ອ້າຍ​ນ້ອງ​​ທັງຫລາ​ຍ, ​ເຮົາ​ມີ​ວຽກ​ງານ​ທີ່​ຈະ​ເຮັດ

​​ໂດຍ ​ແອວ​ເດີ ດີ ທອດ ຄຣິສໂຕເຟີສັນ

​ແຫ່ງສະພາ​ອັກຄະ​ສາວົກ​ສິບ​ສອງ


ໃນ​ຖານະ​ທີ່​ເປັນ​ຊາຍ​ແຫ່ງ​ຖານະ​ປະ​ໂລຫິດ, ​ເຮົາ​ມີ​ບົດບາດ​ທີ່​ສຳຄັນ​ທີ່​ຈະ​ເຮັດ​ຢູ່​ໃນ​ສັງຄົມ, ຢູ່​ໃນ​ບ້ານ​ເຮືອນ, ​ແລະ ຢູ່​ໃນ​ສາດສະໜາ​ຈັກ.

ອ້າຍ​ນ້ອງ​ທັງຫລາຍ, ​ຫລາຍ​ສິ່ງ​​ໄດ້​ເຄີຍຖືກ​ກ່າວ ​ແລະ ​ໄດ້​ເຄີຍ​ຖືກຂຽນ​​ໃນ​ຫລາຍປີ​ທີ່​ຜ່ານ​ມາ​ນີ້ ກ່ຽວ​ກັບ​ການ​ທ້າ​ທາຍ​ຂອງ​ຜູ້​ຊາຍ​ໃຫຍ່ ​ແລະ ຊາຍໜຸ່ມ. ຕົວຢ່າງຈຳນວນ​ໜ້ອຍ​ໜຶ່ງ​ຂອງ​ຊື່​​ປຶ້ມແມ່ນ ​​Why There Are No Good Men Left (ເປັນ​ຫຍັງຈຶ່ງ​ບໍ່​ມີ​ຜູ້​ຊາຍ​ທີ່​ດີ​ເຫລືອ​ຢູ່),The Demise of Guys (ການ​ສາບ​ສູນຂອງ​ຜູ້​ຊາຍ), The End of Men (ທີ່​ສຸດ​ຂອງ​ຜູ້​ຊາຍ) , Why Boys Fail (​ເປັນ​ຫຍັງ​ຜູ້​ຊາຍ​ຈຶ່ງ​ຕົກ​ໄປ) , ​ແລະ Manning Up (ຈົ່ງ​ລຸກຂຶ້ນ​ເປັນ​ສຸພາບ​ບຸລຸດ) . ​ເປັນ​ໜ້າ​ສົນ​ໃຈ, ສ່ວນ​ຫລາຍ​ແລ້ວ​ປຶ້ມດັ່ງກ່າວຂຽນ​ໂດຍ​ຜູ້ຍິງ. ​ໃນ​ຫລາຍ​ກໍລະນີ, ​ໃນ​ບັນດາ​ການ​ວິ​ໄຈ​ດັ່ງກ່າວຢູ່​ໃນ​ສັງຄົມ​ໃນ​ປະຈຸ​ບັນ ຜູ້​ຊາຍໃຫຍ່ ແລະ ນ້ອຍໄດ້ຮັບ​ຂ່າວສານທີ່​ລົດກຽດ ແລະ ຂັດກັບບົດບາດ ​ແລະ ຄ່າ​ຄວນ​ຂອງເຂົາເຈົ້າໃນ​ສັງຄົມ.

ນັກ​ຂຽນ​ປຶ້ມຊື່ວ່າ Manning Up ​ໄດ້ອະທິບາຍ​ໃນ​ລັກສະນະ​ນີ້​ວ່າ: “​ເກືອບ​ເປັນ​ກົດ​ທີ່​ໃຊ້​ກັນ​ທົ່ວ​ໄປ​ວ່າ ​ເດັກນ້ອຍ​ຜູ້​ຍິງ​ໄດ້​ກາຍ​ເປັນ​ສະຕີເມື່ອ​ເຂົາເຖິງ​ກະສຽນ, ສ່ວນ​ເດັກນ້ອຍ​ຜູ້​ຊາຍ​ຕ້ອງ​ໄດ້​ຜ່ານ​ການ​ທົດ​ສອບ​ເສຍ​ກ່ອນ. ​ເຂົາ​ຕ້ອງ​ໄດ້​ສະ​ແດງ​ຄວາມ​ກ້າຫານ, ຄວາມ​ສາມາດ​ທາງ​ກຳລັງ, ຫລື ​ເກັ່ງ​ກ້າ​ໃນ​ຄວາມ​ຊຳນານ​ບາງ​ຢ່າງ. ຈຸດ​ເປົ້າໝາຍ​ແມ່ນ ການ​ພິສູດ​ຄວາມສາມາດ​ຂອງ​ເຂົາ ​ໃນ​ການ​ເປັນ​ຜູ້​ປົກປ້ອງ​ຜູ້ຍິງ ​ແລະ ​ເດັກນ້ອຍ; ນີ້​ແມ່ນ​ບົດບາດ​ຕົ້ນຕໍ​ຂອງ​​ເຂົາ. ປະຈຸ​ບັນ​ນີ້, ​ໂດຍ​ທີ່​ຜູ້ຍິງ​ກ້າວ​ໜ້າ​​ເລື່ອງ​ເສດຖະກິດ, ການ​ທີ່​ມີ​ສາມີ ​ແລະ ພໍ່​ຂອງ​ລູກ​ເປັນ​ຜູ້​ຫາ​ລ້ຽງ ​​ກາຍ​ເປັນ​ສິ່ງ​ທີ່​ເລືອກ​ເຮັດ​ແລ້ວ, ​ແລະ ລັກສະນະ​ທີ່​ດີ​ ຊຶ່ງ​ຜູ້ຊາຍ​ຕ້ອງ​ສະ​ແດງ​ອອກ​ມາ—​ເຊັ່ນ ຄວາມອົດທົນ, ສຸກ​ຂຸມ, ກ້າຫານ, ຊື່ສັດ—​ໄດ້​ເຊົາ​ໃຊ້​ແລ້ວ ​ແລະ ​ແມ່ນ​​ແຕ່​ເປັນ​ສິ່ງ​ອັບອາຍ​ເລັກ​ນ້ອຍທີ່​ຈະ​ເຮັດ.”1

​ໃນ​ຄວາມ​ກະຕືລືລົ້ນທີ່​ຈະ​ສົ່ງ​ເສີມ​ໂອກາດ​ໃຫ້​ແກ່​ຜູ້ຍິງ, ສິ່ງ​ໜຶ່ງ​ທີ່​ພວກ​ເຮົາ​ຍ້ອງຍໍ, ບາງ​ຄົນ​ໄດ້ດູ​ຖູ​ກຜູ້​ຊາຍ​ໃນ​ສິ່ງ​ທີ່​ເຂົາ​ຫາ​ມາ​ໄດ້. ​​ເບິ່ງ​ຄື​ວ່າ ​ເຂົາ​ເຈົ້າຄິດ​ວ່າ ​ເປັນການ​ແຂ່ງຂັນ​ລະຫວ່າງ​ຜູ້​ຊາຍ ​ແລະ ຜູ້ຍິງ—ດັ່ງນັ້ນ, ວ່າ​ຄົນ​ໜຶ່ງ​ຕ້ອງ​ຢູ່​ເໜືອອີກ​ຄົນ​ໜຶ່ງ, ​ແລະ ບັດ​ນີ້​ເປັນ​ທີ​ຂອງ​ຜູ້ຍິງ. ບາງ​ຄົນ​ຖຽງ​ວ່າ ອາຊີບ​ເປັນ​ສິ່ງ​ຈຳ​ເປັນ ​ແລະ ການ​ແຕ່ງງານ ​ແລະ ການ​ມີ​ລູກ​ເປັນ​ສິ່ງ​ທີ່​ເລືອກ​​ເຮັດ. ສະນັ້ນ, ​ເຮົາ​ຕ້ອງການ​ຜູ້​ຊາຍ​ບໍ?2 ຢູ່​ໃນ​ໜັງ​ຂອງ Hollywood, ​ລາຍການ​ຢູ່​ໃນ​ໂທລະທັດ, ​ແລະ ​ແມ່ນ​ແຕ່​ຂ່າວ​ໂຄສະນາ, ຜູ້​ຊາຍ​ຖືກສະ​ແດງ​ວ່າ​ເປັນ​ຄົນ​ທີ່​ຂາດ​ຄວາມ​ຊຳນານ, ບໍ່​ເປັນ​ຜູ້​ໃຫຍ່​ພໍ, ຫລື ​ຄິດ​ນຳ​ແຕ່​ຕົນ​ເອງ. ​ໃນ​ສັງຄົມ​ທີ່​ຕັດ​ສິດ​ຂອງ​ຜູ້​ຊາຍ​ຈາກ​ບົດບາດ​ຂອງ​​ເຂົາ ​ໄດ້ສ້າງ​ຄວາມ​ເສຍ​ຫາຍ​ຫລາຍ.

ຢູ່ໃນສະຫະລັດອາເມຣິກາ, ຍົກຕົວຢ່າງ, ມີລາຍງານວ່າ “​ເດັກ​ນ້ອຍ​ຜູ້ຍິງ​ຮຽນ​​ເກັ່ງ​ກວ່າເດັກນ້ອຍ​ຜູ້​ຊາຍ​ໃນ​ທຸກ​ຂະ​ແໜງ, ຈາກ​ໂຮງຮຽນ​ຊັ້ນປະຖົມ ​ເຖິງ​ມະຫາວິທະຍາ​ໄລ. ຍົກ​ຕົວຢ່າງ ​ໃນ​​ໂຮງຮຽນ​ມັດທະຍົມປີ​ສຸດ​ທ້າຍ ພຽງ​ແຕ່ 20 ​ເປີ​ເຊັນ​ຂອງ​ຈຳນວນ​ເດັກນ້ອຍ​ຜູ້​ຊາຍ​ເກັ່ງ​ດ້ານ​ການ​ຂຽນ ​ແລະ 24 ​ເປີ​ເຊັນ​ເກັ່ງ​ດ້ານ​ການ​ອ່ານ. ຄະ​ແນະ​ເສັງ SAT (ຊັ່ງ​ຊາ​ເບິ່ງ​ຄວາມ​ຮູ້) ​ໃນ​ປີ 2011 ​ແມ່ນ​ຕ່ຳ​ກວ່າ​ໃນ 40 ປີຜ່ານ​ມາ. ອີງ​ຕາມຫ້ອງການ​ສະຖິຕິ​ການ​ສຶກສາ​ແຫ່ງ​ຊາດ (NCES), ​ເດັກນ້ອຍ​ຜູ້​ຊາຍຈຳນວນ 30 ​ເປີ​ເຊັນ ຈະ​ເຊົາ​ໄປ​ໂຮງຮຽນອຸດົມ ​ແລະ ວິທະຍາ​ໄລ ຫລາຍ​ກວ່າ​ເດັກນ້ອຍ​ຜູ້ຍິງ​. … ມີ​ການ​ຄາດ​ຄິດ​ໄວ້​ລ່ວງ​ໜ້າ​ວ່າ 60 ​ເປີ​ເຊັນ​ຂອງ​ຈຳນວນ​ນັກຮຽນ​ຜູ້ຍິງ ຈະ​ໄດ້​ຮັບ​ປະລິນຍາ​ຕີ, 63 ​ເປີ​ເຊັນ​ຈະ​ໄດ້​ຮັບ​ປະລິນຍາ​ໂທ, ​ແລະ 54 ​ເປີ​ເຊັນ​ຈະ​ໄດ້​ຮັບ​ປະລິນຍາ​ນເອກ​​ເມື່ອ​ເຖິງ​ປີ 2016. ສອງ​ສ່ວນ​ສາມ​ຂອງ​ນັກຮຽນ​ໃນ​ໂຄງການປັບປຸງ​ພິ​ເສດ​ແມ່ນ​ເດັກນ້ອຍ​ຜູ້​ຊາຍ.”3

ຜູ້​ຊາຍ​ໃຫຍ່ ​ແລະ ຊາຍ​ໜຸ່ມ​ບາງ​ຄົນ​​ໄດ້​ຮັບ​ເອົາ​ຂ່າວສານ​ຈາກ​ສັງຄົມ​ທີ່​ກ່າວ​ໄປ​​ໃນ​ທາງທີ່​ບໍ່​ດີ​ມາ​ເປັນ​ສິ່ງ​ແກ້​ຕົວ ​ເພື່ອ​ຫລີກ​ເວັ້ນຈາກ​ໜ້າ​ທີ່​ຮັບຜິດຊອບ ​ແລະ ບໍ່​ຮູ້ຈັກ​ເຕີບ​ໂຕ​ເປັນ​ຜູ້​ໃຫຍ່​ຈັກ​ເທື່ອ. ຕາມ​ການ​ສັງ​ເກດ​​ເບິ່ງຊຶ່ງ​ສ່ວນ​ຫລາຍ​​ເປັນຄວາມ​ຈິງ, ອາຈານ​ສອນ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ໜຶ່ງ​ໄດ້​ກ່າວ​ວ່າ, “ນັກຮຽນ​ຜູ້​ຊາຍ​ໄດ້​​ເຂົ້າມາ​ໃນ​ຫ້ອງ ​ໃສ່​ໝວກ​ປິ່ນ​ໃບ​ໝວກ​ໄປ​ທາງ​ຫລັງ ​ແລະ ​ແກ້​ຕົວ​ວ່າ ‘ອາຈານ​ສອນ​ໄດ້​ກິນ​ເຈ້ຍ​ການບ້ານ​ຂອງ​​ເຂົາ’. ​ໃນ​ເວລາ​ດຽວ​ກັນ, ນັກຮຽນ​ຜູ້ຍິງ​ໄດ້​ກວດກາ​ເບິ່ງ​ລາຍການ​ທີ່​ຈະ​ເຮັດ​ໃນ​ມື້ນັ້ນ ​ແລະ ຂໍ​ໃຫ້​ນາຍຄູແນະນຳ​ເລື່ອງ​ໂຮງ​ຮຽນ​ກົດໝາຍ.”4 ຜູ້ຍິງ​ຄົນ​ໜຶ່ງ ຜູ້​ກວດ​ກາ​ຄຸນ​ນະພາ​ບຂອງໜັງ​​ ​ໄດ້​​ໃຫ້​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ນາງ​ວ່າ “ສິ່ງ​ທີ່​ຜູ້ຍິງ​ສາມາດ​ເພິ່ງ​ຜູ້​ຊາຍ, ຖ້າ​ເຮົາ​ໂຊກ​ດີ ​ແລະ ​​ເຮົາເລືອກ​ທີ່​ຈະ​ມີ​ຫຸ້ນ​ສ່ວນ, ​ຜູ້​ຊາຍ​ກໍ​ເປັນ​ໄດ້​ແຕ່​ເທົ່າ​ນັ້ນ—​ເປັນ​ຫຸ້ນ​ສ່ວນ. ​ເປັນ​ບາງ​ຄົນ​ທີ່​ມີ​ບ່ອນ​ຂອງ​​ເຂົາເອງ ​ເທົ່າໆ​ກັບ​​ເຮົາ​ຜູ້​ມີ​ບ່ອນ​ຂອງ​ເຮົາ​ເອງ.”5

ອ້າຍ​ນ້ອງ​ທັງຫລາຍ, ບໍ່​ຄວນ​ເປັນ​ເຊັ່ນ​ນີ້​ໃນ​ບັນດາ​ພວກ​ເຮົາ.​ ​ໃນ​ຖານະ​ທີ່​ເປັນ​ຊາຍ​ແຫ່ງ​ຖານະ​ປະ​ໂລຫິດ, ​ເຮົາ​ມີ​ບົດບາດ​ທີ່​ສຳຄັນ​ທີ່​ຈະ​ເຮັດ​ຢູ່​ໃນ​ສັງຄົມ, ຢູ່​ໃນ​ບ້ານ​ເຮືອນ, ​ແລະ ຢູ່​ໃນ​ສາດສະໜາ​ຈັກ. ​ແຕ່​ເຮົາ​ຕ້ອງ​ເປັນ​ຜູ້​ຊາຍ​ທີ່​ຜູ້ຍິງ​ສາມາດ​ໄວ້​ວາງ​ໃຈ​ໄດ້, ທີ່​ລູກໆ​ສາມາດ​ໄວ້​ວາງ​ໃຈ​ໄດ້, ​ແລະ​ວ່າ​ພຣະ​ເຈົ້າສາມາດ​ໄວ້​ວາງ​ໃຈ​ໄດ້. ​ໃນ​ສາດສະໜາ​ຈັກ ​ແລະ ​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ ຢູ່​ໃນ​ຍຸກ​ສຸດ​ທ້າຍ​ນີ້, ​ເຮົາ​ບໍ່ຄວນ​ມີ​ຊາຍ​ໜຸ່ມ ​ແລະ ຜູ້​ຊາຍ​ໃຫຍ່ທີ່ກຽດ​ຄ້ານ​ໃນ​ການ​ເຮັດ​ວຽກ​ງານ. ​ເຮົາ​ບໍ່​ຄວນ​ມີ​ຊາຍ​ໜຸ່ມ​ທີ່​ຂາດ​ວິ​ໄນ ​ແລະ ດຳລົງ​ຊີວິດ​ພຽງ​ແຕ່​ເພື່ອ​ຄວາມ​ສະໜຸກ​ສະໜາ​ນ​ເທົ່າ​ນັ້ນ. ​ເຮົາ​ບໍ່​ຄວນ​ມີ​ຜູ້​ຊາຍ​ໃຫຍ່​ໂສດ ທີ່​ບໍ່​ຮູ້​ຈຸດໝາຍ​ປາຍທາງ, ຜູ້ບໍ່​ສົນ​ໃຈ​ທີ່​ຈະ​ສ້າງ​ຄອບຄົວ ​ແລະ ​ບໍ່ຊ່ອຍ​ເຫລືອ​ທີ່​ຈິງ​ຈັງ​ຢູ່​ໃນ​ໂລກ. ​ເຮົາ​ບໍ່​ຄວນ​ມີ​ສາມີ ​ແລະ ພໍ່ທີ່​ບໍ່​ຢາກ​​ເປັນ​ຜູ້ນຳ​ທາງ​ວິນ​ຍານ​ຢູ່​ໃນ​ບ້ານ​ເຮືອນ. ​ເຮົາ​ບໍ່​ຄວນ​ມີ​ຄົນ​ທີ່​ດຳລົງ ​ແລະ ​ໃຊ້​ຖານະ​ປະ​ໂລຫິດ​ທີ່​ສັກສິດ, ຕາມ​ລະບຽບ​ຂອງ​ພຣະບຸດ​ຂອງ​ພຣະ​ເຈົ້າ, ​​ເສຍ​ເວລາ​ກັບ​ການ​ເບິ່ງ​ຮູບ​ພາບ​ລາມົກ ຫລື ​​ໃຊ້​ຊີວິດ​ຢູ່​ກັບ​ອິນ​ເຕີ​ແນັດ (ກົງກັນຂ້າມ, ​ເປັນ ຂອງ ໂລກໃນ​ຂະນະ​ທີ່​ບໍ່​ໄດ້​ຢູ່ ​ໃນ ໂລກ).

ອ້າຍ​ນ້ອງ​ທັງຫລາຍ, ​ເຮົາ​ມີ​ວຽກ​ງານ​ທີ່​ຈະ​ເຮັດ.

ຊາຍ​ໜຸ່ມ​ທັງຫລາຍ, ພວກ​ເຈົ້າຄວນຕັ້ງໃຈ​ຮຽນ​ ​ແລະ ​ໃຫ້​ຮຽນ​ກາຍ​​ໂຮງຮຽນ​ອຸດົມ. ບາງ​ຄົນ​ອາດ​ຢາກ​ໄປ​ຮຽນ​ຕໍ່​ຢູ່​ມະຫາວິທະຍາ​ໄລ ​ແລະ ​ໂຮງຮຽນ​ການ​ຊ່າງ​ຝ່າຍ​ທຸລະ​ກິດ, ຝ່າຍ​ການ​ກະ​ເສດ, ຝ່າຍ​ລັດຖະບານ, ຫລື ​ວິຊາ​ອາຊີບ​ຢ່າງ​ອື່ນໆ. ບາງ​ຄົນ​ຈະ​ເກັ່ງ​ດ້ານສິລະ​ປະ, ດົນຕີ, ຫລື ການ​ສອນ. ບາງ​ຄົນ​​ອາດ​​ເລືອກ​ອາຊີບ​ຢູ່​ໃນ​ກອງທັບ ຫລື ​ຮຽນ​ຝ່າຍ​ການ​ຄ້າ. ​ໃນ​ໄລຍະ​ຫລາຍ​ປີ, ຂ້າພະ​ເຈົ້າ​ໄດ້​ຈ້າງ​ຫລາຍ​ຄົນ​ໃຫ້​ມາ​ສ້ອມ​ແປງ​ເຮືອນ​ຂອງ​ຂ້າພະ​ເຈົ້າ, ​ແລະ ຂ້າພະ​ເຈົ້າພູມ​ໃຈ​ຫລາຍ​ກັບ​ຄວາມ​ຊຳນານ ​ແລະ ຝີ​ມື​ຂອງ​ເຂົາ​ເຈົ້າ. ​ໃນ​ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າເລືອກ, ມັນ​ສຳຄັນ​ທີ່​ພວກ​ເຈົ້າຕ້ອງ​ຊຳນານ​ໃນ​ອາຊີບ​ທີ່​ພວກ​ເຈົ້າ​ເລືອກ​ເຮັດ ​ເພື່ອ​ວ່າ​ພວກ​ເຈົ້າຈະ​ໄດ້​ຫາ​ລ້ຽງ​ຄອບຄົວ ​ແລະ ຊ່ອຍ​ເຫລືອໃນ​ທາງ​ທີ່ດີໃນ​ຊຸມ​ຊົນ ​ແລະ ​ໃນ​ປະ​ເທດ​ຂອງ​ພວກ​ເຈົ້າ.

ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ເຫັນ​ວິ​ດີ​ໂອ​ເລື່ອງ​ໜຶ່ງ​ກ່ຽວ​ກັບ​ຊີວິດ​ຂອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງອາຍຸ 14 ປີ​ ຢູ່​ປະ​ເທດອິນ​ເດຍຊື່ ອາມາ. ລາວ​ໄດ້​ຕື່ນ​ນອນ​ແຕ່​ເຊົ້າ ​ແລະ ​ເຮັດ​ວຽກ​​ໃນ​ສອງ​ບ່ອນ​ຫລາຍ​ຊົ່ວ​ໂມງ​ແຕ່​ລະ​ມື້ ກ່ອນ ​ແລະ ຫລັງ​ຈາກ​​ໂຮງຮຽນ, ຫົກ​ມື້​ເຄິ່ງຕໍ່​ອາທິດ​. ລາຍ​ໄດ້​ທີ່​ລາວ​ຫາ​ມາ​ໄດ້​ເປັນ​ພຽງ​ສ່ວນ​ນ້ອຍ​ໜຶ່ງ​ເທົ່າ​ນັ້ນ​ໃນ​ການ​ຊ່ອຍ​ລ້ຽງ​ດູ​ຄອບຄົວ. ລາວ​ໄດ້​ຟ້າວ​ຂີ່​ລົດຖີບ​ທີ່​ເກົ່າໆ​ຂອງ​ລາວ​ກັບເມືອ​ບ້ານ​ຈາກ​ວຽກ​ບ່ອນ​ທີ​ສອງ​ຂອງ​ລາວ ​ໃນ​ຕອນ​ຄ່ຳ ​ແລະ ຍັງ​ມີ​ເວລາ​ພໍ​ເຮັດ​ການບ້ານ​ຂອງ​ລາວ ກ່ອນ​ລາວ​ລົ້ມຫົວນອນ​ລົງ​ຢູ່​ບ່ອນ​ນອນ​ຢູ່​ພື້ນ​ຫ້ອງ​​ໃກ້​ອ້າຍ​ເອື້ອຍ​ນ້ອງ​ຄົນ​ອື່ນໆປະມານ​ສິບ​ເອັດໂມງ​ແລງ. ​ເຖິງ​ແມ່ນ​ວ່າ ຂ້າພະ​ເຈົ້າບໍ່​ເຄີຍ​ເຫັນ​ລາວ, ​ແຕ່​ຂ້າພະ​ເຈົ້າພູມ​ໃຈ​​ໃນ​ຕົວ​ລາວ ສຳລັບ​ຄວາມ​ພາກພຽນ ​ແລະ ຄວາມ​ກ້າຫານ​ຂອງ​ລາວ. ລາວ​ໄດ້​ເຮັດ​ດີ​ທີ່​ສຸດ​ເທົ່າ​ທີ່​ລາວ​ສາມາດ​ເຮັດ​ໄດ້ ຕາມ​ແຫ​ລ່ງທີ່​ມີຊ່ອຍ​ເຫລືອ ​ແລະ ​ໂອກາດ​ທີ່​ລາວ​ມີ, ​ແລະ ລາວ​ໄດ້​ເປັນ​ພອນ​ໃຫ້​ແກ່​ຄອບຄົວ​ຂອງ​ລາວ. ຂ້າພະ​ເຈົ້າບໍ່​ສົງ​ໄສ​​ເລີຍ​ວ່າ ລາວ​ຈະ​ເປັນ​ຄົນ​ໜຶ່ງ​ທີ່​ສ້າງ​ຄວາມ​ດີ​ໃນ​ສັງຄົມ ​ເມື່ອ​ລາວ​​ໃຫຍ່​ຂຶ້ນ.

ພວກ​ທ່ານ​ທີ່ເປັນ​ຜູ້​ຊາຍໃຫຍ່​—​ເປັນ​ພໍ່, ​ເປັນ​ຊາຍ​ໂສດ, ​ເປັນ​ຜູ້ນຳ, ​ເປັນ​ຄູ​ສອນ​ປະຈຳ​ບ້ານ—ຈົ່ງ​ເປັນ​ຕົວຢ່າງ​ທີ່​ມີຄ່າ​ຄວນ ​ແລະ ຊ່ອຍ​ຄົນ​ລຸ້ນ​ໃໝ່​ທີ່​ເປັນ​ຊາຍ​ໜຸ່ມ​ໃຫ້​ກາຍ​ເປັນ​ຜູ້​ຊາຍ​ໃຫຍ່. ຈົ່ງ​ສອນ​ເຂົາ​ກ່ຽວ​ກັບຄວາມ​​ຊຳນານ​​ໃ​ນ​ສັງຄົມ ​ແລະ ອື່ນໆ: ຮູ້ຈັກ​ສົນທະນາ, ຮູ້ຈັກ​ຜູກ​ມິດ ​ແລະ ພົບ​ປະ​ສັງ​ສັນ, ຮູ້ຈັກ​ເວົ້າລົມ​ນຳ​ສະຕີ ​ແລະ ຍິງ​ໜຸ່ມ, ຮູ້ຈັກ​ຮັບ​ໃຊ້, ຮູ້ຈັກ​ວ່ອງ​ໄວ ​ແລະ ມັກ​ການ​ພັກຜ່ອນ​ຢ່ອນ​ອາລົມ, ຮູ້ຈັກ​ຫາ​ເຮັດ​ບາງ​ສິ່ງ​ໃນ​ເວລາ​ວ່າງ ​ແຕ່​ບໍ່​​ເຖິງ​ຂັ້ນ​ຕິດ​ແສດ, ຮູ້ຈັກ​ດັດ​ແປງ​ຄວາມ​ບົກພ່ອງ ​ແລະ ​ເລືອກ​​ສິ່ງ​ທີ່​ດີກວ່າ.

​ແລະ ທຸກ​ຄົນ​ທີ່​ຟັງ​ຢູ່​ນີ້​ກໍ​ຄື​ກັນ. ​ເມື່ອ​ໃດ​ກໍ​ຕາມ​ທີ່​ທ່ານ​ໄດ້​ຍິນ​ຂ່າວສານ​ນີ້, ຂ້າພະ​ເຈົ້າຂໍ​ກ່າວ​ດັ່ງ​ທີ່​ພຣະ​ເຢ​ໂຮ​ວາ ​ໄດ້​ກ່າວ​ກັບ​ໂຢຊວຍ​ວ່າ, “ຈົ່ງ​ມີ​ໃຈ​ເດັດດ່ຽວ ​ແລະ ກ້າຫານ” (ໂຢຊວຍ 1:6). ຈົ່ງ​ກ້າຫານ ​ແລະ ຕຽມ​ຕົວ​ໃຫ້​ດີ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາມາດ​ເຮັດ​ໄດ້, ບໍ່​ວ່າ​ສະພາບ​ການ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ. ຈົ່ງ​ຕຽມ​ເປັນ​ສາມີ​ ​ແລະ ​ເປັນ​ພໍ່​ທີ່​ດີ; ຈົ່ງ​ຕຽມ​ເປັນ​ພົນລະ​ເມືອງ​ທີ່​ດີ ​ແລະ ​ເປັນ​ປະ​ໂຫຍ​ດ; ຈົ່ງ​ຕຽມ​ຮັບ​ໃຊ້ພຣະຜູ້​ເປັນ​ເຈົ້າ, ຜູ້​​ຊຶ່ງ​ຖານະ​ປະ​ໂລຫິດ​ທີ່​ທ່ານ​ດຳລົງ​ຢູ່​ນີ້​ເປັນ​ຂອງ​ພຣະອົງ. ບໍ່​ວ່າ​ທ່ານ​ຈະ​ອາ​ໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ, ພຣະບິດາ​ເທິງ​ສະຫວັນ​ຄິດ​ກ່ຽວ​ກັບ​ທ່ານ. ທ່ານ​ບໍ່​ໄດ້​ຢູ່​ຄົນ​ດຽວ; ທ່ານ​ມີ​ຖານະ​ປະ​ໂລຫິດ ​ແລະ ມີ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ.

​ໃນ​ຫລາຍໆ​ບ່ອນ ມີ​ຄົນຕ້ອງການ​ທ່ານ, ບ່ອນ​ທີ່​ສຳຄັນ​ທີ່​ສຸດ ​ແມ່ນ​ຢູ່​ໃນ​ກຸ່ມ​ໂຄຣຳຖານະ​ປະ​ໂລຫິດ​ຂອງ​ທ່ານ. ພວກ​ເຮົາ​ຕ້ອງການ​ໃຫ້​ມີ​ກຸ່ມ​ໂຄຣຳທີ່​ໃຫ້ການ​ບຳລຸງ​ລ້ຽງ​ແກ່​ສະມາຊິກ​ໃນວັນ​ອາທິດ ​ແລະ ຮັບ​ໃຊ້​ນຳ​ອີກ. ພວກ​ເຮົາ​ຕ້ອງການ​ໃຫ້​ມີ​ຜູ້ນຳ​ກຸ່ມ​​ໂຄຣຳທີ່​ເອົາ​ໃຈ​ໃສ່​ຕໍ່​ວຽກ​ງານ​ຂອງ​ພຣະ​ເຈົ້າ ​ແລະ ສົ່ງ​ເສີມ​ສະມາຊິກ​ໃນ​ກຸ່ມ ​ແລະ ຄອບຄົວ​ຂອງ​ເຂົາ​ເຈົ້າ, ​ແລະ ​ໃນ​ຄວາມ​ສຳ​ເລັດ​ຜົນ​ທີ່​ດີ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ ​ໃນ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າສາມາດ​ບັນລຸ.

​ໃຫ້​ຄິດ​ກ່ຽວ​ກັບ​ວຽກ​ງານ​ເຜີຍ​ແຜ່. ຊາຍ​ໜຸ່ມ​ທັງຫລາຍ, ພວກ​ເຈົ້າບໍ່​ມີ​ເວລາ​ທີ່​ຈະ​​ເສຍ​ໄປ​ລ້າໆ. ສຳຄັນ​ຫລາຍທີ່​ພວກ​ເຈົ້າຈະ​ຕຽມ​ຕົວ​ໃນ​ຕອນ​ນີ້ ​ແທນ​ທີ່​ຈະ​​ຕຽມ​ແບບ​ຟ້າວ​ຟັ່ງ. ພວກ​ເຈົ້າບໍ່​ຄວນ​ລໍຖ້າ​ຈົນ​ເຖິງ 17 ຫລື 18 ປີ ກ່ອນ​ຈະ​ຕຽມ. ກຸ່ມ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນສາມາດ​ຊ່ອຍສະມາຊິກ​ໃນ​ກຸ່ມ ​ໃຫ້​ເຂົ້າ​ໃຈ​ຄຳ​ສາບານ ​ແລະ ພັນທະ​ສັນຍາ​ທີ່​​ເຂົາ​ເຈົ້າໄດ້​ເຮັດ ​ແລະ ຕຽມ​ພ້ອມ​ສຳລັບ​ພິທີການ​ຂອງ​ຕຳ​ແໜ່​ງ​ແອວ​ເດີ; ​ເຂົາ​ເຈົ້າສາມາດ​ຊ່ອຍ​ຊາຍ​ໜຸ່ມ​ໃຫ້​ເຂົ້າ​ໃຈ ​ແລະ ຕຽມ​ຕົວ​ສຳລັບ​ພິທີການ​ຂອງ​ພຣະວິຫານ; ​ແລະ ​ເຂົາ​ເຈົ້າສາມາດ​ຊ່ອຍ​ຊາຍ​ໜຸ່ມ​ໃຫ້​ຕຽມ​ພ້ອມ​ສຳລັບ​ການ​ເຜີຍ​ແຜ່​ທີ່​ມີ​ປະສິດທິພາບ. ກຸ່ມ​ໂຄຣຳຖານະ​ປະ​ໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ​ແລະ ສະມາຄົມ​ສະຕີ​ສົງ​ເຄາະ​ສາມາດ​ຊ່ອຍ​ພໍ່​ແມ່​ຕຽມ​ຜູ້​ສອນ​ສາດສະໜາ​ຜູ້​ຮູ້ຈັກ​ພຣະຄຳ​ພີ​ມໍ​ມອນ ​ແລະ ຜູ້ທີ່​ຈະ​ເຂົ້າ​ໄປ​ໃນສະໜາມ​ເຜີຍ​ແຜ່​. ​ແລະ ​ໃນ​ແຕ່​ລະ​ຫວອດ ​ແລະ ສາຂາ, ກຸ່ມ​ໂຄຣຳ​ເຫລົ່າ​ນີ້​ສາມາຮ່ວມ​ໄມ້​ຮ່ວມ​ມື​ກັບ​ຜູ້​ສອນ​ສາດສະໜາ​ເຕັມ​ເວລາ ​ເພື່ອຮັບ​ໃຊ້​ຢູ່​ໃນ​ເຂດຂອງ​ຕົນ.

ວຽກ​ງານ​ທີ່​ຕ້ອງປະຕິບັດ​ໂດຍ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ເປັນ​ການ​ເອີ້ນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ຊຶ່ງ​ກ່າວ​ລຶ້ມຄືນ​ໂດຍ​ປະທານ​ທອມ​ມັສ ແອັສ ມອນ​ສັນ ​ເພື່ອ​ໃຫ້ຊ່ອຍ​ກູ້​ຊີວິດ​ຂອງ​ຄົນ​ທີ່​ອອກໄປ​ຈາກ​ສາດສະໜາ​ຈັກ ຫລື ຄົ​ນທີ່ບາດໝາງ​ບໍ່​ວ່າ​ຈະ​ເປັນ​ໃນ​​ເຫດຜົນ​ໃດ​ກໍ​ຕາມ. ​ພວກ​ເຮົາ​ໄດ້​ຮັບ​ຄວາມ​ສຳ​ເລັດ​ຜົນ​ຫລາຍ​ໃນ​ຄວາມ​ພະຍາຍາມ​ນີ້, ຮ່ວມ​ທັງ​ວຽກ​ງານ​ອັນ​ດີ​ເລີດ​ຂອງ​ກຸ່ມ​ຊາຍ​ໜຸ່ມ. ກຸ່ມ​ໂຄຣຳຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນຢູ່​ຫວອດ ຣຽວ ​​ແກ​ຣນ (ສະ​ແປນ​ນິສ) ​ໃນ​ເມືອງ​ອາ​ເບີ​ເຄກີ, ລັດ​ນິວ​ເມັກ​ຊິ​ໂກ ​ໄດ້​ປຶກສາ​ນຳ​ກັນ​ກ່ຽວ​ກັບວິທີ​ທີ່​​ເຂົາ​ເຈົ້າຈະນຳ​ຄົນ​ໃດ​ຄົນ​ໜຶ່ງກັບ​ຄືນ​ມາ​ໂບດ ​ແລະ ຈາກ​ນັ້ນກຸ່ມ​ຂອງ​ເຂົາ​ເຈົ້າ​ໄດ້​ໄປ​ຢ້ຽມຢາມ​ແຕ່ລະຄົນ​ນຳ​ກັນ. ຄົນ​ໜຶ່ງ​ໄດ້​ເວົ້າວ່າ, “ຕອນ​ເຂົາ​ເຈົ້າມາ​ເຄາະ​ປະຕູ​​ເຮືອນ​ຂອງ​ຂ້ານ້ອຍ, ຂ້ານ້ອຍຮູ້ສຶກ​ວ່າ​ຕົນ​ເອງ​ສຳຄັນ,” ​ແລະ ອີກ​ຄົນ​ໜຶ່ງ​ໄດ້​ກ່າວ​ວ່າ, “ຂ້ານ້ອຍຮູ້ສຶກ​ວ່າ​ມີ​ຄົນ​ຢາກ​ໃຫ້ຂ້ານ້ອຍກັບ​ໄປ​ໂບດ; ສິ່ງ​ນັ້ນ​ເຮັດ​ໃຫ້​ຂ້ານ້ອຍຢາກ​ໄປ​ໂບດ​ຕອນ​ນີ້​.” ​ເມື່ອ​ສະ​ມາຊິກ​ໃນ​ກຸ່ມ​ໂຄຣຳ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຊື້ອ​ເຊີນ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ໃຫ້​ກັບ​ຄືນ​​ໄປ​ໂບດ. ​ເຂົາ​ເຈົ້າ​ໄດ້​ຊວນລາວ​ໄປ​ນຳ​ເຂົາ​ເຈົ້າຕອນ​​ໄປ​ຢ້ຽມຢາມ​ຄົນ​ຕໍ່​ໄປ, ​ແລະ ລາວ​ກໍ​ໄດ້​ໄປ​ນຳ​ເຂົາ​ເຈົ້າ. ​ເຂົາ​ເຈົ້າບໍ່​ພຽງ​ແຕ່​ໄດ້​ເຊື້ອ​ເຊີນ​ລາວ​ໃຫ້​ໄປ​ໂບດ​ໃນ​ວັນ​ອາ​ທິດຕໍ່​ໄປ​ເທົ່າ​ນັ້ນ, ​ແຕ່​ເຂົາ​ເຈົ້າ​ໄດ້​ເຮັດ​ໃຫ້​ລາວ​ເປັນ​ພາກສ່ວນ​ໃນ​ກຸ່ມ​ຂອງ​ເຂົາ​ເຈົ້ານຳ​ອີກທັນທີ.

ການ​ທ້າ​ທາຍ​ອີກ​ຢ່າງ​ໜຶ່ງ​ແຕ່​​ໄດ້​ກະຕຸ້ນ​ວຽກ​ງານ​ຂອງ​ຖານະ​ປະ​ໂລຫິດ​ແມ່ນກ່ຽວ​ກັບ​ປະຫວັດ​ຄອບຄົວ ​ແລະ ພຣະວິຫານ. ​ໃຫ້​ລໍຄອຍ​ຈົດໝາຍ​ສະບັບ​ໜຶ່ງຂອງ​ຝ່າຍ​ປະທານ​ສູງ​ສຸດ ຊຶ່ງ​ຈະ​ມາ​ເຖິງ​​ໃນ​ບໍ່​ດົນ​ນີ້ທີ່​​ເອີ້ນ​ໃຫ້​ເຮັດ​ຕື່ມ ​ແລະ ​ໃຫ້​ເຫັນມະ​ໂນ​ພາບ​ທີ່​ສູງ​ກວ່າ​ກ່ຽວ​ກັບ​ວຽກ​ງານ​ທີ່​ສຳຄັນ​ນີ້ ຊຶ່ງ​ເຮົາ​ຕ້ອງ​ໄດ້​ເຮັດ.

ກຸ່ມ​ໂຄຣຳຂອງ​​ເຮົາ​ຍັງ​ໄດ້​ຈັດ​ໃຫ້​ມີ​ກຸ່ມ​ຊ່ອຍ​ເຫລືອ​ນຳ​ອີກ. ປະທານ​ກໍ​ດອນ ບີ ຮິງ​ລີ ຄັ້ງໜຶ່ງ​ໄດ້​ກ່າວ​ວ່າ: “ມັນ​ຈະ​ເປັນ​ວັນ​ທີ່​​ເປັນ​ໜ້າ​ປະຫລາດ​ໃຈ​ຫລາຍ, ອ້າຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ—ມັນ​ຈະເປັນ​ວັນທີ່​ເຕັມ​ໄປ​ດ້ວຍ​ຈຸດປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—​ເມື່ອ​ກຸ່ມ​ໂຄຣຳຖານະ​ປະ​ໂລຫິດ​ຂອງ​ເຮົາກາຍ​​ເປັນ​ຜູ້ຊ່ອຍ​​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ຊາຍ​ທຸກ​ຄົນ​ທີ່​ເປັນ​ສະມາຊິກຢູ່​ໃນ​ກຸ່ມ ​​ເມື່ອ​ທຸກ​ຄົນ​ຈະ​ສາມາດ​ກ່າວ​ອອກ​ມາ​ໄດ້​ວ່າ, ‘​ເຮົາ​ເປັນ​ສະມາຊິກ​ຢູ່​ໃນ​ກຸ່ມ​ໂຄຣຳຖານະ​ປະ​ໂລຫິດ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຂ້າພະ​ເຈົ້າພ້ອມ​ແລ້ວ​ທີ່​ຈະ​ຮັບ​ໃຊ້​ອ້າຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ​ໃນ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າຕ້ອງການ, ​ດັ່ງ​ທີ່​ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ​ເຂົາ​ເຈົ້າກໍ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ໃຊ້​ຂ້າພະ​ເຈົ້າ​ຄື​ກັນ. ​ໃນການ​​ເຮັດ​ວຽກ​ງານ​ນຳ​ກັນ, ​ເຮົາ​ຈະ​ເຕີບ​ໂຕ​ຂຶ້ນທາງ​ວິນ​ຍານ ​ໃນ​ຖານະ​ທີ່​ເປັນ​ບຸດ​​ແຫ່ງ​ພັນທະ​ສັນຍາ​ຂອງ​ພຣະ​ເຈົ້າ. ​ໃນ​ການ​ເຮັດ​ວຽກ​ງານ​ນຳ​ກັນ, ​ເຮົາ​ຈະ​ສາມາດ​ຢືນ​ຢູ່, ​ໂດຍ​ບໍ່​ມີ​ຄວາມ​ອັບອາຍ ​ແລະ ບໍ່​ຢ້ານ​ກົວ, ຕ້ານ​ລົມ​ຂອງ​ຄວາມ​ຍາກລຳບາກທີ່​ຈະ​ພັດ​ມາ, ບໍ່​ວ່າ​ຈະ​ເປັນ​ເລື່ອງ​ເສດຖະກິດ, ສັງຄົມ ຫລື ທາງ​ວິນ​ຍານ​ກໍ​ຕາມ.’”6

ເຖິງ​ແມ່ນ​ໄດ້​ໃຊ້​ຄວາມ​ພະຍາຍາມ​ໃຫ້​ດີ​ທີ່​ສຸດ​ແລ້ວ, ​ແຕ່​ບາງ​ສິ່ງ​ອາດ​ບໍ່​ເປັນ​ໄປ​ຕາມ​ທີ່​ເຮົາ​ໄດ້​ວາງ​ແຜນ​ໄວ້, ​ແລະ ​ໂດຍ​ສະ​ເພາະ “ລົມ​ຂອງ​ຄວາມ​ຍາກ​ລຳບາກ” ທີ່​ສາມາດ​ມາ​ເຖິງ​ຊີວິດຜູ້​ຊາຍ​ຄົນ​ໃດ​ຄົນ​ໜຶ່ງ​ໄດ້​ນັ້ນຄື ການ​ວ່າງ​ງານ. ​ປຶ້ມນ້ອຍ​ກ່ຽວ​ກັບ​ສະຫວັດ​ດີກາ​ນຂອງ​ສາດສະໜາ​ຈັກ​ສະ​ບັບ​​​ເດີມ​ໄດ້​ກ່າວ​ວ່າ, “ຊາຍ​ທີ່​ບໍ່​ມີ​ວຽກ​​ເຮັດ​ງານ​ທຳ ​​ເປັນ​ຊ່ວງ​ເວລາ​ພິ​ເສດ​ຕໍ່​ສາດສະໜາ​ຈັກ ​​ເພາະວ່າ ການ​ສູນ​ເສຍ​ຊັບ​ສົມບັດ​ຂອງ​ລາວ, ​ເທົ່າ​ກັບ​ວ່າ​ລາວ​ຖືກ​ທົດ​ລອງ ​ເໝືອນ​ດັ່ງ​ໂຢບ​ໄດ້​ຖືກ​ທົດ​ລອງ—ສຳລັບ​ຄວາມ​ຊື່ສັດ​ຂອງ​ລາວ. ​ເມື່ອ​ວັນກາຍ​ເປັນ​ອາທິດ ​ແລະ ກາຍ​ເປັນ​ເດືອນ ​ແມ່ນ​ແຕ່​ກາຍເປັນ​ປີຂອງ​ຄວາມ​ຍາກ​ລຳບາກ, ຄວາມ​ເຈັບ​ປວດ​ຈະ​ໜັກ​ຂຶ້ນກວ່າ​ເກົ່າ. … ສາດສະໜາ​ຈັກ​ບໍ່​ຫວັງ​ທີ່​ຈະ​ຊ່ອຍ​ກູ້​ຊີວິດ​ຂອງ​ຜູ້​ໃດ​​​ໄວ້​ໄດ້ ພຽງ​ແຕ່​ໃນ​ວັນ​ອາທິດ​ເທົ່າ​ນັ້ນ ຖ້າ​ຫາກ​ພາຍ​ໃນ​ອາທິດ​ເຂົາ​ບໍ່​ໄດ້​ເຮັດ​ແນວ​ໃດ​ເລີຍ.”7

​ໃນ​ເດືອນ​ເມສາ ປີ 2009, ອາ​ດີດ​ທີ່​ປຶກສາ​​ໃນ​ຝ່າຍອະທິການ​ຄວບ​ຄຸມ, ທ່ານຣິ​ເຈີດ ຊີ ​ເອດ​ລີ ​ໄດ້​ເລົ່າ​ເລື່ອງ​ໜຶ່ງ​ກ່ຽວ​ກັບ​ຕົວຢ່າງ​ຂອງ​ກຸ່ມ​ໂຄຣຳ​ທີ່ໄດ້ຊ່ອຍ​ເຫລືອ​ສະມາຊິກ​ຜູ້ຕົກ​ງານ ດັ່ງ​ນີ້:

“Phil’s Auto (ອູ່​ສ້ອມ​​ລົດຟຽວ) ຢູ່​ເມືອງເຊັນ​​ເທີ​ວຽວ, ລັດ​ຢູທາ, ​ກໍເປັນ​ຕົວຢ່າງໜຶ່ງ​​ເຖິງ​ສິ່ງ​ທີ່ຜູ້ນຳ ​ແລະ ສະມາຊິກ​ຢູ່​ໃນ​ກຸ່ມ​ໂຄຣຳສາມາດເຮັດ​ສຳ​ເລັດ. ຟຽວ ​ເປັນ​ສະມາຊິກ​ຄົນ​ໜຶ່ງ​ຢູ່​ໃນ​ກຸ່ມ​ໂຄຣຳຂອງ​ແອວ​ເດີ ​ແລະ ​ໄດ້​ທຳ​ງານ​​ເປັນ​ຊ່າງ​ແປງ​ລົດ​ຢູ່​ອູ່​ລົດບ່ອນ​ໜຶ່ງ​ໃນ​ເມືອງ​ທີ່​ລາວ​ອາ​ໄສ​ຢູ່. ໜ້າ​ເສຍ​ໃຈ​ທີ່ທຸລະ​ກິດ​ໃນ​ບ່ອນ​ທີ່​ລາວທຳ​ງານ​​ບໍ່​ດີ​ປານ​ໃດ ​​ເຂົາ​ເຈົ້າຈຶ່ງ​​ໄດ້​ໃຫ້​ລາວ​ອອກ​ການ. ລາວ​ມີ​ຄວາມ​ເປັນ​ຫ່ວງ​ຫລາຍ​ກັບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນນັ້ນ.

“​ເມື່ອ​ໄດ້​ຍິນ​​ວ່າ​ຟຽວຕົກ​ງານ, ອະທິການ​ຂອງ​ລາວ, ລີ​ອອນ ​ອໍ​ສັນ, ​ແລະ ຝ່າຍ​ປະທານ​ຂອງ​ກຸ່ມ​ໂຄຣຳຂອງ​ລາວ ​ໄດ້​ອະທິຖານ​ຊອກ​ຫາ​ວິທີ​ທີ່​ຈະຊ່ອຍ​ເຫລືອ​ລາວ. ​ເຖິງ​ແນວ​ໃດ​ລາວ​ກໍ​ເປັນ​ເພື່ອນ​ໃນ​ກຸ່ມ​ໂຄຣຳຂອງ​ເຂົາ​ເຈົ້າ, ​ເປັນ​ອ້າຍ​ນ້ອງ​ຄົນ​ໜຶ່ງ, ​ແລະ ລາວ​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ. ​ເຂົາ​ເຈົ້າຮູ້​ວ່າ ຟຽວຊຳ​ນານ​ພໍທີ່​ຈະ​ເປີດ​ອູ່​ລົດ​ຂອງ​ລາວ​ເອງ. ​ຄົນ​ໜຶ່ງ​ໃນ​ກຸ່ມ​ໂຄຣຳ​ໄດ້​ເວົ້າວ່າ ລາວ​ມີສາງ​ເກົ່າ​ຢູ່​ບ່ອນ​ໜຶ່ງ​ ​ແລະ ສາມາດ​ໃຊ້​​ເປັນ​ອູ່​ສ້ອມລົດ​ໄດ້. ຄົນ​ອື່ນໆ​ໃນ​ກຸ່ມ​ສາມາດ​ຊອກ​ຫາ​ເຄື່ອງມື​ມາ​ໃສ່ ​ເກືອບ​ທຸກ​ຄົນ​ຢູ່​ໃນ​ກຸ່ມ​ກໍສາມາດຊ່ອຍ​ມ້ຽນ​ມັດສາ​ງ​ໄດ້.

“​ເຂົາ​ເຈົ້າ​ໄດ້​ບອກ​ແນວ​ຄິດ​ຂອງ​ເຂົາ​ເຈົ້າ​ໃຫ້​ຟຽວຟັງ; ​ແລ້ວ​ເຂົາ​ເຈົ້າ​ໄດ້​ບອກ​ໃຫ້​ຄົນ​ຢູ່​ໃນ​ກຸ່ມ​​ໂຄຣຳຮູ້ຈັກ​ກ່ຽວ​ກັບ​ແຜນການ​ນັ້ນ. ​ແລ້ວ​ກໍ​ໄດ້​ພາກັນ​ມ້ຽນ​ມັດສາ​ງ, ​ໄດ້​ຊອກ​ຫາ​ເຄື່ອງ​ມື, ​ແລະ ທຸກ​ສິ່ງ​ກໍ​ໄດ້​ເປັນ​ໄປ​ຕາມ​ທີ່​ວາງ​ແຜນ. ອູ່​ສ້ອມ​ລົດ​ຟຽວ​ໄດ້ຈະ​ເລີນ​ກ້າວ​ໜ້າ​ຫລາຍ ຈົນ​ວ່າ​ລາວ​ໄດ້​ຍ້າຍ​ໄປ​ຫາ​ສະຖານ​ທີ່​ອື່ນ​ທີ່​ຖາວອນ—​ສິ່ງ​ນີ້ເປັນ​ໄປ​ໄດ້​ເພາະ​ອ້າຍ​ນ້ອງ​ໃນ​ກຸ່ມ​ໂຄຣຳ ​ໄດ້​ຊ່ອຍ​ເຫລືອ​ຢ່າງທັນ​ການ.”8

​ແນ່ນອນ, ດັ່ງ​ທີ່​ໄດ້​ກ່າວ​ຕະຫລອດ​ໂດຍ​ສາດ​ສະ​ດາ​ເປັນ​ເວລາ​ຫລາຍ​ປີ ທີ່​ວ່າ, “ສິ່ງ​ສຳຄັນ​ທີ່​ສຸດ​ຂອງ​ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າທີ່​ຈະ​ເຮັດ ​ແມ່ນ​ຢູ່​ພາຍ​ໃນ​ເຮືອນ​ຂອງ​ທ່ານ​ເອງ.”9 ​ເຮົາ​ມີ​ຫລາຍ​ສິ່ງ​ທີ່​ຈະ​ເຮັດ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ແຕ່ງງານ​ໃນ​ສັງຄົມ​ທີ່ນັບຖື​ວ່າການ​ແຕ່ງງານ​ບໍ່​ສຳຄັນ ​ແລະ ປະຕິ​ເສດ​ຈຸດປະສົງ​ຂອງ​ມັນ. ​ເຮົາ​ມີ​ຫລາຍ​ສິ່ງ​ທີ່​ຈະ​ເຮັດ ​ເພື່ອ​ສອນ​ລູກໆ​ຂອງ​ເຮົາ​ໃຫ້ອະທິຖານ, ​ແລະ ​ເດີນໄປ​ຢ່າງ​ຊື່​ຕົງ​ຕໍ່​ພຣະພັກ​ຂອງ​ພຣະຜູ້​ເປັນ​ເຈົ້າ (​ເບິ່ງ D&C 68:28). ວຽກ​ງານ​ຂອງ​ເຮົາ​​ແມ່ນ​ການ​ຊ່ອຍ​ເຫລືອ​ລູກໆ​ຂອງ​ເຮົາ​​ໃຫ້ມີ​ປະສົບ​ການ​ກັບ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ​ໃນ​​ໃຈ ຫລື ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະຜູ້​ເປັນ​ເຈົ້າ ຊຶ່ງ​ກ່າວ​ໄວ້​ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ​ຢ່າງ​ແຈ່ມ​ແຈ້ງ (ເບິ່ງ ​ໂມ​​ໄຊ​ຢາ 5:1–12; ​ແລະ ​ແອວ​ມາ 26). ພ້ອມ​ດ້ວຍ​ສະມາຄົມ​ສະຕີ​ສົງ​ເຄາະ, ກຸ່ມ​ໂຄຣຳຖານະ​ປະ​ໂລຫິດ​ສາມາດ​​ເສີມ​ສ້າງ​ພໍ່​ແມ່​ ​ແລະ ການ​ແຕ່ງງານ, ​ແລະ ກຸ່ມ​ໂຄຣຳຖານະ​ປະ​ໂລຫິດ​ສາມາດ​ຈັດ​ຫາ​ພອນ​ຂອງ​ຖານະ​ປະ​ໂລຫິດ​ໃຫ້​ຄອບຄົວ​ທີ່​ ພໍ່ ຫລື ​ແມ່​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ​ນຳ​ອີກ.

​ແມ່ນ​ແລ້ວ, ອ້າຍ​ນ້ອງ​ທັງຫລາຍ, ພວກ​ເຮົາ​ມີ​ວຽກ​ງານ​ທີ່​ຈະ​ເຮັດ. ຂອບ​ໃຈ​ຫລາຍໆ​ສຳລັບ​ການ​ເສຍ​ສະລະ ​ແລະ ຄວາມ​ດີ​ທີ່​ທ່ານ​ໄດ້​ເຮັດ. ຈົ່ງ​ເຮັດ​ຕໍ່​ໄປ, ​ແລະ ພຣະຜູ້​ເປັນ​ເຈົ້າຈະ​ຊ່ອຍ​ເຫລືອ​ທ່ານ. ບາງທີ​ທ່ານ​ອາດ​ບໍ່​ຮູ້ວ່າ​ຈະ​ເຮັດ​ຫຍັງ ຫລື ຈະ​ເວົ້າຫຍັງ—ພຽງ​ແຕ່​​ໃຫ້​ມຸ້ງ​ໄປ​ໜ້າ. ​ເລີ່​ມຕົ້ນ​ເຮັດ, ​ແລະ ພຣະຜູ້​ເປັນ​ເຈົ້າ ຈະ​ເຮັດ​ໃຫ້​ທ່ານ​ແນ່​ໃຈ​ວ່າ ປະຕູ​ທີ່​ເປັນ​ປະ​ໂຫຍ​ດຈະ​ເປີດ​ສຳລັບ​ທ່ານ (ເບິ່ງ D&C 118:3). ​ເລີ່ມຕົ້ນ​ເວົ້າ, ​ແລະ ພຣະອົງ​ສັນຍາວ່າ ​ເຮົາຈະ​ບໍ່​ຖືກ​ເຮັດ​ໃຫ້​ຈຳນົນຢູ່​ຕໍ່ໜ້າ​ມະນຸດ; ເພາະ​ມັນ​ຈະ​ຖືກ​ມອບ​ໃຫ້​​ເຮົາ​ໃນ​ຊົ່ວ​ໂມງ​ນັ້ນ​ເອງ, ​ແທ້​ຈິງ​ແລ້ວ, ​ໃນ​​ເວລານັ້ນ​ເອງ, ສິ່ງ​ທີ່​​ເຮົາຈະ​ກ່າວ (ເບິ່ງ D&C 100:5–6). ​ເປັນຄວາມ​ຈິງ​ທີ່​ວ່າ ​ໃນຫລາຍ​ວິທີ​ທາງ​ເຮົາ​ກໍ​ເປັນ​ຄົນ​ທຳ​ມະ​ດາ ​ແລະ ຂາດ​ຕົກ​ບົກພ່ອງ, ​ແຕ່​ເຮົາ​ມີ​ພຣະອາຈານ​ທີ່​ດີ​ພ້ອມ ທຸກ​ຢ່າງ ຜູ້​ໄດ້ທຳ​ການ​ຊົດ​ໃຊ້​ທີ່​ບໍລິບູນ, ​ແລະ ​ເຮົາ​ໄດ້​ເອີ້ນ​ຫາ​ພຣະຄຸນ ​ແລະ ຖານະ​ປະ​ໂລຫິດ​ຂອງ​ພຣະອົງ. ​ເມື່ອ​ເຮົາ​ກັບ​ໃຈ ​ແລະ ຊຳລະ​ລ້າງ​ຈິດ​ວິນ​ຍານ​ຂອງ​ເຮົາ, ​ເຮົາ​ຖືກ​ສັນຍາ​ວ່າ ​ເຮົາ​ຈະ​ໄດ້​ຮັບ​ການ​ສິດສອນ ​ແລະ ຮັບອຳນາດຈາກເບື້ອງບົນ (ເບິ່ງ D&C 43:16).

ສາດ​ສະໜາ​ຈັກ ​ແລະ ​ໂລກ ​ແລະ ຜູ້ຍິງ ພວມ​​ເອີ້ນ​ຫາ​ຜູ້​ຊາຍ, ຜູ້​ຊາຍ​ທີ່​ພັດທະນາ​ຄວາມ​ສາມາດ ​ແລະ ພອນ​ສະຫວັນ, ຜູ້​ເຕັມ​ໃຈ​ທີ່​ຈະ​ອອກ​ແຮງ ​ແລະ ​ເສຍ​ສະລະ, ຜູ້​ຈະ​ຊ່ອຍ​ເຫລືອ​ຄົນ​ອື່ນ​ໃຫ້​ບັນລຸ​ເຖິງ​ຄວາມສຸກ ​ແລະ ຄວາມ​ລອດ. ​ເຂົາ​ເຈົ້າຮ້ອງ​​ໂຮວ່າ, “ຈົ່ງ​ລຸກຂຶ້ນ ​ໂອ້​, ບຸ​ລຸດ​ຂອງ​ພຣະ​ເຈົ້າ!”10 ຂໍ​ໃຫ້​ພຣະ​ເຈົ້າຈົ່ງ​ຊ່ອຍ​ເຫລືອ​ເຮົາ​ໃຫ້​ເຮັດ​ສິ່ງ​ນີ້. ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

Show References

  1.  

    1. Kay S. Hymowitz, Manning Up: How the Rise of Women Has Turned Men into Boys (2011), 16.

  2.  

    2. “​ເມື່ອ​ທ່ານ​ຖາມ​ຊາວໜຸ່ມ​ໃນ​ປະຈຸ​ບັນ​ນີ້​ວ່າ​​ແມ່ນ​ຫຍັງ​ຈະ​ເຮັດ​ໃຫ້​ເຂົາ​ເປັນ​ຜູ້​ໃຫຍ່, ​ເກືອບ​ບໍ່​ມີ​ທຸກ​ຄົນ​ກ່າວ​ເຖິງ​ການ​ແຕ່ງງານ. ​ສ່ວນ​ຫລາຍ​​ເຂົາ​ຈະ​ບອກ​ກ່ຽວ​ກັບ​ການ​ທຳ​ງານ—ການ​ສຶກສາ, ການ​ເປັນ​ອິດ​ສະລະ​ເລື່ອງ​ການ​ເງິນ, ​ເຮັດ​ວຽກ​​ເຕັມ​ເວລາ—​ເປັນ​ເຄື່ອງໝາຍ​ວ່າ​ເຂົາ​ປະສົບ​ຄວາມ​ສຳ​ເລັດ. ການ​ທຳ​ງານ, ອາຊີບ, ການ​ເປັນ​ອິດ​ສະລະ: ນີ້​ຄື​​ແຫ​ລ່ງຕົ້ນຕໍ​ຂອງ​ການ​ບົ່ງ​ບອກ​ໃນ​ປະຈຸ​ບັນ​ນີ້” (Hymowitz, Manning Up, 45). ຄວາມ​ກົດ​ດັນ​ທີ່​ຜູ້ຍິງຕ້ອງ​ປັບ​ຕົວ​ເຂົ້າກັບຄວາມ​ຄິດ​ທີ່​ບໍ່​ຢາກ​ແຕ່ງງານ​ແມ່ນ​ໜັກໜ່ວງ. ໜັງສືພິມ Times of London ​ໄດ້​ຂຽນ​ວ່າ: “ບໍ່ມີ​ໃຜ​ໃນ​ຄອບຄົວຂອງ​ຂ້າພະ​ເຈົ້າ ຫລື ນາຍຄູ​ຂອງ​ຂ້າພະ​ເຈົ້າ, ​​ເຄີຍ​ເວົ້າວ່າ, ‘​ແມ່ນ​ແລ້ວ, ​ແລະ ອີກ​ຢ່າງ​ໜຶ່ງ ​ເຈົ້າກໍ​ຄວນ​ຢາກ​ເປັນ​​ເມຍ ​ແລະ ​ແມ່​ນຳ​ອີກ.’ ​ເຂົາ​ເຈົ້າມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ໃຫ້​ເຮົາ​ເຮັດ​ຕາມ​ເສັ້ນທາງ​ສະ​ໄໝ​ໃໝ່​ສຳລັບ​ທຸກ​ຄົນ ວ່າຄວາມ​ກະຕືລືລົ້ນ​ໃນ​ການ​ແຕ່ງງານ​ຂອງ​ຜູ້ຍິງ—ທີ່​ຈະ​ແຕ່ງງານ ​ແລະ ມີ​ຄອບຄົວ—​ໄດ້​ຖືກ​ຍົກ​ອອກ​ໄປ​ຈາກ​ພາບ​ໃນ​ອະນາຄົດ​ຂອງ​ເຂົາ​” (Eleanor Mills, “Learning to Be Left on the Shelf,” Sunday Times, Apr. 18, 2010, www.thetimes.co.uk; in Hymowitz, Manning Up, 72). ນັກ​ຂຽນ​ຜູ້​ໜຶ່ງ​ອີກ​ທີ່​ມີ​ອາຍຸ​ປະມານ 40 ກວ່າ​ປີ ​ໄດ້​ອ້າງ​ເຖິງ​ຄຳ​ຕອບ​ບາງ​ຢ່າງ​ຕໍ່​ເລື່ອງສັ້ນທີ່​ນາງ​ໄດ້​ຂຽນ​ກ່ຽວ​ກັບ​ຄວາມ​ກິນ​ແໜງ​ທີ່​ນາງ​ບໍ່​ໄດ້​ແຕ່ງງານ ດັ່ງ​ນີ້: “ຂ້າພະ​ເຈົ້າລະ​ເປັນຕາ​ໜ່າຍ​ທີ່​ໄດ້​ຍິນ​ທ່ານ​ເວົ້າ​ເຖິງ​ຄວາມ​ຕ້ອງການ​ທີ່​ຈະ​ມີ​ຜົວ,” “​ໃຫ້​ມີ​ຄວາມ​ນັບຖື​ຕົນ​ເອງ​​​ແດ່!” “​ທ່ານ​ເຮັດ​ໃຫ້ການ​ເພິ່ງ​ພາ​ອາ​ໄສ​ຄົນ​ອື່ນ​ກາຍ​ເປັນ​ເລື່ອງຕ່ຳ,” ​ແລະ “ຖ້າ​ຫາກ​ລູກ​ສາວ​ຂອງ​ຂ້າພະ​ເຈົ້າ​ເຕີບ​ໂຕ​ຂຶ້ນ ​ແລະ ຄິດຢາກ​ໄດ້​ຜົວ​ ​ແມ່ນ​ແຕ່​ເທົ່າ​ກັບ​ເຄິ່ງໜຶ່ງ​ທີ່​ທ່ານ​ຢາກ​ໄດ້, ຂ້າພະ​ເຈົ້າຄິດ​ວ່າ ຂ້າພະ​ເຈົ້າ​ໄດ້​ເຮັດ​ບາງສິ່ງ​ທີ່​ບໍ່ ​ຖືກຕ້ອງ​ໃນ​ການ​ລ້ຽງ​ດູ​ນາງ” (Lori Gottlieb, Marry Him: The Case for Settling for Mr. Good Enough [2010], 55).ຂ່າວ​ດີ​ແມ່ນ​ວ່າ ຄົນ​ສ່ວນ​ຫລາຍ, ຮ່ວມ​ທັງ​ຜູ້​ໃຫຍ່​ໂສດ, ບໍ່​​ເຊື່ອ​ຂ່າວສານ​ກ່ຽວ​ກັບ​ການ​ຕໍ່ຕ້ານ​ການ​ແຕ່ງງານ, ການ​ຕໍ່ຕ້ານ​ຄອບຄົວ. “ອີງ​ຕາມ​ການຄົ້ນຄວ້າ​ຂອງ​ຝ່າຍ​ເສດຖະກິດ​ຢູ່ມະຫາວິທະຍາ​ໄລ ​ເພັນ​ຊິນ​ເວ​ເນຍ, ຢູ່​ໃນ​ສະຫັດ​ລັດ ​ໃນ​ປີ 2008, 86 ​ເປີ​ເຊັນ ຂອງ​ຈຳນວນ​ນັກ​ສຶກສາ​ລະດັບ​ຂັ້ນວິທະຍາ​ໄລ​ທີ່​ເປັນຜູ້ຍິງ​ເຊື້ອ​ຊາດ​ຄົນ​ຂາວ ຈະ​ແຕ່ງງານ​ກ່ອນ​ມີ​ອາຍຸ 40 ປີ, ປຽບທຽບ​ໃສ່​ກັບ 88 ​ເປີ​ເຊັນ ຂອງ​ຄົນ​ທີ່​ມີ​ການ​ສຶກສາ​ໜ້ອຍ​ກວ່າ​ສີ່​ປີ​. ຈຳນວນ​ຂອງ​ນັກຮຽນ​ຜູ້​ຊາຍ ​ເຊື້ອ​ຊາດ​ຄົນ​ຂາວ​ກໍ​ເທົ່າໆ​ກັນ: 84 ​ເປີ​ເຊັນ ​ໄດ້​ແຕ່ງງານ​ກ່ອນ​ເຖິງ​ອາຍຸ 40 ປີ​ ໃນ​ປີ 2008. ຕາມສາມັນ​ສຳ​ນຶກ, ບໍ່​ແມ່ນ​ຕາມການສະ​ແດງຈາກ​ການຄົ້ນຄວ້າ, ​ເມື່ອ​ເວົ້າ​ແລ້ວ, ອາດ​ເປັນ​ວ່າ ການ​ແຕ່ງງານ​ເປັນ​ສິ່ງ​ທີ່​ບໍ່​ດີ​ສຳລັບຜູ້ຍິງ. ​ແຕ່​ຜູ້ຍິງ ​ເຊື້ອ​ຊາດ​ຄົນ​ຂາວ ທີ່​ຮຽນ​ຈົບ​ມະຫາວິທະຍາ​ໄລ ບໍ່​ໄດ້​ເຊື່ອ​ວ່າ​ເປັນ​ແນວ​ນັ້ນ. ​ເຂົາ​ເຈົ້າຄິດ​ວ່າ ‘ຄົນ​ທີ່​ແຕ່ງງານ ​ໂດຍ​ທົ່ວ​ໄປ​ແລ້ວ ຈະ​ມີ​ຄວາມສຸກ​ຫລາຍ​ກວ່າ​ຄົນ​ທີ່​ບໍ່​ໄດ້​ແຕ່ງງານ.’ … ຄົນ​ສ່ວນ​ຫລາຍ—70 ​ເປີ​ເຊັນ—​ໃນ​ປີ​ທຳ​ອິດ​ທີ່​ສຶກສາ​ຢູ່​ວິທະຍາ​ໄລ ຄິດ​ວ່າການ​ສ້າງຄອບຄົວ ‘​ເປັນ​ສິ່ງ​ຈຳ​ເປັນ’ ຫລື ‘ສຳຄັນ​ຫລາຍ’ ຕໍ່​ອະນາຄົດ​ຂອງ​ເຂົາ​ເຈົ້າ” (Hymowitz, Manning Up, 173–74).

  3.  

    3. Philip G. Zimbardo and Nikita Duncan, The Demise of Guys: Why Boys Are Struggling and What We Can Do about It (2012), e-book; see the chapter “Behind the Headlines.”

  4.  

    4. Barbara Dafoe Whitehead, Why There Are No Good Men Left: The Romantic Plight of the New Single Woman (2003), 67.

  5.  

    5. Amanda Dickson, “‘Hunger Games’ Main Character a Heroine for Our Day,” Deseret News, Apr. 2, 2012, www.deseretnews.com.

  6.  

    6. Gordon B. Hinckley, “Welfare Responsibilities of the Priesthood Quorums,” Ensign, Nov. 1977, 86.

  7.  

    7.  Helping Others to Help Themselves: The Story of the Mormon Church Welfare Program (1945), 4.

  8.  

    8. Richard C. Edgley, “This Is Your Phone Call,” Liahona and Ensign, May 2009, 54.

  9.  

    9.  Teachings of Presidents of the Church: Harold B. Lee (2000), 134.

  10.  

    10. “Rise Up, O Men of God,” Hymns, no. 323.