ຄິດ​ກ່ຽວ​ກັບ​ພອນ

ໂດຍ ​ປະທານ​ທອມ​ມັສ ແອັສ ມອນ​ສັນ


ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ຮູ້ຈັກ​ຄວາມ​ຕ້ອງການ​ຂອງ​ເຮົາ ແລະ ຈະ​ຊ່ອຍ​ເຫລືອ​ເຮົາ ເມື່ອ​ເຮົາ​ເອີ້ນ​ຫາ​ພຣະ​ອົງ​ໃຫ້​ຊ່ອຍ​ເຫລືອ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກແພງ, ກອງ​ປະຊຸມ​ນີ້​ເປັນ​ປີ​ທີ 49 ນັບ​ແຕ່​ຂ້າພະເຈົ້າ​ໄດ້​ຖືກ​ແຕ່ງຕັ້ງ​ໃນ​ວັນ​ທີ 4 ເດືອນ​ຕຸລາ  ປີ 1963, ສູ່​ຕຳແໜ່ງ​ອັກ​ຄະ​ສາວົກ​ສິບ​ສອງ. ສີ່​ສິບ​ເກົ້າ​ປີ​ກໍ​ເປັນ​ເວລາ​ດົນ​ນານ. ເຖິງ​ຢ່າງໃດ​ກໍ​ຕາມ, ກໍ​ເບິ່ງ​ຄື​ວ່າ ບໍ່​ໄດ້​ເປັນ​ເວລາ​ດົນ​ນານ ນັບ​ຕັ້ງແຕ່​ຂ້າ​ພະ​ເຈົ້າໄດ້​ຢືນ​ຢູ່​ເທິງ​ແທ່ນ​ປາ​ໄສ​ຢູ່​ໃນ​ຕຶກ​ແທໂບ​ແນ​ໂກ ແລະ ໄດ້​ກ່າວ​ປາ​ໄສ​ເປັນ​ເທື່ອ​ທຳ​ອິດ.

ຫລາຍ​ສິ່ງ​ໄດ້​ປ່ຽນ​ໄປ​ນັບ​ແຕ່​ວັນ​ທີ 4 ເດືອນ​ຕຸລາ  ປີ 1963. ເຮົາ​ມີ​ຊີວິດ​ຢູ່​ໃນ​ວັນ​ເວລາ​ທີ່​ພິເສດ​ໃນ​ປະຫວັດສາດ​ຂອງ​ໂລກ. ເຮົາ​ໄດ້​ຮັບ​ພອນ​ຫລາຍ​ທີ່​ສຸດ. ແລະ ບາງເທື່ອ​ກໍ​​ລຳບາກໃຈ​ຫລາຍ​ເມື່ອ​ເຫັນ​ບັນຫາ​ຕ່າງໆ​ທີ່ຢູ່​ອ້ອມ​ຮອບ​ເຮົາ ແລະ ເບິ່ງ​ຄື​ວ່າ​ບໍ່​ເຄີຍ​ຫລຸດ​ໜ້ອຍ​ລົງ​ຈັກ​ເທື່ອ. ຂ້າພະເຈົ້າ​ພົບ​ວ່າ, ແທນ​ທີ່​ຈະ​ໝົກ​ໝຸ້ນ​ຢູ່​ກັບ​ສິ່ງ​ທີ່​ບໍ່​ດີ, ຖ້າ​ຫາກ​ເຮົາ​ຈະ​ຢຸດ​ຈັກ​ບຶດໜຶ່ງ ແລະ ຄິດ​ກ່ຽວ​ກັບ​ພອນ​ໃນ​ຊີວິດ​ຂອງ​ເຮົາ, ຮ່ວມ​ທັງ​ສິ່ງ​ທີ່​ເບິ່ງ​ຄື​ວ່າ​ເລັກ​ນ້ອຍ ແລະ ຖືກ​ມອງ​ຂ້າມ, ແລ້ວ​ເຮົາ​ຈະ​ພົບ​ເຫັນ​ຄວາມສຸກ​ທີ່​ຍິ່ງ​ໃຫຍ່.

ເມື່ອ​ຂ້າພະເຈົ້າ​ຫວນ​ຄິດ​ກ່ຽວ​ກັບ​ໄລຍະ 49 ປີ ຜ່ານ​ມາ, ຂ້າພະເຈົ້າ​ໄດ້​ຄົ້ນ​ພົບ​ບາງ​ຢ່າງ. ປະສົບ​ການ​ຫລາຍ​ຢ່າງ​ທີ່​ຂ້າພະເຈົ້າ​ເຄີຍ​ມີ ສ່ວນ​ຫລາຍ​ແລ້ວ​ບໍ່​ໄດ້​ເປັນ​ປະສົບ​ການ​ທີ່​ໃຫຍ່​ໂຕ. ຕາມ​ຄວາມ​ຈິງ​ແລ້ວ, ບາງເທື່ອ​ມັນ​ດົນ​ໃຈ​ເຖິງ​ແມ່ນ​ບໍ່​ຄື​ວ່າ ບໍ່​ສຳຄັນ ຫລື ເປັນ​ປະສົບ​ການ​ພຽງ​ທຳ​ມະ​ດາ. ແຕ່​ເມື່ອ​ເບິ່ງ​ແລ້ວ, ມັນ​ໄດ້​ເປັນ​ພອນ​ອັນ​ຫລວງຫລາຍ​ໃນ​ຊີວິດ—ຮ່ວມ​ທັງ​ຊີວິດ​ຂອງ​ຂ້າພະເຈົ້າ​ເອງ. ຂ້າພະເຈົ້າ​ຂໍ​ແນະນຳ​ທ່ານ​ໃຫ້​ເຮັດ​ຄື​ກັນ—ໂດຍ​ສະເພາະ ການ​ສຳ​ຫ​ລວດ​ເບິ່ງ​ຊີວິດ​ຂອງ​ທ່ານ ແລະ ສຳນຶກ​ເຖິງ​ພອນ​ພິເສດ, ບໍ່​ວ່າ​ໃຫຍ່ ຫລື ນ້ອຍ, ທີ່​ທ່ານ​ໄດ້​ຮັບ.

ໃນ​ຫລາຍ​ປີ​ທີ່​ຜ່ານ​ມາ ຊີວິດ​ຂອງ​ຂ້າພະເຈົ້າ​ໄດ້​ຖືກ​ຊ່ອຍ​ຊູ ໂດຍ​ຄວາມ​ຮູ້​ແຈ້ງ​ວ່າ​ພຣະ​ເຈົ້າ​ໄດ້​ຍິນ ແລະ ຕອບ​ຄຳ​ອະທິຖານ​ຂອງ​ເຮົາ. ຄວາມ​ຈິງ​ດັ່ງກ່າວ​ກໍ​ມີ​ກ່າວ​ເຖິງ​ຢູ່​ໃນ​ນີ​ໄຟ​ສະບັບ​ທີ 2 ໃນ​ພຣະ​ຄຳ​ພີ​ມໍ​ມອນ​ວ່າ: “ອາ​ດາມ​ຕົກ​ເພື່ອ​ມະນຸດ​ຈະ​ໄດ້​ເປັນ​ຢູ່; ແລະ ມະນຸດ​ເປັນ​ຢູ່​ກໍ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ຄວາມສຸກ.”1 ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ຄວາມສຸກ​ອັນ​ໃຫຍ່​ຫລວງ​ຈະ​ມາ​ເຖິງ ເມື່ອ​ເຮົາ​ສາມາດ​ສື່ສານ​ກັບ​ພຣະ​ບິດາ​ເທິງ​ສະຫວັນ​ຜ່ານ​ການ​ອະທິຖານ ແລະ​ວ່າການ​ອະທິຖານ​ເຫລົ່ານັ້ນ​ຈະ​ໄດ້​ຍິນ ແລະ ຕອບ—ບາງທີ​ບໍ່​ແມ່ນ​ດ້ວຍ​ວິທີ​ໃດ ຫລື ຕອນ​ໃດ​ທີ່​ເຮົາ​ຈະ​ໄດ້​ຮັບ​ຄຳ​ຕອບ, ແຕ່​ຄຳ​ຖາມ ຈະ ໄດ້​ຮັບ​ຄຳ​ຕອບ​ໂດຍ​ພຣະ​ບິດາ​ເທິງ​ສະຫວັນ​ຜູ້​ຮູ້ ແລະ ຮັກ​ເຮົາ​ຢ່າງ​ບໍລິບູນ ແລະ ຜູ້​ປະສົງ​ໃຫ້​ເຮົາ​ມີ​ຄວາມສຸກ. ພຣະ​ອົງບໍ່ໄດ້​ສັນຍາ​ກັບ​ເຮົາບໍ​ວ່າ, ຈົ່ງ​ຖ່ອມຕົວ; ແລະ ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ ຈະ​ຈູງ​ມື​ພາ​ເຈົ້າ​ໄປ, ແລະ ໃຫ້​ຄຳ​ຕອບ​ແກ່​ຄຳ​ອະທິຖານ​ຂອງ​ເຈົ້າ?2

ໃນ​ເວລາ​ທີ່​ມອບ​ໃຫ້​ຂ້າພະເຈົ້າ​ກ່າວ​ປາ​ໄສ​ນີ້, ຂ້າພະເຈົ້າ​ຢາກ​ແບ່ງປັນ​ບາງ​ສິ່ງ​ກັບ​ທ່ານ ກ່ຽວ​ກັບ​ປະສົບ​ການ​ເລື່ອງ​ການ​ອະທິຖານ​ທີ່​ພຣະ​ເຈົ້າ​ໄດ້​ຍິນ ແລະ ຕອບ, ໄດ້​ນຳ​ພອນ​ມາສູ່​ຊີວິດ​ຂອງ​ຂ້າພະເຈົ້າ ແລະ ມາສູ່​ຊີວິດ​ຂອງ​ຄົນ​ອື່ນໆ​ນຳ​ອີກ. ຢູ່​ໃນ​ປຶ້ມ​ບັນທຶກ​ສ່ວນ​ຕົວ​ຂອງ​ຂ້າພະເຈົ້າ, ທີ່​ໄດ້​ຂຽນ​ມາ​ເປັນ​ເວລາ​ຫລາຍ​ຕໍ່​ຫລາຍ​ປີ, ໄດ້​ຊ່ອຍ​ໃຫ້​ຂ້າພະເຈົ້າ​ຈື່​ຈຳ​ຫລາຍ​ສິ່ງ ຊຶ່ງ​ປາດ​ສະ​ຈາກ​ບັນທຶກ​ເຫລົ່ານັ້ນ​ແລ້ວ ຂ້າພະເຈົ້າ​ຄົງ​ຈື່​ມັນ​ບໍ່​ໄດ້.

ໃນ​ຕົ້ນ​ປີ 1965 ຂ້າພະເຈົ້າ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ໄປ​ຮ່ວມ​ປະຊຸມ​ສະ​ເຕກ ແລະ ຮ່ວມ​ປະຊຸມ​ອື່ນໆ​ຢູ່​ເຂດ​ປາ​ຊີ​ຟິກ​ພາກ​ໃຕ້. ເປັນ​ເທື່ອ​ທຳ​ອິດ​ທີ່​ໄດ້​ຢ້ຽມຢາມ​ເຂດ​ນັ້ນ, ແລະ ຂ້າພະເຈົ້າ​ກໍ​ບໍ່​ເຄີຍ​ລືມ​ການ​ຢ້ຽມຢາມ​ນັ້ນ. ມັນ​ເປັນ​ປະສົບ​ການ​ທາງ​ວິນ​ຍານ ເມື່ອ​ຂ້າພະເຈົ້າ​ໄດ້​ພົບ​ກັບ​ຜູ້ນຳ, ສະມາຊິກ, ແລະ ຜູ້​ສອນ​ສາດສະໜາ.

ໃນ​ທ້າຍ​ອາທິດ ເປັນ​ວັນ​ເສົາ ແລະ ອາທິດ, ໃນ​ວັນ​ທີ 20 ແລະ 21 ເດືອນ​ກຸມພາ, ພວກ​ເຮົາ​ໄດ້​ໄປເມືອງ​ບຣິດ​ສະ​ເບນ, ປະເທດ​ອົດ​ສະ​ຕາ​ລີ, ເພື່ອ​ຮ່ວມ​ກອງ​ປະຊຸມ​ສະ​ເຕກ​ຢູ່​ທີ່​ນັ້ນ. ໃນ​ລະຫວ່າງ​ການ​ປະຊຸມ​ໃນ​ວັນ​ເສົາ, ຂ້າພະເຈົ້າ​ໄດ້​ຖືກ​ແນະນຳ​ໃຫ້​ຮູ້ຈັກ​ກັບ​ປະທານ​ທ້ອງຖິ່ນ ຈາກ​ເຂດ​ໃກ້​ຄຽງ​ນັ້ນ. ໃນ​ຂະນະ​ທີ່​ພວກ​ເຮົາ​ຈັບ​ມື​ກັນ, ຂ້າພະເຈົ້າ​ໄດ້​ຖືກ​ກະ​ຕຸ້ນ​ວ່າ​ຕ້ອງ​ໄດ້​ເວົ້າ​ລົມ​ກັບ​ເພິ່ນ ແລະ ໃຫ້​ຄຳ​ແນະນຳ. ສະນັ້ນ​ຂ້າພະເຈົ້າ​ຈຶ່ງ​ໄດ້​ຂໍ​ໃຫ້​ເພິ່ນ​ໄປ​ຮ່ວມ​ກອງ​ປະຊຸມ​ຕອນ​ເຊົ້າ​ກັບ​ຂ້າພະເຈົ້າ​ໃນ​ມື້ຕໍ່ມາ.

ຫລັງ​ຈາກ​ກອງ​ປະຊຸມ​ໃນ​ວັນ​ອາທິດ ພວກ​ເຮົາ​ໄດ້​ມີ​ໂອກາດ​ເວົ້າ​ລົມ​ກັນ. ພວກ​ເຮົາ​ໄດ້​ລົມ​ກັນກ່ຽວ​ກັບ​ໜ້າທີ່​ຮັບຜິດຊອບ​ຂອງ​ເພິ່ນ​ໃນ​ຖານະ​ເປັນ​ປະທານ​ທ້ອງຖິ່ນ. ເມື່ອ​ພວກ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ຂ້າພະເຈົ້າ​ໄດ້​ຖືກ​ກະ​ຕຸ້ນ​ໃຫ້​ແນະນຳ​ເພິ່ນ​ບາງ​ສິ່ງ​ກ່ຽວ​ກັບ​ວຽກ​ງານ​ເຜີຍແຜ່ ແລະ​ເຖິງ​ວິທີ​ທີ່​ເພິ່ນ ແລະ ສະມາຊິກ​ສາມາດ​ຊ່ອຍ​ເຫລືອ​ຜູ້​ສອນ​ສາດສະໜາ​ເຕັມ​ເວລາ​ທີ່​ຮັບ​ໃຊ້​ຢູ່​ໃນ​ເຂດ​ຂອງ​ເພິ່ນ. ຕໍ່​ມາ​ຂ້າພະເຈົ້າ​ໄດ້​ຮຽນ​ຮູ້​ວ່າ ຊາຍ​ຄົນ​ນີ້​ໄດ້​ອະທິຖານ​ເພື່ອ​ການ​ຊີ້​ນຳ​ກ່ຽວ​ກັບ​ເລື່ອງ​ນີ້. ການ​ເວົ້າ​ລົມ​ກັນ​ຂອງ​ພວກ​ເຮົາ ໄດ້​ເປັນ​ພະຍານ​ພິເສດ​ເຖິງ​ຄຳ​ອະທິຖານ​ຂອງ​ເພິ່ນ​ທີ່ໄດ້​ຮັບ​ຄຳ​ຕອບ. ສິ່ງ​ນີ້​ເບິ່ງ​ຄື​ວ່າ​ເປັນ​ການ​ເວົ້າ​ລົມ​ກັນ​ທີ່​ໜ້າ​ອັດສະຈັນ​ໃຈ ຊຶ່ງ​ຖືກ​ນຳພາ​ໂດຍ​ພຣະ​ວິນ​ຍານ ແລະ ໄດ້​ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ຊີວິດ​ຂອງ​ປະທານ​ທ້ອງຖິ່ນ ແລະ ການ​ບໍລິຫານ​ງານ​ຂອງ​ເພິ່ນ, ໃນ​ຊີວິດ​ຂອງ​ສະມາຊິກ​ຂອງ​ເພິ່ນ, ແລະ ໃນ​ຄວາມ​ສຳເລັດ​ຜົນ​ຂອງ​ຜູ້​ສອນ​ສາດສະໜາ​ໃນ​ເຂດ​ນັ້ນ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ສ່ວນ​ຫລາຍ​ຈຸດປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ສຳເລັດ​ຜົນ ເມື່ອ​ເຮົາ​ເອົາໃຈໃສ່​ຕໍ່​ການ​ຊີ້​ນຳ​ຂອງ​ພຣະ​ວິນ​ຍານ. ຂ້າພະເຈົ້າ​ເຊື່ອ​ວ່າ ເມື່ອ​ເຮົາ​ເຮັດ​ຕາມ​ການ​ດົນ​ໃຈ​ຫລາຍ​ຂຶ້ນ​ເທົ່າໃດ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄວ້​ວາງໃຈ​ເຮົາ​ໃຫ້​ເປັນ​ຜູ້​ແລ່ນ​ວຽກ​ງານ​ພຣະ​ອົງ​ຫລາຍ​ຂຶ້ນ​ເທົ່ານັ້ນ.

ຂ້າພະເຈົ້າ​ໄດ້​ຮຽນ​ຮູ້, ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ກ່າວ​ເຖິງ​ໃນ​ຂ່າວສານ​ທີ່​ຜ່ານ​ມາ, ວ່າ​ບໍ່​ຄວນ​ລັງ​ເລ​ໃຈ​ເມື່ອ​ໄດ້​ຮັບ​ການ​ກະ​ຕຸ້ນ​ເຕືອນ. ເທື່ອ​ໜຶ່ງ​ໃນ​ຫລາຍ​ປີ​ກ່ອນ, ຂ້າພະເຈົ້າ​ໄດ້​ໄປ​ລອຍນ້ຳ​ຢູ່​ຕຶກ Deseret Gym ຢູ່​ເມືອງ​ເຊົາ​ເລັກ ຕອນ​ຂ້າພະເຈົ້າ​ໄດ້​ຮັບ​ການ​ກະ​ຕຸ້ນ​ໃຫ້​ໄປ​ໂຮງໝໍ​ມະຫາວິທະຍາໄລ ເພື່ອ​ຢ້ຽມຢາມ​ເພື່ອນ​ຄົນ​ໜຶ່ງ ຜູ້​ຊຶ່ງ​ຂາ​ເບື້ອງ​ໜຶ່ງ​ເປັນ​ອຳມະພາດ​ດ້ວຍ​ໂລກ​ມະເລັງ ແລະ ຕ້ອງ​ຜ່າຕັດ​ໃນ​ບໍ່​ດົນ​ນັ້ນ. ຂ້າພະເຈົ້າ​ກໍ​ໄດ້​ຂຶ້ນ​ຈາກ​ສະ​ນ້ຳ, ປ່ຽນ​ເຄື່ອງນຸ່ງ, ແລະ ໄດ້​ໄປ​ຫາ​ຊາຍ​ທີ່​ດີ​ຄົນ​ນັ້ນ​ທັນທີ.

ເມື່ອ​ຂ້າພະເຈົ້າ​ໄດ້​ໄປ​ເຖິງ​ຫ້ອງ​ລາວ, ຂ້າພະເຈົ້າ​​ໄດ້ເຫັນ​ວ່າ​ວ່າງ​ເປົ່າ. ແລ້ວ​ຂ້າພະເຈົ້າ​ໄດ້​ໄປ​ສອບ​ຖາມ​ເບິ່ງ ແລະ ຮູ້​ວ່າ​ບາງທີ​ລາວ​ອາດ​ຢູ່​ແຖວ​ສະ​ນ້ຳຂອງ​ໂຮງໝໍ, ຊຶ່ງ​ເປັນ​ບ່ອນ​ໃຊ້​ຝຶກ​ຫັດ​ອອກກຳລັງ​ກາຍ. ແລະ ກໍ​ເປັນ​ແນວ​ນັ້ນ. ລາວ​ໄດ້​ນັ່ງ​ລົດ​ເຂັນ​ໄປ​ເອງ ແລະ ບໍ່​ມີ​ໃຜ​ຢູ່​ໃນ​ຫ້ອງ​ນັ້ນ​ນຳ​ລາວ. ລາວ​ຢູ່​ແຈ​ບ່ອນ​ໄກໆ. ຂ້າພະເຈົ້າ​ໄດ້​ເອີ້ນ​ໃສ່​ລາວ, ແລະ ລາວ​ກໍ​ແປກ​ໃຈ​ທີ່​ໄດ້​ເຫັນ​ຂ້າພະເຈົ້າ ແລະ ຟ້າວ​ເຂັນ​ລໍ້​ມາ​ຫາ. ພວກ​ເຮົາ​ໄດ້​ລົມ​ກັນ​ຢ່າງ​ມ່ວນຊື່ນ, ແລະ ຂ້າພະເຈົ້າ​ກໍ​ໄດ້​ພາ​ລາວ​ກັບ​ຄືນ​ໄປ​ຫ້ອງ ແລະ ອວຍພອນ​ລາວ.

ຕໍ່​ມາ​ເພື່ອນ​ຂອງ​ຂ້າພະເຈົ້າ​ໄດ້​ບອກ​ຂ້າພະເຈົ້າ​ວ່າ ມື້​ນັ້ນ​ລາວ​ມີ​ຄວາມ​ໂສກເສົ້າ​ຫລາຍ ແລະ ຄິດ​ຢາກ​ຂ້າ​ໂຕ​ຕາຍ. ລາວ​ໄດ້​ອະທິຖານ​ເພື່ອ​ຂໍ​ຄວາມ​ຊ່ອຍ​ເຫລືອ, ແຕ່​ຮູ້ສຶກ​ວ່າ​ລາວ​ບໍ່​ໄດ້​ຮັບ​ຄຳ​ຕອບ. ລາວ​ຈຶ່ງ​ນັ່ງ​ລົດ​ເຂັນ​ໄປ​ຫາ​ສະ​ນ້ຳ ແລະ ຄິດ​ວ່າການ​ຂ້າ​ໂຕ​ຕາຍ ເປັນ​ທາງ​ອອກ​ທີ່​ດີ​ທີ່​ສຸດ—ລາວ​ຄິດ​ວ່າ ລາວ​ຈະ​ເຂັນ​ລໍ້​ລົງ​ສະ​ບ່ອນ​ເລິກ. ແລ້ວ​ຂ້າພະເຈົ້າ​ໄດ້​ໄປ​ເຖິງ​ທັນ​ເວລາ, ຊຶ່ງ​ຖື​ວ່າ​ເປັນ​ການ​ດົນ​ໃຈ​ຈາກ​ເບື້ອງບົນ.

ເພື່ອນ​ຂອງ​ຂ້າພະເຈົ້າ​ໄດ້​ມີ​ຊີວິດ​ຢູ່​ຕໍ່​ໄປ​ຫລາຍ​ປີ—ເຕັມ​ໄປ​ດ້ວຍ​ຄວາມສຸກ ແລະ ຄວາມ​ກະຕັນຍູ. ຂ້າພະເຈົ້າ​ດີໃຈ​ຫລາຍ​ທີ່​ໄດ້​ເປັນ​ເຄື່ອງມື​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ມື້​ທີ່​ສຸກ​ເສີນ​ນັ້ນ ຢູ່​ສະ​ນ້ຳ.

ມີ​ອີກ​ເທື່ອ​ໜຶ່ງ, ໃນ​ຂະນະ​ທີ່​ຊິດ​ສະ​ເຕີ​ມອນ​ສັນ​ກັບ​ຂ້າພະເຈົ້າ​ພວມ​ຂັບ​ລົດ​ກັບ​ບ້ານ​ຈາກ​ການ​ໄປ​ຢ້ຽມຢາມ​ໝູ່​ເພື່ອນ,ຂ້າພະເຈົ້າ​ຮູ້ສຶກ​ວ່າ​ຄວນ​ຂັບ​ລົດ​ເຂົ້າ​ໄປ​ໃນ​ເມືອງ—ຊຶ່ງ​ເປັນ​ລະຍະ​ທາງ​ຫລາຍ​ກິໂລແມັດ—ເພື່ອ​ໄປ​ຢ້ຽມຢາມ​ແມ່ໝ້າຍ​ຄົນ​ໜຶ່ງ ທີ່​ເຄີຍ​ອາໄສ​ຢູ່​ໃນ​ຫວອດ​ຂອງ​ພວກ​ເຮົາ. ລາວ​ຊື່ວ່າ ຊີ​ລາ ທອມ​ມັສ. ໃນ​ຕອນ​ນັ້ນ​ລາວ​ອາໄສ​ຢູ່​ຫໍ​ພັກ​ຄົນ​ເຖົ້າ. ໃນ​ຕອນ​ບ່າຍ​ມື້​ນັ້ນ ພວກ​ເຮົາ​ໄດ້​ເຫັນ​ໃບ​ໜ້າ​ຂອງ​ລາວ​ຊີດ​ຊຽວ ແລະ ນອນ​ຫລັບ​ຢູ່​ໃນ​ຕຽງ​ຂອງ​ລາວ.

ແມ່ຕູ້​ຊີ​ລາ​ໄດ້​ຕາບອດ​ມາ​ດົນ​ແລ້ວ, ແຕ່​ລາວ​ຈື່​ສຽງ​ວ່າ​ພວກ​ເຮົາ​ເປັນ​ໃຜ. ລາວ​ໄດ້​ຂໍ​ໃຫ້​ຂ້າພະເຈົ້າ​ໃຫ້​ພອນ​ແກ່​ລາວ, ບອກ​ຕື່ມ​ວ່າ​ລາວ​ພ້ອມ​ແລ້ວ​ທີ່​ຈະ​ຕາຍ ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ລາວ​ກັບ​ຄືນ​ບ້ານ. ມີ​ຄວາມ​ສະຫງົບ​ຫລາຍ​ຢູ່​ໃນ​ຫ້ອງ​ນັ້ນ ແລະ ພວກ​ເຮົາ​ຮູ້​ວ່າ ລາວ​ຈະ​ຢູ່​ນຳ​ບໍ່​ໄດ້​ດົນ. ແມ່ຕູ້​ຊີ​ລາ​ໄດ້​ຈັບ​ມື​ຂ້າພະເຈົ້າ ແລະ ເວົ້າ​ວ່າ​ລາວ​ໄດ້​ອະທິຖານ​ຢ່າງ​ຕັ້ງໃຈ ຂໍ​ໃຫ້​ຂ້າພະເຈົ້າ​ໄປ​ຫາ ແລະ ອວຍພອນ​ລາວ. ຂ້າພະເຈົ້າ​ໄດ້​ບອກ​ລາວ​ວ່າ ຂ້າພະເຈົ້າ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ບິດາ​ເທິງ​ສະຫວັນ​ໃຫ້​ມາ​ຫາ​ລາວ. ຂ້າພະເຈົ້າ​ໄດ້​ຈູບ​ໜ້າຜາກ​ຂອງ​ລາວ, ໂດຍ​ທີ່​ຮູ້​ວ່າ ບາງທີ​ອາດ​ບໍ່​ໄດ້​ເຫັນ​ລາວ​ອີກ​ໃນ​ຊ່ວງ​ມະຕະ. ເປັນ​ເລື່ອງ​ຈິງ ເພາະວ່າ​ລາວ​ໄດ້​ເສຍ​ຊີວິດ​ໄປ​ໃນ​ມື້ຕໍ່ມາ. ການ​ທີ່​ສາມາດ​ໃຫ້​ຄວາມ​ປອບ​ໂຍນ ແລະ ຄວາມ​ສະຫງົບ​ແກ່​ແມ່ຕູ້​ຊີ​ລາ​ທີ່​ອ່ອນ​ຫວານ​ຄົນ​ນີ້ ໄດ້​ເປັນ​ພອນ​ໃຫ້​ແກ່​ລາວ ແລະ ຂ້າພະເຈົ້າ.

ໂອກາດ​ທີ່​ໄດ້​ເປັນ​ພອນ​ໃຫ້​ແກ່​ຊີວິດ​ຂອງ​ຄົນ​ອື່ນ ສ່ວນ​ຫລາຍ​ແລ້ວ​ແມ່ນ​ເປັນ​ສິ່ງ​ທີ່​ບໍ່​ຄາດ​ຄິດ. ໃນ​ມື້​ທີ່​ໜາວ​ເຢັນ​ມື້ໜຶ່ງ​ໃນ​ຄ່ຳ​ຄືນ​ຂອງ​ລະດູ​ໜາວ ປີ 1983–84, ຊິດ​ສະ​ເຕີ​ມອນ​ສັນ​ກັບ​ຂ້າພະເຈົ້າ​ໄດ້​ຂັບ​ລົດ​ໄປ​ຫາ​ເມືອງ​ໜຶ່ງ​ຢູ່​ໃນ​ຫຸບ​ເຂົາ​ຊື່ວ່າ ມິດ​ເວ, ລັດ​ຢູທາ, ບ່ອນ​ທີ່​ພວກ​ເຮົາ​ມີ​ເຮືອນ​ຫລັງ​ໜຶ່ງ​ຢູ່​ບ່ອນ​ນັ້ນ. ຄືນ​ນັ້ນ​ຄວາມ​ເຢັນ​ລົງ​ຕ່ຳ​ກວ່າ 24 ອົງສາ ຟາເຣັນຮາຍ, (31 ອົງສາ ເຊັລຊີອັສ), ແລະ ພວກ​ເຮົາ​ກໍ​ຢາກ​ຮູ້​ວ່າ ທຸກ​ສິ່ງ​ທຸກ​ຢ່າງ​ເປັນ​ໄປ​ດ້ວຍ​ດີ​ຢູ່​ເຮືອນ​ຂອງ​ພວກ​ເຮົາ​ຫລື​ບໍ່. ພວກ​ເຮົາ​ໄດ້​ກວດກາ​ເບິ່ງ, ແລະ ກໍ​ເຫັນ​ວ່າ​ປົກກະຕິ​ດີ, ສະນັ້ນ​ພວກ​ເຮົາ​ຈຶ່ງ​ເລີ່ມ​ຂັບ​ລົດ​ກັບ​ເມືອງ​ເຊົາ​ເລັກ. ຫລັງ​ຈາກ​ໄດ້​ຂັບ​ລົດ​ໄປ​ບໍ່​ພໍ​ເທົ່າໃດ​ກິໂລແມັດ, ລົດ​ຂອງ​ພວກ​ເຮົາ​ກໍ​ຕາຍ. ຂ້າພະເຈົ້າ​ບໍ່​ເຄີຍ​ໜາວ​ຫລາຍ​ເທົ່າ​ກັບ​ຄືນ​ນັ້ນ.

ພວກ​ເຮົາ​ຈຳເປັນ​ຕ້ອງ​ໄດ້​ຍ່າງ​ໄປ​ຫາ​ໝູ່​ບ້ານ​ຢູ່​ໃກ້, ແລະ ມີ​ລົດ​ຫລາຍ​ຄັນ​ໄດ້​ແລ່ນ​ຜ່ານ​ພວກ​ເຮົາ​ໄປ. ແຕ່​ມີ​ລົດ​ຄັນ​ໜຶ່ງ​ຢຸດ, ຊາຍ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ຊວນ​ພວກ​ເຮົາ​ຂຶ້ນ​ລົດ​ໄປ​ນຳ​ລາວ. ແລ້ວ​ພວກ​ເຮົາ​ຮູ້​ວ່າ ນ້ຳມັນ​ລົດ​ຂອງ​ພວກ​ເຮົາ​ແຂງ​ກະດ້າງ, ສະນັ້ນ​ມັນ​ຈຶ່ງ​ຕາຍ. ຊາຍ​ໜຸ່ມ​ຄົນ​ນັ້ນ​ໄດ້​ຂັບ​ລົດ​ພາ​ພວກ​ເຮົາ​ກັບ​ໄປ​ເຮືອນ​ຂອງ​ພວກ​ເຮົາ​ຢູ່​ເມືອງ​ມິດ​ເວ. ຂ້າພະເຈົ້າ​ໄດ້​ສະເໜີ​ຈ່າຍ​ເງິນ​ໃຫ້​ລາວ, ແຕ່​ລາວ​ບໍ່​ຍອມຮັບ. ລາວ​ເວົ້າ​ວ່າ ລາວ​ເປັນ​ລູກ​ເສືອ ແລະ ຢາກ​ເຮັດ​ຄວາມ​ດີ. ຂ້າພະເຈົ້າ​ໄດ້​ແນະນຳ​ຕົວ​ໃຫ້​ລາວ​ຮູ້ຈັກ, ແລະ ລາວ​ກໍ​ດີໃຈ​ຫລາຍ​ທີ່​ໄດ້​ມີ​ໂອກາດ​ຊ່ອຍ​ເຫລືອ. ໂດຍ​ທີ່​ຄິດ​ວ່າ ລາວ​ຢູ່​ໃນ​ໄວ​ອາຍຸ​ຂອງ​ຜູ້​ສອນ​ສາດສະໜາ​ໜຸ່ມ, ຂ້າພະເຈົ້າ​ຈຶ່ງ​ໄດ້​ຖາມ​ຖ້າ​ຫາ​ກວ່າ ລາວ​ຄິດ​ຢາກ​ໄປ​ສອນ​ສາດສະໜາ​ຫລື​ບໍ່. ລາວ​ບອກ​ວ່າ ລາວ​ບໍ່​ແນ່​ໃຈ​ເທື່ອ​ກ່ຽວ​ກັບ​ເລື່ອງ​ນີ້.

ໃນ​ວັນ​ຈັນ​ອາທິດ​ຕໍ່​ມາ, ຂ້າພະເຈົ້າ​ໄດ້​ຂຽນ​ຈົດໝາຍ​ຫາ​ຊາຍ​ໜຸ່ມ​ຄົນ​ນັ້ນ ແລະ ໄດ້​ຂອບໃຈ​ລາວ​ສຳລັບ​ຄວາມ​ດີ​ຂອງ​ລາວ. ຢູ່​ໃນ​ຈົດໝາຍ​ສະບັບ​ນັ້ນ ຂ້າພະເຈົ້າ​ໄດ້​ຊຸກຍູ້​ລາວ​ໃຫ້​ໄປ​ຮັບ​ໃຊ້​ເຜີຍແຜ່​ເຕັມ​ເວລາ. ຂ້າພະເຈົ້າ​ໄດ້​ສົ່ງ​ປຶ້ມ​ເຫລັ້ມ​ໜຶ່ງ​ຂອງ​ຂ້າພະເຈົ້າ​ໄປ​ໃຫ້​ລາວ​ຄື​ກັນ ແລະ ຂີດ​ກ້ອງ​ບ່ອນ​ທີ່​ເນັ້ນ​ໜັກ​ກ່ຽວ​ກັບ​ການ​ຮັບ​ໃຊ້​ເຜີຍແຜ່.

ປະມານ​ໜຶ່ງ​ອາທິດ ແມ່​ຂອງ​ຊາຍ​ໜຸ່ມ​ຄົນ​ນັ້ນ​ໄດ້​ໂທລະສັບ​ມາ ບອກ​ຂ້າພະເຈົ້າ​ວ່າ ລູກ​ຊາຍ​ຂອງ​ນາງ​ເຄີຍ​ເປັນ​ຄົນ​ດີ, ແຕ່​ເປັນ​ເພາະ​ການ​ເລືອກ​ບາງ​ຢ່າງ​ຂອງ​ລາວ​ໄດ້​ພາ​ລາວ​ໄປ​ເຮັດ​ສິ່ງ​ທີ່​ບໍ່​ດີ, ສະນັ້ນ​ລາວ​ຈຶ່ງ​ບໍ່​ມີ​ຄວາມ​ປາຖະໜາ​ທີ່​ຈະ​ໄປ​ຮັບ​ໃຊ້​ເຜີຍແຜ່​ອີກ​ຕໍ່​ໄປ. ພໍ່​ແມ່​ຂອງ​ລາວ​ໄດ້​ຖື​ສິນ​ອົດ​ເຂົ້າ ແລະ ອະທິຖານ​ທູນ​ຂໍ​ຄວາມ​ຊ່ອຍ​ເຫລືອ​ເພື່ອ​ໃຫ້​ລາວ​ປ່ຽນ​ໃຈ ແລະ ໄດ້​ຂຽນ​ຊື່​ລາວ​ໄວ້​ຢູ່​ໃນ​ພຣະ​ວິຫານ​ໂພຣ​ໂວ ລັດຢູ​ທາ ​ເພື່ອ​ໃຫ້​ຜູ້​ຄົນ​ອະທິຖານ​ຊ່ອຍ. ເຂົາເຈົ້າ​ຫວັງ​ວ່າ ໃນ​ທາງ​ໃດ​ທາງ​ໜຶ່ງ ລາວ​ຈະ​ປ່ຽນ​ໃຈ​ຄືນ​ເປັນ​ຄົນ​ດີ, ແລະ ຄິດ​ຢາກ​ໄປ​ສອນ​ສາດສະໜາ ແລະ ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ຊື່ສັດ. ແມ່​ຂອງ​ລາວ​ຢາກ​ໃຫ້​ຂ້າພະເຈົ້າ​ຮູ້​ວ່າ ຄືນ​ທີ່​ໜາວ​ເຢັນ​ທີ່​ສຸດ​ນັ້ນ ເປັນ​ຄືນ​ທີ່​ຕອບ​ຄຳ​ອະທິຖານ​ຂອງ​ເຂົາເຈົ້າ. ຂ້າພະເຈົ້າ​ໄດ້​ກ່າວ​ວ່າ “ຂ້າພະເຈົ້າ​ເຫັນ​ດ້ວຍ​ກັບ​ນາງ.”

ຫລັງ​ຈາກ​ຫລາຍ​ເດືອນ ແລະ ໄດ້​ຕິດຕໍ່​ຫາ​ກັນ​ຫລາຍ​ເທື່ອ​ກັບ​ຊາຍ​ໜຸ່ມ​ຄົນ​ນັ້ນ, ຊິດ​ສະ​ເຕີ​ມອນ​ສັນ​ກັບ​ຂ້າພະເຈົ້າ​ມີ​ຄວາມ​ຊື່ນ​ຊົມ​ຫລາຍ​ທີ່​ໄດ້​ໄປ​ຮ່ວມ​ງານ​ສັ່ງ​ລາ​ການ​ໄປ​ສອນ​ສາດສະໜາ​ຂອງ​ລາວ​ຢູ່​ເຂດ​ເຜີຍແຜ່ ກາ​ນາ​ດາ ແວນ​ຄູ​ເວີ.

ມັນ​ເປັນ​ເລື່ອງ​ບັງເອີນ​ບໍ​ໃນ​ຄ່ຳ​ຄືນ​ທີ່​ໜາວ​ເຢັນ​ໃນ​ເດືອນ​ທັນວາ​ຄືນ​ນັ້ນ? ຂ້າພະເຈົ້າ​ບໍ່​ຄິດ​ວ່າ​ເປັນ​ການ​ບັງເອີນ. ແຕ່​ຂ້າພະເຈົ້າ​ເຊື່ອ​ວ່າ ການ​ໄດ້​ພົບ​ລາວ​ເປັນ​ຄຳ​ຕອບ​ຕໍ່​ຄຳ​ອະທິຖານ​ຈາກ​ໃຈ​ຂອງ​ພໍ່​ແມ່​ຂອງ​ລາວ ທີ່​ຮັກ​ລາວ​ຫລາຍ​ທີ່​ສຸດ.

ອີກ​ເທື່ອ​ໜຶ່ງ, ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະເຈົ້າ, ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ຮູ້ຈັກ​ຄວາມ​ຕ້ອງການ​ຂອງ​ເຮົາ ແລະ ຈະ​ຊ່ອຍ​ເຫລືອ​ເຮົາ ເມື່ອ​ເຮົາ​ເອີ້ນ​ຫາ​ພຣະ​ອົງ​ໃຫ້​ຊ່ອຍ​ເຫລືອ. ຂ້າພະເຈົ້າ​ເຊື່ອ​ວ່າ ບໍ່​ມີ​ບັນຫາ​ໃດ​ທີ່​ເລັກ​ນ້ອຍ ຫລື ບໍ່​ສຳຄັນ. ພຣະ​ຜູ້​ເປັນ​ເຈົ້າ​ຮູ້ຈັກ​ທຸກ​ສິ່ງ​ທຸກ​ຢ່າງ​ກ່ຽວ​ກັບ​ຊີວິດ​ຂອງ​ເຮົາ.

ຂ້າພະເຈົ້າ​ຢາກ​ມ້ວນທ້າຍ​ດ້ວຍ​ປະສົບ​ການ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ບໍ່​ດົນ​ມາ​ນີ້ ຊຶ່ງ​ໄດ້​ສຳ​ພັດ​ກັບ​ຫລາຍ​ຮ້ອຍ​ຊີວິດ. ມັນ​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ງານ​ສະເຫລີມ​ສະ​ຫລອງ​ພຣະ​ວິຫານ​ແຄນ​ຊັດ ຊີ​ທີ, ຫ້າ​ເດືອນ​ຜ່ານ​ມາ​ນີ້. ດັ່ງ​ທີ່​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ໄດ້​ເກີດ​ຂຶ້ນ​ໃນ​ຊີວິດ​ຂອງ​ເຮົາ, ເທື່ອ​ນັ້ນ​ເບິ່ງ​ຄື​ວ່າ​ເປັນ​ເຫດການ​ອີກ​ຢ່າງ​ໜຶ່ງ​ທີ່​ໄດ້​ເກີດ​ຂຶ້ນ. ແຕ່​ຂ້າພະເຈົ້າ​ໄດ້​ຮຽນ​ຮູ້​ວ່າ ສະຖານະ​ການ​ທີ່​ກ່ຽວ​ພັນ​ກັບ​ງານ​ສະເຫລີມສະຫລອງ​ກ່ອນ​ວັນ​ຈັດ​ພິທີ​ອຸ​ທິດ​ພຣະ​ວິຫານ​ເປັນ​ການສະແດງ​ທີ່​ແປກ​ຫລາຍ. ເບິ່ງ​ແລ້ວ​ເປັນ​ເລື່ອງ​ມະຫັດ​ສະ​ຈັນ.

ເຊັ່ນ​ດຽວ​ກັບ​ການສະແດງ​ທຸກ​ເທື່ອ​ກ່ອນ​ການ​ອຸ​ທິດ​ພຣະ​ວິຫານ, ຊາວ​ໜຸ່ມ​ໃນ​ເຂດ​ແຄນ​ຊັດ ຊີ​ຕີ ມີ​ເຊີ​ຣີ ໄດ້​ພາກັນ​ຝຶກ​ສະແດງ​ເປັນ​ກຸ່ມໆ​ຢູ່​ໃນ​ເຂດ​ຂອງ​ໃຜ​ມັນ. ໄດ້​ວາງ​ແຜນ​ໄວ້​ວ່າ ແລ້ວ​ເຂົາເຈົ້າ​ຈະ​ມາ​ລວມ​ກັນ​ຢູ່​ຕຶກ​ໃຫຍ່​ແຫ່ງ​ໜຶ່ງ​ທີ່​ເຊົ່າ ເພື່ອ​ຝຶກ​ນຳ​ກັນ​ໃນ​ວັນ​ເສົາ​ຕອນ​ເຊົ້າ​ກ່ອນ​ສະແດງ ເພື່ອ​ວ່າ​ພວກ​ເຂົາ​ຈະ​ຮູ້ຈັກ​ວ່າ​ຕ້ອງ​ເຂົ້າ​ໄປ​ທາງ​ໃດ ແລະ ຢືນ​ຢູ່​ບ່ອນ​ໃດ, ແລະ ໄກ​ກັນ​ຫລາຍ​ປານໃດ​ກັບ​ຄົນ​ທີ່ຢູ່​ທາງ​ຂ້າງ, ຮູ້ຈັກ​ທາງ​ອອກ ແລະ ອື່ນໆ—ລາຍ​ລະອຽດ​ຫລາຍ​ຢ່າງ​ທີ່​ເຂົາເຈົ້າ​ຕ້ອງ​ຮູ້​ລ່ວງ​ໜ້າ ແລະ ປະສານ​ງານ​ກັບ​ຜູ້​ຈັດ​ສາກ ເພື່ອ​ວ່າ​ການສະແດງ​ຂອງ​ຄືນ​ນັ້ນ​ຈະ​ງົດ​ງາມ ແລະ ເປັນ​ແບບ​ນັກສະແດງ​ມື​ອາຊີບ.

ແຕ່​ມີ​ບັນຫາ​ໃຫຍ່​ຢ່າງ​ໜຶ່ງ​ໃນ​ມື້​ນັ້ນ. ການສະແດງ​ທັງ​ໝົດ​ຂອງ​ເຂົາເຈົ້າ​ມີ​ສ່ວນ​ວິ​ດີ​ໂອ​ປະກອບ ຊຶ່ງ​ຈະ​ສະແດງ​ໃນ​ຈໍ​ໃຫຍ່. ວິ​ດີ​ໂອ​ແຕ່​ລະ​ຕອນ​ເປັນ​ຈຸດ​ສຳຄັນ​ຂອງ​ການສະແດງ​ຂອງ​ເຂົາເຈົ້າ. ມັນ​ບໍ່​ພຽງ​ແຕ່​ເຊື່ອມ​ໂຍງ​ການສະແດງ​ເຂົ້າກັນ​ເທົ່າ​ນັ້ນ, ແຕ່​ມັນ​ຈະ​ບອກ​ເຖິງ​ການສະແດງ​ພາກ​ຕໍ່​ໄປ​ນຳ​ອີກ. ວິ​ດີ​ໂອ​ພາກ​ຕ່າງໆ​ເຫລົ່ານັ້ນ​ແມ່ນ​ສຳຄັນ​ຫລາຍ​ທີ່​ສຸດ​ຕໍ່​ການສະແດງ​ໃນ​ຄ່ຳ​ຄືນ​ນັ້ນ. ແລະ ຈໍ​ພັດ​ມາ​ຕິດ​ຂັດ.

ນັກ​ຄວບ​ຄຸມ​ເຄື່ອງ​ຖ່າຍ​ທອດ​ກໍ​ໄດ້​ພະຍາຍາມ​ຢ່າງ​ໄວ​ເພື່ອ​ແກ້​ໄຂ​ບັນຫາ ໃນ​ຂະນະ​ທີ່​ຊາວ​ໜຸ່ມ​ລໍຖ້າ, ຫລາຍ​ຮ້ອຍ​ຄົນ​ໄດ້​ເສຍ​ເວລາ​ອັນ​ມີຄ່າ​ໄປ. ສະພາບ​ການ​ເປັນ​ແບບ​ວ່າ​ເປັນ​ໄປ​ບໍ່​ໄດ້.

ຜູ້​ຂຽນ ແລະ ຜູ້​ຈັດການ​ງານ​ສະເຫລີມສະຫລອງ, ຊູ​ແສນ ຄຸບ​ເປີ, ຕໍ່​ມາ​ໄດ້​ອະທິບາຍ​ວ່າ, “ເມື່ອ​ພວກ​ເຮົາ​ປ່ຽນ​ແຜນ ກ ຫາ ຂ ຫາ ຮ, ພວກ​ເຮົາ​ຮູ້​ວ່າ ມັນ​ບໍ່​ໄດ້​ເລື່ອງ. ... ເມື່ອ​ພວກ​ເຮົາ​ຫລຽວ​ເບິ່ງ​ລາຍການ, ພວກ​ເຮົາ​ຮູ້​ວ່າ ພວກ​ເຮົາ​ຄົງ​ເຮັດ​ບໍ່​ສຳເລັດ, ແຕ່​ພວກ​ເຮົາ​ຮູ້​ວ່າ ພວກ​ເຮົາ​ມີ​ພະລັງ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ຢູ່​ໃນ​ກາງ​ສະໜາມ​ຂ້າງ​ລຸ່ມ—ຊາວ​ໜຸ່ມ 3,000 ຄົນ. ພວກ​ເຮົາ​ຕ້ອງ​ໄດ້​ລົງ​ໄປ​ບອກ [ເຂົາເຈົ້າ] ສິ່ງ​ທີ່​ກຳລັງ​ເກີດ​ຂຶ້ນ ແລະ ໃຊ້​ສັດທາ​ຂອງ​ເຂົາເຈົ້າ.”3

ພຽງ​ແຕ່​ໜຶ່ງ​ຊົ່ວໂມງ​ກ່ອນ​ຜູ້​ຊົມ​ພາກັນ​ເຂົ້າ​ມາ​ໃນ​ຕຶກ​ໃຫຍ່​ນັ້ນ, ຊາວ​ໜຸ່ມ 3,000 ຄົນ​ໄດ້​ຄຸເຂົ່າ​ລົງ ແລະ ອະທິຖານ​ນຳ​ກັນ. ເຂົາເຈົ້າ​ໄດ້​ທູນ​ຂໍ​ໃຫ້​ຜູ້​ທີ່​ພະຍາຍາມ​ແປງ​ຈໍ​ສາມາດ​ແປງ​ມັນ​ໄດ້; ເຂົາເຈົ້າ​ໄດ້​ທູນ​ຂໍ​ໃຫ້​ພຣະ​ບິດາ​ເທິງ​ສະຫວັນ​ຊ່ອຍ​ເຫລືອ​ສ່ວນ​ທີ່​ພວກ​ເຂົາ​ບໍ່​ສາມາດ​ເຮັດ ເພາະວ່າ​ບໍ່​ມີ​ເວລາ​ພຽງພໍ.

ຜູ້​ໜຶ່ງ​ທີ່​ໄດ້​ຂຽນ​ກ່ຽວ​ກັບ​ເລື່ອງ​ນີ້​ຫລັງ​ຈາກ​ຄືນ​ນັ້ນວ່າ, “ມັນ​ເປັນ​ຄຳ​ອະທິຖານ​ທີ່​ກຸ່ມ​ຊາວ​ໜຸ່ມ​ບໍ່​ສາມາດ​ລືມ, ບໍ່​ແມ່ນ​ເປັນ​ເພາະ​ພື້ນ​ຫ້ອງ​ແຂງ, ແຕ່​ເປັນ​ເພາະວ່າ​ເຂົາເຈົ້າ​ໄດ້​ຮູ້ສຶກ​ເຖິງ​ພຣະ​ວິນ​ຍານ.”4

ບໍ່​ດົນ​ນັກ​ສ້ອມແປງ​ຄົນ​ໜຶ່ງ​ໄດ້​ມາ​ບອກ​ວ່າ ເຂົາເຈົ້າ​ໄດ້​ສ້ອມແປງ​ຈໍ​ແລ້ວ. ລາວ​ເວົ້າ​ວ່າ “ໂຊກ​ດີ,” ແຕ່​ຊາວ​ໜຸ່ມ​ທຸກ​ຄົນຮູ້​ດີ​ກວ່າ​ນັ້ນ.

ເມື່ອ​ພວກ​ເຮົາ​ໄດ້​ເຂົ້າ​ໄປ​ໃນ​ຕຶກ​ໃນ​ຄ່ຳ​ຄືນ​ນັ້ນ, ພວກ​ເຮົາ​ບໍ່​ຮູ້​ເຖິງ​ຄວາມ​ຫຍຸ້ງຍາກ​ໃນ​ຕອນ​ກາງເວັນ. ພຽງ​ແຕ່​ຫລັງ​ຈາກ​ນັ້ນ ພວກ​ເຮົາ​ຈຶ່ງ​ໄດ້​ຍິນ​ກ່ຽວ​ກັບ​ບັນຫາ. ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຫັນ​ເປັນ​ການສະແດງ​ທີ່​ງົດ​ງາມ ແລະ ຍອດ​ຍ້ຽມ—ເປັນ​ການສະແດງ​ທີ່​ດີ​ທີ່​ສຸດ​ທີ່​ໄດ້​ເຫັນ​ມາ. ກຸ່ມ​ຊາວ​ໜຸ່ມ​ສະແດງ​ໄດ້​ດີ​ຫລາຍ, ເຕັມ​ໄປ​ດ້ວຍ​ພະລັງ ຊຶ່ງ​ຜູ້​ຊົມ​ທຸກ​ຄົນ​ສາມາດ​ຮູ້ສຶກ. ເຂົາເຈົ້າ​ຮູ້ຈັກ​ບ່ອນ​ເຂົ້າ​ມາ, ບ່ອນ​ຢືນ, ຮູ້ຈັກ​ປະສານ​ງານ​ກັບ​ຜູ້​ສະແດງ​ຄົນ​ອື່ນໆ​ທີ່ຢູ່​ອ້ອມ​ຮອບ. ເມື່ອ​ຂ້າພະເຈົ້າ​ໄດ້​ຍິນ​ວ່າ ການ​ຝຶກ​ສະແດງ​ຂອງ​ເຂົາເຈົ້າ​ໄດ້​ຖືກ​ຕັດ​ເວລາ ແລະ ຫລາຍ​ຄົນ​ບໍ່​ໄດ້​ຝຶກ​ເລີຍ​ໃນ​ກຸ່ມ​ໃຫຍ່, ຂ້າພະເຈົ້າ​ມີ​ຄວາມ​ປະຫລາດ​ໃຈ​ຫລາຍ. ບໍ່​ມີ​ໃຜ​ຮູ້. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ອຍ​ເຫລືອ​ເຂົາເຈົ້າ​ແທ້ໆ.

ຂ້າພະເຈົ້າ​ບໍ່​ເຄີຍ​ເຊົາ​ປະຫລາດ​ໃຈ​ເຖິງ​ວິທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສາມາດ​ລະດົມ​ໃຈ ແລະ ຊີ້​ນຳ​ທຸກ​ພາກສ່ວນ​ຂອງ​ອານາຈັກ​ຂອງ​ພຣະ​ອົງ ແລະ ມີ​ເວລາ​ດົນ​ໃຈ​ທຸກໆ​ຄົນ​ນຳ​ອີກ—ຫລື​ການສະແດງ​ວັດທະນະທຳ ຫລື ຈໍ​ໜ່ວຍ​ໜຶ່ງ. ຄວາມ​ຈິງ​ທີ່​ວ່າ​ພຣະ​ອົງສາ​ມາດ, ພຣະ​ອົງ​ເຮັດ​ໄດ້, ເປັນ​ປະຈັກ​ພະຍານ​ຕໍ່​ຂ້າພະເຈົ້າ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ພຣະ​ຜູ້​ເປັນ​ເຈົ້າ​ມີ​ພາກສ່ວນ​ຢູ່​ໃນ​ຊີວິດ​ຂອງ​ເຮົາ​ທຸກ​ຄົນ. ພຣະ​ອົງ​ຮັກ​ເຮົາ. ພຣະ​ອົງ​ຢາກ​ອວຍພອນ​ເຮົາ. ພຣະ​ອົງ​ຢາກ​ໃຫ້​ເຮົາ​ສະແຫວງ​ຫາ​ພຣະ​ອົງ. ເມື່ອ​ພຣະ​ອົງ​ນຳພາ ແລະ ຊີ້​ນຳ​ເຮົາ, ແລະ ເມື່ອ​ພຣະ​ອົງ​ໄດ້​ຍິນ ແລະ ຕອບ​ຄຳ​ອະທິຖານ​ຂອງ​ເຮົາ, ເຮົາ​ຈະ​ພົບ​ຄວາມສຸກ​ໃນ​ທີ່​ນີ້ ແລະ ຕອນ​ນີ້ ໃນ​ສິ່ງ​ທີ່​ພຣະ​ອົງ​ປະສົງ​ສຳລັບ​ເຮົາ. ຂໍ​ໃຫ້​ເຮົາ​ຈົ່ງ​ຮູ້ຈັກ​ເຖິງ​ພຣະ​ພອນ​ຂອງ​ພຣະ​ອົງ​ໃນ​ຊີວິດ​ຂອງ​ເຮົາ, ຂ້າພະເຈົ້າ​ກ່າວ​ມາ​ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ອາແມນ.

Mostrar las referencias

  1.  

    1.  2 ນີໄຟ 2:25.

  2.  

    2. ເບິ່ງ Doctrine and Covenants 112:10.

  3.  

    3. Susan Cooper, in Maurine Proctor, “Nothing’s Too Hard for the Lord: The Kansas City Cultural Celebration,” Meridian Magazine, May 9, 2012, ldsmag.com.

  4.  

    4. Proctor, Meridian Magazine, May 9, 2012.