​2010–2019
ການ​ຮຽນ​ຮູ້​ດ້ວຍ​ຫົວໃຈ​ຂອງ​ເຮົາ
ຕຸລາ 2012


ການ​ຮຽນ​ຮູ້​ດ້ວຍ​ຫົວໃຈ​ຂອງ​ເຮົາ

ທາງ​ໜຶ່ງ​ທີ່​ຈະ​ມາ​ສູ່​ພຣະຄຣິດ​ຄື​ໂດຍ​ການ​ສະແຫວງຫາ​ທີ່​ຈະ​ຮຽນ​ຮູ້​ຄວາມ​ຈິງ​ທີ່​ສຳຄັນ​ດ້ວຍ​ຫົວໃຈ​ຂອງ​ເຮົາ.

“ຈົ່ງ​ມາ​ຫາ​ເຮົາ, ເພື່ອ​ເຈົ້າ​ຈະ​ໄດ້​ຮູ້ສຶກ ແລະ ເຫັນ.”1 ນີ້​ເປັນ​ພຣະ​ບັນຍັດ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດໄດ້ຍື່ນ​ອອກ​ໄປ​ສູ່​ຜູ້​ອາໄສ​ຢູ່​ໃນ​ອາ​ເມ​ຣິ​ກາ​ສະໄໝ​ໂບຮານ. ເຂົາເຈົ້າ​ໄດ້​ຮູ້ສຶກ ແລະ ໄດ້​ເຫັນ​ດ້ວຍ​ຕາ​ຂອງ​ເຂົາ ເຈົ້າ ວ່າ​ພຣະເຢ​ຊູ​ເປັນ​ພຣະຄຣິດ. ຄຳ​ເຊື້ອ​ເຊີນ​ນີ້​ກໍ​ສຳຄັນສຳລັບ​ພວກ​ເຮົາ ໃນ​ວັນ​ເວລາ​ນີ້​ດັ່ງ​ທີ່​ມັນ​ໄດ້​ເປັນ​ສຳລັບ​ເຂົາເຈົ້າ​ໃນ​ວັນ​ເວລາ​ຂອງ​ເຂົາເຈົ້າ. ເມື່ອ​ເຮົາ​ມາ​ສູ່​ພຣະຄຣິດ​ເຮົາ​ຈະສາມາດ​ຮູ້ສຶກ ແລະ “ຮູ້​ເຖິງ​ຄວາມ​ແນ່ນອນ”2—ບໍ່​ແມ່ນ​ດ້ວຍ​ມື ແລະ ຕາ​ຂອງ​ເຮົາແຕ່​ດ້ວຍ​ຫົວໃຈ ແລະ ຈິດໃຈ​ຂອງ​ເຮົາ​ທັງໝົດວ່າ​ພຣະເຢ​ຊູ​ເປັນ​ພຣະຄຣິດ.

ທາງ​ໜຶ່ງ​ທີ່​ຈະ​ມາ​ສູ່​ພຣະຄຣິດ​ຄື​ໂດຍ​ການ​ສະແຫວງຫາ​ທີ່​ຈະ​ຮຽນ​ຮູ້​ຄວາມ​ຈິງ​ທີ່​ສຳຄັນ​ດ້ວຍ​ຫົວໃຈ​ຂອງ​ເຮົາ. ເມື່ອ​ເຮົາ​ເຮັດ​ດັ່ງນັ້ນ, ຄວາມ​ປະ​ທັບ​ໃຈ​ທີ່​ມາ​ຈາກ​ພຣະ​ເຈົ້າ​ຈະ​ໃຫ້​ຄວາມ​ຮູ້​ແກ່​ເຮົາ​ທີ່​ເຮົາ​ບໍ່​ສາມາດ​ໄດ້​ມາ ຜ່ານ​ທາງ​ອື່ນໆ. ເປ​ໂຕ, ອັກ​ຄະ​ສາວົກ ອາວຸໂສ, ໄດ້​ຮູ້​ວ່າ​ພຣະເຢ​ຊູ​ເປັນ​ພຣະຄຣິດ, ພຣະ​ບຸດ​ຂອງພຣະ​ເຈົ້າ ຜູ້​ຊົງ​ພຣະ​ຊົນ​ຢູ່. ຈາກ​ນັ້ນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້ອະທິບາຍ​ວ່າ​ແຫລ່ງຂອງ​ຄວາມ​ຮູ້​ຂອງ​ເປ​ໂຕ​ບໍ່​ໄດ້​ເປັນ “ເນື້ອ​ໜັງ ແລະ ໂລຫິດ ... ແຕ່​ເປັນ​ພຣະ​ບິດາ​ທີ່​ປະ​ທັບຢູ່​ໃນ​ສະຫວັນ.”3

ສາດສະດາອະ​ບີ​ນາ​ໄດໄດ້​ອະທິບາຍ​ເຖິງ​ຈຸດປະສົງ​ຂອງຄວາມ​ຮູ້ສຶກ​ທີ່​ມາ​ຈາກ​ພຣະ​ເຈົ້າ​ຕໍ່​ຫົວໃຈ​ຂອງ​ເຮົາ. ເພິ່ນ​ໄດ້​ສອນ​ວ່າ​ເຮົາ​ບໍ່​ສາມາດ​ເຂົ້າ​ໃຈ​ພຣະ​ຄຳ​ພີ​ຢ່າງ​ເຖິງ​ຖອງ ຍົກເວັ້ນ​ແຕ່​ເຮົາ​ຈະ​ໃຊ້​ຫົວໃຈ​ຂອງ​ເຮົາ ເພື່ອ​ຈະ​ເຂົ້າໃຈ.4

ຄວາມ​ຈິງ​ຖືກ​ກ່າວ​ເຖິງ​ຢ່າງ​ດີເລີດ​ໃນ​ປຶ້ມ​ຂອງ​ເດັກນ້ອຍ​ທີ່​ຮູ້ຈັກກັນ​ເປັນ​ຢ່າງ​ດີ​ຊື່ The Little Prince (ເຈົ້າ​ຊາຍ​ນ້ອຍ) ແຕ່ງ​ໂດຍ​ທ່ານແອນທວນ ​ເດີ ຊ້ອງ-ເອັກອູເປຣີ. ໃນ​ປຶ້ມ​ນີ້ ເຈົ້າ​ຊາຍ​ນ້ອຍ​ໄດ້​ກາຍ​ມາ​ເປັນ ເພື່ອນ​ກັບ​ໝາຈອກ​ໂຕ​ໜຶ່ງ. ເມື່ອ​ຈະ​ຈາກ​ກັນ​ໄປ, ໝາຈອກ​ໄດ້​ແບ່ງປັນ​ຄວາມ​ລັບໃຫ້​ເຈົ້າ​ຊາຍ​ນ້ອຍ​ຮູ້. ມັນ​ໄດ້​ເວົ້າ​ວ່າ, “ນີ້​ຄື​ຄວາມ​ລັບ​ຂອງ​ເຮົາ … : ພຽງ​ແຕ່​ດ້ວຍ​ຫົວໃຈ​ເທົ່າ​ນັ້ນ ທີ່​ເຮົາ​ຈະ​ສາມາດ​ເຫັນ​ໄດ້​ຢ່າງ​ຖືກຕ້ອງ; ສິ່ງ​ທີ່​ສຳຄັນ​ເບິ່ງ​ບໍ່​ເຫັນໄດ້​ດ້ວຍ​ຕາ.”5

ບະ​ລາ​ເດີ ທອມ​ມັ​ສ ໂຄ​ເອ​ໂລ ຜູ້​ມີ​ອາຍຸ​ແປດ​ສິບ​ແປດ​ປີ ຜູ້​ໄດ້​ເຫັນ​ສິ່ງ​ທີ່​ສຳຄັນ​ດ້ວຍ​ຫົວໃຈ​ຂອງ​ລາວ. ລາວ​ເປັນ​ສະມາຊິກ ຜູ້​ຊື່ສັດ​ຄົນ​ໜຶ່ງ​ໃນ​ສະພາ​ສູງ​ຂອງ​ເຮົາ​ໃນ​ເມືອງ​ເປ​ຊານ​ດູ ປະເທດ​ອູ​ຣູກວາ​ຍ. ກ່ອນ​ລາວ​ໄດ້​ກາຍ​ມາ​ເປັນ​ສະມາຊິກຂອງ​ສາດສະໜາ​ຈັກ ​ລາວ​ໄດ້​ມີ​ອຸປະຕິເຫດ​ຂະນະ​ທີ່​ຂີ່​ລົດຈັກ​ຂອງ​ລາວ. ຕອນ​ນອນ​ຢູ່​ໃນ​ພື້ນ ແລະ ບໍ່​ສາມາດ​ຢືນ​ຂຶ້ນ, ຜູ້​ສອນ​ສາດສະໜາ​ຂອງ​ເຮົາ​ສອງ​ຄົນ​ໄດ້​ຜ່ານ​ມາ​ທີ່​ນັ້ນ​ເພື່ອ​ຊ່ອຍລາວລຸກຂຶ້ນ ແລະ ກັບ​ເມືອ​ບ້ານ​ຂອງ​ລາວ. ລາວ​ໄດ້​ເວົ້າ​ວ່າ​ລາວ​ໄດ້​ຮູ້ສຶກ​ເຖິງ​ສິ່ງ​ທີ່​ພິເສດ​ບາງ​ຢ່າງ​ເມື່ອຜູ້​ສອນ​ສາດສະໜາ​ໄດ້​ມາ​ຊ່ອຍ​ລາວ​ມື້​ນັ້ນ. ຕໍ່​ມາ​ລາວ​ໄດ້​ມີຄວາມ​ຮູ້ສຶກ​ອັນ​ແຮງ​ກ້າ​ນັ້ນ​ອີກ​ເມື່ອ​ຜູ້​ສອນ​ສາດສະໜາໄດ້​ສອນ​ລາວ. ເປັນ​ເພາະ​ອິດ​ທິ​ພົນ​ຂອງ​ຄວາມ​ຮູ້ສຶກ​ເຫລົ່າ​ນີ້ ລາວ​ຈຶ່ງ​ໄດ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ຕັ້ງແຕ່​ຕົ້ນ​ຈົນ​ຈົບ​ພາຍໃນ​ສາມ​ສີ່​ມື້. ລາວ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ໄດ້​ຮັບ​ໃຊ້ ແລະ ບໍ່​ອິດເມື່ອຍ​ຈາກ​ມື້​ນັ້ນ​ຕະຫລອດ​ມາ. ຂ້າພະເຈົ້າ​ຈື່​ຈຳ​ລາວ ເມື່ອ​ລາວ​ຂີ່​ລົດຈັກ​ຂອງ​ລາວ​ໄປ​ມາ​ຕາມຖະໜົນ​ໃນ​ເມືອງຂອງ​ເຮົາ, ແມ່ນ​ແຕ່​ໃນ​ລະດູ​ໜາວ ແລະ ຝົນຕົກ ເພື່ອ​ນຳ​ຄົນ​ອື່ນໆ​ມາ​ໂບດ. ສະນັ້ນເຂົາເຈົ້າ​ຈຶ່ງ​ສາມາດ​ເຫັນ, ຮູ້ສຶກ, ແລະ ຮູ້​ເຖິງ​ຄວາມແນ່ນອນ​ດັ່ງ​ທີ່​ລາວ​ສາມາດ.

ໃນ​ວັນ​ເວລາ​ນີ້​ ເຮົາ​ຖືກ​ອ້ອມ​ຮອບ​ຢູ່​ດ້ວຍ​ຂໍ້​ມູນ​ຢ່າງ​ຫລວງຫລາຍ ​ທີ່​ເຮົາ​ອາດ​ຄິດ​ວ່າການ​ຄົ້ນ​ຫາ​ທາງ​ອິນ​ເຕີ​ແນັດຫລາຍໆ​ລ້ານ​ໜ້າ​ຈະ​ໃຫ້​ເຮົາ​ຮູ້​ທຸກ​ສິ່ງ​ທີ່​ເຮົາ​ຈຳເປັນ​ທີ່​ຈະ​ຮູ້. ເຮົາ​ສາມາດ​ພົບ​ເຫັນທັງ​ຂໍ້​ມູນ​ດີ ແລະ ຊົ່ວ​ໃນ​ອິນ​ເຕີ​ແນັດ, ແຕ່​ພຽງ​ແຕ່​ມີຂໍ້​ມູນເທົ່າ​ນັ້ນ​ຈະ​ບໍ່​ພຽງພໍ. ພຣະ​ເຈົ້າ​ໄດ້​ໃຫ້​ອີກ​ແຫລ່ງ​ອື່ນ​ອີກແກ່ເຮົາ​ເພື່ອ​ຄວາມ​ຮູ້​ທີ່​ຍິ່ງ​ໃຫຍ່​ກວ່າ,6 ແມ່ນ​ແຕ່​ທີ່​ຖືກ​ສົ່ງ​ມາ​ຈາກສະຫວັນ. ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ສາມາດ​ໃຫ້ຄວາມ​ຮູ້​ດັ່ງນີ້​ໃຫ້​ແກ່​ເຮົາ​ເມື່ອ​ເຮົາ​ຈະ​ຄົ້ນ​ຫາ​ຂໍ້​ມູນຈາກ​ອິນ​ເຕີ​ແນັດຊັ້ນສູງ​ໃນ​ຫົວໃຈ ແລະ ຈິດໃຈ​ຂອງ​ເຮົາ. ສາດສະດາໂຢ​ເຊັບ ສະ​ມິດ​ ໄດ້​ກ່າວ​ວ່າ​ເພິ່ນ​ໄດ້​ມີ “ປຶ້ມ​ທີ່​ເກົ່າ​ແກ່​ທີ່​ສຸດ​ໃນ​ຫົວໃຈ [ຂອງ​ເພິ່ນ], ແມ່ນ​ແຕ່​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ.”7

ເຮົາ​ຈະ​ເຂົ້າ​ເຖິງ​ພຣະ​ວິນ​ຍານ​ບໍລິສຸດ​ເມື່ອ​ເຮົາ​ເຮັດ​ສິ່ງ​ຕ່າງໆ​ດັ່ງການ​ອ່ານ​ພຣະ​ຄຳ​ພີ, ການ​ເຊື່ອ​ຟັງ​ສາດສະດາ​ທີ່​ມີ​ຊີວິດ​ຢູ່ ແລະ ການ​ອະທິຖານ. ມັນກໍ​ສຳຄັນ​ທີ່​ຈະ​​ໃຊ້ເວລາ​ໄຕ່ຕອງ8 ແລະ ຮູ້ສຶກ ແລະ ເຮັດຕາມ​ການ​ກະ​ຕຸ້ນ​ທີ່​ສູງ​ສົ່ງ. ເມື່ອເຮົາເຮັດສິ່ງນີ້, ເຮົາຈະ “ຮູ້ສຶກ ແລະ ເຫັນ” ສິ່ງ​ທີ່​ບໍ່​ສາມາດ​ຮຽນ​​ໄດ້​ດ້ວຍ​ເທັກ​ໂນ​ໂລ​ຈີ​ສະ​ໄໝ​ໃໝ່. ເມື່ອ​ເຮົາ​ມີປະສົບ​ການ​ບາງ​ຢ່າງ​ໃນ​ການ​ຄົ້ນ​ຫາ​ໃນ​ອິນ​ເຕີ​ແນັດ​ທີ່​ສູງ​ສົ່ງ​ນີ້ ແລ້ວເຮົາ​ຈະ​ຫລິງ​ເຫັນ​ຄວາມ​ຈິງ, ແມ່ນ​ແຕ່​ເມື່ອ​ເຮົາ​ອ່ານປະຫວັດສາດ​ທາງ​ໂລກ ຫລື ຫົວຂໍ້​ອື່ນໆ​ດ້ວຍ. ຜູ້​ສະ​ແຫວງ​ຫາ ຄວາມ​ຈິງ​ທີ່​ສັດຊື່​ຈະ​ຮູ້​ຄວາມ​ຈິງ​ຂອງ​ທຸກ​ເລື່ອງ ໂດຍ​ພຣະ​ວິນ​ຍານ​ບໍລິສຸດ.9

ບັດ​ນີ້ ມີ​ການເຕືອນ​ຢ່າງ​ໜຶ່ງ. ຄວາມ​ຊົ່ວ ແລະ ການ​ຫລົງ​ລືມ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ໃຫ້​ຄວາມ​ສາມາດ​ທີ່​ຈະ​ເຂົ້າ​ເຖິງອິນ​ເຕີ​ແນັດ​ແຫ່ງ​ສະຫວັນ​ຖືກ​ຫລຸດ​ລົງ. ນີ​ໄຟ​ໄດ້​ບອກພວກ​ອ້າຍຂອງ​ລາວ​ວ່າ​ພວກ​ເຂົາ​ບໍ່​ສາມາດ​ຮູ້ສຶກ​ເຖິງ​ພຣະ​ຄຳ​ [ຂອງພຣະ​ຜູ້​ເປັນ​ເຈົ້າ] ເພາະວ່າ​ພວກ​ເຂົາ “ເຮັດ​ຄວາມ​ຊົ່ວ​ຮ້າຍ​ຢ່າງ​ໄວ ແລະ ຊ້າ​ທີ່​ຈະ​ລະ​ລຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ.”10 ຄວາມ​ຊົ່ວ​ຮ້າຍ​ກີດກັນ​ຄວາມ​ສາມາດ​ຂອງ​ເຮົາ​ທີ່​ຈະ​ເຫັນ, ຮູ້ສຶກ, ແລະ ຮັກ​ຄົນ​ອື່ນ. ການ​ທີ່​ຈະ​ລະ​ລຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ໄວ​ໂດຍ​ການອະທິຖານ “ດ້ວຍ​ສຸດ​ກຳລັງ​ຂອງ​ໃຈ”11 ແລະ ການ​ຈື່​ຈຳ​ປະສົບ​ການ​ທາງ​ວິນ​ຍານ​ຂອງ​ເຮົາ​ຈະຂະຫຍາຍ​ຄວາມສາມາດ​ຂອງ​ເຮົາ​ທີ່​ຈະ​ເຫັນ ແລະ ຮູ້ສຶກ​ເຖິງ​ເລື່ອງ​ຂອງພຣະຄຣິດ.

  • ທ່ານ​ຈຳ​ໄດ້​ບໍ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ​ທ່ານ​ໄດ້​ຮູ້ສຶກ​ແນວໃດ, ຫລັງ​ຈາກ​ຄວາມ​ຍາກ​ລຳບາກ​ຢ່າງ​ຫລວງຫລາຍ, ທ່ານ​ໄດ້​ຮ້ອງ​ທູນ​ຫາ​ພຣະ​ບິດາ​ດ້ວຍ​ຄຳ​ອະທິຖານທີ່​ມີ​ພະລັງ​ເພື່ອ​ຄວາມ​ຊ່ອຍ​ເຫລືອ?

  • ທ່ານ​ໄດ້​ປ່ຽນ​ລາຍການ​ທີ່​ຕ້ອງ​ເຮັດ​ເພື່ອ​ຈະ​ເຮັດ​ຕາມ​ການ​ກະ​ຕຸ້ນ​ເຕືອນ​ທີ່​ທ່ານ​ໄດ້​ຮັບ​ໃນ​ໃຈ​ທ່ານ​ບໍ?

ບັນດາ​ບຸລຸດ​ທີ່​ຍິ່ງ​ໃຫຍ່​ຫລາຍ​ຄົນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ເພີ່ມຄວາມ​ສາມາດ​ທີ່​ຈະ​ເຂົ້າ​ເຖິງ​ຄວາມ​ຮູ້​ອັນ​ຍິ່ງ​ໃຫຍ່​ໂດຍ​ການ​ຈົດ​ຈຳ​ປະສົບ​ການ​ທາງ​ວິນ​ຍານ​ທີ່​ສຳຄັນ​ຂອງ​ເຂົາເຈົ້າ. ແອວ​ມາ​ໄດ້​ປ້ອງກັນ ແລະ ໄດ້ເພີ່ມ​ຄວາມ​ເຂັ້ມແຂງ​ໃຫ້​ລູກໆ​ຂອງ​ເພິ່ນ​ໂດຍການ​ເຕືອນ​ເຂົາເຈົ້າ​ກ່ຽວ​ກັບ​ປະສົບ​ການ​ໃນ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເພິ່ນ.12 ຮີ​ລາມັນ​ໄດ້​ສອນນີ​ໄຟ ແລະ ລີ​ໄຮ​ໃຫ້ຈົດ​ຈຳ​​ວ່າ ເທິງ​ສີ​ລາ​ຂອງ​ພຣະຄຣິດ​ທີ່​ເຂົາເຈົ້າ​ໄດ້ ສ້າງ​ຮາກ​ຖານ​ຂອງ​ເຂົາເຈົ້າ​ເພື່ອ​ວ່າ​ມານ​ຈະ​ບໍ່​ມີ​ອຳນາດ​ເໜືອເຂົາເຈົ້າ.13 ການ​ຈົດ​ຈຳ​ພຣະ​ເຈົ້າ​ຊ່ອຍ​ໃຫ້​ເຮົາ​ຮູ້ສຶກ ແລະ ມີ​ຊີວິດຢູ່. ສິ່ງ​ນີ້​ໃຫ້​ຄວາມ​ໝາຍ​ທີ່​ເລິກ​ຊຶ້ງ​ຕໍ່​ຖ້ອຍ​ຄຳ​ຂອງກະສັດ​ເບັນ​ຈາ​ມິນ, ຜູ້​ທີ່​ໄດ້​ກ່າວ​ວ່າ, “ແລະ ບັດ​ນີ້, ໂອ້​ມະນຸດ​ເອີຍ, ຈົ່ງ​ຈື່​ຈຳ, ແລະ ບໍ່​ຕາຍ​ເສຍ.”14

ໜຶ່ງ​ໃນ​ຄວາມ​ຊົງ​ຈຳ​ທີ່​ສັກສິດ​ທີ່​ສຸດ​ທີ່​ຂ້າພະເຈົ້າ​ທະນຸ​ຖະໜອມ​ຄື​ຄວາມ​ຮູ້ສຶກ​ທີ່​ຂ້າພະເຈົ້າ​ໄດ້​ມີ​ເມື່ອ​ຂ້າພະເຈົ້າ​ໄດ້​ມາ​ຮູ້​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ໃນ​ມື້​ນັ້ນ​​ເອງ ຂ້າພະເຈົ້າ​ໄດ້​ຮູ້ສຶກ ແລະ ຮູ້, ຢ່າງ​ແນ່ນອນ, ສິ່ງ​ທີ່​ຂ້າພະເຈົ້າບໍ່​ສາມາດ​ໄດ້​ຮຽນ​ຮູ້​ໄດ້​ໃນ​ທາງ​ອື່ນ. ຂ້າພະເຈົ້າ​ໄດ້​ຮຽນ​ຮູ້​ວ່າ​ເຮົາ ສາມາດ​ປະສົບ​ຄວາມສຸກ​ທີ່​ຖ້ອຍ​ຄຳ​ບໍ່​ສາມາດ​ສະແດງ​ອອກໄດ້​ຢ່າງ​ພຽງພໍ. ຄວາມ​ຊົງ​ຈຳ​ດັ່ງກ່າວ​ເປັນ​ເຫດຜົນສຳລັບ​ຄວາມ​ກະຕັນຍູ​ອັນ​ເປັນນິດ​ໃນ​ຊີວິດ​ຂອງ​ຂ້າພະເຈົ້າ ແລະ ມັນ​ເຮັດ​ໃຫ້​ຂ້າພະເຈົ້າ​ເຂັ້ມແຂງ​ໃນ​ຊ່ວງ​ເວລາ​ທີ່​ມີບັນຫາ.

ຜູ້​ທີ່​ໄດ້​ຮັບ​ຄວາມ​ຮູ້, ບໍ່​ແມ່ນ​ທີ່​ມາ​ຈາກ​ເນື້ອ​ໜັງ ແລະ ໂລຫິດ ແຕ່​ຈາກ​ພຣະ​ບິດາ​ເທິງ​ສະຫວັນ, ຈະ​ຮູ້​ດ້ວຍ​ຄວາມ​ແນ່ນອນໃຈ​ວ່າ​ພຣະເຢ​ຊູ​ຄື​ພຣະຄຣິດ ແລະ ວ່າ​ນີ້​ເປັນ​ສາດສະໜາ​ຈັກຂອງ​ພຣະ​ອົງ. ຄວາມ​ຮູ້​ນີ້​ໃຫ້​ຄວາມ​ເຂັ້ມແຂງ​ທີ່​ຈະ​ເຮັດ​ການປ່ຽນແປງ​ທີ່​ຈຳເປັນທີ່​ໄດ້​ປາຖະໜາ ເພື່ອ​ຈະ​ໄດ້​ມາ​ສູ່​ພຣະຄຣິດ. ເພາະ​ດ້ວຍ​ເຫດ​ນີ້, ພວກ​ເຮົາ​ຈຶ່ງ​ເຊື້ອ​ເຊີນ​ທຸກ​ຄົນ​ໃນ​ຕອນ​ນີ້​ໃຫ້​ຮັບບັບ​ຕິ​ສະ​ມາ, ກັບ​ໃຈ, ແລະ ຫັນ​ມາ​ຫາ​ພຣະ​ອົງ.15

ໂດຍ​ການ​ມາ​ສູ່​ພຣະຄຣິດ, ທຸກ​ຄົນກໍ​ສາມາດ​ເຫັນ, ຮູ້ສຶກ, ແລະ ຮູ້​ຢ່າງ​ແນ່ນອນ​ວ່າ​ພຣະຄຣິດ​ໄດ້​ທົນ​ທຸກທໍລະມານ ແລະ ຊົດ​ໃຊ້​ເພື່ອ​ບາບ​ຂອງ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ມີ​ຊີວິດ​ນິລັນດອນ. ຖ້າ​ເຮົາ​ກັບ​ໃຈ, ເຮົາ​ຈະ​ບໍ່​ໄດ້​ທົນ​ທຸກທໍລະມານຢ່າງ​ບໍ່​ຈຳເປັນ.16 ຂອບ​ພຣະ​ໄທ​ພຣະ​ອົງ, ຄົນທີ່ຖືກ​ບາດເຈັບຈະ​ສາມາດ​ຫາຍ​ດີ​ໄດ້ ແລະ ຫົວໃຈ​ທີ່​ຊອກ​ຊ້ຳ ຈະ​ສາມາດ​ດີ​ຄືນ​ໄດ້. ບໍ່​ມີ​ພາລະ​ໃດ​ທີ່​ພຣະ​ອົງ​ຈະ​ບໍ່​ສາມາດເຮັດ​ໃຫ້​ເບົາ ຫລື ກຳຈັດ​ອອກ​ໄປ​ໄດ້. ພຣະ​ອົງ​ຮູ້​ເຖິງ​ຄວາມອ່ອນແອ ແລະ ຄວາມເຈັບ​ປ່ວຍ​ຂອງ​ເຮົາ. ຂ້າພະເຈົ້າ​ຂໍ​ສັນຍາ ແລະ ເປັນ​ພະຍານ​ຕໍ່​ທ່ານ​ວ່າ​ເມື່ອ​ເບິ່ງ​ຄື​ວ່າ​ທ່ານ​ບໍ່​ມີ​ທາງ​ເລືອກ, ເມື່ອ​ທຸກ​ສິ່ງ​ປະກົດ​ວ່າ​ລົ້ມ​ເຫ​ລວ, ພຣະ​ອົງ​ຈະ​ບໍ່​ເຮັດ​ໃຫ້​ທ່ານຜິດ​ຫວັງ. ພຣະຄຣິດ​ຈະ​ຊ່ອຍ ແລະ ເປັນ​ທາງ​ອອກ​ ບໍ່​ວ່າການດິ້ນ​ລົນ​ນັ້ນ​ແມ່ນ​ເພາະ​ການ​ຕິດ​ແສດ, ອາການ​ຊຶມ​ເສົ້າ, ຫລື ສິ່ງ​ອື່ນ​ໃດ. ພຣະ​ອົງ​ຮູ້​ວິທີ​ທີ່​ຈະ​ຊ່ອຍ​ເຫລືອ​ຜູ້​ຄົນ​ຂອງພຣະ​ອົງ.”17 ການ​ແຕ່ງງານ ແລະ ຄອບຄົວ​ທີ່​ກຳ​ລັງ​ດິ້ນ​ລົນ ຢູ່​ບໍ່​ວ່າ​ຈະ​ເປັນເພາະ​ເຫດ​ໃດ​ກຳ​ຕາມ​ການ​ທ້າ​ທາຍ​ທາງເສດຖະກິດ, ອິດ​ທິ​ພົນ​ທີ່​ບໍ່​ດີ​ຂອງ​ສານ​ມວນ​ຊົນ, ຫລື ສະພາບ​ການ​ຂອງຄອບຄົວ​ກໍຈະ​ຮູ້ສຶກ​ອິດ​ທິ​ພົນ​ທີ່​ສະຫງົບ​ສຸກຈາກ​ສະຫວັນ. ມັນ​ເປັນ​ສິ່ງ​ທີ່ໜ້າ​ປອບ​ໂຍນ​ທີ່ຈະ “ຮູ້ສຶກ ແລະ ເຫັນ” ວ່າ​ພຣະ​ອົງ​​ໄດ້​ລຸກຂຶ້ນ​ຈາກ​ຄວາມ​ຕາຍ​ດ້ວຍ​ການປິ່ນປົວ​ໃນ​ປີກ​ຂອງ​ພຣະ​ອົງ,”18 ວ່າ​ເປັນ​ເພາະ​ພຣະ​ອົງ, ເຮົາ​ຈະ​ໄດ້​ພົບ ແລະ ໂອບ​ກອດ​ຜູ້​ຄົນ​ທີ່​ເຮົາ​ຮັກ​ອີກຜູ້​ທີ່​ໄດ້​ເສຍ​ຊີວິດ​ໄປ​ແລ້ວ. ແນ່ນອນ​ວ່າການ​ປ່ຽນ​ໃຈ​ເຫລື້ອມ​ໃສຂອງ​ເຮົາ​ຕໍ່​ພຣະ​ອົງ​ຈະ​ໄດ້​ຮັບ​ລາງວັນ​ດ້ວຍ​ການ​ຫາຍ​ດີຂອງ​ເຮົາ.19

ຂ້າ​ພະ​ເຮົ້າ​ຮູ້​ຢ່າງ​ແນ່ນອນ​ວ່າ​ທຸກ​ສິ່ງ​ທັງ​ໝົດ​ນີ້​ຈິງ. ເພາະ​ເຫດ​ນີ້​ຂ້າພະເຈົ້າ​ຈະ​ຮ່ວມ​ສຽງ​ຂອງ​ຂ້າພະເຈົ້າກັບ​ຜູ້​ອາໄສ​ຢູ່​ໃນ​ຕອນ​ຕົ້ນ​ຂອງ​ອາ​ເມ​ຣິ​ກາ​ໃນ​ສະ​ໃໝ​ໂບຮານ, ໂດຍ​ກ່າວ​ວາ: “ໂຮ​ແຊນ​ນາ! ຂໍ​ພຣະ​ນາມ​ຂອງ​ພຣະ​ເຈົ້າ ອົງ​ສູງ​ສຸດ​ຈົ່ງ​ເປັນ​ສຸກ​ເຖີດ!”20 ພຣະ​ອົງ​ປະທານ​ຄວາມ​ລອດໃຫ້​ແກ່​ເຮົາ. ຂ້າພະເຈົ້າ​ຂໍ​ເປັນ​ພະຍານ​ວ່າ​ພຣະເຢ​ຊູ​ຄື​ພຣະຄຣິດ, ພຣະ​ເມ​ຊີ​ອາ​ອົງ​ສັກສິດ. ພຣະ​ອົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ. ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.