ຂ້າມ​ໜ້າ​ຊີ້​ນຳ​ຕົ້ນ​ຕໍນີ້
ເດືອນຕຸລາ 2012 | ອ້າຍ​ນ້ອງ​​ທັງຫລາ​ຍ, ​ເຮົາ​ມີ​ວຽກ​ງານ​ທີ່​ຈະ​ເຮັດ

ອ້າຍ​ນ້ອງ​​ທັງຫລາ​ຍ, ​ເຮົາ​ມີ​ວຽກ​ງານ​ທີ່​ຈະ​ເຮັດ

ເດືອນຕຸລາ 2012 ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ

ສຽງ ດາວ​ໂຫລ​ດ Print Share close

ໃນ​ຖານະ​ທີ່​ເປັນ​ຊາຍ​ແຫ່ງ​ຖານະ​ປະ​ໂລຫິດ, ​ເຮົາ​ມີ​ບົດບາດ​ທີ່​ສຳຄັນ​ທີ່​ຈະ​ເຮັດ​ຢູ່​ໃນ​ສັງຄົມ, ຢູ່​ໃນ​ບ້ານ​ເຮືອນ, ​ແລະ ຢູ່​ໃນ​ສາດສະໜາ​ຈັກ.

ອ້າຍ​ນ້ອງ​ທັງຫລາຍ, ​ຫລາຍ​ສິ່ງ​​ໄດ້​ເຄີຍຖືກ​ກ່າວ ​ແລະ ​ໄດ້​ເຄີຍ​ຖືກຂຽນ​​ໃນ​ຫລາຍປີ​ທີ່​ຜ່ານ​ມາ​ນີ້ ກ່ຽວ​ກັບ​ການ​ທ້າ​ທາຍ​ຂອງ​ຜູ້​ຊາຍ​ໃຫຍ່ ​ແລະ ຊາຍໜຸ່ມ. ຕົວຢ່າງຈຳນວນ​ໜ້ອຍ​ໜຶ່ງ​ຂອງ​ຊື່​​ປຶ້ມແມ່ນ ​​Why There Are No Good Men Left (ເປັນ​ຫຍັງຈຶ່ງ​ບໍ່​ມີ​ຜູ້​ຊາຍ​ທີ່​ດີ​ເຫລືອ​ຢູ່),The Demise of Guys (ການ​ສາບ​ສູນຂອງ​ຜູ້​ຊາຍ), The End of Men (ທີ່​ສຸດ​ຂອງ​ຜູ້​ຊາຍ) , Why Boys Fail (​ເປັນ​ຫຍັງ​ຜູ້​ຊາຍ​ຈຶ່ງ​ຕົກ​ໄປ) , ​ແລະ Manning Up (ຈົ່ງ​ລຸກຂຶ້ນ​ເປັນ​ສຸພາບ​ບຸລຸດ) . ​ເປັນ​ໜ້າ​ສົນ​ໃຈ, ສ່ວນ​ຫລາຍ​ແລ້ວ​ປຶ້ມດັ່ງກ່າວຂຽນ​ໂດຍ​ຜູ້ຍິງ. ​ໃນ​ຫລາຍ​ກໍລະນີ, ​ໃນ​ບັນດາ​ການ​ວິ​ໄຈ​ດັ່ງກ່າວຢູ່​ໃນ​ສັງຄົມ​ໃນ​ປະຈຸ​ບັນ ຜູ້​ຊາຍໃຫຍ່ ແລະ ນ້ອຍໄດ້ຮັບ​ຂ່າວສານທີ່​ລົດກຽດ ແລະ ຂັດກັບບົດບາດ ​ແລະ ຄ່າ​ຄວນ​ຂອງເຂົາເຈົ້າໃນ​ສັງຄົມ.

ນັກ​ຂຽນ​ປຶ້ມຊື່ວ່າ Manning Up ​ໄດ້ອະທິບາຍ​ໃນ​ລັກສະນະ​ນີ້​ວ່າ: “​ເກືອບ​ເປັນ​ກົດ​ທີ່​ໃຊ້​ກັນ​ທົ່ວ​ໄປ​ວ່າ ​ເດັກນ້ອຍ​ຜູ້​ຍິງ​ໄດ້​ກາຍ​ເປັນ​ສະຕີເມື່ອ​ເຂົາເຖິງ​ກະສຽນ, ສ່ວນ​ເດັກນ້ອຍ​ຜູ້​ຊາຍ​ຕ້ອງ​ໄດ້​ຜ່ານ​ການ​ທົດ​ສອບ​ເສຍ​ກ່ອນ. ​ເຂົາ​ຕ້ອງ​ໄດ້​ສະ​ແດງ​ຄວາມ​ກ້າຫານ, ຄວາມ​ສາມາດ​ທາງ​ກຳລັງ, ຫລື ​ເກັ່ງ​ກ້າ​ໃນ​ຄວາມ​ຊຳນານ​ບາງ​ຢ່າງ. ຈຸດ​ເປົ້າໝາຍ​ແມ່ນ ການ​ພິສູດ​ຄວາມສາມາດ​ຂອງ​ເຂົາ ​ໃນ​ການ​ເປັນ​ຜູ້​ປົກປ້ອງ​ຜູ້ຍິງ ​ແລະ ​ເດັກນ້ອຍ; ນີ້​ແມ່ນ​ບົດບາດ​ຕົ້ນຕໍ​ຂອງ​​ເຂົາ. ປະຈຸ​ບັນ​ນີ້, ​ໂດຍ​ທີ່​ຜູ້ຍິງ​ກ້າວ​ໜ້າ​​ເລື່ອງ​ເສດຖະກິດ, ການ​ທີ່​ມີ​ສາມີ ​ແລະ ພໍ່​ຂອງ​ລູກ​ເປັນ​ຜູ້​ຫາ​ລ້ຽງ ​​ກາຍ​ເປັນ​ສິ່ງ​ທີ່​ເລືອກ​ເຮັດ​ແລ້ວ, ​ແລະ ລັກສະນະ​ທີ່​ດີ​ ຊຶ່ງ​ຜູ້ຊາຍ​ຕ້ອງ​ສະ​ແດງ​ອອກ​ມາ—​ເຊັ່ນ ຄວາມອົດທົນ, ສຸກ​ຂຸມ, ກ້າຫານ, ຊື່ສັດ—​ໄດ້​ເຊົາ​ໃຊ້​ແລ້ວ ​ແລະ ​ແມ່ນ​​ແຕ່​ເປັນ​ສິ່ງ​ອັບອາຍ​ເລັກ​ນ້ອຍທີ່​ຈະ​ເຮັດ.”1

​ໃນ​ຄວາມ​ກະຕືລືລົ້ນທີ່​ຈະ​ສົ່ງ​ເສີມ​ໂອກາດ​ໃຫ້​ແກ່​ຜູ້ຍິງ, ສິ່ງ​ໜຶ່ງ​ທີ່​ພວກ​ເຮົາ​ຍ້ອງຍໍ, ບາງ​ຄົນ​ໄດ້ດູ​ຖູ​ກຜູ້​ຊາຍ​ໃນ​ສິ່ງ​ທີ່​ເຂົາ​ຫາ​ມາ​ໄດ້. ​​ເບິ່ງ​ຄື​ວ່າ ​ເຂົາ​ເຈົ້າຄິດ​ວ່າ ​ເປັນການ​ແຂ່ງຂັນ​ລະຫວ່າງ​ຜູ້​ຊາຍ ​ແລະ ຜູ້ຍິງ—ດັ່ງນັ້ນ, ວ່າ​ຄົນ​ໜຶ່ງ​ຕ້ອງ​ຢູ່​ເໜືອອີກ​ຄົນ​ໜຶ່ງ, ​ແລະ ບັດ​ນີ້​ເປັນ​ທີ​ຂອງ​ຜູ້ຍິງ. ບາງ​ຄົນ​ຖຽງ​ວ່າ ອາຊີບ​ເປັນ​ສິ່ງ​ຈຳ​ເປັນ ​ແລະ ການ​ແຕ່ງງານ ​ແລະ ການ​ມີ​ລູກ​ເປັນ​ສິ່ງ​ທີ່​ເລືອກ​​ເຮັດ. ສະນັ້ນ, ​ເຮົາ​ຕ້ອງການ​ຜູ້​ຊາຍ​ບໍ?2 ຢູ່​ໃນ​ໜັງ​ຂອງ Hollywood, ​ລາຍການ​ຢູ່​ໃນ​ໂທລະທັດ, ​ແລະ ​ແມ່ນ​ແຕ່​ຂ່າວ​ໂຄສະນາ, ຜູ້​ຊາຍ​ຖືກສະ​ແດງ​ວ່າ​ເປັນ​ຄົນ​ທີ່​ຂາດ​ຄວາມ​ຊຳນານ, ບໍ່​ເປັນ​ຜູ້​ໃຫຍ່​ພໍ, ຫລື ​ຄິດ​ນຳ​ແຕ່​ຕົນ​ເອງ. ​ໃນ​ສັງຄົມ​ທີ່​ຕັດ​ສິດ​ຂອງ​ຜູ້​ຊາຍ​ຈາກ​ບົດບາດ​ຂອງ​​ເຂົາ ​ໄດ້ສ້າງ​ຄວາມ​ເສຍ​ຫາຍ​ຫລາຍ.

ຢູ່ໃນສະຫະລັດອາເມຣິກາ, ຍົກຕົວຢ່າງ, ມີລາຍງານວ່າ “​ເດັກ​ນ້ອຍ​ຜູ້ຍິງ​ຮຽນ​​ເກັ່ງ​ກວ່າເດັກນ້ອຍ​ຜູ້​ຊາຍ​ໃນ​ທຸກ​ຂະ​ແໜງ, ຈາກ​ໂຮງຮຽນ​ຊັ້ນປະຖົມ ​ເຖິງ​ມະຫາວິທະຍາ​ໄລ. ຍົກ​ຕົວຢ່າງ ​ໃນ​​ໂຮງຮຽນ​ມັດທະຍົມປີ​ສຸດ​ທ້າຍ ພຽງ​ແຕ່ 20 ​ເປີ​ເຊັນ​ຂອງ​ຈຳນວນ​ເດັກນ້ອຍ​ຜູ້​ຊາຍ​ເກັ່ງ​ດ້ານ​ການ​ຂຽນ ​ແລະ 24 ​ເປີ​ເຊັນ​ເກັ່ງ​ດ້ານ​ການ​ອ່ານ. ຄະ​ແນະ​ເສັງ SAT (ຊັ່ງ​ຊາ​ເບິ່ງ​ຄວາມ​ຮູ້) ​ໃນ​ປີ 2011 ​ແມ່ນ​ຕ່ຳ​ກວ່າ​ໃນ 40 ປີຜ່ານ​ມາ. ອີງ​ຕາມຫ້ອງການ​ສະຖິຕິ​ການ​ສຶກສາ​ແຫ່ງ​ຊາດ (NCES), ​ເດັກນ້ອຍ​ຜູ້​ຊາຍຈຳນວນ 30 ​ເປີ​ເຊັນ ຈະ​ເຊົາ​ໄປ​ໂຮງຮຽນອຸດົມ ​ແລະ ວິທະຍາ​ໄລ ຫລາຍ​ກວ່າ​ເດັກນ້ອຍ​ຜູ້ຍິງ​. … ມີ​ການ​ຄາດ​ຄິດ​ໄວ້​ລ່ວງ​ໜ້າ​ວ່າ 60 ​ເປີ​ເຊັນ​ຂອງ​ຈຳນວນ​ນັກຮຽນ​ຜູ້ຍິງ ຈະ​ໄດ້​ຮັບ​ປະລິນຍາ​ຕີ, 63 ​ເປີ​ເຊັນ​ຈະ​ໄດ້​ຮັບ​ປະລິນຍາ​ໂທ, ​ແລະ 54 ​ເປີ​ເຊັນ​ຈະ​ໄດ້​ຮັບ​ປະລິນຍາ​ນເອກ​​ເມື່ອ​ເຖິງ​ປີ 2016. ສອງ​ສ່ວນ​ສາມ​ຂອງ​ນັກຮຽນ​ໃນ​ໂຄງການປັບປຸງ​ພິ​ເສດ​ແມ່ນ​ເດັກນ້ອຍ​ຜູ້​ຊາຍ.”3

ຜູ້​ຊາຍ​ໃຫຍ່ ​ແລະ ຊາຍ​ໜຸ່ມ​ບາງ​ຄົນ​​ໄດ້​ຮັບ​ເອົາ​ຂ່າວສານ​ຈາກ​ສັງຄົມ​ທີ່​ກ່າວ​ໄປ​​ໃນ​ທາງທີ່​ບໍ່​ດີ​ມາ​ເປັນ​ສິ່ງ​ແກ້​ຕົວ ​ເພື່ອ​ຫລີກ​ເວັ້ນຈາກ​ໜ້າ​ທີ່​ຮັບຜິດຊອບ ​ແລະ ບໍ່​ຮູ້ຈັກ​ເຕີບ​ໂຕ​ເປັນ​ຜູ້​ໃຫຍ່​ຈັກ​ເທື່ອ. ຕາມ​ການ​ສັງ​ເກດ​​ເບິ່ງຊຶ່ງ​ສ່ວນ​ຫລາຍ​​ເປັນຄວາມ​ຈິງ, ອາຈານ​ສອນ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ໜຶ່ງ​ໄດ້​ກ່າວ​ວ່າ, “ນັກຮຽນ​ຜູ້​ຊາຍ​ໄດ້​​ເຂົ້າມາ​ໃນ​ຫ້ອງ ​ໃສ່​ໝວກ​ປິ່ນ​ໃບ​ໝວກ​ໄປ​ທາງ​ຫລັງ ​ແລະ ​ແກ້​ຕົວ​ວ່າ ‘ອາຈານ​ສອນ​ໄດ້​ກິນ​ເຈ້ຍ​ການບ້ານ​ຂອງ​​ເຂົາ’. ​ໃນ​ເວລາ​ດຽວ​ກັນ, ນັກຮຽນ​ຜູ້ຍິງ​ໄດ້​ກວດກາ​ເບິ່ງ​ລາຍການ​ທີ່​ຈະ​ເຮັດ​ໃນ​ມື້ນັ້ນ ​ແລະ ຂໍ​ໃຫ້​ນາຍຄູແນະນຳ​ເລື່ອງ​ໂຮງ​ຮຽນ​ກົດໝາຍ.”4 ຜູ້ຍິງ​ຄົນ​ໜຶ່ງ ຜູ້​ກວດ​ກາ​ຄຸນ​ນະພາ​ບຂອງໜັງ​​ ​ໄດ້​​ໃຫ້​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ນາງ​ວ່າ “ສິ່ງ​ທີ່​ຜູ້ຍິງ​ສາມາດ​ເພິ່ງ​ຜູ້​ຊາຍ, ຖ້າ​ເຮົາ​ໂຊກ​ດີ ​ແລະ ​​ເຮົາເລືອກ​ທີ່​ຈະ​ມີ​ຫຸ້ນ​ສ່ວນ, ​ຜູ້​ຊາຍ​ກໍ​ເປັນ​ໄດ້​ແຕ່​ເທົ່າ​ນັ້ນ—​ເປັນ​ຫຸ້ນ​ສ່ວນ. ​ເປັນ​ບາງ​ຄົນ​ທີ່​ມີ​ບ່ອນ​ຂອງ​​ເຂົາເອງ ​ເທົ່າໆ​ກັບ​​ເຮົາ​ຜູ້​ມີ​ບ່ອນ​ຂອງ​ເຮົາ​ເອງ.”5

ອ້າຍ​ນ້ອງ​ທັງຫລາຍ, ບໍ່​ຄວນ​ເປັນ​ເຊັ່ນ​ນີ້​ໃນ​ບັນດາ​ພວກ​ເຮົາ.​ ​ໃນ​ຖານະ​ທີ່​ເປັນ​ຊາຍ​ແຫ່ງ​ຖານະ​ປະ​ໂລຫິດ, ​ເຮົາ​ມີ​ບົດບາດ​ທີ່​ສຳຄັນ​ທີ່​ຈະ​ເຮັດ​ຢູ່​ໃນ​ສັງຄົມ, ຢູ່​ໃນ​ບ້ານ​ເຮືອນ, ​ແລະ ຢູ່​ໃນ​ສາດສະໜາ​ຈັກ. ​ແຕ່​ເຮົາ​ຕ້ອງ​ເປັນ​ຜູ້​ຊາຍ​ທີ່​ຜູ້ຍິງ​ສາມາດ​ໄວ້​ວາງ​ໃຈ​ໄດ້, ທີ່​ລູກໆ​ສາມາດ​ໄວ້​ວາງ​ໃຈ​ໄດ້, ​ແລະ​ວ່າ​ພຣະ​ເຈົ້າສາມາດ​ໄວ້​ວາງ​ໃຈ​ໄດ້. ​ໃນ​ສາດສະໜາ​ຈັກ ​ແລະ ​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ ຢູ່​ໃນ​ຍຸກ​ສຸດ​ທ້າຍ​ນີ້, ​ເຮົາ​ບໍ່ຄວນ​ມີ​ຊາຍ​ໜຸ່ມ ​ແລະ ຜູ້​ຊາຍ​ໃຫຍ່ທີ່ກຽດ​ຄ້ານ​ໃນ​ການ​ເຮັດ​ວຽກ​ງານ. ​ເຮົາ​ບໍ່​ຄວນ​ມີ​ຊາຍ​ໜຸ່ມ​ທີ່​ຂາດ​ວິ​ໄນ ​ແລະ ດຳລົງ​ຊີວິດ​ພຽງ​ແຕ່​ເພື່ອ​ຄວາມ​ສະໜຸກ​ສະໜາ​ນ​ເທົ່າ​ນັ້ນ. ​ເຮົາ​ບໍ່​ຄວນ​ມີ​ຜູ້​ຊາຍ​ໃຫຍ່​ໂສດ ທີ່​ບໍ່​ຮູ້​ຈຸດໝາຍ​ປາຍທາງ, ຜູ້ບໍ່​ສົນ​ໃຈ​ທີ່​ຈະ​ສ້າງ​ຄອບຄົວ ​ແລະ ​ບໍ່ຊ່ອຍ​ເຫລືອ​ທີ່​ຈິງ​ຈັງ​ຢູ່​ໃນ​ໂລກ. ​ເຮົາ​ບໍ່​ຄວນ​ມີ​ສາມີ ​ແລະ ພໍ່ທີ່​ບໍ່​ຢາກ​​ເປັນ​ຜູ້ນຳ​ທາງ​ວິນ​ຍານ​ຢູ່​ໃນ​ບ້ານ​ເຮືອນ. ​ເຮົາ​ບໍ່​ຄວນ​ມີ​ຄົນ​ທີ່​ດຳລົງ ​ແລະ ​ໃຊ້​ຖານະ​ປະ​ໂລຫິດ​ທີ່​ສັກສິດ, ຕາມ​ລະບຽບ​ຂອງ​ພຣະບຸດ​ຂອງ​ພຣະ​ເຈົ້າ, ​​ເສຍ​ເວລາ​ກັບ​ການ​ເບິ່ງ​ຮູບ​ພາບ​ລາມົກ ຫລື ​​ໃຊ້​ຊີວິດ​ຢູ່​ກັບ​ອິນ​ເຕີ​ແນັດ (ກົງກັນຂ້າມ, ​ເປັນ ຂອງ ໂລກໃນ​ຂະນະ​ທີ່​ບໍ່​ໄດ້​ຢູ່ ​ໃນ ໂລກ).

ອ້າຍ​ນ້ອງ​ທັງຫລາຍ, ​ເຮົາ​ມີ​ວຽກ​ງານ​ທີ່​ຈະ​ເຮັດ.

ຊາຍ​ໜຸ່ມ​ທັງຫລາຍ, ພວກ​ເຈົ້າຄວນຕັ້ງໃຈ​ຮຽນ​ ​ແລະ ​ໃຫ້​ຮຽນ​ກາຍ​​ໂຮງຮຽນ​ອຸດົມ. ບາງ​ຄົນ​ອາດ​ຢາກ​ໄປ​ຮຽນ​ຕໍ່​ຢູ່​ມະຫາວິທະຍາ​ໄລ ​ແລະ ​ໂຮງຮຽນ​ການ​ຊ່າງ​ຝ່າຍ​ທຸລະ​ກິດ, ຝ່າຍ​ການ​ກະ​ເສດ, ຝ່າຍ​ລັດຖະບານ, ຫລື ​ວິຊາ​ອາຊີບ​ຢ່າງ​ອື່ນໆ. ບາງ​ຄົນ​ຈະ​ເກັ່ງ​ດ້ານສິລະ​ປະ, ດົນຕີ, ຫລື ການ​ສອນ. ບາງ​ຄົນ​​ອາດ​​ເລືອກ​ອາຊີບ​ຢູ່​ໃນ​ກອງທັບ ຫລື ​ຮຽນ​ຝ່າຍ​ການ​ຄ້າ. ​ໃນ​ໄລຍະ​ຫລາຍ​ປີ, ຂ້າພະ​ເຈົ້າ​ໄດ້​ຈ້າງ​ຫລາຍ​ຄົນ​ໃຫ້​ມາ​ສ້ອມ​ແປງ​ເຮືອນ​ຂອງ​ຂ້າພະ​ເຈົ້າ, ​ແລະ ຂ້າພະ​ເຈົ້າພູມ​ໃຈ​ຫລາຍ​ກັບ​ຄວາມ​ຊຳນານ ​ແລະ ຝີ​ມື​ຂອງ​ເຂົາ​ເຈົ້າ. ​ໃນ​ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າເລືອກ, ມັນ​ສຳຄັນ​ທີ່​ພວກ​ເຈົ້າຕ້ອງ​ຊຳນານ​ໃນ​ອາຊີບ​ທີ່​ພວກ​ເຈົ້າ​ເລືອກ​ເຮັດ ​ເພື່ອ​ວ່າ​ພວກ​ເຈົ້າຈະ​ໄດ້​ຫາ​ລ້ຽງ​ຄອບຄົວ ​ແລະ ຊ່ອຍ​ເຫລືອໃນ​ທາງ​ທີ່ດີໃນ​ຊຸມ​ຊົນ ​ແລະ ​ໃນ​ປະ​ເທດ​ຂອງ​ພວກ​ເຈົ້າ.

ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ເຫັນ​ວິ​ດີ​ໂອ​ເລື່ອງ​ໜຶ່ງ​ກ່ຽວ​ກັບ​ຊີວິດ​ຂອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງອາຍຸ 14 ປີ​ ຢູ່​ປະ​ເທດອິນ​ເດຍຊື່ ອາມາ. ລາວ​ໄດ້​ຕື່ນ​ນອນ​ແຕ່​ເຊົ້າ ​ແລະ ​ເຮັດ​ວຽກ​​ໃນ​ສອງ​ບ່ອນ​ຫລາຍ​ຊົ່ວ​ໂມງ​ແຕ່​ລະ​ມື້ ກ່ອນ ​ແລະ ຫລັງ​ຈາກ​​ໂຮງຮຽນ, ຫົກ​ມື້​ເຄິ່ງຕໍ່​ອາທິດ​. ລາຍ​ໄດ້​ທີ່​ລາວ​ຫາ​ມາ​ໄດ້​ເປັນ​ພຽງ​ສ່ວນ​ນ້ອຍ​ໜຶ່ງ​ເທົ່າ​ນັ້ນ​ໃນ​ການ​ຊ່ອຍ​ລ້ຽງ​ດູ​ຄອບຄົວ. ລາວ​ໄດ້​ຟ້າວ​ຂີ່​ລົດຖີບ​ທີ່​ເກົ່າໆ​ຂອງ​ລາວ​ກັບເມືອ​ບ້ານ​ຈາກ​ວຽກ​ບ່ອນ​ທີ​ສອງ​ຂອງ​ລາວ ​ໃນ​ຕອນ​ຄ່ຳ ​ແລະ ຍັງ​ມີ​ເວລາ​ພໍ​ເຮັດ​ການບ້ານ​ຂອງ​ລາວ ກ່ອນ​ລາວ​ລົ້ມຫົວນອນ​ລົງ​ຢູ່​ບ່ອນ​ນອນ​ຢູ່​ພື້ນ​ຫ້ອງ​​ໃກ້​ອ້າຍ​ເອື້ອຍ​ນ້ອງ​ຄົນ​ອື່ນໆປະມານ​ສິບ​ເອັດໂມງ​ແລງ. ​ເຖິງ​ແມ່ນ​ວ່າ ຂ້າພະ​ເຈົ້າບໍ່​ເຄີຍ​ເຫັນ​ລາວ, ​ແຕ່​ຂ້າພະ​ເຈົ້າພູມ​ໃຈ​​ໃນ​ຕົວ​ລາວ ສຳລັບ​ຄວາມ​ພາກພຽນ ​ແລະ ຄວາມ​ກ້າຫານ​ຂອງ​ລາວ. ລາວ​ໄດ້​ເຮັດ​ດີ​ທີ່​ສຸດ​ເທົ່າ​ທີ່​ລາວ​ສາມາດ​ເຮັດ​ໄດ້ ຕາມ​ແຫ​ລ່ງທີ່​ມີຊ່ອຍ​ເຫລືອ ​ແລະ ​ໂອກາດ​ທີ່​ລາວ​ມີ, ​ແລະ ລາວ​ໄດ້​ເປັນ​ພອນ​ໃຫ້​ແກ່​ຄອບຄົວ​ຂອງ​ລາວ. ຂ້າພະ​ເຈົ້າບໍ່​ສົງ​ໄສ​​ເລີຍ​ວ່າ ລາວ​ຈະ​ເປັນ​ຄົນ​ໜຶ່ງ​ທີ່​ສ້າງ​ຄວາມ​ດີ​ໃນ​ສັງຄົມ ​ເມື່ອ​ລາວ​​ໃຫຍ່​ຂຶ້ນ.

ພວກ​ທ່ານ​ທີ່ເປັນ​ຜູ້​ຊາຍໃຫຍ່​—​ເປັນ​ພໍ່, ​ເປັນ​ຊາຍ​ໂສດ, ​ເປັນ​ຜູ້ນຳ, ​ເປັນ​ຄູ​ສອນ​ປະຈຳ​ບ້ານ—ຈົ່ງ​ເປັນ​ຕົວຢ່າງ​ທີ່​ມີຄ່າ​ຄວນ ​ແລະ ຊ່ອຍ​ຄົນ​ລຸ້ນ​ໃໝ່​ທີ່​ເປັນ​ຊາຍ​ໜຸ່ມ​ໃຫ້​ກາຍ​ເປັນ​ຜູ້​ຊາຍ​ໃຫຍ່. ຈົ່ງ​ສອນ​ເຂົາ​ກ່ຽວ​ກັບຄວາມ​​ຊຳນານ​​ໃ​ນ​ສັງຄົມ ​ແລະ ອື່ນໆ: ຮູ້ຈັກ​ສົນທະນາ, ຮູ້ຈັກ​ຜູກ​ມິດ ​ແລະ ພົບ​ປະ​ສັງ​ສັນ, ຮູ້ຈັກ​ເວົ້າລົມ​ນຳ​ສະຕີ ​ແລະ ຍິງ​ໜຸ່ມ, ຮູ້ຈັກ​ຮັບ​ໃຊ້, ຮູ້ຈັກ​ວ່ອງ​ໄວ ​ແລະ ມັກ​ການ​ພັກຜ່ອນ​ຢ່ອນ​ອາລົມ, ຮູ້ຈັກ​ຫາ​ເຮັດ​ບາງ​ສິ່ງ​ໃນ​ເວລາ​ວ່າງ ​ແຕ່​ບໍ່​​ເຖິງ​ຂັ້ນ​ຕິດ​ແສດ, ຮູ້ຈັກ​ດັດ​ແປງ​ຄວາມ​ບົກພ່ອງ ​ແລະ ​ເລືອກ​​ສິ່ງ​ທີ່​ດີກວ່າ.

​ແລະ ທຸກ​ຄົນ​ທີ່​ຟັງ​ຢູ່​ນີ້​ກໍ​ຄື​ກັນ. ​ເມື່ອ​ໃດ​ກໍ​ຕາມ​ທີ່​ທ່ານ​ໄດ້​ຍິນ​ຂ່າວສານ​ນີ້, ຂ້າພະ​ເຈົ້າຂໍ​ກ່າວ​ດັ່ງ​ທີ່​ພຣະ​ເຢ​ໂຮ​ວາ ​ໄດ້​ກ່າວ​ກັບ​ໂຢຊວຍ​ວ່າ, “ຈົ່ງ​ມີ​ໃຈ​ເດັດດ່ຽວ ​ແລະ ກ້າຫານ” (ໂຢຊວຍ 1:6). ຈົ່ງ​ກ້າຫານ ​ແລະ ຕຽມ​ຕົວ​ໃຫ້​ດີ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ຈະ​ສາມາດ​ເຮັດ​ໄດ້, ບໍ່​ວ່າ​ສະພາບ​ການ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ. ຈົ່ງ​ຕຽມ​ເປັນ​ສາມີ​ ​ແລະ ​ເປັນ​ພໍ່​ທີ່​ດີ; ຈົ່ງ​ຕຽມ​ເປັນ​ພົນລະ​ເມືອງ​ທີ່​ດີ ​ແລະ ​ເປັນ​ປະ​ໂຫຍ​ດ; ຈົ່ງ​ຕຽມ​ຮັບ​ໃຊ້ພຣະຜູ້​ເປັນ​ເຈົ້າ, ຜູ້​​ຊຶ່ງ​ຖານະ​ປະ​ໂລຫິດ​ທີ່​ທ່ານ​ດຳລົງ​ຢູ່​ນີ້​ເປັນ​ຂອງ​ພຣະອົງ. ບໍ່​ວ່າ​ທ່ານ​ຈະ​ອາ​ໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ, ພຣະບິດາ​ເທິງ​ສະຫວັນ​ຄິດ​ກ່ຽວ​ກັບ​ທ່ານ. ທ່ານ​ບໍ່​ໄດ້​ຢູ່​ຄົນ​ດຽວ; ທ່ານ​ມີ​ຖານະ​ປະ​ໂລຫິດ ​ແລະ ມີ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ບໍລິສຸດ.

​ໃນ​ຫລາຍໆ​ບ່ອນ ມີ​ຄົນຕ້ອງການ​ທ່ານ, ບ່ອນ​ທີ່​ສຳຄັນ​ທີ່​ສຸດ ​ແມ່ນ​ຢູ່​ໃນ​ກຸ່ມ​ໂຄຣຳຖານະ​ປະ​ໂລຫິດ​ຂອງ​ທ່ານ. ພວກ​ເຮົາ​ຕ້ອງການ​ໃຫ້​ມີ​ກຸ່ມ​ໂຄຣຳທີ່​ໃຫ້ການ​ບຳລຸງ​ລ້ຽງ​ແກ່​ສະມາຊິກ​ໃນວັນ​ອາທິດ ​ແລະ ຮັບ​ໃຊ້​ນຳ​ອີກ. ພວກ​ເຮົາ​ຕ້ອງການ​ໃຫ້​ມີ​ຜູ້ນຳ​ກຸ່ມ​​ໂຄຣຳທີ່​ເອົາ​ໃຈ​ໃສ່​ຕໍ່​ວຽກ​ງານ​ຂອງ​ພຣະ​ເຈົ້າ ​ແລະ ສົ່ງ​ເສີມ​ສະມາຊິກ​ໃນ​ກຸ່ມ ​ແລະ ຄອບຄົວ​ຂອງ​ເຂົາ​ເຈົ້າ, ​ແລະ ​ໃນ​ຄວາມ​ສຳ​ເລັດ​ຜົນ​ທີ່​ດີ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ ​ໃນ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າສາມາດ​ບັນລຸ.

​ໃຫ້​ຄິດ​ກ່ຽວ​ກັບ​ວຽກ​ງານ​ເຜີຍ​ແຜ່. ຊາຍ​ໜຸ່ມ​ທັງຫລາຍ, ພວກ​ເຈົ້າບໍ່​ມີ​ເວລາ​ທີ່​ຈະ​​ເສຍ​ໄປ​ລ້າໆ. ສຳຄັນ​ຫລາຍທີ່​ພວກ​ເຈົ້າຈະ​ຕຽມ​ຕົວ​ໃນ​ຕອນ​ນີ້ ​ແທນ​ທີ່​ຈະ​​ຕຽມ​ແບບ​ຟ້າວ​ຟັ່ງ. ພວກ​ເຈົ້າບໍ່​ຄວນ​ລໍຖ້າ​ຈົນ​ເຖິງ 17 ຫລື 18 ປີ ກ່ອນ​ຈະ​ຕຽມ. ກຸ່ມ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນສາມາດ​ຊ່ອຍສະມາຊິກ​ໃນ​ກຸ່ມ ​ໃຫ້​ເຂົ້າ​ໃຈ​ຄຳ​ສາບານ ​ແລະ ພັນທະ​ສັນຍາ​ທີ່​​ເຂົາ​ເຈົ້າໄດ້​ເຮັດ ​ແລະ ຕຽມ​ພ້ອມ​ສຳລັບ​ພິທີການ​ຂອງ​ຕຳ​ແໜ່​ງ​ແອວ​ເດີ; ​ເຂົາ​ເຈົ້າສາມາດ​ຊ່ອຍ​ຊາຍ​ໜຸ່ມ​ໃຫ້​ເຂົ້າ​ໃຈ ​ແລະ ຕຽມ​ຕົວ​ສຳລັບ​ພິທີການ​ຂອງ​ພຣະວິຫານ; ​ແລະ ​ເຂົາ​ເຈົ້າສາມາດ​ຊ່ອຍ​ຊາຍ​ໜຸ່ມ​ໃຫ້​ຕຽມ​ພ້ອມ​ສຳລັບ​ການ​ເຜີຍ​ແຜ່​ທີ່​ມີ​ປະສິດທິພາບ. ກຸ່ມ​ໂຄຣຳຖານະ​ປະ​ໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ​ແລະ ສະມາຄົມ​ສະຕີ​ສົງ​ເຄາະ​ສາມາດ​ຊ່ອຍ​ພໍ່​ແມ່​ຕຽມ​ຜູ້​ສອນ​ສາດສະໜາ​ຜູ້​ຮູ້ຈັກ​ພຣະຄຳ​ພີ​ມໍ​ມອນ ​ແລະ ຜູ້ທີ່​ຈະ​ເຂົ້າ​ໄປ​ໃນສະໜາມ​ເຜີຍ​ແຜ່​. ​ແລະ ​ໃນ​ແຕ່​ລະ​ຫວອດ ​ແລະ ສາຂາ, ກຸ່ມ​ໂຄຣຳ​ເຫລົ່າ​ນີ້​ສາມາຮ່ວມ​ໄມ້​ຮ່ວມ​ມື​ກັບ​ຜູ້​ສອນ​ສາດສະໜາ​ເຕັມ​ເວລາ ​ເພື່ອຮັບ​ໃຊ້​ຢູ່​ໃນ​ເຂດຂອງ​ຕົນ.

ວຽກ​ງານ​ທີ່​ຕ້ອງປະຕິບັດ​ໂດຍ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ເປັນ​ການ​ເອີ້ນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ຊຶ່ງ​ກ່າວ​ລຶ້ມຄືນ​ໂດຍ​ປະທານ​ທອມ​ມັສ ແອັສ ມອນ​ສັນ ​ເພື່ອ​ໃຫ້ຊ່ອຍ​ກູ້​ຊີວິດ​ຂອງ​ຄົນ​ທີ່​ອອກໄປ​ຈາກ​ສາດສະໜາ​ຈັກ ຫລື ຄົ​ນທີ່ບາດໝາງ​ບໍ່​ວ່າ​ຈະ​ເປັນ​ໃນ​​ເຫດຜົນ​ໃດ​ກໍ​ຕາມ. ​ພວກ​ເຮົາ​ໄດ້​ຮັບ​ຄວາມ​ສຳ​ເລັດ​ຜົນ​ຫລາຍ​ໃນ​ຄວາມ​ພະຍາຍາມ​ນີ້, ຮ່ວມ​ທັງ​ວຽກ​ງານ​ອັນ​ດີ​ເລີດ​ຂອງ​ກຸ່ມ​ຊາຍ​ໜຸ່ມ. ກຸ່ມ​ໂຄຣຳຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນຢູ່​ຫວອດ ຣຽວ ​​ແກ​ຣນ (ສະ​ແປນ​ນິສ) ​ໃນ​ເມືອງ​ອາ​ເບີ​ເຄກີ, ລັດ​ນິວ​ເມັກ​ຊິ​ໂກ ​ໄດ້​ປຶກສາ​ນຳ​ກັນ​ກ່ຽວ​ກັບວິທີ​ທີ່​​ເຂົາ​ເຈົ້າຈະນຳ​ຄົນ​ໃດ​ຄົນ​ໜຶ່ງກັບ​ຄືນ​ມາ​ໂບດ ​ແລະ ຈາກ​ນັ້ນກຸ່ມ​ຂອງ​ເຂົາ​ເຈົ້າ​ໄດ້​ໄປ​ຢ້ຽມຢາມ​ແຕ່ລະຄົນ​ນຳ​ກັນ. ຄົນ​ໜຶ່ງ​ໄດ້​ເວົ້າວ່າ, “ຕອນ​ເຂົາ​ເຈົ້າມາ​ເຄາະ​ປະຕູ​​ເຮືອນ​ຂອງ​ຂ້ານ້ອຍ, ຂ້ານ້ອຍຮູ້ສຶກ​ວ່າ​ຕົນ​ເອງ​ສຳຄັນ,” ​ແລະ ອີກ​ຄົນ​ໜຶ່ງ​ໄດ້​ກ່າວ​ວ່າ, “ຂ້ານ້ອຍຮູ້ສຶກ​ວ່າ​ມີ​ຄົນ​ຢາກ​ໃຫ້ຂ້ານ້ອຍກັບ​ໄປ​ໂບດ; ສິ່ງ​ນັ້ນ​ເຮັດ​ໃຫ້​ຂ້ານ້ອຍຢາກ​ໄປ​ໂບດ​ຕອນ​ນີ້​.” ​ເມື່ອ​ສະ​ມາຊິກ​ໃນ​ກຸ່ມ​ໂຄຣຳ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຊື້ອ​ເຊີນ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ໃຫ້​ກັບ​ຄືນ​​ໄປ​ໂບດ. ​ເຂົາ​ເຈົ້າ​ໄດ້​ຊວນລາວ​ໄປ​ນຳ​ເຂົາ​ເຈົ້າຕອນ​​ໄປ​ຢ້ຽມຢາມ​ຄົນ​ຕໍ່​ໄປ, ​ແລະ ລາວ​ກໍ​ໄດ້​ໄປ​ນຳ​ເຂົາ​ເຈົ້າ. ​ເຂົາ​ເຈົ້າບໍ່​ພຽງ​ແຕ່​ໄດ້​ເຊື້ອ​ເຊີນ​ລາວ​ໃຫ້​ໄປ​ໂບດ​ໃນ​ວັນ​ອາ​ທິດຕໍ່​ໄປ​ເທົ່າ​ນັ້ນ, ​ແຕ່​ເຂົາ​ເຈົ້າ​ໄດ້​ເຮັດ​ໃຫ້​ລາວ​ເປັນ​ພາກສ່ວນ​ໃນ​ກຸ່ມ​ຂອງ​ເຂົາ​ເຈົ້ານຳ​ອີກທັນທີ.

ການ​ທ້າ​ທາຍ​ອີກ​ຢ່າງ​ໜຶ່ງ​ແຕ່​​ໄດ້​ກະຕຸ້ນ​ວຽກ​ງານ​ຂອງ​ຖານະ​ປະ​ໂລຫິດ​ແມ່ນກ່ຽວ​ກັບ​ປະຫວັດ​ຄອບຄົວ ​ແລະ ພຣະວິຫານ. ​ໃຫ້​ລໍຄອຍ​ຈົດໝາຍ​ສະບັບ​ໜຶ່ງຂອງ​ຝ່າຍ​ປະທານ​ສູງ​ສຸດ ຊຶ່ງ​ຈະ​ມາ​ເຖິງ​​ໃນ​ບໍ່​ດົນ​ນີ້ທີ່​​ເອີ້ນ​ໃຫ້​ເຮັດ​ຕື່ມ ​ແລະ ​ໃຫ້​ເຫັນມະ​ໂນ​ພາບ​ທີ່​ສູງ​ກວ່າ​ກ່ຽວ​ກັບ​ວຽກ​ງານ​ທີ່​ສຳຄັນ​ນີ້ ຊຶ່ງ​ເຮົາ​ຕ້ອງ​ໄດ້​ເຮັດ.

ກຸ່ມ​ໂຄຣຳຂອງ​​ເຮົາ​ຍັງ​ໄດ້​ຈັດ​ໃຫ້​ມີ​ກຸ່ມ​ຊ່ອຍ​ເຫລືອ​ນຳ​ອີກ. ປະທານ​ກໍ​ດອນ ບີ ຮິງ​ລີ ຄັ້ງໜຶ່ງ​ໄດ້​ກ່າວ​ວ່າ: “ມັນ​ຈະ​ເປັນ​ວັນ​ທີ່​​ເປັນ​ໜ້າ​ປະຫລາດ​ໃຈ​ຫລາຍ, ອ້າຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ—ມັນ​ຈະເປັນ​ວັນທີ່​ເຕັມ​ໄປ​ດ້ວຍ​ຈຸດປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—​ເມື່ອ​ກຸ່ມ​ໂຄຣຳຖານະ​ປະ​ໂລຫິດ​ຂອງ​ເຮົາກາຍ​​ເປັນ​ຜູ້ຊ່ອຍ​​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ຊາຍ​ທຸກ​ຄົນ​ທີ່​ເປັນ​ສະມາຊິກຢູ່​ໃນ​ກຸ່ມ ​​ເມື່ອ​ທຸກ​ຄົນ​ຈະ​ສາມາດ​ກ່າວ​ອອກ​ມາ​ໄດ້​ວ່າ, ‘​ເຮົາ​ເປັນ​ສະມາຊິກ​ຢູ່​ໃນ​ກຸ່ມ​ໂຄຣຳຖານະ​ປະ​ໂລຫິດ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຂ້າພະ​ເຈົ້າພ້ອມ​ແລ້ວ​ທີ່​ຈະ​ຮັບ​ໃຊ້​ອ້າຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ​ໃນ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າຕ້ອງການ, ​ດັ່ງ​ທີ່​ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ​ເຂົາ​ເຈົ້າກໍ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ໃຊ້​ຂ້າພະ​ເຈົ້າ​ຄື​ກັນ. ​ໃນການ​​ເຮັດ​ວຽກ​ງານ​ນຳ​ກັນ, ​ເຮົາ​ຈະ​ເຕີບ​ໂຕ​ຂຶ້ນທາງ​ວິນ​ຍານ ​ໃນ​ຖານະ​ທີ່​ເປັນ​ບຸດ​​ແຫ່ງ​ພັນທະ​ສັນຍາ​ຂອງ​ພຣະ​ເຈົ້າ. ​ໃນ​ການ​ເຮັດ​ວຽກ​ງານ​ນຳ​ກັນ, ​ເຮົາ​ຈະ​ສາມາດ​ຢືນ​ຢູ່, ​ໂດຍ​ບໍ່​ມີ​ຄວາມ​ອັບອາຍ ​ແລະ ບໍ່​ຢ້ານ​ກົວ, ຕ້ານ​ລົມ​ຂອງ​ຄວາມ​ຍາກລຳບາກທີ່​ຈະ​ພັດ​ມາ, ບໍ່​ວ່າ​ຈະ​ເປັນ​ເລື່ອງ​ເສດຖະກິດ, ສັງຄົມ ຫລື ທາງ​ວິນ​ຍານ​ກໍ​ຕາມ.’”6

ເຖິງ​ແມ່ນ​ໄດ້​ໃຊ້​ຄວາມ​ພະຍາຍາມ​ໃຫ້​ດີ​ທີ່​ສຸດ​ແລ້ວ, ​ແຕ່​ບາງ​ສິ່ງ​ອາດ​ບໍ່​ເປັນ​ໄປ​ຕາມ​ທີ່​ເຮົາ​ໄດ້​ວາງ​ແຜນ​ໄວ້, ​ແລະ ​ໂດຍ​ສະ​ເພາະ “ລົມ​ຂອງ​ຄວາມ​ຍາກ​ລຳບາກ” ທີ່​ສາມາດ​ມາ​ເຖິງ​ຊີວິດຜູ້​ຊາຍ​ຄົນ​ໃດ​ຄົນ​ໜຶ່ງ​ໄດ້​ນັ້ນຄື ການ​ວ່າງ​ງານ. ​ປຶ້ມນ້ອຍ​ກ່ຽວ​ກັບ​ສະຫວັດ​ດີກາ​ນຂອງ​ສາດສະໜາ​ຈັກ​ສະ​ບັບ​​​ເດີມ​ໄດ້​ກ່າວ​ວ່າ, “ຊາຍ​ທີ່​ບໍ່​ມີ​ວຽກ​​ເຮັດ​ງານ​ທຳ ​​ເປັນ​ຊ່ວງ​ເວລາ​ພິ​ເສດ​ຕໍ່​ສາດສະໜາ​ຈັກ ​​ເພາະວ່າ ການ​ສູນ​ເສຍ​ຊັບ​ສົມບັດ​ຂອງ​ລາວ, ​ເທົ່າ​ກັບ​ວ່າ​ລາວ​ຖືກ​ທົດ​ລອງ ​ເໝືອນ​ດັ່ງ​ໂຢບ​ໄດ້​ຖືກ​ທົດ​ລອງ—ສຳລັບ​ຄວາມ​ຊື່ສັດ​ຂອງ​ລາວ. ​ເມື່ອ​ວັນກາຍ​ເປັນ​ອາທິດ ​ແລະ ກາຍ​ເປັນ​ເດືອນ ​ແມ່ນ​ແຕ່​ກາຍເປັນ​ປີຂອງ​ຄວາມ​ຍາກ​ລຳບາກ, ຄວາມ​ເຈັບ​ປວດ​ຈະ​ໜັກ​ຂຶ້ນກວ່າ​ເກົ່າ. … ສາດສະໜາ​ຈັກ​ບໍ່​ຫວັງ​ທີ່​ຈະ​ຊ່ອຍ​ກູ້​ຊີວິດ​ຂອງ​ຜູ້​ໃດ​​​ໄວ້​ໄດ້ ພຽງ​ແຕ່​ໃນ​ວັນ​ອາທິດ​ເທົ່າ​ນັ້ນ ຖ້າ​ຫາກ​ພາຍ​ໃນ​ອາທິດ​ເຂົາ​ບໍ່​ໄດ້​ເຮັດ​ແນວ​ໃດ​ເລີຍ.”7

​ໃນ​ເດືອນ​ເມສາ ປີ 2009, ອາ​ດີດ​ທີ່​ປຶກສາ​​ໃນ​ຝ່າຍອະທິການ​ຄວບ​ຄຸມ, ທ່ານຣິ​ເຈີດ ຊີ ​ເອດ​ລີ ​ໄດ້​ເລົ່າ​ເລື່ອງ​ໜຶ່ງ​ກ່ຽວ​ກັບ​ຕົວຢ່າງ​ຂອງ​ກຸ່ມ​ໂຄຣຳ​ທີ່ໄດ້ຊ່ອຍ​ເຫລືອ​ສະມາຊິກ​ຜູ້ຕົກ​ງານ ດັ່ງ​ນີ້:

“Phil’s Auto (ອູ່​ສ້ອມ​​ລົດຟຽວ) ຢູ່​ເມືອງເຊັນ​​ເທີ​ວຽວ, ລັດ​ຢູທາ, ​ກໍເປັນ​ຕົວຢ່າງໜຶ່ງ​​ເຖິງ​ສິ່ງ​ທີ່ຜູ້ນຳ ​ແລະ ສະມາຊິກ​ຢູ່​ໃນ​ກຸ່ມ​ໂຄຣຳສາມາດເຮັດ​ສຳ​ເລັດ. ຟຽວ ​ເປັນ​ສະມາຊິກ​ຄົນ​ໜຶ່ງ​ຢູ່​ໃນ​ກຸ່ມ​ໂຄຣຳຂອງ​ແອວ​ເດີ ​ແລະ ​ໄດ້​ທຳ​ງານ​​ເປັນ​ຊ່າງ​ແປງ​ລົດ​ຢູ່​ອູ່​ລົດບ່ອນ​ໜຶ່ງ​ໃນ​ເມືອງ​ທີ່​ລາວ​ອາ​ໄສ​ຢູ່. ໜ້າ​ເສຍ​ໃຈ​ທີ່ທຸລະ​ກິດ​ໃນ​ບ່ອນ​ທີ່​ລາວທຳ​ງານ​​ບໍ່​ດີ​ປານ​ໃດ ​​ເຂົາ​ເຈົ້າຈຶ່ງ​​ໄດ້​ໃຫ້​ລາວ​ອອກ​ການ. ລາວ​ມີ​ຄວາມ​ເປັນ​ຫ່ວງ​ຫລາຍ​ກັບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນນັ້ນ.

“​ເມື່ອ​ໄດ້​ຍິນ​​ວ່າ​ຟຽວຕົກ​ງານ, ອະທິການ​ຂອງ​ລາວ, ລີ​ອອນ ​ອໍ​ສັນ, ​ແລະ ຝ່າຍ​ປະທານ​ຂອງ​ກຸ່ມ​ໂຄຣຳຂອງ​ລາວ ​ໄດ້​ອະທິຖານ​ຊອກ​ຫາ​ວິທີ​ທີ່​ຈະຊ່ອຍ​ເຫລືອ​ລາວ. ​ເຖິງ​ແນວ​ໃດ​ລາວ​ກໍ​ເປັນ​ເພື່ອນ​ໃນ​ກຸ່ມ​ໂຄຣຳຂອງ​ເຂົາ​ເຈົ້າ, ​ເປັນ​ອ້າຍ​ນ້ອງ​ຄົນ​ໜຶ່ງ, ​ແລະ ລາວ​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ. ​ເຂົາ​ເຈົ້າຮູ້​ວ່າ ຟຽວຊຳ​ນານ​ພໍທີ່​ຈະ​ເປີດ​ອູ່​ລົດ​ຂອງ​ລາວ​ເອງ. ​ຄົນ​ໜຶ່ງ​ໃນ​ກຸ່ມ​ໂຄຣຳ​ໄດ້​ເວົ້າວ່າ ລາວ​ມີສາງ​ເກົ່າ​ຢູ່​ບ່ອນ​ໜຶ່ງ​ ​ແລະ ສາມາດ​ໃຊ້​​ເປັນ​ອູ່​ສ້ອມລົດ​ໄດ້. ຄົນ​ອື່ນໆ​ໃນ​ກຸ່ມ​ສາມາດ​ຊອກ​ຫາ​ເຄື່ອງມື​ມາ​ໃສ່ ​ເກືອບ​ທຸກ​ຄົນ​ຢູ່​ໃນ​ກຸ່ມ​ກໍສາມາດຊ່ອຍ​ມ້ຽນ​ມັດສາ​ງ​ໄດ້.

“​ເຂົາ​ເຈົ້າ​ໄດ້​ບອກ​ແນວ​ຄິດ​ຂອງ​ເຂົາ​ເຈົ້າ​ໃຫ້​ຟຽວຟັງ; ​ແລ້ວ​ເຂົາ​ເຈົ້າ​ໄດ້​ບອກ​ໃຫ້​ຄົນ​ຢູ່​ໃນ​ກຸ່ມ​​ໂຄຣຳຮູ້ຈັກ​ກ່ຽວ​ກັບ​ແຜນການ​ນັ້ນ. ​ແລ້ວ​ກໍ​ໄດ້​ພາກັນ​ມ້ຽນ​ມັດສາ​ງ, ​ໄດ້​ຊອກ​ຫາ​ເຄື່ອງ​ມື, ​ແລະ ທຸກ​ສິ່ງ​ກໍ​ໄດ້​ເປັນ​ໄປ​ຕາມ​ທີ່​ວາງ​ແຜນ. ອູ່​ສ້ອມ​ລົດ​ຟຽວ​ໄດ້ຈະ​ເລີນ​ກ້າວ​ໜ້າ​ຫລາຍ ຈົນ​ວ່າ​ລາວ​ໄດ້​ຍ້າຍ​ໄປ​ຫາ​ສະຖານ​ທີ່​ອື່ນ​ທີ່​ຖາວອນ—​ສິ່ງ​ນີ້ເປັນ​ໄປ​ໄດ້​ເພາະ​ອ້າຍ​ນ້ອງ​ໃນ​ກຸ່ມ​ໂຄຣຳ ​ໄດ້​ຊ່ອຍ​ເຫລືອ​ຢ່າງທັນ​ການ.”8

​ແນ່ນອນ, ດັ່ງ​ທີ່​ໄດ້​ກ່າວ​ຕະຫລອດ​ໂດຍ​ສາດ​ສະ​ດາ​ເປັນ​ເວລາ​ຫລາຍ​ປີ ທີ່​ວ່າ, “ສິ່ງ​ສຳຄັນ​ທີ່​ສຸດ​ຂອງ​ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າທີ່​ຈະ​ເຮັດ ​ແມ່ນ​ຢູ່​ພາຍ​ໃນ​ເຮືອນ​ຂອງ​ທ່ານ​ເອງ.”9 ​ເຮົາ​ມີ​ຫລາຍ​ສິ່ງ​ທີ່​ຈະ​ເຮັດ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ແຕ່ງງານ​ໃນ​ສັງຄົມ​ທີ່ນັບຖື​ວ່າການ​ແຕ່ງງານ​ບໍ່​ສຳຄັນ ​ແລະ ປະຕິ​ເສດ​ຈຸດປະສົງ​ຂອງ​ມັນ. ​ເຮົາ​ມີ​ຫລາຍ​ສິ່ງ​ທີ່​ຈະ​ເຮັດ ​ເພື່ອ​ສອນ​ລູກໆ​ຂອງ​ເຮົາ​ໃຫ້ອະທິຖານ, ​ແລະ ​ເດີນໄປ​ຢ່າງ​ຊື່​ຕົງ​ຕໍ່​ພຣະພັກ​ຂອງ​ພຣະຜູ້​ເປັນ​ເຈົ້າ (​ເບິ່ງ D&C 68:28). ວຽກ​ງານ​ຂອງ​ເຮົາ​​ແມ່ນ​ການ​ຊ່ອຍ​ເຫລືອ​ລູກໆ​ຂອງ​ເຮົາ​​ໃຫ້ມີ​ປະສົບ​ການ​ກັບ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ​ໃນ​​ໃຈ ຫລື ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະຜູ້​ເປັນ​ເຈົ້າ ຊຶ່ງ​ກ່າວ​ໄວ້​ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ​ຢ່າງ​ແຈ່ມ​ແຈ້ງ (ເບິ່ງ ​ໂມ​​ໄຊ​ຢາ 5:1–12; ​ແລະ ​ແອວ​ມາ 26). ພ້ອມ​ດ້ວຍ​ສະມາຄົມ​ສະຕີ​ສົງ​ເຄາະ, ກຸ່ມ​ໂຄຣຳຖານະ​ປະ​ໂລຫິດ​ສາມາດ​​ເສີມ​ສ້າງ​ພໍ່​ແມ່​ ​ແລະ ການ​ແຕ່ງງານ, ​ແລະ ກຸ່ມ​ໂຄຣຳຖານະ​ປະ​ໂລຫິດ​ສາມາດ​ຈັດ​ຫາ​ພອນ​ຂອງ​ຖານະ​ປະ​ໂລຫິດ​ໃຫ້​ຄອບຄົວ​ທີ່​ ພໍ່ ຫລື ​ແມ່​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ​ນຳ​ອີກ.

​ແມ່ນ​ແລ້ວ, ອ້າຍ​ນ້ອງ​ທັງຫລາຍ, ພວກ​ເຮົາ​ມີ​ວຽກ​ງານ​ທີ່​ຈະ​ເຮັດ. ຂອບ​ໃຈ​ຫລາຍໆ​ສຳລັບ​ການ​ເສຍ​ສະລະ ​ແລະ ຄວາມ​ດີ​ທີ່​ທ່ານ​ໄດ້​ເຮັດ. ຈົ່ງ​ເຮັດ​ຕໍ່​ໄປ, ​ແລະ ພຣະຜູ້​ເປັນ​ເຈົ້າຈະ​ຊ່ອຍ​ເຫລືອ​ທ່ານ. ບາງທີ​ທ່ານ​ອາດ​ບໍ່​ຮູ້ວ່າ​ຈະ​ເຮັດ​ຫຍັງ ຫລື ຈະ​ເວົ້າຫຍັງ—ພຽງ​ແຕ່​​ໃຫ້​ມຸ້ງ​ໄປ​ໜ້າ. ​ເລີ່​ມຕົ້ນ​ເຮັດ, ​ແລະ ພຣະຜູ້​ເປັນ​ເຈົ້າ ຈະ​ເຮັດ​ໃຫ້​ທ່ານ​ແນ່​ໃຈ​ວ່າ ປະຕູ​ທີ່​ເປັນ​ປະ​ໂຫຍ​ດຈະ​ເປີດ​ສຳລັບ​ທ່ານ (ເບິ່ງ D&C 118:3). ​ເລີ່ມຕົ້ນ​ເວົ້າ, ​ແລະ ພຣະອົງ​ສັນຍາວ່າ ​ເຮົາຈະ​ບໍ່​ຖືກ​ເຮັດ​ໃຫ້​ຈຳນົນຢູ່​ຕໍ່ໜ້າ​ມະນຸດ; ເພາະ​ມັນ​ຈະ​ຖືກ​ມອບ​ໃຫ້​​ເຮົາ​ໃນ​ຊົ່ວ​ໂມງ​ນັ້ນ​ເອງ, ​ແທ້​ຈິງ​ແລ້ວ, ​ໃນ​​ເວລານັ້ນ​ເອງ, ສິ່ງ​ທີ່​​ເຮົາຈະ​ກ່າວ (ເບິ່ງ D&C 100:5–6). ​ເປັນຄວາມ​ຈິງ​ທີ່​ວ່າ ​ໃນຫລາຍ​ວິທີ​ທາງ​ເຮົາ​ກໍ​ເປັນ​ຄົນ​ທຳ​ມະ​ດາ ​ແລະ ຂາດ​ຕົກ​ບົກພ່ອງ, ​ແຕ່​ເຮົາ​ມີ​ພຣະອາຈານ​ທີ່​ດີ​ພ້ອມ ທຸກ​ຢ່າງ ຜູ້​ໄດ້ທຳ​ການ​ຊົດ​ໃຊ້​ທີ່​ບໍລິບູນ, ​ແລະ ​ເຮົາ​ໄດ້​ເອີ້ນ​ຫາ​ພຣະຄຸນ ​ແລະ ຖານະ​ປະ​ໂລຫິດ​ຂອງ​ພຣະອົງ. ​ເມື່ອ​ເຮົາ​ກັບ​ໃຈ ​ແລະ ຊຳລະ​ລ້າງ​ຈິດ​ວິນ​ຍານ​ຂອງ​ເຮົາ, ​ເຮົາ​ຖືກ​ສັນຍາ​ວ່າ ​ເຮົາ​ຈະ​ໄດ້​ຮັບ​ການ​ສິດສອນ ​ແລະ ຮັບອຳນາດຈາກເບື້ອງບົນ (ເບິ່ງ D&C 43:16).

ສາດ​ສະໜາ​ຈັກ ​ແລະ ​ໂລກ ​ແລະ ຜູ້ຍິງ ພວມ​​ເອີ້ນ​ຫາ​ຜູ້​ຊາຍ, ຜູ້​ຊາຍ​ທີ່​ພັດທະນາ​ຄວາມ​ສາມາດ ​ແລະ ພອນ​ສະຫວັນ, ຜູ້​ເຕັມ​ໃຈ​ທີ່​ຈະ​ອອກ​ແຮງ ​ແລະ ​ເສຍ​ສະລະ, ຜູ້​ຈະ​ຊ່ອຍ​ເຫລືອ​ຄົນ​ອື່ນ​ໃຫ້​ບັນລຸ​ເຖິງ​ຄວາມສຸກ ​ແລະ ຄວາມ​ລອດ. ​ເຂົາ​ເຈົ້າຮ້ອງ​​ໂຮວ່າ, “ຈົ່ງ​ລຸກຂຶ້ນ ​ໂອ້​, ບຸ​ລຸດ​ຂອງ​ພຣະ​ເຈົ້າ!”10 ຂໍ​ໃຫ້​ພຣະ​ເຈົ້າຈົ່ງ​ຊ່ອຍ​ເຫລືອ​ເຮົາ​ໃຫ້​ເຮັດ​ສິ່ງ​ນີ້. ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ສະ​ແດງ​ແຫລ່ງ​ອ້າງ​ອີງເຊື່ອງ​ແຫລ່ງ​ອ້າງ​ອີງ

    ​ແຫ​ລ່ງອ້າງ​ອີງ

    1. Kay S. Hymowitz, Manning Up: How the Rise of Women Has Turned Men into Boys (2011), 16.

    2. “​ເມື່ອ​ທ່ານ​ຖາມ​ຊາວໜຸ່ມ​ໃນ​ປະຈຸ​ບັນ​ນີ້​ວ່າ​​ແມ່ນ​ຫຍັງ​ຈະ​ເຮັດ​ໃຫ້​ເຂົາ​ເປັນ​ຜູ້​ໃຫຍ່, ​ເກືອບ​ບໍ່​ມີ​ທຸກ​ຄົນ​ກ່າວ​ເຖິງ​ການ​ແຕ່ງງານ. ​ສ່ວນ​ຫລາຍ​​ເຂົາ​ຈະ​ບອກ​ກ່ຽວ​ກັບ​ການ​ທຳ​ງານ—ການ​ສຶກສາ, ການ​ເປັນ​ອິດ​ສະລະ​ເລື່ອງ​ການ​ເງິນ, ​ເຮັດ​ວຽກ​​ເຕັມ​ເວລາ—​ເປັນ​ເຄື່ອງໝາຍ​ວ່າ​ເຂົາ​ປະສົບ​ຄວາມ​ສຳ​ເລັດ. ການ​ທຳ​ງານ, ອາຊີບ, ການ​ເປັນ​ອິດ​ສະລະ: ນີ້​ຄື​​ແຫ​ລ່ງຕົ້ນຕໍ​ຂອງ​ການ​ບົ່ງ​ບອກ​ໃນ​ປະຈຸ​ບັນ​ນີ້” (Hymowitz, Manning Up, 45). ຄວາມ​ກົດ​ດັນ​ທີ່​ຜູ້ຍິງຕ້ອງ​ປັບ​ຕົວ​ເຂົ້າກັບຄວາມ​ຄິດ​ທີ່​ບໍ່​ຢາກ​ແຕ່ງງານ​ແມ່ນ​ໜັກໜ່ວງ. ໜັງສືພິມ Times of London ​ໄດ້​ຂຽນ​ວ່າ: “ບໍ່ມີ​ໃຜ​ໃນ​ຄອບຄົວຂອງ​ຂ້າພະ​ເຈົ້າ ຫລື ນາຍຄູ​ຂອງ​ຂ້າພະ​ເຈົ້າ, ​​ເຄີຍ​ເວົ້າວ່າ, ‘​ແມ່ນ​ແລ້ວ, ​ແລະ ອີກ​ຢ່າງ​ໜຶ່ງ ​ເຈົ້າກໍ​ຄວນ​ຢາກ​ເປັນ​​ເມຍ ​ແລະ ​ແມ່​ນຳ​ອີກ.’ ​ເຂົາ​ເຈົ້າມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ໃຫ້​ເຮົາ​ເຮັດ​ຕາມ​ເສັ້ນທາງ​ສະ​ໄໝ​ໃໝ່​ສຳລັບ​ທຸກ​ຄົນ ວ່າຄວາມ​ກະຕືລືລົ້ນ​ໃນ​ການ​ແຕ່ງງານ​ຂອງ​ຜູ້ຍິງ—ທີ່​ຈະ​ແຕ່ງງານ ​ແລະ ມີ​ຄອບຄົວ—​ໄດ້​ຖືກ​ຍົກ​ອອກ​ໄປ​ຈາກ​ພາບ​ໃນ​ອະນາຄົດ​ຂອງ​ເຂົາ​” (Eleanor Mills, “Learning to Be Left on the Shelf,” Sunday Times, Apr. 18, 2010, www.thetimes.co.uk; in Hymowitz, Manning Up, 72). ນັກ​ຂຽນ​ຜູ້​ໜຶ່ງ​ອີກ​ທີ່​ມີ​ອາຍຸ​ປະມານ 40 ກວ່າ​ປີ ​ໄດ້​ອ້າງ​ເຖິງ​ຄຳ​ຕອບ​ບາງ​ຢ່າງ​ຕໍ່​ເລື່ອງສັ້ນທີ່​ນາງ​ໄດ້​ຂຽນ​ກ່ຽວ​ກັບ​ຄວາມ​ກິນ​ແໜງ​ທີ່​ນາງ​ບໍ່​ໄດ້​ແຕ່ງງານ ດັ່ງ​ນີ້: “ຂ້າພະ​ເຈົ້າລະ​ເປັນຕາ​ໜ່າຍ​ທີ່​ໄດ້​ຍິນ​ທ່ານ​ເວົ້າ​ເຖິງ​ຄວາມ​ຕ້ອງການ​ທີ່​ຈະ​ມີ​ຜົວ,” “​ໃຫ້​ມີ​ຄວາມ​ນັບຖື​ຕົນ​ເອງ​​​ແດ່!” “​ທ່ານ​ເຮັດ​ໃຫ້ການ​ເພິ່ງ​ພາ​ອາ​ໄສ​ຄົນ​ອື່ນ​ກາຍ​ເປັນ​ເລື່ອງຕ່ຳ,” ​ແລະ “ຖ້າ​ຫາກ​ລູກ​ສາວ​ຂອງ​ຂ້າພະ​ເຈົ້າ​ເຕີບ​ໂຕ​ຂຶ້ນ ​ແລະ ຄິດຢາກ​ໄດ້​ຜົວ​ ​ແມ່ນ​ແຕ່​ເທົ່າ​ກັບ​ເຄິ່ງໜຶ່ງ​ທີ່​ທ່ານ​ຢາກ​ໄດ້, ຂ້າພະ​ເຈົ້າຄິດ​ວ່າ ຂ້າພະ​ເຈົ້າ​ໄດ້​ເຮັດ​ບາງສິ່ງ​ທີ່​ບໍ່ ​ຖືກຕ້ອງ​ໃນ​ການ​ລ້ຽງ​ດູ​ນາງ” (Lori Gottlieb, Marry Him: The Case for Settling for Mr. Good Enough [2010], 55).ຂ່າວ​ດີ​ແມ່ນ​ວ່າ ຄົນ​ສ່ວນ​ຫລາຍ, ຮ່ວມ​ທັງ​ຜູ້​ໃຫຍ່​ໂສດ, ບໍ່​​ເຊື່ອ​ຂ່າວສານ​ກ່ຽວ​ກັບ​ການ​ຕໍ່ຕ້ານ​ການ​ແຕ່ງງານ, ການ​ຕໍ່ຕ້ານ​ຄອບຄົວ. “ອີງ​ຕາມ​ການຄົ້ນຄວ້າ​ຂອງ​ຝ່າຍ​ເສດຖະກິດ​ຢູ່ມະຫາວິທະຍາ​ໄລ ​ເພັນ​ຊິນ​ເວ​ເນຍ, ຢູ່​ໃນ​ສະຫັດ​ລັດ ​ໃນ​ປີ 2008, 86 ​ເປີ​ເຊັນ ຂອງ​ຈຳນວນ​ນັກ​ສຶກສາ​ລະດັບ​ຂັ້ນວິທະຍາ​ໄລ​ທີ່​ເປັນຜູ້ຍິງ​ເຊື້ອ​ຊາດ​ຄົນ​ຂາວ ຈະ​ແຕ່ງງານ​ກ່ອນ​ມີ​ອາຍຸ 40 ປີ, ປຽບທຽບ​ໃສ່​ກັບ 88 ​ເປີ​ເຊັນ ຂອງ​ຄົນ​ທີ່​ມີ​ການ​ສຶກສາ​ໜ້ອຍ​ກວ່າ​ສີ່​ປີ​. ຈຳນວນ​ຂອງ​ນັກຮຽນ​ຜູ້​ຊາຍ ​ເຊື້ອ​ຊາດ​ຄົນ​ຂາວ​ກໍ​ເທົ່າໆ​ກັນ: 84 ​ເປີ​ເຊັນ ​ໄດ້​ແຕ່ງງານ​ກ່ອນ​ເຖິງ​ອາຍຸ 40 ປີ​ ໃນ​ປີ 2008. ຕາມສາມັນ​ສຳ​ນຶກ, ບໍ່​ແມ່ນ​ຕາມການສະ​ແດງຈາກ​ການຄົ້ນຄວ້າ, ​ເມື່ອ​ເວົ້າ​ແລ້ວ, ອາດ​ເປັນ​ວ່າ ການ​ແຕ່ງງານ​ເປັນ​ສິ່ງ​ທີ່​ບໍ່​ດີ​ສຳລັບຜູ້ຍິງ. ​ແຕ່​ຜູ້ຍິງ ​ເຊື້ອ​ຊາດ​ຄົນ​ຂາວ ທີ່​ຮຽນ​ຈົບ​ມະຫາວິທະຍາ​ໄລ ບໍ່​ໄດ້​ເຊື່ອ​ວ່າ​ເປັນ​ແນວ​ນັ້ນ. ​ເຂົາ​ເຈົ້າຄິດ​ວ່າ ‘ຄົນ​ທີ່​ແຕ່ງງານ ​ໂດຍ​ທົ່ວ​ໄປ​ແລ້ວ ຈະ​ມີ​ຄວາມສຸກ​ຫລາຍ​ກວ່າ​ຄົນ​ທີ່​ບໍ່​ໄດ້​ແຕ່ງງານ.’ … ຄົນ​ສ່ວນ​ຫລາຍ—70 ​ເປີ​ເຊັນ—​ໃນ​ປີ​ທຳ​ອິດ​ທີ່​ສຶກສາ​ຢູ່​ວິທະຍາ​ໄລ ຄິດ​ວ່າການ​ສ້າງຄອບຄົວ ‘​ເປັນ​ສິ່ງ​ຈຳ​ເປັນ’ ຫລື ‘ສຳຄັນ​ຫລາຍ’ ຕໍ່​ອະນາຄົດ​ຂອງ​ເຂົາ​ເຈົ້າ” (Hymowitz, Manning Up, 173–74).

    3. Philip G. Zimbardo and Nikita Duncan, The Demise of Guys: Why Boys Are Struggling and What We Can Do about It (2012), e-book; see the chapter “Behind the Headlines.”

    4. Barbara Dafoe Whitehead, Why There Are No Good Men Left: The Romantic Plight of the New Single Woman (2003), 67.

    5. Amanda Dickson, “‘Hunger Games’ Main Character a Heroine for Our Day,” Deseret News, Apr. 2, 2012, www.deseretnews.com.

    6. Gordon B. Hinckley, “Welfare Responsibilities of the Priesthood Quorums,” Ensign, Nov. 1977, 86.

    7. Helping Others to Help Themselves: The Story of the Mormon Church Welfare Program (1945), 4.

    8. Richard C. Edgley, “This Is Your Phone Call,” Liahona, May 2009, 54.

    9. Teachings of Presidents of the Church: Harold B. Lee (2000), 134.

    10. “Rise Up, O Men of God,” Hymns, no. 323.