​2010–2019
ດ້ວຍ​ສັດທາ ທຸກ​ສິ່ງ​ທຸກ​ຢ່າງ​ຍ່ອມ​ສຳ​ເລັດ
ຕຸລາ 2012


ດ້ວຍ​ສັດທາ ທຸກ​ສິ່ງ​ທຸກ​ຢ່າງ​ຍ່ອມ​ສຳ​ເລັດ

​​ສັດທາຈະ​ຊ່ອຍ​ເຮົາ​ໃຫ້​ປີນ​ຂຶ້ນ​ເຖິງ​ເສັ້ນທາງ​ແຫ່ງ​ພຣະກິດ​ຕິ​ຄຸນ​​ໄດ້​ຢ່າງ​ປອດ​ໄພ, ​​ເອົາ​ຊະນະ​ການ​ທ້າ​ທາຍ​ທັງ​ປວງ​ແຫ່ງ​ຄວາມ​ເປັນ​ມະຕະ, ​ແລະ ກັບ​ໄປ​ຫາ​ທີ່​ປະ​ທັບ​ອັນ​ສະຫງ່າ​ງາມຂອງ​ພຣະບິດາ​ເທິງ​ສະຫວັນຂອງ​ເຮົາ.

ບໍ່​ດົນ​ມາ​ນີ້ ຫລາຍ​ຄົນ​ພວກ​ເຮົາ​ຢູ່​ໃນ​ຄອບຄົວ ​ແນັດ​ຊ໌ ​ໄດ້​ພາກັນ​ໄປ​ປີນ​ພູ Huayna Picchu (ຮວຍ​ນາ ພິກ​ຈູ), ​ເປັນ​ຈອມ​ພູ​ທີ່​ສູງ​ໃກ້​ກັບ​ເມືອງ​ເກົ່າ​ແກ່​ອິງ​ກາຂອງ Machu Picchu (ມາ​ຈູ ພິກ​ຈູ) ​​ໃນ​ປະ​ເທດ​ເປຣູ. ມັນ​ເປັນ​ການ​ປີນ​ຂຶ້ນໜ້າຜາ​ຊັນ, ​ເປັນ​ພາບ​ທີ່​ສວຍ​ງາມ ​ແລະ ​ເປັນ​ເຫວ​ເລິກ. ໜ້າ​ເສຍ​ໃຈ​ທີ່​ນັກ​ປີນ​ພູ​ຫລາຍ​ຄົນ​ໄດ້​ເສຍ​ຊີວິດ​ໄປ ​ເພາະ​ການ​ຕົກລົງ​ຈາກ​ທາງ​ປີນ​ທີ່​ຄັບ​ແຄບ. ​ໃນ​ການ​ຫລີກ​ເວັ້ນຈາກ​ຄວາມ​ໂສກ​ເສົ້າ​ເຊັ່ນນັ້ນ, ​ຮາວເຫລັກ​ທີ່​ແໜ້ນ​ໜຽວໄດ້​ຖືກ​ປັກ​ໄວ້​ຕາມ​ໜ້າຜາຮວຍ​ນາ ພິກ​ຈູ. ພວກ​ເຮົາ​ໄດ້​ຈັບ​ຮາວເຫລັກ​ນັ້ນ​ໃນ​ຂະນະ​ທີ່​ປີນ​ຂຶ້ນ​ໄປ, ​ແລະ ມັນ​ໄດ້​ຊ່ອຍ​ພວກ​ເຮົາ​​ໃຫ້ໄປ​ເຖິງ​ຈອມ​ພູ​ຢ່າງ​ປອດ​ໄພ, ບ່ອນ​ທີ່ທິວ​ທັດ​ສະຫງ່າ​ງາມ​ຫລາຍ!

​ເຊັ່ນ​ດຽວ​ກັບ​ເສັ້ນທາງ​ໄປຮວຍ​ນາ ພິກ​ຈູ, ​ເສັ້ນທາງ​ໃນ​ຊີວິດ​ຂອງ​ເຮົາ​ກໍ​ສູງ​ຊັນ ​ແລະ ຫຍຸ້ງຍາກ, ​ເປັນ​ເສັ້ນທາງ​ທີ່​ຮຽກຮ້ອງ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະບິດາ​ເທິງ​ສະຫວັນ​ກ່ອນ​ຈະ​ບັນລຸ​ຄວາມ​ສຳ​ເລັດ​ໄດ້. ​ເພາະ​ດ້ວຍ​ເຫດ​ນີ້, ພຣະອົງ​ຈຶ່ງ​ໄດ້​ມອບ​ຫລັກ​ທຳ ​ແລະ ພິທີການ​ຂອງ​ພຣະກິດ​ຕິ​ຄຸນ​ໃຫ້​ເຮົາ​ເພື່ອ​ນຳ​ເຮົາໄປ​ສູ່​ພຣະຜູ້ຊ່ອຍ​ໃຫ້​ລອດ ​ແລະ ອຳນາດ​ຊ່ອຍ​ໃຫ້​ລອດ​ຂອງ​ພຣະອົງ.1 ຫລັກ​ທຳ​ຂໍ້​ທຳ​ອິດ​​ໃນ​ຫລັກ​ທຳ​ເຫລົ່ານັ້ນ, ສັດທາ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ,2 ​​ເປັນ​ເໝືອນ​ດັ່ງ​ຮາວ​ເຫລັກ​ຂອງຮວຍນາ ພິກ​ຈູ ນັ້ນ ທີ່​ວ່າ: ຖ້າ​ຫາກ​ໝັ້ນໜຽວ ​ແລະ ປັກ​ຢູ່​ໃນ​ສີ​ລາຂອງ​ພຣະຜູ້​ໄຖ່,3 ​ແລ້ວ​ສັດທາຈະ​ຊ່ອຍ​ເຮົາ​ໃຫ້​ປີນ​ຂຶ້ນ​ເຖິງ​ເສັ້ນທາງ​ແຫ່ງ​ພຣະກິດ​ຕິ​ຄຸນ​​ໄດ້​ຢ່າງ​ປອດ​ໄພ, ​​ເອົາ​ຊະນະ​ການ​ທ້າ​ທາຍ​ທັງ​ປວງ​ແຫ່ງ​ຄວາມ​ເປັນ​ມະຕະ,4 ​ແລະ ກັບ​ໄປ​ຫາ​ທີ່​ປະ​ທັບ​ອັນ​ສະຫງ່າ​ງາມຂອງ​ພຣະບິດາ​ເທິງ​ສະຫວັນຂອງ​ເຮົາ. ທຸກ​ສິ່ງ​ຈະ​ບັນລຸ​ຜົນສຳ​ເລັດ​ດ້ວຍສັດທາ.5

ສັດທາ​ເປັນ​ທັງ​ຫລັກ​ທຳ​ຂອງ​ການ​ກະທຳ ​ແລະ ​ພະລັງ.6 “ສັດທາ​ບໍ່​ແມ່ນ​ການ​ມີ​ຄວາມ​ຮູ້​ອັນ​ສົມບູນ​ເຖິງ​ເລື່ອງ​ຕ່າງໆ; ດັ່ງນັ້ນ ຖ້າ​ຫາກ​ [ເຮົາ] ​ມີ​ສັດທາ [ເຮົາ] ​ກໍ​ຫວັງ​ໃນ​ສິ່ງ​ທີ່​ບໍ່​ເຄີຍ​ເຫັນ, ຊຶ່ງ​ເປັນຄວາມ​ຈິງ.”7 ມັນ​ແມ່ນ​ການ​ໃຫ້​ຄວາມ​ແນ່ນອນ​ໃຈຂອງ​ພຣະວິນ​ຍານ​8 ຊຶ່ງໄດ້​ຮັບ​ຜ່ານ​ການ​ຮຽນ​ຮູ້ ທີ່​ຈະ​ຊ່ອຍ​ເຮົາ​ໃຫ້​ເຮັດ9 ​ເພື່ອຖືກພາ​ໄປ​​ເຮັດ​ຕາມຕົວ​ຢ່າງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ​ດ້ວຍ​ການ​ອະທິຖານ, ​ແມ່ນ​ແຕ່​ໃນ​ຕອນ​ທີ່​ເສຍ​ສະລະ ​ແລະ ຖືກ​ທົດ​ລອງ.10 ສັດທາ​ນຳ​ອຳນາດ​ຂອງ​ພຣະຜູ້​ເປັນ​ເຈົ້າມາ​ໃຫ້​ເຮົາ, ຊຶ່ງ—​ໃນ​ບັນດາ​ສິ່ງ​ອື່ນໆ—ມັນ​ຖືກ​ສະ​ແດງ​ໃຫ້​ປະຈັກ​ດ້ວຍຄວາມ​ຫວັງ​ໃນ​ສິ່ງ​ທີ່​ດີ,11 ສິ່ງ​ມະຫັດສະຈັນ​ທີ່​ຢືນຢັນ​ສັດທາ,12 ​ແລະ ການ​ປົກ​ປ້ອງ​ຈາກ​ສະຫວັນ​​ເລື່ອງທາງ​ວິນ​ຍານ ​ແລະ ​ທາງ​ໂລກ.13

ຊີວິດ​ຂອງນາງ​ແອນ ​ໂຣລີ, ຍິງຜູ້​ບຸກ​ເບີກ​ໃນ​ສະ​ໄໝ​ເລີ່​ມຕົ້ນຂອງ​ສາດສະໜາ​ຈັກ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ໃຊ້ສັດທາ​ສາມາດມີ​ຜົນ​ກະທົບ​​ຕໍ່​ຊີວິດ​ຂອງ​ເຮົາ​​ໃນ​ທາງ​ທີ່​ດີໄດ້. ​ໂດຍ​ທີ່​ເປັນ​ແມ່​ໝ້າຍ​ຈາກ​ປະ​ເທດ​ອັງກິດ, ຊິດ​ສະ​ເຕີ​ໂຣລີໄດ້​ໃຊ້​ສັດທາ​ຂອງ​ນາງ​ເພື່ອ​ຕອບ​ການ​ເອີ້ນ​ຂອງ​ສາດສະດາ​ໃນ​ການ​ເຕົ້າ​ໂຮມ​ສີ​ໂອນ. ນາງ​ເປັນ​ຜູ້​ໜຶ່ງ​ໃນ​ຂະ​ບວນລໍ້​ວິວລີທີ່​ໄດ້​ປະ​ເຊີນ​ກັບ​ຫິມະ​ໃນ​ເສັ້ນທາງ​ເດີນ​ໃນ​ລະດູ​ໃບ​ໄມ້​ຫລົ່ນ​ຂອງ​ປີ 1856. ​ເຂົາ​ເຈົ້າ​ໄດ້​ເດີນທາງ​ໄປ​ເຖິງ​ຈຸດ​ບ່ອນ​ທີ່​ລູກ​ເຈັດ​ຄົນ​ຂອງ​ນາງອຶດ​ຢາກ​ຫລາຍ​ທີ່​ສຸດ. ນາງ​ໄດ້​ຂຽນ​ວ່າ: “ຂ້າພະ​ເຈົ້າ​ເຈັບ​ປວດ​ຫລາຍ​ທີ່​ເຫັນ​ລູກໆ​ຫິວ​ໂຫຍ. … ​ເມື່ອຄ່ຳ​ຄືນ​ມາ​ເຖິງ ພວກ​ເຮົາ​ບໍ່​ມີ​ຫຍັງ​ທີ່​ຈະ​ກິນ. ຂ້າພະ​ເຈົ້າ​ໄດ້​ທູນ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ເຈົ້າດັ່ງ​ທີ່​ເຄີຍ​ເຮັດ. ຂ້າພະ​ເຈົ້າ​ໄດ້​ຄຸ​ເຂົ່າ​ລົງ, ຈື່​ໄດ້​ວ່າ ມີ​ເຂົ້າໜົມ​ແຫ້ງ​ຢູ່​ສອງ​ປ່ຽງ​ທີ່ … ​ເຫລືອ​ຈາກ​ການ​ເດີນທາງ​ຂ້າມ​ທະ​ເລ​ມາ. ສອງ​ປ່ຽງ​ນັ້ນບໍ່​ໃຫຍ່, ​ແລະ ກໍ​ຍາກ​ຫລາຍ​ທີ່​ຈະ​ຫັກ​ເປັນ​ຕ່ອນໆ. ​ແລະ ບໍ່ພໍ​ສຳລັບ​ 8 ຄົນ​ທີ່​ຈະ​ກິນ, ​ແຕ່​ເຂົ້າ​ຈີ່ 5 ກ້ອນ ກັບປາ 2 ​ໂຕ ກໍ​ຍັງພຽງ​ພໍ​ສຳລັບ​ຜູ້​ຄົນ 5,000 ຄົນ, ​ແຕ່​​ຜ່ານການ​ມະຫັດສະຈັນ​, ພຣະ​ເຢຊູຍັງ​​ເຮັດ​ໄດ້. ສະນັ້ນ, ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພຣະ​ເຈົ້າ, ບໍ່​ມີ​ສິ່ງ​ໃດ​ທີ່​ເປັນ​ໄປ​ບໍ່​ໄດ້. ຂ້າພະ​ເຈົ້າ​ໄດ້​ຊອກ​ຫາ​ເຂົ້າໜົມສອງ​ປ່ຽງ​ນັ້ນ ​ແລະ ​ໄດ້​ເອົາ​ມັນ​ໃສ່​ໃນໝໍ້ ​ແລະ ​​ເທ​ນ້ຳ​ໃສ່ ​​ແລະ ​ໄດ້​ທູນ​ຂໍ​ພອນ​ຈາກ​ພຣະ​ເຈົ້າ. ​ແລ້ວຂ້າພະ​ເຈົ້າ​ໄດ້​ເອົາ​ຝາ​ປິດ ​ແລະ ຕັ້ງ​ມັນໃສ່​ໄຟ. ບໍ່​ດົນ​ຫລັງ​ຈາກ​ນັ້ນ ຂ້າພະ​ເຈົ້າ​ໄດ້​ເອົາ​ຝາ​ອອກ, ຂ້າພະ​ເຈົ້າ​ເຫັນ​ວ່າ ໝໍ້ນັ້ນ​ເຕັມ​ໄປ​ດ້ວຍ​ອາຫານ. ຂ້າພະ​ເຈົ້າ​ໄດ້​ຄຸ​ເຂົ່າ​ລົງ​ພ້ອມ​ກັບ​ຄອບຄົວ ​ແລະ ຂອບ​ພຣະ​ໄທ​ພຣະ​ເຈົ້າສຳລັບ​ຄວາມ​ກະລຸນາ​ຂອງ​ພຣະອົງ. ​ຄືນ​ນັ້ນຄອບຄົວ​ຂອງ​ຂ້າພະ​ເຈົ້າມີ​ອາຫານ​ກິນ​ພຽງພໍ.”14

​ແອນ ​ໂຣລີ ໄດ້​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ ດ້ວຍ​ການ​ເສຍ​ສະລະ​ຢ່າງ​ຫລວງຫລາຍ, ຕ້ອງການ​ຄວາມ​ຊ່ອຍ​ເຫລືອ, ​ແລະ ​ໄດ້​ທູນ​ຂໍ​ດ້ວຍການ​ອະທິຖານ. ​ເພາະ​ສັດທາ​ຂອງ​ນາງ, ນາງ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ ​ແລະ ການ​ມະຫັດສະຈັນ​ໄດ້​ເກີດ​ຂຶ້ນ ​ແລະ ​ໄດ້​ລ້ຽງ​ດູ​ຄອບຄົວຂອງ​ນາງ. ພຣະຜູ້​ເປັນ​ເຈົ້າກໍ​ອວຍພອນ​ນາງ​ດ້ວຍ​ຄວາມ​ສາມາດ​ທີ່​ຈະ​ອົດທົນ “ດ້ວຍ​ສັດທາ​ຈົນ​ເຖິງ​ທີ່​ສຸດ.”15 ​ເຖິງ​ແມ່ນ​ບໍ່​ຮູ້​ແນ່ນອນ ກ່ຽວ​ກັບ​ອະນາຄົດ, ​ແຕ່​ນາງ​ບໍ່​ໄດ້​ອ້ອນວອນ​ເພື່ອ​ຢາກ​ຮູ້​ວ່າ ນາງ​ຈະ​ລ້ຽງ​ດູລູກ​ຂອງ​ນາງ​ໄດ້​ແນວ​​ໃດໃນ​ມື້​ຕໍ່​ໄປ; ​ແຕ່​ນາງ​ໄດ້​ອົດທົນ “​ລໍຖ້າ​ພຣະຜູ້​ເປັນ​ເຈົ້າ”16 ​ແລະ ​ໄດ້​ກ້າວ​ເດີນ​ຕໍ່​ໄປ​ດ້ວຍ​ຄວາມ​ຫວັງ—​​ເໝືອນ​ດັ່ງ​​ເນື້ອ​ເພງ​ສວດ​ທີ່​ງົດ​ງາມ​ໄດ້​ກ່າວ​ວ່າ:

ຈົ່ງ​ນຳພາ, ດ້ວຍ​ຄວາມ​ເມດ​ຕາ, ຜ່ານ​ຄວາມ​ມືດ; ຈົ່ງ​ນຳ​ຜູ້​ຂ້າ​ໄປ!

ຄ່ຳ​ຄືນ​ມືດ​ມົວ, ​ແລະ ຜູ້​ຂ້າ​ໄກ​ຈາກ​ບ້ານ; ຈົ່ງ​ນຳ​ຜູ້​ຂ້າ​ໄປ!

ຈົ່ງ​ນຳພາ​ຕີນ​ຂອງ​ຜູ້​ຂ້າ​ໄປ; ຜູ້​ຂ້າ​ບໍ່​ໄດ້​ອ້ອນວອນ​ເພື່ອ​ຈະ​ເຫັນ

​ເສັ້ນທາງ​ໄກ—ຈົ່ງ​ພາ​ໄປ​ແຕ່​ລະບາດ​ກ້າວ.17

​ເຮົາ​ກໍ​ຄື​ກັນ ສາມາດ​ໃຊ້​ສັດທາ​ໃນ​ພຣະຜູ້​ເປັນ​ເຈົ້າ, ​ເຊື່ອ ​ແລະ ​ໄວ້​ວາງ​ໃຈ​ວ່າ ພຣະ​ເຈົ້າທີ່​​ເມດ​ຕາ ​ແລະ ​ເປັນ​ເພື່ອນ18 ຈະ​ອວຍພອນ​ເຮົາ​ດ້ວຍ​ອຳນາດ​ແຫ່ງ​ການ​ມະຫັດສະ​ຈັນ​ອັນ​ເໝາະ​ສົມ​ຕໍ່​ສະພາບ​ການຂອງ​ເຮົາ, ຕາມ​ເວລາ​ຂອງ​ພຣະອົງ. ​ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ​ເຮົາ​ກໍ​ຄື​ກັນ, ຈະ​ໄດ້​ເຫັນ​ພຣະຫັດ​ຂອງ​ພຣະ​ເຈົ້າສະ​ແດງ​ໃຫ້​ປະຈັກ​​ໃນ​ຊີວິດ​ຂອງ​ເຮົາ.

ພຣະຜູ້​ເປັນ​ເຈົ້າ​ໄດ້​ບັນຊາ​ເຮົາ​ໃຫ້ສວມ​ເຄື່ອງ​ປ້ອງ​ກັນ​ແຫ່ງສັດທາ ​ຊຶ່ງ​ໃນ​ນັ້ນ​ເຮົາຈະ​ສາມາດດັບລູກ​ສອນ​ໄຟ​ທັງ​ໝົດ ຂອງຄົນຊົ່ວ​ໄດ້.”19 ຊາຕານ​ຈະ​ໃຊ້​ສິ່ງ​ເຊັ່ນ​ນັ້ນ​ໃຫ້​ສົງ​ໄສ, ຢ້ານ, ຫລື ​ເຮັດ​ບາບ ​ເພື່ອລໍ້​ລວງ​ເຮົາ​ໃຫ້​ປ່ອຍ​ສັດທາ​ໄປ ​ແລະ ຖອດ​ເຄື່ອງ​ປ້ອງ​ກັນ​ອອກ. ຂໍ​ໃຫ້​ເຮົາ​ຈົ່ງກວດກາ​ເບິ່ງ​ການ​ທ້າ​ທາຍ​ແຕ່ລະ​ຢ່າງ​ນີ້​ກັບສັດທາ ​ເພື່ອ​ວ່າ​ເຮົາ​ຈະ​ສາມາດ​ຮູ້ຈັກ ​ແລະ ບໍ່​ຕົກ​ຫລຸມ​ລໍ້​ຂອງ​ຜູ້​ປໍ​ລະ​ປັກ.20

ທຳ​ອິດ, ການ​ບໍ່​ເຊື່ອ​ໃນ​ພຣະຜູ້​ເປັນ​ເຈົ້າ ຫລື ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ​ຈະ​ເຮັດ​ໃຫ້​ເຮົາ​ຕໍ່ຕ້ານ​ກັບ​ພຣະວິນ​ຍານ​ຂອງ​ພຣະ​ເຈົ້າ.21 ຄຳ​ຕອບ​ຂອງ​ພຣະຜູ້​ເປັນ​ເຈົ້າສຳລັບ​ຄວາມ​ສົງ​ໄສ​ແມ່ນ​ງ່າຍໆ. ດັ່ງ​ທີ່​ກະສັດ​ເບັນ​ຢາ​ມິນ​ໄດ້​ກ່າວ​ວ່າ, “ຈົ່ງ​ເຊື່ອ​ໃນ​ພຣະ​ເຈົ້າ; ຈົ່ງ​ເຊື່ອ​ວ່າ​ພຣະ​ອົງ​ໄດ້​ເປັນ​ຢູ່, ແລະ​ວ່າ​ພຣະ​ອົງ​ໄດ້​ສ້າງ​ທຸກ​ສິ່ງ, ທັງ​ໃນ​ສະຫວັນ ແລະ ໃນ​ແຜ່ນ​ດິນ​ໂລກ; ຈົ່ງ​ເຊື່ອ​ວ່າ​ພຣະ​ອົງ​ມີ​ຄວາມ​ສະຫລຽວ​ສະຫລາດ ແລະ ອຳນາດ​ທັງ​ໝົດ​ທັງ​ໃນ​ສະຫວັນ ແລະ ແຜ່ນ​ດິນ​ໂລກ; ຈົ່ງ​ເຊື່ອ​ວ່າ​ມະນຸດ​ບໍ່​ເຂົ້າ​ໃຈ​ທຸກໆ​ຢ່າງ​ຊຶ່ງ​ພຣະຜູ້​ເປັນ​ເຈົ້າ​ເຂົ້າ​ໃຈ​ໄດ້.”22

ຖ້າ​ຫາກ​ເປັນ​ເພາະ​ຄວາມ​ບໍ່​ເຊື່ອ ຫລື ຄວາມ​ສົງ​ໄສ, ທ່ານ​ເຫັນ​ວ່າຄວາມ​ເຊື່ອ​ຂອງ​ທ່ານ​ອ່ອນ​ແອ​ລົງ, ຈົ່ງ​ຈື່​ຈຳ​ໄວ້​ວ່າ ​ແມ່ນ​ແຕ່​ອັກຄະ​ສາວົກ​ໃນ​ສະ​ໄໝ​ໂບຮານຍັງ​ໄດ້​ອ້ອນວອນ​ຕໍ່​ພຣະຜູ້​ເປັນ​ເຈົ້າວ່າ “ຈົ່ງ​ເພີ່ມ​ສັດທາ​ໃຫ້​ພວກ​ຂ້ານ້ອຍ​ແດ່​ທ້ອນ.”23 ຈົ່ງ​ຈື່​ຈຳ​ໄວ້​ວ່າ ສັດທາ ​ແລະ ​ເຫດຜົນ​ເປັນ​ສອງ​ຢ່າງ​ທີ່​​ຄຽງ​ຄູ່ໄປ​ນຳ​ກັນ, ​ໃຫ້​​ເຮົາ​ມາ​ໄຕ່ຕອງ​ກ່ຽວ​ກັບການ​ປຽບທຽບ​ດັ່ງ​ຕໍ່​ໄປ​ນີ້: ສັດທາ ​ແລະ ​ເຫດຜົນ ​ຄື​ກັນ​ກັບ​ປີກ​ຍົນ​ສອງ​ເບື້ອງ. ທັງ​ສອງ​ປີກ​ແມ່ນ​ສຳຄັນ​ຫລາຍ​ຕໍ່​ການ​ບິນ​ໄປ​ຂອງ​ຍົນ. ຖ້າ​ຫາກ​ວ່າ ຈາກ​ທັດສະນະ​ຂອງ​ທ່ານ, ​ເຫດຜົນ​ເບິ່ງ​ຄື​ວ່າ​ຂັດ​​ກັບ​ສັດທາ, ​ແລ້ວ​ໃຫ້​ຢຸດ ​ແລະ ຈື່​ຈຳ​ວ່າ ທັດສະນະ​ຂອງ​ເຮົາ​ແມ່ນ​ຈຳກັດ​ຫລາຍ ຖ້າ​ປຽບທຽບ​ໃສ່​ກັບຂອງ​ພຣະຜູ້​ເປັນ​ເຈົ້າ.24 ​ບໍ່​ຄວນປະ​ຖິ້ມສັດທາ​ໄປ ​ເຊັ່ນ​ດຽວ​ກັບບໍ່​ຄວນ​ຖອດ​ປີກ​ຍົນ​ອອກ​ຈາກ​ເຄື່ອງ​ຍົນ. ​ແຕ່​ໃຫ້​ບຳລຸງ​ລ້ຽງສັດ​ທາ​ອັນ​ເລັກ​ນ້ອຍ ​ແລະ ​ໃຫ້​ຄວາມ​ຫວັງ​ກາຍເປັນ​ສິ່ງ​ສຳຄັນ​ໃນ​ຈິດ​ວິນ​ຍານ​ຂອງ​ທ່ານ—​ແລະ ຕໍ່​ເຫດຜົນ​ຂອງ​ທ່ານ.25 ສະນັ້ນ​ແລ້ວ ຈຶ່ງ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຖືກ​ບັນຊາ​ໃຫ້ “ສະ​ແຫວງ​ຫາການຮຽນ​ຮູ້ … ໂດຍການ​ສຶກສາ ​​ແລະ ດ້ວຍ ສັດທານຳ​ອີກ.”26 ຈົ່ງ​ຈື່​ຈຳ​ວ່າ, ສັດທາ​ຈະ​ມາ​ກ່ອນ​ການ​ມະຫັດສະຈັນ ຊຶ່ງ​ເຮົາ​ບໍ່​ສາມາດ​ອະທິບາຍ​ໄດ້​ຕາມ​ປະສົບ​ການ​ຂອງ​ເຮົາ, ​ເຊັ່ນ​ດຽວ​ກັບ​ໝໍ້ທີ່​ເຕັມ​ໄປ​ດ້ວຍ​ອາຫານ​ຈາກ​ເຂົ້າໜົມສອງ​ປ່ຽງ​ນ້ອຍໆ ຫລື ຈາກ​ການ​ອົດທົນ​ໃນ​ສັດທາ ຕ້ານ​ກັບບັນຫາ​ທຸກ​ຢ່າງ.27

ສອງ, ຄວາມ​ຢ້ານ​ກົວຈະລົບ​ກວນ ​ແລະ ​​ເຮັດ​ໃຫ້​ສັດທາ​​ໃນ​ພຣະຜູ້​ຊ່ອຍ​ໃຫ້ລອດ​ອ່ອນ​ແອ​ລົງ. ອັກຄະ​ສາວົກ​ເປ​ໂຕ​ໄດ້​ຫລຽວ​​ເບິ່ງພຣະຜູ້​ເປັນ​ເຈົ້າ​ໃນ​ຄືນ​ທີ່​ມີ​ລົມ​ພະຍຸ ​ແລະ ​ໄດ້​ຍ່າງ​ໄປ​​ເທິງ​ໜ້ານ້ຳ—​ເມື່ອ​ລາວ​ຫລຽວ​ເບິ່ງ​ບ່ອນ​ອື່ນ “ໄດ້​​ເຫັນຄວາມ​ຟົດ​ນັນ​ຂອງ​ລົມ [​ແລະ] ກໍ​ເກີດ​ຢ້ານ​ກົວ”—​ແລ້ວ​ໄດ້​ຈົມ​ລົງ​ໃນ​ນ້ຳ.28 ລາວ​ອາດ​ສາມາດ​ຍ່າງ​ຕໍ່​ໄປ ຖ້າ​ຫາກ​ລາວ​ບໍ່​ມີ​ຄວາມ​ຢ້ານ​ກົວ! ​ແທນ​ທີ່​ຈະ​ເອົາ​ໃຈ​ໃສ່​ກັບ​ຄວາມ​ຢ້ານ ​ແລະ ສຽງ​ຟົດ​ນັນ​ຂອງ​​ເຮົາ ​ແລະ ຄື້ນຢູ່​ໃນຊີວິດ​ຂອງ​ເຮົາ, ພຣະຜູ້​ເປັນ​ເຈົ້າ​ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້​ເບິ່ງ​ທີ່​ພຣະອົງ​ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ; ບໍ່​ໃຫ້ສົງ​ໄສ, ບໍ່​ໃຫ້​ຢ້ານ.”29

ສາມ, ບາບຈະ​ເຮັດ​ໃຫ້ການ​ປະ​ທັບ​ຢູ່​ຂອງ​ພຣະວິນຍານຫລຸດນ້ອຍ​ຖອຍ​​ລົງ​ໃນ​ຊີວິດ​ຂອງ​ເຮົາ, ​ແລະ​ ປາດ​ສະ​ຈາກ​ພຣະວິນ​ຍານ​ບໍລິສຸດ, ​ເຮົາ​ຈະ​ຂາດຄວາມ​ອົດທົນ​ທາງ​ວິນ​ຍານທີ່​ຈະ​ຍຶດໝັ້ນ ​ແລະ ​ໃຊ້​ສັດທາ. ມັນ​ສຳຄັນຫລາຍ​​ໃນ​ການ​ໃຊ້​ສັດທາ​ທີ່​ເຮົາ​ຈະ “ບໍ່​ແຕະຕ້ອງ​ຂອງ​ຊົ່ວ ຫລື ສິ່ງ​ທີ່​ບໍ່​ສະອາດ”30 ແລະ ພາກພຽນໃນການ​ຮັກສາພຣະບັນຍັດ, ຖ້າບໍ່ດັ່ງນັ້ນ … ສັດທາຂອງ​ເຮົາຈະລົ້ມເຫລວ, ​ແລະ ສັດຕູ​ຂອງ​ເຮົາຈະມີໄຊເໜືອ​ເຮົາ.”31 ຖ້າ​ຫາກ​ບາບ​​ເຮັດ​ໃຫ້​ມີ​ຈຸດ​ດ່າງ​ພ້ອຍ​ໃນ​ຊີວິດ​, ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ໃຊ້ “ສັດທາ​ໄປ​ສູ່​ການ​ກັບ​ໃຈ,”32 ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ​, ຜ່ານ​ການ​ຊົດ​ໃຊ້​, ຈະ​ຊຳລະ​ລ້າງ ​ແລະ ປິ່ນປົວ​ຊີວິດ​ຂອງ​ທ່ານ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ພຣະຜູ້​ເປັນ​ເຈົ້າຈະ​ເຮັດ​ຕາມ​ຄຳ​ສັນຍາ​ຂອງ​ພຣະອົງ ອີງຕາມ​ສັດທາ​ຂອງ​ເຮົາ ​ແລະ ທຳ​ງານ​ກັບ​ເຮົາ​ເພື່ອ​ເອົາ​ຊະນະ​ການ​ທ້າ​ທາຍ​ທຸກ​ຢ່າງ​.33 ​ພຣະອົງ​ໄດ້​ເຮັດ​ສຳລັບ​ນາງ​ແອນ ຣໍ​ເລ ​ແລະ ​ໄດ້​ເຮັດ​ສຳລັບ​ຜູ້​ຄົນ​ຂອງ​ພຣະອົງ​ໃນ​ທຸກ​ປະຊາ​ຊາດ ​ແລະ ​ໃນທຸກ​ຍຸກ​ທຸກ​ສະ​ໄໝ. ​ເພາະວ່າ​ພຣະອົງ “ເປັນ​ພຣະ​ເຈົ້າ​ແຫ່ງ​ການ​ມະຫັດສະຈັນ” ​ແລະ “ບໍ່​ປ່ຽນ​ແປງ,” ພຣະອົງ​ກໍ​ຈະ​ເປັນ​ພອນ​ໃຫ້​​ເຮົາ​ແຕ່ລະຄົນ​ເໝືອນ​ກັນ ດ້ວຍ​ຄວາມ​ຫວັງ, ການ​ປົກ​ປ້ອງ, ​ແລະ ອຳນາດ​ຕາມ​ສັດທາ​ຂອງ​ເຮົາ​ໃນ​ພຣະອົງ.34 ການ​ຍຶດໝັ້ນຢູ່​ໃນ​ສັດທາ​ໃນ​ອົງ​ພຣະ​ເຢຊູ​ຄຣິດ—​ເຊັ່ນ​ດຽວ​ກັບ​​ຮາວ​ເຫລັກ​ຕາມ​ເສັ້ນທາງ​ຂອງຮວຍ​ນາ ພິກ​ຈູ ນັ້ນ—ຈະ​ເປັນ​ສິ່ງ​ສຳຄັນ​ຫລາຍ​ຕໍ່​ທ່ານ ​​ແລະ ຕໍ່​ຄົນ​ທີ່​ທ່ານ​ຮັກ ຢູ່​ເທິງ​ສີ​ລາ​ຂອງ​ພຣະຜູ້​ໄຖ່ ​ແລະ ອຳນາດ​ທີ່​ຫາ​ອັນ​ປຽບບໍ່​ໄດ້​ຂອງ​ພຣະຜູ້​ໄຖ່​ຂອງ​ເຮົາ.35

ປະທານ​ທອມ​ມັສ ແອັສ ມອນ​ສັນ ​ໄດ້​ກ່າວ​ວ່າ, “ອະນາຄົດ​​ຈະຮຸ່ງ​ເຫລື້ອມ​ເທົ່າ​ກັບ​ສັດທາ​ຂອງ​ທ່ານ.”36 ຂ້າພະ​ເຈົ້າ​ເປັນ​ພະຍານ​ເຖິງ​ຄວາມ​ຈິງ​ທີ່ສູງ​ສົ່ງ ​ແລະ ຫວັງ​ວ່າ​ຈະ​ເຊື້ອ​ເຊີນ​ທຸກ​ຄົນ​ພວກ​ເຮົາ​ໃຫ້​ຍຶດໝັ້ນ ​ແລະ ກ້າວ​​ເດີນ​ໄປດ້ວຍ​ສັດທາ​ໃນ​ພຣະຜູ້​ເປັນ​ເຈົ້າ, “​ບໍ່​ຫວັ່ນ​ໄຫວ.”37 ຂ້າພະ​ເຈົ້າຮູ້​ວ່າ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຊົງ​ພຣະຊົນ​ຢູ່, ​ເປັນ “ຜູ້​ສ້າງ ແລະ ເປັນ​ຜູ້​ເຮັດ​ໃຫ້​ສັດທາ​ຂອງ​​ເຮົາສົມບູນ,”38 ​ແລະ “ພຣະອົງ​​ໂຜດປະທານ​ລາງວັນ​ແກ່​ຜູ້​ທີ່​ສະ​ແຫວ​ງຫາ​ພຣະອົງ.”39 ຂ້າພະ​ເຈົ້າຂໍ​ເປັນ​ພະຍານໃນ​ພຣະນາມ​ຂອງ​ພຣະ​ເຢຊູຄຣິດ, ອາແມນ.