ການ​ປະຊຸມ​ນັ້ນ ​ເພິ່ນ​ໄດ້ສອນ​ວ່າ ມີ​ສາມ​ວິທີທີ່​ສຳຄັນ​ທີ່​ຈະ​ຕຽມ​ຕົວ​ເພື່ອ​ຮັບ​ເອົາ​ຜົນ​ປະ​ໂຫຍດຈາກ​ການ​ປະຊຸມ. ​ເຮົາ​ຕ້ອງ​ມາ​ຮ່ວມ​ພ້ອມ​ກັບບັນຫາ​ຂອງ​ເຮົາ, ຖ່ອມຕົວ​ຄື​ກັນ​ກັບ​ເດັກນ້ອຍ​ພ້ອມ​ແລ້ວ​ທີ່​ຈະ​ຮຽນ, ​ແລະ ດ້ວຍ​ຄວາມ​ປາຖະໜາ​ທີ່​ຈະ​ຊ່ອຍ​ເຫລືອ​ລູກໆ​ຂອງ​ພຣະ​ເຈົ້າ.

​ເມື່ອ​ເຮົາ​ຖ່ອມ​ຕົນ​ຕອນ​ມາ​ຮ່ວມ​ກອງ​ປະຊຸມ​ສິນ​ລະ​ລຶກ, ​ເຮົາ​ຈະ​ສາມາດ​ໄດ້​ຮັບ​ຄຳ​ຕອບ​ໃຫ້​ແກ່​ບັນຫາ​ປະຈຳ​ວັນ​ຂອງ​ເຮົາ. ​ເຮົາ​ຕ້ອງ​ມາ​ພ້ອມ​ກັບ​ການ​ຕຽມ​ພ້ອມ, ​ເຕັມ​ໃຈ​ທີ່​ຈະ​ຟັງ, ​ແລະ ປາດ​ສະ​ຈາກ​ການ​ລົບ​ກວນ. ​ໃນ​ພຣະຄຳ​ພີ​ ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ​ເຮົາ​ຕ້ອງ ສຶກສາມັນ ​​ຢູ່​ໃນ​ຈິດ​ໃຈ​ຂອງ​ເຮົາກ່ອນ; ​ແລ້ວ​ເຮົາຕ້ອງ ທູນຖາມ​ພຣະອົງ ຖ້າ​ຫາກວ່າ​​ມັນ​ຖືກຕ້ອງຫລື​ບໍ່, ຖ້າ​ຫາກມັນ​ຖືກຕ້ອງ ​ພຣະອົງ​ຈະ​ເຮັດ​ໃຫ້ ຊວງ​ອົກ​ຂອງ​ເຮົາ​ຮ້ອນຮົນ ​ພາຍ​ໃນ​ຕົວ​ເຮົາ; ສະນັ້ນ, ​ເຮົາຈະ​ຮູ້ສຶກ​ວ່າ​ມັນ​ຖືກຕ້ອງ.10 ​ເຮົາ​ສາມ​າດຮູ້​ສິ່ງ​ທີ່​ເຮົາ​ຄວນ​ເຮັດ​ເພື່ອ​ແກ້​ໄຂ​ບັນຫາ​ຂອງ​ເຮົາ.

V. ການ​ຮັບສ່ວນ​ສິນ​ລະ​ລຶກຢ່າງ​ມີຄ່າ​ຄວນ ຈະ​ຊ່ອຍ​ເຫລືອ​ເຮົາ​​ໃຫ້ເຕັມ​ໄປ​ດ້ວຍ​ພຣະວິນ​ຍານ​ບໍລິສຸດ

ຫລັກ​ທຳ​ຂໍ້​ທີ​ຫ້າ, ການ​ຮັບ​ສ່ວນສິນ​ລະ​ລຶກຢ່າງ​ມີຄ່າ​ຄວນ, ຈະ​ຊ່ອຍ​ເຫລືອ​ເຮົາ​ໃຫ້​ເຕັມ​ໄປ​ດ້ວຍ​ພຣະວິນ​ຍານ​ບໍລິສຸດ. ຕອນ​ພຣະອົງ​ໄດ້​ຕັ້ງສິນ​ລະ​ລຶກລະຫວ່າງ​ການ​ມາ​ຢ້ຽມຢາມ​ຊາວ​ນີ​ໄຟ, ພຣະ​ເຢຊູ​ໄດ້​ກ່າວ​ວ່າ, “ຄົນ​ໃດ​ທີ່​ໄດ້​ກິນ​ເຂົ້າຈີ່​ຈາກ​ປ່ຽງ​ນີ້​ກໍ​ເທົ່າ​ກັບ​ວ່າ ເຂົາ​ໄດ້​ກິນ​ຮ່າງກາຍ​ຂອງ​ເຮົາ​ເຂົ້າ​ໄປ​ສູ່​ຈິດ​ວິນ​ຍານ​ຂອງ​ເຂົາ; ແລະ ຄົນ​ໃດ​ທີ່​ໄດ້​ດື່ມ​ເຫລົ້າ​ແວງ​ຈາກ​ຈອກ​ນີ້ ກໍ​ເທົ່າ​ກັບ​ວ່າ​ເຂົາ​ໄດ້​ດື່ມ​ໂລຫິດ​ຂອງ​ເຮົາ​ເຂົ້າ​ໄປ​ສູ່ຈິດ​ວິນ​ຍານ​ຂອງ​ເຂົາ; ແລະ ຈິດ​ວິນ​ຍານ​ຂອງ​ເຂົາ​ຈະ​ບໍ່​ຫິວ ຫລື ກະຫາຍ, ແຕ່​ຈະ​ອີ່ມ.”11 ​ເຂົາ​ເຈົ້າ​ໄດ້​ຖືກ​ສັນຍາ​ວ່າ ຖ້າ​ຫາກ​ເຂົາ​​ເຈົ້າຫິວ ​ແລະ ກະຫາຍ​ຄວາມ​ຊອບ​ທຳ, ​ແລ້ວ​ເຂົາ​ເຈົ້າຈະ​ເຕັມ​ໄປ​ດ້ວຍ​ພຣະວິນ​ຍານ​ບໍລິສຸດ. ການ​ອະທິຖານ​ສຳລັບ​ສິນ​ລະ​ລຶກ ກໍ​ສັນຍາ​ອີກ​ວ່າ ຖ້າ​ຫາກ​ເຮົາດຳລົງ​ຊີວິດ​ໃຫ້​ສົມ​ກັບ​ພັນທະ​ສັນຍາ​ຂອງ​ເຮົາ, ​ເຮົາ​ຈະ​ມີ​ພຣະວິນ​ຍານ​ຂອງ​ພຣະອົງ​ສະຖິດ​ຢູ່​ນຳ​ເຮົາ​ຕະຫລອດ​ເວລາ.12

​ແອວເດີ ​ມາ​ວິນ ເຈ ບາ​ເລີດ ​ໄດ້​ກ່າວ​ວ່າ: “​ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ຢູ່​ໃນ​ການ​ປະຕິບັດ​ສິນ​ລະ​ລຶກນັ້ນ ມີ​ພຣະວິນ​ຍານ​ສະຖິດ​ຢູ່​ນຳ ທີ່​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ​ອົບ​ອຸ່ນ ນັບ​ແຕ່​ຫົວ​ເຖິງ​ຕີນ; ທ່ານ​ຮູ້ສຶກ​ເຖິງ​ບາດ​ແຜ​ທີ່​ພຣະວິນ​ຍານ​ໄດ້​ປິ່ນປົວ, ​ແລະ ​ຄວາມ​ໜັກໜ່ວງ​ທີ່​ຖືກ​ຍົກ​ອອກ​ໄປ. ການ​ປອບ​ໂຍນ ​ແລະ ຄວາມສຸກ​ມາ​ຈາກ​ຈິດ​ວິນ​ຍານ​ທີ່​ມີຄ່າ​ຄວນ ​ແລະ ຄວາມ​ປາຖະໜາ​ອັນ​ແທ້​ຈິງທີ່​ຈະ​ຮັບ​ເອົາອາຫານ​ແຫ່ງ​ວິນ​ຍານ​ນີ້.”13

​ເຮົາ​ຈະ​ໄດ້​ຮັບ​ພອນ​ເມື່ອ​ເຮົາ​ຮູ້ສຶກ​ເຖິງ​ຄວາມ​ກະຕັນຍູ​ສຳລັບ​ການ​ຊົດ​ໃຊ້​ຂອງ​ພຣ​ະ​ເຢຊູ​ຄຣິດ, ຕໍ່​ພັນທະ​ສັນຍາ​ແຫ່ງ​ການ​ຮັບ​ບັບຕິ​ສະມາ​, ຮູ້ສຶກ​​ເຖິງ​ການ​ໃຫ້​ອະ​ໄພ, ​ແລະ ຮັບ​ເອົາ​ການ​ດົນ​ໃຈ​ຈາກ​ພຣະວິນ​ຍານ​ບໍລິສຸດ ​ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ​ແຕ່​ລະອາ​ທິດ. ມັນ​ຈະ​ເປັນ​ກອງປະຊຸມ​ທີ່​ດີ​ເລີດ​ ຖ້າ​ຫາກສິນ​ລະ​ລຶກ​ເປັນ​ຈຸດ​ສຳຄັນ​ຂອງ​ການ​ນະມັດສະການ. ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ກະຕັນຍູສຳລັບ​ການ​ຊົດ​ໃຊ້ຂອງ​ພຣະ​ເຢຊູ​ຄຣິດ. ຂ້າພະ​ເຈົ້າຮູ້​ວ່າ​ພຣະອົງ​ຊົງ​ພຣະຊົນ​ຢູ່. ​ໃນ​ພຣະນາມ​ຂອງ​ພຣ​ະ​ເຢຊູ​ຄຣິດ, ອາແມນ.