​2010–2019
“ຈົ່ງ​ມາ​ຫາ​ເຮົາ ໂອ້​ເຈົ້າ​ເຊື້ອສາຍ​ອິດ​ສະ​ຣາ​ເອນ​ເອີຍ”
ຕຸລາ 2012


“ຈົ່ງ​ມາ​ຫາ​ເຮົາ ໂອ້​ເຈົ້າ​ເຊື້ອສາຍ​ອິດ​ສະ​ຣາ​ເອນ​ເອີຍ”

ຂະນະ​ທີ່​ເຮົາ​ມາ​ຫາ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ພຣະເຢ​ຊູ​ຄຣິດ ແລະ​ຊຳລະ​ໃຈ​ເຮົາ​ໃຫ້​ບໍລິສຸດ ເຮົາ​ທຸກ​ຄົນ​ຈະ​ມີ​ສ່ວນ​ໃນ​ການ​ປະຕິບັດ​ຄຳ​ສັນຍາ​ອັນ​ໃຫຍ່​ຍິ່ງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ.

ຂ້າພະເຈົ້າ​ໄດ້​ສະໝັກ​ເປັນ​ທະຫານ​ເຮືອ​ໃນ​ສົງຄາມ​ຫວຽດນາມ. ບໍ່​ດົນ​ຫລັງ​ຈາກ​ຂ້າພະເຈົ້າ​ໄດ້​ໄປ​ຮອດ​ເມືອງ​ຄວັນ​ຕິ​ໂກ ລັດ​ເວີຈິ​ເນ​ຍ ເພື່ອ​ການ​ຝຶກ​ຊ້ອມ​ຂັ້ນ​ພື້ນຖານ ຂ້າພະເຈົ້າ​ໄດ້​ຢູ່​ຫໍ​ພັກ​ຢືນ​ຢູ່​ໜ້າ​ຕຽງ​ນອນ ພ້ອມ​ດ້ວຍ​ທະຫານ​ໃໝ່​ອີກ 54 ຄົນ. ຂ້າພະເຈົ້າ​ພົບ​ຄູ​ຝຶກ​ຊ້ອມ ເປັນ​ທະຫານ​ຜ່ານ​ເສິກ​ມາ​ແລ້ວ ເມື່ອ​ລາວ​ເຕະ​ປະຕູ​ເຂົ້າ​ມາ​ທັງ​ເວົ້າ​ດັງໆ​ດ້ວຍ​ຄຳ​ດ່າ​ຕ່າງໆ​ນາໆ.

ຫລັງ​ຈາກ​ການ​ແນະນຳ​ຕົວ​ທີ່​ເປັນຕາ​ຢ້ານ​ແບບ​ນີ້ ລາວ​ເລີ່​ມ​ແຕ່​ຝ່າຍ​ໜຶ່ງ​ໃນ​ຫໍ​ພັກ ແລະ ປະ​ເຊີນ​ໜ້າ​ນຳ​ທະຫານ​ໃໝ່​ທຸກ​ຄົນ​ໂດຍ​ມີ​ຄຳ​ຖາມ. ບໍ່​ມີ​ການ​ຍົກເວັ້ນ​ເລີຍ ຄູ​ຝຶກ​ຊ້ອມ​ໄດ້​ພົບ​ສິ່ງ​ໃດ​ສິ່ງ​ໜຶ່ງ​ນຳ​ທຸກ​ຄົນ​ທີ່​ລາວ​ໄດ້​ເວົ້າ​ເຍາະ​ເຍີ້​ຍ​ໂດຍ​ສຽງ​ດັງ ແລະ ໃຊ້​ພາສາ​ຫຍາບ​ຄາຍ. ລາວ​ຍ່າງມາ​ຕາມ​ແຖວ ໂດຍ​ມີ​ທະຫານ​ເຮືອ​ທຸກ​ຄົນ​ຕອບ​ໂດຍ​ສຽງ​ຮ້ອງ ຕາມ​ທີ່​ໄດ້​ສັ່ງ​ໃຫ້​ຕອບ​ວ່າ “ໂດຍ” ຫລື “ບໍ່​ແມ່ນ​ນາຍ​ສິບ​ເອກ.” ຂ້າພະເຈົ້າ​ບໍ່​ເຫັນ​ສິ່ງ​ທີ່​ລາວ​ເຮັດ ເພາະ​ພວກ​ເຮົາ​ໄດ້​ຖືກ​ສັ່ງ​ໃຫ້​ຢືນ​ກົງ​ໂດຍ​ຈັບ​ຕາ​ເບິ່ງ​ຕົງ​ໜ້າ​ຊື່ໆ. ຕອນ​ເປັນ​ທີ​ຂອງຂ້າພະເຈົ້າ ກໍ​ຮູ້​ວ່າ​ລາວ​ໄດ້​ຈັບ​ຖົງ​ໃຫຍ່​ຂອງຂ້າພະເຈົ້າ​ເທ​ຂອງ​ລົງ​ໃສ່​ຕຽງ​ທີ່ຢູ່​ຂ້າງ​ຫລັງ​ຂ້າພະເຈົ້າ. ລາວ​ກໍ​ຈັບ​ເບິ່ງ​ສິ່ງ​ຂອງຂອງ​ຂ້າພະເຈົ້າ ແລ້ວ​ຍ່າງ​ກັບ​ມາ​ຕົງ​ໜ້າ​ຂ້າພະເຈົ້າ. ຂ້າພະເຈົ້າ​ຕຽມ​ຕົວ​ສຳລັບ​ການ​ໂຈມ​ຕີ​ຂອງ​ລາວ. ມື​ລາວ​ຈັບ​ພຣະ​ຄຳ​ພີ​ມໍ​ມອນ​ຂອງ​ຂ້າພະເຈົ້າ. ຂ້າພະເຈົ້າ​ຄາດ​ວ່າ​ລາວ​ຈະ​ໂຮ​ຮ້ອງ​ໃສ່​ຂ້າພະເຈົ້າ ແຕ່​ແລ້ວ​ລາວ​ເຂົ້າ​ມາ​ໃກ້ໆ​ຂ້າພະເຈົ້າ ແລະ​ກະຊິບ​ຖາມ​ວ່າ “ເຈົ້າ​ເປັນ​ຄົນ​ມໍ​ມອນ​ບໍ?”

ຕາມ​ທີ່​ສັ່ງ​ມາ​ແລ້ວ​ຂ້າພະເຈົ້າ​ຮ້ອງ​ຕອບ​ວ່າ “ໂດຍ, ນາຍ​ສິບ​ເອກ.”

ອີກ​ເທື່ອ​ໜຶ່ງ​ຂ້າພະເຈົ້າ​ຄາດ​ຄິດ​ວ່າ​ສິ່ງ​ຮ້າຍ​ແຮງ​ຈະ​ເກີດ​ຂຶ້ນ. ແຕ່​ລາວ​ຢຸດ​ບຶດໜຶ່ງ ແລ້ວ​ຍົກ​ມື​ທີ່​ຈັບ​ພຣະ​ຄຳ​ພີ​ມໍ​ມອນ​ຂອງ​ຂ້າພະເຈົ້າ​ຂຶ້ນ ແລະ ໂດຍ​ສຽງ​ເບົາໆ ກໍ​ຖາມ​ວ່າ “ເຈົ້າ​ເຊື່ອ​ໃນ​ປື້​ມ​ຫົວ​ນີ້​ບໍ?”

ອີກ​ເທື່ອ​ຂ້າພະເຈົ້າ​ຮ້ອງ​ຕອບ​ວ່າ “ໂດຍ, ນາຍ​ສິບ​ເອກ.”

ໃນ​ຕອນ​ນັ້ນ​ຂ້າພະເຈົ້າ​ແນ່​ໃຈ​ແລ້ວ​ວ່າ​ລາວ​ກຳລັງ​ຈະ​ຮ້ອງ​ດ່າ​ຄົນ​ມໍ​ມອນ ແລະ ພຣະ​ຄຳ​ພີ​ມໍ​ມອນ ແຕ່​ລາວ​ມີ​ແຕ່​ຢືນ​ຢູ່​ບໍ່​ໄດ້​ເວົ້າ​ຫຍັງ​ເລີຍ. ອີກ​ບຶດໜຶ່ງ​ລາວ​ຍ່າງ​ກັບ​ໄປ​ຫາ​ຕຽງ​ຂອງ​ຂ້າພະເຈົ້າ ແລະ ວາງ​ພຣະ​ຄຳ​ພີ​ມໍ​ມອນ​ລົງ​ໄວ້​ແບບ​ດີໆ. ແລ້ວ​ລາວ​ຍ່າງ​ຜ່ານ​ຂ້າພະເຈົ້າ​ບໍ່​ໄດ້​ຢຸດ ແລະ ຕໍ່​ໄປ​ໄດ້​ເວົ້າ​ເຍາະ​ເຍີ້​ຍ​ ແລະ ປະໝາດ​ທະຫານ​ໃໝ່​ທີ່​ເຫລືອ​ຢູ່​ໂດຍ​ໃຊ້​ພາສາ​ຫຍາບ​ຄາຍ​ອີກ.

ມີ​ຫລາຍ​ເທື່ອ​ທີ່​ຂ້າພະເຈົ້າ​ສົງໄສ​ວ່າ ເປັນ​ຫຍັງ​ນາຍ​ສິບ​ເອກ​ທະຫານ​ເຮືອ​ຄົນ​ນັ້ນ ຈຶ່ງ​ໄດ້​ປ່ອຍ​ຂ້າພະເຈົ້າ​ໃນ​ມື້​ນັ້ນ. ແຕ່​ຂ້າພະເຈົ້າ​ມີ​ຄວາມ​ກະຕັນຍູ​ທີ່​ຂ້າພະເຈົ້າ​ໄດ້​ເວົ້າ​ໂດຍ​ບໍ່​ໄດ້​ລັງ​ເລ​ໃຈ​ວ່າ “ໂດຍ, ຂ້ານ້ອຍ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ​ພົນ​ຍຸກ​ສຸດ​ທ້າຍ” ແລະ “ໂດຍ, ຂ້ານ້ອຍ​ກໍ​ຮູ້​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ເປັນຄວາມ​ຈິງ.” ປະຈັກ​ພະຍານ​ນີ້​ແມ່ນ​ຂອງ​ປະທານ​ອັນ​ລ້ຳຄ່າ​ທີ່​ຖືກ​ມອບໃຫ້​ແກ່​ຂ້າພະເຈົ້າ​ໂດຍ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍລິສຸດ ພ້ອມກັບ​ຄວາມ​ຊ່ອຍ​ເຫລືອ​ຂອງ​ຜູ້​ສອນ​ສາດສະໜາ​ສອງ​ຄົນ ແລະ ຄູ​ສອນ​ກຸ່ມ​ປະໂລຫິດ.

ຕອນ​ຂ້າພະເຈົ້າ​ມີ​ອາຍຸ​ໄດ້ 14 ປີ ຜູ້​ສອນ​ສາດສະໜາ​ສອງ​ຄົນ​ຊື່​ ລີ ເພຍ​ຊັນ ແລະ ບອຍ ແຄມ​ພິວ​ຊັນ ໄດ້​ສອນ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຄືນ​ມາ​ໃໝ່ຂອງ​ພຣະເຢ​ຊູ​ຄຣິດ​ໃຫ້​ຄອບຄົວ​ຂອງ​ຂ້າພະເຈົ້າ ແລະ ​ຂ້າພະເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ສອງ​ປີ​ຈາກ​ນັ້ນຄູ​ສອນ​ກຸ່ມ​ປະໂລຫິດ​ຂອງ​ຂ້າພະເຈົ້າ​​ຊື່ ຣິ​ເຈີດ ບໍ​ເຣັນ ໄດ້​ທ້າ​ທາຍ​ຂ້າພະເຈົ້າ​ໃຫ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ. ຂ້າພະເຈົ້າ​ໄດ້​ຍອມຮັບ​ເອົາ​ການ​ທ້າ​ທາຍ​ນັ້ນ ແລ້ວ​ໄດ້​ອ່ານ​ທຸກ​ຄືນ​ຢ່າງ​ໜ້ອຍ​ເທື່ອ​ລະ​ສິບ​ໜ້າ​ຈົນ​ໄດ້​ອ່ານ​ໝົດ​ທັງ​ເຫລັ້ມ.

ຢູ່​ໜ້າ​ວິ​ເຄາະ​ສະບັບ ຂ້າພະເຈົ້າ​ອ່ານ​ວ່າ ມັນ “ຂຽນ​ເຖິງ​ຊາວ​ເລ​ມັນ​ຜູ້​ເປັນ​ສ່ວນ​ໜຶ່ງ​ທີ່​ເຫລືອ​ຢູ່​ຂອງ​ເຊື້ອສາຍ​ອິດ​ສະ​ຣາ​ເອນ ແລະ ເຖິງ​ຊາວ​ຢິວ ແລະ ຄົນ​ຕ່າງ​ຊາດ​ນຳ​ອີກ.” ໃນ​ຄຳ​ນຳ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ: ປະຈັກ​ພະຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະເຢ​ຊູ​ຄຣິດ ມັນ​ບອກ​ວ່າ​ຊາວ​ເລ​ມັນ “ເປັນ​ບັນພະບຸລຸດ​ຂອງ​ຊາວ​ອິນ​ເດ​ຍ​ແດງ.” ເມື່ອ​ຂ້າພະເຈົ້າ​ໄດ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ສຳລັບ​ຂ້າພະເຈົ້າ​ກໍ​ຄື​ໄດ້​ອ່ານ​ເລື່ອງ​ລາວ​ຂອງບັນພະບຸລຸດ​ຂອງ​ຊາວ​ອິນ​ເດ​ຍ​ແດງ​ຂອງ​ຂ້າພະເຈົ້າ. ມັນ​ເລົ່າ​ເລື່ອງຂອງ​ປະຊາຊົນ ຊຶ່ງ​ຈຳນວນ​ໜຶ່ງ​ໄດ້​ອະທິບາຍວ່າ​ເປັນ “ຊາວ​ເລ​ມັນ” ທີ່​ໄດ້​ໜີຈາກ​ເມືອງ​ເຢຣູ​ຊາເລັມ​ໄປ​ຫາ “ແຜ່ນດິນ​ແຫ່ງ​ຄຳ​ສັນຍາ” (1 ນີ​ໄຟ 2:20) ໃນ​ສະໄໝ 600 ປີ​ກ່ອນຄຣິດຕະ​ສັກກະ​ລາດ. ມັນ​ເປັນ​ບັນທຶກ​ການ​ພົວພັນ​ຂອງ​ພຣະ​ເຈົ້າ​ກັບ​ຜູ້​ຄົນ​ດັ່ງກ່າວ​ໃນ​ສະໄໝ​ໂບຮານ​ທີ່ຢູ່​ໃນ​ທະວີບ​ອາ​ເມ​ຣິ​ກາ. ມັນ​ມີ​ເລື່ອງ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະເຢ​ຊູ​ຄຣິດ​ຕໍ່​ບັນດາ​ຄົນ​ເຫລົ່າ​ນີ້​ຫລັງ​ຈາກ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະ​ອົງ. ຂໍ້​ຄວາມໃນ​ພຣະ​ຄຳ​ພີ​ມໍ​ມອນ​​ໄດ້ແນະນຳ​ວ່າ ເມື່ອ​ເວລາ​ຜ່ານ​ໄປ​ຄົນ​ດັ່ງກ່າວ​ໄດ້​ກະຈັດກະຈາຍ​ໄປ​ທົ່ວ​ທະວີບ​ອາ​ເມ​ຣິ​ກາ ແລະ ເກາະ​ໃນ​ທະເລ​ທີ່​ໃກ້ໆ (ເບິ່ງ ​ແອວ​ມາ 63:9–10). ສາດສະດາ​ຂອງພວກ​ເຂົາ​ໄດ້​ທຳນາຍ​ວ່າ ຄົນ​ຕ່າງ​ຊາດ ໃນ​ທີ່​ສຸດ​ຈະມາ​ຮອດ​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ​ນີ້ ແລະ ພຣະ​ພິໂລດ​ຂອງ​ພຣະ​ເຈົ້າ​ຈະ​ລົງ​ມາ​ເທິງຊາວ​ເລ​ມັນ ແລ້ວ​ພວກເຂົາ​ຈະ​ກະຈັດກະຈາຍ​ໄປ, ຖືກ​ລົງ​ທັນ, ແລະ ເກືອບ​ຖືກທຳລາຍຈົນ​ໝົດ​ສິ້ນ (ເບິ່ງ 1 ນີ​ໄຟ 13:10–14).

ພໍ່​ຕູ້​ທວດ​ຂອງ​ຂ້າພະເຈົ້າ​ຊື່ ​ເອັກ​ໂກ ຮອກ ເປັນ​ຊາວ​ອິນ​ເດ​ຍ​ແດງ​ເຜົ່າ​ພໍ​ນີ ເກີດ​ໃນ​ກາງ​ສັດຕະວັດ 1800 ຊຶ່ງ​ຕອນ​ນີ້​ເອີ້ນ​ວ່າ​ລັດ​ເນ​ບຣາ​ສະກາ. ຕອນ​ເພິ່ນ​ມີ​ອາຍຸ​ໄດ້ 19 ປີ ຊາວ​ພໍ​ນີ​​ໄດ້ຖືກ​ບັງຄັບ​ໃຫ້​ໜີ​ຈາກ​ບ້ານ​ເກີດ​ເມືອງ​ນອນ ກວ້າງ 9.3 ລ້ານ​ເຮັກຕາ ເພື່ອ​ຄົນ​ທີ່​ໄດ້​ມາ​ຕັ້ງ​ຖິ່ນ​ຖານ​ຈະ​ມີ​ທີ່ຢູ່. ໃນ​ປີ 1874 ຊາວ​ພໍ​ນີ​ໄດ້​ຖືກ​ສັ່ງ​ໃຫ້​ຍ່າງ​ຫລາຍ​ຮ້ອຍ​ກິໂລແມັດ​ໄປ​ທາງ​ໃຕ້​ໄປ​ຮອດ​ເຂດ​ສະຫງວນ​ໃນ​ດິນແດນ​ໂອ​ຄ​ລາ​ໂຮ​ມາ​ສຳລັບ​ຊາວ​ອິນ​ເດ​ຍ​ແດງ. ຈຳນວນ​ຊາວ​ພໍ​ນີ​ໄດ້​ຫລຸດ​ຈຳນວນ​ລົງ​ຈາກ 12,000 ກວ່າ​ຄົນ​ຈົນ​ມີ​ບໍ່​ເຖິງ 700 ຄົນ​ຕອນ​ທີ່​ໄປ​ຮອດ​ໂອ​ຄ​ລາ​ໂຮ​ມາ. ຊາວ​ພໍ​ນີ ເຫມືອນ​ດັ່ງ​ເຜົ່າ​ອື່ນໆ ໄດ້​ກະຈັດກະຈາຍ​ໄປ, ຖືກ​ລົງ​ທັນ, ແລະ ເກືອບ​ຖືກທຳລາຍຈົນ​ໝົດສິ້ນ.

ພຣະ​ຄຳ​ພີ​ມໍ​ມອນ​ມີ​ຂ່າວສານ​ພິເສດ​ສຳລັບ​ຄົນ​ທີ່​ເປັນ​ເຊື້ອສາຍ​ຂອງ​ຊາວ​ເລ​ມັນ ພວກ​ທີ່​ເຫລືອ​ຢູ່​ຂອງ​ເຊື້ອສາຍ​ອິດ​ສະ​ຣາ​ເອນ. ນີ​ໄຟ​ໄດ້​ເວົ້າ​ເຖິງ​ຂ່າວສານ​ດັ່ງກ່າວ​ນີ້​ເມື່ອ​ເພິ່ນ​ແປ​ຄວາມ​ໝາຍ​ຂອງ​ພາບ​ນິມິດ​ທີ່​ພໍ່​ເພິ່ນ​ໄດ້​ເຫັນ​ກ່ຽວ​ກັບ​ຍຸກ​ສຸດ​ທ້າຍ​ນີ້: “ແລະ​ໃນ​ມື້​ນັ້ນ​ລູກ​ຫລານ​ຂອງ​ພວກ​ເຮົາ​ຜູ້​ທີ່​ເຫລືອ​ຢູ່​ຈຶ່ງ​ຈະ​ຮູ້ຈັກ​ວ່າ ພວກ​ເຂົາ​ເປັນ​ເຊື້ອສາຍ​ອິດ​ສະ​ຣາ​ເອນ ແລະ ຮູ້ຈັກ​ວ່າ​ພວກ​ເຂົາ​ເປັນ​ຄົນ​ແຫ່ງ​ພັນທະ​ສັນຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລ້ວ​ພວກ​ເຂົາ​ຈະ​ຮູ້ ແລະ ມາ​ຮູ້ຈັກ​ບັນພະບຸລຸດ​ຂອງ​ພວກ​ເຂົາ, ແລະ ມາ​ຮູ້​ຈັກ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ​ນຳ​ອີກ ຊຶ່ງ​ປະຕິບັດ​ຕໍ່​ບັນພະບຸລຸດ​ໂດຍ​ພຣະ​ອົງ; ດັ່ງນັ້ນ ພວກ​ເຂົາ​ຈະ​ມີ​ຄວາມ​ຮູ້​ເຖິງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ ແລະ ຈຸດ​ມຸ້ງ​ໝາຍ​ຂອງ​ຄຳ​ສອນ​ຂອງ​ພຣະ​ອົງ ເພື່ອ​ຈະ​ໄດ້​ຮູ້​ວ່າ​ຈະ​ມາ​ສູ່​ພຣະ​ອົງ ແລະ ​ລອດ​ໄດ້​ແນວໃດ” (1 Nephi 15:14).

ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ພີ​ອັນ​ສັກສິດ. ມັນ​ມີ​ຄວາມ​ສົມບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ນິລັນດອນ. ສາດສະດາ​ໂຈ​ເຊັບ ສະ​ມິດ ໄດ້​ຂຽນ​ວ່າ “ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ພີ​ທີ່​ຖືກຕ້ອງ​ທີ່​ສຸດ​ໃນ​ໂລກ​ເໜືອກວ່າ​ພຣະ​ຄຳ​ພີ​ໃດໆ ແລະ ມັນ​ເປັນ​ທັງ​​ຫລັກສີ​ລາ​ສຳຄັນ​ຂອງ​ສາດສະໜາ​ຈັກ​ຂອງ​ພວກ​ເຮົາ ແລະ ມະນຸດ​ທຸກ​ຄົນ​ຈະ​ໄດ້​ເຂົ້າ​ໃກ້​ພຣະ​ເຈົ້າ​ໂດຍ​ການ​ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ພຣະ​ຄຳ​ພີ​ນີ້​ຫລາຍ​ກວ່າ​ປະຕິບັດ​ຕາມ​ໜັງສື​ເຫລັ້ມ​ອື່ນໆ” (Teachings of Presidents of the Church: Joseph Smith [2007], 64). ສະນັ້ນ​ມັນ​ມີ​ຂ່າວສານ​ໃຫ້​ໝົດ​ທຸກ​ຄົນ​ໃນ​ໂລກ.

ຕອນ​ທີ່​ເປັນ​ຊາຍ​ໜຸ່ມ​ອາຍຸ 17 ປີ​ທີ່​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ເທື່ອ​ທຳ​ອິດ, ຂ້າພະເຈົ້າ​ໄດ້​ເອົາໃຈໃສ່​ຄຳ​ສັນຍາ​ຂອງ​ໂມ​ໂຣ​ໄນ ທີ່​ວ່າ: “ແລະ ເມື່ອ​ທ່ານ​ໄດ້​ຮັບ​ເລື່ອງ​ເຫລົ່າ​ນີ້​ແລ້ວ ຂ້າພະເຈົ້າ​ຂໍ​ແນະນຳ​ທ່ານ​ໃຫ້​ທູນ​ຖາມ​ພຣະ​ເຈົ້າ ພຣະ​ບິດາ​ຜູ້​ສະຖິດ​ນິລັນດອນ​ໃນ​ພຣະ​ນາມ​ຂອງ​ພຣະຄຣິດ ຖ້າ​ຫາກ​ເລື່ອງ​ເຫລົ່າ​ນີ້​ບໍ່​ຈິງ; ແລະ ຖ້າ​ຫາກ​ທ່ານ​ທູນ​ຖາມ​ດ້້ວຍ​ໃຈ​ຈິງ, ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ໂດຍ​ມີ​ສັດທາ​ໃນ​ພຣະຄຣິດ, ພຣະ​ອົງ​ຈະ​ສະແດງ​ຄວາມ​ຈິງ​ຂອງ​ເລື່ອງ​ນີ້​ໃຫ້​ປະກົດ​ແກ່​ທ່ານ, ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ” (​ໂມ​ໂຣ​ໄນ 10:4).

ເມື່ອ​ໄດ້​ຄຸເຂົ່າ​ລົງ​ອະທິຖານ ຂ້າພະເຈົ້າ​ໄດ້​ຮັບ​ການ​ເປັນ​ພະຍານ​ທາງ​ວິນ​ຍານ​ຢ່າງ​ແຮງ​ກ້າ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນຄວາມ​ຈິງ. ພະຍານ​ດັ່ງກ່າວ​ນັ້ນ​ກໍ​ໄດ້​ຊ່ອຍ​ຂ້າພະເຈົ້າ​ໃຫ້​ຈັດ​ແຜນການ​ຕະຫລອດ​ຊີວິດ​ຂອງ​ຂ້າພະເຈົ້າ.

ຂ້າພະເຈົ້າ​ຂໍ​ແນະນຳ​ທຸກ​ຄົນ​ໃຫ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ປະຈັກ​ພະຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະເຢ​ຊູ​ຄຣິດ.

ຂ້າພະເຈົ້າ​ຂໍ​ໂດຍ​ສະເພາະ​ນຳ​ເຊື້ອສາຍ​ອິດ​ສະ​ຣາ​ເອນ​ທີ່​ເຫລືອ​ຢູ່ ຜູ້​ສືບ​ຕະກຸນ​ຂອງ​ຄົນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ບໍ່​ວ່າ​ຢູ່​ໃສ​ກໍ​ຕາມ ໃຫ້​ອ່ານ ແລະ ອ່ານ​ມັນ​ຄືນ​ອີກ. ຈົ່ງ​ຮຽນ​ຮູ້ກ່ຽວ​ກັບ​ຄຳ​ສັນຍາ​ທີ່​ມີ​ຢູ່ໃນ​ພຣະ​ຄຳ​ພີ​ມໍ​ມອນ. ຈົ່ງ​ເຮັດ​ຕາມ​ຄຳ​ສອນ ແລະ ຕົວຢ່າງ​ຂອງ​ພຣະເຢ​ຊູ​ຄຣິດ. ຈົ່ງ​ເຮັດ ແລະ ຮັກສາ​ພັນທະ​ສັນຍາ​ນຳ​ພຣະ​ຜູ້​ເປັນ​ເຈົ້າ. ຈົ່ງ​ຊອກ​ຫາ ແລະ ເຮັດ​ຕາມ​ການ​ຊົງ​ນຳ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ.

ຂ້າພະເຈົ້າ​ຂໍ​ມ້ວນທ້າຍ​ໂດຍ​ໃຊ້​ຄຳ​ຂອງ​ອາ​ມາ​ລະ​ໄຄ, ສາດສະດາ​ອີກ​ທ່ານ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ມໍ​ມອນ: “ແລະ ບັດ​ນີ້​ພີ່ນ້ອງ​ທີ່​ຮັກແພງ​ຂອງ​ຂ້າພະເຈົ້າ, ຂ້າພະເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ມາ​ຫາ​ພຣະຄຣິດ ຜູ້​ເປັນ​ພຣະ​ຜູ້​ບໍລິສຸດ​ຂອງ​ອິດ​ສະ​ຣາ​ເອນ, ແລະ ຮັບ​ສ່ວນ​ຄວາມ​ລອດ​ຈາກ​ພຣະ​ອົງ ແລະ ອຳນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ອົງ. ແທ້​ຈິງ​ແລ້ວ, ຈົ່ງ​ມາ​ຫາ​ພຣະ​ອົງ​ເຖີດ ແລະ ຖະຫວາຍ​ທັງ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ​ເປັນ​ເຄື່ອງ​ບູຊາ​ແດ່​ພຣະ​ອົງ, ແລະ ຖື​ສິນ​ອົດ​ເຂົ້າ ແລະ ອະທິຖານ​ຕໍ່​ໄປ, ແລະ​ອົດທົນ​ຈົນ​ເຖິງ​ທີ່​ສຸດ; ແລະ ຕາບໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ຊົງ​ພຣະ​ຊົນ​ຢູ່ ພວກ​ທ່ານ​ຈະ​ລອດ” (ອອມ​ໄນ 1:26).

ເມື່ອ​ເຮົາ​ມາ​ສູ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ,​ພຣະເຢ​ຊູ​ຄຣິດ, ແລະ ຊຳລະ​ໃຈ​ຂອງເຮົາ​ໃຫ້​ບໍລິສຸດ, ເຮົາ​ທຸກ​ຄົນ​ຈະ​ມີ​ສ່ວນ​ໃນ​ການ​ປະຕິບັດ​ຄຳ​ສັນຍາ​ອັນ​ໃຫຍ່​ຍິ່ງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ. ຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ເລື່ອງ​ນີ້​ໃນ​ພຣະ​ນາມ​ອັນ​ສັກສິດ​ຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.