​2010–2019
ຂໍ​ໃຫ້​ພຣະ​ເຈົ້າຈົ່ງສະຖິດ​ຢູ່​ນຳທ່ານຈົນ​ກວ່າ​ເຮົາ​ຈະ​ພົບ​ກັນ​ອີກ
ຕຸລາ 2012


ຂໍ​ໃຫ້​ພຣະ​ເຈົ້າຈົ່ງສະຖິດ​ຢູ່​ນຳທ່ານຈົນ​ກວ່າ​ເຮົາ​ຈະ​ພົບ​ກັນ​ອີກ

ເມື່ອ​ເຮົາ​ຮັບ​ເອົາ​ຂ່າວສານ​ທີ່​ໄດ້​ຍິນ​ໃນ​ສອງ​ມື້​ຜ່ານ​ມາ​ນີ້​ເຂົ້າ​ໄວ້​ໃນ​ໃຈ​ ​ແລະ ຊີວິດ​ຂອງ​ເຮົາ, ​ແລ້ວ​ເຮົາ​ຈະ​ໄດ້​ຮັບ​ພອນ.

ອ້າຍ​ເອື້ອຍ​ນ້ອງທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ອີກ​ເທື່ອ​ໜຶ່ງພວກ​ເຮົາ​ໄດ້​ມາ​ເຖິງ​ທ້າຍ​ຂອງກອງ​ປະຊຸມ​ໃຫຍ່​ທີ່​ໃຫ້ການ​ດົນ​ໃຈ​. ຂ້າພະ​ເຈົ້າ​ໂດຍ​ສະ​ເພາະ​ໄດ້​ຮັບການ​ບຳລຸງ​ລ້ຽງ​ທາງ​ວິນ​ຍານ ​ແລະ ​ໄດ້​ຖືກ​ເຊີດ​ຊູ​ຂຶ້ນ ​ແລະ ຮູ້​ວ່າ​ທ່ານ​ກໍ​ຮູ້ສຶກ​ເຊັ່ນ​ດຽວ​ກັນນັ້ນ.

ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈຕໍ່​ທຸກ​ຄົນ​ທີ່​ໄດ້​ມາ​ຮ່ວມ​ບໍ່​ວ່າ​ຈະ​ເປັນ​ໃນ​ທາງ​​ໃດ​ກໍ​ຕາມ. ຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ​ໄດ້​ຖືກ​ສັ່ງສອນ​ຢ່າງ​ງົດ​ງາມ ​ແລະ ​ເນັ້ນໜັກ​ຕື່ມ​ອີກ. ​ເມື່ອ​ເຮົາ​ຮັບ​ເອົາ​ຂ່າວສານ​ທີ່​ໄດ້​ຍິນ​ໃນ​ສອງ​ມື້​ຜ່ານ​ມາ​ນີ້​ເຂົ້າ​ໄວ້​ໃນ​ໃຈ​ ​ແລະ ຊີວິດ​ຂອງ​ເຮົາ, ​ແລ້ວ​ເຮົາ​ຈະ​ໄດ້​ຮັບ​ພອນ.

ດັ່ງ​ທີ່​ເຄີຍ​​ເຮັດ​ຜ່ານ​ມາ, ຄຳ​ປາ​ໄສ​ຂອງ​ກອງ​ປະຊຸມ​ນີ້​ຈະ​ຖືກ​ພິມ​ໄວ້​ຢູ່​ໃນ​ວາລະສານ Ensign ​ແລະ Liahona ສະບັບ​ເດືອນ​ພະຈິກ. ຂ້າພະ​ເຈົ້າຂໍ​ຊຸກຍູ້​ທ່ານ​ໃຫ້​ອ່ານ​ຄຳ​ປາ​ໄສ​ອີກ​ເທື່ອ​ໜຶ່ງ ​​ແລ​ະ ​ໄຕ່ຕອງ​ຂ່າວສານ​ຢູ່​ໃນ​ນັ້ນ. ຂ້າພະ​ເຈົ້າພົບ​ເຫັນ​ວ່າ ຂ້າພະ​ເຈົ້າ​ໄດ້​ຮັບ​ຄວາມ​ຮູ້​ເພີ່ມ​ຂຶ້ນຈາກ​ຄຳ​​ເທດ​ສະໜາ​ທີ່​ດົນ​ໃຈ​ເຫລົ່ານັ້ນ ​ເມື່ອ​ຂ້າພະ​ເຈົ້າສຶກສາມັນ​ຕື່ມ​ອີກ.

ພວກ​ເຮົາ​ໄດ້​ຖ່າຍ​ທອດ​ກອງ​ປະຊຸມ​ໃນ​ທາງ​ທີ່​ບໍ່​ເຄີຍ​ເປັນ​ມາ​ກ່ອນ, ສາມາດ​ໄປ​ເຖິງ​ທຸກ​ທະວີບ, ຂ້າມ​ນ້ຳຂ້າມ​ທະ​ເລ​ໄປ​ຫາ​ຜູ້​ຄົນ​ຢູ່​ໃນ​ທຸກ​ແຫ່ງ​ຫົນ. ​ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ຢູ່​ຫ່າງ​ໄກ​ຈາກ​ຫລາຍ​ຄົນ​ໃນ​ພວກ​ທ່ານ, ​ແຕ່​ພວກ​ເຮົາ​ຮູ້ສຶກ​ວ່າ​ໄດ້​ຢູ່​ໃກ້ ​ແລະ ຂໍ​ສົ່ງ​ຄວາມ​ຮັກ ​ແລະ ຄວາມ​ຂອບ​ໃຈ​ມາ​ຍັງ​ທ່ານ​ທັງຫລາຍ.

ຕໍ່ບັນດາ​ອ້າຍ​ນ້ອງ​ຜູ້​ໄດ້​ຖືກ​ປົດ​ໃນ​ກອງ​ປ​ະຊຸມ​ນີ້, ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ກະຕັນຍູ​ຢ່າງ​ລົ້ນ​ເຫລືອ​ສຳລັບ​ການ​ອຸທິດ​ຕົນ​ຂອງ​ທ່ານ​ໃນ​ການ​ຮັບ​ໃຊ້ເປັນ​ເວລາ​ຫລາຍ​ປີ. ຄົນ​ທີ່​ໄດ້​ຮັບ​ພອນ​ແມ່ນ​ນັບ​ບໍ່​ຖ້ວນ​ໂດຍ​ວຽກ​ງານ​ທີ່​ທ່ານ​ໄດ້​ເຮັດ​ເພື່ອ​ພຣະຜູ້​ເປັນ​ເຈົ້າ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າພະ​ເຈົ້າຫາ​ກໍ​ໄດ້​ສະ​ເຫລີ​ມ ສະຫລອງ​ວັນ​​ເກີດຄົບຮອບ 85 ປີ ຂອງ​ຂ້າພະ​ເຈົ້າ, ​ແລະ ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍສຳລັບ​ແຕ່ລະ​ປີ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ປະທານ​ໃຫ້​ຂ້າພະ​ເຈົ້າ. ​ເມື່ອ​ຂ້າພະ​ເຈົ້າຫວນ​ຄິດ​ເຖິງປະສົບ​ການ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຈະຂອບ​ພຣ​ະ​ໄທ​ພຣະອົງ​ສຳລັບ​ພອນ​ຕ່າງໆ​ທີ່​ພຣະອົງ​ໄດ້​ປະທານ​ໃຫ້​ຂ້າພະ​ເຈົ້າ. ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ຂອງ​ຂ້າພະ​ເຈົ້າ​ໃນ​ມື້​ເຊົ້ານີ້, ຂ້າພະ​ເຈົ້າຮູ້ສຶກ​ວ່າ​ພຣະຫັດ​ຂອງ​ພຣະອົງ​ໄດ້​ຊີ້​ບອກ​ຂ້າພະ​ເຈົ້າ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າພະຍາຍາມ​ຮັບ​ໃຊ້​ພຣະອົງ​ດ້ວຍ​ຄວາມ​ຕັ້ງ​ໃຈ ​ແລະ ຮັບ​ໃຊ້​ທ່ານ​ທຸກ​ຄົນ.

ຕຳ​ແໜ່ງຂອງ​ປະທານ​ຂອງ​ສາດສະໜາ​ຈັກ​ເປັນ​ຕຳ​ແໜ່ງທີ່​ຫຍຸ້ງຍາກ​ຫລາຍ. ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ​ສຳລັບ​ທີ່​ປຶກສາ​ທັງ​ສອງ​​ຂອງ​ຂ້າພະ​ເຈົ້າ, ຜູ້​ຮັບ​ໃຊ້​ດ້ວຍ​ຄວາມ​ເຕັມ​ໃຈ ​ແລະ ມີ​ຄວາມ​ສາມາດ​ຫລາຍ​ໃນ​ວຽກງານ​ຂອງ​ຝ່າຍ​ປະທານ​ສູງ​ສຸດ. ຂ້າພະ​ເຈົ້າກໍ​ຂໍ​ສະ​ແດງ​ຄວາມກະຕັນຍູ​ຕໍ່​ບັນດາ​ອ້າຍ​ນ້ອງ​ທີ່​ມີ​ກຽດ​ໃນ​ສະພາ​ອັກຄະ​ສາວົກ​ສິບ​ສອງ​ນຳ​ອີກ. ​ພວກ​ເພິ່ນ​ໄດ້​ທຳ​ງານ​ຢ່າງ​ບໍ່​ອິດ​ເມື່ອຍ​ໃນ​ອຸດົມ​ການ​ຂອງ​ພຣະອາຈານ, ຮ່ວມ​ກັບ​ສະມາຊິກຂອງ​ສະພາ​ສາວົກ​ເຈັດ​ສິບ ​ໂດຍ​ການ​ໃຫ້​ຄວາມ​ຊ່ອຍ​ເຫລືອ​ທາງ​ວິນ​ຍານ​ແກ່​ພວກ​ເພິ່ນ.

ຂ້າພະ​ເຈົ້າກໍ​ຂໍ​ສະ​ແດງ​ຄວາມ​ຍ້ອງຍໍ​ທ່ານ​ອີກ​ຄື​ກັນ, ອ້າຍ​​ເອື້ອຍ​ນ້ອງຂອງ​ຂ້າພະ​ເຈົ້າ, ບໍ່​ວ່າ​ທ່ານ​ຈະ​ອາ​ໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ​ໃນ​ໂລກ, ສຳລັບ​ທຸກ​ສິ່ງ​ທີ່​ທ່ານ​​ເຮັດຢູ່​​ໃນ​ຫວອດ ​ແລະ ສາຂາ, ຢູ່​ໃນ​ສະ​ເຕກ ​ແລະ ທ້ອງ​ຖິ່ນ​ຂອງ​ທ່ານ.​ ​ເມື່ອ​ທ່ານ​ເຕັມ​ໃຈ​ທີ່​ຈະ​ບັນລຸ​ການ​ເອີ້ນ​ຂອງ​ທ່ານ​ເມື່ອ​ທ່ານ​ຖືກ​ເອີ້ນ​ໃຫ້​ເຮັດ, ​ແລ້ວ​ທ່ານ​ຈະ​ຊ່ອຍ​ສ້າງສາ​ອານາຈັກ​ຂອງ​ພຣະ​ເຈົ້າຢູ່​ເທິງ​ແຜ່ນດິນ​ໂລກ.

ຂໍ​ໃຫ້​ເຮົາ​ຈົ່ງ​ດູ​ແລ​ຊຶ່ງ​ກັນ​ແລະ​ກັນ, ຮັບ​ໃຊ້​ກັນ​ໃນ​ຍາມ​ຂັດ​ສົນ. ຂໍ​ໃຫ້​ເຮົາ​ບໍ່​ຮີບ​ຮ້ອນ​ໃນ​ການ​ວິຈານ ​ແລະ ຕັດສິນ​ຄົນ​ອື່ນ, ​ແຕ່​ໃຫ້​ເຮົາອົດທົນ, ​ແມ່ນ​ແຕ່​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​​ເລື່ອງ​ຄວາມ​ຮັກ​ທີ່​ອ່ອນ​​ຫວານ. ​ໃນ​ຄວາມ​ຮູ້ສຶກ​ນີ້, ຂໍ​ໃຫ້​ເຮົາ​ຈົ່ງ​ເຕັມ​ໃຈ​ທີ່​ຈະ​ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ. ຂໍ​ໃຫ້​ເຮົາ​ຈົ່ງ​ອະທິຖານ​ຂໍ​ການ​ດົນ​ໃຈ​ເພື່ອ​ຈະ​ໄດ້​ຮູ້​ເຖິງ​ຄວາມ​ຕ້ອງການ​ຂອງ​ຄົນ​ທີ່ຢູ່ອ້ອມ​ຮອບ​ເຮົາ, ​ແລະ ຈາກ​ນັ້ນຂໍ​ໃຫ້​ເຮົາ​ກ້າວ​ອອກ​ໄປ ​ແລະ ຊ່ອຍ​ເຫລືອ.

ຂໍ​ໃຫ້​ເຮົາ​ຈົ່ງ​ຊື່ນ​ໃຈ ​​ໃນ​ຂະນະ​ທີ່​ເຮົາ​ໃຊ້​ຊີວິດ​ຂອງ​ເຮົາ. ​ເຖິງ​ແມ່ນ​ວ່າ​ເຮົາ​ມີ​ຊີວິດ​ຢູ່​ໃນ​ຊ່ວງ​ເວລາ​ທີ່​ຫຍຸ້ງຍາກ, ​ແຕ່​ພຣະຜູ້​ເປັນ​ເຈົ້າຍັງ​ຮັກ​ເຮົາ ​ແລະ ຮູ້ຈັກ​ເຮົາ​ດີ. ພຣະອົງ​ຈະ​ຢູ່​ຄຽງ​ຂ້າງ​ເຮົາ​ສະ​ເໝີ ​ເມື່ອ​ເຮົາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ພຣະອົງ​ຈະ​ຊ່ອຍ​ເຫລືອ​ເຮົາ​ໃນ​ຍາມ​ທີ່​​ເຮົາ​ຕ້ອງ​ການ. ຄວາມ​ຫຍຸ້ງຍາກ​, ບັນຫາ​ທີ່​ເຮົາ​ບໍ່​ຄາດ​ຄິດ ​ແລະ ສິ່ງ​ທີ່​ເຮົາ​ບໍ່​ໄດ້​ເລືອກ​ຈະ​ມາ​ສູ່​ຊີວິດ​ຂອງ​ເຮົາ. ບໍ່​ມີ​ໃຜ​ຖືກ​ຍົກ​ເວັ້ນ. ຈຸດປະສົງ​ຂອງ​ຊີວິດ​ມະຕະ​ເປັນ​ຊ່ວງ​ທີ່​ມາ​ຮຽນ ​ແລະ ​ເຕີບ​​ໂຕ ກາຍ​ເປັນ​ເໝືອນ​ດັ່ງ​ພຣະບິດາ, ​ແລະ ສ່ວນ​ຫລາຍ​ຈະ​ເປັນ​ຕອນ​ທີ່​ມີ​ບັນຫາ ທີ່​ເຮົາ​ຮຽນ​ຫລາຍ​ທີ່​ສຸດ, ​ເຖິງ​ແມ່ນ​ວ່າ​ບົດຮຽນ​ນັ້ນຈະ​​ເຈັບ​ປວດຫລາຍ​ປານ​ໃດ​ກໍ​ຕາມ. ຊີວິດ​ຂອງ​ເຮົາ​ກໍ​ສາມາດ​ເຕັມ​ໄປ​ດ້ວຍ​ຄວາມສຸກ​ຄື​ກັນ ​ເມື່ອ​ເຮົາ​ເຮັດ​ຕາມ​ຄຳ​ສອນ​​ແຫ່ງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ.

ພຣະຜູ້​ເປັນ​ເຈົ້າ​ໄດ້​ແນະນຳ​ວ່າ, “ຈົ່ງ​ຊື່ນ​ໃຈ; ຝ່າຍ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ.”1 ຊ່າງ​ເປັນຄວາມ​ສຸກ​ແທ້ໆ​ໃນ​ຄວາມ​ຮູ້​ແຈ້ງ​ນີ້. ພຣະອົງ​ໄດ້​ຊົງ​ພຣະຊົນ​ຢູ່​ເພື່ອ​ເຮົາ ​ແລະ ​ໄດ້​ສິ້ນ​ພຣະຊົນ​ເພື່ອ​ເຮົາ. ພຣະອົງ​ໄດ້​ຈ່າຍ​ຄ່າ​ບາບ​​ເພື່ອເຮົາ. ຂໍ​ໃຫ້​ເຮົາ​ຈົ່ງ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະອົງ. ຂໍ​ໃຫ້​ເຮົາ​ຈົ່ງ​ສະ​ແດງ​ຄວາມ​ກະຕັນຍູ​ຕໍ່​ພຣະອົງ​ໂດຍ​ການ​ຮັບ​ເອົາ​ການ​ເສຍ​ສະລະ​ຂອງ​ພຣະອົງ ​ແລະ ດຳລົງ​ຊີວິດ​ໃນ​ທາງ​ທີ່​​ເໝາະ​ສົມ​ ​ເພື່ອ​ຈະ​ໄດ້​ກັບ​ຄືນ​ໄປ​ຢູ່​ກັບ​ພຣະອົງ​ອີກ​ໃນ​ມື້ໜຶ່ງ.

ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ເທື່ອ​ຜ່ານ​ມາ, ຂ້າພະ​ເຈົ້າຂອບ​ໃຈ​ທ່ານ​ສຳລັບ​ການ​ອະທິ​ຖານ​ເພື່ອ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າກໍ​ຕ້ອງການມັນ​ຫລາຍ; ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ. ພວກ​ເຮົາ ​ໃນ​ຖານະ​ທີ່​ເປັນ​ເຈົ້າໜ້າ​ທີ່​ຊັ້ນຜູ້​ໃຫຍ່​ກໍຈື່​ຈຳທ່ານທຸກ​ຄົນ ​ແລະ ​ໄດ້ອະທິຖານ​ຂໍ​ໃຫ້​ພຣະບິດາ​ເທິງ​ສະຫວັນ​ປະທານ​ພອນ​ອັນ​ປະ​ເສີດ​ລ້ຳ​ໃຫ້​ແກ່​ທ່ານ.

ບັດ​ນີ້, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ​ກອງ​ປະຊຸມ​ຈະ​ຢຸດ​ພັກ​ເປັນ​ເວລາ​ຫົກ​ເດືອນ. ຂໍ​ໃຫ້​ພຣະ​ເຈົ້າຈົ່ງ​ສະຖິດ​ຢູ່​ນຳທ່ານ​ຈົນ​ກວ່າ​ເຮົາ​ຈະ​ພົບ​ກັນ​ອີກ​ໃນ​ເວລາ​ນັ້ນ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.