​2010–2019
ສັດທາ​ໃນ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດຖືກ​ຂຽນ​ໄວ້​ຢູ່​ໃນ​ໃຈ​ຂອງ​ເຮົາ​ບໍ?
ຕຸລາ 2012


ສັດທາ​ໃນ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດຖືກ​ຂຽນ​ໄວ້​ຢູ່​ໃນ​ໃຈ​ຂອງ​ເຮົາ​ບໍ?

ການ​ເຮັດ, ຮັກສາ, ​ແລະ ປິ​ຕິ​ຍິນ​ດີ​ໃນ​ພັນທະ​ສັນຍາ​ຂອງ​ເຮົາ ຈະ​ເປັນ​ຫລັກ​ຖານ​ວ່າການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດຈະ​ຖືກ​ຂຽນ​ໄວ້​ຢູ່​ໃນ​ໃຈ​ຂອງ​ເຮົາ​ແທ້ໆ.

​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ທ່ານ​ໄດ້​ຢູ່​ໃນ​ຄວາມ​ຄິດ ​ແລະ ​ໃນ​​ໃຈ​ຂອງ​ຂ້າພະ​ເຈົ້າ​ເປັນ​ເວລາ​ຫລາຍ​ເດືອນ​ແລ້ວ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ໄຕ່ຕອງ​ກ່ຽວ​ກັບໜ້າ​ທີ່​ຮັບຜິດຊອບ​ທີ່​ທ້າ​ທາຍ​ນີ້. ​ເຖິງ​ແມ່ນ​ຂ້າພະ​ເຈົ້າຮູ້ສຶກ​ວ່າ​ບໍ່​ພຽບພ້ອມ​ສຳລັບ​ໜ້າ​ທີ່​ຮັບຜິດຊອບ​ທີ່​ຂ້າພະ​ເຈົ້າມີ​ຢູ່​ນີ້, ​ແຕ່​ຂ້າພະ​ເຈົ້າຮູ້​ວ່າ ການ​ເອີ້ນ​ໄດ້​ມາ​​ເຖິງ​ຂ້າພະ​ເຈົ້າຈາກ​ພຣະຜູ້​ເປັນ​ເຈົ້າ ຜ່ານ​ສາດສະດາ​ທີ່​ຖືກ​ເລືອກ​ໄວ້​ຂອງ​ພຣະອົງ, ​ແລະ ສຳລັບ​ຕອນ​ນີ້ ພຽງ​ເທົ່າ​ນັ້ນກໍ​ພໍ​ແລ້ວ. ພຣະຄຳ​ພີ​ສອນ​ວ່າ ບໍ່​ວ່າ​ຈະ​ເປັນໂດຍ​ສຽງຂອງ [ພຣະຜູ້​ເປັນ​ເຈົ້າ] ເອງ ຫລື​ ​ໂດຍສຽງຂອງ​ຜູ້​ຮັບ​ໃຊ້​ [ຂອງ​ພຣະອົງ], ມັນກໍເໝືອນກັນ.”1

ຂອງ​ປະທານ​ອັນ​ລ້ຳຄ່າ​ຢ່າງ​ໜຶ່ງ​ກັບ​ການ​ເອີ້ນ​ນີ້​ຄື ຄວາມ​ແນ່ນອນ​ໃຈ​ວ່າ​ພຣະບິດາ​ເທິງ​ສະຫວັນ​ຮັກ​ທິດາ​ທຸກ​ຄົນ​ຂອງ​ພຣະອົງ. ຂ້າພະ​ເຈົ້າຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ​ແຕ່ລະຄົນ!

ເຊັ່ນ​ດຽວ​ກັບ​ທ່ານ, ຂ້າພະ​ເຈົ້າຮັກ​ພຣະຄຳ​ພີ! ຢູ່​ໃນ​ພຣະທຳ​ເຢ​ເລ​ມີ​ຢາ ​ເຮົາ​ເຫັນ​ຂໍ້​ພຣະຄຳ​ພີ ຊຶ່ງ​ຂ້າພະ​ເຈົ້າມັກ​ຫລາຍ. ​ເຢ​ເລ​ມີ​ຢາ​ໄດ້​ມີ​ຊີວິດ​ຢູ່​ໃນ​ຕອນ ​ແລະ ​ໃນ​ບ່ອນ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ຫລາຍ, ​ແຕ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ປ່ອຍ​ໃຫ້​ເພິ່ນ “ຫລິງ​ເຫັນ​ວັນ​ເວລາ​ແຫ່ງ​ຄວາມ​ຫວັງ​ໃນ​ຍຸກ​ສຸດ​ທ້າຍ​ຕອນ​ເຕົ້າ​ໂຮມ​ຊາວ​ອິດສະຣາ​ເອນ”2—ວັນ​ເວລາ​ຂອງ​ເຮົາ. ​ເຢ​ເລ​ມີ​ຢາ​ໄດ້​ທຳນາຍ​ວ່າ:

“ຄຳ​ໝັ້ນສັນຍາ​ໃໝ່​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ອິດສະ​ລາ​ເອນ ຈະ​ເປັນ​ດັ່ງ​ນີ້, ​ເຮົາ ຈະຂຽນບັນຍັດ​ຂອງ​ເຮົາ​ໄວ້​​ໃນ​ໃຈ​ເຂົາ; ​ແລະ ຂຽນ​ບັນຍັດ​ນັ້ນ​ໄວ້​ທີ່​ຫົວ​ໃຈ​ຂອງ​ເຂົາ​ເຈົ້າ. ​ເຮົາ​ຈະ​ເປັນ​ພຣະ​ເຈົ້າຂອງ​ເຂົາ​ ​ແລະ ​ເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ. …

“… ທຸກ​ຄົນ​ຈະ​ຮູ້ຈັກ​ເຮົາ ​ແຕ່​ຜູ້​ນ້ອຍ​ທີ່​ສຸດ​ຈົນ​ເຖິງ​ຜູ້​ໃຫຍ່​ທີ່​ສຸດ. ​ເຮົາ​ຈະ​ອະ​ໄພ​ການ​ບາບ​ຂອງ​ເຂົາ ​ແລະ ​ເຮົາ​ຈະ​ບໍ່​ຈົດ​ຈຳ​ຄວາມ​ຜິດ​ຂອງ​ເຂົາ​ອີກ​ຕໍ່​ໄປ.”3

ເຮົາ​ເປັນ​ຜູ້​ຄົນທີ່​ເຢ​ເລ​ມີ​ຢາ​ໄດ້​ເຫັນ. ​ເຮົາ​ໄດ້​ເຊື້ອ​ເຊີນ​ພຣະຜູ້​ເປັນ​ເຈົ້າ​ໃຫ້​ຂຽນ​ບັນຍັດ​ໄວ້​ໃນ​ໃຈ​ຂອງ​ເຮົາ​ບໍ່, ຫລື ຄຳ​ສອນ​ໄວ້​ໃນ​ໃຈ​ຂອງ​ເຮົາ? ​ເຮົາ​ເຊື່ອ​ວ່າ​ການ​ອະ​ໄພ​ນັ້ນມີ​ໃຫ້​ຜ່ານ​ການ​ຊົດ​ໃຊ້ທີ່​ເຢ​ເລ​ມີ​ຢາ​ໄດ້​ກ່າວ​ເຖິງ​ຫລື​ບໍ່ ​ເພື່ອ​ເຮົາ​ຈະ​ໄດ້​ນຳ​ໃຊ້​ມັນ​ກັບ​ຕົວ​ເຮົາ​ເອງ?

ສອງ​ສາມ​ປີ​ກ່ອນ​ ​ແອວ​ເດີ ​ແຈັບຟະ​ຣີ ອາ ຮໍ​ແລນ ​ໄດ້​ແບ່ງປັນ​ຄວາມ​ຮູ້ສຶກ​ຂອງ​ເພິ່ນ​ກ່ຽວ​ກັບ​ສັດທາ​ທີ່​ຢັ່ງ​ລົງ​ເລິກ​ຂອງ​ກຸ່ມ​ບຸກ​ເບີກ ຜູ້​ໄດ້​ເດີນທາງ​ມາ​ຫາ​ຮ່ອມ​ພູ​ເມືອງ​ເຊົາ​ເລັກ ​ແມ່ນ​ແຕ່​ຫລັງ​ຈາກ​ການ​ຕາຍ​ຂອງ​ລູກ​ໆ​ຂອງ​ເຂົາ​ເຈົ້າ. ​ເພິ່ນ​ໄດ້​ກ່າວ​ວ່າ, “​ເຂົາ​ເຈົ້າບໍ່​ໄດ້​ສິ່ງ​ນັ້ນ​ເພື່ອ​ໂຄງການ, ​ເຂົາ​ເຈົ້າບໍ່​ໄດ້​ເຮັດ​ມັນ​ເພື່ອ​ກິດຈະກຳ​ຂອງ​ສັງຄົມ, ​​ແຕ່ເຂົາ​ເຈົ້າໄດ້​ເຮັດ​ມັນ ​ເພາະ​ສັດທາ​​ໃນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດຝັງ​ຢູ່​ໃນ​ຈິດ​ວິນ​ຍານ​ຂອງ​ເຂົາ​ເຈົ້າ, ​ເປັນ​ໄຂ​ຢູ່​ໃນ​ກະດູກ​ຂອງ​ເຂົາ​ເຈົ້າ.”

ເພິ່ນ​ໄດ້​ກ່າວ​ດ້ວຍ​ຄວາມ​ຮູ້ສຶກ​ທີ່​ອ່ອນ​ນ້ອມ​ວ່າ:

“ສິ່ງ​ນັ້ນ​ເປັນ​ສິ່ງ​ດຽວ​ທີ່​ຊ່ອຍ​ໃຫ້​ແມ່​ສາມາດ​ຝັງ [ລູກນ້ອຍໆ​ຂອງ​ເຂົາ​ເຈົ້າ] ​ໄວ້​ໃນ​ແກັດ​ເຂົ້າຈີ່ ​ແລະ ກ້າວ​ເດີນ​ຕໍ່​ໄປ, ​ໂດຍ​ກ່າວ​ວ່າ, ‘​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ​ມີ​ຢູ່​ບ່ອນ​ໃດ​ບ່ອນ​ໜຶ່ງ. ພວກ​ເຮົາ​ຈະ​ໄປ​ເຖິງ​ຮ່ອມ​ພູ​ແຫ່ງ​ນັ້ນ.’

“ເຂົາ​ເຈົ້າ​ເວົ້າສິ່ງ​ນັ້ນອອກ​ມາ​ໄດ້ ​ເພາະ​ພັນທະ​ສັນຍາ ​ແລະ ຄຳ​ສອນ ​ແລະ ສັດທາ​ ​ແລະ ການ​ເປີດ​ເຜີຍ ​ແລະ ພຣະວິນ​ຍານ.”

ເພິ່ນ​ໄດ້​ກ່າວ​ສະຫລຸບ​ດ້ວຍ​ຖ້ອຍ​ຄຳ​ທີ່​ກະ​ຕຸ້ນ​ໃຈ​ວ່າ: “ຖ້າ​ຫາກ​ເຮົາ​ສາມາດ​ຮັກສາ​ສິ່ງ​ເຫລົ່າ​ນີ້​ໄວ້​ໃນ​ຄອບຄົວ​ຂອງ​ເຮົາ ​ແລະ ​ໃນ​ສາດສະໜາ​ຈັກ, ບາງທີ​ສິ່ງ​ອື່ນໆ​ຈະ​ເຂົ້າທີ່​ເຂົ້າທາງ​ຂອງ​ມັນ​ເອງ. ບາງທີອາດ​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ຕົກ​ເຫ່ຍລົງ​ຈາກ​ລໍ້. ຂ້າພະ​ເຈົ້າ​ໄດ້​ຍິນ​ວ່າ ລໍ້​ເຫລົ່ານັ້ນສາມາ​ຕ່າງ​ເຄື່ອງ​ໄດ້​ພຽງ​ເລັກ​ນ້ອຍ. ​ເຊັ່ນ​ດຽວ​ກັບ​ບັນພະບຸລຸດ​ຂອງ​ເຮົາ​ຕ້ອງໄດ້​ເລືອກວ່າຕ້ອງ​ເອົາ​ອັນ​ໃດ​ໄປ​ນຳ, ບາງທີ​ສັດຕະວັດ​ທີ 21 ຈະ​ບັງຄັບ​ໃຫ້​ເຮົາ​ເລືອກວ່າ, ‘​ເຮົາ​ຄວນ​ເອົາ​ສິ່ງ​ໃດ​ຂຶ້ນ​ໃສ່​ລໍ້​ຂອງ​ເຮົາ?’ ມັນ​ສຳຄັນ​ຕໍ່​ຈິດ​ວິນ​ຍານ​ຂອງ​ເຮົາ; ​ສິ່ງ​ທີ່​ເປັນ​ໄຂ​ຢູ່​ໃນ​ກະດູກ​ຂອງ​ເຮົາ.”4 ຫລື, ອີກ​ຄຳ​ໜຶ່ງ, ມັນ​ເປັນ​ສິ່ງ​ທີ່​ຖືກ​ຂຽນ​ໄວ້​ຢູ່​​ໃນ​ໃຈ​ຂອງ​ເຮົາ​ຫລື​ບໍ່!

​ໃນ​ຖານະ​ທີ່​ເປັນຝ່າຍ​ປະທານ​ຂອງ​ສະມາຄົມ​ສະຕີ​ສົງ​ເຄາະ, ພວກເຮົາຕ້ອງ​ສະ​ແຫວ​ງຫາ​ພຣະຜູ້​ເປັນ​ເຈົ້າດ້ວຍ​ຄວາມ​ພາກ​ພຽນ ​ເພື່ອ​ຈະ​ໄດ້​ຮູ້​ວ່າ ອັນ​ໃດ​ເປັນ​ສິ່ງ​ສຳຄັນ​ທີ່​ພຣະອົງ​ມີ ​ເພື່ອ​ເອົາ​ຂຶ້ນ​ໃສ່​ລໍ້​ຂອງ​ສະມາຄົມ​ສະຕີ​ສົງ​ເຄາະ ​ເພື່ອ​ຈະ​ໄດ້​ນຳພາ​ວຽກ​ງານ​ຂອງ​ພຣະອົງ​ໄປ​ຂ້າງ​ໜ້າ. ພວກ​ເຮົາ​ຮູ້ສຶກ​ວ່າ​ທຳ​ອິດພຣະບິດາ​ເທິງ​ສະຫວັນຈະ​ໃຫ້​ພວກເຮົາ​ຊ່ອຍ​ເຫລືອ​ທິດາ​ທີ່​ຮັກຫອມ​ຂອງ​ພຣະອົງ ​ໃຫ້​ເຂົ້າ​ໃຈ​ຄຳ​ສອນ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ. ​ເມື່ອເຮົາ​ເຮັດ​ເຊັ່ນ​ນັ້ນ, ​ເຮົາ​ຈະ​ຮູ້​ວ່າ​ສັດທາ​ຂອງ​ເຮົາ​ຈະ​ເຂັ້ມ​ແຂງ​ຂຶ້ນ, ​​ໃນ​ຂະນະ​ທີ່​ເຮົາ​ມີ​ຄວາມ​ປາຖະໜາ​ທີ່​ຈະ​ດຳລົງ​ຊີວິດ​ໃນ​ຄວາມ​ຊອບ​ທຳ. ທີ​ສອງ, ​ເມື່ອ​ເຮົາ​ໄຕ່ຕອງ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບຄົວ ​ແລະ ບ້ານ​ເຮືອນ, ​ເຮົາ​ຈະ​ຮູ້ສຶກ​ວ່າ ພຣະຜູ້​ເປັນ​ເຈົ້າຈະ​ໃຫ້​ເຮົາ​ຊຸກຍູ້ລູກໆ​ທີ່​ຮັກຫອມ​ຂອງ​ພຣະອົງ​ເອົາ​ໃຈ​ໃສ່​ຕໍ່​ພັນທະ​ສັນຍາ​ຂອງ​ເຂົາ​ເຈົ້າດ້ວຍ​ຄວາມ​ເບີກບານ​ໃຈ. ​ເມື່ອ​ຮັກສາ​ພັນທະ​ສັນຍາ, ​​ແລ້ວ​ຄອບຄົວ​ຈະ​ເຂັ້ມ​ແຂງ​ຂຶ້ນ. ​ໃນ​ທີ່​ສຸດ, ​ເຮົາ​ຈະ​ຮູ້ສຶກ​ວ່າ ພຣະອົງ​ຈະ​ໃຫ້​ເຮົາ​ເຮັດ​ວຽກ​ງານ​ນຳ​ກັນ ​ແລະ ນຳ​ອົງການ​ຊ່ອຍ​ເຫລືອ​ອື່ນໆ ​ແລະ ນຳ​ຜູ້ນຳ​ຖານະ​ປະ​ໂລຫິດ​ຂອງ​ເຮົາ, ​ໂດຍ​ພະຍາຍາມ​ຊອກ​ຫາ​ຄົນ​ທີ່​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ​ຢູ່​ໃນ​ເສັ້ນທາງ. ມັນ​ເປັນ​ຄຳ​ອະທິຖານ​ອັນ​ຈິງ​ໃຈ​ຂອງພວກ​ເຮົາ ວ່າ​ເຮົາ​ແຕ່ລະຄົນ​ຈະ​ເປີດ​ໃຈ ​ແລະ ປ່ອຍ​ໃຫ້​ພຣະຜູ້​ເປັນ​ເຈົ້າຂຽນ​ຄຳ​ສອນ​ແຫ່ງ​ການ​ຊົດ​ໃຊ້, ພັນທະ​ສັນຍາ, ​ແລະ ຄວາມ​ເປັນ​ໜຶ່ງ​ໄວ້​ໃນ​ນັ້ນ.

ເຮົາ​ຈະ​ຫວັງ​​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ຄອບຄົວ ຫລື ຊ່ອຍ​ເຫລືອ​ຄົນ​ອື່ນ​ໄດ້​ແນວ​ໃດ ຖ້າ​ຫາກ​ເຮົາ​ບໍ່​ມີ​ສັດທາ​ໃນ​ພຣະ​ເຢຊູ​ຄຣິດ ​ແລະ ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດຂຽນ​ໄວ້​ຢູ່​ໃນ​​ໃຈ​ຂອງ​ເຮົາ? ຄ່ຳ​ຄືນ​ນີ້ ຂ້າພະ​ເຈົ້າຢາກ​ແບ່ງປັນ​ຫລັກ​ທຳ​ສາມ​ຢ່າງ​ກ່ຽວ​ກັບ​ການ​ຊົດ​ໃຊ້​ ຊຶ່ງ​ຖ້າ​ຫາກ​ມັນຖືກ​ຂຽນ​ໄວ້​ຢູ່​ໃນ​​ໃຈ​ຂອງ​ເຮົາ ​ແລ້ວ​ມັນ​ຈະ​ເພີ່ມ​ສັດທາ​ຂອງ​ເຮົາ​ໃນ​ພຣະ​ເຢຊູ​ຄຣິດ. ມັນ​ເປັນຄວາມ​ຫວັງ​ຂອງ​ຂ້າພະ​ເຈົ້າທີ່​ຈະ​ໃຫ້​ຄວາມ​ເຂົ້າ​ໃຈ​ຫລັກ​ທຳ​ເຫລົ່າ​ນີ້​ເປັນ​ພອນ​ໃຫ້​ແກ່​ເຮົາ​ແຕ່ລະຄົນ ບໍ່​ວ່າ​ເຮົາ​ໃໝ່​ຕໍ່​ສາດສະໜາ​ຈັກ ຫລື ​ເປັນ​ສະ​ມາ​ຊິກ​ມາ​ຕະຫລອດ​ຊີວິດ.

ຫລັກ​ທຳຂໍ້​ທີ 1: “ສິ່ງ​ທີ່​ບໍ່​ຍຸດຕິ​ທຳ​ທັງຫລາຍໃນຊີວິດ ສາມາດ​ຖືກ​ແກ້​ໄຂ​ໃຫ້​ຖືກຕ້ອງ​ໄດ້ ​ໂດຍ​ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ.”5

​ພວກເຮົາ, ຮ່ວມ​ກັບ​ທ່ານ​ທັງຫລາຍ, ຂໍ​ເປັນ​ພະຍານ​ເຖິງ​ການ​ຊົດ​ໃຊ້ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ. ປະຈັກ​ພະຍານຂອງ​ພວກ​ເຮົາ, ​ເຊັ່ນ​ດຽວ​ກັບ​ພວກ​ທ່ານ, ​ໄດ້​ຖືກ​ຂຽນ​ໄວ້​ຢູ່​ໃນ​ໃຈ​ຂອງ​ເຮົາ ​ເມື່ອ​ເຮົາ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ ​ແລະ ຄວາມທຸກ​ຍາກ​ລຳບາກ. ການ​ປາດ​ສະ​ຈາກ​ຄວາມ​ເຂົ້າ​ໃຈ​ແຜນ​ແຫ່ງ​ຄວາມສຸກ​ທີ່​ດີ​ພ້ອມ​ຂອງ​ພຣະບິດາ​ເທິງ​ສະຫວັນ, ​ແລະ ການ​ຊົດ​​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດວ່າ​ເປັນ​ຈຸດ​ໃ​ຈກາງຂອງ​ແຜນ, ​ແລ້ວ​ການ​ທ້າ​ທາຍ​ເຫລົ່ານັ້ນ ຈະ​ເບິ່ງ​ຄື​ວ່າ​ບໍ່​ຍຸດຕິ​ທຳ. ​ເຮົາ​ທຸກ​ຄົນ​ຈະ​ປະ​ເຊີນ​ກັບ​ການ​ທົດ​ສອບ​ໃນ​ຊີວິດ. ​ແຕ່​​ໃຈ​ທີ່​ຊື່ສັດ​ຈະ​ມີ​ຄຳ​ຂຽນ​ໄວ້​ວ່າ “​ສິ່ງ​ທີ່​ບໍ່​ຍຸດຕິ​ທຳ​​ທັງຫລາຍໃນຊີວິດ ສາມາດ​ຖືກ​ແກ້​ໄຂ​ໃຫ້​ຖືກຕ້ອງ​ໄດ້ ​ໂດຍ​ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ.”

ເປັນ​ຫຍັງ​ພຣະຜູ້​ເປັນ​ເຈົ້າຈຶ່ງ​ປ່ອຍຄວາມທຸກ​ທໍລະມານ ​ແລະ ຄວາມທຸກ​ຍາກ​ລຳບາກ​ມາສູ່​ເຮົາ​ໃນ​ຊີວິດ​ນີ້? ​ເວົ້າງ່າຍໆ, ມັນ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ແຜນ​ສຳລັບ​ຄວາມ​ເຕີບ​ໂຕ​ ແລະ ຄວາມ​ກ້າວໜ້າ​ຂອງ​ເຮົາ! ​ເຮົາ “ໄດ້​ຮ້ອງ​ໂຮ​ດ້ວຍ​ຄວາມ​ຊື່ນ​ຊົມ”6 ​ເມື່ອ​ເຮົາ​ຮູ້​ເຖິງ​ໂອກາດ​ທີ່​ຈະ​ໄດ້​ມາສູ່​ແຜ່ນດິນ​ໂລກ ​ເພື່ອ​ປະສົບ​ກັບ​ການ​ເປັນ​ມະຕະ. ​ແອວ​ເດີ ດາ​ລິນ ເອັຈ ​ໂອກສ໌ ​ໄດ້​ສອນ​ວ່າ, “ຄວາມ​ຕ້ອງການ​ຂອງ​ເຮົາ​ທີ່​ຈະ​ປ່ຽນ​ໃຈ​ເຫລື້ອມ​ໃສ ມັກ​ຈະ​ບັນລຸ​ຄວາມ​ສຳ​ເລັດ​ໂດຍ​ການ​ຮັບ​ທຸກທໍລະມານ ​ແລະ ຄວາມທຸກ​ຍາກ​ລຳບາກ ຫລາຍ​ກວ່າ​ການ​ໄດ້​ຮັບ​ຄວາມ​ປອບ​ໂຍນ ​ແລະ ​ແລະ ຄວາມ​ສະຫງົບ.”7

ຕົວຢ່າງ​ຂອງ​ເອື້ອຍ​ນ້ອງ​ຜູ້​ບຸກ​ເບີກ​ທີ່​ຊື່ສັດ​ໄດ້​ສະ​ແດງ​ເຖິງ​ຄວາມ​ຈິງ​ນີ້. ນາງ​ແມ​ຣີ ຫລຸຍ ວ໊ອກ​ເກີ ​ໄດ້​ແຕ່ງງານ​ຕອນ​ນາງ​ມີ​ອາຍຸ​ໄດ້ 17 ປີ ກັບ ຈອນ ມໍ​ຣິສ ຢູ່​ເມືອງ​ເຊັ້ນ ຫລຸຍ, ລັດ​ມີ​ເຊີ​ຣີ. ​​ເຂົາ​​ເຈົ້າ​ໄດ້​ເດີນທາງ​ຂ້າມ​ທົ່ງພຽງ​ຮ່ວມ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ປີ 1853, ​ເຂົ້າມາ​ເຖິງ​ຮ່ອມ​ພູ​ເມືອງ​ເຊົາ​ເລັກ ບໍ່​ດົນ​ຫລັງ​ຈາກ​ວັນ​ຄົບຮອບ​ການ​ແຕ່ງງານ​ໄດ້​ໜຶ່ງ​ປີ​ຂອງ​ເຂົາ​ເຈົ້າ. ​ໃນ​ຊ່ວງ​ໄລຍະ​ເດີນທາງ​ມານັ້ນ ​ເຂົາ​ເຈົ້າກໍ​ໄດ້​ຮັບ​ທຸກ​ທໍລະມານ​ຄື​ກັນ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າຄົນ​ອື່ນໆ. ​ແຕ່​ຄວາມທຸກ​ທໍລະມານ​ຂອງ​ເຂົາ​ເຈົ້າບໍ່​ໄດ້​ສິ້ນ​ສຸດ​ລົງ​​ເມື່ອ​ເຂົາ​ເຈົ້າມາ​ເຖິງ​ຫ່ອມພູ​ເມືອງ​ເຊົາ​ເລັກ. ປີ​ຕໍ່​ມາ​, ຕອນ​ນັ້ນນາງ​ແມ​ຣີມາ​ອາຍຸ​ໄດ້ 19 ປີ, ​ໄດ້​ຂຽນ​ວ່າ: “ລູກ​ຊາຍ​ທີ່​ໄດ້​ເກີດ​ມາ. … ຄື​ນໜຶ່ງ ຕອນ​ລາວ​ມີ​ອາຍຸ​ໄດ້​ສອງ​ສາມ​ເດືອນ … ມີ​ສຽງ​ຊື່​ມ​ໃສ່​ຫູ​ຂອງ​ຂ້າພະ​ເຈົ້າວ່າ, ‘​ເຈົ້າຈະ​ສູນ​ເສຍ​ລູກນ້ອຍ​ຂອງ​ເຈົ້າ.’”

ໃນ​ຊ່ວງ​ໄລຍະ​ລະດູ​ໜາວ, ສຸຂະພາບ​ຂອງ​ລູກນ້ອຍ​ໄດ້​ໜັກ​ລົງ. “ພວກ​ເຮົາ​ໄດ້​ເຮັດ​ທຸກ​ສິ່ງ​ທີ່​ພວກ​ເຮົາ​ສາມາດ​ເຮັດ​ໄດ້, … ​ແຕ່​ລູກນ້ອຍ​ນັບ​ມື້​ນັບ​ມີ​ອາການ​ໜັກ​ຫລາຍ​ຂຶ້ນ … ​ໃນ​ວັນ​ທີ​ສອງ​ຂອງ​ເດືອນ​ສອງ ລາວ​ໄດ້​ເສຍ​ຊີວິດ​ໄປ … ​ແລະ ຂ້າພະ​ເຈົ້າ​ໄດ້​ດື່ມ​ຈອກ​ອັນ​ຂົມຂື່ນ ທີ່​ໄດ້​ຖືກ​ແຍກ​ອອກ​ຈາກ​ສາຍ​ເລືອດ​ຂອງ​ຂ້າພະ​ເຈົ້າ.” ​ແຕ່​ການ​ທົດ​ລອງ​ຂອງ​ນາງ​ບໍ່​ໄດ້​ສິ້ນ​ສຸດ​ລົງ. ສາມີ​ຂອງ​ນາງ​ແມຣີ​ໄດ້​ລົ້ມປ່ວຍ​ລົງ​ຄື​ກັນ, ​ແລະ ສາມ​ອາທິດ​ຫລັງ​ຈາກ​ໄດ້​ສູນ​ເສຍ​ລູກນ້ອຍ​ໄປ, ສາມີ​ຂອງ​ນາງ​ກໍ​ໄດ້​ເສຍ​ຊີວິດ​ໄປຄື​ກັນ.

ນາງ​ແມ​ຣີ​ໄດ້​ຂຽນ​ວ່າ: “ສະນັ້ນຂ້າພະ​ເຈົ້າ, ​ໃນ​ຕອນ​ທີ່​ຍັງ​ຢູ່​ໃນ​ໄວ​ລຸ້ນ, ພາຍ​ໃນ​ລະຍະ​ສັ້ນໆ​ປະມານ 20 ມື້, ສາມີ ​ແລະ ລູກນ້ອຍ​ຂອງ​ຂ້າພະ​ເຈົ້າ, ຢູ່​ໃນ​ແຜ່ນດິນ​ໃໝ່​ເປັນ​ຫລາຍ​ຮ້ອຍ​ໄມ​ຈາກ​ພໍ່​ແມ່ພີ່ນ້ອງ ​ແລະ ຢູ່​ໃນ​ຫ່ອມພູ​ທີ່​ຫຍຸ້ງຍາກ​ນີ້ … ຂ້າພະ​ເຈົ້າກໍ​ຄື​ກັນ ປາດ​ຖະໜາ​ຢາກ​ຕາຍ​ໄປ​ພ້ອມ​ກັບ​ຄົນ​ທີ່​ຂ້າພະ​ເຈົ້າຮັກ.”

ນາງ​ແມ​ຣີ​ໄດ້ກ່າວ​ຕື່ມ​ວ່າ: “​ໃນ​ຄືນ​ວັນ​ອາທິດ​ມື້ໜຶ່ງ, ຂ້າພະ​ເຈົ້າ​ໄດ້​ອອກ​ໄປ​ຍ່າງ​ກັບ​ເພື່ອນ​ຄົນ​ໜຶ່ງ. … ຂ້າພະ​ເຈົ້າ​ໄດ້​ຖືກ​ເຕືອນ​ເຖິງ​ການ​ບໍ່​ມີ [ສາມີ​ຂອງ​ຂ້າພະ​ເຈົ້າ] ​ແລະ ​ເພາະ​ຄວາມ​​ເປົ່າ​ປ່ຽວ​ດຽວ​ດາຍ ​ແລະ ດ້ວຍ​ນ້ຳຕາ​ອັນ​ຂົມ​ຂື່ນ, ຂ້າພະ​ເຈົ້າ​ໄດ້​ເຫັນ, ​ເບິ່ງ​ຄື​ວ່າ​​ເຫັນຢູ່​ໃນ​ຈິດ​ໃຈ, ວ່າ​ຊີວິດ​ຂອງ​ຂ້າພະ​ເຈົ້າ​ເປັນ​ຄືໜ້າຜາ​ອັນ​ສູງ​ຊັນ​ທີ່​ຂ້າພະ​ເຈົ້າຕ້ອງ​ປີນ, ​ແລະ ຂ້າພະ​ເຈົ້າ​ໄດ້​ຮູ້​ເຖິງ​ຄວາມ​ຈິງ​​ແທ້​ຂອງ​ມັນ​ດ້ວຍ​ພະລັງ​ອັນ​ຍິ່ງ​ໃຫຍ່. ຄວາມ​ເສົ້າ​ໃຈ​ອັນ​ໜັກໜ່ວງ​ໄດ້​ມາສູ່​ຂ້າພະ​ເຈົ້າ, ​ເພາະ​ສັດຕູ​ຮູ້​ວ່າ​ຕ້ອງ​ໂຈມ​ຕີ​ຂ້າພະ​ເຈົ້າຕອນ​ໃດ, ແຕ່​ [ພຣະຜູ້ຊ່ອຍໃຫ້ລອດ, ພຣະ​ເຢຊູ​ຄຣິດ​,] ຂອງ​ເຮົາ​ຍິ່ງ​ໃຫຍ່​ກວ່າ​ທີ່​ຈະ​ຊ່ອຍ​ກູ້. ຜ່ານ … ຄວາມ​ຊ່ອຍ​ເຫລືອ​ທີ່​ໄດ້​ຮັບ​ຈາກ​ພຣະບິດາ​ເທິ​ງສະຫວັນ, ຂ້າພະ​ເຈົ້າຈຶ່ງ​ສາມາດ​ຕໍ່ສູ້​ກັບພະລັງທັງ​ໝົດ ທີ່​ເບິ່ງ​ຄື​ວ່າ​ເປັນ​ກຸ່ມ​ໃຫຍ່​ຕ້ານ​ຂ້າພະ​ເຈົ້າ​ໃນ​ເວລາ​ນີ້.”8

ນາງ​ແມ​ຣີ​ໄດ້​ຮຽນ​ຮູ້​ໃນ​ຕອນ​ອາຍຸ 19 ປີ ວ່າການ​ຊົດ​ໃຊ້ ​ໄດ້​ໃຫ້​ຄວາມ​ແນ່​ນອນ​ໃຈ​ແກ່​ເຮົາ​ວ່າ ທຸກ​ສິ່ງ​ທີ່​ບໍ່​ຍຸດຕິ​ທຳ​ສາມາດ ​ແລະ ຈະ​ຖືກ​ເຮັດ​ໃຫ້​ຖືກຕ້ອງ—​ແມ່ນ​ແຕ່​ຄວາມ​ໂສກ​ເສົ້າອັນລົ້ນ​ເຫລື​ອ.

ຫລັກ​ທຳ​ຂໍ້​ທີ 2: ມີ​ອຳນາດ​ໃນ​ການ​ຊົດ​ໃຊ້​ເພື່ອ​ຊ່ອຍ​ເຮົາ​ໃຫ້​ເອົາ​ຊະນະ​ທຳ​ມະ​ຊາດ​ຂອງ​ມະນຸດ ​ແລະ ກາຍ​ເປັນ​ສານຸສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ.9

ມີ​ວິທີ​ທາງ​ທີ່​ຊ່ອຍ​​ໃຫ້​ຮູ້​ວ່າ ​ເມື່ອ​ໃດ​ທີ່​ເຮົາ​ໄດ້​ຮຽນ​ຄຳ​ສອນ ຫລື ຫລັກ​ທຳພຣະກິດ​ຕິ​ຄຸນ. ມັນ​ແມ່ນ​ຕອນ​ເຮົາ​ສາມາດ​ສອນ​ຫລັກ​ທຳ ຫລື ພຣະກິດ​ຕິ​ຄຸນ​ໃນ​ທາງ​ທີ່ເດັກນ້ອຍສາມາດເຂົ້າໃຈມັນ. ​ແຫ​ລ່ງທີ່ມີຄ່າ​ເພື່ອ​ສອນ​ເດັກນ້ອຍ​ໃຫ້​ເຂົ້າ​ໃຈ​ເຖິງ​ການ​ຊົດ​ໃຊ້ ​ເປັນການ​ປຽບທຽບ​ທີ່​ພົບ​ເຫັນ​ໃນ​ປຶ້ມບົດຮຽນ​ຂອງ​ຊັ້ນປະຖົມ​ໄວ. ບາງທີ​ສິ່ງ​ນີ້​ສາມາດ​ຊ່ອຍ​ເຫລືອ​ເມື່ອ​ເຮົາ​ສອນ​ລູກຫລານ ຫລື ໝູ່​ເພື່ອນ​ທີ່ຕ່າງ​ສາດສະໜາ​ຜູ້​ປາຖະໜາທີ່​ຈະ​ເຂົ້າ​ໃຈ​ຄຳ​ສອນ​ທີ່​ສຳຄັນ​ນີ້.

“[ຜູ້ຍິງ] ຄົນ​ໜຶ່ງ​ໄດ້​ຍ່າງ​ໄປ​ຕາມ​ທາງ​ ​ແລະ ​ໄດ້​ຕົກລົງ​ຂຸມ​ທີ່​ເລິກ​ຈົນ​ວ່າ [ນາງ] ປີນ​ຂຶ້ນບໍ່​ໄດ້. ບໍ່​ວ່າ​ [ນາງ] ໄດ້​ພະຍາຍາມ​ຫລາຍ​ປານ​ໃດ​ກໍ​ຕາມ, ​ແຕ່​ນາງ​ກໍ​ບໍ່​ສາມາດ​ປີນ​ຂຶ້ນ​ໄດ້. [ຍິ່ງ​ຄົນ​ນັ້ນ] ​ໄດ້​ເອີ້ນ​ໃຫ້​ຄົນ​ຊ່ອຍ​ເຫລືອ ​ແລະ ດີ​ໃຈ​ເມື່ອ​ເຫັນ​ຄົນ​ໜຶ່ງ​ຜ່ານ​ກາຍມາ​ໄດ້​ຍິນ [ນາງ] ​ແລະ ​ໄດ້​ປ່ອນ​ຂັ້ນ​ໄດ​ລົງ​ໄປ​ໃນ​ຂຸມ. ສິ່ງ​ນັ້ນ​ໄດ້​ຊ່ອຍ​ໃຫ້ [ນາງ] ປີນ​ຂຶ້ນຈາກ​ຂຸມ​ໄດ້ ​ແລະ ​ເປັນ​ອິດ​ສະລະ​ອີກ.

“​ເຮົາ​ກໍ​ປຽບ​ເໝືອນ [ຜູ້ຍິງ​ຄົນ​ນັ້ນ] ຢູ່​ໃນ​ຂຸມ. ການ​ເຮັດ​ບາບ​ກໍ​ຄື​ກັນ​ກັບ​ການ​ຕົກລົງ​ໄປ​ໃນ​ຂຸມ, ​ແລະ ​ເຮົາ​ບໍ່​ສາມາດ​ປີນ​ຂຶ້ນດ້ວຍ​ຕົວ​ເອງ. ​ເຊັ່ນ​ດຽວ​ກັບ​ຄົນ​ທີ່​ເດີນ​ຜ່ານ​ມາ​ໄດ້​ຍິນສຽງ [ຂອງ​ຜູ້ຍິງ] ​ເອີ້ນ​ໃຫ້​ຊ່ອຍ​ເຫລືອ, ພຣະບິດາ​ເທິງ​ສະຫວັນ​ໄດ້​ສົ່ງ​ພຣະບຸດ​ທີ່ຖື​ກຳ​ເນີ​ດອົງດຽວ​ຂອງ​ພຣະອົງ​ມາ ​ເພື່ອ​ຫາ​ທາງ​ໃຫ້​ເຮົາ​​ຫລົບໜີ​ໄປ. ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດສາມາດ​ປຽບທຽບ​ໃສ່​ກັບ​ຂັ້ນ​ໄດ​ທີ່ຖືກ​ຢ່ອນ​ລົງ; ມັນ​ໄດ້ຊ່ອຍ​ເຮົາ​ໃຫ້​ສາມາດ​ປີນ​ຂຶ້ນ.”10 ແຕ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ເຮັດ​ຫລາຍ​ກວ່າ​ການ​ຢ່ອນ​ຂັ້ນ​ໄດ​ລົງ, ​ພຣະອົງ​ໄດ້​ “ລົງ​ມາ​ໃນ​ຂຸມ ​ແລະ ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳລັບ​ເຮົາ​ທີ່​ຈະ​ໃຊ້​ຂັ້ນ​ໄດ້​ປີນ​ຂຶ້ນ​ໄປ.”11 “​ເຊັ່ນ​ດຽວ​ກັບ [ຜູ້ຍິງ​ຄົນ​ນັ້ນ] ຢູ່​ໃນ​ຂຸມ​ໄດ້​ປີນ​ຂຶ້ນ, ​ເຮົາ​ຕ້ອງ​ກັບ​ໃຈ​ຈາກ​ບາບ ​ແລະ ​ເຊື່ອ​ຫລັກ​ທຳ​ພຣະກິດ​ຕິ​ຄຸນ ​ແລະ ພິທີການ​ທີ່​ຈະ​ປີນ​ຂຶ້ນຈາກ​ຂຸມ​ຂອງ​ເຮົາ ​ແລະ ​ເຮັດ​ໃຫ້ການ​ຊົດ​ໃຊ້​ທຳ​ງານ​ໃນ​ຊີວິດ​ຂອງ​ເຮົາ. ດັ່ງນັ້ນ, ຫລັງ​ຈາກ​ທີ່​ເຮົາ​ສາມາດ​ເຮັດ​ໄດ້, ການ​ຊົດ​ໃຊ້​ຈະ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳລັບ​ເຮົາ​ທີ່​ຈະ​ມີຄ່າ​ຄວນ​ພໍ​ທີ່​ຈະ​ສາມາດ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະບິດາ​ເທິງ​ສະຫວັນ.”12

ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ໄປ​ພົບ​ກັບ​ຜູ້​ບຸ​ກ​ເບີກ​ໃນ​ປະຈຸ​ບັນ, ທິດາ​ທີ່​ຮັກ​ຫອມຂອງ​ພຣະ​ເຈົ້າ ​ແລະ ຜູ້​ຫາ​ກໍ​ໄດ້​ປ່ຽນ​ໃຈ​ເຫລື້​ອມ​ໃສ​ເຂົ້າ​ໃນ​ສາດສະໜາ​ຈັກ​ໃນ​ປະ​ເທດ​ຈີ​ເລ. ນາງ​ເປັນ​​ແມ່​ທີ່​ລ້ຽງລູກ​ຊາຍ​ສອງ​ຄົນດ້ວຍ​ຕົວ​ຄົນ​ດຽວ. ຜ່ານອຳນາດ​ຂອງ​ການ​ຊົດ​ໃຊ້, ນາງ​ຈຶ່ງ​ສາມາດ​ລືມ​ອາ​ດີດ ​ແລະ ບັດ​ນີ້ ​ໄດ້​ພະຍາຍາມ​ກາຍ​ເປັນ​ສານຸສິດ​ຂອງ​ພຣະ​ເຢຊູ​ຄຣິດ. ​ເມື່ອ​ຂ້າພະ​ເຈົ້າຄິດ​ກ່ຽວ​ກັບ​ນາງ, ຫລັກ​ທຳ​ໄດ້​ສອນ​ໂດຍ​ແອວ​ເດີ ​ເດ​ວິດ ເອ ​ແບັດ​ນາ ​ໄດ້​ເຂົ້າມາ​ໃນ​ຈິດ​ໃຈ​ຂອງ​ຂ້າພະ​ເຈົ້າວ່າ: “ມີ​ສິ່ງ​ໜຶ່ງ​ທີ່​ຮູ້​ວ່າ ພຣະ​ເຢຊູ​ຄຣິດ​ໄດ້​ມາສູ່​ໂລກ​ເພື່ອ ສິ້ນ​ພຣະຊົນ ແທນ​ເຮົາ—ນັ້ນຄືພື້ນຖານ ​ແລະ ຮາກ​ຖານ​ຂອງ​ຄຳ​ສອນ​ຂອງ​ພຣະຄຣິດ. ​ແຕ່​ເຮົາ​ຕ້ອງ​ມີ​ຄວາມ​ກະຕັນຍູ​ຕໍ່​ພຣະປະສົງ​ຂອງ​ພຣະຜູ້​ເປັນ​ເຈົ້າ, ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະອົງ ​ແລະ ​ໂດຍ​ອຳນາດ​ຂອງ​ພຣະວິນ​ຍານ​ບໍລິສຸດ, ​ເພື່ອ ຊົງ​ພຣະຊົນ ​ໃນ​ເຮົາ—ບໍ່​ພຽງ​ແຕ່​ເພື່ອ​ຊີ້​ນຳ​ເຮົາ​ເທົ່າ​ນັ້ນ ​ແຕ່ເພື່ອ​ໃຫ້​ພະລັງ​ແກ່​ເຮົາ​ນຳ​ອີກ.”13

ໃນ​ຂະນະ​ທີ່​ເອື້ອຍ​ນ້ອງ​ຄົນ​ຈີ​ເລ ​ແລະ ຂ້າພະ​ເຈົ້າ​ໄດ້​ສົນທະນາ​ກັນ​ເຖິງ​ວິທີ​ທີ່​ຈະ​ຢູ່​ໃນ​ເສັ້ນທາງ​ທີ່​ພາ​ໄປ​ຫາ​ຊີວິດ​ນິລັນດອນ, ນາງ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າ​ແນ່ນອນ​ໃຈ​ດ້ວຍ​ຄວາມ​ກະຕືລືລົ້ນ ທີ່​ນາງ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ດຳ​ເນີນ​ໃນ​ເສັ້ນທາງນັ້ນຕໍ່​ໄປ. ນາງ​ເຄີຍ​ໄດ້​ອອກ​ໄປ​ຈາກ​ເສັ້ນທາງ​ເກືອບ​ຕະຫລອດ​ຊີວິດ​ຂອງ​ນາງ, ​ແລະ ນາງ​ໄດ້​ປະກາດ​ວ່າ ບໍ່ມີ​ສິ່ງ​ໃດ “ຢູ່​ຂ້າງ​ນອກ” ​ເສັ້ນທາງ ທີ່​ນາງ​ຢາກ​ໄດ້​ຄືນ​ມາ​ໃນ​ຊີວິດ​ຂອງ​ນາງ. ອຳນາດ​ທີ່​ເຮັດ​ໃຫ້​ເປັນ​ໄປ​ໄດ້​ຂອງ​ການ​ຊົດ​ໃຊ້ ​ໄດ້​ຢູ່​ຂ້າງ​ໃນ​ຂອງ​ນາງ. ມັນ​ໄດ້​ຖືກ​ຂຽນ​ໄວ້​ຢູ່​ໃນ​ໃຈ​ຂອງ​ນາງ.

ອຳນາດ​ນັ້ນ ບໍ່​ພຽງ​ແຕ່​ເຮັດ​ໃຫ້​ເຮົາສາມາດ​ປີນ​ຂຶ້ນຈາກ​ຂຸມ​ໄດ້​ເທົ່າ​ນັ້ນ ​ແຕ່​ໄດ້​ມອບ​ອຳນາດ​ໃຫ້​ເຮົາ​ເພື່ອ​ຈະ​ໄດ້​ສືບ​ຕໍ່​ໄປ​ໃນ​ເສັ້ນທາງ​ທີ່​ຄັບ​ແຄບ ພາ​ກັບ​ໄປ​ຫາ​ທີ່​ປະ​ທັບຂອງ​ພຣະບິດາ​ເທິງ​ສະຫວັນນຳ​ອີກ.

ຫລັກ​ທຳຂໍ້​ທີ 3: ການ​ຊົດ​ໃຊ້​ເປັນ​ຫລັກ​ຖານ​ທີ່​ຍິ່ງ​ໃຫຍ່​ເຖິງ​ຄວາມ​ຮັກ​ຂອງ​ພຣະບິດາ​ທີ່​ມີ​ຕໍ່​ລູກໆ​ຂອງ​ພຣະອົງ.

ເຮົາ​ຈະ​ເຮັດ​ໄດ້​ດີ​ທີ່​ຈະໄຕ່ຕອງ​ກ່ຽວ​ກັບ​ຖ້ອຍ​ຄຳ​ທີ່​ດົນ​ໃຈ​ຂອງ​ແອວ​ເດີ ​ໂອກສ໌ ທີ່​ວ່າ: “ຈົ່ງ​ຄິດ​ວ່າພຣະບິດາ​ເທິງ​ສະຫວັນ​ມີ​ຄວາມ​ໂສກ​ເສົ້າຫລາຍ​ພຽງ​ໃດ ທີ່​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ອົດທົນ​ກັບ​ຄວາມທຸກ​ທໍລະມານ​ທີ່​ບໍ່​ອາດ​ສາມາດ​ເຂົ້າ​ໃຈ​ໄດ້​ສຳລັບ​ບາບ​ຂອງ​ເຮົາ. ສິ່ງ​ນັ້ນ​ໄດ້​ເປັນ​ຫລັກ​ຖານ​ອັນ​ຍິ່ງ​​ໃຫຍ່​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ລູກ​ແຕ່ລະຄົນ​ຂອງ​ພຣະອົງ!” 14

ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່​ນັ້ນ ຄວນ​ເຮັດ​ໃຫ້​ເຮົາ​ແຕ່ລະຄົນ​ຄຸ​ເຂົ່າ​ລົງ ອະທິຖານ​ດ້ວຍ​ຄວາມ​ຖ່ອມ​ເພື່ອ​ຂອບ​ພຣະ​ໄທ​ພຣະບິດາ​ເທິງ​ສະຫວັນ​ທີ່​ຮັກ​ເຮົາ​ຫລາຍ ຈົນ​ວ່າ​ໄດ້​ສົ່ງ​ພຣະບຸດ​ທີ່ຖື​ກຳ​ເນີດອົງ​ດຽວ ​ແລະ ດີ​ພ້ອມ​ທຸກ​ຢ່າງ​ຂອງ​ພຣະອົງ ມາ​ຮັບ​ທຸກທໍລະມານ​ເພື່ອ​ບາບຂອງເຮົາ, ​ເພື່ອ​ໃຈ​ອັນ​ເຈັບ​ປວດຂອງເຮົາ, ​ແລະ ​ເພື່ອທຸກ​ສິ່ງ​ທີ່​ເບິ່ງ​ວ່າ​ບໍ່​ຍຸດຕິ​ທຳ​ໃນ​ຊີວິດຂອງເຮົາ.

ທ່ານ​ຈື່​ຜູ້ຍິງ​ຄົນ​ທີ່​ປະທານດີ​ເດີ ​ແອັຟ ​ອຸກ​ດອບ ​ໄດ້​ກ່າວ​ເຖິງ​ບໍ່​ດົນ​ມາ​ນີ້​ບໍ? ​ເພິ່ນ​ໄດ້​ກ່າວ​ວ່າ: “ຜູ້ຍິງ​ຄົນ​ໜຶ່ງ ຜູ້​ໄດ້​ຜ່ານ​ຜ່າ​ຄວາມທຸກ​ຍາກ​ລຳບາກ ​ແລະ ຄວາມ​ໂສກ​ເສົ້າມາ​ຫລາຍ​ປີ ​ໄດ້​ເວົ້າອອກ​ມາ​ດ້ວຍ​ນ້ຳຕາ​ວ່າ, ‘ຂ້າພະ​ເຈົ້າຮູ້​ວ່າ ຂ້າພະ​ເຈົ້າຄື​ກັນ​ກັບ​ເງິນ​ໃບ 20 ໂດ​ລາ​ທີ່​ເກົ່າໆ—ທັງ​ຍໍ່, ທັງ​ສ້ອຍ, ທັງ​ເປື້ອນ, ຖືກ​ໃຊ້, ​ແລະ ຖືກ​ຂີດ. ​ແຕ່​ຂ້າພະ​ເຈົ້າກໍ​ຍັງ​ເປັນ​ເງິນ​ໃບ 20 ໂດ​ລາ​ຢູ່. ຂ້າພະ​ເຈົ້າມີຄ່າ​ເຖິງ​ແມ່ນ​ວ່າ​ຂ້າພະ​ເຈົ້າບໍ່​ງາມ, ​ແລະ ​ເຖິງ​ແມ່ນ​ວ່າ​ຂ້າພະ​ເຈົ້າຖືກ​ໃຊ້​ປະ​ທຸບ​ປະທາ, ​ແຕ່​ຂ້າພະຈົ້າຍັງ​ມີຄ່າ​ເຕັມ 20 ​ໂດ​ລາ​ຢູ່.’”15

ຍິງ​ຄົນ​ນີ້​ຮູ້​ວ່າ ນາງ​ເປັນ​ທິດາ​ທີ່​ຮັບ​ຫອມ​ຂອງ​ພຣະບິດາ​ເທິງ​ສະຫວັນ ​ແລະ​ວ່າ​ນາງ​ມີຄ່າ​ພຽງ​ພໍສຳລັບ​ພຣະອົງ​ທີ່​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ເພື່ອ​ຊົດ​ໃຊ້​ແທນ​ນາງ, ​ເປັນ​ສ່ວນ​ບຸກຄົນ. ​ເອື້ອຍ​ນ້ອງ​ແຕ່ລະຄົນ​ໃນ​ສາດສະໜາ​ຈັກ​ຄວນ​ຮູ້​ສິ່ງ​ທີ່​ຍິງ​ຄົນ​ນີ້​ຮູ້ຈັກ—ນັ້ນຄື​ນາງ​ເປັນ​ທິດາ​ທີ່​ຮັບ​ຫອມ​ຂອງ​ພຣະ​ເຈົ້າ. ການ​ຮູ້ຈັກ​ຄຸນຄ່າ​ຂອງ​ເຮົາຕໍ່​ພຣະອົງ ຈະ​ປ່ຽນ​ວິທີ​ທີ່​ເຮົາ​ຮັກສາ​ພຣະບັນຍັດ​ຂອງ​ເຮົາ? ການ​ຮູ້​ຄຸນຄ່າ​ຂອງ​ເຮົາ​ຕໍ່​ພຣະອົງ ຈະສະທ້ອນ​ຕໍ່​ຄວາ​ມປາຖະໜາ​ຂອງ​ເຮົາ​ໃນ​ການ​ປະຕິບັດ​ຕໍ່​ຄົນ​ອື່ນ? ການ​ຮູ້​ຄຸນຄ່າ​ຂອງ​ເຮົາ​ຕໍ່​ພຣະອົງ ຈະ​ເພີ່ມ​ຄວາມ​ປາຖະໜາ​ຂອງ​ເຮົາ​ໃນ​ການ​ຊ່ອຍ​ເຫລືອ​ຄົນ​ທີ່​ຕ້ອງການ​ຄວາມ​ເຂົ້າ​ໃຈ​ເຖິງ​ການ​ຊົດ​ໃຊ້ຄື​ກັນ​ກັບ​ເຮົາ—​ຢ່າງ​ເລິກ​ຊຶ້ງ​ໄດ້​ແນວ​ໃດ? ​ເມື່ອ​ເຮົາ​ແຕ່ລະຄົນ​ມີ​ຄຳ​ສອນ​ແຫ່ງ​ການ​ຊົດ​ໃຊ້​ຂຽນ​ໄວ້​ຢູ່​ໃນ​​ໃຈ​ຂອງ​ເຮົາ, ​ແລ້ວ​ເຮົາ​ຈະ​ເລີ່​ມກາຍ​ເປັນ​ເໝືອນ​ດັ່ງ​ຜູ້​ຄົນ​ທີ່ພຣະຜູ້​ເປັນ​ເຈົ້າປະສົງ​ໃຫ້​ເຮົາ​ເປັນ ​ເມື່ອ​ພຣະອົງ​ສະ​ເດັດ​ມາ​ອີກ. ພຣະອົງ​ຈະ​ຮູ້​ວ່າ​ເຮົາ​ເປັນ​ສານຸສິດ​ທີ່​ແທ້​ຈິງ​ຂອງ​ພຣະອົງ.

ຂໍ​ໃຫ້ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ​ເຮັດ​ໃຫ້ “ການ​ປ່ຽນ​ແປງ​ອັນ​​ໃຫຍ່​ຫລວງ” ຖືກ​ຂຽນ​ໄວ້​ຢູ່​ໃນ​​ໃຈ​ຂອງ​ເຮົາ.16 ​ເມື່ອ​ເຮົາ​ຕື່ນ​ຂຶ້ນມາສູ່​ຄຳ​ສອນ​ນີ້, ຊຶ່ງ​ໄດ້​ປະກາດ​ໂດຍ​ທູດ​ສະຫວັນ​ອົງ​ໜຶ່ງ​ຂອງ​ພຣະ​ເຈົ້າ​ວ່າ​ເປັນ “ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມສຸກ​,”17 ຂ້າພະ​ເຈົ້າສັນຍາ​ວ່າ ​ເຮົາ​ຈະ​ຮູ້ສຶກ​ວ່າ​ດັ່ງ​ຜູ້​ຄົນ​ຂອງ​ກະສັດ​ເບັນ​ຢາ​ມິນ​ໄດ້​ຮູ້ສຶກ. ຫລັງ​ຈາກ​ພວກ​ເຂົາໄດ້​ອະທິຖານຢ່າງ​ຍິ່ງ​​ເພື່ອ​ວ່າການ​ຊົດ​ໃຊ້​ຈະ​ຖືກ​ນຳ​ໃຊ້​ຢູ່​ໃນ​ຊີວິດ​ຂອງ​ພວກ​ເຂົາແລ້ວ​, “ພວກ​ເຂົາ​ເຕັມ​ໄປ​ດ້ວຍຄວາມສຸກ”18 ​ແລະ “​ເຕັມ​ໃຈ​ທີ່​ຈະ​ເຂົ້າ​ເຮັດ​ພັນທະ​ສັນຍາ​ກັບ … ພຣະ​ເຈົ້າ ​ເພື່ອ​ຈະ​ກະທຳ​ຕາມ​ພຣະປະສົງ​ຂອງ​ພຣະອົງ, ​ແລະ ​ເພື່ອ​ຈະ​ໄດ້​ເຊື່ອ​ຟັງ​ພຣະບັນຍັດ​ຂອງ​ພຣະອົງ​​ໃນ​ທຸກ​ເລື່ອງ.”19 ການ​ເຮັດ, ຮັກສາ, ​ແລະ ປິ​ຕິ​ຍິນ​ດີ​ໃນ​ພັນທະ​ສັນຍາ​ຂອງ​ເຮົາ ຈະ​ເປັນ​ຫລັກ​ຖານ​ວ່າການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດຈະ​ຖືກ​ຂຽນ​ໄວ້​ຢູ່​ໃນ​​ໃຈ​ຂອງ​ເຮົາ​ແທ້ໆ. ຈົ່ງ​ຈື່​ຈຳ, ຫລັກທຳ​ສາມ​ຂໍ້​ນີ້, ​ເອື້ອຍ​ນ້ອງ​ທັງຫລາຍ:

  1. “ສິ່ງ​ທີ່​ບໍ່​ຍຸດຕິ​ທຳ​ທັງຫລາຍໃນຊີວິດ ສາມາດ​ຖືກ​ແກ້​ໄຂ​ໃຫ້​ຖືກຕ້ອງ​ໄດ້ ​ໂດຍ​ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ.”20

  2. ມີ​ອຳນາດ​ໃນ​ການ​ຊົດ​ໃຊ້​ເພື່ອ​ຊ່ອຍ​ເຮົາ​ໃຫ້​ເອົາ​ຊະນະ​ທຳ​ມະ​ຊາດ​ຂອງ​ມະນຸດ ​ແລະ ກາຍ​ເປັນ​ສານຸສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ.21

  3. ການ​ຊົດ​ໃຊ້​ເປັນ​ຫລັກ​ຖານ​ທີ່​ຍິ່ງ​ໃຫຍ່​ເຖິງ​ຄວາມ​ຮັກ​ຂອງ​ພຣະບິດາ​ທີ່​ມີ​ຕໍ່​ລູກໆ​ຂອງ​ພຣະອົງ.22

“ຄຳ​ໝັ້ນສັນຍາ​ໃໝ່​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ອິດສະ​ລາ​ເອນ ຈະ​ເປັນ​ດັ່ງ​ນີ້, ​ເຮົາຈະຂຽນບັນຍັດ​ຂອງ​ເຮົາ​ໄວ້​​ໃນ​ໃຈ​ເຂົາ ​ແລະ ຂຽນ​ບັນຍັດ​ນັ້ນ​ໄວ້​ທີ່​​ໃຈ​ຂອງ​ເຂົາ​ເຈົ້າ. ​ເຮົາ​ຈະ​ເປັນ​ພຣະ​ເຈົ້າຂອງ​ເຂົາ​ ​ແລະ ​ເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.”23 ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ເຮົາ​ໃຫ້​ທູນ​ຂໍ​ຕໍ່​ພຣະຜູ້​ເປັນ​ເຈົ້າ​ໃຫ້​ຂຽນ​ຫລັກ​ທຳ​​ແຫ່ງ​ການ​ຊົດ​ໃຊ້​​ໄວ້​ໃນ​ໃຈ​ຂອງ​ເຮົາ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ວ່າ ທີ່​ກ່າວ​ມານັ້ນ​ເປັນຄວາມ​ຈິງ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

​ແຫ​ລ່ງອ້າງ​ອີງ

  1. ​ເບິ່ງ Doctrine and Covenants 1:38.

  2. Old Testament: Gospel Doctrine Teacher’s Manual (2001), 198.

  3. ເຢ​ເລ​ມີ​ຢາ 31:33–34; ​ເນັ້ນຄຳ​ເນີ້ງ.

  4. Jeffrey R. Holland, “Roundtable Discussion,” Worldwide Leadership Training Meeting, Feb. 9, 2008, 28.

  5. ຈົ່ງ​ສອນ​ພຣະກິ​ດຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດສະໜາ (2004), 60.

  6. ໂຢບ 38:7.

  7. Dallin H. Oaks, “The Challenge to Become,” Liahona, Jan. 2001, 42.

  8. ຊີວະ​ປະຫວັດ​ຂອງ ​ແມ​ຣີ ຫລຸຍ ວ໊ອກ​ເກີ ມໍຣິສ (ລິນ​ດາ ຄະ​ຈາ ​ເບີ​ຕັນ ​ເປັນ​ຜູ້​ຮັກສາ​ໜັງສື​ນີ້).

  9. ​ເບິ່ງ David A. Bednar, “The Atonement and the Journey of Mortality,” Liahona, Apr. 2012, 12–19.

  10. Primary 7: New Testament (1997), 104.

  11. Joseph Fielding Smith, Doctrines of Salvation, comp. Bruce R. McConkie, 3 vols. (1954–56), 1:123.

  12. Primary 7, 104.

  13. David A. Bednar, Liahona, Apr. 2012, 14.

  14. Dallin H. Oaks, “Love and Law,” Liahona, Nov. 2009, 26.

  15. Dieter F. Uchtdorf, “You Are My Hands,” Liahona, May 2010, 69.

  16. ​ເບິ່ງ ​ແອວ​ມາ 5:12–14.

  17. ​ໂມ​ໄຊ​ຢາ 3:3.

  18. ​ເບິ່ງ ​ໂມ​ໄຊ​ຢາ 4:1–3.

  19. ​ເບິ່ງ ​ໂມ​ໄຊ​ຢາ 5:2–5.

  20. ຈົ່ງ​ສອນ​ພຣະກິດ​ຕິ​ຄຸນ​ຂອງ​ເຮົາ, 60.

  21. ​ເບິ່ງ David A. Bednar, Liahona, Apr. 2012, 12–19.

  22. ​ເບິ່ງ Dallin H. Oaks, Liahona, Nov. 2009, 26.

  23. ​ເຢ​ເລ​ມີ​ຢາ 31:33; ​ເນັ້ນຄຳ​ເນີ້ງ.