​2010–2019
ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະຜູ້​ເປັນ​ເຈົ້າ
ຕຸລາ 2012


ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະຜູ້​ເປັນ​ເຈົ້າ

ການ​ຮູ້​ວ່າ​ພຣະກິດ​ຕິ​ຄຸນ​ເປັນຄວາມ​ຈິງ ​ເປັນ​​ສິ່ງສຳຄັນ​ຕໍ່​ປະຈັກ​ພະຍານ. ການ​ຈິງ​ຈັງ​ຕະຫລອດ​ເວລາ​ຕໍ່​ຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ​ເປັນ​ສິ່ງຈຳ​ເປັນ​ຕໍ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ.

ຂ່າວສານຂອງ​ຂ້າພະ​ເຈົ້າ​​ແມ່ນ​ເຈາະ​ຈົງ​ຢູ່ທີ່​ຄວາມ​ສຳພັນ​ລະຫວ່າງ​ການມີ​ປະຈັກ​ພະຍານ​ວ່າພຣະ​ເຢຊູ​ເປັນ​ພຣະຄຣິດ ​ແລະ ກາຍ​ເປັນ​ຜູ້​ປ່ຽນ​ໃຈ​ເຫ​ລື້​ອມ​ໃ​ສ​​ໃນ​ພຣະອົງ ​ແລະ ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ. ​ຕາມ​ປົກກະຕິ​ແລ້ວ, ​ເຮົາ​ກ່າວ​ເຖິງ​ປະຈັກ​ພະຍານ ​ແລະ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ທາງ​ທີ່​ແຕກ​ຕ່າງ​ກັນ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ​ເຮົາ​ສາມາດ​ວາດ​ພາບ ​ແລະ ມີ​ຄວາມ​ໝັ້ນ​ໃຈ​ຫລາຍ​ຂຶ້ນ ​ເມື່ອ​ເຮົາ​ຄິດ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງສອງ​ຢ່າງນີ້.

ຂ້າພະ​ເຈົ້າອະທິຖານ​ວ່າ ພຣະວິນ​ຍານ​ບໍລິສຸດຈະ​​​​ໃຫ້​ຄຳແນະນຳ ​ແລະ ​ໃຫ້​ຄວາມ​ສະຫວ່າງ​ແກ່​ເຮົາ​​ແຕ່ລະ​ຄົນ.

ພວກ​ເຈົ້າ​ເດ ​ວ່າ​ເຮົາ​ເປັນ​ຜູ້​ໃດ?

​​ເຮົາ​ສາມາດ​ຮຽນ​ຕື່ມ​ອີກ​ກ່ຽວ​ກັບ​ປະຈັກ​ພະຍານ ​ແລະ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຈາກການ​ປະຕິບັດ​ຂອງ​ອັກຄະ​ສາວົກ​ເປ​ໂຕ.

​ເມື່ອ​ພຣະ​ເຢຊູ​ໄດ້ສະ​ເດັດ​ເຂົ້າ​ໄປ​ໃນ​ຂົງ​ເຂດ​ກາຍ​ຊາ​ເຣຍ, ພຣະອົງ​ໄດ້​ຖາມ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ: “ແລ້ວ​ພວກ​ເຈົ້າ​ເດ​ ວ່າ​ເຮົາ​ເປັນ​ຜູ້​ໃດ?”

​ເປ​ໂຕ​ໄດ້​ຕອບຢ່າງ​ຊື່​ຕົງ​ວ່າ:

“​ທ່ານ​ເປັນ​ພຣະຄຣິດ, ພຣະບຸດ​ຂອງ​ພຣະ​ເຈົ້າອົງ​ຊົງ​ຊີວິດ​ຢູ່.

“​ແລະ ພຣະ​ເຢຊູ​​ໄດ້​ກ່າວ​ກັບ​ເປ​ໂຕ​ວ່າ, ຊີ​ໂມນ​ບາຣະ​ໂຢນາ​ເອີຍ ​ເຈົ້າກໍ​ເປັນ​ສຸກ: ​ເພາະ​ວ່າ​ບໍ່​ແມ່ນ​ມະນຸດ​ທີ່​ເປີດ​ເຜີຍ​ຄວາມ​ຈິງ​ນີ້​ໃຫ້​ເຈົ້າຮູ້​, ​ແຕ່​ແມ່ນ​ພຣະບິດາ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ” (ມັດ​ທາຍ 16:15–17).

​ດັ່ງ​ທີ່​ເຫັນ​ໃນ​ຄຳ​ຕອບ​ຂອງ​ເປ​ໂຕ ​ແລະ ​ຄຳ​ແນະນຳ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ປະຈັກ​ພ​ະຍານ​ເປັນຄວາມ​ຮູ້​ສ່ວນ​ຕົວ ​ເລື່ອງ​ຄວາມ​ຈິງ​ທາງ​ວິນ​ຍານ​ທີ່​ໄດ້​ຮັບ​ໂດຍ​ການ​ເປີດ​ເຜີຍ. ປະຈັກ​ພະຍານ​ເປັນ​ຂອງ​ປະທານ​ຈາກ​ພຣະ​ເຈົ້າ ​ແລະ ມີ​ໃຫ້​ລູກໆຂອງ​ພຣະອົງທຸກ​ຄົນ. ຄົນຊື່ສັດທຸກ​ຄົນ​ທີ່​ສະ​ແຫວ​ງຫາ​ຄວາມ​ຈິງ​ສາມາດ​ມີ​ປະຈັກ​ພະຍານ​​ໄດ້ໂດຍ​ການ​ “​ໃຊ້​ສັດທາ​ຈັກ​ໜ້ອຍ​ໜຶ່ງ” ທີ່​ຈຳ​ເປັນ​ໃນ​ພຣະ​ເຢຊູ​ຄຣິດ​ເພື່ອ “ທົດ​ລອງ” (​ແອວ​ມາ 32:27) ​ແລະ “ທົດ​ລອງ​ຄຸນງາມຄວາມດີ​ແຫ່ງ​ພຣະ​ຄຳ​” (​ແອວມາ 31:5), ​ເພື່ອ​ໃຫ້ “ຍອມ​ຕໍ່​ການ​ຊັກ​ຈູງ​ຂອງ​ພຣະ​ວິນ​ຍານ​ອັນ​ສັກສິດ” (​ໂມ​ໄຊ​ຢາ 3:19), ຕື່ນ​ຂຶ້ນ​ມາ​ຫາ​ພຣະ​ເຈົ້າ. (ເບິ່ງ ​ແອວ​ມາ 5:7). ປະຈັກ​ພະຍານ​ນຳ​ຄວາມ​ຮັບຜິດຊອບ​ເພີ່ມ​ເຕີມມາ​ໃຫ້ ​ແລະ ​ເປັນ​ແຫລ່ງ​ຂອງ​ຈຸ​ດປະສົງ, ​ໃຫ້​ຄວາມ​ແນ່ນອນ​ໃຈ, ​ແລະ ຄວາມ​ຊື່​ນຊົມ.

ຈົ່ງ​ສະ​ແຫວງຫາ ​ແລະ ຮັບ​ເອົາ​ປະຈັກ​ພະຍານ​​ເຖິງ​ຄວາມ​ຈິງ​ທາງ​ວິນ​ຍານ ທີ່​ຮຽກຮ້ອງ​ໃຫ້ໝັ່ນ​ຂໍ, ໝັ່ນ​ຊອກ, ​ແລະ ໝັ່ນ​ເຄາະ (ເບິ່ງ ມັດ​ທາຍ 7:7; 3 ນີ​ໄຟ 14:7) ທູນ​ຖາມ​ດ້ວຍ​ໃຈ​ຈິງ, ດ້ວຍ​ເຈດ​ຕະນາ​ອັນ​ແທ້​ຈິງ, ໂດຍ​ມີ​ສັດທາ​ໃນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ (ເບິ່ງ ​ໂມ​ໂຣ​ໄນ 10:4). ​ສ່ວນ​ປະກອບ​ຂັ້ນພື້ນຖານ​ຄື​ການ​ທີ່​ຮູ້​ວ່າ​ພຣະບິດາ​ເທິງ​ສະຫວັນ​ຊົງ​ພຣະຊົນ​ຢູ່ ​ແລະ ຮັກ​ເຮົາ, ວ່າ​ພຣະ​ເຢຊູ​​ເປັນ​ພຣະຄຣິດຂອງ​ເຮົາ, ​ແລະ​ວ່າຄວາມ​ສົມບູນ​ຂອງ​ພຣະກິດ​ຕິ​ຄຸນ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ສູ່​ໂລກ​ຢູ່​ໃນ​ຍຸກ​ສຸດ​ທ້າຍ​ນີ້​ແລ້ວ.

​ເມື່ອ​ທ່ານ​ປ່ຽນ​ໃຈ​ເຫລື້ອມ​ໃສ

ດັ່ງ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ​ສາວົກ​ຂອງ​ພຣະ​ອົງຕອນ​ຮັບ​ປະທານ​ອາຫານ​ຄາບ​ສຸດ​ທ້າຍ, ພຣະອົງ​ໄດ້​ກ່າວ​​ຕໍ່​ເປ​ໂຕ​ວ່າ,

“ຊີ​ໂມນ, ຊີ​ໂມນ, ​ຈົ່ງ​ເບິ່ງ, ຊາຕາ​ນ​ມີ​ຄວາມ​ປາຖະໜາ​ທີ່​ຈະ … ຝັດ​ຮ່ອນ​ເຈົ້າ​ເໝືອນ​ຝັດ​ເຂົ້າ​ເປືອກ:

“​​ແຕ່​ເຮົາ​ໄດ້​ອະທິຖານ​ສຳລັບ​ເຈົ້າ, ​ເພື່ອ​ຄວາມ​ເຊື່ອ​ຂອງ​ເຈົ້າຈະ​ບໍ່​ຂາດ​ໄປ ​ເມື່ອ​ເຈົ້າກັບ​ຄືນ​ມາ​ຫາ​ເຮົາ​ ​ແລ້ວ​ເຈົ້າຕ້ອງ​ຊູ​ແຮງ​ບັນດາ​ພີ່ນ້ອງ​ຂອງ​ເຈົ້າ​ໄວ້” (ລູກາ 22:31–32).

ສິ່ງ​ທີ່​ໜ້າ​ສົນ​ໃຈ​ຄື, ອັກຄະ​ສາວົກ​ທີ່ຍິ່ງ​ໃຫຍ່​ຜູ້ນີ້​ທີ່ໄດ້​​ເວົ້າລົມ ​ແລະ ​​ຍ່າງ​ໄປ​ກັບ​ພຣະອາຈານ, ​ໄດ້​ເປັນ​ພະຍານ​ເຖິງ​ການ​ມະຫັດ​ສະ​ຈັນ​ຫລາຍ​ຢ່າງ, ​ແລະ ​ໄດ້​ມີ​ປະຈັກ​ພະຍານ​ທີ່​ເຂັ້ມ​ແຂງ​ເຖິງ​ຄວາມ​ເປັນ​ພຣະ​ເຈົ້າຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ​ແມ່ນ​ແຕ່​ເປ​ໂຕ​ຍັງ​ຕ້ອງການ​ຄຳ​ແນະນຳ​ເພີ່ມ​ເຕີມ​ຈາກ​ພຣະ​ເຢຊູ​ຄຣິດກ່ຽວ​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ​ແລະ ອຳນາດ​ແຫ່ງ​ການ​ຊຳລະ​ລ້າງ​ຂອງ​ພຣະວິນ​ຍານ​ບໍລິສຸດ ​ແລະ ພັນທະ​ຂອງ​ເພິ່ນ​ທີ່​ຈະ​ຮັບ​​ໃຊ້​ຢ່າງ​ຊື່ສັດ.

ຈຸດ​ສຳຄັນ​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດຮຽກຮ້ອງ​ການ​ປ່ຽນ​ແປງຂັ້ນພື້ນຖານ ​ແລະ ຖາວອນ​ໃນ​ລັກສະນະ​ທຳ​ມະ​ຊາດ​ຂອງ​ເຮົາ ຊຶ່ງ​ເປັນ​ໄປ​ໄດ້​ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ແທ້​ຈິງ​ກໍ່​ໃຫ້​ເກີດ​ການ​ປ່ຽນ​ແປງ​ໃນ​ຄວາມ​ເຊື່ອ, ​ໃນ​ໃຈ, ​ແລະ ​ໃນ​ຊີວິດ​ຂອງ​ບຸກຄົນ ທີ່​ຈະ​ຮັບ​ເອົາ ​ແລະ ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະ​ເຈົ້າ (ເບິ່ງ ກິດຈະການ 3:19; 3 ນີ​ໄຟ 9:20) ​ແລະ ຮ່ວມ​ດ້ວຍ​ຄວາມ​ສຳນຶກອັນ​ໜັກ​ແໜ້ນ ​ແລະ ກາຍ​ເປັນ​ສານຸສິດ​ຂອງ​ພຣະຄຣິດ.

ການ​ປ່ຽນ​ໃຈ​​ເຫລື້ອມ​ໃສ​ຄື​ການ​ເຮັດ​ໃຫ້​ຮາກ​ຖານຂອງ​ປະຈັກ​ພະຍານ​​ຂະຫຍາຍອອກ, ​ເລິກ​ຊຶ້ງ, ​ແລະ ກວ້າງ​ຂວາງ. ມັນ​ເປັນ​ຜົນ​ຂອງ​ການ​ເປີດ​ເຜີຍຈາກ​ພຣະ​ເຈົ້າ, ພ້ອມ​ດ້ວຍ​ການ​ກັບ​ໃຈ, ການ​ເຊື່ອ​ຟັງ, ​ແລະ ຄວາມ​ພາກ​ພຽນ​ຂອງ​ບຸກຄົນ. ທຸກ​ຄົນ​ທີ່​ຊື່ສັດ​ຜູ້​ສະ​ແຫວ​ງຫາຄວາມ​ຈິງ​ສາມາດ​​ປ່ຽນ​ໃຈ​ເຫລື້ອມ​ໃສ​​ໄດ້​ໂດຍ​ປະສົບ​ການປ່ຽນ​ແປງ​ອັນ​​ໃຫຍ່​ຫລວງຢູ່​ໃນ​ໃຈ ​ແລະ ການ​ເກີດ​ໃໝ່​ທາງ​ວິນ​ຍານ​ໃນ​ພຣະ​ເຈົ້າ (ເບິ່ງ ​ແອວ​ມາ 5:12–14). ​ເມື່ອ​ເຮົາ​ໃຫ້​ກຽດ​ແກ່​ພິທີການ ​ແລະ ພັນທະ​ສັນຍາ​ແຫ່ງ​ຄວາມ​ລອດ ​ແລະ ຄວາມສູງ​ສົ່ງ (ເບິ່ງ D&C 20:25), “ພວກ​ທ່ານ​ຕ້ອງ​ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນຄົງ​ໃນ​ພຣະ​ຄຣິດ” (2 ນີ​ໄຟ 31:20), ​ແລະ ອົດທົນ​ໃນ​ສັດທາ​ຈົນ​ເຖິງ​ທີ່​ສຸດ (ເບິ່ງ D&C 14:7), ເຮົາ​ຈະ​ກາຍ​ເປັນ​ຄົນ​ໃໝ່​ໃນ​ພຣະຄຣິດ (ເບິ່ງ 2 ​ໂກຣິນ​ໂທ 5:17). ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເປັນ​ການ​ຖະຫວາຍ​ຕົວ​ເຮົາ​ເອງ​ແດ່​ພຣະ​ເຈົ້າ​ໃນ​ຄວາມ​ກະຕັນຍູ​ສຳລັບ​ຂອງ​ປະທານ​ແຫ່ງ​ປະຈັກ​ພະຍານ.

ຕົວຢ່າງ​ເລື່ອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະຄຳ​ພີ​ມໍ​ມອນ

ພຣະຄຳ​ພີ​ມໍ​ມອນ​ເຕັມ​ໄປ​ດ້ວຍ​ເລື່ອງ​ລາວ​ທີ່​ດົນ​ໃຈ​ກ່ຽວ​ກັບການ​ປ່ຽນ​ໃຈ​ເຫລື້ອມ​ໃສ​. ອາ​ມາລີ​ໄຄ, ​ເຊື້ອສາຍ​ຂອງ​​ຢາ​ໂຄບ, ​ໄດ້​ປະກາດ​ວ່າ: “ຂ້າພະ​ເຈົ້າຢາກ​ໃຫ້​ພວກ​ທ່ານ​ມາ​ຫາ​ພຣະ​ຄຣິດ, ຜູ້​ເປັນ​ພຣະຜູ້​ບໍລິ​ສຸດ​ຂອງ​ອິດ​ສະ​ຣາ​ເອນ, ແລະ ຮັບ​ສ່ວນ​ຄວາມ​ລອດຈາກພຣະ​ອົງ, ແລະ ​ອຳນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ອົງ. ແທ້​ຈິງ​ແລ້ວ, ຈົ່ງ​ມາ​ຫາ​ພຣະ​ອົງ​ເຖີດ, ແລະ ຖະຫວາຍ​ທັງ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ​ເປັນ​ເຄື່ອງ​ບູຊາ​ແດ່​ພຣະ​ອົງ” (ອອມ​ໄນ 1:26).

​ການ​ຮູ້ຈັກ​ໂດຍ​ອຳນາດ​ຂອງ​ພຣະວິນ​ຍານ​ບໍ​ລິ​ສຸດ​ວ່າ ພຣະ​ເຢຊູ​ຄື​ພຣະຄຣິດ ​ເປັນ​ສິ່ງ​ສຳຄັນ ​ແລະ ຈຳ​ເປັນ. ​ແຕ່ການ​ມາ​ຫາ​ພຣະອົງ​ດ້ວຍ​ຄວາມ​ພາກ​ພຽນ ​ແລະ ມອບ​ຈິດ​ວິນ​ຍານທັງ​ໝົດ​​ເປັນ​ເຄື່ອງ​ຖະຫວາຍ​ຮຽກຮ້ອງ​ຫລາຍ​ກວ່າ​ການ​ພຽງ​ແຕ່​ຮູ້ຈັກ​ເທົ່າ​ນັ້ນ. ການປ່ຽນ​ໃຈ​ເຫລື້ອມ​ໃສ​ຮຽກຮ້ອງ​​ສຸດ​ພະລັງ, ສຸດຄວາມ​ຄິດ ​ແລະ ສຸດກຳລັງ​ຂອງ​​ເຮົາ (ເບິ່ງ D&C 4:2).

ຜູ້​ຄົນ​ຂອງກະສັດ​ເບັນ​ຢາ​ມິນ​ໄດ້​ຕອບ​ຮັບ​ຄຳ​ສອນ​ຂອງ​ເພິ່ນ​ໂດຍ​ການ​ກ່າວ​ອອກ​ມາ​ວ່າ, “ແທ້​ຈິງ​ແລ້ວ, ພວກ​ເຮົາ​ເຊື່ອ​ຄຳ​ເວົ້າທັງ​ໝົດ​ທີ່​ທ່ານ​ເວົ້າກັບ​ພວກ​ເຮົາ, ແລະ ພວກ​ເຮົາ​ຮູ້​ເຖິງ​ຄວາມ​ແນ່ນອນ ແລະ ຄວາມ​ຈິງ​ຂອງ​ມັນ​ທັງ​ໝົດ, ເພາະ​ພຣະ​ວິນ​ຍານ​ຂອງພຣະຜູ້​ເປັນ​ເຈົ້າ​ອົງ​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່ ໄດ້​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ​ໃນ​ພວກ​ເຮົາ, ຫລື ໃນ​ໃຈ​ຂອງ​ພວກ​ເຮົາ, ຈົນ​ວ່າພວກ​ເຮົາ​ບໍ່​ມີ​ໃຈ​ທີ່​ຈະ​ກະທຳ​ຄວາມ​ຊົ່ວ​ອີກ​ຕໍ່​ໄປ, ແຕ່​ປາ​ຖະໜາ​ຈະ​ເຮັດ​ແຕ່​ຄວາມ​ດີ​ໂດຍ​ຕະຫລອດ” (​ໂມ​ໄຊ​ຢາ 5:2). ການ​ຮັບ​ເອົາ​ຖ້ອຍ​ຄຳ​ທີ່​ກ່າວ, ການ​ມີ​ປະຈັກ​ພະຍານ​ເຖິງ​ຄວາມ​ຈິງ​ຂອງ​ມັນ, ​ແລະ ການ​ໃຊ້​ສັດທາ​ໃນ​ພຣະຄຣິດຈະ​ສ້າງ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ໃນ​​ໃຈ ​ແລະ ຄວາມ​ຕັ້ງ​ໃຈ​ທີ່​ຈິງ​ຈັງ​ເພື່ອ​ພັດທະນາ ​ແລະ ການ​ເປັນ​ຄົນ​ດີກ​ວ່າ​ເກົ່າ.

ຊາວ​ເລ​ມັນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຢູ່​ໃນ​ໜັງສື​ຂອງ​ຮີ​ລາມັນ ຖືກ​ບັນ​ລະ​ຍາຍ​ໄວ້​ວ່າ​ເປັນ​ຄົນ​ຢູ່ “ໃນ​ສິ່ງ​ທີ່​ພວກ​ເຂົາ​ຄວນ​ກະທຳ, ແລະ ພວກ​ເຂົາ​ເດີນ​ໄປ​ຢ່າງຮອບ​ຄອບ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແລະ ພວກ​ເຂົາ​ໄດ້​ຕັ້ງ​ໃຈ​ຮັກສາ​ພຣະ​ບັນຍັດ ແລະ ຮັກສາ​ກົດ ແລະ ຮັກສາ​ການ​ພິພາກສາ​ຂອງ​ພຣະ​ອົງ​. ...

“ແລະ ພວກ​ເຂົາ​ກຳລັງ​ພະຍາຍາມ​ດ້ວຍ​ຄວາມ​ພາກ​ພຽນ​ອັນ​ບໍ່​ຮູ້​ອິດ​ເມື່ອຍ​ທີ່​ຈະ​ນຳພາ​ພີ່ນ້ອງ​ທີ່​ເຫລືອ​ຢູ່​ຂອງ​ພວກ​ເຂົາ​ມາສູ່​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ” (ຮີ​ລາມັນ 15:5–6).

ດັ່ງ​ທີ່​ຕົວຢ່າງ​ເຫລົ່າ​ນີ້​​ເນັ້ນໜັກ, ຄວາມ​ສຳຄັນ​ຂອງ​ລັກສະນະ​ທີ່ກ່ຽວ​ພັນ​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເປັນ​ປະສົບ​ການ​ຂອງ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ​ໃນ​ໃຈ​, ປາ​ຖະໜາ​ຈະ​ເຮັດ​ແຕ່​ຄວາມ​ດີ​ໂດຍ​ຕະຫລອດ, ​​ເຮັດ​ໜ້າ​ທີ່​ການ​ງານ, ​ເດີນ​ໄປ​ຢ່າງ​ລະມັດລະວັງ​ຢູ່​ຕໍ່​ພຣະພັກ​ຂອງ​ພຣະ​ເຈົ້າ, ຮັກສາ​ພຣະບັນຍັດ​, ​ແລະ ຮັບ​ໃຊ້​ດ້ວຍ​ຄວາມ​ພາກ​ພຽນຢ່າງບໍ່​ອິດ​ເມື່ອຍ. ​ເຫັນ​ໄດ້​ແຈ້ງວ່າ ຜູ້​ຄົນ​ເຫລົ່າ​ນີ້​ໄດ້​ເຫລື້ອມ​ໃສ​ແທ້​ໆ​ໃນ​ພຣະຜູ້​ເປັນ​ເຈົ້າ ​ແລະ ​ຄຳ​ສອນ​ຂອງ​ພຣະອົງ.

ການ​ກາຍ​ເປັນ​ຄົນ​ປ່ຽນ​ໃຈເຫລື້ອມ​ໃສ

ສຳລັບ​ຫລາຍ​ຄົນ​ພວກ​ເຮົາ, ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເປັນ​ການ​ດຳ​ເນີນໄປ​ເລື້ອຍໆ ​ແລະ ບໍ່​ແມ່ນ​ເຫດການ​ພຽງ​ເທື່ອດຽວ​ທີ່​ເກີດ​ຈາກ​ປະສົບ​ການ​ທີ່​ຍິ່ງ​ໃຫຍ່. ເປັນ​ບັນທັດ ແລະ ​ເປັນ​ຂໍ້​ເລັກໆ​ໜ້ອຍໆ, ໄປ​ເລື້ອຍໆ​ແບບ​ບໍ່​ສັງ​ເກດ​ ຈົນ​ວ່າຄວາມ​ປະສົງ​, ຄວາມ​ຄິດ, ຖ້ອຍ​ຄຳ, ​ແລະ ການ​ກະທຳ​ຂອງ​ເຮົາຈະ​ສອດຄ່ອງ​ກັບ​ພຣະປະສົງ​ຂອງ​ພຣະ​ເຈົ້າ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະຜູ້​ເປັນ​ເຈົ້າຮຽກຮ້ອງ​ທັງ​ຄວາມ​ສະ​ໝ່ຳສະ​ເໝີ ​ແລະ ຄວາມ​ອົດທົນ.

ຊາ​ມູ​ເອນ​ຄົນ​ເລ​ມັນ​ໄດ້​ບອກ​ເຖິງຮາກ​ຖານ​ຫ້າ​ຢ່າງ​ໃນ​ການ​ກາຍ​ເປັນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະຜູ້​ເປັນ​ເຈົ້າດັ່ງ​ນີ້: (1) ເຊື່ອ​ໃນ​ຄຳ​ສອນ ​ແລະ ຄຳ​ທຳນາຍ​ຂອງ​ສາດສະດາ​ທີ່​ບໍລິສຸດ ດັ່ງ​ທີ່​ມີ​ບັນທຶກ​ໄວ້​ຢູ່​ໃນ​ພຣະຄຳ​ພີ, (2) ​ໃຊ້​ສັດທາ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, (3) ກັບ​ໃຈ, (4) ປະສົບ​ກັບ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ​ໃນ​ໃຈ, ​ແລະ (5) ກັບ​ມາ “ໝັ້ນຄົງ ແລະ ແນ່ວ​ແນ່​ຢູ່​ໃນ​ສັດທາ” (ເບິ່ງ ຮີ​ລາມັນ 15:7–8). ນີ້​ຄື​ແບບ​ແຜນ​ທີ່​ນຳ​ໄປ​ສູ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ.

ປະ​ຈັກ​ພະຍານ ​ແລະ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ

ປະຈັກ​ພະຍານ​ເປັນ​ການ​ເລີ່​ມຕົ້ນ ຫລື ສິ່ງ​ຈຳ​ເປັນ​ຕໍ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ. ປະຈັກ​ພະຍານ​ເປັນ​ຈຸດ​ເລີ່ມຕົ້ນ​ເດີນທາງ; ​ບໍ່​ແມ່ນ​ເປັນ​ຈຸດໝາຍ​ປາຍ​ທາງອັນ​ສູງ​ສຸດ. ປະຈັກ​ພະຍານ​ທີ່​ເຂັ້ມ​ແຂງ​ເປັນ​ຮາກ​ຖານ​ບ່ອນ​ທີ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສຖືກ​ສ້າງ​ໄວ້.

ການມີປະຈັກ​ພະຍານ​ເທົ່າ​ນັ້ນ​ແມ່ນບໍ່​ພຽງພໍ ​ແລະ ບໍ່ສາມາດປົກ​ປ້ອງ​ເຮົາ​ໃນ​ວັນ​ທີ່​​ເກີດມີ​ພະຍຸຮ້າຍ ​ແລະ ມື້​ທີ່ມືດ​ມົນ. ປະຈັກ​ພະຍານ​ເປັນ​ສິ່ງ​ສຳຄັນ ​ແລະ ຈຳ​ເປັນ ​ແຕ່​ບໍ່​ພຽງ​ພໍ​ທີ່​ຈະ​ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ວິນ​ຍານ ​ແລະ ປົກ​ປ້ອງ​ເຮົາ​ໄດ້. ສະມາຊິກ​ບາງ​ຄົນ​ໃນ​ສາດສະໜາ​ຈັກ​ທີ່​ມີ​ປະຈັກ​ພະຍານ ​ໄດ້​ຫວັ່ນ​ໄຫວ ​ແລະ ຕົກ​ໄປ. ຄວາມ​ຮູ້​ທາງ​ວິນ​ຍານ ​ແລະ ຄວາມ​ຕັ້ງ​ໃຈ​ຂອງ​ເຂົາ​ເຈົ້າບໍ່​ມີ​ພຽງພໍສຳລັບການ​ທ້າ​ທາຍ​ທີ່​ເຂົາ​ເຈົ້າປະ​ເຊີນ.

ບົດ​ຮຽນ​ທີ່​ສຳຄັນ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ປະຈັກ​ພະຍານ ​ແລະ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​​ແມ່ນ​ເຫັນ​ໄດ້​ໃນ​ວຽກ​ງານ​​ເຜີຍ​ແຜ່​ຂອງ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ.

“​ຫລາຍ​ຕໍ່​ຫລາຍຄົນ​ຖືກ​ນຳ​ມາສູ່​ຄວາມ​ຮູ້​​ເລື່ອງ​ຄວາມ​ຈິງ, ໂດຍ​ການ​ສິດສອນ​ຂອງ​ອຳ​ໂມນ ແລະ ພວກ​ອ້າຍ​ນ້ອງຂອງ​ລາວ, ຕາມ​ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ ແລະ ການ​ທຳນາຍ, ແລະ ອຳນາດ​ຂອງ​ພຣະ​ເຈົ້າ​ເຮັດ​ການ​ມະຫັດສະຈັນ​ໃຫ້​ແກ່​ຄົນ​ເຫລົ່ານັ້ນ—ແທ້​ຈິງ​ແລ້ວ, … ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່​ສັນໃດ, ຊາວ​ເລ​ມັນ​ທີ່​ເຊື່ອ​ຖື​ໃນ​ຄຳ​ສິດສອນ​ຂອງ​ພວກ​ເຂົາ​ເຫລົ່ານັ້ນ ແລະ ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະຜູ້ເປັນເຈົ້າ​ຈະ​ບໍ່​ເຄີຍ​ຕົກ​ໄປ​ສັນນັ້ນ.

“ເມື່ອ​ພວກ​ເຂົາ​ກາຍ​ມາ​ເປັນ​ຄົນ​ຊອບ​ທຳ​ແລ້ວ; ພວກ​ເຂົາ​ໄດ້​ວາງ​ອາວຸດ​ແຫ່ງ​ການ​ກະບົດ​ຂອງ​ພວກ​ເຂົາ, ຄື​ພວກ​ເຂົາ​ບໍ່​ໄດ້​ຕໍ່ສູ້​ກັບ​ພຣະ​ເຈົ້າ​ອີກ​ຕໍ່​ໄປ. …

“ບັດ​ນີ້ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະຜູ້ເປັນເຈົ້າ” (​ແອວ​ມາ 23:6–8).

ພາກສ່ວນ​ທີ່​ສຳຄັນ​ສອງ​ຢ່າງ​ມີ​ຢູ່​ໃນ​ຂໍ້​​ເຫລົ່າ​ນີ້: (1) ຄວາມ​ຮູ້​ເລື່ອງຄວາມ​ຈິງ, ຊຶ່ງ​ອາດ​​ແປ​ວ່າ​ປະຈັກ​ພະຍານ, ​ແລະ (2) ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະຜູ້​ເປັນ​ເຈົ້າ, ຊຶ່ງ​ຂ້າພະ​ເຈົ້າ​ເຂົ້າ​ໃຈ​ວ່າ ​ເປັນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ. ດັ່ງນັ້ນ, ການ​ສົມທົບ​ລະຫວ່າງປະຈັກ​ພະຍານ ​ແລະ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະຜູ້​ເປັນ​ເຈົ້າຈະ​ສ້າງ​ຄວາມ​ໝັ້ນຄົງ ​ແລະ ຄວາມ​ແນ່ວ​ແນ່ ​ແລະ ​​ປ້ອງ​ກັນ​ທາງ​ວິນ​ຍານ.

​ເຂົາ​ເຈົ້າຈະ​ບໍ່​​ເຄີຍຕົກ​ໄປ ​ແລະ ວາງ​ອາວຸ​ດ​ແຫ່ງ​ການ​ກະບົດ​ຂອງ​ເຂົາ​ເຈົ້າ—​ແລະ ເຂົາ​ເຈົ້າ​ຈະ​ບໍ່​ຕໍ່ຕ້ານ​ພຣະ​ເຈົ້າອີກ​ຕໍ່​ໄປ. ​ເພື່ອ​ຈະ​ໄດ້​ວາງ​ “ອາວຸດແຫ່ງ​ການ​ກະບົດ” ດັ່ງ​ເຊັ່ນ​ຄວາມ​ເຫັນ​ແກ່​ຕົວ, ຄວາມ​ຈອງຫອງ, ​ແລະ ຄວາມ​ບໍ່​ເຊື່ອ​ຟັງ ຊຶ່ງ​ຮຽກຮ້ອງ​ຫລາຍ​ກວ່າ​ການ​ເຊື່ອ ​ແລະ ການ​ຮູ້ຈັກ​ເທົ່າ​ນັ້ນ. ຄວາມ​ເຊື່ອ​ໝັ້ນ, ຄວາມ​ຖ່ອມ​ຕົນ, ການ​ກັບ​ໃຈ, ​ແລະ ການ​ຍິນ​ຍອມ ຈະ​ຕ້ອງເກີດ​ກ່ອນ​ການ​ຍອມ​ວາງ​ອາວຸດ​ແຫ່ງ​ການ​ກະບົດ​ຂອງ​ເຮົາ. ທ່ານ ​ແລະ ຂ້າພະ​ເຈົ້າຍັງ​ມີ​ອາວຸດ​ແຫ່​ງການ​ກະບົດ​ທີ່​ກີດ​ກັນ​ເຮົາ​ຈາກ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະຜູ້​ເປັນ​ເຈົ້າຢູ່​ບໍ? ຖ້າ​ຍັງ​ມີ​ຢູ່, ​ເຮົາ​ຕ້ອງ​ກັບ​ໃຈ​ໃນ​ຕອນ​ນີ້.

ຊາວ​ເລ​ມັນ​ບໍ່​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ຜູ້​ສອນ​ສາດສະໜາ​ທີ່ໄດ້​ສອນ​ເຂົາ​ເຈົ້າ ຫລື ​​ໃນ​ໂຄງການ​ຂອງ​ສາດສະໜາ​ຈັກ. ​ເຂົາ​ເຈົ້າ​ບໍ່​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ລັກສະນະ​ຂອງ​ຜູ້ນຳ​ຂອງ​ເຂົາ​ເຈົ້າ ຫລື ​ໃນ​ການ​ຮັກສາ​ມູນ​ເຊື້ອ ຫລື ຮີດຄອງ​ປະ​ເພນີ​ຂອງ​ບັນພະບຸລຸດ​ຂອງ​ເຂົາ​ເຈົ້າ. ​ເຂົາ​ເຈົ້າ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະຜູ້​ເປັນ​ເຈົ້າ—​ໃນ​ພຣະອົງ ຜູ້​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ​ໃນ​ຄວາມ​ເປັນ​ພຣະ​ເຈົ້າຂອງ​ພຣະອົງ ​ແລະ ຄຳ​ສອນ​ຂອງ​ພຣະອົງ—​ແລະ ​ເຂົາ​ເຈົ້າ​ບໍ່​ເຄີຍ​ຕົກ​ໄປ.

ປະຈັກ​ພະຍານ​ເປັນຄວາມ​ຮູ້​ແຈ້ງ​ທາງ​ວິນ​ຍານ​ເຖິງ​ຄວາມ​ຈິງ ທີ່​ໄດ້​ຮັບ​ໂດຍ​ອຳນາດ​ຂອງ​ພຣະວິນ​ຍານ​ບໍລິສຸດ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໄປ​ເລື້ອຍໆ​ເປັນ​ການ​ອຸທິດ​​ໄປ​ຕະຫລອດ​ຕໍ່​ການ​ເປີດ​ເຜີຍ​ຄວາມ​ຈິງ ທີ່​ເຮົາ​ໄດ້​ຮັບ—ດ້ວຍ​ໃຈ​ທີ່​ເຕັມ​ໃຈ ​ແລະ ສຳລັບ​​ເຫດຜົນ​ທີ່​ຖືກຕ້ອງ. ການ​ຮູ້​ວ່າ​ພຣະກິດ​ຕິ​ຄຸນ​ເປັນຄວາມ​ຈິງ ​ເປັນ​​ສິ່ງສຳຄັນ​ຕໍ່​ປະຈັກ​ພະຍານ. ການ​ຈິງ​ຈັງ​ຕະຫລອດ​ເວລາ​ຕໍ່​ຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ​ເປັນ​ສິ່ງຈຳ​ເປັນ​ຕໍ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ. ​ເຮົາ​ຄວນ​ຮູ້​ວ່າ​ພຣະກິດ​ຕິ​ຄຸນ​ເປັນຄວາມ​ຈິງ ​ແລະ ຕ້ອງ​ຈິງ​ຈັງ​ຕໍ່​ພຣະກິດ​ຕິ​ຄຸນ.

ປະຈັກ​ພະຍານ, ການ​ປ່ຽນ​ໃຈ​ເຫລື້ອມ​ໃສ, ​ແລະ ຄຳ​ອຸປະມາ​ເລື່ອງຍິງ​ສາວ​ບໍລິສຸດ​ສິບ​ຄົນ.

ບັດ​ນີ້ ຂ້າພະ​ເຈົ້າຢາກ​ໃຊ້​ຄຳ​ອຸປະມາ​ເລື່ອງ​ຍິງ​ສາວ​ບໍລິສຸດ​ສິບ​ຄົນ​ເພື່ອ​ອະທິບາຍ​ຄວາມ​ສຳພັນ​ລະຫວ່າງປະຈັກ​ພະຍານ ​ແລະ ການ​ປ່ຽນ​ໃຈ​​ເຫລື້ອມ​ໃສ. ​ໃນຍິງ​ສາວ​ບໍລິສຸດ​ສິບ​ຄົນນັ້ນ, ຫ້າ​ຄົນ​ເປັນຄົນ​ສະຫລາດ ​ແລະ ອີກ​ຫ້າ​ຄົນ​ເປັນ​ຄົນ​ໂງ່, ​ໄດ້​ເອົາ​ໂຄມ​ໄຟ​ໄປ​ນຳ​ເມື່ອ​ພວກ​ນາງ​ໄປ​ພົບ​ກັບ​ເຈົ້າບ່າວ. ​ໃຫ້ທ່ານ​ປຽບທຽບ​ໂຄມ​ໄຟ​ຂອງ​ຍິງ​ສາວ​ບໍລິສຸດ​ນັ້ນ​ໃສ່​ກັບ​ປະຈັກ​ພະຍານ. ຍິງ​ສາວ​ທີ່​ໂງ່​ຫ້າ​ຄົນ​ໄດ້​ເອົາ​ໂຄມ​ໄຟ​ໄປ​ນຳ ​ແຕ່​ບໍ່​ໄດ້​ເອົາ​ນ້ຳມັນ​ໄປ​ເພື່ອ. ​ໃຫ້​ທ່ານ​ປຽບທຽບ​ນ້ຳມັນ​ນັ້ນ​ໃສ່​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ.

“ສ່ວນ​ພວກ​ຄົນ​ສະຫລາດ​ນັ້ນຖື​ໂຄມ​ໄຟ​ໄປ​ນຳ [ປະຈັກ​ພະຍານ] ​ແລະ ​ເອົາ​ນ້ຳມັນ​ໃສ່​ແກ້ວ​ໄປ​ເພື່ອ [ການ​ປ່ຽນ​ໃຈ​ເຫລື້ອມ​ໃສ].

“ຂະນະ​ທີ່​ເຈົ້າບ່າວ​ຍັງ​ບໍ່​ມາ ພວກ​ຍິງ​ສາວ​ຕ່າງ​ກໍ​ເຫງົານອນ ​ແລະ ຫລັບ​ໄປ.

“ພໍ​ເຖິງ​ທ່ຽງ​ຄືນ​ກໍ​ມີ​ສຽງ​ຮ້ອງ​ດັງ​ຂຶ້ນວ່າ, ​ເຈົ້າບ່າວ​ມາ​ແລ້ວ ຈົ່ງ​ອອກ​ໄປ​ຮັບ​ເພິ່ນ​ເຖີດ.

“ຍິງ​ສາວ​ທຸກ​ຄົນ​ຈຶ່ງ​ລຸກຂຶ້ນ, ​ແລະ ຈັດ​ຕຽມ​ໂຄມ​ໄຟ​ຂອງ​ຕົນ [ປະຈັກ​ພະຍານ].

“​ແລ້ວ​ພວກ​ຄົນ​ໂງ່​ກໍ​ເວົ້າກັບ​ພວກ​ຄົນ​ສະຫລາດ​ວ່າ, ຂໍ​ປັນນ້ຳມັນ​ຂອງ​ພວກ​ເຈົ້າ​ໃຫ້​ພວກ​ຂ້ອຍ​ແດ່ [​ຄືນ້ຳມັນ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ]; ​ເພາະ​ໂຄມ​ໄຟ​ຂອງ​ພວກ​ຂ້ອຍ [ປະຈັກ​ພະຍານ​ອ່ອນ​ແອ] ​ໃກ້​ຈະ​ມອດ​ແລ້ວ.

“​ແຕ່​ພວກ​ຄົນ​ສະຫລາດ​ຕອບ​ວ່າ, ບໍ່​ໄດ້​ດອກ; ນ້ຳມັນ​ບໍ່​ມີ​ພຽງພໍ​ສຳລັບ​ພວກ​ຂ້ອຍ ​ແລະ ພວກ​ເຈົ້າ: ຈົ່ງ​ໄປ​ຫາ​ຄົນຂາຍ​ນ້ຳມັນ, ​ແລະ ຊື້​ເອົາ​ສຳລັບ​ພວກ​ເຈົ້າສາ” (ມັດ​ທາຍ 25:4–9).

ຍິງ​ສາວ​ຫ້າ​ຄົນ​ນັ້ນ​ເຫັນ​ແກ່​ຕົວ​ບໍ ​ແລະ ບໍ່​ເຕັມ​ໃຈ​ແບ່ງປັນ, ຫລື ບົ່ງ​ບອກ​ເຖິງ​ຄວາມ​ແທ້​ຈິງ​ທີ່ວ່າ ບໍ່​ສາມາດ​ຢືມນ້ຳ​ມັນ​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ? ​ເຮົາ​ຈະ​ສາມາດ​ແບ່ງປັນຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​​ຈາກ​ການ​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ​ໃຫ້​ກັບ​ຄົນ​ອື່ນ​ໄດ້​ບໍ? ​ເຮົາ​ຈະ​ສາມາດ​​ແບ່ງປັນຄວາມ​ຮູ້​ແຈ້ງຜ່ານ​ທາງ​ການ​ສຶກສາ ​ແລະ ການ​ໄຕ່ຕອງ​ພຣະຄຳ​ພີ​ຢ່າງ​ພາກ​ພຽນ​ໃຫ້​ກັບ​ຄົນ​ອື່ນ​ທີ່​ຕ້ອງການ​ໄດ້​ບໍ? ​ເຮົາ​ຈະ​ສາມາດ​ແບ່ງປັນ​ຄວາມ​ສະຫງົບ​ທີ່​ພຣະກິດ​ຕິ​ຄຸນ​ນຳ​ມາ​ໃຫ້​​ໄພ່​ພົນ​ຍຸກ​ທ້າຍ​ໃຫ້​ກັບ​ຄົນ​ອື່ນ​ທີ່​ປະສົບ​ຄວາມ​ທຸກຍາກ​ລຳ​ບາກ ​ແລະ ມີ​ການ​ທ້າ​ທາຍ​ໄດ້​ບໍ? ຄຳ​ຕອບ​ອັນ​ແຈ່ມ​ແຈ້ງ​ຕໍ່​ຄຳ​ຖາມ​ດັ່ງກ່າວ​ແມ່ນ ​​ແບ່ງປັນບໍ່​ໄດ້.

ດັ່ງ​ຍິງ​ສາວ​ທີ່​ສະຫລາດໄດ້​​ເນັ້ນໜັກ​ຢ່າງ​ຖືກຕ້ອງ, ​ເຮົາ​ແຕ່ລະຄົນ​ຈະ​ຕ້ອງ “ໄປຊື້​ໃຫ້​ຕົນ​ເອງ.” ຍິງ​ສາວ​ເຫລົ່ານັ້ນບໍ່​ໄດ້​ຄ້າຂາຍ; ​ແຕ່​ພວກ​ນາງ​ໄດ້​ເນັ້ນ​ເຖິງ​ໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ຕ້ອງ​ຮັກສາ​ໂຄມ​ໄຟ​ແຫ່ງ​ປະຈັກ​ພະຍານ​ໃຫ້​ລຸກ​​​ໄໝ້ຢູ່​ຕະຫລອດ​ເວລາ ​ແລະ ​​ໃຫ້​ມີນ້ຳມັນ​​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສໄວ້​ເພື່ອ. ນ້ຳມັນ​ທີ່​ມີຄ່າ​ປະ​ເສີດ​ລ້ຳນີ້ ຈະ​ໄດ້​ຮັບ​ເທື່ອ​ລະ​ຢົດ—“​ເປັນ​ບັນທັດ [​ແລະ] ​ເປັນ​ຂໍ້​ເລັກໆ​ໜ້ອຍໆ” (2 ນີ​ໄຟ 28:30), ດ້ວຍ​ຄວາມ​ອົດທົນ ​ແລະ ຄວາມສະ​ໝ່ຳສະ​ເໝີ. ຈະ​ເປັນ​ດ້ວຍ​ວິທີງ່າຍໆ​ບໍ່​ໄດ້; ຈະ​ຕຽມ​ແບບ​ຟ້າວ​ຟັ່ງ​​ໃນ​ນາທີ​ສຸດ​ທ້າຍ​ບໍ່​ໄດ້.

ພຣະຜູ້​ເປັນ​ເຈົ້າ​ໄດ້​ບັນຊາ​ເຮົາ​ໃຫ້ຊື່ສັດ, ອະທິຖານສະ​ເໝີ, ​ຕັດ​​ໄສ້​ຕະກຽງຂອງ​ເ​ຮົາ ​ແລະ ​ໃຫ້​ມັນ​ລຸກ​ຢູ່, ​ແລະ ມີ​ນ້ຳມັນ​ຢູ່ນຳ​​ເຮົາ, ​ເພື່ອວ່າ​ເຮົາຈະ​ຕຽມ​ພ້ອມ​ໃນ​ການ​ສະ​ເດັດມາ​ຂອງ​​ເຈົ້າບ່າວ (ເບິ່ງ D&C 33:17).

ປະຈັກ​ພະຍານ

ຂ້າພະ​ເຈົ້າສັນ​ຍາ​ວ່າ ​ເມື່ອ​ເຮົາມີ​ຄວາມ​ຮູ້​ແຈ້ງ​ເລື່ອງ​ຄວາມ​ຈິງ ​ແລະ ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະຜູ້​ເປັນ​ເຈົ້າ, ​ແລ້ວ​ເຮົາ​ຈະໝັ້ນຄົງ ​ແລະ ​ແນ່ວ​ແນ່ ​ແລະ ບໍ່​ເຄີຍ​ຕົກ​ໄປ. ດ້ວຍ​ຄວາມຮ້ອນຮົນ ​ເຮົາ​ຈະ​ວາງ​ອາວຸດ​ແຫ່ງ​ການ​ກະບົດ​ຂອງ​ເຮົາ. ​ເຮົາ​ຈະ​ໄດ້​ຮັບ​ພອນ​ດ້ວຍ​ຄວາມ​ສະຫວ່າງ​ແຈ້ງ​ຈາກ​ໂຄມ​ໄຟ​ແຫ່ງ​ປະຈັກ​ພະຍານ​ຂອງ​ເຮົາ ​ແລະ ມີນ້ຳມັນ​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໄວ້​ເພື່ອ. ​ແລະ ​ເມື່ອ​ເຮົາ​ແຕ່ລະຄົນ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຫລາຍ​ຂຶ້ນ, ​ແລ້ວ​ເຮົາ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບຄົວ​​ຂອງ​ເຮົາ, ໝູ່​ເພື່ອນ​ຂອງ​​ເຮົາ, ແລະ ຄົນ​ທີ່​ເຮົາຄົບ​ຄ້າ​ສະມາຄົມ​ດ້ວຍ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ຄວາມ​ຈິງ​ເຫລົ່າ​ນີ້ ​ໃນ​ພຣະນາມ​ອັນສັກສິດ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ,​ ອາແມນ.