​2010–2019
ຊ່ອຍ​​ເຫລືອ​ເຂົາ​ເຈົ້າ​​​ໃຫ້ແນຂຶ້ນສູງ
ຕຸລາ 2012


ຊ່ອຍ​​ເຫລືອ​ເຂົາ​ເຈົ້າ​​​ໃຫ້ແນຂຶ້ນສູງ

ດ້ວຍ​ການ​ນຳພາ​ຂອງ​ທ່ານ, ຄົນ​ທີ່​ທ່ານ​ນຳພາ​ຈະ​ສາມາດ​ເຫັນ, ຕ້ອງການ, ​ແລະ ​ເຊື່ອ​ວ່າ​ເຂົາ​ສາມາດ​ບັນລຸ​ຄວາມ​ສາມາດ​ອັນ​ສູງ​ສຸດ​ຂອງ​ເຂົາ​ໃນ​ການ​ຮັບ​ໃຊ້​ຢູ່​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ.

ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ຫລາຍ​ສຳລັບ​ໂອກາດ​ນີ້ທີ່​ໄດ້​ມາ​ຮ່ວມ​ກອງ​ປະຊຸມ​ຖານະ​ປະ​ໂລຫິດ​ທີ່​ຍິ່ງ​ໃຫຍ່​ນີ້, ທີ່​ໄດ້​ຍິນ​ຄຳ​ສອນ​ ​ແລະ ປະຈັກ​ພະຍານ​ທີ່ດີ​ເດັ່ນ. ມັນ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າຄິດ​ກ່ຽວ​ກັບ​ປະສົບ​ການ​ຂອງ​ຂ້າພະ​ເຈົ້າ​ເອງ. ​ເກືອບ​ທຸກ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​​ເຮັດ​ສຳ​ເລັດ​ຜ່ານ​ມາ​ໃນ​ຖານະ​ເປັນ​ຜູ້​ດຳລົງ​ປະ​ໂລຫິດ ​ເປັນ​ຍ້ອນ​ຄົນ​ທີ່​ຮູ້ຈັກ​ຂ້າພະ​ເຈົ້າ​ໄດ້​ເຫັນ​ບາງ​ສິ່ງ​ໃນ​ຕົວ​ຂອງ​ຂ້າພະ​ເຈົ້າ ຊຶ່ງຂ້າພະ​ເຈົ້າບໍ່​ຮູ້ຈັກ​ວ່າ​ຕົນ​ເອງ​ມີ.

​ຕອນ​ຂ້າພະ​ເຈົ້າ​ເປັນ​ພໍ່​ໜຸ່ມ, ຂ້າພະ​ເຈົ້າ​ໄດ້​ອະທິຖານ​ເພື່ອ​ຈະ​ໄດ້​ຮູ້ຈັກ​ວ່າ ລູກໆ​ຂອງ​ຂ້າພະ​ເຈົ້າຈະຊ່ອຍ​​ເຮັດ​ຫຍັງ​​ໄດ້ແດ່​ໃນ​ອານາຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ເພາະ​ສຳລັບລູກ​ຜູ້​ຊາຍ​, ຂ້າພະ​ເຈົ້າຮູ້​ວ່າ ​ເຂົາ​ຈະ​ມີ​ໂອ​ກາດ​ໄດ້​ຮັບ​ຖານະ​ປະ​ໂລຫິດ. ສຳລັບ​ລູກ​ຜູ້ຍິງ, ຂ້າພະ​ເຈົ້າຮູ້​ວ່າ​ເຂົາ​ຈະ​ໃຫ້ການ​ຮັບ​ໃຊ້​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ພຣະຜູ້​ເປັນ​ເຈົ້າ. ທຸກ​ຄົນ​ຈະ​ເຮັດ​ວຽກ​ງານ​ຂອງ​ພຣະອົງ. ຂ້າພະ​ເຈົ້າຮູ້​ວ່າ​ພຣະຜູ້​ເປັນ​ເຈົ້າຈະ​ປະທານ​ພອນ​ພິ​ເສດ​ໃຫ້​ແກ່​​ເຂົາ​​ແຕ່​ລະ​ຄົນ​​ເພື່ອ​ໃຫ້​ໃຊ້​ໃນ​ການ​ຮັບ​ໃຊ້​​ພຣະອົງ.

ບັດ​ນີ້, ຂ້າພະ​ເຈົ້າບໍ່​ສາມາດ​ບອກ​ພໍ່​ ​ແລະ ຜູ້ນຳ​ທຸກ​ຄົນ​ໄດ້​ກ່ຽວ​ກັບ​ຊາວ​ໜຸ່ມ ວ່າ​ສິ່ງ​ໃດ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ​ສຳລັບ​ທ່ານ​ທີ່​ຈະ​ເຮັດ. ​ແຕ່​ຂ້າພະ​ເຈົ້າສາມາດ​ສັນຍາ​ກັບ​ທ່ານ​ໄດ້​ວ່າ ທ່ານ​ຈະ​ໄດ້​ຮັບ​ພອນ​ເມື່ອ​ທ່ານ​ຊ່ອຍ​ເຂົາ​ໃຫ້​ຮູ້​ຈັກ​ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ ທີ່​ຕິດ​ມາ​ນຳ​ເຂົາ​ແຕ່​ຕອນ​ເຂົາ​ເກີດ. ທຸກ​ຄົນ​ຈະ​ແຕກ​ຕ່າງ​ກັນ ​ແລະ ຈະ​ຊ່ອຍ​ເຫລືອ​ໃນ​ວິທີ​ທີ່​ແຕກ​ຕ່າງ​ກັນ. ບໍ່​ມີ​ຄົນ​ໃດ​ມີ​ຈຸດ​ເປົ້າໝາຍ​ທີ່​ໃຫ້​ຫລົ້ມ​ເຫ​ລວ. ​ເມື່ອ​ທ່ານ​ສະ​ແຫວ​ງຫາ​ການ​​ເປີດ​ເຜີຍ​ເພື່ອ​ຈະ​ໄດ້​ເຫັນ​ຂອງ​ປະທານ​ທີ່​ພຣະ​ເຈົ້າ​ເຫັນ​ຢູ່​ໃນ​ຕົວ​ຂອງ​ຄົນ​ທີ່​ທ່ານ​ນຳພາ​ໃນ​ຖານະ​ປະ​ໂລຫິດ—ໂດຍ​ສະ​ເພາະຄົນ​ໜຸ່ມ—​ແລ້ວ​ທ່ານ​ຈະ​ໄດ້​ຮັບ​ພອນ​ທີ່​ຈະ​ໄດ້​ນຳພາ​ເຂົາ​ໄປ​ຫາ​ການ​ຮັບ​ໃຊ້​ທີ່​ເຂົາ​ສາມາດ​ເຮັດ. ດ້ວຍ​ການ​ນຳພາ​ຂອງ​ທ່ານ, ຄົນ​ທີ່​ທ່ານ​ນຳພາ​ຈະ​ສາມາດ​ເຫັນ, ຕ້ອງການ, ​ແລະ ​ເຊື່ອ​ວ່າ​ເຂົາ​ສາມາດ​ບັນລຸ​ຄວາມ​ສາມາດ​ອັນ​ສູງ​ສຸດ​ຂອງ​ເຂົາ​ໃນ​ການ​ຮັບ​ໃຊ້​ຢູ່​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ.

ກັບ​ລູກໆ​ຂອງ​ຂ້າພະ​ເຈົ້າ​ເອງ, ຂ້າພະ​ເຈົ້າ​ໄດ້​ອະທິຖານ​ເພື່ອ​ຂໍ​ການ​ເປີດ​ເຜີຍ​ທີ່​ຈະ​ໄດ້​ຮູ້ຈັກ​ຊ່ອຍ​ເຫລືອ​ເຂົາ​​ແຕ່ລະຄົນຕຽມ​ສຳລັບ​ໂອກາດ​ພິ​ເສດທີ່​ຈະ​ຮັບ​ໃຊ້ພຣະ​ເຈົ້າ. ​ແລະ ຈາກ​ນັ້ນຂ້າພະ​ເຈົ້າ​ໄດ້​ພະຍາຍາມ​ຊ່ອຍ​ເຂົາ​ໃຫ້​ເຫັນ, ຫວັງ, ​ແລະ ​​ອອກ​ແຮງ​ເພື່ອ​ອະນາຄົດ​ນີ້. ຂ້າພະ​ເຈົ້າ​ໄດ້​​ສະຫລັກຂໍ້ພຣະຄຳ​ພີໃສ່​ໃນ​ໄມ້​ແຜ່ນ​ໜຶ່ງ​ໃຫ້​ລູກ​ຊາຍ​ແຕ່ລະຄົນ ອະທິບາຍ​ເຖິງ​ຂອງ​ປະທານ​ພິ​ເສດ​ຂອງ​​ເຂົາ ​ແລະ ຮູບ​ພາບ​ທີ່​​​ເປັນ​ຕົວ​ແທນ​ໃຫ້​ແກ່​ຂອງປະທານ​ນັ້ນ. ຢູ່​ຂ້າງ​ລຸ່ມ​ຮູບ ​ແລະ ຂໍ້​ຄວາມ, ຂ້າພະ​ເຈົ້າ​ໄດ້​ສະຫລັກ​ວັນ​ທີ​ທີ່​ເຂົາ​ໄດ້​ຮັບ​ບັບຕິສະມາ ​ແລະ ​ໄດ້​ຮັບ​ພິທີການ​​ສູ່​ຕຳ​ແໜ່​ງຕ່າງໆ​ໃນ​ຖານະ​ປະ​ໂລຫິດ, ພ້ອມ​ດ້ວຍ​ຄວາ​ມສູງ​ຂອງ​ເຂົາ​ໄວ້​ນຳ.

ຂ້າພະ​ເຈົ້າ​ໄດ້​ອະທິບາຍ​ສິ່ງ​ທີ່ຢູ່​ໃນ​ແຜ່ນ​​ໄມ້​ນັ້ນ​ຕໍ່​ລູກ​ຊາຍ​ແຕ່ລະຄົນ ​ເພື່ອ​ຊ່ອຍ​ເຂົາ​ໃຫ້​ເຫັນ​ຂອງ​ປະທານ​ທາງ​ວິນ​ຍານ ​ແລະ ສິ່ງ​ທີ່​ເຂົາ​ສາມາດ​ຊ່ອຍ​ເຫລືອ​ໃນ​ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າ. ທ່ານ​ສາມາດ​ໄດ້​ຮັບ​ການ​ດົນ​ໃຈ ​ແລະ ຮູ້ຈັກ, ດັ່ງ​ທີ່​ຂ້າພະ​ເຈົ້າ, ​ແລະ ມີ​ໂອກາດ​ພິ​ເສດ​ສຳລັບ​ຊາວ​ໜຸ່ມ​ແຕ່ລະຄົນທີ່​ທ່ານ​ຮັກ ​ແລະ ນຳພາ.

ຕອນ​ລູກ​ຊາຍ​ກົກ​ຂອງ​ຂ້າພະ​ເຈົ້າ​​ໄດ້​ຮັບ​ຕຳ​ແໜ່​ງມັກຄະ​ນາຍົກ ​ແລະ ​​ເປັນ​ລູກ​ເສືອ​ລະດັບ​ອິນ​ຊີ, ຮູບ​ນົກ​ອິນ​ຊີ​ໄດ້​ປະກົດ​ຂຶ້ນຢູ່​ໃນ​ໃຈ​ຂອງ​ຂ້າພະ​ເຈົ້າ ​ແລະ ຂ້າພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ລາວ ​ແລະ ​ອະນາຄົດ​ຂອງ​ລາວ. ຕອນ​ນັ້ນ​ພວກ​​ເຮົາ​ໄດ້​ອາ​ໄສ​ຢູ່​ລັດ​ໄອ​ດາ​ໂຮ ​ໃກ້ຕີນ​ພູ​ທີ​ທອນເບື້ອງ​ໃຕ້, ບ່ອນ​ທີ່​ພວກ​ເຮົາ​ໄດ້​ໄປ​ປີນ​ພູ​ນຳ​ກັນ ​ແລະ ​ເບິ່ງ​ນົກ​ອິນ​ຊີ​ບິນ​ເຊີ່ນ. ຮູບ​ນັ້ນໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າຮູ້ສຶກເຖິງ​ຖ້ອຍ​ຄຳ​ຂອງ​​ເອຊາ​ຢາ ທີ່​ວ່າ:

“ພຣະອົງ​ເຊີດ​ຊູ​ກຳລັງ​ຜູ້​ທີ່​ອິດ​ເມື່ອຍ​ອ່ອນ​ແຮງ; ​ແລະ ​ໃຫ້​ກຳລັງ​ອັນ​ເຂັ້ມ​ແຂງ​ແກ່​ຜູ້​ທີ່​ຂາດ.

“​ແມ່ນ​ແຕ່​ຜູ້​ທີ່​ໜຸ່ມ​ນ້ອຍ​ກໍ​ຍັງ​ອ່ອນ​ແຮງ,​ ຄົນ​ໜຸ່ມ​ລົ້ມລົງ​ເພາະ​ຕົນ​ໝົດ​ແຮງ​ໄດ້:

“​ແຕ່​ພວກ​ທີ່​ມີ​ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະອົງ​ ຄື​ປົງ​ໃຈ​ຂໍ​ໃຫ້​ພຣະຜູ້​ເປັນ​ເຈົ້າຊ່ອຍ​ເຫລືອ​ນັ້ນ ​ເຂົາ​ກໍ​ຈະ​ໄດ້​ມີ​ກຳລັງວັງຊາ​ຂຶ້ນ​ໃໝ່ ​ເຂົາ​ຈະ​ລຸກຂຶ້ນ​ໄດ້​ດັ່ງ​ນົກ​ອິນ​ຊີ​ບິນ​ໄປ.”1

ຕາມ​ຄວາມ​ຈິງ​ແລ້ວ, ກັບ​ລູກ​ຊາຍ​ກົກ​ຂອງ​ຂ້າພະ​ເຈົ້ານັ້ນ, ພວກ​ເຮົາ​ໄດ້​​ຢຸດ​ປີນ​ພູ​ຕອນ​ພວກ​ເຮົາ​ປີນ​ເກືອບ​ເຖິງ​ຈອມ​ພູ​ທີ​ທອນ​ເບື້ອງ​ໃຕ້ ​ເພາະ​ລູກ​ຊາຍ​ຂອງ​ຂ້າພະ​ເຈົ້າ​ເມື່ອຍຫລາຍ. ລາວ​ຢາກ​ຢຸດ. ລາວ​ເວົ້າວ່າ, “ລູກ​ຊິ​​ເສຍ​ໃຈ​​ໄປ​ຕະຫລອດ​ບໍ ທີ່​ພວກ​ເຮົາ​ບໍ່​ສາມາດ​ປີນ​ຂຶ້ນ​ເຖິງ​ຈອມພູ? ພໍ່​​ເອີຍ, ​ໃຫ້​ພໍ່ປີນ​ຂຶ້ນໄປ​ຕໍ່​ສາ—ລູກ​ບໍ່​ຢາກ​ໃຫ້​ພໍ່​ຜິດ​ຫວັງ.”

ຂ້າພະ​ເຈົ້າ​ໄດ້​ຕອບ​ວ່າ, “ພໍ່​ຈະ​ບໍ່​ມີ​ວັນ​ຜິດ​ຫວັງ, ​ແລະ ລູກກໍ​ຈະ​ບໍ່​​ເສຍ​ໃຈ. ພວກ​ເຮົາ​ຈະ​ຈື່​ວ່າ ພວກ​ເຮົາ​ໄດ້​ປີນຂຶ້ນມາ​ຈົນ​ເຖິງ​ບ່ອນ​ນີ້ນຳ​ກັນ.” ຢູ່​ໃນ​ສົ້ນ​ເທິງ​ຂອງ​ແຜ່ນ​ໄມ້​ບອກ​ຄວາມ​ສູງ​ຂອງ​ລາວ, ຂ້າພະ​ເຈົ້າ​ໄດ້ສະຫລັກ​ນົກ​ອິນ​ຊີ​ໂຕ​ໜຶ່ງ​ໃສ່ ​ແລະ ​ໄດ້​ຂຽນ​ຂໍ້ຄວາມ​​ໃສ່​ວ່າ “ປີກນົກ​ອິນ​ຊີ.’”

​ຕະຫລອດ​ຫລາຍ​ປີ, ລູກ​ຊາຍ​ຂອງ​ຂ້າພະ​ເຈົ້າ​ໄດ້​ປະສົບ​ຄວາມ​ສຳ​ເລັດ​ຫລາຍ​ທີ່​ສຸດ ​ໃນ​ການ​ເຜີຍ​ແຜ່​ຂອງ​ລາວ ຫລາຍ​ກວ່າ​ທີ່​ຂ້າພະ​ເຈົ້າຄາດ​ຄິດ. ຢູ່​ໃນຈຳ​ນວນການ​ທ້າ​ທາຍ​ຕ່າງໆ​ຂອງ​ສະໜາມ​ເຜີຍ​ແຜ່, ບາງ​ສິ່ງ​ທີ່ລາວ​ໄດ້​ປະ​ເຊີນ​ເບິ່ງ​ຄື​ວ່າ​ເກີນ​ກວ່າ​ທີ່​ລາວ​ຈະ​​ເອື້ອມ​ເຖິງ. ​ສຳລັບ​ລູກ​ຊາຍ​ຜູ້​ທີ່​ທ່ານ​ຊ່ອຍ​ເຫລືອ, ອາດ​ເປັນ​ແນວ​ນັ້ນ, ດັ່ງ​ທີ່​​ໄດ້ເກີດ​ກັບ​ລູກ​ຊາຍ​ຂອງ​ຂ້າພະ​ເຈົ້າ, ພຣະຜູ້​ເປັນ​ເຈົ້າ​ໄດ້​ຍົກ​ລາວ​ສູງ​ຂຶ້ນ​ໃນ​ການ​ສອນ​ພຣະກິດ​ຕິ​ຄຸນ​​ໃນ​ພາສາ​ທີ່​ຍາກ​ເກີນ​ກວ່າຂ້າພະ​ເຈົ້າຄິດ​ວ່າ​ຈະ​ເປັນ​ໄປ​ໄດ້. ຖ້າ​ຫາກ​ທ່ານ​ຈະ​ພະຍາຍາມ​ໃຫ້​ຊາວ​ໜຸ່ມ​ຂອງ​ທ່ານ​ຮູ້ຈັກ​ໜ້າ​ທີ່​ຮັບຜິດຊອບ​ຖານະ​ປະ​ໂລຫິດ​ຂອງ​​ເຂົາ, ​ຂ້າພະ​ເຈົ້າສັນຍາ​ກັບ​ທ່ານ​ວ່າ ພຣະຜູ້​ເປັນ​ເຈົ້າຈະ​ບອກ​ທ່ານຕາມ​ທີ່​ທ່າ​ນຕ້ອງການ. ​ຊາຍ​ໜຸ່ມ​ອາດ​ມີ​ຄວາມ​ສາມາດ​ເກີນ​ກວ່າ​ພຣະຜູ້​ເປັນ​ເຈົ້າຈະ​ເປີດ​ເຜີຍ​ໃຫ້​ທ່ານ​ຮູ້ຈັກ. ຈົ່ງ​ຊ່ອຍ​ເຫລືອ​ເຂົາ​ໃຫ້​​ແນ​ຂຶ້ນສູງ.

ຊາຍ​ໜຸ່ມ​ທີ່​ທ່ານ​ຊຸກຍູ້​ອາດ​ເບິ່ງ​ຄື​ວ່າ​ເປັນ​ຄົນຂີ້​ອາຍ​ບໍ່​ກ້າ​ເປັນຜູ້​ຮັບ​ໃຊ້​ທີ່​ມີ​ພະລັງ​​ໃນ​ຖານະ​ປະ​ໂລຫິດ. ລູກ​ຊາຍອີກ​ຄົນ​ໜຶ່ງ​ຂອງ​ຂ້າພະ​ເຈົ້າກໍຂີ້​ອາຍ​ຫລາຍ​ທີ່​ສຸດ​ຕອນ​ຍັງ​ນ້ອຍ ຈົນ​ວ່າ​ລາວ​ບໍ່​ກ້າຍ່າງ​ເຂົ້າ​ໄປ​ຕະຫລາດ ​ແລະ ​ເວົ້າລົມ​ກັບຄົນ​ຂາຍຂອງ​. ລາວ​ຢ້ານ​ຫລາຍ​. ຂ້າພະ​ເຈົ້າ​ເປັນ​ຫ່ວງ ​ແລະ ​ໄດ້​ອະທິຖານ​ກ່ຽວ​ກັບ​ຖານະ​ປະ​ໂລຫິດ​ຂອງ​ລາວ​ໃນ​ອະນາຄົດ. ຂ້າພະ​ເຈົ້າ​ໄດ້​ຄິດ​ກ່ຽວ​ກັບ​ລາວ​ຢູ່​ໃນ​ສະໜາມ​ເຜີຍ​ແຜ່—​ເປັນ​ຫ່ວງ​ນຳລາວ​ຫລາຍ. ຂ້າພະ​ເຈົ້າຖືກ​ດົນ​ໃຈ​ໃຫ້​ອ່ານ​ໃນ​ສຸພາສິດ​ວ່າ: “ຄົນ​ຊົ່ວ​ຮ້າຍ​ແລ່ນ​ໜີ​ໄປ​ໂດຍ​ບໍ່​ມີ​ໃຜ​ໄລ່​ຕາມ; ​ແຕ່​ຄົນ​ສັດ​ຊື່​ກ້າຫານ​ດັ່ງ​ສິງ​ໂຕ​ໜຶ່ງ.”2

ຂ້າພະ​ເຈົ້າ​ໄດ້​ສະຫລັກຄຳ​ວ່າ “ກ້າຫານ​ດັ່ງ​​ໂຕສິງ” ​ໄວ້​ໃນ​ແຜ່ນ​ໄມ້​ຂອງ​ລາວ, ຢູ່ກ້ອງ​ຫົວ​ຂອງໂຕ​ສິງທີ່​ອ້າ​ປາກ​ຮ້ອງ​ຢູ່. ຕອນ​ລາວ​ໄປ​ເຜີຍ​ແຜ່ ​ແລະ ຫລາຍ​ປີ​ຫລັງ​ຈາກ​ນັ້ນ, ລາວ​ໄດ້​ບັນລຸ​ຄວາມ​ຫວັງ​ຂອງ​ຂ້າພະ​ເຈົ້າຢູ່​ໃນ​ແຜ່ນ​ໄມ້. ລູກ​ຊາຍທີ່​ເຄີຍ​ຂີ້​ອາຍ​ໄດ້​ສອນ​ພຣະກິດ​ຕິ​ຄຸນ​ດ້ວຍ​ຄວາມ​ເຊື່ອ​ໝັ້ນອັນ​ຍິ່ງ​ໃຫຍ່ ​ແລະ ​ໄດ້​ປະ​ເຊີນ​ກັບ​ສິ່ງອັນຕະລາຍ​ດ້ວຍ​ຄວາມ​ກ້າຫານ. ລາວ​ໄດ້​ຂະຫຍາຍ​ໜ້າ​ທີ່​ຂອງ​ລາວ​ໃນ​ການ​ເປັນ​ຕົວ​ແທນ​​ໃຫ້​ແກ່​ພຣະຜູ້​ເປັນ​ເຈົ້າ.

ສິ່ງ​ນັ້ນສາມາດ​​ເກີດ​ຂຶ້ນ​ໄດ້​ສຳລັບ​ຊາຍ​ໜຸ່ມ​ທີ່​ທ່ານ​ນຳພາ. ທ່ານ​ຕ້ອງ​ສ້າງ​ສັດທາ​ຂອງ​ເຂົາ​ອັນ​ທີ່​ພຣະຜູ້​ເປັນ​ເຈົ້າສາມາດ​ປ່ຽນ​ແປງ​ເຂົາ​​ເປັນ​ຜູ້​ຮັບ​ໃຊ້​ທີ່​ກ້າຫານ ​ແທນ​ທີ່​ຈະ​ເປັນ​ຄົນ​ຂີ້​ອາຍ​ທີ່​ທ່ານ​ຮູ້​ຢູ່​ຕອນ​ນີ້.

​ເຮົາ​ຮູ້​ວ່າ​ພຣະຜູ້​ເປັນ​ເຈົ້າ​ເຮັດ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພຣະອົງ​​ເປັນ​ຄົນ​ກ້າຫານ. ຊາຍ​ໜຸ່ມ​ຜູ້​ໄດ້​ເຫັນ​ພຣະ​ເຈົ້າ ພຣະບິດາ ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ຢູ່​ໃນ​ປ່າ ​ໄດ້​ປ່ຽນ​ລາວ​ເປັນ​ຄົນ​ທີ່​ເຂັ້ມ​ແຂງທາງ​ວິນ​ຍານ. ພາລີ ພີ ​ພະ​​ແຣັດ ​ໄດ້​ເຫັນ​ຕອນ​ສາດສະດາ​ໂຈ​​ເຊັບ ສະ​ມິດ ​ຕີ​ສອນ​ນາຍ​ຍາມ​ທີ່​ຊົ່ວ​ຮ້າຍ ຜູ້​ໄດ້​ຄຸມ​ຂັງ​ພວກ​ເພິ່ນ. ​ແອວ​ເດີ ​ພະ​ແຣັດ ​ໄດ້​ບັນທຶກ​ໄວ້​ວ່າ:

“​ໃນ​ທັນ​ໃດ​ນັ້ນ ​ເພິ່ນ​ໄດ້​ລຸກ​ຢືນ​ຂຶ້ນ, ​ແລະ ​ໄດ້​ກ່າວ​ດ້ວຍສຽງ​ຄື​ກັນ​ກັບ​ຟ້າຮ້ອງ, ຫລື ​ເໝືອນ​ດັ່ງ​ສຽງ​ຂອງ​ໂຕ​ສິງ, ​ດ້ວຍ​ຖ້ອຍ​ຄຳ​​ເຫລົ່າ​ນີ້:

“‘ຈົ່ງຢຸດດຽວ​ນີ້, ພວກ​ເຈົ້າຜູ້​ເປັນ​ມານ​ຮ້າຍ​ຂອງ​ນະລົກ. ​ໃນ​ພຣະນາມຂອງ​ພຣະ​ເຢຊູ​ຄຣິດ ​ຂ້າພະ​ເຈົ້າ​ຂໍ​ຕີ​ສອນ​ພວກ​ເຈົ້າ, ​ແລະ ບັນຊາ​ພວກ​ເຈົ້າ​ໃຫ້​ມິດ​ງຽບ​ດຽວ​ນີ້; ​ຂ້າພະ​ເຈົ້າຈະ​ຢູ່​ຕໍ່​ໄປ​ບໍ່​ໄດ້ເພື່ອ​ຟັງ​ພາສາ​ເຊັ່ນ​ນັ້ນຂອງ​ພວກ​ເຈົ້າ. ​ໃຫ້​ເຊົາ​ເວົ້າ​ແບບ​ນັ້ນທັນທີ, ຖ້າ​ບໍ່​ດັ່ງນັ້ນ ພວກ​ເ​ຈົ້າ ຫລື ຂ້າພະ​ເຈົ້າ​ເອງ ຕ້ອງຕາຍ​ໃນ​ຕອນ​ນີ້!’”

ກ່ຽວ​ກັບ​ປະສົບ​ການ​ນັ້ນ, ​ແອວ​ເດີ ພະ​​ແຣັດ ​ໄດ້​ຂຽນ​ວ່າ, “ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​​ເຫັນ​ພຽງ ​ຄັ້ງດຽວ, ໃນ​ເວລາ​ນັ້ນຄື​ຄວາມ​ສະຫງ່າ​ຜ່າ​ເຜີຍ ​ແລະ ຄວາມ​ມີ​ສັກ​ສີ ຂະນະ​ທີ່​ຖືກ​ລ່າມ​​ໄວ້​ດ້ວຍ​ໂສ້, ຕອນ​ທ່ຽງ​ຄືນ, ຢູ່​ຄຸກ​ໃຕ້​ດິນ​ຢູ່​ໃນ​ໝູ່​ບ້ານ​ອັນ​ຫ່າງ​ໄກ​ຂອງ​ລັດ​ມີ​ເຊີຣີ.”3

ພຣະຜູ້​ເປັນ​ເຈົ້າຈະ​ປະທານ​ໂອກາດ​ໃຫ້​ຜູ້​ຮັບ​ໃຊ້​ທີ່​ຊອບ​ທຳ​ຂອງ​ພຣະອົງ ​ເພື່ອ​ໃຫ້​ເປັນ​ເໝືອນ​ດັ່ງ​ໂຕ​ສິງ​ທີ່​ກ້າຫານ, ​ເມື່ອ​ເຂົາ​ກ່າວ​ໃນ​ພຣະນາມ​ຂອງ​ພຣະອົງ ​ແລະ ​ເປັນ​ພະຍານ​ເຖິງ​ຖານະ​ປະ​ໂລຫິດ​ຂອງ​ພຣະອົງ.

ລູກ​ຊາຍ​ອີກ​ຄົນ​ໜຶ່ງ, ​ແມ່ນ​ແຕ່​ຕອນ​ຍັງ​ນ້ອຍ, ມີ​ໝູ່​ເພື່ອນ​ຫລາຍ ທີ່​ມັກ​ຫລິ້ນ​ກັບ​ລາວ. ລາວ​ຮູ້ຈັກ​ຄົນ​​ໄວ. ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​​ອະທິຖານ ​ແລະ ພະຍາຍາມ​ຫລິງ​ເຫັນ​ຄວາມ​ຊ່ອຍ​ເຫລືອ​ຂອງ​ລາວ​ຕໍ່ອານາຈັກ​ຂອງ​ພຣະ​ເຈົ້າ, ຂ້າພະ​ເຈົ້າຮູ້ສຶກ​ວ່າ​ລາວ​ມີ​ອຳນາດ​ທີ່​ຈະ​ດຶງດູດຜູ້​ຄົນ​ເຂົ້າກັນ​ໃນ​ຄວາມ​ຮັກ ​ແລະ ຄວາມ​ເປັນ​ໜຶ່ງ.

ສິ່ງ​ນັ້ນ​ໄດ້​​ພາ​ຂ້າພະ​ເຈົ້າ​ໄປ​ຫາ​ເລື່ອງໜຶ່ງ​ຢູ່​ໃນ Doctrine and Covenants ທີ່​ບັນຍາຍ​ເຖິງ​ຄວາມ​ພະຍາຍາມ​ຂອງ​ຜູ້ນຳ​ຖານະ​ປະ​ໂລຫິດ​ທີ່​ຈະ​ສ້າງ​ສີ​ໂອນ​ຢູ່​ລັດ​ມີ​ເຊີຣີ ​ຊຶ່ງ​ເຫລົ່າ​ທູດ​​ໄດ້​ສັນລະ​ເສີນຄວາມ​ພະຍາຍາມ ​ແລະ ວຽກ​ງານ​ຂອງ​ເຂົາ​ເຈົ້າ. ສິ່ງ​ນັ້ນຮຽກຮ້ອງ​ການ​ເສຍ​ສະລະ​ອັນ​ໃຫຍ່​ຫລວງ. ການ​ເປີ​ດ​ເຜີຍ​ຢູ່​ໃນ Doctrine and Covenants ກ່າວ​ວ່າ: “​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ພວກ​ເຈົ້າ​​ໄດ້​ຮັບ​ພອນ​ແລ້ວ, ​ເພາະປະຈັກ​ພະຍານ​ຊຶ່ງພວກ​ເຈົ້າ​ໄດ້​ສະ​ແດງ ຖືກ​ບັນທຶກ​ໄວ້​ຢູ່​​ໃນສະຫວັນ ​ເພື່ອ​ໃຫ້​ເຫລົ່າ​ທູດ​​ເບິ່ງ; ​ແລະ ​ເຂົາ​ເຈົ້າມີ​ຄວາມ​ປິ​ຕິ​ຍິນ​ດີ​ນຳ​ພວກ​ເຈົ້າ, ​ແລະ ບາບ​ຂອງພວກ​ເຈົ້າ​ໄດ້​ຖືກ​ອະ​ໄພ​ໃຫ້​ແລ້ວ.”4

ຢູ່​ໃນ​ໄມ້​ວັດ​ແທກ​ຄວາມ​ສູງ​ຂອງ​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ, ຂ້າພະ​ເຈົ້າ​ໄດ້​ສະຫລັກ​ໄວ້​ວ່າ “​ເຫລົ່າ​ທູດ​ປິ​ຕິ​ຍິນ​ດີ​ນຳ​ລູກ.”

ຄວາມ​ສາມາດ​ຂອງ​ລູກ​ຊາຍ​ຄົນ​ນີ້​ທີ່​ຈະ​ເຕົ້າ​ໂຮມ​ຜູ້​ຄົນ ​ແລະ ​ເປັນ​ອິດ​ທິພົນ​ໃຫ້​ແກ່​ເຂົາ​ເຈົ້າ ​ໄດ້​ຂະ​ຫຍາຍອອກ​ກວ້າງ ​ແມ່ນ​ແຕ່​ຫລັງ​ຈາກ​ລາວ​ໄດ້​ຮຽນ​ຈົບ. ດ້ວຍ​ເພື່ອນ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ, ລາວ​ໄດ້​ຈັດ​ກິດ​ຈະ​ກຳ​ປະຈຳ​ສະ​ເຕກ ອັນ​ທີ່​ໃຫ້​ຊາວ​ໜຸ່ມ​ຢູ່​ໃນ​ເຂດ​ຂອງ​ລາວ​ມີ​ສັດທາ​ທີ່​ຈະ​ອົດ​ທົນ ​ແລະ ​ແມ່ນ​ແຕ່​ບັນລຸ​ຄວາມ​ສຳ​ເລັດ​ໃນ​ສະຖານະ​ການ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ. ​ໃນ​ຂະນະ​ທີ່​ລາວ​ສ້າງ​ສັດທາ​ໃນ​ກຸ່ມ​ຊາວ​ໜຸ່ມ​ເຫລົ່ານັ້ນ, ລາວ​ໄດ້​ຊ່ອຍ​ສ້າງ​ກຸ່ມ​ສີ​ໂອນ​ຢູ່​ໃນ​ໃຈກາງ​ເມືອງ​ຂອງ​ອາ​ເມຣິການຳ​ອີກ. ຢູ່​ໃນ​ແຜ່ນ​ໄມ້​ຂອງ​ລາວ, ຂ້າພະ​ເຈົ້າ​ໄດ້​ສະຫລັກ​ທູດ​ອົງ​ໜຶ່ງ​​ເປົ່າ​ແກ, ຊຶ່ງ​ອາດ​ບໍ່​ເປັນ​ແບບ​ທີ່​ພວກ​ເພິ່ນ​ເຮັດ, ​ແຕ່​ມັນ​ງ່າຍ​ທີ່​ຈະ​ສະຫລັກຮູບ​ແກ ຫລາຍ​ກວ່າ​ສຽງ​​​ໂຮ່ຮ້ອງ.

​ເຫລົ່າ​ທູດ​ປິ​ຕິ​ຍິນ​ດີ​ເມື່ອ​ຜູ້ນຳ​ຖານະ​ປະ​ໂລຫິດ​ຕະຫລອດ​ທົ່ວ​ໂລກ​ສ້າງ​ສີ​ໂອນ​ໃນ​ຫວອດ, ສະ​ເຕກ, ​ແລະ ​ເຂດ​ເຜີຍ​​ແຜ່​ຂອງ​ເຂົາ​ເຈົ້າ. ​ແລະ ພວກ​ເພິ່ນ​ຈະ​ປິ​ຕິ​ຍິນ​ດີ​ນຳ​ຊາວ​ໜຸ່ມ​ທີ່​ທ່ານ​ຊ່ອຍ​​ໃຫ້​ສ້າງ​ສີ​ໂອນ​ບ່ອນ​ໃດ​ກໍ​ຕາມ ​ແລະ ​ໃນ​ສະຖານະ​ການ​ໃດ​ກໍ​ຕາມ​ທີ່​ເຂົາ​ມີ. ສີ​ໂອນ​ເປັນຜົນ​ຂອງ​ຜູ້​ຄົນ​ທີ່​ຜູກ​ມັດ​ເຂົ້າກັນ​ໂດຍ​ພັນທະ​ສັນຍາ ​ແລະ ຄວາມ​ຮັກ. ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ຊ່ອຍ​ເຫລືອ​ຊາວ​ໜຸ່ມ​ຂອງ​ທ່ານ​ໃຫ້​ເຂົ້າຮ່ວມ​ນຳ.

​​ສຳລັບລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຖືກ​ກະ​ຕຸ້ນ​ໃຫ້​ສະຫລັກດວງ​ຕາ​ເວັນ—ນັ້ນຄື, ດວງ​ຕາ​ເວັນ​ຢູ່​ໃນ​ທ້ອງຟ້າ—​ແລະ ​ຄຳ​ອະທິຖານ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​​ແທນ​ຄົນ​ອື່ນ ມີ​ຄຳວ່າ: “ນີ້​​ແມ່ນຊີວິດ​ນິລັນດອນ.” ​​ໃນ​ທ້າຍ​ການ​ປະຕິບັດ​ສາດສະໜາ​ກິດ​ທີ່​ເປັນ​ມະຕະຂອງ​ພຣະອົງ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ອະທິຖານ​ຫາ​ພຣະບິດາ​ຂອງ​ພຣະອົງ​ວ່າ:

“ນີ້​ແມ່ນ​ຊີວິດ​ນິລັນດອນ ຄື​ພວກ​ເຂົາ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ພຣະ​ເຈົ້າທ່ຽງ​ແທ້​ແຕ່​ອົງ​ດຽວ ​ແລະ ຮູ້ຈັກ​ພຣະ​ເຢຊູ​ຄຣິດຜູ້​ທີ່​ພຣະອົງ​​ໃຊ້​ມາ.

“ຂ້າ​ນ້ອຍ​ໄດ້​ສະ​ແດງ​ໃຫ້​ໂລກ​ເຫັນ​ສະຫງ່າ​ລາສີ​ຂອງ​ພຣະອົງ: ຂ້າ​ນ້ອຍ​ໄດ້​ເຮັດ​ພາລະກິດ​ທີ່​ພຣະອົງ​ມອບ​ໝາຍ​ໃຫ້​ຂ້ານ້ອຍ​ເຮັດ​ນັ້ນສຳ​ເລັດ​ແລ້ວ.”5

ລູກ​ຊາຍ​ຂອງ​ຂ້າພະ​ເຈົ້າຄົນ​ນີ້​ໄດ້​ຮັບ​ໃຊ້​ຖານະ​ປະ​ໂລຫິດ​ຂອງ​ລາວ​ໃນ​ສາມ​ທະວີບ ​ແຕ່​ສິ່ງ​ສຳຄັນ​ທີ່​ສຸດ​​ແມ່ນ​ຢູ່​ບ້ານ​ເຮືອນ ​ແລະ ​ພາຍໃນ​ຄອບຄົວ​ຂອງ​ລາວ​ເອງ ລາວ​ໄດ້​ສ້າງ​ຊີວິດ​ຂອງ​ລາວ​ນຳ​ຄອບຄົວ. ລາວ​ທຳ​ງານຢູ່​ໃກ້​ບ້ານ. ​ແລະ ລາວ​ມັກ​ກັບ​ເມືອ​ເຮືອນ ​ກິນ​ເຂົ້າທ່ຽງກັບ​ພັນ​ລະ​ຍາ ​ແລະ ລູກໆ​ຂອງ​ລາວ. ຄອບຄົວ​ຂອງ​ລາວ​ອາ​ໄສ​ຢູ່​ໃກ້​ຊິດ​ສະ​ເຕີ​ໄອຣິງ ​ແລະ ຂ້າພະ​ເຈົ້າ. ​ເຂົາ​ເຈົ້າບົວລະບັດເດີ່ນ​ບ້ານ​ຂອງ​ພວກ​ເຮົາ​ຄື​ກັນ​ກັບ​ວ່າ​ມັນ​ເປັນ​ຂອງ​ເຂົາ​ເຈົ້າ​ເອງ. ລູກ​ຊາຍ​ຄົນ​ນີ້ບໍ່​ພຽງ​ແຕ່​ດຳລົງຊີວິດ​​ໃຫ້​​​ເໝາະ​ສົມ​ກັບ​ຊີວິດນິລັນດອນ​ເທົ່າ​ນັ້ນ ​ແຕ່​ລາວ​ດຳລົງ​ຊີວິດ​ທີ່​ຫຸ້ມ​ລ້ອມ​ໄປດ້ວຍ​ຄົນ​ໃນ​ຄອບຄົວ​ນິລັນດອນ​ຂອງ​ລາວ​ນຳ​ອີກ ຜູ້​ລາວ​ໄດ້​ເຕົ້າ​ໂຮມ​ເຂົາ​ເຈົ້າ​ໃຫ້​ຢູ່​ໃກ້​ລາວ.

ຊີວິດ​ນິລັນດອນ​ແມ່ນ​ດຳລົງ​ຊີວິດ​ຢູ່​ນຳ​ກັນເປັນ​ໜຶ່ງ, ​ໃນ​ຄອບຄົວ, ຮ່ວມ​ກັບ​ພຣະບິດາ, ພຣະບຸດ, ​ແລະ ພຣະວິນ​ຍານ​ບໍລິສຸດ. ຊີວິດນິລັນດອນ​ມາ​ເຖິງ​ຜ່ານ​ຂໍ​ກະ​ແຈ​ຂອງ​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ, ຊຶ່ງ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ຜ່ານ​ໂຈ​ເຊັບ ສະ​ມິດ. ການ​ມີ​ເປົ້າໝາຍ​ນິລັນດອນສຳລັບ​ຊາວ​ໜຸ່ມ​ທີ່​ທ່ານ​ນຳພາ ​ເປັນ​ຂອງ​ປະທານ​ອັນ​ຍິ່ງ​ໃຫຍ່​ທີ່​ທ່ານ​ສາມາດ​ມອບ​ໃຫ້​ເຂົາ. ທ່ານ​ຈະ​ເຮັດ​ເປັນ​ຕົວຢ່າງ​ກ່ອນ​ຢູ່​ໃນ​ຄອບຄົວ​ຂອງ​ທ່ານ​ເອງ. ຄົນ​ທີ່​ທ່ານ​ນຳພາ​ອາດ​ບໍ່​ມີ​ຄອບຄົວ​ຢູ່​ໃນ​ສາດສະໜາ​ຈັກ, ​ແຕ່​ຂ້າພະ​ເຈົ້າຂໍ​ທ້າ​ທາຍ​ທ່ານ​ໃຫ້​ຊ່ອຍ​ເຫລືອ​ເຂົາ​ເຈົ້າ​ໃຫ້​ຮູ້ສຶກ ​ແລະ ຕ້ອງການ​ຄວາມ​ຮັກ​ຂອງ​ຄອບຄົວ​ຢູ່​ທັງ​ສອງ​ຟາກ​ຂອງ​ຜ້າມ່ານ.

​ແຜ່ນ​ໄມ້​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ເຖິງ ​ເປັນ​ວິທີ​ໜຶ່ງ​ທີ່​ຊ່ອຍ​ໃຫ້​ຊາວ​ໜຸ່ມ​ເຫັນ​ຄວາມ​ຍິ່ງ​ໃຫຍ່​ທີ່ພຣະ​ເຈົ້າເຫັນ​ໃນ​ຕົວ​ເຂົາ ​ແລະ ​ໃນ​ອະນາຄົດ​ຂອງ​ເຂົາ ​ແລະ ​ໃນການ​ຮັບ​ໃຊ້​ພິ​ເສດ​ທີ່​ພຣະອົງ​ໄດ້​ຕຽມ​ໄວ້​ສຳລັບ​ເຂົາ​. ພຣະອົງ​ຈະ​ຊ່ອຍ​ເຫລືອ​ທ່ານ​ໃຫ້​ເຫັນ​ວິທີ​ທີ່​ຈະ​ເຮັດ​ເພື່ອ​ລູກໆ ຫລື ​ເພື່ອ​ຊາວ​ໜຸ່ມ​ຄົນ​ອື່ນໆທີ່​ທ່ານ​ນຳພາ. ​ແຕ່​ເມື່ອ​ທ່ານ​ສະ​ແຫວ​ງຫາ​ດ້ວຍ​ການ​ອະທິຖານ ​ເພື່ອ​ຈະ​ໄດ້​ເຫັນ​ອະນາຄົດ​ນີ້​ດ້ວຍ​ຕົວ​ທ່ານ​ເອງ, ​ແລະ ​ສື່ສານ​ກັບ​ຊາວ​ໜຸ່ມ​ຂອງ​ທ່ານ​ເປັນ​ສ່ວນ​ຕົວ, ​ແລ້​ວທ່າ​ນຈະຮູ້ຈັກ​ວ່າ​ພຣະ​ເຈົ້າຮັກ​ລູກໆ​ແຕ່ລະຄົນ​ຂອງ​ພຣະອົງ ​ແລະ ​ເຫັນຂອງ​ປະທານ​ທີ່​ຍິ່ງ​ໃຫຍ່ ​ແລະ ພິ​ເສດ​ໃນ​​ເຂົາ​ແຕ່ລະຄົນ.

​ໃນ​ຖານະ​ທີ່​ເປັນ​ພໍ່, ຂ້າພະ​ເຈົ້າ​ໄດ້​ຮັບ​ພອນ​ຫລາຍ​ທີ່​ໄດ້​ເຫັນ​ອະນາຄົດ​ອັນ​ຍິ່ງ​ໃຫຍ່​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ ສຳລັບ​ລູກ​ສາວ ​ແລະ ລູກ​ຊາຍ​ທັງຫລາຍ​ຂອງ​ຂ້າພະ​ເຈົ້າ. ​ເມື່ອ​ຂ້າພະ​ເຈົ້າອະທິຖານ​ຊອກ​ຫາ​ການ​ນຳພາ, ຂ້າພະ​ເຈົ້າກໍ​ໄດ້​ຮັບ​ການຊີ້​ນຳ​ໃຫ້​ຮູ້​ວິທີ​ທີ່​ຈະ​ຊ່ອຍ​ເຫລືອ​ລູກ​ສາວ​ທັງຫລາຍ​ຂອງ​ຂ້າພະ​ເຈົ້າ​ໃຫ້​ຮູ້​​ເຖິງ​ຄວາມ​ໄວ້​ວາງ​ໃຈ​ທີ່​ພຣະ​ເຈົ້າມີ​ຕໍ່​ພວກ​ນາງ ​ໃນ​ຖານະ​ທີ່​ເປັນ​ຜູ້​ຮັບ​ໃຊ້​ທີ່​ສາມາດ​ສ້າງ​ອານາຈັກ​ຂອງ​ພຣະອົງ.

ຕອນ​ພວກ​ລູກ​ສາວ​ຂອງ​ຂ້າພະ​ເຈົ້າຍັງ​ນ້ອຍ, ຂ້າພະ​ເຈົ້າ​ໄດ້​ເຫັນ​ວ່າ ພວກ​ເຮົາ​ສາມາດ​ຊ່ອຍ​ເຫລືອ​ຊຶ່ງ​ກັນ​ແລະ​ກັນ​ໃຫ້​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ຜູ້​ທີ່ຢູ່​ຟາກ​ຜ້າ​ມ່ານ​ເບື້ອງ​ນັ້ນ, ທຸກ​ລຸ້ນ. ຂ້າພະ​ເຈົ້າຮູ້ວ່າຄວາມ​ຮັກ​ນັ້ນມາ​ຈາກ​ການ​ຮັບ​ໃຊ້ ​ແລະ ຄວາມ​ຫວັງ​ທີ່​ດົນ​ໃຈ​ຂອງ​ຊີວິດ​ນິລັນດອນ.

ສະນັ້ນພວກ​ເຮົາ​ຈຶ່ງ​ໄດ້​ຕັດ​ໄມ້​ເປັນ​ຂຽງ ​ແລະ ​ເອົາ​ເຂົ້າຈີ່​ວາງ​ໃສ່​ເທິງຂຽງນັ້ນ ​ຕອນ​ພວກ​ເຮົາ​ເອົາ​ເຂົ້າຈີ່​ທີ່​ພວກ​ເຮົາ​​ເຮັດ​ເອງ ​ໄປ​ຝາກ​​ແມ່​ໝ້າຍພໍ່ໝ້າຍ, ​ແລະ ຄອບຄົວ​ນຳ​ກັນ. ຂຽງ​ແຕ່ລະ​ໜ່ວຍ​ມີຖ້ອຍ​ຄຳ​ສະຫລັກ​ໄວ້​ວ່າ, “J’aime et J’espere,” ​ເປັນ​ພາສາ​ຝະລັ່ງ ​ແປ​ວ່າ “​ເຮົາ​ຮັກ ​ແລະ ​ເຮົາ​ຫວັງ.” ຫລັກ​ຖານ​ເຖິງ​ຂອງ​ປະທານ​ທາງ​ວິນ​ຍານ​ທີ່​ພິ​ເສດ​ນັ້ນ ບໍ່​ພຽງ​ແຕ່​ປະກົດ​ຢູ່​ໃນ​ຂຽງ​ທີ່​ຂ້າພະ​ເຈົ້າ​ໄດ້​ສະຫລັກ​​ໃສ່ເທົ່າ​ນັ້ນ, ​ແຕ່​ມັນ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ນັ້ນ​ເມື່ອ​ພວກ​ເຮົາ​ໄດ້​ມອບ​ມັນ​ໃຫ້​ແກ່​ຜູ້ທີ່​ຕ້ອງການ​ມັນ, ຜູ້​ຢູ່​ໃນ​ທ່າມກາງ​ຄວາມ​ເຈັບ​ປວດ ​ຫລື ທໍ້ຖອຍ​ໃຈ, ​ໃຫ້​ຄວາມ​ແນ່ນອນ​ໃຈ​ແກ່​ເຂົາ​ເຈົ້າວ່າ ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ການ​ຊົດ​ໃຊ້​ຂອງ​ພຣະອົງສາ​ມາດ​ຜະລິດ​ຄວາ​ມສະຫວ່າງ​ຢ່າງ​ບໍລິບູນ​ຂອງ​ຄວາມ​ຫວັງ​ໄດ້. ນີ້​ແມ່ນ​ຊີວິດ​ນິລັນດອນ, ​ສຳລັບ​ລູກ​ສາວ​ທຸກ​ຄົນ​ຂອງ​ຂ້າພະ​ເຈົ້າ, ​ແລະ ສຳລັບ​ເຮົາ​ແຕ່ລະຄົນ.

ບັດ​ນີ້, ທ່ານ​ອາດ​ຄິດ​ວ່າ, “ບະ​ລາ​ເດີ ​ໄອຣິງ, ພວກ​ເຮົາ​ຕ້ອງ​ຮຽນ​ສະຫລັກ​ບໍ?” ບໍ່​ແມ່ນ​ແນວ​ນັ້ນ. ຂ້າພະ​ເຈົ້າ​ໄດ້​ຮຽນ​ສະຫລັກ​ຈາກ​ຜູ້​ສອນ​ທີ່​ດີ, ​ຕອນ​ນັ້ນ​ເພິ່ນ​ເປັນ​ແອວ​ເດີ ​ບອຍ ເຄ ​ແພ໊ກ​​ເກີ. ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ຮຽນ​ຈາກ​ເພິ່ນ​ໜ້ອຍ​ໜຶ່ງ ​ໄດ້​ເພີ່ມ​ໃສ່​ຂອງ​ປະທານ​ອັນ​ຍິ່ງ​ໃຫຍ່​ຂອງ​ເພິ່ນ​ໃນ​ຖານະ​ທີ່​ເປັນ​ນັກ​ສະຫລັກ ​ແລະ ​ເປັນ​ນາຍຄູ​ທີ່​ມີ​ຄວາມ​ອົດທົນ. ພຽງ​ແຕ່​ສະຫວັນ​ເທົ່າ​ນັ້ນທີ່​ສາມາດ​ຈັດ​ຫາຄູ​ສອນ​ທີ່​ດີ​ເຊັ່ນປະ​ທານ​ແພ໊ກ​ເກີໄດ້. ​ແຕ່​ມີ​ຫລາຍ​ວິທີ​ທາງ​ທີ່​ທ່ານ​ສາມາດ​ຫລໍ່​ຫລອມ​ຫົວ​ໃຈ​ຂອງ​ລູກໆ​ໄດ້ ​ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ສະຫລັກ​​ແຜ່ນ​ໄມ້​ ຫລື ​ແຜ່ນ​ໄມ້​ວັດ​ແທກ​ຄວາມ​ສູງໃຫ້​ເຂົາ.

ຍົກ​ຕົວຢ່າງ, ​ເທັກ​ໂນ​ໂລ​ຈີ​ໃໝ່​ໄດ້​ຊ່ອຍ​ໃຫ້ການ​ແບ່ງປັນ​ເລື່ອງ​ສັດທາ ​ແລະ ຄວາມ​ຫວັງ​ໄປທົ່ວ​ ຢ່າງ​ກວ້າງ​ໄກ, ທັງ​ໄວ​ ​ແລະ ​​ເສຍ​ຄ່າ​ພຽງ​ເລັກ​ນ້ອຍ. ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ​ໄດ້ຊ່ອຍ​ຂ້າພະ​ເຈົ້າ​ເຮັດ​ສິ່ງ​ນີ້​ທຸກ​​ແລງ. ພວກ​ເຮົາ​ໄດ້​ເລີ່​ມຕົ້ນດ້ວຍ​ການ​​ເວົ້າລົມ​ກັບ​ລູກ​ຫລານ​ຂອງ​ພວກ​ເຮົາ. ພວກ​ເຮົາ​ໄດ້​ຂໍ​ໃຫ້​ເຂົາ​ເຈົ້າ​ແບ່ງປັນ​ຄວາມ​ສຳ​ເລັດ​ສ່ວນ​ຕົວ ​ແລະ ການ​ຮັບ​ໃຊ້. ພວກ​ເຮົາ​ກໍ​ໄດ້​ຂໍ​ໃຫ້​ເຂົາ​ເຈົ້າ​ສົ່ງ​ຮູບ​​ກິດຈະກຳ​​ເຫລົ່ານັ້ນ​ມາ​ໃຫ້ນຳ​ອີກ. ພວກ​ເຮົາ​ໄດ້​ໃຊ້​ຮູບ​ເຫລົ່ານັ້ນ​ເພື່ອ​ສະ​ແດງ​ບົດ​ຄວາມສັ້ນໆ. ​ແລ້ວ​ພວກ​ເຮົາ​ໄດ້ຕື່ມ​ຂໍ້ຄວາມ​ຈາກ​ພຣະຄຳ​ພີ​ມໍ​ມອນ​ໃສ່​. ບາງທີ​ນີ​ໄຟ ​ແລະ ​ມໍ​ມອນຄົງ​ບໍ່​ປະທັບ​ໃຈ​ຫລາຍ​ກັບ​ເນື້ອ​ຄວາມ​ຢູ່​ໃນ​ນັ້ນ ຫລື ຄວາມ​ບົກພ່ອງ​ໃນ​ການຈັດ​ປຶ້ມທີ່​ພວກ​ເຮົາ​ເອີ້ນ​ວ່າ “ປຶ້ມບັນທຶກສ່ວນ​ຕົວ​ຂອງ​ຄອບຄົວ: ​ແຜ່ນ​ຈາລຶກ​ນ້ອຍ.” ​ແຕ່​ຊິດ​ສະ​ເຕີ​ໄອຣິງ ​ແລະ ຂ້າພະ​ເຈົ້າ​ໄດ້​ຮັບ​ພອນ​ຫລາຍ​ຈາກ​ການ​ເຮັດ​ສິ່ງ​ນີ້. ພວກ​ເຮົາ​ຮູ້ສຶກ​ເຖິງ​ການ​ດົນ​ໃຈ​ໃນ​ການ​ເລືອກ​ເອົາ​ຂໍ້ຄວາມ​ຈາກ​ພຣະຄຳ​ພີ ​ແລະ ມີ​ຂ່າວ​ສານ​ສັ້ນໆ​ກ່ຽວ​ກັບ​ປະຈັກ​ພະຍານ​ທີ່​ພວກ​ເຮົາ​ໄດ້​ຂຽນ. ​ແລະ ພວກ​ເຮົາ​ເຫັນ​ຫລັກ​ຖານ​ຢູ່​ໃ​ນຊີວິດ​ຂອງ​​ເຂົາ​ເຈົ້າ ທີ່​ຫົວ​ໃຈ​ຂອງ​​ເຂົາ​ເຈົ້າ​​ໄດ້​ຫັນມາ​ຫາ​ພວກ​ເຮົາ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ຫັນ​ຂຶ້ນຫາ​ສະຫວັນ.

ມີ​ວິທີ​ອື່ນ​ອີກ​ທີ່​ຈະ​ເອື້ອມ​ອອກ​ໄປ; ທ່ານ​ກໍ​ຫຍຸ້ງ​ຢູ່​ກັບ​ຫລາຍ​ສິ່ງ​ຢູ່​ແລ້ວ​​ໃນຕອນ​ນີ້. ນິ​ໄສ​ຂອງ​ທ່ານ​ເລື່ອງ​ການ​ອະທິຖານ ​ແລະ ການ​ອ່ານ​ພຣະຄຳ​ພີ​ເປັນ​ຄອບຄົວ ຈະ​ສ້າງ​ຄວາມ​ຊົງ​ຈຳ​ທີ່​ຍາວ​ນານ ​ແລະ ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງຢູ່​ໃນ​ໃຈ​ຫລາຍ​ກວ່າ​ທີ່​ທ່ານ​ຮູ້ຈັກ​​ໃ​ນຕອນ​ນີ້. ​ແມ່ນ​ແຕ່ການ​ໄປ​ເບິ່ງ​ກິລາ ຫລື ​ເບິ່ງ​ໜັງກໍ​ສາມາດຫລໍ່​ຫລອມ​ຫົວ​ໃຈ​ຂອງ​ລູກ​ໄດ້. ສິ່ງ​ທີ່​ສຳຄັນ​ບໍ່​ແມ່ນ​ກິດຈະກຳ ​ແຕ່​ແມ່ນ​ຄວາມ​ຮູ້ສຶກ​ທີ່​ມາ​ເຖິງ​ເມື່ອ​ທ່ານ​ເຮັດ​ສິ່ງ​ນັ້ນ. ຂ້າພະ​ເຈົ້າ​ໄດ້ຄົ້ນພົບ​ການ​ທົດ​ສອບ​ທີ່​ດີສຳລັບ​ການ​ຊອກ​ຫາ​ກິດຈະກຳ​ທີ່​ສາມາດ​ຊ່ອຍ​ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ຊີວິດ​ຂອງ​ຊາວ​ໜຸ່ມ. ມັນ​​ແນະນຳ​ກິດຈະກຳທີ່​ເປັນ​ໜ້າ​ສົນ​ໃຈ ​ເຮັດ​ໃຫ້​ເຂົາ​ຮູ້ສຶກ​ວ່າ​ເປັນ​ຂອງ​ປະທານ​ຈາກ​ພຣະ​ເຈົ້າ. ຂ້າພະ​ເຈົ້າຮູ້​ວ່າ​ມັນ​ເປັນ​ໄປ​ໄດ້​ຈາກ​ປະສົບ​ການ​ສ່ວນ​ຕົວ​ຂອງ​ຂ້າພະ​ເຈົ້າ.

​ຕອນ​ຂ້າພະ​ເຈົ້າ​ມີ​ອາຍຸ​ໄດ້ 12 ປີ ຂ້າພະ​ເຈົ້າ​ໄດ້ເປັນ​ມັກຄະ​ນາຍົກ, ອາ​ໄສ​ຢູ່​ລັດ​ນິວ​ເຈີ​ຊີ, 50 ​ໄມ (80 ກິ​ໂລ​ແມັດ) ຈາກເມືອງ​ນິວຢອກ. ຂ້າ​ພະ​ເຈົ້າຢາກ​ເປັນນັກ​ຫລິ້ນ baseball (​ເບ​ດສະ​ບອນ). ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ຕົກລົງ​ພາ​ຂ້າພະ​ເຈົ້າ​ໄປ​ເບິ່ງ​ການ​ຫລິ້ນ​ເບ​ດສະ​ບອນ​ຢູ່​​ສະໜາມກິລາ​ Yankee ທີ່​ເກົ່າ​ແກ່ຢູ່ Bronx (​ເມືອງ​ບຣ້ອນສ໌). ຂ້າພະ​ເຈົ້າຍັງ​ສາມາດ​ເຫັນ Joe DiMaggio (​ໂຈ ດີ​ແມ​ກຈີ​ໂອ) ຕີ home run (ໂຮມ​ຣັນ) ​ໄປ​ຫາ​ບ່ອນ​ນັ່ງ​ຢູ່​ແຖວ​ກາງ ຊຶ່ງ​ຂ້າພະ​ເຈົ້າ​ໄດ້ນັ່ງ​ຢູ່ທາງ​ຂ້າງຂອງ​ພໍ່​ຂອງຂ້າພະ​ເຈົ້າ, ​ເປັນ​ພຽງ​​ເທື່ອ​ດຽວ​ເທົ່າ​ນັ້ນທີ່​ພວກເຮົາ​ໄດ້​ໄປ​ເບິ່ງ​ການຫລິ້ນ​ເບ​ດສະ​ບອນ​ທີ່​ຫລິ້ນ​ໂດຍ​ທີ​ມທີ່​ເກັ່ງ​ທີ່​ສຸດ.

​ແຕ່​ໃນ​ມື້ໜຶ່ງ​ອີກ​ນຳ​ພໍ່​ຂອງ​ຂ້າພະ​ເຈົ້າ ​ໄດ້​ຫລໍ່​ຫລອມ​ຊີວິດ​ຂອງ​ຂ້າພະ​ເຈົ້າຕະຫລອດ​​ໄປ. ​ຈາກ​ລັດ​ນິວ​ເຈີ​ຊີເພິ່ນ​ໄດ້​ພາ​ຂ້າພະ​ເຈົ້າ​ໄປ​ຫາ​ເຮືອນ​ປິ​ຕຸ​ຄົນ​ໜຶ່ງ​ຢູ່​ເມືອງ​ເຊົາ​ເລັກ ຂ້າພະ​ເຈົ້າບໍ່​ເຄີຍ​ເຫັນ​​ຊາຍ​ຄົນ​ນັ້ນມາ​ກ່ອນ. ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ປະ​ຂ້າພະ​ເຈົ້າ​ໄວ້​ຢູ່​ໜ້າ​ເຮືອນຂອງ​ເພິ່ນ. ປິຕຸ​ຄົນ​ນັ້ນ​ໄດ້​ພາ​ຂ້າພະ​ເຈົ້າ​​ໄປ​ນັ່ງ​ຕັັ່ງ, ປົກ​ມື​ໃສ່​​ເທິງຫົວ​ຂອງ​ຂ້າພະ​ເຈົ້າ, ​ແລະ ​ໄດ້ມອບ​ພອນທີ່​ເປັນ​ຂອງ​ປະທານ​ຈາກ​ພຣະ​ເຈົ້າ​ໃຫ້​ຂ້າພະ​ເຈົ້າ ຊຶ່ງຮ່ວມ​ດ້ວຍ​ຄຳ​ປະກາດ​ເຖິງ​ຄວາມ​ປາຖະໜາ​ອັນ​ຍິ່ງ​ໃຫຍ່​ຢູ່​ໃນ​ໃຈ​ຂອງ​ຂ້າພະ​ເຈົ້າ.

​​ເພິ່ນ​ໄດ້​ກ່າວ​ວ່າ ຂ້າພະ​ເຈົ້າ​ເປັນ​ຄົນ​ໜຶ່ງ​​ໃນ​ຈຳນວນ​ຜູ້​ຄົນ​ທີ່​ກ່າວ​ເຖິງ​ວ່າ, “ຜູ້​ທີ່​ສ້າງ​ຄວາມ​ສະຫງົບ​ສຸກ​ກໍ​ເປັນ​ສຸກ.”6 ຂ້າພະ​ເຈົ້າກໍ​ງຶດ​ງໍ້​ທີ່​ຄົນ​ແປກ​ໜ້າ​ຜູ້ນັ້ນຮູ້ຈັກ​ເຖິງ​ຄວາມ​ໃນ​ໃຈ​ຂອງ​ຂ້າພະ​ເຈົ້າ ຈົນ​ວ່າ​ຂ້າພະ​ເຈົ້າ​ໄດ້​ມືນ​ຕາ​ຫລຽວ​ເບິ່ງ​ຫ້ອງ ບ່ອນ​ທີ່​ການ​ມະຫັດສະຈັນ​ໄດ້​ເກີດ​ຂຶ້ນ. ພອນ​ນັ້ນ​ໄດ້​ຫລໍ່​ຫລອມ​ຊີວິດ​ຂອງ​ຂ້າພະ​ເຈົ້າ, ການ​ແຕ່ງງານ​ຂອງ​ຂ້າພະ​ເຈົ້າ, ​ແລະ ການ​ຮັບ​ໃຊ້​ໃນ​ຖານະ​ປະ​ໂລຫິດ​ຂອງ​ຂ້າພະ​ເຈົ້າ.

ຈາກ​ປະສົບ​ການ ​ແລະ ສິ່ງ​ທີ່​ຕິດຕາມ​ມາ, ຂ້າພະ​ເຈົ້າສາມາດ​ເປັນ​ພະຍານ​ໄດ້​ວ່າ, “ເພາະ​ທຸກ​ຄົນບໍ່​ໄດ້​ຮັບ​ຂອງ​ປະທານ​ທັງ​ໝົດ​​​ໃຫ້​ຕົນ​ເອງ; ​ເພາະ​ມີຂອງ​ປະທານ​ຫລາຍ​ຢ່າງ, ​ແລະ ​ແກ່ທຸກ​ຄົນ​ຂອງ​ປະທານ​ຖືກ​ມອບ​ໃຫ້​ໂດຍພຣະວິນ​ຍານຂອງພຣະ​ເຈົ້າ.”7

​ໂດຍ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ຂອງ​ປະທານ​ແກ່​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຈຶ່ງ​ສາມາດ​ຮູ້ຈັກ ​ແລະ ຕຽມ​ພ້ອມ​ສຳລັບ​ໂອກາດ ​ເພື່ອ​ຈະ​ໄດ້​ໃຊ້​ມັນ​ເປັນ​ພອນ​ໃຫ້​ແກ່​ຄົນ​ທີ່​ຂ້າພະ​ເຈົ້າຮັກ ​ແລະ ຮັບ​ໃຊ້.

ພຣະ​ເຈົ້າຮູ້ຈັກ​ຂອງ​ປະທານ​ຂອງ​ເຮົາ. ການທ້າ​ທາຍ​ຂອງ​ຂ້າພະ​ເຈົ້າຕໍ່​ທ່ານ ​ແລະ ຂ້າພະ​ເຈົ້າ​ແມ່ນ​ການອະທິຖານ​​ເພື່ອ​ຈະ​ໄດ້​ຮູ້ຈັກ​ຂອງ​ປະທານ​ທີ່​ຖືກ​ມອບ​ໃຫ້​ແກ່​ເຮົາ, ​ເພື່ອ​ຈະ​ໄດ້​ຮູ້​ວິທີ​ພັດທະນາ​ຕົນ​ເອງ, ​ແລະ ​ເພື່ອ​ຈະ​ໄດ້​ຮູ້​ໂອກາດ​ທີ່​ຈະ​ຮັບ​ໃຊ້​ຄົນ​ອື່ນ​ທີ່​ພຣະ​ເຈົ້າ​ໄດ້​ຈັດ​ຕຽມ​ໄວ້​ໃຫ້​ເຮົາ. ຍິ່ງ​ໄປ​ກວ່ານັ້ນ, ຂ້າພະ​ເຈົ້າອະທິຖານ​ວ່າ ທ່ານ​ຈະ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ຊ່ອຍ​ເຫລືອ​ຄົນ​ອື່ນ​ຄົ້ນພົບ​ຂອງ​ປະທານ​ພິ​ເສດ​ຂອງ​ເຂົາຈາກ​ພຣະ​ເຈົ້າ​ເພື່ອ​ຮັບ​ໃຊ້.

ຂ້າພະ​ເຈົ້າສັນຍາ​ກັບ​ທ່ານ​ວ່າ ຖ້າ​ທ່ານ​ທູນ​ຖາມ, ທ່ານ​ຈະ​ໄດ້​ຮັບ​ພອນ​ເພື່ອ​ຊ່ອຍ​ເຫລືອ ​ແລະ ຍົກ​ຄົນ​ອື່ນ​ຂຶ້ນ​ເຖິງ​ຄວາມ​ສາມາດ​ສູງ​ສຸດ​ຂອງ​ເຂົາ​ໃນ​ການ​ຮັບ​ໃຊ້​ຄົນ​ທີ່​ເຂົາ​ນຳພາ ​ແລະ ຮັກ. ​ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ວ່າ ພຣະ​ເຈົ້າຊົງ​ພຣະ​ຊົນ​ຢູ່, ພຣະ​ເຢຊູ​ຄື​ພຣະຄຣິດ, ນີ້​ຄື​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ, ຊຶ່ງ​ເຮົາ​ດຳລົງ​ຢູ່​ນີ້, ​ແລະ ພຣະ​ເຈົ້າ​ໄດ້​ຕຽມ​ເຮົາ​ດ້ວຍ​ຂອງ​ປະທານ​ພິ​ເສດ​ທີ່​ຈະ​ຮັບ​ໃຊ້​ພຣະອົງ​​ໃນ​ທາງ​ທີ່​ເກີນ​ກວ່າ​​ເຮົາ​ຄາດ​ຄິດ. ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.