​2010–2019
ເຮົາ​ຮູ້. ເຮົາ​ເຮັດ. ເຮົາ​ຮັກ.
ຕຸລາ 2012


ເຮົາ​ຮູ້. ເຮົາ​ເຮັດ. ເຮົາ​ຮັກ.

ເຮົາ​ເປັນ​ຜູ້​ຕິດຕາມ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ພຣະເຢ​ຊູ​ຄຣິດ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ຄວາມ​ໝັ້ນ​ໃຈ​ດັ່ງກ່າວ​ເປັນ​ຜົນ​ຂອງ​ຄວາມ​ພະຍາຍາມ​ທີ່​ພາກ​ພຽນ ແລະ ຢ່າງ​ຕັ້ງໃຈ. ມັນ​ເປັນ​ເລື່ອງ​ຂອງ​ສ່ວນ​ບຸກຄົນ. ມັນ​ເປັນ​ຂະ​ບວນ​ການຕະຫລອດ​ຊົ່ວ​ຊີວິດ.

ຂ້າພະເຈົ້າ ​ໄດ້​ຮັບ​ການ​ດົນ​ໃຈ​ ໂດຍ​ຕົວຢ່າງ​ທີ່​ສະມາຊິກ​ຜູ້​ຊອບ​ທຳ​ໃນ​ສາດສະໜາ​ຈັກ​ກຳລັງ​ເປັນ​ຢູ່, ຮ່ວມ​ທັງ​ຄົນ​ໜຸ່ມ​ຜູ້​ປະເສີດ. ທ່ານ​ມອງ​ຫາ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດຢ່າງ​ກ້າຫານ. ທ່ານ​ເປັນ​ຄົນຊື່ສັດ, ເຊື່ອ​ຟັງ ແລະ ບໍລິສຸດ. ພອນ​ທີ່​ທ່ານ​ໄດ້ຮັບ​ເພາະ​ຄວາມດີງາມ​ຂອງ​ທ່ານ​ບໍ່​ພຽງ​ແຕ່​ມີ​ຜົນ​ຕໍ່​ຊີວິດ​ຂອງ​ທ່ານ​ເທົ່າ​ນັ້ນ ແຕ່ຕໍ່​ຊີວິດ​ຂອງ​ຂ້າພະເຈົ້າ​ດ້ວຍ ແລະ ຊີວິດ​ຂອງ​ຄົນ​ອື່ນ ທີ່​ນັບ​ບໍ່​ຖ້ວນ​ໃນ​ວິທີ​ທາງທີ່​ເລິກ​ຊຶ້ງ ແຕ່​ສ່ວນ​ຫລາຍ​ແລ້ວ ບໍ່​ເປັນ​ທີ່​ຮູ້ຈັກ​ເລີຍ.

ເມື່ອ​ສອງ​ສາມ​ປີ​ທີ່​ຜ່ານ​ມາ, ຂ້າພະເຈົ້າ​ໄດ້​ລຽນ​ແຖວ​ຊື້​ອາຫານຢູ່​ທີ່​ຕະຫລາດ​ໃກ້ບ້ານ. ຍິງ​ໜຸ່ມ​ຄົນ​ໜຶ່ງ, ອາຍຸ​ປະມານ 15 ປີ ໄດ້​ຢືນ​ຢູ່​ທາງ​ໜ້າ​ຂ້າພະເຈົ້າ. ນາງ​ປະກົດ​ວ່າ​ມີ​ຄວາມ​ໝັ້ນ​ໃຈ ແລະ ມີ​ຄວາມສຸກ​ດ້ວຍ. ຂ້າພະເຈົ້າ​ໄດ້​ເຫັນເສື້ອ​ຂອງ​ນາງ ແລະ ອົດ​ຈະ​ເວົ້າ​ລົມ​ກັບ​ນາງ​ບໍ່​ໄດ້. ຂ້າພະເຈົ້າ​ໄດ້​ເລີ່​ມໂດຍກ່າວ​ວ່າ, “ເຈົ້າ​ມາ​ຈາກ​ລັດ​ອື່ນ ແມ່ນ​ບໍ?”

ຄຳ​ຖາມ​ຂອງ​ຂ້າພະເຈົ້າ​ໄດ້​ເຮັດ​ໃຫ້​ນາງ​ຕົກໃຈ ແລະ ນາງ​ໄດ້​ຕອບ​ວ່າ, “ແມ່ນ​ແລ້ວ. ຂ້ານ້ອຍ​ມາ​ຈາກ​ລັດ ຄໍ​ໂລ​ຣາ​ໂດ. ທ່ານ​ຮູ້​ໄດ້​ແນວໃດ?”

ຂ້າພະເຈົ້າ​ໄດ້​ອະທິບາຍ​ວ່າ, “ເປັນ​ເພາະ​ເສື້ອ​ຂອງ​ເຈົ້າ.” ຂ້າ​ພະເຈົ້າ​ໄດ້​ເດົາ​ຖືກ ຫລັງ​ຈາກ​ໄດ້​ອ່ານ​ຖ້ອຍ​ຄຳ​ຢູ່​ໃນ​ເສື້ອ​ຂອງ​ນາງທີ່​ວ່າ “ຂ້ອຍ​ເປັນ​ມໍ​ມອນ. ເຈົ້າ​ເດ?”

ຂ້າພະເຈົ້າ​ໄດ້​ກ່າວ​ຕໍ່​ໄປ​ວ່າ, “ຂ້ອຍ​ຕ້ອງ​ບອກ​ເຈົ້າ​ວ່າ​ຂ້ອຍປະ​ທັບ​ໃຈ​ໂດຍຄວາມ​ໝັ້ນ​ໃຈຂອງ​ເຈົ້າ​ທີ່​ແຕກ​ຕ່າງ​ກັບ​ຄົນ​ອື່ນ ແລະ ການນຸ່ງ​ເສື້ອ​ທີ່​ມີ​ຄຳ​ປະກາດ​ຢ່າງກ້າຫານ​ແບບ​ນີ້. ຂ້ອຍ​ເຫັນ​ຄວາມ​ແຕກ​ຕ່າງ​ໃນ​ຕົວ​ເຈົ້າ, ແລະ ຂ້ອຍ​ຫວັງ​ຢາກໃຫ້​ຍິງ​ໜຸ່ມ​ທຸກ​ຄົນ ແລະ ສະມາຊິກ​ຂອງ​ສາດສະໜາ​ຈັກ​ທຸກ​ຄົນ​ມີ​ຄວາມ​ເຊື່ອໝັ້ນ ແລະ ຄວາມ​ໝັ້ນ​ໃຈ​ແບບ​ດຽວ​ກັບ​ເຈົ້າ.” ຫລັງ​ຈາກ​ພວກ​ຂ້າພະເຈົ້າ​ໄດ້ຈ່າຍ​ຄ່າ​ອານ​ຫານ​ແລ້ວ, ພວກ​ຂ້າພະເຈົ້າ​ກໍ​ໄດ້​ສັ່ງ​ລາ​ກັນ ແລະ ໄດ້​ຈາກ​ກັນ​ໄປ.

ເຖິງ​ຢ່າງໃດ​ກໍ​ຕາມ, ຫລາຍໆ​ວັນ ແລະ ອາທິດ​ຫລັງ​ຈາກ​ປະສົບ​ການ​ທຳມະ​ດາ​ທີ່​ບັງເອີນ​ນັ້ນ, ຂ້າພະເຈົ້າ​ໄດ້​ພົບ​ເຫັນ​ຕົວ​ເອງ ສະທ້ອນ​ຄິດ​ຢ່າງ​ຈິງ​ຈັງເຖິງ​ການ​ພົບ​ປະ​ນີ້. ຂ້າພະເຈົ້າ​ໄດ້​ຄິດ​ວ່າ ຍິງ​ໜຸ່ມ​ທີ່​ມາ​ຈາກ​ລັດ ຄໍ​ໂລ​ຣາ​ໂດ ຄົນ​ນີ້​ໄດ້​ມີ​ຄວາມ​ໝັ້ນ​ໃຈ​ໃນ​ເອກະລັກ​ຂອງ​ນາງ ໃນ​ຖານະ​ຜູ້​ເປັນ​ສະມາຊິກ​ຂອງສາດສະໜາ​ຈັກ ຂອງ​ພຣະເຢ​ຊູ​ຄຣິດແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ແນວໃດ. ຂ້າພະ​ເຈົ້າ​ອົດ​ຄິດ​ບໍ່​ໄດ້ວ່າ​ສຳນວນ​ໃດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ທີ່​ຂ້າ​ພະເຈົ້າ​ຈະເລືອກ​ມາ​ເປັນ​ອຸປະມາ ເພື່ອ​ເອົາ​ມາ​ພິມ​ໃສ່​ເສື້ອ​ຂອງ​ຂ້າພະເຈົ້າ ທີ່​ຈະ​ສະທ້ອນເຖິງ​ຄວາມ​ເຊື່ອ ແລະ ປະຈັກ​ພະຍານ​ຂອງ​ຂ້າພະເຈົ້າ. ຂະນະ​ທີ່​ຂ້າພະເຈົ້າ​ໄດ້ຄິດ, ຂ້າພະເຈົ້າ​ໄດ້​ພິຈາລະນາ​ສຳນວນ​ທີ່​ເປັນ​ໄປ​ໄດ້​ຫລາຍໆ​ຢ່າງ. ໃນ​ທີ່​ສຸດ, ຂ້າພະເຈົ້າ​ກໍ​ໄດ້​ເລືອກ​ສຳນວນ​ທີ່​ດີ​ທີ່​ສຸດ​ທີ່​ຂ້າພະເຈົ້າ​ຈະ​ນຸ່ງ​ຢ່າງ​ພາກພູມ​ໃຈ​ວ່າ: “ເຮົາ​ເປັນ​ມໍ​ມອນ. ເຮົາ​ຮູ້. ເຮົາ​ເຮັດ. ເຮົາ​ຮັກ.”

ເຊົ້າ​ມື້ນີ້ ຂ້າພະເຈົ້າ​ຢາກ​ຈະ​ໃຫ້​ຖ້ອຍ​ຄຳ​ຂອງ​ຂ້າພະເຈົ້າ​ເຈາະ​ຈົງ​ຢູ່​ໃນ​ສຳນວນທີ່​ອົງອາດ ແລະ ມີ​ຄວາມ​ຫວັງ​ນີ້.

ສ່ວນ​ທຳ​ອິດ​ຂອງ​ສຳນວນ​ນີ້​ຄື ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ເອງ, ເປັນ​ຄຳ​ປະກາດ​ແບບບໍ່​ຂໍ​ໂທດວ່າ: “ເຮົາ​ເປັນ​ມໍ​ມອນ.” ດັ່ງ​ທີ່​ຍິງ​ໜຸ່ມ ຜູ້ທີ່​ຂ້າພະເຈົ້າ​ໄດ້​ພົບ​ໃນ​ຮ້ານຂາຍ​ອາຫານ ບໍ່​ໄດ້​ຢ້ານ​ທີ່​ຈະ​ໃຫ້​ໂລກ​ຮັບ​ຮູ້​ວ່າ​ນາງ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຂ້າພະເຈົ້າ​ຫວັງ​ວ່າ ເຮົາ​ຈະ​ບໍ່​ຢ້ານ​ກົວ​ເລີຍ ຫລື ລັງ​ເລ​ໃຈ​ທີ່​ຈະ​ຍອມຮັບ​ວ່າ, “ເຮົາ​ເປັນ​ມໍ​ມອນ.” ເຮົາຄວນ​ເປັນ​ຄົນ​ທີ່​ໝັ້ນ​ໃຈ, ດັ່ງ​ທີ່​ອັກ​ຄະ​ສາວົກໂປໂລໄດ້ເປັນ ເມື່ອ​ເພິ່ນ​ໄດ້​ປະກາດ​ວ່າ, “ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ຄົບ​ຖ້ວນ​ໃນ​ຂ່າວ​ປະເສີດ; ເພາະ​ມັນ​ເປັນລິດ​ອຳນາດ​ຂອງ​ພຣະ​ເຈົ້າ ຊຶ່ງ​ຊ່ອຍ​ທຸກ​ຄົນ​ທີ່​ເຊື່ອ​ໃຫ້​ໄດ້​ພົ້ນ.”1 ໃນ​ຖານະ​ສະມາ​ຊິກ ເຮົາ​ເປັນ​ຜູ້​ຕິດຕາມ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ພຣະເຢ​ຊູ​ຄຣິດ. ການປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ຄວາມ​ໝັ້ນ​ໃຈ​ດັ່ງກ່າວ​ເປັນ​ຜົນ​ຂອງ​ຄວາມ​ພະຍາຍາມ​ທີ່​ພາກ​ພຽນ ແລະ ຢ່າງ​ຕັ້ງໃຈ. ມັນ​ເປັນ​ເລື່ອງ​ຂອງ​ສ່ວນ​ບຸກຄົນ. ມັນເປັນ​ຂະ​ບວນ​ການ​ຕະຫລອດຊົ່ວ​ຊີວິດ.

ສຳນວນ​ສ່ວນ​ຕໍ່​ໄປ​ນີ້​ຢືນຢັນ​ວ່າ, “ເຮົາ​ຮູ້.” ໃນ​ໂລກ​ຂອງ​ວັນ​ເວລາ​ນີ້, ກໍ​ມີກິດຈະກຳ, ເລື່ອງ​ລາວ ແລະ ຄວາມ​ສົນໃຈ​ຫລາຍ​ຢ່າງ​ທີ່​ແຍ້​ງ​ຊີງ​ເອົາ​ຄວາມສົນໃຈ​ຂອງ​ເຮົາ​ໄປ. ໂດຍ​ທີ່​ມີ​ຄວາມ​ລົບ​ກວນ​ຢ່າງ​ຫລວງຫລາຍ, ເຮົາ​ມີ​ພະລັງ, ລະບຽບ​ວິໄນ, ແລະ ຄຳ​​ໝັ້ນ​ສັນຍາ​ທີ່​ຈະ​ຄົງ​ເອົາໃຈໃສ່​ສິ່ງ​ທີ່​ສຳຄັນ​​ທີ່​ສຸດ​ບໍ? ເຮົາ​ມີ​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ບໍ ເມື່ອ​ເຮົາ​ຢູ່​ໃນການ​ສຶກ​ສາທາງ​ໂຮງຮຽນ, ໃນ​ອາຊີບ, ເວລາ​ຫວ່າງ, ຫລື ໃນການ​ສົ່ງ​ຂໍ້ຄວາມ​ຕ່າງໆ? ເຮົາ​ສະແຫວງຫາ​ທີ່​ຈະ​ພົບ​ຄຳ​ຕອບ​ຕໍ່ຄຳ​ຖາມ​ຂອງ​ເຮົາ​ຢ່າງ​ກະ​ຕື​ລື​ລົ້ນ ໂດຍການ​ຊື່ນ​ຊົມ​ຢູ່​ກັບ​ພຣະ​ຄຳ​ພີ ແລະ ຄຳ​ສັ່ງສອນ​ຂອງ​ບັນດາ​ສາດສະດາ​ບໍ? ເຮົາ ສະແຫວງຫາ​ການ​ຢືນຢັນ​ຈາກ​ພຣະ​ວິນ​ຍານ​ບໍ?

ຄວາມ​ສຳຄັນ​ຂອງ​ການ​ມີ​ຄວາມ​ຮູ້​ເປັນ​ຫລັກ​ທຳ​ນິລັນດອນ. ສາດສະດາໂຈ​ເຊັບ ສະ​ມິດ “ຮັກ​ຄວາມ​ຮູ້​ເພາະ​ອຳນາດ​ທີ່​ຊອບ​ທຳ​ຂອງ​ມັນ.”2 ເພິ່ນໄດ້​ກ່າວ​ວ່າ: “ຄວາມ​ຮູ້​ແມ່ນ​ຈຳເປັນ​ຕໍ່ຊີວິດ ແລະ ການ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ. ... ຈົ່ງ​ຟັງເຖີດ, ອ້າຍ​ນ້ອງ​ທຸກ​ຄົນ, ຈຸດ​ເດັ່ນ​ທີ່​ຍິ່ງ​ໃຫຍ່​ນີ້​ຄື: ຄວາມ​ຮູ້​ເປັນ​ອຳນາດ​ຂອງພຣະ​ເຈົ້າ​ທີ່​ມີ​ສູ່​ຄວາມ​ລອດ.”3

ຄວາມ​ຈິງ ແລະ ຄວາມ​ຮູ້​ທັງ​ໝົດ​ກໍ​ສຳຄັນ, ແຕ່​ທ່າມກາງ​ການ​ລົບ​ກວນ​ໃນຊີວິດ​ປະຈຳ​ວັນ​ຂອງ​ເຮົາ, ເຮົາ​ຕ້ອງ​ເອົາໃຈໃສ່​ໂດຍສະເພາະ ທີ່​ຈະ​ເພີ່ມ​ຄວາມຮູ້​ເລື່ອງ​ພຣະ​ກິດ​ຕິ​ຄຸນ ເພື່ອ​ວ່າ​ເຮົາຈະ​ສາມາດ​ເຂົ້າໃຈ​ທີ່​ຈະ​ນຳ​ໃຊ້​ຫລັກ​ທຳພຣະ​ກິດ​ຕິ​ຄຸນ​ໃນ​ຊີວິດ​ຂອງ​ເຮົາ.4 ເມື່ອ​ຄວາມ​ຮູ້​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາເພີ່ມ​ທະວີ​ຂຶ້ນ, ເຮົາ​ຈະ​ເລີ່​ມ​ຮູ້ສຶກ​ເຖິງ​ຄວາມ​ໝັ້ນ​ໃຈ​ໃນ​ປະຈັກ​ພະຍານ​ຂອງ​ເຮົາ ແລະ ສາມາດ​ທີ່​ຈະ​ກ່າວ​ອອກ​ໄດ້​ວ່າ, “ເຮົາ​ຮູ້​.”

ຕໍ່​ໄປ​ຄື​ສຳນວນ “ເຮົາ​ເຮັດ.” ພຣະ​ຄຳ​ພີ​ສອນ​ເຮົາ​ວ່າ ເຮົາ​ບໍ່​ຕ້ອງ​ເປັນ “ພຽງແຕ່​ຜູ້ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ; ແຕ່​ຈົ່ງ​ປະຕິບັດ​ຕາມ​ພຣະ​ຄຳ​ນັ້ນ​ອີຫ​ລີ.”5 ເຮົາ​ດຳລົງ​ຊີວິດ​ຕາມພຣະ​ກິດ​ຕິ​ຄຸນ ແລະ ກາຍເປັນ​ຜູ້ “ປະຕິບັດຕາມ​ພຣະ​ຄຳ​ນັ້ນ​ອີ​ຫ​ລີ” ໂດຍ​ການ​ໃຊ້​ສັດທາ, ເຊື່ອ​ຟັງ, ຮັບ​ໃຊ້ຄົນ​ອື່ນ​ຢ່າງ​ມີຄວາມ​ຮັກ, ແລະ ການ​ເຮັດ​ຕາມ​ຕົວຢ່າງ​ຂອງພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ເຮົາ​ດຳລົງ​ຊີວິດ​ດ້ວຍ​ຄວາມ​ຊື່ສັດ ແລະ ເຮັດ​ສິ່ງ​ທີ່​ເຮົາ​ຮູ້ວ່າ​ຖືກຕ້ອງ “ໃນ​ທຸກໆ​ເວລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ​ແຫ່ງ​ຫົນ”6 ບໍ່​ວ່າ​ຈະ​ມີ​ໃຜ​ເບິ່ງ​ເຮົາ​ຢູ່ ຫລື ບໍ່​ກໍ​ຕາມ.

ໃນ​ສະພາບ​ມະຕະ​ຂອງ​ເຮົາ, ບໍ່​ມີ​ຜູ້​ໃດ​ດີ​ພ້ອມ. ແມ່ນ​ແຕ່ໃນຄວາມ​ພະຍາຍາມຢ່າງ​ພາກ​ພຽນ​ທີ່​ສຸດ​ຂອງ​ເຮົາ ທີ່​ຈະ​ດຳລົງ​ຊີວິດ​ຕາມ​ພຣະ​ກິດ​ຕິ​ຄຸນ, ເຮົາ​ທຸກຄົນ​ຈະ​ເຮັດ​ຜິດ, ແລະ ເຮົາທຸກ​ຄົນ​ຈະ​ເຮັດ​ບາບ. ຊ່າງ​ເປັນຄວາມ​ຮັບຮອງ​ທີ່ປອບ​ໃຈ​ແທ້ໆ ທີ່​ຈະ​ຮູ້​ວ່າ ຜ່ານ​ການ​ເສຍ​ສະລະ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ຜູ້​ຊ່ອຍໃຫ້ລອດ, ເຮົາ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ ແລະ ຖືກ​ເຮັດ​ໃຫ້​ສະອາດ​ອີກ​ຄັ້ງ. ຂັ້ນ​ຕອນ​ແຫ່ງ​ການ​ກັບ​ໃຈ ແລະ ການ​ໃຫ້​ອະໄພ​ທີ່ແທ້​ຈິງ​ນີ້ ຈະ​ເຮັດ​ໃຫ້​ປະຈັກ​ພະຍານ​ຂອງ​ເຮົາ​ເຂັ້ມແຂງ ແລະ ໃຫ້ຄວາມ​ຕັ້ງໃຈ​ທີ່​ຈະ​ເຊື່ອ​ຟັງ​ພຣະບັນຍັດ​ຂອງ​ພຣະ​ອົງ ແລະ ດຳລົງ​ຊີວິດ​ຂອງ​ເຮົາ​ຕາມ​ມາດຕະຖານ​ຂອງພຣະ​ກິດ​ຕິ​ຄຸນ.

ເມື່ອ​ຂ້າພະເຈົ້າ​ຄິດ​ເຖິງ​ສຳນວນ​ທີ່​ວ່າ, “ເຮົາ​ເຮັດ,” ຂ້າພະເຈົ້າ ໄດ້​ຄິດ​ເຖິງ​ຍິງໜຸ່ມ​ຄົນ​ໜຶ່ງ​ທີ່​ຂ້າພະເຈົ້າ​ໄດ້​ພົບຊື່ວ່າ ແຄວ​ຣີ​ແກນ. ນາງ​ໄດ້​ຂຽນ​ວ່າ, “ຂ້ານ້ອຍໄດ້​ເປັນ​ສະມາຊິກ​ປະມານ​ປີ​ປາຍ. ... ສຳລັບ​ຂ້ານ້ອຍ, ຕອນ​ຮຽນ​ຢູ່, ສິິ່ງ​ໜຶ່ງ​ທີ່ຊ່ອຍ​ໃຫ້​ຮູ້​ວ່າ​ສາດສະໜາ​ຈັກ​ນີ້​ຈິງ​ໄດ້​ເກີດ​ຂຶ້ນ ເພາະ​ຂ້ານ້ອຍ​ໄດ້​ຮູ້ສຶກ​ວ່າ ໃນ​ທີ່ສຸດ​ຂ້ານ້ອຍ​ກໍ​ໄດ້​ພົບ​ສາດສະໜາ​ຈັກ​ທີ່​ສອນ​ຄວາມ​ຮຽບ​ຮ້ອຍ ແລະ ມາດ​ຕະຖານ. ຂ້ານ້ອຍ​ໄດ້​ເຫັນ​ດ້ວຍ​ຕາ​ຂອງ​ຕົວ​ເອງ​ສີ່​ງ​ທີ່​ເກີດ​ຂຶ້ນ​ກັບ​ຜູ້​ຄົນ​ເມື່ອ​ເຂົາເຈົ້າບໍ່​ເອົາໃຈ​ໃສ່​ພຣະ​ບັນຍັດ ແລະ ເລືອກ​ເສັ້ນທາງ​ທີ່​ຜິດພາດ. ຂ້ານ້ອຍ​ໄດ້​ຕັດສິນໃຈເມື່ອ​ດົນ​ມາ​ແລ້ວ, ວ່າ​ຈະ​ດຳລົງ​ຊີວິດ​ຕາມ​ມາດຕະຖານ​ທາງ​ສິນ​ທຳ. ... ຂ້ານ້ອຍ​ໄດ້​ຮູ້ສຶກ​ວ່າ​ໄດ້​ຮັບ​ພອນ​ຫລາຍທີ່​ໄດ້​ພົບ​ຄວາມ​ຈິງ ແລະ ໄດ້​ຮັບ​ບັບ​ຕິສະ​ມາ. ຂ້ານ້ອຍ​ມີ​ຄວາມສຸກ​ຫລາຍໆ.”7

ສຳນວນ​ສຸດ​ທ້າຍ​ໃນ​ຄຳ​ປະກາດ​ຂອງ​ຂ້າພະເຈົ້າ​ຄື “ເຮົາ​ຮັກ.” ການ​ມີ​ຄວາມ​ຮູ້ເລື່ອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ ແລະ ການ​ດຳລົງ​ຊີວິດ​ຕາມ​ຫລັກ​ທຳພຣະ​ກິດ​ຕິ​ຄຸນ​ຢ່າງ​ພາກ​ພຽນ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ເຮົາ ຈະ​ນຳ​ສະມາຊິກ​ຫລາຍຄົນ​ໃນ​ສາດສະໜາ​ຈັກໃຫ້​ປະກາດ​ຢ່າງ​ກະ​ຕື​ລື​ລົ້ນ​ວ່າ, “ເຮົາ​ຮັກ​ພຣະ​ກິດ​ຕິ​ຄຸນ!”

ຄວາມ​ຮູ້ສຶກ​ນີ້​ຈະ​ມີ​ມາ​ເມື່ອ​ເຮົາ​ຮູ້ສຶກ​ພຣະ​ວິນ​ຍານ​ບໍລິສຸດ ທີ່​ເປັນ​ພະຍານ​ຕໍ່ເຮົາ​ວ່າ​ເຮົາ​ເປັນ​ລູກໆ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ, ວ່າ​ພຣະ​ອົງ​ຮູ້ຈັກເຮົາ, ແລະ ວ່າ​ເຮົາ​ຄົງ​ຢູ່​ໃນ​ເສັ້ນທາງ​ທີ່​ຖືກຕ້ອງ. ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພຣະກິດ​ຕິ​ຄຸນ​ຈະ​ເຕີບ​ໂຕ ຂະນະ​ທີ່​ເຮົາ​ປະສົບ​ຄວາມ​ຮັກ​ຂອງ​ພຣະ​ບິດາ​ໃນ​ສະຫວັນຂອງ​ເຮົາ ແລະ ຄວາມ​ສັນຕິ​ສຸກ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສັນຍາ​ໄວ້ ຂະນະທີ່​ເຮົາ​ສະແດງ​ໃຫ້​ພຣະ​ອົງ​ເຫັນ​ວ່າ​ເຮົາ​ເຕັມ​ໃຈທີ່​ຈະ​ເຊື່ອ​ຟັງ ແລະ ຕິດຕາມພຣະ​ອົງ.

ໃນ​ຊ່ວງ​ເວລາ​ຕ່າງໆ​ໃນ​ຊີວິດ​ຂອງ​ເຮົາ, ບໍ່​ວ່າ​ເຮົາ​ຈະ​ເປັນ​ຜູ້​ປ່ຽນ​ໃຈ​ເຫລື້ອມໃສ​ໃໝ່​ໃນ​ສາດສະໜາ​ຈັກ ຫລື ເປັນ​ສະມາຊິກ​ມາ​ຕະຫລອດ​ຊີວິດ​ກໍ​ຕາມ, ເຮົາ​ອາດ​ໄດ້​ພົບ​ເຫັນ​ວ່າຄວາມ​ກະ​ຕື​ລື​ລົ້ນ​ກໍ​ໄດ້​ສູນຫາຍ​ໄປ. ບາງເທື່ອ​ນີ້​ຈະເກີດ​ຂຶ້ນ​ເມື່ອ​ມີ​ການ​ທ້າ​ທາຍ ແລະ ເຮົາ​ຕ້ອງ​ນຳ​ໄດ້​ໃຊ້​ຄວາມ​ອົດທົນ. ບາງເທື່ອ​ມັນ​ຈະ​ເກີດ​ຂຶ້ນ​ເມື່ອ​ມີ​ຄວາມ​ຮຸ່ງເຮືອງ ແລະ ຄວາມ​ລ້ຳລວຍ. ເມື່ອໃດ​ກໍ​ຕາມ​ທີ່​ຂ້າພະເຈົ້າ​ໄດ້​ມີ​ຄວາມ​ຮູ້ສຶກ​ແບບ​ນີ້, ຂ້າພະເຈົ້າ​ຮູ້​ວ່າ​ຂ້າພະເຈົ້າ​ຕ້ອງກັບ​ມາ​ເອົາໃຈໃສ່​ການ​ເພີ່ມ​ຄວາມ​ຮູ້​ເລື່ອງ​ພຣະ​ກິດ​ຕິ​ຄຸນ ແລະ ດຳລົງ​ຊີວິດ​ຕາມຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ໃຫ້​ໄດ້​ຫລາຍ​ເຕັມທີ່​ໃນ​ຊີວິດ​ຂອງ​ຂ້າພະເຈົ້າ.

ວິທີ​ໜຶ່ງ​ທີ່​ມີ​ຜົນ​ດີ​ທີ່​ສຸດ ແຕ່​ບາງເທື່ອ​ເປັນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ທີ່​ຍາກ​ທີ່​ຈະ​ນຳໃຊ້ກໍ​ແມ່ນ ຄວາມ​ຖ່ອມ​ຕົນ ແລະ ການ​ຍອມ​ຕໍ່​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ. ໃນຄຳ​ອະທິຖານ​ຂອງ​ພຣະຄຣິດໃນ​ສວນ​ເຄດ​ເສ​ມານີ, ພຣະ​ອົງ​​ໄດ້​ກ່າວ​ຕໍ່​ພຣະບິດາ​ວ່າ, “ບໍ່​ແມ່ນ​ປະສົງ​ຂອງ​ລູກ, ແຕ່​ຕາມ​ນ້ຳ​ພຣະ​ໄທ​ຂອງ​ພຣະ​ອົງ.”8 ນີ້​ຄວນເປັນ​ຄຳ​ອະທິຖານ​ຂອງ​ເຮົາ​ຄື​ກັນ. ສ່ວນ​ຫລາຍ, ໃນ​ເວລາ​ທີ່​ງຽບໆ, ທີ່​ເຕັມ​ໄປດ້ວຍ​ຄຳ​ອະທິຖານ​ເຫລົ່າ​ນີ້, ເຮົາ​ຈະ​ຮູ້ສຶກ​ວ່າ​ຖືກ​ອ້ອມ​ຮອບ​ຢູ່​ໃນ​ຄວາມ​ຮັກຂອງພຣະ​ບິດາ​ເທິງ​ສະຫວັນ, ແລະ ຄວາມ​ຮູ້ສຶກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມສຸກ ແລະ ຄວາມ​ຮັກ​ຈະ​ໄດ້​ກັບ​ຄືນ​ມາ.

ຢູ່​ທີ່​ກອງ​ປະຊຸມ​ຜູ້ນຳ​ໃນ​ເມືອງ​ຢູ​ຈີນ ລັດ​ໂອ​ຣີ​ກັນ, ຂ້າພະເຈົ້າ​ໄດ້​ຮັບ​ສິດ​ພິເສດທີ່​ໄດ້​ພົບ ແລະ ເວົ້າ​ລົມ​ນຳ ຊິດ​ສະ​ເຕີ ແຄມ​ມີ ວຽວ​ເບີ​ເກີ. ເລື່ອງ​ທີ່ຊິດ​ສະ​ເຕີ ວຽວ​ເບີ​ເກີ ໄດ້​ແບ່ງປັນ​ກັບ​ຂ້າພະເຈົ້າໄດ້​ເປັນ​ພະຍານ​ເຖິງ​ອຳນາດ ແລະ ພອນຂອງ​ຍິງ​ໜຸ່ມ​ຄົນ​ໜຶ່ງທີ່​ຮູ້, ເຮັດ​ຕາມ, ແລະ ຮັກ​ພຣະ​ກິດ​ຕິ​ຄຸນ.

ນາງ ບຣຸກ ອາຍຸ 19 ປີ, ລູກ​ສາວ​ຂອງຊິດ​ສະ​ເຕີ ວຽວ​ເບີ​ເກີ ຖືກ​ຂ້າ​ຕາຍ​ຢ່າງ​ເສົ້າ​ສະຫລົດ​ໃຈ​ເມື່ອ​ສີ່​ຫ້າ​ປີ​ກ່ອນ ໃນ​ລະດູ​ພັກ​ຮ້ອນ ຫລັງ​ຈາກ​ປີ​ທຳ​ອິດຂອງ​ນາງ​ທີ່​ມະຫາວິທະຍາໄລ. ຊິດ​ສະ​ເຕີ ວຽວ​ເບີ​ເກີ ໄດ້​ເລົ່າ​ໃຫ້​ຟັງ​ວ່າ, “ນັ້ນເປັນ​ຊ່ວງ​ເວລາ​ທີ່​ຍາກລຳບາກ ແລະ ໂສກເສົ້າ​ຫລາຍ​ສຳລັບ​ຄອບຄົວ​ຂອງພວກ​ເຮົາ. ເຖິງຢ່າງໃດ​ກໍ​ຕາມ, ນາງ ບຣຸກ ໄດ້​ມອບ​ຂອງຂວັນ​ທີ່​ຍິ່ງ​ໃຫຍ່​ໃຫ້​ພວກ​ເຮົາ​ແລ້ວ. ພວກ​ເຮົາ​ບໍ່​ໄດ້​ຮັບ​ຮູ້​ສິ່ງ​ນີ້​ຂະນະ​ທີ່​ນາງ​ເຕີບ​ໂຕ, ແຕ່ທຸກໆ​ປີ ແລະ ຊ່ວງ​ເວລາໃນ​ຊີວິດ​ຂອງ​ນາງ, ນາງ ບຣຸກ ໄດ້​ມອບ​ຂອງຂວັນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ທີ່​ລູກ​ສາວຄົນ​ໜຶ່ງ​ສາມາດ​ມອບ​ໃຫ້​ພໍ່​ແມ່​ຂອງ​ນາງ. ນາງ ບຣຸກ ໄດ້​ເປັນ​ທິດາ​ຜູ້​ຊອບ​ທຳຂອງ​ພຣະ​ເຈົ້າ. ... ເພາະ​ຍ້ອນ​ຂອງຂວັນ​ນີ້ ແລະ ໂດຍ​ສະເພາະ​ຍ້ອນ​ອຳນາດ​ແຫ່ງ​ການ​ຊົດ​ໃຊ້, ຂ້ອຍ​ຈຶ່ງ​ໄດ້​ຮັບ​ພະລັງ, ຄວາມ​ປອບ​ໂຍນ, ແລະ ຄວາມ​ສັນຕິ​ສຸກ​ທີ່​ພຣະ​ຜູ້​ຊ່ອຍໃຫ້​ລອດ​​ໄດ້​ສັນຍາ​ໄວ້. ຂ້ອຍ​ບໍ່​ສົງໄສ​​ເລີຍວ່າ ນາງ ບຣຸກ ຢູ່​ໃສ​ໃນ​ເວລາ​ນີ້ ແລະ ລໍຖ້າ​ດ້ວຍ​ຄວາມ​ຫວັງ​ເຖິງ​ການ​ຢູ່​ຮ່ວມ​ກັນ​ອີກຄັ້ງ​ຂອງພວກ​ເຮົາ.”9

ຂ້າພະເຈົ້າ​ມີ​ປະຈັກ​ພະຍານເຖິງ​ແຜນທີ່​ຍິ່ງ​ໃຫຍ່​ແຫ່ງ​ຄວາມສຸກ​ນິລັນດອນຂອງ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ. ຂ້າພະເຈົ້າ​ຮູ້​ວ່າ​ພຣະ​ອົງ​ຮູ້ຈັກ​ເຮົາ ແລະ ຮັກ​ເຮົາ. ຂ້າພະເຈົ້າ​ຮູ້​ວ່າ​ພຣະ​ອົງ​ໄດ້​ຕຽມ​ສາດສະດາ, ຄື ປະທານທອມ​ມັສ ແອັສ ມອນ​ສັນ, ເພື່ອ​ໃຫ້ກຳລັງ​ໃຈ ແລະ ຊ່ອຍ​ນຳພາເຮົາ​ກັບຄືນ​ໄປ​ຫາ​ພຣະ​ອົງ. ຂ້າພະເຈົ້າ​ອະທິຖານ​ວ່າ ເຮົາ​ແຕ່ລະຄົນ​ຈະ​ຕັ້ງໃຈ​ພະຍາຍາມທີ່​ຈະ​ປະກາດ​ຢ່າງ​ໝັ້ນ​ໃຈ​ໄດ້​ວ່າ, “ເຮົາ​ເປັນ​ມໍ​ມອນ. ເຮົາ​ຮູ້. ເຮົາ​ເຮັດ. ເຮົາ​ຮັກ.” ຂ້າພະເຈົ້າ​ກ່າວ​ສິ່ງ​ເຫລົ່າ​ນີ້​ດ້ວຍ​ຄວາມ​ຖ່ອມ​ຕົນ ໃນ​ພຣະ​ນາມຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.

ໝາຍ​ເຫດ: ສຳລັບ​ການ​ສຶກ​ສາ​ເພີ່ມ​ເຕີມ, ຂ້າພະເຈົ້າ​ຂໍ​ແນະນຳ​ໃຫ້​ອ່ານ​ ​ແອວ​ມາ 32 ຂ່າວສານ​ຂອງແອວ​ເດີ ດາ​ລິນ ເອັຈ ໂອກສ໌, “The Challenge to Become” (Liahona, Jan. 2001, 40–43).

ແຫລ່ງ​ອ້າງ​ອີງ

  1. ​ໂຣມ 1:16.

  2. George Q. Cannon, in Teachings of Presidents of the Church: Joseph Smith (2007), 261.

  3. Teachings: Joseph Smith, 265; see also Martha Jane Knowlton Coray, notebook, Church History Library, Salt Lake City.

  4. ​ເບິ່ງ knowledge value experience number 1, Young Women Personal Progress (booklet, 2009), 38.

  5. ຢາ​ໂກ​​ໂບ 1:22.

  6. ​ໂມ​ໄຊ​ຢາ 18:9.

  7. ຈົດໝາຍ​ສ່ວນ​ຕົວ.

  8. ລູກາ 22:42.

  9. ຈົດໝາຍ​ສ່ວນ​ຕົວ.